Print Sermon

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 215 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 36 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຫົນທາງທີ່ສາມ - ວິກິດການຂອງການກັບໃຈໃຫມ່

THE THIRD WAY – CRISIS CONVERSION
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນແລງວັນຂອງພຣະເຈົ້າ 9/3/2014
A sermon preached at the Baptist Tabernacle of Los Angeles
Lord’s Day Evening, March 9, 2014

ແລະ“ຄໍາເຕືອນການເທດສະໜາແບບອະທິບາຍ” ໂດຍອີວານເອັຊເມີເຣ

“ພຣະອົງຕັດວ່າ "ຜູ້ຊາຍຄົນໜຶ່ງມີລູກຊາຍສອງຄົນ ລູກຄົນນ້ອຍເວົ້າກັບພໍ່ວ່າ `ພໍ່ເອີຍ ຂໍຊັບທີ່ຕົກເປັນສ່ວນຂອງຂ້າພະເຈົ້າເຖີດ' ພໍ່ຈຶ່ງແບ່ງສົມບັດໃຫ້ແກ່ລູກທັງສອງ ຕໍ່ມາບໍ່ເທົ່າໃດວັນ ລູກຄົນນ້ອຍນັ້ນກໍລວບລວມຊັບທັງໝົດແລ້ວໄປເມືອງໄກ ແລະໄດ້ຜານຊັບຂອງຕົນບ່ອນນັ້ນດ້ວຍການເປັນນັກເລງ ເມື່ອໃຊ້ຊັບໝົດແລ້ວກໍເກີດກັນດານອາຫານໜັກທົ່ວເມືອງນັ້ນ ລາວຈຶ່ງເລີ່ມຂັດສົນ ເຂົາໄປອາໄສຢູ່ກັບຊາວເມືອງນັ້ນຄົນໜຶ່ງ ແລະຄົນນັ້ນກໍໃຊ້ເຂົາໄປລ້ຽງໝູທີ່ທົ່ງນາ ເຂົາຢາກຈະໄດ້ອິ່ມທ້ອງດ້ວຍໝາກຖົ່ວທີ່ໝູກິນນັ້ນ ແຕ່ບໍ່ມີໃຜໃຫ້ອັນໃດເຂົາກິນ ເມື່ອເຂົາຮູ້ສຳນຶກໂຕແລ້ວຈຶ່ງເວົ້າວ່າ `ລູກຈ້າງຂອງພໍ່ເຮົາມີຫລາຍຄົນ ຍັງມີອາຫານກິນອິ່ມແລະເຫລືອອີກ ສ່ວນເຮົາຈະມາຕາຍເສຍເພາະອົດອາຫານ ຈຳເປັນທີ່ເຮົາຈະລຸກຂຶ້ນໄປຫາພໍ່ເຮົາ ແລະເວົ້າກັບທ່ານວ່າ "ພໍ່ເອີຍ ຂ້າພະເຈົ້າໄດ້ເຮັດຜິດຕໍ່ສະຫວັນແລະເຮັດຜິດຕໍ່ໜ້າທ່ານດ້ວຍຂ້າພະເຈົ້າບໍ່ສົມຄວນຈະໄດ້ຊື່ວ່າເປັນລູກຂອງທ່ານຕໍ່ໄປ ຂໍທ່ານໃຫ້ຂ້າພະເຈົ້າເປັນເໝືອນລູກຈ້າງຂອງທ່ານຄົນໜຶ່ງເຖີດ”( ລູກາ 15:11-19)


ໃນປະຈຸບັນນີ້ມີການປະກາດຂ່າວປະເສີດແກ່ຄົນທີ່ຍັງບໍ່ເຊື່ອຢູ່ສາມຫົນທາງ, ອັນ ທີ່ໜື່ງເອີນວ່າ “ການເຊື່ອແບບງ່າຍໆ”, ຫົນທາງທີ່ສອງຄືທີ່ເອີ້ນວ່າ “ການເຮັດໃຫ້ພຣະເຢ ຊູເປັນພຣະເຈົ້າເພື່ອຈະລອດ” ມັນມີຄວາມຜິດພາດບາງສິ່ງບາງຢ່າງກັບທັງສອງວິທີນີ້ ເພາະວ່າເຖິງວ່າມີອັນໜື່ງໃນນັ້ນຖືກໃຊ້ໂດຍພຣະເຈົ້າໃນຊ່ວງເວລາການຟື້ນຕື່ນຂື້ນເປັນຈໍານວນຫຼາຍທີ່ເກີດຂື້ນໃນໂລກທີ່ເວົ້າພາສາອັງກິດນັບຕັ້ງແຕ່ປີ 1859 ແຫ່ງການຟື້ນຟູ.

ເຊັ່ນດຽວກັນນັກເທດແຖວໜ້າທັງຫຼາຍຕ່າງກໍເວົ້າວ່າມີສະມາຊິກຂອງຄຣິສຕະຈັກ ຫຼາຍຄົນໃນປະຈຸບັນນີ້ບໍ່ເຄີຍກັບໃຈເສຍໃຫມ່ເລີຍ, ໃນໜັງສືຂອງພວກເຮົາ ການເທດສະ ໜາຕໍ່ຊົນຊາດທີ່ຕາຍແລ້ວ ຜູ້ຊ່ວຍຂອງຂ້າພະເຈົ້າດຣ.ຊີ.ແອວ.ເຄແກນ ກັບຂ້າພະເຈົ້າ
ໄດ້ອ້າງອີງຜູ້ນໍາຫຼາຍຄົນທີ່ບົ່ງຊີ້ວ່າພວກຂ່າວປະເສີດແລະພວກເນັ້ນຮາກຖານເດີມຫຼາຍຄົນ
ຍັງບໍ່ທັນລອດລວມເຖິງຄູສອນໂຮງຮຽນວັນອາທິດ,ພວກຜູ້ຊ່ວຍສິດຍາພິບານ,ເມຍຂອງສິດ
ຍາພິບານແລະແມ່ນກະທັ່ງສິດຍາພິບານເອງ, ດຣ.ເອ.ດັບໂບຢູໂທເຊີໄດ້ກ່າວໄວ້ວ່າ“ຖ້າມ
ກາງຄຣິສຕະຈັກຂ່າວປະເສີດທັງຫຼາຍໜ້າຈະມີໜື່ງໃນສິບທີ່ຮູ້ຈັກກັບປະສົບການແຫ່ງການ
ບັງເກີດໃຫມ່”, ດຣ.ດັບໂບຢູ.ເອ.ຄຣິສແວວ ສິດຍາພິບານຊາວແບັບຕິດໃຕ້ທີ່ມີຊື່ສຽງໂດ່ງ ດັງຂອງຄຣິສຕະຈັກເຟີສແບັບຕິດແຫ່ງເມືອງດາລາສ,ລັດເທັກຊັສໄດ້ກ່າວໄວ້ວ່າ“ລາວຈະ
ຕົກໃຈທີ່ຈະໄດ້ເຈີສະມາຊິກຂອງລາວພຽງແຕ່ 25% ໃນເມືອງສະຫວັນ” ຍ້ອນກັບໄປໃນປີ 1940 ຕອນທີ່ບິລລີ່ເກຣແຮມຍັງໜຸ່ມໄດ້ປະກາດວ່າ 85% ຂອງສະມາຊິກຄຣິສຕະຈັກ
ທັງຫຼາຍຂອງພວກເຮົາ “ບໍ່ເຄີຍບັງເກີດໃຫມ່ເລີຍ” ດຣ.ມອນໂຣ“ມັງ”ພາກເກີ ເວົ້າເຖິງ ຄຣິສຕະຈັກທັງຫຼາຍທີ່ເນັ້ນຮາກຖານເດີມກ່າວວ່າ “ຖ້າພວກເຮົາສາມາດເຮັດໃຫ້ສະມາ ຊິກຄຣິສຕະຈັກເຄິ່ງໜື່ງລອດພວກເຮົາກໍຈະເຫັນການຟື້ນຟູທີ່ຍິ່ງໃຫຍ່, ຄວາມເປັນຈິງແລ້ວ ຂ້າພະເຈົ້າຄິດວ່າຖ້າພວກເຮົາສາມາດມີພວກນັກເທດທີ່ຢູ່ໃນປະເທດອາເມລິກາເຄິ່ງໜື່ງໄດ້
ກັບໃຈໃຫມ່ພວກເຮົາກໍຈະເຫັນການຟື້ນຟູທີ່ອັດສະຈັນໄດ້” (Monroe “Monk” Parker, Through Sunshine and Shadows, Sword of the Lord Publishers, 1987, pp. 61, 72).

ສະຖິຕິທັງໝົດນີ້ແມ່ນໝາຍເຫດຢູ່ທາງລຸ່ມໜ້າປື້ມທີ່ມາຈາກແຫຼ່ງຂໍ້ມູນໃນໜັງສືຂອງ
ພວກເຮົາການເທດສະໜາຕໍ່ຊົນຊາດທີ່ຕາຍແລ້ວ (ໜ້າ 42,43) ໂຕເລກເຫຼົ່ານີ້ຖືກໃຫ້
ໂດຍດຣ.ເອ.ດັບໂບຢູ.ໂທເຊີ, ດຣ.ດັບໂບຢູ.ເອ.ຄຣິສແວວ, ຊາຍໜຸ່ມບິລລີ່ເກຣແຮມ, ດຣ.
“ມັງ”ພາກເກີ ຊື່ງໄດ້ຄໍານວນໄວ້ຢ່າງແນ່ນອນ, ແຕ່ພວກເຂົາໄດ້ສະແດງໃຫ້ເຫັນວ່າຜູ້ນໍາ
ແຖວໜ້າເຫຼົ່ານີ້ເຊື່ອວ່າມີບາງສິ່ງບາງຢ່າງທີ່ຜິດພາດຢ່າງຮ້າຍແຮງກັບຫົນທາງທີ່ພວກເຮົາ
ທີ່ເປັນນັກປະຂ່າວປະເສີດເຮັດ, ຄືກັບທີ່ຂ້າພະເຈົ້າໄດ້ເວົ້າໄປແລ້ວວ່າສອງວິທີນີ້ຖືກໃຊ້ໃນ ການປະກາດຂ່າວປະເສີດແບບ “ການເຊື່ອແບບງ່າຍໆ” ແລະ “ການເຮັດໃຫ້ພຣະເຢ ຊູເປັນພຣະເຈົ້າເພື່ອຈະລອດ” ບໍ່ວ່າທັງສອງແບບຈະມີອັນໜື່ງທີ່ຖືກພຣະເຈົ້າໃຊ້ເພື່ອໃຫ້ ເກີດມີຫຼາຍໆຄົນທີ່ກັບໃຈໃຫມ່ແທ້ກໍຕາມ.

ວິທີທີ່ໜື່ງມັກເອີ້ນວ່າ “ການເຊື່ອແບບງ່າຍໆ” ນີ້ເປັນວິທີທີ່ຖືກໃຊ້ສ່ວນຫຼາຍ
ໂດຍພວກຂ່າວປະເສີດແລະພວກເນັ້ນຮາກຖານເດີມໃນປະຈຸບັນນີ້, ມັນຂື້ນກັບການທີ່ໃຫ້
ຄົນບໍ່ເຊື່ອເວົ້າຕາມສີ່ງທີ່ເອີ້ນວ່າ “ຄໍາອະທິຖານຂອງຄົນບາບ” ຂໍໃຫ້ພຣະເຢຊູ “ເຂົ້າມາ
ໃນໃຈຂອວພວກເຂົາ“ ຫຼັງຈາກນັ້ນຄົນບໍ່ເຊື່ອກໍຖືກພິຈາລະນາວ່າ“ລອດແລ້ວ” ເຖິງແມ່ນວ່າ
ພວກເຂົາບໍ່ໄດ້ສະແດງໃຫ້ເຫັນເຖິງການປ່ຽນແປງອັນໃດເລີຍ, ຍັງສືບຕໍ່ມີຊີວິດໃນຄວາມ ບາບ,ປະຕິເສດທີ່ຈະເຂົ້າຮ່ວມຄຣິສຕະຈັກດ້ວຍຄວາມເຕັມໃຈ, ມີຄົນເປັນລ້ານຄົນທີ່ຢູ່ໃນ
ສະຖານະການແບບນີ້ໃນໂລກທີ່ເວົ້າພາສາອັງກິດ.

ວິທີທີ່ສອງຂອງພວກຂ່າວປະເສີດເອີ້ນວ່າ “ການເຮັດໃຫ້ພຣະເຢຊູເປັນພຣະເຈົ້າ ເພື່ອຈະລອດ”ວິທີ່ນີ້ປາກົດຂື້ນໃນຮູບແບບທີ່ຕໍ່ຕ້ານ“ການເຊື່ອແບບງ່າຍໆ”,ແຕ່“ການເຮັດໃຫ້ພຣະເຢຊູເປັນພຣະເຈົ້າເພື່ອຈະລອດ” ລົ້ມເລວທີ່ຈະເຮັດໃຫ້ “ການເຊື່ອແບບງ່າຍໆ” ຖືກ, ເຖິງແມ່ນວ່າຄົນທີ່ຍຶດຖືແນວຄິດນີ້ມີນໍ້າໜັກຫຼາຍກວ່າອີກພວກໜື່ງ,ວິທີຂອງພວກເຂົາບໍ່ເຄີຍຖືກໃຊ້ໃນຊ່ວງພື້ນຖານການຟື້ນຟູຫຼືຖືກໃຊ້ໂດຍຄົນສ່ວນຫຼາຍ, ເພື່ອເພີ່ມຄົນທີ່ກັບໃຈໃຫມ່ ແທ້ໃນຄຣິສຕະຈັກຂອງເຮົາທັງຫຼາຍ,ນັກເທດທີ່ຢູ່ໃນ “ພວກທີ່ເຮັດໃຫ້ພຣະເຢຊູເປັນພຣະ ເຈົ້າ”ພະຍາຍາມທີ່ຈະເຮັດໃຫ້ຄວາມບໍ່ມີພະບັນຍັດແລະຄວາມບາບຂອງ “ການເຊື່ອແບບ ງ່າຍໆ” ຖືກຕ້ອງໂດຍເນັ້ນຫຼັກຄໍາສອນທີ່ເຂັ້ມແຂງແລະຊໍ້າໄປມາແລະສິ່ງທີ່ເຂົາເອີ້ນວ່າ “ການກັບໃຈ” ນີ້ເປັນຜົນທີ່ພວກບໍ່ເຊື່ອຍຶດຖືຮູບແບບຂອງພວກ “ລັດທິແຊນດິເມນຽນ” ແລະຍຶດຖືແບບຂອງການປະພຶດແຫ່ງຄວາມຊອບທໍາ,“ລັດທິແຊນດິເມນຽນ”ແນ່ໃສ່ເຖິງການເຊື່ອໃນຂໍ້ພຣະຄໍາພີແລະຫຼັກຄໍາສອນຫຼາຍກວ່າທີ່ຈະເຊື່ອໃນພຣະເຢຊູຄຣິສເອງ, ມັນຄື ການເຊື່ອວາງໃຈໃນຂໍ້ພຣະຄໍາພີແລະຫຼັກຄໍາສອນຫຼາຍກວ່າທີ່ຈະເຊື່ອວາງໃຈໃນພຣະເຢຊູ ຄຣິສເອງ, ໜື່ງໃນສິດຍາພິບານພວກນີ້ໄດ້ກ່າວໄວ້ວ່າ ພວກເຮົາຈະຕ້ອງເຊື່ອຫຼືວາງໃຈ ໃນສິ່ງທີ່ພຣະເຈົ້າເຮັດ” ເຖິງແມ່ນວ່າເຂົາຈະບໍ່ຮູ້ຈັກມັນກໍຕາມ, ພວກນີ້ເອີ້ນວ່າ “ລັດທິແຊນດິເມນຽນ” ມັກບອກຄົນບາບວ່າເຂົາຈະລອດໂດຍການເຊື່ອວາງໃຈໃນສິ່ງທີ່ ພຣະຄໍາພີກ່າວເຖິງແທນການເຊື່ອວາງໃຈໃນພຣະເຢຊູຄຣິສເອງໃຫ້ເບິ່ງໃນເລື່ອງ “ລັດທິແຊນດິເມນຽນ” ໃນໜັງສືຂອງດຣ.ມາຕິນລອຍ-ໂຈນ The Puritans: Their Origins and Successors, Banner of Truth, 2002 edition, pp. 170-190. ກົດທີ່ນີ້ເພື່ອອ່ານບົດເທດສະໜາຂອງຂ້າພະເຈົ້າໃນຫົວຂໍ້ “ລັດທິແຊນດິເມນຽນ”

ພວກຟາຣິສີໃນສະໄໝຂອງພຣະຄຣິສບໍ່ໄດ້ຂື້ນກັບວິທີຂອງ“ການເຊື່ອແບບງ່າຍໆ”
ພວກເຂົາມີຊີວິດພາຍນອກທີ່ສະອາດ, ພວກເຂົາສຶກສາພຣະຄໍາພີຢ່າງເຂັ້ມແຂງແລະເຊື່ອ
ພຣະຄໍາພີ, ແລ້ວແມ່ນຫຍັງຜິດພາດໃນຊີວິດຂອງພວກເຂົາ? ມີພຽງສິ່ງດຽວກໍຄື - ພຣະ ເຢຊູຄຣິສເຈົ້າເອງ ພຣະເຢຊູຕັດກັບພວກເຂົາວ່າ:

“ຈົ່ງຄົ້ນເບິ່ງໃນພຣະຄຳພີ ເພາະທ່ານຄິດວ່າໃນພຣະຄຳພີນັ້ນມີຊີວິດນິລັນດອນ ແລະພຣະຄຳພີນັ້ນເປັນພະຍານເຖິງເຮົາ ແຕ່ທ່ານທັງຫລາຍບໍ່ຍອມມາຫາເຮົາເພື່ອຈະໄດ້ຊີວິດ” (ໂຢຮັນ 5:39-40)

ຊີ.ເອັຊ.ສະເປີໂຈນໄດ້ກ່າວໄວ້ວ່າ“ຄວາມເຊື່ອທີ່ຊ່ວຍຈິດວິນຍານໃຫ້ລອດຄືການເຊື່ອເທິງ
ໂຕບຸກຄົນ,ຂື້ນກັບພຣະເຢຊູ” (“The Warrant of Faith,” The Metropolitan Tabernacle Pulpit, volume 9, Pilgrim Publications, 1979, p. 530).

ໃນບົດເທດດຽວກັນນັ້ນສະເປີໂຈນກ່າວວ່າ“ພຽງແຕ່ຄວາມຮູ້ເລື່ອງຄວາມຈິງເຫຼົ່ານີ້
[ໃນພຣະຄໍາພີ]ຈະບໍ່ຊ່ວຍເຮົາໃຫ້ລອດໄດ້,ນອກຈາກວ່າພວກເຮົາຈະວາງໃຈຂອງເຮົາແທ້ໆ
ໃນມື້ຂອງພຣະຜູ້ໄຖ່ (ເຫຼັ້ມດຽວກັນ).

ລູກຊາຍນ້ອຍທີ່ຫຼົງຫາຍທີ່ເຮົາເຫັນໃນຂໍ້ພຣະຄໍາພີຮູ້ດີວ່າ“ພໍ່”ມີອາຫານພໍແລະເຫຼືອອີກ”(ລູກາ 15:17),ແຕ່ການມີພຽງຄວາມຮູ້ເຫຼົ່ານີ້ບໍ່ສາມາດຊ່ວຍລາວໃຫ້ພົ້ນຈາກການອຶດ
ຫິວ, ລາວຈະຕ້ອງກັບໄປຫາ“ພໍ່”ໂດຍກົງເພື່ອທີ່ຈະໄດ້ “ອາຫານ”, ການເຊື່ອໃນພຣະຄໍາພີ
ເຖິງແມ່ນວ່າເຊື່ອແທ້ກໍບໍ່ຊ່ວຍໃຜໃຫ້ລອດໄດ້, ມະນຸດສາມາດເຊື່ອພຣະຄໍາພີແລະທາງສາ ສະໜາທີ່ຍິ່ງໃຫຍ່ຄືກັບຄໍາສອນທາງສາສະໜາຂອງເວສມິນສະເຕີກໍປາສະຈາກຄວາມລອດ
ອັກຄະສາວົກເປົາໂລເວົ້າເຖິງ “ພຣະຄຳພີອັນບໍລິສຸດ ຊຶ່ງມີລິດສອນທ່ານໃຫ້ໄດ້ປັນຍາເຖິງຄວາມພົ້ນໂດຍຄວາມເຊື່ອໃນພຣະເຢຊູຄຣິສ” (2 ຕີໂມທຽວ 3:15), ການເຊື່ອໃນພຣະຄໍາ
ພີແລະຄໍາສອນທາງສາສະໜາຈະບໍ່ຊ່ວຍໃຫ້ລອດໄດ້, ພຣະຄໍາພີຊີ້ເຮົາໄປທີ່ພຣະເຢຊູຄຣິສ
ພວກເຮົາລອດ “ໂດຍຄວາມເຊື່ອໃນພຣະເຢຊູຄຣິສ”! ພວກເຮົາບໍ່ໄດ້ລອດໂດຍການເວົ້າ
ຕາມຄໍາຂອງ “ຄໍາອະທິຖານຂອງຄົນບາບ”, ພວກເຮົາບໍ່ໄດ້ລອດໂດຍການເຊື່ອໃນສິ່ງທີ່
ພຣະຄໍາພີເວົ້າເຖິງພຣະເຢຊູ, ພວກເຮົາບໍ່ໄດ້ລອດໂດຍການເຊື່ອຟັງພຣະເຢຊູຄຣິສເຈົ້າ,
ພວກເຮົາສາມາດລອດໄດ້“ໂດຍຄວາມເຊື່ອໃນພຣະເຢຊູຄຣິສ” (2 ຕີໂມທຽວ 3:15),ພຣະ
ຄໍາພີເວົ້າຈະແຈ້ງຫຼາຍເມື່ອກ່າວວ່າ “ດ້ວຍວ່າຊື່ງທ່ານທັງຫຼາຍລອດນັ້ນກໍລອດໂດຍພຣະ ຄຸນເພາະຄວາມເຊື່ອ” (ເອເຟໂຊ 2:8)ແລະຄວາມເຊື່ອນັ້ນຈະຕ້ອງມີສູນກາງຢູ່ທີ່ພຣະເຢຊູ
ຄືກັບທີ່ອັກຄະສາວົກເປົາໂລກ່າວໄວ້ວ່າ“ຈົ່ງເຊື່ອວາງໃຈໃນພຣະເຢຊູຄຣິສເຈົ້າແລະທ່ານຈະ
ລອດ” (ກິດຈະການ 16:31), ຜູ້ຮ່ວມງານຂອງຂ້າພະເຈົ້າ ດຣ.ເຄແກນ ເວົ້າວ່າ “ຄວາມ
ຈິງແລ້ວພວກເຮົາລອດໂດຍການເຊື່ອພຣະຄຣິສໂດຍກົງ” ຜູ້ຊື່ງຍິ່ງໃຫຍ່ກວ່າທຸກສິ່ງ,“ພຣະ
ອົງຊົງດໍາລົງຢູ່ກ່ອນສັບພະສິ່ງທັງປວງແລະສັບພະສິ່ງທັງປວງເປັນລະບຽບຢູ່ໂດຍພຣະອົງ”
(ໂກໂລຊາຍ 1:17) (Preaching to a Dying Nation, ໜ້າ. 220). ການເຂົ້າໃຈຄວາມ ຈິງພື້ນຖານເຫຼົ່ານີ້ຈະແກ້ໄຂຮູບແບບທຸກຢ່າງຂອງ“ການເຊື່ອແບບງ່າຍໆ” ແລະ“ການເຮັດ
ໃຫ້ພຣະເຢຊູເປັນພຣະເຈົ້າເພື່ອຈະລອດ”

ສິ່ງທີ່ຂ້າພະເຈົ້າກໍາລັງນໍາສະເໜີຢູ່ນີ້ພວກເຮົາເອີ້ນວ່າ “ຫົນທາງທີ່ສາມ - ວິກິດ ການຂອງການກັບໃຈໃຫມ່” ທາງທີ່ໜື່ງຄືຄວາມລອດໂດຍການເວົ້າ “ຄໍາອະທິຖານຂອງ
ຄົນບາບ” ທາງທີ່ສອງຄືການພະຍາຍາມທີ່ຈະເຮັດໃຫ້ພຣະເຢຊູເປັນພຣະເຈົ້າ- ຊື່ງບໍ່ມີຄົນ
ບາບໃດສາມາດເຮັດໄດ້! ແຕ່ “ທາງທີ່ສາມ-ວິກິດການຂອງການກັບໃຈໃຫມ່” ຄືທາງແຫ່ງ
ການກັບໃຈທີ່ແທ້ຈິງຂອງພຣະຄໍາພີ, ຂ້າພະເຈົ້າໄດ້ແຕ່ງສັບໃຫມ່“ວິກິດການການກັບໃຈ ໃຫມ່”-ແຕ່ມັນເປັນພຽງຊື່ໜື່ງສໍາຫຼັບແນວຄິດ“ໂຮງຮຽນ-ເກົ່າ”, ມັນເປັນພຽງຊື່ໃຫມ່ສໍາຫຼັບ
ພວກໂປແຕສແຕນແລະພວກແບັບຕິດທີ່ກັບໃຈໃຫມ່, “ວິກິດການການກັບໃຈໃຫມ່” ຄືສິ່ງ
ທີ່ລູເທີປະສົບພົບພໍ້, “ວິກິດການການກັບໃຈໃຫມ່”ຄືສິ່ງທີ່ຈອນບັນຢັນ,ຈອຊວິດຟິວ,ຈອນ ເວສລີແລະຊີ.ເອັຊ.ສະເປີໂຈນ ປະສົບພົບພໍ້-ແລະທຸກໆຄົນທີ່ກັບໃຈໃຫມ່ແທ້ກ່ອນ “ຄໍາອະ ທິຖານຂອງຄົນບາບ” ແລະ “ການເຮັດໃຫ້ພຣະເຢຊູເປັນພຣະເຈົ້າເພື່ອຈະລອດ” ຈະເປັນ
ທີ່ນິຍົມຊົມຊອບ - ແລະມັນໄດ້ທໍາລາຍຮູບແບບຂອງ “ວິກິດການການກັບໃຈໃຫມ່” ແບບ
ເກົ່າຂອງບັນພະບຸລຸດແບັບຕິດແລະໂປແຕສແຕນຂອງພວກເຮົາ, ທີ່ຈະເຮັດແບບນີ້, ຂ້າພະ
ເຈົ້າກໍາລັງຈະອະທິບາຍເຖິງ “ຄວາມຊົ່ວຊ້າ” ແລະຈາກນັ້ນຂ້າພະເຈົ້າກໍຈະອະທິບາຍເຖິງ
“ການຟື້ນຕື່ນຂື້ນ”

I. ໜື່ງ ນີ້ຄືຄໍາອະທິບາຍຂອງ“ຄວາມຊົ່ວຊ້າ”ຂອງມະນຸດທີ່ຖືກເປີດເຜີຍໃນທາງທີ່ີສາມ
ແຫ່ງ“ວິກິດການການກັບໃຈໃຫມ່”

ຂ້າພະເຈົ້າໄດ້ເລືອກຫົວຂໍ້ເລື່ອງລູກຊາຍນ້ອຍຜູ້ຫຼົງຫາຍເພື່ອອະທິບາຍວ່າມັນໝາຍ
ເຖິງຫຍັງໂດຍການໃຊ້ຄໍາລ້າສະໄໝຢ່າງ“ວິກິດການການກັບໃຈໃຫມ່” ດັ່ງທີ່ໄດ້ປາກົດຂື້ນ
ຈົນກະທັ່ງການເລີ່ມຕົ້ນໃຊ້ແທນຄໍາວ່າ “ຄໍາອະທິຖານຂອງຄົນບາບ” ແລະ “ການເຮັດໃຫ້
ພຣະເຢຊູເປັນພຣະເຈົ້າເພື່ອທີ່ຈະລອດ”

ລູກຊາຍນ້ອຍທີ່ຫຼົງຫາຍເປັນຄົນບາບ,ລາວຂໍແບ່ງມໍລະດົກຂອງຕົນແລ້ວກໍອອກໄປ
ຈາກບ້ານ “ໄປເມືອງໄກແລະໄດ້ຜານຊັບຂອງຕົນທີ່ນັ້ນດ້ວຍການເປັນນັກເລງ” (ລູກາ 15:13), ນັ້ນແລະຄືສິ່ງທີ່ພວກເຮົາທຸກຄົນເຮັດໄປທາງໜື່ງຫຼືໄປອີກທາງໜື່ງ, ພວກເຮົາຫັນ
ຫຼັງໃຫ້ກັບພຣະຄຣິສແລະມີຊີວິດບາບທີ່ປາສະຈາກພຣະອົງ, ພວກເຮົາປະຕິເສດພຣະຄຣິສ
ຄືກັບລູກຊາຍຄົນນ້ອຍໄດ້ປະຕິເສດພໍ່ຂອງຕົນ,ຄວາມຈິງແລ້ວໃນສະພາບບໍ່ກັບໃຈຂອງເຮົາ
ພວກເຮົາດູໝີ່ນແລະປະຕິເສດພຣະຜູ້ຊ່ວຍໃຫ້ລອດຄືກັບລູກຊາຍນ້ອຍ, ໂດຍການກະທໍາ ຂອງລາວໄດ້ສະແດງໃຫ້ເຫັນວ່າລາວດູໝີ່ນແລະປະຕິເສດພໍ່ຂອງຕົນລາວຫຼາຍປານໃດ.

“ທ່ານໄດ້ຖືກມະນຸດດູໝີ່ນແລະປະຕິເສດ ເປັນຄົນຮັບຄວາມໂສກເສົ້າແລະ ຄຸນເຄີຍກັບຄວາມລະທົມທຸກ ແລະດັງຜູ້ໜື່ງຊື່ງຄົນທົນເບິ່ງບໍ່ໄດ້ ທ່ານຖືກດູໝີ່ນ ແລະເຮົາທັງຫຼາຍບໍ່ໄດ້ນັບຖືທ່ານ” (ອິດສະຢາ 53:3)

ໃນໃຈຂອງພວກເຮົາເຮົາເປັນສັດຕູຂອງພຣະເຈົ້າແລະພຣະບຸດຂອງພຣະອົງ,ພວກເຮົາບໍ່ໄດ້
ຢູ່ໃຕ້ບັງຄັບບັນຊາຕໍ່ພຣະບັນຍັດຂອງພຣະເຈົ້າ, ຄືກັບທີ່ລູກຄົນຊາຍນ້ອຍບໍ່ຢູ່ໃຕ້ບັງຄັບບັນ ຊາຂອງພໍ່ຂອງຕົນ.

“ເຫດວ່າໃຈຊຶ່ງປັກຢູ່ກັບເນື້ອໜັງນັ້ນກໍເປັນສັດຕູຕໍ່ພຣະເຈົ້າ ເພາະບໍ່ໄດ້ຢູ່ໃຕ້ບັງຄັບພະລາຊະບັນຍັັດຂອງພຣະເຈົ້າ ແລະທີ່ຈິງຈະຢູ່ໃຕ້ບັງຄັບພຣະລາຊະບັນຍັັດນັ້ນບໍ່ໄດ້” (ໂລມ 8:7)

ໃຈຂອງພວກເຮົາກະບົດຕໍ່ສູ້ພຣະຜູ້ຊ່ວຍໃຫ້ລອດແບບແກ້ໄຂບໍ່ໄດ້ເລີຍ, ຄວາມຈິງ
ແລ້ວພວກເຮົາເປັນຄົນບາບທີ່ຊົ່ວຊ້າບໍ່ມີແມ່ນກະທັ່ງປະກາຍແຫ່ງຄວາມຊອບທໍາແມ່ນແຕ່
ໜ້ອຍໜື່ງຢູ່ໃນເຮົາເລີຍ, ອັກຄະສາວົກເປົາໂລໄດ້ກ່າວໄວ້ວ່າພວກເຮົາ“ຕາຍແລ້ວໃນການ
ລະເມີດແລະການບາບ”ແລະພວກເຮົາຢູ່ໃຕ້ການຄວບຄຸມຂອງຊາຕານ “ພະຂອງໂລກນີ້”
(ເອເຟໂຊ 2:1).

ຖ້າທ່ານຍັງບໍ່ລອດອັນນັ້ນບໍ່ແມ່ນພາບທີ່ດີຂອງທ່ານເລີຍ, ອັກຄະສາວົກກ່າວວ່າ
“ພວກເຂົາຕ່າງກໍຢູ່ໃຕ້ອໍານາດຂອງບາບທຸກຄົນ ຕາມທີ່ມີຂຽນໄວ້ແລ້ວວ່າ ບໍ່ມີຜູ້ໃດເປັນຄົນ ຊອບທໍາຈັກຄົນດຽວບໍ່ມີເລີຍ” (ໂລມ 3:9,10), ຜູ້ທໍານວາຍອິດສະຢາໄດ້ອະທິບາຍເຖິງ ສະຖານະການຝ່າຍວິນຍານຂອງທ່ານຢ່າງຈະແຈ້ງເມື່ອທ່ານກ່າວວ່າ:

“…ຫົວກໍເຈັບໝົດແລະຈິດໃຈກໍອ່ອນເພຍໄປໝົດ ຕັ້ງແຕ່ຝາຕີນຈົນເຖິງຫົວ
ບໍ່ມີຄວາມປົກກະຕິໃນນັ້ນເລີຍ ມີແຕ່ບາດແຜແລະຮອຍຊໍ້າ ແລະເປັນແຜ ເລືອດໄຫຼ” ( ອິດສະຢາ 1:5)

ນີ້ຄືສະພາບຂອງລູກຊາຍນ້ອຍຜູ້ຫຼົງຫາຍ,ພຣະຄໍາພີກ່າວວ່າ “ເຂົາໄປອາໄສຢູ່ກັບຊາວເມືອງນັ້ນຄົນໜຶ່ງ ແລະຄົນນັ້ນກໍໃຊ້ເຂົາໄປລ້ຽງໝູທີ່ທຸ່ງນາ ເຂົາຢາກຈະໄດ້ອິ່ມທ້ອງດ້ວຍໝາກຖົ່ວທີ່ໝູກິນນັ້ນ ແຕ່ບໍ່ມີໃຜໃຫ້ອັນໃດເຂົາກິນ” (ລູກາ 15:15,16) ແລະ ມັນຄືສະພາບການຂອງທ່ານເຊັ່ນດຽວກັນ “ຊາວເມືອງນັ້ນຄົນໜຶ່ງ” ຄືພະຍາມານຜູ້ທີ່ ຄວບຄຸມຄວາມຄິດຂອງທ່ານ “ວິນຍານທີ່ຄອບຄອງຢູ່ໃນລູກແຫ່ງການບໍ່ເຊື່ອຟັງ” (ເອເຟ
ໂຊ 2:2), ທ່ານຖືກກັບດັກໃນສະຖານະການທີ່ໂຫດຮ້າຍນີ້,ເປັນຂ້າທາດຂອງຊາຕານ, ມີ
ຊີວິດເປັນທາດຂອງຊາຕານ “ຕາຍໃນການບາບ” (ເອເຟໂຊ 2:5), ຊື່ງເຮົາຮູ້ຈັກໃນນາມ
ຊົ່ວຊ້າທັງໝົດ, ນີ້ຄືສະພາບການຂອງລູກຊາຍນ້ອຍທີ່ຫຼົງຫາຍ, ພໍ່ຂອງລາວກ່າວວ່າລາວ
“ຕາຍແລ້ວ”ແລະລາວເປັນຄົນ “ຫຼົງຫາຍ”, ລາວເວົ້າວ່າ “ເພາະວ່າລູກຂອງເຮົາຄົນນີ້ຕາຍແລ້ວ ແຕ່ກັບເປັນອີກ ຫາຍໄປແລ້ວ ແຕ່ໄດ້ພົບກັນອີກ” (ລູກາ 15:24).

ໃນການກະບົດຕໍ່ສູ້ພຣະເຈົ້າຂອງທ່ານ,ທ່ານຄິດວ່າທ່ານເປັນອິດສະຫຼະ,ແຕ່ຄວາມ ຈິງແລ້ວທ່ານເປັນທາດ,ຕິດບ່ວງແຮ້ວໃນບາບ,ຕາຍຕໍ່ສິ່ງທີ່ເປັນຂອງພຣະເຈົ້າ,ຖືກຄວບຄຸມແລະຖືກຈັບເປັນທາດໂດຍຊາຕານ, ທ່ານຖືກພະຍາມານຄວບຄຸມຢ່າງໜັກຫນ່ວງຈົນເຮັດ
ໃຫ້ທ່ານຄິດວ່າການເປັນທາດບາບຂອງທ່ານຄືການເປັນອິດສະຫຼະ! ທ່ານຢູ່ໃນສະພາບທີ່ ບໍ່ມີຄວາມຫວັງອັນໃດ,ເປັນຄົນຊົ່ວຊ້າສຸດໆຄືກັບລູກຊາຍນ້ອຍຜູ້ທີ່ຖືກດຶງລົງມາສູ່ຊີວິດທີ່ບໍ່ມີຫວັງແຫ່ງການເປັນທາດຂອງບາບ, ແລະທ່ານກໍຈະໂຕ້ແຍ້ງກັບທຸກຄົນທີ່ອະທິບາຍເຖິງສະ
ພາບການທີ່ຫຼົງຫາຍຂອງທ່ານ.

II. ສອງ ນີ້ຄືຄໍາອະທິບາຍແຫ່ງ“ການຟື້ນຕື່ນຂື້ນ”ຂອງຄົນບາບຕໍ່ຄວາມທຸກທໍລະ ມານທີ່ຖືກເປີດເຜີຍໃນທາງທີ່ສາມຂອງ“ວິກິດການການກັບໃຈໃຫມ່”

“ເມື່ອເຂົາຮູ້ສຳນຶກຕົວແລ້ວຈຶ່ງເວົ້າວ່າ `ລູກຈ້າງຂອງພໍ່ເຮົາມີຫລາຍ ຍັງມີອາຫານກິນອິ່ມແລະເຫລືອອີກ ສ່ວນເຮົາຈະມາຕາຍເພາະອົດອາຫານ” (ລູກາ 15:17)

“ເມື່ອເຂົາຮູ້ສຳນຶກຕົວແລ້ວ” ນັ້ນຄືເມື່ອລາວຮູ້ສຶກໂຕແລ້ວ, ເມື່ອລາວຕື່ນຂື້ນຈາກ ອາການປ່ວຍໜັກຈາກບາບ, ຈາກອາການມຶນງົງແລະຊີວິດທີ່ມີບາບ, “ເມື່ອເຂົາຮູ້ສຳນຶກຕົວແລ້ວ”, ເມື່ອລາວຕື່ນຈາກການຫລັບແຫ່ງຄວາມຕາຍ - ຫຼັງຈາກນັ້ນລາວກໍຄິດວ່າ “ສ່ວນ
ເຮົາຈະມາຕາຍ”, ຄືການຕື່ນຂອງຄົນບາບທີ່ຫຼົງຫາຍເພື່ອຮູ້ສຶກເຖິງຄວາມເຈັບປວດ,ຄວາມ ທຸຸກທໍລະມານ,ຄວາມໂສກເສົ້າຂອງການມີຊີວິດໃນບາບ, ການຕື່ນຂື້ນນີ້ມີພຽງແຕ່ພຣະວິນ
ຍານບໍລິສຸດເທົ່ານັ້ນທີ່ເຮັດໃຫ້ເກີດຂື້ນໄດ້, ໃນການໃຫ້ຄວາມເຫັນໃນຂໍ້ນີ້ສະເປີໂຈນເວົ້າວ່າ

ຄົນບ້າບໍ່ຮູ້ວ່າຕົນເອງເປັນບ້າ,ແຕ່ໃນບໍ່ຊ້າເຂົາກໍສໍານຶກຕົນ ເຂົາສັງເກດ [ເຫັນ] ຮູບແບບຄວາມເຈັບປວດຊື່ງເຂົາກໍາລັງລົບໜີຢູ່, ຈາກນັ້ນກໍຫວນ ກັບມາຫາເຫດຜົນທີ່ແທ້ຈິງແລະຢັ່ງເຫັນເຖິງການພິພາກສາ,ລູກຊາຍນ້ອຍ
ສໍານຶກຕົນ (C.H. Spurgeon, MTP, Pilgrim Publications, 1977 reprint, volume 17, p. 385).

ການຕື່ນຂື້ນນີ້ກໍເປັນຄືທີ່ຜູ້ຊາຍຄົນໜື່ງຖືກສະກົດຈິດແລ້ວຫຼັງຈາກນັ້ນກໍເຮັດໃຫ້ຕື່ນຂື້ນອີກ
ໃນເລື່ອງເລົ່າຂອງກຣີກບູຮານແມ່ມົດຜູ້ມີສະເໜ່ໄດ້ເສກມະນຸດໃຫ້ເປັນໝູ,ແຕ່ຢູລີສເຊສໄດ້ຕໍ່ສູ້ກັບຄົນເຮັດສະເໜ່ເພື່ອຊ່ວຍຄົນຂອງຕົນໃຫ້ກັບຄືນສະພາບຂອງມະນຸດດັ່ງເດີມອີກຄັ້ງ
ດັ່ງນັ້ນພຣະວິນຍານຂອງພຣະເຈົ້າຈື່ງປຸກລູກຊາຍນ້ອຍໃຫ້ຕື່ນ, ມີພຽງເມື່ອເຂົາເຂົ້າໃຈເຖິງ ຄວາມສິ້ນຫວັງແລະສະຖານະການທີ່ເປັນຕາຢ້ານທີ່ລາວປະສົບຢູ່ເທົ່ານັ້ນ, ອັກຄະສາວົກ ເປົາໂລເວົ້າເຖິງ “ການຕື່ນຂື້ນ” ເມື່ອທ່ານກ່າວວ່າ:

“ວ່າ `ຄົົນທີ່ຫລັບຢູ່ຈົ່ງຕື່ນຂຶ້ນແລະຈົ່ງຟື້ນຂຶ້ນມາຈາກຄວາມຕາຍ ແລະພຣະຄຣິສຈະຊົງສ່ອງສະຫວ່າງແກ່ທ່ານ” ( ເອເຟໂຊ 5:14)

ແຕ່“ການຕື່ນຂື້ນ” ຂອງຄົນບາບທີ່ຫຼົງຫາຍບໍ່ມີຄວາມສະຫງົບ, ແລະນີ້ຄືເມື່ອວິກິດ ການໄດ້ເກີດຂື້ນໃນຫົນທາງທີ່ສາມຂອງການກັບໃຈໃຫມ່ຢ່າງແທ້ຈິງ, ໂດຍປົກກະຕິແລ້ວ
ຫົນທາງທີ່ຜູ້ຄົນຕື່ນຂື້ນຄືຜ່ານທາງການເທດສະໜາຄືກັບທີ່ ຣິຊາດແບັກຊ໌ເທີຊາວພິວຣິທັນ
(1615-1691)ໄດ້ຊີ້ໃຫ້ເຫັນ, ມີນັກເທດຫຼາຍຄົນໄດ້ອ້າງອີງ ໂລມ 10:13 ຕອນທີ່ເທດສະ
ໜາຂ່າວປະເສີດ, ແຕ່ຍາກຫຼາຍທີ່ພວກເຂົາຈະຄິດເຖິງຂໍ້ຕໍ່ໄປຊື່ງກ່າວວ່າ “ແລະເມື່ອບໍ່ມີຜູ້
ໃດໄປປະກາດໃຫ້ເຂົາຟັງ ເຂົາຈະໄດ້ຍິນໄດ້ແນວໃດ”

ນັ້ນແລະເປັນເຫດຜົນທີ່ວ່າເປັນຫຍັງເຮົາຕ້ອງມີນັກປະກາດຂ່າວປະເສີດຢູ່ໃນໂບດ
“ແລະເມື່ອບໍ່ມີຜູ້ໃດໄປປະກາດໃຫ້ເຂົາຟັງ ເຂົາຈະໄດ້ຍິນໄດ້ແນວໃດ” ແລະນັກເທດຕ້ອງ ຮຽນຮູ້ທີ່ຈະເທດຂ່າວປະເສີດຕໍ່ຄົນທີ່ຫຼົງຫາຍ, ມີນັກເທດໜ້ອຍຄົນທີ່ຮູ້ຈັກຕຽມແລະເທດ ສະໜາເລື່ອງຂ່າວປະເສີດປະຈຸບັນນີ້ - ມີໜ້ອຍຫຼາຍ! ຂ້າພະເຈົ້າຍັງບໍ່ໄດ້ຍິນຜູ້ໃດເທດ
ສະໜາເລື່ອງຂ່າວປະເສີດທີ່ຖືກຕ້ອງໄດ້ຫຼາຍປີແລ້ວ! ມັນກາຍເປັນສິ່ງທີ່ຢູ່ໃນອະດີດ, ນັ້ນ
ແລະເປັນເຫດຜົນທີ່ຄົນສ່ວນຫຼາຍທີ່ເຂົ້າຮ່ວມຄຣິສຕະຈັກທັງຫຼາຍຂອງພວກເຮົາຍັງສືບຕໍ່ບໍ່
ລອດ! “ແລະເມື່ອບໍ່ມີຜູ້ໃດໄປປະກາດໃຫ້ເຂົາຟັງ ເຂົາຈະໄດ້ຍິນໄດ້ແນວໃດ”

ການເທດສະໜາເລື່ອງຂ່າວປະເສີດຕ້ອງຊີ້ແຈ້ງໃຫ້ຄົນບາບເຫັນວ່າເຂົາຖືກສາບ ແຊ່ງນອກຈາກເຂົາຈະມາຫາພຣະເຢຊູ,ຈະຕ້ອງສະແດງໃຫ້ເຂົາເຫັນວ່າຄວາມບາບນອນຢູ່
ໃນຮາກແຫ່ງການເປັນຕົວຕົນຂອງເຂົາ,ບໍ່ແມ່ນ“ບາບຫຼາຍຢ່າງ”ແຕ່ໂຕບາບເອງ, ແຍກເຂົາ ອອກຈາກພຣະເຈົ້າ, ຄວາມບາບມີລັກສະນະຄືການກະບົດແລະເຫັນແກ່ຕົວ,ຄົນບາບຈະ ຕ້ອງຖືກເຮັດໃຫ້ພົບກັບຄວາມຈິງນັ້ນຄືກັບລູກຊາຍນ້ອຍ, ລາວໄດ້ກະບົດຕໍ່ສູ້ພຣະເຈົ້າຢ່າງ
ໜັກ - ແລະເຫັນແກ່ຕົວຢ່າງໜັກ, ຄົນບາບທີ່ຫຼົງຫາຍຈະຕ້ອງໄດ້ຍິນການເທດສະໜານີ້
ຈາກທໍາມາດຈົນກວ່າເຂົາຈະເຫັນວ່າເຂົາຕ້ອງການປ່ຽນແປງຢ່າງໃຫຍ່ພາຍໃນໃຈຂອງເຂົາ,
ອັນນີ້ຈະຕ້ອງຖືກກົດດັນຈົນກວ່າຄົນບາບເລີ່ມພະຍາຍາມທີ່ຈະປ່ຽນແປງໃຈຂອງເຂົາແທ້
ຄວາມພະຍາຍາມຂອງເຂົາໃນການປ່ຽນແປງໃຈຂອງເຂົາມັກຈະລົ້ມເຫຼວສະເໝີ, ແລະ ຄວາມລົ້ມເຫຼວນີ້ທີ່ຈະປຸກຄົນບາບໃຫ້ຕື່ນຕໍ່ຄວາມຈິງທີ່ເປັນຕາຢ້ານກ່ຽວກັບການຫຼົງຫາຍ
ຂອງເຂົາ, ເຂົາຈະຕ້ອງຖືກບອກຊໍ້າໄປມາວ່າເຂົາເປັນຄົນທີ່ຫຼົງຫາຍ, ເຂົາຈະຕ້ອງຖືກບອກ ວ່າຈົ່ງພະຍາຍາມສະແຫວງຫາພຣະຄຣິສ, ເຂົາຈະຕ້ອງຖືກບອກ“ຈົ່ງພະຍາຍາມເຂົ້າໄປໃນ
ປະຕູຄັບແຄບ…” (ລູກາ 13:24), ແລະຄົນບາບກໍພະຍາຍາມແລະລົ້ມເຫຼວ, ພະຍາ ຍາມແລະລົ້ມເຫຼວ,ພະຍາຍາມແລະລົ້ມເຫຼວອີກເທື່ອໜື່ງ, ສຸດທ້າຍເຂົາກໍຈະຮູ້ສຶກໝົດຫວັງ
ອັນນີ້ເປັນສິ່ງທີ່ເຂົາຈະຕ້ອງຮູ້ສຶກຢ່າງແນ່ນອນຫຼືເຂົາຈະບໍ່ພົບຄວາມສະຫງົບໃນພຣະເຢຊູ ເລີຍ,

ອັນນີ້ເອີ້ນວ່າ“ການເທດສະໜາພະບັນຍັດ” - ຊື່ງນັກເທດທຸກຄົນໃນສະໄໝເກົ່າ
ໄດ້ພາກັນເຮັດ-ຈົນຄົນບາບຍອມຖີ້ມຄວາມຫວັງແຫ່ງການປ່ຽນແປງຕົນເອງ! ນີ້ແລະຄືສິ່ງທີ່
ຂໍ້ພຣະຄໍາພີໝາຍເຖິງທີ່ວ່າ “ໂດຍພຣະລາຊະບັນຍັັດນັ້ນເຮົາຈຶ່ງຮູ້ຈັກບາບໄດ້” (ໂລມ 3:20), ໂດຍການລົ້ມເຫຼວທີ່ຈະເປັນຄົນບໍລິສຸດຊໍ້າແລ້ວຊໍ້າອີກ,ໂດຍການລົ້ມເຫຼວທີ່ຈະພົບ
ສັນຕິສຸກກັບພຣະເຈົ້າຊໍ້າແລ້ວຊໍ້າອີກ - ແລະໂດຍສະເພາະແມ່ນໂດຍການລົ້ມເຫຼວທີ່ຈະ ມາຫາພຣະເຢຊູຊໍ້າແລ້ວຊໍ້າອີກ - ຄົນບາບກໍເລີ່ມຄິດ “ຂ້ອຍເປັນຄົນຫຼົງຫາຍແທ້” ນີ້ຄື
ການຕື່ນຂື້ນທີ່ເຂົາຈະຕ້ອງມີ!

“ເມື່ອເຂົາຮູ້ສຳນຶກຕົວແລ້ວຈຶ່ງເວົ້າວ່າ…ສ່ວນເຮົາຈະມາຕາຍເສຍເພາະອົດ-ອາຫານ ຈຳເປັນເຮົາຈະຕ້ອງລຸກຂຶ້ນໄປຫາພໍ່ເຮົາ…” (ລູກາ 17,18)

ໃນຈຸດນີ້ເມື່ອຄົນບາບສິ້ນຫວັງທຸກຢ່າງແຫ່ງ “ການເຮັດໃຫ້ຖືກຕ້ອງ” ຫຼື “ເຮັດໃນ ຫົນທາງທີ່ຖືກຕ້ອງ” - ຈາກນັ້ນເຂົາອາດ“ຈະສໍານຶກຕົນ” - ຕື່ນຂື້ນແລະເຂົ້າໃຈວ່າເຂົາ ຕ້ອງສະຫງົບໃນພຣະເຢຊູເພາະເຂົາບໍ່ສາມາດເຮັດອັນໃດເລີຍເພື່ອຊ່ວຍຕົນເອງໃຫ້ລອດ!

“ເມື່ອເຂົາຮູ້ສຳນຶກຕົວແລ້ວ” ລູກຊາຍນ້ອຍຕ້ອງໄປຜ່ານຄວາມວຸ້ນວາຍພາຍໃນ
ນາຮົກໃນໂລກ,ຄືກັບບັນຢັນເຄີຍຜ່ານກ່ອນທີ່ລາວຈະ“ສໍານຶກ”ກ່ອນທີ່ຄວາມຄິດຂອງເຂົາ
ຈະປ່ຽນແປງໃນການກັບໃຈທີ່ແທ້ຈິງ, ຫຼັງຈາກນັ້ນພາສາກຣີກແປຄໍາວ່າ“ກັບໃຈ” ໝາຍເຖິງ
“ປ່ຽນຈິດໃຈ”, ນີ້ຄື“ຫົນທາງທີ່ສາມ” ນີ້ຄື“ວິກິດການການກັບໃຈໃຫມ່” “ຂ້ອຍເປັນຄົນບໍ່ມີ
ຫຍັງເລີຍແຕ່ເປັນຄົນໜ້າຊື່ໃຈຄົດແລະເປັນຄົນບາບທີ່ກະບົດ” “ບໍ່ມີຄວາມຫວັງໃດເລີຍສໍາ ຫຼັບຂ້ອຍ” “ຂ້ອຍຢູ່ໃນວິກິດການ! ຂ້ອຍຕ້ອງປ່ຽນແປງ- ແຕ່ຂ້ອຍເຮັດບໍ່ໄດ້! ຂ້ອຍເຮັດບໍ່ ໄດ້! ຂ້ອຍເຮັດບໍ່ໄດ້! ຂ້ອຍເມື່ອຍ! ຂ້ອຍເມື່ອຍ! ຍິ່ງຂ້ອຍພະຍາຍາມຢ່າງໜັກກໍຍິ່ງເປັນ
ໄປບໍ່ໄດ້! ຂ້ອຍບໍ່ສາມາດກັບໃຈໄດ້! ຂ້ອຍບໍ່ສາມາດປ່ຽນໄດ້! ຂ້ອຍບໍ່ສາມາດປ່ຽນໄດ້! ຂ້ອຍບໍ່ສາມາດປ່ຽນໃຈຂອງຕົນໄດ້! ຂ້ອຍເປັນຄົນຫຼົງຫາຍ! ຂ້ອຍເປັນຄົນຫຼົງຫາຍ! ຂ້ອຍເປັນຄົນຫຼົງຫາຍ!” ມັນເປັນສິ່ງທີ່ເກີດຂື້ນແທ້ກັບລູເທີ, ບັນຢັນ, ຈອນເວສລີ, ວິດຟິວ,
ສະເປີໂຈນແລະດຣ.ຈອນຊວງ - ແລະຄົນອື່ນທີ່ກັບໃຈໃຫມ່ແລ້ວບໍ? ວິທີແກ້ໄຂເລື່ອງນີ້
ຢ່າງເລິກເຊິ່ງຄວນຈະອ່ານໜັງສືເກົ່າແກ່ຂອງໂທມັສຮຸກເກີ (1586-1647) The Soul’s Preparation for Christ ສໍາຫຼັບການແກ້ໄຂສັ້ນໆສະໄໝໃໝ່ໃຫ້ເບິ່ງ The Old Evangelicalism: Old Truths for a New Awakening ໂດຍອີວານເອັຊ.ເມີເຣ (The Banner of Truth Trust, 2005).

ມັນເປັນສິ່ງທີ່ສໍາຄັນທີ່ຈະຮູ້ວ່າບໍ່ແມ່ນທຸກຄົນທີ່ກັບໃຈໃຫມ່ຄືກັນ, ບາງຄົນຢູ່ພາຍໃຕ້
ການສໍານຶກຊ່ວງເວລາສັ້ນກວ່າຄົນອື່ນໆ, ບາງຄົນອາດຈະຮູ້ສຶກພຽງການແທງທີ່ສັ້ນໆຂອງ
ການສໍານຶກຜິດໃນຂະນະທີ່ຄົນອື່ນຍັງຄົງສືບຕໍ່ຢູ່ໃນສະພາບຂອງການສໍານຶກຜິດຫຼາຍຂື້ນຫຼື
ໜ້ອຍລົງເປັນເວລາດົນນານ, ເມຍຂອງຂ້າພະເຈົ້າໄດ້ກັບໃຈໃຫມ່ເມື່ອລາວໄດ້ຍິນຂ່າວປະ ເສີດຄັ້ງທໍາອິດເລີຍ, ຄືກັນກັບຜູ້ຊ່ວຍຂອງຂ້າພະເຈົ້າ ດຣ.ໄຄຣ້ທັນແອວ.ແຊນ, ພຣະເຈົ້າ
ຊົງອໍານາດອະທິປະໄຕແລະຊົງທໍາງານໃນທາງຂອງພຣະອົງເອງໃນການປ່ຽນແປງຂອງຄົນ
ບາບ, ມີຫຼາຍຄົນຮ້ອງໄຫ້ເມື່ອພວກເຂົາສໍານຶກຜິດ, ຄວາມຈິງແລ້ວທຸກຄົນເຮັດແບບນັ້ນ,
ແຕ່ແມ່ຂອງຂ້າພະເຈົ້າມີຊີວິດທີ່ປ່ຽນແປງໂດຍທີ່ບໍ່ມີນໍ້າຕາແມ່ນຕາຢອດດຽວ, ສອງຈຸດທີ່
ສໍາຄັນ,ເຖິງແນວໃດກໍຕາມໃນທຸກການກັບໃຈໃຫມ່ແທ້ - ປະສາດສໍາພັດຂອງຄວາມບາບ
ອັນໜື່ງແລະຄວາມຊ່ວຍເຫຼືອມາໂດຍຄວາມເຊື່ອໃນພຣະເຢຊູຄຣິສ! ສອງສິ່ງເຫຼົ່ານັ້ນເກີດ ຂື້ນໃນທຸກການກັບໃຈໃຫມ່ແທ້, ສອງສິ່ງເຫຼົ່ານັ້ນເກີດຂື້ນແທ້ໃນຊີວິດເມຍຂອງຂ້າພະເຈົ້າ
ແລະຂອງດຣ.ແຊນຄືກັນກັບການກັບໃຈໃຫມ່ຂອງລູເທີ,ບັ ນຢັນ,ຈອນເວສລີ,ຈອຊວິດຟິວ
ແລະສະເປີໂຈນ-ເຖິງແມ່ນຈະຢູ່ໃນໄລຍະເວລາທີ່ສັ້ນໆກໍຕາມ, ແນ່ນອນພວກເຂົາທຸກຄົນ
ຖືກແທງເຂົ້າໃນຈິດສໍານຶກຂອງເຂົາກ່ອນທີ່ພວກເຂົາໄດ້ເຊື່ອວາງໃຈໃນພຣະຜູ້ຊ່ວຍໃຫ້ລອດ
ຜູ້ຄົນທີ່ອ້າງເຫດຜົນເຖິງຄວາມບາບຂອງຕົນຫຼືຖືເບົາບໍ່ພົບກັບການປ່ຽນແປງໃຫມ່ແທ້.

ດີຫຼາຍ,ຂ້າພະເຈົ້າດີໃຈທີ່ສຸດທ້າຍແລ້ວພວກທ່ານກໍສໍານຶກບາບ, ດຽວນີ້ບາງເທື່ອ ທ່ານອາດຈະພົບຄວາມສະຫງົບໃນພຣະເຢຊູ, ຕອນນີ້ບາງເທື່ອທ່ານອາດຈະຮູ້ສຶກເຖິງ ຄວາມຮັກຂອງພຣະອົງຊື່ງໄດ້ໃຊ້ພຣະອົງໄປທີ່ໄມ້ກາງແຂນເພື່ອຊ່ວຍທ່ານໃຫ້ລອດ-ເພາະ
ວ່າທ່ານບໍ່ສາມາດຊ່ວຍໂຕທ່ານເອງໃຫ້ລອດໄດ້! ຫຼັງຈາກນັ້ນທ່ານຈະຮູ້ສຶກມີບຸນຄຸນຕໍ່ພຣະ ເຢຊູທີ່ຊົງຕາຍເທິງໄມ້ກາງແຂນເປັນຜູ້ແທນຂອງທ່ານແລ້ວຫຼັ່ງພຣະໂລຫິດຂອງພຣະອົງ ອອກເພື່ອຊໍາລະລ້າງທ່ານຈາກຄວາມບາບທຸກຢ່າງ! ຈາກນັ້ນທ່ານຈະເລີ່ມຂອບຄຸນພຣະ ເຢຊູສໍາຫຼັບຄວາມສະຫງົບໃນຊີວິດຂອງທ່ານ - ເພາະທ່ານມີປະສົບການພຣະຄຸນ,ຄວາມ ຮັກແລະຄວາມລອດຂອງພຣະອົງໃນ“ວິກິດການກັບໃຈໃຫມ່”ທີ່ແທ້ຈິງ - ມີພຽງແບບນີ້ເທົ່າ
ນັ້ນທີ່ປ່ຽນໃຈແລະຊ່ວຍຈິດວິນຍານໃຫ້ພົ້ນຈາກຄວາມຢາກຮ້າຍຂອງພຣະເຈົ້າ! ຂ້າພະເຈົ້າ
ຫວັງວ່າທ່ານຈະເຫັນເຖິງຄວາມແຕກຕ່າງແນວໃດແດ່ຈາກ“ການເຊື່ອແບບງ່າຍໆ” ແລະ
“ການເຮັດໃຫ້ພຣະເຢຊູເປັນພຣະເຈົ້າເພື່ອຈະລອດ”, ແລະຂ້າພະເຈົ້າຂໍອະທິຖານວ່າສິ່ງນີ້
ຈະເປັນປະສົບການຂອງທ່ານໃນເມື່ອທ່ານວາງໃຈໃນພຣະເຢຊູແລະຖືກຊໍາລະລ້າງໂດຍ ພຣະໂລຫິດອັນປະເສີດຂອງພຣະອົງ! ຫຼັງຈາກນັ້ນຂ້າພະເຈົ້າຂໍອະທິຖານວ່າທ່ານຈະສາ ມາດຮ້ອງຮ້ອງເພງກັບຊາລສ໌ເວສລີໄດ້

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍ ທ່ານ ອາເບວ ພຣຸດໂຮມ ລູກາ 15:14-19
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ
“Jesus, Lover of My Soul” (by Charles Wesley, 1707-1788).

ຄໍາເຕືອນການເທດສະໜາແບບອະທິບາຍ

ໂດຍອີວານເອັຊເມີເຣ
(Trustee of the Banner of Truth Trust)

ໃນປະຈຸບັນຈໍານວນວົງຈອນຂອງ“ການເທດສະໜາແບບອະທິບາຍ”ກໍາລັງເປັນທີ່ນິ
ຍົມກັນແລະກໍາລັງຖືກຍົວະໃຫ້ເຮັດຕາມໃນບັນດານັກເທດຫຼາຍຄົນເພື່ອເປັນຫົນທາງທີ່ຈະ
ເທດ, ຖ້າອັນນີ້ເປັນວິທີທີ່ວຽກຂອງນັກເທດຄົນໜື່ງຄືທີ່ຈະຈໍາກັດຂອບເຂດຕົນເອງຕໍ່ຂໍ້ພຣະ
ຄໍາພີແລະເຮັດໃຫ້ມີຄວາມໝາຍຈະແຈ້ງຕໍ່ຄົນອື່ນ,ມັນກໍບໍ່ມີຫຍັງອີກທີ່ຈະຕ້ອງສົນທະນາກັນ
ແມ່ນໃຜທີ່ບໍ່ເຫັນດ້ວຍທີ່ຈະຊ່ວຍຄົນທີ່ບໍ່ຮູ້ວ່າພຣະຄໍາພີເປັນພຣະຄໍາຂອງພຣະເຈົ້າໃຫ້ລອດໄດ້.

ແຕ່ວ່າ“ຄໍາເທດສະໜາແບບອະທິບາຍ”ມັກມາເພື່ອໝາຍເຖິງບາງສິ່ງບາງຢ່າງຕື່ມ ອີກ, ສໍານວນເປັນສິ່ງທີ່ໃຊ້ຢ່າງແຜ່ຫຼາຍເພື່ອອະທິບາຍເຖິງການເທດສະໜາຊື່ງໄດ້ເຊື່ອມຕໍ່
ການເຕົ້າໂຮມກັນຜ່ານທາງບົດເທດຫຼືປື້ມພຣະຄໍາພີອາທິດຕໍ່ອາທິດ, ວິທີການນີ້ເປັນການ
ປຽບທຽບກັບວິທີຂອງການເທດສະໜາເທິງຂໍ້ພຣະຄໍາພີທີ່ສະເພາະເຈາະຈົງທີ່ອາດຈະບໍ່ມີ ການເຊື່ອມຕໍ່ຊື່ງກັນແລະກັນໂດຍກົງຈາກອາທິດນີ້ໄປຫາອາທິດໜ້າ, ອັນຫຼັງກໍໝົດກໍາລັງ
ໃຈໃນຄວາມພໍໃຈຂອງວິທີ “ອະທິບາຍ”

ເປັນຫຍັງຄວາມຄິດ “ການເທດສະໜາແບບອະທິບາຍ” ນີ້ີ້ຈື່ງກາຍມາມີຊື່ສຽງເມື່ອ ປຽບທຽບກັນແລ້ວ? ມີເຫດຜົນຢູ່ບາງປະການ, ອັນທີ່ໜື່ງ ເຊື່ອວ່າການເຝິກຝົນຈະຍົກລະ ດັບມາດຕະຖານຂອງການເທດສະໜາ, ໂດຍການປະຕິບັດທີ່ຕິດຕໍ່ກັນຂອງໜັງສືພຣະຄໍາພີ
ຊື່ງເວົ້າກັນວ່ານັກເທດຖືກເອົາອອກໄປຈາກເລື່ອງເກົ່າທີ່ເອົາມາເລົ່າໃໝ່ເລື່ອຍໆໃດໆແລະ ທີ່ປະຊຸມກໍເບີ່ງຄືວ່າຈະຍອມຮັບດ້ວຍໃຈກວ້າງຫຼາຍຂື້ນ, ມີການຈັບເອົາຂໍ້ພຣະຄໍາພີທຸກຂໍ້
ທີ່ສະຫຼາດຂື້ນ, ນັກເທດກໍເຊັ່ນກັນໄດ້ເທດສະເໝີເພື່ອຄົ້ນຫາຂໍ້ພຣະຄໍາພີ - ນັກເທດ ແລະຜູ້ຄົນຮູ້ວ່າແມ່ນຫຍັງຢູ່ກ່ອນເຂົາເຈົ້າ, ເຫດຜົນພວກນີ້ບາງທີ່ອາດຈະຢືນຢັນເພື່ອພວກ
ນັກເທດໜຸ່ມໂດຍຄວາມຈິງທີ່ຢູ່ໃນກອງປະຊຸມຫຼັກຂອງເຮົາແລະບັນດາກອງປະຊຸມຕ່າງໆ
ທີ່ມີນັກເທດທີ່ຮູ້ຈັກຄຸ້ນເຄີຍດີທີ່ກ່ຽວຂ້ອງກັບບົດເທດໜື່ງເລື່ອງໃນການປາໄຊເລັກໆນ້ອຍໆ
ແລະເມື່ອຄົນເຫຼົ່ານີ້ພົບທາງຂອງເຂົາໃນການຕີພິມແລ້ວພວກເຂົາກໍເອົາຮູບແບບທີ່ດີທີ່ສຸດ
ຂອງການເທດສະໜາ, ການຈັດພິມຄໍາເທດສະໜາທຸກປະເພດແມ່ນມີໜ້ອຍແລະຫ່າງໄກ
ສໍາຫຼັບຜູ້ຈັດພິມຈໍາໜ່າຍແນ່ນອນພໍໃຈ“ການອະທິບາຍ”ເທິງເຫດຜົນຂອງການມີຊື່ສຽງຂອງ
ພວກເຂົາ 1.

ຢ່າງໃດກໍຕາມໃນມຸມມອງຂອງພວກເຮົາ,ມັນເປັນຊ່ວງເວລາທີ່ຂໍ້ເສຍປຽບຂອງມຸມ ມອງນີ້ຂອງຄໍາເທດສະໜາຖືກພິຈາລະນາຢ່າງໜ້ອຍ:

1.  ສົມມຸດວ່ານັກເທດທຸກຄົນເກັ່ງໃນການເຮັດໃຫ້ຄໍາເທດສະໜາມີຜົນກະທົບຕາມ ຄໍາເວົ້າເຫຼົ່ານີ້,ແຕ່ຜູ້ຊາຍທັງຫຼາຍມີຂອງປະທານທີ່ຕ່າງກັນ, ສະເປີໂຈນບໍ່ຄຸ້ນເຄີຍ
ກັບ“ຄໍາເທດສະໜາແບບອະທິບາຍ” (ຟັງບົດເທດຂອງລາວໃນຕອນໄວໜຸ່ມຂອງ
ລາວບາງເທື່ອລາວກໍຫວັງວ່າຄົນຮິບຣູໄດ້ເກັບຮັກສາຈົດໝາຍຂອງເຂົາໄວ້) ແລະ
ລາວຈື່ງຕັດສິນໃຈວ່າມັນບໍ່ແມ່ນຊຸດທີ່ດີທີ່ສຸດຕໍ່ຂອງປະທານຂອງລາວ, ມັນມີເຫດ ຜົນທີ່ຈະຄິດວ່າການເປັນນັກເທດ“ແບບອະທິບາຍ” ທີ່ມີຜົນບໍ່ແມ່ນຂອງປະທານທໍາ ມະດາຄື ທີ່ບາງຄົນຄິດນັ້ນ,ແມ່ນກະທັ່ງດຣ.ລອຍ-ໂຈນໄດ້ຮັບໃຊ້ມາ 20 ປີກ່ອນ ທີ່ລາວຈະນໍາມາໃຊ້ຮູບແບບ “ການອະທິບາຍ” ຢ່າງຊ້າໆ

2.  ການໂຕ້ຖຽງທີ່ວ່າວິທີ“ອະທິບາຍ”ເປັນວິທີທີ່ດີທີ່ສຸດທີ່ຈະປົກຄຸມພຣະຄໍາພີສ່ວນ ຫຼາຍເປັນການເຊື່ອມຕໍ່ໃຫຍ່ເກີນໄປກັບຄວາມຄິດທີ່ວ່າເປົ້າໝາຍອັນໜື່ງຂອງການ
ເທດສະໜາແມ່ນເພື່ອຂົນເອົາພຣະຄໍາພີໃຫ້ຫຼາຍເທົ່າທີ່ຈະເປັນໄປໄດ້,ແຕ່ຄວາມຄິດນັ້ນຈໍາເປັນຕ້ອງຖືກທ້າທາຍ, ການເທດສະໜາຈະຕ້ອງເປັນການໃຫ້ຫຼາຍກວ່າ ຜູ້ໃຫ້ຄໍາແນະນໍາ, ຈໍາເປັນຕ້ອງກະຕຸ້ນ,ປຸກໃຫ້ຕື່ນແລະປຸກທັງຊາຍແລະຍິງເພື່ອທີ່
ພວກເຂົາຈະກາຍເປັນຄຣິສຕຽນສ່ອງສະຫວ່າງແລະເປັນນັກຮຽນພຣະຄໍາພີທຸກມື້
ຖ້ານັກເທດຫາກນຶກຝັນໃຫ້ວຽກຂອງຕົນມາກ່ອນໃນຮູບແບບຂອງການໃຫ້ຄໍາແນະ ນໍາຫຼາຍກວ່າທີ່ຈະເປັນການກະຕຸ້ນ,ຄໍາເທດສະໜາທີ່ຢູ່ໃນມືສ່ວນຫຼາຍກໍຈະງ່າຍທີ່
ຈະກາຍເປັນຄືກັບ“ຫ້ອງຮຽນ”ໃນລາຍອາທິດ - ຈົບໃນໂຕມັນເອງ,ແຕ່ການເທດສະ ໜາທີ່ແທ້ຈິງຈໍາເປັນຕ້ອງເຮັດໃຫ້ເກີດການດໍາເນີນການທີ່ຕໍ່ເນື່ອງກັນ.

3.  ຄຣິສຕະຈັກຫຼາຍແຫ່ງທີ່ສໍາຄັນ-ໂດຍສະເພາະໃນປະເທດສະກັອດແລນຄັ້ງໜື່ງເຄີຍ
ມີຊື່ສຽງລະຫວ່າງ“ຄໍາເທດສະໜາ”ແລະ“ການບັນຍາຍ” ຄໍາວ່າ“ການບັນຍາຍ”ບໍ່ຖືກ ໃຊ້ໃນຄວາມໝາຍທີ່ດູຖູກໃດໆ,ມັນພຽງໝາຍເຖິງວ່າແມ່ນຫຍັງຄືຄວາມໝາຍໂດຍທົ່ວໄປໃນຕອນນີ້ໂດຍຊື່ວ່າ“ການເທດສະໜາແບບອະທິບາຍ” ວິທີປະຕິບັດຕິດຕໍ່ ກັນຂອງຂໍ້ຄວາມຫຼືໜັງສື, ນັກອະທິບາຍຈອນບຣາວຂອງບຣາວຕັນເພລກເມືອງອິ
ດິນເບີກເປັນຄົນທໍາອິດທີ່ສ້າງທາງນີ້ຂື້ນມາ, ດັ່ງນັ້ນດຣ.ລອຍ-ໂຈນ ຈື່ງເຮັດວຽກ
ໃນໜັງສືໂລມ-ລາວເອີ້ນການອະທິບາຍເຫຼົ່ານັ້ນວ່າ“ການບັນຍາຍ”, ສິ່ງທີ່ແຕກຕ່າງ
ກັນລະຫວ່າງຄໍາເທດສະໜາແລະຄໍາບັນຍາຍໃນທັດສະນະຂອງລາວຄືຄໍາເທດສະ
ໜາມົນໝົດ,ເປັນຂໍ້ຄວາມທີ່ຊັດເຈນ-ສໍາເລັດໃນໂຕມັນເອງ- ໃນຂະນະທີ່ການບັນ
ຍາຍເຖິງເລື່ອງພຣະຄໍາພີເປັນສ່ວນໜື່ງທີ່ີໃຫຍ່ກວ່າແລະດໍາເນີນຕໍ່ໄປ, ການປຽບ ທຽບເພື່ອໃຫ້ເຫັນຄວາມແຕກຕ່າງກັນກັບໜັງສືໂລມຂອງລາວ, ລອຍ-ໂຈນໄດ້ສ້າງ
ສິ່ງທີ່ບັນຈຸຂອງໜັງສືເອເຟໂຊຂອງລາວໃນຮູບແບບຄໍາເທດສະໜາ ແລະທຸກຄົນ
ປຽບທຽບການດໍາເນີນການຂອງລາວໃນຮູບແບບສອງຢ່າງ(ໂຕທໍາອິດເຮັດແລ້ວໃນ
ຄືນວັນສຸກ,ອັນທີ່ສອງແລ້ວໃນຕອນເຊົ້າວັນອາທິດ) ສາມາດເຫັນຄວາມແຕກຕ່າງ ຢ່າງໄວວາ, ອັນນີ້ບໍ່ແມ່ນການຫຼຸດຄຸນຄ່າຂອງໜັງສືໂລມຂອງລາວ, ເປົ້າໝາຍມີ ຄວາມແຕກຕ່າງກັນ.

4.  ໃນວັນສຸດທ້າຍຄໍາເທດສະໜາທີ່ດີທີ່ສຸດຄືຄໍາເທດສະໜາຊື່ງຊ່ວຍຄົນຟັງສ່ວນ ຫຼາຍແລະໃນການເຊື່ອມຕໍ່ການບັນທຶກຂອງການຕິດຕໍ່ກັນແບບ“ອະທິບາຍ”ບໍ່ແມ່ນວິທີທີ່ໜ້າຕາປະທັບໃຈ,ມັນບໍ່ເຄີຍພິສູດວ່າມີຊື່ສຽງໃນໄລຍະຍາວແລະສໍາຫຼັບເຫດຜົນນັ້ນຂ້າພະເຈົ້າຄິດວ່າມັນຊັດເຈນ:ຄໍາເທດສະໜາຈໍາເປັນຕ້ອງມີພຣະຄໍາພີເພື່ອເປັນພື້ນຖານໃນການຈື່ຈໍາ, ຂໍ້ພຣະຄໍາພີອາດຈະຍັງຈື່ຢູ່ໃນຂະນະທີ່ອັນອື່ນຖືກລືມຈາກ ໃຈຂອງຄົນຟັງ,ບາງເທື່ອມັນກໍເປັນຄວາມຈິງ,ຂໍ້ພຣະຄໍາພີອາດຈະເປັນໜ້າໜື່ງຫຼາຍ
ກວ່າທີ່ຈະເປັນຂໍ້ພຣະຄໍາພີຂໍ້ດຽວ- ຄໍາອຸປະມາທີ່ເປັນຂ່າວປະເສີດຫຼືເລົ່າເລື່ອງໃດ ໜື່ງເປັນຕົວຢ່າງ-ແຕ່ຖ້າສິ່ງທີ່ມັກເກີດຂື້ນກັບ “ການເທດສະໜາແບບອະທິບາຍ” ເລື່ອງລາວຕ່າງໆໃນພຣະຄໍາພີຫຼາຍຕອນໄດ້ເຮັດໃຫ້ເປັນ“ຫົວຂໍ້ພຣະຄໍາພີ”ຫຼັງຈາກນັ້ນຄວາມຄິດທັງໝົດຂອງເລື່ອງລາວຕ່າງໆນັ້ນກໍເຂົ້າໄປໃນບົດເທດ, ແລະຈະແຈ້ງ ກວ່າທຸກບົດຮຽນ(ດັ່ງທີ່ເຮົາອາດຈະເຫັນໃນຄໍາເທດສະໜາຂອງສະເປີໂຈນ)ແມ່ນຫຼົງ
ຫາຍ,ນັກເທດກາຍເປັນພຽງແຕ່ນັກອະທິບາຍຄົນໜື່ງ,ບາງຄັ້ງເຂົາກໍຢຸດທີ່ຈະເອົາຂໍ້ພຣະຄໍາພີຈາກບົດເທດທີ່ເຂົາຕັ້ງໃຈຈະເອົາໃຫ້,ແຕ່ໂດຍທົ່ວໄປແລ້ວຜູ້ຄົນສາມາດ
ໄດ້ຄວາມຊ່ວຍເຫຼືອແບບດຽວກັນບາງທີ່ດີກວ່າໂດຍການຍົກເອົາໜັງສືຄໍາສອນໜື່ງ ເລື່ອງດຽວກັນຂອງພຣະຄໍາພີ,ແຕ່ບາງເທື່ອອາດຈະເວົ້າວ່າ“ມັນບໍ່ແມ່ນຄໍາເທດສະ ໜາຂອງລອຍ-ໂຈນໃນໜັງສືເອເຟໂຊທີ່ມີທັງຫົວຂໍ້ພຣະຄໍາພີແລະແບບອະທິບາຍ? ລາວບັງຄັບພຽງແຕ່ຄວາມຄິດນໍາໜ້າໜື່ງໃນຄັ້ງດຽວກັນແລະດໍາເນີນການການຕິດຕໍ່ກັນ-ເປັນຫຍັງຄົນອື່ນຈື່ງເຮັດແບບດຽວກັນບໍ່ໄດ້?” ຄໍາຕອບກໍຄືວ່າລອຍ-ໂຈນໄດ້ ນໍາເອົາຫົວຂໍ້ພຣະຄໍາພີແລະການອະທິບາຍໄປພ້ອມກັນໃນໜັງສືເອເຟໂຊຂອງລາວ
ແຕ່ນີ້ຄືປະເພດຂອງຄໍາເທດສະໜາທີ່ບໍ່ໄດ້ຢູ່ພາຍໃນຂອງປະທານຂອງນັກເທດ ສ່ວນຫຼາຍ,ມີນັກເທດຫຼາຍຄົນໄດ້ພະຍາຍາມທີ່ຈະເທດຂໍ້ພຣະຄໍາພີເປັນຂໍ້ໆໄປໂດຍໃຊ້ໜັງສືເຫຼັ້ມໃຫຍ່ຕ່າງໆຂອງພຣະຄໍາພີທີ່ຜົນອອກມາເຮັດໃຫ້ມີຄວາມເສຍຫາຍ, ມັນພໍທີ່ຈະຖຽງໄດ້ວ່ານີ້ຄືເຫດຜົນໜື່ງທີ່ເປັນຫຍັງຈື່ງມີການເທດສະໜາ “ການປະຕິ ຮູບ”ຫຼາຍກວ່າສະຖານທີ່ແຫ່ງໜື່ງຖືກຕໍານິວ່າເປັນ“ຂອງໜັກ”ຫຼື“ເຈັບຫົວ”ທໍາມະດາ, ຜູ້ທີ່ທະເຍີທະຍານໜ້ອຍຊື່ງໄດ້ຍອມຮັບແບບ“ອະທິບາຍ” ບໍ່ພະຍາຍາມທີ່ຈະໃຊ້ຂໍ້ ພຣະຄໍາພີຂໍ້ດຽວເປັນຫົວຂໍ້ຂອງເຂົາແລະອັນນັ້ນມັນອັນຕະລາຍທີ່ວ່າມັນງ່າຍທີ່ຈະ ປ່ຽນຄໍາເທດສະໜາເປັນການອອກຄວາມຄິດເຫັນ.

5.  ການເທດສະໜາຂ່າວປະເສີດບໍ່ເໝາະທີ່ຈະໃຊ້ກັບແບບ“ອະທິບາຍ”, ຄວາມຈິງ ແລ້ວ“ການອະທິບາຍ”ຖືກໃຊ້ພິເສດຢູ່ໃສ,ການເທດສະໜາຂ່າວປະເສີດທີ່ແທ້ຈິງຕໍ່ ໃຈແລະຈິດສໍານຶກຂອງຄົນປົກກະຕິຈະຫາຍໄປ, ມັນອາດຈະຖືກກ່າວວ່າຖ້າເລື່ອງນີ້
ຫາກເປັນຄວາມຈິງມັນກໍເປັນຄວາມຜິດຂອງມະນຸດ,ບໍ່ແມ່ນຂໍ້ພຣະຄໍາພີ, ເພາະບໍ່ ແມ່ນພຣະຄໍາພີທຸກຕອນຖືກໃຫ້ໂດຍການດົນໃຈຂອງພຣະເຈົ້າແລະເປັນປະໂຫຍດບໍ? ແນ່ນອນມັນຄືເປົ້າໝາຍ, ພຣະຄໍາພີທຸກຕອນອາດຈະຖືກພຣະວິນຍານຂອງ ພຣະໃຊ້ເພື່ອປຸກແລະນໍາຄົນບາບບໍ? ມັນອາດຈະແຕ່ພຣະຄໍາພີບອກຊັດເຈນວ່າມີ ຄວາມຈິງທີ່ແນ່ນອນສ່ວນຫຼາຍຖືກດັດແປງເພື່ອເວົ້າຕໍ່ຄົນທີ່ບໍ່ແມ່ນຄຣິສຕຽນ (ຕົວ ຢ່າງການເປັນພະຍານຂອງພຣະເຈົ້າຂອງເຮົາ) ແລະອັນນັ້ນຄືຄວາມຈິງພວກນີ້ ແລະຂໍ້ພຣະຄໍາພີທີ່ເປັນຕົວຢ່າງທີ່ດີທີ່ສຸດຂອງເຂົາຊື່ງມີຄວາມພິເສດແລະມີຊື່ສຽງທີ່
ມີຜົນກະທົບຫຼາຍຕໍ່ການຮັບໃຊ້ຂ່າວປະເສີດ, ມະນຸດທີ່ໃຊ້ໃນການປ່ຽນແປງຂອງ ຄົນບາບໃນອະດີດຮູ້ຈັກວ່າຂໍ້ພຣະຄໍາພີເຫຼົ່ານີ້ຄືຫຍັງ- ວິດຟິວ,ແມັກຄີນ,ສະເປີໂຈນ
ລອຍ-ໂຈນແລະຄົນອື່ນໆອີກຮູ້ຈັກ, ປະຈຸບັນນີ້ມີອັນຕະລາຍບາງຢ່າງແຫ່ງຄວາມຂີ້ ລືມຂອງເຂົາເຈົ້າ, ເມື່ອໃດຄືເທື່ອລ້າສຸດທີ່ທ່ານໄດ້ຍິນຄໍາເທດສະໜາໃນເລື່ອງ“ ຈະ
ເປັນປະໂຫຍດອັນໃດຕໍ່ມະນຸດ ຖ້າເຂົາຫາກໄດ້ສິ່ງຂອງໝົດທັງໂລກແຕ່ຕ້ອງສູນ ເສຍຈິດວິນຍານຂອງຕົນ”?


ອັນນີ້ບໍ່ແມ່ນການຖົກຖຽງກັນທີ່ວ່າຄວາມຄິດທັງໝົດຂອງຄໍາເທດສະໜາທີ່ຕິດຕໍ່ກັນຜ່ານ ພຣະຄໍາພີເປັນເລື່ອງທີ່ຜິດ, ພຽງແຕ່ມັນຕ້ອງບໍ່ປ່ອຍໃຫ້ມີບ່ອນພິເສດໃນການຮັບໃຊ້ໃນທໍາ ມາດ, ໃຫ້ນັກເທດແຕ່ລະຄົນຄົ້ນຫາວ່າແມ່ນຫຍັງຄືສິ່ງທີ່ດີທີ່ສຸດທີ່ເຂົາສາມາດເຮັດໄດ້ແລະ
ຈົ່ງຈື່ເອົາໄວ້ວ່າບໍວ່າວິທີທີ່ນໍາສະເໜີໃດເປັນຄວາມຈິງ, ນັກເທດກໍໄດ້ຮັບການຕື່ມເຕັມດ້ວຍ ຄວາມເຊື່ອແລະພຣະວິນຍານບໍລິສຸດຜູ້ຊື່ງເປັນທີ່ຕ້ອງການໃນຊົ່ວໂມງນີ້, ຫຼາຍກວ່າຄໍາເທດ ສະໜາທີ່ຖືກຕ້ອງມີຄວາມຕ້ອງການ: ພວກເຮົາຕ້ອງການບົດເທດທີ່ຈະຂັບເຄື່ອນທີ່ປະຊຸມ ແລະແມ່ນກະທັ່ງຊັກຈູງຊຸມຊົນຕ່າງໆ.

ຢ່າໃຫ້ຄົນໃດຄິດເໜືອການສັງເກດການເປັນເລື່ອງແປກ,ຂ້າພະເຈົ້າຂໍປິດດ້ວຍຂໍ້ຄິດ
ເຫັນຂອງນັກເທດທີ່ຍິ່ງໃຫຍ່ທີ່ສຸດຄົນໜື່ງໃນສະຕະວັດລ້າສຸດຄື ອາ.ບີ,ຄຸຍເປີ ຊີຫວະປະ ວັດຂອງລາວບົ່ງຊີ້ວ່າລາວປະຕິເສດທີ່ຈະໃຫ້ແບບ“ອະທິບາຍ”ຖືກນໍາມາໃຊ້ພຽງແຕ່ບົດເທດ
ທີ່ຖືກໃຫ້ໃນແບບຂໍ້ພຣະຄໍາພີຫຼືໜັງສືເຫຼັ້ມຕ່າງໆຂອງພຣະຄໍາພີ, ປະໂຫຍກທີ່ຄວນໃຊ້ໃນ ທຸກການອະທິບາຍຂອງພຣະຄໍາພີທີ່ຊົງຄຸນຄ່າກໍຄືຊື່, ລາວສືບຕໍ່ວ່າ:

“ໝາຍຄວາມວ່າມັນຄືຄວາມຜິດພາດທີ່ຈິງຈັງທີ່ຈະແນະນໍາການເທດສະໜາແບບ ອະທິບາຍວ່າເປັນໜື່ງໃນວິທີທີ່ຖືກຕ້ອງ, ແລະກໍບໍ່ແມ່ນເລື່ອງທີ່ໜ້າພໍໃຈ,ພາຍຫຼັງ
ທີ່ພວກອະນຸລັກນິຍົມຫຼາຍຄົນຍົກຍ້ອງການເທດສະໜາແບບອະທິບາຍວ່າເປັນວິທີ
ທີ່ດີທີ່ສຸດ, ຄໍາເທດສະໜາທຸກເລື່ອງຈະຕ້ອງຖືກອະທິບາຍ…ລາວຍັງໄດ້ຄັດຄ້ານ
ຂໍ້ຄິດເຫັນທົ່ວໄປທີ່ພຽງແຕ່ສົ່ງເສີມຄໍາບັນຍາຍຂະຫຍາຍສ່ວນຂອງພຣະຄໍາພີ(ບາງທີ່ ບົດໜື່ງ) ສາມາດຖືກເອີ້ນໄດ້ວ່າຄໍາເທດສະໜາການອະທິບາຍ, ປະເພດການ ບັນຍາຍຕິດຕໍ່ກັນຂອງຄໍາເທດສະໜາມີຄວາມຜິດພາດທີ່ບາດຕາອີງຕາມຄໍາເວົ້າ ຂອງຄຸຍເປີ, ການອະທິບາຍແລະການຕີຄວາມພຣະຄໍາພີມັກຈະເປັນແບບຕື້ນໆ
ນັບຕັ້ງແຕ່ອຸປະກອນຫຼາຍຢ່າງມາປົກຄຸມ, ແລະບົດເທດມັກຈະຂາດຄວາມເປັນໜື່ງ
ດຽວດັ່ງນັ້ນຜູ້ຟັງຈື່ງບໍ່ມີຄວາມຄິດທີ່ຈະແຈ້ງຄືກັບທີ່ບົດເທດນັ້ນເປັນ”2

“ຄົນທໍາມະດາຄົນໜື່ງ…ທີ່ເຂັ້ມແຂງໃນການເທດຄໍາສັ່ງທັງເຄົາລົບແລະຮັບຜິດຊອບ
ກະຕຸ້ນຄວາມກະຕື້ລືລົ້ນ, ເຫດຜົນຄືການສໍານຶກ, ຄວາມສັບສົນບໍ່ມີເຫດຜົນ, ຄືກັບ ທີ່ນັກເທດຂໍໃຫ້ພວກເຮົາມີຫົວໃຈໜື່ງ, ຂໍໃຫ້ເຮົາຢຸດມີຄວາມກັງວົນຕໍ່ຜູ້ຟັງຂອງເຮົາ
ຂໍໃຫ້ເຮົາເຮັດໃຫ້ຄໍາເທດສະໜາຂອງເຮົາໜ້າສົນໃຈຫຼາຍທີ່ແມ່ນກະທັ່ງເດັກນ້ອຍຍັງ
ຢາກຟັງເຮົາຫຼາຍກວ່າການແຕ້ມຮູບແລະຈະເຮັດພໍ່ແມ່ທີ່ຕອບສະໜອງເຈ້ຍ-ສໍດໍາ ຂອງເຂົາເຈົ້າອາຍ, ເຊັ່ນກັນພວກເຮົາອາດຈະເຮັດໃຫ້ຄວາມຄິດຂອງເຮົາມີໃນສິ່ງ
ທີ່ເຮົາຕ້ອງມີຫຼືເຮັດກ່ອນເຊັ່ນຄໍາເທດສະໜາຄືການກຽມພ້ອມທີ່ມີການເອົາໃຈໃສ່ໃນໃນລາຍລະອຽດຢ່າງຄົບຖ້ວນຫຼາຍກວ່າໝູ່” 3

ໝາຍເຫດຢູ່ທາງລຸ່ມໜ້າປື້ມ

1.  ຂ້າພະເຈົ້າບໍ່ຈໍາເປັນຕ້ອງເສຍໃຈຫຼາຍຕໍ່ເລື່ອງນີ້,ມີເຫດຜົນທີ່ດີວ່າເປັນຫຍັງ“ການອະທິ ບາຍ”ຈື່ງດຶງດູດໃຈໃນການຕີພິມ,
     ແຕ່ມັນອັນຕະລາຍທີ່ຈະສະຫຼຸບວ່າ ສິ່ງທີ່ດີທີ່ສຸດຕໍ່ຜູ້ອ່ານ ກໍຄືສິ່ງທີ່ດີທີ່ສຸດຕໍ່ຜູ້ຟັງເຊັ່ນດຽວກັນ,
      ການອ່ານແລະການຟັງຄືສອງສິ່ງທີ່ແຕກຕ່າງກັນ.
2.  Edward Heerema, R.B., A Prophet in the Land (Jordan Station, Ontario [Paideia, 1986]), pp. 138–9.
3.  Ibid, p. 204.


ໂຄງຮ່າງບົດເທດສະໜາ

ຫົນທາງທີ່ສາມ - ວິກິດການຂອງການກັບໃຈໃຫມ່

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ

“ພຣະອົງຕັດວ່າ "ຜູ້ຊາຍຄົນໜຶ່ງມີລູກຊາຍສອງຄົນ ລູກຄົນນ້ອຍເວົ້າກັບພໍ່ວ່າ `ພໍ່ເອີຍ ຂໍຊັບທີ່ຕົກເປັນສ່ວນຂອງຂ້າພະເຈົ້າເຖີດ' ພໍ່ຈຶ່ງແບ່ງສົມບັດໃຫ້ແກ່ລູກທັງສອງ ຕໍ່ມາບໍ່ເທົ່າໃດວັນ ລູກຄົນນ້ອຍນັ້ນກໍລວບລວມຊັບທັງໝົດແລ້ວໄປເມືອງໄກ ແລະໄດ້ຜານຊັບຂອງຕົນບ່ອນນັ້ນດ້ວຍການເປັນນັກເລງ ເມື່ອໃຊ້ຊັບໝົດແລ້ວກໍເກີດກັນດານອາຫານໜັກທົ່ວເມືອງນັ້ນ ລາວຈຶ່ງເລີ່ມຂັດສົນ ເຂົາໄປອາໄສຢູ່ກັບຊາວເມືອງນັ້ນຄົນໜຶ່ງ ແລະຄົນນັ້ນກໍໃຊ້ເຂົາໄປລ້ຽງໝູທີ່ທຸ່ງນາ ເຂົາຢາກຈະໄດ້ອິ່ມທ້ອງດ້ວຍໝາກຖົ່ວທີ່ໝູກິນນັ້ນ ແຕ່ບໍ່ມີໃຜໃຫ້ອັນໃດເຂົາກິນ ເມື່ອເຂົາຮູ້ສຳນຶກໂຕແລ້ວຈຶ່ງເວົ້າວ່າ `ລູກຈ້າງຂອງພໍ່ເຮົາມີຫລາຍຄົນ ຍັງມີອາຫານກິນອິ່ມແລະເຫລືອອີກ ສ່ວນເຮົາຈະມາຕາຍເສຍເພາະອົດອາຫານ ຈຳເປັນເຮົາຕ້ອງລຸກຂຶ້ນໄປຫາພໍ່ເຮົາ ແລະເວົ້າກັບທ່ານວ່າ "ພໍ່ເອີຍ ຂ້າພະເຈົ້າໄດ້ເຮັດຜິດຕໍ່ສະຫວັນແລະເຮັດຜິດຕໍ່ໜ້າທ່ານດ້ວຍ ຂ້າພະເຈົ້າບໍ່ສົມຄວນຈະໄດ້ຊື່ວ່າເປັນລູກຂອງທ່ານຕໍ່ໄປ ຂໍທ່ານໃຫ້ຂ້າພະເຈົ້າເປັນເໝືອນລູກຈ້າງຂອງທ່ານຄົນໜຶ່ງເຖີດ”( ລູກາ 15:11-19)

(ໂຢຮັນ 5:39,40; ລູກາ 15:17; 2 ຕີໂມທຽວ 3:15; ເອເຟໂຊ 2:8;
ກິດຈະການ 16:31; ໂຄໂລຊີ 1:17)

I.   ໜື່ງ ຄືຄໍາອະທິບາຍຂອງ“ຄວາມຊົ່ວຊ້າ”ຂອງມະນຸດທີ່ຖືກເປີດເຜີຍໃນທາງທີ່ີສາມ
ແຫ່ງ“ວິກິດການການກັບໃຈໃຫມ່” ລູກາ 15:13; ອິດສະຢາ 53:3; ໂລມ 8:7
ເອເຟໂຊ 2:1; ໂລມ 3:9,10; ອິດສະຢາ 1:5, 6; ລູກາ 15:15, 16;
ເອເຟໂຊ 2:2, 5; ລູກາ 15:24

II.  ສອງ ຄືຄໍາອະທິບາຍແຫ່ງ“ການຟື້ນຕື່ນຂື້ນ”ຂອງຄົນບາບຕໍ່ຄວາມທຸກທໍລະ
ມານທີ່ຖືກເປີດເຜີຍໃນທາງທີ່ສາມຂອງ“ວິກິດການການກັບໃຈໃຫມ່”
ລູກາ 15:17; ເອເຟໂຊ 5:14; ໂລມ 10:14; ລູກາ 13:24;
ໂລມ 3:20; ລູກາ 15:17-18