Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຫົວໃຈຮ້ອງຫາການຟື້ນຟູ

HEARTCRY FOR REVIVAL!
(Laotian)

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 16/7/2017
A sermon preached at the Baptist Tabernacle of Los Angeles
Lord's Day Morning, July 16, 2017

“ຈົ່ງທູນເຮົາ ແລະເຮົາຈະຕອບເຈົ້າ ແລະຈະສະແດງສິ່ງທີ່ຍິ່ງໃຫຍ່ແລະ ແລະທີ່ມີອໍານາດໃຫຍ່ໂຕຊື່ງເຈົ້າບໍ່ຮູ້ນັ້ນໃຫ້ແກ່ເຈົ້າ” (ເຢເລມີ 33:3)


ເຢເຣມີຕິດຄຸກຢູ່,ລາວຢູ່ໃນຄຸກເພາະການເທດສະໜາວ່າປະຊາຊົນຊາວຢູດາຈະຕົກໄປເປັນຊະເລີຍເສິກ, ເຢເຣມີກໍາລັງຮູ້ສຶກສີ້ນຫວັງ, ລາວຄິດວ່າປະຊາຊົນຂອງລາວຖືກ ພຣະເຈົ້າປະຖີ້ມແລ້ວ, ລາວສູນເສຍຄວາມຫວັງໄປໝົດແລະຖືກຂັງຢູ່ໃນຄຸກ,ຕອນນີ້ພຣະ ເຈົ້າຊົງກ່າວຕໍ່ໃຈຂອງລາວ,ພຣະອົງຊົງກ່າວວ່າ:

“ຈົ່ງທູນເຮົາ ແລະເຮົາຈະຕອບເຈົ້າ ແລະຈະສະແດງສິ່ງທີ່ຍິ່ງໃຫຍ່ແລະ ແລະທີ່ມີອໍານາດໃຫຍ່ໂຕຊື່ງເຈົ້າບໍ່ຮູ້ນັ້ນໃຫ້ແກ່ເຈົ້າ” (ເຢເລມີ 33:3)

ຕອນແລງວັນອາທິດແລ້ວນີ້ຂ້າພະເຈົ້າໄດ້ເທດສະໜາເລື່ອງ“ການສູ້ຮົບເລື່ອງຄໍາອະທິຖານໃນການຟື້ນຟູ” ຂ້າພະເຈົ້າໄດ້ເວົ້າວ່າພວກເຮົາອາໄສຢູ່ໃຕ້ພະຍາມານໃຫຍ່ຂອງລັດ ທິວັດຖຸນິຍົມ, ຂ້າພະເຈົ້າໄດ້ເວົ້າວ່າ“ພຣະເຈົ້າຊົງໄປແລ້ວ! ພຣະອົງຊົງໄປຈາກຄຣິສຕະຈັກ ທັງຫຼາຍຂອງເຮົາແລ້ວ, ພຣະອົງຊົງໄປຈາກຄຣິສຕະຈັກຂອງພວກເຮົາ...ແຕ່ພວກເຮົາບໍ່ ຕ້ອງການໃຫ້ພຣະເຈົ້າສະເດັດລົງມາ,ຄວາມງ່ວງເຫງົາຫາວນອນຂອງເຮົາທີ່ຢາກມີຄຣິສຕະ ຈັກໂດຍປາສະຈາກພຣະວິນຍານບໍລິສຸດ, ພຽງແຕ່ຜ່ານໜ້າທີ່ປະຈໍາໄປຊື່ໆ, ເປັນຫຍັງຕ້ອງ ກະຕຸ້ນ? ເປັນຫຍັງຈື່ງລົບກວນພວກເຮົາລະ? ຈົ່ງປອ່ຍໃຫ້ພວກເຮົາຫລັບຢູ່ໃນຄວາມເຫງົາ ນອນຂອງພວກເຮົາ, ພວກເຮົາບໍ່ຢາກກັບໄປເຮັດວຽກໜັກໃນເລື່ອງອະທິຖານແລະອົດອາ ຫານເພື່ອການສະຖິດຢູ່ນໍາແລະລິດເດດຂອງພຣະເຈົ້າອີກ”ພວກເຮົາມີສິບເຈັດຄົນທີ່ໄດ້ຮັບ ຄວາມລອດໃນສອງສາມອາທິດ, ດຣ.ແຊນໄດ້ຮັບການຟື້ນຟູແລະຮື້ຟື້ນໃໝ່, ຈອນຊາມູ ເອວ ເຄແກນໄດ້ອຸທິດຊີວິດເພື່ອປະກາດຂ່າວປະເສີດ, ແອຣ໋ອນ ແຢນຊີ ກັບແຈັກແງັນໄດ້ ກາຍມາເປັນຜູ້ແທນພວກຜູ້ຊ່ວຍ, ຄຣິສຕິນຫງຽນກັບນາງລີກາຍເປັນນັກຮົບອະທິຖານ.

ພວກເຮົາມີ’ການແຕະຕ້ອງ’ຂອງການຟື້ນຟູ, ໃນວັນເຫຼົ່ານັ້ນດຣ.ເຄແກນກັບຂ້າພະ ເຈົ້າໄດ້ຮຽນຮູ້ວ່າເມື່ອພຣະເຈົ້າຊົງສະຖິດຢູ່ຜູ້ຄົນກໍ່ໄດ້ຮັບຄວາມລອດ,ແຕ່ເມື່ອພຣະເຈົ້າບໍ່ໄດ້ສະຖິດຢູ່ກໍ່ບໍ່ມີຫຍັງເກີດຂື້ນ,ແອຣ໋ອນ ກັບແຈັກແງັນໄດ້ຮຽນຮູ້ບາງສິ່ງບາງຢ່າງເຊັ່ນກັນ, ພວກເຂົາໄດ້ຮຽນຮູ້ວິທີທີ່ຈະຕໍ່ສູ້ກັບລິດຂອງຜີປີສາດໃນການອະທິຖານ,ແຈັກໄດ້ເວົ້າວ່າ:

“ພວກເຮົາເລີ່ມອະທິຖານເພື່ອການສະຖິດຢູ່ນໍາຂອງພຣະເຈົ້າ, ເມື່ອພວກ ເຮົາເລີ່ມຄໍາອະທິຖານທີ່ສອງຂອງຂ້ອຍ, ຂ້ອຍກໍເລີ່ມຮູ້ສຶກໜ້າມືດ ແລະ ເກືອບຈະເປັນລົມ, ມີຄວາມຍາກລໍາບາກຂວາງຄໍາອະທິຖານຢູ່ແລ້ວຂ້ອຍກໍ່ ບອກແອຣ໋ອນວ່າຂ້າບໍ່ສາມາດອະທິຖານຕໍ່ໄດ້,ຈາກນັ້ນແອຣ໋ອນກໍເລີ່ມອະທິຖານແລະເຊັ່ນກັນລາວກໍພົບກັບຄວາມຫຍຸ້ງຍາກໃນການຈັດຄໍາອະທິຖານຂອງຕົນ,ພວກເຮົາຮູ້ສຶກວ່າມີການຂັດຂວາງຂອງພະຍາມານຢ່າງໃຫຍ່ແລະພວກເຮົາເລີ່ມທີ່ຈະອະທິຖານຄຸເຂົ່າລົງເພື່ອຂໍໃຫ້ພະຍາມານຖືກເອົາອອກ ໄປໃນຂະນະທີ່ອ້ອນວອນພຣະໂລຫິດຂອງພຣະຄຣິດ, ຂ້ອຍຈົບລົງດ້ວຍ ການໝອບລົງເທິງພື້ນ, ພວກເຮົາຈື່ງເລິ່ມອະທິຖານຮອບທີ່ສາມໃນທ່ານີ້ ແລະເລີ່ມຮູ້ສຶກວ່າພຣະເຈົ້າໄດ້ທຸບທໍາລາຍຄວາມເສົ້າໝອງລົງແລະພະຍາມານກໍຖືກຍົກອອກໄປພວກເຮົາຮູ້ດີວ່າການນະມັດສະການ(ການນະມັດສະການຕອນແລງ)ເປັນເລື່ອງທີ່ສໍາຄັນຫຼາຍ, ເລື່ອງນີ້ເກີດຂື້ນປະມານ 4 ໂມງແລງ”

ສອງຊົ່ວໂມງຕໍ່ມາໃນການນະມັດສະການຕອນແລງ, ທ້າວວິກເກວນິກເຄວໄດ້ຍ່າງ ອອກມາຂ້າງໜ້າດ້ວຍນໍ້າຕາ, ແລ້ວດຣ.ເຄແກນກໍພາລາວຮັບເຊື່ອພຣະເຢຊູ,ຫຼັງຈາກນັ້ນ ພວກເຮົາກໍຮູ້ເລີຍວ່າເປັນຫຍັງແອຣ໋ອນກັບແຈັກຈື່ງໄດ້ຕໍ່ສູ້ກັບຊາຕານໃນຄໍາອະທິຖານສອງຊົ່ວໂມງກ່ອນໜ້ານີ້”

“ເພາະວ່າເຮົາບໍ່ໄດ້ຕໍ່ສູ້ກັບເນື້ອໜັງແລະເລືອດແຕ່ຕໍ່ສູ້ກັບຜູ້ຄອບຄອງ, ອໍາ ນາດຕ່າງໆ ຜູ້ຄອງໂລກແຫ່ງຄວາມມືດຂອງໂລກນີ້ ຕໍ່ສູ້ກັບເຫລົ່າວິນຍານທີ່ຊົ່ວໃນສະຖານຟ້າອາກາດ” (ເອເຟໂຊ 6:12)

ການສູ້ຮົບຝ່າຍວິນຍານຊະນະໄດ້ໂດຍຜ່ານທາງຄໍາອະທິຖານ!

“ຈົ່ງທູນເຮົາ ແລະເຮົາຈະຕອບເຈົ້າ ແລະຈະສະແດງສິ່ງທີ່ຍິ່ງໃຫຍ່ແລະ ແລະທີ່ມີອໍານາດໃຫຍ່ໂຕຊື່ງເຈົ້າບໍ່ຮູ້ນັ້ນໃຫ້ແກ່ເຈົ້າ” (ເຢເລມີ 33:3)

“ລິດອໍານາດໃນຄໍາອະທິຖານ”ຂໍເຊີນຢືນຂື້ນຮ້ອງເພງ!

ລິດອໍານາດໃນຄໍາອະທິຖານພຣະເຈົ້າຂ້າລິດອໍານາດໃນຄໍາອະທິຖານ
ທີ່ນີ້ຄວາມບາບ,ຄວາມໂສກເສົ້າແລະກັງວົນຢູ່ຖ້າມກາງໂລກ
ພວກເຮົາຕ້ອງການການຟື້ນຟູ, ຈິດໃຈທີ່ສີ້ນຫວັງ
ຂໍຊົງມອບລິດເດດແກ່ຂ້າພະອົງ,ລິດອໍານາດໃນຄໍາອະທິຖານ
(“ຂໍໂຜດສອນຂ້າໃຫ້ອະທິຖານ” by Albert S. Reitz, 1879-1966).
ຂ້າພະເຈົ້າໄດ້ປ່ຽນແຖວທີ່ສາມເປັນ“ພວກເຮົາຕ້ອງການການຟື້ນຟູ, ຈິດໃຈທີ່ສີ້ນຫວັງ,ຂໍຊົງມອບລິດເດດແກ່ຂ້າພະອົງ,ລິດອໍານາດໃນຄໍາ
ອະທິຖານ”

ຂໍເຊີນນັ່ງລົງ.

ຊາຕານໄດ້ກີດຂວາງພວກທ່ານຫຼາຍຫົນທາງຈາກການອະທິຖານເພື່ອການຟື້ນຟຸູ, ຂ້າພະເຈົ້າໄດ້ເອົາຜົນສໍາຫຼວດແລງວັນພະຫັດແລ້ວນີ້ມາ,ຂ້າພະເຈົ້າໄດ້ເວົ້າວ່າ“ມີຈັກຄົນທີ່ ຄິດວ່າຂ້າພະເຈົ້າຢາກໄດ້ຄົນເພີ່ມຂື້ນຢູ່ໃນຄຣິສຕະຈັກຂອງພວກເຮົາເມື່ອຂ້າພະເຈົ້າຂໍໃຫ້ ພວກທ່ານອະທິຖານເພື່ອການຟື້ນຟູ?”ເກືອບເຄິ່ງໜື່ງຂອງຄົນຂອງພວກເຮົາທີ່ຍົກມືຂື້ນ,ຫຼັງຈາກນັ້ນຂ້າພະເຈົ້າກໍເວົ້າວ່າ “ມີໃຜແດ່ທີ່ຄິດວ່າຂ້າພະເຈົ້າຢາກໃຫ້ພວກທ່ານເຮັດວຽກຫຼາຍ ຂື້ນເມື່ອຂ້າພະເຈົ້າຂໍໃຫ້ພວກທ່ານອະທິຖານເພື່ອການຟື້ນຟູລະ?”ປະມານໜື່ງສ່ວນສາມໄດ້ຍົກມືຂື້ນ, ມັນເປັນເລື່ອງແປກ,ມີຫຼາຍຕໍ່ຫຼາຍເທື່ອທີ່ຂ້າພະເຈົ້າໄດ້ບອກພວກທ່ານວ່າ“ມັນບໍ່ ແມ່ນເພື່ອຄົນເພີ່ມຂື້ນ” ຫຼາຍຕໍ່ຫຼາຍເທື່ອທີ່ຂ້າພະເຈົ້າໄດ້ບອກພວກທ່ານວ່າ“ມັນບໍ່ແມ່ນເພື່ອ ວຽກຫຼາຍຂື້ນ” ຫຼາຍຕໍ່ຫຼາຍເທື່ອທີ່ຂ້າພະເຈົ້າໄດ້ບອກພວກທ່ານວ່າ“ຈະມີວຽກໜ້ອຍລົງເມື່ອ ການຟື້ນຟູເກີດຂື້ນ”

ພວກທ່ານຈະຕ້ອງໄດ້ລາຍຊື່ຄົນເປັນຮ້ອຍໆຄົນສໍາຫຼັບພວກເຮົາທີ່ຈະໄດ້ຜູ້ມາຢ້ຽມ ຄົນໜື່ງປັດຈຸບັນນີ້, ແລະຜູ້ມາຢ້ຽມຜູ້ດຽວນັ້ນກໍບໍ່ກັບມາອີກ! ໃນການຟື້ນຟູທ່ານສາມາດມີ ລາຍຊື່ຫຼາຍກວ່າແລະມີຜູ້ຢ້ຽມຫຼາຍກວ່າແຕ່ວ່າຜູ້ມາຢ້ຽມຫຼາຍຄົນຈະກັບມາອີກ, ພວກເຮົາ ອາດຈະກະທັ່ງແມ່ນແຕ່ປິດການຂ່າວປະເສີດແລະມີຄົນເຂົ້າມາແລະລອດເພີ່ມຂື້ນ! ຢູ່ຄຣິສ ຕະຈັກຄົນຈີນພວກເຂົາບໍ່ໄດ້ມີການປະກາດຂ່າວປະເສີດໃດໆ, ພວກເຂົາບໍ່ກຽມລົດໄປຮັບ, ແຕ່ຍັງມີ 2,000 ຄົນມາແລະຢູ່, ເປັນຫຍັງລະ?ກໍເພາະພວກເຂົາມີການຟື້ນຟູ! ນັ້ນແຫຼະຄື ເຫດຜົນ! ຂ້າພະເຈົ້າໄດ້ເວົ້າກ່ອນໜ້ານີ້ແລ້ວ,ແຕ່ພວກທ່ານບໍ່ເຊື່ອ, ພວກທ່ານບໍ່ເຊື່ອຂ້າພະ ເຈົ້າເພາະພວກທ່ານບໍ່ເຫັນມັນ, ຈົ່ງຟັງຂໍ້ພຣະຄໍາພີຂອງເຮົາອີກເທື່ອໜື່ງ:

“ຈົ່ງທູນເຮົາ ແລະເຮົາຈະຕອບເຈົ້າ ແລະຈະສະແດງສິ່ງທີ່ຍິ່ງໃຫຍ່ແລະ ແລະທີ່ມີອໍານາດໃຫຍ່ໂຕຊື່ງເຈົ້າບໍ່ຮູ້ນັ້ນໃຫ້ແກ່ເຈົ້າ” (ເຢເລມີ 33:3)

“ເຮົາຈະສະແດງສິ່ງທີ່ຍິ່ງໃຫຍ່ແລະ ແລະທີ່ມີອໍານາດໃຫຍ່ໂຕຊື່ງເຈົ້າບໍ່ຮູ້ນັ້ນໃຫ້ແກ່ເຈົ້າ” ພວກທ່ານເຊື່ອແບບນັ້ນບໍ? ພວກທ່ານຖ່ອມໃຈພໍທີ່ຈະເຊື່ອວ່າພຣະເຈົ້າສາມາດເຮັດສິ່ງທີ່ ທ່ານບໍ່ເຄີຍເຫັນມາກ່ອນໄດ້ບໍ? ທ່ານເຊື່ອແບບນັ້ນບໍວ່າພຣະເຈົ້າສາມາດເຮັດສິ່ງຕ່າງໆໃນ ການຕອບຄໍາອະທິຖານທີ່“ເຈົ້າບໍ່ຮູ້ນັ້ນໃຫ້ແກ່ເຈົ້າ” ຂໍເຊີນຢືນຂື້ນແລະຮ້ອງມັນ!

ລິດອໍານາດໃນຄໍາອະທິຖານພຣະເຈົ້າຂ້າລິດອໍານາດໃນຄໍາອະທິຖານ
ທີ່ນີ້ຄວາມບາບ,ຄວາມໂສກເສົ້າແລະກັງວົນຢູ່ຖ້າມກາງໂລກ
ພວກເຮົາຕ້ອງການການຟື້ນຟູ, ຈິດໃຈທີ່ສີ້ນຫວັງ
ຂໍຊົງມອບລິດເດດແກ່ຂ້າພະອົງ,ລິດອໍານາດໃນຄໍາອະທິຖານ
(“ຂໍໂຜດສອນຂ້າໃຫ້ອະທິຖານ” by Albert S. Reitz, 1879-1966)

ພວກເຮົາເຮັດວຽກດ້ວຍສຸດຫົວໃຈເພື່ອພາພວກເດັກໆທີ່ບໍ່ເຊື່ອເຂົ້າມາ,ແຕ່ພວກເຂົາບໍ່ຮູ້ສຶກເຖິງພຣະເຈົ້າເມື່ອເຂົາມາຮອດນີ້, ເປັນຫຍັງລະ? ກໍເພາະວ່າພຣະອົງບໍ່ໄດ້ຢູ່ນີ້ໃນ ລິດເດດ, ພຣະເຈົ້າຊົງບໍລິສຸດໝົດຈົດ, ພຣະອົງຊົງຮູ້ດີວ່າພວກທ່ານຫຼາຍຄົນບໍ່ເຊື່ອແທ້ວ່າ ພຣະອົງຊົງສາມາດເຮັດ“ສິ່ງທີ່ຍິ່ງໃຫຍ່ແລະແລະທີ່ມີອໍານາດໃຫຍ່ໂຕຊື່ງເຈົ້າບໍ່ຮູ້ນັ້ນໃຫ້ແກ່ ເຈົ້າ” ພວກທ່ານບໍ່ເຊື່ອແບບນັ້ນ, ທ່ານຄິດວ່າທຸກຢ່າງມັນເປັນເລື່ອງຂີ້ຕົວະຫລອກລວງ, ທ່ານຄິດວ່າຂ້າພະເຈົ້າເປັນຜູ້ເຖົ້າຄົນໜື່ງ,ບ້າໆບໍໆໄປກັບເລື່ອງອັດສະຈັນ,ການອັດສະຈັນທີ່ພວກທ່ານບໍ່ເຄີຍເຫັນມາກ່ອນ,ດັ່ງນັ້ນທ່ານຈື່ງບໍ່ເຊື່ອມັນ.

ພວກເຮົາເຄີຍເຫັນອັດສະຈັນຫຼາຍໆເທື່ອ,ແຕ່ພວກທ່ານຍັງບໍ່ເຊື່ອມັນ! ສາມສິບເກົ້າ ຄົນຈ່າຍເງີນສອງລ້ານໂດລາເພື່ອຮັກສາຕຶກຄຣິສຕະຈັກນີ້, ບໍ່ມີນັກເທດຄົນໃດທີ່ຂ້າພະ ເຈົ້າລົມນໍາຄິດວ່າມັນເປັນໄປໄດ້, ແຕ່ມັນກໍສໍາເລັດແລ້ວ, ມັນເປັນອັດສະຈັນທີ່ຍິ່ງໃຫຍ່! ແຕ່ພວກທ່ານບໍ່ເຫັນມັນ! ທ່ານບໍ່ເຊື່ອມັນ! ພວກເຮົາມີ 17 ຄົນໄດ້ຮັບຄວາມລອດພາຍໃນ ສອງສາມອາທິດປີກາຍນີ້, ແຕ່ພວກທ່ານບໍ່ເຫັນັມນ,ທ່ານບໍ່ເຊື່ອວ່າມັນເປັນການອັດສະຈັນ! ພວກເຮົາມີຈອນເຄແກນໃນຖານະນັກເທດຂອງພວກເຮົາ,ໃນຖານະສິດຍາພິບານຄົນໃໝ່, ເຖິງແມ່ນວ່າລາວຈະກັດແຂ້ວຕົນເອງແລ້ວເວົ້າວ່າ“ຂ້ອຍຈະບໍ່ມີວັນເຮັດມັນກໍຕາມ”ມັນເປັນ ອັດສະຈັນ, ແຕ່ພວກທ່ານບໍ່ເຫັນມັນ! ທ່ານບໍ່ເຊື່ອມັນ! ພວກເຮົາມີງານຮັບໃຊ້ທົ່ວໂລກໃນ 35 ພາສາ-ສົ່ງບົດເທດພວກນີ້ໄປທົ່ວໂລກ,ແຕ່ພວກທ່ານບໍ່ເຫັນມັນ!ພວກທ່ານບໍ່ເຊື່ອມັນ!

ຂ້າພະເຈົ້າອະທິຖານຂໍໃຫ້ທ່ານຕື່ນຂື້ນແລ້ວອະທິຖານເພື່ອການອັດສະຈັນແຫ່ງ ການຟື້ນຟູ! ວ່າທ່ານຈະບໍ່ເປັນຄືພວກຟາຣິສີຊື່ງຖືກກ່າວໄວ້ວ່າ“ແຕ່ເຖິງແມ່ນວ່າພຣະອົງໄດ້ ຊົງກະທໍາການອັດສະຈັນຫຼາຍຢ່າງຕໍ່ໜ້າພວກເຂົາ ພວກເຂົາກໍຍັງບໍ່ເຊື່ອໃນພຣະອົງ (ໂຢຮັນ 12:37).

ແລະຂ້າພະເຈົ້າກໍຮູ້ດີວ່າສາສະໜາຂອງພວກທ່ານບໍ່ມີຄວາມຍິນດີເລີຍ, ແລະບາງ ເທື່ອໃຈຂອງຂ້າພະເຈົ້າກໍໄຫ້ເພື່ອພວກທ່ານ, ພວກທ່ານບໍ່ມີຄວາມຍິນດີ,ບໍ່ມີຄວາມຫວັງ, ທ່ານກໍຍັງສືບຕໍ່ໂມ້ແປງຄືກັບທາດທີ່ຢູ່ໃນຄຸກແບບແຊມສັນຜູ້ໜ້າສົງສານ, ແມ່ນ! ສໍາຫຼັບ ພວກທ່ານບາງຄົນຄຣິສຕະຈັກນີ້ເປັນເຮືອນຄຸກອັນໜື່ງ,ເປັນເຮືອນຄຸກບ່ອນທີ່ທ່ານໂມ້ແປງ ຜ່ານການນະມັດສະການຕ່າງໆ,ເປັນບ່ອນທີ່ທ່ານໂມ້ຜ່ານວຽກຂອງທາດແຫ່ງການປະກາດຂ່າວປະເສີດ, ພວກທ່ານຊັງມັນຫຼາຍ! ແຕ່ທ່ານບໍ່ຮູ້ຈັກວິທີທີ່ຈະຫລົບໜີ! ພວກທ່ານຖືກມັດ ດ້ວຍໂສ້ຝ່າຍວິນຍານ,ໂມ້ແປງຢູ່ໂມ້ດ້ວຍຄວາມສິ້ນຫວັງ, ບາງເທື່ອທ່ານກໍຄິດເລື່ອງອອກ ໄປ, ຂ້າພະເຈົ້າຮູ້ດີວ່າພວກທ່ານບາງຄົນເປັນແບບນັ້ນ, ແຕ່ໄປບໍ່ໄດ້, ໝູ່ເພື່ອນທີ່ພວກ ທ່ານມີກໍຢູ່ທີ່ນີ້, ພີ່ນ້ອງທີ່ທ່ານມີກໍຢູ່ທີ່ນີ້, ແລ້ວທ່ານຈະຫລົບໜີການໂມ້ແປງທີ່ບໍ່ຢຸດບໍ່ເຊົາ ໄດ້ແນວໃດ, ຊັງວຽກທີ່ເປັນຕາເບື່ອແລະວຽກຂອງຄຣິສຕະຈັກທີ່ເບິ່ງຄືວ່າເປັນເຮືອນຄຸກສໍາ ຫຼັບທ່ານ, ຂ້າພະເຈົ້າຢາກຊ່ວຍພວກທ່ານ,ພຣະເຈົ້າຊົງຮູ້ດີ! ມີພຽງທາງດຽວເທົ່ານັ້ນທີ່ຈະ ໜີໄປໄດ້, ເຈົ້າຮູ້ໄດ້ແນວໃດອາຈານ? ກໍເພາະຂ້າພະເຈົ້າເຄີຍຢູ່ໃນບ່ອນທີ່ພວກທ່ານຢູ່ດຽວ ນີ້! ຂ້າພະເຈົ້າເຄີຍຖືກລ່າມໂສ້ຢູ່ໃນຄຣິສຕະຈັກ,ໂມ້ແປງ,ກຽດຊັງມັນ-ແຕ່ບໍ່ພົບທາງໜີ! ທາງດຽວທີ່ຈະໜີໄດ້ກໍຄືພຣະເຢຊູ! ຈົ່ງສາລະພາບຄວາມບາບຂອງທ່ານ! ເປັນຫຍັງລະ? ຄວາມບາບຂອງທ່ານເປັນໂສ້ທີ່ມັດທ່ານຢູ່! ຈົ່ງກໍາຈັດມັນ! ຈົ່ງກັບໃຈໃໝ່ແລະຮັບການຊໍາ ລະໂດຍພຣະໂລຫິດເພາະມີພຽງພຣະເຢຊູເທົ່ານັ້ນທີ່ສາມາດແກ້ໂສ້ຂອງທ່ານແລ້ວເຮັດໃຫ້ທ່ານມີອິດສະຫຼະອີກເທື່ອໜື່ງໄດ້.

“ທ່ານຈົ່ງສາລະພາບຄວາມຜິດຕໍ່ກັນແລະກັນ ແລະຈົ່ງອະທິຖານເພື່ອກັນ ແລະກັນ ເພື່ອທ່ານຈະໄດ້ຮັບການຮັກສາໃຫ້ຫາຍ...” (ຢາໂກໂບ 5:16)

ຈົ່ງສາລະພາບຄວາມຢ້ານຂອງທ່ານ,ຄວາມສົງໄສຕ່າງໆ,ຄວາມບາບຕ່າງໆ,ຄວາມໃຈຮ້າຍ, ຄວາມຂົມຂື່ນ,ຄວາມອິດສາຂອງທ່ານ, “ທ່ານຈົ່ງສາລະພາບຄວາມຜິດຕໍ່ກັນແລະກັນ ແລະ ຈົ່ງອະທິຖານເພື່ອກັນແລະກັນເພື່ອທ່ານຈະໄດ້ຮັບການຮັກສາໃຫ້ຫາຍ...”(ຢາໂກໂບ 5:16) ຜູ້ຍິງຄົນໜື່ງໄດ້ເຮັດມັນແລ້ວ,ແລະພຣະເຢຊູຊົງຮັກສານາງ,ຜູ້ຊາຍຄົນໜື່ງກໍເຮັດແລະພຣະ ເຢຊູຊົງຮັກສາລາວໃຫ້ດີ,ຕອນນີ້ມີແສງແຫ່ງຄວາມຫວັງອັນໜື່ງ,ພວກທ່ານຄິດວ່າ“ມັນແມ່ນແທ້ບໍ? ”ແມ່ນມັນແມ່ນແທ້! ຈົ່ງອະທິຖານເພື່ອບາງຄົນໃຫ້ສາລະພາບຄວາມຜິດຂອງເຂົາ ແລະຮັບການຮັກສາໂດຍພຣະເຢຊູ.

“ພຣະຄຣິດຊົງກ່າວວ່າ ‘ບຸກຄົນຜູ້ໃດຮູ້ສຶກໂສກເສົ້າຜູ້ນັ້ນເປັນສຸກ’ (ມັດທາຍ 5:4) ຊື່ງແນ່ໃສ່ຄົນທີ່ຮູ້ສຶກເຖິງບາບຂອງເຂົາແລະຮ້ອງໄຫ້ກັບມັນ, ຄວາມບາບຄືບັນຫາສໍາຫຼັບ ຄຣິສຕຽນທີ່ຢາກມີການຟື້ນຟູ ແລະການຟື້ນຟູມັກຈະເຮັດໃຫ້ອຶດອັດໃຈກັບສິ່ງຕ່າງໆທີ່ ໂລກເບີ່ງບໍ່ເຫັນມັນ, ການຟື້ນຟູໂຍນແສງສະຫວ່າງສູ່ສະຖານທີ່ມືດ...ເພື່ອກຽມສໍາຫຼັບການ ຟື້ນຟູ,ອີແວນໂຣເບີດໄດ້ເຕືອນສະຕິພວກເຂົາວ່າພຣະວິນຍານ(ບໍລິສຸດ)ຈະບໍ່ມາຈົນກວ່າຜູ້ ຄົນຈະກຽມພ້ອມ: ‘ພວກເຮົາຈະຕ້ອງກໍາຈັດ(ຄຣິສຕະຈັກ)ຖົງຂອງຄວາມຮູ້ສຶກທັງໝົດອອກ -ຄວາມຄິດຮ້າຍ,ຄວາມອິດສາ,ອະຄະຕິແລະຄວາມເຂົ້າໃຈຜິດທັງໝົດ,(ຢ່າໄປອະທິຖານ) ຈົນກວ່າສິ່ງທີ່ສະດຸດທຸກຢ່າງຈະໄດ້ຮັບການອະໄພ, ແຕ່ຖ້າທ່ານຮູ້ສຶກວ່າທ່ານບໍ່ສາມາດໃຫ້ ອະໄພໄດ້,ເບັດມັນກັບຂີ້ຝຸ່ນແລ້ວຂໍໃຫ້ມີຈິດໃຈທີ່ໃຫ້ອະໄພ, ທ່ານກໍຈະໄດ້ມັນຈາກນັ້ນ’”...ມີ ພຽງຄຣິສຕຽນທີ່ສະອາດເທົ່ານັ້ນຈະສາມາດຢູ່ໃກ້ຊິດກັບພຣະເຈົ້າໄດ້( (Brian H. Edwards, Revival, Evangelical Press, 2004, p. 113) “ທຸກຄົນຈົ່ງລືມຄົນອື່ນແຕ່ລະຄົນໜ້າຕໍ່ໜ້າກັບ ພຣະເຈົ້າ(ໃນຂະນະທີ່ພວກເຂົາສາລະພາບຄວາມບາບຂອງເຂົາ)...(ນີ້ແມ່ນ)ປະເພດຂອງ ການຟື້ນຟູທຸກອັນທີ່ຖືກບັນທຶກໄວ້, ບໍ່ມີການຟື້ນຟູໃດທີ່ປາສະຈາກການຮູ້ສຶກບໍ່ສະດວກສະ ບາຍແລະການສໍານຶກບາບດ້ວຍການຖ່ອມໃຈລົງ” (ເຫຼັ້ມດຽວກັນໜ້າ 116)...“ ພວກເຮົາມີ ຄຣິສຕະຈັກທີ່ບໍ່ບໍລິສຸດໃນປັດຈຸບັນນີ້ເພາະພວກຄຣິສຕຽນບໍ່ຮູ້ສຶກບາບຫຼືຢ້ານມັນ... ຄົນທີ່ ຢາກມີການຟື້ນຟູສ່ວນຫຼາຍຄວນເລີ່ມຕົ້ນດ້ວຍກວດສອບໃຈຂອງຕົນເອງແລະການດໍາເນີນຊີວິດຢູ່ໜ້າພຣະເຈົ້າຜູ້ບໍລິສຸດ, ຖ້າພວກເຮົາຫາກປົກປິດຄວາມບາບຂອງພວກເຮົາແລະບໍ່ ສາລະພາບມັນດຽວນີ້(ພວກເຮົາກໍຈະບໍ່ມີການຟື້ນຟູ)... ພຣະເຈົ້າຜູ້ບໍລິສຸດຊົງເຮັດໃຫ້ຄຣິສ ຕຽນຮູ້ສຶກແມ່ນແຕ່ຄວາມບາບເລັກນ້ອຍທີ່ສຸດ... ຄົນທີ່ຮູ້ຈັກຕົນເອງວ່າຢູ່ໃນການສະຖິດຢູ່ ຂອງພຣະເຈົ້າຜູ້ບໍລິສຸດມັກຈະຮູ້ສຶກເຖິງຄວາມບາບສ່ວນບຸກຄົນໄດ້...ວຽກແຫ່ງການສໍານຶກ ທີ່ເລິກຊື້ງນີ້ມັກຈະນໍາໄປສູ່ອິດສະຫຼະພາບແລະຄວາມຍິນດີໃນການພົບປະສົບການໃໝ່ແຫ່ງການໃຫ້ອະໄພ, ຕິດຕາມດ້ວຍ ‘ການກະທົບຂອງໃຈ’ລະເບີດອອກມາເປັນຄວາມຍິນດີ ແຫ່ງຄວາມລອດ” (ເຫຼັ້ມດຽວກັນໜ້າ 120)

“ພຣະອົງຈະບໍ່ໃຫ້ຂ້າພະອົງທັງຫຼາຍຟື້ນອີກຫຼື ເພື່ອປະຊາຊົນຂອງພຣະອົງ ຈະໄດ້ມີຄວາມຍິນດີໃນພຣະອົງ” (ເພງສັນລະເສີນ 85:6)

ພວກເຮົາບໍ່ສາມາດຊື່ນຊົມຍິນດີໃນໃຈຂອງເຮົາໄດ້ຈົນກວ່າເຮົາຈະສາລະພາບຄວາມບາບ ຂອງເຮົາໃນນໍ້າຕາ! ນັ້ນຄືສິ່ງທີ່ເກີດຂື້ນຢູ່ໃນປະເທດຈີນ, ເປັນຫຍັງຈື່ງບໍ່ເກີດຢູ່ຄຣິສຕະຈັກ ຂອງເຮົາລະ? ພວກເຮົາຢ້ານທີ່ຈະສາລະພາບຄວາມບາບຂອງເຮົາຕໍ່ກັນແລະກັນແລະອະທິ ຖານເພື່ອກັນແລະກັນເພື່ອພວກເຮົາຈະໄດ້ຫາຍດີ, ການຢ້ານໃນສິ່ງທີ່ຄົນອື່ນຈະຄິດຈະຢຸດ ຢັ້ງພວກເຮົາຈາກການສາລະພາບ, ອິດຊາຢາກ່າວວ່າ“ເຈົ້າເປັນຜູ້ໃດທີ່ຢ້ານມະນຸດຜູ້ຊື່ງ ຕ້ອງຕາຍ...ແລະທີ່ໄດ້ລືມພຣະເຢໂຮວາຜູ້ສ້າງຂອງຕົນ...” (ເອຊາຢາ 51:12:13)

ຮ້ອງເພງບົດທີ່ 10

ຂ້າແດ່ພຣະເຈົ້າ ຂໍຊົງຄົ້ນເບິ່ງຂ້າພະອົງ
ແລະຊົງຊາບຈິດໃຈຂອງຂ້າພະອົງ
ຂໍຊົງລອງຂ້າພະອົງ ແລະຊົງຊາບ
ຄວາມຄິດຂອງຂ້າພະອົງ
ແລະທອດພຣະເນດວ່າມີທາງຊົ່ວໃດໆໃນຂ້າພະອົງຫຼືບໍ
ແລະຂໍຊົງນໍາຂ້າພະອົງໄປໃນທາງນິລັນດອນ

ຮ້ອງເພງບົດທີ່ 17

ໂຜດຕື່ມເຕັມທຸກນິມິດຂອງຂ້າຂໍໃຫ້ຄວາມດື້ຂອງບາບ
ເງົາຂອງຄວາມໃສແຈ້ງສ່ອງແສງພາຍໃນ
ຂໍໃຫ້ຂ້າເຫັນພຣະພັກຂອງພຣະອົງ
ລ້ຽງຈິດວິນຍານຂ້າດ້ວຍພຣະຄຸນທີ່ບໍ່ວັນໝົດສີ້ນ
ໂຜດຕື່ມເຕັມທຸກນິມິດຂອງຂ້າແດ່ພຣະຜູ້ຊ່ວຍ
ດ້ວຍສະຫງ່າລາສີພຣະອົງຈິດວິນຍານຂ້າຈະສ່ອງແສງ
ໂຜດຕື່ມເຕັມທຸກນິມິດຂອງຂ້າເພື່ອທຸກຄົນຈະເຫັນ
ພຣະສາຍບໍລິສຸດພຣະອົງທີ່ສະທ້ອນໃນຂ້າ
(“Fill All My Vision,” Avis Burgeson Christiansen, 1895-1985).

ພວກທ່ານບໍ່ໄດ້ສາລະພາບໃນເມື່ອກ່ອນ, ທ່ານຮູ້ດີວ່າທ່ານຄວນແຕ່ທ່ານພັດຢ້ານ, ຜູ້ຍິງຄົນໜື່ງບອກຂ້າພະເຈົ້າວ່ານາງເປັນຄົນຢ້ານໂທລະສັບຫຼາຍ,ຈາກນັ້ນຂ້າພະເຈົ້າກໍແນມ ເບິ່ງລາວໃນມື້ວັນອາທິດຕອນເຊົ້າແລະລາວກໍແນມເບິ່ງຂ້າພະເຈົ້າ, ຂ້າພະເຈົ້າສາມາດເຫັນ ໄດ້ວ່ານາງຢາກຈະມາ,ຂ້າພະເຈົ້າຈື່ງຈັບມືຂອງລາວແລ້ວບອກວ່າ“ມາເລີຍ” ນາງຈື່ງມາ, ນາງເຄີຍຢ້ານທີ່ຈະມາ, ຢ່າງໃດກໍຕາມລາວໄດ້ກາຍມາເປັນເມຍຂອງຜູ້ຊ່ວຍຄົນໜື່ງ!ຜູ້ຄົນ ຈະຄິດແນວໃດຖ້າລາວຫາກສາລະພາບຄວາມຜິດຂອງຕົນ?ຈົ່ງລືມໃນສິ່ງທີ່ຄົນອື່ນຄິດ! ໃນ ຂະນະທີ່ພວກເຮົາຢືນຂື້ນຮ້ອງເພງ,ຂໍເຊີນມາຄຸເຂົ່າຢູ່ນີ້ແລ້ວສາລະພາບຄວາມຜິດຂອງທ່ານ ພຣະເຈົ້າຊົງໂນມນ້າວທ່ານເລື່ອງບາບແລ້ວພຣະໂລຫິດຂອງພຣະຄຣິດຊົງຫຼັ່ງໄຫຼເທິງໄມ້ ກາງແຂນເພື່ອຊໍາລະລ້າງທ່ານໃຫ້ເປັນຄົນໃໝ່.

ຮ້ອງເພງບົດທີ່ 17

ໂຜດຕື່ມເຕັມທຸກນິມິດຂອງຂ້າຂໍໃຫ້ຄວາມດື້ຂອງບາບ
ເງົາຂອງຄວາມໃສແຈ້ງສ່ອງແສງພາຍໃນ
ຂໍໃຫ້ຂ້າເຫັນພຣະພັກຂອງພຣະອົງ
ລ້ຽງຈິດວິນຍານຂ້າດ້ວຍພຣະຄຸນທີ່ບໍ່ວັນໝົດສີ້ນ
ໂຜດຕື່ມເຕັມທຸກນິມິດຂອງຂ້າແດ່ພຣະຜູ້ຊ່ວຍ
ດ້ວຍສະຫງ່າລາສີພຣະອົງຈິດວິນຍານຂ້າຈະສ່ອງແສງ
ໂຜດຕື່ມເຕັມທຸກນິມິດຂອງຂ້າເພື່ອທຸກຄົນຈະເຫັນ
ພຣະສາຍບໍລິສຸດພຣະອົງທີ່ສະທ້ອນໃນຂ້າ
(“Fill All My Vision,” Avis Burgeson Christiansen, 1895-1985).


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ: ໂນອາ ຊອງ 1 ໂຢຮັນ 1:5-10.
ບັນເລງເພງກ່ອນເທດສະໜາໂດຍ ເບັນຈາມິນ ຄິນເຄດ ກຣິຟຟິດ:
“O Breath of Life” (Bessie P. Head, 1850-1936).