Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ວິທີອະທິຖານ ແລະວິທີດໍາເນີນການການປະຊຸມອະທິຖານ

(ຄໍາສອນຂອງດຣ.ທິໂມທີ ລິນ 1911-2009)
HOW TO PRAY AND HOW TO CONDUCT A PRAYER MEETING
(THE TEACHINGS OF DR. TIMOTHY LIN, 1911-2009)
(Laotian)

ບົດເທດສະໜາແຕ່ງໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
ແລະເທດໂດຍ ຈອນ ຊາມູເອວ ເຄແກນ
ທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ວັນຂອງພຣະເຈົ້າຕອນແລງ 15/10/2017
A sermon written by Dr. R. L. Hymers, Jr.
and preached by Mr. John Samuel Cagan
at the Baptist Tabernacle of Los Angeles
Lord’s Day Evening, October 15, 2017

“ແຕ່ເມື່ອບຸດມະນຸດມາ ທ່ານຈະພົບຄວາມເຊື່ອໃນແຜ່ນດິນໂລກຫຼື?”(ລູກາ 18:8)


ດຣ.ທິໂມທີ ລິນ (1911-2009) ສິດຍາພິບານທີ່ຍາວຂອງດຣ.ໄຮເມີມີຄວາມເຂົ້າໃຈ ພຣະຄໍາພີເປັນຢ່າງດີ, ລາວໄດ້ຮັບປະລິນຍາເອກໃນສາຂາພາສາຮິບຣູ ແລະພາສາຕະກູນດຽວກັນ, ໃນປີຕົ້ນ 1950 ໃນການຈົບໂຮງຮຽນຂອງມະຫາວິທະຍາໄລບັອບໂຈນ, ລາວໄດ້ສອນລະບົບສາສະໜາສາດ, ສາສະໜາສາດພຣະຄໍາພີ, ພັນທະສັນຍາເດີມພາສາຮິບຣູ, ພຣະຄໍາພີພາສາອາຣາເມອິກ, ພາສາອາຣາບິກຄລາສສິກ ແລະພາສາຊີເຣຍເພຊິຕາ, ຕໍ່ມາລາວກໍໄດ້ເປັນປະທານໂຮງຮຽນສາສະໜາສາດຂ່າວປະເສີດຈີນສືບຕໍາແໜ່ງດຣ.ເຈມສ໌ ຮັກສັນ ເທເລີ III, ລາວຍັງເປັນໜຶ່ງໃນຜູ້ແປພຣະຄໍາພີຂອງສະບັບ the New American Standard Bible (NASB), ດຣ.ລິນເປັນສິດຍາພິບານຂອງດຣ.ອາ.ແອວ.ໄຮເມີ ຈູເນຍ ເປັນເວລາຊາວສີ່ປີ, ດຣ.ໄຮເມີເວົ້າໂດຍບໍ່ມີຄໍາຖາມໃດໆວ່າດຣ.ລິນຄືສິດຍາພິບານທີ່ມີຜົນຫຼາຍທີ່ສຸດເທົ່າທີ່ລາວເຄີຍຮູ້ຈັກມາກ່ອນ, ຕອນທີ່ເພິ່ນເປັນສະມາຊິກຂອງຄຣິສຕະຈັກຂອງລາວ ດຣ.ໄຮເມີໄດ້ເຫັນພຣະເຈົ້າສົ່ງການຟື້ນຟູມາຊື່ງມີຄົນຫຼາຍຮ້ອຍຄົນໄດ້ຮັບຄວາມລອດ ແລະ ເຂົ້າມາໃນຄຣິສຕະຈັກ.

“ແຕ່ເມື່ອບຸດມະນຸດມາ ທ່ານຈະພົບຄວາມເຊື່ອໃນແຜ່ນດິນໂລກຫຼື?”(ລູກາ 18:8)

ຄວາມເຫັນຕ່າງໆສ່ວນຫຼາຍບໍ່ໄດ້ອະທິບາຍຂໍ້ພຣະຄໍາພີຂໍ້ນີ້ຖືກຕ້ອງປານໃດ, ຍົກຕົວຢ່າງເຊັ່ນ ໜື່ງໃນຄວາມເຫັນທີ່ໂດ່ງດັງເວົ້າວ່າ “ສະພາບທົ່ວໄປຂອງທົ່ວແຜ່ນດິນໂລກຈະເປັນໜຶ່ງໃນຄວາມບໍ່ເຊື່ອ” ແຕ່ອັນນີ້ບໍ່ແມ່ນສິ່ງທີ່ພຣະເຢຊູກ່າວເຖິງໃນຂໍ້ພຣະຄໍາພີຂໍ້ນີ້ ພຣະອົງບໍ່ໄດ້ກໍາລັງເວົ້າເຖິງການຖີ້ມຄວາມເຊື່ອທົ່ວໄປແຫ່ງຍຸກສຸດທ້າຍນີ້ ຫຼືແມ່ນຄໍາຖາມທີ່ພຣະເຢຊູຖາມເຖິງວ່າຈະມີຄຣິສຕຽນແທ້ບໍເມື່ອພຣະອົງສະເດັດມາ, ຄວາມຈິງແລ້ວພຣະເຢຊູພຽງແຕ່ກ່າວສິ່ງທີ່ກົງກັນຂ້າມກັບເປໂຕວ່າ:

“ເຮົາຈະສ້າງຄຣິສຕະຈັກຂອງເຮົາ ແລະປະຕູແຫ່ງນາລົກຈະບໍ່ມີໄຊຊະນະ ຕໍ່ຄຣິສຕະຈັກນັ້ນ”(ມັດທາຍ 16:18)

ມັດທາຍ 16:18 ໄດ້ຊີ້ໃຫ້ພວກເຮົາເຫັນວ່າ ບໍ່ວ່າການປະຖີ້ມຄວາມເຊື່ອຈະຮ້າຍແຮງ ແລະເລິກພຽງໃດກໍຕາມ, ກໍຍັງຈະມີຄຣິສຕຽນແທ້ຫຼາຍຄົນພ້ອມດ້ວຍຄວາມເຊື່ອທີ່ຊ່ວຍໃຫ້ລອດໄດ້ຕອນທີ່ພຣະຄຣິດກັບມາ, ຄຣິສຕຽນແທ້ຫຼາຍຄົນຈະຖືກຮັບຂື້ນ,ໂດຍສະ ເພາະໃນປະເທດຈີນ ແລະສ່ວນຕ່າງໆຂອງໂລກທີ່ສາມ,ບ່ອນທີ່ມີການຟື້ນຟູແທ້ທຸກມື້ນີ້.

“ເພາະອົງພຣະຜູ້ເປັນເຈົ້າເອງຈະສະເດັດມາຈາກສະຫວັນ ດ້ວຍສຽງກູ່ກ້ອງ ດ້ວຍສຳນຽງຂອງອັກຄະທູດ ແລະດ້ວຍສຽງແກຂອງພຣະເຈົ້າ ແລະຄົນທັງຫຼາຍທີ່ຕາຍແລ້ວໃນພຣະຄຣິດຈະເປັນຂຶ້ນມາກ່ອນ ຫລັງຈາກນັ້ນພວກເຮົາທີ່ຍັງມີຊີວິດຢູ່ແລະເຫລືອຢູ່ ຈະຖືກຮັບຂຶ້ນໄປໃນເມກພ້ອມກັບຄົນເຫລົ່ານັ້ນ ເພື່ອຈະໄດ້ພົບອົງພຣະຜູ້ເປັນເຈົ້າໃນຟ້າອາກາດ ຢ່າງນັ້ນແຫຼະເຮົາກໍຈະຢູ່ກັບອົງພຣະຜູ້ເປັນເຈົ້າເປັນນິດ”(1 ເທສະໂລນິກາ 4:16-17)

ແມ່ນແຕ່ໃນຊ່ວງຄວາມທຸກລໍາບາກໃຫຍ່ເອງຄົນເປັນຈໍານວນຫຼາຍກໍຈະໄດ້ຮັບຄວາມລອດ.

“ຄົນເປັນຈໍານວນຫລາຍ ຖ້າມີຜູ້ໃດຈະນັບຈໍານວນບໍ່ໄດ້ເລີຍ ມາຈາກທຸກຊາດ”(ພະນິມິດ 7:9)

ຄົນເຫລົ່ານີ້ຄືຄົົນທີ່ມາຈາກຄວາມທຸກເວດທະນາເທື່ອໃຫຍ່ ພວກເຂົາໄດ້ຊຳລະລ້າງເສື້ອຜ້າຂອງເຂົາໃນພຣະໂລຫິດຂອງພຣະເມສານ້ອຍຈົນເສື້ອຜ້ານັ້ນຂາວສະອາດ”(ພະນິມິດ 7:14)

ດັ່ງນັ້ນພຣະເຢຊູຈື່ງບໍ່ໄດ້ເວົ້າເຖິງກ່ຽວກັບການຂາດຂອງຄວາມເຊື່ອທີ່ຊ່ວຍໃຫ້ລອດໄດ້ໃນການສະເດັດມາຂອງພຣະອົງເມື່ອພຣະອົງກ່າວວ່າ:

“ແຕ່ເມື່ອບຸດມະນຸດມາ ທ່ານຈະພົບຄວາມເຊື່ອໃນແຜ່ນດິນໂລກຫຼື?”(ລູກາ 18:8)

I. ຄວາມສໍາຄັນຂອງການພາກພຽນອະທິຖານ.

ຄໍາບັນຍາຍສ່ວນຫຼາຍແມ່ນຜິດ,ແຕ່ດຣ.ລິນ ພັດແປຂໍ້ພຣະຄໍາພີຂອງພວກເຮົາຖືກ, ດຣ.ລິນ ກ່າວວ່າ:

ຄໍາວ່າ “ຄວາມເຊື່ອ”ຖືກໃຊ້ຢ່າງກວ້າງຂວາງໃນພຣະຄໍາພີ,ຄວາມໝາຍທີ່ ແທ້ຈິງຂອງມັນສາມາດກໍານົດໄດ້ຫຼັງຈາກການກວດສອບຮູບຂອງປະ ໂຫຍກຢ່າງຮອບຄອບ,ຂໍ້ພຣະຄໍາພີກ່ອນໜ້າຂໍ້ນີ້ແມ່ນຄໍາອຸປະມາທີ່ສະແດງໃຫ້ເຫັນວ່າພວກເຮົາຄວນຈະອະທິຖານຕະຫຼອດເວລາ ແລະບໍ່ສູນເສຍຫົວ ໃຈຂອງເລື່ອງນີ້[ລູກາ 18:1-8ກ] ໃນຂະນະທີ່ຂໍ້ພຣະຄໍາພີຕໍ່ໄປ[ລູກາ 18:9-14]ແມ່ນຄໍາອຸປະມາເລື່ອງຄໍາອະທິຖານຂອງຟາຣິຊາຍກັບຄົນເກັບພາສີ, ດັ່ງນັ້ນຮູບປະໂຫຍກຂອງຂໍ້ນີ້[ລູກາ 18:1-8] ຊີ້ບອກຢ່າງຊັດເຈນ ວ່າຄໍາວ່າ“ຄວາມເຊື່ອ”ໃນນີ້ເລັ່ງໃສ່ຄວາມເຊື່ອໃນການອະທິຖານ, ແລະຄໍາ ກ່າວຂອງອົງພຣະຜູ້ເປັນເຈົ້າຂອງເຮົາຄືຄວາມໂສກເສົ້າທີ່ຄຣິສຕະຈັກຂອງ ພຣະອົງຈະສູນເສຍຄວາມເຊື່ອເລື່ອງການອະທິຖານໃນຊ່ວງການສະເດັດກັບມາເທື່ອທີ່ສອງຂອງພຣະອົງ(Timothy Lin, Ph.D., The Secret of Church Growth, First Chinese Baptist Church of Los Angeles, 1992, pp. 94-95)

ດຣ.ລິນກ່າວວ່າປະເດັ່ນຂອງຄໍາອຸປະມາໃນລູກາ 18:1-8 ຄືການທີ່ພວກຄຣິສຕຽນຄວນຈະຮັກສາການອະທິຖານແລະບໍ່ອ່ອນເພຍ, ຂໍ້ແປດສະແດງໃຫ້ເຫັນວ່າພວກຄຣິສຕຽນຈະບໍ່ມີຄວາມເຊື່ອທີ່ພາກພຽນໃນການອະທິຖານໃນຍຸກສຸດທ້າຍ,ຍຸກທີ່ພວກເຮົາກໍາລັງມີຊີວິດຢູ່່ນີ້, ເພາະສະນັ້ນພວກເຮົາສາມາດບັນຍາຍຂໍ້ພຣະຄໍາພີໂດຍການເວົ້າວ່າ:

“ແຕ່ເມື່ອບຸດມະນຸດມາ ທ່ານຈະພົບຄວາມເຊື່ອ[ຄວາມພາກພຽນໃນການອະທິຖານ]ໃນແຜ່ນດິນໂລກຫຼື?”(ລູກາ 18:8)

ດຣ.ລິນເວົ້າຕໍ່ໄປວ່າ:

ການປະຊຸມອະທິຖານຂອງຄຣິສຕະຈັກຫຼາຍແຫ່ງໃນປະຈຸບັນນີ້ຄວາມຈິງແລ້ວຖືກປະຖີ້ມ[ຫຼືຖືກປ່ຽນໄປເປັນການສຶກສາພຣະຄໍາພີກາງອາທິດໂດຍການມີພຽງສັນຍາລັກການອະທິຖານອັນໜຶ່ຶງຫຼືສອງເທົ່ານັ້ນ]ການປະເຊີນໜ້າກັບສະພາບທີ່ໜ້າເສົ້ານີ້,ຄຣິສຕະຈັກເປັນຈໍານວນຫຼາຍຄ່ອນຂ້າງປະ ຕິເສດຢ່າງສິ້ນເຊີງເຖິງຄໍາເຕືອນທີ່ສໍາຄັນນີ້ ແລະໃນການຕາມໃຈຜູ້ອື່ນຂອງເຂົາເພື່ອຄວາມພໍໃຈຕົນເອງ[ມັກຈະ]ຍົກເລີກການປະຊຸມອະທິຖານພ້ອມກັນ, ມັນຄືເຄື່ອງໝາຍທີ່ແທ້ຈິງ[ອັນໜຶ່ງ]ທີ່ວ່າການສະເດັດກັບມາເທື່ອທີ່ສອງຂອງພຣະເຈົ້າຢູ່ໃນມືແລ້ວ! ປະຈຸບັນນີ້[ສະມາຊິກຄຣິສຕະຈັກ]ຫຼາຍຄົນນະມັດສະການໂທລະພາບຫຼາຍກວ່າພຣະເຈົ້າ...ນີ້ແມ່ນເລື່ອງທີ່ໜ້າເສົ້າຫຼາຍ!...ຄຣິສຕະຈັກຫຼາຍແຫ່ງໃນຍຸກສຸດທ້າຍສະແດງອອກ...ຄວາມເສີຍເມີຍສຸດໆ[ຂາດຄວາມສົນໃຈ]ຕໍ່ການປະຊຸມອະທິຖານຕ່າງໆ(ດຣ.ທິໂມທີ ລິນ ເຫຼັ້ມດຽວກັນໜ້າ 95)

ສະນັ້ນລູກາ 18:8 ຈື່ງໃຫ້ໝາຍສໍາຄັນຂອງການຂາດການອະທິຖານຢູ່ໃນຄຣິສຕະຈັກຕ່າງໆກ່ອນການສະເດັດກັບມາເທື່ອທີ່ສອງພຣະຄຣິດ,ໝາຍສໍາຄັນແຫ່ງຊ່ວງເວລາຊື່ງພວກເຮົາອາໄສຢູ່ນີ້,ໝາຍສໍາຄັນແຫ່ງການຢຸດການອະທິຖານ, ບໍ່ແມ່ນການຂາດຄວາມເຊື່ອທີ່ຊ່ວຍໃຫ້ລອດຢ່າງສິ້ນເຊີງ, ການຂາດການອະທິຖານໃນຄຣິສຕະຈັກຕ່າງໆແມ່ນໜື່ງໃນ ໝາຍສໍາຄັນວ່າທີ່ພວກເຮົາຢູ່ນີ້ແມ່ນຍຸກສຸດທ້າຍແລ້ວກ່ອນການສະເດັດມາເທື່ອທີ່ສອງຂອງອົງພຣະຜູ້ເປັນເຈົ້າ.

“ແຕ່ເມື່ອບຸດມະນຸດມາ ທ່ານຈະພົບຄວາມເຊື່ອ[ໃນການປົກປັກຮັກສາການ ທິຖານ]ໃນແຜ່ນດິນໂລກຫຼື?”(ລູກາ 18:8)

II. ຄວາມສໍາຄັນຂອງການປະຊຸມອະທິຖານຕ່າງໆ.

ດຣ.ລິນຍັງຊີ້ໃຫ້ເຫັນວ່າຄໍາອະທິຖານຂອງບຸກຄົນໜຶ່ງບໍ່ໄດ້ມີິສິດທິອໍານາດ ແລະລິດເດດເໝືອນການອະທິຖານຮ່ວມກັນ, ຢູ່ໃນການປະຊຸມອະທິຖານ,ລາວເວົ້າວ່າ:

ຜູ້ຄົນມັກເວົ້າວ່າມັນບໍ່ໄດ້ແຕກຕ່າງຫຍັງເລີຍບໍ່ວ່າທ່ານຈະທິຖານເປັນບຸກ ຄົນ ຫຼືເປັນກຸ່ມ ຫຼືມັນບໍ່ໄດ້ສໍາຄັນຫຍັງເລີຍບໍ່ວ່າທ່ານຈະອະທິຖານຄົນດຽວຢູ່ບ້ານຫຼືພ້ອມກັບພີ່ນ້ອງທັງຊາຍແລະຍິງໃນຄຣິສຕະຈັກ, ຄໍາເວົ້າດັ່ງກ່າວເປັນພຽງການປອບໃຈຕົນເອງຂອງຄົນຂີ້ຄ້ານ ຫຼືຄໍາອະທິບາຍທີ່ເປັນໄປໄດ້ ຂອງຄົນບໍ່ຮູ້ເລື່ອງລິດເດດແຫ່ງການອະທິຖານ! ຈົ່ງເບິ່ງສິ່ງທີ່ອົງພຣະຜູ້ເປັນເຈົ້າຂອງເຮົາເວົ້າເຖິງກ່ຽວກັບລັກສະນະຂອງການອະທິຖານນີ້:

“ເຮົາກ່າວແກ່ທ່ານທັງຫລາຍອີກວ່າ ຖ້າໃນພວກທ່ານທີ່ຢູ່ໃນໂລກສອງຄົນຈະຮ່ວມໃຈກັນຂໍສິ່ງໜຶ່ງສິ່ງໃດ ພຣະບິດາຂອງເຮົາຜູ້ຊົງສະຖິດໃນສະຫວັນກໍຈະຊົງກະທຳໃຫ້ ເພາະວ່າມີສອງສາມຄົນປະຊຸມກັນຢູ່ໃສໃນນາມຂອງເຮົາ ເຮົາຈະຢູ່ທ່າມກາງເຂົາບ່ອນນັ້ນ”(ມັດທາຍ 18:19-20)

     ອົງພຣະຜູ້ເປັນເຈົ້າຂອງເຮົາໄດ້ເຕືອນເຮົາຢ່າງເດັດຂາດວ່າການໃຊ້ສິດທິອໍານາດຂອງພຣະເຈົ້ານີ້ບໍ່ສາມາດບັນລຸໄດ້ດ້ວຍຄວາມພະຍາຍາມ ຂອງແຕ່ລະບຸກຄົນ ແຕ່ໂດຍຜ່ານຄວາມພະຍາຍາມຮ່ວມມືກັນຂອງທັງ ຄຣິສຕະຈັກ, ອີກຄໍາໜື່ງມີພຽງເມື່ອ...ທັງຄຣິສຕະຈັກຮ່ວມໃຈໃນ[ການອະ ທິຖານ]... ຄຣິສຕະຈັກສາມາດ[ມີ]ສິດທິອໍານາດຂອງພຣະເຈົ້າແບບນີ້ໄດ້ຢ່າງມີປະສິດທິພາບ.
     ຢ່າງໃດກໍດີຄຣິສຕະຈັກແຫ່ງຍຸກສຸດທ້າຍບໍ່ສາມາດເຫັນຄວາມເປັນຈິງຂອງຄວາມຈິງນີ້, ຫຼືລະນຶກເຖິງຂັ້ນຕອນທີ່ເໝາະສົມສໍາຫຼັບ(ການຮັບ)ລິດ ເດດຂອງພຣະເຈົ້າ, ຊ່າງເປັນການສູນເສຍອັນຍິ່ງໃຫຍ່! (ຄຣິສຕະຈັກ)ມີ ລິດອໍານາດພຣະເຈົ້າຈາກສະຫວັນ, ແຕ່ບໍ່ແມ່ນຄວາມຮູ້ຂອງການບໍລິຫານງານ, ແມ່ນຄຣິສຕະຈັກຢາກຈະຜູກມັດວຽກຂອງຊາຕານ,ເພື່ອປ່ອຍຜູ້ທີ່ຖືກຢຽບຢໍາ ແລະຕໍ່ໄປກໍປະສົບຄວາມຈິງຂອງການສະຖິດຢູ່ນໍາຂອງພຣະເຈົ້າ, ບໍ່ດັ່ງນັ້ນມັນກໍຈະບໍ່ສາມາດເຮັດສໍາເລັດໄດ້(ດຣ.ທິໂມທີລິນ ເຫຼັ້ມດຽວກັນໜ້າ 92-93)

ດັ່ງນັ້ນດຣ.ລິນຈື່ງສອນຄວາມສໍາຄັນຂອງຄວາມເຊື່ອໃນການອະທິຖານ ແລະຄວາມສໍາຄັນຂອງການປະຊຸມອະທິຖານຕ່າງໆຂອງຄຣິສຕະຈັກ.

III. ຄວາມສໍາຄັນຂອງການ“ຮ່ວມໃຈ” ໃນການອະທິຖານ

ກະລຸນາເປີດໄປທີ່ກິດຈະການ 1:14 ແລະອ່ານມັນດັງໆ:

“ພວກເຂົາຮ່ວມໃຈກັນອະທິຖານອ້ອນວອນຕໍ່ເນື່ອງພ້ອມກັບພວກຜູ້ຍິງ ແລະມາລີແມ່ຂອງພຣະເຢຊູ ແລະພວກນ້ອງຊາຍຂອງພຣະອົງດ້ວຍ”(ກິດຈະ ການ 1:14)

“ພວກເຂົາຮ່ວມໃຈກັນອະທິຖານອ້ອນວອນຕໍ່ເນື່ອງ... ”ດຣ.ລິນໄດ້ກ່າວວ່າ:

ພຣະຄໍາພີພາສາຈີນແປ “ຮ່ວມໃຈກັນ”ເປັນ “ດ້ວຍຫົວໃຈອັນດຽວກັນແລະຄວາມຄິດດຽວກັນ” ເພາະສະນັ້ນສໍາຫຼັບການປະຊຸມອະທິຖານເພື່ອທີ່ຈະມີການສະຖິດຢູ່ນໍາຂອງພຣະເຈົ້າ, ບໍ່ພຽງແຕ່ຜູ້ເຂົ້າຮ່ວມທຸກຄົນຕ້ອງເຂົ້າໃຈຄວາມສໍາຄັນຂອງການອະທິຖານເທົ່ານັ້ນແຕ່ພວກເຂົາຍັງຕ້ອງເຂົ້າໃຈທີ່ຈະມາ(ທີ່ປະຊຸມອະທິຖານ)ດ້ວຍຄວາມຈິງໃຈ ປາດຖະໜາທີ່ຈະຮ່ວມໃຈກັນ...ສະເໜີຄໍາຮອ້ງຂໍຕ່າງໆ,ຄໍາອະທິຖານຕ່າງໆ ແລະການຂໍແລະການຂອບ ຄຸນພຣະເຈົ້າ, ການປະຊຸມອະທິຖານຈະປະສົບຜົນສໍາເລັດ ແລະການຮັບໃຊ້ອື່ນໆຈະປະສົບຜົນສໍາເລັດ(ດຣ.ທິໂມທີລິນ ເຫຼັ້ມດຽວກັນໜ້າ 93-94)

ທີ່ຈະ “ຮ່ວມໃຈກັນອະທິຖານ” ພວກເຮົາທຸກຄົນຈະຕ້ອງເວົ້າວ່າ “ເອແມນ”ໃນຂະ ນະທີ່ພີ່ນ້ອງຄົນໜື່ງນໍາໃນການອະທິຖານ, ເມື່ອພວກເຮົາທຸກຄົນເວົ້າວ່າ “ເອແມນ”ພວກເຮົາກໍກໍາລັງອະທິຖານ“ຮ່ວມໃຈກັນ”

ພວກທ່ານເຄີຍໄດ້ຍິນຄໍາສອນຂອງດຣ.ລິນແລ້ວໃນເລື່ອງຄວາມສໍາຄັນຂອງຄວາມເຊື່ອໃນການອະທິຖານ, ຄວາມສໍາຄັນຂອງການປະຊຸມອະທິຖານຂອງຄຣິສຕະຈັກ ແລະຄວາມສໍາຄັນຂອງການເປັນນໍ້າໜຶ່ງໃຈດຽວກັນ“ຮ່ວມໃຈກັນອະທິຖານ” ພວກທ່ານບາງຄົນໃນຄືນນີ້ບໍ່ໄດ້ເຂົ້າຮ່ວມງານອະທິຖານຂອງຄຣິສຕະຈັກຂອງພວກເຮົາ, ບໍ່ສົງໄສເລີຍທີ່ຊີວິດຝ່າຍວິນຍານຂອງທ່ານປຶກຫຼາຍ, ມີໃຜທີ່ຢູ່ນີ້ໃນຄືນນີ້ທີ່ຈະເວົ້າວ່າ “ອາຈານ ແຕ່ນີ້ເປັນຕົ້ນໄປຂ້ອຍຈະເຂົ້າຮ່ວມຢ່າງໜ້ອຍໜື່ງໃນການປະຊຸມອະທິຖານເຫຼົ່ານັ້ນ”? ຂໍໃຫ້ຫລັບຕາ,ຖ້າທ່ານຈະເຮັດແບບນັ້ນ ຂໍເຊີນຍົກມືຂື້ນ, ຂໍໃຫ້ທຸກຄົນອະທິຖານເພື່ອທີ່ພຣະເຈົ້າຈະຊ່ວຍພວກເຂົາໃຫ້ຮັກສາຄໍາສັນຍານັ້ນແດ່(ທຸກຄົນອະທິຖານ).

ຖ້າພວກທ່ານຍັງບໍ່ລອດ, ຂ້າພະເຈົ້າຂໍຮ້ອງທ່ານຢ່າງໜັກແໜ້ນໃຫ້ທ່ານເຂົ້າຮ່ວມຢ່າງໜ້ອຍການອະທິຖານແລງວັນເສົາ, ຈົ່ງຫລັບຕາຂອງທ່ານ, ມີໃຜແດ່ຊິເວົ້າວ່າ “ເຈົ້າ ອາຈານ ຂ້ອຍຈະເລິ່ມມາແລງວັນເສົາເພື່ອອະທິຖານ”? ເຊີນຍົກມືຂອງທ່ານຂື້ນ, ຂໍໃຫ້ທຸກຄົນອະທິຖານເພື່ອພວກເຂົາໃຫ້ຮັກສາຄໍາສັນຍານັ້ນແດ່(ທຸກຄົນອະທິຖານ).

ພຣະຄຣິດຊົງຕາຍເທິງໄມ້ກາງແຂນເພື່ອຈ່າຍຄ່າຄວາມຜິດບາບຂອງທ່ານ, ພຣະອົງຊົງຫຼັ່ງໂລຫິດເພື່ອລ້າງຄວາມບາບຂອງທ່ານອອກໄປ, ພຣະອົງຊົງພົບກັບຄວາມເຈັບປວດທີ່ເປັນຕາຢ້ານ,ຖືກຕອກໃສ່ໄມ້ກາງແຂນ,ເພື່ອໄຖ່ຄວາມຜິດບາບຂອງທ່ານ, ພຣະອົງຊົງຟື້ນຂື້ນມາຈາກຕາຍໃນວັນທີ່ສາມ, ພຣະອົງຊົງມີຊີວິດຢູ່ທີ່ເບື້ອງຂວາມືຂອງພຣະເຈົ້າ, ຈົ່ງມາຫາພຣະຄຣິດ ແລ້ວທ່ານຈະລອດພົ້ນຈາກຄວາມຜິດບາບຂອງທ່ານ.

ແມ່ນໃຜໃນພວກເຮົາໃນຄືນນີ້ທີ່ຍັງບໍ່ລອດ ແລະຢາກຈະໃຫ້ພວກເຮົາອະທິຖານເພື່ອການກັບໃຈໃໝ່ຂອງທ່ານແດ່? ຂໍເຊີນຫລັບຕາອີກເທື່ອໜຶ່ງ, ຂໍເຊີນຍົກມືຂື້ນເພື່ອທີ່ພວກເຮົາຈະສາມາດອະທິຖານເພື່ອການກັບໃຈໃໝ່ຂອງທ່ານໄດ້, ຂໍໃຫ້ທຸກຄົນອະທິຖານເພື່ອທີ່ພວກເຂົາຈະກັບໃຈຈາກຄວາມບາບຂອງເຂົາ ແລ້ວມາຫາພຣະຄຣິດເພື່ອຊໍາລະລ້າງໃນພຣະໂລຫິດຂອງພຣະອົງ!

ຂໍເຊີນດຣ.ແຊນມານໍາພວກເຮົາອະທິຖານເພື່ອບາງຄົນໃຫ້ເຂົາລອດແດ່ໃນຄືນນີ້,ຖ້າທ່ານຢາກຈະລົມກັບພວກເຮົາກ່ຽວກັບກາຍເປັນຄຣິສຕຽນແທ້, ກະລຸນາຍ່າງຕາມດຣ. ເຄແກນ, ຈອນເຄແກນ ແລະໂນອາ ຊອງ ໄປທາງຫຼັງຫ້ອງໂຖງດຽວນີ້ເລີຍ, ພວກເຂົາຈະພາທ່ານໄປບ່ອນທີ່ງຽບສະຫງົບບ່ອນທີ່ພວກເຮົາສາມາດລົມກັນແລະອະທິຖານເພື່ອກ່ຽວກັບການກັບໃຈໃໝ່ຂອງທ່ານ.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນຄໍາເທດສະໜາໂດຍ ເບັນຈາມິນ ຄິນເຄດ ກຣິຟຟິດ:
“‘Tis the Blessed Hour of Prayer” (by Fanny J. Crosby, 1820-1915).

ໂຄງຮ່າງບົດເທດສະໜາ

ວິທີອະທິຖານ ແລະວິທີດໍາເນີນການການປະຊຸມອະທິຖານ

(ຄໍາສອນຂອງດຣ.ທິໂມທີ ລິນ 1911-2009)
HOW TO PRAY AND HOW TO CONDUCT A PRAYER MEETING
(THE TEACHINGS OF DR. TIMOTHY LIN, 1911-2009)

ບົດເທດສະໜາແຕ່ງໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
ແລະເທດໂດຍ ຈອນ ຊາມູເອວ ເຄແກນ.

“ແຕ່ເມື່ອບຸດມະນຸດມາ ທ່ານຈະພົບຄວາມເຊື່ອໃນແຜ່ນດິນໂລກຫຼື?”

(ມັດທາຍ 16: 18; 1 ເທສະໂລນິກາ 4:16-17; ພະນິມິດ 7:9,14)

I.    ຄວາມສໍາຄັນຂອງການພາກພຽນອະທິຖານ ລູກາ 18:8.

II.   ຄວາມສໍາຄັນຂອງການປະຊຸມອະທິຖານຕ່າງໆ ມັດທາຍ 18:19-20.

III.  ຄວາມສໍາຄັນຂອງການ“ຮ່ວມໃຈ”ໃນການອະທິຖານ ກິດຈະການ 1:14.