Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຈົ່ງໃຫ້ຄໍາທໍານາຍໃນພຣະຄໍາພີກະຕຸ້ນທ່ານ!

LET BIBLE PROPHECY MOTIVATE YOU!
(Laotian)

ໂດຍ ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 20/5/2018
A sermon preached at the Baptist Tabernacle of Los Angeles
Lord’s Day Evening, May 20, 2018

“ເຫດສະນັ້ນຈົ່ງ ຈົ່ງປອບໃຈກັນແລະກັນດ້ວຍຖ້ອຍຄໍາເຫຼົ່ານີ້ເຖີດ”
(1 ເທສະໂລນິກາ 4:18)


ອັກຄະສາວົກໂປໂລໄດ້ອະທິບາຍໃຫ້ພວກເຮົາຟັງເລື່ອງ “ການຮັບຂຶ້ນ”ໃນຂໍ້ພຣະຄໍາພີນີ້, ແລ້ວເພິ່ນກໍເອົາຂໍ້ພຣະຄໍາພີທີ່ເປັນຫົວຂໍ້ນີ້ໃຫ້ເຮົາວ່າ:

“ເຫດສະນັ້ນຈົ່ງ ຈົ່ງປອບໃຈກັນແລະກັນດ້ວຍຖ້ອຍຄໍາເຫຼົ່ານີ້ເຖີດ” (1 ເທສະໂລນິກາ 4:18)

ພາສາກຣີກແປຄໍາວ່າ “ປອບໃຈ”ຄືມາຈາກຄໍາວ່າ “parakalěō” ໝາຍເຖິງ“ປອບໃຈ”ແລະ“ໜຸນໃຈ” (NIV).

ດຽວນີ້ຂໍ້ພຣະຄໍາພີທັງໝົດແມ່ນຢູ່ໃນຂໍ້ 13 ເຖິງ 17, ຂໍ້ພຣະຄໍາພີນີ້ໄດ້ເວົ້າເຖິງ “ການຮັບຂຶ້ນ”ຂອງພວກຄຣິສຕຽນໃນຍຸກສຸດທ້າຍນີ້,ພວກຄຣິສຕຽນທີ່ເມືອງເທສະໂລນິກາກໍາລັງປະສົບກັບການຂົ່ມເຫງຈາກຊາວໂຣມັນທີ່ປ່າເຖື່ອນແລະພວກຢິວທີ່ບໍ່ເຊື່ອ, ພວກເຂົາບາງຄົນຕ້ອງຕາຍ, ພວກເຂົາຕາຍດ້ວຍການຕາຍຍ້ອນຄວາມເຊື່ອ! ຜູ້ຄົນໃນເມືອງເທສະໂລນິກາມີບັນຫາໃນເລື່ອງນີ້, ດັ່ງນັ້ນໂປໂລຈື່ງບອກພວກເຂົາກ່ຽວກັບ“ການຮັບຂຶ້ນ”ເພື່ອໜຸນໃຈພວກເຂົາ, ດຣ.ໂທມັສເຮວໄດ້ອະທິບາຍເລື່ອງການ“ການຮັບຂຶ້ນ”ໃຫ້ເຮົາຟັງວ່າ:

“ຄົນເຫຼົ່ານັ້ນທີ່ມີຊີວິດຢູ່ຕອນການສະເດັດມາຂອງພຣະຄຣິດຈະຖືກຮັບຂຶ້ນ ແລະພາໄປສະຫວັນ, ໃນເວລານັ້ນຄົນທີ່ກໍາລັງມີຊີິວິດຢູ່ຈະໄປຮ່ວມກັບຄົນທີ່ຕາຍແລ້ວ...ເພາະສະນັ້ນຈົ່ງໜຸນໃຈກັນແລະກັນດ້ວຍຖ້ອຍຄໍາເຫຼົ່ານີ້ເຖີດ ”(The Applied New Testament Commentary; note on I Thessalonians 4:17, 18)

ຂ້າພະເຈົ້າຈະເທດສະໜາໃນເລື່ອງນີ້ ແລະບອກພວກທ່ານກ່ຽວກັບລາຍລະອຽດຂອງ“ການຮັບຂຶ້ນ”ຫຼາຍກວ່ານີ້ເທື່ອໜ້າ, ເປົ້າໝາຍຂອງຂ້າພະເຈົ້າໃນຄືນນີ້ກໍຄືເພື່ອສະ ແດງໃຫ້ທ່ານເຫັນວ່າໜຶ່ງໃນເຫດຜົນຫຼັກໆສໍາລັບຄໍາທໍານາຍໃນພຣະຄໍາພີກໍຄືເພື່ອຈະປອບໃຈ ແລະໜຸນໃຈພວກເຮົາ.

“ເຫດສະນັ້ນຈົ່ງ ຈົ່ງປອບໃຈກັນແລະກັນດ້ວຍຖ້ອຍຄໍາເຫຼົ່ານີ້ເຖີດ” (1 ເທສະໂລນິກາ 4:18)

I. ໜຶ່ງ ໝາຍສໍາຄັນຕ່າງໆແຫ່ງການສະເດັດມາຂອງພຣະຄຣິດໄດ້ໃຫ້ຄໍາໜຸນໃຈ.

ໃນຊ່ວງໄວໜຸ່ມຂອງຂ້າພະເຈົ້າໂລກວຸ້ນວາຍຫຼາຍ, ມັນຄືຊຸມປີ 1960, ຕອນນັ້ນມີຄວາມຢ້ານເລື່ອງການທໍາລາຍລ້າງຈາກປະລະມານູ, ທຸກວິນາທີສະຫະພາບໂຊວຽດສາມາດເອົາລະເບີດມາຖີ້ມໃສ່ເມືອງຕ່າງໆຂອງພວກເຮົາໄດ້, ສົງຄາມຫວຽດນາມສືບຕໍ່ລຸກເປັນໄຟ, ຂ້າພະເຈົ້າຢ້ານວ່າຕົນເອງຈະຖືກເກນ ແລະຖືກສົ່ງໄປຕາຍຢູ່ໃນປ່າບ່ອນນັ້ນ, ສົງຄາມບໍ່ມີວັນຈົບ ແລະບໍ່ມີຄວາມໝາຍຫຍັງ, ຂ້າພະເຈົ້າຢາກຈະຮຽນຈົບປະລິນຍາຕີຂອງຕົນຢູ່ວິທະຍາໄລ, ໃນເວລາດຽວກັນກໍມີການຈາລະຈົນຂຶ້ນ, ພວກກໍຈາລະຈົນໄດ້ເຜົາເມືອງຊິກາໂກໃນລະຫວ່າງທີ່ພວກພັກດີໂມແຄຣັກຕິກປະຊຸມຢູ່ຫັ້ນ, ຈອນເອັຟເຄນເນດີຖືກລອບສັງຫານ,ແລ້ວກໍມີບັອບບີ້ເຄນເນດີ, ດຣ.ມາຕິນລູເທີຄິງ, ມັລຄອມເອັກຊ໌ ແລະຈອຊວໍແລັກຖືກເຮັດໃຫ້ພິການເກືອບຕາຍໂດຍການພະຍາຍາມລອບສັງຫານ, ຕໍ່ມາກໍມີການເພິ່ມຂຶ້ນຂອງວັດທະນາທໍາຢາເສບຕິດ, ວູດສະຕັອກແລະ ພວກເດິະບີໂທ ແລະສາສະໜາຕາເວັນອອກ ແລະການຕໍ່ສູ້ອັນຍິ່ງໃຫຍ່ຂອງພວກຜີມານແລະຊາຕານ, ຄືກັບທີີ່ພວກຮິບປີ້ເວົ້າວ່າ “ມັນເປົ່າຄວາມຄິດຂອງຂ້ອຍໄປ” ມັນຄືຊ່ວງເວລາແຫ່ງຄວາມສັບສົນແລະຄວາມຢ້ານອັນໃຫຍ່ຫຼວງ.

ໃນຊ່ວງເວລາທີ່ວຸ້ນວາຍນັ້ນ,ຄວາມຄິດແລະໃຈຂອງຂ້າພະເຈົ້າຖືກເຮັດໃຫ້ໝັ້ນຄົງໂດຍ “ໝາຍສໍາຄັນຕ່າງໆ”ແຫ່ງການສະເດັດກັບມາຂອງພຣະຄຣິດ.

ຄວາມມືດຊ່າງມືດມົວ,ຄວາມບາບໄດ້ຕໍ່ສູ່ພວກເຮົາ
ພວກເຮົາໄດ້ແບກນໍ້າໜັກແຫ່ງຄວາມໂສກເສົ້າ
ແຕ່ດຽວນີ້ເຮົາເຫັນໝາຍສໍາຄັນແຫ່ງການສະເດັດມາ
ໃຈຂອງເຮົາເບີກບານພາຍໃນ,ຈອກຂອງຄວາມຍິນດີໄຫຼລົ້ນ

ເຊີນຢືນຂຶ້ນແລ້ວຮ້ອງຂໍ້ຊໍ້າກັບຂ້າພະເຈົ້າ!

ພຣະອົງຈະສະເດັດມາອີກ ພຣະອົງຈະສະເດັດມາອີກ
ຄືພຣະເຢຊູດຽວກັນ, ຜູ້ທີ່ມະນຸດປະຕິເສດ
ພຣະອົງຈະສະເດັດມາອີກ ພຣະອົງຈະສະເດັດມາອີກ
ດ້ວຍລິດແລະສະຫງ່າລາສີ,ພຣະອົງຈະສະເດັດມາອີກ
(“ພຣະອົງຈະສະເດັດມາອີກ”, Mabel Johnston Camp, 1871-1937).

ເຊີນນັ່ງລົງໄດ້, ນີ້ຄື “ໝາຍສໍາຄັນ” ບາງຢ່າງທີ່ໄດ້ໜຸນໃຈຂ້າພະເຈົ້າ!

1. ລັດອິດສະຣາເອນຖືກຕັ້ງຂຶ້ນໃນປີ 1948 ໂດຍການຫວນກັບມາຂອງຄົນຢິວທົ່ວໂລກສູ່ ບ້ານເກີດເມືອງນອນຂອງພວກເຂົາທີ່ພຣະເຈົ້າໄດ້ມອບໃຫ້.

ພຣະເຢຊູຊົງກ່າວວ່າ: “ພວກເຂົາຈະລົ້ມລົງດ້ວຍຄົມດາບ ແລະຕ້ອງຖືກກວາດເອົາໄປເປັນຊະເລີຍທົ່ວທຸກປະຊາຊາດ ແລະຄົນຕ່າງຊາດຈະຢຽບຢໍ້າກຸງເຢຣູຊາເລັມຈົນກວ່າເວລາກຳນົດຂອງຄົນຕ່າງຊາດນັ້ນຈະຄົບຖ້ວນ”(ລູກາ 21:24) “ເບິ່ງແມ້ໂອປະຊາຊົນຂອງເຮົາເອີຍ ເຮົາຈະ...ນໍາເຈົ້າກັບມາສູ່ແຜ່ນດິນອິດສະຣາເອນ”(ເອເສກຽນ 37:12) “ໃນປີ ຫຼັງໆເຈົ້າຈະຍົກເຂົ້າໄປຕໍ່ສູ້ກັບແຜ່ນດິນຊື່ງໄດ້ຄືນມາຈາກດາບ ເປັນແຜ່ນດິນທີ່ປະຊາຊົນເຕົ້າໂຮມກັນມາຈາກຫຼາຍຊົນຊາດ”(ເອເສກຽນ 38:8) ປະທານາທິບໍດີທຣໍາໄດ້ປະກາດນະຄອນເຢຣູຊາເລັມໃນຖານະເປັນເມືອງຫຼວງຂອງອິດສະຣາເອນບໍ່ເທົ່າໃດວັນທີ່ຜ່ານມາ, ພວກຢິວໄດ້ກັບຄືນສູ່ອິດສະຣາເອນເປັນໝາຍສໍາຄັນທີ່ເຂັ້ມແຂງວ່າພວກເຮົາກໍາລັງກ້າວໄປຂ້າງໜ້າສູ່ຈຸດຈົບຂອງຍຸກນີ້ແລ້ວ ແລະເຂົ້າສູ່ການສະເດັດມາເທື່ອທີ່ສອງຂອງພຣະຄຣິດ!

ຮາເລລູຢາ! ພຣະຄຣິດຈະສະເດັດມາໄວໆນີ້!

ພຣະອົງຈະສະເດັດມາອີກ ພຣະອົງຈະສະເດັດມາອີກ
ຄືພຣະເຢຊູດຽວກັນ, ຜູ້ທີ່ມະນຸດປະຕິເສດ
ພຣະອົງຈະສະເດັດມາອີກ ພຣະອົງຈະສະເດັດມາອີກ
ດ້ວຍລິດແລະສະຫງ່າລາສີ,ພຣະອົງຈະສະເດັດມາອີກ

2. “ໝາຍສໍາຄັນ”ແຫ່ງການເພິ່ມຂຶ້ນຂອງການຂົ່ມເຫງພວກຄຣິສຕຽນແລະພວກຢິວ.

“ໃນເວລານັ້ນເຂົາຈະມອບທ່ານທັງຫລາຍໄວ້ໃຫ້ທົນທຸກລຳບາກ ແລະຈະຂ້າທ່ານ ແລະປະຊາຊາດຕ່າງໆຈະກຽດຊັງພວກທ່ານເພາະນາມຂອງເຮົາ”(ມັດທາຍ 24:9)ເປົ້າ ໝາຍຂອງພວກມູສະລິມກໍຄືເພື່ອທໍາລາຍອິດສະຣຮາເອນແລະຂ້າຄົນຢິວຖີ້ມ, ໃນປະເທດອາເມລິກາ ACLU ກໍາລັງເຮັດທຸກຢ່າງທີ່ເຮັດໄດ້ເພື່ອອັດປາກຄຣິສຕະຈັກຕ່າງໆແລະເຮັດໃຫ້ຄຣິສຕຽນອ່ອນແອ. ມີການເພິ່ມຂຶ້ນຂອງຈໍານວນສາສະໜາສາດ “ການເຂົ້າແທນທີ່”-ຊື່ງເວົ້າວ່າຄໍາສັນຍາທັງໝົດໃນພຣະຄໍາພີແມ່ນມີໄວ້ສໍາລັບພວກຄຣິສຕຽນ-ແຕ່ຄໍາສາບແຊ່ງທຸກຄໍາແມ່ນສະເພາະແຕ່ຄົນຢິວ! ສະນັ້ນຄຣິສຕະຈັກປະຕິຮູບຕ່າງໆຂອງພວກເຮົາໄດ້ຮັບເອົາຮູບແບບທີ່ແປກປະຫຼາດຂອງພວກຕໍ່ຕ້ານຊາວຢິວ, ຂໍພຣະເຈົ້າຊ່ວຍພວກເຮົາແດ່.

ຄໍາທໍານາຍໄດ້ໜຸນໃຈພວກເຮົາເພາະມັນໄດ້ສໍາເລັດລົງຕໍ່ສາຍຕາຂອງພວກເຮົາ ພຣະເຈົ້າຊົງອໍານາດສູງສຸດ!

“ເຫດສະນັ້ນຈົ່ງ ຈົ່ງປອບໃຈກັນແລະກັນດ້ວຍຖ້ອຍຄໍາເຫຼົ່ານີ້ເຖີດ” (1 ເທສະໂລນິກາ 4:18)

ເຊີນຮ້ອງ!

ພຣະອົງຈະສະເດັດມາອີກ ພຣະອົງຈະສະເດັດມາອີກ
ຄືພຣະເຢຊູດຽວກັນ, ຜູ້ທີ່ມະນຸດປະຕິເສດ
ພຣະອົງຈະສະເດັດມາອີກ ພຣະອົງຈະສະເດັດມາອີກ
ດ້ວຍລິດແລະສະຫງ່າລາສີ,ພຣະອົງຈະສະເດັດມາອີກ

ຂໍເຊີນນັ່ງລົງ.

3. ການເກີດຂອງຈຸດຈົບແຫ່ງການປະຖິ້ມຄວາມເຊື່ອ.

“ວັນນັ້ນຈະບໍ່ມາເຖິງ ນອກຈາກຈະມີການລົ້ມລົງ [ຄົນປະຖິ້ມຄວາມເຊື່ອ-ຄຣິສແວວ]ກ່ອນ”(2 ເທສະໂລນິກາ 2:3)

“ຈະມີຜູ້ທໍານາຍທຽມເທັດຫລາຍຄົນເກີດຂຶ້ນ ແລະຫລອກລວງຄົນເປັນຈຳນວນຫລາຍໃຫ້ຫລົງໄປ ຄວາມຮັກຂອງຄົນເປັນຈຳນວນຫລາຍຈະເຢັນຊ່າລົງ”(ມັດທາຍ 24:11,12),ອັນນີ້ ເລັ່ງໃສ່ຄຣິສຕະຈັກຕ່າງໆທີ່ບໍ່ມີພຣະເຈົ້າໃນຍຸກສຸດທ້າຍ, ການປະຖີ້ມຄວາມເຊື່ອໃນຍຸກສຸດທ້າຍແມ່ນເກີດຈາກຜີປີສາດໃນຕອນຕົ້ນ “ບັດນີ້ ພຣະວິນຍານໄດ້ກ່າວໄວ້ຢ່າງແຈ່ມແຈ້ງວ່າ ໃນການພາຍຫລັງຈະມີບາງຄົນປະຖິ້ມຄວາມເຊື່ອ ໂດຍຫັນໄປເຊື່ອຟັງວິນຍານທີ່ຫລອກລວງ ແລະຟັງຄຳສອນຂອງພວກຜີປີສາດ ການເວົ້າຕົວະໃນຄວາມໜ້າຊື່ໃຈຄົດ ເໝືອນເອົາເຫລັກແດງນາບລົງໄປເທິງຈິດສຳນຶກຜິດຊອບຂອງເຂົາ”(1 ຕີໂມທຽວ 4:1,2) ການປະຖິ້ມຄວາມເຊື່ອແຫ່ງຍຸກສຸດທ້າຍເກີດຈາກພວກຜູ້ຮັບໃຊ້ທີ່ບໍ່ໄດ້ກັບໃຈໃໝ່ເຊິ່ງປະຕິ ເສດພຣະຄໍາພີ “ສາສະໜາສາດໃໝ່” ແລະ “ສິນລະທໍາໃໝ່”ໄດ້ຜະລິດການປະຖີ້ມຄວາມເຊື່ອນີ້ອອກມາຊື່ງໄດ້ທໍາລາຍຄຣິສຕະຈັກຫຼາຍແຫ່ງ,ຕື່ມເຕັມໄປດ້ວຍຄົນທີ່ຍັງບໍ່ລອດ, ມັນ ເລິ່ມຂຶ້ນຈາກການຮັບໃຊ້ຂອງຊາລສ໌ຈີ.ຟິນນີ້ ແລະໄດ້ເຕີບໂຕຂຶ້ນຈົນປັດຈຸບັນນີ້ມັນໄດ້ຄວບຄຸມຄຣິສຕະຈັກສາຍຫຼັກເກືອບທັງໝົດ ແລະກະທົບໃສ່ແມ່ນແຕ່ຄຣິສຕະຈັກສາຍອະນຸລັກນິຍົມຕ່າງໆ, ສຸດທ້າຍ “ການປະຖີ້ມຄວາມເຊື່ອ”ກໍກໍ່ກໍາເນີດ “ຍິງແພດສະຍາ”ຂອງພະນິມິດ 17 “ຊື່ງແມ່ນການປະຖີ້ມຄວາມເຊື່ອຂອງອານາຈັກພຣະຄຣິດຊື່ງຢູ່ໃຕ້ສັນຕະປະປາ”(ສະກໍຟິວ).

ຜົນສໍາຫຼວດໄດ້ສະແດງໃຫ້ເຫັນວ່າມີພຽງປະມານ 4% ຂອງພວກໄວລຸ້ນທີ່ຈະເປັນຄຣິສຕຽນຜູ້ປະກາດຂ່າວປະເສີດຕອນທີ່ພວກເຂົາໃຫຍ່ - ຊື່ງໝາຍຄວາມວ່າ 34% ຂອງນັກປະກາດຂ່າວປະເສີດປັດຈຸບັນນີິ້ຈະຫຼຸດລົງເຫຼືອພຽງ 4% ເທົ່ານັ້ນໃນບໍ່ເທົ່າປີຕໍ່ໄປນີ້, “ພວກເຮົາກໍາລັງມຸ່ງໜ້າໄປສູ່ຄວາມຫາຍຍະນະຝ່່າຍວິນຍານ”( Dr. Jack W. Hayford, August 16, 2006),ຈົ່ງເບິ່ງ “ການທົດຖອຍອັນຍິ່ງໃຫຍ່ຂອງຂ່າວປະເສີດ”ໂດຍ by John S. Dickerson “ປັດໃຈຫົກຢ່າງທີ່ຈະທໍາລາຍຄຣິສຕະຈັກຊາວອາເມລິກາ” ອັນນັ້ນແມ່ນຊື່ເລື່ອງຂອງໜັງສືດິກເກີີສັນ, ປັດຈຸບັນ 88% ຂອງຄົນໜຸ່ມທີ່ໃຫຍ່ມາໃນຄອບຄົວຄຣິສຕຽນບໍ່ໄດ້ດໍາເນີນຊີວິດໃນຖານະເປັນຄຣິສຕຽນຫຼັງຈາກທີ່ພວກເຂົາຮຽນຈົບມັດທະຍົມປາຍ,ອີກບໍ່ດົນຊາດຂອງພວກເຮົາກໍຈະຖືກພວກເຂົາບໍລິຫານ - ແລະມັນກໍຈະເປັນປະເທດອາເມລິກາທີ່ປ່າເຖື່ອນຢ່າງສິ້ນເຊີິງ.

II. ສອງ ການນໍາມາໃຊ້.

ພວກນັກຂ່າວປະເສີດຈໍານວນໜ້ອຍທີ່ກໍາລັງເວົ້າເຖິງກ່ຽວກັບສະຖານະການທີ່ບໍ່ດີເຊິ່ງວາງຢູ່ຕໍ່ໜ້າພວກເຮົາ, ແຕ່ພວກເຂົາບໍ່ຮູ້ວ່າຈະເຮັດຫຍັງກັບມັນດີ, ຂ້າພະເຈົ້າເຊື່ອວ່າບໍ່ມີອັນໃດໃນທາງປະຕິບັດຈະສໍາເລັດໄດ້, ຄວາມຈະເລີນຂອງພວກເຮົາຈະລົ້ມລົງ, ຄົນໜຸ່ມຂອງພວກເຮົາຈະກາຍເປັນໂຫດຮ້າຍ, ຄວາມໂຫດຮ້າຍທີ່ຄາດບໍ່ເຖິງລໍຖ້າພວກເຮົາຢູ່.

ພວກເຮົາຈະຕ້ອງຕຽມຕົວຂອງເຮົາເອງເພື່ອມີຊີວິດໃນຖານະຄົນກຸ່ມນ້ອຍທີ່ຖືກໂຈມຕີຢູ່ອ້ອມຂ້າງໂດຍພຶດຕິກໍາຂອງພວກຄົນປ່າເຖື່ອນທີ່ໂຫດຮ້າຍເໝືອນດັງພວກໂຣມທີ່ຕໍ່ສູ້ກັບພວກຄຣິສຕຽນຍຸກຕົ້ນ, ເຊີນເປີດພຣະທໍາ 1 ເທສະໂລນິກາ ບົດທີໜຶ່ງຂໍ້ທີ່ 5.

“ເພາະຂ່າວປະເສີດຂອງເຮົາບໍ່ໄດ້ມາເຖິງທ່ານດ້ວຍຖ້ອຍຄໍາເທົ່ານັ້ນ ແຕ່ດ້ວຍລິດເດດ...”(1 ເທສະໂລນິກາ 1:5)

ເວລາມັນສັ້ນ, ທ່ານຈະຕ້ອງບໍ່ໂງ່ແລະ “ຫຼິ້ນ”ຢູ່ກັບຄວາມເປັນຄຣິສຕຽນ, ຄົນໜຸ່ມຈົ່ງຢ່າພຽງແຕ່ຮັບເອົາພຣະຄໍາທີ່ສຶກສາໄປ, ຈົ່ງສະແຫວງຫາການກັບໃຈໃໝ່ທີ່ແທ້ຈິງ, ຈົ່ງສະ ແຫວງຫາຊີວິດຄຣິສຕຽນແທ້.

ຕອນນີ້ຈົ່ງເບິ່ງຂໍ້ 9,

“ເພາະຄົນເຫຼົ່ານັ້ນກໍໄດ້ລາຍງານກ່ຽວກັບພວກເຮົາວ່າ ທີ່ພວກເຮົາໄດ້ເຂົ້າມາຫາທ່ານທັງຫຼາຍນັ້ນເປັນແນວໃດ ແລະກ່າວເຖິງການທີ່ທ່ານໄດ້ປະຖີ້ມຮູບເຄົາລົບ ແລະຫັນມາຫາພຣະເຈົ້າເພື່ອຮັບໃຊ້ພຣະເຈົ້າຜູ້ຊົງພຣະຊົນຢູ້ ແລະທ່ຽງແທ້” (1 ເທສະໂລນິກາ 1:9)

ຈົ່ງກັບມາຫາພຣະເຈົ້າຈາກຮູບເຄົາລົບໃນຊີວິດຂອງທ່ານ, ຈົ່ງຮັບໃຊ້ພຣະເຈົ້າຜູ້ຊົງພຣະຊົນຢູ່ດ້ວຍໄຟແຫ່ງການເປັນຕົວຕົນຂອງທ່ານເອງ.

ເວລາມັນສັ້ນ, ຜູ້ຕໍ່ຕ້ານພຣະຄຣິດກໍາລັງມາ, ມັນອາດຈະເຮັດໃຫ້ທ່ານເສຍຊີວິດທີ່ຈະເປັນຄຣິສຕຽນ! ຈົ່ງຫັນຫຼັງໃຫ້ຮູບເຄົາລົບຂອງທ່ານດຽວນີ້ເລີຍ! ຈົ່ງຮັບໃຊ້ພຣະເຈົ້າຜູ້ຊົງພຣະຊົນຢູ່ດຽວນີ້ເລີຍ, ເຊີນເບິ່ງຂໍ້ 10:

“ແລະລໍຄອຍພຣະບຸດຂອງພຣະອົງຈາກສະຫວັນ ຊື່ງພຣະອົງຊົງໃຫ້ເປັນຂຶ້ນມາຈາກຄວາມຕາຍຄືພຣະເຢຊູຜູ້ຊົງຊ່ວຍພວກເຮົາໃຫ້ພົ້ນຈາກພຣະອາຊະຍາທີ່ຈະມາເຖິງນັ້ນ” (1 ເທສະໂລນິກາ 1:10)

ຈົ່ງລໍຄອຍພຣະບຸດຂອງພຣະເຈົ້າທີ່ຈະມາຈາກສະຫວັນ - ຄືພຣະເຢຊູຜູ້ຊົງຊ່ວຍພວກເຮົາຈາກພຣະພິໂລດຂອງພຣະເຈົ້າຊື່ງຈະມາເຖິງນັ້ນ, ຈົ່ງອ່ານໜັງສື “ທໍລະມານເພື່ອພຣະ ຄຣິດ”ໂດຍອາຈານວູມແບຣນ, ຈົ່ງມີຊີວິດແບບບຸກຄົນທີ່ຄາດຫວັງຈະທຸກທໍລະມານເພື່ອ ພຣະຄຣິດ, ຈົ່ງອອກໄປຈາກໂລກທີ່ຫຼົງຫາຍ, ແມ່ນຈົ່ງເຊີນໝູ່ເພື່ອນທີ່ຫຼົງຫາຍມາໂບດ,ແຕ່ ຖ້າພວກເຂົາບໍ່ມາ,ຈົ່ງປ່ອຍພວກເຂົາໄປແບບກ້ອນຫີນຮ້ອນ, ຈົ່ງໃຫ້ເດັກທີ່ລອດແລ້ວທີ່ຢູ່ໃນຄຣິສຕະຈັກເປັນໝູ່ຂອງທ່ານ, ຈົ່ງມາລວມຕົວກັນໃນການອະທິຖານ, ຈົ່ງພາຫຼາຍຄົນມາເມື່ອພວກທ່ານອອກໄປປະກາດ, ຈົ່ງມີຊີວິດເພືື່ອພຣະເຈົ້າ! ຈົ່ງມີຊີວິດເພືື່ອພຣະຄຣິດ! ຈົ່ງມີຊີວິດເພືື່ອຄຣິສຕະຈັກ! ເວລາມັນສັ້ນ, ການພິພາກສາກໍາລັງຈະມາ! “ຈົ່ງຕຽມຕົວເພື່ອພົບພຣະເຈົ້າຂອງເຈົ້າ” ຈົ່ງເຮັດດຽວນີ້ກ່ອນທີ່ມັນຈະສວາຍເກີນໄປ! ຊາລສ໌ສຕັດເວົ້າຖືກວ່າ:

ມີພຽງຊີວິດດຽວເທົ່ານັ້ນ
ບໍ່ຊ້າກໍຈະສູນສິ້ນໄປ
ມີພຽງສິ່ງທີ່ເຮັດເພື່ອພຣະຄຣິດເທົ່ານັ້ນ
ຈະຄົງຢູ່ຊົ່ວນິດນິລັນ

ຈົ່ງມອບຊີວິດຂອງທ່ານແກ່ພຣະຄຣິດ-ຢ່າຢຶດອັນໃດໄວ້, ພຣະເຢຊູຊົງຮັກທ່ານ! ພຣະເຢຊູຊົງຮັກທ່ານ! ພຣະເຢຊູຊົງຮັກທ່ານ!

ຂໍໃຫ້ເຮົາເປີດເພງບົດທີ 5 ຢູ່ເຈ້ຍເພງຂອງທ່ານ, ເຊີນຢືນຂຶ້ນແລ້ວຮ້ອງມັນໆໆ!

ພຣະນາມຂອງພຣະເຢຊູຊົງແສນຫວານຢູ່ໃນຫູຂອງຜູ້ເຊື່ອ
ຊ່ວຍບັນເທົາຄວາມເສົ້າ,ຢຽວຢາອາການເຈັບແລະໄລ່ຄວາມຢ້ານອອກໄປ
ແລະໄລ່ຄວາມຢ້ານອອກໄປ

ນາມປະເສີດ,ກ້ອນຫີນທີ່ຂ້າປຸກໃສ່,ເປັນໂລ້ແລະບ່ອນກໍາບັງຂອງຂ້າ
ຊັບສົມບັດທີ່ບໍ່ເຄີຍລົ້ມຂອງຂ້າ,ເຕັມດ້ວຍບ່ອນເກັບພຣະຄຸນທີ່ບໍ່ມີບ່ອນມັດ
ດ້ວຍບ່ອນເກັບພຣະຄຸນທີ່ບໍ່ມີບ່ອນມັດ

ພຣະເຢຊູ!ຜູ້ລ້ຽງ,ເປັນອ້າຍ,ເພື່ອນ,ຜູ້ທໍານາຍ,ປະໂລຫິດແລະກະສັດ
ເປັນພຣະເຈົ້າ,ຊີວິດ,ຫົນທາງ,ຈຸບຈົບ ຂໍຈົ່ງຮັບຄໍາສັນລະເສີນຂອງຂ້າ

ອ່ອນແອຄືຄວາມພະຍາຍາມໃຈຂ້າ,ແລະຄວາມຄິດທີ່ອົບອຸ່ນທີ່ສຸດຂອງຂ້າ
ແຕ່ເມື່ອຂ້າເຫັນພຣະອົງໃນແບບທີ່ຊົງເປັນ,ຂ້າຈະສັນເສີນພຣະອົງແບບທີ່ຂ້າຄວນ. ຂ້າຈະສັນເສີນພຣະອົງແບບທີ່ຂ້າຄວນ

ຈົນຂ້າໄດ້ປະກາດເຖິງຄວາມຮັກພຣະອົງກັບທຸກສິ່ງທີ່ຫາຍໃຈໄດ້
ແລະຂໍໃຫ້ບົດເພງແຫ່ງພຣະນາມພຣະອົງຟື້ນຟູຈິດວິນຍານໃນການຕາຍ
ຟື້ນຟູຈິດວິນຍານໃນການຕາຍ
(“How Sweet the Name of Jesus Sounds” by John Newton, 1725-1807;
      to the tune of “Majestic Sweetness Sits Enthroned”).


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາໂດຍ: ເບັນຈາມິນ ຄິນເຄດ ກຣິຟຟິດ:
“Christ Returneth” (by H. L. Turner, 1878).

ໂຄງຮ່າງບົດເທດສະໜາ

ຈົ່ງໃຫ້ຄໍາທໍານາຍໃນພຣະຄໍາພີກະຕຸ້ນທ່ານ!

LET BIBLE PROPHECY MOTIVATE YOU!

ໂດຍດຣ. ອາ.ແອວ.ໄຮເມີ ຈູເນຍ.

“ເຫດສະນັ້ນຈົ່ງ ຈົ່ງປອບໃຈກັນແລະກັນດ້ວຍຖ້ອຍຄໍາເຫຼົ່ານີ້ເຖີດ”
(1 ເທສະໂລນິກາ 4:18)

I. ໜຶ່ງ ໝາຍສໍາຄັນຕ່າງໆແຫ່ງການສະເດັດມາຂອງພຣະຄຣິດໄດ້ໃຫ້ຄໍາໜຸນໃຈ.

     1. ລັດອິດສະຣາເອນຖືກຕັ້ງຂຶ້ນໃນປີ 1948 ໂດຍການຫວນກັບມາຂອງ
ຄົນຢິວທົ່ວໂລກສູ່ບ້ານເກີດເມືອງນອນຂອງພວກເຂົາທີ່ພຣະເຈົ້າໄດ້ມອບ
ໃຫ້. ລູກາ 21:24; ເອເສກຽນ 37:12; 38:8.

     2.“ໝາຍສໍາຄັນ”ແຫ່ງການເພິ່ມຂຶ້ນຂອງການຂົ່ມເຫງພວກຄຣິສຕຽນແລະ
ພວກຢິວ. ມັດທາຍ 24:9.

     3. ການເກີດຂອງຈຸດຈົບແຫ່ງການປະຖິ້ມຄວາມເຊື່ອ. 2 ເທສະໂລນິກາ
2:3; ມັດທາຍ 24:11,12; 1 ຕີໂມທຽວ 4:1,2.

II. ສອງ ການນໍາມາໃຊ້. 1 ເທສະໂລນິກາ 1:5,9,10.