Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ໝາຍເຫດເລື່ອງວັນອົດອາຫານຂອງພວກເຮົາໃນວັນອັງຄານ

NOTES ON OUR FAST-DAY ON TUESDAY
(Laotian)

ໂດຍດຣ. ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 12/8/2018
A sermon preached at the Baptist Tabernacle of Los Angeles
Lord's Day Evening, August 12, 2018

“ເມື່ອທ່ານອົດອາຫານ ຈົ່ງທາຫົວແລະລ້າງໜ້າ ເພື່ອທ່ານຈະບໍ່ປາກົດແກ່ຄົນອື່ນວ່າອົດອາຫານ ແຕ່ໃຫ້ປາກົດແກ່ພຣະບິດາຂອງທ່ານຜູ້ຊົງສະຖິດໃນທີ່ລີ້ລັບ ແລະພຣະບິດາຂອງທ່ານຜູ້ທອດພຣະເນດເຫັນໃນທີ່ລີ້ລັບ ຈະຊົງໂຜດປະທານບຳເໜັດແກ່ທ່ານຢ່າງເປີດເຜີຍ”(ມັດທາຍ 6:17,18)


ສັງເກດວ່າພຣະເຢຊູບໍ່ໄດ້ກ່າວວ່າ “ຖ້າທ່ານອົດອາຫານ”ບໍ່ເລີຍ,ພຣະອົງຊົງກ່າວ ວ່າ “ເມື່ອທ່ານອົດອາຫານ” ການອົດອາຫານເບິ່ງຄືວ່າເປັນເລື່ອງແປກສໍາລັບຊາວໂລກໃນ ປັດຈຸບັນນີ້, ບາງເທື່ອແມ່ທີ່ກັງວົນໃຈຫຼາຍໂພດກໍຈະຄິດວ່າທ່ານກໍາລັງອຶດຢາກຈົນຕາຍກໍ ໄດ້ຖ້າທ່ານຫາກມີຊີວິດໂດຍບໍ່ໄດ້ກິນຫຍັງເລີຍ, ຢ່າໄປຕົວະແມ່ຂອງທ່ານເລີຍ, ຈົ່ງບອກເພິ່ນວ່າທ່ານຈະບໍ່ກິນເຂົ້າໃນຄາບນັ້ນ.

ບໍ່ແມ່ນທຸກຄົນຄວນອົດອາຫານ, ຖ້າທ່ານຫາກມີບັນຫາດ້ານສຸຂະພາບ ທ່ານຄວນ ຈະໄປພົບທ່ານໝໍກ່ອນທີ່ຈະເລິ່ມອົດອາຫານ, ຢູ່ຄຣິສຕະຈັກຂອງເຮົາທ່ານສາມາດໄປຫາ ດຣ.ຈູດິດ ເຄແກນ ຫຼືດຣ.ໄຄຣ້ທັນ ແອວ.ແຊນ ໄດ້, ຫຼືທ່ານສາມາດໂທຫາພວກເຂົາທາງໂທລະສັບໄດ້, ເບີມືຖືຂອງດຣ.ຈູດິດ ເຄແກນ ແມ່ນ(213)324-3231, ມືຖືຂອງດຣ.ແຊນ ແມ່ນ (323)819-5153, ຖ້າທ່ານຫາກມີບັນຫາເຊັ່ນ: ເບົາຫວານ ຫຼືຄວາມດັນເລືອດສູງ ຫຼືອັນອື່ນທ່ານກໍຄວນທີ່ຈະໂທຫາ ດຣ.ຈູດິດ ເຄແກນ ຫຼືດຣ.ແຊນ ຫຼືລົມກັບພວກເຂົາຫຼັງຈາກເລີກນະມັດສະການ,ຖ້າພວກເຂົາບອກທ່ານວ່າທ່ານບໍ່ຄວນຈະອົດອາຫານ, ທ່ານກໍສາ ມາດໃຊ້ເວລາຫຼາຍໆໃນການອະທິຖານໃນວັນທີພວກເຮົາມີການອົດອາຫານໃນວັນອັງຄານນີ້ໄດ້, ທ່ານສາມາດເຂົ້າຮ່ວມກັບພວກເຮົາໃນການອະທິຖານໂດຍບໍ່ຕ້ອງອົດອາຫານໃນມື້ນັ້ນໄດ້.

ໃນວັນອັງຄານທີ 14 ເດືອນສິງຫາ ພວກເຮົາຈະມີວັນອົດອາຫານຢູ່ຄຣິສຕະຈັກ ຂອງເຮົາ, ບໍ່ມີໃຜໃນພວກທ່ານຈໍາເປັນຕ້ອງອົດອາຫານ, ຈະບໍ່ມີໃຜເຊັກເບິ່ງວ່າທ່ານອົດອາ ຫານຫຼືບໍ, ຖ້າທ່ານອົດອາຫານກັບພວກເຮົາມັນກໍຈະເປັນການສະໝັກໃຈ, ຈົ່ງເຮັດຖ້າທ່ານ ມີຄວາມຢາກທີ່ຈະເຮັດ, ຢ່າໄປເຮັດຖ້າທ່ານຫາກບໍ່ຢາກຈະເຮັດ.

ນີ້ແມ່ນເທື່ອທໍາອິດທີ່ພວກເຮົາມີວັນອົດອາຫານໃນຊ່ວງໄລຍະເວລາຫຼາຍເດືອນ,ຂ້າພະເຈົ້າໄດ້ຮັບການເຕືອນສະຕິເຖິງເລື່ອງຄວາມຈໍາເປັນສໍາລັບການອົດອາຫານ ແລະອະທິຖານໂດຍທາງດຣ.ເອວເມີແອວ.ທາວ ເຊິ່ງເປັນຜູ້ຮ່ວມກໍ່ຕັ້ງມະຫາວິທະຍາໄລລິເບີຕີ້,ຄວາມຄິດແລະຄໍາເຫັນຕ່າງໆທີ່ຂ້າພະເຈົ້າຈະເອົາໃຫ້ໃນບົດເທດນີ້ຖືກຮວບຮວມມາຈາກປື້ມຂອງດຣ.ທາວທີ່ຊື່ວ່າ The Beginner’s Guide to Fasting, ມັນເປັນໜັງສືທີ່ດີ, ຖ້າທ່ານ ຢາກຈະໄດ້ໂຕກັອບປີ້,ທ່ານກໍສາມາດສັ່ງຊື້ຜ່ານທາງເວັບໄຊ Amazon.com ໄດ້.

ການອົດອາຫານມີຫຼາຍແບບໃນໜັງສືຂອງດຣ.ທາວ, ແຕ່ພວກເຮົາກໍາລັງຈະມີ ການອົດອາຫານວັນໜຶ່ງຊື່ງລາວເອີ້ນວ່າ “ການອົດອາຫານຢອມກິບເປິ” ນີ້ແມ່ນການອົດອາ ຫານວັນໜຶ່ງຊື່ງຄົນຢິວຜູ້ທີ່ເຊື່ອຖືກຖືກຮຽກຮ້ອງໃຫ້ປະຕິບັດຕາມ(ລະບຽບພວກເລວີ16:29)

ປັດຈຸບັນນີ້,ພວກຄຣິສຕຽນບໍ່ໄດ້ຖືກຮຽກຮ້ອງໃຫ້ອົດອາຫານ-ແຕ່ພວກເຮົາກໍໄດ້ຮັບອະນຸຍາດໃຫ້ອົດອາຫານໄດ້, ພຣະເຢຊູຊົງກ່າວວ່າ “ເມື່ອທ່ານອົດອາຫານ”(ມັດທາຍ 6:16) ເພາະການອົດອາຫານຄືວິໄນເພື່ອສ້າງບຸກຄະລິກ ແລະຄວາມເຊື່ອຂອງເຮົາ.

ຖ້າທ່ານບໍ່ເຄີຍອົດອາຫານມັນກໍອາດຈະເຮັດໃຫ້ທ່ານຢ້ານທີ່ຈະຄິດເຖິງການດໍາເນີນຊີວິດໂດຍບໍ່ມີອາຫານເປັນມື້, ແຕ່ການອົດອາຫານຈະບໍ່ທໍາຮ້າຍທ່ານຫຼາຍກວ່າການຫຼຸດນໍ້າໜັກດອກ, ການອົດອາຫານວັນໜຶ່ງຈະບໍ່ເປັນອັນຕະລາຍຕໍ່ບຸກຄົນທົ່ວໄປທີ່ໄດ້ຮັບການຢືນຢັນຈາກທ່ານໝໍແລ້ວວ່່າ “ໄດ້”- ເຊັ່ນ: ດຣ.ຈູດິດ ເຄແກນ ຫຼືດຣ.ແຊນ.

“ການອົດອາຫານຢອມກິບເປິ” ວັນໜຶ່ງຄືຫົນທາງທີ່ດີທີ່ສຸດທີ່ຈະອົດອາຫານເທື່ອທໍາອິດຂອງທ່ານໃນວັນອັງຄານ, ພວກທ່ານບໍ່ໄດ້ຮຽກຮ້ອງໃຫ້ອົດອາຫານ, ທ່ານເຮັດດ້ວຍຄວາມສະໝັກໃຈເໝືອນກັບການມີວິໄນຝ່າຍວິນຍານ, ຢ່າໄປກັງວົນວ່າຄົນອື່ນຈະຄິດແນວໃດເພາະການອົດອາຫານຂອງທ່ານເປັນຂໍ້ຜູກມັດສ່ວນຕົວລະຫວ່າງທ່ານກັບພຣະເຈົ້າ ການອົດອາຫານຈະຊ່ວຍໃຫ້ທ່ານກາຍເປັນນັກຮົບອະທິຖານເພື່ອພຣະເຈົ້າ.

ເມື່ອທ່ານອົດອາຫານໃນວັນອັງຄານ,ຈົ່ງຄາດຫວັງວ່າຈະມີການຂັດຂວາງ, ພະຍາມານຈະຕໍ່ຕ້ານທ່ານ, ຖ້າທ່ານອະທິຖານເພື່ອຄວາມລອດຂອງຄົນອື່ນ ຫຼືສໍາລັບຄຣິສຕະຈັກຂອງທ່ານ, ຊາຕານກໍຈະຕໍ່ຕ້ານທ່ານ, ການອົດອາຫານບໍ່ແມ່ນເລື່ອງງ່າຍ, ດັ່ງນັ້ນເມື່ອທ່ານເລິ່ມຕົ້ນການພະຈົນໄພແຫ່ງການອົດອາຫານຂອງທ່ານຈົ່ງເຮັດດ້ວຍຄວາມຮູ້ທີ່ວ່າມັນຈະຕ້ອງຍາກ, ແຕ່ບໍາເໜັດລາງວັນຈະຄຸ້ມຄ່າຢ່າງແນ່ນອນ.

ການອົດອາຫານຢອມກິບເປິວັນໜຶ່ງແມ່ນເລິ່ມຕອນຕາເວັນຕົກເຖິງຮອດຕາເວັນຕົກ ໃນພຣະຄໍາພີ, ຖ້າທ່ານຈະອົດອາຫານກັບພວກເຮົາເປັນເວລາວັນໜຶ່ງທ່ານກໍຄວນຈະກິນແຕ່ອາຫານເບົາກ່ອນທີ່ຕາເວັນຈະຕົກ(ປະມານ 8:30ແລງ), ຈົ່ງກິນໝາກກ້ວຍໜ່ວຍໜື່ງ ຫຼືຊີຣຽວຖ້ວຍນ້ອຍໆ, ມື້ຕໍ່ມາຢ່າກິນເຂົ້າເຊົ້າ ຫຼືທ່ຽງ, ເມື່ອຮອດຕອນຕາເວັນຕົກໃນວັນອັງຄານພວກເຮົາຈະມີອາຫານສໍາລັບພວກທ່ານຢູ່ຄຣິສຕະຈັກນີ້, ພວກທ່ານສາມາດກິນອາຫານເບົາຄືກັບກິນກ້ວຍກ່ອນທີ່ທ່ານຈະມາໂບດຕອນ 7:00 ແລງໃນວັນອັງຄານ, ພວກເຮົາຈະກຽມເຂົ້າປຽກເຂົ້າໂອດແລະແຊນວິດເພື່ອທ່່ານເມື່ອທ່ານມາທີ່ນີ້, ແລ້ວພວກເຮົາກໍຈະມີການອະທິຖານອີກ ແລະໃຫ້ໂອກາດພວກທ່ານທີ່ຈະກ່າວຄໍາພະຍານກ່ຽວກັບວັນແຫ່ງການອົດອາຫານແລະອະທິຖານຂອງທ່ານ ແລ້ວຂ້າພະເຈົ້າກໍຈະເທດສະໜາສັ້ນໆ.

ເມື່ອທ່ານອົດອາຫານແລະອະທິຖານໃນວັນອັງຄານ, ທ່ານຄວນມີເປົ້າໝາຍ,ເປົ້າ ໝາຍຂອງວັນອົດອາຫານນີ້ກໍຄືເພື່ອຂໍໃຫ້ພຣະເຈົ້າໃຊ້ແຜນການຂອງພວກເຮົາໃນການຫລິ້ນເກມແລງວັນເສົາສໍາລັບພວກຜູ້ຊາຍເພື່ອນໍາຄົນອື່ນໆເຂົ້າມາໃນຄຣິສຕະຈັກຂອງເຮົາ, ຖ້າ ພຣະເຈົ້າບໍ່ອວຍພອນເກມກໍຈະບໍ່ມີໃຜເຂົ້າມາຄຣິສຕະຈັກຂອງພວກເຮົາ ແລະເກມກໍຈະກາຍເປັນພຽງກິດຈະກໍາອີກອັນໜຶ່ງ,ເປັນສ່ວນໜື່ງຂອງ “ເຄື່ອງຈັກ”ຂອງຄຣິສຕະຈັກ,ເປັນພຽງກິດຈະກໍາອັນໜຶ່ງທີ່ບໍ່ເກີດຜົນຫຍັງ, ພວກເຮົາຈະມີວັນອົດອາຫານອີກວັນໜຶ່ງເພື່ອອະທິ ຖານສໍາລັບກິດຈະກໍາໃໝ່ໆຂອງພວກຜູ້ຍິງຂອງເຮົາໃນອີກບໍ່ເທົ່າໃດວັນຂ້າງໜ້ານີ້, ແຕ່ຂ້າພະເຈົ້າຈະຂໍໃຫ້ທຸກຄົນທັງຍິງແລະຊາຍອະທິຖານແລະອົດອາຫານໃນວັນອັງຄານເພື່ອຂໍໃຫ້ພຣະເຈົ້າໃຊ້ເກມແລງວັນເສົາເພື່ອຊັກນໍາໃຫ້ຄົນໃໝ່ເຂົ້າມາໃນຄຣິສຕະຈັກຂອງພວກເຮົາ, ພວກທ່ານອາດຈະອະທິຖານເພື່ອສິ່ງອື່ນກໍໄດ້-ແຕ່ເປົ້າໝາຍຫຼັກໆຂອງການອົດອາ ຫານເທື່ອນີ້ຄວນຈະໂຟກັສໃນເລື່ອງນັ້ນ-ຂໍໃຫ້ພຣະເຈົ້າຊ່ວຍພວກຜູ້ຊາຍໃຫ້ພາຄົນມາຫລີ້ນເກມ ແລ້ວເຂົ້າຮ່ວມການນະມັດສະການໃນວັນອາທິດຂອງເຮົາ, ຈົ່ງອະທິຖານແລະອົດອາຫານເພື່ອເປົ້າໝາຍນັ້ນ, ພວກເຮົາຢາກໃຫ້ພວກຜູ້ຍິງອົດອາຫານກັບພວກເຮົາເພື່ອເປົ້າໝາຍນັ້ນເຊັ່ນກັນ.

ຈົ່ງຈື່ທີ່ຈະເລິ່ມວັນອົດອາຫານຂອງທ່ານໃນແລງວັນຈັນດ້ວຍອາຫານເບົາ,ແລ້ວຈົ່ງອົດອາຫານເຊົ້າກັບອາຫານທ່ຽງໃນວັນອັງຄານ, ຈົ່ງກິນອາຫານເບົາໜ້ອຍໜຶ່ງຈົນຮອດຕອນແລງ, ແລ້ວຈົ່ງມາທີ່ຄຣິສຕະຈັກຕອນ 7:00 ໂມງໃນວັນອັງຄານ ແລ້ວພວກເຮົາຈະມາຈົບການອົດອາຫານນໍາກັນດ້ວຍເຂົ້າປຽກເຂົ້າໂອດ ກັບແຊນວິດ.

ເມື່ອທ່ານອົດອາຫານ...ນີ້ໝາຍຄວາມວ່າພຣະເຢຊູຊົງຮັບຮອງໃນເລື່ອງການອົດອາ ຫານ, ພວກຄຣິສຕຽນຈະຕ້ອງອົດອາຫານເພື່ອຮັບເອົາການຊົງນໍາ ແລະລິດອໍານາດຈາກ ພຣະວິນຍານບໍລິສຸດ, ດຣ.ຈອນອາ.ໄຣສ໌ ໄດ້ກ່າວວ່າ: “ຂ້າພະເຈົ້າຮູດີວ່າການອົດອາຫານທີ່ແທ້ຈິງ...ຈະໄດ້ຮັບພຣະພອນທີ່ພຣະເຈົ້າຕ້ອງການທີ່ຈະໃຫ້ເຮົາ” ສະເປີໂຈນ ໄດ້ກ່າວວ່າ “ພວກເຮົາໄດ້ສູນເສຍພຣະພອນອັນຍິ່ງໃຫຍ່ໃນຄຣິສຕະຈັກຂອງຄຣິສຕຽນໂດຍການເລິກການອົດອາຫານ” ດຣ.ອາ.ເອ.ທໍຣີິ່ ກ່າວວ່າ “ຖ້າພວກເຮົາຈະອະທິຖານດ້ວຍລິດອໍານາດ, ພວກເຮົາກໍຄວນອະທິຖານດ້ວຍການອົດອາຫານ” ນັກປະກາດຜູ້ຍິ່ງໃຫຍ່ ຈອນເວສລີ ໄດ້ກ່າວວ່າ: “ທ່ານມີວັນໃດໜຶ່ງຂອງການອົດອາຫານແລະທິຖານບໍ? ຈົ່ງສັ່ນບັນລັງແຫ່ງພຣະຄຸນ...ແລະພຣະເມດຕາຈະສະເດັດລົງມາ” ສິດຍາພິບານຊາວຈີິນຂອງຂ້າພະເຈົ້າ ດຣ.ທິໂມທີ ລິນ ໄດ້ກ່າວວ່າ: “ຄວາມຮູ້ສຶກຕົວຝ່າຍວິນຍານຂອງເຮົາມັກຖືກປົດລັອກທັນທີທີ່ພວກເຮົາເລິ່ມອົດອາຫານແລະອະທີຖານ... ນີ້ຄືການເວົ້າຈາກປະສົບການສ່ວນຕົວຂອງຂ້າພະເຈົ້າ”

ຈົ່ງເອົາເຈ້ຍຄໍາເທດສະໜານີ້ກັບບ້ານພ້ອມກັບທ່ານໃນຄືນນີ້, ຈົ່ງອ່ານຄໍາເທດສະໜານີ້ໃນມື້ອື່ນນີ້ໃນຂະນະທີ່ທ່ານຕຽມຕົວທີ່ຈະເລີ່ມການອົດອາຫານຂອງທ່ານໃນຕອນແລງດ້ວຍອາຫານເບົາ, ນີ້ແມ່ນປະເດັ່ນບາງຢ່າງທີ່ທ່ານຈະຕ້ອງຈື່ໄວ້ເມື່ອທ່ານອົດອາຫານແຕ່ຄືນວັນຈັນຈົນຮອດຄືນວັນອັງຄານ:

1. ຈົ່ງເຮັດໃຫ້ການອົດອາຫານຂອງທ່ານເປັນຄວາມລັບ(ເທົ່າທີ່ຈະເປັນໄປໄດ້)ຢ່າ ໄປບອກຄົນອື່ນວ່າທ່ານກໍາລັງອົດອາຫານຢູ່.

2. ຈົ່ງທ່ອງຈໍາເອຊາຢາ 58:6 ໃນຊ່ວງການອົດອາຫານວັນອັງຄານ.

“ການອົດອາຫານແບບນີ້ບໍ່ແມ່ນບໍທີ່ເຮົາຕ້ອງການ ຄືການແກ້ພັນທະນະຂອງຄວາມຊົ່ວ, ການປົດພາລະໜັກລົງ ແລະການປ່ອຍໃຫ້ຜູ້ຖືກບີບບັງຄັບເປັນອິດສະລະ ແລະການຫັກແອກທຸກອັນ”(ເອຊາຢາ 58:6)

3. ຈົ່ງອ່ານມັດທາຍ 7:7-11 ດ້ວຍຄວາມລະມັດລະວັງຫຼາຍໆເທື່ອໃນຂະນະທີ່ ທ່ານອົດອາຫານໃນວັນອັງຄານ.

“ຈົ່ງຂໍແລ້ວຈະໄດ້ ຈົ່ງຫາແລ້ວຈະພົບ ຈົ່ງເຄາະແລ້ວຈະເປີດໃຫ້ແກ່ທ່ານ ເພາະວ່າທຸກຄົົນທີ່ຂໍກໍໄດ້ຮັບ ຄົົນທີ່ສະແຫວງຫາກໍພົບ ແລະຄົົນທີ່ເຄາະກໍຈະເປີດໃຫ້ເຂົາ ໃນພວກທ່ານມີໃຜແດ່ທີ່ຈະເອົາກ້ອນຫີນໃຫ້ລູກ ເມື່ອເຂົາຂໍເຂົ້າຈີ່ ຫລືເອົາງູໃຫ້ເມື່ອລູກຂໍປາ ເຫດສະນັ້ນ ຖ້າທ່ານທັງຫລາຍເອງຜູ້ເປັນຄົນຊົ່ວ ຍັງຮູ້ຈັກໃຫ້ຂອງດີແກ່ລູກຂອງຕົນ ຫຼາຍກວ່ານັ້ນເທົ່າໃດພຣະບິດາຂອງທ່ານຜູ້ຊົງສະຖິດໃນສະຫວັນອຈະປະທານຂອງດີແກ່ຜູ້ທີ່ຂໍຈາກພຣະອົງ”(ມັດທາຍ 7:7-11)

4. ຈົ່ງອະທິຖານຂໍໃຫ້ພວກຜູ້ຊາຍຂອງເຮົາພາພວກຄົນໜຸ່ມຫຼາຍໆຄົນເຂົ້າມາຫລິ້ນ ບານບ້ວງໃນແລງວັນເສົາທີ 18.

5. ຈົ່ງດື່ມນໍ້າຫຼາຍໆ,ປະມານຈອກໜຶ່ງທຸກສອງຊົ່ວໂມງ, ພວກທ່ານສາມາດກິນ ກາເຟດໍາຫຼືນໍ້າຊາໄດ້(ໂດຍບໍ່ໃສ່ຄີມຫຼືນໍ້າຕານ)ຖ້າຫາກທ່ານລື້ງກິນມັນທຸກມື້, ຖ້າທ່ານຫາກຮູ້ສຶກ “ເຈັບຫົວໜ້ອຍໜຶ່ງ”ທ່ານກໍສາມາດກິນນໍ້າສະໄປຣ້ເຢັນໆ ຫຼືເຊເວັນອັບໄດ້(ຈອກໜຶ່ງຫຼືສອງຈອກ),ຢ່າກິນເຄື່ອງດື່ມຊູກໍາລັງເດັດຂາດ.

6. ຖ້າທ່ານຫາກມີຄໍາຖາມໃດໆກ່ຽວກັບສຸຂະພາບເຊັ່ນວ່າຄວາມດັນເລືອດສູງ ຫຼື ເບົາຫວານ,ຈົ່ງໄປລົມກັບດຣ.ຈູດິດ ເຄແກນຫຼື ດຣ.ໄຄຣ້ທັນ ແຊນ ກ່ອນທີ່ ທ່ານຈະອົດອາຫານ, ເບີມືຖືຂອງເຂົາເຈົ້າກໍໄດ້ໃຫ້ແລ້ວໃນຕອນຕົ້ນຂອງບົດ ເທດນີ້.

7. ຈົ່ງເລີິ່ມອົດອາຫານຂອງທ່ານຫຼັງຈາກກິນອາຫານເບົາໃນແລງວັນຈັນ, ຈົບການ ອົດອາຫານຂອງທ່ານດ້ວຍອາຫານເບົາໃນແລງວັນອັງຄານ-ແລ້ວຈົ່ງມາທີ່ຄຣິສ ຕະຈັກເພື່ອກິນເຂົ້າຕອນ 7:00 ໂມງໃນຄືນວັນອັງຄານ.

8. ຈົ່ງຈື່ທີ່ຈະໂຟກັສຄໍາອະທິຖານຂອງທ່ານໃນວັນອັງຄານເລື່ອງຄວາມສໍາເລັດ ຂອງພວກຜູ້ຊາຍຂອງເຮົາທີ່ຈະພາຄົນມາຫລີ້ນບານບ້ວງໃນວັນເສົາໜ້າ.


ທ່ານສາມາດໂທຫາດຣ.ໄຮເມີໄດ້ທີ່ (818)352-0452 ຕອນໃດກໍໄດ້ຖ້າທ່ານຫາກມີບັນຫາ ຫຼືຄໍາຖາມ ຫຼືໂທຫາເມຍຂອງເພິ່ນກໍໍໄດ້ທີ່ເບີ (818)645-7356 ແລ້ວບອກເພິ່ນວ່າຢາກລົມນໍາຂ້າພະເຈົ້າ.

ຂ້າພະເຈົ້າຈະອະທິຖານເພື່ອຂໍໃຫ້ທ່ານມີເວລາແຫ່ງຄວາມສໍາເລັດໃນການອົດອາ ຫານແລະອະທິຖານ! ອີກອັນໜຶ່ງ: ຖ້າທ່ານຫາກເຮັດວຽກ ຫຼືໄປໂຮງຮຽນໃນວັນອັງຄານ,ຈົ່ງອະທິຖານຢ່າງງຽບໆຕະຫຼອດເວລາສໍາລັບຄໍາຂໍນີ້, ຈົ່ງເກັບບົດເທດນີ້ໄວ້ກັບທ່ານໃນວັນອັງຄານເພື່ອທີ່ທ່ານຈະສາມາດອ່ານຄືນເພື່ອໃຫ້ຈື່ທັງ 8 ຢ່າງ(ຂ້າງເທິງ)ໄດ້,ຂໍພຣະເຈົ້າອວຍພອນພວກທ່ານທຸກຄົນ!

ດຣ.ອາ.ແອວ.ໄຮເມີ ຈູເນຍ
ຟີລິບປອຍ 4:13

ຂໍເຊີນຢືນຂຶ້ນ ແລ້ວຮ້ອງເພງບົດທີ 4 “ໂຜດສອນຂ້າໃຫ້ອະທິຖານ”

ພຣະເຈົ້າຂ້າໂຜດສອນຂ້າໃຫ້ອະທິຖານ, ສອນຂ້າໃຫ້ອະທິຖານ, ໃຈຂອງຂ້າ
ຮ້ອງຫາພຣະອົງທັງວັນ,ຂ້າປາດຖະໜາທີ່ຈະຮູ້ຈັກນໍ້າພຣະໄທແລະທາງຂອງ
ພຣະອົງ, ພຣະເຈົ້າຂ້າໂຜດສອນຂ້າໃຫ້ອະທິຖານ, ສອນຂ້າໃຫ້ອະທິຖານ

ພຣະອົງເຈົ້າລິດເດດໃນການອະທິຖານ,ລິດເດດໃນການອະທິຖານ, ຢູ່ທີ່ນີ້ໃນທ່າມ ກາງໂລກແຫ່ງຄວາມບາບ, ໂສກເສົ້າແລະກັງວົນ, ຜູ້ຄົນຫຼົງຫາຍແລະກໍາລັງຕາຍ, ຈິດວິນຍານໝົດຫວັງ, ໂອຂໍປະທານລິດເດດໃຫ້ຂ້າ, ລິດເດດໃນການອະທິຖານ

ພຣະເຈົ້າຂ້າໂຜດສອນຂ້າໃຫ້ອະທິຖານ, ສອນຂ້າໃຫ້ອະທິຖານ, ພຣະອົງຊົງເປັນ
ແບບຂອງຂ້າໃນແຕ່ລະວັນ, ພຣະອົງຊົງເປັນຄວາມໝັ້ນຄົງຂອງຂ້າ ດຽວນີ້ແລະ ຕະຫຼອດໄປ, ພຣະເຈົ້າຂ້າໂຜດສອນຂ້າໃຫ້ອະທິຖານ, ສອນຂ້າໃຫ້ອະທິຖານ.
   (“Teach Me to Pray,” Albert S. Reitz, 1879-1966).


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາໂດຍ:ເບັນຈາມິນ ຄິນເຄດກຣິຟຟິດ:
“Teach Me to Pray” (Albert S. Reitz, 1879-1966).