Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຄວາມຢາກຮ້າຍຂອງຊາຕານໃນຍຸກສຸດທ້າຍ

THE WRATH OF SATAN IN THE LAST DAYS
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນເຊົ້າວັນຂອງພຣະເຈົ້າ 8/12/2013
A sermon preached at the Baptist Tabernacle of Los Angeles
Lord’s Day Morning, December 8, 2013

“ພະຍາມານໄດ້ລົງມາຫາເຈົ້າດ້ວຍຄວາມຄຽດອັນໃຫຍ່ ເພາະມັນຮູ້ວ່າເວລາຂອງມັນມີນ້ອຍ” (ພະນິມິດ 12:12)


ແມ່ນ ຂ້າພະເຈົ້າເຊື່ອໃນເລື່ອງຊາຕານ, ໂດຍທີ່ມັນຖືກລະບຸຊື່ຢ່າງໜ້ອຍ 12 ຊື່ ໃນພຣະຄໍາພີ, ມັນຖືກເອີ້ນວ່າຊາຕານ,ພະຍາມານ,ພະຍານາກ,ງູຮ້າຍ,ເບເອລເຊບູນ,ເບລີ ອັນ,ລູຊີເຟີ,ຜູ້ຊົ່ວຮ້າຍ,ຜູ້ທົດລອງ,ພະຂອງໂລກນີ້,ເຈົ້າຊາຍແຫ່ງອໍານາດໃນທ້ອງຟ້າອາກາດ ແລະເຈົ້າຊາຍແຫ່ງໂລກນີ້, ພວກເຮົາບໍ່ຄວນພາກັນເວົ້າຕະຫຼົກຫລີ້ນເລື່ອງຊາຕານຫຼືເວົ້າ ຍົກຍ້ອງມັນ, ມັນມີລິດອໍານາດໃຫຍ່ຫຼວງ,ໃຫຍ່ຫຼາຍກວ່າຊົນຊາດໃດໆທັງໝົດ, ໃຫຍ່ຫຼາຍ ກວ່າອາວຸດທີ່ມະນຸດໄດ້ສ້າງຂື້ນ, ມັນຄອບຄອງເໜືອທ້ອງຟ້າ, ຊັ້ນບັນຍາກາດອ້ອມຮອບ ໂລກ, ເປົ້າໝາຍຂອງມັນຄືຂັດຂວາງວຽກຂອງພຣະເຈົ້າ, ຂັດຂວາງຄໍາອະທິຖານຈາກຄໍາ ຕອບ, ເຮັດໃຫ້ການສະເດັດມາຄັ້ງທີ່ສອງຂອງພຣະຄຣິດຊັກຊ້າ, ຕໍ່ຕ້ານພຣະວິນຍານ ບໍລິສຸດ, ຢຸດຢັ້ງການຟື້ນຟູ່, ເພື່ອທໍາລາຍຊີວິດມະນຸດ, ແລະທໍາລາຍມະນຸດ -ເປັນສິ່ງຊົງ ສ້າງທີ່ສູງສຸດຂອງພຣະເຈົ້າ, ພະຍາມານຄືຜູ້ທີ່ໜ້າຢ້ານ,ເປັນປໍລະປັກ, ຜູ້ກຽດຊັງທີ່ໂຫດ ຮ້າຍ, ມັນປ່ຽນສະພາບຂອງມັນເປັນສິ່ງສວຍງາມ, ລໍ້ລວງສິ່ງຊົງສ້າງ, ແຕ່ເມື່ອມັນຈັບເອົາ ເຫຍື່ອຜູ້ເຄາະຮ້າຍຂອງມັນ, ມັນກໍປ່ຽນສະພາບເປັນພະຍາມານທີ່ໜ້າກຽດຊັງ.

ຂໍ້ພຣະຄໍາພີຂອງເຮົາເວົ້າເຖິງເວລາໃກ້ຈະສິ້ນສຸດຂອງຍຸກນີ້ແລ້ວ,ເມື່ອຊາຕານບໍ່ສາມາດມາຕໍ່ໜ້າຂອງພຣະເຈົ້າໄດ້ອີກຕໍ່ໄປຄືກັບທີ່ມັນເຄີຍເຮັດໃນໜັງສືໂຢບບົດທີ່ໜື່ງ, ຈົນ ຮອດຈຸດນີ້ທີ່ມັນສາມາດໄປມາຈາກເບື້ອງໜ້າຂອງພຣະເຈົ້າໃນສະຫວັນໄດ້, ແຕ່ເມື່ອມັນຖືກ ຖີ້ມລົງໄປຈາກໜ້າຂອງພຣະເຈົ້າມັນກໍຮູ້ດີວ່າເວລາຂອງມັນໃກ້ຈະຮອດແລ້ວ, ເຈ.ເອ.ຊີສ ໃນໜັງສືຄໍາອະທິບາຍພຣະຄໍາພີຂອງລາວໃນພະນິມິດ, ໄດ້ໃຫ້ພາບດັ່ງນີ້:

ພວກເຮົາອາດຈະຄິດວ່າຄວາມປາໄຊອັນ[ຍິ່ງໃຫຍ່]ໃນສະຫວັນຈະຮັກສາ ຄວາມໂຫດຮ້າຍຂອງມັນໄດ້,ຢ່າງໜ້ອຍປອບໃຈມັນໃຫ້ລະເວັ້ນຈາກການຕໍ່ ສູ້ພຣະເຈົ້າແລະຄົນຂອງພຣະອົງ, ແຕ່ມັນເປັນຜູ້ສິ້ນຫວັງທີ່ຊົ່ວຊ້າແລະບໍ່ມີ ຫຍັງແຕ່ແນ່ນອນການນາບຂູ່ສາມາດ[ເອົາຊະນະ] ທໍາມະຊາດຂອງພະຍາ ມານໄດ້, ບໍ່ມີຢາປົວຮັກສາໃດສໍາຫຼັບການນໍາໃຊ້ໄປໃນທາງທີ່ຜິດໄດ້, ແລະການຖືກປະຕິເສດຂອງມັນຈາກສະຫວັນແລ້ວຖືກໄລ່ລົງມາສູ່ໂລກເຮັດໃຫ້ມັນໃຈຮ້າຍຫຼາຍຂື້ນແລະເປັນເຫດໃຫ້ຄວາມຮຸນແຮງເພີ່ມຂື້ນ,ເປັນເຫດຈູງໃຈໃຫ້ສິ່ງຊົ່ວຮ້າຍເກີດຂື້ນໃນໂລກນີ້ແບບທີ່ບໍ່ເຄີຍມີມາກ່ອນ. (J. A. Seiss, The Apocalypse – Lectures on the Book of Revelation, Zondervan Publishing House, no date, p. 313).

ສິ່ງທີ່ຂ້າພະເຈົ້າໄດ້ຮຽນຮູ້ກ່ຽວກັບພະຍາມານສ່ວນຫຼາຍແມ່ນຕອນທີ່ຂ້າພະເຈົ້າຮຽນ ຕອນທີ່ຍັງໜຸ່ມພາຍໃຕ້ທຶນຮຽນພຣະຄໍາພີແລະສາສະໜາສາດທີ່ຍິ່ງໃຫຍ່ຂອງ ດຣ.ທິໂມທີ ລິນ, ດຣ.ລິນໄດ້ຮັບປະລິນຍາໂທສອງໃບຈາກສະຖາບັນສາສະໜາສາດຄວາມເຊື່ອ, ທ່ານ ໄດ້ຮັບປະລິນຍາເອກຂະແໜ່ງພຣະຄໍາດີເດີມພາສາຮິບຣູແລະພາສາຕ່າງໆທີ່ກ່ຽວຂ້ອງຈາກ ວິທະຍາໄລໃນພາສາຮິບຣູແລະພາສາຮາກເງົາດຽວກັນທີ່ມະຫາວິທະຍາໄລດຣັອບຊີ, ຫຼັງ ຈາກນັ້ນທ່ານກໍສອນຂະແໜ່ງຈົບຊັ້ນໃນມະຫາໄລບ໋ອບໂຈນ,ທີ່ໂຮງຮຽນພຣະຄໍາພີທັລບອດແລະທີ່ໂຮງຮຽນພຣະຄໍາພີຂ່າວປະເສີດພຣະເຈົ້າສາມພຣະພາກໃນເດຍຟິວ ລັດອິລິນອຍ, ທ່ານຄືໜື່ງໃນບຸກຄົນທີ່ແປພຣະຄໍາພີສະບັບ New American Standard Bible ຊ່ວງຕົ້ນປີ ຄ.ສ 1980 ຫາ 1990 ທ່ານເປັນປະທານຂອງສະຖາບັນພຣະຄໍາພີຂ່າວປະເສີດຂອງຄົນ ຈີນໃນປະເທດໄຕ້ຫວັນ - ແລ້ວຕາມມາດ້ວຍເປັນປະທານຂອງ ດຣ.ເຈມຮັດສັນເທເລີ ທີ່ III, ທ່ານເປັນສິດຍາພິບານແລະເປັນຄູຂອງຂ້າພະເຈົ້າຫຼາຍກວ່າ 23 ປີ, ຕອນທີ່ຂ້າພະ ເຈົ້າເປັນສະມາຊິກຂອງຄຣິສຕະຈັກ ເຟີສໄຊນາແບັບຕິດເຊີດ ໃນລອສແອງເຈີລິສ, ທ່ານ ໄດ້ໃຫ້ບັບຕິດສະມາແກ່ຂ້າພະເຈົ້າແລະເປັນປະທານຄະນະກໍາມະການເຈີມຕັ້ງຂອງຂ້າພະ ເຈົ້າໃນວັນທີ່ 2/7/1972.

ແຕ່ດຣ.ລິນບໍ່ແມ່ນຜູ້ຊ່ຽວຊານສາສະໜາສາດທີ່ແຫ້ງຄືກັບຂີ້ຝຸ່ນ, ບົດຮຽນແລະບົດ ເທດສະໜາຂອງທ່ານເຕັມໄປດ້ວຍລິດອໍານາດຂອງສາສະໜາສາດທີ່ມີຊີວິດ, ຍົກຕົວຢ່າງ ເຊັ່ນດຣ.ລິນເຊື່ອຢ່າງແນ່ນອນວ່າພວກເຮົາມີຊີວິດໃນຍຸກສຸດທ້າຍແລ້ວ - ຢູ່ໃກ້ຈຸດຈົບຂອງ ໂລກທີ່ເຮົາຮູ້ຈັກນີ້ແລ້ວ, ທ່ານບໍ່ຈໍາເປັນຕ້ອງອ່ານໜັງສືທີ່ທ່ານຂຽນຫຼາຍເລື່ອງເພື່ອຈະເຈີ ຄໍານັ້ນ, ຍົກຕົວຢ່າງໃນໜັງສືຂອງທ່ານເລື່ອງການເຕີບໂຕຂອງຄຣິສຕະຈັກ, ທ່ານໄດ້ຢໍ້າ ຄືນປະໂຫຍກເຊັ່ນ “ຄຣິສຕະຈັກໃນຍຸກສຸດທ້າຍມີຄວາມເຂົ້າໃຈຄືກັນ…” (ໜ້າ 6); “ລູກ ສິດໃນຍຸກສຸດທ້າຍ” (ໜ້າ 11), “ຄຣິສຕຽນຈໍານວນຫຼາຍໃນຍຸກສຸດທ້າຍເປັນຄົນ…ຂີ້ອາຍ, ຂີ້ຢ້ານແລະບໍ່ມີຄວາມເຊື່ອໃນພຣະວັດຈະນະຂອງພຣະເຈົ້າ” (ໜ້າ 17); “ຄວາມເສົ້າສະ ລົດໃຈໃນຄຣິສຕະຈັກຍຸກສຸດທ້າຍບໍ່ແມ່ນເພາະຂາດເຂີນພວກສິດຍາພິບານ…” (ໜ້າ 21); “ຂໍໃຫ້ຄຣິສຕະຈັກໃນຍຸກສຸດທ້າຍຄິດສາມເທົ່າກ່ຽວກັບເລື່ອງນີ້” (ໜ້າ 29); “ມີຄຣິສຕະຈັກ ບາງແຫ່ງໃນຍຸກສຸດທ້າຍບໍ່ມີຄວາມເປັນຫ່ວງເປັນໃຍ…ຕາບໃດທີ່ມັນເປັນຫົນທາງໄດ້ເງີນ” (ໜ້າ 48, 49); ຄຣິສຕະຈັກຍຸຸກສຸດທ້າຍປະຕິເສດການແບ່ງແຍກລະຫວ່າງຖືກແລະຜິດ” (ໜ້າ 50); ມີສອງເຫດຜົນທີ່ເປັນຫຍັງຄຣິສຕະຈັກໃນຍຸກສຸດທ້າຍສະແດງໃຫ້ເຫັນເຖິງ ຄວາມເມີນເສີຍຕໍ່ການປະຊຸມອະທິຖານ” (ໜ້າ 95)( ທຸກຂໍ້ມູນທີ່ອ້າງອີງມາຈາກດຣ.ທິໂມ ທີລິນ ເລື່ອງ ຄວາມລັບແຫ່ງການຈະເລີນເຕີບໂຕຂອງຄຣິສຕະຈັກ FCBC, 1992).

ທ່ານສາມາດເວົ້າໄດ້ແບບເຕັມໆວ່າ ດຣ.ລິນຄິດກ່ຽວກັບຄວາມຈິງທີ່ວ່າພວກເຮົາ ມີຊີວິດໃກ້ຈະຈົບສິ້ນຂອງຍຸກຄຣິສຕຽນ,ໃກ້ຈະເຖິງຈຸດຈົບຂອງຍຸກສຸດທ້າຍ, ອີກຈຸດໜື່ງທີ່ ດຣ.ລິນ ເນັ້ນໜັກຄືຕົວຕົນທີ່ແທ້ຈິງຂອງຊາຕານແລະສະມຸນຂອງມັນ, ທັງສອງເລື່ອງນີ້ຖືກ ເນັ້ນໜັກກັບໄປມາໃນຄໍາເທດສະໜາແລະການສຶກສາພຣະຄໍາພີຂອງທ່ານ - ພວກເຮົາອາ ໄສຢູ່ໃນຍຸກສຸດທ້າຍ, ຊາຕານແລະສະມຸນຂອງມັນກໍາລັງຂັດຂວາງພວກເຮົາຢູ່, ທ່ານອາດ ຈະຄິດວ່າສອງເລື່ອງດ້ານລົບພວກນັ້ນອາດຈະເຮັດໃຫ້ເກີດຄວາມທໍ້ຖອຍແລະກົດຄຣິສຕະຈັກລົງ, ແຕ່ກົງກັນຂ້າມມັນຄືຄວາມຈິງ! ຄຣິສຕະຈັກຂອງທ່ານໄດ້ປະສົບກັບການຟື້ນຟູ່ທີ່ ແປກປະຫຼາດ, ຄຣິສຕະຈັກຂອງທ່ານມີຜູ້ຄົນເພີ່ມຂື້ນເປັນ 2,000 ຄົນໃນຊ່ວງເວລາສັ້ນໆ.

ແລະດຣ.ລິນມັກອີງຂໍ້ພຣະຄໍາພີຂອງເຮົາໃນບົດສອນແລະບົດເທດສະໜາຂອງເພີ່ນ

“ພະຍາມານໄດ້ລົງມາຫາເຈົ້າດ້ວຍຄວາມຄຽດແຄ້ນອັນໃຫຍ່ ເພາະມັນຮູ້ວ່າເວລາຂອງມັນມີນ້ອຍ” (ພະນິມິດ 12:12)

ຄໍາອະທິບາຍເຖິງຂໍ້ພຣະຄໍາພີຂໍ້ນັ້ນ ດຣ.ລິນ ກ່າວວ່າ:

ຊາຕານເຂົ້າໃຈຢ່າງເຕັມລົ້ນວ່າມີພຽງວິທີດຽວທີ່ຈະຂະຫຍາຍເວລາຊີວິດ ຂອງມັນອອກໄປເທົ່ານັ້ນ ຄືໂດຍເຮັດໃຫ້ການສະເດັດມາຄັ້ງທີ່ສອງຂອງ ພຣະຄຣິດຊ້າລົງ…ເພາະເຫດຜົນນີ້ມັນຈື່ງຈ້າງວາງແຜນຂອງມັນພ້ອມ ດ້ວຍສະມຸນຂອງມັນຂັດຂວາງຜູ້ຄົນຈາກການເຊື່ອພຣະເຢຊູ - ສັນນັ້ນຈື່ງ ການຮັກສາຜູ້ຄົນຂອງອານາຈັກຂອງພຣະເຈົ້າຈາກການຖືກປົດປ່ອຍອອກ ມາ….. ຫຼັງຈາກນັ້ນຊາຕານຈື່ງເລີ່ມຂັ້ນຕອນທີ່ສອງຂອງການທໍາລາຍຢູ່ ຖ້າມກາງພວກຄຣິສຕຽນ, ນັ້ນຄືການຢັບຢັ້ງພວກເຂົາຈາກການອຸທິດເວລາ ແລະການອະທິຖານ… ສັນນັ້ນເມື່ອໃກ້ຈະເຖິງເວລາແຫ່ງການສະເດັດມາ ຄັ້ງທີ່ສອງຂອງອົງພຣະຜູ້ເປັນເຈົ້າຂອງເຮົາ, ຄວາມຮີບຮ້ອນອັນຍິ່ງໃຫຍ່ ຂອງຊາຕານຈະຕໍ່ສູ້ຄໍາອະທິຖານ! (ດຣ.ລິນ ເຫຼັ້ມດຽວກັນ ໜ້າ 95, 96)

ມີນັກເທດຫຼາຍຄົນບໍ່ເຫັນຫຼືບໍ່ເຂົ້າໃຈ “ເຄື່ອງໝາຍ”ແຫ່ງການສະເດັດກັບມາຄັ້ງທີ່ ສອງຂອງພຣະຄຣິດ, ແຕ່ພະຍາມານມັນສະຫຼາດກວ່າພວກເຂົາ, ມັນເຫັນວ່າຊົນຊາດອິດ ສະຣາເອນໄດ້ກັບມາຕັ້ງຢູ່ຄືເກົ່າແລ້ວ, ມັນເຫັນເຖິງການປະຖີ້ມຄວາມເຊື່ອຂອງຄຣິສຕະ ຈັກທັງຫຼາຍ, ມັນເຫັນສະໄໝຂອງໂນອາເກີດຊໍ້າອີກ, ມັນຮູ້ດີ “ວ່າເວລາຂອງມັນມີໜ້ອຍ” ທີ່ຈະເຮັດວຽກອັນຊົ່ວຊ້າແຫ່ງການຕໍ່ຕ້ານແລະຂັດຂວາງວຽກງານຂອງພຣະເຈົ້າໃນໂລກນີ້.

“ພະຍາມານໄດ້ລົງມາຫາເຈົ້າດ້ວຍຄວາມຄຽດແຄ້ນໃຫຍ່ຫຼວງ ເພາະມັນຮູ້ວ່າເວລາຂອງມັນມີນ້ອຍ” (ພະນິມິດ 12:12)

ໜື່ງໃນຊື່ຂອງພະຍາມານຄື“ຊາຕານ”, ໝາຍເຖິງ “ປໍລະປັກ” ຫຼື “ຜູ້ຕໍ່ຕ້ານ” ສະ ນັ້ນຊາຕານຈື່ງຕໍ່ຕ້ານວຽກງານຂອງພຣະເຈົ້າ, ໃນຍຸກສຸດທ້າຍຊື່ງພວກເຮົາຢູ່ນີ້, ຊາຕານ ຕໍ່ຕ້ານທັງຄົນທີ່ລອດແລ້ວແລະຄົນທີ່ຍັງບໍ່ລອດ.

I. ໜື່ງ ຊາຕານຕໍ່ຕ້ານຄໍາອະທິຖານຂອງຄົນທີ່ລອດແລ້ວ.

ເປົ້າໝາຍຫຼັກຂອງຊາຕານໃນການຕໍ່ຕ້ານວຽກຂອງພຣະເຈົ້າຄືຢຸດຄຣິສຕຽນຈາກ ການອະທິຖານ, ດຣ.ລິນກ່າວວ່າ: “ຊາຕານຮູ້ດີ(ອາດຈະບໍ່ຮູ້ຈັກຄວາມຄິດຄຣິສຕຽນ) ວ່າ ຄໍາອະທິຖານຄືຂະບວນການສໍາຫຼັບການຈັດສັນໄວ້ແຫ່ງຄວາມຮັ່ງມີຂອງພຣະເຈົ້າ… ຖ້າ ຄຣິສຕຽນບໍ່ໄດ້ຈັດສັນຄວາມຮັ່ງມີເຫຼົ່ານີ້, ພວກເຂົາກໍຈະກາຍເປັນຄົນທີ່ຝ່າຍວິນຍານຖືກໃຊ້ ຈົນໝົດກ້ຽງແລະອ່ອນກໍາລັງກ່ອນເວລາອັນຄວນ…ສັນນັ້ນຄວາມໃກ້ເຂົ້າມາແຫ່ງການສະ ເດັດກັບມາຄັ້ງທີ່ສອງຂອງພຣະເຈົ້າ, ຄວາມຮີບຮ້ອນອັນຍິ່ງໃຫຍ່ຂອງຊາຕານຈະຕໍ່ສູ້ກັບຄໍາ ອະທິຖານ (ລິນ ເຫຼັ້ມດຽວກັນໜ້າ 96)

ສ່ວນຫຼາຍຄຣິສຕຽນມັກລືມອະທິຖານຕອນທີ່ພວກເຂົາຕື່ນນອນຕອນເຊົ້າ, ມັນບໍ່ໄດ້ ໃຊ້ເວລາດົນໃນການອະທິຖານຄໍາອະທິຖານຂອງພຣະເຈົ້າ ແລະຂໍໃຫ້ພຣະເຈົ້າຊ່ວຍໃນມື້ ນັ້ນ, ຖ້າປາສະຈາກຄວາມຊ່ວຍເຫຼືອຂອງພຣະເຈົ້າພວກເຮົາກໍບໍ່ສາມາດທີ່ຈະເຮັດດີຫຍັງ, ຊາຕານຮູ້ດີໃນເລື່ອງນັ້ນ, ດັ່ງນັ້ນມັນຈື່ງຕໍ່ຕ້ານຄໍາອະທິຖານຕອນເຊົ້າຂອງທ່ານ, ຈາກນັ້ນ ມັນກໍດີໃຈທີ່ຈະໄດ້ເຫັນວ່າເຮົາຂາດລິດອໍານາດພຽງໃດໃນມື້ນັ້ນ.

ເຊັ່ນດຽວກັນຊາຕານກໍຕໍ່ຕ້ານ “ຄໍາອະທິຖານຕະຫຼອດ” - ນັ້ນຄືຄໍາອະທິຖານເພື່ອ ບາງສິ່ງບາງຢ່າງຈົນກວ່າເຮົາຈະໄດ້ຮັບ, ຄໍາອຸປະມາເລື່ອງແມ່ໝ້າຍທີ່ດື້ສອນເຖິງຄວາມຈໍາ ເປັນເພື່ອ“ອະທິຖານຕະຫຼອດ”ຈົນກວ່າເຮົາຈະໄດ້ຮັບຕາມທີ່ເຮົາຕ້ອງການ, ພຣະເຢຊູໄດ້ ໃຫ້ເປົ້າໝາຍຂອງຄໍາອຸປະມາໃນລູກາ 18:1 “ວ່າຄົນທັງຫລາຍຄວນອະທິຖານຢູ່ສະເໝີ ບໍ່ອ່ອນລະອາໃຈ” - ຫຼືມັນຄວນຈະຖືກແປວ່າ “ພວກເຂົາຄວນອະທິຖານສະໝໍ່າສະເໝີແລະ ບໍ່ຢຸດບໍ່ເຊົາ” ຄໍາອຸປະມາສອນວ່າທ່ານຄວນຈະຮັກສາໃນການຂໍຕໍ່ພຣະເຈົ້າເພື່ອສິ່ງທີ່ທ່ານ ຕ້ອງການຈົນກວ່າພຣະອົງຈະຕອບທ່ານ, ຄໍາອຸປະມາເປັນເລື່ອງງ່າຍໆ, ແມ່ໝ້າຍມາຫາ ແລະຂໍໃຫ້ຜູ້ພິພາກສາແກ້ແຄ້ນສັດຕູໃຫ້ລາວ, ແຕ່ຜູ້ພິພາກສາບໍ່ໄດ້ເຮັດໃນຊ່ວງໄລຍະ ໜື່ງແຕ່ສຸດທ້າຍລາວໄດ້ເຮັດຕາມທີ່ນາງຕ້ອງການເພາະລາວເມື່ອຍທີ່ຕ້ອງຖືກນາງລົບກວນ ຄໍາອຸປະມາຈົບດ້ວຍເວົ້າວ່າພຣະເຈົ້າ “ຈະບໍ່ຊົງແກ້ແຄ້ນໃຫ້ຄົົນທີ່ພຣະອົງໄດ້ຊົງເລືອກໄວ້ ຜູ້ຮ້ອງເຖິງພຣະອົງທັງກາງເວັນແລະກາງຄືນຫລື ພຣະອົງຈະອົດພຣະໄທໄວ້ດົນນານຫລື ລູກາ 18:7)ແຕ່ຂໍ້ສຸດທ້າຍຂອງຄໍາອຸປະມາກ່າວວ່າ:

“ເຮົາບອກທ່ານທັງຫລາຍວ່າ ພຣະອົງຈະຊົງແກ້ແຄ້ນໃຫ້ເຂົາໂດຍໄວ ແຕ່ເມື່ອບຸດມະນຸດມາ ທ່ານຈະພົບຄວາມເຊື່ອໃນແຜ່ນດິນໂລກຫລື” (ລູກາ 18:8)

ອັນນີ້ບໍ່ໄດ້ໝາຍຄວາມວ່າຈະບໍ່ມີຄວາມເຊື່ອໃດໆຕອນທີ່ພຣະເຢຊູສະເດັດມາ, ມັນໝາຍ ຄວາມວ່າຄຣິສຕຽນສ່ວນຫຼາຍຈະສິ້ນຫວັງງ່າຍເມື່ອທີ່ພວກເຂົາກໍາລັງອະທິຖານເພື່ອບາງສິ່ງ ບາງຢ່າງທີ່ຈໍາເປັນ, ພວກເຂົາຈະບໍ່ພະຍາຍາມອະທິຖານຈົນກວ່າຈະໄດ້ຮັບໃນສິ່ງທີ່ເຂົາຂໍ! “ການອະທິຖານຕະຫຼອດ” ດ້ວຍຄວາມເຊື່ອຈະໜ້ອຍລົງຫຼາຍໃນຍຸກສຸດທ້າຍ, ຂະນະທີ່ ຍຸກນີ້ຫຍັບເຂົ້າມາໃກ້ຊາຕານຈື່ງໃຊ້ຄວາມຮີບຮ້ອນອັນແຮງກ້າຂອງມັນຕໍ່ສູ້ກັບຄໍາອະທິຖານເລື່ອຍໆ,ມັນເຮັດແບບນີ້ຕໍ່ຄຣິສຕະຈັກອ່ອນແອແລະເປັນເຫດໃຫ້ຄົນທີ່ຖືກເລືອກທີ່ຈະໄດ້ຮັບ ຄວາມລອດຄົບຈໍານວນຊ້າລົງ, ສະນັ້ນຊາຕານຈື່ງຊອກຫາວິທີເພື່ອຕໍ່ຊີວິດທີ່ຊົ່ວຊ້າຂອງມັນ ໃນໂລກນີ້ໂດຍຕໍ່ຕ້ານຄໍາອະທິຖານຢ່າງສະໝໍ່າສະເໝີໃນຍຸກສຸດທ້າຍ.

ຊາຕານຂັດຂວາງຄໍາອະທິຖານຂອງເຮົາ ແລະຢຸດຢັ້ງພວກເຮົາຫຼາຍຄົນບໍ່ໃຫ້ອະທິ ຖານຕະຫຼອດໂດຍການບອກເຮົາວ່າ“ຄໍາອະທິຖານບໍ່ແມ່ນສິ່ງທີ່ສໍາຄັນ” ສິດຍາພິບານບອກ ໃຫ້ເຈົ້າອະທິຖານ,ອະທິຖານ,ອະທິຖານ - ແຕ່ເຈົ້າເສຍເວລາໄປຊື່, ຄໍາອະທິຖານຂອງເຈົ້າ ມັນບໍ່ໄດ້ເຮັດອັນໃດເລີຍ, ເຊົາສາ! ຢ່າເສຍເວລາອະທິຖານເລີຍ” ພວກທ່ານເຄີຍຮູ້ສຶກ ແບບນັ້ນບໍ? ພວກທ່ານເຄີຍຄິດບໍ່ວ່າຄໍາອະທິຖານບໍ່ໄດ້ເຮັດຫຍັງເລີຍ - ມັນເປັນພຽງການ ເສຍເວລາໄປຊື່ໆບໍ? ຖ້າທ່ານເຄີຍມີຄວາມຄິດແບບນັ້ນ, ທ່ານກໍສາມາດແນ່ໃຈໄດ້ວ່າເລີຍ ວ່າພະຍາມານມັນເອົາຄວາມຄິດແບບນັ້ນໃສ່ໃນແນວຄິດຂອງທ່ານ, ຊາຕານຈະໃຊ້ທຸກ ການລໍ້ລວງເພື່ອໃຫ້ທ່ານເຊົາອະທິຖານເພື່ອຄວາມຈໍາເປັນໃດໜື່ງ, ຊາຕານໃຊ້ເວລາແລະ ຄວາມພະຍາຍາມຫຼາຍເພື່ອລໍ້ລວງທ່ານໃຫ້ປ່ອຍຄໍາອະທິຖານຂອງຕົນເລື່ອນລອຍໄປ(ບໍອະທິຖານ),ມັນເຮັດວຽກຢ່າງໜັກເພື່ອຢຸດຢັ້ງທ່ານຈາກການອະທິຖານກ່ອນທີ່ທ່ານຈະໄດ້ຕາມທີ່ທ່ານຕ້ອງການຈາກພຣະເຈົ້າ! ໃນຂໍ້ພຣະຄໍາພີອື່ນອາຈານເປົາໂລໄດ້ກ່າວດັ່ງນີ້ວ່າ:

“ເພື່ອບໍ່ໃຫ້ຊາຕານມີໄຊເໜືອເຮົາ ເພາະເຮົາຮູ້ກົນອຸບາຍຂອງມັນແລ້ວ” (2 ໂກລິນໂທ 2:11)

ແນ່ນອນຊາຕານຈະ“ໄດ້ປະໂຫຍດຫຼືມີໄຊ” ເໜືອທ່ານນອກຈາກທ່ານຈະລະວັງບໍ່ຢຸດອະທິ ຖານເມື່ອທ່ານອະທິຖານເພື່ອຄວາມຈໍາເປັນໃດໜື່ງ, ອັກຄະສາວົກຢາໂກໂບກ່າວວ່າ:

“ທີ່ທ່ານບໍ່ມີເພາະທ່ານບໍ່ໄດ້ຂໍ” (ຢາໂກໂບ 4:2)

ແລະສ່ວນທ່ານຍັງ“ບໍ່ມີ”ເພາະພະຍາມານຫລອກທ່ານດ້ວຍໜື່ງໃນກົນອຸບາຍຂອງມັນ, ມັນ ເປັນເຫດໃຫ້ທ່ານຮູ້ສຶກສິ້ນຫວັງຫຼືທໍ້ຖອຍ, ມັນທົດລອງທ່ານຈົນກວ່າທ່ານຈະຢຸດອະທິຖານ ຫຼືເຮັດໃຫ້ຄໍາອະທິຖານຂອງທ່ານອ່ອນແອ,ຈົ່ງຈື່ໄວ້ວ່າຄຣິສຕຽນ - ຄໍາອະທິຖານຄືສິ່ງຫຼັກໆ ທີ່ເຮົາເຮັດເພື່ອເອົາຊະນະໃນການຕໍ່ສູ້ກັບຊາຕານ, ຈົ່ງຈື່ໄວ້ວ່າ - ຄໍາອະທິຖານຄືການຕໍ່ສູ້ ເພງຂ່າວປະເສີດເກົ່າຮ້ອງໄວ້ວ່າ:

ທ່ານອະທິຖານຕະຫຼອດຈົນໄດ້ຮັບຄໍາຕອບບໍ?
ມີຄໍາສັນຍາແທ້ຈິງໃຫ້ວິນຍານຂອງທ່ານອ້າງເຖິງ
ໃນບ່ອນອະທິຖານພຣະເຢຊູຊົງຄອຍທ່ານຢູ່
ທ່ານໄດ້ພົບພຣະອົງຢູ່ຫັ້ນບໍ ທ່ານອະທິຖານຕະຫຼອດບໍ?
ທ່ານອະທິຖານຕະຫຼອດຈົນໄດ້ຮັບຄໍາຕອບບໍ
ທ່ານໄດ້ຂໍໃນນາມຂອງພຣະຜູ້ຊ່ວຍບໍ?
ທ່ານໄດ້ອະທິຖານແລະສູ້[ຈົນເດິກດື່ນບໍ]
ທ່ານອະທິຖານຕະຫຼອດຈົນໄດ້ຮັບຄໍາຕອບບໍ?
(“ທ່ານອະທິຖານຕະຫຼອດບໍ?” ໂດຍ W. C. Poole, 1875-1949;
altered by the Pastor).

ທ່ານເຄີຍໄດ້ຍິນເພງນີ້ໃນຄຣິສຕະຈັກທັງຫຼາຍຂອງເຮົາບໍ? ຂ້າພະເຈົ້າບໍເຄີຍ! ພວກຄຣິສ ຕຽນເຄີຍຮ້ອງເພງນີ້ແຕ່ດຽວນີ້ມັນລ້າສະໄໝແລ້ວ “ແຕ່ເມື່ອບຸດມະນຸດມາ ທ່ານຈະພົບຄວາມເຊື່ອໃນແຜ່ນດິນໂລກຫລື” (ລູກາ 18:8)

ຕອນນີ້ໃຫ້ເບິ່ງນີ້! ໃນໜັງສືດານຽນບົດທີ່ສິບເຮົາໄດ້ອ່ານແລ້ວວ່າຄໍາອະທິຖານຂອງ ພຣະເຈົ້າຊົງໄດ້ຍິນໃນຕອນທໍາອິດທີ່ລາວອະທິຖານ (ດານຽນ 10:12), ແຕ່ຄໍາຕອບບໍ່ໄດ້ ມາເຖິງເປັນເວລາ “ຊາວມື້” ເພາະຜີຈາກຊາຕານຕໍ່ຕ້ານຄໍາຕອບນັ້ນ (ດານຽນ 10:13) ພວກເຮົາຂອບຄຸນພຣະເຈົ້າທີ່ດານຽນບໍ່ຍອມໃຫ້ຊາຕານຢຸດຢັ້ງລາວຈາກການອະທິຖານຈົນ ກວ່າລາວໄດ້ຮັບຕາມທີ່ລາວໄດ້ຂໍຈາກພຣະເຈົ້າ! ໃນໜັງສືເລື່ອງຄໍາອັນຍິ່ງໃຫຍ່ຂອງດຣ. ຈອນ.ອາ.ໄຣສ໌ໄດ້ໃຫ້ຂໍ້ຊໍ້າທີ່ດີວ່າ:

ຈົ່ງສືບຕໍ່ອະທິຖານ
ຈົນທ່ານອະທິຖານເລື່ອຍໆ
ຈົ່ງສືບຕໍ່ອະທິຖານ
ຈົນທ່ານອະທິຖານເລື່ອຍໆ
ຄໍາສັນຍາອັນຍິ່ງໃຫຍ່ຂອງພຣະເຈົ້າ
ມັກເປັນຈິງສະເໝີ
ຈົ່ງສືບຕໍ່ອະທິຖານ
ຈົນທ່ານອະທິຖານເລື່ອຍໆ

II. ສອງ ຊາຕານຕໍ່ຕ້ານຄວາມລອດຂອງຄົນທີ່ຫລົງຫາຍ.

“ພະຍາມານໄດ້ລົງມາຫາເຈົ້າດ້ວຍຄວາມຄຽດແຄ້ນໃຫຍ່ຫຼວງ ເພາະມັນຮູ້ວ່າເວລາຂອງມັນມີນ້ອຍ” (ພະນິມິດ 12:12)

ຊາຕານຕໍ່ຕ້ານທ່ານໃນຂະທີ່ທ່ານສະແຫວງຫາຄວາມລອດ, ມັນບໍ່ຕ້ອງການໃຫ້ ທ່ານເປັນຄຣິສຕຽນ, ມັນຈະເຮັດທຸກສິ່ງທຸກຢ່າງດ້ວຍລິດຂອງມັນເພື່ອເກັບທ່ານໄວ້ບໍ່ໃຫ້ ລອດ, ເປັນຫຍັງມັນຈື່ງເຮັດແບບນັ້ນ? ເຫດຜົນດຽວກໍຄືມັນເປັນຂ້າຕະກອນ, ພຣະເຢຊູຊົງ ກ່າວວ່າພະຍາມານ “ເປັນຂ້າຕະກອນຕັ້ງແຕ່ເລີ່ມແລກ” (ໂຢຮັນ 8:44), ມັນເປັນທໍາມະ ຊາດຂອງຊາຕານທີ່ຈະຂ້າຄົນ, ມັນຂ້າພໍ່ແມ່ຄູ່ທໍາອິດຂອງເຮົາໃນສວນເອເດນໂດຍທົດລອງ ພວກເຂົາໃຫ້ກິນໝາກໄມ້ຕ້ອງຫ້າມ, ມັນຄືຂ້າຕະກອນແຫ່ງຈິດວິນຍານ - ແລະມັນຕ້ອງ ການທີ່ຈະຂ້າທ່ານເຊັ່ນກັນ, ມັນຕ້ອງການໃຫ້ທ່ານຕາຍແລ້ວຕົກນະຮົກ.

ແຕ່ຍັງມີເຫດຜົນອື່ນອີກ, ໃນໂລມ 11:25 ເຮົາອ່ານວ່າ:

“…ເລື່ອງທີ່ບາງຄົນໃນພວກອິດສະຣາເອນໄດ້ມີໃຈແຂງກະດ້າງໄປ ຈົນເຖິງພວກຕ່າງຊາດໄດ້ເຂົ້າມາຄົບຈຳນວນ” (ໂລມ 11:25)

ພາສາກຣີກແປຄໍາວ່າ “ຄວາມເຕັມ” ເປັນ “ເພລໂຣມາ” ມາຍເຖິງ “ຄົບຈໍານວນ” ພະຍາ ມານຊັງປະເທດອິດສະຣາເອນແລະມັນຮູ້ດີວ່າໃຈແຂ້ງກະດ້າງຂອງເຂົາຈະບໍ່ຖືກເອົາອອກ ໄປຈົນກວ່າຈະ “ຄົບຈໍານວນ” ຂອງຄົນຕ່າງຊາດທີ່ຮັບຄວາມລອດ, ແຕ່ຊາຕານບໍ່ຕ້ອງ ການໃຫ້ອິດສະຣາເອວລອດ, ນັ້ນແລະເປັນເຫດຜົນທີ່ມັນບໍ່ຢາກໃຫ້ທ່ານລອດ.

ຈໍານວນຂອງຄົນຕ່າງຊາດທີ່ແນ່ນອນຕ້ອງລອດກ່ອນທີ່ໃຈແຂ້ງກະດ້າງຂອງອິດສະຣາເອນຖືກເອົາອອກໄປໃນຕອນຈົບຂອງຍຸກນີ້, ພວກທ່ານຄືຄົນຕ່າງຊາດ, ພວກທ່ານກໍາ ລັງອາໄສຢູ່ໃກ້ຈຸດຈົບຂອງຍຸກນີ້, ພະຍາມານຮູ້ດີວ່າມັນຈະຖືກຕັດສິນໂດຍພຣະເຈົ້າແລະ ຖືກມັດໄວ້ເປັນເວລາ “ໜື່ງພັນປີ” ເມື່ອພຣະເຢຊູສະເດັດກັບມາ (ພະນິມິດ 20:2) ນັ້ນ ແລະນັ້ນແລະຄືເຫດຜົນ

“ພະຍາມານໄດ້ລົງມາຫາເຈົ້າດ້ວຍຄວາມຄຽດແຄ້ນໃຫຍ່ຫຼວງ ເພາະມັນຮູ້ວ່າເວລາຂອງມັນມີນ້ອຍ” (ພະນິມິດ 12:12)

ຊາຕານກໍາລັງຢາກຮ້າຍຕໍ່ໂລກໃນປະຈຸບັນນີ້ຫຼາຍເພາະມັນຮູ້ດີວ່າເວລາຂອງມັນ ເຫຼືອໜ້ອຍ, ຫຼາຍກວ່າທີ່ທຸກເທື່ອມັນກໍາລັງເຮັດທຸກສິ່ງທຸກຢ່າງເພື່ອເຮັດໃຫ້ “ຄົບຈໍານວນ” ຂອງຄົນຕ່າງຊາດທີ່ຈະມາຮັບຄວາມລອດຊ້າລົງ, ຂ້າພະເຈົ້າສໍານຶກໄດ້ວ່າມັນເປັນເຫດຜົນ ໜື່ງທີ່ຍາກຂື້ນຍາກຂື້ນເລື່ອຍໆສໍາຫຼັບຜູ້ຄົນໃນສະໄໝຂອງພວກເຮົາທີ່ຈະຮັບເຊື່ອແລະຮັບ ຄວາມລອດ, ພະຍາມານຈະເຮັດທຸກສິ່ງທຸກຢ່າງດ້ວຍອໍານາດຂອງມັນເພື່ອກັ້ນທ່ານຈາກ ການເຊື່ອໃນພຣະເຢຊູແລະການເປັນຄຣິສຕຽນແທ້, ຫົນທາງນັ້ນທີ່ມັນສາມາດຮັກສາພວກ ອິດສະຣາເອນຈາກໃຈທີ່ແຂ້ງກະດ້າງຕໍ່ໄປໄດ້.

ທາງໜື່ງທີ່ພະຍາມານໃຊ້ເພື່ອເກັບຮັກສາທ່ານຈາກການຮັບຄວາມລອດພົ້ນຄືການ ເອົາພຣະວັດຈະນະຂອງພຣະເຈົ້າອອກໄປຈາກໃຈຂອງທ່ານ, ໃນຄໍາອຸປະມາຂອງຜູ້ຫວ່ານ ພືດ ພຣະເຢຊູຊົງກ່າວວ່າ:

“… ແລ້ວພະຍາມານມາຊີງເອົາພຣະວັດຈະນະຈາກໃຈຂອງເຂົາ ເພື່ອບໍ່ໃຫ້ເຂົາເຊື່ອແລະລອດໄດ້” (ລູກາ 8:12)

ວັນອາທິດແລ້ວນີ້ມີຊາຍໜຸ່ມຄົນຈີນສອງຄົນມາທີ່ຄຣິສຕະຈັກຂອງເຮົາ,ທັງສອງຄົນ ຖືກຄວບຄຸມໂດຍຊາຕານ, ໜື່ງໃນນັ້ນມາພາຍໃຕ້ການຄວບຄຸມຂອງລັດທິຊາຕານຜ່ານທາງ ຮູບປັ້ນສາສະໜາພຸດແລະຮູບເຄົາລົບໃນບ້ານພໍ່ແມ່ຂອງລາວ, ຂ້າພະເຈົ້າບໍ່ວ່າອີກຄົນຖືກ ຄວບຄຸມແນວໃດແດ່, ແຕ່ລາວບອກຂ້າພະເຈົ້າວ່າລາວຖືກຊາຕານທໍລະມານທັງກາຍ ແລະໃຈແລະເບິ່ງຄືວ່າລາວເປັນແບບນັ້ນແທ້.

ຊາຍໜຸ່ມຄົນໜື່ງໄດ້ຮັບຄວາມລອດພົ້ນໃນວັນອາທິດແລ້ວນີ້,ແຕ່ອີກຄົນໜື່ງບໍ, ນີ້ຄື ຄວາມແຕກຕ່າງ - ຊາຍໜຸ່ມຄົນທີ່ໄດ້ຮັບຄວາມລອດຍັງສືບຕໍ່ມາໂບດແລະຟັງພຣະຄໍາ ຂອງພຣະເຈົ້າໃນຂະນະທີ່ຂ້າພະເຈົ້າເທດສະໜາຂ່າວປະເສີດ, ລາວຖືກທົດລອງຢ່າງໜັກ ໃຫ້ເລີກແລ້ວໜີອອກໄປຈາກໂບດ, ແຕ່ໂດຍພຣະຄຸນຂອງພຣະເຈົ້າລາວຈື່ງຍັງຢູ່ແລະມາ ຟັງຂ່າວປະເສີດທຸກໆເຊົ້າວັນອາທິດ, ນັ້ນແລະເຮັດໃຫ້ຊາຍໜຸ່ມຄົນທໍາອິດຮັບເຊື່ອໃນພຣະ ເຢຊູແລະລອດ.

ແຕ່ຊາຍໜຸ່ມອີກຄົນໜື່ງນັ້ນໄດ້ປະຕິເສດທີ່ຈະຟັງ, ຂ້າພະເຈົ້າໄດ້ລົມກັບລາວດ້ວຍ ຕົວເອງຫຼັງຈາກເທດສະໜາໃນວັນອາທິດແລ້ວນີ້, ຂ້າພະເຈົ້າໄດ້ຂໍຮ້ອງໃຫ້ລາວຢູ່ໃນໂບດ ແລະຟັງຄໍາເທດສະໜາພຣະຄໍາຂອງພຣະເຈົ້າ,ແຕ່ລາວປະຕິເສດດ້ວຍຄວາມດື້ດ້ານ, ລາວ ຢາກຮ້າຍຫຼາຍແລ້ວເວົ້າວ່າຂ້ອຍອ່ານພຣະຄໍາດ້ວຍຕົນເອງໄດ້ນະ, ລາວຢູ່ໃນສະພາບປັ່ນ ປ່ວນແລະວ່າພວກເຮົາຕ້ອງຂັບລົດສົ່ງລາວກັບບ້ານທັນທີ, ຂ້າພະເຈົ້າຮູ້ສຶກເສຍໃຈກັບລາວ ໃນຂະນະທີ່ລາວຍ່າງໜີ.

ສິ່ງທີ່ນໍາເອົາໄປໃຊ້ກັບພວກທ່ານໄດ້ກໍຄື ຖ່າທ່ານຍັງບໍ່ໄດ້ຮັບຄວາມລອດເທື່ອ, ທ່ານຈະຕ້ອງຖ່ອມໃຈລົງ, ຖ້າທ່ານຄິດວ່າທ່ານຮູ້ວ່າຕ້ອງເຮັດແນວໃດ ຫຼືວ່າທ່ານຕ້ອງຄິດ ແນວໃດແດ່ຫຼືຮູ້ສຶກແນວໃດແດ່ - ມັນງ່າຍຫຼາຍທີ່ຊາຕານຈະເອົາຂ່າວປະເສີດອອກໄປຈາກ ໃຈຂອງທ່ານ! ພຣະຄໍາພີກ່າວວ່າ:

“ທ່ານທັງຫຼາຍຈົ່ງຖ່ອມໃຈໃນສາຍພຣະເນດຂອງອົງພຣະຜູ້ເປັນເຈົ້າແລະ ພຣະອົງຈະຊົງຍົກຊູທ່ານຂື້ນ” (ຢາໂກໂບ 4:10)

ພວກທ່ານບາງຄົນຍັງສືບຕໍ່ຢູ່ໃນສະຖານະການທີ່ບໍ່ເຊື່ອ, ທ່ານມີຄວາມພູມໃຈທີ່ ທ່ານຄິດວ່າທ່ານຮູ້ວ່າຕ້ອງເຮັດແນວໃດແດ່, ແຕ່ພວກທ່ານບໍ່ສະຫຼາດເລີຍ! ທ່ານບໍ່ຮູ້ວ່າ ຕ້ອງເຮັດແນວໃດ, ນັ້ນແລະທີ່ວ່າເປັນຫຍັງພວກທ່ານຈື່ງຍັງຢູ່ໃຕ້ການຄວບຄຸມຂອງຊາ ຕານ, ຂ້າພະເຈົ້າຂໍຮ້ອງທ່ານໃນເຊົ້າມື້ນີ້ວ່າ:

“ທ່ານທັງຫຼາຍຈົ່ງຖ່ອມໃຈໃນສາຍພຣະເນດຂອງອົງພຣະຜູ້ເປັນເຈົ້າແລະ ພຣະອົງຈະຊົງຍົກຊູທ່ານຂື້ນ” (ຢາໂກໂບ 4:10)

ແລະບົດເພງເກົ່າບົດເກົ່າກໍຍັງເວົ້າດ້ວຍວ່າ:

ຂ້າຍອມສະຫຼະຕົນເອງກັບທຸກສິ່ງທີ່ຮູ້ຮັກ
ຂໍໂຜດລ້າງຂ້າດຽວນີ້ເພື່ອຂ້າຈະຂາວກວ່າຫິມະ
(“ຂາວກວ່າຫິມະ” ໂດຍ ເຈມສ໌ນິໂຄສັນ 1828-1896)

ພຣະເຢຊູຊົງຕາຍເທິງໄມ້ກາງແຂນເພື່ອຈ່າຍຄ່າບາບຂອງພວກທ່ານ, ພຣະອົງຊົງ ຟື້ນຄືນຈາກຕາຍເພື່ອມອບຊີວິດໃຫ້ທ່ານ, ດຽວນີ້ - ຈົ່ງຖ່ອມໃຈລົງໃນສາຍພຣະເນດຂອງ ພຣະເຈົ້າແລະພຣະອົງຈະຊົງຍົກຊູທ່ານຂື້ນ! ດຽວນີ້ - ຈົ່ງມອບໂຕຂອງທ່ານແລະທຸກສິ່ງທີ່ ທ່ານຮູ້ - ແລະພຣະເຢຊູຈະຊົງຊໍາລະລ້າງທ່ານຈາກຄວາມບາບທຸກຢ່າງດ້ວຍພຣະໂລຫິດ ໂດຍຜ່ານຄວາມເຊື່ອງ່າຍໆໃນພຣະອົງ!.

ຖ້າທ່ານຢາກຈະລົມກັບພວກເຮົາກ່ຽວກັບການເປັນຄຣິສຕຽນແທ້, ກະລຸນາລຸກແລ້ວ ຍ່າງກັບໄປທາງຫ້ອງປະຊຸມນີ້, ດຣ.ເຄແກນຈະພາທ່ານໄປອີກຫ້ອງໜື່ງບ່ອນທີ່ພວກເຮົາສາ ມາດສົນທະນາແລະອະທິຖານກ່ຽວກັບບັນຫານີ້ໄດ້, ໄປດຽວນີ້ເລີຍ ຂໍເຊີນດຣ.ແຊນມາອະ ທິຖານເພື່ອຜູ້ຄົນທີ່ຈະຕ້ອນຮັບເອົາພຣະເຢຊູແດ່. ເອແມນ

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍທ້າວ ອາເບວພຣຸດໂຮມ: ພະນິມິດ 12:1-12.
ບັນເລງເພງກ່ອນເທດສະໜາໂດຍທ້າວເບັນຈາມິນຄິນເຄດກຣິຟຟິນ
“Then Jesus Came” (by Homer Rodeheaver, 1880-1955).


ໂຄງຮ່າງບົດເທດສະໜາ

ຄວາມຢາກຮ້າຍຂອງຊາຕານໃນຍຸກສຸດທ້າຍ

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ

“ພະຍາມານໄດ້ລົງມາຫາເຈົ້າດ້ວຍຄວາມຄຽດໃຫຍ່ຫຼວງ ເພາະມັນຮູ້ວ່າເວລາຂອງມັນມີນ້ອຍ” (ພະນິມິດ 12:12)

I.    ໜື່ງ ຊາຕານຕໍ່ຕ້ານຄໍາອະທິຖານຂອງຄົນທີ່ລອດແລ້ວ. ລູກາ 18:1, 7, 8;
2 ໂກລິນໂທ 2:11; ຢາໂກໂບ 4:2; ດານຽນ 10:12, 13.

II.    ສອງ ຊາຕານຕໍ່ຕ້ານຄວາມລອດຂອງຄົນທີ່ຫລົງຫາຍ. ໂຢຮັນ 8:44;
ໂລມ 11:25; ພະນິມິດ 20:2; ລູກາ 8:12; ຢາໂກໂບ 4:10.