Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ມີການຕົກໃຈຫຼາຍກັບຂໍ້ຄວາມຂອງຄົນໜຸ່ມ -
ຄໍາຕອບຂອງຂ້າພະເຈົ້າຕໍ່ພໍວອສເຊີ!

AN EVEN MORE SHOCKING YOUTH MESSAGE -
MY ANSWER TO PAUL WASHER!
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນແລງວັນຂອງພຣະເຈົ້າ 16/2/2014
A sermon preached at the Baptist Tabernacle of Los Angeles
Lord’s Day Evening, February 16, 2014

“ດຽວນີ້ໄປເຖີດ ຂຽນລົງໄວ້ເທິງແຜ່ນຈາລຶກຕໍ່ໜ້າເຂົາແລະຈົດໄວ້ໃນໜັງສື ເພື່ອໃນເວລາທີ່ຈະມາເຖິງຈະເປັນສັກຂີພະຍານເປັນນິດ ເພາະວ່າເຂົາທັງ
ຫຼາຍເປັນຊົນຊາດດື້ດຶງ, ເປັນລູກຂີ້ຕົວະເປັນຫຼານທີ່ບໍ່ຍອມຟັງພຣະບັນຍັດ
ຂອງພຣະເຢໂຮວາ ຊື່ງກ່າວແກ່ຜູ້ທໍານວາຍວ່າ ຢ່າເຫັນເລີຍ ແລະຜູ້ພະຍາ ກອນວ່າ ຢ່າທໍານວາຍສິ່ງທີ່ຖືກຕ້ອງແກ່ເຮົາເລີຍ ຈົ່ງເວົ້າສິ່ງທີ່ລາບລື່ນແກ່
ພວກເຮົາ ຈົ່ງທໍານວາຍມານຍາ” (ອິດສະຢາ 30:8-10).


ມີນັກເທດໜຸ່ມທີ່ດີຄົນໜື່ງຂຽນອີເມວຍາວສະບັບໜື່ງຫາຂ້າພະເຈົ້າໃນມື້ໜື່ງ,ລາວ
ໄດ້ຮັບການເຈີມຕັ້ງແລ້ວ,ລາວໄດ້ເທດສະໜາມາໄດ້ສີ່ປີແລ້ວ,ລາວແຕ່ງງານແລ້ວແລະມີ ລູກສອງຄົນ,ລາວເວົ້າວ່າລາວໄດ້ກັບໃຈໃຫມ່ຫຼັງຈາກທີ່ໄດ້ອ່ານໜັງສືຂອງພວກເຮົາຊື່ວ່າ ຄໍາເທດສະໜາຕໍ່ຊົນຊາດທີ່ຕາຍແລ້ວ

ລາວຂຽນບາງຢ່າງທີ່ໜ້າສົນໃຈຫຼາຍແລະເປັນສິ່ງທີ່ກະຕຸ້ນກ່ຽວກັບສິ່ງທີ່ຜິດພາດທີ່ ເກີດຂື້ນກັບຄໍາເທດສະໜາຢູ່ໃນຄຣິສຕະຈັກສ່ວນຫຼາຍຂອງພວກເຮົາ,ຂ້າພະເຈົ້າເຫັນດ້ວຍ ກັບສິ່ງທີ່ລາວເວົ້າ, ຢ່າຟ້າວປິດເລື່ອງນີ້, ສິ່ງທີ່ຂ້າພະເຈົ້າກໍາລັງຈະເວົ້າກໍຄືຂ້າພະເຈົ້າເຊື່ອ ວ່າມັນເປັນສິ່ງທີ່ສໍາຄັນຫຼາຍທີ່ພວກເຮົາຈໍາເປັນຕ້ອງໄດ້ຍິນໃນສະໄໝຂອງເຮົາ.

ໃນຂໍ້ພຣະຄໍາພີຂອງເຮົາພຣະເຈົ້າໄດ້ບອກຜູ້ທໍານວາຍອິດສະຢາວ່າປະຊາຊົນເປັນຄົນທີ່ີກະບົດ, ພວກເຂົາບໍ່ຢາກໄດ້ຍິນ “ພຣະບັນຍັດຂອງພຣະເຈົ້າ” (ອິດສະຢາ 30:9), ພວກເຂົາບໍ່ຕ້ອງການທີ່ຈະປະເຊີນໜ້າກັບຄວາມຈິງຈາກພຣະເຈົ້າ, ພວກເຂົາຢາກໃຫ້ພວກ ຜູ້ທໍານວາຍເວົ້າ“ສິ່ງທີ່ລາບລື່ນ” - ຄໍາເວົ້າທີ່ພໍໃຈ” ແລະ“ຄໍາຫລອກລວງ”ຫຼື“ພາບລວງຕາ”

ຜູ້ຄົນໃນສະໄໝຂອງອິດສະຢາຢາກໄດ້ຍິນ“ສິ່ງທີ່ລາບລື່ນ”ເຫດສັນນັ້ນພຣະເຈົ້າຈື່ງ
ບອກກັບຜູ້ທໍານວາຍໃຫ້ຂຽນພຣະຄໍາຂອງພຣະອົງ“ໃນໜັງສື[ແຜ່ນຈາລຶກ]ເພື່ອໃນເວລາທີ່ ຈະມາເຖິງຈະເປັນສັກຂີພະຍານເປັນນິດ”(ອິດສະຢາ 30:8), ຂ້າພະເຈົ້າເຊື່ອວ່າ“ເວລາທີ່ ຈະມາເຖິງ”ແນ່ໃສ່ຍຸກສະໄໝຂອງພວກເຮົາ, ສິ່ງນີ້ໄດ້ເຕືອນສະຕິພວກເຮົາເຖິງຄໍາທໍາ ນວາຍຂອງອັກຄະສາວົກເປົາໂລໃນ“ຍຸກສຸດທ້າຍ” (2 ຕີໂມທຽວ 4:1).

“ເພາະຈະເຖິງເວລາທີ່ຄົນຈະທົນຕໍ່ຄຳສອນອັນຖືກຕ້ອງບໍ່ໄດ້ ແຕ່ເຂົາຈະຮວບຮວມຄູໄວ້ໃຫ້ສອນໃນສິ່ງທີ່ເຂົາມັກຟັງ ຕາມຄວາມປາດຖະຫນາຂອງຕົນເອງ ແລະເຂົາຈະຫັນຫູຈາກຄວາມຈິງ ຫັນໄປຟັງເລື່ອງນິຍາຍຕ່າງໆ”
( 2 ຕີໂມທຽວ 4:3-4)

ຕອນນີ້ພວກເຮົາອາໃສຢູ່ໃນຍຸກ“ເວລາທີ່ຈະມາເຖິງ”(ອິດສະຢາ 30:8), ແລະຕອນນີ້ພວກ ເຮົາເຫັນສິດຍາພິບານຫຼາຍຄົນເທດສະໜາ“ຄໍາລາບລື່ນ”ແລະຄໍາເວົ້າພໍໃຈແກ່ຄົນຂອງເຂົາ ເຈົ້າຫຼາຍກວ່າທີ່ຈະເທດພຣະບັນຍັດ ແລະຂ່າວປະເສີດຄືກັບທີ່ບັນພະບຸລຸດຂອງເຮົາເຄີຍ ເຮັດມາເທື່ອໜື່ງແລ້ວ!

ສິ່ງເຫຼົ່ານີ້ທັງໝົດຖືກສັງເກດໂດຍສິດຍາພິບານໜຸ່ມທີ່ຂຽນຈົດໝາຍມາຫາຂ້າພະ ເຈົ້າ, ຂ້າພະເຈົ້າຈະຂໍເອົາໃນສິ່ງທີ່ລາວຂຽນມາໃຫ້ພວກທ່ານຫຼາຍໆຢ່າງພ້ອມດ້ວຍຄວາມ
ເຫັນຂອງຂ້າພະເຈົ້າ.

ລາວບອກວ່າລາວໄດ້ສາລະພາບແຫ່ງຄວາມເຊື່ອຕອນທີ່ອາຍຸເຈັດປີແຕ່ຕໍ່ມາກໍເຂົ້າ
ໃຈວ່າຕົນເອງບໍ່ເຄີຍບັງເກີດໃຫມ່ເລີຍ, ຕໍ່ມາລາວກໍໄດ້ອ່ານໜັງສືຂອງພວກເຮົາຄໍາເທດ ສະໜາຕໍ່ຊົນຊາດທີ່ຕາຍແລ້ວ ,ລາວປະທັບໃຈສະຖິຕິທີ່ໃຫ້ໂດຍດຣ.ດັບໂບຢູ.ເອ.ຄຣິສ ແວວ, ດຣ.ເອ.ດັບໂບຢູໂທເຊີແລະຄົນອື່ນໆອີກໄດ້ໃຫ້ທີ່ເວົ້າວ່າຄົນສ່ວນຫຼາຍທີ່ຢູ່ໃນໂບດທີ່ ເຊື່ອໃນພຣະຄໍາພີເປັນຄົນທີ່ຍັງບໍ່ລອດ,ລາວຮູ້ສຶກວ່າລາວເປັນຄົນໜື່ງໃນນັ້ນ, ລາວໄດ້ໄປ ຫາສິດຍາພິບານຄົນໜື່ງຊື່ງໄດ້“ພາລາວຮັບເຊື່ອພຣະເຈົ້າ”, ລາວໄດ້ຮັບບັບຕິດສະມາອີກ ສອງອາທິດຕໍ່ມາ.

ຫຼັງຈາກນັ້ນລາວກໍໄປຮ່ວມໂບດອື່ນແລະໄດ້ຍິນຊາຍຄົນໜື່ງທີ່ “ເທດສະໜາແທ້” ລາວເວົ້າວ່າລາວຮູ້ດີວ່າຕ້ອງການທີ່ຈະໄດ້ຍິນຄໍາເທດສະໜາປະເພດນັ້ນ“ທີ່ແນ່ນອນບໍ່ປ່ຽນ”
ເພື່ອທີ່ຈະ“ມີຊີວິດຢູ່ເພື່ອພຣະເຈົ້າ”

ຈົນລາວເຊື່ອວ່າຫຼັກຄໍາສອນຂອງການບັງເກີດໃຫມ່ໄດ້ຖືກ“ຫຼຸດຄ່າລົງເປັນທີ່ຍອມ ຮັບຕາມຫຼັກຄວາມຈິງແຫ່ງພຣະຄໍາພີຂອງຂ່າວປະເສີດເພື່ອທີ່ຈະເປັນ[ລັດທິແຊນດິເມນຽນ]
ແລະຈາກນັ້ນກໍຈົ່ມພຶມພໍາຕາມຄໍາອະທິຖານທີ່ບໍ່ເຕັມໃຈເພື່ອຕ້ອນຮັບເອົາພຣະຄຣິສ”

ລາວໄດ້ສະຫຼຸບວ່າພວກທີ່ເອີ້ນວ່າ “ການເທດສະໜາແບບອະທິບາຍ” ບໍ່ໄດ້ໃຊ້ໃນ ການເຮັດໃຫ້ຫຼາຍຄົນກັບໃຈ,ລາວວ່າ “ການເທດສະໜາພຣະຄໍາພີທີ່ແທ້ຈິງເຮັດໃຫ້ກັບໃຈ,
ປຸກໃຫ້ຕື່ນແລະຄົນຫາຈິດໃຈ” ລາວວ່າ “ທ່ານບໍ່ສາມາດສອນຄົນໃຫ້ເຂົ້າເຖິງຄວາມລອດ ໄດ້, ຕ້ອງມີການເທດສະໜາໃຫ້ເຂົ້າເຖິງຄວາມລອດ” ລາວວ່າສິດຍາພິບານຫຼາຍຄົນ “ກໍາລັງພະຍາຍາມສອນຄົນໃຫ້ເຂົ້າເຖິງຄວາມລອດຊື່ງໂດຍທົ່ວໄປແລ້ວຜົນກໍຄືໃນການທີ່ຜູ້ຄົນອະທິຖານຕາມຄໍາອະທິຖານເພື່ອຕ້ອນຮັບເອົາພຣະຄຣິສຊື່ງຄວາມຈິງແລ້ວພວກເຂົາບໍ່ຮູ້ວ່າເປັນຫຍັງພວກເຂົາຈື່ງຕ້ອງການພຣະຄຣິສ”

ແຕ່ຫຼັງຈາກນັ້ນລາວກໍເວົ້າບາງສິ່ງບາງຢ່າງທີ່ເປັນບັນຫາກັບຂ້າພະເຈົ້າໜ້ອຍໜື່ງ
ມັນເຮັດໃຫ້ຂ້າພະເຈົ້າສົງໄສຖ້າຫາກລາວເຂົ້າໃຈແທ້ໃນສິ່ງທີ່ຜິດພາດຂອງຄໍາເທດສະໜາ
ໃນປະຈຸບັນນີ້,ລາວບອກວ່ານັກເທດຫຼາຍຄົນໃນສະໄໝກ່ອນມີຄວາມຈິງຈັງຫຼາຍ“ພວກເຂົາ
ບໍ່ມີຄວາມຢ້ານແລະຜູ້ຄົນກໍຮູ້ເຖິງຕົວຕົນທີ່ແທ້ຈິງຂອງເຂົາແລະມີຄວາມຈິງຈັງ, ນັ້ນແລະ ຄືເຫດຜົນທີ່ວ່າເປັນຫຍັງພວກເຂົາຈື່ງມີການຟື້ນຟູ” ຂ້າພະເຈົ້າມີຄໍາຖາມຕໍ່ອັນນັ້ນ, ຊາລສ໌ຟິນນີ່ ຄືນັກເທດທີ່ມີຄວາມຈິງຈັງແລະບໍ່ຢ້ານ,ລາວເທດສະໜາຢ່າງໜັກເພື່ອຕໍ່ຕ້ານ ຄວາມບາບຈາກຂໍ້ພຣະຄໍາພີໜື່ງຫຼືສອງຂໍ້,ລາວບໍ່ໄດ້ເວົ້າຫລິ້ນ,ແຕ່ການສຶກສາການຮັບໃຊ້ ຂອງຟີ່ນນີ່ຢ່າງລະມັດລະວັງຈະຊີ້ໃຫ້ຜູ້ອ່ານເຫັນເຖິງຄວາມຄິດວ່າການເທດສະໜາຂອງຟີນນີ່ບໍ່ເຄີຍກໍໃຫ້ເກີດການຟື້ນຟູທີ່ແທ້ຈິງທີ່ພຣະເຈົ້າສົ່ງມາ, ເມື່ອລາວມາເຖິງບ່ອນທີ່ລາວໄດ້ ເທດສະໜາທີ່ຖືກ ເອີ້ນວ່າ “ການເຜົາໄໝ້ເໜືອເມືອງ”

ບຸກຄົນທີ່ສົນໃຈໃນຄວາມແຕກຕ່າງລະຫວ່າງການຟື້ນຟູທີ່ແທ້ຈິງແລະ“ລັດທິການ ຟື້ນຟູ”ຂອງຟີນນີ່ຄວນຈະອ່ານ Revival and Revivalism: The Making and Marring of American Evangelicalism 1750-1858, by Iain H. Murray (The Banner of Truth Trust, 1994).ພວກເຂົາຄວນອ່ານແລະສຶກສາອັນນີ້ນໍາ The Old Evangelicalism: Old Truths for a New Awakening by Iain H. Murray (The Banner of Truth Trust, 2005). ໜັງສືເຫຼັ້ມທໍາອິດ
ສະແດງໃຫ້ເຫັນເຖິງຂໍ້ຜິດພາດແລະວິທີຂອງຄໍາເທດສະໜາຂອງຟີນນີ່,ເຫຼັ້ມທີ່ສອງສະແດງ
ໃຫ້ເຫັນເຖິງເຫດຜົນສໍາຫຼັບການເທດສະໜາພຣະບັນຍັດ - ເພື່ອເຮັດໃຫ້ຜູ້ຄົນຮູ້ສຶກເຖິງ ຄວາມຕ້ອງການພຣະຄຣິສຂອງເຂົາ!ນີ້ຄືບັນຫາຫຼັກໆໜື່ງໃນນັ້ນເປັນສິ່ງທີ່ຍາກທີ່ຄົນໃນປະ ຈຸບັນນີ້ຈະເຫັນ, ບົດທີ່ໜື່ງມີຄວາມສໍາຄັນແທ້ໆແຕ່ບົດທີ່ 2 ມີຄວາມສໍາຄັນເທົ່າທຽມກັນ
ມັນມີຊື່ວ່າ “ສະເປີໂຈນແລະການກັບໃຈທີ່ແທ້ຈິງ” ສ່ວນບົດທີ່ 3 ແລະ 4 ກໍຄວນຖືກສຶກ ສາຢ່າງລະມັດລະວັງແລະອ່ານຫຼາຍເທື່ອເຊັ່ນດຽວກັນໃນແບບທີ່ຟີນນີ່ເຊື່ອແລະເທດ, ເປົ້າ
ໝາຍຂອງພຣະບັນຍັດຄືການເຮັດໃຫ້ຄົນບາບຮູ້ສຶກເຖິງການໝົດຫົນທາງຂອງເຂົາເຈົ້າ ແລະຄວາມຕ້ອງການພຣະເຢຊູແລະພຣະໂລຫິດໄຖ່ບາບຂອງພຣະອົງເທິງໄມ້ກາງແຂນ.

ຫຼັງຈາກນັ້ນສິດຍາພິບານໜຸ່ມກໍເວົ້າວ່າມີພຽງຜູ້ຊາຍເທົ່ານັ້ນທີ່ “ຂ້ອຍສາມາດຟັງ ໃນປະຈຸບັນນີ້ແລະໄດ້ຮັບການທ້າທາຍແລະສໍານຶກຄືອາຈານແລະຜູ້ຊາຍທີ່ຊື່ວ່າພໍວອຊເຊີ
ລາວເຊື່ອວ່າການຍອມຮັບຂອງຄຣິສຕຽນຈໍານວນຫຼາຍໃນປະຈຸບັນນີ້ບໍ່ແມ່ນຂ່າວປະເສີດ
ທີ່ແຂ້ງກະດ້າງແຕ່ເປັນຂ່າວປະເສີດທີ່ໂງ່ຫຼາຍກວ່າ” ລາວເວົ້າວ່າວອຊເຊີເທດໃນໂຮງຮຽນ
ພຣະຄໍາພີຂອງດຣ.ຈອນແມັກອາເທີ,ແຕ່ລາວເວົ້າຮຸນແຮງຫຼາຍທີ່“ບາງເທື່ອວອຊເຊີອາດຈະບໍ່ຖືກເຊີນໃຫ້ກັບໄປເທດອີກຫຼັງຈາກເທດເທື່ອນັ້ນ” ໃນຂະນະທີ່ຂ້າພະເຈົ້າກໍາລັງແຕ່ງບົດ ເທດນີ້ຜູ້ຊ່ວຍຂອງຂ້າພະເຈົ້າດຣ.ຊີ.ແອວ.ເຄເກນໄດ້ເບິ່ງບົດເທດນັ້ນຢູ່ອິນເຕີເນັດແລະບັນ
ທຶກລາຍລະອຽດເຖິງເລື່ອງນັ້ນ, ໃນຕອນທີ່ພວກເຮົາສາຍຄືນພວກເຮົາກໍເຂົ້າໃຈວ່າສິ່ງທີ່ ວອຊເຊີໄດ້ເທດສະໜາຢູ່ໃນໂຮງຮຽນສອນພຣະຄໍາພີຂອງດຣ.ແມັກອາເທີອາດຈະໃຫ້ ຄວາມເຂັ້ມແຂງໜ້ອຍໜື່ງແຕ່ມັນຍັງຄົງເປັນພື້ນຖານຄໍາເທດສະໜາຂອງດຣ.ແມັກອາເທີ - ເອີ້ນວ່າ“ຄວາມລອດຕາມແບບພຣະຜູ້ເປັນເຈົ້າ”ນີ້ຄືການຕີລາຄາຂອງດຣ.ເຄແກນເລື່ອງຄໍາ ເທດສະໜາຂອງພໍວອຊເຊີຢູ່ທີ່ໂຮງຮຽນສອນພຣະຄໍາພີຂອງດຣ.ແມັກອາເທີ:

      ວອຊເຊີແນ່ໃສຄວາມເສື່ອມຊາມຂອງມະນຸດ,ພຣະຄຸນຂອງພຣະເຈົ້າ
ການໄຖ່ບາບແລະການໃຫ້ຊີວິດໃຫມ່, ແຕ່(ນີ້ຄືຄວາມແຕກຕ່າງຈາກພວກ ເຮົາ)ພຣະຄຸນແລະການໄຖ່ບາບບໍ່ແມ່ນປະເດັນຫຼັກຂອງການເນັ້ນໜັກຂອງ
ລາວ,ເພາະວອຊເຊີ(ແລະແມັກອາເທີແລະຜູ້ຟັງຢູ່ໃນໂຮງຮຽນພຣະຄໍາພີ)
ໄດ້ເນັ້ນໜັກຈຸດສູນກາງແມ່ນການໄປຫາພຣະເຈົ້າ(ໂດຍສະເພາະຜ່ານທາງການສຶກສາ)ແລະຫຼັງຈາກນັ້ນກໍປະກາດຕໍ່ຄົນຂອງພຣະເຈົ້າ(ຜູ້ທີ່ເປັນຄຣິສ
ຕຽນແລ້ວ)ສິ່ງທີ່ເຈົ້າໄດ້ຮຽນແລະເທດສະໜາຕໍ່ເຂົາເຈົ້າເພື່ອເອົາໄປນໍາໃຊ້
ໃນຊີວິດຄຣິສຕຽນ(ແລ້ວ)ຂອງເຂົາເອງ.
      ໃນການປຽບທຽບກັນການເນັ້ນໜັກຂອງພວກເຮົາແມ່ນເພື່ອປະກາດ ເຖິງຄວາມຮັ່ງມີຂອງຂ່າວປະເສີດ ຕໍ່ ຄົນຫຼົງຫາຍເພື່ອທີ່ເຂົາຈະສາມາດ ກັບໃຈໄດ້, ເມື່ອທຽບກັບຄົນອື່ນແລ້ວພວກເຮົາມີການເທດສະໜາແລະ ການສອນໜ້ອຍໂດຍກົງຕໍ່ພວກຄຣິສຕຽນ, ນິໂຄເດມັສແນ່ນອນໄດ້ສຶກສາ ພຣະຄໍາພີ,ໄດ້ອະທິຖານ,ມີຊີວິດທີ່ຂາວສະອາດ,ຊີວິດທີ່ເຄັ່ງຄັດແລະສອນຜູ້ອື່ນ, ລາວໜ້າຈະໄດ້ຮັບການຍອມຮັບໂດຍວອຊເຊີແລະແມັກອາເທີຖ້າ ຫາກພຣະເຢຊູບໍ່ເວົ້າແບບເຈາະຈົງວ່າລາວຕ້ອງການການເກີດໃຫມ່. (Christopher L. Cagan, Ph.D., M.Div., Ph.D.).

ການຕີລາຄາໂດຍດຣ.ເຄແກນຈໍາເປັນຕ້ອງມີການຕຶກຕອງເພື່ອທີ່ຈະເຂົ້າໃຈຫຼາຍ ຂື້ນວ່າແມ່ນຫຍັງແດ່ທີ່ພົວພັນກັນ, ເຮົາຄວນ ຈື່ໄວ້ວ່າດຣ.ເຄແກນໄດ້ເຂົ້າຮ່ວມຄຣິສຕະຈັກ ຂອງດຣ.ແມັກອາເທີເປັນເວລາໜື່ງປີ,ດັ່ງນັ້ນລາວຈື່ງຮູ້ດີວ່າລາວກໍາລັງເວົ້າເຖິງຫຍັງ, ອີງ ຕາມປະລິນຍາເອກສອງອັນຂອງດຣ.ເຄແກນພ້ອມກັນນັ້ນກໍຍັງໄດ້ຮັບປະລິນຍາໂທຈາກ ໂຮງຮຽນສອນພຣະຄໍາພີທັລບອດອີກເຊັ່ນກັນ.

ເຮົາຈະສາມາດເທດສະນາຂ່າວປະເສີດກັບຄົນບໍ່ເຊື່ອທຸກວັນອາທິດທັງເຊົ້າ-ແລະ ແລງໄດ້ແນວໃດ? ງ່າຍໆແບບດຽວກັນທີ່ສະເປີໂຈນເຮັດ, ຜູ້ຄົນຂອງພວກເຮົາໄດ້ພະຍາ
ຍາມຢ່າງໜັກໃນການນໍາຄົນບໍ່ເຊື່ອເຂົ້າມາສູ່ການນະມັດສະການທຸກເທື່ອ, ພວກເຮົານໍາ ພວກເຂົາຫຼາຍເທື່ອຈົນພວກເຂົາຮູ້ສຶກເຖິງຜົນກະທົບໃນຊີວິດຂອງເຂົາເຖິງຄວາມເສື່ອມ ຊາມ,ພຣະຄຸນແລະການໄຖ່ບາບຂອງພຣະຄຣິສ, ມີພຽງຕອນທີ່ພວກເຂົາຢູ່ໃຕ້ຈິດສໍານຶກ ແຫ່ງຄວາມບາບຈື່ງຈະເຮັດໃຫ້ພວກເຂົາມາຫາພຣະເຢຊູແລະຖືກລ້າງຈາກບາບຂອງເຂົາ
ໂດຍພຣະໂລຫິດອັນປະເສີດຂອງພຣະອົງ, ເປົ້າໝາຍຂອງຄໍາເທດສະໜາຂອງພວກເຮົາ
ບໍ່ແມ່ນພຽງແຕ່ເຮັດໃຫ້ພວກເຂົາສໍານຶກໃນຕອນຈົບເທົ່ານັ້ນແຕ່ພວກເຮົາຢາກໃຫ້ພວກເຂົາ
ສໍານຶກເພື່ອທີ່ເຂົາຈະໄດ້ມາຫາພຣະເຢຊູຢ່າງແທ້ຈິງ! ພວກເຮົາເທດເລື່ອງການສໍານຶກບາບ
ເພື່ອທີ່ຈະກະຕຸ້ນໃຫ້ເຂົາມາເຖິງພຣະເຢຊູ. ສະນັ້ນແລ້ວສິ່ງ“ໃຫຍ່”ບໍ່ແມ່ນການສໍານຶກແຕ່ ເປັນເລື່ອງພຣະເຢຊູຕ່າງຫາກ, ບົດເທດຂອງຂ້າພະເຈົ້າມັກເລີ່ມຕົ້ນດ້ວຍພຣະບັນຍັດ,ສະ
ແດງໃຫ້ຜູ້ຄົນເຫັນວ່າພວກເຂົາເປັນຄົນບາບທີ່ຫຼົງຫາຍ, ແຕ່ຫຼັງຈາກນັ້ນສ່ວນທີ່ສອງຂອງ ບົດເທດຂ້າພະເຈົ້າໄດ້ຊີ້ໄປທີ່ພຣະຄຣິສ,ຄວາມທຸກທໍລະມານຂອງພຣະອົງໃນສວນເກັດເສ
ມານີແລະເທິງໄມ້ກາງແຂນ,ພຣະຄຣິສແລະພຣະໂລຫິດໄຖ່ບາບຂອງພຣະອົງ,ພຣະຄຣິສ
ແລະການສະເດັດຂື້ນສູ່ສະຫວັນຂອງພຣະອົງ,ຊົງອະທິຖານເພື່ອພວກເຮົາ,ຊົງນັ່ງທີ່ເບື້ອງ
ຂວາມືຂອງພຣະເຈົ້າ,ດັ່ງນັ້ນພວກເຮົາຈື່ງເຮັດຕາມການເທດສະໜາຂ່າວປະເສີດແບບເກົ່າ
ພວກເຮົາເລີ່ມຕົ້ນດ້ວຍພຣະບັນຍັດເພື່ອເຮັດໃຫ້ສໍານຶກແລະພວກເຮົາຈົບດ້ວຍຂ່າວປະເສີດຂອງພຣະເຢຊູແລະການອະໄພໂທດບາບ.

ດຣ.ເຄແກນກໍຍັງໄດ້ເບິ່ງແລະບັນທຶກຄໍາເທດສະໜາທີ່ໂດ່ງດັງຂອງວອຊເຊີຊື່ວ່າ:
“ການຕົກໃຈຂໍ້ຄວາມຄົນໜຸ່ມ” (ເທດໃນປີ 2002 ເບິ່ງເທິງຢູທູບໄດ້), ດຣ.ເຄແກນ ເວົ້າວ່າວອຊເຊີເຊື່ອຫຼັກຄໍາສອນທີ່ຖືກຕ້ອງໃນເລື່ອງຢ່າງເຊັ່ນການຖືກກ່າວຫາແລະ ການ ເປັນໂຕແທນແຕ່ລາວບອກວ່າວອຊເຊີຄືນັກເທດເລື່ອງພຣະບັນຍັດຄົນໜື່ງ(ຄືກັບຊີ.ຈີ.ຟີນນີ່)ບໍ່ແມ່ນນັກເທດຂ່າວປະເສີດຄືກັບ ຊີ.ເອຊ.ສະເປີໂຈນ, ສະເປີໂຈນເອົາບັນຍັດໃຫ້ເພື່ອຊີ້
ໃຫ້ມະນຸດໄປເຖິງພຣະຄຣິສ, ວອຊເຊີເອົາບັນຍັດໃຫ້ເພື່ອຊີ້ໃຫ້ມະນຸດໄປໃນສິ່ງທີ່ລາວເອີ້ນ
ວ່າ “ການກັບໃຈໃຫມ່”, ການກັບໃຈໃຫມ່ຄືຈຸດໃຈກາງໃນຄໍາເທດສະໜາຂອງວອຊເຊີ,ຄື
ກັບຂອງຟີນນີ່, ການຕາຍຂອງພຣະຄຣິສເທິງໄມ້ກາງແຂນຄືຈຸດໃຈກາງແຫ່ງຄໍາເທດສະ ໜາຂອງຂ້າພະເຈົ້າຄືກັບຂອງສະເປີໂຈນ, ດຣ.ເຄແກນເວົ້າວ່າແກ່ນແທ້ຂອງບົດເທດຂອງ
ວອຊເຊີຄື - ຄວາມບາບເປັນເລື່ອງບໍ່ດີ,ທ່ານຈະຕ້ອງຫັນຫຼັງໃຫ້ກັບມັນແລ້ວຕາມພຣະເຢຊູ
ແລະດໍາເນີນຊີວິດຄຣິສຕຽນ”ບົດເທດຂອງພວກເຮົາກໍຄື - ຄວາມບາບເປັນເລື່ອງບໍ່ດີພວກ ທ່ານເປັນທາດຂອງມັນແລະບໍ່ສາມາດເລີກໄດ້ເພາະທ່ານເປັນຜູ້ຫຼົງຫາຍຢູ່, ທ່ານຈະຕ້ອງ ຢຸດພະຍາຍາມທີ່ຈະຊ່ວຍໂຕທ່ານເອງດ້ວຍການເຊື່ອຟັງ, ທ່ານຈະຕ້ອງຮູ້ສຶກວ່າທ່ານບໍ່ມີ
ຄວາມຊ່ວຍເຫຼືອແລະຄວາມຫວັງໃດໆ! -ແລະຈົ່ງເຊື່ອວາງໃຈໃນພຣະເຢຊູຄຣິສພຽງຜູ້ດຽວ ການປະຕິບັດແຫ່ງການກັບໃຈບໍ່ສາມາດຊ່ວຍທ່ານໃຫ້ລອດໄດ້! ມີພຽງການຕາຍແລະການ ຟື້ນຂື້ນຈາກຕາຍຂອງພຣະຜູ້ຊ່ວຍໃຫ້ລອດເທົ່ານັ້ນສາມາດຊ່ວຍທ່ານໃຫ້ລອດໄດ້!

ທ້າວວອຊເຊີປະສົມປະສານພະບັນຍັດກັບຂ່າວປະເສີດເຂົ້ານໍາກັນໃນບົດເທດຂອງ
ລາວ,ແຕ່ຈົບຄໍາເທດສະໜາໂດຍມີພຽງແຕ່ພຣະບັນຍັດເທົ່ານັ້ນ, ສະນັ້ນບົດເທດທ້າວວອຊ ເຊີມີທາດແທ້ທີ່ເຂັ້ມແຂງຂອງນິກາຍພິລາກຽນຢູ່ໃນນັ້ນ - ຄວາມຄິດທີ່ວ່າມະນຸດຢູ່ໃນບາບ
ມະນຸດຢູ່ໃນຄວາມເສື່ອມຊາມ,ມະນຸດຜູ້ທີ່“ຕາຍໃນການບາບ”, ສາມາດເຊື່ອຟັງພຣະເຈົ້າ ແລະຮັກສາພຣະບັນຍັດ, ອັນນີ້ເອີ້ນວ່າ “ຄວາມລອດແຫ່ງຄວາມເປັນພຣະເຈົ້າ”ແລະມັນກໍ ຖືກຍຶດຖືໂດຍດຣ.ແມັກອາເທີເຊັ່ນກັນ, ດຣ.ແມັກອາເທີແລະທ້າຍວອຊເຊີອ້າງວ່າເປັນການ
ເທດສະໜາປະຕິຮູບຊາວຄຣິສຕຽນແຕ່ມັນມີຮອຍເປື້ອນຂອງນິກາຍພິລາກຽນ (ຄວາມເຫັນ ນອກຮີດທີ່ວ່າມະນຸດສາມາດເຮັດບາງສິ່ງບາງຢ່າງເພື່ອເຮັດໃຫ້ພຣະເຈົ້າພໍພຣະໄທ),ທ້າວ
ວອຊເຊີແລະດຣ.ແມັກອາເທີເປັນພວກຢາທີ່ເສີມລິດກັນ (ທີ່ວ່າມະນຸດຮ່ວມມືກັບພຣະເຈົ້າໃນ
ເລື່ອງຄວາມລອດຂອງຕົນ), ພວກນັກປະຕິຮູບແລະນັກປະກາດຂ່າວປະເສີດແຫ່ງຍຸກການ
ຟື້ນຕື່ນຂື້ນທີ່ຍິ່ງໃຫຍ່ຈາກວິດຟິວ ຮອດເນັດເລັດຕັນ,ຈົນເຖິງຊີ.ເອຊ.ສະເປີໂຈນຄືພວກທີ່
ເຊື່ອວ່າຄວາມລອດມາຈາກພຣະເຈົ້າອົງດຽວ, ພຣະຄຣິສເຮັດທຸກສິ່ງທຸກຢ່າງເພື່ອຊ່ວຍທັງ
ຊາຍແລະຍິງຜູ້ທີ່ “ຕາຍໃນການລະເມີດແລະການບາບ” (ເອເຟໂຊ 2:1)

ຂໍໂທດເດີ! ແຕ່ຂ້າພະເຈົ້າເຈັບທ້ອງກັບນິກາຍພິລາກຽນແລະພວກທີ່ເສີມລິດເຊິ່ງ ກັນແລະກັນ! ຂ້າພະເຈົ້າເປັນໄຂ້ກັບຟີນນີ່ແລະທຸກສິ່ງທີ່ອອກມາຈາກລາວ! ຂ້າພະ ເຈົ້າເປັນໄຂ້ກັບເລື່ອງ“ຄໍາອະທິຖານຂອງຄົນບາບ”! ຂ້າພະເຈົ້າເປັນໄຂ້ກັບພວກແບັບຕິດທີ່ ໃຫ້ເດັກນ້ອຍທີ່ບໍ່ເຊື່ອຮັບບັບຕິດສະມາ!ພວກເຂົາບໍ່ໄດ້ດີໄປກວ່າພວກໂຣມັນຄາທໍລິກໃນສະໄໝກາງ!ຫຼາຍເທື່ອທີ່ພວກເຂົາຂີ້ຮ້າຍຫຼາຍ!ຢ່າງໜ້ອຍພວກຄາທໍລິກກໍຍັງຢ້ານຢໍາພຣະເຈົ້າ! ເຊັ່ນກັນຂ້າພະເຈົ້າກໍຍັງເປັນໄຂ້ກັບຈອນແມັກອາເທີຜູ້ທີ່ໃຫ້ຫຼຸດຄຸນຄ່າພຣະໂລຫິດອັນປະ ເສີດຂອງພຣະຄຣິສ, ແລະພໍວອຊເຊີຜູ້ທີ່ບອກຄົນໜຸ່ມສາວວ່າພວກເຂົາສາມາດເຮັດຕາມ ທາງຂອງເຂົາເພື່ອໄປສະຫວັນໄດ້ໂດຍການປະສົມປະສານກັນລະຫວ່າງພຣະບັນຍັດແລະ
ພຣະຄຸນ! ບໍ! ບໍ! ບໍ່ໄດ້! ຫຼີກທາງໄປຈາກຄວາມຄິດຂອງຊາຍພວກນີ້-ພວກເຂົາບໍ່ໄດ້ເຮັດ
ດີຫຍັງກັບພວກເຮົາແລະຈະບໍ່ມີມື້ເຮັດ!

ພວກສາວົກຖາມວ່າ “ຖ້າຢ່າງນັ້ນໃຜຈະລອດໄດ້?” ພຣະເຢຊູຕັດວ່າ “ຝ່າຍມະນຸດຄວນເປັນໄປບໍ່ໄດ້” (ມາລະໂກ 10:26, 27)

ບໍ່ມີຫຍັງທີ່ທ່ານສາມາດເຮັດໄດ້ຫຼືຮຽນ,ຫຼືຢຸດເຮັດສາມາດຊ່ວຍທ່ານໃຫ້ລອດໄດ້!ຈົ່ງ
ວາງໃຈເຊື່ອພຣະເຢຊູ!ມີພຽງພຣະຄຣິສເທົ່ານັ້ນສາມາດຊ່ວຍທ່ານໃຫ້ລອດໄດ້! ພຣະຄຣິສ
ຊົງທຸກທໍລະມານໃນສວນເກັດເສມານີ, ຕອນທີ່ພຣະເຈົ້າເອົາຄວາມບາບຂອງທ່ານວາງລົງ
ເທິງພຣະເຢຊູພຣະອົງເຫື່ອໄຫຼອອກເປັນເລືອດເມັດໃຫຍ່ແລະເກືອບຕາຍໃນສວນແຫ່ງນັ້ນ
ພຣະອົງຊົງຮ້ອງຂໍຕໍ່ພຣະເຈົ້າແລະຂໍຊົງສະຫງວນໄວ້ເພື່ອພຣະອົງຈະສາມາດໄປຮອດໄມ້
ກາງແຂນໃນເຊົ້າມື້ຕໍ່ມາເພື່ອເປັນຕົວແທນຂອງທ່ານ,ພຣະອົງຕາຍໃນບ່ອນຂອງທ່ານ,ເພື່ອ
ໄຖ່ບາບຂອງທ່ານ,ພຣະອົງຫຼັງເລືອດທີ່ບໍລິສຸດຂອງພຣະອົງເພື່ອລ້າງຊໍາລະບາບຂອງທ່ານ
ພຣະອົງຊົງຟື້ນຄືນຈາກຕາຍເພື່ອມອບຊີວິດໃຫ້ທ່ານໃນການບັງເກີດໃຫມ່, ພຣະຄຣິສ!
ພຣະຄຣິສ! ພຣະຄຣິສ! ພຣະຄຣິສເທົ່ານັ້ນສາມາດຊ່ວຍທ່ານລອດໄດ້ - “ເພື່ອບໍ່ໃຫ້ເນື້ອ
ໜັງໃດໆອວດຕໍ່ພຣະພັກຂອງພຣະອົງໄດ້” (1 ໂກລິນໂທ 1:29), ພຣະຄຣິສແລະພຣະ
ຄຣິສເທົ່ານັ້ນ“ຊົງຕັ້ງພຣະອົງໃຫ້ເປັນປັນຍາແລະຄວາມຊອບທໍາ,ການແຍກຕັ້ງໄວ້ແລະການ
ໄຖ່ໂທດ ເພື່ອໃຫ້ເປັນໄປຕາມທີ່ຂຽນວ່າ ໃຫ້ຜູ້ໂອ້ອວດ ອວດອົງພຣະຜູ້ເປັນເຈົ້າ” (1 ໂກ
ລິນໂທ 1:30,31) ນັ້ນແລະວ່າເປັນຫຍັງ

“ເພາະຂ້າພະເຈົ້າຕັ້ງໃຈວ່າຈະບໍ່ສະແດງຄວາມຮູ້ເລື່ອງໃດໆໃນໝູ່ພວກທ່ານເລີຍເວັ້ນແຕ່ເລື່ອງພຣະເຢຊູຄຣິສ ແລະການທີ່ພຣະອົງຊົງຖືກຄຶງເທິງ ກາງແຂນ” ( 1 ໂກລິນໂທ 2:2)

“ຄົນທັງຫລາຍທີ່ກຳລັງຈະພິນາດກໍເຫັນວ່າການປະກາດເລື່ອງກາງແຂນເປັນເລື່ອງໂງ່ ແຕ່ພວກເຮົາທີ່ລອດເຫັນວ່າເປັນລິດອໍານາດຂອງພຣະເຈົ້າ”
(1 ໂກລິນໂທ 1:18)

ສິ່ງອັນໃດລ້າງບາບຂ້າໄດ້
ມີແຕ່ໂລຫິດຂອງພຣະເຢຊູ
ສິ່ງອັນໃດເຮັດໃຫ້ດີໄດ້
ມີແຕ່ໂລຫິດຂອງພຣະເຢຊູ
ໂລຫິດປະເສີດພຣະອົງ
ຊໍາລະເຮົາໃຫ້ເປັນຄົນດີ
ບໍ ມີສິ່ງອັນໃດອື່ນ
ມີແຕ່ໂລຫິດຂອງພຣະເຢຊູ
(“ມີແຕ່ໂລຫິດຂອງພຣະເຢຊູ”ຣໍເບີດລໍຣີ 1826-1899)

ນັກເທດຫຼາຍຄົນຄິດວ່າມີສອງຢ່າງທີ່ເປັນໄປໄດ້ - ທ່ານອາດຈະເຊື່ອໃນເລື່ອງ ຄວາມລອດຜ່ານທາງ“ຄໍາອະທິຖານຂອງຄົນບາບ” ຫຼືທ່ານເຊື່ອໃນເລື່ອງຄວາມລອດຜ່ານ ທາງ“ຂໍ້ຜູກມັດຂອງພຣະເຈົ້າ”,ພວກເຂົາບໍ່ເຄີຍຄິດວ່າມີທາງທີ່ສາມ-ຫົນທາງຂອງການປະຕິ ຮູບ- ການສໍານຶກເລື່ອງບາບທີ່ເຄື່ອນໄຫວຄົນບາບໃຫ້ຢຸດພັກໃນພຣະຄຣິສພຽງຜູ້ດຽວ,ໃນ ຈຸດວິກິດແຫ່ງການກັບໃຈໃຫມ່! ນັ້ນແລະຄືຄວາມຕ້ອງການຂອງຄົນໜຸ່ມສາວໃນປະຈຸບັນນີ້
ຫຼີກໜີຈາກຄໍາສອນຂອງວອຊເຊີ! ຫຼີກໜີຈາກຄໍາສອນຂອງແມັກອາເທີ! ຫຼີກໜີຈາກ ຄໍາສອນຂອງການປະສົມກັນລະຫວ່າງພຣະບັນຍັດແລະພຣະຄຸນ!

ໂອ ພຣະເຈົ້າເອີຍ ຂໍສົ່ງຊາຍຜູ້ທີ່ເທດສະໜາຫຼັກຄໍາສອນເລື່ອງພຣະຄຸນໃຫ້ພວກ ເຮົາແດ່,ຄໍາສອນເລື່ອງການປະຕິຮູບ,ດ້ວຍບໍ່ມີການປະສົມຂອງພຣະບັນຍັດ!ຄວາມລອດມີ
ຢູ່ໃນພຣະຄຣິສອົງດຽວ,ໃນວິກິດການກັບໃຈໃຫມ່ຄືກັບລູເທີ,ບັນຢັນ,ວິດຟິວແລະສະເປີໂຈນ
ຂໍໃຫ້ມັນເປັນຫົວຂໍ້ຫຼັກຂອງຄໍາເທດແລະຄໍາພະຍານທຸກຢ່າງຂອງພວກເຮົາ! ຂໍໃຫ້ພຣະ ຄຣິສເປັນຈຸດສູນກາງໃນທຸກສິ່ງທີ່ພວກເຮົາເວົ້າແລະທຸກສິ່ງທີ່ພວກເຮົາເທດ! ພຣະຄຣິສ!
ພຣະຄຣິສ! ພຣະຄຣິສ!ພຣະຄຣິສ!ພຣະຄຣິສ! ຂໍໃຫ້ເວົ້າກັບຂ້າພະເຈົ້າ! ພຣະຄຣິສ! ພຣະຄຣິສ! ພຣະຄຣິສ! ພຣະຄຣິສ! ພຣະຄຣິສ! ພຣະຄຣິສ! ພຣະຄຣິສ! ພຣະຄຣິສ! ພຣະຄຣິສ!

“ເພື່ອພຣະອົງຈະໄດ້ຊົງເປັນເອກໃນສັບພະສິ່ງທັງປວງ” (ໂຄໂລສີ 1:18)

ພວກເຮົາມີຄົນໜຸ່ມສາວເປັນຫຼາຍໝື່ນຄົນທີ່ໄດ້ໃຫ້ທຸກສິ່ງຍົກເວັ້ນພຣະຄຣິສພຣະ
ອົງເອງ! ຈົ່ງມາຊື່ໆສູ່ພຣະຄຣິສ! ຢ່າມາຫາຄໍາອະທິຖານອັນໜື່ງຫຼືພຣະຄໍາພີຂໍ້ໜື່ງ! ຢ່າ ເຊື່ອພຽງແຕ່ຫຼັກຄໍາສອນຢ່າງດຽວ!ຈົ່ງມາຫາພຣະເຢຊູຄຣິສໂດຍກົງ! ພຣະອົງຊົງຢູ່ທີ່ພຣະ
ຫັດເບື້ອງຂວາຂອງພຣະເຈົ້າແຫ່ງຟ້າສະຫວັນ,ຈົ່ງມາຫາພຣະເຢຊູຄຣິສໂດຍກົງ! ວາງໃຈ
ພຣະເຢຊູຄຣິສເຈົ້າ! ພຣະອົງຈະຊໍາລະລ້າງບາບຂອງທ່ານດ້ວຍພຣະໂລຫິດອັນປະເສີດ ຂອງພຣະອົງ, ພຣະອົງຈະຊົງຊ່ວຍທ່ານໃຫ້ພົ້ນຈາກຄວາມບາບທຸກເວລາແລະຜ່ານທຸກຊົ່ວ
ອາຍຸ!

ຂໍໃຫ້ເຮົາເປີດປື້ມເພງໄປບົດທີ່ 7 ເປັນຄໍາຮ້ອງໂດຍ ດຣ.ອອສວອດເຈ.ສະມິດ

ຄວາມລອດນັ້ນເຕັມແລະຟຣີ,ຖືກຊື້ແລ້ວຄັ້ງໜື່ງເທິງໄມ້ກາງແຂນ
ພຣະຄຣິສຜູ້ດຽວຈະເປັນຄໍາອ້ອນວອນຂອງຂ້າ-ພຣະເຢຊູໆຜູ້ດຽວ
ພຣະເຢຊູຜູ້ດຽວ,ຂໍໃຫ້ຂ້າເຫັນ,ພຣະອົງຜູ້ດຽວທີ່ຊ່ວຍຂ້າບໍ່ມີໃຜອື່ນ
ແລ້ວບົດເພງຂອງຂ້າຈະຮ້ອງວ່າ ພຣະເຢຊູ! ພຣະເຢຊູຜູ້ດຽວ
(“Jesus Only, Let Me See” by Dr. Oswald J. Smith, 1889-1986).

“ພຣະຄຣິສຜູ້ດຽວຈະເປັນຄໍາອ້ອນວອນຂອງຂ້າ - ພຣະເຢຊູ! ພຣະເຢຊູຜູ້ດຽວ”

ຖ້າທ່ານຢາກຈະລົມກັບພວກເຮົາກ່ຽວກັບການລອດຈາກບາບຂອງທ່ານໂດຍພຣະ
ເຢຊູ,ກະລຸນາອອກຈາກຕັ່ງຂອງທ່ານແລ້ວຍ່າງໄປທາງຫຼັງຫ້ອງນີ້, ທ້າວ ຈອນຊາມູເອວ ເຄແກນຈະພາທ່ານໄປຫ້ອງອື່ນບ່ອນທີ່ເຮົາສາມາດອະທິຖານແລະສົນທະນາກັນທ່ານໄດ້.
ຖ້າທ່ານຢາກຈະຮູ້ເພີ່ມເຕີມໃນການເປັນຄຣິສຕຽນແທ້ກະລຸນາໄປທາງຫຼັງຫ້ອງນີ້ດຽວນີ້ເລີຍ,ຂໍເຊີນດຣ.ແຊນມາອະທິຖານເພື່ອບາງຄົນທີ່ຈະຮັບພຣະເຢຊູໃນ ຄືນນີ້ແດ່ ເອແມນ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານຂໍ້ພຣະຄຳພີກ່ອນເທດສະໜາໂດຍ ທ່ານ ອາເບວ ພຣຸດໂຮມ: ອິດສະຢາ 30:8-15.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດ ກຣິບຟີດ
“Jesus Only, Let Me See” (by Dr. Oswald J. Smith, 1889-1986).