Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




“ແຕ່ຖ້າບໍ່ເປັນເຊັ່ນນັ້ນ”-ຄົນຂອງພຣະເຈົ້າໃນບາບິໂລນ

“BUT IF NOT” – GOD’S MEN IN BABYLON
(Laotian)

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ວັນຂອງພຣະເຈົ້າຕອນແລງ 3/12/2017
A sermon preached at the Baptist Tabernacle of Los Angeles
Lord’s Day Evening, December 3, 2017

“ຊັດຣັກ, ເມຊາກ ແລະເອເບດເນໂກກາບທູນກະສັດວ່າ “ໂອ ຂ້າແດ່ເນບູຄັດເນດຊາ ພວກຂ້ານ້ອຍທັງຫຼາຍບໍ່ຈຳເປັນຈະຕ້ອງຕອບທ່ານໃນເລື່ອງນີ້ ຖ້າພຣະເຈົ້າຂອງພວກຂ້ານ້ອຍຜູ້ຊຶ່ງພວກຂ້ານ້ອຍຮັບໃຊ້ຢູ່ສາມາດຊ່ວຍພວກຂ້ານ້ອຍໃຫ້ພົ້ນຈາກເຕົາທີ່ໄຟລຸກຢູ່ ໂອ ຂ້າແດ່ກະສັດ ພຣະອົງກໍຈະຊົງຊ່ວຍພວກຂ້ານ້ອຍໃຫ້ພົ້ນມືຂອງທ່ານ ແຕ່ຖ້າບໍ່ເປັນເຊັ່ນນັ້ນ ໂອ ຂ້າແຕ່ກະສັດ ຂໍໃຫ້ທ່ານຮູ້ວ່າພວກຂ້ານ້ອຍຈະບໍ່ບົວລະບັດພະຂອງທ່ານ ຫລືນະມັດສະການຮູບປັ້ນຄຳຊຶ່ງທ່ານໄດ້ຊົງຕັ້ງຂຶ້ນ”(ດານີເອນ 3:16-18)


ພວກເຂົາຢູ່ໄກຈາກບ້ານ 1,500 ໄມ, ແລະພວກເຂົາເປັນພຽງຄົນໜຸ່ມ, ເມືອງນີ້ເຕັມໄປດ້ວຍສາສະໜາທຽມເທັດ, ເຫຼົ້າແລະຄວາມບາບ, ພວກເຂົາສາມາດເຮັດທຸກສິ່ງທຸກຢ່າງໄດ້ໂດຍທີ່ພໍ່ແມ່ບໍ່ຮູ້ຈັກ! ແຕ່ພວກເຂົາຮູ້ດີວ່າພຣະເຈົ້າກໍາລັງເບິ່ງຢູ່.

ພວກເຂົາຖືກຈັບໄປຈາກບ້ານເກີດເມືອງນອນຕອນທີ່ເນບູຄັດເນດຊາປິດລ້ອມເຢຣູຊາເລັມ ພວກເຂົາມີຢູ່ສີ່ຄົນ, ພວກເຂົາບໍ່ຄືກັບຄົນໜຸ່ມຄົນອື່ນໆ, ພວກເຂົາເຂັ້ມແຂງ ແລະສະຫຼາດກວ່າ, ພວກເຂົາຄືຫົວກະທິ-ດີທີ່ສຸດຂອງທີ່ສຸດ, ພວກເຂົາເປັນນັກກິລາແຕ່ພວກເຂົາກໍຍັງເປັນພວກນັກຮຽນເກດ “A” ເຊັ່ນກັນ, ກະສັດໄດ້ເລືອກພວກເຂົາມາເພື່ອໃຫ້ອົບ ຮົມເປັນນັກປາດ, ເມື່ອພວກເຂົາຮຽນຈົບພວກເຂົາກໍໄດ້ເປັນທີ່ປຶກສາທີ່ພິິເສດຂອງກະສັດ.

ພວກເຂົາຍັງໜຸ່ມຫຼາຍ, ພວກນັກສຶກສາພຣະຄໍາພີໄດ້ຄໍານວນວ່າທັງສາມຄົນນີ້ເປັນໄວລຸ້ນແຕ່ລະຄົນປະມານ 17 ຫາ 18 ປີ, ທີ່ນັ້ນພວກເຂົາອາໄສຢູ່ໃນມະຫາໄລຂອງກະສັດ,ໃນດິນແດນນອກສາສະໜາ,ໄກຈາກບ້ານປະມານ 1,500 ໄມ.

ປະຈຸບັນນີ້ພວກຄົນໜຸ່ມທີ່ຢູ່ໃນຕໍາແໜ່ງນັ້ນໜ້າຈະມີຊີວິດດ້ວຍຄວາມສໍາລານ! ພວກເຂົາໜ້າຈະກິນດື່ມ, ພວກເຂົາໜ້າຈະໄປຮ່ວມງານລ້ຽງຕ່າງໆ, ໜ້າຈະເອົາໃນສິ່ງທີ່ພວກເຂົາໄດ້ຮຽນຮູ້ຢູ່ໃນມະຫາໄລນັ້ນ ແລ້ວໃຊ້ມັນເປັນຂໍ້ອ້າງເພື່ອປະຕິເສດການມີຕົວຕົນຂອງພຣະເຈົ້າ, ພວກເຂົາສາມາດມີງານລ້ຽງສັດເດຍລະສານຄືຜູ້ຄົນໃນສະໄໝຂອງໂລດເຮັດ, ພວກເຂົາສາມາດເອົາພຣະເຈົ້າອອກຈາກຊີວິດຂອງພວກເຂົາໄດ້ຄືກັບໂລດເອງເຮັດຕອນທີ່ລາວຍ້າຍໄປຢູ່ໃນເມືອງໂສໂດມ, ພວກເຂົາສາມາດເສຍເວລາໄປກັບຊີວິດ“ທີ່ແສນວຸ້ນວາຍ”-ຄືກັບລູກຊາຍນ້ອຍຜູ້ຫຼົງຫາຍໄດ້,ພວກເຂົາສາມາດເຮັດໝູ່ກັບຄົນທີ່ບໍ່ເຊື່ອ ແລະ ຖືກຈັບເຂົ້າໃນຮູບແບບຊີວິດວັດຖຸນິຍົມ ແລະສູນເສຍຫົນທາງຂອງຕົນຄືກັບທີ່ອັບຣາຮາມເປັນຕອນຢູ່ເມືອງເອີຂອງຊາວເຄວເດຍ, ພວກເຂົາສາມາດຫັນຫຼັງ ແລະສູນເສຍຈິດວິນຍານຂອງຕົນຄືກັບເພື່ອນຂອງເປົາໂລຊື່ເດມາສເຮັດໄດ້ “ເດມາສໄດ້ຫຼົງຮັກໂລກປະຈຸບັນນີ້ແລ້ວ”(2 ຕີໂມທຽວ 4:10).

ແຕ່ຊາຍໜຸ່ມຮິບຣູທັງສາມຄົນນີ້ຢູ່ຫ່າງຈາກບ້ານຂອງພວກເຂົາຫຼາຍໃນມະຫາໄລບາບິໂລນ ບໍ່ເຄີຍຫວັ່ນໄຫວຫຼືຜິດພາດ! ພວກເຂົາຢູ່ໃຕ້ພັນທະສັນຍາຂອງໂມເຊ,ດັ່ງນັ້ນພວກເຂົາຈື່ງຖືຕາມກົດ, ພວກເຂົາບໍ່ຍອມເຮັດໃຫ້ຕົນເອງເປັນມົນທິນດ້ວຍເຫຼົ້າອະງຸ່ນຫຼືອາ ຫານຂອງກະສັດ, ພວກເຂົາຍັງຄົງສັດຊື່ຕໍ່ພຣະເຈົ້າ ແລະຕໍ່ຄໍາສອນສາສະໜາທີ່ພວກເຂົາຖືກສອນຢູ່ບ້ານ, ພວກເຂົາເປັນຄືກັບຟັອບ,ພວກເດັກນ້ອຍຈາກປະເທດຈີນທີ່ຂີ່ເຮືອຊື່ງພໍ່ແມ່ຂອງພວກເຂົາສົ່ງພວກເຂົາອອກໄປຈາກບ້ານຢູ່ປະເທດຈີນ, ຂອບຄຸນພຣະເຈົ້າພວກເຂົາບາງຄົນມາໂບດແລະໄດ້ຮັບຄວາມລອດ, ຫຼັງຈາກນັ້ນພວກທ່ານກໍຈະເປັນຄືກັບຊາຍໜຸ່ມຢິວເຫຼົ່ານີ້ທີ່ເປັນຊະເລີຍເສິກຢູ່ໃນບາບິໂລນ.

ດານຽນແມ່ນຜູ້ນໍາຂອງຊາຍໜຸ່ມທັງສາມຄົນນັ້ນ, ລາວໜ້າຈະຍັງໜຸ່ມກວ່າສາມຄົນນັ້ນ,ແຕ່ລາວກໍເປັນຜູ້ນໍາໂດຍທໍາມະຊາດ, ລາວນໍາອີກສາມຄົນນັ້ນ, ລາວມີຄວາມສາມາດໃນການເປັນຜູ້ນໍາຄືກັບຈອນ ເຄແກນມີ, ນັ້ນແຫຼະຄືເຫດຜົນທີ່ຂ້າພະເຈົ້າຮູ້ສຶກວ່າຈອນສາມາດເປັນສິດຍາພິບານໄດ້, ພວກຜູ້ຊາຍທີ່ອາຍຸຫຼາຍກວ່າຈອນຈະຕາມລາວເພາະລາວເປັນຜູ້ນໍາ, ດານຽນເປັນນັກອະທິຖານ, ດານຽນເປັນຄົນໜຸ່ມພ້ອມກັບເປົ້າໝາຍ ແລະຄວາມເຊື່ອໃນພຣະເຈົ້າ, ດານຽນເປັນຜູ້ທໍານາຍ, ລາວເທດສະໜາໃຫ້ກະສັດເນບູຄັດເນດຊາ ແລະເປັນພະຍານຕໍ່ທຸກຄົນທີ່ຢູ່ໃນວັງຂອງກະສັດ, ກະສັດກໍມີຄວາມໝັ້ນໃຈໃນຕົວດານຽນ, ລາວເຮັດໃຫ້ດານຽນເປັນບຸລຸດຜູ້ຍິ່ງໃຫຍ່ໃນເມື່ອດານຽນມີອາຍຸປະມານຊາວປີເທົ່ານັ້ນ, ແຕ່ດານຽນບໍ່ໄດ້ລືມໝູ່ທັງສາມຄົນຂອງລາວ, ຊື່ຂອງພວກເຂົາຄື ຊັດຣັກ, ເມຊາດ ແລະອາເບດເນໂກ, ດານຽນໄດ້ຂໍໃຫ້ໝູ່ທັງສາມຄົນຂອງລາວໄດ້ຮັບຕໍາແໜ່ງສູງໃນລັດຖະ ບານບາບິໂລນເຊັ່ນກັນ.

ຊາຍໜຸ່ມທັງສາມຄົນນີ້ໄດ້ຜ່ານການທົດສອບຄວາມສັດຊື່ຕໍ່ພຣະເຈົ້າທັງໝົດ, ແລະຕອນນີ້ພວກເຂົາໄດ້ຮັບລາງວັນດ້ວຍການມີຕໍາແໜ່ງສູງຍ້ອນຄວາມສັດຊື່ຂອງພວກເຂົາ, ເມື່ອພຣະເຈົ້າຮູ້ວ່າທ່ານໄດ້ວາງພຣະອົງໄວ້ເປັນທີ່ໜຶ່ງ, ຈາກນັ້ນພຣະເຈົ້າກໍມອບວຽກທີ່ສໍາຄັນກວ່າໃຫ້ທ່ານເຮັດ, ພວກເຂົາເຮັດໃຫ້ຂ້າພະເຈົ້ານຶກເຖິງເລື່ອງໂນອາ, ແຈັກກັບແອ ຣ໋ອນ, ພວກເຂົາຍັງໜຸ່ມແຕ່ພວກເຂົາກໍຖືກເຈີມຕັ້ງໃຫ້ເປັນຜູ້ຊ່ວຍ ເພາະພວກເຮົາຮູ້ດີວ່າພວກເຂົາສາມາດຮັບມືກັບສິ່ງຕ່າງໆຂອງພຣະເຈົ້າໄດ້, ແລະພຣະເຈົ້າກໍໍຊົງຮູ້ດີວ່າພຣະອົງຊົງສາມາດວາງໃຈພວກເຂົາທີ່ຈະພົບຜ່ານການທົດສອບທີ່ຍາກຂື້ນໄດ້.

ກະສັດເນບູຄັດເນດຊາກາຍມີພະລັງອໍານາດເພິ່ມຂື້ນ ແລະອວດດີ, ໃນຄວາມຈອງ ຫອງຂອງລາວກະສັດໄດ້ສ້າງຮູບປັ້ນໃຫຍ່ຂອງຕົນຂື້ນ, ສູງປະມານຫົກສິບສອກ ແລະເຮັດ ດ້ວຍຄໍາ ຫຼືຫຸ້ມດ້ວຍຄໍາ, ເນບູຄັດເນດຊາໄດ້ສ້າງຮູບປັ້ນຍັກຂອງຕົນເອງຢູ່ໃນ “ທົ່ງພຽງດູ ຣາ”(ດານີເອນ 3:1) ຕອນນີ້ເຊີນຟັງດານີເອນ 3:4-6:

“ແລະໂຄສົກກໍປະກາດສຽງດັ່ງວ່າ “ໂອ ບັນດາຊົນຊາດ, ປະຊາຊາດທັງ ປວງແລະພາສາທັງຫຼາຍ ມີຄໍາສັ່ງແກ່ທ່ານທັງຫຼາຍວ່າ ເມື່ອທ່ານໄດ້ຍິນສຽງແກທອງເຫຼືອງຂະໜາດນ້ອຍ, ປີ່, ພິນເຂົາຄູ່, ພິນສີ່ສາຍ, ພິນໃຫຍ່ ປີ່ຖົງ ແລະເຄື່ອງດົນຕີທຸກຊະນິດ ໃຫ້ທ່ານທັງຫຼາຍຂາບລົງນະມັດສະການຮູບປັ້ນຄຳ ຊຶ່ງກະສັດເນບູຄັດເນດຊາໄດ້ຊົງຈັດຕັ້ງໄວ້ ຜູ້ໃດທີ່ບໍ່ໄດ້ ຂາບລົງນະມັດສະການກໍໃຫ້ໂຍນຜູ້ນັ້ນເຂົ້າໄປໃນເຕົາທີ່ໄຟລຸກຢູ່ທັນທີ” (ດານີເອນ 3:4-6)

ການຕີຄວາມໝາຍຂອງປະສົບການຫຼັກໆນີ້ແມ່ນເພື່ອທີ່ພຣະເຈົ້າຈະຊົງດູແລຄົນແຫ່ງພັນທະສັນຍາຂອງພຣະອົງຄືອິດສະຣາເອນໃນຊ່ວງຂອງການເປັນຊະເລີຍຢູ່ໃນບາບິໂລນ, ອັນນັ້ນແມ່ນການຕີຄວາມໝາຍ ແລະການນໍາມາໃຊ້ຫຼັກໆ, ແຕ່ຍັງມີການປະຍຸກໃຊ້ອື່ນໆເຊັ່ນກັນ, 2 ຕີໂມທຽວ 3:16-17 ບອກພວກເຮົາວ່າ “ພຣະຄໍາພີທຸກຕອນໄດ້ຮັບການດົນໃຈຈາກພຣະເຈົ້າ ແລະເປັນປະໂຫຍດ”ຕໍ່ພວກຄຣິສຕຽນໃນຍຸກປະຈຸບັນ, ສິ່ງທີ່ຂໍ້ພຣະຄໍາພີໃນໜັງສືດານີເອນບອກເຮົາໃນຖານະເປັນຄຣິສຕຽນຄົນໜຶ່ງກໍຄືການນໍາມາໃຊ້, ຊາຍໜຸ່ມຮິບຣູທັງສາມຄົນຖືກບອກໃຫ້ນະມັດສະການຮູບປັ້ນທອງຄໍາພ້ອມກັບຄົນອື່ນໆທີ່ຢູ່ໃນບາບິໂລນ, ພວກເຂົາຖືກກົດດັນໃຫ້ເຮັດຕາມ, ເຮັດຕາມຝູງຊົນເພື່ອ “ຂາບລົງນະມັດສະການຮູບປັ້ນຄຳ ຊຶ່ງກະສັດເນບູຄັດເນດຊາໄດ້ຊົງຈັດຕັ້ງໄວ້”(ດານີເອນ 3:5).

ກະສັດເນບູຄັດເນດຊາຄືປະເພດໜຶ່ງ ຫຼືພາບອະທິບາຍເຖິງຊາຕານໃນນີ້,ພຣະຄໍາ ພີໃໝ່ໄດ້ເອີ້ນຊາຕານວ່າ “ພະຂອງໂລກນີ້”(2 ໂກລິນໂທ 4:4) ຊາຕານເອີ້ນພວກເຮົາໃຫ້ ກົ້ມກາບລົງ ແລະນະມັດສະການມັນ, ແຕ່ພຣະຄຣິດໄດ້ເອີ້ນພວກເຮົາໃຫ້ແຕກຕ່າງ,ພຣະ ຄຣິດກ່າວວ່າ:

“ບໍ່ມີຜູ້ໃດບົດລະບັດນາຍສອງນາຍໄດ້...ທ່ານຈະບົວລະບັດພຣະເຈົ້າ ແລະ ເງິນ(ວັດຖຸນິຍົມ)ບໍ່ໄດ້”(ມັດທາຍ 6:24)

ພວກທ່ານຕ້ອງເລືອກ, ຊາຕານມັນເອີ້ນພວກທ່ານໃຫ້ຂາບໄຫວ້ວັດຖຸນິຍົມ, ພຣະເຈົ້າຊົງ ເອີ້ນພວກທ່ານໃຫ້ຂາບໄຫວ້ພຣະອົງຜູ້ດຽວ, ພຣະເຈົ້າຊົງກ່າວວ່າ “ເຈົ້າຈົ່ງຢ່າມີພະອື່ນໃດ ນອກເໜືອຈາກເຮົາ”(ອົບພະຍົບ 20:3) ອັນນັ້ນແມ່ນໜຶ່ງໃນບັນຍັດສິບປະການ.

ຊາຍໜຸ່ມທັງສາມນີ້ຄື: ຊັດຣັກ, ເມຊາດ ແລະອາເບັດເນໂກຈະຕ້ອງເລືອກວ່າຈະ ຂາບໄຫວ້ຕໍ່ຮູບປັ້ນຄໍານັ້ນບໍ? ຫຼືວ່າພວກເຂົາຈະປະຕິເສດທີ່ຈະຂາບລົງຕໍ່ຮູບປັ້ນຄໍາ?ຊາຍ ໜຸ່ມເຫຼົ່ານີ້ມີທາງເລືອກຫຼາຍທາງ, ພວກເຂົາສາມາດເວົ້າໄດ້ວ່າ “ມັນເປັນໜ້າທີ່ຂອງພວກ ເຮົາໃນຖານະເປັນພົນລະເມືອງທີ່ຈະຂາບລົງ ແລະເຊື່ອຟັງກະສັດ” ຫຼືພວກເຂົາສາມາດ ເວົ້າໄດ້ວ່າ “ມັນເປັນພຽງຮູບແບບຂອງບັນຫາໜຶ່ງ, ພຣະເຈົ້າຊົງຮູ້ວ່າໃນໃຈຂອງພວກເຮົາພວກເຮົາຮັກພຣະອົງ,ເຖິງແມ່ນວ່າພວກເຮົາຂາບລົງຕໍ່ຮູບເຄົາລົບນັ້ນກໍຕາມ” ພວກເຂົາສາມາດຂາບລົງ ແລະບໍ່ມີບັນຫາຫຍັງເລີຍໄດ້, ພຣະຄໍາພີເວົ້າວ່າ “ທ່ານຈົ່ງເລືອກໃນວັນນີ້ວ່າທ່ານຈະຮັບໃຊ້ຜູ້ໃດ”(ໂຢຊູວາ 24:15).

ຄືກັບທີ່ພວກເຮົາຫຍັບມາໃກ້ໃນສິ່ງທີ່ໂລກເອີ້ນວ່່າ “ວັນພັກຜອ່ນ”ພວກທ່ານທຸກຄົນ ຈະຕ້ອງຕັດສິນໃຈເລືອກ, ວ່າທ່ານຈະກົ້ມກາບຊາຕານ ຫຼືທ່ານຈະສັດຊື່ຕໍ່ພຣະເຈົ້າ? ທ່ານຈະຢູ່ໃນຄຣິສຕະຈັກໃນວັນຄຣິສມາດ ຫຼືທ່ານຈະແລ່ນໜີໄປລັດລາສເວກັສ? ທ່ານຈະຢູ່ໃນຄຣິສຕະຈັກໃນວັນປີໃໝ່ ຫຼືທ່ານຈະແລ່ນໜີໄປງານລ້ຽງ? ທ່ານຈະຂາບລົງຕໍ່ຮູບປັ້ນຄໍາແຫ່ງໂລກວັດຖຸນິຍົມຂອງຊາວອາເມລິກາ ຫຼືທ່ານຈະຢູ່ໃນຄຣິສຕະຈັກກັບຄົນຂອງພຣະເຈົ້າ? ຂ້າພະເຈົ້າເຄີຍຖືກວິຈານໂດຍພວກຂ່າວປະເສີດໃໝ່ທີ່ອ່ອນແອຍ້ອນເວົ້າແບບນັ້ນ, ພວກເຂົາເວົ້າວ່າຂ້າພະເຈົ້າເຄັ່ງເກີນໄປ, ພວກເຂົາເວົ້າວ່າມັນຜິດກົດໝາຍທີ່ເຮັດໃຫ້ທ່ານເລືອກລະຫວ່່າງພຣະເຈົ້າກັບເງິນຄໍາ, ແຕ່ພວກເຂົາລືມວ່າຂ້າພະເຈົ້າບໍ່ໄດ້ຕັ້ງການແບ່ງອອກເປັນສອງນັ້ນ, ຂ້າພະເຈົ້າບໍ່ໄດ້ສ້າງການແຕກແຍກນັ້ນ, ພຣະຄຣິດຊົງເຮັດຄື ພຣະເຢຊູຄຣິດເຈົ້າເອງທີ່ກ່າວວ່າ “ບໍ່ມີມະນຸດຄົນໃດສາມາດຮັບໃຊ້ນາຍສອງນາຍໄດ້”ຄື ພຣະ ຄຣິດທີ່ກ່າວວ່າ “ທ່ານຈະບົວລະບັດພຣະເຈົ້າ ແລະ ເງິນບໍ່ໄດ້”(ມັດທາຍ 6:24) ຄືພຣະ ຄຣິດເອງທີ່ບອກພວກເຮົາວ່າ:

“ຈົ່ງສະແຫວງຫາອານາຈັກຂອງພຣະເຈົ້າ ແລະຄວາມຊອບທໍາຂອງພຣະອົງກ່ອນ”(ມັດທາຍ 6:33)

ພຣະຄໍາພີສະບັບຣິີຟໍເມເຊິນສຶກສາໄດ້ກ່າວວ່າ ມັດທາຍ 6:33 “ພວກເຮົາຕ້ອງເຮັດໃຫ້ ອໍານາດອະທິປະໄຕຂອງພຣະເຈົ້າປົກຄອງ ແລະມີຄວາມສໍາພັນທີ່ຖືກຕ້ອງຕໍ່ພຣະອົງເປັນຈຸດສູງສຸດໃນຊີວິດ...ພຣະເຈົ້າຈະປະທານຕາມທຸກຄວາມຕ້ອງການຂອງຄົນເຫຼົ່ານັ້ນທີ່ສ່ຽງເພື່ອພຣະອົງ”(ໝາຍເຫດໃນມັດທາຍ 6:33).

ຄອບຄົວຂອງພວກທ່ານ ແລະໝູ່ເພື່ອນທີ່ຍັງບໍ່ລອດຂອງທ່ານຈະເຮັດທຸກຢ່າງເພື່ອດຶງທ່ານໄປຈາກຄຣິສຕະຈັກໃນວັນຄຣິສມາດ ແລະວັນປີໃໝ່, ພວກເຂົາຈະເອີ້ນທ່ານເປັນຄົນ “ແປກປະຫຼາດ” ຫຼື “ບ້ານໍາອັນໃດໜື່ງ”ຖ້າທ່ານຫາກຢູ່ໃນໂບດໃນຊ່ວງເວລານັ້ນແທນທີ່ຈະແລ່ນໄປລາສເວກັັດ,ຊານຟຣານຊິສໂກ ຫຼືບ່ອນໃດໜຶຶ່ງ! ທ່ານຈະຕ້ອງຕັດສິນໃຈວ່າຈະຂາບລົງຕໍ່ຮູບເຄົາລົບຂອງພວກເຂົາ - ຫຼືຮັບໃຊ້ພຣະເຈົ້າຢູ່ໃນຄຣິສຕະຈັກນີ້! ທ່ານຈະຕ້ອງຕັດສິນໃຈ!

ພໍ່ຂອງຂ້າພະເຈົ້າເອງໃຈຮ້າຍ ແລະຮ້ອງໃສ່ຂ້າພະເຈົ້າຕອນທີ່ຂ້າພະເຈົ້າເລືອກທີ່ຈະໃຊ້ຊ່ວງເວລາປີໃໝ່ກັບພີ່ນ້ອງຢູ່ໃນຄຣິສຕະຈັກຊາວຈີນ, ລາວຮ້ອງໃສ່ວ່າ “ເປັນຫຍັງເຈົ້າຈື່ງຢາກໃຊ້ເວລາຊ່ວງປີໃໝ່ກັບຄົນຈີນພວກນັ້ນແທນທີ່ຄອບຄົວຂອງເຈົ້າ?” ຂ້າພະເຈົ້າບໍ່ໄດ້ຖຽງເພິ່ນ, ຂ້າພະເຈົ້າຍັງຄົງຢູ່ໃນໂບດໃນວັນຄຣິສມາດກັບປີໃໝ່, ຂ້າພະເຈົ້າໄດ້ຊວນເພິ່ນໄປນໍາ, ເມື່ອເພິ່ນປະຕິເສດຂ້າພະເຈົ້າກໍເວົ້າກັບຕົນເອງວ່າ “ເຈົ້າເປັນຄົນທີ່ແບ່ງແຍກຄອບຄົວເອງ, ເຈົ້າເປັນຄົນທີ່ປະຕິເສດທີ່ຈະໄປໂບດກັບຂ້ອຍເອງ”

ພວກທ່ານເຫັນແລ້ວວ່າມັນຄືທ່າທີນັ້ນທີ່ເຮັດໃຫ້ເກີດຄວາມແຕກຕ່າງລະຫວ່າງ ຄຣິສຕຽນແຕ່ຊື່ກັບຄຣິສຕຽນແທ້! ຖ້າທ່ານໄດ້ຕິດຕໍ່ກັບພວກຂ່າວປະເສີດໃໝ່ທີ່ນຸ້ມນວນ,ມັນຈະຕ້ອງອາໄສການກະທໍາຂອງພຣະເຈົ້າໃນຊີວິດຂອງທ່ານເພື່ອທີ່ຈະເຫັນວ່າສາສະໜາຂອງພວກເຂົາແມ່ນການປະນີປະນອມ - ປະນິປະນອມກັບພະຍາມານ! ມັນເປັນໄປບໍ່ໄດ້ເລີຍສໍາລັບທ່ານທີ່ຈະແຕ່ງງານກັບໜຶ່ງໃນຄົນໜຸ່ມຂອງພວກເຮົາທີ່ເປັນຄຣິສຕຽນທີ່ຈິງຈັງ, ພວກເຂົາຈະຕ້ອງປະນິປະນອມແລະຖີ້ມຄວາມຈິງຈັງຂອງພວກເຂົາ-ຫຼືບໍ່ດັ່ງນັ້ນທ່ານກໍຈະຕ້ອງເລີກການປະນິປະນອມຂອງທ່ານແລ້ວມາເປັນຄຣິສຕຽນແທ້-ແທນຂອງການເປັນຂ່າວປະເສີດແຕ່ຊື່(ໃນນາມເທົ່ານັ້ນ)! ພວກເຮົາບໍ່ໄດ້ປະນິປະນອມ! ດັ່ງນັ້ນຈື່ງດີກວ່າທີ່ທ່ານຈະຄຸນເຄີຍກັບມັນ-ບໍ່ດັ່ງນັ້ນທ່ານກໍຕ້ອງໄປຄຣິສຕະຈັກອື່ນ! ຊີ.ເອສ.ລູອິສໄດ້ເວົ້າວ່າ “ຂ້າພະ ເຈົ້າເຄີຍເປັນຄົນບໍ່ເຊື່ອທີ່ກັບໃຈໃໝ່ທີ່ອາໄສຢູ່ທ່າມກາງພວກພິວຣິທັນທີ່ຖິ້ມຄວາມເຊື່ອ” ຄືກັບທີ່ກລິບປີ້ງເວົ້າວ່າ “ຕາເວັນອອກກໍຄືຕາເວັນອອກ ແລະຕາເວັນຕົກກໍຄືຕາເວັນຕົກ ແລະບໍ່ມີວັນທີ່ສອງຢ່າງຈະມາພົບກັນໄດ້” ພວກຂ່າວປະເສີດກໍຄືພວກຂ່າວປະເສີດ ແລະພວກເນັ້ນຮາກຖານເດີມກໍຄືພວກເນັ້ນຮາກຖານເດີມ ແລະບໍ່ມີວັນທີ່ທັງສອງຈະເຂົ້າກັນໄດ້, ຈົ່ງມາກັບພວກເຮົາແລ້ວມາເປັນຄຣິສຕຽນແທ້! ຈົ່ງເລີກເປັນພວກຂ່າວປະເສີດໃໝ່ທີ່ຕາຍ ແລະສາສະໜາທີ່ບໍ່ມີຄ່າຫຍັງເລີຍສາ! ຈົ່ງເລີກ! ຈົ່ງມາກັບພວກເຮົາແລ້ວມາເປັນຄຣິສຕຽນແທ້!

ພວກທ່ານຮູ້ດີ,ບໍ່ຕ້ອງຕິດຕໍ່ກັນກັບພວກຂ່າວປະເສີດໃໝ່ຫຼາຍເພື່ອທີ່ຈະທໍາລາຍບຸກຄົນໜຶ່ງ,ໄປກັບພວກເຂົາສອງສາມເດືອນ-ໄປໂຮງຮຽນຂອງເຂົາຫຼືໂບດຂອງເຂົາ- ແລະ ມັນຈະຕ້ອງອາໄສການອັດສະຈັນຂອງພຣະເຈົ້າສໍາລັບທ່ານທີ່ຈະມາກັບພວກເຮົາ! ມັນຈະຕ້ອງອາໄສອັດສະຈັນແຫ່ງການປ່ຽນແປງສໍາລັບທ່ານທີ່ຈະຄິດຄືກັບພວກເຮົາ! ຈອຊ ເບີນາດຊໍ ໄດ້ກ່່າວວ່າຜູ້ຄົນທີ່ສັກຢາເຂັມນ້ອຍໆແຫ່ງຊາວຄຣິສຕຽນໃນຂະນະເປັນເດັກນ້ອຍບໍ່ຄ່ອຍຈະໄດ້ຫຍັງ, ດຣ.ເຄີຕິສຮັດສັນໄດ້ຂຽນໜັງສືເຫຼັ້ມນ້ອຍໆຊື່ວ່າ “ຂ່າວປະເສີດ ໃໝ່ ສັດຕູຂອງພວກເນັ້ນຮາກຖານເດີມ” ລາວເວົ້າຖືກ, ພວກເຂົາເປັນສັດຕູຂອງພວກເຮົາ ພວກເຮົາດີຕໍ່ພວກເຂົາເທົ່າທີ່ຈະເຮັດໄດ້-ແຕ່ພວກເຂົາຈະໂຈມຕີິພວກເຮົາຕະຫຼອດ! ເປັນຫຍັງ? ກໍເພາະວ່າພວກເຂົາບໍ່ມັກຄຣິສຕຽນທີ່ເອົາຈິງເອົາຈັງ, ນັ້ນຄືເຫດຜົນ! ຂ້າພະເຈົ້າເຄີຍເປັນຄົນບໍ່ເຊື່ອທີ່ໄດ້ຮັບການກັບໃຈໃໝ່ ແລະອາໄສຢູ່ທ່າມກາງຄົນນັກປະກາດຂ່າວປະເສີດໃໝ່ທີ່ປະຖີ້ມຄວາມເຊື່ອ! ຂ້າພະເຈົ້າໄດ້ຮຽນຮູ້ເປັນເວລາຫຼາຍປີທີ່ຈະຄາດຫວັງວ່າພວກເຂົາຄົງຈະບໍ່ມັກຄວາມເຊື່ອຂອງຕົນ ແລະເວົ້າຕໍ່ຕ້ານຕົນເອງ! ພວກທ່ານຈໍາເປັນຕ້ອງຮຽນແບບນັ້ນເຊັ່ນກັນ - ຖ້າພວກທ່ານຢາກຈະປະສົບກັບການກັບໃຈໃໝ່ແທ້ ແລະມາເປັນຄຣິສຕຽນແທ້!

ພວກທ່ານເຫັນບໍ່ວ່າ ພວກຂ່າວປະເສີດໃໝ່ບໍ່ເຊື່ອພຣະຄໍາພີແທ້, ພວກເຂົາບໍ່ເຊື່ອແທ້ວ່າໃຈຂອງພວກເຂົາ “ຫລອກລວງ ແລະເສື່ອມຊາມຢ່າງຊົ່ວຮ້າຍ”-ຊື່ງໝາຍເຖິງພວກເຂົາບໍ່ເຊື່ອ ເຢເຣມີຢາ 17:9, ພວກເຂົາຄິດວ່າຕົນເອງບໍ່ແມ່ນຄົນຊົ່ວຄືກັບຄົນອື່ນ,ດັ່ງນັ້ນພວກເຂົາຈື່ງຈະໄປສະຫວັນໄດ້ເພາະພວກເຂົາບໍ່ໄດ້ຊົ່ວຄືກັບຄົນອື່ນ, ອັນນີ້ໝາຍເຖິງພວກເຂົາບໍ່ເຊື່ອພຣະຄໍາພີ “ເພາະທຸກຄົນທີ່ຍົກຕົວຂື້ນຈະຕ້ອງຖືກຢຽບລົງ”(ລູກາ 18:14) “ໂອຂ້າແດ່ພຣະເຈົ້າ ຂໍຊົງຄົ້ນເບິ່ງຂ້ານ້ອຍ ແລະຮູ້ຈັກໃຈຂອງຂ້ານ້ອຍ, ຈົ່ງລອງເບິ່ງຂ້ານ້ອຍ ແລະຮູ້ຈັກຄວາມຄິດຂອງຂ້ານ້ອຍ ແລະເບິ່ງວ່າມີທາງຊົ່ວໃດໆຢູ່ໃນຂ້ານ້ອຍຫຼືບໍ”(ເພງສັນລະເສີນ 139:23,24), ພວກຂ່າວປະເສີດໃໝ່ບໍ່ໄດ້ມາພາຍໃຕ້ການສໍານຶກເລື່ອງບາບ ເພາະພວກເຂົາຕາມພຣະຄໍາພີດ້ວຍຄວາມຈິງຈັງ, ພວກເຂົາແກ້ຕົວໃຫ້ຕົນເອງ,ສະນັ້ນພວກເຂົາຈື່ງບໍ່ສາມາດກັບໃຈໃໝ່ໄດ້, ພວກເຂົາພຽງແຕ່ເປັນພວກພິວຣິທັນທີ່ປະຖີ້ມຄວາມເຊື່ອ, ດຣ.ເອ.ດັບໂບຢູ.ໂທເຊີ ໄດ້ກ່າວວ່າ “ໜັງສືທີ່ເປັນຄວາມຈິງທີ່ສຸດໃນໂລກກໍຄືພຣະຄໍາພີ, ພຣະເຈົ້າຊົງມີແທ້ ແລະດັ່ງນັ້ນການໜີບໍ່ພົ້ນກໍຄືຄວາມບາບ, ຄວາມຕາຍແລະນາລົກຕໍ່ຄົນທີ່ຄວາມບາບນໍາເຂົາໄປ”(ເກີດຫຼັງຈາກທ່ຽງຄືນ)

ຊາຍໜຸ່ມເຫຼົ່ານີ້ບໍ່ແມ່ນນັກປະກາດຂ່າວປະເສີດໃໝ່, ພວກເຂົາບໍ່ເຄີຍຖືກວາງຢາພິດດ້ວຍຄວາມຮູ້ສຶກຜິດໆຂອງພຣະເຈົ້າ ແລະຂອງການພິພາກສາເລື່ອງຄວາມບາບ, ຊັດຣັກ, ເມຊາດ ແລະອາເບດເນໂກເປັນພວກເນັ້ນຮາກຖານເດີມທີ່ເຊື່ອພຣະຄໍາພີເປັນແກນຫຼັກ, ພວກເຂົາໂຕສັ່ນໃນເລື່ອງຢໍາເກງພຣະເຈົ້າ, ພວກເຂົາຢໍາເກງພຣະເຈົ້າຫຼາຍຈົນພວກເຂົາເຕັມໃຈທີ່ຈະຖືກເຜົາທັງເປັນຫຼາຍກວ່າທີ່ຈະບໍ່ເຊື່ອຟັງພຣະເຈົ້າ ແລະກົ້ມຂາບຮູບປັ້ນຂອງກະສັດ, ພຣະຄໍາພີກ່າວວ່າ “ຄວາມຢໍາເກງພຣະເຢໂຮວາເປັນຈຸດເລີ່ມຕົ້ນຂອງຄວາມຮູ້”(ສຸພາສິດ 1:7),ແຕ່ພວກຂ່າວປະເສີດໃໝ່ບໍ່ໄດ້ຢຳເກງພຣະເຈົ້າ, ພຣະຄໍາພີກ່າວວ່າ “ໃນແວວຕາຂອງເຂົາບໍ່ມີຄວາມຢໍາເກງພຣະເຈົ້າ”(ໂຣມ 3:18) ລອງທົດສອບໂຕທ່ານເອງເບິ່ງ, ທ່ານຢຳເກງພຣະເຈົ້າຄືກັບພວກຊາຍໜຸ່ມເຫຼົ່ານີ້ບໍ? ຫຼື “ບໍ່ມີຄວາມຢໍາເກງພຣະເຈົ້າໃນແວວຕາຂອງທ່ານ”? ຖ້າບໍ່ມີຄວາມຢໍາເກງພຣະເຈົ້າ,ທ່ານກໍເປັນພວກຂ່າວປະເສີດ ໃໝ່, ພວກທ່ານຄວນຈະຢໍາເກງພຣະເຈົ້າ! ພວກທ່ານເຄີຍຖືກບອກຈາກພຣະຄໍາພີແລ້ວວ່າພວກທ່ານເປັນຄົນທີີ່ຫຼົງຫາຍ! ມັນກວນໃຈທ່ານບໍ? ມັນເຮັດໃຫ້ທ່ານນອນບໍ່ຫລັບໃນຕອນກາງຄືນ,ຢ້ານນາລົກບໍ? ຖ້າບໍ່ເປັນດ່ັງນັ້ນທ່ານກໍຖືກວາງຢາພິດໂດຍພວກຂ່າວປະເສີດໃໝ່ທີ່ທ່ານຖືກຄາດວ່າເປັນ, ມັນເປັນຢາພິດ! ມັນເປັນຢາພິດ! ມັນເປັນຢາພິດ! ພວກທ່ານຄວນຈະຢ້ານພຣະພິໂລດຂອງພຣະເຈົ້າ!

ກະສັດຈື່ງກ່າວກັບພວກເຂົາວ່າ “ຖ້າພວກເຈົ້າບໍ່ກົ້ມຂາບແລະນະມັດສະການຮູບປັ້ນຄໍາຂອງເຮົາ, ພວກເຈົ້າຈະຖືກໂຍນລົງໃນເຕົາໄຟ-ແລະຜູ້ໃດລະທີ່ເປັນພຣະເຈົ້າທີ່ຈະຊ່ວຍພວກເຈົ້າໃຫ້ພົ້ນໄດ້້້້້້້້້້້້້້້”(ດານີເອນ 3:15)

ຊາຍໜຸຸ່ມທັງສາມຄົນນີ້ໄດ້ຮັບການກັບໃຈໃໝ່ແລ້ວ, ພວກເຂົາຢໍາເກງພຣະເຈົ້າ, ພວກເຂົາວາງໃຈເຊື່ອໃນພຣະເຈົ້າ, ພວກເຂົາໄດ້ຮຽນຮູ້ຫຼາຍປີກ່ອນທີ່ຈະບໍ່ປັບຕົວເຂົ້າກັບຄວາມຜິດບາບຂອງຊາວບາບິໂລນ. ພວກເຂົາໄດ້ຮຽນຮູ້ທີ່ຈະຢືນຢັດແຕ່ຜູ້ດຽວຕໍ່ໜ້າພຣະເຈົ້າ.

ກ້າຄືດານີເອນ
ກ້າຢືນຢັດຜູ້ດຽວ
ກ້າຢືນໝັ້ນໃນເປົ້າໝາຍ
ກ້າທີ່ຈະເຮັດໃຫ້ເປັນທີ່ຮູ້ຈັກ
(“Dare to be a Daniel,” Philip P. Bliss, 1838-1876).

ຢືນຂື້ນແລະຮ້ອງອີກ!

ກ້າຄືດານີເອນ
ກ້າຢືນຢັດຜູ້ດຽວ
ກ້າຢືນໝັ້ນໃນເປົ້າໝາຍ
ກ້າທີ່ຈະເຮັດໃຫ້ເປັນທີ່ຮູ້ຈັກ

ຂ້າພະເຈົ້າເປັນພຽງແຕ່ຄົນໜຸ່ມຄົນໜຶ່ງ, ຂ້າພະເຈົ້າຢູ່ຄົນດຽວ! ບໍ່ມີເງິນ, ບໍ່ມີຜູ້ໃດໜຸນຫຼັງໃຫ້! ດຣ.ກຣີນແນມເບິ່ງຂ້າພະເຈົ້າແລ້ວເວົ້າວ່າ “ຖ້າເຈົ້າບໍ່ຢຸດຕອບຄໍາຖາມພວກສາສະດາຈານທີ່ປະຕິເສດພຣະຄໍາພີ, ເຈົ້າຈະບໍ່ມີວັນໄດ້ເປັນສິດຍາພິບານຂອງຄຣິສຕະຈັກແບັບຕິດໃຕ້ຈັກເທື່ອ” ຂ້າພະເຈົ້າໄດ້ຮຽນຮູ້ທີ່ຈະຢືນຢັດຜູ້ດຽວເພື່ອພຣະເຈົ້າ, ຂ້າພະ ເຈົ້າໄດ້ເຮັດວຽກຕາມທາງຂອງຕົນຜ່ານທາງວິທະຍາໄລ, ຂ້າພະເຈົ້າເຮັດວຽກ 16 ຊົ່ວຕໍ່ມື້ ເຈັດວັນຕໍ່ອາທິດ - ເພື່ອຈ່າຍຄ່າຮຽນວິທະຍາໄລກັບໂຮງຮຽນພຣະຄໍາພີ, ຂ້າພະເຈົ້າໄດ້ຮຽນຮູ້ທີ່ຈະຢໍາເກງພຣະເຈົ້າຫຼາຍກວ່າມະນຸດ, ດຣ.ກຣີນເວົ້າວ່າ“ຖ້າເຈົ້າບໍ່ຢຸດຕອບຄໍາຖາມພວກສາສະດາຈານທີ່ປະຕິເສດພຣະຄໍາພີ, ເຈົ້າຈະບໍ່ມີວັນໄດ້ເປັນສິດຍາພິບານຂອງຄຣິສ ຕະຈັກແບັບຕິດໃຕ້ຈັກເທື່ອ”

ຂ້າພະເຈົ້າກໍແນມໜ້າເພິ່ນແລະເວົ້າວ່າ “ຖ້າມັນຕ້ອງຈ່າຍຄ່າແບບນັ້ນຂ້ອຍກໍບໍ່ຕ້ອງການຈັກຢ່າງ” ຂ້ອຍບໍ່ຕ້ອງການຈັກຢ່າງຖ້ານັ້ນຄືສິ່ງທີ່ຕ້ອງເສຍ!ຂ້ອຍບໍ່ຕ້ອງການມັນ!

ກ້າຄືດານີເອນ
ກ້າຢືນຢັດຜູ້ດຽວ
ກ້າຢືນໝັ້ນໃນເປົ້າໝາຍ
ກ້າທີ່ຈະເຮັດໃຫ້ເປັນທີ່ຮູ້ຈັກ

ຂ້າພະເຈົ້າບໍ່ໍ່ມີເຄືອຄ່າຍທີ່ໝັ້ນຄົງອັນໃດເລີຍ! ຂ້າພະເຈົ້າຄິດວ່າມັນຄືຈຸດຈົບອາຊີບຂອງຕົນເອງແລ້ວ, ຂ້າພະເຈົ້າຄິດວ່າຕົນເອງໄດ້ເສຍເວລາສີ່ປີຢູ່ວິທະຍາໄລແລະສາມປີຢູ່ໂຮງຮຽນພຣະຄໍາພີ, ແຕ່ຂ້າພະເຈົ້າບໍ່ສົນອີກແລ້ວ, ຂ້າພະເຈົ້າຕ້ອງຢືນຢັດເພື່ອພຣະຄໍາພີ! ຂ້າພະເຈົ້າຕ້ອງຢືນຢັດເຖິງແມ່ນວ່າຂ້າພະເຈົ້າຈະບໍ່ມີຄຣິສຕະຈັກທີ່ຈະເປັນສິດຍາພິບານໄດ້ກໍຕາມ! ເຖິງແມ່ນວ່າພວກເຂົາຈະເອົາຂ້າພະເຈົ້າຖີ້ມລົງໃນເຕົາໄຟກໍຕາມ! ເຖິງແມ່ນວ່າ ຂ້າພະເຈົ້າຈະບໍ່ມີວັນມີຄຣິສຕະຈັກຈັກແຫ່ງກໍຕາມ!

ຖ້າມັນຕ້ອງແລກມາແບບນັ້ນ-ຂ້ອຍກໍບໍ່ຕ້ອງການຈັກອັນ! ຂ້າພະເຈົ້າຢ້ານບໍ? ແນ່ ນອນວ່າຢ້ານ! ແຕ່ຂ້າພະເຈົ້າຫາກໍຂຽນເລື່ອງລາວຊີວິດຂອງຕົນເອງໃນອາທິດແລ້ວນີ້,ນີ້ຄືຊື່ຂອງໜັງສືຂອງຂ້າພະເຈົ້້າ - ຕໍ່ສູ້ຄວາມຢ້ານທັງປວງ!

ພວກນັກເທດທີ່ຍິ່ງໃຫຍ່ແລະມີຊື່ສຽງຫຼາຍຄົນໄດ້ເຊັ່ນຮັບຮອງໜັງສືຂອງຂ້າພະເຈົ້າ, ຄໍາເວົ້າຂອງພວກເຂົາແມ່ນຢູ່ເທິງໜ້າປົກ! ດຣ.ບິລມັອນໂຣ ອະດີດປະທານຂອງ Baptist Bible Fellowship ໄດ້ກ່າວວ່າ “ໄຮເມີເປັນດານຽນສະໄໝໃໝ່ຢູ່ໃນບາບິໂລນສະໄໝໃໝ່-ໃນເມືອງລອສແອເຈີລິສ ຈົ່ງອ່ານເລື່ອງຂອງລາວ ແລະຮັບພຣະພອນຄືກັບທີ່ຂ້ອຍໄດ້ຮັບ”

ດຣ.ນີລວີຟເວີປະທານຂອງມະຫາວິທະຍາໄລແບັບຕິດລຸຍເຊຍນາໄດ້ຂຽນວ່າ-ໄຮເມີເປັນຄົນ “ບໍ່ຢ້ານທີ່ຈະຕໍ່ສູ້ເພື່ອຈິດສໍານຶກຂອງລາວຕໍ່ສູ້ກັບເລື່ອງແປກທຸກຢ່າງ, ຊາຍຄົນນັ້ນຄືເພື່ອນທີ່ດີຂອງຂ້ອຍ ດຣ.ອາ.ແອວ.ໄຮເມີຈູເນຍ”

ດຣ.ເຮີເບີດເອັມ.ຣໍລິງ ລູກຂອງດຣ.ຈອນຣໍລິງ ແລະເປັນປະທານຂອງມູນນິທິຣໍລິງໄດ້ກ່າວວ່າ ໄຮເມີຄືຄົນອາເມລິກາດັ່ງເດີມ! ມີນິມິດ! ຊີວິດຂອງລາວສະແດງໃຫ້ເຫັນເຖິງຄວາມຫຼົງໄຫຼຂອງລາວທີ່ກະຕຸ້ນຄົນອື່ນໆເພື່ອ ພຣະນາມຂອງພຣະຄຣິດ

ດຣ.ແດນເດວິດສັນສິດຍາພິບານຢູ່ຊານຕາອານາລັດຄາລິຟໍເນຍໄດ້ກ່າວວ່າ “ອຸປະສັກຕ່າງໆ... ທີ່ຫວ່ານຕາມຫົນທາງຂອງດຣ.ໄຮເມີໜ້າຈະຢຸດຢັ້ງຫຼາຍຄົນຈາກການຮັບໃຊ-ແຕ່ດຣ.ໄຮເມີເອົາຊະນະພວກມັນທັງໝົດ”

ອາຈານໂຣເຈີຮັອຟແມນໄດ້ຂຽນວ່າ “ຂ້າພະເຈົ້າຂໍແນະນໍາໜັງສືເຫຼັ້ມນີ້,ບໍ່ວ່າທ່ານຈະເປັນນັກເທດຫຼືບໍ່,ມັນຈະດົນບັນດານທ່ານແລະເພີ່ມພູນຄວາມເຊື່ອຂອງທ່ານ”

ດຣ.ໂຣເບີດແອວ.ຊໍາເນີກ່າວວ່າ “ຂ້າພະເຈົ້າຂໍຊົມເຊີຍຜູ້ຊາຍທີ່ເຕັມໃຈທີ່ຈະຢືນຢັດເພື່ອຄວາມຈິງ, ເຖິງແມ່ນເມື່ອທຸກຄົນເບິ່ງຄືວ່່າຕໍ່ຕ້ານລາວ,ໂຣເບີດເລສລີໄຮເມີຈູເນຍ ຄືຄຣິສຕຽນປະເພດນັ້ນ”

ດຣ.ເພກແພັດເຕີສັນປະທານຂອງໂຮງຮຽນສາສະໜາສາດແຫ່ງແບັບຕິດໃຕ້ໄດ້ຂຽນວ່າ “ຕໍ່ສູ້ຄວາມຢ້ານທັງປວງຄືເລື່ອງລາວທີ່ຈະເປັນໄປບໍ່ໄດ້ ແລະອັດສະຈັນຂອງໂຣເບີດແອວ.ໄຮເມີຈູເນຍ ນັກເທດແຫ່ງຂ່າວປະເສີດຜູ້ສັດຊື່, ຈົ່ງອ່ານໜັງສືເຫຼັ້ມນີ້ ແລ້ວທ່ານຈະໄດ້ຮັບພຣະພອນ”

ດຣ.ບັອບໂຈນ III ອະທິການບໍດີຂອງມະຫາວິທະຍາໄລບັອບໂຈນໄດ້ຂຽນວ່າ “ຊີຫວະປະຫວັດຂອງລາວໄດ້ເປີດລາວວ່າເປັນ...ຄືກັບຜູ້ທໍານາຍໃນພັນທະສັນຍາເດີມ...ຂ້າພະເຈົ້າກັບພໍ່ຜູ້ຢູ່ກ່ອນຂ້າພະເຈົ້າພູມໃຈທີ່ເອີ້ນຕົນເອງວ່າເປັນເພື່ອນຂອງດຣ.ອາ.ແອວ.ໄຮເມີຈູເນຍ”

ດຣ.ໄຄຣທັນແອວ.ແຊນ ໄດ້ຂຽນວ່າ “ຈົ່ງອ່ານໜັງສືເຫຼັ້ມນີ້ແລ້ວຄວາມຢ້ານລົ້ມເລວຂອງທ່ານຈະບິນອອກໄປທາງປ່ອງຢ້ຽມ! ທ່ານຈະໄດ້ຮັບກໍາລັງຈາກຊີວິດຂອງດຣ.ໄຮເມີ, ຈົ່ງອ່ານໜັງສືເຫຼັ້ມນີ້! ມັນຈະເປັນແຮງບັນດານໃຈທ່ານ”

ດຣ.ເອດີພູວັນໂຕຂອງອິນໂດເນເຊຍໄດ້ຂຽນວ່າ “ເມື່ອພຣະເຈົ້າຢູ່ກັບຄົນໃດລາວກໍບໍ່ສາມາດຖືກປາບລົງໄດ້, ດຣ.ໄຮເມີຄືວິລະບຸລຸດຜູ້ທີ່ລອດຈາກສົງຄາມປານຕາຍຫຼາຍເທື່ອແລ້ວ”

ຂ້າພະເຈົ້າສາມາດອ່ານຕໍ່ໄດ້ແຕ່ພໍແລ້ວ, ຂ້າພະເຈົ້າບໍ່ໄດ້ຄິດເຖິງຕົນເອງໃນຖານະເປັນວິລະບຸລຸດ, ຂ້າພະເຈົ້າເປັນພຽງແຕ່ມະນຸດຄົນໜຶ່ງຄືກັບຊັດຣັກ,ເມຊາດແລະເອເບດເນໂກ,ເປັນພຽງມະນຸດຄົນໜຶ່ງທີ່ຢໍາເກງພຣະເຈົ້າພໍທີ່ຈະບໍ່ຍອມກົ້ມຂາບພວກເສລີນິຍົມທີ່ປະຕິ ເສດພຣະຄໍາພີ,ບໍ່ກົ້ມຂາບພວກຮໍລີວູດເມື່ອພວກເຂົາໂຈມຕີພຣະເຢຊູ, ເປັນພຽງມະນຸດຄົນໜຶ່ງຜູ້ບໍ່ຍອມກົ້ມຂາບລົງຕໍ່ຣິຊາດໂອລີວາສ ຫຼືໜັງສືພິມລອສແອງເຈີລິສໄທມ໌ ຫຼືລາຍການຂ່າວທາງທີວີໃດໆໃນປະເທດອາເມລິກາ, ເປັນພຽງມະນຸດຄືກັບຊັດຣັກ,ເມຊາດແລະເອເບດເນໂກ!

ພວກເຮົາບໍ່ໄດ້ລະວັງທີ່ຈະຕອບທ່ານໃນເລື່ອງນີ້, ໂອທ່ານກະສັດຖ້າພຣະເຈົ້າຂອງພວກເຮົາຜູ້ທີ່ພວກເຮົາຮັບໃຊ້ຊົງສາມາດທີ່ຈະຊ່ວຍພວກເຮົາໃຫ້ພົ້ນຈາກເຕົາໄຟທີ່ລຸກຢູ່ໄດ້, ພຣະອົງກໍຈະຊ່ວຍພວກເຮົາໃຫ້ພົ້ນຈາກເງືອມມືຂອງທ່ານໄດ້, ແຕ່ຖ້າບໍ່ເປັນເຊັ່ນນັ້ນ(ຮາ!ຮາ!-ເທົ່ານັ້ນແລະ) “ແຕ່ຖ້າບໍ່ເປັນເຊັ່ນນັ້ນ ໂອຂ້າແຕ່ກະສັດ ຂໍທ່ານຈົ່ງຊາບວ່າ ພວກຂ້ານ້ອຍຈະບໍ່ບົວລະບັດພະຂອງທ່ານ ຫຼືນະມັດສະການຮູບປັ້ນຄໍາຊື່ງທ່ານໄດ້ຕັ້ງຂື້ນ”ທ້າວ ມານູເອວເມນເຊຍໄດ້ເອົາແຜ່ນຈາລຶກຕົວໜັງສືໃຫ້ຂ້າພະເຈົ້າຊື່ງຕັ້ງຢູ່ເທິງໂຕະຂອງຂ້າພະ ເຈົ້າທີ່ນີ້ໃນຫ້ອງການຂອງຂ້າພະເຈົ້າ, ແລະຖ້າບໍ່ເປັນເຊັ່ນນັ້ນ! ພຣະເຈົ້າຊົງສາມາດຊ່ວຍພວກເຮົາໃຫ້ພົ້ນໄດ້, ແລະຖ້າບໍ່ເປັນເຊັ່ນນັ້ນ-ເຖິງແມ່ນພວກເຮົາຈະຖືກເຜົາຈົນຕາຍກໍຕາມ “ພວກເຮົາຈະບໍ່ບົວລະບັດພະຂອງທ່ານ ຫຼືນະມັດສະການຮູບປັ້ນຄໍາຊື່ງທ່ານໄດ້ຕັ້ງຂື້ນ”

ເພື່ອນໄວ້ໜຸ່ມທີ່ຮັກຂອງຂ້າພະເຈົ້າ,ພວກທ່ານໄດ້ຍິນຂ້າພະເຈົ້າເທດຫຼາຍເທື່ອແລ້ວ, ຂ້າພະເຈົ້າພູມໃຈທ່ານຫຼາຍ, ຂ້າພະເຈົ້າໄດ້ຄຸຍກ່ຽວກັບເລື່ອງພວກທ່ານທີ່ລອດແລ້ວບໍ່ວ່າໄປບ່ອນໃດກໍຕາມ, ແຕ່ພວກທ່ານບາງຄົນຍັງບໍ່ລອດ, ພວກທ່ານຈະຕ້ອງແກ້ຫ່ວງແລະໂສ້ຂອງພວກຂ່າວປະເສີດໃໝ່! ພວກທ່ານຈະຕ້ອງມາຫາພຣະເຢຊູ, ພວກທ່ານຈະຕ້ອງຖີ້ມໂຕຂອງທ່ານລົງທີ່ພຣະເຢຊູຜູ້ຊົງຕາຍເພື່ອທ່ານ, ຈົ່ງຖີ້ມໂຕຂອງທ່ານລົງເທິງ ພຣະເຢຊູ, ພຣະອົງຊົງສາມາດຊ່ວຍທ່ານໄດ້, ພຣະອົງຊົງສາມາດອະໄພຄວາມບາບຂອງທ່ານແລະມອບຊີວິດຕະຫຼອດເປັນນິດໃຫ້ທ່ານໄດ້, ພວກທ່ານເວົ້າວ່າ “ພຣະອົງອາດຈະບໍ່ໍ່ຊ່ວຍຂ້ອຍໃຫ້ພົ້ນໄດ້” ຂ້າພະເຈົ້າກໍຕອບດ້ວຍຄໍາເວົ້າຂອງຊາຍໜຸ່ມຮິບຣູວິລະບຸລຸດຂອງພວກເຮົາວ່າ“ແຕ່ຖ້າບໍ່ເປັນເຊັ່ນນັ້ນ ຂໍໃຫ້ຊາຕານຈົ່ງຮູ້ວ່າ ພວກເຮົາຈະບໍ່ບົວລະບັດພະຂອງເຈົ້າ ຫຼືນະມັດສະການຮູບປັ້ນຄໍາແຫ່ງວັດຖຸນິຍົມຊື່ງເຈົ້າໄດ້ຕັ້ງຂື້ນເພື່ອທົດລອງພວກເຮົາ”

ພວກເຂົາມີຄວາມໝັ້ນໃຈແບບນັ້ນໄດ້ແນວໃດ? ຖ້າພວກເຂົາຫາກວາງໃຈຕົວເອງພະຍາມານອາດຈະເຕືອນພວກເຂົາວ່າພວກເຂົາເປັນຄົນອ່ອນແອພຽງໃດ, ແຕ່ພວກເຂົາບໍ່ໄດ້ວາງໃຈໃນກໍາລັງຂອງຕົນເອງ ຫຼືຄວາມສາມາດຂອງຕົນເອງ, ພວກເຂົາວາງໃຈໃນ ພຣະຄຣິດ(ເພາະພຣະອົງຊົງຢູ່ກາງເຕົາໄຟກັບພວກເຂົາ) “ຈົ່ງວາງໃຈພຣະຄຣິດ”ພວກທ່ານພັດເວົ້າວ່າ “ເທົ່ານັ້ນບໍທີ່ຂ້າຕ້ອງການ?” ແມ່ນແລ້ວ,ນັ້ນຄືທັງໝົດທີ່ທ່ານຕ້ອງການ,ຂ້າພະເຈົ້າຮູ້ເພາະເຄີຍມີຫຼາຍເທື່ອເມື່ອຂ້າພະເຈົ້າບໍ່ມີອັນໃດທີ່ຈະວາງໃຈ! ຂ້າພະເຈົ້າເຄີຍຮູ້ສຶກອ່ອນແອຫຼາຍແລະຂາດຜູ້ຊ່ວຍ, ແຕ່ພຣະຄຣິດຊົງຊ່ວຍຂ້າພະເຈົ້າຕະຫຼອດ,ເຖິງແມ່ນໃນຄວາມອ່ອນແອຂອງຂ້າພະເຈົ້າ, ຜ່ານທາງຄວາມອ່ອນແອແລະການທົດລອງທຸກຢ່າງ ພຣະຄຣິດໄດ້ຊົງຮັກສາຂ້າພະເຈົ້າໃຫ້ປອດໄພ, ສະເປີໂຈນຜູ້ຍິ່ງໃຫຍ່ໄດ້ກ່າວວ່າ “ຖ້າທ່ານວາງໃຈພຣະຄຣິດແລະຈິບຫາຍ,ຂ້ອຍກໍຈະຈິບຫາຍໄປກັບເຈົ້າ, ເພາະຄວາມຫວັງແຫ່ງຄວາມລອດດຽວຂອງຂ້ອຍວາງລົງໃນພຣະຄຣິດ, ຂ້າພະເຈົ້າວາງໃຈໃນພຣະເຢຊູແລະພຣະອົງຊົງເປັນກໍາລັງແລະຄວາມລອດຂອງຂ້າພະເຈົ້າ” ພວກທ່ານເວົ້າວ່າ “ພຣະອົງຈະບໍ່ຊ່ວຍຂ້ອຍໃຫ້ລອດດອກ” ອັນນັ້ນແມ່ນພະຍາມານ, ຢ່າໄປຟັງມັນ! ພຣະເຢຊູບໍ່ເຄີຍສູນເສຍຈິດວິນຍານໃດທີ່ວາງໃຈໃນພຣະອົງ, ບໍ່ມີຈັກຄົນທີ່ເຄີຍສູນເສຍຄືຜູ້ທີ່ວາງໃຈໃນ ພຣະເຢຊູ! ແລະພຣະອົງຈະບໍ່ມີວັນສູນເສຍເດັດຂາດ.

ມັນໝາຍຄວາມວ່າແນວໃດທີ່ຈະວາງໃຈເຊື່ອໃນພຣະອົງ?ມັນກໍຄືການເຂົ້າໄປນອນ ຢູ່ເທິງຕຽງຕອນກາງຄືນ,ຂ້າພະເຈົ້າວາງໃຈເຊື່ອວ່າຕຽງຈະຮອງຮັບຕົນເອງໄດ້, ຂ້າພະເຈົ້າ ຈື່ງນອນລົງພັກຜ່ອນ, ນັ້ນຄືຫົນທາງການວາງໃຈເຊື່ອໃນພຣະເຢຊູ, ຈົ່ງວາງລົງເທິງພຣະ ຄຣິດ, ວາງໃຈໃນພຣະອົງ “ໃນລົມພາຍຸໃຫຍ່ແລະສູງ” ຈົ່ງວາງໃຈໃນພຣະອົງເມື່ອ “ອ້ອມຮອບຈິດວິນຍານຂອງທ່ານຫັກຫຼັງ” “ຂ້າບໍ່ໄດ້ວາງໃຈໃນຊື່ສຽງຂອງຕົນແຕ່ເພິ່ງໃນພຣະນາມພຣະເຢຊູ” ຈົ່ງເພິ່ງພຣະເຢຊູ, ຈົ່ງຖີ້ມໂຕຂອງທ່ານລົງເທິງພຣະອົງເໝືອນທີ່ທ່ານຖີ້ມໂຕລົງເທິງຕຽງຂອງທ່ານໃນຕອນກາງຄືນ, ຕຽງຈະບໍ່ຍອມໃຫ້ທ່ານລົ້ມ, ພຣະເຢຊູກໍຈະບໍ່ປ່ອຍໃຫ້ທ່ານລົ້ມເຫຼວ,ຈົ່ງວາງໃຈໃນພຣະອົງເໝືອນວາງໃຈຕຽງຂອງທ່ານໃນຕອນກາງຄືນ ພຣະອົງຈະຊົງສະໜັບສະໜູນທ່ານເຖິງແມ່ນໃນຊ່ວງເວລາທີ່ໂຫດຮ້າຍກໍຕາມ, ຂ້າພະເຈົ້າຮູ້ຈັກໂດຍປະສົບການວ່າ “ແຕ່ຖ້າບໍ່ເປັນເຊັ່ນນັ້ນ ໂອຂ້າແຕ່ກະສັດ ຂໍທ່ານຈົ່ງຊາບວ່າ ພວກຂ້ານ້ອຍຈະບໍ່ບົວລະບັດພະຂອງທ່ານ ຫຼືນະມັດສະການຮູບປັ້ນຄໍາຊື່ງທ່ານໄດ້ຕັ້ງຂື້ນ” ຈົ່ງວາງໃຈໃນພຣະຄຣິດ! ຈົ່ງວາງໃຈໃນພຣະຄຣິດ! ພຣະອົງຊົງທໍລະມານແລະຕາຍໃນບ່ອນຂອງທ່ານເພື່ອຊ່ວຍທ່ານໃຫ້ພົ້ນ, ຈົ່ງວາງໃຈໃນພຣະອົງແລະພຣະອົງຈະຊົງສະໜັບສະໜູນທ່ານ“ໃນລົມພາຍຸໃຫຍ່ແລະສູງ”ຂອງຊີວິດ! ໃນທຸກການທົດລອງແລະຄວາມຢ້ານ, ໃນທຸກສະຖານະການເຖິງແມ່ນວ່າໃນຄວາມຕາຍເອງ,ພຣະເຢຊູຈະບໍ່ປ່ອຍໃຫ້ທ່ານລົ້ມເຫຼວ


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາໂດຍ ເບັນຈາມິນ ຄິນເຄດ ກຣິຟຟິດ:
“Dare to be a Daniel” (Philip P. Bliss, 1838-1876).