Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ໂດຍພຣະໂລຫິດຂອງພຣະອົງພວກເຮົາຈື່ງສະອາດ

BY HIS BLOOD WE ARE CLEANSED!
(Laotian)

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ວັນຂອງພຣະເຈົ້າຕອນແລງ 28/1/2018
A sermon preached at the Baptist Tabernacle of Los Angeles
Lord’s Day Evening, January 28, 2018

“ທ່ານໄດ້ຖືກມະນຸດດູໝີ່ນ ແລະປະຕິເສດ, ເປັນຄົົນແຫ່ງຄວາມໂສກເສົ້າແລະຄຸ້ນເຄີຍກັບຄວາມທຸກ ແລະພວກເຮົາໄດ້ລີ້ໜ້າຂອງເຮົາຈາກທ່ານ ທ່ານຖືກດູໝີ່ນ ແລະພວກເຮົາບໍ່ໄດ້ນັບຖືທ່ານ”(ເອຊາຢາ 53:3)

“ແຕ່ທ່ານຖືກບາດເຈັບເພາະຄວາມລະເມີດຂອງພວກເຮົາທັງຫຼາຍ, ທ່ານຟົກຊ້ຳເພາະຄວາມຊັ່ວຊ້າຂອງເຮົາ ແລະດ້ວຍແສ້ຂອງພຣະອົງ[ໂດຍຮອຍເຈັບຂອງພຣະອົງ]ພວກເຮົາຈື່ງຫາຍດີ”(ເອຊາຢາ 53:5)


ແລງວັນອາທິດແລ້ວນີ້ຂ້າພະເຈົ້າໄດ້ເທດສະໜາເລື່ອງຄວາມຈໍາເປັນສໍາລັບພຣະໂລຫິດຂອງພຣະຄຣິດ(“ດ້ວຍພຣະໂລຫິດຫຼືບໍ່ມີພຣະໂລຫິດ”), ມີຢູ່ສອງປະເດັ່ນຢູ່ໃນຄໍາເທດສະ ໜານັ້ນ,ປະການທີ່ໜຶ່ງຄືສິ່ງທີ່ຈະເກີດຂື້ນກັບທ່ານຖ້າບໍ່ມີພຣະໂລຫິດຂອງພຣະຄຣິດ, ສອງສິ່ງທີ່ຈະເກີດຂຶ້ນກັບທ່ານຖ້າທ່ານຫາກມີພຣະໂລຫິດຂອງພຣະຄຣິດ.

ຂ້າພະເຈົ້າໄດ້ເວົ້າເຖິງນາລົກແຕ່ສອງວັກສັ້ນໆເທົ່ານັ້ນໃນຕອນຕົ້ນຂອງປະການທີີ່ໜຶ່ງ, ຫຼັງຈາກນັ້ນຂ້າພະເຈົ້າກໍໄດ້ໃຊ້ເວລາທີ່ເຫຼືອໃນການເວົ້າເລື່ອງຄວາມບາບ,ຂ້າພະເຈົ້າ ໄດ້ເວົ້າວ່າຖ້າບໍ່ມີພຣະໂລຫິດຂອງພຣະເຢຊູ, “ກໍບໍ່ມີອິດສະລະຈາກຄວາມບາບຂອງທ່ານ, ບໍ່ມີການຊ່ວຍໃຫ້ພົ້ນຈາກບາບຂອງທ່ານ, ບໍ່ມີເສລີພາບຈາກບາບຂອງທ່ານ, ບໍ່ມີການອະ ໄພບາບຂອງທ່ານ”ຫຼັງຈາກນັ້ນຂ້້າພະເຈົ້າກໍໄປທີ່ປະເດັ່ນທີ່ສອງ “ແມ່ນຫຍັງຈະເກີດຂື້ນກັບ ທ່ານຖ້າທ່ານຫາກບໍ່ມີພຣະໂລຫິດຂອງພຣະເຢຊູ” ຂ້າພະເຈົ້າໄດ້ໃຊ້ສີ່ໜ້າເຈ້ຍປະກາດເຖິງ ລິດເດດອັນອັດສະຈັນຂອງພຣະໂລຫິດຂອງພຣະຄຣິດ“ເພື່ອລຶບລ້າງບາບຂອງທ່ານ” “ເພື່ອ ອະໄພບາບຂອງທ່ານ” “ເພື່ອຊ່ວຍໃຫ້ພົ້ນບາບຂອງທ່ານ” “ເພື່ອຕັ້ງທ່ານໃຫ້ມີເສລີພາບ ຈາກບາບຂອງທ່ານ” “ເພື່ອຍົກໂທດບາບຂອງທ່ານ” ແລະ“ເພື່ອພາທ່ານໄປສະຫວັນ”ຂ້າ ພະເຈົ້າໄດ້ເວົ້າວ່າຄົນທີ່ຢູ່ໃນສະຫວັນຈະຮ້ອງເພງວ່າພວກເຂົາຖືກ “ໄຖ່ໂດຍພຣະໂລຫິດ ຂອງພຣະຄຣິດ”ຂ້າພະເຈົ້າໄດ້ອ້າງຈາກເພງຂອງແຟນນີ້ຄຣອສບີທີ່ຊື່ວ່າ“ຊົງໄຖ່ໂດຍໂລຫິດ ຂອງພຣະເມສານ້ອຍ” ຂ້າພະເຈົ້າໄດ້ອ້າງຄໍາເວົ້າຂອງສະເປີໂຈນທີ່ວ່າ “ຂ່າວປະເສີດທີ່ບໍ່ມີພຣະໂລຫິດ...ຄືຂ່າວປະເສີດຂອງພະຍາມານ” ຂ້າພະເຈົ້າໄດ້ອ້າງເພງຂອງຊາລສ໌ເວສລີທີ່ເວົ້າວ່າ:

ພຣະໂລຫິດພຣະອົງສາມາດເຮັດໃຫ້ຄວາມໂງ່ທີ່ສຸດສະອາດໄດ້
ພຣະໂລຫິດພຣະອົງຊົງໃຊ້ໄດ້ສໍາລັບຂ້າ
(“O For a Thousand Tongues” ໂດຍ Charles Wesley, 1707-1788).

ຂ້າພະເຈົ້າໄດ້ຂໍໃຫ້ພວກທ່ານຮ້ອງເພງນັ້ນ, ຈາກນັ້ນກໍໃຫ້ຮ້ອງເພງ “ລິດອໍານາດ,ລິດອໍານາດ, ລິດອໍານາດໃນໂລຫິດອັນປະເສີດຂອງພຣະຄຣິດ”(ໂດຍລູອິສ ອີ.ໂຈນ 1865-1936), ຄວາມຈິງແລ້ວຂ້າພະເຈົ້າໄດ້ໃຫ້ພວກທ່ານຮ້ອງມັນສາມເທື່ອ! ຈາກນັ້ນຂ້າພະເຈົ້າກໍ ອ້າງອີງວັກໜຶ່ງຈາກອັອກເຕວຽສວິນສໂລ ຊຶ່ງຄືນັກເທດທີ່ຍິ່ງໃຫຍ່ແຫ່ງສະຕະວັດທີ 19 ທີ່ກ່າວວ່າ “ຈົ່ງຄຸເຂົ່າລົງຕໍ່ພຣະຄຣິດ ແລະໃຫ້ຈິດສໍານຶກຂອງທ່ານສະອາດໂດຍພຣະໂລຫິດນັ້ນຊື່ງໄດ້ອະໄພ, ປົກຫຸມ ແລະຍົກເລີກຄວາມຊົ່ວທຸກຢ່າງຂອງທ່ານ” ຈາກນັ້ນຂ້າພະເຈົ້າກໍໄດ້ອ້າງຄໍາເວົ້າຂອງສະເປີໂຈນທີ່ເວົ້າກັບຊາຍໜຸ່ມຜູ້ໜຶ່ງວ່າ “ຈົ່ງມາຫາພຣະເຢຊູເອງ, ພຣະອົງຈະຊົງລ້າງຄວາມບາບຂອງທ່ານອອກໄປໃນພຣະໂລຫິດທີ່ປະເສີດຂອງພຣະອົງ” ຈາກນັ້ນຂ້າພະເຈົ້າກໍອ້າງເພງ “ເໝືອນດັ່ງທີ່ຂ້າເປັນ”ຊື່ງເວົ້າວ່າພຣະໂລຫິດຂອງພຣະເຢຊູ “ໄດ້ຫຼັ່ງໄຫຼເພື່ອຂ້າ” ແລ້ວຂ້າພະເຈົ້າກໍຈົບຄໍາເທດສະໜາດ້ວຍການເວົ້າວ່າ “ຈົ່ງວາງໃຈໃນພຣະເຢຊູ ຈົ່ງມາຫາພຣະເຢຊູຮັບການຊໍາລະລ້າງຈາກຄວາມຜິດບາບຕ່າງໆໂດຍພຣະໂລຫິດອັນປະເສີດຂອງພຣະເຢຊູ” ຂ້າພະເຈົ້າບໍ່ຮູ້ວ່າຕົວເອງຈະອະທິບາຍໄດ້ແຈ້ງກວ່ານີ້ຫຼືບໍ່!

ຢູ່ໃນຄໍາເທດສະໜາຕອນເຊົ້າວັນອາທິດ ຈອນ ຊາມູເອວເຄແກນໄດ້ເທດໃນເລື່ອງ “ຄວາມສູງເດັ່ນຂອງພຣະຄຣິດ” ຈອນໄດ້ຈົບຄໍາເທດສະໜາໂດຍການອ້າງຈາກໂກໂລຊາຍ 1:14 ວ່າ:

“ໃນພຣະອົງເຮົາໄດ້ຮັບການໄຖ່ໂດຍພຣະໂລຫິດຂອງພຣະອົງຄືໄດ້ຮັບການ ຍົກໂທດບາບ”

ຫຼັງຈາກນັ້ນຈອນກໍເວົ້າວ່າ: “ພຣະໂລຫິດຂອງພຣະອົງຈະຊົງໄຖ່ບາບຂອງທ່ານ,ຈົ່ງຖິ້ມຕົວຂອງທ່ານລົງເທິງພຣະເມດຕາຂອງພຣະອົງ, ພຣະອົງຜູ້ດຽວທີ່ສາມາດໄຖ່ທ່ານໃຫ້ພົ້ນຈາກຄວາມບາບໂດຍພຣະໂລຫິດຂອງພຣະອົງ, ຂ້າພະເຈົ້າຂໍອະທິຖານເພື່ອທ່ານຈະວາງໃຈໃນພຣະເຢຊູໃນວັນນີ້” ຄໍາເທດສະໜາຂອງຈອນເຄແກນຖືກເທດຫຼັງຈາກທີ່ກຣິຟຟິດຮ້ອງ ເພງຊື່ “ໂອຫົວຜູ້ສັກສິດ ດຽວນີ້ບາດເຈັບແລ້ວ”ຊື່ງໄດ້ຍົກຊູພຣະໂລຫິດທີ່ເສຍສະຫຼະຂອງ ພຣະຄຣິດເພື່ອບາບຂອງພວກເຮົາ, ໂອແລະບົດເທດຂອງຂ້າພະເຈົ້າຕອນແລງວັນອາທິດກໍ ໄດ້ຂຶ້ນຕົ້ນດ້ວຍການຮ້ອງເພງຂອງກຣິຟຟິດ “ມີທານນໍ້າພຸ”ໂດຍວິວລ່ຽມຄາວເປີ-ທີ່ເວົ້າວ່າ:

ມີຖານນໍ້າພຸເຕັມດ້ວຍໂລຫິດ
ຊຶ່ງມາຈາກພຣະເຢຊູ
ແລະຄົນບາບທີ່ໂດດລົງກ້ອງເລືອດນັ້ນ
ຄວາມບາບຂອງເຂົາຈະສູນສິ້ນໄປໝົດ

ແນ່ນອນຄໍາເທດສະໜາ ແລະການຮ້ອງເພງທັງໝົດທັງໝົດກ່ຽວກັບການຊໍາລະ ບາບໂດຍພຣະໂລຫິດຂອງພຣະເຢຊູທີ່ບໍ່ມີການປະທັບໃຈຫຍັງເລີຍສໍາລັບພວກທ່ານຫຼາຍຄົນທີ່ໄດ້ຍິນມັນ! ບໍ່ມີຫຍັງເລີຍ! ມີຜູ້ຍິງຄົນໜຶ່ງມາຫາຂ້າພະເຈົ້າຫຼັງຈາກຄໍາເທດສະໜາຕອນແລງນັ້ນ, ຂ້າພະເຈົ້າຈຶ່ງເວົ້າວ່າ “ຈົ່ງຄຸເຂົ່າລົງແລ້ວວາງໃຈໃນພຣະເຢຊູ”ນາງແນມເບິ່ງຂ້າພະເຈົ້າດ້ວຍຄວາມໃຈຮ້າຍແລ້ວເວົ້າວ່າ “ບໍ່” ຂ້າພະເຈົ້າບໍ່ຢາກເຊື່ອເລີຍ! ເປັນຫຍັງນາງຈຶ່ງມາພົບຂ້າພະເຈົ້າ? ລາວຄິດວ່າການມາພົບຂ້າພະເຈົ້າຈະຊ່ວຍລາວໃຫ້ລອດໄດ້ບໍ? ຂ້າພະເຈົ້າແປກໃຈຫຼາຍ! ຫຼັງຈາກນັ້ນກໍມີຊາຍໜຸ່ມຄົນໜຶ່ງມາພົບຂ້າພະເຈົ້າ,ລາວມີນໍ້າຕາຢູ່ຕາຂອງລາວ,ດັ່ງນັ້ນຂ້າພະເຈົ້າຈື່ງຄິດວ່າໜ້າຈະຢູ່ໃຕ້ການສໍານຶກບາບ,ແຕ່ບໍ່ແມ່ນລາວພຽງແຕ່ຢ້ານຕົກນາລົກ, ຊື່ງຂ້າພະເຈົ້າເກືອບບໍ່ໄດ້ເວົ້າເຖິງໃນຄໍາເທດສະໜາຂອງຕົນເລີຍ, ລາວຢ້ານຕົກນາລົກເທົ່ານັ້ນ! ລາວບໍ່ໄດ້ເວົ້າເຖິງຄວາມບາບຂອງລາວຈັກຢ່າງ, ແລະລາວກໍບໍ່ໄດ້ເວົ້າຈັກຄໍາ -ແມ່ນແຕ່ຄໍາດຽວ -ກ່ຽວກັບພຣະໂລຫິດຂອງພຣະເຢຊູ ແລະ ລິດອໍານາດທີ່ຈະຊໍາລະບາບຂອງລາວ!ເຖິງແມ່ນວ່າລາວໄດ້ຍິນກ່ຽວກັບລິດອໍານາດການຊໍາລະຂອງພຣະໂລຫິດພຣະເຢຊູໝົດມື້ກໍຕາມ - ຕັ້ງແຕ່ຄໍາເທດສະໜາ ຂອງຈອນເຄແກນຕອນເຊົ້າວັນອາທິດຈົນຮອດຄໍາເທດສະໜາຂອງຂ້າພະເຈົ້າຕອນແລງວັນອາທິດ, ແມ່ນແຕ່ເພງທັງໝົດໃນເລື່ອງພຣະໂລຫິດຂອງພຣະເຢຊູເພື່ອຊໍາລະບາບກໍບໍ່ຖືກເວົ້າເຖິງ, ມັນເປັນຄືກັບວ່າລາວບໍ່ເຄີຍໄດ້ຍິນຈັກຄໍາກ່ຽວກັບລິດອໍານາດການຊໍາລະລ້າງຂອງພຣະໂລຫິດຂອງ ພຣະຄຣິດໝົດມື້ - ລາວບໍ່ຈື່ມັນຈັກຄໍາເລີຍ!

ເປັນຫຍັງຍິງສາວຄົນນັ້ນຈື່ງມາດ້ວຍສີໜ້າທີ່ໃຈຮ້າຍ, ໂດຍບໍ່ຄິດແມ່ນແຕ່ນາທີດຽວກ່ຽວກັບຄວາມຮັກ ແລະເລືອດແຫ່ງການເສຍສະລະຂອງພຣະເຢຊູເພື່ອຄວາມບາບ?ເປັນຫຍັງຊາຍໜຸ່ມຄົນນັ້ນຈຶ່ງອອກມາດ້ວຍຄວາມຢ້ານເລື່ອງນາລົກ-ໂດຍບໍ່ມີຈັກຄໍາດຽວກ່ຽວກັບການຊໍາລະບາບໂດຍພຣະໂລຫິດຂອງພຣະເຢຊູ? ຄໍາຕອບກໍຢູ່ໃນຂໍ້ພຣະຄໍາພີທໍາອິດຂອງເຮົາ,

“ທ່ານໄດ້ຖືກມະນຸດດູໝີ່ນ ແລະປະຕິເສດ...ແລະພວກເຮົາໄດ້ລີ້ໜ້າຂອງເຮົາຈາກທ່ານ ທ່ານຖືກດູໝີ່ນ ແລະພວກເຮົາບໍ່ໄດ້ນັບຖືທ່ານ”(ເອຊາຢາ 53:3)

ເພື່ອນທີ່ຮັກຂອງຂ້າພະເຈົ້າມັນຕ້ອງໃຊ້ການອັດສະຈັນແຫ່ງພຣະຄຸນທີ່ຈະເຮັດໃຫ້ພວກຄົນບາບຢຸດການດູໝີ່ນ ແລະການປະຕິເສດພຣະເຢຊູ, ມັນຕ້ອງອາໄສວຽກຂອງພຣະວິນຍານບໍລິສຸດເພື່ອປຸກຄົນບາບຄົນໜຶ່ງໃຫ້ຢຸດລີ້ໜ້າຂອງເຂົາຈາກພຣະເຢຊູ - ແລະນັບຖື ພຣະໂລຫິດທີ່ເສຍສະລະຂອງພຣະອົງເພື່ອຊໍາລະບາບຂອງເຮົາ.

ຂໍ້ພຣະຄໍາພີທີ່ສອງຂອງເຮົາບອກທ່ານເຖິງສິ່ງທີ່ພຣະເຢຊູຊົງເຮັດເພື່ອຊ່ວຍທ່ານໃຫ້ລອດ, ເຖິງແມ່ນຈົນເຖິງຕອນນີ້ທ່ານກໍຍັງດູໝີິ່ນ ແລະປະຕິເສດພຣະອົງ ແລະພຣະໂລຫິດທີ່ຊ່ວຍໃຫ້ລອດຂອງພຣະອົງ, ເຖິງແມ່ນວ່າທ່ານປະຕິເສດພຣະອົງແລະພຣະໂລຫິດຂອງພຣະອົງ,

“ແຕ່ທ່ານຖືກບາດເຈັບເພາະຄວາມລະເມີດ(ຂອງພວກທ່ານທັງຫຼາຍ),ທ່ານຟົກຊ້ຳເພາະຄວາມຊັ່ວຊ້າ(ຂອງທ່ານ) ແລະດ້ວຍແສ້ຂອງພຣະອົງ[ບາດແຜຂອງທ່ານ] ຈື່ງຫາຍດີ” (ເອຊາຢາ 53:5)

ກ່ອນທີ່ຂ້າພະເຈົ້າຈະເທດສະໜາຄືນວັນອາທິດແລ້ວນີ້ຂ້າພະເຈົ້າໄດ້ອ່ານຄໍາພະ ຍານຂອງຜູ້ຍິງສາວສອງຄົນທີ່ເຂົ້າຮ່ວມຄຣິສຕະຈັກຂອງສະເປີໂຈນ, ຄົນທີ່ໜຶ່ງເວົ້າວ່າ:

ໃຈຂອງລາວຍັງຄົງແຂງກະດ້າງຈົນລາວໄດ້ຍິນສະເປີໂຈນເທດສະໜາ, ນາງເກີດຄວາມຢ້ານການພິພາກສາເລື່ອງຄວາມບາບຂອງຕົນ,ນາງສືບຕໍ່ ມາໂບດແຕ່ຍັງຢູ່ໃນຄວາມໝົດຫວັງເປັນເວລາຫຼາຍເດືອນ,ຫຼັງຈາກນັ້ນນາງກໍໄດ້ຍິນສະເປີໂຈນເທດສະໜາເລື່ອງຄວາມຮັກຂອງພຣະເຢຊູ, ນາງຈື່ງ ວາງໃຈໃນພຣະເຢຊູແລະພຣະໂລຫິດໄຖ່ບາບຂອງພຣະອົງ ແລະມີຄວາມ ຊົມຊື່ນຍິນດີ, ນາງໄດ້ເຊື່ອວາງໃຈໃນພຣະເຢຊູພຽງຜູ້ດຽວ ແລະໄດ້ຮັບ ຄວາມລອດ.

ຜູ້ສາວຄົນທີ່ສອງກໍເວົ້າວ່າ:

ລາວມາຟັງສະເປີໂຈນເທດດ້ວຍຄວາມຢາກຮູ້ຢາກເຫັນ, ລາວອອກ ຈາກໂບດໄປດ້ວຍຄວາມຢ້ານ, ລາວເວົ້າວ່າ “ຂ້ອຍຫວັງວ່າຂ້ອຍບໍ່ເຄີຍ ມາຟັງລາວເທດຈັກເທື່ອ, ຂ້ອຍຕັດສິນໃຈແລ້ວວ່າຈະບໍ່ກັບໄປອີກ,ແຕ່ ຂ້ອຍພັດຮູ້ສຶກທຸກທໍລະມານຖ້າຂ້ອຍຫາກຢູ່ຫ່າງໆ, ຂ້ອຍທຸກໃຈຖ້າຂ້ອຍ ຫາກມາຟັງລາວເທດ ແລະຂ້ອຍກໍໍທຸກໃຈຖ້າຂ້ອຍບໍ່ໄປຟັງ, ສຸດທ້າຍຂ້ອຍ ກໍເຊື່ອວາງໃຈໃນພຣະຄຣິດ ແລະໃນພຣະອົງຂ້ອຍໄດ້ພົບສັນຕິສຸກ ແລະ ຄໍາໜຸນໃຈ, ຂ້ອຍບໍ່ໄດ້ພົບພຣະຄຣິດຈົນຂ້ອຍເລີກສະແຫວງຫາສັນຕິສຸກ ໃນສິ່ງອື່ນໃດນອກຈາກພຣະເຢຊູ, ຕອນທໍາອິດຂ້ອຍໄດ້ພະຍາຍາມເຮັດ ທຸກຢ່າງ ແຕ່ກໍບໍ່ມີອັນໃດໃຫ້ສັນຕິສຸກຂ້ອຍໄດ້ຈົນຂ້ອຍໄດ້ພົບພຣະຄຣິດ ແລະພຣະໂລຫິດທີ່ຊ່ວຍໃຫ້ລອດຂອງພຣະອົງ”

“ຊົງໄຖ່” ເຊີນຮ້ອງກັບຂ້າພະເຈົ້າ!

ຊົງໄຖ່,ຊົງໄຖ່,ຊົງໄຖ່ໂດຍໂລຫິດຂອງພຣະເມສານ້ອຍ
ຊົງໄຖ່,ຊົງໄຖ່,ຂ້າເປັນລູກຂອງພຣະອົງຕະຫຼອດໄປ
   (“Redeemed” by Fanny J. Crosby, 1820-1915).

ຮ້ອງອີກເທື່ອໜຶ່ງ!

ຊົງໄຖ່,ຊົງໄຖ່,ຊົງໄຖ່ໂດຍໂລຫິດຂອງພຣະເມສານ້ອຍ
ຊົງໄຖ່,ຊົງໄຖ່,ຂ້າເປັນລູກຂອງພຣະອົງຕະຫຼອດໄປ

ພຣະໂລຫິດຂອງພຣະເຢຊູທີ່ໄຖ່ພວກເຮົາບໍ່ແມ່ນເລືອດທໍາມະດາ, ໃນກິດຈະການ 20:28 ພວກເຮົາໄດ້ຮຽນຮູ້ວ່າພຣະໂລຫິດຂອງພຣະເຢຊູຊົງຍິ່ງໃຫຍ່ພຽງໃດ, ເປົາໂລໄດ້ກ່າວຕໍ່ພວກຜູ້ປົກຄອງຂອງຄຣິສຕະຈັັກຢູ່ເມືອງເອເຟໂຊວ່າ:

“ຈົ່ງລ້ຽງຄຣິສຕະຈັກຂອງພຣະເຈົ້າຊຶ່ງພຣະອົງຊົງຊື້ດ້ວຍພຣະໂລຫິດຂອງພຣະອົງເອງ

ພວກທ່ານຄິດວ່່າພຣະຄໍາພີສະບັບຄິງເຈມແປຜິດບໍ? ແລ້ວຈົ່ງຟັງສະບັບເອັນໄອວີແປ,

“ຈົ່ງເປັນຜູ້ລ້ຽງຄຣິສຕະຈັກຂອງພຣະເຈົ້າຊຶ່ງພຣະອົງຊົງຊື້ດ້ວຍພຣະໂລຫິດຂອງພຣະອ ງເອງ”

ບາງເທື່ອພວກທ່ານອາດຈະຍັງບໍ່ສໍານຶກ, ດັ່ງນັ້ນຂ້າພະເຈົ້າຈະຂໍເອົາການແປສະບັບນິວອາເມລິກັນສະແຕນດາດໃຫ້ທ່ານ,

“ຈົ່ງເປັນຜູ້ລ້ຽງຄຣິສຕະຈັກຂອງພຣະເຈົ້າຊຶ່ງພຣະອົງຊົງຊື້ດ້ວຍພຣະໂລຫິດຂອງພຣະອົງເອງ

ຊັດເຈນທີ່ພວກເຮົາເຫັນວ່າພຣະໂລຫິດຂອງພຣະເຢຊູຊື່ງສາມາດຊໍາລະທ່ານໃຫ້ພົ້ນບາບ,ບໍ່ແມ່ນພຣະໂລຫິດທໍາມະດາ, ພວກເຮົາຖືກໄຖ່ຈາກບາບໂດຍ “ພຣະໂລຫິດຂອງພຣະເຈົ້າ” ພຣະເຢຊູຄຣິດຊົງເປັນພຣະບຸກຄົນທີ່ສາມຂອງຕຣີເອການຸພາບ - ພຣະເຈົ້າພຣະບຸດ, ພຣະເຈົ້າຜູ້ຮັບສະພາບເນື້ອໜັງ, ພຣະເຈົ້າໃນສະພາບເນື້ອໜັງມະນຸດ, ດັ່ງນັ້ນມັນຈື່ງຖືກ ຕ້ອງທີ່ສຸດທີ່ຈະເອີ້ນພຣະໂລຫິດຂອງພຣະອົງວ່າ “ພຣະໂລຫິດຂອງພຣະເຈົ້າ” ນັ້ນແຫຼະທີ່ວ່າເປັນຫຍັງສະເປີໂຈນຜູ້ຍິ່ງໃຫຍ່ຈື່ງກ່າວວ່າ “ບໍ່ມີຄວາມໃດທີ່ພຣະໂລຫິດຂອງພຣະຄຣິດບໍ່ສາມາດລ້າງອອກໄດ້” ຊາລສ໌ເວສລີໄດ້ກ່າວເຊັ່ນກັນວ່າ:

ພຣະອົງຊົງທໍາລາຍອໍານາດຂອງຄວາມບາບ
ພຣະອົງຊົງປ່ອຍນັກໂທດເປັນອິດສະລະ
ໂລຫິດພຣະອົງສາມາດເຮັດໃຫ້ສິ່ງເປິະເປື້ອນທີ່ສຸດສະອາດໄດ້
ໂລຫິດພຣະອົງຊົງເປັນປະໂຫຍດສໍາລັບຂ້າ
(“O For a Thousand Tongues to Sing” by Charles Wesley, 1707-1788;
      to the tune of “O Set Ye Open Unto Me”).

ຮ້ອງອີກ!

ພຣະອົງຊົງທໍາລາຍອໍານາດຂອງຄວາມບາບ
ພຣະອົງຊົງປ່ອຍນັກໂທດເປັນອິດສະລະ
ໂລຫິດພຣະອົງສາມາດເຮັດໃຫ້ສິ່ງເປິະເປື້ອນທີ່ສຸດສະອາດໄດ້
ໂລຫິດພຣະອົງຊົງເປັນປະໂຫຍດສໍາລັບຂ້າ

ພວກທ່ານຄິດວ່າຕົນເອງບໍ່ມີບາບບໍ? ຂ້າພະເຈົ້າສົງໄສວ່າພວກທ່ານສະອາດຄືກັບຊາລສ໌ເວສລີເປັນກ່ອນທີ່ລາວຈະໄດ້ຮັບຄວາມລອດ,ລາວໄດ້ອົດອາຫານຫຼາຍຄາບຕໍ່ອາທິດ ພວກທ່ານເຮັດບໍ? ລາວອະທິຖານເປັນເວລາຫຼາຍຊົ່ວໂມງ, ພວກທ່ານເດ່? ລາວເຮັດແມ່ນແຕ່ມິດຊັນນາລີໄປຫາຊາວອາເມລິກາເຊື້ອສາຍອິນເດຍ, ພວກທ່ານເດ່? ລາວຈະບໍ່ຍອມ ຮັບວ່າລາວເປັນຄົນບາບຢູ່ໃນໃຈຂອງລາວ, ລາວເປັນຄືກັບຜູ້ຍິງທີ່ຢູ່ໃນຄຣິສຕະຈັກຂອງສະເປີໂຈນຜູ້ທີ່ເວົ້າວ່າ:

ຂ້ອຍໄດ້ພະຍາຍາມເຮັດສິ່ງອື່ນກ່ອນ, ຂ້ອຍບໍ່ໄດ້ພົບພຣະຄຣິດຈົນຂ້ອຍເລີກການສະແຫວງຫາສັນຕິສຸກໃນສິ່ງໃດໆນອກຈາກພຣະເຢຊູ, ຂ້ອຍໄດ້ພະຍາຍາມເຮັດທຸກສິ່ງກ່ອນ, ແຕ່ບໍ່ມີອັນໃດໃຫ້ສັນຕິສຸກຂ້ອຍໄດ້ຈົນຂ້ອຍໄດ້(ວາງໃຈພຣະເຢຊູ)ແລະພຣະໂລຫິດທີ່ຊ່ວຍໃຫ້ລອດໄດ້ຂອງພຣະອົງ.

ພວກທ່ານເຄີຍເຮັດແບບນັ້ນບໍ? ພວກທ່ານເຄີຍລອງທຸກຢ່າງແລ້ວ,ແຕ່ກໍບໍ່ມີສັນຕິສຸກເລີຍ-ມີບໍ? ມີບໍ? ແນ່ນອນບໍ່ມີ! ແລະທ່ານຈະບໍ່ມີວັນມີສັນຕິສຸກ, ບໍ່ມີວັນ! ບໍ່ມີວັນມີສັນຕິສຸກ! ທ່ານຈະບໍ່ມີວັນເຄີຍມີສັນຕິສຸກໄດ້ຈົນກວ່າທ່ານຈະຢຸດເຮັດທຸກຢ່າງ ແລ້ວຍອມ ຮັບຕໍ່ພຣະເຢຊູວ່າທ່ານຕ້ອງການພຣະໂລຫິດແຫ່ງການຊ່ວຍໃຫ້ລອດຂອງພຣະອົງ!

ເລື່ອງຜູ້ສາວອີກຄົນໜຶ່ງທີ່ຖືກກ່າວເຖິງວ່າ:

ນາງສືບຕໍ່ມາຄຣິສຕະຈັກແຕ່ຍັງຄົງໝົດຫວັງເປັນເວລາຫຼາຍເດືອນ, ຈາກນັ້ນນາງກໍໄດ້ຍິນສະເປີໂຈນເທດສະໜາ (ແລະສຸດທ້າຍ)ກໍວາງໃຈໃນພຣະເຢຊູ ແລະພຣະໂລຫິດແຫ່ງການໄຖ່ຂອງພຣະອົງ ແລະມີຄວາມຍິນດີ, ນາງໄດ້ວາງໃຈໃນພຣະເຢຊູພຽງຜູ້ດຽວ ແລະໄດ້ຮັບຄວາມລອດ.

ຂ້ອຍບໍ່ໄດ້ພົບພຣະຄຣິດຈົນຂ້ອຍຖີ້ມການສະແຫວງຫາສັນຕິສຸກທຸກຢ່າງໃດໆນອກຈາກພຣະເຢຊູ, ຂ້ອຍໄດ້ລອງເຮັດທຸກຢ່າງກ່ອນ, ແຕ່ກໍບໍ່ມີອັນໃດໃຫ້ສັນຕິສຸກຂ້ອຍໄດ້ຈົນຂ້ອຍໄດ້ພົບພຣະຄຣິດ ແລະພຣະໂລຫິດແຫ່ງການຊ່ວຍໃຫ້ລອດຂອງພຣະອົງ.

ພຣະຄໍາພີກ່າວວ່າ:

“ໃນພຣະອົງເຮົາໄດ້ຮັບການໄຖ່ໂດຍພຣະໂລຫິດຂອງພຣະອົງຄືໄດ້ຮັບການ ຍົກໂທດບາບ”

ຫຼັງຈາກນັ້ນຈອນຊາມູເອວເຄແກນເວົ້າວ່າ:

“ທ່ານໄດ້ຖືກມະນຸດດູໝີ່ນ ແລະປະຕິເສດ... ແລະພວກເຮົາໄດ້ລີ້ໜ້າຂອງເຮົາຈາກທ່ານ... ແຕ່ທ່ານຖືກບາດເຈັບເພາະຄວາມລະເມີດຂອງພວກເຮົາທັງຫຼາຍ,ທ່ານຟົກຊ້ຳເພາະຄວາມຊັ່ວຊ້າຂອງເຮົາ ແລະດ້ວຍແສ້ຂອງພຣະອົງ[ຮອຍເຈັບ]ພວກເຮົາຈື່ງຫາຍດີ” (ເອຊາຢາ 53:3,5)

“ຖ້າບໍ່ມີໂລຫິດໄຫຼອອກແລ້ວກໍຈະບໍ່ມີການອະໄພບາບເລີຍ”(ເຮັບເຣີ 9:22),ແຕ່ຂອບຄຸນ ພຣະເຈົ້າ “ພຣະໂລຫິດຂອງພຣະເຢຊູຄຣິດພຣະບຸດຂອງພຣະອົງກໍໄດ້ຊໍາລະເຮົາໃຫ້ພົ້ນຈາກບາບທັງໝົດ”(1 ໂຢຮັນ 1:7) ຄືນນີ້ຂໍໃຫ້ຄໍາເວົ້າຂອງຊາລັອດອີລຽດ(1789-1871) ເປັນຄໍາເວົ້າຂອງທ່ານ, ນາງໄດ້ກ່າວວ່າ:

ເຊັ່ນດຽວກັບຂ້າໂດຍບໍ່ມີຂໍ້ແກ້ຕົວ
ແຕ່ວ່າພຣະໂລຫິດພຣະອົງຊົງຫຼັ່ງເພື່ອຂ້າ
ແລະພຣະອົງຊົງຂໍໃຫ້ມາຫາພຣະອົງ
ໂອພຣະເຢຊູຂອງພຣະເຈົ້າ,ຂ້າມາ,ຂ້າມາ!

ໃນຕອນອາຍຸສິບຫ້າປີຈອນຊາມູເອວເຄແກນໄດ້ເວົ້າວ່າ:

ຂ້ອຍບໍ່ສາມາດພົບສັນຕິສຸກຮູບແບບໃດໄດ້... ຂ້ອຍບໍ່ສາມາດຢຸດຄິດເຖິງມັນໄດ້ມັນທໍລະມານຫຼາຍ...ຂ້ອຍເມື່ອຍຫຼາຍກັບການຕໍ່ສູ້,ຂ້ອຍເມື່ອຍຫຼາຍ ກັບທຸກຢ່າງທີ່ຂ້ອຍເປັນ... ຂ້ອຍໄດ້ພະຍາຍາມທີ່ຈະລອດ,ຂ້ອຍພະຍາ ຍາມທີ່ວາງໃຈໃນພຣະເຢຊູແຕ່ຂ້ອຍເຮັດບໍ່ໄດ້, ຂ້ອຍບໍ່ສາມາດມອບຄວາມປາດຖະໜາຂອງຂ້ອຍເອງໃຫ້ພຣະຄຣິດໄດ້,ຂ້ອຍບໍ່ສາມາດຕັດສິນໃຈທີ່ຈະມາເປັນຄຣິສຕຽນໄດ້ ແລະມັນເຮັດໃຫ້ຂ້ອຍຮູ້ສຶກໝົດຫວັງ...ພຣະເຢຊູໄດ້ມອບຊີວິດຂອງພຣະອົງໃຫ້ຂ້ອຍ,ພຣະເຢຊູຊົງໄປເພື່ອຖືກຄຶງແທນຂ້ອຍ...ຄວາມນິີ້ໄດ້ແທງໃຈຂ້ອຍ, ຂ້ອຍຕ້ອງປ່ອຍມັນໄປ...ຂ້ອຍຕ້ອງມີິພຣະເຢຊູໃຫ້ໄດ້, ໃນວິນາທີທີ່ຂ້ອຍຍອມຕໍ່ພຣະອົງ ແລະມາຫາພຣະອົງໂດຍຄວາມເຊື່ອ..ດ້ວຍສຸດໃຈຂອງຂ້ອຍ,ດ້ວຍການວາງລົງໃນ ພຣະຄຣິດພຣະອົງກໍຊ່ວຍຂ້ອຍໃຫ້ລອດ! ພຣະອົງຊົງລ້າງບາບຂອງຂ້ອຍອອກໄປໃນພຣະໂລຫິດຂອງພຣະອົງ!...ຂ້ອຍບໍ່ຕ້ອງການຄວາມຮູ້ສຶກອີກ,ຂ້ອຍມີພຣະຄຣິດແລ້ວ! ໃນການວາງໃຈໃນພຣະຄຣິດມັນຮູ້ສຶກຄືກັບວ່າບາບຂອງຂ້ອຍໄດ້ຖືກຍົກເອົາໄປຈາກຈິດໃຈຂ້ອຍແລ້ວ, ຂ້ອຍໄດ້ຫັນຫຼັງໃຫ້ຄວາມບາບຂອງຂ້ອຍ ແລ້ວແນມເບິ່ງພຣະເຢຊູພຽງຜູ້ດຽວ! ພຣະເຢຊູຊ່ວຍຂ້ອຍໃຫ້ລອດແລ້ວ...ຄວາມເຊື່ອຂອງຂ້ອຍວາງລົງໃນພຣະເຢຊູ,ເພາະພຣະອົງໄດ້ປ່ຽນ ແປງຂ້ອຍແລ້ວ...ພຣະອົງຊົງມອບຊີວິດແລະສັນຕິສຸກໃຫ້ຂ້ອ...ພຣະຄຣິດ ໄດ້ມາຫາຂ້ອຍ ແລະເພາະເຫດນີ້ຂ້ອຍຈື່ງຈະບໍ່ປະຖິ້ມພຣະອົງ...ພຣະອົງຊົງລ້າງຄວາມບາບຂອງຂ້ອຍອອກໄປດ້ວຍພຣະໂລຫິດຂອງພຣະອົງ.

ເຊັ່ນດຽວກັບຂ້າໂດຍບໍ່ມີຂໍ້ແກ້ຕົວ
ແຕ່ວ່າພຣະໂລຫິດພຣະອົງຊົງຫຼັ່ງເພື່ອຂ້າ
ແລະພຣະອົງຊົງຂໍໃຫ້ມາຫາພຣະອົງ
ໂອພຣະເຢຊູຂອງພຣະເຈົ້າ,ຂ້າມາ,ຂ້າມາ!

ເຊັ່ນດຽວກັບຂ້າ ແລະບໍ່ໄດ້ລໍຖ້າ
ທີ່ຈະໃຫ້ວິນຍານຫຼຸດພົ້ນຈາກຮອຍເປື້ອນດໍາ
ຕໍ່ພຣະອົງຜູ້ທີ່ໂລຫິດສາມາດລ້າງຈຸດດ່າງໄດ້
ໂອພຣະເຢຊູຂອງພຣະເຈົ້າ,ຂ້າມາ,ຂ້າມາ!

ເຊັ່ນດຽວກັບຂ້າ ພຣະອົງຈະຊົງຮັບເອົາ
ຈະຊົງຕ້ອນຮັບ,ອະໄພ,ຊໍາລະ,ບັນເທົາ
ເພາະຂ້າເຊື່ອໃນພຣະສັນຍາພຣະອົງ
ໂອພຣະເຢຊູຂອງພຣະເຈົ້າ,ຂ້າມາ,ຂ້າມາ!

ຕໍ່ພຣະອົງຜູ້ທີ່ໂລຫິດສາມາດລ້າງຈຸດດ່າງໄດ້
ໂອພຣະເຢຊູຂອງພຣະເຈົ້າ,ຂ້າມາ,ຂ້າມາ!

ທ່ານຈະມາຫາພຣະເຢຊູ ແລະຮັບການຊໍາລະຈາກບາບທຸກຢ່າງຂອງທ່ານໂດຍພຣະໂລຫິດ ອັນປະເສີດຂອງພຣະອົງບໍ? ຖ້າທ່ານຈະມາຫາພຣະເຢຊູພວກເຮົາກໍາລັງລໍຖ້າທີ່ຈະອະທິ ຖານເພື່ອທ່ານ, ໃນຂະນະທີ່ຄົນອື່ນໆຄົນໄປກິນເຂົ້າຢູ່ຊັ້ນເທິງ, ຂໍເຊີນມາ ແລ້ວນັ່ງຢູ່ຕັ້ງ ສອງແຖວທາງໜ້ານີ້ເລີຍ.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາໂດຍ ເບັນຈາມິນ ຄິນເຄດ ກຣິຟຟິດ:
“Saved by the Blood of the Crucified One” (by S. J. Henderson, 1902).