Print Sermon

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 215 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 36 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການຟື້ນຟູຢຽວຢາຮັກສາການປະຕິເສດ

REVIVAL CURES REJECTION
(Laotian)

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນພຸດຕອນແລງ 9/8/2017
A sermon preached at the Baptist Tabernacle of Los Angeles
Wednesday Evening, August 9, 2017

“ໃນຄວາມຮັກບໍ່ມີຄວາມຢ້ານ ແຕ່ຄວາມຮັກທີ່ສົມບູນກໍໄດ້ກໍາຈັດ ຄວາມຢ້ານອອກໄປ ເພາະຄວາມຢ້ານເຮັດໃຫ້ທຸກທໍລະມານ, ຄົນທີ່ ມີຄວາມຢ້ານກໍຍັງບໍ່ມີຄວາມຮັກທີ່ສົມບູນ” (1 ໂຢຮັນ 4:18)


ນັກຈິດຕະວິທະຍາທີ່ມີຊື່ສຽງຄົນໜື່ງໄດ້ຂຽນໜັງສືເຫຼັ້ມໜື່ງທີ່ມີລາຍການຄວາມຢ້ານ 288 ຢ່າງ,ຄວາມຢ້ານຕ່າງໆທີ່ຜູ້ຄົນພົບພໍ້ໃນຊີວິດ-ມີ 288 ຢ່າງ! ຄວາມຢ້ານທີ່ຄຸນເຄີຍກັນທີ່ສຸດກໍຄືຄວາມຢ້ານຂອງການປະຕິເສດ,ຢ້ານຕາຍ, ຢ້ານເຖົ້າ, ຢ້ານທຸກ, ຢ້ານເຈັບປ່ວຍແລະຢ້ານຖືກຕໍານິວິຈານ, ຈາກນັ້ນນັກຈິດຕະວິທະຍາຄົນນັ້ນກໍເວົ້າວ່າ“ຄວາມຢ້ານຂອງການປະຕິເສດແມ່ນໃຫຍ່ກວ່າໝູ່ທັງໝົດ, ຄວາມຢ້ານຂອງການປະຕິເສດແມ່ນໜັກ ກວ່າການຢ້ານຕາຍ!” ຈົ່ງຄິດເຖິງມັນ! ຜູ້ຄົນຢາກຕາຍຫຼາຍກວ່າຖືກປະຕິເສດ! ດຣ.ຄຣິສໂຕເຟີ ເຄແກນໜ້າຈະຮູ້ຈັກຂ້າພະເຈົ້າດີກວ່າຄົນອື່ນໆ, ລາວບອກວ່າ “ດຣ.ໄຮເມີ ບໍ່ໄດ້ໃຫຍ່ມາໃນຄອບຄົວທົ່ວໄປ, ຖ້າລາວໃຫຍ່ມາແບບນັ້ນລາວກໍຈະເປັນຄົນ ມັກສັງຄົມແລະເຂົ້າກັບສັງຄົມຫຼາຍ, ແຕ່ການຂັບເຄື່ອນແລະການປະຕິເສດທັງໝົດໄດ້ປ່ຽນລາວເປັນຄົນມິດ,ຂີ້ອາຍແລະບໍ່ມັກເຂົ້າສັງຄົມ-ຄົນທີ່ງຽບໆໃນໃຈ, ພວກທ່ານອາດຈະບໍ່ຄິດເຖິງລາວໃນຖານະຄົນຂີ້ອາຍແລະບໍ່ເຂົ້າກັບສັງຄົມເພາະລາວເທດສະໜາເກັ່ງ, ແຕ່ພາຍໃນລາວເປັນຄົນມີຄວາມຮູ້ສຶກໄວ,ລະວັງເລື່ອງຄວາມອ່ອນແອຂອງຕົນເອງ” ດຣ.ເຄແກນເວົ້າ ຖືກຕ້ອງ, ຂ້າພະເຈົ້າສາມາດຢູ່ໃນກຸ່ມຄົນທີ່ມີຄວາມສຸກໄດ້,ມ່ວນໄປກັບບໍລິສັດຂອງເຂົາເມື່ອທັນໃດນັ້ນອາລົມຂອງຂ້າພະເຈົ້າກໍປ່ຽນແປງແລະຂ້າພະເຈົ້າຮູ້ສຶກກັງວົນແລະເຈັບປວດຂອງຄວາມໂດດດ່ຽວ, ການປະຕິເສດແລະຄວາມຊຶມເສົ້າ, ມີພຽງເທື່ອດຽວທີ່ຂ້າພະເຈົ້າບໍ່ຮູ້ ສຶກເຖິງການປະຕິເສດກໍຄືເມື່ອຂ້າພະເຈົ້າຢູ່ຄົນດຽວຫຼືເມື່ອຂ້າພະເຈົ້າຮູ້ສຶກເຖິງການສະຖິດຢູ່ນໍາຂອງພຣະເຈົ້າ.

ຊ່ວງເວລາທີ່ຂ້າພະເຈົ້າຮູ້ສຶກວ່າຢູ່ບ້ານແທ້ໃນຄຣິສຕະຈັກກໍຄືຊ່ວງເວລາແຫ່ງການຟື້ນຟູ-ເມື່ອພຣະເຈົ້າຊົງມີຈິງເຊິ່ງພຣະອົງໄດ້ຊົງດຶງເອົາຄວາມຮູ້ສຶກຂອງຂ້າພະເຈົ້າເລື່ອງການປະຕິເສດແລະຄວາມໂດດດ່ຽວອອກ.

ນັ້ນແຫລະທີ່ວ່າເປັນຫຍັງຂ້າພະເຈົ້າຈື່ງເຂົ້າໃຈດີວ່າພວກຄົນໜຸ່ມຮູ້ສືກແນວໃດຕອນທີ່ພວກເຂົາມາຄຣິສຕະຈັກ, ພວກເຮົາຍື່ນການຍອມຮັບແລະຄວາມຮັກໃຫ້ເຂົາ, ແຕ່ຫຼັງ ຈາກທີ່ພວກເຂົາມາໄດ້ສອງສາມເທື່ອແລ້ວພວກເຮົາກໍຄິດວ່າພວກເຂົາ“ຢູ່ໃນ” ພວກເຮົາຄິດວ່າພວກເຂົາບໍ່ເປັນຫຍັງແລ້ວຕອນນີ້, ໃນບໍ່ຊ້າພວກເຂົາກໍຮູ້ສຶກເປັນສ່ວນເກີນແລະຖືກປະຕິເສດແບບທີ່ເຂົາເຄີຍເປັນກ່ອນທີ່ເຂົາຈະເຂົ້າມາ, ສະເພາະຜູ້ທີ່ເຂົ້າກັນໄດ້ໂດຍບໍ່ຕ້ອງຮູ້ສຶກ ວ່າຖືກຍອມຮັບຈື່ງຈະຢູ່, ພວກເຂົາກໍຢູ່ຄືກັບທີ່ຂ້າພະເຈົ້າເຄີຍເຮັດ, ເຖິງແມ່ນວ່າຂ້າພະເຈົ້າຈະຮູ້ສຶກປະຕິເສດ,ຂ້າພະເຈົ້າກໍຢູ່ໃນຄຣິສຕະຈັກເພາະບໍ່ມີບ່ອນໃດໃຫ້ໄປ, ຂ້າພະເຈົ້າເປັນຄົນມັກຢູ່ຜູ້ດຽວແຕ່ຢ່າງໜ້ອຍກໍມີຫຼາຍຄົນຢູ່ໃນໂບດ, ດັ່ງນັ້ນຂ້າພະເຈົ້າຈື່ງທໍາທ່າວ່າຖືກຍອມຮັບເຖິງແມ່ນວ່າຂ້າພະເຈົ້າຈະປວດຫົວຂ້າງໃນແລະຮູ້ສຶກຖືກປະຕິເສດກໍຕາມ,ກາງຄືນວັນອາທິດເມື່ອຂ້າພະເຈົ້າກັບບ້ານ ຄວາມຮູ້ສືກຂອງການປະຕິເສດຄືສິ່ງທີ່ເກືອບຕ້ານທານບໍ່ໄຫວ,ຄໍາເວົ້າຂອງເພງດັງມັນແລ່ນເຂົ້າໃນໃຈຂອງຂ້າພະເຈົ້າໃນຂະນະທີ່ຂັບລົດກັບບ້ານວ່າ “ໂດດດ່ຽວອີກແລ້ວໂດຍທໍາມະຊາດ”

ຄົນໜຸ່ມສາວໃນຄຣິສຕະຈັກກໍາລັງແນມຫາການຍອມຮັບແລະຄວາມຮັກ, ແຕ່ພວກເຂົາພົບແຕ່ຄວາມເຢັນຊ່າແລະການປະຕິເສດ, ພວກຄົນໜຸ່ມເກືອບທຸກຄົນທີ່ອອກໄປຈາກຄຣິສຕະຈັກເຮັດແບບນັ້ນເພາະຄຣິສຕະຈັກລົ້ມເຫລວທີ່ຈະຈັດຕຽມສິ່ງທີ່ໄດ້ສັນຍາໄວ້, ເຊີນຮ້ອງເພງ

ຈົ່ງກັບບ້ານສູ່ຄຣິສຕະຈັກແລ້ວກິນ
ລວມກັນເພື່ອການສາມັກຄີທໍາທີ່ອ່ອນຫວານ
ມັນຄ່ອນຂ້າງຈະຖືກຮັກສາ
ເມື່ອພວກເຮົານັ່ງລົງກິນ

ພວກເຂົາໄດ້ຍິນພວກເຮົາຮ້ອງເພງນັ້ນແລະພວກເຂົາຮູ້ສຶກເຍາະເຍີ້ຍ, ພວກເຂົາພັດທະນາພຶດຕິກໍາເຢີ້ຍຕໍ່ຄຣິສຕະຈັກ, ພວກເຂົາມີຮອຍຍີ້ມທີ່ເຍາະເຍີ້ຍຢູ່ເທິງໃບໜ້າຂອງພວກເຂົາເພາະພວກເຂົາກໍາລັງຕົວະກ່ຽວກັບ“ການສາມັກຄີທໍາທີ່ອ່ອນຫວານ” ພວກເຂົາບໍ່ຮູ້ສຶກ“ການສາມັກຄີທໍາທີ່ອ່ອນຫວານເມື່ອພວກເຮົານັ່ງລົງກິນເຂົ້າ” ພວກເຂົາຄິດວ່າ“ຄົນພວກນີ້ເວົ້າເຖິງ ‘ການສາມັກຄີທໍາທີ່ອ່ອນຫວານ’ແຕ່ພວກເຂົາບໍ່ຮູ້ສຶກມັນເລີຍ, ແມ່ນແຕ່ດຣ.ໄຮເມີກໍບໍ່ຮູ້ສຶກມັນເລີຍ” ດັ່ງນັ້ນພວກເຂົາຈື່ງປິດໄປຫາໂລກ, ພວກເຂົາກັບໄປຫາໂລກເພາະມັນບໍ່ຮູ້ ສຶກຮ້າຍໄປກວ່າຄຣິສຕະຈັກ, ແລະຢ່າງໜ້ອຍໂລກກໍບໍ່ໍ່ໄດ້ຕົວະກ່ຽວກັບ“ການສາມັກຄີທໍາທີ່ອ່ອນຫວານ” ຢ່າງໜ້ອຍຢູ່ໃນໂລກເຈົ້າອາດຈະພົບເພື່ອນທີ່ຈະຍອມຮັບເຈົ້າກໍເປັນໄດ້,ບາງສິ່ງບາງຢ່າງທີ່ເຈົ້າຈະບໍ່ມີວັນພົບຢູ່ໃນຄຣິສຕະຈັກ, ຢູ່ນີ້ສິ່ງທີ່ເຈົ້າພົບກໍມີແຕ່ຄວາມເຈົ້າເລ່,ເຢັນຊ່າແລະການປະຕິເສດ.

ແມ່ນຫຍັງທີ່ກັກຂັງພວກເຮົາຈາກການມີຄວາມຮັກຂອງຄຣິສຕຽນໃນຄຣິສຕະຈັກ? ແມ່ນຄວາມຢ້ານທີ່ປຸ້ນເຮົາຈາກຄວາມຮັກຄຣິສຕຽນແທ້, ພວກເຂົາຈະຄິດເລື່ອງຂ້ອຍແນວ ໃດ? ພວກເຂົາຈະເວົ້າເລື່ອງຂ້ອຍແນວໃດແດ່? ແມ່ນຈະເກີດຫຍັງຂື້ນຖ້າພວກເຂົາຫາກຮູ້ ຈັກຂ້ອຍອີຫລີ?ຈະເກີດຫຍັງຂື້ນຖ້າພວກເຂົາຮູ້ສິ່ງທີ່ຂ້ອຍຄິດຫຼືສິ່ງທີ່ຂ້ອຍຮູ້ສຶກລະ? ພວກ ເຂົາອາດຈະປະຕິເສດຂ້ອຍ-ນັ້ນຄືສິ່ງທີ່ພວກເຂົາຈະເຮັດ! ແລະຄວາມຢ້ານຂອງການປະຕິ ເສດແມ່ນຄວາມຢ້ານທີ່ໃຫຍ່ທີ່ສຸດ-ໃຫຍ່ກວ່າຢ້ານຕາຍ! ໃຫຍ່ກວ່າຄວາມຢ້ານເຈັບປ່ວຍ, ໃຫຍ່ກວ່າຄວາມຢ້ານອື່ນໆທົ່ວໂລກ!

ນັກກະວີໂຣເບີດຟຣອສໄດ້ສະແດງຢ່າງສົມບູນແບບ,ບົດກອນຂອງລາວຖືກເອີ້ນວ່າ “ການເປີດເຜີຍ”

ພວກເຮົາເຮັດໂຕເອງໃຫ້ເປັນສະຖານຕ່າງອອກໄປ
ຂ້າງຫຼັງຄໍາອ່ອນທີ່ຢອກແລະໝີ່ນປະໝາດ
ແຕ່ໂອຫົວໃຈທີ່ວຸ່ນວາຍ
ຈົນມີຄົນມາພົບເຮົາແທ້ໆ

ຕາອີ່ຕົນຖ້າກໍລະນີຮຽກຮ້ອງ
(ຫຼືທີ່ເຮົາເວົ້າວ່າ)ໃນທີ່ສຸດ
ພວກເຮົາເວົ້າໂຕອັກສອນເພື່ອເປັນແຮງບັນດານໃຈ
ຄວາມເຂົ້າໃຈຂອງໝູ່ເພື່ອນ

ແຕ່ສໍາຫຼັບທຸກຢ່າງ ຈາກເດັກທີ່ຫລິ້ນຢູ່
ທີ່ລີ້ແລະສະແຫວງຫາພຣະເຈົ້າໄກໆ
ດັ່ງນັ້ນທຸກຄົນທີ່ລີ້ອອກຫ່າງ
ຈະຕ້ອງເວົ້າແລະບອກພວກເຮົາວ່າພວກເຂົາຢູ່ໃສ
(“Revelation” by Robert Frost, 1874-1963).

ເຊິ່ງໄດ້ພາເຮົາໄປຫາຂໍ້ພຣະຄໍາພີຂອງເຮົາວ່າ:

“ໃນຄວາມຮັກບໍ່ມີຄວາມຢ້ານ ແຕ່ຄວາມຮັກທີ່ສົມບູນກໍໄດ້ກໍາຈັດ ຄວາມ ຢ້ານອອກໄປ ເພາະຄວາມຢ້ານເຮັດໃຫ້ທຸກທໍລະມານ, ຄົນທີ່ມີຄວາມ ຢ້ານກໍຍັງບໍ່ມີຄວາມຮັກທີ່ສົມບູນ” (1 ໂຢຮັນ 4:18)

ພວກເຮົາຈະເອົາຊະນະຄວາມຢ້ານການຖືກປະຕິເສດໄດ້ແນວໃດ?ໂດຍຄວາມຮັກທີ່ສົມບູນແບບ! ແຕ່ພວກເຮົາຈະໄດ້ຄວາມຮັກທີ່“ສົມບູນແບບ”ໄດ້ແນວໃດ?ບໍ່ແມ່ນໂດຍການເວົ້າວ່າ “ຂ້ອຍຮັກເຈົ້າ! ຂ້ອຍຮັກເຈົ້າ!”ເບິ່ງໃນ 1 ໂຢຮັນ 3:18“ລູກນ້ອຍໆທັງຫຼາຍເອີຍ ຢ່າໃຫ້ພວກເຮົາຮັກກັນດ້ວຍຄໍາເວົ້າ ແລະດ້ວຍລິ້ນເທົ່ານັ້ນ ແຕ່ຈົ່ງຮັກກັນດ້ວຍການກະທໍາແລະດ້ວຍຄວາມຈິງ”ພວກເຮົາຈະເຮັດແບບນັ້ນໄດ້ແນວໃດ? ມັນງ່າຍຫຼາຍ,ພວກເຮົາຢ້ານທີ່ຈະເຮັດມັນ, ພວກເຮົາອາດຈະຖືກປະຕິເສດ!!! ແຕ່ພວກເຮົາຕ້ອງເຮັດມັນຖ້າພວກເຮົາຕ້ອງ ການການຟື້ນຟູແທ້, ພວກເຮົາຈະຕ້ອງບັງຄັບຕົນເອງໃຫ້ເຮັດມັນ, “ພວກເຮົາໃຊ້ຄໍາເວົ້າເພື່ອດົນໃຈຄວາມເຂົ້າໃຈຂອງເພື່ອນ” “ດັ່ງນັ້ນທຸກຄົນທີ່ເຊື່ອງ(ໂຕເອງ)ເກັ່ງຈະຕ້ອງເວົ້າແລະບອກພວກເຮົາວ່າພວກເຂົາຢູ່ໃສ?” ນັ້ນແຫຼະຄືການເປີດເຜີຍພວກເຮົາຈະຕ້ອງມີຖ້າພວກເຮົາຫາກຕ້ອງການການຟື້ນຟູແທ້ໆ! ກະລຸນາອ່ານ1 ໂຢຮັນ 1:9-10 ເຊີນຢືນຂື້ນໃນຂະນະທີ່ຂ້າພະເຈົ້າອ່ານ.

“ຖ້າເຮົາສາລະພາບບາບຂອງເຮົາ ພຣະອົງຊົງສັດຊື່ແລະທ່ຽງທຳ ກໍຈະຊົງໂຜດຍົກບາບຂອງເຮົາ ແລະຈະຊົງຊຳລະເຮົາໃຫ້ພົ້ນຈາກການອະທຳທຸກຢ່າງ ຖ້າເຮົາກ່າວວ່າເຮົາບໍ່ໄດ້ເຮັດບາບ ກໍເທົ່າກັບວ່າເຮົາເຮັດໃຫ້ພຣະອົງເປັນຜູ້ຕັດມຸສາ ແລະພຣະດຳລັດຂອງພຣະອົງກໍບໍ່ໄດ້ຢູ່ໃນເຮົາທັງຫລາຍເລີຍ” (1 ໂຢຮັນ 1:9-10)

ຂໍເຊີນນັ່ງລົງ. ການສາລະພາບບາບຂອງພວກເຮົາແມ່ນກະແຈສູ່ການຟື້ນຟູ,ຖ້າພວກເຮົາເຮັດບາບຕໍ່ພຣະເຈົ້າມັນກໍພຽງພໍທີ່ຈະສາລະພາບຄວາມບາບຂອງເຮົາຕໍ່ພຣະອົງດ້ວຍນໍ້າ ຕາ, ບໍ່ພຽງແຕ່ໃນຄໍາເວົ້າແຕ່ໃນນໍ້າຕາຄືກັບທີ່ພວກເຂົາເຮັດຢູ່ປະເທດຈີນ,ຄືກັບທີ່ພວກເຂົາເຮັດຢູ່ໃນການຟື້ນຟູແທ້ທຸກອັນ, ໄບຣອັນ ເອັດເວີດເວົ້າຖືກວ່າ“ບໍ່ມີສິ່ງໃດຄືກັບການຟື້ນຟູທີ່ປາສະຈາກນໍ້າຕາແຫ່ງການສໍານຶກ” (ການຟື້ນຟູ ໜ້າ115) ອີກເທື່ອໜື່ງລາວເວົ້າວ່າ“ບໍ່ມີການຟື້ນຟູໃດທີ່ປາສະຈາກການສໍານຶກເລື່ອງບາບຢ່າງສຸດຊື້ງ,ບໍ່ສະດວກສະບາຍແລະຖ່ອມໃຈ” (ໜ້າ 116)“ ເຫດຜົນສໍາຫຼັບການສໍານຶກຜິດຢ່າງສຸດຊື້ງກໍຄືທີ່ຜູ້ຄົນຈະຮູ້ສຶກເຖິງຄວາມບາບຂອງເຂົາແລະກຽດຊັງມັນ” (ໜ້າ 122) ການສໍານຶກບາບເປັນກະແຈສູ່ການຟື້ນຟູ! ຖ້າພວກເຮົາເຮັດບາບຕໍ່ພຣະເຈົ້າມັນກໍພຽງພໍທີ່ຈະສາລະພາບຄວາມບາບຂອງເຮົາຕໍ່ພຣະອົງດ້ວຍນໍ້າຕາແລ້ວພຣະອົງຈະຊົງ“ຊໍາລະເຮົາໃຫ້ພົ້ນຈາກການອະທໍາທຸກຢ່າງ” ຂໍເຊີນຢືນຂື້ນແລະຮ້ອງເພງ “ໂອຂ້າແດ່ພຣະເຈົ້າ ຂໍຊົງຄົ້ນເບິ່ງຂ້ານ້ອຍ”

“ໂອຂ້າແດ່ພຣະເຈົ້າ ຂໍຊົງຄົ້ນເບິ່ງຂ້ານ້ອຍ
ແລະຊົງຊາບຈິດໃຈຂອງຂ້ານ້ອຍ
ຂໍຊົງລອງຂ້ານ້ອຍ ແລະຊົງຊາບຄວາມຄິດຂອງຂ້ານ້ອຍ
ແລະທອດພຣະເນດວ່າມີທາງຊົ່ວໃດໆໃນຂ້ານ້ອຍຫຼືບໍ
ແລະຂໍຊົງນໍາຂ້ານ້ອຍໄປໃນທາງນິລັນດອນ”
(ເພງສັນລະເສີນ 139:23,24)

ຂໍເຊີນນັ່ງລົງ.ພວກເຮົາບໍ່ເຄີຍມີການຟື້ນຟູເຕັມທີ່ເພາະພວກເຮົາມັກເຮັດ“ໂຕເອງໃຫ້ເປັນສະ ຖານທີ່ຕ່າງອອກໄປຂ້າງຫຼັງຄໍາອ່ອນຫວານທີ່ຢອກຫລິ້ນແລະໝີ່ນປະໝາດ(ຫົວຂັວນ, ຫົວເຍາະເຍີ້ຍ, ດູຖູກ, ເວົ້າຫລິ້ນ)”

ແຕ່ປະການທີ່ສອງພວກເຮົາຕ້ອງໄປເລິກກວ່າ, ເປີດຢາໂກໂບ 5:16 ຂໍເຊີນຢືນຂື້ນໃນຂະນະທີ່ຂ້າພະເຈົ້າອ່ານ.

“ທ່ານທັງຫລາຍຈົ່ງສາລະພາບຄວາມຜິດຕໍ່ກັນແລະກັນ ແລະຈົ່ງອະທິຖານເພື່ອກັນແລະກັນ ເພື່ອທ່ານທັງຫລາຍຈະໄດ້ຫາຍໂລກ”(ຢາໂກໂບ 5:16)

ຂໍເຊີນນັ່ງລົງ, ມັດທິວເຮັ່ນຣີ່ໄດ້ເວົ້າວ່າ:

ການສາລະພາບໃນທີ່ນີ້ຮຽກຮ້ອງໃຫ້ພວກຄຣິສຕຽນເຮັດຕໍ່ກັນແລະກັນ... ການສາລະພາບແມ່ນສິ່ງຈໍາເປັນຕໍ່ການຄືນດີກັນກັບຄົນທີ່ບໍ່ຖືກກັບພວກເຮົາເພື່ອທີ່ພວກເຂົາອາດຈະຊ່ວຍກັນໂດຍຄໍາອະທິຖານຂອງພວກເຂົາເພື່ອ ທີ່ຈະໄດ້ຮັບການອະໄພຄວາມຜິດບາບຂອງເຂົາ ແລະລິດອໍານາດທີ່ຕໍ່ສູ້ ພວກເຂົາ, ຄົນທີ່ສາລະພາບຄວາມຜິດຂອງພວກເຂົາຕໍ່ກັນແລະກັນຄວນຈະອະທິຖານເພື່ອຊຶ່ງກັນແລະກັນ.

ໃນໜັງສືປະຍຸກໃຊ້ພັນທະສັນຍາໃໝ່ໄດ້ໃຫ້ຄວາມຄິດໃນຢາໂກໂບ 5:16 ວ່າ:

ທີ່ຈະມີການສາມັກຄີທໍາແທ້ໝາຍຄວາມວ່າພວກເຮົາສາລະພາບຄວາມບາບຂອງເຮົາຕໍ່ກັນແລະກັນ,ເມື່ອພວກເຮົາເຮັດແບບນີ້ເຮົາກໍຈະໄດ້ຮັບການຢຽວ ຢາຮັກສາຝ່າຍຈິດວິນຍານ, ພວກເຮົາຈະຕ້ອງບໍ່ເຊື່ອງສິ່ງຕ່າງໆຕໍ່ກັນແລະກັນ.

ຄຣິສຕຽນທຸກຄົນລ້ວນແຕ່ມີຄວາມຜິດຕໍ່ຄົນອື່ນ, ເພາະຄວາມເຫັນແກ່ຕົວຂອງເຮົາທີ່ຝັງຢູ່ຂ້າງໃນເຮັດໃຫ້ພວກເຮົາທຸກຄົນຖອຍຫຼັງເທື່ອລະໜ້ອຍໃນເລື່ອງຄວາມຮັກທີ່ມີຕໍ່ກັນແລະກັນ, ມີບາງຄົນໃນຄຣິສຕະຈັກເວົ້າບໍ່ມ່ວນຕໍ່ທ່ານຫຼືກ່ຽວກັບທ່ານ, ບາງຄົນເບິ່ງຄືວ່າບໍ່ສົນໃຈທ່ານເລີຍ, ບາງຄົນບໍ່ຍິນດີເລື່ອງວຽກທີ່ທ່ານເຮັດເພື່ອພຣະເຈົ້າ, ບາງຄົນເຮັດບາງສິ່ງບາງຢ່າງໃຫ້ທ່ານເສຍໃຈ, ບາງຄົນທໍາຮ້າຍຄວາມຮູ້ສຶກຂອງທ່ານ, ພວກເຮົາຈະຕ້ອງບໍ່ເຊື່ອງຄວາມຜິດຂອງພວກເຮົາຕໍ່ກັນແລະກັນ, ທີ່ຈະມີການສະຖິດຢູ່ນໍາຂອງພຣະເຈົ້າເປັນສິ່ງທີ່ປະເສີດຫຼາຍ, ການຍຶດຕິດຄວາມເຈັບປວດແລະຄວາມທຸກຂອງພວກເຮົາຢຸດຢັ້ງພວກເຮົາຈາກການຮັກກັນແລະກັນ, ຫຼາຍເທື່ອທີ່ການສໍານຶກເລື່ອງບາບຢ່າງໜັກໜ່ວງນີ້ນໍາໄປສູ່ການສາລະພາບແບບເປີດເຜີຍ ແລະເປັນສາທາລະນະ...ບ່ອນທີ່ຄວາມສໍາພັນທີ່ຜິດ(ຖືກ) ວາງໃສ່ຖືກ...ກ່ອນສະຫງ່າລາສີແລະຄວາມຍິນດີມີການສໍານຶກຜິດແລະມັນເລີ່ມຕົ້ນຂື້ນກັບຄົນຂອງພຣະເຈົ້າ, ມີນໍ້າຕາແລະຄວາມໂສກເສົ້າແບບພຣະເຈົ້າ, ມີຜິດທີ່ຈະເຮັດໃຫ້ຖືກ ຕ້ອງ, ສິ່ງທີ່ເປັນຄວາມລັບທີ່ສຸດຈາກສາຍຕາຂອງມະນຸດຈະຖືກໂຍນອອກໄປແລະຄວາມສໍາພັນທີ່ບໍ່ດີທີ່ຈະຕ້ອງໄດ້ຮັບການແກ້ໄຂຢ່າງເປີດເຜີຍ, ຖ້າພວກເຮົາຫາກບໍ່ຕຽມ(ທີ່ຈະເຮັດ)ແບບນີ້, ກໍດີກວ່າທີ່ພວກເຮົາຈະບໍ່ອະທິຖານເພື່ອການຟື້ນຟູ, ການຟື້ນຟູບໍ່ແມ່ນຄວາມຕັ້ງໃຈເພື່ອຄວາມຊື່ນຊົມຍິນດີຂອງຄຣິສຕະຈັກແຕ່ແມ່ນເພື່ອການຊໍາລະລ້າງ, ພວກເຮົາມີ ຄຣິສຕະຈັກທີ່ບໍ່ບໍລິສຸດປັດຈຸບັນນີ້ເພາະພວກຄຣິສຕຽນບໍ່ໄດ້ຮູ້ສຶກບາບ ແລະ(ສາລະພາບມັນຕໍ່ກັນແລະກັນດ້ວຍນໍ້າຕາ)” (ເອັດເວີດ ການຟື້ນຟູ ໜ້າ119,120)

ພວກເຮົາບໍ່ສາມາດຊື່ນຊົມຍິນດີໃນໃຈຂອງເຮົາໄດ້ຈົນກວ່າພວກເຮົາຈະສາລະພາບ ຄວາມບາບຂອງເຮົາຕໍ່ກັນແລະກັນດ້ວຍນໍ້າຕາ, ເລື່ອງນີ້ເກີດຂຶ້ນແລ້ວເກີດອີກຢູ່ໃນປະເທດຈີນ, ເປັນຫຍັງຈື່ງບໍ່ເກີດຢູ່ຄຣິສຕະຈັກຂອງເຮົາລະ? ພວກເຮົາເຍີຫຍີ້ງໂພດທີ່ຈະສາລະ ພາບຄວາມຜິດຂອງພວກເຮົາ, ພວກເຮົາຢ້ານໃນສິ່ງທີ່ຄົນອື່ນຈະຄິດ, ພະຍາມານໃຊ້ຄວາມຢ້ານອັນນີ້ເພື່ອຢຸດຢັ້ງພວກເຮົາຈາກການສາລະພາບ, ພະຍາມານຮູ້ດີວ່າມັນສາມາດ ເກັບຮັກສາພວກເຮົາຈາກຄວາມຍິນດີແຫ່ງການຟື້ນຟູໄດ້ໂດຍການເຮັດໃຫ້ພວກເຮົາຢ້ານໃນສິ່ງທີ່ຄົນອື່ນໆຈະເວົ້າເລື່ອງກ່ຽວກັບພວກເຮົາ, ພະຍາມານຮູ້ດີວ່າການເຮັດໃຫ້ພວກເຮົາຢ້ານຈະຮັກສາຄຣິສຕະຈັກຂອງເຮົາໄວ້ໃນຄວາມອ່ອນແອແລະຄວາມເສຍປຽບ, ການຢ້ານໃນສິ່ງທີ່ຄົນອື່ນຈະຄິດຢຸດຢັ້ງພວກເຮົາຈາກການສາລະພາບ ແລະການຢຽວຢາຂອງຈິດວິນຍານຂອງພວກເຮົາ, ເອຊາຢາໄດ້ກ່າວວ່າ “ເຈົ້າເປັນໃຜທີ່ຢ້ານມະນຸດຜູ້ຊຶ່ງຕ້ອງຕາຍ...ແລ້ວລືມພຣະເຢໂຮວາຜູ້ສ້າງຂອງຕົນເສຍ” (ເອຊາຢາ 51:12,13) ພຣະຄໍາພີກ່າວວ່າ“ການຢ້ານມະນຸດນໍາບ່ວງມາໃຫ້” (ສຸພາສິດ 29:25) ຂໍເຊີນຢືນຂື້ນແລ້ວອ່ານສຸພາສິດ 28:13 ຢູ່ ໜ້າ 692 ຂອງພຣະທໍາສະກໍຟິວສຶກສາ, ຂໍໃຫ້ທຸກຄົນອ່ານດັງໆ.

“ບຸກຄົນທີ່ເຊື່ອງຄວາມບາບຈະບໍ່ຈະເລີນ ແຕ່ບຸກຄົນທີ່ສາລະພາບແລະຖິ້ມ ຄວາມຊົ່ວຈະໄດ້ຮັບຄວາມກະລຸນາ” (ສຸພາສິດ 28:13)

“ໂອຂ້າແດ່ພຣະເຈົ້າ ຂໍຊົງຄົ້ນເບິ່ງຂ້ານ້ອຍ” - ເຊີນຮ້ອງ.

“ໂອຂ້າແດ່ພຣະເຈົ້າ ຂໍຊົງຄົ້ນເບິ່ງຂ້ານ້ອຍ
ແລະຊົງຊາບຈິດໃຈຂອງຂ້ານ້ອຍ
ຂໍຊົງລອງຂ້ານ້ອຍ ແລະຊົງຊາບຄວາມຄິດຂອງຂ້ານ້ອຍ
ແລະທອດພຣະເນດວ່າມີທາງຊົ່ວໃດໆໃນຂ້ານ້ອຍຫຼືບໍ
ແລະຂໍຊົງນໍາຂ້ານ້ອຍໄປໃນທາງນິລັນດອນ”
(ເພງສັນລະເສີນ 139:23,24)

“ພຣະວິນຍານຂອງພຣະເຈົ້າຜູ້ຊົງພຣະຊົນຢູ່”ເຊີນຮ້ອງ!

ພຣະວິນຍານຂອງພຣະເຈົ້າຜູ້ຊົງພຣະຊົນ ເຮົາຂໍພຣະອົງລົງມາ
ພຣະວິນຍານຂອງພຣະເຈົ້າຜູ້ຊົງພຣະຊົນ ເຮົາຂໍພຣະອົງລົງມາ
ໂຜດລະລາຍຂ້າ,ປັ່ນຂ້າ,ທຸບຂ້າແລະມັດຂ້າ
ພຣະວິນຍານຂອງພຣະເຈົ້າຜູ້ຊົງພຣະຊົນ ເຮົາຂໍພຣະອົງລົງມາ
   (“Spirit of the Living God” by Daniel Iverson, 1899-1977 ດັດແປງໂດຍສິດ
   ຍາພິບານ)

ຂໍເຊີນນັ່ງລົງ.

ພຣະຄຣິດຕັດວ່າ“ບຸກຄົນຜູ້ໃດໂສກເສົ້າຜູ້ນັ້ນເປັນສຸກ” ອັນນັ້ນແນ່ໃສ່ຄົນທີ່ສາລະ ພາບຄວາມບາບຂອງຕົນແລ້ວຮ້ອງອອກມາ, ຄວາມບາບແມ່ນບັນຫາໃຫຍ່ຕໍ່ຄົນທີ່ສະ ແຫວງຫາການຟື້ນຟູ,ການຟື້ນຟູມັກເຮັດໃຫ້ເຮົາຄິດເຖິງຄວາມບາບພາຍໃນທີ່ໂລກບໍ່ສາມາດເຫັນໄດ້, ການຟື້ນຟູໂຍນແສງໃສ່ບາບພາຍໃນຂອງໃຈຂອງພວກເຮົາ, ຕອນທີ່ອີແວນໂຣເບີດກໍາລັງໜຸນໃຈທີ່ປະຊຸມຂອງລາວໃຫ້ກຽມພ້ອມສໍາຫຼັບການຟື້ນຟູ, ລາວບອກພວກເຂົາວ່າພຣະວິນຍານບໍລິສຸດຈະບໍ່ລົງມາຈົນກວ່າຜູ້ຄົນຈະກຽມພ້ອມ, ລາວບອກວ່າ “ພວກເຮົາຈະຕ້ອງກໍາຈັດຄວາມຮູ້ສຶກທີ່ບໍ່ດີທຸກຢ່າງອອກໄປ”- ຄວາມຂົມຂື່ນທຸກຢ່າງ, ຄວາມບໍ່ເຫັນດ້ວຍທຸກຢ່າງ,ຄວາມຢາກຮ້າຍທຸກຢ່າງ, ຖ້າທ່ານຮູ້ສຶກວ່າທ່ານບໍ່ສາມາດອະໄພໃຫ້ຄົນໃດໜື່ງໄດ້,ຈົ່ງຄຸເຂົ່າລົງແລ້ວອະທິຖານຂໍຈິດວິນຍານການໃຫ້ອະໄພ-ຈົ່ງເຕັມໃຈທີ່ຈະໄປຫາຄົນອື່ນແລ້ວຂໍໂທດ- ຈາກນັ້ນທ່ານກໍຈະຮູ້ສຶກການສະຖິດຢູ່ນໍາທີ່ອ່ອນຫວານຂອງພຣະເຈົ້າ, ມີພຽງຄຣິສຕຽນທີ່ສະອາດເທົ່ານັ້ນສາມາດຮູ້ສຶກເຖິງຄວາມຮັກ ແລະການສະຖິດທີ່ບໍລິສຸດຂອງພຣະເຈົ້າໄດ້, ຄວາມຍິນດີແຫ່ງການຟື້ນຟູບໍ່ສາມາດມາສູ່ຄຣິສຕະຈັກທີ່ບໍ່ບໍລິສຸດຄືຂອງພວກເຮົາໄດ້ຈົນກວ່າພວກເຮົາຈະຍອມຮັບຄວາມບາບຂອງເຮົາແລ້ວສາລະພາບໃນນໍ້າຕາ, ເທົ່ານັ້ນແລ້ວເຮົາກໍຈະຮູ້ສຶກຄວາມຍິນດີຂອງການສະຖິດຢູ່ນໍາຂອງພຣະເຈົ້າ, ນ້ອງສາວຂອງພວກເຮົາຈະຫຼິ້ນເພງ “ຂໍໂຜດຕື່ມເຕັມທຸກນິມິດຂອງຂ້າ”ໃນຂະນະທີ່ພວກເຮົາໃຫ້ໂອ ກາດພວກທ່ານທີ່ຈະອະທິຖານສາລະພາບໃນຕອນແລງວັນອາທິດ, ຈົ່ງໄປຫາກັນແລະກັນສອງຕໍ່ສອງຫຼືສາມຄົນກະໄດ້ແລ້ວອະທິຖານຢ່າງໜັກສໍາຫຼັບການສາລະພາບໃນແລງວັນອາທິດ, ຕອນນີ້ຂໍເຊີນຢືນຂຶ້ນຮ້ອງເພງ“ຂໍໂຜດຕື່ມເຕັມທຸກນິມິດຂອງຂ້າ”ບົດທີ 17

ພຣະຜູ້ຊ່ວຍຂ້າຂໍໂຜດຕື່ມເຕັມທຸກນິມິດຂອງຂ້າ
ຂໍໃຫ້ເຫັນແຕ່ພຣະເຢຊູເທົ່ານັ້ນໃນວັນນີ້
ເຖິງແມ່ນຜ່ານທາງຮ່ອມພູພຣະອົງຊົງນໍາຂ້າ
ສະງ່າລາສີພຣະອົງທີ່ບໍ່ມີວັນຈາງຫາຍລ້ອມຮອບຂ້າ
ໂຜດຕື່ມເຕັມທຸກນິມິດຂອງຂ້າແດ່ພຣະຜູ້ຊ່ວຍ
ດ້ວຍສະຫງ່າລາສີພຣະອົງຈິດວິນຍານຂ້າຈະສ່ອງແສງ
ໂຜດຕື່ມເຕັມທຸກນິມິດຂອງຂ້າເພື່ອທຸກຄົນຈະເຫັນ
ພຣະສາຍບໍລິສຸດພຣະອົງທີ່ສະທ້ອນໃນຂ້າ

ໂຜດຕື່ມເຕັມທຸກນິມິດຄວາມປາດຖະໜາຂອງຂ້າ
ຮັກສາໄວ້ເພື່ອກຽດພຣະອົງ,ດົນບັນດານຈິດໃຈຂ້າ
ດ້ວຍຄວາມສົມບູນແບບ,ຄວາມຮັກຂອງພຣະອົງ
ຕື່ມເຕັມທາງເດີນຂອງຂ້າດ້ວຍແສງທີ່ມາຈາກເບື້ອງເທິງ
ໂຜດຕື່ມເຕັມທຸກນິມິດຂອງຂ້າແດ່ພຣະຜູ້ຊ່ວຍ
ດ້ວຍສະຫງ່າລາສີພຣະອົງຈິດວິນຍານຂ້າຈະສ່ອງແສງ
ໂຜດຕື່ມເຕັມທຸກນິມິດຂອງຂ້າເພື່ອທຸກຄົນຈະເຫັນ
ພຣະສາຍບໍລິສຸດພຣະອົງທີ່ສະທ້ອນໃນຂ້າ

ໂຜດຕື່ມເຕັມທຸກນິມິດຂອງຂ້າຂໍໃຫ້ຄວາມດື້ຂອງບາບ
ເງົາຂອງຄວາມໃສແຈ້ງສ່ອງແສງພາຍໃນ
ຂໍໃຫ້ຂ້າເຫັນພຣະພັກຂອງພຣະອົງ
ລ້ຽງຈິດວິນຍານຂ້າດ້ວຍພຣະຄຸນທີ່ບໍ່ວັນໝົດສີ້ນ
ໂຜດຕື່ມເຕັມທຸກນິມິດຂອງຂ້າແດ່ພຣະຜູ້ຊ່ວຍ
ດ້ວຍສະຫງ່າລາສີພຣະອົງຈິດວິນຍານຂ້າຈະສ່ອງແສງ
ໂຜດຕື່ມເຕັມທຸກນິມິດຂອງຂ້າເພື່ອທຸກຄົນຈະເຫັນ
ພຣະສາຍບໍລິສຸດພຣະອົງທີ່ສະທ້ອນໃນຂ້າ
(“ໂຜດຕື່ມເຕັມທຸກນິມິດຂອງຂ້າ”ໂດຍ Avis Burgeson Christiansen, 1895-1985).

ຕອນນີ້ຈົ່ງຮ້ອງເພງ“ຂ້າຢາກຈະສົ່ງມັນຕໍ່” ບົດທີ 18 ຢູ່ໃນເຈ້ຍເພງຂອງທ່ານ.

ມັນພຽງແຕ່ໃຊ້ປະກາຍໄຟເພື່ອເຮັດໃຫ້ໄຟລ່າມ
ແລະໃນບໍ່ຊ້າຄົນທີ່ອ້ອມຂ້າງສາມາດອຸ່ນຂຶ້ນໂດຍແສງຂອງມັນ
ນັ້ນແຫຼະທີ່ເປັນກັບຄວາມຮັກຂອງພຣະເຈົ້າ,ເມື່ອທ່ານພົບກັບມັນ
ທ່ານແຜ່ຄວາມຮັກຂອງພຣະອົງຕໍ່ທຸກຄົນ,ທ່ານຢາກຈະສົ່ງມັນຕໍ່
ຊ່ວງເວລາທີ່ພິເສດແມ່ນລະດູໃບໄມ້ປົ່ງ,ເມື່ອຕົ້ນໄມ້ທຸກຕົ້ນກໍາລັງແຕກໜໍ່
ພວກນົກກໍເລິ່ມສົງສຽງ,ດອກໄມ້ນາໆກໍເລີ່ມເບັ່ງບານດອກຂອງມັນ
ນັ້ນແຫຼະທີ່ເປັນກັບຄວາມຮັກຂອງພຣະເຈົ້າ,ເມື່ອທ່ານພົບກັບມັນ
ທ່ານຢາກຮ້ອງເພງ,ມັນສົດຊື່ນຄືລະດູໃບໄມ້ປົ່ງ,ທ່ານຢາກຈະສົ່ງມັນຕໍ່

ຂ້າປາຖະໜາເພື່ອທ່ານເພື່ອຂອງຂ້າ,ຄວາມສຸກທີ່ຂ້າໄດ້ພົບ
ທ່ານສາມາດຂື້ນຢູ່ກັບພຣະອົງ,ມັນບໍ່ສໍາຄັນວ່າທ່ານຖືກມັດຢູ່ໃສ
ຂ້າຈະຮ້ອງມັນຈາກຍອດພູ,ຂ້າຢາກໃຫ້ໂລກຂອງຂ້າຮູ້ຕັກ
ຄວາມຮັກຂອງພຣະຄຣິດມາຮອດຂ້າແລ້ວ,ຂ້າຢາກສົ່ງມັນໄປຕໍ່
(“ຂ້າຢາກສົ່ງມັນໄປຕໍ່”ໂດຍ Kurt Kaiser, 1969 ດັດແປງໂດຍສິດຍາພິຍານ)


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນເທດສະໜາໂດຍ ເບັນຈາມິນ ຄິນເຄດ ກຣິຟຟິດ:
“Revive Us Again” (William P. Mackay, 1839-1885).