Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຄວາມເຊື່ອງ່າຍໆໃນພຣະເຢຊູ

(ບົດເທດສະໜາຕອນທີ່ 15 ໃນອິດສະຢາ 53)
SIMPLE FAITH IN JESUS
(SERMON NUMBER 15 ON ISAIAH 53)
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນເຊົ້າວັນຂອງພຣະເຈົ້າ 21/7/2013
A sermon preached at the Baptist Tabernacle of Los Angeles
Lord’s Day Morning, July 21, 2013

“ພວກເຮົາໄດ້ລີ້ໜ້າຂອງເຮົາຈາກພຣະອົງ” (ອິດສະຢາ 53:3)


“ພວກເຮົາໄດ້ລີ້ໜ້າຂອງເຮົາຈາກພຣະອົງ”ຜູ້ບັນຍາຍສະໄໝໃໝ່ຄົນໜື່ງໄດ້ກ່າວວ່າຂໍ້ນີ້ເວົ້າເຖິງ“ຄວາມກຽດຊັງຂອງອິດສະຣາເອນຕໍ່ພຣະເມດສິຢາຜູ້ຊື່ງຖືກຄຶງແລະການຂາດ ຄວາມເຄົາລົບຂອງພວກເຂົາຕໍ່ພຣະບຸດຂອງພຣະເຈົ້າຜູ້ຊົງຮັບສະພາບເປັນມະນຸດ”ລາວໄດ້ຈໍາກັດຂໍ້ພຣະຄໍາພີເພື່ອສະຫຼຸບພຽງແຕ່ຄົນຢິວໃນສະໄໝຂອງພຣະຄຣິດເທົ່ານັ້ນ,ຂ້າພະເຈົ້າ ມັກໃນສິ່ງທີ່ມູດີ້ເວົ້າວ່າ“ພຣະຄໍາພີໄດ້ສ່ອງສະຫວ່າງອັນຍິ່ງໃຫຍ່ໃນເລື່ອງການອະທິບາຍ” ບໍ່ແມ່ນ,ຂໍ້ພຣະຄໍາພີບໍ່ໄດ້ອ້າງອີງເຖິງ“ຄວາມກຽດຊັງ”ຂອງອິດສະຣາເອນທີ່ມີຕໍ່ພຣະຄຣິດ ເທົ່ານັ້ນ,ຊື່ງມັນໄດ້ເຮັດໃຫ້ຈະແຈ້ງແລ້ວໃນຕອນທໍາອິດຂອງຂໍ້ພຣະຄໍາພີນັ້ນ, ທີ່ເວົ້າວ່າ “ພຣະອົງຖືກມະນຸດດູໝີ່ນແລະປະຕິເສດ”ບໍ່ແມ່ນພຽງແຕ່ສະເພາະຄົນຢິວເທົ່ານັ້ນ “ມະນຸດ” ທົ່ວໆໄປ!“ຖືກມະນຸດປະຕິເສດ”- ບໍ່ແມ່ນແຕ່ຄົນຢິວເທົ່ານັ້ນ “ພຣະຄໍາພີໄດ້ສອງສະຫວ່າງ ອັນຍິ່ງໃຫຍ່ໃນເລື່ອງການອະທິບາຍຕ່າງໆ”

ລູເທີໄດ້ເວົ້າເຖິງ“ຄວາມຄ້າຍຄືກັນຂອງພຣະຄໍາພີ” ນັກປະຕິຮູບຜູ້ຍິ່ງໃຫຍ່ໝາຍ ຄວາມວ່າພວກເຮົາຕ້ອງປຽບທຽບພຣະຄໍາພີກັບພຣະຄໍາພີເພື່ອຄົ້ນຫາໃນສິ່ງທີ່ພຣະເຈົ້າຕັດກ່ຽວກັບຫົວຂໍ້ໃນສ່ວນອື່ນຂອງພຣະຄໍາພີ, ໃນອິດສະຢາ 49:7 ພວກເຮົາອ່ານວ່າ

“ພຣະເຢໂຮວາຜູ້ຊົງໄຖ່ຂອງອິສຣາເອນແລະອົງບໍລິສຸດຕັດແກ່ຜູ້ທີ່ດູໝີ່ນ…” (ອິດສະຢາ 49:7)

ດັ່ງນັ້ນຢູ່ໃນນີ້ເຊັ່ນກັນພວກເຮົາພົບວ່າ“ມະນຸດ”ທົ່ວໄປໄດ້ດູໝີ່ນພຣະເຢຊູ“ຜູ້ຊົງບໍລິສຸດ”, ໃນພຣະຄໍາພີໃຫມ່ພຣະເຢຊູເອງຊົງຕັດວ່າ:

“ຖ້າໂລກນີ້ກຽດຊັງທ່ານທັງຫລາຍ ທ່ານທັງຫລາຍກໍຮູ້ວ່າໂລກໄດ້ກຽດຊັງເຮົາກ່ອນ”(ໂຢຮັນ 15:18)

ໃນຂໍ້ພຣະຄໍາພີເຫຼົ່ານີ້ພວກເຮົາເຫັນວ່າຄົນທີ່ຫຼົງຫາຍໃນໂລກພາກຽດຊັງພຣະເຢຊູຢ່າງ ຂື່ນຂົມຫຼືບໍ່ກໍລີ້ໜ້າຂອງເຂົາຈາກພຣະອົງແລະບໍ່ຄິດເຖິງເລື່ອງພຣະອົງ,

“ພວກເຮົາໄດ້ລີ້ໜ້າຂອງເຮົາຈາກພຣະອົງ”(ອິດສະຢາ 53:3)

ຜູ້ຄົນພາກັນເຊື່ອງໜ້າຂອງເຂົາຈາກພຣະອົງໃນຫຼາຍຫົນທາງ, ນີ້ຄືສາມຫົນທາງໄດ້ແກ່:

I. ໜື່ງ ມີຄົນທີ່ລີ້ໜ້າຂອງເຂົາຈາກພຣະຄຣິດໃນການດູຖູກທັງໝົດ.

ຂ້າພະເຈົ້າໄດ້ອ່ານໜັງສືຂອງອາຈານວູມແບຣນທີ່ຊື່ວ່າຄວາມທໍລະມານຂອງພຣະຄຣິດ ຂ້າພະເຈົ້າອ່ານທຸກປີ, ອາຈານວູມແບຣນເວົ້າເຖິງສິ່ງທີ່ໜ້າຢ້ານທີ່ລາວໄດ້ພົບພໍ້ຈາກ ພວກຄອມມູນິສທີ່ຊັງພຣະເຢຊູ, ລາວເວົ້າວ່າ:

         ຄວາມທໍລະມານແລະແລະຄວາມໂຫດຮ້າຍສືບຕໍ່ເກີດຂື້ນໂດຍບໍ່ມີ ການຂັດຂວາງ,ເມື່ອຂ້າພະເຈົ້າເສຍສະຕິຫຼືກາຍເປັນຄົນງົງເກີນໄປທີ່ຈະໃຫ້ ພວກຜູ້ທໍລະມານມີຄວາມຫວັງແຫ່ງການສາລະພາບໃດໆຕໍ່ໄປ,ຂ້າພະເຈົ້າກໍຈະຖືກໃສ່ໃນຫ້ອງຂັງອີກ,ຢູ່ຫັ້ນຂ້າພະເຈົ້າກໍນອນລົງ, ຄອຍຮັບໃຊ້ແລະ ເກືອບຕາຍ,ເພື່ອຟື້ນຄືນກໍາລັງໜ້ອຍໜື່ງເພື່ອທີ່ຈະມັນສາມາດເຮັດວຽກໄດ້ອີກ,ມີຫຼາຍຄົນຕາຍຢູ່ໃນຂັ້ນຕອນນີ້…ໃນຊ່ວງເວລາຫຼາຍປີຢູ່ໃນຄຸກຕ່າງໆ ພວກເຂົາໄດ້ຫັກກະດູກສັ້ນຫຼັງຂອງຂ້າພະເຈົ້າສີ່ຊີກແລະກະດູກອັນອື່ນອີກ, ພວກເຂົາໄດ້ປາດຊີ້ນຂ້າພະເຈົ້າເປັນໂຫຼຢູ່ຕາມສ່ວນຕ່າງໆ,ພວກເຂົາເຜົາ ແລະເຈາະຮູຕາມໂຕຂອງຂ້າພະເຈົ້າສິບແປດຮູ.
         ພວກເຮົາຕ້ອງນັ່ງເປັນເວລາສິບເຈັດຊົ່ວໂມງຕໍ່ມື້ - ເປັນເວລາຫຼາຍ ອາທິດ ,ຫຼາຍເດືອນ, ຫຼາຍປີ - ຟັງຄໍາວ່າ:

     ລັດທິຄອມມູນິດດີ
     ລັດທິຄອມມູນິດດີ
     ລັດທິຄອມມູນິດດີ
     ຄຣິສຕຽນໂງ່
     ຄຣິສຕຽນໂງ່
     ຄຣິສຕຽນໂງ່
     ຖິ້ມສາ
     ຖິ້ມສາ
     ຖິ້ມສາ

(Richard Wurmbrand, Th.D., Tortured for Christ, Living Sacrifice Books, 1998 edition, pp. 38, 39).

ລາວບໍ່ໄດ້ເວົ້າເກີນຄວາມຈິງ,ຂ້າພະເຈົ້າຮູ້ຈັກລາວຄ່ອນຂ້າງດີ.

ຄວາມກຽດຊັງຂອງພຣະຄຣິດໂດຍພວກຄອມມູນິດ ແລະ ພວກສັງຄົມນິຍົມອື່ນໆ ແມ່ນຫຼາຍແທ້ໆ,ພວກເຮົາເຫັນການໂຈມຕີໃຫຍ່ຈາກພວກສັງຄົມນິຍົມຕໍ່ສູ້ພຣະເຢຊູ ແລະ ພວກສາວົກຂອງພຣະອົງແມ່ນກະທັ່ງຢູ່ໃນປະເທດອາເມລິກາປະຈຸບັນນີ້ - ຈາກທໍານຽບ ຂາວໄປສູ່ໂຮງຮຽນ, ພວກຜູ້ຊາຍທີ່ຢູ່ໃນຕໍາແໜ່ງສູງກໍພາກັນລີ້ໜ້າຈາກພຣະຄຣິດຢ່າງສິ້ນ ເຊີງ,ຄົນເຫຼົ່ານັ້ນທີ່ດູຖູກພຣະຄຣິດແລະພວກຜູ້ຕິດຕາມຂອງພຣະອົງກໍໄດ້ເຮັດໃຫ້ຂໍ້ພຣະຄໍາພີຂອງເຮົາສໍາເລັດທີ່ວ່າ:

“ພວກເຮົາໄດ້ລີ້ໜ້າຂອງເຮົາຈາກພຣະອົງ” (ອິດສະຢາ 53:3)

II. ສອງ ມີຄົນທີ່ລີ້ໜ້າຂອງເຂົາຈາກພຣະຄຣິດໂດຍຄວາມບໍ່ສົນໃຈ.

ແນ່ນອນວ່າໄດ້ອະທິບາຍເຖິງພວກທ່ານບາງຄົນທີ່ຢູ່ນີ້ໃນເຊົ້ານີ້!ພວກທ່ານອາດຈະ ບໍ່ເຄີຍຄິດທີ່ຈະທໍາຮ້າຍຄຣິສຕຽນຫຼືຮ້ອງສຽງດັງວ່າ“ຄຣິສຕຽນໂງ່” ພວກທ່ານກໍຫົດຖອຍກັບ ໃນຄວາມໜ້າຢ້ານເມື່ອຂ້າພະເຈົ້າບອກທ່ານໃນສິ່ງທີ່ພວກຄອມມູນິດເຮັດຕໍ່ອາຈານວູມ ແບຣນ, ພວກທ່ານເວົ້າວ່າ“ຂ້ອຍຈະບໍ່ມີມື້ເຮັດແບບນັ້ນດອກ” ຂ້າພະເຈົ້າເຊື່ອທ່ານ,ຂ້າພະ ເຈົ້າບໍ່ຄິດວ່າທ່ານຈະຕໍ່ສູ້ພຣະເຢຊູຄືກັບໜື່ງໃນພວກນັກທໍລະມານສັດຮ້າຍຄອມມູນິດ, ແນ່ ນອນພວກທ່ານເຮັດໃຫ້ຂໍ້ພຣະຄໍາພີຂອງເຮົາສໍາເລັດໂດຍຄວາມເຢັນຊ່າບໍ່ສົນໃຈພຣະເຢຊູ ຂອງທ່ານ.

“ພວກເຮົາໄດ້ລີ້ໜ້າຂອງເຮົາຈາກພຣະອົງ”(ອິດສະຢາ 53:3)

ພວກທ່ານມາໂບດແລະພຽງແຕ່ນັ່ງຢູ່ທີ່ນີ້ຕາຂອງພວກທ່ານແນມຂື້ນມາຕອນທີ່ຂ້າພະເຈົ້າ ເວົ້າເຖິງພຣະເຢຊູ,ພວກທ່ານບາງຄົນປິດຮອດຕາຂອງຕົນ, ມີບາງຄົນພັດປິດໃຈຂອງຕົນ, ດ້ວຍຄວາມເຢັນຊ່າບໍ່ສົນໃຈຫຍັງເລີຍ,ພວກທ່ານລີ້ໜ້າຂອງຕົນຈາກພຣະເຢຊູ.

ພວກທ່ານຮູ້ວ່າແມ່ນແຕ່ຄົນທີ່ເປັນນັກເທດກໍສາມາດເຮັດແບບນັ້ນໄດ້? ຕອນທີ່ຂ້າ ພະເຈົ້າຢູ່ໂຮງຮຽນແບັບຕິດໃຕ້ຢູ່ທາງເໜືອຂອງຊານຟຣານຊິສໂກ,ມີນັກຮຽນຄົນໜື່ງຢູ່ຫັ້ນຊື່ວ່າທອມເຟດເດີຣິກ,ລາວກາຍມາເປັນໝູ່ຂອງຂ້າພະເຈົ້າ,ທອມຄືນັກເທດຄົນໜື່ງ,ແຕ່ມີຢູ່ວັນ ອາທິດໜື່ງທີ່ບົດເທດຂອງລາວເອງໄດ້ແທງໃຈລາວ! ລາວເລີ່ມຮ້ອງໄຫ້ໜັກຂື້ນຈົນລາວບໍ່ ສາມາດເທດສະໜາອີກຕໍ່ໄປໄດ້, ລາວລົງມາຈາກທໍາມາດແລ້ວຄຸເຂົ່າລົງເທິງແທ່ນບູຊາ,ຢູ່ ບ່ອນນັ້ນລາວໄດ້ກັບໃຈຈາກການຂາດຄວາມຮັກຕໍ່ພຣະຜູ້ຊ່ວຍໃຫ້ລອດຂອງຕົນ,ຕໍ່ໜ້າທີ່ປະຊຸມທີ່ແປກໃຈຂອງລາວ ລາວໄດ້ຢຸດລີ້ໜ້າຂອງລາວຈາກພຣະເຢຊູ,ລາວໄດ້ເຊື່ອວາງໃຈ ໃນພຣະເຢຊູແລ້ວໄດ້ກາຍມາເປັນຄຣິສຕຽນແທ້ຄົນໜື່ງ,ລາວກາຍມາເປັນຄົນທີ່ໃຈດີຫຼາຍ, ລາວໄດ້ຍ່າງມາທີ່ຫໍພັກຂອງຂ້າພະເຈົ້າກັບພວກຜູ້ຊາຍທີ່ເຂົ້າຮ່ວມອະທິຖານນໍາກັນທຸກໆ ວັນພະຫັດ,ລາວໄດ້ສະໜັບສະໜູນຂ້າພະເຈົ້າໃນການຢືນຢັດຕໍ່ສູ້ພວກສາສະດາຈານຜູ້ທີ່ຕໍ່ສູ້ພຣະຄໍາພີ,ລາວໄດ້ໄປກັບຂ້າພະເຈົ້າຕອນທີ່ພວກເຮົາພະເຊີນໜ້າກັບອໍານວຍການໂຮງຮຽນຢູ່ຕໍ່ໜ້າຫ້ອງຂອງລາວ,ລາວສະໜັບສະໜູນຂ້າພະເຈົ້າເຖິງແມ່ນວ່າພວກເຂົາຈະເອີ້ນລາວ ວ່າເປັນໜື່ງໃນພວກທີ່ບ້ານໍາສິ່ງໃດສິ່ງໜື່ງຂອງ“ໄຮເມີສ໌”ກໍຕາມ.ລາວໄດ້ອອກໄປຈາກການ ເປັນນັກເທດແບັບຕິດໃຕ້ທີ່ຫຼົງຫາຍເພື່ອມາເປັນຄຣິສຕຽນແທ້ຄົນໜື່ງ,ການກັບໃຈໃຫມ່ຂອງລາວເກີດຂື້ນຕອນທີ່ລາວຢຸດປະຕິບັດກັບພຣະເຢຊູດ້ວຍໃຈເຢັນຊ່າບໍ່ສົນໃຈຫຍັງ.

ທອມຕາຍແລ້ວໃນສອງສາມທິດທີ່ຜ່ານມາ,ຂ້າພະເຈົ້າໄດ້ສົ່ງເງີນໄປໃຫ້ເມຍຂອງ ລາວ,ມັນເປັນຄັ້ງສຸດທ້າຍທີ່ຂ້າພະເຈົ້າສາມາດສະແດງຄວາມຮູ້ບຸນຄຸນຕໍ່ລາວສໍາຫຼັບການ ສະໜັບສະໜູນຂ້າພະເຈົ້າໃນການຕໍ່ສູ້ເພື່ອພຣະຄໍາພີຢູ່ທີ່ໂຮງຮຽນສາສະໜາສາດໂກເດັນ ເກດໃນຕອນຕົ້ນປີ 1970 ແລະຂ້າພະເຈົ້າຂໍຂອບຄຸນພຣະເຈົ້າທີ່ຊົງເປີດໃຈຂອງທອມໃຫ້ ກັບພຣະເຢຊູ,ເມື່ອລາວໄດ້ຮັບຄວາມລອດໃນຂະນະທີ່ເທດສະໜາບົດເທດຂອງຕົນໃນຕອນເຊົ້າວັນອາທິດດົນມາແລ້ວ.

ບາງຄົນເວົ້າວ່າ “ດຣ.ໄຮເມີສ໌ເຈົ້າບໍ່ຢາກໃຫ້ຂ້ອຍເປັນຄືກັບທອມເຟດເດີຣິກແມ່ນ ບໍ? ພຣະເຈົ້າຊ່ວຍຂ້ານ້ອຍແດ່! ຂ້າພະເຈົ້າມີຄວາມຍິນດີຕໍ່ໜ້າພວກທູດສະຫວັນໃນສະ ຫວັນຖ້າພວກທ່ານຫາກເປັນໄດ້ເຄິ່ງໜື່ງທີ່ລາວເປັນ! ພວກທ່ານບາງຄົນທີ່ເປັນຄົນໜຸ່ມທີ່ ນັ່ງຢູ່ທີ່ນີ້ຫຼາຍອາທິດແລ້ວທີ່ບໍ່ເປັນຫ່ວງເປັນໃຫຍ່,ບໍ່ຕື່ນຂື້ນແລະບໍ່ສົນໃຈ - ຂ້າພະເຈົ້າປາດ ຖະໜາໃຫ້ທ່ານເປັນຢ່າງໜ້ອຍຄືທອມຈັກໜ້ອຍໜື່ງ!

ຕອນນີ້ມາເບິ່ງທາງນີ້ - ແມ່ນຫຍັງຈະເກີດຂື້ນຖ້າທ່ານຫາກຢູ່ທີ່ໂຮງຮຽນໂກເດັນ ເກດໃນປີ 1971 ຫຼື 1972? ຈະເກີດຫຍັງຂື້ນຖ້າທ່ານຫາກຢູ່ຫັ້ນຈາກໂບດອື່ນແລະຂ້າ ພະເຈົ້າບໍ່ແມ່ນສິດຍາພິບານຂອງທ່ານ? ຈົ່ງຄິດດຽວນີ້! ທ່ານຈະສະໜັບສະໜູນຂ້າພະເຈົ້າ ບໍເມື່ອຂ້າພະເຈົ້າປະເຊີນໜ້າກັບພວກສາສະດາຈານທີ່ຕໍ່ສູ້ກັບພຣະຄໍາພີ? ຈົ່ງຄິດດຽວນີ້! ພວກທ່ານຈະສະໜັບສະໜູນຂ້າພະເຈົ້າບໍ? ຫຼືພວກທ່ານຈະຫຼີ້ນກັບມັນດ້ວຍ“ໃຈເຢັນ”ແລະ ຢູ່ຫ່າງໆຈາກການໂຕ້ຖຽງ? ຈົ່ງຄິດເຖີດ!

ຕອນນີ້ຖ້າທ່ານຫາກເປັນຄົນຊື່ຕົງກັບຕົນເອງ,ບາງຄົນໃນພວກທ່ານຈະຕ້ອງຍອມ ຮັບວ່າທ່ານເຄີຍເປັນຄົນເຢັນຊ່າແລະເຫີນຫ່າງ,ຢ່າງໃດກໍຕາມທ່ານກໍຈະຢາກໄດ້ໃບປະກາດແລ້ວອອກໄປຈາກບ່ອນນັ້ນໂດຍປາສະຈາກຖືກເອີ້ນວ່າເປັນໜື່ງໃນ“ພວກຂອງໄຮເມີທີ່ບ້າ ນໍາສິ່ງໜື່ງສິ່ງໃດ” ທ່ານຈະເປັນແບບນັ້ນບໍ? ທ່ານຈະບໍ່ປ່ຽນແປງໃນແບບທີ່ທ່ານເປັນໃນ ປະຈຸບັນນີ້ແລະມາເປັນຄົນທີ່ກະຕືລືລົ້ນເພື່ອພຣະຄຣິດແມ່ນບໍ? ຈົ່ງຄິດເຖີດ! ຂ້າພະ ເຈົ້າເຊື່ອວ່າພວກທ່ານທີ່ຍ່າງລາກຕີນເຂົ້າອອກຈາກຫ້ອງນໍາວິນຍານບໍ່ເຄີຍຢູ່ຂ້າງຂ້າພະ ເຈົ້າຕອບທີ່ຢູ່ໃນໂຮງຮຽນພຣະຄໍາພີເສລີພາບ,ບໍທ່ານອາດຈະເຄີຍເປັນຄົນເຢັນຊ່າແລະບໍ່ ສົນໃຈຫຍັງໃນແບບທີ່ທ່ານເປັນຢູ່ໃນຕອນນີ້! ທ່ານຈະຕ້ອງເຂົ້າຮ່ວມກັບຄົນທີ່ເວົ້າວ່າ

“ພວກເຮົາໄດ້ລີ້ໜ້າຂອງເຮົາຈາກພຣະອົງ”(ອິດສະຢາ 53:3)

III. ສາມ ມີຄົນທີ່ລີ້ໜ້າຂອງເຂົາຈາກພຣະຄຣິດໂດຍການບໍ່ເອົາໃຈໃສ່.

ທ່ານໄດ້ລີ້ໜ້າຂອງທ່ານຈາກພຣະເຢຊູເປັນເວລາດົນມາແລ້ວ,ພວກທ່ານບໍ່ສົນໃຈບໍວ່າຂ້າພະເຈົ້າຈະເທດກ່ຽວກັບພຣະເຢຊູຫຼືບໍ,ຖ້າຂ້າພະເຈົ້າຫາກເວົ້າເຖິງເລື່ອງຈິດຕະວິທະ ຍາພວກທ່ານອາດຈະລຸກຂື້ນຈາກຕັ່ງຂອງທ່ານແລ້ວຟັງດ້ວຍຄວາມຕັ້ງໃຈ, ຖ້າຂ້າພະເຈົ້າ ຫາກເວົ້າເຖິງເລື່ອງການເມືອງພວກທ່ານກໍຢາກນັ່ງຢູ່ທາງຂ້າງໜ້າເພື່ອທີ່ຈະໄດ້ຍິນຄໍາເວົ້າ ທຸກຄໍາຂອງຂ້າພະເຈົ້າ,ໃນໂອກາດຕ່າງໆທີ່ຂ້າພະເຈົ້າໄດ້ເວົ້າເຖິງເລື່ອງຄໍາທໍານວາຍໃນ ພຣະຄໍາພີພວກທ່ານກໍເອົາໃຈໃສ່ຟັງຢ່າງເຕັມທີ່, ເມື່ອຂ້າພະເຈົ້າເວົ້າເຖິງເລື່ອງສະຫວັນໃນ ຫຼາຍອາທິດທີ່ຜ່ານມາຫູຂອງທຸກຄົນກໍຈົດຈໍ່ໄປໃນທາງດຽວກັນເພາະມັນເປັນເລື່ອງໃຫມ່ສໍາຫຼັບພວກທ່ານ, ແຕ່ເມື່ອຂ້າພະເຈົ້າກັບມາຫາຂ່າວປະເສີດຕາຂອງພວກທ່ານກໍຖືກເຄືອບ ໝົດ, ພວກທ່ານສູນເສຍຄວາມສົນໃຈເມື່ອຂ້າພະເຈົ້າເວົ້າເຖິງພຣະເຢຊູ! ແມ່ນບໍ! ແມ່ນບໍ?

ພວກຄົນໜຸ່ມໄດ້ໃຊ້ເວລາແລະພະລັງງານຫຼາຍສຶກສາຢູ່ທີ່ວິທະຍາໄລ,ພວກທ່ານ ຮຽນເປັນເວລາຫຼາຍຊົ່ວໂມງເພື່ອທີ່ທ່ານຈະສາມາດໄດ້ຄະແນນດີໃນຫ້ອງ,ພວກທ່ານນອນ ຕື່ນເຊົ້າເພື່ອຮຽນໜັງສື,ພວກທ່ານນອນເດິກເພື່ອຮຽນ, ຂ້າພະເຈົ້າດີໃຈກັບທ່ານເພາະວ່າ ທ່ານຈະບໍ່ໄດ້ດີໃນອາຊີບຂອງທ່ານຖ້າຫາກທ່ານບໍ່ໄດ້ຄະແນນດີໃນໂຮງຮຽນຕອນນີ້,ຂ້າພະ ເຈົ້າຂໍສະແດງຄວາມຍິນດີທີ່ທ່ານຮຽນໜັກຢູ່ໃນໂຮງຮຽນ, ແຕ່ພວກທ່ານກໍບໍ່ເຄີຍໃຊ້ເວລາ ແມ່ນແຕ່ຊົ່ວໂມງໜື່ງໃນການສຶກສາພຣະຄໍາພີຫຼືສຶກສາບົດເທດສະໜາເຫຼົ່ານີ້ຊື່ງຖືກມອບ ໃຫ້ແກ່ທ່ານໂດຍການພິມອອກໃນແຕ່ລະອາທິດ,ພວກທ່ານບໍ່ເຄີຍຄິດແມ່ນແຕ່ກະທັ່ງຕື່ນແຕ່ເຊົ້າໆເພື່ອສຶກສາກ່ຽວກັບພຣະຄຣິດຊື່ງໄດ້ຕາຍເພື່ອໄຖ່ວິນຍານບາບຂອງທ່ານ, ທຸກສິ່ງທຸກ ຢ່າງໃນໂລກເບິ່ງຄືວ່າສໍາຄັນຫຼາຍຕໍ່ທ່ານຫຼາຍກວ່າພຣະຄຣິດຊື່ງຊົງຮັກທ່ານແລະຊົງກໍາລັງອະທິຖານເພື່ອທ່ານຢູ່ໃນສະຫວັນ.

ແມ່ນແຕ່ຢູ່ໃນຄຣິສຕະຈັກນີ້ໃນຂະນະທີ່ຂ້າພະເຈົ້າເທດກ່ຽວກັບພຣະເຢຊູພວກທ່ານກໍປ່ອຍໃຫ້ໃຈຂອງທ່ານສົງໄສຕໍ່ສິ່ງທີ່ເບິ່ງຄືວ່າສໍາຄັນຕໍ່ທ່ານຫຼາຍກວ່າພຣະເຢຊູ,ພວກທ່ານ ເວົ້າເຖິງແຕ່ໂຕຂອງທ່ານເອງຊື່ງຂ້າພະເຈົ້າບໍ່ໄດ້ຍິນພວກທ່ານເວົ້າເຖິງພຣະເຢຊູເລີຍ, ຂ້າ ພະເຈົ້າໄດ້ຍິນພວກທ່ານເວົ້າເຖິງຫຼັກຄໍາສອນແລະຂໍ້ພຣະຄໍາພີບາງເທື່ອແຕ່ຂ້າພະເຈົ້າບໍ່ໄດ້ຍິນພວກທ່ານເວົ້າເຖິງພຣະເຢຊູເລີຍ! ພຣະອົງບໍ່ໄດ້ຢູ່ໃນຄໍາເທດສະໜາຂອງທ່ານ, ສ່ວນ ຫຼາຍແລ້ວພວກທ່ານພຽງແຕ່ເວົ້າວ່າທ່ານຮູ້ສຶກ - ຫຼືບໍ່ຮູ້ສຶກແນວໃດແດ່! ພວກທ່ານ ສະແຫວງຫາຄວາມຮູ້ສຶກເພື່ອເຮັດໃຫ້ຕົນເອງໝັ້ນໃຈແຕ່ພວກທ່ານບໍ່ໄດ້ສະແຫວງຫາພຣະ ເຢຊູ,ພວກທ່ານເວົ້າເຖິງການຂາດຄວາມໝັ້ນໃຈແຕ່ພວກທ່ານພັດບໍ່ເວົ້າເຖິງພຣະຜູ້ຊ່ວຍໃຫ້ລອດ,ຜູ້ຊື່ງເປັນຜູ້ທີ່ເຮັດໃຫ້ຄວາມລອດຂອງທ່ານໝັ້ນຄົງ! ມີພວກທ່ານບາງຄົນຄິດວ່າ “ຂອຍບໍ່ໄດ້ມີໃຈທີ່ແຕກສະຫຼາຍ” ຂ້າພະເຈົ້າຂໍເວົ້າວ່າ“ຢ່າແນມເບິ່ງໃຈແຕກສະຫຼາຍແຕ່ ຈົ່ງແນມເບິ່ງພຣະເຢຊູ” ເມື່ອຂ້າພະເຈົ້າເວົ້າເຖິງຊື່ຂອງພຣະອົງຕາຂອງທ່ານກໍຖືກເຄືອບ ໄປແລະທ່ານກໍຄິດວ່າ“ຂ້ອຍຕ້ອງການຄວາມຮູ້ສຶກ, ຂ້ອຍຕ້ອງຮູ້ສຶກຢາກຈະລອດ” ຂ້າພະ ເຈົ້າຂໍບອກວ່າ ບໍ່ແມ່ນ ສິ່ງທີ່ທ່ານຕ້ອງການມີພຽງພຣະເຢຊູເທົ່ານັ້ນ, ແຕ່ເມື່ອຂ້າພະເຈົ້າ ເອີຍເຖິງຊື່ຂອງພຣະອົງພວກທ່ານກໍສູນເສຍຄວາມສົນໃຈໄປທັນທີ,ຂ້າພະເຈົ້າຂໍເວົ້າວ່າ“ຈົ່ງແນມເບິ່ງພຣະເຢຊູຜູ້ຊື່ງໄຫຼເລືອດອອກເທິງໄມ້ກາງແຂນເພື່ອທ່ານໃນຕອນນີ້” ແຕ່ທ່ານ ກໍແນມກັບໄປເບິ່ງຕົນເອງ! ພວກທ່ານຊອກຫາຄວາມຮູ້ສຶກຂອງຕົນເອງ! ພວກທ່ານບໍ່ ຍອມປ່ອຍໃຫ້ຕົນເອງສະແຫວງຫາພຣະເຢຊູ! ຂ້າພະເຈົ້າຂໍອ້າງຜູ້ທໍານາຍທີ່ເວົ້າວ່າ“ຈົ່ງສະ ແຫວງຫາພຣະອົງເພື່ອທີ່ຈະພົບກັບພຣະອົງໄດ້ ຈົ່ງຮ້ອງຫາພຣະອົງຂະນະທີ່ພຣະອົງຊົງຢູ່ ໃກ້”(ອິດສະຢາ 55:6) ແຕ່ພວກທ່ານພັດສະແຫວງຫາອາລົມແລະຄວາມຮູ້ສຶກໃນໂຕຂອງ ທ່ານເອງຫຼາຍກວ່າທີ່ຈະສະແຫວງຫາພຣະເຢຊູຜູ້ຊື່ງຮັກທ່ານຫຼາຍ.

“ພວກເຮົາໄດ້ລີ້ໜ້າຂອງເຮົາຈາກພຣະອົງ”(ອິດສະຢາ 53:3)

ຂ້າພະເຈົ້າຂໍໃຫ້ພວກທ່ານຢຸດໜີໜ້າຈາກພຣະເຢຊູ, ໃນວິນາທີທີ່ທ່ານຫັນມາຫາ ພຣະເຢຊູ,ພຣະອົງຈະຊົງຊ່ວຍທ່ານໃຫ້ພົ້ນ, ພວກທ່ານໜ້າຈະບໍ່“ຮູ້ສຶກ”ວ່າລອດແລ້ວ,ມື້ທີ່ ຂ້າພະເຈົ້າໄດ້ຮັບຄວາມລອດໂດຍພຣະເຢຊູ,ຂ້າພະເຈົ້າບໍ່ໄດ້“ຮູ້ສຶກ”ລອດແລ້ວ, ຂ້າພະເຈົ້າ ບໍ່ຮູ້ແມ່ນກະທັ່ງວ່າຕົນເອງລອດແລ້ວໃນມື້ນັ້ນຈົນຜ່ານສອງສາມເດືອນ, ສິ່ງທີ່ຂ້າພະເຈົ້າຮູ້ ໃນມື້ນັ້ນກໍຄືພຣະເຢຊູ! ຂ້າພະເຈົ້າເຊື່ອໃນພຣະອົງກ່ອນ,ແຕ່ໃນມື້ນັ້ນ-ຂ້າພະເຈົ້າເວົ້າ ໄດ້ແຕ່ພຽງວ່າ-ມີພຣະເຢຊູ! ມັນເປັນຄວາມເຊື່ອທີ່ເກົ່າແກ່ແຕ່ກໍເປັນຄວາມເຊື່ອໃນພຣະເຢ ຊູ,ງ່າຍໆຫຼາຍ,ບູຮານຫຼາຍ - ແຕ່ມັນຄືຄວາມເຊື່ອໃນພຣະເຢຊູ!

ອາຈານວູມແບຣນໄດ້ເຫັນຫຼາຍຄົນທໍລະມານເພື່ອພຣະຄຣິດໂດຍພວກຄອມມູນິດ ຕອນທີ່ລາວຢູ່ໃນຄຸກເພາະການເທດສະໜາ, ລາວຍັງໄດ້ເຫັນນັກໂທດຫຼາຍຄົນແລະແມ່ນ ແຕ່ພວກທະຫານຄອມມູນິດຮັບເຊື່ອພຣະເຢຊູ, ອາຈານວູມແບຣນໄດ້ກ່າວວ່າ:

ມີຄັ້ງໜື່ງທີ່ສະເພາະເຈາະຈົ່ງໄດ້ເກີດຄວາມເຊື່ອຂື້ນ-ແມ່ນແຕ່ຄວາມເຊື່ອ ທີ່ເກົ່າແກ່-ຄວາມເຊື່ອໄດ້ພັດທະນາແລະເຕີບໃຫຍ່ຂື້ນ, ພວກເຮົາແນ່ໃຈ ວ່າມັນຈະຊະນະເພາະພວກເຮົາເປັນຄຣິສຕະຈັກໃຕ້ດິນໄດ້ເຫັນມັນຊະນະແລ້ວຊະນະອີກ, ພຣະຄຣິດຊົງຮັກພວກຄອມມູນິດແລະ“ສັດຕູຂອງຄວາມ ເຊື່ອ”ອື່ນໆອີກ, ພວກເຂົາສາມາດແລະຕ້ອງຖືກນໍາວິນຍານເພື່ອພຣະຄຣິດ (ວູມແບຣນເຫຼັ້ມດຽວກັນໜ້າ 115)

ໂຈນທີ່ຕາຍຢູ່ຂ້າງໆພຣະເຢຊູເທິງໄມ້ກາງແຂນໄດ້ຮັບຄວາມລອດໃນສອງສາມນາທີກ່ອນທີ່ລາວຈະຈາກໂລກນີ້ໄປ, ລາວຮູ້ແຕ່ໜ້ອຍດຽວ,ຄວາມເຊື່ອຂອງລາວ“ງ່າຍໆ”ຫຼາຍ ໂດຍໃຊ້ຄໍາເວົ້າຂອງອາຈານວູມແບຣນ, ແຕ່ລາວກໍໄດ້ຮັບຄວາມລອດໃນວິນາທີທີ່ລາວໄດ້ ເປີດໃຈຮັບເຊື່ອພຣະເຢຊູ,ແລະພຣະຜູ້ຊ່ວຍກໍບອກກັບລາວວ່າ“ວັນນີ້ທ່ານຈະຢູ່ກັບເຮົາໃນ ເມືອງບໍລົມມະສຸກກະເສີມ”(ລູກາ 23:43), ສໍາຫຼັບຂ້າພະເຈົ້າເບິ່ງຄືວ່າໜ້າຈະມີບາງຄົນທີ່ ຢູ່ທີ່ນີ້ໃນເຊົ້ານີ້ຊື່ງສາມາດເຊື່ອວາງໃຈຢ່າງໜ້ອຍກໍແບບດຽວກັບທີ່ຜູ້ຊາຍຄົນນັ້ນເຊື່ອ, ມັນ ອາດຈະເປັນການເຊື່ອວາງໃຈທີ່“ບູຮານ” ຫຼາຍແຕ່ຖ້າທ່ານຫາກວາງໃຈເຊື່ອໃນພຣະເຢຊູ ພຽງແຕ່ໜ້ອຍໜື່ງໂດຍທີ່ບໍ່ມີການແນມເບິ່ງຕົນເອງເພື່ອພິສູດ,ພຽງແຕ່ວາງໃຈໃນພຣະເຢຊູ ແລະພຽງເທົ່ານັ້ນນັ້ນໂດຍປາສະຈາກການສໍາລວດເບິ່ງໃຈຕົນເອງໃດໆ, ພຣະເຢຊູກໍຈະ ຊ່ວຍທ່ານໃຫ້ພົ້ນ,ແບບງ່າຍໆ,“ບູຮານ”ຫຼາຍ, ມີຄວາມເຊື່ອຄືກັບເດັກນ້ອຍໃນພຣະເຢຊູ-ນັ້ນແລະຄືສິ່ງທີ່ທ່ານຕ້ອງເຮັດ!ຢ່າແນມເບິ່ງຕົນເອງຈັກເທື່ອ,ຢ່າແນມເບິ່ງຄວາມຮູ້ສຶກໃດໆ ຂອງຕົນເລີຍ,ຈົ່ງແນມເບິ່ງທີ່ພຣະເຢຊູເທົ່ານັ້ນ,ຢ່າສັບສົນກັບມັນ,ຢ່າທົດສອບມັນ, ຢ່າວິ ເຄາະມັນ,ຈົ່ງເຊື່ອວາງໃຈໃນພຣະເຢຊູພຽງເທົ່ານັ້ນ,ພຣະອົງຈະຊົງຈັດການສ່ວນທີ່ເຫຼືອເອງ,ແມ່ນແຕ່ໃນຕອນເວລາທີ່ເຮົານອນເມັດພັນແຫ່ງຄວາມເຊື່ອໃນພຣະເຢຊູຈະຈະເລີນເຕີບ ໃຫຍ່,ແຕ່ທ່ານຈະຕ້ອງວາງໃຈໃນພຣະເຢຊູເອງ-ເທື່ອລະໜ້ອຍຢ່າງບໍ່ມີຂອບເຂດ,ງ່າຍໆ ຢ່າງບໍ່ມີຂອບເຂດ,ຢ່າລັງເລ,“ບູຮານ”,ທ່ານສາມາດວາງໃຈເຊື່ອພຣະເຢຊູຫຼາຍໄດ້,ທ່ານສາມາດໄປຫາພຣະອົງໄດ້ແຕ່ເທົ່ານັ້ນໂດຍບໍ່ມີການກວດເບິ່ງຄວາມຮູ້ສຶກຂອງຕົນເອງເພື່ອ ຄວາມແນ່ໃຈ,ວາງໄວ້ກັບພຣະເຢຊູເຖິງແມ່ນວ່າໃນຕອນທີ່ທ່ານນອນຫຼັບໃນເວລາກາງຄືນ ກໍຕາມເມັດພັນແຫ່ງຄວາມເຊື່ອນີ້ແບບທີ່ອາຈານວູມແບຣນໄດ້ກ່າວໄວ້ວ່າ “ຈະພັດທະນາ ແລະຈະເລີນເຕີບໃຫຍ່”ທຸກຄວາມອ່ອນແອ,ບູຮານ, ຄື້ນຄວາມເຊື່ອໃນພຣະເຢຊູເທົ່ານັ້ນທີ່ ເຮົາຕ້ອງການ!ຟັງເພງທີ່ທ້າວກຣິຟຟິດຮ້ອງອີກເທື່ອໜື່ງ,ເວົ້າເຖິງຄວາມເຊື່ອງ່າຍໆ,ຄວາມ ເຊື່ອເກົ່າແກ່ໃນພຣະເຢຊູໂດຍປາສະຈາກຄວາມຮູ້ສຶກໃດໆ.

ຈິດໃຈຂ້າເປັນກາງຄືນຫົວໃຈຂ້າເປັນເຫຼັກ
ຂ້າແນມບໍ່ເຫັນ, ຂ້າບໍ່ຮູ້ສຶກ
ເພື່ອຄວາມສະຫວ່າງ,ຊີວິດ,ຂ້າຕ້ອງອ້ອນວອນ
ໃນຄວາມເຊື່ອງ່າຍໆຕໍ່ພຣະເຢຊູ
(“In Jesus” by James Procter, 1913).

ພວກເຮົາຈະອະທິຖານກັບພວກທ່ານຖ້າພວກທ່ານຫາກຕ້ອງການ, ພວກເຮົາຈະ ຊ່ວຍພວກທ່ານໃຫ້ມາເປັນຄຣິສຕຽນແທ້,ຂໍພຽງແຕ່ລຸກຈາກບ່ອນນັ່ງຂອງທ່ານແລ້ວຍ່າງໄປຂ້າງຫຼັງຫ້ອງປະຊຸມນີ້ຕອນນີ້ເລີຍ, ດຣ.ເຄແກນ ຈະພາທ່ານໄປຫາຫ້ອງງຽບໆເພື່ອອະທິ ຖານ,ຂໍໃຫ້ທ່ານໄປໃນຂະນະທີ່ຂ້າພະເຈົ້າຮ້ອງເພງນີ້ອີກເທື່ອໜື່ງ.

ຂ້າພະຍາຍາມໃນຫົນທາງທີ່ເສຍເວລາເປັນພັນປີ
ຄວາມຢໍາເກງຂອງຂ້າເພື່ອລະງັບຄວາມຫວັງເພື່ອຍົກ
ແຕ່ສິ່ງທີ່ຂ້າຕ້ອງການຄືສິ່ງທີ່ພຣະຄໍາພີເວົ້າວ່າ
ບໍ່ມີທາງອື່ນນອກຈາກພຣະເຢຊູ

ຈິດໃຈຂ້າເປັນກາງຄືນຫົວໃຈຂ້າເປັນເຫຼັກ
ຂ້າແນມບໍ່ເຫັນ, ຂ້າບໍ່ຮູ້ສຶກ
ເພື່ອຄວາມສະຫວ່າງ,ຊີວິດ,ຂ້າຕ້ອງອ້ອນວອນ
ໃນຄວາມເຊື່ອງ່າຍໆຕໍ່ພຣະເຢຊູ
(“In Jesus” by James Procter, 1913).

ຂໍເຊີນດຣ.ແຊນ ມາຊ່ວຍນໍາພວກເຮົາອະທິຖານເພື່ອຄົນທີ່ຕອບຮັບແດ່. ເອແມນ

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍທ້າວອາເບວ ພຣຸດໂຮມ: ລູກາ 23:39-43.
ບັນເລງເພງກ່ອນຄໍາເທດສະໜາໂດຍ ທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“In Jesus” (by James Procter, 1913).

ໂຄງຮ່າງບົດເທດສະໜາ

ຄວາມເຊື່ອງ່າຍໆໃນພຣະເຢຊູ

(ບົດເທດສະໜາຕອນທີ່ 15 ໃນອິດສະຢາ 53)
SIMPLE FAITH IN JESUS
(SERMON NUMBER 15 ON ISAIAH 53)

ໂດຍ: ດຣ.ອາ.ແອວ.ໄຮເມີ ຈູເນຍ

“ພວກເຮົາໄດ້ລີ້ໜ້າຂອງເຮົາຈາກພຣະອົງ”(ອິດສະຢາ 53:3)

(ອິດສະຢາ 49:7; ໂຢຮັນ 15:18)

I.    ໜື່ງ ມີຄົນທີ່ລີ້ໜ້າຂອງເຂົາຈາກພຣະຄຣິດໃນການດູຖູກທັງໝົດ. ອິດສະຢາ 53:3.

II.   ສອງ ມີຄົນທີ່ລີ້ໜ້າຂອງເຂົາຈາກພຣະຄຣິດໂດຍຄວາມບໍ່ສົນໃຈ. ອິດສະຢາ 53:3.

III.  ສາມ ມີຄົນທີ່ລີ້ໜ້າຂອງເຂົາຈາກພຣະຄຣິດໂດຍການບໍ່ເອົາໃຈໃສ່. ອິດສະຢາ 55:6; 53:3; ລູກາ 23:43.