Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການເຫັນຫຼືການເຊື່ອ?

SEEING OR BELIEVING?
(Laotian)

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ວັນຂອງພຣະເຈົ້າຕອນແລງ 4/2/2018
A sermon preached at the Baptist Tabernacle of Los Angeles
Lord’s Day Evening, February 4, 2018

“ພຣະອົງຜູ້ທີ່ທ່ານທັງຫລາຍຍັງບໍ່ໄດ້ເຫັນ ແຕ່ທ່ານຍັງຮັກພຣະອົງຢູ່ ເຖິງວ່າຂະນະນີ້ທ່ານບໍ່ເຫັນພຣະອົງ ແຕ່ທ່ານຍັງເຊື່ອ ແລະຊື່ນຊົມ ດ້ວຍຄວາມປີຕິຍິນດີເຫລືອທີ່ຈະເວົ້າໄດ້ ແລະເຕັມປ່ຽມດ້ວຍສະຫງ່າລາສີ ແລ້ວຈິດວິນຍານຂອງທ່ານທັງຫລາຍຈຶ່ງໄດ້ຮັບຄວາມພົ້ນເປັນຜົນສຸດທ້າຍແຫ່ງຄວາມເຊື່ອ” (1 ເປໂຕ 1:8,9)


ເປໂຕເວົ້າກັບຄົນທີ່ບໍ່ເຄີຍເຫັນພຣະເຢຊູ, ພວກເຂົາບໍ່ເຄີຍເຫັນພຣະອົງຕອນທີ່ ພຣະອົງຢູ່ໃນໂລກ, ແມ່ນພວກເຂົາໄດ້ຮັບຄວາມລອດໂດຍພຣະອົງ, ຄົນອື່ນຫຼາຍຄົນໄດ້ ເຫັນພຣະເຢຊູຕອນທີ່ພຣະອົງຢູ່ໃນໂລກ, ແຕ່ພວກເຂົາບໍ່ໄດ້ຮັບຄວາມລອດ, ພວກເຮົາສາ ມາດເວົ້າໄດ້ຢ່າງແນ່ນອນໃນສິ່ງທີ່ສະເປີໂຈນເວົ້າວ່າ-“ການເຫັນບໍ່ແມ່ນການເຊື່ອ, ແຕ່ການ ເຊື່ອຄືການເຫັນ” ນັ້ນແມ່ນຊື່ເລື່ອງໜຶ່ງໃນຄໍາເທດສະໜາຂອງສະເປີໂຈນ, ມັນອີງຕາມຂໍ້ ພຣະຄໍາພີຂອງເຮົາ, ຂ້າພະເຈົ້າຈະຂໍເຮັດໃຫ້ບົດເທດຂອງສະເປີໂຈນງ່າຍຂຶ້ນເພື່ອທ່ານ.

I. ໜຶ່ງ ການເຫັນບໍ່ແມ່ນການເຊື່ອ.

ພວກທ່ານບໍ່ຈໍາເປັນຕ້ອງຮູ້ພຣະຄໍາພີຫຼາຍຈື່ງຈະຮູ້ຈັກເລື່ອງນັ້ນ, ທົ່ວຂ່າວປະເສີດ ທັງສີ່ເຫຼັ້ມມີຫຼາຍຄົນທີ່ເຫັນພຣະເຢຊູ, ພວກເຂົາເຫັນພຣະອົງແຕ່ບໍ່ເຊື່ອໃນພຣະອົງ, ຢູດາ ອິດສະຄາຣິໂອດຄືໜຶ່ງໃນສາວົກຂອງພຣະເຢຊູ, ແຕ່ຢູດາບໍ່ໄດ້ເຊື່ອໃນພຣະເຢຊູ, ຢູດາໄດ້ ຕິດຕາມພຣະເຢຊູໄປເປັນເວລາສາມປີ, ລາວຢູ່ກັບພຣະເຢຊູ, ລາວກິນເຂົ້າກັບພຣະເຢຊູ, ລາວໄດ້ໄລ່ຜີອອກໃນນາມຂອງພຣະເຢຊູ, ລາວເທດສະໜາກ່ຽວກັບພຣະເຢຊູ, ລາວຮູ້ຈັກ ພຣະເຢຊູຢ່າງໃກ້ຊິດແລະສະໜິດສະໜົມ, ພຣະເຢຊູເອີ້ນລາວວ່າເພື່ອນຂອງພຣະອົງ, ແຕ່ ຢູດາບໍ່ໄດ້ເຊື່ອໃນພຣະເຢຊູ, ນັ້ນແຫຼະຄືສາເຫດທີ່ລາວທໍລະຍົດພຣະເຢຊູຍ້ອນເງິນສາມສິບ ຫຼຽນ, ນັ້ນແຫຼະທີ່ວ່າເປັນຫຍັງລາວຈື່ງອອກໄປແຂນຄໍຕົນເອງແລະຕົກນາລົກ, ພວກສາວົກ ຄົນອື່ນໆກໍບໍ່ໄດ້ດີກວ່າ, ພວກເຂົາບໍ່ເຊື່ອໃນພຣະເຢຊູເຊັ່ນກັນ, ພຣະອົງບອກພວກເຂົາວ່າ ພຣະອົງຈະໄປເຢຣູຊາເລັມເພື່ອທຸກທໍໍລະມານແລະຕາຍ, “ຝ່າຍພວກສາວົກບໍ່ໄດ້ເຂົ້າໃຈ ໃນສິ່ງເຫຼົ່ານັ້ນເລີຍ...ທັງບໍ່ຮູ້ເນື້ອໃນຊື່ງພຣະອົງກ່າວນັ້ນ” (ລູກາ 18:34),ພວກເຂົາບໍ່ເຊື່ອ ໃນພຣະເຢຊູຈົນພຣະອົງລະບາຍລົມຫາຍໃຈເຂົ້າໃສ່ພວກເຂົາ (ໂຢຮັນ 20:22),ສາວົກໂທ ມັດບໍ່ເຊື່ອໃນພຣະເຢຊູແມ່ນແຕ່ຫຼັງຈາກນັ້ນ, ພວກເຂົາຢູ່ກັບພຣະເຢຊູເປັນເວລາສາມປີ,ແຕ່ ພວກເຂົາບໍ່ເຊື່ອໃນພຣະອົງ, ກະສັດເຮໂຣດກໍເຫັນພຣະອົງແຕ່ບໍ່ເຊື່ອໃນພຣະອົງ, ປີລາດກໍ ເຫັນພຣະອົງແຕ່ບໍ່ເຊື່ອໃນພຣະອົງ, ພວກຟາຣິສີເຫັນພຣະອົງຊົງເຮັດອັດສະຈັນຕ່າງໆແຕ່ ກໍບໍ່ເຊື່ອໃນພຣະອົງ, ພວກສະດູສີແລະພວກເຮໂຣດໄດ້ສົນທະນາກັບພຣະອົງແຕ່ບໍ່ເຊື່ອໃນ ພຣະອົງ, ຄົນກຸ່ມໃຫຍ່ກໍຖືກພຣະອົງລ້ຽງອາຫານ ແລະເຫັນພຣະອົງເຮັດການອັດສະຈັນ ຕ່າງໆ, ແຕ່ສ່ວນຫຼາຍກໍບໍ່ເຊື່ອໃນພຣະອົງເຊັ່ນກັນ, ຍາກຫຼາຍສໍາຄົນທີ່ເຫັນພຣະອົງໃນ ຕອນທີ່ພຣະອົງຢູ່ໃນໂລກແລ້ວເຊື່ອໃນພຣະອົງ! ຍາກຫຼາຍ! ນັ້ນແມ່ນຄວາມຈິງທີ່ເປັນຕາງຶດ! ເປັນຕາງຶດຫຼາຍທີ່ອັກຄະສາວົກໂຢຮັນຂຽນກ່ຽວກັບມັນ, ໂຢຮັນເວົ້າວ່າ “ພຣະອົງໄດ້ສະເດັດມາຫາພວກຂອງພຣະອົງ ແລະພວກຂອງພຣະອົງນັ້ນບໍ່ໄດ້ຕ້ອນຮັບພຣະອົງ”(ໂຢຮັນ 1:11)ມີພຽງຄົນຈໍານວນໜ້ອຍເທົ່ານັ້ນທີ່ເຫັນພຣະເຢຊູໃນໂລກ ເຊື່ອໃນພຣະອົງ.

ຈາກຄວາມຈິງຂໍ້ນີ້ພວກເຮົາຮູ້ວ່າ“ການເຫັນບໍ່ແມ່ນການເຊື່ອ” ແມ່ນພວກທ່ານທີ່ຢູ່ນີ້ໃນຄືນນີ້ຄິດວ່າທ່ານໜ້າຈະເຊື່ອໃນພຣະອົງຖ້າທ່ານຫາກເຫັນພຣະອົງ, ພວກທ່ານຈະຍອມ ຮັບມັນ,ແຕ່ມັນແມ່ນແທ້, ນັ້ນແຫຼະທີ່ວ່່າເປັນຫຍັງທ່ານຈື່ງຕ້ອງການທີ່ຈະ “ຮູ້ສຶກ”ບາງສິ່ງບາງຢ່າງເພື່ອພິສູດວ່າພຣະເຢຊູຊົງມີແທ້, ພວກທ່ານແນມຫາ “ຄວາມຮູ້ສຶກ” ຫຼືຊອກຫາຂໍ້ພຣະຄໍາພີພ້ອມກັບຄໍາສັນຍາ, ພວກທ່ານສາມາດເຂົ້າໃຈຄວາມຮູ້ສຶກໄດ້, ພວກທ່ານສາມາດເຫັນພຣະສັນຍາໄດ້,ແຕ່ພວກທ່ານບໍ່ສາມາດເຫັນພຣະເຢຊູໄດ້, ອັນນັ້ນແມ່ນຂໍ້ອ້າງຂອງທ່ານສໍາລັບການບໍ່ເຊື່ອໃນພຣະອົງ, ອັນນັ້ນແມ່ນຂໍ້ແກ້ຕົວຂອງທ່ານສໍາລັບການບໍ່ວາງ ໃຈໃນພຣະອົງ, ອັນນັ້ນແມ່ນຂໍ້ແກ້ຕົວຂອງທ່ານສໍາລັບການບໍ່ເຊື່ອໃນພຣະອົງ, ອັນນັ້ນແມ່ນຂໍ້ແກ້ຕົວຂອງທ່ານສໍາລັບການບໍ່ໄດ້ຮັບຄວາມລອດ, ແຕ່ຂ້າພະເຈົ້າຂໍເວົ້າຕໍ່ທ່່ານວ່າ “ການເຫັນບໍ່ແມ່ນການເຊື່ອ” ການຮູ້ສຶກບາງສິ່ງບາງຢ່າງບໍ່ແມ່ນການເຊື່ອ, ການເວົ້າຄໍາສັນຍາໃນພຣະຄໍາພີໄປມາບໍ່ແມ່ນການເຊື່ອ, ການເຫັນການອັດສະຈັນບໍ່ແມ່ນການເຊື່ອ, ຄົນບໍ່ເຊື່ອທັງໝົດທີ່ຂ້າພະເຈົ້າເວົ້າເຖິງຮູ້ຈັກຂໍ້ພຣະຄໍາພີ, ທຸກຄົນເຫັນພຣະເຢຊູ, ເກືອບທຸກຄົນເຫັນພຣະອົງເຮັດອັດສະຈັນຕ່າງໆ, ແຕ່ພວກເຂົາກໍຍັງບໍ່ເຊື່ອໃນພຣະອົງ, ພວກເຂົາສ່ວນຫຼາຍຕາຍ ແລະຕົກນາລົກເພາະພວກເຂົາບໍ່ເຄີຍເຊື່ອໃນພຣະອົງເລີຍ,ເຖິງແມ່ນວ່າພວກເຂົາເຫັນພຣະອົງຫຼາຍເທຶື່ອແລ້ວກໍຕາມ!

ຜູ້ທໍານວາຍເອຊາຢາໄດ້ເວົ້າເຖິງພຣະເຢຊູ,ເອຊາຢາໄດ້ກ່າວວ່າ “ພຣະອົງຖືກດູ ໝີ່ນ ແລະຖືກມະນຸດປະຕິເສດ” (ເອຊາຢາ 53:3)ໝາຍເຫດຂອງບານສ໌ໄດ້ເວົ້າວ່າ:

ພຣະອົງຖືກດູໝີ່ນ...ພຣະຜູ້ໄຖ່ຄືເປົ້າໝາຍຂອງການດູຖູກແລະເຍາະເຍີ້ຍໂດຍພວກຟາຣິສີ,ໂດຍພວກສະດູສີ ແລະໂດຍພວກໂຣມັນ, ໃນຊີວິດຂອງພຣະອົງຕອນຢູ່ໃນໂລກເປັນແບບນັ້ນ, ໃນຕອນຕາຍຂອງພຣະອົງກໍຍັງເປັນແບບນັ້ນ, ແລະນັບແຕ່ນັ້ນມາພຣະນາມແລະຕົວຕົນຂອງພຣະອົງກໍເປັນເປົ້າໝາຍຢ່າງກວ້າງຂວາງແຫ່ງການດູຖູກ.

ຖືກມະນຸດປະຕິເສດ... ວະລີເຕັມໄປດ້ວຍຄວາມໝາຍ ແລະໃນສາມຄໍາທີ່ກ່າວເຖິງປະຫວັດສາດທັງໝົດຂອງມະນຸດກ່ຽວກັບການວິທີປະຕິບັດຂອງ ພຣະຜູ້ໄຖ່, ຊື່ “ຖືກປະຕິເສດ(ໂດຍ)ມະນຸດ”ຈະສະແດງເຖິງຄວາມໂສກ ເສົ້າແລະປະຫວັດຄວາມເປັນທຸກທັງໝົດ, ປະຕິເສດໂດຍພວກຢິວ,ໂດຍພວກເສດຖີ, ຜູ້ຍິງໃຫຍ່ແລະຄົນຮຽນຮູ້, ໂດຍກຸ່ມຄົນທຸກລະດັບ ແລະອາຍຸ ແລະຊົນຊັ້ນ.

ຄໍາອະທິບາຍພັລພິດໄດ້ກ່າວວ່າ:

ພຣະອົງຖືກດູໝີ່ນ, ການດູຖູກຂອງມະນຸດໄດ້ສະແດງໃຫ້ເຫັນສ່ວນໜ້ອຍໃນການຕັ້ງໃຈຟັງຕໍ່ຄໍາສອນຂອງພຣະອົງ, ເປັນບາງສ່ວນຈາກການປະຕິ ບັດຂອງເຂົາເຈົ້າຕໍ່ພຣະອົງໃນຕອນກາງຄືນ ແລະກາງເວັນກ່ອນການຖືກຄຶງຂອງພຣະອົງ, ຖືກມະນຸດປະຕິເສດຫຼາຍກວ່າຖືກຖີ້ມໂດຍມະນຸດ...ພຣະເຈົ້າຂອງເຮົາບໍ່ໄດ້ມີເວລາຫຼາຍກວ່າ “ຝູງແກະນ້ອຍໆ” ແມ່ນແຕ່ພວກເຂົາເອງ “ກໍມີຫຼາຍຄົນກັບໄປແລະບໍ່ໄປກັບພຣະອົງອີກ” ບາງຄົນມາຫາພຣະອົງຕອນກາງຄືນເທົ່ານັ້ນ, “ພວກຜູ້ປົກຄອງ”ທັງໝົດ ແລະພວກຜູ້ ໃຫຍ່ໄດ້ຕີຕົວອອກຫ່າງຈາກພຣະອົງ, ຕອນສຸດທ້າຍແມ່ນແຕ່ພວກອັກຄະສາວົກ “ໄດ້ປະຖິ້ມພຣະອົງແລະໜີໄປ”

ເກືອບທຸກຄົນທີ່ເຫັນພຣະເຢຊູຕອນທີ່ພຣະອົງຢູ່ໃນໂລກດູໝີ່ນພຣະອົງ ແລະປະຕິເສດພຣະອົງ, ພວກທ່ານເຄີຍແຕກຕ່າງຈາກພວກເຂົາບໍ? ຖ້າພວກທ່ານຍັງບໍ່ລອດ,ພວກທ່ານກໍເປັນຄືກັບພວກເຂົາຢ່າງແນ່ນອນ! ພວກທ່ານດູໝີ່ນ ແລະປະຕິເສດພຣະອົງ, ພວກທ່ານລີ້ໜ້າຂອງຕົນຈາກພຣະອົງ, ທ່ານກໍເປັນຄືກັບພວກທີ່ປະຕິເສດພຣະເຢຊູຕອນທີ່ພວກເຂົາເຫັນ ພຣະອົງຢູ່ໃນໂລກ! ພວກເຂົາເຫັນພຣະອົງ, ພວກເຂົາໄດ້ຍິນສຽງຂອງພຣະອົງ, ແຕ່ພວກເຂົາບໍ່ໄດ້ເຊື່ອໃນພຣະອົງ, ການເຫັນບໍ່ແມ່ນການເຊື່ອ.

II. ສອງ ການເຊື່ອຄືການເຫັນ!

“ພຣະອົງຜູ້ທີ່ທ່ານທັງຫລາຍຍັງບໍ່ໄດ້ເຫັນ ແຕ່ທ່ານຍັງຮັກພຣະອົງຢູ່ ເຖິງວ່າຂະນະນີ້ທ່ານບໍ່ເຫັນພຣະອົງ ແຕ່ທ່ານຍັງເຊື່ອ ແລະຊື່ນຊົມດ້ວຍຄວາມປີຕິຍິນດີເຫລືອທີ່ຈະເວົ້າໄດ້ ແລະເຕັມປ່ຽມດ້ວຍສະຫງ່າລາສີ ແລ້ວຈິດວິນຍານຂອງທ່ານທັງຫລາຍຈຶ່ງໄດ້ຮັບຄວາມພົ້ນເປັນຜົນສຸດທ້າຍແຫ່ງຄວາມເຊື່ອ” (1 ເປໂຕ 1:8,9)

ຜູ້ຄົນທີ່ເປໂຕເວົ້າເຖິງໃນຂໍ້ພຣະຄໍາພີຂອງພວກເຮົາບໍ່ເຄີຍເຫັນພຣະເຢຊູຢູ່ໃນໂລກ,ແຕ່ພວກເຂົາວາງໃຈໃນພຣະອົງແລະລອດໂດຍພຣະອົງ, ເປັນຫຍັງພວກເຂົາຈື່ງເຊື່ອໃນ ພຣະເຢຊູເຖິງແມ່ນວ່າພວກເຂົາຈະບໍ່ເຄີຍເຫັນພຣະອົງ, ບໍ່ເຄີຍໄດ້ຍິນສຽງພຣະອົງ ແລະບໍ່ເຄີຍແຕະຕ້ອງພຣະອົງເລີຍກໍຕາມ? ນັກປະຕິຮູບຜູ້ຍິ່ງໃຫຍ່ຄາວິນມີຄໍາຕອບ, ຄາວິນໄດ້ກ່າວວ່າ “ບໍ່ມີມະນຸດຄົນໃດທີ່ມີຄວາມສາມາດ...ໂດຍຄວາມເຂົ້າໃຈຂອງຕົນເອງຈົນກວ່າ ພຣະເຈົ້າຈະແກ້ໄຂ(ລາວ) ແລະກໍ່ຮູບລາວເປັນຄົນໃໝ່ໂດຍພຣະວິນຍານຂອງພຣະອົງ”

ພຣະວິນຍານອົງດຽວກັນສາມາດມອບຄວາມເຊື່ອໃນພຣະເຢຊູໃຫ້ທ່ານດຽວນີ້ໄດ້,ຕອນນີ້-ເຖິງແມ່ນວ່າທ່ານຈະບໍ່ສາມາດເຫັນພຣະເຢຊູດ້ວຍຕາຂອງທ່ານໄດ້, ພຣະວິນຍານອົງດຽວກັນສາມາດນໍາທ່ານມາຕິດຕໍ່ກັບພຣະເຢຊູໄດ້, ດຽວນີ້-ເຖິງແມ່ນວ່າທ່ານບໍ່ສາມາດຮູ້ສຶກເຖິງການແຕະຕ້ອງຂອງເນື້ອໜັງຂອງພຣະອົງກໍຕາມ.

ປະເດັ່ນທໍາອິດຂອງການຕິດຕໍ່ກັບພຣະເຢຊູຄືຄວາມຮັກ, ຂໍ້ພຣະຄໍາພີຂອງເຮົາບອກວ່າ “ພຣະອົງຜູ້ທີ່ທ່ານທັງຫລາຍຍັງບໍ່ໄດ້ເຫັນ ແຕ່ທ່ານຍັງຮັກພຣະອົງຢູ່” “ເຖິງແມ່ນທ່ານບໍ່ເຄີຍເຫັນພຣະອົງ,ທ່ານກໍຮັກພຣະອົງ” ຄວາມຮັກຂອງພຣະເຢຊູມາເຖິງພວກເຮົາໃນຫຼາຍທາງ,ຕອນທີ່ຂ້າພະເຈົ້າເລີ່ມໄປໂບດພວກພີ່ນ້ອງຂອງຂ້າພະເຈົ້າກໍຫົວຂວັນໃສ່, ແລະ ພວກເຂົາກໍເຍາະເຍີ້ຍພຣະເຢຊູເຊັ່ນກັນ, ພວກເຂົາເວົ້າວ່າ “ເຈົ້າເຊື່ອໃນພຣະອົງໄດ້ແນວ ໃດ? ພຣະອົງໄດ້ເຮັດຫຍັງເພື່ອເຈົ້າແດ່?” ແຕ່ແຮງເຂົາຫົວຂວັນໃສ່ພຣະເຢຊູຫຼາຍເທົ່າໃດ ຂ້າພະເຈົ້າແຮງຮັກພຣະອົງຫຼາຍເທົ່ານັ້ນ,ມີພວກເດັກທີ່ບໍ່ດີຢູ່ໃນຄຣິສຕະຈັກຂອງຂ້າພະເຈົ້າ ເຊັ່ນກັນ, ພວກເຂົາເວົ້າຄໍາເປິະເປື້ອນຫຼີ້ນກັນກ່ຽວກັບແມ່ຂອງພຣະອົງວ່າບໍ່ແມ່ນພົມມະຈັນ, ພວກເຂົາເວົ້າວ່າພຣະອົງເປັນລູກທີ່ບໍ່ມີພໍ່, ພວກເຂົາຫົວຂວັນໃສ່ພຣະອົງ,ແຕ່ຍິ່ງພວກເຂົາຫົວຂວັນໃສ່ພຣະເຢຊູຫຼາຍເທົ່າໃດຂ້າພະເຈົ້າແຮງຮັກພຣະອົງຫຼາຍຂຶ້ນ.

ເມື່ອຂ້າພະເຈົ້າຄິດເຖິງພຣະເຢຊູໃນຊ່ວງເທດສະການອິດສະເຕີຂ້າພະເຈົ້າກໍຮັກ ພຣະອົງຫຼາຍຂຶ້ນ,ຂ້າພະເຈົ້າຮັກພຣະອົງເພາະຄວາມທຸກທໍລະມານເທິງໄມ້ກາງແຂນ, ຂ້າ ພະເຈົ້າຊັງຄວາມຄິດຂອງການຕອກຕະປູທີ່ມີເລືອດໄຫຼທົ່ວມື ແລະຕີນຂອງພຣະອົງ,ຂ້າພະ ເຈົ້າບໍ່ຮູ້ວ່າເປັນຫຍັງພວກເຂົາຈື່ງເຮັດແບບນັ້ນຕໍ່ພຣະອົງ, ແຕ່ຂ້າພະເຈົ້າກໍຮູ້ສຶກສົງສານ ແລະເສຍໃຈຕໍ່ພຣະອົງ.

ຂ້າພະເຈົ້າເປັນເດັກນ້ອຍທີ່ໂດດດ່ຽວ, ຂ້າພະເຈົ້າບໍ່ມີພໍ່ແມ່ຢູ່ນໍາທີ່ຈະເຮັດໃຫ້ຕົນເອງປອດໄພ ແລະມີິຄວາມສຸກ, ແລະຂ້າພະເຈົ້າຄິດເຖິງເລື່ອງພຣະເຢຊູຢູ່ຜູ້ດຽວ-ໂດຍບໍ່ມີໝູ່ເພື່ອປອບໃຈພຣະອົງ-ແລະຂ້າພະເຈົ້າກໍຮັກພຣະອົງ, ຂ້າພະເຈົ້າຄິດວ່າ “ເຖິງແມ່ນວ່າບໍ່ມີຜູ້ໃດຮັກພຣະອົງພຣະເຢຊູ,ຂ້ານ້ອຍກໍຈະຮັກພຣະອົງ” ແລະມັນຄືຄວາມຮັກຂອງພຣະອົງທີ່ມີິຕໍ່ຂ້ານ້ອຍທີ່ເອົາຊະນະຈິດໃຈຂ້ານ້ອຍ, ວັນທີ່ຂ້າພະເຈົ້າໄດ້ຮັບຄວາມລອດພວກເຂົາພາກັນຮ້ອງເພງຂອງຊາລສ໌ເວສລີ, ແຕ່ລະວັກຈົບດ້ວຍປະໂຫຍກທີ່ແຕະຕ້ອງໃຈຂອງຂ້າພະເຈົ້າ, “ຄວາມຮັກປະຫຼາດ, ເປັນໄປໄດ້ແນວໃດທີ່ພຣະອົງພຣະເຈົ້າຂອງຂ້າຊົງຕາຍເພື່ອຂ້າ” “ຄວາມຮັກປະຫຼາດເປັນໄປໄດ້ແນວໃດທີ່ພຣະເຈົ້າຂອງຂ້າຊົງຕາຍເພື່ອຂ້າ”

ພຣະເຢຊູຊົງເປັນພຣະເຈົ້າໃນເນື້ອໜັງມະນຸດ, ພວກເຂົາຄຶງພຣະເຈົ້າຂອງຂ້າພະ ເຈົ້າໃສ່ໄມ້ກາງແຂນຫຍາບໆ “ຄວາມຮັກປະຫຼາດ” ມັນຕໍາໃຈຂອງຂ້າພະເຈົ້າ, ຂ້າພະເຈົ້າໄດ້ວາງໃຈໃນພຣະອົງ, ຂ້າພະເຈົ້າໄດ້ມາຕິດຕໍ່ກັບພຣະອົງຜ່ານທາງຄວາມຮັກຂອງພຣະອົງທີ່ມີຕໍ່ຂ້າພະເຈົ້າ-ແລະຜ່ານທາງຄວາມຮັກຂອງຂ້າຕໍ່ພຣະອົງ.

ຂ້າພະເຈົ້າບໍ່ຄິດວ່າຈະມີຜູ້ໃດຢູ່ນີ້ເອີ້ນຈອນເຄແກນວ່າຄົນບໍ່ກ້າ, ພວກທ່ານນັບຖືຈອນເພາະບຸກຄະລິກທີ່ເຂັ້ມແຂງຂອງລາວ, ຈອນຕໍ່ຕ້ານພຣະຄຣິດດ້ວຍເສັ້ນໃຍແຫ່ງຕົວຕົນຂອງລາວ, ບໍ່ມີຫຍັງທີ່ຂ້າພະເຈົ້າເວົ້າຕໍ່ພຣະອົງໃນຫ້ອງສາລະພາບຈະສັ່ນໄຫວລາວ,ລາວເວົ້າວ່າ “ຄວາມຄິດທີ່ຂ້ອຍຈະຕ້ອງຍອມຕໍ່ພຣະເຢຊູເຮັດໃຫ້ຂ້ອຍເຈັບປວດຫຼາຍເພາະມັນເບິ່ງຄືວ່າຂ້ອຍຄືຈະບໍ່ເຮັດຕະຫຼອດໄປ, ພຣະເຢຊູຊົງມອບຊີວິດໃຫ້ຂ້ອຍ, ພຣະເຢຊູຊົງອອກໄປເພື່ອຖືກຄຶງແທນຂ້ອຍຕອນທີ່ຂ້ອຍເປັນສັດຕູຂອງພຣະອົງ ແລະຂ້ອຍຈະບໍ່ຍອມຕໍ່ພຣະອົງ, ຄວາມຄິດໄດ້ທຸບຂ້ອຍ, ຂ້ອຍບໍ່ສາມາດຍຶດຕົວເອງອີກຕໍ່ໄປ, ຂ້ອຍຕ້ອງມີພຣະເຢຊູ, ໃນວິນາທີນັ້ນຂ້ອຍໄດ້ຍອມຕໍ່ພຣະອົງ ແລະມາຫາພຣະອົງໂດຍຄວາມເຊື່ອ...ຂ້າພະ ເຈົ້າບໍ່ໄດ້ຕ້ອງການຄວາມຮູ້ສຶກອີກ, ຂ້ອຍມີພຣະຄຣິດແລ້ວ...ພຣະເຢຊູຈະຕ້ອງມີຄວາມຮັກຕໍ່ຂ້ອຍຫຼາຍທີ່ຈະຍົກໂທດໃຫ້ຄົນບາບທີ່ບໍ່ຄູ່ຄວນທີ່ສຸດ, ພຣະຄຣິດຊົງມອບຊີວິດຂອງພຣະອົງໃຫ້ຂ້ອຍ ແລະເພາະເຫດນີ້ຂ້ອຍຈື່ງມອບທຸກສິ່ງແກ່ພຣະອົງ...ພຣະເຢຊູຊົງເອົາຄວາມກຽດຊັງ ແລະຄວາມຢາກຮ້າຍຂອງຂ້ອຍໄປ ແລ້ວມອບຄວາມຮັກໃຫ້ຂ້ອຍແທນ”

ສະເປີໂຈນຜູ້ຍິ່ງໃຫຍ່ບໍ່ເຄີຍພົບຈອນເຄແກນ,ແຕ່ລາວໄດ້ຂຽນຄືກັບລາວຮູ້ຈັກຈອນ, ສະເປີໂຈນໄດ້ກ່າວວ່າ “ຫຼັງຈາກທີ່ທຸກຢ່າງເບິ່ງບໍ່ເຫັນ-ນັ້ນຕ້ອງຢູ່ພາຍນອກຕະຫຼອດ-ມັນຄືການຄິດກ່ຽວກັບພຣະເຢຊູ,ຄວາມເຂົ້າໃຈ,ການໄດ້ຮັບຜົນກະທົບຈາກສິ່ງນີ້ຊື່ງເປັນຈຸດຕິດຕໍ່ທີ່ແທ້ຈິງ, ດັ່ງນັ້ນຄວາມຮັກຕໍ່ພຣະຄຣິດໄດ້ກາຍເປັນຄວາມໝາຍແຫ່ງການເປັນໜຶ່ງທີ່ແທ້ຈິງ, ເປັນເຄື່ອງຜູກມັດທີ່ແຂງແກ່ນກວ່າຫຼາຍກວ່າທີ່ຈະເປັນການສໍາພັດ...ຄວາມຮັກເຮັດໃຫ້ພຣະຜູ້ຊ່ວຍເປັນຈິງຕໍ່ໃຈ...ສະນັ້ນການຕິດຕໍ່ກັນຊື່ງຄວາມຮັກເຮັດລະຫວ່າງ ພຣະຄຣິດກັບຈິດໃຈຂອງທ່ານຊົງເປັນຈິງຫຼາຍກວ່າສິ່ງໃດໆທີ່ທ່ານສາມາດສໍາພັດຫຼືຮູ້ສຶກໄດ້” “ເຖິງແມ່ນທ່ານຍັງບໍ່ເຄີຍເຫັນພຣະອົງ,ທ່ານຍັງຮັກພຣະອົງ”

ແຕ່ຂໍ້ພຣະຄໍາພີໄດ້ໃຫ້ປະເດັ່ນອື່ນແກ່ເຮົາເຖິງເລື່ອງການຕິດຕໍ່ກັນກັບພຣະເຢຊູ-“ພຣະອົງຜູ້ທ່ານຍັງບໍ່ໄດ້ເຫັນແຕ່ທ່ານຍັງເຊື່ອຢູ່” “ແຕ່ທ່ານຍັງເຊື່ອໃນພຣະອົງຢູ່”ອີກເທື່ອໜື່ງຢູ່ນີ້ພວກເຮົາໄດ້ຖືກເຕືອນສະຕິເຖິງຄວາມຈິງທີ່ວ່າທ່ານສາມາດເຊື່ອໃນພຣະເຢຊູໂດຍປາສະຈາກການເຫັນ,“ເຖິງແມ່ນທ່ານບໍ່ໄດ້ເຫັນພຣະອົງ,ແຕ່ທ່ານຍັງເຊື່ອດ້ວຍຄວາມຊົມຊື່ນ ຍິນດີ...”ແມ່ນການເຊື່ອ! ການເຊື່ອ! ຜູ້ຄົນທີ່ເປໂຕໄດ້ຂຽນເຖິງບໍ່ເຄີຍຮູ້ຈັກພຣະເຢຊູ, ພວກເຂົາບໍ່ເຄີຍຮູ້ສຶກເຖິງພຣະເຢຊູ, ພວກເຂົາຍັງບໍ່ເຄີຍໄດ້ຍິນສຽງຂອງພຣະອົງ, ແຕ່ພວກເຂົາຮູ້ຈັກພຣະອົງ! “ເຖິງແມ່ນທ່ານບໍ່ໄດ້ເຫັນພຣະອົງ,ແຕ່ທ່ານຍັງເຊື່ອດ້ວຍຄວາມຊົມຊື່ນຍິນດີ” “ເຖິງແມ່ນທ່ານບໍ່ໄດ້ເຫັນພຣະອົງ,ທ່ານກໍເຊື່ອໃນພຣະອົງ”

ເຮເລນເຄວເລີເກີດມາຕາບອດແລະຫູໜວກໝົດ, ຜູ້ຍິງຄົນໜຶ່ງຊື່ແອນຊູລີແວນໄດ້ສອນເຮເລນເຄວເລີເຖິງວິທີເວົ້າ, ມັນຄືເລື່ອງລາວທີ່ອັດສະຈັນ, ຕອນທີ່ຂ້າພະເຈົ້າຍັງ ນ້ອຍໆຂ້າພະເຈົ້າໄດ້ຍິນເຮເລນເຄວເລີເວົ້າທາງວິທະຍຸ, ເຖິງແມ່ນວ່ານາງຈະຕາບອດໝົດ ແລະຫູໜວກຕັ້ງແຕ່ເກີດ,ເຮເລນເຄວເລີກໍເຊື່ອໃນພຣະເຢຊູ! ພວກທ່ານເຊັ່ນກັນສາມາດເຊື່ອໃນພຣະເຢຊູໄດ້-ເຖິງແມ່ນວ່າທ່ານຈະບໍ່ເຫັນພຣະອົງຫຼືໄດ້ຍິນສຽງພຣະອົງກໍຕາມ.

ການເຊື່ອໃນພຣະເຢຊູໄດ້ນໍາທ່ານເຂົ້າສູ່ການຕິດຕໍ່ກັບພຣະອົງ,ທັງຄວາມຮັກແລະຄວາມເຊື່ອແມ່ນຈຸດຂອງການຕິດຕໍ່ກັບພຣະເຢຊູ, ຄວາມຮັກແລະຄວາມເຊື່ອເຮັດໃຫ້ເຮົາເປັນໜຶ່ງດຽວກັນກັບພຣະຜູ້ຊ່ວຍ “ພຣະອົງຜູ້ທີ່ທ່ານຍັງບໍ່ເຫັນແຕ່ກໍຮັກພຣະອົງ,ພຣະອົງເຖິງແມ່ນວ່າດຽວນີ້ທ່ານຍັງບໍ່ເຫັນພຣະອົງແຕ່ທ່ານກໍເຊື່ອດ້ວຍຄວາມຊົມຊື່ນຍິນດີ” “ເຖິງແມ່ນທ່ານບໍ່ໄດ້ເຫັນພຣະອົງ,ແຕ່ທ່ານຍັງເຊື່ອດ້ວຍຄວາມຊົມຊື່ນຍິນດີ”

ຈົ່ງຟັງເອມີຊາບາລາກາ,ນັກເປຍໂນຂອງຄຣິສຕະຈັກເຮົາ,ນາງເປັນຜູ້ຍິງທີ່ສະຫຼາດ, ພວກທ່ານສາມາດໄວ້ໃຈໃນສິ່ງທີ່ນາງເວົ້າໄດ້.

     ຂ້ອຍຈະບໍ່ວາງໃຈພຣະຄຣິດ, “ພຣະເຢຊູ”ເປັນພຽງແຕ່ຄໍາເວົ້າໜື່ງ,ຫຼັກຄໍາສອນໜຶ່ງ ຫຼືບາງຄົນທີ່ຂ້ອຍຮູ້ວ່າມີຕົວຕົນແຕ່ເບິ່ງຄືໄກແທ້, ແທນທີ່ຈະພະຍາຍາມຕໍ່ສູ້ເພື່ອພຣະຄຣິດ ຂ້ອຍພັດກໍາລັງສະແຫວງຫາຄວາມຮູ້ສຶກຫຼືປະສົບການປະເພດໃດໜຶ່ງຢູ່.
     ໃນຕອນເດິກຄືນຫນຶ່ງທັນໃດນັ້ນຂ້ອຍກໍເຂົ້າໃຈວ່າພຣະເຢຊູໄດ້ຕາຍເພື່ອຂ້ອຍ, ຄືນນັ້ນຂ້ອຍ(ຄິດເຖິງ)ພຣະອົງໃນສວນເກັດເສມານີ,ຮ້ອງຄໍ່າຄວນ ແລະເຫື່ອໄຫລພາຍໃຕ້ນໍ້າໜັກແຫ່ງຄວາມບາບຂອງຂ້ອຍ,ຂ້ອຍເຫັນ(ໃນຄວາມຄິດຂອງຂ້ອຍ)ພຣະຄຣິດຜູ້ຖືກຄຶງ, ຂ້ອຍ(ຄິດເຖິງ)ການຫຼັ່ງເລືອດເສຍສະຫຼະຂອງພຣະອົງ ແລະທີ່ພຣະອົງຊົງຖືກແທງໂດຍກາານປະຕິເສດພຣະອົງ, ແຕ່ຂ້ອຍຍັງບໍ່ວາງໃຈໃນພຣະອົງ, ຂ້ອຍຍັງຄົງເກາະຕິດຕໍ່ຄວາມຕ້ອງການຄວາມຮູ້ສຶກເລື່ອງຄວາມໝັ້ນຄົງຂອງຂ້ອຍຢູ່.
     ດຣ.ໄຮເມີເລີ່ມເທດສະໜາຈາກບົດເພງຂອງຊາໂລມອນໃນເລື່ອງຄວາມຮັກຂອງພຣະຄຣິດ, ໃນຂະນະທີ່ຂ້ອຍຟັງ,ພຣະຄຣິດໄດ້ກາຍມາໜ້າຮັກຫຼາຍຂື້ນ, ຂ້ອຍເລີ່ມທີ່ຈະສົງສານພຣະອົງ, ຂ້ອຍໄດ້ຍິນຂໍ້ພຣະຄໍາພີເວົ້າວ່າ “ທີ່ຮັກຂອງຂ້ອຍເອີຍ ເຈົ້າຈົ່ງລຸກຂຶ້ນເຖີດຄົນງາມຂອງຂ້ອຍເອີຍ ຈົ່ງມາເຖີດ” (ເພງຊາໂລມອນ 2:10) ຂ້ອຍຮູ້ສຶກວ່າພຣະຄຣິດກໍາລັງເວົ້າກັບຂ້ອຍ,ເອີ້ນຂ້ອຍໃຫ້ມາຫາພຣະອົງເອງ.
     ຂ້ອຍຮູ້ວ່າປະສົບການທັງໝົດທີ່ຂ້ອຍໄດ້ພົບເຈີ, ຄວາມເຈັບປວດ,ຄວາມສິ້ນຫວັງຂອງຊີວິດ,ຄວາມຫວ່າງເປົ່າຂອງໂລກທີ່ເຢັນຊ່າ,ຄວາມໜັກຂອງບາບທັງໝົດເປັນເພາະພຣະເຈົ້າຊົງຮັກຂ້ອຍ ແລະດຶງຂ້ອຍມາເພື່ອໃຫ້ເຫັນເຖິງຄວາມຈໍາເປັນຕ້ອງການພຣະເຢຊູຂອງຂ້ອຍ.
     ຂ້ອຍຈື່ງໄປ(ພົບດຣ.ໄຮເມີ ຫຼັງຈາກເທດສະໜາແລ້ວ)ກໍາແພງແຫ່ງຄວາມບາບເບິ່ງຄືວ່າສູງຂື້ນຕໍ່ໜ້າຂ້ອຍ - ຄວາມຊົ່ວຂອງໃຈຂອງຂ້ອຍ,ຄວາມຄິດຊົ່ວຂອງຈິດໃຈຂອງຂ້ອຍ ແລະການປະຕິເສດພຣະເຢຊູທີ່ບໍ່ຈົບສິ້ນຂອງຂ້ອຍ, ຂ້ອຍບໍ່ສາມາດອູ້ມມັນອີກຕໍ່ໄປໄດ້, ຂ້ອຍຈະຕ້ອງມີພຣະເຢຊູ.ຂ້ອຍຈະຕ້ອງມີພຣະໂລຫິດຂອງພຣະອົງ, ຂ້ອຍຈື່ງຄຸເຂົ່າລົງ...ແທນການຫັນກັບຈາກພຣະເຢຊູ,ຄວາມຢ້ານຂອງການກັບໃຈທີ່ຜິດອັນອື່ນ ຫຼືການເຮັດຄວາມຜິດພາດ ຫຼືການແນມເບິ່ງຕົວເອງ,ການກວດສອບຄວາມຮູ້ສຶກ ຫຼືການງົມຫາໄປມາໃນຄວາມມືດຄືກັບທີ່ຂ້ອຍເຄີຍເຮັດໃນເມື່ອກ່ອນ, ຂ້ອຍໄດ້ສະແຫວງຫາພຣະຄຣິດໂດຍຄວາມເຊື່ອ... ພຣະອົງໄດ້ຊົງລ້າງຄວາມບາບຂອງຂ້ອຍໃນພຣະໂລຫິດອັນປະເສີດຂອງພຣະອົງ, ພຣະອົງຊົງເອົາພາລະໜັກແຫ່ງຄວາມບາບຂອງຂ້ອຍອອກໄປ! ພຣະອົງຊົງອະໄພ ແລະຍົກໂທດບາບທັງໝົດຂອງຂ້ອຍ.
     ພຣະອົງຊົງເປັນວິລະບຸລຸດ,ພຣະຜູ້ຊ່ວຍໃຫ້ລອດ ແລະພຣະເຈົ້າຂອງ ຂ້ອຍ! ຫຼາຍເທື່ອຕັ້ງແຕ່ນັ້ນມາຂ້ອຍໄດ້ໄປຫາພຣະເຢຊູເພື່ອຂໍໃຫ້ຊ່ວຍ,ຂໍກໍາລັງແລະການປົກປ້ອງ, ໃນຂະນະທີ່ເພງດໍາເນີນໄປ “ພຣະເມດຕາໄດ້ຂຽນຊີວິດຂອງຂ້າຄືນໃໝ່/ ພຣະເມດຕາໄດ້ຂຽນຊີວິດຂອງຂ້າຄືນໃໝ່/ ຂ້າຫຼົງໃນບາບ/ແຕ່ພຣະເຢຊູຊົງຂຽນຊີວິດໃໝ່ໃຫ້ຂ້າ” ດຽວນີ້ຂ້ອຍດີໃຈຫຼາຍເມື່ອບຸກຄົນໜຶ່ງໄດ້ຮັບຄວາມລອດໂດຍພຣະເຢຊູ, ຂ້ອຍບໍ່ສາມາດສະແດງອອກໄດ້ຢ່າງເຕັມທີ່ເຖິງຄວາມພໍໃຈ ແລະສັນຕິສຸກທີ່ມາຈາກການຍົກໂທດບາບ...ຂ້ອຍຫວັງວ່າທຸກຄົນທີ່ມີບັນຫາຄືກັບຂ້ອຍຈະສາມາດປະສົບກັບການຍົກໂທດຈາກພຣະເຢຊູໄດ້! ຂ່າວປະເສີດຊື່ງເມື່ອກ່ອນມືດຫຼາຍແລະ ບໍ່ມີຊີວິດຕອນນີ້ມີຄວາມຕື່ນເຕັ້ນ ແລະໃຈຂອງຂ້ອຍໂພງຂື້ນດ້ວຍຄວາມດີໃຈແລະຮູ້ສຶກຂອບຄຸນເມື່ອຂ້ອຍໄດ້ຍິນຄໍາເທດສະໜາກ່ຽວກັບພຣະເຢຊູ, ຂອບຄຸນພຣະເຈົ້າທີ່ຊັກນໍາຂ້ອຍມາຫາພຣະບຸດຂອງພຣະອົງຄືພຣະເຢຊູ, ຂ້ອຍສາມາດເວົ້າກັບອັກຄະສາວົກເປົາໂລວ່າ “ຈົ່ງຂອບພຣະຄຸນພຣະເຈົ້າ ເພາະຂອງປະທານຊື່ງພຣະອົງຊົງປະທານນັ້ນທີ່ເຫຼືອຈະພັນລະນາໄດ້” (2 ໂກລິນໂທ 9:15)

ເພື່ອນທີ່ຮັກທັງຫຼາຍ,ຂ້າພະເຈົ້າເອງບໍ່ເຄີຍຮູ້ຈັກຄວາມໝາຍແທ້ຂອງຄໍາວ່າ“ຄວາມ ຍິນດີ”ຈົນໄດ້ມາຮູ້ຈັກພຣະຄຣິດ, ຂ້າພະເຈົ້າເຄີຍຜ່ານການທົດສອບ ແລະຄວາມຍາກລໍາບາກຫຼາຍຢ່າງ, ຂ້າພະເຈົ້າເຄີຍຜິດຫວັງກັບຜູ້ຄົນທີ່ຕົນເອງໄວ້ໃຈ, ຂ້າພະເຈົ້າເຄີຍໂດດ ດ່ຽວ ແລະເຄີຍປະສົບກັບຄວາມທຸກໃຫຍ່, ຂ້າພະເຈົ້າເຄີຍຍ່າງເປັນເວລາຫຼາຍຊົ່ວໂມງໃນຕອນກາງຄືນ,ທຸກຄືນ, ຂ້າພະເຈົ້າເຄີຍຮູ້ສຶກ “ນຸ່ມນວນແລະເສົ້າຢ່າງຮຸນແຮງ”ຂອງການຢູ່ໂດດດ່ຽວໂດຍບໍ່ມີໝູ່, ຂ້າພະເຈົ້າລື້ງເຄີຍກັບຕອນກາງຄືນ, ແຕ່ຫຼາຍເທື່ອທີ່ພຣະເຢຊູຊົງ ນໍາຂ້າພະເຈົ້າສູ່ຊ່ວງເວລາແຫ່ງຄວາມໂສກເສົ້ານີ້, ແມ່ນແຕ່ເມື່ອຂ້າພະເຈົ້າຮູ້ສຶກວ່າບໍ່ມີໃຜ ຍອມຮັບຕົນເອງແຕ່ພຣະເຢຊູຊົງຕ້ອນຮັບສະເໝີ “ເຖິງແມ່ນໂດຍຄວາມເຊື່ອຂ້າພະເຈົ້າຈະເຫັນຄື້ນ/ ຄວາມເຈັບຂອງພຣະອົງກໍໄດ້ຕຽມໄວ້/ຄວາມຮັກແຫ່ງການໄຖ່ກາຍເປັນພື້ນຫຼັງຂອງຂ້າ/ ແລະຈະເປັນຈົນຂ້າຕາຍ/ ແລະຈະເປັນຈົນຂ້າຕາຍ/ ແລະຈະເປັນຈົນຂ້າຕາຍ/ ຄວາມຮັກແຫ່ງການໄຖ່ກາຍເປັນພື້ນຫຼັງຂອງຂ້າ/ ແລະຈະເປັນຈົນຂ້າຕາຍ” ຖ້າທ່ານຍັງບໍ່ເຊື່ອຈົ່ງຟັງບົດເພງທີ່ໜ້າຮັກນີ້ໃຫ້ດີໆ.

ຂ້າລອງຫຼາຍຫົນທາງທີ່ໄຮ້ປະໂຫຍດ
ຄວາມຢ້ານຖືກປາບ,ຄວາມຫວັງຖືກສ້າງ
ແຕ່ສິ່ງທີ່ຂ້າຕ້ອງການ,ພຣະຄໍາພີກ່າວວ່າ
ມີພຽງພຣະເຢຊູເທົ່ານັ້ນ

ວິນຍານຂ້າຄືຄວາມມືດ,ໃຈຂອງຂ້າເປັນເຫຼັກ
ຂ້າເບິ່ງບໍ່ເຫັນ, ຂ້າບໍ່ສາມາດຮູ້ສຶກໄດ້
ເພື່ອແສງສະຫວ່າງ,ຊີວິດ ຂ້າຕ້ອງອ້ອນວອນ
ໃນຄວາມເຊື່ອທໍາມະດາຕໍ່ພຣະເຢຊູ

ພຣະອົງຊົງຕາຍ,ຊົງຢູ່,ຄອບຄອງ,ພຣະອົງແກ້ຕ່າງ
ຊົງມີຄວາມຮັກໃນທຸກຄໍາເວົ້າແລະການກະທໍາ
ທຸກສິ່ງທີ່ຄົນບາບຜູ້ຊົ່ວຮ້າຍຕ້ອງການ
ມີຢູ່ໃນພຣະເຢຊູຕະຫຼອດໄປ
   (“In Jesus” by James Procter, 1913).

ພວກທ່ານອາດຈະເວົ້າວ່າ “ຂ້ອຍບໍ່ຖືກໂນ້ມນ້າວ, ເຈົ້າເວົ້າເລື່ອງຄວາມຮັກແລະຄວາມເຊື່ອ” ພວກທ່ານເວົ້າວ່າ “ຂ້ອຍບໍ່ໄດ້ມີຄວາມຮັກສໍາລັບພຣະຄຣິດ” “ຂ້ອຍບໍ່ເຊື່ອໃນພຣະອົງ ການໂຕ້ຖຽງຂອງທ່ານບໍ່ໄດ້ໂນ້ມນ້າວໃຈຂ້ອຍເລີຍ” ແລ້ວຂ້າພະເຈົ້າຂໍເຕືອນພວກທ່ານວ່າ, ວັນໜຶ່ງຈະມາເຖິງເມື່ອພວກທ່ານຈະບໍ່ໄດ້ຍິນຄໍາຫວານໆແຫ່ງຄວາມຮັກແລະຄວາມເຊື່ອ, ຫູຂອງທ່ານຈະເຢັນຊ່າແລະຕາຍ, ຈະບໍ່ມີຄໍາເວົ້າແຫ່ງສັນຕິສຸກ ແລະການໃຫ້ອະໄພສໍາລັບທ່ານອີກຕໍ່ໄປ, ທຸກສິ່ງຈະຖືກກືນເຂົ້າໄປໃນຄວາມມືດຕະຫຼອດໄປຂອງນາລົກ.

ຈົ່ງຟັງຂ້າພະເຈົ້າດຽວນີ້! ກ່ອນທີ່ພຣະເຈົ້າຈະເວົ້າກັບທ່ານໃນພຣະພິໂລດ ແລະໃນການພິພາກສາ, ແລະພຣະເຈົ້າຈະກ່າວກັບທ່ານວ່າ “ເຮົາໄດ້ເອີ້ນ ແລະເຈົ້າໄດ້ປະຕິເສດ”

ສິ່ງທີ່ຂ້າພະເຈົ້າສາມາດເວົ້າກັບພວກທ່ານໄດ້ກໍຄື ທ່ານຈະວາງໃຈໃນພຣະຄຣິດບໍ? ທ່ານຈະວາງໃຈດຽວນີ້ບໍ? ຄືນນີ້ບໍ? ຂ້າພະເຈົ້າບໍ່ສາມາດເຮັດຫຍັງໄດ້ອີກ, ບໍ່ສາມາດເຮັດໃຫ້ທ່ານວາງໃຈໃນພຣະເຢຊູໄດ້, ຂ້າພະເຈົ້າຈະຕ້ອງປ່ອຍມັນກັບພຣະເຈົ້າ, ໂດຍລິດອໍານາດຂອງພຣະອົງ,ພຣະເຈົ້າໄດ້ຊົງເປີດໃຈຫຼາຍຄົນໃຫ້ວາງໃຈໃນພຣະເຢຊູ, ພວກທ່ານກໍາລັງນັ່ງຢູ່ທ່າມກາງຫຼາຍຄົນທີ່ພຣະເຈົ້າໄດ້ຊັກນໍາໃຫ້ມາຫາພຣະເຢຊູ, ພຣະເຈົ້າຊົງເລືອກທີ່ຈະຊັກນໍາພວກເຂົາເຂົ້າຫາພຣະເຢຊູ, ຖ້າພຣະອົງບໍ່ຊັກນໍາທ່ານ, ກໍບໍ່ມີອັນໃດທີ່ຂ້າພະເຈົ້າເຮັດໄດ້, ຖ້າພຣະເຈົ້າບໍ່ໄດ້ເລືອກທ່ານເພື່ອຮັບເອົາຄວາມລອດ,ຂ້າພະເຈົ້າກໍບໍ່ສາມາດເຮັດຫຍັງໄດ້ຫຼາຍກວ່ານີ້ອີກ, ຖ້າພວກທ່ານບໍ່ແມ່ນໜຶ່ງໃນຜູ້ທີ່ຖືກເລືອກຂ້າພະເຈົ້າກໍບໍ່ສາມາດເຮັດຫຍັງໄດ້.

ແຕ່ຖ້າພຣະເຈົ້າຫາກກ່າວຕໍ່ໃຈຂອງທ່ານໃນຄືນນີ້ໃຫ້ຕ້ອນຮັບພຣະຄຣິດ,ຈົ່ງຮັບເອົາ ພຣະອົງດຽວນີ້, ສິ່ງທີ່ພວກທ່ານຕ້ອງການທັງໝົດຄືພຣະເຢຊູ, ຈົ່ງມາແລະວາງໃຈໃນພຣະອົງ, ທຸກສິ່ງທີ່ຂ້າພະເຈົ້າເວົ້າຈະບໍ່ມີຄວາມໝາຍຕໍ່ທ່ານເລີຍນອກຈາກວ່າພຣະວິນຍານຂອງ ພຣະເຈົ້າຈະປະຍຸກໃຊ້ມັນໃນໃຈຂອງພວກທ່ານ, ພວກເຮົາຂໍອະທິຖານໃຫ້ພວກທ່ານວາງ ໃຈໃນພຣະເຢຊູດຽວນີ້ຄືກັບຜູ້ຄົນທີ່ເປໂຕເວົ້າໃນຫົວຂໍ້ພຣະຄໍາພີຂອງພວກເຮົາ, ພວກເຮົາຂໍອະທິຖານເພື່ອຂໍໃຫ້ພຣະເຈົ້າເຮັດໃນສິ່ງທີ່ພຣະອົງຊົງເຮັດກັບຈອນເຄແກນ, ເອມີຊາບາລາກາ ແລະຄົນອື່ນໆທີ່ຢູ່ອ້ອມຮອບທ່ານ, ຂໍພຣະເຈົ້າຊົງເລືອກຜູ້ທີ່ເລືອກສັນໃນທ່າມກາງພວກເຮົາໃນຄືນນີ້, ຂໍໃຫ້ທ່ານມາຫາພຣະເຢຊູ,ວາງໃຈໃນພຣະເຢຊູ ແລະລອດຕະຫຼອດໄປເປັນນິດໂດຍພຣະໂລຫິດແຫ່ງການໄຖ່ຂອງພຣະອົງ. ເອແມນ.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາໂດຍ ເບັນຈາມິນ ຄິນເຄດ ກຣິຟຟິດ:
“In Jesus” (by James Procter, 1913).
ໂຄງຮ່າງຄໍາເທດສະໜາເລື່ອງ

ໂຄງຮ່າງບົດເທດສະໜາ

ການເຫັນຫຼືການເຊື່ອ?

SEEING OR BELIEVING?

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ

“ພຣະອົງຜູ້ທີ່ທ່ານທັງຫລາຍຍັງບໍ່ໄດ້ເຫັນ ແຕ່ທ່ານຍັງຮັກພຣະອົງຢູ່ ເຖິງວ່າຂະນະນີ້ທ່ານບໍ່ເຫັນພຣະອົງ ແຕ່ທ່ານຍັງເຊື່ອ ແລະຊື່ນຊົມ ດ້ວຍຄວາມປີຕິຍິນດີເຫລືອທີ່ຈະເວົ້າໄດ້ ແລະເຕັມປ່ຽມດ້ວຍສະຫງ່າລາສີ ແລ້ວຈິດວິນຍານຂອງທ່ານທັງຫລາຍຈຶ່ງໄດ້ຮັບຄວາມພົ້ນເປັນຜົນສຸດທ້າຍແຫ່ງຄວາມເຊື່ອ”(1 ເປໂຕ 1:8,9)

I.    ໜຶ່ງ ການເຫັນບໍ່ແມ່ນການເຊື່ອ. ລູກາ 18:34; ໂຢຮັນ 20:22; 1:11; ເອຊາຢາ 53:3.

II.   ສອງ ການເຊື່ອຄືການເຫັນ! ເພງຊາໂລມອນ 2:10; 2 ໂກລິນ ໂທ 9:15