Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ເມື່ອພຣະເຈົ້າເຫັນເລືອດ

WHEN GOD SEES THE BLOOD
(Laotian)

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 27/8/2017
A sermon preached at the Baptist Tabernacle of Los Angeles
Lord’s Day Evening, August 27, 2017

“ເມື່ອເຮົາເຫັນເລືອດນັ້ນ ເຮົາຈະຜ່ານເຈົ້າທັງຫຼາຍໄປ”
(ອົບພະຍົບ 12:13)


ຄົນຮິບຣູລົງໄປປະເທດອີຢິບໃນຊ່ວງອຶດຢາກ, ຕອນທໍາອິດພວກເຂົາຖືກປະຕິບັດດ້ວຍຄວາມນັບຖືຍ້ອນໂຢເຊັບລູກຊາຍຂອງຢາໂຄບເປັນຜູ້ປົກຄອງຢູ່ໃຕ້ກະສັດຟາໂຣ,ພວກລູກຫຼານອິດສະຣາເອນເພີ່ມຂື້ນເປັນຈໍານວນຫຼາຍ, ແຕ່ຟາໂຣອົງໃໝ່ບໍ່ໄດ້ຮູ້ຈັກກັບໂຢເຊັບ, ລາວຢ້ານວ່າຄົນຮິບຣູທີ່ກໍາລັງເພີ່ມຈໍານວນຂື້ນຢ່າງໄວວານັ້ນຈະຢຶດເອົາປະເທດ, ລາວຈື່ງ ເຮັດໃຫ້ພວກເຂົາເປັນທາດ, ພວກຮິບຣູຈື່ງຮ້ອງຫາພຣະເຈົ້າໃນຄໍາອະທິຖານ, ແລະພຣະ ເຈົ້າໄດ້ສົ່ງໂມເຊມາປົດປ່ອຍພວກເຂົາ,ແຕ່ຟາໂຣເປັນຄົນໂຫດຮ້າຍແລະໃຈດໍາ, ລາວຈື່ງບໍ່ ຍອມປ່ອຍໃຫ້ຄົນຂອງພຣະເຈົ້າໄປ,ແລະພຣະເຈົ້າໄດ້ສົ່ງໄພພິບັດເກົ້າຢ່າງມາເໜືອປະເທດ ອີຢິບ, ແຕ່ລະເທື່ອທີ່ໄພພິບັດຕົກໃສ່ພວກເຂົາ,ໂມເຊກໍມາຢູ່ຕໍ່ໜ້າຟາໂຣແລະເວົ້າວ່າ “ພຣະເຢໂຮວາພຣະເຈົ້າຂອງຄົນຮິບຣູໄດ້ຕັດດັ່ງນີ້ ຈົ່ງປ່ອຍໃຫ້ຄົນຂອງເຮົາໄປ” ແຕ່ຟາໂຣ ບໍ່ເຄີຍຟັງ, ໃຈຂອງຟາໂຣແຂງກະດ້າງ, ຕອນນີ້ມາຮອດເວລາທີ່ພຣະເຈົ້າຈະສົ່ງໄພພິບັດອັນທີ່ສິບມາ.

“ແລະພຣະເຢໂຮວາຕັດກັບໂມເສດວ່າ“ເຮົາຈະນຳໄພພິບັດມາສູ່ຟາໂຣແລະ ອີຢິບອີກເທື່ອດຽວ ຫຼັງຈາກນັ້ນລາວຈະປ່ອຍພວກເຈົ້າໄປ...” (ອົບພະຍົບ 12:13)

ແລະໂມເຊໄດ້ເຂົ້າໄປໃນລານຂອງຟາໂຣອີກເທື່ອໜື່ງແລ້ວເວົ້າວ່າ:

“ພຣະເຢໂຮວາຕັດດັ່ງນີ້ວ່າ ‘ເວລາປະມານທ່ຽງຄືນ ເຮົາຈະອອກໄປທ່າມກາງອີຢິບ ແລະລູກກົກທັງໝົດໃນແຜ່ນດິນແຫ່ງອີຢິບຈະຕ້ອງຕາຍ...ເພາະ ໃນຄືນວັນນັ້ນ ເຮົາຈະຜ່ານໄປໃນແຜ່ນດິນອີຢິບ ແລະເຮົາຈະປະຫານລູກກົກທັງໝົດໃນແຜ່ນດິນອີຢິບ”( ອົບພະຍົບ 11:4-5; 12:12)

ແຕ່ພຣະເຈົ້າບໍ່ຕ້ອງການໃຫ້ຄົນຂອງພຣະອົງຖືກລົງໂທດ, ພຣະອົງຈື່ງບອກໂມເຊວ່າໃຫ້ແຕ່ລະຄອບຄົວເອົາລູກແກະມາຂ້າ:

“ແລະພວກທ່ານຈະເອົາເລືອດນັ້ນທາທີ່ວົງກົບປະຕູທັງສອງຂ້າງ ແລະທີ່ໄມ້ຂ້າງເທິງເຮືອນ...” (ອົບພະຍົບ 12:7)

ຕອນນີ້ຂໍໃຫ້ເຮົາຢືນຂື້ນອ່ານ ອົບພະຍົບ 12:12-13 ດັງໆ.

“ເພາະໃນຄືນວັນນັ້ນ ເຮົາຈະຜ່ານໄປໃນແຜ່ນດິນອີຢິບ ແລະເຮົາຈະປະຫານລູກທັງໝົດໃນແຜ່ນດິນອີຢິບ ທັງຂອງມະນຸດແລະຂອງສັດ ແລະເຮົາຈະພິພາກສາລົງໂທດພະທັງປວງຂອງອີຢິບ ເຮົາຄືພຣະເຢໂຮວາ ແລະເລືອດທີ່ເຮືອນທີ່ເຈົ້າທັງຫຼາຍຢູ່ນັ້ນ ຈະເປັນໝາຍສຳຄັນສຳລັບພວກເຈົ້າ ແລະເມື່ອເຮົາເຫັນເລືອດນັ້ນເຮົາຈະຜ່ານເວັ້ນເຈົ້າທັງຫຼາຍໄປ ແລະໄພພິບັດນັ້ນຈະບໍ່ແຕະຕ້ອງພວກເຈົ້າເພື່ອທຳລາຍພວກເຈົ້າ ຂະນະທີ່ເຮົາປະຫານແຜ່ນດິນອີຢິບ” (ອົບພະຍົບ 12:12-13)

ເປັນເວລາເກືອບ 1,500 ປີທີ່ພວກຢິວສະຫຼອງພິທິປັດສະກາ, ພວກເຂົາຈະກິນຊີ້ນລູກແກະພິເສດແລະເຂົ້າຈີ່ບໍ່ມີເຊື້ອແປ້ງ ແລະອ່ານຂໍ້ພຣະຄໍາພີພວກນີ້ໃນເທດສະການປັດສະກາ,ໃນການລະນຶກເຖິງການຊ່ວຍໃຫ້ພົ້ນຈາກການເປັນທາດຊາວອີຢິບຂອງພວກເຂົາ ຄໍາວ່າ“ປັດສະກາ”ມາຈາກຂໍ້ພຣະຄໍາພີຂອງເຮົາ(ຕາມຄໍາໃນພາສາອັງກິດ)

“ແລະເມື່ອເຮົາເຫັນເລືອດນັ້ນເຮົາຈະຜ່ານເວັ້ນເຈົ້າທັງຫຼາຍໄປ” (ອົບພະຍົບ 12:13)

ຂ້າພະເຈົ້າຢາກໃຫ້ພວກທ່ານຄິດກ່ຽວກັບຂໍ້ພຣະຄໍາພີຂອງເຮົາໃນສາມຫົນທາງ,ປະ ການທີ່ໜຶ່ງຄວາມໝາຍຂອງເລືອດ, ສອງ ປະສິດທິພາບຂອງເລືອດ, ແລະສາມ ການປະຍຸກໃຊ້ຂອງເລືອດ.

I. ໜຶ່ງ, ຄວາມໝາຍຂອງເລືອດ.

“ແລະເມື່ອເຮົາເຫັນເລືອດນັ້ນເຮົາຈະຜ່ານເວັ້ນເຈົ້າທັງຫຼາຍໄປ”

ພຣະຄໍາພີຂໍ້ນີ້ມີຫຍັງຢູ່ໃນນັ້ນສໍາຫຼັບເຮົາປະຈຸບັນນີ້ບໍ?ແມ່ນມັນເຕັມໄປດ້ວຍຄວາມ ໝາຍ, ເພາະເລືອດທີ່ໄຫຼອອກໃນວັນປັດສະການັ້ນຊີ້ໄປທີ່ພຣະໂລຫິດຂອງພຣະເຢຊູທີ່ຈະຫຼັ່ງໄຫຼ-ໃນວັນປັດສະກາ, ແມ່ນແລ້ວມັນແມ່ນວັນປັດສະກາທີ່ພຣະເຢຊູຸຖືກຄຶງຕາຍ.

“ພວກສາວົກຂອງພຣະອົງມາທູນຖາມພຣະອົງວ່າ ພຣະອົງຊົງປາດຖະຫນາ ຈະໃຫ້ພວກຂ້ານ້ອຍໄປຈັດຕຽມປັດກາໃຫ້ພຣະອົງຮັບປະທານຢູ່ໃສ” (ມາລະໂກ 14:12)

ພວກເຂົາເຂົ້າໄປຫ້ອງຊັ້ນເທິງເພື່ອກິນເຂົ້າແລ້ວອ່ານຂໍ້ນີ້ ອົບພະຍົບ 12:13:

“ແລະເມື່ອເຮົາເຫັນເລືອດນັ້ນເຮົາຈະຜ່ານເວັ້ນເຈົ້າທັງຫຼາຍໄປ” (ອົບພະຍົບ 12:13)

ປະການທໍາອິດພຣະເຢຊູຊົງມອບເຂົ້າຈີ່ບໍ່ມີເຊື່ອໃຫ້ພວກເຂົາ:

“ແລ້ວພຣະອົງຈຶ່ງຊົງຈັບຈອກ ຂອບພຣະຄຸນແລ້ວສົ່ງໃຫ້ພວກເຂົາ... ແລ້ວພຣະອົງຕັດແກ່ເຂົາວ່າ ນີ້ເປັນເລືອດຂອງເຮົາອັນເປັນເລືອດແຫ່ງພັນທະສັນຍາໃໝ່ ຊຶ່ງຕ້ອງຫລັ່ງອອກເພື່ອຄົນເປັນຈຳນວນຫລາຍ” (ມາລະໂກ 14:23-24)

ພຣະຄຣິດຊົງສະແດງໃຫ້ພວກເຂົາເຫັນວ່າເລືອດທີ່ຢູ່ເທິງວົງກົບປະຕູໃນອົບພະຍົບ 12:13 ຄືພາບຂອງພຣະໂລຫິດແຫ່ງພັນທະສັນຍາໃໝ່ຊຶ່ງພຣະອົງຈະຕ້ອງຫຼັ່ງໄຫຼເທິງໄມ້ກາງແຂນໃນມື້ຕໍ່ໄປ.

“ແລະເມື່ອເຮົາເຫັນເລືອດນັ້ນເຮົາຈະຜ່ານເວັ້ນເຈົ້າທັງຫຼາຍໄປ” (ອົບພະຍົບ 12:13)

ມັນບໍ່ໄດ້ເວົ້າເຖິງເລືອດໃດໆ, ມັນເວົ້າເຖິງພຣະໂລຫິດຂອງ

“ພຣະເມສານ້ອຍຜູ້ຊຶ່ງຮັບເອົາຄວາມຜິດບາບຂອງໂລກໄປ” (ໂຢຮັນ 1:29)

ເລືອດທີ່ຢູ່ເທິງປະຕູແນມໄປຂ້້າງໜ້າ ແລະເປັນພາບຂອງພຣະໂລຫິດທີ່ໄຖ່ພວກຄົນບາບອອກຈາກຫາຍະນະແລະປູກຝັງເຂົາໄວ້ໃນ

“ຄຣິສຕະຈັກຂອງພຣະເຈົ້າຊຶ່ງພຣະອົງຊົງຊື້ໄວ້ແລ້ວດ້ວຍພຣະໂລຫິດຂອງພຣະອົງເອງ” (ກິດຈະການ 20:28)

ພວກທ່ານອາດຈະຖາມວ່າເປັນຫຍັງເລືອດນີ້ຈື່ງມີລິດຫຼາຍ,ສະເປີໂຈນກ່າວວ່າ:

ຖ້າພຣະເຢຊູຫາກເປັນພຽງມະນຸດຄົນໜື່ງ...ກໍຈະບໍ່ມີປະສິດທິພາບໃນພຣະ ໂລຫິດຂອງພຣະອົງທີ່ຈະຊ່ວຍໄດ້, ແຕ່ພຣະຄຣິດຊົງເປັນ“ພຣະເຈົ້າແຫ່ງພຣະເຈົ້າ”ພຣະໂລຫິດທີ່ພຣະເຢຊູຊົງຫຼັ່ງໄຫຼເປັນໂລຫິດຂອງພຣະເຈົ້າ ມັນຄືເລືອດຂອງມະນຸດ, ເພາະພຣະອົງຊົງເປັນມະນຸດຄືກັບພວກເຮົາ, ແຕ່ ເປັນພຣະເຈົ້າທີ່ສະພາບເປັນມະນຸດ,ເຊິ່ງເຮັດໃຫ້ເລືອດມີປະສິດທິພາບຈາກມັນ...ບໍ່ຢຸດຢັ້ງອັດສະຈັນຕະຫຼອດໄປ,ເຊິ່ງພຣະເຈົ້າໄດ້ກາຍມາເປັນມະນຸດເພື່ອທີ່ຈະຕາຍ, ເມື່ອພວກເຮົາຄິດເຖິງພຣະຄຣິດຊົງເປັນພຣະຜູ້ສ້າງຂອງໂລກ ແລະເທິງບ່າໄຫຼທີ່ໝັ້ນຄົງຂອງພຣະອົງໄດ້ແບກຈັກກະວານໄວ້,ພວກເຮົາບໍ່ຄວນສົງໄສວ່າຄວາມຕາຍຂອງພຣະອົງຊົງມີລິດທີ່ຈະໄຖ່ ແລະທີ່ວ່າພຣະໂລຫິດຂອງພຣະອົງຄວນຊໍາລະຈາກບາບໄດ້...ເພາະພຣະອົງຊົງເປັນພຣະເຈົ້າ, ຊົງ“ສາມາດທີ່ຈະຊ່ວຍທຸກຄົນທີ່ມາຫາພຣະເຈົ້າທາງພຣະອົງ” ພຣະໂລຫິດຂອງພຣະອົງຄືເລືອດທີ່ທ່ານຈະຫລົບໜີຄວາມຢາກ ຮ້າຍແລະພຣະພິໂລດຂອງພຣະເຈົ້າໄດ້” (C. H. Spurgeon, “The Blood,” The New Park Street Pulpit, Pilgrim Publications, 1981 reprint, volume V, pp. 27-28)

“ແລະເມື່ອເຮົາເຫັນເລືອດນັ້ນເຮົາຈະຜ່ານເວັ້ນເຈົ້າທັງຫຼາຍໄປ” (ອົບພະຍົບ 12:13)

ເລືອດທີ່ຢູ່ເທິງວົງກົບປະຕູເປັນພາບຂອງພຣະໂລຫິດຂອງພຣະເຈົ້າຜູ້ຮັບສະພາບມະນຸດຄືພຣະເຢຊູຄຣິດ.

“ເພາະພຣະຄຣິດຜູ້ຊົງເປັນປັດສະກາຂອງເຮົາໄດ້ຖືກຂ້າບູຊາເພື່ອເຮົາແລ້ວ” (1 ໂກລິນໂທ 5:7)

ແລະນັ້ນແຫຼະຄືຄວາມໝາຍຂອງພຣະໂລຫິດ!

II. ສອງ ປະສິດທິພາບຂອງເລືອດ.

“ແລະເມື່ອເຮົາເຫັນເລືອດນັ້ນ ເຮົາຈະຜ່ານເວັ້ນເຈົ້າທັງຫຼາຍໄປ” (ອົບພະຍົບ 12:13)

“ເຮົາຈະຜ່ານເວັ້ນເຈົ້າທັງຫຼາຍໄປ” ບໍ່ມີການພິພາກສາໃດທີ່ຈະມາເຖິງທ່ານ, ບໍ່ມີການສາບແຊ່ງໃດທີ່ຈະຕົກໃສ່ທ່ານ - ຖ້າທ່ານຫາກມີພຣະໂລຫິດນັ້ນ.

“ເພາະພຣະເຢໂຮວາຈະສະເດັດຜ່ານໄປເພື່ອຈະໄດ້ປະຫານຄົນອີຢິບ ແລະເມື່ອພຣະອົງຊົງເຫັນເລືອດທີ່ໄມ້ປະຕູຂ້າງເທິງແລະທີ່ວົງກົບປະຕູທັງສອງຂ້າງ ພຣະເຢໂຮວາຈະຊົງຜ່ານເວັ້ນປະຕູນັ້ນ ແລະຈະບໍ່ຊົງຍອມໃຫ້ຜູ້ສັງຫານເຂົ້າໄປໃນບ້ານຂອງພວກທ່ານ ເພື່ອຈະປະຫານພວກທ່ານ” (ອົບພະຍົບ 12:23)

ບໍ່ມີການພິພາກສາຈາກພຣະເຈົ້າທີ່ຈະສາມາດຕົກລົງເທິງຊາຍຫຼືຍິງທີ່ມີເລືອດນັ້ນໄດ້.

“ແລະທ່ານທັງຫຼາຍຈົ່ງເອົາກິ່ງຫຸສົບກຳໜຶ່ງ ແລ້ວຈຸ່ມລົງໃນເລືອດທີ່ຢູ່ໃນອ່າງ ແລະທາເລືອດນັ້ນໄວ້ທີ່ໄມ້ຂ້າງເທິງ ແລະວົງກົບປະຕູທັງສອງຂ້າງດ້ວຍເລືອດທີ່ຢູ່ໃນອ່າງ...” (ອົບພະຍົບ 12:22)

ເລືອດເທິງໄມ້ປະຕູ-ເທິງວົງກົບ, ເລືອດຢູ່ວົງກົບປະຕູທັງສອງຂ້າງ, ເລືອດຢູ່ໃນກົ້ນອ່າງນໍ້າ ຢູ່ເທິງ, ຢູ່ລຸ່ມ, ຢູ່ທັງສອງຂ້າງ, ລັກສະນະທ່າທາງຊີ້ໄປທີ່ໄມ້ກາງແຂນຂອງພຣະຄຣິດ!

ເບິ່ງຈາກພຣະສຽນ,ພຣະຫັດ,ພຣະບາດ
ຄວາມທຸກແລະຄວາມຮັກໄດ້ໄຫຼລົງມາ
ໃຜແດ່ທົນທຸກຫຼືສະແດງເຖິງຄວາມຮັກ
ແລະສວມໜາມແທນມົງກຸດອັນໂສພາ?

“ທ່ານຮູ້ວ່າ ພຣະອົງໄດ້ຊົງໄຖ່ທ່ານທັງຫລາຍອອກຈາກການປະພຶດທີ່ບໍ່ມີສາລະ,ເຊັ່ນເງີນແລະຄໍາ ແຕ່ຊົງໄຖ່ດ້ວຍພຣະໂລຫິດອັນມີລາຄາຫລາຍຂອງພຣະຄຣິດ ດັ່ງເລືອດລູກແກະທີ່ປາສະຈາກຕຳໜິຫລື ຮ້ອຍດ່າງ” (1 ເປໂຕ 1:18-19)

ມາຕິນລູເທີຖາມວ່າ:

ດຽວນີ້ແມ່ນຫຍັງຄືສົມບັດທີ່ພວກເຮົາຖືກໄຖ່? ບໍ່ແມ່ນຄໍາຫຼືເງິນທີ່ເສື່ອມສູນໄດ້ແຕ່ດ້ວຍໂລຫິດຂອງພຣະຄຣິດພຣະບຸດຂອງພຣະເຈົ້າ, ສົມບັດນີ້ມີຄ່າ ຫຼາຍແລະສູງສົງທີ່ບໍ່ມີຄວາມຮູ້ມະນຸດ ຫຼືເຫດຜົນໃດເຂົ້າໃຈໄດ້, ທີ່ວ່າມີພຽງເລືອດຢອດດຽວທີ່ບໍ່ມີຜິດໄພນີ້ພຽງພໍສໍາຫຼັບຄວາມບາບຂອງທັງໂລກ, ຢ່າງໃດກໍຕາມພຣະບິດາຕ້ອງການທີ່ຈະຍົກພຣະຄຸນຂອງພຣະອົງໃຫ້ແກ່ເຮົາຢ່າງເຫຼືອລົ້ນ ແລະຍອມໃຫ້ການຊົງໄຖ່ຂອງເຮົາເສຍຄ່າຫຼາຍຈົນພຣະ ອົງຊົງອະນຸຍາດໃຫ້ພຣະຄຣິດພຣະບຸດຂອງພຣະອົງຫຼັ່ງພຣະໂລຫິດທັງ ໝົດຂອງພຣະອົງເພື່ອພວກເຮົາ ແລະໄດ້ປະທານຊັບສົມບັດທັງໝົດໃຫ້ແກ່ເຮົາ” (ລູເທີ ການອະທິບາຍເລື່ອງ 1 ເປໂຕ 1:18-19)

ພຣະໂລຫິດຂອງພຣະຄຣິດຕົກລົງດິນໃນສະພາບເຫື່ອເປັນເລືອດຢູ່ເກັດເສມານີ, ພຣະໂລຫິດຂອງພຣະອົງໄຫຼລົງຢ່າງອິດສະຫຼະພາຍໃຕ້ການຂ້ຽນຕີເມື່ອພຣະອົງຖືກຕີຢູ່ໃນ ຫ້ອງໂຖງຂອງປີລາດ, ມົງກຸດໜາມໄດ້ແທງໜ້າຜາກພຣະອົງ ແລ້ວພຣະໂລຫິດກໍໄຫຼລົງ ເຂົ້າຕາຂອງພຣະອົງ, ຕະປູແທງພຣະຫັດແລະພຣະບາດຂອງພຣະອົງ, ແລ້ວໂລຫິດກໍໄຫຼ ລົງມາຢ່າງອິດສະຫຼະຈາກໄມ້ກາງແຂນ, ແລ້ວທະຫານຄົນໜື່ງກໍແທງຂ້າງຂອງພຣະອົງ.

“ແລະໂລຫິດກັບນໍ້າກໍໄຫຼອອກມາທັນທີ” (ໂຢຮັນ 19:34)

“(ພຣະເຈົ້າ)ຊົງອະນຸຍາດໃຫ້ພຣະຄຣິດພຣະບຸດຂອງພຣະອົງຫຼັ່ງໂລຫິດທັງໝົດຂອງພຣະອົງເພື່ອພວກເຮົາ ແລະ ຊົງມອບຊັບສົມບັດທັງໝົດໃຫ້ເຮົາ” (ລູເທີ ເຫຼັ້ມດຽວກັນ).

ແລະ

“ພຣະໂລຫິດຂອງພຣະເຢຊູຄຣິດພຣະບຸດຂອງພຣະອົງກໍຊໍາລະເຮົາໃຫ້ພົ້ນຈາກບາບທັງສິ້ນ” (1 ໂຢຮັນ 1:7)

ບາບທຸກຢ່າງຊໍາລະໂດຍພຣະໂລຫິດຂອງພຣະເຢຊູຄຣິດ! ຄວາມບາບທຸກຢ່າງ! ບໍ່ມີຄວາມ ບາບອັນໃດທີ່ໃຫຍ່ກວ່າທີ່ພຣະໂລຫິດບໍ່ສາມາດຊໍາລະໄດ້! ບໍ່ມີຄວາມບາບໃດທີ່ພຣະໂລຫິດ ບໍ່ສາມາດລ້າງອອກໄປໄດ້, ມັນສາມາດໄລ່ຜີເຈັດຜີອອກຈາກມາຣີຊາວມັກດາລາໄດ້, ມັນ ສາມາດຮັກສາບາດແຜທີ່ເກີນຈະບັນຍາຍຂອງໂລກຂີ້ທູດ, ບໍ່ມີພະຍາດໃດທີ່ບໍ່ສາມາດຮັກ ສາໃຫ້ຫາຍດີໄດ້, ບໍ່ມີຈັກກໍລະນີທີ່ໃຫຍ່ເກີດກວ່າ, ບໍ່ວ່າມັນຈະໜ້າລັງກຽດຫຼືຊົ່ວເທົ່າໃດກໍ ຕາມເພາະວ່າພຣະໂລຫິດຂອງພຣະຄຣິດຊົງພຽງພໍທຸກຢ່າງ.

“ແລະເມື່ອເຮົາເຫັນເລືອດນັ້ນ ເຮົາຈະຜ່ານເວັ້ນເຈົ້າທັງຫຼາຍໄປ” (ອົບພະຍົບ 12:13)

ແລະນັ້ນສະແດງໃຫ້ເຫັນເຖິງປະສິດທິພາບຂອງພຣະໂລຫິດ!

III. ສາມ ການປະຍຸກໃຊ້ຂອງເລືອດ.

ຖ້າລູກແກະຫາກຖືກຮັດຄໍຫຼືຖືກຢາຜິດ, ຜູ້ທໍາລາຍກໍຈະແທງລູກກົກຂອງບ້ານທຸກ ຫຼັງ, ຖ້າລູກແກະຖືກຂ້າ ແລະຮ່າງຂອງມັນຖືກມັດວົງກົບປະຕູ,ຜູ້ທໍາລາຍກໍຈະມາແທງໃນ ການພິພາກສາ, ຈົ່ງໃຫ້ຄົນທີ່ເວົ້າວ່າບໍ່ມີເລືອດຈົດໄວ້ເລີຍ, ມັນບໍ່ແມ່ນການຕາຍຂອງລູກ ແກະພຽງຢ່າງດຽວ, ແຕ່ເລືອດຂອງລູກແກະທີ່ເຮັດໃຫ້ເກີດຄວາມແຕກຕ່າງ, ແມ່ນແທ້ລູກ ແກະຕ້ອງຕາຍ ແລ້ວພຣະເຈົ້າກໍຕັດວ່າ:

“ແລະເມື່ອເຮົາເຫັນເລືອດນັ້ນ ເຮົາຈະຜ່ານເວັ້ນເຈົ້າທັງຫຼາຍໄປ” (ອົບພະຍົບ 12:13)

ແຕ່ເລືອດທີ່ປະໄວ້ໃນອ່າງນໍ້າບໍ່ສາມາດປ້ອງກັນການພິພາກສາໄດ້, ມັນຈະຕ້ອງຖືກປະຍຸກໃຊ້ ,ຈົ່ງເອົາພວງຂອງຕົ້ນຫຸສົບ

“ແລ້ວຈຸ່ມລົງໃນເລືອດ... ແລະທາເລືອດນັ້ນໄວ້ທີ່ໄມ້ຂ້າງເທິງ ແລະວົງກົບປະຕູທັງສອງຂ້າງ” (ອົບພະຍົບ 12:22)

ເລືອດຈະຕ້ອງຖືກປະຍຸກໃຊ້ບໍ່ດັ່ງນັ້ນມັນກໍຈະບໍ່ມີຜົນຫຍັງ, ໂອຄົນບາບເອີຍ ຈົ່ງຮັບເອົາພຣະໂລຫິດຂອງພຣະຄຣິດ! ຈົ່ງຖືກລ້າງອອກຈາກຄວາມບາບໃນພຣະໂລຫິດຂອງພຣະເຢຊູ!

“ພຣະເຢຊູຄຣິດ ຜູ້ຊື່ງພຣະເຈົ້າໄດ້ຊົງຕັ້ງໄວ້ໃຫ້ເປັນຜູ້ລຶບລ້າງພຣະອາຊະຍາ ໂດຍຄວາມເຊື່ອໃນພຣະໂລຫິດຂອງພຣະອົງ” (ໂຣມ 3:24-25)

ມັນແປກທີ່ສະບັບ NASV ແປເລື່ອງນີ້ຜິດ,ອັນທີ່ເອີ້ນວ່າການແປຕາມຄວາມໝາຍຂອງຄໍາ ສັບໃນປະໂຫຍກ! ແລະສະບັບ NIV ກໍແປຖືກ“ໂດຍຄວາມເຊື່ອໃນພຣະໂລຫິດຂອງພຣະ ອົງ” ຂ້າພະເຈົ້າບໍ່ມັກໄປ-ກັບ, ນັ້ນແຫຼະຄືເຫດຜົນທີ່ຂ້າພະເຈົ້າຢຶດຕິດກັບຄວາມສັດຊື່ເກົ່າໆ ສະບັບຄິງເຈມສ໌ຊື່ງແປຖືກຕ້ອງແລະມີຄຸນຄ່າຫຼາຍວ່າ:

“ໂດຍຄວາມເຊື່ອໃນພຣະໂລຫິດຂອງພຣະອົງ”

ເປົ້າໝາຍຂອງຄວາມເຊື່ອຄືພຣະໂລຫິດຂອງພຣະເຢຊູຄຣິດ, ນັ້ນແມ່ນວິທີທີ່ທ່ານສ້າງການ ເຊື່ອມຕໍ່,ນັ້ນແມ່ນວິທີທີ່ພຣະໂລຫິດຖືກນໍາມາປະຍຸກໃຊ້ກັບທ່ານ-“ໂດຍຄວາມເຊື່ອໃນພຣະໂລຫິດຂອງພຣະອົງ”

“ໂອບໍ່” ຂ່າວປະເສີດແບບໃໝ່ບາງອັນອາດຈະເວົ້າວ່າ “ທ່ານບໍ່ໄດ້ລອດໂດຍຄວາມເຊື່ອໃນພຣະໂລຫິດຂອງພຣະອົງ” ເອີ ຂ້າພະເຈົ້າຢາກຈະຮູ້ວ່າທ່ານຈະລອດໄດ້ແນວໃດ ໂດຍປາສະຈາກມັນ! “ເອີ ຖ້າຄົນໃດໜື່ງໄວ້ໃຈພຣະໂລຫິດເຂົາອາດຈະຈິບຫາຍ” ບໍ່ມີວັນ! ເປັນໄປບໍ່ໄດ້! ພຣະເຈົ້າຈະບໍ່ເປັນໂຕພຣະອົງຖ້າພຣະອົງຍອມໃຫ້ທ່ານຈິບຫາຍໃນຂະນະທີ່ ໄວ້ໃຈໃນພຣະໂລຫິດຂອງພຣະຄຣິດ?

“ເພາະວ່ານີ້ເປັນເລືອດຂອງເຮົາອັນເປັນເລືອດແຫ່ງພັນທະສັນຍາໃໝ່ ຊຶ່ງຕ້ອງຫຼັ່ງອອກເພື່ອຍົກບາບໂທດຄົນເປັນຈຳນວນຫຼາຍ” (ມັດທາຍ 26:28)

ມີຫຼາຍຄົນທີ່ບໍ່ຮູ້ສຶກເຖິງການປະຍຸກໃຊ້ພຣະໂລຫິດ, ແຕ່ມັນບໍ່ໄດ້ສໍາຄັນຫຍັງເພາະ ຂໍ້ພຣະຄໍາພີບໍ່ໄດ້ບອກວ່າທ່ານເປັນຄົນໜື່ງທີ່ຈໍາເປັນຕ້ອງເຫັນເລືອດ,ໂອ ບໍ່! ມັນເວົ້າວ່າ:

“ແລະເມື່ອເຮົາເຫັນເລືອດນັ້ນ ເຮົາຈະຜ່ານເວັ້ນເຈົ້າທັງຫຼາຍໄປ” (ອົບພະຍົບ 12:13)

ພຣະເຈົ້າເປັນພຽງຜູ້ດຽວທີ່ຈໍາເປັນຕ້ອງເຫັນໂລຫິດ, ພຣະເຈົ້າຊົງເປັນຜູ້ດຽວທີ່ຈໍາເປັນຕ້ອງເຫັນ ຫຼືຮູ້ສຶກເຖິງພຣະໂລຫິດທີ່ຊໍາລະທ່ານຈາກຄວາມຜິດບາບທຸກຢ່າງ, ມັນບໍ່ໄດ້ບອກວ່າ “ເມື່ອທ່ານເຫັນເລືອດ” ມັນບໍ່ໄດ້ບອກວ່າທ່ານຈະຕ້ອງເຂົ້າໃຈທຸກສິ່ງທຸກຢ່າງກ່ຽວກັບການ ຊໍາລະໂດຍພຣະໂລຫິດຂອງພຣະຄຣິດ, ມັນເວົ້າວ່າ “ເມື່ອເຮົາເຫັນເລືອດນັ້ນ” ຄວາມເຊື່ອ ຂອງທ່ານອາດຈະຍິ່ງໃຫຍ່, ແຕ່ຖ້າທ່ານບໍ່ມາຫາພຣະເຢຊູ ແລະເຊື່ອວາງໃຈໃນພຣະໂລ ຫິດຂອງພຣະອົງ, ພຣະເຈົ້າຈະເຫັນ, ພຣະອົງຊົງເປັນພຽງຜູ້ດຽວເທົ່ານັ້ນທີ່ນັບ, ແລະ

“ແລະເມື່ອເຮົາເຫັນເລືອດນັ້ນ ເຮົາຈະຜ່ານເວັ້ນເຈົ້າທັງຫຼາຍໄປ” (ອົບພະຍົບ 12:13)

ຊາວຮິບຣູບໍ່ສາມາດເຫັນເລືອດໄດ້, ພວກເຂົາຢູ່ໃນເຮືອນຂອງພວກເຂົາ,ພວກເຂົາ ບໍ່ສາມາດເຫັນແມ່ນຫຍັງທີ່ຢູ່ເທິງວົງກົບປະຕູແລະຂ້າງເທິງປະຕູ, ແຕ່ພຣະເຈົ້າຊົງສາມາດ ເຫັນເລືອດທີ່ນັ້ນ, ນັ້ນແມ່ນເງື່ອນໄຂດຽວທີ່ຄວາມຂອງຄົນບາບຂື້ນຢູ່ກັບ-ການທີ່ພຣະເຈົ້າ ເຫັນພຣະໂລຫິດທີ່ປະຍຸກໃຊ້ກັບພວກທ່ານ,ບໍ່ແມ່ນການເຫັນຂອງທ່ານ, ແລ້ວມາຫາພຣະ ເຈົ້າໃນຄໍາອະທິຖານແລ້ວເວົ້າວ່າ “ພຣະເຈົ້າຂ້າ ໂຜດຊ່ວຍຂ້ານ້ອຍເພາະເຫັນແກ່ພຣະ ໂລຫິດຂອງພຣະຄຣິດ, ຂ້າພະເຈົ້າບໍ່ສາມເຫັນເຊັ່ນດຽວກັບທີ່ຄວນຈະເຫັນ,ແຕ່ພຣະເຈົ້າຊົງ ເຫັນ, ພຣະອົງເຫັນມັນ ແລະພຣະອົງໄດ້ກ່າວວ່າ:

“ແລະເມື່ອເຮົາເຫັນເລືອດນັ້ນ ເຮົາຈະຜ່ານເວັ້ນເຈົ້າທັງຫຼາຍໄປ” (ອົບພະຍົບ 12:13)

“ຂ້າແດ່ພຣະເຈົ້າ ພຣະອົງຊົງເຫັນພຣະໂລຫິດ, ພຣະອົງຊົງເຫັນວ່າຂ້ານ້ອຍໄດ້ວາງໃຈໃນລິດອໍານາດທີ່ຊ່ວຍໃຫ້ລອດໄດ້ຂອງພຣະໂລຫິດ, ໂຜດອະໄພໃຫ້ແກ່ຂ້ານ້ອຍແລະຊໍາລະຂ້ານ້ອຍເພື່ອເຫັນແກ່ພຣະໂລຫິດຂອງພຣະຄຣິດພຽງຢ່າງດຽວ” ເຮັດໃຫ້ຄໍາອະທິຖານແລະຄວາມປາດຖະໜາຂອງທ່ານຈິງໃຈ ແລ້ວທ່ານຈະຖືກລ້າງໃຫ້ສະອາດໃນພຣະໂລຫິດຂອງ ພຣະເຢຊູໃນໄວໆນີ້!


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນຄໍາເທດສະໜາ: ມາລະໂກ 14:12-25.
ບັນເລງເພງກ່ອນເທດສະໜາໂດຍ ເບັນຈາມິນ ຄິນເຄດ ກຣິຟຟິດ:
When I See the Blood” (by John Foote, 19th century).

ໂຄງຮ່າງບົດເທດສະໜາ

ເມື່ອພຣະເຈົ້າເຫັນເລືອດ

WHEN GOD SEES THE BLOOD

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ

“ແລະເມື່ອເຮົາເຫັນເລືອດນັ້ນ ເຮົາຈະຜ່ານເວັ້ນເຈົ້າທັງຫຼາຍໄປ”
(ອົບພະຍົບ 12:13)

(ອົບພະຍົບ 11:1, 4-5; 12:12,7)

I.    ໜຶ່ງ, ຄວາມໝາຍຂອງເລືອດ. ມາລະໂກ 14:12,23-24; ໂຢຮັນ 1:29;
ກິດຈະການ 20:28; 1 ໂກລິນໂທ 5:7.

II.   ສອງ ປະສິດທິພາບຂອງເລືອດ. ອົບພະຍົບ 12:23,22; 1 ເປໂຕ 1:18-19;
ໂຢຮັນ 19:34; 1 ໂຢຮັນ 1:7.

III.  ສາມ ການປະຍຸກໃຊ້ຂອງເລືອດ. ໂຣມ 3:24-25; ມັດທາຍ 26:28.