Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ສື່ສັງຄົມອອນລາຍ, ວິດີໂອເກມ ແລະສື່ລາມົກຈະທໍາລາຍຊີວິດຂອງທ່ານ

SOCIAL MEDIA, VIDEO GAMES AND PORNOGRAPHY
WILL RUIN YOUR LIFE!
(Laotian)

ບົດຮຽນໂດຍດຣ. ຊີ.ແອວ.ເຄແກນ
ທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນບ່າຍ 18/3/2018
A lesson by Dr. C. L. Cagan
given at the Baptist Tabernacle of Los Angeles
Lord’s Day Afternoon, March 18, 2018

“ຂໍຊົງຫັນຕາຂອງຂ້ານ້ອຍໄປຈາກການເບິ່ງສິ່ງອານີຈັງ”(ເພງສັນລະເສີນ 119:37)


ພາສາເຮັບເຣີແປຄໍາວ່າ “ອານີຈັງ”ຢູ່ໃນຂໍ້ພຣະຄໍາພີຂອງເຮົາໝາຍເຖິງ “ຄວາມ ຊົ່ວ,ການທໍາລາຍ,ທາງສິນລະທໍາ,ທີ່ທໍາລາຍ,ໄຮ້ຄ່າ”(ເບິ່ງຄໍາສອດຄ່ອງກັນຂອງວັດຈະນານຸ ກົມສະຕຣອງໜ້າ 7723),ນັກແຕ່ງເພງສັນລະເສີນໄດ້ອະທິຖານຂໍໃຫ້ພຣະເຈົ້າຮັກສາຕາຂອງລາວຈາກການເບິ່ງສິ່ງທີ່“ຄວາມຊົ່ວ,ຫາຍະນະ,ທາງສິນລະທໍາ,ທີ່ທໍາລາຍ,ໄຮ້ຄ່າ” ນັ້ນແຫຼະຄືສິ່ງທີ່ພວກຄົນໜຸ່ມເບິ່ງເປັນເວລາຫຼາຍຊົ່ວໂມງຕໍ່ມື້ - ສິ່ງຕ່າງໆທີ່ຊົ່ວ,ການທໍາລາຍ,ທາງສິນລະທໍາ, ທີ່ທໍາລາຍ,ໄຮ້ຄ່າ.

ມັນແມ່ນຫຍັງ? ພວກທ່ານເຮັດຫຍັງກັບຄອມພິວເຕີແດ່? ຂ້າພະເຈົ້າບໍ່ໄດ້ເວົ້າວ່າຢ່າໄປໃຊ້ຄອມພິວເຕີຫຼືໄອໂຟນ, ຈົ່ງໃຊ້ຕອນທີ່ທ່ານຈໍາເປັນສໍາລັບໂຮງຮຽນຫຼືວຽກ, ຂ້າພະ ເຈົ້າບໍ່ເຄີຍເວົ້າຢ່າໄປໃຊ້ອິນເຕີເນັດ, ຈົ່ງໃຊ້ເມື່ອທ່ານມີຄວາມຈໍາເປັນ, ແຕ່ຂ້າພະເຈົ້າກໍາ ລັງເວົ້າກ່ຽວກັບການທີ່ພວກທ່ານເສຍເວລາຫຼາຍຊົ່ວໂມງໃນແຕ່ລະວັນ, ຂ້າພະເຈົ້າກໍາລັງ ເວົ້າເຖິງເຟສບຸກແລະສື່ສັງຄົມອອນລາຍອື່ນ,ຂ້າພະເຈົ້າກໍາລັງເວົ້າເຖິງວິດີໂອເກມ, ຂ້າພະ ເຈົ້າກໍາລັງເວົ້າເຖິງສື່ລາມົກ, ສິ່ງເຫຼົ່ານັ້ນບໍ່ດີສໍາລັບທ່ານ, ພວກມັນບໍ່ໄດ້ເປັນພຽງແຕ່ຄວາມ ມ່ວນຊື່ນທີ່ບໍ່ມີພິດໄພ, ພວກມັນຈະທໍາລາຍທ່ານ, ພວກມັນບໍ່ມີຄ່າຫຍັງເລີຍ-ເສຍເວລາໄປ ຊື່ໆ, ພວກມັນສາມາດທໍາລາຍທ່ານໄດ້,ມັນຈະທໍາລາຍຊີວິດຂອງທ່ານ.

ປະການທີ່ໜຶ່ງ,ສື່ສັງຄົມອອນລາຍຈະທໍາລາຍຊີວິດຂອງທ່ານ, ແມ່ນຫຍັງຄືສື່ສັງ ຄົມ? ກໍຄືທີ່ຜູ້ຄົນສື່ສັງຄົມກັນທາງອິນເຕີເນັດ, ພວກເຂົາສົ່ງຂໍ້ຄວາມຫາກັນ, ພວກເຂົາເອົາ ຮູບໃສ່ແລ້ວສົ່ງຫາກັນ, ພວກເຂົາບອກ “ເພື່ອນໆ”ໄຟຟ້າຂອງເຂົາວ່າເຂົາກໍາລັງເຮັດຫຍັງຢູ່ ພວກເຂົາຢາກເຫັນໃນສິ່ງທີ່ຄົນອື່ນກໍາລັງເຮັດ, ພວກເຂົາສົ່ງຄອມເມັ້ນໃຫ້ກັນແລະກັນ, ພວກເຂົາໃຊ້ເວລາຫຼາຍຊົ່ວໂມງກັບເລື່ອງນີ້.

ຂ້າພະເຈົ້າບໍ່ເຫັນສິ່ງດີອັນໃດໃນໂຊຊຽວມີເດຍ, ຂ້າພະເຈົ້າບໍ່ເຄີຍເຫັນການເຊີນຄົນມາໂບດຜ່ານທາງນີ້ເລີຍ, ຂ້າພະເຈົ້າບໍ່ເຄີຍເຫັນຜູ້ຄົນເປັນພະຍານເຖິງພຣະຄຣິດທາງນັ້ນ,ຂ້າພະເຈົ້າບໍ່ເຄີຍເຫັນຂໍ້ພຣະຄໍາພີ, ມັນເຕັມໄປດ້ວຍຄໍານິນທາ ແລະຂອງເສຍ-ແມ່ນແຕ່ຈາກຄົນທີ່ໄປໂບດກໍຕາມ!

ຂ້າພະເຈົ້າກໍາລັງເວົ້າເຖິງເຟສບຸກ, ຂ້າພະເຈົ້າກໍາລັງເວົ້າເຖິງອິນສະຕຣາແກຣມ ແລະສແນັບແຊັດ, ຂ້າພະເຈົ້າກໍາລັງເວົ້າເຖິງທະວິດເຕີ-ການສົ່ງຂໍ້ຄວາມຕ່າງໆອອກໄປແລະການອ່ານຂໍ້ຄວາມຂອງຄົນອື່ນ, ຂ້າພະເຈົ້າກໍາລັງເວົ້າກ່ຽວກັບການທີ່ີທ່ານເສຍເວລາຂອງທ່ານໄປແນວໃດແດ່.

ສະເລ່ຍຄົນໜຶ່ງໃຊ້ເວລາຫຼາຍກວ່າສອງຊົ່ວໂມງຕໍ່ມື້ທາງສື່ສົງຄົມອອນລາຍ,ນັ້ນບໍ່ພຽງແຕ່ຢູ່ໃນສະຫະລັດອາເມລິກາເທົ່ານັ້ນ, ທົ່ວໂລກ!( (See The Statistics Portal, Adweek and Social Media Today ຈົ່ງກົດຕາມລິ້ງເພື່ອອ່ານບົດຄວາມນັ້ນ) ສະເລ່ຍສອງຊົ່ວໂມງຕໍ່ມື້, ບາງຄົນເສຍເວລາຫ້າຫຼືຫົກຊົ່ວໂມງຕໍ່ມື້, ແຕ່ຂໍໃຫ້ຄິດພຽງແຕ່ສອງຊົ່ວໂມງຕໍ່ມື້,ຊົ່ວຊີວິດ ຂອງທ່ານມັນກໍຫຼາຍກວ່າຫ້າປີແລ້ວ!

ພວກທ່ານສາມາດໄດ້ຄະແນນດີກວ່ານັ້ນຫຼາຍໂດຍການສຶກສາເປັນເວລາສອງຊົ່ວ ໂມງຕໍ່ວັນແທນທີຂອງການເສຍເວລາທາງໂຊຊຽວມີເດຍ,ພວກທ່ານສາມາດເຮັດໄດ້ດີກວ່າ ຢູ່ບ່ອນເຮັດວຽກດ້ວຍສອງຊົ່ວໂມງເພີ່ມຕໍ່ມື້, ທ່ານສາມາດລົມກັບຜູ້ຄົນ ແລະເຮັດໝູ່ຄູ່ໄດ້ ຫຼາຍຄົນ, ທ່ານສາມາດເປັນຄົນອີກເທື່ອໜຶ່ງໄດ້!

ທີ່ຮ້າຍແຮງກວ່ານັ້ນໂຊຊຽວມີເດຍຄືຢາເສບຕິດ, ພວກທ່ານເຊັກເບິ່ງເຟສບຸກແລະ ສື່ອອນລາຍອື່ນໆທັນທີທີທ່ານຕື່ນຂື້ນ-ແລະຊ່ວງລະຫວ່າງວັນ-ແລະກ່ອນທີ່ຈະເຂົ້ານອນບໍ? ພວກທ່ານຢູ່ໂດຍບໍ່ມີມັນໄດ້ບໍ? ຈັກອາທິດໜຶ່ງ? ຈັກປີໜຶ່ງ? ຖ້າທ່ານເຮັດບໍ່ໄດ້ທ່ານກໍເສບ ຕິດມັນແລ້ວ.

ບົດຄວາມໜຶ່ງຂອງຂ່າວຟັອກ(29/12/2017 ກົດທີ່ນີ້)ໄດ້ສະແດງໃຫ້ເຫັນວ່າເຟສ ບຸກຄືສິ່ງທີ່ເຮັດໃຫ້ຕິດໃນແບບດຽວກັບຕິດໂຄເຄນແລະຢາຝີ່ນ, ດຣ.ເທຣາເອັມຣານີແຫ່ງ ມະຫາວິທະຍາໄລນິວຢອກໄດ້ກ່າວວ່າ “‘ກົດໄລ້’ເຟສບຸກ ແລະຄອມເມັ້ນກະຕຸ້ນສ່ວນ ຕ່າງໆຂອງສະໝອງຄືກັບຢາຝີ່ນ...ຄວາມຮູ້ສຶກ/ປະສົບການຕ່າງໆຂອງສະໝອງ... ຄ້າຍຄື ກັບຜົນທີ່ໄດ້ມາຈາກໂຄເຄນ.”

ຊີນພາກເກີຄືໜຶ່ງໃນຜູ້ກໍ່ຕັ້ງເຟສບຸກ, ລາວເປັນປະທານຂອງເຟສບຸກ, ພາກເກີໄດ້ ກ່າວວ່າ: “ຄວາມຈິງແລ້ວມັນປ່ຽນແປງຄວາມສໍາພັນຂອງທ່ານກັບສັງຄົມ,ກັບແຕ່ລະຄົນ ...ມັນໜ້າຈະເປັນອຸປະສັກຕໍ່ປະສິດທິພາບການເຮັດວຽກ(ເຮັດວຽກໄດ້ດີ)ໃນຫົນທາງທີ່ແປກປະຫຼາດ... ພຣະເຈົ້າເທົ່ານັ້ນທີ່ຮູ້ໃນສິ່ງທີ່ເກີດຂຶ້ນກັບສະໝອງຂອງລູກໆຂອງພວກເຮົາ” ( Fox Newsເຫຼັ້ມດຽວກັນ),ພວກທີ່ສ້າງໂຊຊຽວມີເດຍຮູ້ໃນສິ່ງທີ່ພວກເຂົາກໍາລັງເຮັດແລະ ເຮັດໂດຍເຈດຕະນາ! ພາກເກີກ່າວ:

ຂະບວນການຄິດທີ່ເຂົ້າໄປສູ່ການສ້າງແອັບພລິເຄຊັ່ນເຫຼົ່ານີ້, ເຟສບຸກເປັນ ເຈົ້າທໍາອິດຂອງພວກເຂົາ...ຄືທັງໝົດກ່ຽວກັບ ‘ພວກເຮົາຈະກິນເວລາ ຂອງທ່ານແລະດຶງຄວາມສົນໃຈຂອງທ່ານໃຫ້ຫຼາຍເທົ່າທີ່ເປັນໄປໄດ້?’ນັ້ນກໍໝາຍຄວາມວ່າພວກເຮົາຕ້ອງການເທົ່າກັບວ່າໃຫ້ທ່ານຖືກກະທົບດ້ວຍໂດພາມິນໜ້ອຍໜຶ່ງໃນເວລາໃດໜຶ່ງ(ໂດພາມີິນຄືສານເຄມີໃນສະໝອງ)ເພາະ ມີບາງຄົນກົດໄລ້ຫຼືຄອມເມັ້ນຮູບຫຼືໂພສຫຼືອັນໃດກໍໄດ້, ແລະນັ້ນຈະເຮັດໃຫ້ ທ່ານມີສ່ວນຮ່ວມຫຼາຍຂື້ນແລະນັ້ນຈະເຮັດໃຫ້ທ່ານໄດ້...ໄລ້ແລະຄອມເມັ້ນຫຼາຍຂຶ້ນ...ເປັນຂໍ້ສະເໜີແນະດ້ານການກວດສອບຄວາມຖືກຕ້ອງທາງສັງ ຄົມ...ແນ່ນອນເປັນສິ່ງທີ່ແຮັກເກີມັກຄືກັບໂຕຂ້າພະເຈົ້າຈະເກີດຂຶ້ນເນື່ອງ ຈາກທ່ານໃຊ້ຊ່ອງຫວ່າງໃນຈິດວິທະຍາມະນຸດ...ພວກນັກປະດິດ,ນັກສ້າງ...ເຂົ້າໃຈການມີສະຕິນີ້ ແລະພວກເຮົາກໍຍັງເຮັດຢູ່ດີ(Article in Axios – click here to read it).

ພວກທ່ານເອົາສື່ສົງຄົມອອນລາຍນີ້ອອກໄປຈາກຊີວິດຂອງຕົນໄດ້ແນວໃດ? ກໍຄືກັບທ່ານເອົາຢາເສບຕິດອອກໄປຈາກຊີວິດຂອງທ່ານ, ຈົ່ງຢຸດມັນ! ຖ້າທ່ານຮູ້້ສຶກວ່າກໍາລັງກັບໄປ,ຢ່າເຮັດມັນ! ມັນດີກວ່າທີ່ຈະບໍ່ມີຄອມພິວເຕີຫຼືໄອໂຟນແລ້ວເສຍເວລາສອງຊົ່ວໂມງຕໍ່ມື້, ພວກທ່ານອາດຈະຮູ້ສຶກມ່ວນຕອນທໍາອິດ,ແຕ່ທ່ານຈະເປັນຄົນແທ້ແທນທີຈະເປັນຄົນຄືຊື່ໆ, ຈົ່ງໜີອອກໄປຈາກໂຊຊຽວມີເດຍກ່ອນທີ່ມັນຈະທໍາລາຍຊີວິດຂອງທ່ານ!

ປະການທີສອງ,ວິດີໂອເກມຈະທໍາລາຍຊີວິດຂອງທ່ານ, ມີວິດີໂອເກມເປັນພັນໆ ເລື່ອງ,ບາງເລື່ອງກໍກ່ຽວກັບກິລາ,ພວກທ່ານຫຼີ້ນບານເຕະຫຼືບານສົ່ງ, ທ່ານຄວບຄຸມຄົນຫຼີ້ນ, ເມື່ອທ່ານຫຼີ້ນເປັນເວລາຫຼາຍມື້ທ່ານກໍເກັ່ງຂຶ້ນ, ບາງເກມກໍກ່ຽວກັບເລື່ອງຄວາມເພີ້ຝັນ,ໄປ ໂລກແຫ່ງຈິນຕະນາການ, ທ່ານກາຍເປັນຕົວລະຄອນທີີ່ເພີ້ຝັນ, ທ່ານໄດ້ເຫັນພວກສັດປະ ຫຼາດ, ທ່ານມິີລິດອໍານາດທີ່ພິເສດ, ບາງຄົນມັກໂລກທີ່ເພີ້ຝັນຫຼາຍກວ່າໂລກຄວາມຈິງ,ວິດີ ໂອເກມຫຼາຍຢ່າງກ່ຽວກັບສົງຄາມຫຼືການຂ້າ, ທ່ານຂ້າຄົນເປັນຮ້ອຍໆ, ທ່ານສາມາດກາຍ ເປັນນັກຂ້າໂດຍຕົວເອງ, ນິໂຄລັສຄຣູສຜູ້ທີ່ຂ້າ 17 ຄົນຢູ່ໃນໂຮງຮຽນມັດທະຍົມໃນລັດ ຟລໍຣິດາຫຼີ້ນວິດີໂອເກມທີ່ຮຸນແຮງໝົດມື້, ເພື່ອນບ້ານຂອງລາວເວົ້າວ່າ “ມັນຂ້າ,ຂ້າ,ຂ້າ, ລະເບີດບາງສິ່ງບາງຢ່າງແລະຂ້າຕື່ມອີກໝົດມື້” (Miami Herald, February 18, 2018).

ຜູ້ຄົນເສຍເວລາຫຼາຍກັບວິດີໂອເກມ, ການສຶກສາໄດ້ກ່າວວ່າສະເລ່ຍແລ້ວ 6,3 ຊົ່ວໂມງຕໍ່ອາທິດ((Time, May 27, 2014, click here to read it)ນັ້ນຄືຄ່າສະເລ່ຍ,ການສຶກສາ ຂອງ NPD ໃນປີ 2014 ໄດ້ກ່າວວ່າມີຄົນ 34 ລ້ານ “ເປັນນັກຫຼີ້ນເກມ”ໃນສະຫະລັດທີ່ໃຊ້ ເວລາສະເລ່ຍ 22 ຊົ່ວໂມງຕໍ່ອາທິດ(ຫຼາຍກວ່າ 3 ຊົ່ວໂມງຕໍ່ມື້)ຫຼີ້ນວິດີໂອເກມ(click here to read the article) ນັ້ນແມ່ນສີ່ປີກ່ອນ! ປະຈຸບັນຂ້າພະເຈົ້າມັກຈະພົບເດັກນ້ອຍແລະໄວ້ ລຸ້ນຜູ້ຊາຍທີ່ໃຊ້ເວລາສີ່,ຫ້າ,ຫົກຊົ່ວໂມງຕໍ່ມື້ຫຼີ້ນວິດີໂອເກມ.

ຊ່າງເປັນການເສຍເວລາແທ້ໆ, ທຸກຊົ່ວໂມງທີ່ພວກທ່ານໃຊ້ເວລາຫຼີ້ນເກມຄືຊົ່ວ ໂມງທີ່ພວກທ່ານສາມາດຮຽນໜັງສື,ເຮັດວຽກ ຫຼືຢູ່ກັບຄົນອື່ນໆໄດ້, ຈົ່ງກໍາຈັດວິດີໂອເກມ ຖີ້ມສາ! ຄະແນນຂອງທ່ານຈະສູງຂຶ້ນ, ທ່ານຈະມີເພື່ອນແທ້, ເພາະພວກທ່ານບາງຄົນມັນ ຈະເຮັດໃຫ້ຄວາມຄິດຂອງທ່ານປອດໂປ່ງ ແລະທ່ານຈະສາມາດເຂົ້າໃຈຂ່າວປະເສີດແລະ ຮັບຄວາມລອດໄດ້.

ວິດີໂອເກມຄືຢາເສບຕິດ, ທ່ານຈະຢາກກັບມາ-ອີກກັບມາອີກ, ທຸກເທື່ອທີ່ທ່ານເກັ່ງ ຂຶ້ນທ່ານກໍຈະໄປໄກຂຶ້ນ, ມັນມີລາງວັນຢູ່ຂ້າງໜ້າທ່ານ, ເພື່ອທີ່ທ່ານຈະບໍ່ເລີກ, ທ່ານເລີກບໍ່ ໄດ້, ທ່ານຕິດມັນແລ້ວ,ມັນກໍເປັນແບບດຽວກັນກັບຢາເສບຕິດ.

ວິດີໂອເກມຖືກອອກແບບມາເພື່ອໃຫ້ຕິດ, PsychGuides.comໄດ້ເວົ້າວ່າ “ໜຶ່ງໃນເຫດຜົນຫຼັກໆທີ່ວິດີໂອເກມກາຍເປັນສິ່ງເສບຕິດ...ຄືພວກມັນຖືກອອກແບບມາເພື່ອໃຫ້ເປັນແບບນັ້ນ, ພວກນັກສ້າງວິດີໂອເກມກໍຄືກັບທຸກຄົນທີ່ພະຍາຍາມທີ່ຈະສ້າງກໍາໄລມັກຈະຊອກຫາຫົນທາງຕ່າງໆເພື່ອທີ່ຈະໄດ້ຜູ້ຄົນເປັນຈໍານວນຫຼາຍຫຼີ້ນເກມຂອງພວກເຂົາ,ພວກເຂົາປະສົບຜົນສໍາເລັດໂດຍການສ້າງເກມທີ່ທ້າທາຍພໍເພື່ອຮັກສາທ່ານໃຫ້ກັບມາຫຼີ້ນຕື່ມອີກ ແຕ່ບໍ່ຍາກຫຼາຍເກີນໄປເພື່ອຜູ້ຫຼີ້ນຈະບໍ່ເລີກຫຼີ້ນ, ເວົ້າອີກຢ່າງໜຶ່ງ ຄວາມສໍາເລັດສໍາລັບນັກຫຼີ້ນເກມມັກຈະຮູ້ສຶກວ່າບໍ່ຢູ່ໃນກໍາມື, ໃນແງ່ນີ້,ການຕິດວິດີໂອເກມຄືຄວາມຄ້າຍຄືກັບຄວາມຜິດປົກະຕິອື່ນໆທີ່ໄດ້ຮັບການຍອມຮັບຢ່າງແຜ່ຫຼາຍໄດ້ແກ່,ການເສບຕິດການພະນັນ” (click here to read the article).

ວິດີໂອເກມສາມາດທໍາລາຍຊີວິດຂອງທ່ານໄດ້, ເຄດເບກເກີຜູ້ອໍານວຍການຂອງບໍລິສັດທີ່ປຶກສາ Smith & Jones Addiction Consultantsໄດ້ກ່າວວ່າ “ແຮງພວກເຮົາເບິ່ງມັນເທົ່າໃດ,ພວກເຮົາກໍຈະເຫັນວ່າເກມມັນໄດ້ເອົາຊີວິດຂອງພວກເດັກໄປຫຼາຍເທົ່ານັ້ນ” ລາວເວົ້າວ່າການຕິດວິດີໂອເກມສາມາດທໍາລາຍຊີວິດໄດ້, ພວກເດັກນ້ອຍທີ່ຫຼີ້ນສີ່ຫາຫ້າຊົ່ວໂມງຕໍ່ມື້ບໍ່ມີເວລາກ່ຽວກັບສັງຄົມ,ການເຮັດວຽກບ້ານຫຼືຫຼີ້ນກິລາ “ເຊິ່ງມັນໄດ້ເອົາເວລາແຫ່ງການພັດທະນາສັງຄົມໄປ, ທ່ານຈະໄດ້ຄົນອາຍຸ 21 ປີທີ່ມີອາລົມຄວາມສະຫຼາດຂອງເດັກນ້ອຍອາຍຸ 12 ປີ, ລາວບໍ່ເຄີຍຮຽນຮູ້ທີ່ຈະລົມສາວ, ບໍ່ເຄີຍຮຽນຫຼີ້ນກິລາ” (WebMD, click here to read the article).

ວິດີໂອເກມເຮັດໃຫ້ທ່ານເສຍເວລາ, ພວກມັນໝູນຈິດໃຈຂອງທ່ານ,ຈົ່ງໜີໄປຈາກມັນກ່ອນທີ່ພວກມັນຈະທໍາລາຍຊີວິດຂອງທ່່ານ, ມັນດີກວ່າທີ່ຈະບໍ່ມີຄອມພິວເຕີຫຼືໂທລະສັບໄອໂຟນຫຼາຍກວ່າການໃຊ້ເວລາຫຼີ້ນເກມ, ຈົ່ງປົດມັນອອກຈາກຊີວິດຂອງທ່ານຄືກັບທ່ານເລີກເຮໂຣອິນ, ຂ້າພະເຈົ້າຮູ້ດີວ່າທ່ານລື້ງເຄີຍກັບມັນ, ແຕ່ຈົ່ງຢ່າເຮັດມັນ, ພວກທ່ານອາດຈະຮູ້ສຶກດີຕອນທໍາອິດ,ແຕ່ທ່ານຈະໄດ້ຊີວິດຂອງທ່ານກັບຄືນມາ.

ປະການທີສາມ,ສື່ລາມົກຈະທໍາລາຍຊີວິດຂອງທ່ານ, ຂ້າພະເຈົ້າບໍ່ເຄີຍພົບໄວໜຸ່ມຢູ່ໃນມັດທະຍົມປາຍຫຼືວິທະຍາໄລຜູ້ທີ່ບໍ່ເບິ່ງສື່ລາມົກ-ຜູ້ຍິງເປືອຍຫຼືຜູ້ຄົນນອນນໍາກັນ, ມັນຢູ່ທຸກບ່ອນ, ມັນບໍ່ແມ່ນແບບນັ້ນຕະຫຼອດດອກ, ສື່ລາມົກຖືກເຊື່ອງໄວ້, ມັນຜິດກົດໝາຍ,ແຕ່ປີທີ່ຂ້າພະເຈົ້າເກີດຮິວເຮັບເນີໄດ້ກໍ່ຕັ້ງວາລະສານເພລບອຍຂຶ້ນ, ຜູ້ຄົນເປັນລ້ານຄົນພາກັນເບິ່ງຮູບ, ສື່ລາມົກວິວັດທະນາການໄປທົ່ວປະເທດ, ມີວາລະສານເປິະເປື້ອນຢູ່ທຸກແຈມຸມບ່ອນທີ່ເດັກນ້ອຍສາມາດເຫັນໄດ້, ມີໂຮງໜັງໂປ້ຢູ່ໃນທຸກໆເມືອງ.

ປະຈຸບັນນີ້ຜູ້ຄົນເບິ່ງສິ່ງລາມົກຜ່ານທາງຄອມພິວເຕີຂອງພວກເຂົາ - ໂດຍຄົນເປັນລ້ານຈົນນັບບໍ່ຖ້ວນ, ຊາວອາເມລິກາສີ່ສິບລ້ານຄົນເຂົ້າຊົມເວັບໄຊລາມົກເປັນປະຈໍາ(ເບິ່ງ Webroot.com. Click here to read the article)ບໍລິສັດຮັກສາຄວາມປອດໄພຄອມພິວເຕີ Optenet ກ່າວວ່າ 36% ຂອງເນື້ອຫາເວັບໄຊທັງໝົດເປັນສື່ລາມົກ,ສື່ລາມົກຢູ່ທົ່ວທຸກບ່ອນ.

ມັນບາບທີ່ຈະເບິ່ງສື່ລາມົກ,ພຣະຄຣິດກ່າວວ່າ “ຜູ້ໃດເບິ່ງຜູ້ຍິງເພື່ອຢາກນອນກັບນາງ ຜູ້ນັ້ນໄດ້ລ່ວງປະເວນີໃນໃຈກັບຜູ້ຍິງຄົນນັ້ນແລ້ວ”(ມັດທາຍ 5:28), ໂອຂ້າພະເຈົ້າຮູ້ດີວ່າພວກທ່ານບໍ່ສາມາດແນມເບິ່ງພື້ນໝົດມື້!ພວກທ່ານບໍ່ສາມາດບໍ່ໃຫ້ເບິ່ງຜູ້ຍິງໄດ້, ພວກ ເຂົາມີເປັນເຄິ່ງຂອງເຊື້ອຊາດມະນຸດ,ຂ້າພະເຈົ້າບໍ່ໄດ້ເວົ້າວ່າຜູ້ຊາຍຢ່າໄປມີຄວາມຄິດເລື່ອງ ເພດສໍາພັນຢູ່ໃນສະໝອງຂອງຕົນ, ຮ່າງກາຍຂອງຄົນໜຸ່ມມີຄວາມປາດຖະໜາແບບນັ້ນ, ທ່ານບໍ່ສາມາດຫລົບໜີຈາກຄວາມຄິດເລື່ອງເພດສໍາພັນທັງໝົດໄດ້, ແຕ່ພວກທ່ານບໍ່ຈໍາເປັນຕ້ອງເບິ່ງສື່ລາມົກ! ການເບິ່ງສື່ລາມົກ,ການຄິດເຖິງໃນສິ່ງທີ່ທ່ານເຫັນແມ່ນຕັນຫາທີ່ຢູ່ໃນໃຈຂອງທ່ານ, ມັນບາບ!

ກະສັດດາວິດເຮັດແບບນັ້ນ, ໃນຄືນໜຶ່ງລາວ “ຍ່າງຢູ່ເທິງຫຼັງຄາພຣະລາຊະວັງ ແລະຈາກຫຼັງຄານັ້ນທ່ານກໍແນມເຫັນຜູ້ຍິງຄົນໜຶ່ງອາບນ້ຳຢູ່ ແລະຜູ້ຍິງຄົນນັ້ນງາມຫຼາຍ” (2 ຊາມູເອວ 11:2), ມັນບໍ່ແມ່ນອຸບັດຕິເຫດ, ລາວແນມເບິ່ງນາງແລະຄິດເຖິງນາງ, ແລ້ວຫຼັງຈາກນັ້ນລາວກໍ “ໄປຖາມເລື່ອງຜູ້ຍິງຄົນນັ້ນ”(11:3) ລາວຈື່ງເອີ້ນນາງເຂົ້າເຝົ້າ,ລາວໄດ້ນອນນໍານາງ, ມັນທໍາລາຍຊີວິດຂອງນາງ! ມັນເລີ່ມຕົ້ນດ້ວຍປະສົບການລາມົກຂອງລາວໃນແລງວັນນັ້ນ.

ຂໍໃຫ້ຂ້າພະເຈົ້າ “ຖາມຄໍາຖາມທີ່ຈູງໃຈຄົນ” ເປັນຄໍາຖາມທີ່ພວກທ່ານບໍ່ຈໍາເປັນຕ້ອງຕອບກໍໄດ້, ພວກທ່ານຈື່ໃນສິ່ງທີ່ທ່ານເຫັນບໍ? ທ່ານຈື່ມັນໄດ້ບໍໃນຫຼາຍປີຕໍ່ມາ? ແນ່ ນອນພວກທ່ານຈື່ໄດ້, ມັນດີກວ່າທີ່ຈະບໍ່ເບິ່ງມັນໃນຕອນທໍາອິດ, ຖ້າທ່ານຫາກເບິ່ງມັນແລ້ວຢ່າກັບໄປເບິ່ງອີກ, ທ່ານບໍ່ໄດ້ຕ້ອງການມັນຢູ່ໃນຫົວຂອງທ່ານ.

ສື່ລາມົກແມ່ນການເສຍເວລາຖີ້ມໄປລ້າໆ,ທ່ານສາມາດເຮັດອັນອື່ນກໍໄດ້, ແຕ່ມັນຮ້າຍແຮງກວ່ານັ້ນສື່ລາມົກຄືສິ່ງເສບຕິດ, “ການສຶກສາຜົນສໍາລວດກ່ຽວກັບປະສາດຂອງເປົ້າໝາຍຜູ້ທີ່ເບິ່ງສື່ລາມົກທາງອິນເຕີເນັດໄດ້ເປີດເຜີຍຂອບເຂດການເຄື່ອນໄຫວສະໝອງທີ່ຄ້າຍຄືກັບມີຄວາມປາດຖະໜາແລະປະຕິກິລິຍາຢາກອັນໃດໜຶ່ງສໍາລັບເຫຼົ້າ,ໂຄເຄນແລະນິໂກຕີນ...ສະນັ້ນການເບິ່ງສື່ລາມົກໂດຍສະເພາະເມື່ອມັນກາຍເປັນການຕິດຈົນອອກບໍ່ໄດ້ໃນ ທໍາມະຊາດ, ໄປກະຕຸ້ນເຂືອຂ່າຍສະໝອງໃນແບບດຽວກັນກັບທີ່ແອວກໍຮໍກັບຢາເສບຕິດຊະນິດອື່ນໆເຮັດ, ການສຶກສາເຫຼົ່ານີ້ໄດ້ນໍາສະເໜີຫຼັກຖານທີ່ວ່າການຕິດຈົນເຊົາບໍ່ໄດ້ແລະ ການຍຶດຕິດຂອງການໃຊ້ສື່ລາມົກແມ່ນມີລິດສັກກະຍະພາບເທົ່າກັບການໃຊ້ຢາເສບຕິດ”(ເບິ່ງ thedoctorweighsin.com. Click here to read the article)ນອກຈາກນີ້ເນື້ອຫາທີ່ກ່ຽວກັບສື່ລາມົກຍັງເໝາະກັບກອບການເສບຕິດແລະການໃຊ້ກົນໄກພື້ນຖານທີ່ຄ້າຍຄືກັນກັບການຕື່ມສານ(ເບິ່ງ yourbrainonporn.com. Click here for 39 studies which prove that Internet porn is addictive).

ສື່ລາມົກກໍຄືກັບຢາເສບຕິດ,ພວກທ່ານຈື່ໃນສິ່ງທີ່ເຫັນ-ຈື່ແລ້ວຈື່ອີກ, ທ່ານຄິດເຖິງມັນ, ມັນຊັກຈູງທ່ານຄືກັບແມ່ເຫຼັກ, ທ່ານກໍກັບໄປຫາມັນ, ທ່ານບໍ່ສາມາດເອົາອອກຈາກຫົວຂອງຕົນໄດ້, ເລີກບໍ່ໄດ້, ກໍກັບໄປຫາມັນອີກ, ທ່ານເຂົ້າໄປເລິກໆ, ມັນຈະບິດບ້ຽວໃຈຂອງທ່ານ, ມັນຈະໝູນອາລົມຂອງທ່ານ, ທ່ານຈະບໍ່ຄິດຖືກ, ທ່ານຈະບໍ່ມີການແຕ່ງງານທີ່ປົກກະຕິ, ທ່ານຈະບໍ່ຄິດເຖິງຄວາມບາບຂອງຕົນແລະຄວາມຕ້ອງການພຣະໂລຫິດຂອງຕົນ,ຮູບໂປ້ຈະຮັກສາທ່ານໄວ້ຈາກການໄດ້ຮັບຄວາມລອດ.

ຈົ່ງໜີຈາກສິ່ງລາມົກກ່ອນທີ່ມັນຈະທໍາລາຍຊີວິດຂອງທ່ານ! ມັນດີກວ່າທີ່ຈະບໍ່ມີຄອມພິວເຕີຫຼືໂທລະສັບໄອໂຟນເພື່ອເບິ່ງສື່ລາມົກ, ຈົ່ງເລີກມັນຄືກັບເຊົາເຮໂຣອິນຫຼືໂຄເຄນ ຈົ່ງຢຸດມັນແລະຢ່າກັບໄປອີກ! ທ່ານຈະຮູ້ສຶກແປກໆຕອນທໍາອິດ, ທ່ານຈະຢາກກັບໄປເບິ່ງມັນ, ຈົ່ງບອກປະຕິເສດຕົວເອງ, ຢ່າໄປເຮັດມັນ, ພວກທ່ານບໍ່ໄດ້ສູບຊາແມ່ນບໍ? ເປັນຫຍັງລະ? ເອີທ່ານກໍພຽງແຕ່ບໍ່ສູບມັນ,ເຖິງແມ່ນວ່າຄົນອື່ນຈະເຮັດກໍຕາມ, ທ່ານບໍ່ໄດ້ເສບໂຄເຄນແມ່ນບໍ? ທ່ານພຽງແຕ່ບໍ່ໄດ້ເສບຕິດຊື່ໆ, ມັນກໍເປັນແບບດຽວກັນກັບສື່ລາມົກ, ພຽງແຕ່ບໍ່ເຮັດມັນບໍ່ວ່າຈະຮູ້ສຶກແນວໃດກໍຕາມ, ຈົ່ງຢຸດມັນແລະຢ່າກັບໄປຫາມັນອີກ.

ຈົ່ງໃຊ້ເວລາຄິດເຖິງກ່ຽວກັບຈິດວິນຍານຂອງທ່ານ, ຈົ່ງຟັງຄໍາເທດສະໜາທີ່ທ່ານໄດ້ຍິນຢູ່ຄຣິສຕະຈັກດ້ວຍຄວາມລະມັດລະວັງ, ຈົ່ງອ່ານຄໍາເທດສະໜາທີ່ພວກເຮົາໄດ້ໃຫ້ທ່ານ, ຈົ່ງອ່ານຜ່ານທາງເວັບໄຊຂອງພວກເຮົາທີ່www.sermonsfortheworld.com ຈົ່ງເບິ່ງວິດີໂອຄໍາເທດສະໜາທາງເວັບໄຊຂອງພວກເຮົາ,ຈົ່ງຄິດກ່ຽວກັບບາບຂອງຕົນໂດຍສະເພາະ ແມ່ນສັນດານບາບຂອງທ່ານ, ຈົ່ງອະທິຖານຂໍພຣະເຈົ້າໃຫ້ຊັກນໍາທ່ານມາຫາພຣະຄຣິດເພື່ອທີ່ບາບຂອງທ່ານຈະຖືກລ້າງໃນພຣະໂລຫິດຂອງພຣະອົງ, ຂ້າພະເຈົ້າຫວັງວ່່າພວກທ່ານຈະວາງໃຈເຊື່ອໃນພຣະເຢຊູໃນໄວໆນີ້, ເອແມນ.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.