Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ພວກເຂົາໄດ້ປະຖີ້ມພຣະອົງແລ້ວພາກັນໜີໄປ

THEY FORSOOK HIM AND FLED
(Laotian)

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 4/3/2018
A sermon preached at the Baptist Tabernacle of Los Angeles
Lord’s Day Evening, March 4, 2018

“ແຕ່ເຫດການທັງໝົດທີ່ເກີດຂື້ນນີ້ ກໍເພື່ອຈະສໍາເລັດຕາມພຣະ ຄໍາພີທີ່ພວກສາສະດາພະຍາກອນໄດ້ຂຽນຂຶ້ນ ແລ້ວພວກສາ ວົກທັງໝົດກໍໄດ້ປະຖິ້ມພຣະອົງແລ້ວພາກັນໜີໄປ” (ມັດທາຍ 26:56)


ພຣະເຢຊູຊົງຈົບຊ່ວງເວລາໂດດດ່ຽວແຫ່ງການອະທິຖານຂອງພຣະອົງ,ພຣະອົງຊົງປຸກພວກສາວົກທີ່ກໍາລັງຫລັບຢູ່, ພຣະອົງກ່າວວ່າ “ລຸກຂຶ້ນໄປກັນເຖີດ,ເບິ່ງແມ້ ຜູ້ທີ່ຈະທໍລະຍົດເຮົາມາໃກ້ແລ້ວ”(ມັດທາຍ 26:46) “ມີປະຊາຊົນເປັນຈຳນວນຫລາຍຖືດາບ, ຖືກະບອງມາຈາກພວກປະໂລຫິດໃຫຍ່ ແລະພວກຜູ້ໃຫຍ່ຂອງປະຊາຊົນ”(ມັດທາຍ 26:47).

ພວກສາວົກທຸກຄົນຕ້ອງແນມເບິ່ງຄືກັນໃນຄວາມມືດຂອງສວນເກັດເສມານີ, ຢູດາໄດ້ບອກພວກທະຫານຍາມວິຫານວ່າ "ຂ້ອຍຈະຈຸບຜູ້ໃດ ກໍເປັນຜູ້ນັ້ນແຫລະ ຈົ່ງຈັບກຸມລາວໃຫ້ແໜ້ນໜາເຖີດ"(ມັດທາຍ 26:48), ຢູດາໄດ້ຈູບແກ້ມພຣະເຢຊູ “ຄົນເຫລົ່ານັ້ນກໍເຂົ້າມາຈັບພຣະເຢຊູ ແລະຄຸມພຣະອົງໄປ”(ມັດທາຍ 26:50), “ຊີໂມນເປໂຕມີດາບ ຈຶ່ງຖອດອອກແລະຟັນຜູ້ຮັບໃຊ້ຄົນໜຶ່ງຂອງມະຫາປະໂລຫິດ ຖືກຫູຂ້າງຂວາຂາດໄປ ຊື່ຂອງຜູ້ຮັບໃຊ້ຄົນນັ້ນຄືມັນຄັດ”(ໂຢຮັນ 18:10)ພຣະເຢຊູຊົງ “ແຕະຕ້ອງໃບຫູຄົນນັ້ນໃຫ້ລາວດີ”(ລູກາ 22:51) ແລ້ວພຣະເຢຊູກໍບອກໃຫ້ເປໂຕເອົາດາບຂອງລາວໄປຖີ້ມ, ພຣະເຢຊູກ່າວຕໍ່ລາວວ່າ “ທ່ານຄິດວ່າເຮົາຈະອະທິຖານຂໍພຣະບິດາຂອງເຮົາ ແລະໃນທັນໃດນັ້ນພຣະອົງຈະຊົງປະທານທູດສະຫວັນແກ່ເຮົາກວ່າສິບສອງກອງບໍ່ໄດ້ບໍ?(72,000 ອົງ) ແຕ່ຖ້າເປັນເຊັ່ນນັ້ນພຣະຄຳພີທີ່ເວົ້າວ່າ ຈຳເປັນຕ້ອງເປັນແບບນີ້ ຈະສຳເລັດໄດ້ແນວໃດ?”(ມັດທາຍ 26:53-54), ພຣະເຢຊູຊົງຫັນມາທາງຄົນທີ່ມາເພື່ອຈັບພຣະອົງ ແລ້ວກ່າວວ່າ “ທ່ານທັງຫລາຍເຫັນເຮົາເປັນໂຈນບໍຈຶ່ງຖືດາບ, ຖືກະບອງອອກມາຈັບເຮົາ? ເຮົາໄດ້ນັ່ງກັບທ່ານທັງຫລາຍສັ່ງສອນໃນພຣະວິຫານທຸກວັນ ທ່ານກໍບໍ່ໄດ້ຈັບເຮົາ”(ມັດທາຍ 26:55),ເລື່ອງນີ້ໄດ້ພາເຮົາມາຫາຂໍ້ພຣະຄໍາພີຂອງເຮົາທີ່ວ່າ:

“ແຕ່ເຫດການທັງໝົດທີ່ເກີດຂື້ນນີ້ ກໍເພື່ອຈະສໍາເລັດຕາມພຣະຄໍາພີທີ່ພວກສາສະດາພະຍາກອນໄດ້ຂຽນຂຶ້ນ ແລ້ວພວກສາວົກທັງໝົດກໍໄດ້ປະຖິ້ມ ພຣະອົງແລ້ວພາກັນໜີໄປ” (ມັດທາຍ 26:56)

ເຫດການຕ່າງໆເຫຼົ່ານີ້ຖືກອະທິບາຍໄວ້ໂດຍພວກຜູ້ທໍານາຍຫຼາຍຮ້ອຍປີກ່ອນໜ້ານີ້ ດຣ.ອາ.ຊີ.ເອັຈ,ເລັນຊ໌ກີໄດ້ກ່າວວ່າ “ສິ່ງທັງໝົດນີ້ໄດ້ປາກົດຂື້ນຍ້ອນເຫດຜົນດຽວ ແລະເພາະອັນດຽວເທົ່ານັ້ນ ‘ໃນແບບເພື່ອທີ່ພຣະຄໍາພີຕ່າງໆຂອງພວກຜູ້ທໍານາຍຈະສໍາເລັດ’ນີ້ຄືອໍານາດທີ່ແທ້ຈິງທີ່ເຮັດວຽກໃນສິ່ງທີ່ເກີດຂຶ້ນໃນຄືນນີ້, ພຣະເຈົ້າກໍາລັງດໍາເນີນແຜນການຕາມຄໍາທໍານາຍຂອງພຣະອົງ,ພຣະເຢຊູກໍາລັງອາສາມອບຕົວພຣະອົງເອງໃຫ້ຕົກໃນກໍາມືຂອງຜູ້ຈັບພຣະອົງ...ຕອນນີ້ຂໍ້ 56 ໄດ້ສໍາເລັດລົງ, ໃນຂະນະທີ່ພຣະເຢຊູຖືກຈັບຕົວໄປ,ພວກສາວົກທຸກຄົນກໍພາກັນໜີໄປ” (R. C. H. Lenski, Ph.D., The Interpretation of St. Matthew’s Gospel, Augsburg Publishing House, 1964 edition, p. 1055; note on Matthew 26:56).

“ແຕ່ເຫດການທັງໝົດທີ່ເກີດຂື້ນນີ້ ກໍເພື່ອຈະສໍາເລັດຕາມພຣະຄໍາພີທີ່ພວກສາສະດາພະຍາກອນໄດ້ຂຽນຂຶ້ນ ແລ້ວພວກສາວົກທັງໝົດກໍໄດ້ປະຖິ້ມ ພຣະອົງແລ້ວພາກັນໜີໄປ” (ມັດທາຍ 26:56)

ໃນຄໍາເທດສະໜານີ້,ຂ້າພະເຈົ້າຈະຂຸດຄົ້ນຂໍ້ພຣະຄໍາພີນີ້ເລິກເຂົ້າໄປອີກ, ເພື່ອຂຸດເຫດຜົນບາງອັນທີ່ພວກສາວົກ “ໄດ້ປະຖີ້ມພຣະອົງແລ້ວພາກັນໜີໄປ” ອີງຕາມດຣ.ຈອຊ ຣິກເກີແບຣີ່ພາສາກຣີກແປຄໍາວ່່າ “ປະຖິ້ມ”ຢູ່ໃນສະບັບຄິງເຈມໝາຍເຖິງ “ຖິ້ມ” (A Greek-English Lexicon and New Testament Synonyms)ນີ້ແມ່ນເຫດຜົນຕ່າງໆທີ່ວ່າເປັນຫຍັງພວກສາວົກຈື່ງປະຖິ້ມພຣະເຢຊູໃນຂະນະທີ່ພວກເຂົາໄດ້ຖິ້ມພຣະອົງແລ້ວພາກັນໜີໄປ.

I. ໜຶ່ງ ພວກເຂົາປະຖິ້ມພຣະເຢຊູແລ້ວພາກັນໜີເພື່ອຈະສໍາເລັດຕາມພຣະຄໍາພີຂອງພວກ ຜູ້ທໍານາຍ.

ຂໍ້ພຣະຄໍາພີຂອງເຮົາໄດ້ກ່າວວ່າ “ແຕ່ເຫດການທັງໝົດທີ່ເກີດຂື້ນນີ້ ກໍເພື່ອຈະສໍາເລັດຕາມພຣະຄໍາພີທີ່ພວກສາສະດາພະຍາກອນໄດ້ຂຽນຂຶ້ນ...”ອັນນີ້ລວມທັງການທໍານາຍເລື່ອງທີ່ພວກສາວົກຈະປະຖິ້ມພຣະອົງແລ້ວພາກັນໜີໄປ, ເສຄາຣຢາ 13:6-7 ກ່າວວ່າ:

“ແມ່ນຫຍັງຄືແຜຢູ່ໃນມືທັງສອງຂອງທ່ານ? ແລ້ວລາວຈະຕອບວ່າ ຂ້າພະ ເຈົ້າໄດ້ບາດແຜນັ້ນຢູ່ເຮືອນໝູ່ຂອງຂ້າພະເຈົ້າ... ຈົ່ງຕີຜູ້ລ້ຽງແລະຝູງແກະນັ້ນຈະກະຈັດກະຈາຍໄປ”(ເສຄາຣິຢາ 13:6-7)

ກ່່ຽວກັບປະໂຫຍກເຫຼົ່ານັ້ນ “ຈົ່ງຕີຜູ້ລ້ຽງແລະຝູງແກະນັ້ນຈະກະຈັດກະຈາຍໄປ” ດຣ.ເຮັ່ນຣີ່ເອັມມໍຣິສສັນໄດ້ກ່າວວ່າ:

ຂໍ້ນີ້ຖືກອ້າງອີງໃນມັດທາຍ 26:31 ແລະມາລະໂກ 14:27 ໂດຍພຣະເຢຊູເອງ, ພຣະອົງຄືຜູ້ລ້ຽງທີ່ດີຈະຊົງມອບຊີວິດຂອງພຣະອົງເພື່ອແກະ (ໂຢຮັນ 10:11) ແຕ່ໃນຄວາມເຈັບປວດຂອງເຫດການທີ່ປ່ຽນແປງຂອງໂລກນີ້ຄືແກະຂອງພຣະອົງຈະກະຈັດກະຈາຍໄປໄລຍະໜຶ່ງ(Henry M. Morris, Ph.D., The Defender’s Study Bible, World Publishing, 1995 edition, p. 993; note on Zechariah 13:7).

ພຣະເຢຊູຄຣິດເຈົ້າເອງໄດ້ກ່າວວ່າເສຄາຣິຢາ 13:7 ໄດ້ທໍານາຍວ່າພວກສາວົກຈະປະຖີ້ມພຣະອົງແລ້ວພາກັນໜີ, ໃນມັດທາຍ 26:31 ພຣະຄຣິດໄດ້ກ່າວວ່າ:

“ຄາວນັ້ນພຣະເຢຊູກ່າວກັບພວກສາວົກວ່າ "ໃນຄືນວັນນີ້ທ່ານທຸກຄົນຈະສະດຸດເພາະເຮົາ ເພາະມີຄຳຂຽນໄວ້ວ່າ `ເຮົາຈະຕີຜູ້ລ້ຽງແກະ ແລະແກະຝູງນັ້ນຈະກະຈັດກະຈາຍໄປ'” (ມັດທາຍ 26:31)

ອີກເທື່ອໜຶ່ງໃນມາລະໂກ 14:27,

“ພຣະເຢຊູຈື່ງກ່າວກັບພວກສາວົກວ່າ ທ່ານທັງຫຼາຍຈະສະດຸດໃຈເພາະເຮົາໃນຄືນນີ້ເອງ ເພາະມີຄໍາຂຽນໄວ້ວ່າ ເຮົາຈະຕີຜູ້ລ້ຽງແກະ ແລະຝູງແກະນັ້ນຈະກະຈັດກະຈາຍໄປ” (ມາລະໂກ 14:27)

ພວກສາວົກປະຖິ້ມພຣະອົງແລ້ວພາກັນໜີໄປໄດ້ສໍາເລັດຕາມຄໍາທໍານາຍໃນໜັງສືເສຄາຣິຢາ 13:7,

“ແຕ່ເຫດການທັງໝົດທີ່ເກີດຂື້ນນີ້ ກໍເພື່ອຈະສໍາເລັດຕາມພຣະຄໍາພີທີ່ພວກສາສະດາພະຍາກອນໄດ້ຂຽນຂຶ້ນ ແລ້ວພວກສາວົກທັງໝົດກໍໄດ້ປະຖິ້ມ ພຣະອົງແລ້ວພາກັນໜີໄປ” (ມັດທາຍ 26:56)

II. ສອງ ພວກເຂົາໄດ້ປະຖິ້ມພຣະເຢຊູແລ້ວພາກັນໜີໄປເພາະພວກເຂົາເປັນສະມາຊິກຂອງເຜົ່າພັນທີ່ລົ້ມລົງ.

ເຊື້ອສາຍມະນຸດເປັນເຊື້ອສາຍທີ່ລົ້ມລົງ, ພວກເຮົາຈະຕ້ອງບໍ່ລືມວ່າ, ທ່ານເອງເປັນຄົນບາບ-ເພາະທ່່ານເປັນສ່ວນໜຶ່ງຂອງເຊື້ອສາຍບາບ-ລູກຫຼານຂອງອາດາມ,ພຣະຄໍາພີກ່າວວ່າ:

“ບາບໄດ້ເຂົ້າມາໃນໂລກຍ້ອນຄົນໆດຽວ ແລະຄວາມຕາຍກໍເກີດມາເພາະບາບນັ້ນ ແລະຄວາມຕາຍກໍໄດ້ແຜ່ໄປເຖິງມວນມະນຸດທຸກຄົນ” (ໂຣມ 5:12)

ນັ້ນແຫຼະທີ່ວ່າເປັນຫຍັງທຸກຄົນທີ່ເກີດມາຈື່ງ“ຕາຍແລ້ວໃນການບາບ”(ເອເຟໂຊ 2:5), ນັ້ນ ແຫຼະທີ່ວ່າເປັນຫຍັງທຸກຄົນ “ຕາມສັນດານເຮົາຈື່ງບຸດແຫ່ງພຣະອາຍາ”(ເອເຟໂຊ 2:3) ນັ້ນແຫຼະທີ່ວ່າເປັນຫຍັງພວກທ່ານຈື່ງເປັນຄົນບາບຕາມສັນດານ, ຢ່າໄປຕິອັນໃດວ່າຍ້ອນພະຍາມານ! ພະຍາມານບໍ່ສາມາດຜູກມັດພວກເຮົາໄດ້ຖ້າພວກເຮົາຫາກບໍ່ແມ່ນຄົນບາບຕາມສັນດານ, ລູກຫຼານຂອງອາດາມທຸກຄົນແມ່ນຄົນບາບຕາມສັນດານ, ພວກທ່ານເປັນຄົນບາບຕາມສັນດານ, ແມ່ນແລ້ວພວກທ່ານ!!

ພວກສາວົກບໍ່ໄດ້ດີກວ່າພວກເຮົາທຸກຄົນ, ພວກເຂົາເຊັ່ນກັນ“ຕາມສັນດານເຮົາຈື່ງບຸດແຫ່ງພຣະອາຍາ”ພວກເຂົາເຊັ່ນກັນໄດ້“ຕາຍແລ້ວໃນການບາບ” ພວກເຂົາເຊັ່ນກັນແມ່ນລູກຫຼານຂອງອາດາມ, ຄືກັບທີ່ໜັງສືພາສາອັງກິດເກົ່າໆຂອງເດັກນ້ອຍກ່າວໄວ້ວ່າ:

ໃນການລົ້ມລົງຂອງອາດາມ
ພວກເຮົາທຸກຄົນຈື່ງມີບາບ

ພວກສາວົກມີຄວາມຄິດຝ່າຍເນື້ອໜັງຊື່ງເປັນ “ເປັນສັດຕູຕໍ່ພຣະເຈົ້າ”(ໂຣມ 8:7), ດັ່ງນັ້ນພວກເຂົາຈື່ງປະຕິເສດຂ່າວປະເສີດທຸກເທື່ອທີ່ພຣະຄຣິດເທດຕໍ່ພວກເຂົາ,ແບບດຽວກັນທີ່ພວກທ່ານປະຕິເສດຂ່າວປະເສີດ! ດຣ.ເຈ.ເວີນັນແມັກກີ້ໄດ້ກ່າວວ່າ:

(ພຣະຄຣິດ) ຊົງຢ້ຳຄືນໄປມາຫ້າເທື່ອກັບຄວາມຈິງທີ່ວ່າພຣະອົງກໍາລັງຈະໄປນະຄອນເຢຣູຊາເລັມເພື່ອຕາຍ(ມັດທາຍ 16:21; 17:12; 17:22-23; 20:18-19; 20:28) ເຖິງແມ່ນວ່າຄໍາສອນນີ້ຈະຊັດເຈນພວກສາວົກກໍພາດທີ່ຈະເຂົ້າໃຈຄວາມໝາຍຂອງ(ຂ່າວປະເສີດ)ຈົນເຖິງພາຍຫຼັງການຟື້ນຄືນຈາກຄວາມຕາຍຂອງພຣະອົງ(J. Vernon McGee, Th.D., Thru the Bible, Thomas Nelson Publishers, 1983, volume IV, p. 93; note on Matthew 16:21).

ເປັນຫຍັງພວກສາວົກບໍ່ “ເຂົ້າໃຈຄວາມໝາຍ”ຂອງຂ່າວປະເສີດໄດ້?ຄໍາຕອບກໍງ່າຍໆຄື:

“ແຕ່ຖ້າຂ່າວປະເສີດຂອງເຮົາຖືກບັງໄວ້ຈາກໃຜ ກໍຈາກຄົນເຫຼົ່ານັ້ນທີ່ພິນາດ” (2 ໂກລິນໂທ 4:3)

ໃນໝາຍເຫດຂອງໂຢຮັນ 20:22 ດຣ.ແມັກກີ້ໄດ້ກ່່າວວ່າພວກສາວົກຍັງບໍ່ໄດ້ບັງເກີດໃໝ່(ເກີດໃໝ່)ຈົນພວກເຂົາປະເຊີນໜ້າພຣະຄຣິດຜູ້ຄືນຈາກຕາຍ ແລະພຣະອົງຊົງເປົາລົມຫາຍໃຈໃສ່ພວກເຂົາ ແລະກ່າວວ່າ: “ທ່ານທັງຫຼາຍຈົ່ງຮັບພຣະວິນຍານບໍລິສຸດເຖີດ”(ດຣ.ເຈ.ເວີນັນແມັກກີ້ ເຫຼັ້ມດຽວກັນໜ້າ 498 ໝາຍເຫດໃນໂຢຮັນ 20:22),(ຈົ່ງກົດທີ່ນີ້ເພື່ອອ່ານບົດເທດສະໜາຂອງຂ້າພະເຈົ້າໃນເລື່ອງ- “ຄວາມຢ້ານຂອງພວກສາວົກ”- “ຄໍາກ່າວນີ້ກໍຖືກເຊື່ອງໄວ້ຈາກພວກເຂົາ” “ການກັບໃຈໃໝ່ຂອງເປໂຕ” “ເປໂຕພາຍໃຕ້ການສໍານຶກບາບ” ແລະ “ການກັບໃຈທີ່ຜິດໆຂອງຢູດາ”)

“ແລ້ວພວກສາວົກທັງໝົດກໍໄດ້ປະຖິ້ມພຣະອົງແລ້ວພາກັນໜີໄປ”(ມັດທາຍ 26:56)

ພວກເຂົາຈະຕ້ອງພົບຜ່ານເລື່ອງນີ້ເພື່ອທີ່ຈະເຫັນວ່່າພວກເຂົາເປັນຄົນບາບ, ຄືກັບຈອນເຄແກນ ແລະເອມີ ຊາບາລາກາທີ່ໄດ້ເຫັນວ່າພວກເຂົາເປັນຄົນບາບທີ່ພິນາດ, ເໝືອນກັນທ່ານຈະຕ້ອງຖືກເຮັດໃຫ້ເຫັນວ່າທ່ານເປັນຄົນບາບທີ່ຫຼົງທາງ!

ບາງຄົນອາດຈະບອກພວກທ່ານວ່າຂ້າພະເຈົ້າເກີນໄປໄກໂພດໂດຍການເວົ້າວ່າພວກສາວົກບໍ່ໄດ້ຮັບການບັງເກີດໃໝ່ແລະບໍ່ໍ່ລອດຈົນການຟື້ນຄືນຈາກຕາຍຂອງພຣະເຢຊູ, ພວກທ່ານຄິດວ່າພວກສາວົກແຕກຕ່າງຈາກຕົນເອງບໍ? ຂ້າພະເຈົ້າຮູ້ດີວ່າພວກເຂົາບໍ່ໄດ້ແຕກຕ່າງຫຍັງຈາກຕົນເອງ, ຖ້າປາສະຈາກພຣະໂລຫິດຂອງພຣະເຢຊູຂ້າພະເຈົ້າກໍຈະບໍ່ຢືນຢູ່ຕໍ່ໜ້າພວກທ່ານໃນຄືນນີ້! ຖ້າປາສະຈາກພຣະໂລຫິດຂອງພຣະເຢຊູຂ້າພະເຈົ້າກໍຈະຍັງຄົງເປັນຄົນບາບທີ່ຫຼົງທາງທີ່ກໍາລັງຈະຕົກນາລົກຢູ່!

ພຣະເຢຊູໄດ້ຊົງຕິດຕາມຫາຂ້າ
ເມື່ອຂ້າຫຼົງຈາກທາງຂອງພຣະເຈົ້າ
ພຣະອົງຊົງຊ່ວຍຂ້າພົ້ນຈາກອັນຕະລາຍ
ໄຖ່ດ້ວຍໂລຫິດອັດສະຈັນ
( “ຂໍພຣະພອນ” ໂດຍໂຣເບີດໂຣບິນສັນ 1735-1790)

ຂ້າພະເຈົ້າຂໍຊົມເຊີຍໜັງສືຂອງອຽນເອັຈ.ເມີເຣທີ່ຊື່ວ່າ The Old Evangelicalism (The Banner of Truth Trust, 2005), ເວົ້າເຖິງການກັບໃຈໃໝ່ທົ່ວໄປ, ອຽນເອັຈ.ເມີເຣໄດ້ເວົ້າວ່າ: “ປະຈຸບັນນີ້ມີຄວາມຈໍາເປັນແບບຮີບດ່ວນສໍາລັບການຟື້ນຄືນຂອງຄວາມຈິງກ່ຽວກັບການກັບໃຈໃໝ່, ການໂຕ້ຖຽງຢ່າງກວ້າງຂວາງໃນຫົວຂໍ້ນີ້ຈະເປັນລົມທີ່ແຂງແຮງທີ່ຈະພັດພາເອົາສິ່ງຕ່າງໆທີ່ບໍ່ສໍາຄັນເປັນພັນໆອອກໄປ”(ໜ້າ 68),ຈົ່ງຂຽນອີເມວກຽ່ວກັບເລື່ອງ ນີ້ຫາຂ້າພະເຈົ້າ, ຂ້າພະເຈົ້າຢາກໄດ້ຍິນຈາກພວກທ່ານ ແລ້ວຈະຕອບແຕ່ລະຄົນເປັນການສ່ວນຕົວ! ອີເມວຂອງຂ້າພະເຈົ້າແມ່ນ rlhymersjr@sbcglobal.net.

“ແລ້ວພວກສາວົກທັງໝົດກໍໄດ້ປະຖິ້ມພຣະອົງແລ້ວພາກັນໜີໄປ” (ມັດທາຍ 26:56)

ເພາະພວກເຂົາຍັງບໍ່ໄດ້ຮັບການຊໍາລະຈາກຄວາມບາບຂອງເຂົາໂດຍພຣະໂລຫິດຂອງ ພຣະເຢຊູ! ພວກທ່ານເຄີຍຖືກຊໍາລະໂດຍພຣະໂລຫິດຂອງພຣະເຢຊູແລ້ວບໍ? ເຄີຍບໍ? ເຄີຍບໍ? ພວກທ່ານຈະບໍ່ມີຄວາມຫວັງໃດນອກຈາກທ່ານຈະຖືກຊໍາລະໂດຍພຣະໂລຫິດຂອງພຣະເຢຊູ

III. ສາມ ພວກເຂົາໄດ້ປະຖິ້ມພຣະເຢຊູແລ້ວພາກັນໜີໄປເພາະພວກເຂົາບໍ່ມີການສໍານຶກບາບທີ່ແທ້ຈິງກ່ອນເວລານີ້.

ພວກເຂົາມີຄວາມໝັ້ນໃຈສູງໃນຄວາມສາມາດຂອງຕົນເອງ, ພວກເຮົາເຫັນເລື່ອງນັ້ນຫຼາຍໆເທື່ອກ່ອນທີ່ພຣະຄຣິດຈະຟື້ນຄືນຈາກຕາຍ ແລ້ວປາກົດຕໍ່ພວກເຂົາແລະຫາຍໃຈ ເໜືອພວກເຂົາ,ຍົກຕົວຢ່າງ: ພຣະເຢຊູຊົງບອກເປໂຕວ່າລາວຈະປະຕິເສດພຣະອົງໃນຄືນນັ້ນ, ພວກເຂົາຍັງຄົງຕ້ອງພົບຜ່ານການເຮັດວຽກຢ່າງໜັກຂອງພຣະວິນຍານບໍລິສຸດ-ເພື່ອເຮັດໃຫ້ພວກເຂົາຮູ້ສຶກເຖິງຄວາມຜິດບາບຂອງພວກເຂົາ!

“ເປໂຕທູນພຣະອົງວ່າ "ເຖິງແມ່ນຂ້ານ້ອຍຈະຕ້ອງຕາຍກັບພຣະອົງ ຂ້ານ້ອຍກໍຈະບໍ່ປະຕິເສດພຣະອົງເລີຍ" ພວກສາວົກກໍທູນເຊັ່ນນັ້ນເໝືອນກັນທຸກຄົນ” (ມັດທາຍ 26: 35)

ບໍ່ມີສາວົກຄົນໃດໄດ້ກັບໃຈໃໝ່ເທື່ອ! ແລະພວກທ່ານກໍເຊັ່ນກັນ! ພວກທ່ານຈະຕ້ອງພົບຜ່ານການເຮັດວຽກຢ່າງໜັກຂອງພຣະວິນຍານບໍລິສຸດ -- ເພື່ອເຮັດໃຫ້ພວກເຂົາຮູ້ສຶກເຖິງຄວາມຜິດບາບຂອງພວກເຂົາ! ດຣ.ມາຕິນລອຍໂຈນໄດ້ກ່າວວ່າ:

ບໍ່ມີການປະກາດຂ່າວປະເສີດແທ້ຈິງໂດຍປາສະຈາກຫຼັກຄໍາສອນເລື່ອງບາບແລະໂດຍປາສະຈາກຄວາມເຂົ້າໃຈວ່າຄວາມບາບຄືຫຍັງ... ການປະ ກາດຂ່າວປະເສີດຈະຕ້ອງເລິ່ມດ້ວຍຄວາມບໍລິສຸດຂອງພຣະເຈົ້າ, ຄວາມບາບຂອງມະນຸດ ແລະຜົນທີ່ຕາມມາອັນຊົ່ວຮ້າຍ ແລະການເຮັດຄວາມຜິດອັນເປັນນິດ, ມີພຽງຄົນທີ່ເຄີຍຖືກພາມາໃຫ້ເຫັນຄວາມຊົ່ວຂອງຕົນໃນຫົນທາງນີ້ຈື່ງໜີໄປຫາພຣະຄຣິດເພື່ອການຊ່ວຍໃຫ້ພົ້ນແລະການໄຖ່ (ໝາຍ ເຫດຂອງດຣ.ໄຮເມີ: ຂ້າພະເຈົ້າເອງພຽງແຕ່ຖືກໂນ້ມນ້າວເລື່ອງບາບໂດຍການສະແດງລະຄອນເປັນຢູດາໃນວັນຄືນພຣະຊົນ!) ( D. Martyn Lloyd-Jones, M.D., Studies in the Sermon on the Mount, InterVarsity, 1959, volume 1, p. 235; emphasis mine).

ພວກສາວົກບໍ່ມາໃຕ້ການສໍານຶກບາບທີ່ແທ້ຈິງຈົນພວກເຂົາທຸກຄົນ“ໄດ້ປະຖິ້ມພຣະ ອົງແລ້ວພາກັນໜີໄປ” ເມື່ອພວກສາວົກເວົ້າກ່ອນໜ້ານີ້ວ່າ “ພວກເຮົາເຊື່ອວ່າພຣະອົງມາຈາກພຣະເຈົ້າ”

“ພຣະເຢຊູກ່າວຕອບເຂົາວ່າ ດຽວນີ້ທ່ານທັງຫລາຍເຊື່ອແລ້ວບໍ? ເບິ່ງແມ້ ເວລາຈະມາ ເວລານັ້ນກໍເຖິງແລ້ວ ທີ່ທ່ານຈະຕ້ອງກະຈັດກະຈາຍໄປສູ່ບ່ອນຂອງທ່ານທຸກຄົນ ແລະຈະຖິ້ມເຮົາໄວ້ແຕ່ຜູ້ດຽວ” (ໂຢຮັນ 16:31,32)

ຄວາມໂສກເສົ້າແລະການສໍານຶກຂອງເປໂຕຫຼັງຈາກທີ່ລາວໄດ້ປະຕິເສດພຣະຄຣິດ ເປັນຄວາມຮູ້ສຶກຂອງພວກສາວົກຄົນອື່ນ “ແລ້ວເປໂຕກໍອອກໄປທາງນອກຮ້ອງໄຫ້ດ້ວຍຄວາຂົມຂື່ນ”(ລູກາ 22:62), ດຣ. W. G. T. Shedd ໄດ້ຄອມເມັ້ນວ່າ “ພຣະວິນຍານບໍລິສຸດປົກກະຕິແລ້ວຈະບໍ່ເຮັດໃຫ້ມະນຸດເກີດໃໝ່ຈົນກວ່າເຂົາຈະເປັນຄົນທີ່ຖືກໂນ້ມນ້າວ” (Shedd, Dogmatic Theology, volume 2, page 514), ແລະພວກສາວົກກໍບໍ່ໄດ້ສໍານຶກເລຶ່ອງບາບຂອງເຂົາຈົນພວກເຂົາໄດ້ທໍລະຍົດພຣະເຢຊູ, ແລ້ວພວກເຂົາກໍຮູ້ວ່າພວກເຂົາຕ້ອງ ການແທ້ໆທີ່ຈະຖືກເຮັດໃຫ້ສະອາດໂດຍພຣະໂລຫິດອັນບໍລິສຸດຂອງພຣະອົງ! ພວກທ່ານບາງຄົນຄິດວ່າພວກທ່ານສາມາດກັບໃຈໂດຍບໍ່ມີການສໍານຶກບາບຂອງຕົນໂຕທໍາອິດນັ້ນ! ທ່ານຈະບໍ່ໄດ້ຮັບການກັບໃຈຈົນກວ່າທ່ານຈະຖືກໂນ້ມນ້າວເລື່ອງຄວາມບາບ! ເປໂຕອອກໄປແລ້ວຮ້ອງໄຫ້ດ້ວຍຄວາມຂົມຂື່ນ, ຫຼາຍຄົນຮ້ອງໄຫ້ຄືກັບເປໂຕກ່ອນທີ່ພວກເຂົາຈະກັບໃຈໃໝ່, ພວກທ່ານເຄີຍຮ້ອງໄຫ້ນໍ້າຕາໄຫຼດ້ວຍຄວາມຂົມຂື່ນບໍ?

ການປະຍຸກໃຊ້

ຕອນນີ້ຂ້າພະເຈົ້າຈະຂໍຍ້ອນກັບໄປແລະປະຍຸກເລື່ອງນີ້ຕໍ່ຄົນທີ່ຍັງບໍ່ໄດ້ກັບໃຈໃໝ່, ພວກທ່ານເຄີຍຮູ້ສຶກວ່າທ່ານເປັນຄົນບາບທີ່ຈິບຫາຍ,ທີ່ໃຈຂອງທ່ານເອງ “ຖືກຫລອກລວງ...ແລະຊົ່ວຮ້າຍຢ່າງສິ້ນເຊີງ”ບໍ?(ເຢເຣມີຢາ 17:9) ທ່ານເຄີຍຮູ້ສຶກບໍວ່າ “ໂອຂ້າພະເຈົ້າເປັນຄົນໜ້າສົງສານແທ້! ໃຜຈະຊ່ວຍຂ້າພະເຈົ້າໃຫ້ພົ້ນຈາກຮ່າງກາຍແຫ່ງຄວາມຕາຍນີ້ໄດ້”?(ໂຣມ 7:24), ພວກທ່ານເຄີຍສູນເສຍຄວາມໝັ້ນໃຈໃນຕົນເອງບໍ? ທ່ານເຄີຍຮ້ອງໄຫ້ເພາະຄວາມບາບຂອງຕົນເອງບໍ? ບໍ່ມີຄວາມຫວັງໃດສໍາລັບທ່ານຈົນທ່ານຈະຮ້ອງໄຫ້ເພື່ອຄວາມບາບຂອງຕົນ! ຈົນກວ່າທ່ານຈະເວົ້າວ່າ “ພຣະເຈົ້າຂໍຊົງເມດຕາຂ້າ ນ້ອຍຜູ້ເປັນຄົນບາບແດ່ທ້ອນ” ເໝືອນກັບທີ່ດຣ.ລອຍໂຈນໄດ້ກ່າວວ່າ “ມີພຽງຄົນທີ່ເຄີຍຖືກພາມາໃຫ້ເຫັນຄວາມຊົ່ວຂອງຕົນໃນຫົນທາງນີ້ຈື່ງໜີໄປຫາພຣະຄຣິດເພື່ອການຊ່ວຍໃຫ້ພົ້ນແລະການໄຖ່”(ເຫຼັ້ມດຽວກັນ).

ໃນນາມພຣະເຢຊູດ້ວຍການຍົກເພງອັນສັກສິດຮ້ອງ
ແລະຄິດເຖິງໂລຫິດຮັກສາທີ່ພຣະອົງຊົງຫຼັງລົງມາຈາກແຂນຂາ

ໂອໃຜບອກໄດ້ເຖິງວິບັດທີ່ພຣະອົງແບກເມື່ອໂລຫິດບໍລິສຸດໄຫຼ
ຄວາມເຈັບທໍລະມານຂອງພຣະອົງເມື່ອນໍ້າໜັກບາບຂອງເຮົາຖືກວາງລົງ?

ບໍ່ແມ່ນສຽງດູຖູກຂອງຄົນດູຖູກທີ່ປັ້ນຢູ່ເລິກຫົວໃຈຂອງພຣະອົງ
ການຕອກຕະປູ,ໜາມແທງບໍ່ໄດ້ເປັນເຫດເຈັບປວດທີ່ເສົ້າທີ່ສຸດ

ແຕ່ທຸກເທື່ອທີ່ຕໍ່ສູ້ກັບຄວາມທໍລະຍົດກໍເກີດໂສກເສົ້າໜັກພາຍໃນ
ພາລະຈິດໃຈຖືກວາງລົງເທິງພຣະອົງ ນໍ້າໜັກບາບຂອງເຮົາທຸກຄົນ
   (“The Lord Hath Laid on Him” by William Hiley Bathurst, 1796-1877;
      to the tune of “Amazing Grace.”)

ພວກທ່ານຈະຕ້ອງຮູ້ສຶກເລື່ອງບາບຂອງຕົນຢ່າງໜັກເພື່ອທີ່ທ່ານຈະຕ້ອງໄຫ້ນໍ້າຕາໄຫຼແທ້ເໝືອນກັບທີ່ພວກເຂົາເຮັດຢູ່ປະເທດຈີນໃນການຟື້ນຟູທີ່ນັ້ນ.

ອີກຈັກໜ້ອຍຂ້າພະເຈົ້າຈະຂໍໃຫ້ພວກທ່ານມາແລ້ວນັ່ງລົງຢູ່ສອງແຖວທາງໜ້ານີ້ເພື່ອສົນທະນາກັບພວກເຮົາກ່ຽວກັບການໄດ້ຮັບຄວາມລອດ, ພວກທ່ານຫຼາຍຄົນຈະມາແຕ່ມັນຈະເປັນການດີຕໍ່ໃຜເລີຍ, ພວກທ່ານຈະອອກຈາກນີ້ໄປໂດຍການເປັນຄົນບາບທີ່ຫຼົງທາງ, ເປັນຫຍັງມັນຈື່ງບໍ່ຊ່ວຍທ່ານທີ່ຈະມາທີ່ນີ້? ກໍເພາະວ່າທ່ານບໍ່ໄດ້ຮູ້ສຶກຫຼົງຫາຍ,ພວກທ່ານກໍເປັນຄືກັບພວກສາວົກ, ພວກທ່ານມີຄວາໝັ້ນໃຈຕົນເອງສູງ, ພວກທ່ານຄິດວ່າທ່ານສາມາດດໍາເນີນຊີວິດຂອງຕົນໃນຖານະເປັນຄຣິສຕຽນຄົນໜຶ່ງໃນແບບທີ່ຕົນເປັນ, ແຕ່ພວກທ່ານຜິດ, ໃນບໍ່ຊ້າບໍ່ນານພະຍາມານຈະມາທົດລອງທ່ານ, ແລ້ວທ່ານກໍຈະເຮັດໃນສິ່ງທີ່ພວກສາວົກເຮັດ, ພວກທ່ານຈະຖີ້ມພຣະຄຣິດ, ພວກທ່ານຈະປະຄຣິສຕະຈັກນີ້ໄປ, ທ່ານຈະເຂົ້າໄປໃນຊີວິດບາບ, ແລ້ວຂ້າພະເຈົ້າຮູ້ໄດ້ແນວໃດລະ? ກໍເພາະວ່າຂ້າພະເຈົ້າໄດ້ເທດສະໜາມາແລ້ວ 60 ປີ, ຂ້າພະເຈົ້າເຄີຍເຫັນຄົນເປັນຮ້ອຍໆແບບພວກທ່ານ, ນັ້ນແຫຼະທີ່ຂ້າພະເຈົ້າຮູ້ດີວ່າທ່ານຈະປະຖິ້ມພຣະຄຣິດຄືກັບພວກສາວົກໃນຄືນນັ້ນ, ບໍ່ຊ້າບໍ່ນານທ່ານກໍຈະເຮັດໃນສິ່ງທີ່ພວກເຂົາເຮັດຢ່າງແນ່ນອນ, ພວກທ່ານຈະບໍ່ຄິດວ່າຕົນເອງຈະເຮັດ,ແຕ່ທ່ານຄິດຜິດ! ຈົ່ງສັດຊື່ຕໍ່ຕົນເອງ, ພວກທ່ານໄດ້ຄິດກ່ຽວກັບການຖີ້ມຄຣິສຕະຈັກໄປແລ້ວ, ເວົ້າຕາມຊທາເດີ,ພວກທ່ານໄດ້ຄິດກ່ຽວກັບການຖີ້ມໄປແລ້ວແມ່ນບໍ? ແມ່ນບໍ?ແມ່ນບໍ? ຂ້າພະເຈົ້າຮູ້ດີວ່າທ່ານຄິດແບບນັ້ນແລ້ວ.

ພວກທ່ານຈະຕ້ອງແນມເບິ່ງໃຈຂອງຕົນເອງ,ພວກທ່ານຈະຕ້ອງຮູ້ສຶກບາບຂອງຕົນເອງ, ທ່ານຈະຕ້ອງຮູ້ສຶກວ່າທ່ານເປັນຄົນບາບທີ່ຫຼົງຫາຍ,ທ່ານຈະຕ້ອງຮູ້ສຶກເຖິງຄວາມຜິດຂອງຕົນ, ທ່ານຈະຕ້ອງຮູ້ສຶກວ່າທ່ານຂາດຄວາມເຊື່ອໃນພຣະເຢຊູ, ນີ້ແມ່ນຄວາມບາບທີ່ໃຫຍ່ກວ່າໝູ່-ບາບແຫ່ງການບໍ່ວາງໃຈເຊື່ອພຣະເຢຊູ, ພຣະເຢຊູຊົງກ່າວວ່າ: “ຄົນທີ່ບໍ່ເຊື່ອກໍຕ້ອງຖືກພິພາກສາລົງໂທດຢູ່ແລ້ວ”(ໂຢຮັນ 3:18),ພວກທ່ານບໍ່ຈໍາເປັນຕ້ອງລໍຖ້າຈົນກວ່າທ່ານຕົກນາລົກດອກ, ພວກທ່ານຖືກພິພາກສາຢູ່ແລ້ວ! ດຣ.ລອຍໂຈນໄດ້ກ່າວວ່າ “ມີພຽງ(ເມື່ອທ່ານໄດ້)ຄົນທີ່ເຄີຍຖືກພາມາໃຫ້ເຫັນ(ແລະຮູ້ສຶກ) ຄວາມຊົ່ວຂອງຕົນໃນຫົນທາງນີ້(ເພື່ອທີ່ທ່ານຈະມາ)ຈື່ງໜີໄປຫາພຣະຄຣິດເພື່ອການຊ່ວຍໃຫ້ພົ້ນແລະການໄຖ່”ພວກທ່ານຮູ້ ສຶກເຖິງບາບຂອງຕົນບໍ? ຖ້າທ່ານຮູ້ສຶກເຖິງບາບຂອງຕົນແລະມັນລົບກວນທ່ານບໍ,ແລ້ວທ່ານຈະມາຫາພຣະເຢຊູແລະວາງໃຈໃນພຣະອົງ ແລະລອດໂດຍພຣະອົງບໍແລະຖືກຊໍາລະລ້າງໂດຍພຣະໂລຫິດທີ່ພຣະອົງຊົງຫຼັ່ງລົງເພື່ອຊໍາລະທ່ານອອກຈາກຄວາມບາບ, ບໍ່ມີຫົນ ທາງອື່ນທີ່ຈະລອດແທ້ໄດ້, ຂ້າພະເຈົ້າໄດ້ອະທິຖານວ່າຂໍຢ່າໃຫ້ວັນທິດໃດທີ່ຕົນເອງບໍ່ໄດ້ເທດເລື່ອງພຣະໂລຫິດຂອງພຣະເຢຊູ, ຂ້າພະເຈົ້າບໍ່ຮູ້ຈັກຂ່າວປະເສີດອື່ນນອກຈາກນີ້-ຈົ່ງວາງໃຈໃນພຣະເຢຊູແລ້ວທ່ານຈະສະອາດ, ພຣະໂລຫິດຂອງພຣະເຢຊູທີ່ໄຫຼລົງມາຈາກໄມ້ກາງແຂນຄືຄວາມຫວັງດຽວຂອງທ່ານ! ແມ່ນທ່ານບໍ່ໄດ້ເວົ້າເຖິງພຣະເຢຊູຫຼືພຣະໂລຫິດຂອງພຣະອົງ! ເປັນຫຍັງລະ ກໍເພາະວ່າທ່ານບໍ່ຮູ້ສຶກເຖິງບາບຂອງຕົນ-ນັ້ນແຫຼະຄືເຫດ ຜົນ! ນັ້ນແຫຼະຄືເຫດຜົນ! ນັ້ນແຫຼະທີ່ວ່າທ່ານກໍາລັງທີ່ຈະຮຽນຮູ້ຄໍາທີ່ຖືກຕ້ອງ, ໂອພວກທ່ານຊ່າງໂງ່ອີຫຼີ! ອໍກັສຕິນໄດ້ກ່າວວ່າ “ໃຈຂອງພວກເຮົາຈະບໍ່ສະຫງົບຈົນກວ່າພວກມັນຈະພົບບ່ອນສະຫງົບໃນພຣະອົງ” ມີທານນໍ້າພຸເຕັມດ້ວຍໂລຫິດຊື່ງໄຫຼມາຈາກກາງແຂນ, ແລະຖ້າໃຜເຮັດບາບດໍາລົງໃຫ້ມິດບາບກໍຈະຫາຍທັນທີ, ເຊີນມາຫາພຣະເຢຊູດຽວນີ້, ຖືກເຮັດໃຫ້ບໍລິສຸດຈາກທຸກຄວາມບາບໂດຍພຣະໂລຫິດອັນປະເສີດຂອງພຣະອົງ.ເອແມນ.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາໂດຍ ເບັນຈາມິນ ຄິນເຄດ ກຣິຟຟິດ:
“Alone” (Ben H. Price, 1914).

ໂຄງຮ່າງບົດເທດສະໜາ

ພວກເຂົາໄດ້ປະຖີ້ມພຣະອົງແລ້ວໜີໄປ

THEY FORSOOK HIM AND FLED

ໂດຍດຣ. ອາ.ແອວ.ໄຮເມີ ຈູເນຍ.

“ແຕ່ເຫດການທັງໝົດທີ່ເກີດຂື້ນນີ້ ກໍເພື່ອຈະສໍາເລັດຕາມພຣະ ຄໍາພີທີ່ພວກສາສະດາພະຍາກອນໄດ້ຂຽນຂຶ້ນ ແລ້ວພວກສາ ວົກທັງໝົດກໍໄດ້ປະຖິ້ມພຣະອົງແລ້ວພາກັນໜີໄປ” (ມັດທາຍ 26:56)

(ມັດທາຍ 26:46,47,48; ໂຢຮັນ 18:10; ລູກາ 22:51;
ມັດທາຍ 26:53-54,55)

I.   ໜຶ່ງ ພວກເຂົາປະຖິ້ມພຣະເຢຊູແລ້ວພາກັນໜີເພື່ອຈະສໍາເລັດຕາມພຣະຄໍາພີ ຂອງພວກຜູ້ທໍານາຍ. ເສຄາຣິຢາ 13:6-7; ມັດທາຍ 26:31; ມາລະໂກ 14:27

II.  ສອງ ພວກເຂົາໄດ້ປະຖິ້ມພຣະເຢຊູແລ້ວພາກັນໜີໄປເພາະພວກ ເຂົາເປັນສະມາຊິກຂອງເຜົ່າພັນທີ່ລົ້ມລົງ. ໂຣມ 5:12; ເອເຟໂຊ 2:5,3; ໂຣມ 8:7; 2 ໂກລິນໂທ 4:3.

III. ສາມ ພວກເຂົາໄດ້ປະຖິ້ມພຣະເຢຊູແລ້ວພາກັນໜີໄປເພາະພວກ ເຂົາບໍ່ມີການສໍານຶກບາບທີ່ແທ້ຈິງກ່ອນເວລານີ້. ມັດທາຍ 26:35; ໂຢຮັນ 16:30-32; ລູກາ 22:62; ເຢເຣມີ 17:9; ໂຣມ 7:24; ໂຢຮັນ 3:18.