Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຈົ່ງຕັດສິນໃຈທີ່ຈະທຸກທໍລະມານ

DETERMINED TO SUFFER
(Laotian)

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນເສົາຕອນແລງ 10/3/2018
A sermon preached at the Baptist Tabernacle of Los Angeles
Saturday Evening, March 10, 2018

“ແລະຕໍ່ມາເມື່ອເວລາທີ່ພຣະອົງຈະຊົງຖືກຮັບຂຶ້ນໄປ ພຣະອົງຊົງມຸ້ງໜ້າໄປຍັງນະຄອນເຢຣູຊາເລັມຢ່າງແນວແນ່” (ລູກາ 9:51)


ດຣ.ຈອນຈິລໄດ້ກ່າວວ່າ: “ຕອນນີ້ເຖິງເວລາແລ້ວທີ່ພຣະເຢຊູຈະຕ້ອງອອກຈາກເຂດແດນຕໍ່າໆຂອງກາລິລີໂດຍໄດ້ສໍາເລັດວຽກຢູ່ບ່ອນນັ້ນແລ້ວ ແລ້ວເຂົ້າໄປບ່ອນທີ່ສູງກວ່າຂອງປະເທດຢູດາ ແລ້ວຂຶ້ນໄປເຢຣູຊາເລັມ...ຫຼັງຈາກນີ້ພຣະອົງກໍບໍ່ໄດ້ໄປກາລິລີອີກເລີຍ...ແລະຊົງຕັດສິນໃຈທີ່ຈະໄປເຢຣູຊາເລັມ...ເຖິງແມ່ນວ່າພຣະອົງຊົງຮູ້ວ່າຈະພົບເຈີອັນໃດແລະຕ້ອງທົນຕໍ່ຫຍັງກໍຕາມ, ເຊິ່ງພຣະອົງຈະຕ້ອງແບກບາບຕ່າງໆຂອງປະຊາຊົນຂອງ ພຣະອົງ,ການສາບແຊ່ງແຫ່ງພຣະບັນຍັດ ແລະພຣະພິໂລດຂອງພຣະເຈົ້າ, ເຊິ່ງພຣະອົງຈະມີສັດຕູຫຼາຍຄົນທັງພວກຜູ້ຊາຍແລະພະຍາມານທີ່ຈະເຂົ້າມາຈັບພຣະອົງ ແລະໄດ້ຮັບຄວາມເຈັບປວດ,ອັບອາຍ ແລະຕາຍຢ່າງອັບປີ, ແຕ່ສິ່ງເຫຼົ່ານີ້ບໍ່ໄດ້ປ່ຽນແປງພຣະອົງຫຍັງເລີຍ,ພຣະອົງຊົງ(ຕັ້ງໃຈ)ທີ່ຈະໄປ(ບ່ອນຫັ້ນ)” (John Gill, D.D., An Exposition of the New Testament, The Baptist Standard Bearer, 1989 reprint, volume I, p. 589; note on Luke 9:51).

“ແລະຕໍ່ມາເມື່ອເວລາທີ່ພຣະອົງຈະຊົງຖືກຮັບຂຶ້ນໄປ ພຣະອົງຊົງມຸ້ງໜ້າໄປຍັງນະຄອນເຢຣູຊາເລັມຢ່າງແນວແນ່” (ລູກາ 9:51)

“ພຣະອົງຊົງມຸ້ງໜ້າໄປຍັງນະຄອນເຢຣູຊາເລັມຢ່າງແນວແນ່” ເພື່ອຈະຕາຍເທິງໄມ້ກາງແຂນ, ຂ້າພະເຈົ້າຈະຂໍດຶງເອົາຄວາມຄິດສາມຢ່າງອອກຈາກຂໍ້ນີ້.

I. ໜຶ່ງ, ພຣະຄຣິດຊົງໄປທີ່ໄມ້ກາງແຂນໂດຍມີເປົ້າໝາຍ.

ການຄຶງເທິງໄມ້ກາງແຂນຂອງພຣະຄຣິດບໍ່ແມ່ນອຸບັດຕິເຫດ! ບໍ່ແມ່ນ! ພຣະອົງຊົງບອກພວກສາວົກແລ້ວວ່າ:

“ບຸດມະນຸດຈະຕ້ອງທົນທຸກທໍລະມານຫລາຍປະການ, ພວກຜູ້ໃຫຍ່, ພວກປະໂລຫິດໃຫຍ່ແລະພວກນັກທຳຈະປະຕິເສດທ່ານ ໃນທີ່ສຸດທ່ານຈະຕ້ອງຖືກປະຫານຊີວິດ ແຕ່ໃນວັນທີ່ສາມທ່ານຈະຊົງຖືກຊຸບໃຫ້ເປັນຂຶ້ນມາໃໝ່” (ລູກາ 9:22)

ອີກເທື່ອໜຶ່ງ,ພຣະອົງຊົງບອກພວກເຂົາແລ້ວວ່າ:

“ຈົ່ງໃຫ້ຄຳເຫລົ່ານີ້ເຂົ້າຫູຂອງທ່ານ ເພາະວ່າບຸດມະນຸດຈະຕ້ອງຖືກມອບໄວ້ໃນກໍາມືຂອງຄົນທັງຫລາຍ ແຕ່ຄຳເຫລົ່ານັ້ນພວກສາວົກບໍ່ໄດ້ເຂົ້າໃຈແລະມັນກໍຖືກປິດບັງໄວ້ຈາກພວກເຂົາ ເພື່ອເຂົາຈະບໍ່ໄດ້ເຂົ້າໃຈ ແລະພວກເຂົາບໍ່ກ້າຖາມພຣະອົງເຖິງຄຳນັ້ນ” (ລູກາ 9:44-45)

ພວກສາວົກບໍ່ເຂົ້າໃຈວ່າພຣະອົງກໍາລັງຈະໄປເຢຣູຊາເລັມເພື່ອຈະຕາຍເທິງໄມ້ກາງແຂນ,ແຕ່ພຣະຄຣິດຊົງຮູ້ດີ ແລະເຂົ້າໃຈດີ, ເພາະເທື່ອທີ່ສາມໃນຂ່າວປະເສີດຂອງລູກາພຣະ ຄຣິດຊົງກ່າວວ່າ:

“ພຣະອົງຊົງພາສາວົກສິບສອງຄົນໄປກັບພຣະອົງ ແລ້ວຕັດກັບເຂົາວ່າ"ເບິ່ງແມ້ ພວກເຮົາຈະຂຶ້ນໄປເຢຣູຊາເລັມ ແລະສິ່ງສາລະພັດຊຶ່ງພວກສາສະດາພະຍາກອນໄດ້ຂຽນໄວ້ວ່າດ້ວຍບຸດມະນຸດນັ້ນຈະສຳເລັດ ເພາະວ່າບຸດມະນຸດນັ້ນຈະຕ້ອງຖືກມອບໄວ້ກັບຄົນຕ່າງຊາດ ແລະພວກເຂົາຈະເຍາະເຍີ້ຍທ່ານ, ເຮັດຫຍາບຄາຍແກ່ທ່ານ, ຖົ່ມນ້ຳລາຍໃສ່ທ່ານ, ພວກເຂົາຈະຂ້ຽນຕີ ແລະຂ້າທ່ານ, ແລ້ວໃນວັນທີ່ສາມທ່ານຈະເປັນຂຶ້ນມາໃໝ່" ແລະພວກສາວົກບໍ່ໄດ້ເຂົ້າໃຈໃນສິ່ງເຫລົ່ານັ້ນເລີຍ ແລະຄຳນັ້ນກໍຖືກປິດບັງໄວ້ຈາກພວກເຂົາ ແລະພວກເຂົາບໍ່ຮູ້ຄວາມໝາຍຊຶ່ງພຣະອົງກ່າວນັ້ນ” (ລູກາ 18:31-34)

ພວກສາວົກຄາດຫວັງວ່າພຣະເຢຊູຈະນັ່ງເທິງບັນລັງໃນຖານະກະສັດແລະພຣະເມຊີອາຂອງອິດສະຣາເອນ, ພວກເຂົາບໍ່ໄດ້ເຂົ້າໃຈວ່າເປັນຫຍັງພຣະອົງຈະຕ້ອງຕາຍເທິງໄມ້ກາງແຂນ, ເປັນຫຍັງລະ?ລູກາ 18:34 ກ່່າວວ່າ: “ຄຳນັ້ນກໍຖືກປິດບັງໄວ້ຈາກພວກເຂົາ” ຈົນພຣະຄຣິດຊົງຟື້ນຄືນຈາກຕາຍພຣະອົງຈື່ງຊົງເປີດ“ຄວາມເຂົ້າໃຈຂອງພວກເຂົາ...ພຣະ ອົງກ່າວກັບພວກເຂົາວ່າ"ມີຄຳຂຽນໄວ້ຢ່າງນັ້ນວ່າພຣະຄຣິດຈະຕ້ອງທົນທຸກທໍລະມານແລະເປັນຂຶ້ນມາຈາກຄວາມຕາຍໃນວັນທີ່ສາມ”(ລູກາ 24:45-46),ສະນັ້ນພວກສາວົກບໍ່ມີຄວາມເຂົ້າໃຈເລື່ອງຂ່າວປະເສີດ(1 ໂກລິນໂທ 15:1-4)ຈົນພຣະຄຣິດຊົງຟື້ນຄືນມາຈາກຄວາມຕາຍ(ໂຢຮັນ 20:22.24-28).

ແຕ່ພຣະເຢຊູຊົງຮູ້ດີວ່າເປັນຫຍັງພຣະອົງຈື່ງໄປເຢຣູຊາເລັມ, ອັກຄະສາວົກໂຢຮັນກ່າວວ່າພຣະເຢຊູຊົງຮູ້ “ທຸກສິ່ງທີ່ຈະເກີດຂຶ້ນກັບພຣະອົງ”(ໂຢຮັນ 18:4), “ພຣະອົງຊົງມຸ້ງໜ້າໄປຍັງນະຄອນເຢຣູຊາເລັມຢ່າງແນວແນ່”ເພື່ອຈະຕາຍເທິງໄມ້ກາງແຂນ(ລູກາ 9:51), ພຣະອົງຊົງຮູ້ດີວ່າພຣະເຈົ້າຈະບີບຈິດວິນຍານຂອງພຣະອົງໃນເກັດເສມານີດ້ວຍນໍ້າໜັກຂອງຄວາມບາບ-ຈົນພຣະອົງເຫື່ອໄຫຼອອກເປັນເໝືອນເລືອດ ແລະຮ້ອງຂໍໃຫ້ພຣະເຈົ້າຊ່ວຍພຣະອົງໃຫ້ພົ້ນຈາກຄວາມຕາຍໃນຄືນນັ້ນ, ເພື່ອທີ່ພຣະອົງຈະໄປທີ່ໄມ້ກາງແຂນໃນຕອນເຊົ້າ, ພຣະອົງຊົງຮູ້ດີວ່າປີລາດຈະຕີພຣະອົງ ແລະທຸກເທື່ອທີ່ຕີຈະຈີກຫຼັງຂອງພຣະອົງ ແລະຮູ້ດີວ່າທຸກເທື່ອເລືອດຈະໄຫຼອອກມາ ແລະເນື້ອໜັງຂອງພຣະອົງຈະຈີກຂາດຈົນເຫັນກະດູກ, ພວກທີ່ຕີຈະພາກັນຫົວຂວັນ ແລະເຍາະເຍີ້ຍພຣະອົງ,ເຮັດໃຫ້ຄວາມເຈັບປວດຂອງພຣະຮຸນແຮງແລະເປັນຕາຢ້ານຫຼາຍຂຶ້ນ, ແລະພຣະຄຣິດຊົງຮູ້ດີວ່າພຣະອົງກໍາລັງຈະໄປເຢຣູຊາເລັມເພື່ອຖືກຄຶງໃສ່ໄມ້ກາງແຂນ, ພຣະອົງຊົງຮູ້ດີວ່າພວກເຂົາຈະລາກ ພຣະອົງໄປຈາກບ່ອນແຫ່ງການຕີ ແລະຕອກຕະປູໃສ່ມືແລະຕີນຂອງພຣະອົງ, ແລ້ວເມື່ອພວກທະຫານຍົກໄມ້ກາງແຂນຂຶ້ນພຣະອົງຈະຖືກຫ້ອຍຢູ່ຫັ້ນເປັນເວລາຫຼາຍຊົ່ວໂມງ,ເປືອຍ ກາຍຕາກແດດທີ່ຮ້ອນກ່ອນທີ່ພຣະອົງຈະຕາຍ, ແມ່ນ ພຣະເຢຊູຊົງຮູ້ຈັກເລື່ອງນີ້ທັງໝົດ, ພຣະອົງຊົງຮູ້ດີວ່າພຣະອົງກໍາລັງຈະໄປເຢຣູຊາເລັມເພື່ອທຸກທໍລະມານ,ເລືອດໄຫຼແລະຕາຍ ແມ່ນ“ພຣະອົງຊົງມຸ້ງໜ້າໄປຍັງນະຄອນເຢຣູຊາເລັມຢ່າງແນວແນ່”(ລູກາ 9:51),ພຣະອົງບໍ່ໄດ້ຖືກບັງຄັບໃຫ້ໄປ! ບໍ່ເລີຍ! ພຣະອົງຊົງໄປດ້ວຍຄວາມເຕັມໃຈ,

“...ເພາະເຫັນແກ່ຄວາມຍິນດີທີ່ມີຢູ່ຂ້າງໜ້ານັ້ນ ພຣະອົງໄດ້ຊົງອົດທົນໄມ້ກາງແຂນ ຊົງດູຖູກຄວາມອາຍ ແລະຊົງນັ່ງທີ່ຂວາມືບັນລັງຂອງພຣະເຈົ້າ” (ເຮັບເຣີ 12:2)

ພຣະເຢຊູ “ເພາະເຫັນແກ່ຄວາມຍິນດີທີ່ມີຢູ່ຂ້າງໜ້ານັ້ນ” “ພຣະອົງຊົງມຸ້ງໜ້າໄປຍັງນະ ຄອນເຢຣູຊາເລັມ”-ເພື່ອຕາຍເທິງໄມ້ກາງແຂນ! ຂໍເຊີນຢືນຂື້ນແລ້ວຮ້ອງຂໍຊໍ້າເພງ “ທີ່ກາງແຂນ”

ທີ່ກາງແຂນ ທີ່ກາງແຂນ
ເປັນລາສີຂອງຂ້າສະເໝີໄປ
ຈົນວິນຍານຂ້າຖືກຮັບຂື້ນໄປ
ພາໄປພັກສະຫວັນຊັ້ນຟ້າ
(“Near the Cross,” Fanny J. Crosby, 1820-1915).

ຂໍເຊີນນັ່ງລົງ, ແມ່ນພຣະຄຣິດຊົງໄປທີ່ໄມ້ກາງແຂນໂດຍມີເປົ້າໝາຍ.

“ແລະຕໍ່ມາເມື່ອເວລາທີ່ພຣະອົງຈະຊົງຖືກຮັບຂຶ້ນໄປ ພຣະອົງຊົງມຸ້ງໜ້າໄປຍັງນະຄອນເຢຣູຊາເລັມຢ່າງແນວແນ່”(ລູກາ 9:51)

II. ສອງ ພຣະຄຣິດຊົງໄປທີ່ໄມ້ກາງແຂນເພື່ອເປັນແບບຢ່າງໃຫ້ແກ່ພວກເຮົາ.

ຂ້າພະເຈົ້າຮູ້ຈັກພວກເສລີທີ່ປະຕິເສດພຣະຄໍາພີສະໄໝເກົ່າຢ່າງເຊັ່ນແຮຣີ່ ເອເມີສັນ ຟອສດິກມັກເນັ້ນປະເດັ່ນນັ້ນ,ເພາະພວກເຂົາບໍ່ມີປະເດັ່ນອື່ນໆໃຫ້ເນັ້ນໜັກ! ແຕ່ມັນຄືປະເດັ່ນທີ່ຢູ່ໃນພຣະຄໍາພີ - ດັ່ງນັ້ນພວກເຮົາຈື່ງຄວນເທດສະໜາເລື່ອງນີ້ເປັນບາງຄັ້ງຄາວ,ອັກຄະສາວົກເປໂຕບໍ່ແມ່ນພວກເສລີ ແລະລາວໄດ້ກ່າວວ່າ:

“ພຣະຄຣິດຊົງທົນທຸກທໍລະມານເພື່ອພວກເຮົາ ໃຫ້ເປັນແບບຢ່າງແກ່ພວກເຮົາ ເພື່ອທ່ານຈະໄດ້ເດີນຕາມຮອຍພຣະບາດຂອງພຣະອົງ” (1 ເປໂຕ 2:21)

ພຣະຄຣິດຊົງ “ພຣະອົງຊົງມຸ້ງໜ້າໄປຍັງນະຄອນເຢຣູຊາເລັມ”ເພື່ອທຸກທໍລະມານ ແລະຕາຍ, ແລະຄຣິສຕຽນແທ້ທຸກຄົນຄວນຈະເຕັມໃຈທີ່ຈະຕິດຕາມ“ແບບຢ່າງ”ຂອງພຣະອົງ(1 ເປໂຕ 2:21),ຄຣິສຕຽນທີ່ກັບໃຈໃໝ່ແທ້ທຸກຄົນຄວນຈະເຕັມໃຈທີ່ຈະປະສົບການທົດສອບທົດລອງ ແລະຄວາມຍາກລໍາບາກເໝືອນກັບພຣະຄຣິດຜູ້ເປັນແບບຢ່າງຂອງເຮົາເຮັດ.

ຂ້າພະເຈົ້າຮູ້ຈັກພວກທີ່ເອີ້ນວ່າ“ຄວາມຮັ່ງມີຂອງຂ່າວປະເສີດ” ຄືພວກທີ່ໂດ່ງດັງຫຼາຍໃນຕອນນີ້, ເບັນນີຮິນ,ໂຈເອວອອສຕິນ ແລະອີກຫຼາຍຄົນທາງຊ່ອງ TBN ເທດສະໜາ“ຄວາມຮັ່ງມີ”ຕະຫຼອດ, ແຕ່ມັນເປັນພຽງຄວາມນິຍົມຊົມຊອບຊົ່ວຄາວ, ພວກທ່ານຈະບໍ່ໄດ້ຍິນຫຼາຍປານໃດ(ຖ້າແນວນັ້ນ)ບໍ່ເທົ່າໃດປີຈາກນີ້, ໃນຊ່ວງຂອງການເກີດລັດທິກໍ່ການຮ້າຍທົ່ວໂລກ,ເຊິ່ງເປັນພຽງການເລິ່ມຕົ້ນເທົ່ານັ້ນ,ຫຼາຍຄົນຈະເຂົ້າໃຈວ່າ “ຄວາມຮັ່ງມີຂອງຂ່າວປະເສີດ”ຄືຄໍາສອນປອມ, ຂ່າວປະເສີດແທ້ຈະເອີ້ນພວກກັບໃຈໃໝ່ແທ້ສູ່ຊີວິດທີ່ປະຕິ ເສດຕົວເອງ ແລະການແບກກາງແຂນ, ພຣະເຢຊູຊົງກ່າວວ່າ:

ຖ້າຜູ້ໃດຢາກຈະຕາມເຮົາມາ ໃຫ້ຜູ້ນັ້ນເອົາຊະນະຕົວເອງ ແລະຮັບກາງແຂນຂອງຕົນແບກທຸກວັນ ແລະຕາມເຮົາມາ” (ລູກາ 9:23)

ຈົ່ງສັງເກດເບິ່ງວ່າພຣະເຢຊູໄດ້ກ່າວວ່າ“ຖ້າຜູ້ໃດ”(ການແປສະໄໝ “ທຸກຄົນ”), ພຣະອົງບໍ່ໄດ້ເວົ້າເຖິງກ່ຽວກັບກຸ່ມພິເສດຂອງ “ພວກສິດທິຊົນພິເສດ”ພຣະອົງຊົງກ່າວວ່າ:

ຖ້າຜູ້ໃດຢາກຈະຕາມເຮົາມາໃຫ້ຜູ້ນັ້ນເອົາຊະນະຕົວເອງ ແລະຮັບກາງແຂນຂອງຕົນແບກທຸກວັນ ແລະຕາມເຮົາມາ” (ລູກາ 9:23)

ຢ່າເຂົ້າໃຈຜິດ, ຂ້າພະເຈົ້າບໍ່ໄດ້ເຊື່ອວ່າການເຮັດດີຂອງມະນຸດຈະເຂົ້າສູ່ຄວາມລອດໄດ້, ຄວາມລອດແມ່ນມາຈາກພຣະຄຸນທັງໝົດ “ບໍ່ແມ່ນດ້ວຍການກະທໍາເພື່ອບໍ່ໃຫ້ຄົນໃດຄົນໜຶ່ງອວດໄດ້”(ເອເຟໂຊ 2:9).

“ເພາະວ່່າພຣະເຈົ້າຜູ້ຊົງເຮັດວຽກຢູ່ພາຍໃນທ່ານ ທັງໃຫ້ທ່ານມີໃຈປາດຖະໜາ ແລະໃຫ້ປະພຶດຕາມພໍພຣະໄທຂອງພຣະອົງ” (ຟີລິບປອຍ 2:13)

ເມື່ອພຣະເຈົ້າຊົງທໍາງານໃນໂຕທ່ານ,ທ່ານກໍຈະເຕັມໃຈທີ່ຈະປະຕິເສດຕົວເອງ ແລ້ວຮັບເອົາກາງແຂນ ແລະປະສົບກັບຄວາມເຈັບປວດແຫ່ງການສໍານຶກ, ແລ້ວມາຫາພຣະຄຣິດແລະປະສົບກັບການທົດສອບທົດລອງ ແລະເຈັບໃຈໃນຖານະເປັນຄຣິສຕຽນຄົນໜຶ່ງເພາະ,

“ພວກເຮົາຈະຕ້ອງທົນທຸກທໍລະມານຫຼາຍຢ່າງຈົນກວ່່າຈະໄດ້ເຂົ້າໃນອານາຈັກຂອງພຣະເຈົ້າ” (ກິດຈະການ 14:22)

ບາງຄົນອາດຈະເວົ້າວ່າ: “ຖ້າມັນຍາກຫຼາຍເປັນຫຍັງທຸກຄົນຈື່ງຕ້ອງການມາເປັນຄຣິສຕຽນລະ?” ຄໍາຕອບກໍງ່າຍໆຄື:

“ປະຊາຊົນຂອງພຣະອົງທ່ານຈະເຕັມໃຈໃນວັນແຫ່ງລິດອໍານາດຂອງພຣະ ອົງທ່ານ” (ເພງສັນລະເສີນ 110:3)

ຂ້າພະເຈົ້າຮູ້ດີວ່າພວກຄຣິສຕຽນທີ່ຍິ່ງໃຫຍ່ຫຼາຍຄົນໃນໂລກທີສາມຖືກທໍລະມານ ແລະຕິດຄຸກຍ້ອນຄວາມເຊື່ອຂອງພວກເຂົາ, ແຕ່ພວກເຂົາກໍບໍ່ຖີ້ມພຣະຄຣິດ, ພວກທ່ານສາມາດອ່ານກ່ຽວກັບເລື່ອງຂອງເຂົາໄດ້ທາງອິນເຕີເນັດ,ໂດຍພຣະຄຸນຂອງພຣະເຈົ້າ,ພວກທ່ານອາດຈະກາຍເປັນເໝືອນພວກເຂົາກໍໄດ້ເໝືອນກັບທີ່ພວກເຂົາເປັນເໝືອນພຣະຄຣິດຜູ້ຊົງ“ຊົງມຸ້ງໜ້າໄປຍັງນະຄອນເຢຣູຊາເລັມ” (ລູກາ 9:51)-ເພາະ“ພຣະຄຣິດຊົງທົນທຸກທໍລະ ມານເພື່ອພວກເຮົາ ໃຫ້ເປັນແບບຢ່າງແກ່ພວກເຮົາ ເພື່ອທ່ານຈະໄດ້ເດີນຕາມຮອຍພຣະບາດຂອງພຣະອົງ” (1 ເປໂຕ 2:21), ຄືໂດຍຄວາມທຸກທໍລະມານເພື່ອພວກເຮົາຈະໄດ້ເຕີບໃຫຍ່ເປັນຄຣິສຕຽນຜູ້ໃຫຍ່, ພຣະເຈົ້າຊົງໃຊ້ການທົດສອບແລະຄວາມທຸກຍາກຕ່າງໆຂອງຊີວິດຄຣິສຕຽນເພື່ອທີ່ຈະເຮັດໃຫ້ເຮົາບໍລິສຸດຂຶ້ນ ແລະເຂັ້ມແຂງໃນຄວາມເຊື່ອ, ອັກຄະສາ ວົກໂປໂລໄດ້ກ່າວວ່າ:

“ຍິ່ງກວ່ານັ້ນ ເຮົາຊື່ນຊົມຍິນດີໃນຄວາມທຸກຍາກດ້ວຍ ເພາະເຮົາຮູ້ວ່າຄວາມທຸກຍາກນັ້ນເຮັດໃຫ້ເກີດຄວາມອົດທົນ ແລະຄວາມອົດທົນເຮັດໃຫ້ເກີດມີປະສົບການ ແລະປະສົບການເຮັດໃຫ້ເກີດມີຄວາມຫວັງໃຈ ແລະຄວາມຫວັງໃຈບໍ່ໄດ້ເຮັດໃຫ້ເກີດຄວາມອາຍ ເພາະວ່າຄວາມຮັກຂອງພຣະເຈົ້າໄດ້ຫລັ່ງໄຫລເຂົ້າສູ່ຈິດໃຈຂອງເຮົາ ໂດຍທາງພຣະວິນຍານບໍລິສຸດ ຊຶ່ງພຣະອົງໄດ້ປະທານໃຫ້ແກ່ເຮົາແລ້ວ” (ໂຣມ 5:3-5)

ແລ້ວພວກທ່ານກໍຈະສາມາດຮ້ອງຂໍ້ຊໍ້ານັ້ນໄດ້, ຂ້າພະເຈົ້າຮູ້ວ່າພວກທ່ານບາງຄົນອາດຈະບໍ່ໄດ້ໝາຍຄວາມວ່າຕອນນີ້,ແຕ່ໂດຍພຣະຄຸນຂອງພຣະເຈົ້າ,ວັນໜຶ່ງພວກທ່ານບາງຄົນຈະໝາຍຄວາມວ່າແນວນັ້ນ, ຂໍເຊີນຢືນຂຶ້ນແລ້ວຮ້ອງເພງອີກເທື່ອໜຶ່ງ!

ທີ່ກາງແຂນ ທີ່ກາງແຂນ
ເປັນລາສີຂອງຂ້າສະເໝີໄປ
ຈົນວິນຍານຂ້າຖືກຮັບຂື້ນໄປ
ພາໄປພັກສະຫວັນຊັ້ນຟ້າ

ຂໍເຊີນນັ່ງລົງໄດ້, ແມ່ນ ພຣະຄຣິດຊົງໄປທີ່ໄມ້ກາງແຂນເພື່ອເປັນແບບຢ່າງໃຫ້ແກ່ພວກເຮົາ - ເພື່ອສະແດງໃຫ້ພວກເຮົາເຫັນວ່່າພວກເຮົາຕ້ອງການທີ່ຈະຕິດຕາມພຣະອົງບໍ່ວ່າຈະຕ້ອງສູນເສຍຫຍັງກໍຕາມ!

“ແລະຕໍ່ມາເມື່ອເວລາທີ່ພຣະອົງຈະຊົງຖືກຮັບຂຶ້ນໄປ ພຣະອົງຊົງມຸ້ງໜ້າໄປຍັງນະຄອນເຢຣູຊາເລັມຢ່າງແນວແນ່” (ລູກາ 9:51)

III. ສາມ ພຣະຄຣິດຊົງໄປທີ່ໄມ້ກາງແຂນເພື່ອໄຖ່ບາບຂອງພວກເຮົາ.

ພຣະເຢຊູຊົງກ່າວກັບຢາໂກໂບແລະໂຢຮັນວ່າ:

“ເພາະວ່າບຸດມະນຸດບໍ່ໄດ້ມາເພື່ອທຳລາຍຊີວິດມະນຸດແຕ່ມາເພື່ອຊ່ວຍເຂົາທັງຫລາຍໃຫ້ລອດ” (ລູກາ 9:56)

ພຣະເຢຊູກ່າວກັບສັກຄາຍວ່າ:

“ເພາະວ່າບຸດມະນຸດໄດ້ມາເພື່ອຈະແສວົງຫາແລະຊ່ວຍຜູ້ທີ່ຫລົງຫາຍໄປນັ້ນໃຫ້ລອດ” (ລູກາ 19:10)

ໂດຍຄວາມຕາຍຂອງພຣະອົງເທິງໄມ້ກາງແຂນ, ພຣະເຢຊູຊົງສາມາດຊ່ວຍທ່ານໃຫ້ພົ້ນຈາກການພິພາກສາ, ຄວາມບາບແລະພຣະພິໂລດຂອງພຣະເຈົ້າໄດ້, ພຣະເຢຊູຊົງສາ ມາດຊ່ວຍທ່ານໃຫ້ພົ້ນໄດ້ໂດຍການຕາຍໃນບ່ອນຂອງທ່ານ, ເພື່ອຈ່າຍຄ່າຄວາມຜິດບາບຂອງທ່ານເທິງໄມ້ກາງແຂນ, ພຣະເຢຊູຊົງເຈດຕະນາ“ມຸ້ງໜ້າໄປຍັງນະຄອນເຢຣູຊາເລັມ” ແລະຕາຍເທິງໄມ້ກາງແຂນເພື່ອໄຖ່ຄວາມຜິດບາບຂອງທ່ານ, ຜູ້ທໍານາຍເອຊາຢາໄດ້ກ່າວວ່າ:

“ພຣະເຢໂຮວາຊົງເອົາຄວາມຊົ່ວຊ້າຂອງພວກເຮົາທັງໝົດວາງລົງເທິງທ່ານ”(ເອຊາຢາ 53:6)

“ໂດຍຄວາມຮູ້ຂອງທ່ານ ຜູ້ຮັບໃຊ້ທີ່ຊອບທໍາຂອງເຮົາຈະເຮັດໃຫ້ຄົນເປັນຈໍານວນຫຼາຍເປັນຄົນຊອບທໍາ ເພາະທ່ານຈະແບກບັນດາຄວາມຊົ່ວຊ້າຂອງພວກເຂົາ” (ເອຊາຢາ 53:11)

ພຣະເຢຊູຊົງໄປທີ່ເຢຣູຊາເລັມເພື່ອຕາຍໃນບ່ອນຂອງທ່ານ,ເພື່ອຈ່າຍຄ່າຄວາມຜິດບາບຂອງທ່ານໃນຖານະຜູ້ຮັບແທນ, ນັ້ນເອີ້ນວ່າ “ການໄຖ່ບາບແທນຄົນອື່ນ”ຂອງພຣະອົງ ດຣ.ຊາລສ໌ຮອດໄດ້ກ່າວວ່າ:

ຄວາມທຸກທໍລະມານແທນຄົນອື່ນຄືຄວາມທຸກທໍລະມານທີ່ຕ້ອງອົດທົນໂດຍຄົນຜູ້ໜຶ່ງໃນ(ບ່ອນ)ຂອງຄົນອືື່ນ (Charles Hodge, Ph.D., Systematic Theology, Eerdmans, 1946 reprint, p. 475

ພຣະເຢຊູຄຣິດພຣະບຸດຂອງພຣະເຈົ້າຊົງຕາຍໃນບ່ອນຂອງທ່ານ,ໃນຖານະຜູ້ຮັບແທນຂອງທ່ານ, ພຣະເຢຊູຊົງຈ່າຍຄ່າຄວາມຜິດບາບທັງໝົດຂອງທ່ານເມື່ອພຣະອົງຊົງຕາຍໃນບ່ອນຂອງທ່ານໃນຖານະຜູ້ຮັບແທນຂອງທ່ານເທິງໄມ້ກາງແຂນ, ຈົ່ງວາງໃຈໃນພຣະອົງ ແລ້ວທ່ານຈະລອດ! ເໝືອນທີ່ເອຊາຢາໄດ້ກ່າວໄວ້ວ່າ:

“ທ່ານບາດເຈັບເພາະຄວາມລະເມີດຂອງພວກເຮົາ, ທ່ານຟົກຊໍ້າເພາະຄວາມຊົ່ວຊ້າຂອງພວກເຮົາ” (ເອຊາຢາ 53:5)

ແລະອັກຄະສາວົກໂປໂລໄດ້ກ່າວວ່າ:

“ພຣະຄຣິດຊົງຕາຍເພື່ອຄວາມຜິດບາບຂອງເຮົາຕາມທີ່ມີຂຽນໄວ້ໃນພຣະຄໍາພີ” (1 ໂກລິນໂທ 15:3)

ຄວາມຕາຍຂອງພຣະເຢຊູເທິງໄມ້ກາງແຂນຊົງພໍໃຈຄວາມຍຸດຕິທໍາຂອງພຣະເຈົ້າ, ຄວາມຕາຍຂອງພຣະເຢຊູພໍໃຈພຣະບັນຍັດຂອງພຣະເຈົ້າ, ຄວາມຕາຍຂອງພຣະເຢຊູຊົງລະງັບ,ລຶບລ້າງພຣະອາຍາຂອງພຣະເຈົ້າ, ສະນັ້ນຄວາມຕາຍຂອງພຣະເຢຊູຈື່ງເຮັດໃຫ້ຄົນບາບກັບຄືນດີກັບພຣະເຈົ້າ, ຄວາມຕາຍຂອງພຣະເຢຊູໄດ້ປົດປ່ອຍພວກເຮົາຈາກອໍານາດຂອງຄວາມຊົ່ວ, ນັ້ນແຫຼະທີ່ວ່າເປັນຫຍັງພຣະເຢຊູຈື່ງສະເດັດລົງມາຈາກສະຫວັນ, ນັ້ນແຫຼະທີ່ວ່າເປັນຫຍັງພຣະເຢຊູຈື່ງ “ມຸ້ງໜ້າຂອງພຣະອົງໄປເຢຣູຊາເລັມ”ເພື່ອຕາຍເທິງໄມ້ກາງແຂນ (ລູກາ 9:51), ຄວາມຕາຍຂອງພຣະອົງເທິງໄມ້ກາງແຂນຈະໄຖ່ຄວາມຜິດບາບຂອງທ່ານ ແລະທ່ານກໍຈະລອດຕະຫຼອດເວລາແລະຕະຫຼອດໄປ! ພວກເຮົາອະທິຖານວ່າພຣະເຈົ້າຈະຊົງຊັກນໍາທ່ານມາຫາພຣະເຢຊູ!ຂໍເຊີນຢືນຂື້ນແລ້ວຮ້ອງເພງທີ 1 ຢູ່ເຈ້ຍຂອງທ່ານ

ຄວາມຮັກຂອງພຣະເຢຊູໄດ້ສະແດງໃຫ້ເຫັນຊັດເຈນໃນຄວາມທຸກທໍລະ ມານ, ຄວາມເຈັບປວດນັ້ນມາຈາກເລືອດແຫ່ງການໄຖ່ສີແດງໄຫຼລົງມາ
ຈາກເລືອດແຫ່ງການໄຖ່ສີແດງໄຫຼລົງມາ

ພຣະໂລຫິດຂອງພຣະເຈົ້າຜູ້ຊົງພຣະຊົນມີໜາມເລືອດອາບ
ຕະປູຕອກໃສ່ມືແລະຕີນ,ຖືກແທງພ້ອມດ້ວຍຄວາມທໍລະມານທີ່ຮ້າຍແຮງ
ຖືກແທງພ້ອມດ້ວຍຄວາມທໍລະມານທີ່ຮ້າຍແຮງ

ໂອເຊີນມາ ທຸກຄົນທີ່ພົບຄວາມຕາຍໃນຄວາມບາບ
ເຊີນມາລ້າງໃນໂລຫິດທີ່ຊ່ວຍໃຫ້ລອດຂອງພຣະອົງແລ້ວທ່ານຈະສະອາດ
ແລ້ວທ່ານຈະສະອາດດີ
(“Jesus Wounded” by Edward Caswell, 1849;
      to the tune of “Majestic Sweetness Sits Enthroned).


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາໂດຍ ເບັນຈາມິນ ຄິນເຄດ ກຣິຟຟິດ:
“Jesus Wounded” (by Edward Caswell, 1849;
to the tune of “Majestic Sweetness Sits Enthroned”).

ໂຄງຮ່າງບົດເທດສະໜາ

ຈົ່ງຕັດສິນໃຈທີ່ຈະທຸກທໍລະມານ

DETERMINED TO SUFFER

ໂດຍດຣ. ອາ.ແອວ.ໄຮເມີ ຈູເນຍ.

“ແລະຕໍ່ມາເມື່ອເວລາທີ່ພຣະອົງຈະຊົງຖືກຮັບຂຶ້ນໄປ ພຣະອົງຊົງມຸ້ງໜ້າໄປຍັງນະຄອນເຢຣູຊາເລັມຢ່າງແນວແນ່” (ລູກາ 9:51)

I.   ໜຶ່ງ ພຣະຄຣິດຊົງໄປທີ່ໄມ້ກາງແຂນໂດຍມີເປົ້າໝາຍ,
ລູກາ 9:22,44-45; 18:31-34; 24:45-46; 1 ໂກລິນໂທ 15:1-4; ໂຢຮັນ 20:22,24-28;
ໂຢຮັນ 18:4; ເຮັບເຣີ 12:2.

II.  ສອງ ພຣະຄຣິດຊົງໄປທີ່ໄມ້ກາງແຂນເພື່ອເປັນແບບຢ່າງໃຫ້ແກ່ພວກເຮົາ.
1 ເປໂຕ 2:21; ລູກາ 9:23; ເອເຟໂຊ 2:9; ຟີລິບປອຍ 2:13; ກິດຈະການ 14:22;
ເພງສັນລະເສີນ 110:3; ໂຣມ 5:3-5.

III. ສາມ ພຣະຄຣິດຊົງໄປທີ່ໄມ້ກາງແຂນເພື່ອໄຖ່ບາບຂອງພວກເຮົາ, ລູກາ 9:56;
ລູກາ 19:10; ເອຊາຢາ 53:6,11,5; 1 ໂກລິນໂທ 15:3.