Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 39 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ພຣະພອນຕ່າງໆຂອງຊີວິດຂ້າພະເຈົ້າ

THE BLESSINGS OF MY LIFE
(Laotian)

ໂດຍດຣ. ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ຄໍາເທດສະໜາເທດຢູ່ທີ່ຫ້ອງສະໝຸດປະທານາທິບໍດີຣິຊາດນິກຊັນ
ຢໍບາ ລິນດາ ລັດຄາລິຟໍເນຍ
ໃນວັນຂອງພຣະເຈົ້າຕອນແລງ 8/4/2018
A sermon preached at the Richard Nixon Presidential Library,
Yorba Linda, California
Lord’s Day Evening, April 8, 2018


ຂໍເຊີນຢືນຂຶ້ນໃນຂະນະທີ່ຂ້າພະເຈົ້າອ່ານຂໍ້ພຣະຄໍາພີທີ່ເປັນຊີວິດຂອງຕົນເອງ.

“ຂ້າພະເຈົ້າກະທໍາທຸກສິ່ງໄດ້ໂດຍພຣະຄຣິດຜູ້ຊົງເສີມກໍາລັງຂ້າພະເຈົ້າ”(ຟີລິບປອຍ 4:13)

ຂໍເຊີນນັ່ງລົງ.

ພວກທ່ານອາດຈະສົງໄສວ່່າເປັນຫຍັງຂ້າພະເຈົ້າຈື່ງເລືອກຫໍສະໝຸດນິກຊັນເພື່ອສະເຫຼີມສະຫຼອງວັນຄົບຮອບຫົກສິບປີໃນການຮັບໃຊ້ຂອງຂ້າພະເຈົ້າ, ເມື່ອພວກທ່ານອ່ານຊີວະປະຫວັດຂອງຂ້າພະເຈົ້າພວກທ່ານກໍຈະຄົ້ນພົບວ່າຂ້າພະເຈົ້າໄດ້ຂໍ້ພຣະຄໍາພີທີ່ເປັນຊີວິດຂອງຕົນມາຈາກປະທານາທິບໍດີນິກຊັນ.

“ຂ້າພະເຈົ້າກະທໍາທຸກສິ່ງໄດ້ໂດຍພຣະຄຣິດຜູ້ຊົງເສີມກໍາລັງຂ້າພະເຈົ້າ” (ຟີລິບປອຍ 4:13)

ພໍ່ຂອງຂ້າພະເຈົ້າໜີປະຕອນທີ່ຂ້າພະເຈົ້າໄດ້ສອງປີ, ຂ້າພະເຈົ້າບໍ່ເຄີຍຢູ່ກັບລາວອີກເລີຍ, ຂ້າພະເຈົ້າອາໄສຢູ່ກັບແມ່ຈົນຮອດ 12 ປີ, ຫຼັງຈາກນັ້ນຂ້າພະເຈົ້າກໍຍ້າຍຈາກບ່ອນນີ້ໄປບ່ອນນັ້ນ, ອາໄສຢູ່ກັບພວກພີ່ນ້ອງທີ່ບໍ່ໄດ້ຕ້ອງການຕົນເອງ, ຂ້າພະເຈົ້າເຂົ້າໂຮງຮຽນທັງໝົດ 22 ແຫ່ງດ້ວຍກັນກ່ອນທີ່ຈະຮຽນຈົບມັດທະຍົມ, ຂ້າພະເຈົ້າເປັນ “ນັກຮຽນໃໝ່”ຕະ ຫຼອດ, ຂ້າພະເຈົ້າເປັນເດັກກໍາພ້າແທ້ໆ, ແຕ່ຄວາມສູນເສຍອັນໃຫຍ່ຫຼວງກໍຄືການໃຫຍ່ຂຶ້ນມາໂດຍບໍ່ມີພໍ່, ຂ້າພະເຈົ້າຕ້ອງຢູ່ດ້ວຍຕົນເອງປາສະຈາກຄວາມຊ່ວຍເຫຼືອຫຼືການສະໜັບສະໜູນໃດໆ, ແຕ່ທີ່ຮ້າຍໄປກວ່ານັ້ນຂ້າພະເຈົ້າບໍ່ມີພໍ່ທີ່ເປັນແບບຢ່າງ, ດັ່ງນັ້ນຂ້າພະເຈົ້າຈື່ງຄົ້ນຫາຕາມປະຫວັດສາດ ແລະສ້າງມັນຂື້ນມາເອງວ່າຜູ້ຊາຍຄວນຈະເປັນຄົນແບບໃດ,ຜູ້ຄົນເຫຼົ່ານີ້ໄດ້ກາຍມາເປັນວິລະບຸລຸດຂອງຂ້າພະເຈົ້າ.

ຂ້າພະເຈົ້າໄດ້ຈັດລໍາດັບພວກມັນໃນຖານະເປັນແບບຢ່າງທາງໂລກ ແລະແບບ ຢ່າງທາງຄຣິສຕຽນ, ພວກວິລະບຸລຸດຂອງຂ້າພະເຈົ້າຄືທຸກຄົນທີ່ພົບກັບການທົດສອບອັນໃຫຍ່ຫຼວງແລ້ວເອົາຊະນະພວກມັນໄດ້, ວິລະບຸລຸດຄຣິສຕຽນຂອງຂ້າພະເຈົ້າແມ່ນພວກຄົນເຊັ່ນ: ອັບຣາຮາມ ລິນຄອນ, ຈອນເວສລີ, ຣິຊາດວູມແບຣນ ແລະຈອນອາໄຣສ໌, ວິລະບຸລຸດຝ່າຍໂລກຂອງຂ້າພະເຈົ້າແມ່ນວິນຊ໌ຕັນເຊີດຊິວ ແລະຣິຊາດນິກຊັນ, ໜຶ່ງໃນຊີວະປະຫວັດຂອງນິກຊັນໄດ້ກ່າວວ່າ: “ລາວເປັນຄົນເກັບຕົວໃນທຸລະກິດທີ່ພົບປະຜູ້ຄົນ,ເຫຼືອເຊື່ອເພິ່ນໄດ້ກາຍເປັນນັກການເມືອງທີ່ປະສົບຜົນສໍາເລັດ, ຂີ້ອາຍແຕ່ພັດມັກອ່ານແລະມັກຮຽນ, ເພິ່ນຮູ້ດີວ່າເພີ່ນອາດຈະເຮັດບໍ່ໄດ້, ຖືກນັບອອກແລະໄດ້ເກີດຂື້ນໄດ້ຕະຫຼອດແລະບໍ່ວ່າຈະມີອຸປະສັກຕ່າງໆເກີດຂື້ນກໍຕາມ” ບໍ່ ລາວບໍ່ໄດ້ເປັນຄຣິສຕຽນ, ແຕ່ລາວມັກຈະກັບມາສູ້ສະເໝີ, ຟີລິບປອຍ 4:13 ຄືຂໍ້ພຣະຄໍາພີທີ່ນິກຊັນມັກທີ່ສຸດໃນພຣະຄໍາພີ.

ຫຼັງຈາກທີ່ຂ້າພະເຈົ້າພົບວ່າປະທານາທິບໍດີມັກຂໍ້ພຣະຄໍາພີນັ້ນຫຼາຍ,ຂ້າພະເຈົ້າກໍບໍ່ເຄີຍວ່າບໍ່ມັກເພິ່ນ, ທ່ານໄດ້ເອົາຊະນະອຸປະສັກຕ່າງໆຫຼາຍຢ່າງເຊິ່ງຂ້າພະເຈົ້າເບິ່ງເພີ່ນເປັນຖານະພີ່ນ້ອງຝ່າຍວິນຍານ, ໃນຊ່ວງເວລາທີ່ມືດມິດທີ່ສຸດຂອງຊີວິດຂ້າພະເຈົ້າ, ຂ້າພະ ເຈົ້າຄິດສະເໝີວ່າ “ຖ້າຣິຊາດນິກຊັນສາມາດມີຊີວິດຜ່ານປະຕູນໍ້າໄດ້, ຂ້ອຍກໍຜ່ານເລື່ອງນີ້ໄດ້ເຊັ່ນກັນ” ນິວແມນວໍເຕີຄຣັນໄຄກ່າວວ່າ “ຖ້າເຈົ້າຫຼືຂ້ອຍເປັນຣິຊາດນິກຊັນ,ພວກເຮົາກໍໜ້າຈະຕາຍແລ້ວ” ສໍາລັບຂ້າພະເຈົ້າເພິ່ນເປັນປະເພດຂອງການຕັດສິນໃຈ, ນິກຊັນກ່າວວ່າ “ຄົນຜູ້ໜຶ່ງບໍ່ໄດ້ຈົບລົງເມື່ອລາວຖືກປາບລົງ, ລາວຈົບລົງເມື່ອລາວລົ້ມເລີກ” ບໍ່ມີອັນໃດມາຢຸດຢັ້ງລາວໄດ້, ລາວສູນເສຍການເລືອກຕັ້ງປະທານາທິບໍດີໃຫ້ຈອນເອັຟ.ເຄນເນດີໃນປີ 1960 ລາວເສຍໃນການເລືອກຕັ້ງຜູ້ວ່າການລັດຄາລິຟໍເນຍໃນປີ 1962, ລາວຊະນະການເລືອກຕັ້ງປະທານາທິບໍດີໃນປີ 1968, ລາວຖືກໄລ່ອອກຈາກຫ້ອງການຜ່ານທາງປະຕູນໍ້າ ແຕ່ລາວກໍກັບມາອີກສະເໝີ, ນັ້ນແຫຼະຄືເຫດຜົນ,ເຖິງແມ່ນວ່າລາວບໍ່ແມ່ນຄຣິສຕຽນແຕ່ລາວກໍແມ່ນໜຶ່ງໃນວິລະບຸລຸດຝ່າຍໂລກຂອງຂ້າພະເຈົ້າ.

ອັກຄະສາວົກໂປໂລໄດ້ກ່າວວ່າ:

“ຂ້າພະເຈົ້າກະທໍາທຸກສິ່ງໄດ້ໂດຍພຣະຄຣິດຜູ້ຊົງເສີມກໍາລັງຂ້າພະເຈົ້າ” (ຟີລິບປອຍ 4:13)

ນັ້ນບໍ່ໄດ້ໝາຍຄວາມວ່າຂ້າພະເຈົ້າສາມາດປູກຜົມເທິງຫົວຂອງຕົນເອງໄດ້! ມັນບໍ່ໄດ້ໝາຍຄວາມວ່າຕົນສາມາດບິນໄດ້! ບໍ່ໄດ້ໝາຍຄວາມວ່າຕົນສາມາດເກັ່ງເລກ! ອັກຄະສາວົກໂປ ໂລໝາຍຄວາມວ່າລາວສາມາດອົດທົນການທົດສອບທຸກຢ່າງໄດ້, ວ່າລາວສາມາດເຮັດໜ້າທີ່ທຸກຢ່າງໄດ້, ວ່າລາວສາມາດເອົາຊະນະອຸປະສັກທຸກຢ່າງໄດ້-ໂດຍພຣະຄຣິດຊື່ງເສີມກໍາລັງລາວ, ແລະຂ້າພະເຈົ້າໄດ້ຄົ້ນພົບວ່າອັນນີ້ກໍເປັນຈິງຕໍ່ຂ້າພະເຈົ້າເຊັ່ນກັນ, ຂ້າພະເຈົ້າຂອບຄຸນພຣະເຈົ້າສໍາລັບຂໍ້ພຣະຄໍາພີຂໍ້ນີ້, ແຕ່ຂ້າພະເຈົ້າຂອບຄຸນພຣະເຈົ້າຫຼາຍກວ່ານັ້ນອີກສໍາລັບພຣະຄຣິດຜູ້ຊົງປະທານກໍາລັງແກ່ຂ້າພະເຈົ້າ! ຂ້າພະເຈົ້າລົ້ມເຫຼວໃນວິທະຍາໄລ,ແຕ່ພຣະຄຣິດຊົງປະທານໃຫ້ຂ້າພະເຈົ້າກັບໄປແລະຈົບປະລິນຍາເອກສາມໃບ, ຂ້າພະເຈົ້າລົ້ມເຫຼວທີ່ຈະເປັນມິດຊັນນາຣີ, ແຕ່ພຣະຄຣິດຊົງເຮັດໃຫ້ຂ້າພະເຈົ້າເປັນແຫຼ່ງແຫ່ງການໜຸນກໍາລັງໃຫ້ຜູ້ຄົນທົ່ວໂລກຜ່ານທາງເວັບໄຊຂອງພວກເຮົາ.

ແລະໃນຂະນະທີ່ພວກທ່ານໜັງສືຂອງຂ້າພະເຈົ້າທ່ານກໍຈະເຫັນວ່າເປັນຫຍັງເພງບັນເລງທີ່ກຣິຟຟິດຮ້ອງໄປມື້ກີ້ນີ້ເປັນເພງທີ່ຂ້າພະເຈົ້າມັກທີ່ສຸດ.

ເຈົ້ານາຍໄດ້ເອີ້ນເຮົາ,ຫົນທາງອາດບໍ່ສົດໃສ
ຄວາມອັນຕະລາຍແລະໂສກເສົ້າກະຈາຍໄປທົ່ວທາງເດີນ
ແຕ່ພຣະວິນຍານພຣະເຈົ້າຈະເລົ້າໂລມໃຈທີ່ອ່ອນແຮງ
ພວກເຮົາຕາມພຣະຜູ້ຊ່ວຍແລະກັບຄືນບໍ່ໄດ້ແລ້ວ
ເຈົ້ານາຍໄດ້ເອີ້ນເຮົາ,ເຖິງແມ່ນວ່າຄວາມສົງໄສແລະການທົດລອງ
ຈະຂັດຂວາງທາງເດີນຂອງເຮົາ,ພວກເຮົາກໍຮ້ອງດ້ວຍຄວາມຍິນດີ
“ຈົ່ງມຸ້ງໜ້າ,ແນມຂຶ້ນເບີ່ງ”ຜ່ານຄວາມທຸກລໍາບາກຫຼາຍຢ່າງ
ພວກລູກຫຼານແຫ່ງຊີິໂອນຈະຕ້ອງຕາມກະສັດຂອງເຂົາໄປ
(“The Master Hath Come” by Sarah Doudney, 1841-1926).

ຂ້າພະເຈົ້າຂຽນຊີວະປະຫວັດຂອງຕົນເອງຂຶ້ນມາເພາະໂຣເບີດລູກຊາຍຂ້າພະເຈົ້າບອກ, ຂ້າພະເຈົ້າບໍ່ໄດ້ມ່ວນໄປກັບການຂຽນມັນເພາະຊີວິດຂອງຕົນເຕັມໄປດ້ວຍຄວາມລໍາບາກຍາກແຄ້ນ,ບັນຫາແລະຄວາມເຈັບປວດ, ມີຢູ່ຫຼາຍເທື່ອທີ່ຂ້າພະເຈົ້າຮູ້ສຶກຄືຊິໂຍນບົດຄັດລອກອອກໄປເພາະມັນມີແຕ່ດ້ານລົບໂພດ, ແຕ່ຈອນຊາມູເອວເຄແກນເວົ້າວ່າ “ຢ່າໂຍນ ມັນຖີ້ມເລີຍດຣ.ໄຮເມີ, ຍັງເຫຼືອອີກບົດໜຶ່ງ, ຈົ່ງບອກຊ່ວງເວລາທີ່ແມ່ຂອງອາຈານບອກໃຫ້ ‘ນັບພຣະພອນຂອງເຈົ້າ’” ຂ້າພະເຈົ້າຈື່ງຟັງຈອນ ແລ້ວຂຽນບົດສຸດທ້າຍຊື່ງຕອນນີ້ຂ້າພະ ເຈົ້າຈະເອົາໃຫ້ພວກທ່ານແບບຫຍໍ້ໆ.

ຂ້າພະເຈົ້າກໍາລັງນັ່ງຂ້າງໆຕຽງຂອງແມ່ຢູ່ໃນໂຮງໝໍ, ເປັນຊ່ວງສາມອາທິດຫຼັງຈາກ ວັນຂອບຄຸນພຣະເຈົ້າ, ພວກເຮົາພາກັນນັ່ງລົມກັນກ່ຽວກັບໜຶ່ງໃນບຸກຄົນທີ່ພວກເຮົາມັກຫຼາຍເຊັ່ນ ອັບຣາຮາມ ລິນຄອນ, ແລະວ່າປະທານາທິບໍດີລິນຄອນໄດ້ເຮັດໃຫ້ວັນຂອບຄຸນ ພຣະເຈົ້າກາຍເປັນວັນພັກຜ່ອນແຫ່ງຊາດ, ພວກເຮົາຮ້ອງເພງທີ່ຮ້ອງໃນວັນຂອບຄຸນພຣະເຈົ້າ.

ເມື່ອຄວາມທຸກລໍາບາກເກີດກັບທ່ານເມື່ອໃດ
ເມື່ອທ່ານທໍ້ແທ້ໃຈ,ຄິດວ່າທຸກສິ່ງສູນເສຍໄປ
ຈົ່ງນັບເບິ່ງພຣະພອນຍ້ອນນັບເບິ່ງເທື່ອລະອັນ
ແລະທ່ານຈະຕົກໃຈໃນສິ່ງທີ່ພຣະເຈົ້າໄດ້ຊົງກະທໍາ
ນັບພຣະພອນຂອງທ່ານ ນັບເບີ່ງເທື່ອລະອັນ
ນັບພຣະພອນຂອງທ່ານ ທີ່ພຣະເຈົ້າໄດ້ຊົງປະທານ
ນັບພຣະພອນນັ້ນ ນັບເບີ່ງເທື່ອລະອັນ
ນັບພຣະພອນຂອງທ່ານ ທີ່ພຣະເຈົ້າໄດ້ຊົງປະທານ
(“ນັບພຣະພອນ” by Johnson Oatman, Jr., 1856-1922).

ເມື່ອພວກເຮົາຮ້ອງເພງຈົບ,ແມ່ກໍເວົ້າວ່າ “ໂອໂຣເບີດ ພວກເຮົາມີຫຼາຍຢ່າງທີ່ຈະຂອບຄຸນສໍາລັບຊີວິດຂອງພວກເຮົາ” ແລ້ວພວກເຮົາກໍເລີ່ມນັບພຣະພອນຂອງພວກເຮົາ “ເທື່ອລະອັນ” ແມ່ເລີ່ມຂອບຄຸນພຣະເຈົ້າສໍາລັບລູກຂອງພວກເຮົາ,ໂຣເບີດກັບຈອນ, ແລ້ວ ເພິ່ນກໍຂອບຄຸນສໍາລັບເອລີນາເມຍຂອງຂ້າພະເຈົ້າ, “ໂຣເບີດລາວດີຕໍ່ແມ່ຫຼາຍ ແລະລາວເປັນແມ່ແລະເມຍທີ່ດີຫຼາຍ” ເພີ່ນຂອບຄຸນພຣະເຈົ້າທີ່ເພິ່ນໄດ້ຢູ່ບ້ານຂອງພວກເຮົາ,ເພິ່ນຂອບຄຸນພຣະເຈົ້າສໍາລັບຄຣິສຕະຈັກຂອງພວກເຮົາ, ເພິ່ນຂອບຄຸນສໍາລັບສະມາຊິກຂອງພວກເຮົາ“ເທື່ອລະຄົນ” ແລ້ວຂ້າພະເຈົ້າກໍບອກເຖິງສິ່ງທີ່ຂ້າພະເຈົ້າຂອບຄຸນ ແລະພວກເຮົາພາກັນຮ້ອງຂໍ້ຊໍ້າອີກເທື່ອໜຶ່ງ.

ນັບພຣະພອນນັ້ນ ນັບເບີ່ງເທື່ອລະອັນ
ນັບພຣະພອນຂອງທ່ານ ທີ່ພຣະເຈົ້າໄດ້ຊົງປະທານ

ມັນເປັນຄໍາຄືນທີ່ເດິກຫຼາຍ, ຂ້າພະເຈົ້າໄດ້ຈູບແມ່ແລະໃນຂະນະທີ່ຂ້າພະເຈົ້າຍ່າງອອກຈາກຫ້ອງແມ່ໄດ້ເວົ້າບາງຢ່າງທີ່ຂ້າພະເຈົ້າຈະບໍ່ມີວັນລືມດາບໃດທີ່ຍັງມີຊີວິດຢູ່, ລາວເວົ້າວ່າວ່າ “ໂຣເບີດ ເຈົ້າຄືສິ່ງທີ່ດີທີ່ສຸດທີ່ເກີິດຂຶ້ນກັບແມ່” ນໍ້າຕາໄຫຼລົງແກ້ມໃນຂະນະທີ່ຂ້າພະເຈົ້າຍ່າງອອກຈາກຫ້ອງເພິ່ນ ແລ້ວຍ່າງອອກໄປຈາກໂຮງໝໍໃນຄືນນັ້ນ, ມັນຄືການສົນທະນາເທື່ອສຸດທ້າຍຂອງຂ້າພະເຈົ້າກັບແມ່, ໃນຄືນນັ້ນເພິ່ນເກີດອາການຫົວໃຈລົ້ມເຫຼວ ກະທັນຫັນເຊິ່ງເຮັດໃຫ້ເພິ່ນຕ້ອງເສຍຊີວິດໄປ.

“ຢ່າໂຍນ ມັນຖີ້ມເລີຍດຣ.ໄຮເມີ, ຍັງເຫຼືອອີກບົດໜຶ່ງ, ຈົ່ງບອກຊ່ວງເວລາທີ່ແມ່ຂອງອາຈານບອກໃຫ້ ‘ນັບພຣະພອນຂອງເຈົ້າ’” ດັ່ງນັ້ນນີ້ແມ່ນພຣະພອນບາງອັນທີ່ເຫຼືອເຊື່ອທີ່ພຣະເຈົ້າໄດ້ປະທານໃຫ້ຂ້າພະເຈົ້າໃນການເດີນທາງຂອງຊີວິດຂອງຂ້າພະເຈົ້າ.

ກ່ອນອື່ນໝົດ,ຂ້າພະເຈົ້າຂໍຂອບຄຸນພຣະເຈົ້າທີ່ສຸດທ້າຍແລ້ວແມ່ຂອງຂ້າພະເຈົ້າກໍໄດ້ຮັບຄວາມລອດ, ເພິ່ນອາຍຸໄດ້ແປດສິບປີແລະຂ້າພະເຈົ້າຄິດວ່າເພິ່ນຄືຈະບໍ່ມີວັນລອດເດັດຂາດ, ຂ້າພະເຈົ້າຢູ່ກັບເອລີນາແລະລູກຊາຍສອງຄົນໃນນິວຢອກບ່ອນທີ່ຂ້າພະເຈົ້າໄປເທດສະໜາຕາມຄຣິສຕະຈັກຕ່່າງໆ, ໃນຂະນະທີ່ຂ້າພະເຈົ້າຍ່າງໄປມາໃນຫ້ອງຂອງພວກເຮົາກໍາລັງອະທິຖານເພື່ອຄວາມລອດແມ່ຂອງຕົນ, ແລ້ວທັນໃດນັ້ນຂ້າພະເຈົ້າກໍຮູ້ວ່າເພິ່ນຈະໄດ້ຮັບຄວາມລອດ, ຂ້າພະເຈົ້າໄດ້ “ອະທິຖານຢ່າງບໍ່ຢຸດ”ຄືກັບຄົນສະໄໝເກົ່າເວົ້າ, ຂ້າ ພະເຈົ້າຈື່ງໂທຫາດຣ.ເຄແກນ ແລ້ວຂໍໃຫ້ເພິ່ນໄປນໍາແມ່ຮັບເຊື່ອພຣະເຢຊູ, ແມ່ບໍ່ເຄີຍຟັງ ດຣ.ເຄແກນມາກ່ອນ, ແຕ່ເທື່ອນີ້ລາວໄດ້ວາງໃຈໃນພຣະເຢຊູ, ມັນອັດສະຈັນເໝືອນທີ່ການກັບໃຈໃໝ່ເປັນເລີຍ, ໃນວັນນັ້ນເພິ່ນກໍເຊົາສູບຢາເຊົາດື່ມເຫຼົ້າ, ໝໍຫຼາຍຄົນບອກຂ້າພະເຈົ້າວ່າການເຊົາດື່ມເຫຼົ້າທັນທີຈະເຮັດໃຫ້ເກີດອາການຊັກນອກຈາກວ່າຈະໄດ້ຮັບຢາແກ້, ແຕ່ແມ່ເພິ່ນບໍ່ໄດ້ຮັບຢາຫຍັງເລີຍ, ມັນອັດສະຈັນ, ແມ່ບໍ່ເຄີຍສູບຢາອື່ນຫຼືດື່ມເຫຼົ້າອີກເລີຍ,ເພິ່ນ ອ່ານພຣະຄໍາພີເປັນເວລາຫຼາຍຊົ່ວໂມງ ແລະມາໂບດສີ່ເທື່ອຕໍ່ອາທິດກັບຂ້າພະເຈົ້າ, ຂ້າພະ ເຈົ້າໄດ້ບັບຕິດສະມາເພິ່ນໃນວັນທີ 4 ເດືອນກໍລະກົດໃນວັນພັກທີ່ເພິ່ນມັກທີ່ສຸດ, ຂ້າພະເຈົ້າ ຂອບຄຸນພຣະເຈົ້າສໍາລັບການກັບໃຈໃໝ່ຂອງແມ່ຂ້າພະເຈົ້າ.

ສອງ,ຂ້າພະເຈົ້າຂໍຂອບຄຸນພຣະເຈົ້າສໍາລັບເອລີນາ,ເມຍທີ່ປະເສີດ, ນາງໄດ້ເຂົ້າມາໃນງານແຕ່ງທີ່ຂ້າພະເຈົ້າເປັນຜູ້ປະກອບພິທີ,ກ່ອນງານດອງນັ້ນຂ້າພະເຈົ້າໄດ້ເທດສະ ໜາສັ້ນໆໃນໂຢຮັນ 3:16 ມັນຄືຄໍາເທດສະໜາທໍາອິດທີ່ນາງໄດ້ຍິນໃນຄຣິສຕະຈັກໂປແຕສ ແຕນ, ນາງກໍຕອບສະໜອງການເຊື້ອເຊີນນັ້ນແລະລອດໃນທັນທີເລີຍ! ຄັ້ງທໍາອິດທີ່ຂ້າພະ ເຈົ້າຂໍລາວແຕ່ງງານລາວຕອບວ່າ “ບໍ່”ຂ້າພະເຈົ້າກໍອົກຫັກ, ອໍແລນໂດກັບໄອຣີນວາສເກສ (ທີ່ຢູ່ນີ້ໃນຄືນນີ້)ໄດ້ຊວນຂ້າພະເຈົ້າໄປເປີໂຕຣິໂກກັບພວກເຂົາ, ຂ້າພະເຈົ້າກໍໄປແຕ່ກໍຍັງຄິດຮອດເອລີນາຢູ່, ນາງກໍຄິດຮອດຂ້າພະເຈົ້າເຊັ່ນກັນ, ລາວເວົ້າວ່າ “ຂ້ອຍຫວັງວ່າລາວຊິຂໍຂ້ອຍແຕ່ງງານອີກ” ຂ້າພະເຈົ້າກໍເຮັດແລະເທື່ອນີ້ລາວຕອບວ່າ “ໄດ້”ພວກເຮົາໄດ້ແຕ່ງ ງານກັນເປັນເວລາສາມສິບຫ້າປີມາແລ້ວ, ຂ້າພະເຈົ້າຂອບຄຸນພຣະເຈົ້າສໍາລັບເມຍນ້ອຍໆຜູ້ອ່ອນຫວານຂອງຕົນທຸກວັນ! ລາວຂຽນເຈ້ຍນ້ອຍໃຫ້ຂ້າພະເຈົ້າວ່າ “ໂຣເບີດ,ຂ້ອຍຮັກເຈົ້າສຸດໃຈແລະສຸດຈິດຂອງຂ້ອຍ, ຮັກສະເໝີ ເອລີນາ” ລາວເປັນຄືກັບຜູ້ຍິງທີ່ດີໃນສຸພາສິດ 31, ສິ່ງທີ່ພວກທ່ານຕ້ອງເຮັດກໍຄືອ່ານບົດນັ້ນເຊິ່ງໄດ້ອະທິບາຍເຖິງເອລີນາຫວານໃຈຂອງຂ້າພະເຈົ້າ, ຂ້າພະເຈົ້າຈະຖະໜອມລາວໄວ້ໃນໃຈຂອງຕົນຕະຫຼອດໄປ, ພໍ່ຂອງລາວກໍຢູ່ກັບພວກເຮົາໃນຄືນນີ້, ເພິ່ນເດີນທາງໄກມາຈາກກົວເຕມາລາເພື່ອມາບ່ອນນີ້, ຂອບໃຈພໍ່ ເຖົ້າຊູເອລາ! ນ້ອງຊາຍຂອງເອລີນາກັບຄອບຄົວຂອງລາວກໍຢູ່ນີ້ເຊັນກັນ,ຂອບໃຈເອີວິນ!

ສາມ,ຂ້າພະເຈົ້າຂໍຂອບຄຸນພຣະເຈົ້າສໍາລັບລູກຊາຍທັງສອງຂອງຕົນຄືໂຣເບີດ ກັບ ຈອນ, ພວກເຂົາເປັນຝາແຝດແລະຕອນນີ້ກໍໄດ້ສາມສິບສີ່ປີແລ້ວ, ທັງສອງຮຽນຈົບຈາກມະຫາວິທະຍາໄລລັດຄາລິຟໍເນຍທີ່ນອດຣິດ, ໂຣເບີດໄດ້ແຕ່ງງານກັບຜູ້ຍິງຄົນເກົາຫຼີທີ່ງາມ ຫຼາຍຊື່ຈິນ, ພໍ່ແມ່ຂອງລາວກໍຢູ່ກັບພວກເຮົາໃນຄືນນີ້ ແລະກໍນ້ອງຊາຍຂອງຈິນກັບເມຍຂອງລາວ, ຂອບໃຈທີ່ມາ! ໂຣເບີດກັບຈິນຄືພໍ່ແມ່ທີ່ມີລູກສາວສອງຄົນຊື່ຮັນນາກັບຊາຣາ, ຂ້າພະເຈົ້າຂອບຄຸນພຣະເຈົ້າທີ່ໄດ້ປະທານຫຼານໆທີ່ໜ້າຮັກໃຫ້ກັບຕົນ.

ລູກຊາຍອີກຄົນໜຶ່ງຂອງຂ້າພະເຈົ້າແມ່ນຈອນເວສລີ, ເອີ້ນຕາມນັກເທດຜູ້ຍິ່ງໃຫຍ່ຄົນອັງກິດ, ໂຣເບີດກັບຈອນທັງສອງໄດ້ເຂົ້າຮ່ວມນະມັດສະການທຸກຮອບຂອງຄຣິສຕະຈັກຂອງພວກເຮົາ, ເວສລີເປັນຄືນັກອະທິຖານ, ລາວອະທິຖານແລະອ່່ານພຣະຄໍາພີເປັນເວລາຫຼາຍຊົ່ວໂມງ, ລາວເປັນຄຣິສຕຽນທີ່ດີ ແລະເປັນໝູ່ຂອງຂ້າພະເຈົ້ານໍາ,ຂ້າພະເຈົ້າພໍໃຈກັບລູກຊາຍທັງສອງຄົນນີ້, ພວກເຂົາຄືພຣະພອນທີ່ເຫຼືອເຊື່ອຂອງຂ້າພະເຈົ້າກັບເມຍ.

ຂ້າພະເຈົ້າຂໍຂອບຄຸນພຣະເຈົ້າສໍາລັບດຣ.ຄຣິສໂຕເຟີ ເຄແກນ,ລາວຄືນ້ອງຊາຍທີ່ຂ້າພະເຈົ້າບໍ່ເຄີິຍມີ, ລາວເປັນເພື່ອນທີ່ດີທີ່ສຸດແລະຜູ້ຮ່ວມມືທີ່ໃກ້ຊິດທີ່ສຸດຂອງຂ້າພະເຈົ້າ, ພວກເຮົານັບຖືເຊິ່ງກັນ ແລະກັນຈົນບໍ່ເຄີຍເອີ້ນຊືື່ຂອງກັນເລີຍ, ແມ່ນແຕ່ຕອນທີ່ພວກເຮົາຢູ່ຕາມລໍາພັງຂ້າພະເຈົ້າມັກຮ້ອງເພິ່ນດຣ.ເຄແກນຕະຫຼອດ ແລະເພິ່ນກໍມັກຮ້ອງຂ້າພະເຈົ້າວ່າດຣ.ໄຮເມີ, ຂ້າພະເຈົ້າຂໍຂອບຄຸນພຣະເຈົ້າທີ່ໄດ້ປະທານເພື່ອນທີ່ສັດຊື່ແລະສະຫຼາດໃຫ້ຕົນເອງ, ພວກເຮົາເຂົ້າໃຈຊື່ງກັນແລະກັນ, ພວກເຮົາທັງສອງມີແນວໂນ້ມງຽບໆແລະທັງສອງຄົນພວກເຮົາໄດ້ໃຊ້ເວລາຫຼາຍໃນການອະທິຖານ ແລະສຶກສາພຣະຄໍາພີ, ລາວເປັນນັກວິທະຍາສາດແລະຄະນິດສາດຫຼາຍໃນດ້ານຄວາມຄິດ, ຂ້າພະເຈົ້າເປັນຄົນຄ່ອນຂ້າງ ລຶກລັບ ແລະມີສັນຊາດຕະຍານສູງ, ແຕ່ພວກເຮົາກໍເຮັດວຽກຮ່ວມກັນໄດ້ຢ່າງສົມບູນແບບ, ພວກເຮົາເປັນຜູ້ຮ່ວມງານກັນຄືກັບໂຮມແລະວັດສັນ ຫຼືຈອນສັນກັບບອສແວວ(ອີກບາງຄົນ ຄືກັບລໍເຣວກັບຮາດດີ ຫຼືແອັບບອດກັບຄອສເທໂລ ນັກສະແດງລະຄອນສະໄໝເກົ່າ)

ຂ້າພະເຈົ້າຜູ້ລິເລີ່ມສ້າງສັນໃໝ່ສ່ວນລາວເປັນຄົນເຮັດໃຫ້ໝັ້ນຄົງ,ຂ້າພະເຈົ້າຄວາມຄິດໄປທາງວັນນະກໍາ, ລາວມີຄວາມຄິດທາງຄະນິດສາດ, ລາວຖືກວ່າຂ້າພະເຈົ້າເປັນຜູ້ນໍາ ຂ້າພະເຈົ້າພັດຖືວ່າລາວເປັນອັດສະລິຍະ, ການຮ່ວມມືຂອງພວກເຮົາໄດ້ກາຍເປັນພຣະພອນສູ່ສອງຄົນພວກເຮົາ,ຂ້າພະເຈົ້າຂອບຄຸນພຣະເຈົ້າສໍາລັບດຣ.ຄຣິສໂຕເຟີ ເຄແກນ.

ຂ້າພະເຈົ້າຂອບຄຸນພຣະເຈົ້າສໍາລັບຈອນຊາມູເອວເຄແກນ, ລາວເປັນລູກຊາຍກົກຂອງດຣ.ເຄແກນ, ຈອນເປັນຄົນໜຸ່ມທີ່ກໍາລັງນໍາການນະມັດສະການນີ້, ລາວຖືກເຈີມຕັ້ງໃນຖານະຜູ້ຮັບໃຊ້ແບັບຕິດມື້ວານນີ້, ດັ່ງນັ້ນຕອນນີ້ລາວຈື່ງເປັນອາຈານຈອນຊາມູເອວເຄແກນ ລາວເປັນນັກເທດທີ່ເກັ່ງຫຼາຍ ແລະເປັນທີ່ປຶກສາ, ຂ້າພະເຈົ້າຖືວ່າຈອນແມ່ນ “ລູກຊາຍ”ຂອງຕົນໃນງານຮັບໃຊ້, ລາວຮຽນຢູ່ປີສອງໃນຂະແໜ່ງສາສະໜາສາດໂຮງຮຽນທັລບອດໃນມະຫາວິທະຍາໄລໄອໂອລາ, ລາວເປັນຄົນສະຫຼາດຫຼາຍ, ບໍ່ສົງໄສເລີຍນັບຕັ້ງແຕ່ທີ່ພໍ່ຂອງລາວໄດ້ປະລິນຍາເອກສອງໃບ ແລະແມ່ຈູດີຂອງລາວກໍເປັນໝໍ, ຈອນກໍເປັນນັກຮຽນເກດເອ, ລາວໄດ້ວາງແຜນທີ່ຈະຈົບປະລິນຍາເອກໃນຂະແໜ່ງສາສະໜາສາດ,ຕອນອາຍຸ 24 ປີຈອນໄດ້ເທດສະໜາຢູ່ໃນການປະຊຸມຂ່າວປະເສີດຢູ່ປະເທດອິນເດຍ,ສາທາລະນະລັດໂດໂມນິກັນແລະສາມປະເທດຢູ່ທະວີບອັຟຣິກາ, ລາວເທດສະໜາຢູ່ຄຣິສ ຕະຈັກຂອງພວກເຮົາທຸກເຊົ້າວັນອາທິດ, ພວກເຮົາໃຊ້ເວລາທຸກບ່າຍວັນພະຫັດນໍາກັນ,ໂອ້ລົມກັນທາງສາສະໜາສາດແລະວຽກງານການຮັບໃຊ້, ຂ້າພະເຈົ້າຂອບຄຸນພຣະເຈົ້າສໍາລັບຈອນ,ລາວຈະຕິດຕາມຂ້າພະເຈົ້າໃນຖານະສິດຍາພິບານຄົນຕໍ່ໄປຂອງຄຣິສຕະຈັກພວກເຮົາ, ລາວຄືໝູ່ຂອງຂ້າພະເຈົ້າ, ມັນງ່າຍໆແບບນັ້ນແຫຼະ.

ຂ້າພະເຈົ້າຂໍຂອບຄຸນພຣະເຈົ້າສໍາລັບໂນອາຊອງ, ລາວຄືນັກເທດອີກຄົນໜື່ງຂອງຂ້າພະເຈົ້າ, ໂນອາກໍາລັງຊິຈົບວຽກໃນວິທະຍາໄລແລ້ວກໍຈະໄປຮຽນຕໍ່ຢູ່ໂຮງຮຽນພຣະຄໍາພີ ລາວກັບຈອນເຄແກນເປັນທີມທີ່ດີ ແລະພວກເຂົາຈະນໍາຄຣິສຕະຈັກຂອງພວກເຮົາໃນອະນາຄົດ.

ຂ້າພະເຈົ້າຂໍຂອບຄຸນພຣະເຈົ້າໂນອາຊອງ, ອາຣ໋ອນແຢນຊີ, ກັບແຈັກງັນ,ພວກເຂົາຖືກແຕ່ງຕັ້ງໃຫ້ເປັນຜູ້ຊ່ວຍໃໝ່ຂອງພວກເຮົາ, ອາຣ໋ອນຄືຂາຄູ່ຂອງຂ້າພະເຈົ້າ, ລາວເບິ່ງຂ້າພະເຈົ້າຄືກັບແມ່ໄກ່ທີ່ມີລູກນ້ອຍໂຕດຽວ, ລາວເປັນໜຶ່ງໃນເພື່ອນທີ່ໃກ້ຊິດທີ່ສຸດຂອງຂ້າພະເຈົ້າ, ແຈັກງັນແຕ່ງງານແລ້ວແລະມີລູກຊາຍສອງຄົນ, ນີ້ຄືບາງສິ່ງບາງຢ່່າງທີ່ພວກທ່ານອາດຈະບໍ່ຮູ້ຈັກ, ຂ້າພະເຈົ້າກໍຍັງບໍ່ໄດ້ບອກໃຜເທື່ອ! ປີໜ້າຂ້າພະເຈົ້າຈະເປີດ ຄຣິສຕະຈັກຄົນຈີນຢູ່ບ້ານຂອງງັນ.

ຈອນເຄແກນ,ໂນອາ ຊອງ, ອາຣ໋ອນແຢນຊີ, ແຈັກງັນແລະເບັນກຣິຟຟິດເປັນຄູ່ອະທິຖານຂອງຂ້າພະເຈົ້າ, ພວກເຮົາມາພົບກັນທຸກຄືນວັນພຸດເພື່ອອະທິຖານດ້ວຍກັນຢູ່ບ້ານຂອງຂ້າພະເຈົ້າ,ຂ້າພະເຈົ້າຂອບຄຸນພຣະເຈົ້າສໍາລັບຄົນເຫຼົ່ານີ້, ພວກເຂົາຊ່ວຍຂ້າພະ ເຈົ້າໃຫ້ຜ່ານຊ່ວງເວລາຍາກໆໄປໄດ້ໂດຍສະເພາະໃນຊ່ວງການຮັກສາໂລກມະເຮັງຂອງຂ້າພະເຈົ້າ.

ຂ້າພະເຈົ້າຂໍຂອບຄຸນພຣະເຈົ້າສໍາລັບດຣ.ແຊນ,ນາງຊາລາຊ່າ ແລະ “39ຄົນ”ດຣ. ແຊນເປັນຜູ້ຊ່ວຍສິດຍາພິບານຂອງພວກເຮົາດູແລໃນເລື່ອງການປະກາດຂ່າວປະເສີດແລະ ການຮັບໃຊ້ໃນການໂທຕິດຕາມ, ນາງຊາລາຊ່າເປັນຜູ້ດູແລງານຮັບໃຊ້ພາສາສະເປນຂອງເຮົາ, “39ຄົນ”ຄືຄົນທີ່ສັດຊື່ທີ່ຊ່ວຍຄຣິສຕະຈັກຂອງພວກເຮົາຈາກການລົ້ມລະລາຍໃນຊ່ວງ ການແບ່ງແຍກຄຣິສຕະຈັກ,ຂ້າພະເຈົ້າຂໍຂອບຄຸນພຣະເຈົ້າສໍາລັບພວກເຂົາທຸກຄົນ, ຂ້າພະ ເຈົ້າຂອບຄຸນພຣະເຈົ້າສໍາລັບອາເບວພຣຸດໂຮມ, ລາວເປັນຜູ້ທີ່ຢຸດຢັ້ງການແຕກແຍກຄຣິສ ຕະຈັກ,ຂ້າພະເຈົ້າຂໍຂອບຄຸນພຣະເຈົ້າສໍາລັບເວິີເຈວກັບເບເວີລີນິກເກວ, ພວກເຂົາຄືຄູ່ຜົວເມຍທີ່ໃຫ້ພວກເຮົາຢືມເງີນຫຼາຍທີ່ທີ່ສຸດເພື່ອຊື້ຕຶກຄຣິສຕະຈັກຂອງເຮົາ, ພວກເຂົາບໍ່ເຄີຍສັ່ນໄຫວໃນການສະໜູນຂອງເຂົາເຈົ້າທີ່ມີຕໍ່ພວກເຮົາ, ຕອນນີ້ພວກເຂົາເປັນສະມາຊິກທີ່ມີກຽດຂອງພວກເຮົາ.

ຄຣິສຕະຈັກຂອງພວກເຮົາຖືກສ້າງມາໂດຍປະມານຫ້າສິບເປີເຊັນເປັນຄົນໜຸ່ມອາຍຸ ໜ້ອຍກວ່່າສາມສິບປີ, ຂ້າພະເຈົ້າມີຄວາມສຸກສະເໝີທີ່ເປັນສິດຍາພິບານຄົນໜຸ່ມໆ,ກຸ່ມຄົນທີ່ພວກເຮົາມີຕອນນີິ້ຄືກຸ່ມຄົນທີ່ດີທີ່ສຸດໃນທ່າມກາງຄົນອ່ືນທີ່ຂ້າພະເຈົ້າຮູ້ຈັກ, ພວກເຮົາມີກຸ່ມຜູ້ຊ່ວຍທີ່ອັດສະຈັນ, ມີພວກຜູ້ຊ່ວຍທີ່ຖືກເຈີມແລ້ວແປດຄົນ, ພວກເຮົາສັບປ່ຽນພວກເຂົາທຸກໆສອງປີ, ອາຣ໋ອນແຢນຊີຄືປະທານຂອງພວກຜູ້ຊ່ວຍ,ດັ່ງນັ້ນລາວຈື່ງເປັນໜຶ່ງດຽວທີ່ບໍ່ເຄີຍຖືກສັບປ່ຽນຈັກເທື່ອ, ຂ້າພະເຈົ້າຂອບຄຸນພຣະເຈົ້າສໍາລັບຄົນເຫຼົ່ານີ້.

ພວກຜູ້ອາວຸໂສໃນຄຣິສຕະຈັກຂອງພວກເຮົາໄດ້ໃຫ້ການສະໜັບສະໜູນອັນໃຫຍ່ຫຼວງຕໍ່ທຸກສິ່ງທີ່ພວກເຮົາເຮັດ,ພວກເຂົາເຂົ້າຮ່ວມນະມັດສະການທຸກຮອບ, ພວກເຂົາອະທິ ຖານເກັ່ງຫຼາຍ ແລະເຮັດວຽກໜັກເພື່ອສ້າງຄຣິສຕະຈັກຂອງພວກເຮົາຂຶ້ນ, ຂ້າພະເຈົ້າບໍ່ເຄີຍຢ້ານທີ່ຈະປະການນະມັດສະການເຊົ້າວັນອາທິດໄວ້ໃນມືຂອງຈອນເຄແກນກັບພໍ່ຂອງລາວ,ໃນຂະນະທີ່ໄປມັອນເຕເບໂລເພື່ອເລິ່ມຄຣິສຕະຈັກຈີນແຫ່ງໃໝ່, ຂ້າພະເຈົ້າວາງໃຈພວກເຂົາເຕັມທີ່, ຂ້າພະເຈົ້າຈະກັບມາທີ່ຄຣິສຕະຈັກແມ່ເພື່ອເທດທຸກແລງວັນອາທິດ.

ຊີວິດຂອງຂ້າພະເຈົ້າທັງໝົດແມ່ນກ່ຽວຂ້ອງກັບຜູ້ຄົນໃນຄຣິສຕະຈັກຂອງພວກເຮົາ,ພວກເຂົາຄືຍາດຕິພີ່ນ້ອງຂອງຂ້າພະເຈົ້າ, ມັນເຮັດໃຫ້ຂ້າພະເຈົ້າດີິໃຈຫຼາຍທີ່ເປັນຫົວໜ້າຂອງຄອບຄົວທີ່ສຸດແສນຈະພິເສດນີ້, ພຣະເຢຊູກ່າວວ່າ:

“ຖ້າເຈົ້າທັງຫຼາຍຮັກຊື່ງກັນແລະກັນ ດັ່ງນີ້ແຫຼະຄົນທັງປວງກໍຈະຮູ້ໄດ້ວ່າ ເຈົ້າທັງຫຼາຍເປັນສາວົກຂອງເຮົາ”(ໂຢຮັນ 13:35)

ຂ້າພະເຈົ້າບໍ່ສາມາດຄິດຫາທາງທີ່ດີກວ່ານີ້ໄດ້ເພື່ອຈົບຄໍາເທດສະໜານີ້ນອກຈາກຄວາມຈິງໃຫ້ພວກທ່ານຟັງ, ຕອນທີ່ຂ້າພະເຈົ້າກໍາລັງເທດສະໜາຢູ່ຄຣິສຕະຈັກແຫ່ງການເປີດປະຕູໃນເມືອງມາຣິນຄາວຕີ້, ຂ້າພະເຈົ້າມັກຈະພາພວກຄົນໜຸ່ມໄປຊານຟຣານຊິສໂກ ທຸກຄືນວັນສຸກແລະວັນເສົາ, ຂ້າພະເຈົ້າເທດສະໜາຢູ່ຕາມຫົນທາງໃນຂະນະທີ່ພວກເຂົາພາກັນແຈກໃບປິວ,ພວກເຮົາມັກພາກັນໄປເຂດເມືອງນອທບີສ, ມັນຄ່ອນຂ້າງເປັນສະຖານ ທີ່ລາມົກເປັນບ່ອນທີ່ຜູ້ຄົນພາກັນເສບຢາແລະເປັນບ່ອນທີ່ມີການ “ເຕັ້ນແກ້ຜ້າ”ຂ້າພະເຈົ້າມັກຈະເທດສະໜາຢູ່ຕາມທາງຍ່າງຕໍ່ໜ້າຮ້ານເຕັ້ນແກ້ຜ້າທີ່ເອີ້ນວ່າ“ສວນເອເດນ”

ຄືນໜຶ່ງພວກເດັກນ້ອຍບາງຄົນພາຊາຍໜຸ່ມຄົນໜຶືື່ງມາຫາຂ້າພະເຈົ້າ, ລາວບອກຂ້າພະເຈົ້າວ່າລາວຕິດຢາເສບຕິດປະເພດເຮໂຣອິນທີ່ແພງຫຼາຍ, ລາວບອກຂ້າພະເຈົ້າວ່າຢາກເລີກມັນ, ໃນຂະນະທີ່ຂ້າພະເຈົ້າລົມກັບລາວຂ້າພະເຈົ້າກໍຮູ້ສຶກໄດ້ວ່າລາວມີຄວາມຈິງໃຈ, ໃນຄືນນັ້ນຂ້າພະເຈົ້າກໍບອກໃຫ້ລາວຂື້ນລົດຂອງຕົນແລ້ວພາລາວກັບມາກັບຕົນເອງໃນຫ້ອງອາພາດເມັ້ນຂອງຕົນ, ຂ້າພະເຈົ້າໄດ້ພາລາວໄປຢູ່ຫ້ອງຄົວແລ້ວລັອກປະຕູທາງຫ້ອງນອນຂອງຕົນແລ້ວກໍໄປນອນ.

ເປັນເວລາຫຼາຍມື້ທີ່ລາວຕ້ອງພົບຄວາມໂຫດຮ້າຍໃນການອອກຈາກຢາໃນຂະນະທີ່ນັ່ງຢູ່ພື້ນຫ້ອງຄົວ, ສຸດທ້າຍລາວກໍງຽບລົງດ້ວຍວິທີໃດໜຶ່ງແລ້ວຖາມຂ້າພະເຈົ້າວ່າໃຜມີກີຕ້າແດ່, ຂ້າພະເຈົ້າຈື່ງບອກໃຫ້ລູກເອົາໃຫ້ລາວອັນໜຶ່ງ, ລາວກໍນັ່ງລົງພຶ້ນຮຽນດີດກີຕ້າເປັນເວລາສອງມື້, ແລ້ວລາວກໍຂໍປື້ມເພງຈາກຂ້າພະເຈົ້າ, ພວກເຮົາກໍເອົາປື້ມເພງຫົວໜຶ່ງໃຫ້ລາວ ແລ້ວລາວກໍເລິີ່ມຄິດຄົ້ນທໍານອງໃໝ່ສໍາລັບເພງໜຶ່ງ, ຂ້າພະເຈົ້າລືມຊື່ແທ້ຂອງລາວ ຂ້າພະເຈົ້າມັກເອີ້ນລາວວ່່າດີເອສັ້ນໆສໍາລັບຄົນຕິດຢາ!

ແລ້ວວັນໜຶ່ງດີເອເວົ້າກັບຂ້າພະເຈົ້າ “ເຊີນຟັງເພງນີ້” ລາວຈັບເອົາກີຕ້າ,ເປີດປື້ມເພງຂື້ນມາແລ້ວຮ້ອງເພງຂອງອັລເບີດມິດເລນ(1825-1909) “ຂໍຊົງຟື້ນຟູວຽກຂອງພຣະອົງ”ດ້ວຍທໍານອງໃໝ່ຂອງລາວ,ແນ່ນອນມັນສວຍງາມຫຼາຍ! ພວກເຮົາຮ້ອງເພງນັ້ນດ້ວຍ ທໍານອງຂອງດີເອຈົນເຖິງທຸກວັນນີ້!

ຂໍຊົງຟື້ນຟູວຽກຂອງພຣະອົງ ໂອພຣະເຈົ້າ ແຂນອັນຊົງລິດຂອງພຣະອົງ
ກ່າວດ້ວຍສຽງທີ່ເຮັດໃຫ້ຄົນຕາຍຟື້ນແລະເຮັດໃຫ້ຄົນພຣະອົງໄດ້ຍິນ
ຟື້ນຟູ! ຟື້ນຟູ! ແລະໃຫ້ຄວາມຊຸ່ມຊື່ນໃໝ່ດັ່ງຫ່າຝົນ
ສະຫງ່າລາສີຈະເປັນຂອງພຣະອົງ,ພຣະພອນຈະເປັນຂອງພວກເຮົາ
(“Revive Thy Work” by Albert Midlane, 1825-1909).

ເມື່ອຂ້າພະເຈົ້າກັບມາບ້ານທີ່ລອສແອງເຈີລິສ,ຂ້າພະເຈົ້າໄດ້ສູນເສຍການຕິດຕໍ່ກັບດີເອເລີຍ, ຊີວິດຍັງຄົງດໍາເນີນຕໍ່ໄປແລະສຸດທ້າຍຄຣິສຕະຈັກຂອງພວກເຮົາກໍຕັ້ງຢູ່ໃນຕຶກທີ່ພວກເຮົາຢູ່ຕອນນີ້, ສຽງໂທລະສັບດັງຂຶ້ນໃນຄືນໜຶ່ງ, ຂ້າພະເຈົ້າຈື່ງເຂົ້າໄປຫ້ອງການແລ້ວ ເວົ້າວ່າ “ສະບາຍດີ” ສຽງໃນໂທລະສັບຕອບວ່າ “ສະບາຍດີດຣ.ໄຮເມີ ນີ້ແມ່ນດີເອ”ຂ້າພະ ເຈົ້າຖາມວ່າ “ແມ່ນໃຜ?” ລາວຕອບວ່າ “ດີເອ, ເຈົ້າຈື່ໄດ້ບໍຄົນຕິດຢາ-ດີເອ” ຂ້າພະເຈົ້າເກືອບສະຫຼົບໄປເລີຍ, ຂ້າພະເຈົ້າບໍ່ໄດ້ຍິນສຽງຂອງລາວເປັນເວລາເກືອບສາມສິບປີແລ້ວ! ຂ້າພະເຈົ້າເລີຍຖາມວ່າ “ເຈົ້າຢູ່ໃສ?” ລາວຕອບວ່າ “ຂ້ອຍຢູ່ໃນຟລໍຣິດາ,ຂ້ອຍແຕ່ງງານແລ້ວ, ຂ້ອຍມີລູກສອງຄົນ ແລະມີເມຍທີ່ດີ, ແລະຂ້ອຍສອນໂຮງຮຽນວັນອາທິດຢູ່ຄຣິສຕະຈັກຂອງພວກເຮົາ”

ຂ້າພະເຈົ້າຫົວດ້ວຍຄວາມດີໃຈ! ຂ້າພະເຈົ້າຮ້ອງເພງນັ້ນຕາມທາງກັບບ້ານ! ມັນຄືຊ່ວງເວລາແບບນີ້ທີ່ເຮັດໃຫ້ຂ້າພະເຈົ້າດີໃຈທີ່ຕົນໄດ້ເຂົ້າສູ່ງານຮັບໃຊ້ເມື່ອ 60 ປີກ່ອນ,ມັນ ເປັນຄວາມທຸກທໍລະມານແລະຄວາມເຈັບປວດທີ່ຄຸ້ມຄ່າຫຼາຍ ການຊະນະຄົນໜຸ່ມຄືກັບດີເອ ໄດ້ເຮັດໃຫ້ຄວາມຍິນດີຂອງຂ້າພະເຈົ້າສົມບູນ!

ຄວາມເຈັບປວດແລະຄວາມໂສກເສົ້າໄດ້ລະລາຍໄປເມື່ອຂ້າພະເຈົ້າຄິດເຖິງຄົນໜຸ່ມທຸກຄົນທີ່ໄດ້ຮັບຄວາມລອດ, ຫົກສິບປີໃນງານຮັບໃຊ້ຂອງຂ້າພະເຈົ້າໄດ້ມອບຊ່ວງເວລາແຫ່ງຄວາມສຸກໃຫ້ກັບຂ້າພະເຈົ້າ, ຂ້າພະເຈົ້າບໍ່ໄດ້ຮັບໃຊ້ເພື່ອສິ່ງໃດໆ!

ເໝືອນເຊັ່ນເຄີຍ,ຂ້າພະເຈົ້າຕ້ອງໃຊ້ເວລາສອງສາມນາທີເພື່ອອະທິບາຍຂ່າວປະ ເສີດ, ພຣະເຢຊູໄດ້ສະເດັດມາຈາກສະຫວັນເພື່ອເຫດຜົນດຽວກໍຄື-ພຣະອົງຊົງມາເພື່ອຕາຍເທິງໄມ້ກາງແຂນເພື່ອຈ່າຍຄ່າຄວາມຜິດບາບຂອງພວກເຮົາ, ພຣະອົງຊົງຟື້ນຂຶ້ນມາພ້ອມດ້ວຍຮ່າງກາຍ,ເນື້ອໜັງແລະກະດູກໃນວັນອາທິດອິດສະເຕີ, ພຣະອົງຊົງຫຼັ່ງພຣະໂລຫິດອັນປະເສີດຂອງພຣະອົງເພື່ອຊໍາລະພວກເຮົາອອກຈາກຄວາມບາບທຸກຢ່າງ, ພຣະອົງຊົງບອກພວກເຮົາໃຫ້ວາງໃຈໃນພຣະອົງ ແລ້ວພວກເຮົາກໍຈະຖືກຊໍາລະຈາກຄວາມບາບ.

ຂ້າພະເຈົ້າໄດ້ພະຍາຍາມທີ່ຈະໄດ້ຄວາມລອດຂອງຕົນໂດຍການເປັນຄົນສົມບູນແບບ, ຂ້າພະເຈົ້າເປັນຟາຣິສີ, ແຕ່ໃນວັນທີ 28 ເດືອນກັນຍາປີ 1961 ທີ່ວິທະຍາໄລໄບໂອລາ, ຂ້າພະເຈົ້າໄດ້ເຊື່ອວາງໃຈໃນພຣະເຢຊູ, ເພງນີ້ເອງໄດ້ນໍາຂ້າພະເຈົ້າມາຫາພຣະ ຄຣິດ:

ຈິດວິນຍານຂ້າຖືກຄຸມຂັງເປັນເວລາດົນນານ
ຖືກມັດຢູ່ໃນຄວາມບາບແລະຄວາມມືດ
ດວງຕາຂອງພຣະອົງກະຈາຍແສງເຮືອງແສງ
ຂ້າຕື່ນຂື້ນຈາກຄຸກໃຕ້ດິນດ້ວຍແສງສະຫວ່າງ
ໂສ້ຂອງຂ້າຫລຸດອອກ,ໃຈຂ້າເປັນອິດສະຫຼະ
ຂ້າລຸກຂື້ນຍ່າງອອກໄປແລ້ວຕາມພຣະອົງ
ຄວາມຮັກອັນອັດສະຈັນເປັນໄປໄດ້ແນວໃດ
ທີ່ພຣະອົງຄືພຣະເຈົ້າຊົງຕາຍເພື່ອຂ້າ
(“And Can It Be?” by Charles Wesley, 1707-1788)

ພຣະເຢຊູຊົງເປັນພຣະເຈົ້າທີ່ຮັບສະພາບເປັນມະນຸດ,ພຣະອົງຊົງຕາຍເພື່ອຂ້າພະເຈົ້າ, ຂ້າ ພະເຈົ້າຄິດເຖິງພຣະອົງໃນຫົນທາງໃໝ່, ຂ້າພະເຈົ້າເຊື່ອວາງໃຈໃນພຣະຄຣິດ,ຄໍາອະທິ ຖານຂອງຂ້າພະເຈົ້າກໍຄືທ່ານຈະເຊື່ອວາງໃຈໃນພຣະເຢຊູແລະລອດ, ແລ້ວໃຫ້ແນ່ໃຈວ່່າທ່ານໄປໂບດທີ່ເຊື່ອພຣະຄໍາພີ ແລະມີຊີວິດເພື່ອພຣະເຢຊູຄຣິດ.

ຂ້າພະເຈົ້າຂໍເວົ້າກັບພວກທ່ານທຸກຄົນວ່າ “ຂໍພຣະເຈົ້າອວຍພອນພວກທ່ານຄືກັບທີ່ພຣະອົງອວຍພອນຂ້າພະເຈົ້າຕໍ່ສູ້ກັບຄວາມໂດດດ່ຽວແລະຄວາມຢ້ານທຸກຢ່າງ” “ບໍ່ມີອັນໃດທີ່ຈະເຮັດໃຫ້ຂ້າພະເຈົ້າມີດີໃຈຫຼາຍກວ່ານີ້ ຄືທີ່ໄດ້ຍິນວ່າພວກລູກໆຂອງຂ້າພະເຈົ້າດໍາເນີນຕາມຄວາມຈິງ” (3 ໂຢຮັນ 4), ເອແມນ.

ຕອນນີ້ຂ້າພະເຈົ້າຂໍມອບລາຍການກັບໄປໃຫ້ອາຈານຈອນເຄແກນເພື່ອປິດການນະມັດສະການນີ້(ຈອນປະກາດວັນເກີດຂອງດຣ.ໄຮເມີກັບເມຍຂອງເພິ່ນດ້ວຍເຄັກສອງກ້ອນ ແລ້ວຮ້ອງເພງ“Happy Birthday to You”)


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ: ຈອນ ເວສລີໄຮເມີ: ເພງສັນລະເສີນ 27:1-14.
ບັນເລງເພງກ່ອນຄໍາເທດສະໜາໂດຍ ເບັນຈາມິນ ຄິນເຄດ ກຣິຟຟິດ:
“Must Jesus Bear the Cross Alone?” (by Thomas Shepherd, 1665-1739; first and last stanzas)/
“The Master Hath Come” (by Sarah Doudney, 1841-1926; last two stanzas).