Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຄວາມບາບດັ່ງເດີມຂອງລູເທີກັບການຢຽວຢາຮັກສາຂອງມັນ

(ຄໍາເທດສະໜາທີ່ເທດໃນວັນຄົບຮອບ 500 ປີຂອງການປະຕິຮູບໂປແຕສແຕນ)
LUTHER ON ORIGINAL SIN AND ITS CURE
(A SERMON PREACHED ON THE 500th ANNIVERSARY OF THE PROTESTANT REFORMATION)
(Laotian)

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ວັນຂອງພຣະເຈົ້າຕອນແລງ 29/10/2017
A sermon preached at the Baptist Tabernacle of Los Angeles
Lord’s Day Evening, October 29, 2017

“ເພາະວ່າຈາກພາຍໃນມະນຸດຄືຈາກໃຈມະນຸດ ມີຄວາມຄິດຊົ່ວຮ້າຍ. ການລ່ວງປະເວນີ, ການຜິດຜົວຜິດເມຍ, ການຄາດຕະກຳ, ການລັກ, ການໂລບ. ຄວາມຊົ່ວ. ການຫລອກລວງ, ລາຄະຕັນຫາ, ແວວຕາທີ່ ຊົ່ວຮ້າຍ, ການໝິ່ນປະມາດ, ຄວາມຈອງຫອງ, ຄວາມໂງ່ ສາລະພັດການຊົ່ວນີ້ເກີດມາຈາກພາຍໃນ ແລະເຮັດໃຫ້ມະນຸດເປັນມົນທິນ”(ມາລະໂກ 7:21-23)


ພວກຟາຣິສີພົບຄວາມຜິດກັບພຣະເຢຊູເພາະພວກສາວົກຂອງພຣະອົງບໍ່ໄດ້ລ້າງມືຂອງພວກເຂົາກ່ອນທີ່ຈະກິນເຂົ້າ, ເມື່ອພວກເຂົາເຫັນພວກສາວົກກິນໂດຍບໍ່ໄດ້ລ້າງມືຕາມ ປະເພນີຂອງພວກເຂົາ, ພວກເຂົາກໍເວົ້າວ່າພວກສາວົກເປັນມົນທິນ, ແຕ່ພຣະເຢຊູກ່າວວ່າ ສິ່ງທີ່ພວກເຮົາກິນບໍ່ສາມາດເຮັດໃຫ້ເຮົາເປັນມົນທິນໄດ້, ພຣະອົງກ່າວວ່າຜູ້ຄົນເປັນມົນທິນ ຈາກສິ່ງທີ່ຢູ່ໃນໃຈຂອງພວກເຂົາ, “ສາລະພັດການຊົ່ວນີ້ເກີດມາຈາກພາຍໃນ ແລະເຮັດໃຫ້ມະນຸດເປັນມົນທິນ”(ມາລະໂກ 7:23) “ເພາະວ່າຈາກພາຍໃນມະນຸດຄືຈາກໃຈມະນຸດ ມີຄວາມຄິດຊົ່ວຮ້າຍ”(ມາລະໂກ 7:21)

ຈາກປາຍຝາກນີ້ສູ່ຝາກນັ້ນພຣະຄໍາພີໄດ້ສອນວ່່າໃຈຂອງພວກເຮົາຊົ່ວ, ພຣະຄໍາພີ ກ່າວວ່າ: “ຈິດໃຈກໍ...ມັນເສື່ອມຊາມຢ່າງຊົ່ວຮ້າຍ ໃຜຈະຮູ້ຈັກໃຈນັ້ນໄດ້?”(ເຢເຣມີຢາ 17:9) ພຣະຄໍາພີກ່າວວ່າ “ເຮົາຈະກະທຳຕາມຄວາມດື້ດຶງແຫ່ງຈິດໃຈຊັ່ວຂອງຕົນທຸກຄົນ” (ເຢເຣມີຢາ 178:2),ພຣະຄໍາພີກ່າວວ່າ: “ຈິດໃຈຂອງພວກເຂົາບໍ່ຖືກຕ້ອງ” (ເພງສັນລະ ເສີນ 78:37), “ຄົນໂງ່ເວົ້າໃນໃຈຂອງຕົນວ່າ ບໍ່ມີພຣະເຈົ້າ”(ເພງສັນລະເສີນ 14:1), ດຣ.ວັດ ໜຶ່ງໃນບົດເພງຂອງຂອງລາວເວົ້າເຖິງເລື່ອງນີ້ກ່ຽວໃຈຂອງທ່ານວ່າ:

“ບໍ່ມີຮູບແບບພາຍໃນໃດໆທີ່ເຮັດໃຫ້[ທ່ານ]ສະອາດໄດ້:ໂລກຂີ້ທູດຕິດເລິກຢູ່ພາຍໃນ”

ຕິດເລິກຢູ່ພາຍໃນໃຈຊົ່ວຂອງທ່ານ, ພຣະຄໍາພີເວົ້າເຖິງ “ໃຈຊົ່ວແຫ່ງຄວາມບໍ່ເຊື່ອ”(ເຮັບເຣີິ 3:12)

“ບໍ່ມີຮູບແບບພາຍໃນໃດໆ[ບໍ່ມີພິທີພາຍນອກໃດໆ - ເຊັ່ນການອະທິຖານ ຄໍາອະທິຖານຂອງຄົນບາບ]ທີ່ເຮັດໃຫ້[ທ່ານ]ສະອາດໄດ້, ໂລກຂີ້ທູດຕິດ ເລິກຢູ່ພາຍໃນ”

ມັນແມ່ນບໍ? ມັນແມ່ນບໍ? ພວກທ່ານຮູ້ດີວ່າແມ່ນ! ບໍ່ມີການຕັດສິນໃຈໃດ ຫຼືຄໍາອະທິຖານ ໃດສາມາດເຮັດໃຫ້ທ່ານສະອາດໄດ້, ບໍ່ມີຈັກຢ່າງທີ່ທ່ານຮຽນຮູ້ຫຼືຮູ້ສຶກສາມາດເຮັດໃຫ້ທ່ານ ສະອາດໄດ້! ແລະທ່ານກໍຮູ້ຈັກມັນ, “ໂລກຂີ້ທູດ(ແຫ່ງຄວາມບາບ)ຕິດເລິກຢູ່ພາຍໃນ”ໃຈ ຊົ່ວທີ່ບໍ່ເຊື່ອຂອງທ່ານ! ແລະທ່ານກໍຮູ້ຈັກມັນດີ-ແມ່ນບໍ?

ຖ້າພວກທ່ານຊື່ສັດພວກທ່ານກໍຮູ້ດີວ່າມັນແມ່ນຄວາມຈິງ, ພວກທ່ານຮູ້ຈັກດີກ່ອນທີ່ ພວກທ່ານຈະເຄີຍເຮັດຄວາມບາບພາຍນອກອີກ, ພວກທ່ານເຮັດມັນໂດຍຕັ້ງໃຈ, ທ່ານຮູ້ ຈັກໃນສິ່ງທີ່ທ່ານກໍາລັງເຮັດຢ່າງແນ່ນອນ, ເປັນຫຍັງທ່ານຈື່ງເຮັດມັນຖ້າທ່ານຮູ້ວ່າມັນຜິດ? ໃນສະພາບຄວາມບໍ່ເຊື່ອຂອງທ່ານທ່ານຮັກຄວາມມືດ, ທ່ານມ່ວນເຮັດບາບ, ທ່ານກໍາລັງມີ ຄວາມສຸກໃນການເຮັດບາບ, ທ່ານມັກລົດຊາດຂອງມັນ, ທ່ານຮັກມັນເຖິງແມ່ນຮູ້ດີວ່າມັນ ຜິດກໍຕາມ! ນັ້ນຄືເຫດຜົນທີ່ພວກທ່ານຊັງຂ້າພະເຈົ້າທີ່ບອກຄວາມຈິງກັບພວກທ່ານກ່ຽວກັບ ໃຈທີ່ບາບຂອງທ່ານ! ທ່ານຊັງຄວາມຈິງກ່ຽວກັບໃຈທີ່ບາບຂອງທ່ານ, ມັນກ່າວໂທດທ່ານ ແລະເຮັດໃຫ້ທ່ານລໍາບາກໃຈຫຼາຍທີ່ໄດ້ຍິິນຄວາມຈິງ, “ໂລກຂີ້ທູດຕິດເລິກຢູ່ພາຍໃນ”ໃຈ ຂອງທ່ານບິດເບືອນແລະເສື່ອມຊາມ! ທ່ານມ່ວນກັບບາບຫຼາຍກວ່າສິ່ງທີ່ຖືກແລະສິ່ງຜິດ, ໂລກຂີ້ທູດຕິດເລິກຢູ່ພາຍໃນໃຈທີ່ບາບແຫ່ງຄວາມບໍ່ເຊື່ອຂອງທ່ານ! ຂ້າພະເຈົ້າບໍ່ໄດ້ແຕ່ງບົດເທດນີ້ເອງ, ຂ້າພະເຈົ້າກໍາລັງແປຄວາມໝາຍຂອງດຣ.ມາຕິນລອຍ-ໂຈນທ່ານໝໍຜູ້ຮູ້ທຸກຢ່າງກ່ຽວກັບໃຈທີ່ບາບຄືກັບໃຈຂອງພວກທ່ານ!

ແມ່ນ,ພວກທ່ານເຄີຍໄດ້ຍິນມາກ່ອນແລ້ວ, ຂ້າພະເຈົ້າຖອດຄວາມດຣ.ລອຍ-ໂຈນ ໃສ່ບົດເທດຂອງຂ້າພະເຈົ້າໃນເລື່ອງການຊໍາລະໂລກຂີ້ທູດຂອງນາອາມານ, ຊາຍໜຸ່ມຄົນ ໜື່ງທີ່ເວົ້າວ່່າລາວຢາກຈະລອດໄດ້ແລ່ນໜີຫຼັງຈາກທີ່ໄດ້ຍິນຄໍາເທດສະໜານັ້ນ, ລາວບໍ່ໄດ້ ໄປລົມກັບດຣ.ເຄແກນກ່ຽວກັບການລອດ, ແຕ່ລາວພັດແລ່ນໜີ ແລ້ວໄປອ່ານບົດເທດບາງ ອັນຂອງດຣ.ລອຍໂຈນເພື່ອເບິ່ງວ່າເພິ່ນເວົ້າແນວນັ້ນແທ້ບໍ!

ແມ່ນແລ້ວ, ແນ່ນອນ ດຣ.ລອຍໂຈນເວົ້າແບບນັ້ນຢູ່ໃນຄໍາເທດສະໜາຂອງລາວເລື່ອງ “ບັນຫາພື້ນຖານຂອງມະນຸດ”ທ່ານໝໍເວົ້າວ່າ” ພວກເຮົາເຮັດມັນດ້ວຍຄວາມຕັ້ງໃຈ,ໂດຍຮູ້ຈັກດີໃນສິ່ງທີ່ກໍາລັງເຮັດຢູ່, ເປັນຫຍັງພວກເຮົາຈື່ງເຮັດຖ້າຮູ້ວ່າມັນຜິດ?...ຂໍໃຫ້ເຮົາຊື່ສັດຕໍ່ຕົນເອງ, ມັນຄືສັນດານຂອງເຮົາ,ພວກມັນຮັກຄວາມມືດ,ຊັງຄວາມສະຫວ່າງ, ພວກມັນບິດເບືອນແລະເສື່ອມຊາມ, ພວກມັນມັກຜິດຫຼາຍກວ່າຖືກ ແລະມ່ວນໃນການເຮັດຊົ່ວຫຼາຍກວ່າເຮັດດີ...ພວກເຮົາຮູ້ດີວ່າແມ່ນຫຍັງຖືກແລະດີ ແຕ່ພວກເຮົາລົ້ມເລວທີ່ຈະເຮັດມັນເພາະທໍາມະຊາດຂອງເຮົາພວກເຮົາບໍ່ມັກມັນ...ມັນຄືທໍາມະຊາດຂອງທ່ານທີ່ຜິດ, ໃຈຂອງທ່ານ,ບຸກຄະລິກແລະຄວາມເປັນໂຕຂອງທ່ານເອງ... ຄວາມບາບຕ່າງໆຂອງເຮົາເປັນທາງບວກ,ຈົງໃຈແລະຈົງໃຈ” ນີ້ແມ່ນຄໍາເວົ້າຂອງລາວແທ້ - ເຊິ່ງຂ້າພະເຈົ້າໄດ້ຖອດຄວາມອອກມາ(ເບິ່ງ Dr. Martyn Lloyd-Jones, Evangelistic Sermons at Aberavon, Banner of Truth, 2010, pp. 65-77)

“ບໍ່ມີຮູບແບບພາຍໃນໃດໆທີ່ເຮັດໃຫ້[ທ່ານ]ສະອາດໄດ້, ໂລກຂີ້ທູດຕິດ ເລິກຢູ່ພາຍໃນ”-

ຄົນທີ່ລອດແລ້ວທີ່ຢູ່ໃນຄຣິສຕະຈັກນີ້ເຫັນດ້ວຍກັບການຖອດຄວາມຈາກດຣ.ລອຍໂຈນຂອງຂ້າພະເຈົ້າ, ແຕ່ຄົນໜຸ່ມທີ່ທໍາທ່າວ່າລາວຢາກຈະໄດ້ຮັບຄວາມລອດແລ່ນໜີໄປຈາກຫ້ອງໂຖງນີ້, ແລ້ວອາທິດຕໍ່ມາລາວກໍພະຍາຍາມຄົ້ນຫາຖ້າດຣ.ລອຍໂຈນເວົ້າແບບນັ້ນແທ້ກ່ຽວກັບໃຈທີ່ຊົ່ວຮ້າຍຂອງລາວຫຼືບໍ, ເປັນຫຍັງລາວຈື່ງເຮັດແບບນັ້ນ? ກໍເພາະວ່າໂຕລາວເອງມີໃຈຊົ່ວແຫ່ງຄວາມບໍ່ເຊື່ອ! ນັ້ນແຫຼະຄືເຫດຜົນ! ຊາຍໜຸ່ມ,

“ບໍ່ມີຮູບແບບພາຍໃນໃດໆທີ່ເຮັດໃຫ້ສະອາດໄດ້ ໂລກຂີ້ທູດຕິດເລິກຢູ່ ພາຍໃນ”-

ລູກຂອງຂ້າພະເຈົ້າເອີຍ,ເຈົ້າໜີໄປບໍ່ໄດ້ດອກ, ດຣ.ລອຍໂຈນເຊື່ອໃນສິ່ງທີ່ຂ້າພະເຈົ້າເວົ້າກ່ຽວກັບໃຈທີ່ບາບ ແລະກະບົດຂອງທ່ານ, ຂ້າພະເຈົ້າຂໍເວົ້າກັບພວກທ່ານໃນແລງນີ້ວ່າ,ທ່ານຈະບໍ່ວັນລອດຈົນກວ່າທ່ານຈະຍອມຮັບຕໍ່ຕົນເອງ ແລະຕໍ່ພຣະເຈົ້າວ່າໃຈຂອງທ່ານຄວາມຈິງແລ້ວ “ບິດເບືອນແລະເສື່ອມຊາມ” ຄືກັບທີ່ດຣ.ລອຍ-ໂຈນເວົ້າ, ເພາະພຣະເຢຊູເອງທີ່ກ່າວວ່າ “ເພາະວ່າຈາກພາຍໃນມະນຸດຄືຈາກໃຈມະນຸດ ມີຄວາມຄິດຊົ່ວຮ້າຍ...ສາລະພັດຄວາມຊົ່ວເຫຼົ່ານີ້ມາຈາກພາຍໃນ” ໃຈຊົ່ວແຫ່ງຄວາມບໍ່ເຊື່ອຂອງທ່ານ! (ມາລະໂກ 7:21, 23), “ໃຈຂອງທ່ານກໍເສື່ອມຊາມຢ່າງຊົ່ວຮ້າຍ”ອີງຕາມເຢເຣມີຢາ 17:9.

ພວກທ່ານບໍ່ສາມາດຕໍາໜິພໍ່ແມ່ຂອງທ່ານໄດ້,ບໍ່ວ່າເຂົາເຈົ້າຈະບໍ່ດີປານໃດພວກເຂົາກໍຄົງຈະບໍ່ເປັນຄືກັບພໍ່ແມ່ຂອງຂ້າພະເຈົ້າ, ບໍ່ພວກທ່ານບໍ່ສາມາດຕໍາໜິພໍ່ແມ່ຂອງທ່ານໄດ້, ບໍ່ສໍາຄັນດອກວ່າເຂົາເຈົ້າຈະບໍ່ດີຊໍາໃດ! ທ່ານຕິໄດ້ແຕ່ຕົນເອງຜູ້ດຽວເທົ່ານັ້ນ, ພວກທ່ານໄດ້ຍິນຂ້າພະເຈົ້າອະທິບາຍໃຈທີ່ຊົ່ວຂອງທ່ານຈາກທ່ານໝໍ, ທ່ານພວກໄດ້ຍິນທ່ານໝໍເວົ້າວ່າມັນເປັນຄວາມຜິດຂອງທ່ານແຕ່ຜູ້ດຽວ,ເຊິ່ງທ່ານມີໃຈທີ່ຊົ່ວຮ້າຍ, ບິດເບືອນແລະເສື່ອມຊາມຂອງຄວາມບໍ່ເຊື່ອ, ໂຕທ່ານແລະທ່ານຄົນດຽວທີ່ເລືອກທີ່ຈະປະຕິເສດພຣະເຢຊູຄຣິດ, ທ່ານແລະທ່ານຄົນດຽວທີ່ເລືອກສິ່ງທີ່ບາບເຊິ່ງທ່ານໄດ້ເຮັດມາແລ້ວ, ບໍ່ມີໃຜຕັ້ງທ່ານໃຫ້ເຮັດມັນ, ທ່ານເຮັດມັນເພາະທ່ານຮັກຄວາມມືດ, ທ່ານມ່ວນກັບການເຮັດບາບ, ທ່ານມີຄວາມສຸກກັບການເຮັດບາບ, ທ່ານມັກລົດຊາດຂອງມັນ, ທ່ານຮັກມັນເຖິງແມ່ນທ່ານຮູ້ດີຈັກມັນດີວ່າມັນຜິດ, ໂລກຂີ້ທູດແຫ່ງບາບທີ່ທໍາລາຍຈິດໃຈຕິດເລິກຢູ່ຂ້າງໃນໃຈທີ່ຊົ່ວແຫ່ງຄວາມບໍ່ເຊື່ອຂອງທ່ານ! ນັ້ນຄືເຫດຜົນທີ່ວ່່າເປັນຫຍັງທ່ານຈື່ງຊັງຂ້າພະເຈົ້າທີ່ບອກຄວາມຈິງກ່ຽວກັບໃຈທີ່ບາບຂອງທ່ານ - ແມ່ນບໍ?

“ບໍ່ມີຮູບແບບພາຍໃນໃດໆທີ່ເຮັດໃຫ້ສະອາດໄດ້ໂລກຂີ້ທູດຕິດເລິກຢູ່ພາຍໃນ”-

ເລິກຢູ່ພາຍໃນໃຈຂອງທ່ານ!

ພວກທ່ານບໍ່ສາມາດຕໍາໜິສະພາບແວດລ້ອມຂອງທ່ານເຊັ່ນກັນ, ຫຼັງຈາກນໍ້າຖ້ວມໃຫຍ່ສະພາບແວດລ້ອມທີ່ຊົ່ວຮ້າຍກ່ອນນໍ້າຖ້ວມໄດ້ຫາຍສູນໄປ, ພຣະເຈົ້າໄດ້ກ່າວກັບໂນອາວ່າ “ເຮົາຈະທໍາລາຍພວກເຂົາພ້ອມກັບແຜ່ນດິນໂລກ”(ປະຖົມມະການ 6:13)ຄົນຊົ່ວທຸກຄົນຂອງໂລກກ່ອນນໍ້າຖ້ວມໂລກໄດ້ຫາຍສາບສູນໄປ, ແນ່ນອນຫຼັງຈາກນໍ້າຖ້ວມໂລກ ພຣະເຈົ້າກ່າວວ່າ “ເຈດຕະນາແຫ່ງໃຈຂອງມະນຸດລ້ວນແຕ່ຊົ່ວຮ້າຍຕັ້ງແຕ່ຍັງໜຸ່ມມາ”(ປະ ຖົມມະການ 8:21)ລູເທີໄດ້ເວົ້າວ່າ “ບໍ່ມີຄົນອື່ນໃດໄດ້ຮັບການປົກປ້ອງຈາກນໍ້າຖ້ວມນອກ ຈາກຄົນເຫຼົ່ານັ້ນທີ່ຢູ່ໃນເຮືອ, ແມ່ນພຣະເຈົ້າໄດ້ກ່າວເຖິງຄົນພວກນັ້ນທີ່ຈິນຕະນາການຂອງມະນຸດລ້ວນແຕ່ຊົ່ວຮ້າຍ”(ຄອມເຫັນຂອງລູເທີໃນປະຖົມມະການ 8:21),ພວກທ່ານບໍ່ມີໃຈທີ່ຊົ່ວເພາະທ່ານຮຽນທີ່ຈະມີອັນໜຶ່ງຈາກຄົນອື່ນ, ໃຈຂອງພວກທ່ານໄດ້ກາຍມາຊົ່ວນັບຕັ້ງແຕ່ ວິນາທີທີ່ທ່ານຖືກຖືພາຢູ່ໃນທ້ອງ, ລູເທີເວົ້າວ່າໃຈທີ່ບາບ “ເກີດຂື້ນແລະມີຊີວິດຢູ່ໃນຄົນເຫຼົ່ານັ້ນທີ່ອາຍຸຍັງນ້ອຍ, ຍັງເຍົາໄວ, ຊ່ວງທີ່ຍັງຢູ່ໃນທ້ອງແມ່ຄືກັບທີ່ເພງສັນລະເສີນ 51:5 ໄດ້ສະແດງໃຫ້ເຮົາເຫັນ...(ຄວາມບາບຂອງໃຈ) ບໍ່ແມ່ນໄດ້ມາ(ບໍ່ໄດ້ຮຽນຮູ້)ມັນຢູ່ຊື່ໆໃນໂຕອ່ອນທີ່ຈໍ່ຢູ່ໃນທ້ອງ” ມັນພ້ອມທີ່ຈະອອກມາພ້ອມດ້ວຍການແກ້ແຄ້ນເມື່ອເຖິງເວລາ!

“ບໍ່ມີຮູບແບບພາຍໃນໃດໆທີ່ເຮັດໃຫ້ສະອາດໄດ້ໂລກຂີ້ທູດຕິດເລິກຢູ່ ພາຍໃນ” –

ໃຈທີ່ຊົ່ວໄດ້ຮັບການໂອນມາໃສ່ທ່ານຈາກຄົນບາບຜູ້ທໍາອິດຄຶືອາດາມ, ພວກເຮົາທຸກຄົນແມ່ນເຊື້ອສາຍຂອງລາວ, ລູູເທີໄດ້ເວົ້າວ່າ “ເຈດຕະນາແຫ່ງໃຈຂອງມະນຸດລ້ວນແຕ່ຊົ່ວຮ້າຍຕັ້ງແຕ່ຍັງໜຸ່ມມາ,ນັ້ນຄືການເວົ້າເຖິງເຫດຜົນຂອງມະນຸດ... ເຫດຜົນ(ຂອງທ່ານ)(ຄວາມຄິດຕ່າງໆຂອງໃຈຂອງທ່ານ)ມັນມັກຈະຕໍ່ຕ້ານພຣະບັນຍັດ(ຂອງພຣະເຈົ້າ),ມັກຢູ່ໃຕ້ຄວາມບາບຕະຫຼອດ,ມັກຢູ່ໃຕ້ຄວາມໂກດຮ້າຍ(ຂອງພຣະເຈົ້າ)ສະເໝີ ແລະບໍ່ສາມາດທີ່ຈະເປັນອິດສະຫຼະຈາກຄວາມທຸກທໍລະມານອັນໃຫຍ່ນີ້ໄດ້ໂດຍລິດຂອງມັນເອງ”ພຣະຄໍາພີກ່າວວ່າ:

- ພວກທ່ານທຸກຄົນ “ຕາມສັນດານເຮົາຈື່ງເປັນລູກແຫ່ງພຣະອາຊະຍາ”(ເອເຟໂຊ 2:3)

- ພວກທ່ານທຸກຄົນ “ຢູ່ໃຕ້ຄວາມຜິດບາບ”(ໂຣມ 3:9)

- ພວກທ່ານທຸກຄົນ “ຕາຍແລ້ວໃນການບາບ”(ເອເຟໂຊ 2:5)

ເປັນຫຍັງ? ກໍເພາະວ່າ:

- “ບາບໄດ້ເຂົ້າມາໃນໂລກຍ້ອນຄົນໆດຽວ”(ໂຣມ 5:12)

- ນັ້ນແຫຼະທີ່ວ່າເປັນຫຍັງ “ບໍ່ມີຜູ້ໃດເປັນຄົນຊອບທໍາຈັກຄົນດຽວ,ບໍ່ມີເລີຍ...ບໍ່ມີຈັກຄົນທີ່ເຮັດດີ ບໍ່ມີເລີຍ”(ໂຣມ 3:10,12)

-“ເຈດຕະນາແຫ່ງໃຈຂອງມະນຸດລ້ວນແຕ່ຊົ່ວຮ້າຍຕັ້ງແຕ່ຍັງໜຸ່ມມາ”(ປະຖົມມະການ 8:21)

“ບໍ່ມີຮູບແບບພາຍໃນໃດໆທີ່ເຮັດໃຫ້]ສະອາດໄດ້ໂລກຂີ້ທູດ(ແຫ່ງບາບ)ຕິດເລິກຢູ່ພາຍໃນ”

ພວກເຮົາກໍາລັງສະເຫຼີມສະຫຼອງວັນຄົບຮອບຂອງມາຕິນລູເທີຜູ້ທີ່ຕໍ່ສູ້ກັບຄໍາສອນປອມຂອງຄຣິສຕະຈັກໂຣມັນຄາທໍລິກ, ເລີ່ມຕົ້ນເມື່ອລາວໄດ້ຕອກວິທະຍານິພົນເກົ້າສິບຫ້າຂໍ້ໃສ່ປະຕູຄຣິສຕະຈັກຂອງລາວຢູ່ເມືອງວິດເທັນເບີກປະເທດເຢຍລະມັນໃນມື້ວັນອັງຄານ 500 ປີກ່ອນ, “ຄວາມບາບດັ່ງເດີມ”ແຫ່ງໃຈຂອງທ່ານຄືຫົວໃຈຫຼັກຂອງການປະຕິຮູບໂປ ແຕສແຕນ ແລະແບັບຕິດ. ພຣະຄໍາພີສອນວ່າທ່ານມີໃຈທີ່ຊົ່ວ-ແລະທ່ານບໍ່ສາມາດປ່ຽນມັນໄດ້!

“ບໍ່ມີຮູບແບບພາຍໃນໃດໆທີ່ເຮັດໃຫ້ສະອາດໄດ້ໂລກຂີ້ທູດຕິດເລິກຢູ່ ພາຍໃນ”

“ຈິນຕະນາການ” ມາຈາກຄໍາພາສາຣິບຣູທີ່ໝາຍເຖິງຄວາມຄິດ,ໃຈທີ່ຊົ່ວແຫ່ງຄວາມບໍ່ເຊື່ອຂອງທ່ານ.

“ເຈດຕະນາ(ຄວາມຄິດຕ່າງໆ)ແຫ່ງໃຈຂອງມະນຸດລ້ວນແຕ່ຊົ່ວຮ້າຍຕັ້ງແຕ່ຍັງໜຸ່ມມາ”(ປະຖົມມະການ 8:21)

ນີ້ແມ່ນຄໍາສອນເລື່ອງບາບເດີມທີ່ແທ້ຈິງທີ່ຢູ່ໃນໃຈຂອງມະນຸດທຸກຄົນທີ່ຢູ່ໃນຄຣິສຕະຈັກນີ້- ຄືຜູ້ທີ່ຍັງຄົງບໍ່ໄດ້ບັງເກີດໃໝ່ໃນຄືນນີ້! ພວກທ່ານທຸກຄົນ! ລູເທີໄດ້ເວົ້າວ່າ “ພວກເຮົາຖືວ່່າມະນຸດທີ່ບໍ່ມີພຣະວິນຍານບໍລິສຸດ ແລະພຣະຄຸນຂອງພຣະເຈົ້າບໍ່ສາມາດເຮັດຫຍັງໄດ້ນອກ ຈາກຄວາມບາບ ແລະການເຮັດບາບທີ່ບໍ່ສິ້ນສຸດ,ການເພິ່ມການລະເມີດອັນໜຶ່ງໃສ່ອີກອັນໜຶ່ງ...(ແລະ)ມັນເປັນສັດຕູຂອງພຣະເຈົ້າ,ໃນຂະນະທີ່ມັນເຊື່ອຟັງຈິນຕະນາການແຫ່ງໃຈທີ່ຊົ່ວຂອງມັນ...ແມ່ນແຕ່ເມື່ອທ່ານທໍາທ່າເປັນຄົນຊອບທໍາ”

“ບໍ່ມີຮູບແບບພາຍໃນໃດໆທີ່ເຮັດໃຫ້ສະອາດໄດ້ໂລກຂີ້ທູດຕິດເລິກຢູ່ ພາຍໃນ”

ພວກເຮົາບໍ່ເຄີຍເຫັນເລື່ອງນີ້ໃນຄຣິສຕະຈັກຂອງເຮົາພໍເພື່ອທີ່ຈະຮູ້ວ່າລູເທີິເວົ້າຖືກບໍ? ພວກເຮົາເຄີຍເຫັນບໍ່ແມ່ນບໍ່ວ່າມີຄົນນີ້ມາຄົນນັ້ນມາ ແລະທໍາທ່າທີ່ຈະເຊື່ອວາງໃຈໃນ ພຣະເຢຊູ?- ແລ້ວຈາກນັ້ນກໍຫັນຫຼັງໃຫ້ຄຣິສຕະຈັກແລ້ວຈົ່ມເຂົ້າໃນຊີວິດແຫ່ງຄວາມບາບ? ພວກເຮົາເຄີຍເຫັນບໍ່ແມ່ນບໍ່ວ່າມີຫຼາຍຄົນທີ່ທໍາທ່າວ່າເປັນຄຣິສຕຽນແທ້ໃນໄລຍະໜຶ່ງ ແລ້ວກໍກາຍເປັນສັດຕູທີ່ຂື່ນຂົມຂອງພຣະເຈົ້າ? ອັນນັ້ນບໍ່ແມ່ນສິ່ງທີ່ໂອລີວາສກັບຄົນຂອງລາວເຮັດບໍ?ເມື່ອພວກເຂົາພະຍາຍາມທໍາລາຍຄຣິສຕະຈັກຂອງເຮົາ, ພວກເຮົາບໍ່ເຫັນບໍ່ວ່າລູເທີເວົ້າຖືກ:

“ເຈດຕະນາແຫ່ງໃຈຂອງມະນຸດລ້ວນແຕ່ຊົ່ວຮ້າຍຕັ້ງແຕ່ຍັງໜຸ່ມມາ”(ປະ ຖົມມະການ 8:21)

ບໍ່ແມ່ນເຫດຜົນນັ້ນບໍ່ທີ່ຄຣິສຕະຈັກຂອງພວກເຮົາຫັນຫຼັງໃຫ້ຟິນນີ່ແລ້ວກັບມາຫາລູເທີ, ນັກປະຕິຮູບ ແລະພວກແບັບຕິດເກົ່າໆ? ຄໍາເທດສະໜາທີ່ມີຊື່ສຽງຂອງຟີນນີ່ຖືກເອີ້ນວ່າ “ຄົນ ບາບຖືກມັດເພື່ອປ່ຽນແປງໃຈຂອງພວກເຂົາເອງ”ທ່ານຈະເຮັດແບບນັ້ນໄດ້ແນວໃດ? ແນວ ໃດ? ໄດ້ແນວໃດ? ທ່ານຈະສາມາດປ່ຽນໃຈຂອງຕົນເອງໄດ້ແນວໃດ? ທ່ານປ່ຽນບໍ່ໄດ້! ຟີນນີ່ແມ່ນພວກເພເລກຽນນອກຮີດຢ່າງສິ້ນເຊີງ, ຟີນນີ່ຕໍ່ຕ້ານທຸກຢ່າງທີ່ລູເທິີ ແລະພວກນັກປະຕິຮູບສອນກ່ຽວກັບໃຈທີ່ຊົ່ວຂອງມະນຸດ ແລະຄວາມບາບດັ່ງເດີມ.

ທ່ານບໍ່ສາມາດປ່ຽນໃຈຂອງຕົນເອງໄດ້! ຂ້າພະເຈົ້າເຊືື່ອວ່າຟິນນີ່ແມ່ນຄົນນອກຮີດທີ່ຖຶືກຜີສິງ, ຢ່າໄປເຊື່ອລາວ! ຈົ່ງແນມເບິ່ງໃຈຂອງທ່ານເອງແທນ, ທ່ານຈະບໍ່ເຫັນຫຍັງນອກຈາກຄວາມບາບ ແລະການກະບົດຕໍ່ພຣະເຈົ້າ.

“ບໍ່ມີຮູບແບບພາຍໃນໃດໆທີ່ເຮັດໃຫ້ສະອາດໄດ້ໂລກຂີ້ທູດຕິດເລິກຢູ່ ພາຍໃນ”

ມີພຽງພຣະເຢຊູຄຣິດເທົ່າທີ່ສາມາດລ້າງໃຈຂອງທ່ານແລະປ່ຽນມັນໄດ້, ພຣະເຢຊູຊົງຕາຍເທິງໄມ້ກາງແຂນເພື່ອຈ່າຍຄ່າຄວາມຜິດບາບໃຫ້ແກ່ທ່ານ, ພຣະເຢຊູຊົງຫລັ່ງພຣະໂລຫິດຂອງພຣະອົງເທິງໄມ້ກາງແຂນເພື່ອຊໍາລະທ່ານຈາກຄວາມຜິດບາບທຸກຢ່າງ, ພຣະເຢຊູຊົງຟື້ນຂື້ນມາຈາກຕາຍເພື່ອມອບໃຈໃໝ່ໃຫ້ກັບທ່ານ! ເມື່ອທ່ານເຊື່ອວາງໃຈໃນພຣະເຢຊູແລ້ວ ພຣະອົງຈະຊົງມອບ “ໃຈໃໝ່...ແລະບັນຈຸຈິດວິນຍານໃໝ່ໄວ້ໃນເຈົ້າ”(ເອເສກຽນ 36:26).

ພຣະເຢຊູເຈົ້າ ເພາະເຫດນີ້ຂ້າຈື່ງຖ່ອມຕົວລົງສຸດໆ
ຂ້າຄອຍຖ້າສັນລະເສີນທີ່ພຣະບາດຂອງຜູ້ຊົງຕາຍ
ໂດຍຄວາມເຊື່ອ,ຂ້າເຫັນໂລຫິດຫຼັ່ງໄຫຼຊໍາລະລ້າງຂ້າ
ດຽວນີ້ໂຜດລ້າງຂ້າແລ້ວຂ້າຈະຂາວກວ່າຫິມະ
ຂາວກວ່າຫິມະ ແມ່ນແລ້ວຂາວກວ່າຫິມະ
ດຽວນີ້ໂຜດລ້າງຂ້າແລ້ວຂ້າຈະຂາວກວ່າຫິມະ

ພຣະເຢຊູເຈົ້າ ພຣະອົງຊົງເຫັນວ່າຂ້າຖ້າດ້ວຍຄວາມອົດທົນ
ເຊີນມາດຽວນີ້,ໃນໃຈຂ້າທີ່ສ້າງເປັນໃຈໃໝ່ແລ້ວ
ຄົນທີ່ສະແຫວງຫາພຣະອົງ ພຣະອົງຈະບໍ່ມີວັນກ່າວວ່າ “ບໍ່”
ດຽວນີ້ໂຜດລ້າງຂ້າແລ້ວຂ້າຈະຂາວກວ່າຫິມະ
ຂາວກວ່າຫິມະ ແມ່ນແລ້ວຂາວກວ່າຫິມະ
ດຽວນີ້ໂຜດລ້າງຂ້າແລ້ວຂ້າຈະຂາວກວ່າຫິມະ
(“ຂາວກວ່າຫິມະ” ໂດຍເຈມສ໌ນິໂຄສັນ 1828-1876)

ຂ້າພະເຈົ້າເຄີຍເວົ້າເຖິງສາສະໜາສາດທີ່ເລິກເຊິ່ງຂອງລູເທີເລື່ອງຄວາມບາບດັ່ງເດີມທີ່ຢູ່ໃນໃຈຂອງມະນຸດ, ເຖິງແມ່ນວ່າພວກທ່ານຈະບໍ່ເຂົ້າໃຈມັນໝົດກໍຕາມ,ຂ້າພະເຈົ້າຢາກຈະຂໍໃຫ້ພວກທ່ານວາງໃຈໃນພຣະເຢຊູດຽວນີ້ໃນຄືນນີ້, ພຣະອົງຈະຊົງອະໄພບາບໃຫ້ແກ່ທ່ານ, ພຣະອົງຈະຊົງຊໍາລະຄວາມບາບຂອງທ່ານ, ພຣະອົງຈະຊົງມອບໃຈໃໝ່ໃຫ້ກັບທ່ານ ແລະຈິດວິນຍານໃໝ່, “ຈົ່ງເຊື່ອວາງໃຈໃນພຣະເຢຊູຄຣິດເຈົ້າແລະທ່ານຈະລອດໄດ້ທັງຄອບຄົວຂອງທ່ານດ້ວຍ”(ກິດຈະການ 16:31)


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາໂດຍ ເບັນຈາມິນ ຄິນເຄດ ກຣິຟຟິດ:
“Whiter Than Snow” (James Nicholson, 1828-1876).