Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ແບັບຕິດເທເບີນາໂຄໃໝ່“ໃໝ່”

THE “NEW” NEW BAPTIST TABERNACLE!
(Laotian)

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 2/7/2017
A sermon preached at the Baptist Tabernacle of Los Angeles
Lord's Day Morning, July 2, 2017

“ໂອຖ້າຫາກວ່າພຣະອົງຈະຊົງແຫວກຟ້າສະຫວັນສະເດັດລົງມາໄດ້ໜໍ ເພື່ອພູເຂົາຈະໄຫຼລົງມາຕໍ່ພຣະພັກພຣະອົງ” (ເອຊາຢາ 64:1)


ເມື່ອພຣະເຈົ້າສະເດັດລົງມາ“ພູເຂົາໄຫຼລົງມາຕໍ່ພຣະພັກ(ຂອງພຣະອົງ)”ພູເຂົາແຫ່ງຄວາມບໍ່ເຊື່ອໄຫຼລົງມາຕໍ່ພຣະພັກພຣະອົງ, ພູເຂົາແຫ່ງຄວາມສົງໄສໄດ້ໄຫຼລົງມາຕໍ່ພຣະ ພັກພຣະອົງ, ພູເຂົາແຫ່ງຄວາມຢ້ານໄຫຼລົງມາຕໍ່ພຣະພັກຂອງພຣະອົງ, ພູເຂົາແຫ່ງຄວາມ ຫຍີ່ງໄຫຼລົງມາຕໍ່ພຣະພັກຂອງພຣະອົງ, ພູເຂົາແຫ່ງຄວາມໝົດຫວັງໄຫຼລົງມາຕໍ່ພຣະພັກ ຂອງພຣະອົງ,ພູເຂົາແຫ່ງການກົດຂີ່ຂອງຊາຕານໄຫຼລົງມາຕໍ່ພຣະພັກຂອງພຣະອົງ, ພູເຂົາ ທຸກຢ່າງທີ່ຢືນຕໍ່ສູ້ພຣະຄຣິດໄຫຼລົງມາເມື່ອພຣະເຈົ້າສະເດັດລົງມາໃນການຟື້ນຟູ!ເພື່ອພູເຂົາຈະໄຫຼລົງມາ(ຄືກັບລາວາແຫຼວໄຫຼຈາກພູເຂົາໄຟ)ຕໍ່ພຣະພັກພຣະອົງ”

ຄໍາອະທິຖານເພື່ອການຟື້ນຟູແທ້ໝາຍເຖິງການຢຶດພຣະເຈົ້າໝັ້ນແລະບໍ່ຍອມປ່ອຍອອກໄປ-ຄືກັບທີ່ຢາໂຄບເຮັດຕອນທີ່ລາວປ້ຳສູ້ກັບພຣະຄຣິດໝົດຄືນໃນຄໍາອະທິຖານ - ແລະລາວກ່າວວ່າ “ຂ້າພະເຈົ້າບໍ່ຍອມໃຫ້ພຣະອົງໄປ ນອກຈາກພຣະອົງຈະອວຍພອນແກ່ຂ້າພະເຈົ້າ” (ປະຖົມມະການ 32:26), ດຣ.ລອຍໂຈນກ່າວວ່າຄໍາອະທິຖານເພື່ອການຟື້ນຟູຄື “ການຢຶດພຣະເຈົ້າໄວ້ໝັ້ນ,ການຂໍຮ້ອງກັບພຣະອົງ, ການຮ້ອງຂໍກັບພຣະອົງ,ແມ່ນກະທັ່ງ ການອ້ອນວອນ ແລະຂ້າພະເຈົ້າຂໍບອກວ່າມັນແມ່ນເມື່ອຄຣິສຕຽນຄົນໜື່ງມາຮອດໃນຈຸດທີ່ເຂົາເລີ່ມທີ່ຈະອະທິຖານ”ຄໍາອະທິຖານເພື່ອການຟື້ນຟູ! (ລອຍໂຈນການຟື້ນຟູ ໜ້າ 305)

ແຕ່ຄໍາອະທິຖານເພື່ອການຟື້ນຟູຈະຕ້ອງມາຈາກພວກຜູ້ຊາຍຄືກັບເອຊາຢາ, ຄົນທີ່ ຈະເວົ້າກັບຜູ້ທໍານວາຍນັ້ນວ່າ“ຂ້າພຣະອົງຢູ່ນີ້ຂໍຊົງໃຊ້ຂ້າພຣະອົງໄປເທີນ” (ເອຊາຢາ 6:8) -ຜູ້ຊາຍທີ່ເຕັມໃຈທີ່ຈະເສຍສະຫຼະຊີວິດຂອງພວກເຂົາໃນການຮັບໃຊ້ຂອງພຣະເຈົ້າຂອງ ເຮົາ ແລະພຣະຄຣິດຂອງພຣະອົງ! ດຣ.ເອ.ດັບໂບຢູ.ໂທເຊີໄດ້ກ່າວວ່າ:

“ຖ້າຄຣິສຕຽນຈະມີຊີວິດຢູ່ກໍຈະຕ້ອງມີພວກຜູ້ຊາຍອີກ,ພວກຜູ້ຊາຍທີ່ເໝາະສົມ,ເຂົາຈະຕ້ອງບໍ່ຍອມຮັບຄວາມອ່ອນແອທີ່ບໍ່ກ້າເວົ້າອອກໄປ.. ເຂົາຈະ ຕ້ອງສະແຫວງຫາຄົນແບບພວກຜູ້ທໍານວາຍແລະຜູ້ພີຊີບເປັນ..ພວກເຂົາ ຈະເປັນຄົນຂອງພຣະເຈົ້າແລະຄົນທີ່ກ້າຫານ... ຜ່ານທາງຄໍາອະທິຖານ ຂອງພວກເຂົາແລະການເຮັດວຽກຕ່າງໆ(ພຣະເຈົ້າຈະ)ສົ່ງການຟື້ນຟູທີ່ຊ້າຍາວນານມາ” (Dr. A. W. Tozer, We Need Men of God Again)

ນີ້ແຫຼະຄືສິ່ງທີ່ຄຣິສຕະຈັກຂອງພວກເຮົາຕ້ອງການໃນເວລານີ້-“ພວກຜູ້ຊາຍຂອງພຣະເຈົ້າ ແລະພວກຜູ້ຊາຍທີ່ກ້າຫານ”ພວກເຮົາຕ້ອງການຄົນທີ່ເຄີຍເຫັນຄວາມອະນິຈັງຂອງໂລກນີ້, ຄົນທີ່ຢາກຈະເສຍສະຫຼະຫຼາຍກວ່າຄວາມໝັ້ນຄົງ, ທັງຜູ້ຊາຍແລະຜູ້ຍິງທີ່ປາສະຈາກ ຄວາມຢ້ານ, ພວກຜູ້ຊາຍແລະຜູ້ຍິງທີ່ຈະເວົ້າກັບຜູ້ທໍານວາຍວ່າ “ຂ້າພຣະອົງຢູ່ນີ້ ຂໍຊົງໃຊ້ ຂ້າພຣະອົງໄປເທີນ”(ເອຊາຢາ 6:8)ຄົນໜຸ່ມສາວທັງຊາຍແລະຍິງຜູ້ທີ່ອະທິຖານຈາກສ່ວນ ເລິກຂອງຈິດໃຈຂອງເຂົາວ່າ:

“ໂອຖ້າຫາກວ່າພຣະອົງຈະຊົງແຫວກຟ້າສະຫວັນສະເດັດລົງມາໄດ້ໜໍ ເພື່ອ ພູເຂົາຈະໄຫຼລົງມາຕໍ່ພຣະພັກພຣະອົງ ຄືກັບເມື່ອໄຟທີ່ເຮັດໃຫ້ລະລາຍໄໝ້ ຢູ່ແລະໄຟທີ່ເຮັດໃຫ້ນໍ້າຟົດ ເພື່ອໃຫ້ພຣະນາມຂອງພຣະອົງເປັນທີ່ຮູ້ຈັກແກ່ ປໍລະປັກຂອງພຣະອົງ ເພື່ອບັນດາປະຊາຊາດຈະສະເທືອນຕໍ່ພຣະພັກ ພຣະອົງ” (ເອຊາຢາ 64:1-2)

ພວກໜຸ່ມສາວຈົ່ງລຸກຂື້ນແລະມອບຮິມຝີປາກຂອງທ່ານເພື່ອອະທິຖານດ້ວຍຄວາມກະຕືລືລົ້ນແລະດ້ວຍລິດເດດ,ພວກໜຸ່ມສາວຈົ່ງລຸກຂື້ນແລະເສຍສະຫຼະຄວາມສະຫງົບຂອງທ່ານ,ຄວາມຮັ່ງມີຂອງທ່ານ,ມີຊີີວິດຂອງທ່ານເພື່ອພຣະເຢຊູຄຣິດພຣະບຸດຂອງພຣະເຈົ້າ! ພວກໜຸ່ມສາວຈົ່ງລຸກຂື້ນແລະຕໍ່ສູ້ພະຍາມານກັບພວກສະມຸນຂອງມັນດ້ວຍສຸດກໍາລັງຂອງທ່ານໃນຄໍາອະທິຖານ,ຄໍາອະທິຖານຂໍໃຫ້ສະຫງ່າລາສີຂອງພຣະເຈົ້າລົງມາສູ່ຄຣິສຕະຈັກ ຂອງເຮົາໃນຫ່າຝົນທີ່ຊົງລິດແຫ່ງການຟື້ນຟູ! “ເຫຼົ່າທະຫານຄຣິສຕຽນຈົ່ງກ້າວໜ້າໄປ”ມັນຢູ່ ໃນບົດທີ່ໜື່ງ, ຂໍເຊີນຢືນຂື້ນຮ້ອງເພງນໍາກັນ!

ເຫຼົ່າທະຫານຄຣິສຕຽນຈົ່ງກ້າວໜ້າໄປສູ່ສົງຄາມ
ພ້ອມກັບໄມ້ກາງແຂນພຣະເຢຊູນໍາໜ້າໄປ
ພຣະຄຣິດເຈົ້າແມ່ທັບໃຫຍ່ພາໄປຮົບສັດຕູ
ມຸ່ງໜ້າສູ່ສະໜາມຮົບ, ເບິ່ງທຸງຂອງພຣະອົງໄປ
ເຫຼົ່າທະຫານຄຣິສຕຽນຈົ່ງກ້າວໜ້າໄປສູ່ສົງຄາມ
ພ້ອມກັບໄມ້ກາງແຂນພຣະເຢຊູນໍາໜ້າໄປ
(“Onward, Christian Soldiers,” Sabine Baring-Gould, 1834-1924).

ເຊີນນັ່ງລົງ.

ຄົນໜຸ່ມສາວ,ຂ້າພະເຈົ້າເຄີຍໜຸ່ມເຊັ່ນກັນ,ແຕ່ດຽວນີ້ຂ້າພະເຈົ້າເຖົ້າແລ້ວ, ດັ່ງນັ້ນ ພວກເຮົາທີ່ເປັນຜູ້ນໍາ, ພວກເຮົາໄດ້ນໍາຄຣິສຕະຈັກນີ້ຜ່ານຊ່ວງເວລາດົນນານ,ເມື່ອຍເພຍ ຂອງການແຕກແຍກຄຣິສຕະຈັກ, ພວກເຮົາໄດ້ເສຍສະຫຼະເວລາຂອງພວກເຮົາ,ເງີນຂອງ ພວກເຮົາແລະຄວາມໜຸ່ມຂອງພວກເຮົາເປັນເວລາຫຼາຍປີເພື່ອເຮັດໃຫ້ຄຣິສຕະຈັກນີ້ດີແບບທີ່ເປັນຢູ່ນີ້, ແລະມັນກໍຄ່ອນຂ້າງດີ, ພວກເຮົາໄດ້ຈ່າຍຄ່າ, ພວກເຮົາໄດ້ຈ່າຍເງີນເພື່ອໃຫ້ ການຮັບໃຊ້ຂອງຄຣິສຕະຈັກໄປທົ່ວໂລກທາງອີນເຕີເນັດ, ແຕ່ພວກເຮົາບໍ່ມີຄວາມໜຸ່ມເຫຼືອ ຢູ່ເທິງໜ້າຜາກຂອງພວກເຮົາອີກຕໍ່ໄປ, ພວກເຮົາບໍ່ມີກໍາລັງຫຼືພະລັງທີ່ຈະພາຄຣິສຕະຈັກນີ້ ໄປສູ່ລະດັບຕໍ່ໄປໄດ້, ພວກເຮົາບໍ່ມີຄວາມເຂັ້ມແຂງອີກຕໍ່ໄປ, ພະລັງຫຼືຄວາມສະໝັກໃຈທີ່ຈະນໍາຄຣິສຕະຈັກນີ້ໄປສູ່ລະດັບຕໍ່ໄປໄດ້ອີກ, ພວກເຮົາໄດ້ໃຊ້ກໍາລັງແຫ່ງຄວາມໄວໜຸ່ມສາວຂອງພວກເຮົາເພື່ອຮັກສາຄຣິສຕະຈັກນີ້ໄວ້ແຕ່ພວກເຮົາບໍ່ມີພະລັງທີ່ຈະສ້າງແບັບຕິດເທເບີນາໂຄໃໝ່“ໃຫມ່”ໄດ້ອີກແລ້ວ, ພວກທ່ານທີ່ເປັນຄົນໜຸ່ມຕ້ອງເຮັດ ບໍ່ດັ່ງນັ້ນມັນກໍຈະບໍ່ສໍາເລັດ, ຈົ່ງເຮັດຕໍ່ໄປ! ຈົ່ງເຮັດຕໍ່ໄປ!

ຂ້າພະເຈົ້າເຄີຍເປັນສິດຍາພິບານໜຸ່ມທີ່ມີໄຟ, ຂ້າພະເຈົ້າສາມາດເທດສະໜາສາມ ເທື່ອໃນວັນອາທິດດ້ວຍພະລັງທີ່ຕື່ນເຕັ້ນຫຼາຍ, ຂ້າພະເຈົ້າສາມາດດຶງຄວາມສົນໃຈຂອງກຸ່ມ ຄົນ1,000 ຄົນໄດ້,ເຊິ່ງໜື່ງໃນສາມແມ່ນຜູ້ມາຢ້ຽມ, ແຕ່ຕອນນີ້ຂ້າພະເຈົ້າເປັນຄົນທີ່ລອດ ຕາຍຈາກມະເຮັງອາຍຸເຈັດສິບຫົກປີແລ້ວ, ຂ້າພະເຈົ້າເຖົ້າຫຼາຍແລ້ວສໍາຫຼັບເລື່ອງນັ້ນ, ພາຍຫຼັງກາກຕຶກຕອງແລະອະທິຖານເປັນເວລາດົນນານ,ຂ້າພະເຈົ້າກໍຮູ້ດີວ່າພວກເຮົາບໍ່ສາມາດລໍຖ້າຫຍັງໄດ້ອີກແລ້ວ, ຂ້າພະເຈົ້າວ່າຕົນເອງຈໍາເປັນຕ້ອງເລີ່ມທີ່ຈະໂອນຄວາມເປັນ ຜູ້ນໍາໃຫ້ກັບຄົນໜຸ່ມຂອງພວກເຮົາໃນຕອນນີ້-ໃນຂະນະທີ່ຍັງມີເວລາສໍາຫຼັບພວກເຮົາທີ່ຍັງ ຄົງຢູ່ແລະຊ່ວຍເຫຼືອແລະຊີ້ແນະແນວທາງໃຫ້ພວກທ່ານ, ລະດູໃບໄມ້ປົ່ງທີ່ຈະເຖິງນີ້ກໍຈະ ຮອດຫົກສິບປີທີ່ຂ້າພະເຈົ້າໄດ້ຮັບໃຊ້, ມີນັກເທດສອງສາມຄົນຍັງເປັນສິດຍາພິບານຢູ່ພາຍ ຫຼັງຫົກສິບປີຂອງການຮັບໃຊ້, ຂ້າພະເຈົ້າຮູ້ຢ່າງແນ່ນອນວ່າມັນເຖິງເວລາແລ້ວສໍາຫຼັບຂ້າ ພະເຈົ້າທີ່ຈະກ້າວລົງແລະເປັນຜູ້ຊີ້ແນະຫຼາຍກວ່າທີ່ຈະເປັນຜູ້ນໍາ,ສະນັ້ນຂ້າພະເຈົ້າຈື່ງຂໍສະເໜີໃຫ້ຄຣິສຕະຈັກຂອງເຮົາເຈີມຈອນຊາມູເອວເຄແກນສູ່ງານຮັບໃຊ້ແລະໃຫ້ລາວເປັນສິດຍາພິບານຂອງຄຣິສຕະຈັກຂອງເຮົາໃນເວລານັ້ນ! ໃນເວລານັ້ນຂ້າພະເຈົ້າຈະກ້າວລົງແລ້ວ ເປັນຜູ້ແນະນໍາຂອງລາວພ້ອມດ້ວຍຊື່ອາຈານເອັມເມຣິທັສ,ຂ້າພະເຈົ້າຂໍສະເໜີຕື່ມອີກວ່າໂນອາ ຊອງຈະໄດ້ຮັບໃບອະນຸຍາດສູ່ການຮັບໃຊ້ໃນເວລານັ້ນແລະ ອາຣ໋ອນ ແຢນຊີ,ແຈັກ ແງັນ,ອາເບວ ພຣຸດໂຮມ ແລະຄຽວດອງລີ ຈະຖືກເຈີມໃຫ້ເປັນຜູ້ຊ່ວຍຂອງຄຣິສຕະຈັກນີ້ ແລະອາຣ໋ອນແຢນຊີຈະໃຫ້ເປັນ“ປະທານຂອງພວກຜູ້ຊ່ວຍ”ຕະຫຼອດໄປ, ຫຼັງຈາກນັ້ນພວກ ເຮົາກໍຈະຮັບເອົາລະບົບໃໝ່,ເຮັດໃຫ້ພວກບຸລຸດທີ່ດີເຫຼົ່ານີ້ເປັນ“ຜູ້ຊ່ວຍທີ່ມີບົດບາດ”ໃນການພັດປ່ຽນກັນໃນຄຣິສຕະຈັກຂອງເຮົາ, ຕອນນີ້ເຖິງເວລາແລ້ວທີ່ຈະຖືໂອກາດນີ້ແລະເອົາກະ ບອງຂອງຄຣິສຕະຈັກຂອງເຮົາໃນຕອນນີ້ໃຫ້ກັບພວກຄົນໜຸ່ມເຫຼົ່ານີ້, ພວກເຂົາຈະຕ້ອງນໍາ ພວກເຮົາໃຫ້ເປັນແບັບຕິດໃໝ່ແຫ່ງເທເບີນາໂຄ“ໃໝ່”, ເຫຼົ່າທະຫານຄຣິສຕຽນຈົ່ງກ້າວໜ້າ ໄປ, ຂໍເຊີນຢືນຂື້ນແລ້ວຮ້ອງວັກທີ່ສອງກັບຂໍ້ຊ້ຳນໍາກັນ:

ຈົ່ງຖືປ້າຍແຫ່ງໄຊຊະນະ ກອງທັບຂອງຊາຕານແຕກໜີ
ຈາກນັ້ນທະຫານຄຣິສຕຽນ ກໍໄປສູ່ໄຊນະນະ
ຖານຂອງນາຮົກສັ່ນໄຫວ ເມື່ອຮ້ອງສຽງສັນລະເສີນ
ພີ່ນ້ອງທັງຫຼາຍຈົ່ງຍົກສຽງ ຮ້ອງເພງສັນລະເສີນດັງໆ
ເຫຼົ່າທະຫານຄຣິສຕຽນຈົ່ງກ້າວໜ້າໄປສູ່ສົງຄາມ
ພ້ອມກັບໄມ້ກາງແຂນພຣະເຢຊູນໍາໜ້າໄປ

ຂ້າພະເຈົ້າຍັງຮູ້ຈາກປະສົບການຫົກສິບປີວ່າຄວາມໜຸ່ມຂອງພວກທ່ານຢ່າງດຽວບໍ່ສາມາດເຮັດແບບນີ້ໃຫ້ສໍາເລັດໄດ້, ພວກເຮົາຈະຕ້ອງມີການຖອກລົງມາຂອງພຣະວິນຍານ ຂອງພຣະເຈົ້າ ບໍ່ດັ່ງນັ້ນພວກເຮົາຈະບໍ່ສາມາດເຮັດມັນໄດ້.

ດຣ.ທິໂມທີ ລິນ ເປັນສິດຍາພິບານຂອງຂ້າພະເຈົ້າເປັນເວລາ 24 ປີຢູ່ຄຣິສຕະ ຈັກແບັບຕິດຈີນ, ດຣ. ລິນເປັນນັກອະທິຖານທີ່ມີພະລັງ, ດຣ.ລິນ ບອກວ່າ “ເປົ້າໝາຍ ຂອງການອະທິຖານກໍຄືເພື່ອຈະມີການສະຖິດຢູ່ນໍາຂອງພຣະເຈົ້າ” ເພີ່ນເວົ້າວ່າ“ຄຣິສຕະ ຈັກໃນຍຸກສຸດທ້າຍຈະຕ້ອງມີການສະຖິດຢູ່ນໍາຂອງພຣະເຈົ້າຖ້າຫາກຢາກຈະເຕີບໃຫຍ່,ຖ້າບໍ່ມີການສະຖິດຢູ່ນໍາຂອງພຣະເຈົ້າແລ້ວຄວາມພະຍາຍາມທຸກຢ່າງກໍຈະບໍ່ມີປະໂຫຍດ”ແລະ ບໍ່ສໍາເລັດ, ຊາຕານຮູ້ດີວ່າພວກເຮົາຈະບໍ່ໃຫຍ່ໂດຍປາສະຈາກລິດເດດແຫ່ງການສະຖິດຢູ່ ນໍາຂອງພຣະເຈົ້າ, ດຣ.ລິນ ກ່າວວ່າແຮງພວກເຮົາເຂົ້າໃກ້ການສະເດັດກັບມາຄັ້ງທີ່ສອງ ຂອງພຣະເຢຊູເທົ່າໃດ“ຄວາມກົດດັນຂອງຊາຕານຕໍ່ການອະທິຖານແຮງຈະໃຫຍ່ເທົ່ານັ້ນ” (ຄໍາອ້າງອີງມັງໝົດແມ່ນມາຈາກໜັງສືຂອງດຣ.ລິນ ທີ່ຊື່ວ່າຄວາມລັບຂອງການເຕີບໃຫຍ່ ຂອງຄຣິສຕະຈັກ) ອັກຄະສາວົກເປົາໂລໄດ້ກ່າວວ່າ“ ເຮົາບໍ່ໄດ້ຕໍ່ສູ້ກັບເນື້ອໜັງແລະເລືອດ ...”ແຕ່ຕໍ່ສູ້ກັບຊາຕານແລະພວກທູດຂອງມັນ (ເອເຟໂຊ 6:12) ເຮົາຈະສາມາດຕໍ່ສູ້ກັບອໍາ ນາດແຫ່ງຄວາມມືດໄດ້ແນວໃດ? ເປົາໂລໄດ້ໃຫ້ຄໍາຕອບ“ຈົ່ງອະທິຖານອ້ອນວອນທຸກຢ່າງ ແລະຈົ່ງຂໍໂດຍພຣະວິນຍານທຸກເວລາ” (ເອເຟໂຊ 6:18) ເມື່ອມີຜູ້ໜື່ງຜູ້ໃດອະທິຖານ,ຈົ່ງບັງ ຄັບຈິດໃຈຂອງທ່ານໃຫ້ຟັງຄໍາຂໍແຕ່ລະອັນໃນຂະນະທີ່ຜູ້ນໍາອະທິຖານ, ໃນຕອນທ້າຍຂອງ ຄໍາອະທິຖານແຕ່ລະອັນນັ້ນໃຫ້ເວົ້າວ່າ “ເອແມນ” ເຊິ່ງເຮັດໃຫ້ຄໍາອະທິຖານຂອງຜູ້ນໍາກາຍ ເປັນຄໍາອະທິຖານຂອງທ່ານເອງ! ມັນຈະເຮັດໃຫ້ຄໍາອະທິຖານຂອງພວກເຮົາມີລິດຕໍ່ສູ້ກັບ ຊາຕານໄດ້! ຂໍເຊີນຢືນຂື້ນແລະຮ້ອງວັກທີ່ສອງອີກ!

ຈົ່ງຖືປ້າຍແຫ່ງໄຊຊະນະ ກອງທັບຂອງຊາຕານແຕກໜີ
ຈາກນັ້ນທະຫານຄຣິສຕຽນ ກໍໄປສູ່ໄຊນະນະ
ຖານຂອງນາຮົກສັ່ນໄຫວ ເມື່ອຮ້ອງສຽງສັນລະເສີນ
ພີ່ນ້ອງທັງຫຼາຍຈົ່ງຍົກສຽງ ຮ້ອງເພງສັນລະເສີນດັງໆ
ເຫຼົ່າທະຫານຄຣິສຕຽນຈົ່ງກ້າວໜ້າໄປສູ່ສົງຄາມ
ພ້ອມກັບໄມ້ກາງແຂນພຣະເຢຊູນໍາໜ້າໄປ

ແລະຄໍາອະທິຖານຫຼັກໆຂອງເຮົາຈະຕ້ອງເປັນການຂໍໃຫ້ພຣະເຈົ້າລົງມາໃນວຽກຂອງພວກ ເຮົາ-ຂໍການສະຖິດຢູ່ນໍາຂອງພຣະເຈົ້າລົງມາສູ່ການຟື້ນຟູອັນຊົງລິດ!

“ໂອຖ້າຫາກວ່າພຣະອົງຈະຊົງແຫວກຟ້າສະຫວັນສະເດັດລົງມາໄດ້ໜໍ ເພື່ອພູເຂົາຈະໄຫຼລົງມາຕໍ່ພຣະພັກພຣະອົງ” (ເອຊາຢາ 64:1)

ເມື່ອພຣະເຈົ້າລົງມາຖ້າມກາງພວກເຮົາ“ພູເຂົາໄຫຼລົງມາຕໍ່ພຣະພັກພຣະອົງ”ພູແຫ່ງ ຄວາມບໍ່ເຊື່ອໄຫຼລົງມາຕໍ່ພຣະພັກພຣະອົງ! ພູແຫ່ງຄວາມສົງໄສໄຫຼລົງມາຕໍ່ພຣະພັກພຣະ ອົງ! ພູແຫ່ງຄວາມອິດສາໄຫຼລົງມາຕໍ່ພຣະພັກພຣະອົງ! ພູທີ່ແຍກພວກເຮົາອອກຈາກກັນ ໄຫຼລົງມາຕໍ່ພຣະພັກພຣະອົງ! ແລະຄວາມຮັກທີ່ມີຕໍ່ກັນແລະກັນຢ່າງສຸດຊື້ງໄຫຼລົງມາຕໍ່ ພຣະພັກພຣະອົງ ພູທີ່ຢືນຕໍ່ສູ້ພຣະເຈົ້າຂອງເຮົາແລະພຣະຄຣິດຂອງພຣະອົງໄຫຼລົງມາຄື ກັບລາວາແຫຼວໄຫຼຈາກພູເຂົາໄຟ,ໄຫຼລົງມາຫາພວກເຮົາຄືກັບໄຟໃນການຟື້ນຟູ!ຂ້າພະເຈົ້າຂໍສັ່ງໃຫ້ພວກທ່ານອະທິຖານຢ່າງໜັກທຸກມື້ເພື່ອການສະຖິດຢູ່ນໍາຂອງພຣະເຈົ້າໃຫ້ລົງມາ ຫາເຮົາໃນການຟື້ນຟູອັນຍິ່ງໃຫຍ່! ຄໍາອະທິຖານເພື່ອການຟື້ນຟູໝາຍເຖິງການຢຶດພຣະ ເຈົ້າໄວ້ໃຫ້ໝັ້ນແລະຈົ່ງອະທິຖານຄືກັບຢາໂຄບ“ຂ້າພະອົງຈະບໍ່ຍອມປ່ອຍໃຫ້ພຣະອົງໄປ ນອກຈາກວ່າພຣະອົງຈະອວຍພອນຂ້າພະອົງ” ຄືກັບດຣ.ລອຍໂຈນໄດ້ກ່າວວ່າ “ການຢຶດ ພຣະເຈົ້າໄວ້ໝັ້ນ,ການຂໍຮ້ອງກັບພຣະອົງ, ການຮ້ອງຂໍກັບພຣະອົງ, ແມ່ນກະທັ່ງການອ້ອນວອນ...ມັນຄືເມື່ອ ເມື່ອຄຣິສຕຽນຄົນໜື່ງ(ອະທິຖານແບບນັ້ນ ວ່າເຂົາກໍາລັງອະທິ ຖານຄໍາອະທິຖານເພື່ອການຟື້ນຟູ)” ການຟື້ນຟູໜ້າ 305.

ພວກທ່ານບາງຄົນອາດຈະບໍ່ຢາກໃຫ້ພວກເຮົາອະທິຖານເພື່ອການຟື້ນຟູອີກ! ທ່ານ ອາດຈະຄິດວ່າ“ການສໍາພັດການຟຶຶ້ນຟູ”ຂອງປີກາຍນີ້ບໍ່ໄດ້ດີຕໍ່ເຮົາຫຍັງເລີຍບໍ່! ແຕ່ພວກ ທ່ານຄິດຜິດ! ປີກາຍນີ້ພວກເຮົາພຽງແຕ່“ສໍາພັດການຟື້ນຟູ”ແຕ່ຈົ່ງເບີ່ງຜົນທີ່ເກີດຂື້ນ-ຈອນ ເຄແກນຢຸດຕໍ່ຕ້ານແລະອຸທິດຊີວິດເພື່ອປະກາດຂ່າວປະເສີດ! ພວກເຮົາມີສິດຍາພິບານຄົນ ໃໝ່-ແລະລາວເປັນຜົນຈາກ“ການສໍາພັດ”ຂອງການຟື້ນຟູນັ້ນ! ພວກເຮົາໄດ້ອາຣ໋ອນແຢນຊີ ໂນອາ ຊອງ ແລະແຈັກແງັນຈາກ“ການສໍາພັດ”ການຟື້ນຟູຂອງປີກາຍນີ້! ລະດູໃບໄມ້ລົ່ນຕໍ່ ໄປພວກເຮົາຈະມີຄົນທີ່ຄົນທີ່ບັບຕິດສະມາຫຼາຍກວ່າສາມເທົ່າຫຼາຍກວ່າທີ່ເຮົາເຄີຍມີ! ແລ້ວ ຈະມີຄົນທີ່ກັບໃຈຫຼາຍປານນັ້ນມາແຕ່ໃສລະ?ພວກເຂົາມາຈາກ“ການສໍາພັດ”ຂອງການຟື້ນ ຟູນ້ອຍໆທີ່ພຣະເຈົ້າໄດ້ສົ່ງມາໃຫ້ເຮົາຊ່ວງພັກແລງແລ້ວນີ້,ນັ້ນແຫຼະຄືທີ່ມາຂອງພວກເຂົາ! ຂໍເຊີນຮ້ອງວັກທີ່ສອງອີກເທື່ອໜື່ງ! ເຊີນຢືນຂື້ນແລ້ວຮ້ອງ!

ຈົ່ງຖືປ້າຍແຫ່ງໄຊຊະນະ ກອງທັບຂອງຊາຕານແຕກໜີ
ຈາກນັ້ນທະຫານຄຣິສຕຽນ ກໍໄປສູ່ໄຊນະນະ
ຖານຂອງນາຮົກສັ່ນໄຫວ ເມື່ອຮ້ອງສຽງສັນລະເສີນ
ພີ່ນ້ອງທັງຫຼາຍຈົ່ງຍົກສຽງ ຮ້ອງເພງສັນລະເສີນດັງໆ
ເຫຼົ່າທະຫານຄຣິສຕຽນຈົ່ງກ້າວໜ້າໄປສູ່ສົງຄາມ
ພ້ອມກັບໄມ້ກາງແຂນພຣະເຢຊູນໍາໜ້າໄປ

ເຊີນນັ່ງລົງ.

ເມື່ອພວກເຮົາປິດການນະມັດສະການຟື້ນຟູປີກາຍນີ້ຂ້າພະເຈົ້າໄດ້ບອກພວກທ່ານວ່າພວກເຮົາພຽງແຕ່ໄດ້“ສໍາພັດ”ຂອງການຟື້ນຟູເທົ່ານັ້ນ,ແຕ່ພວກເຮົາອາດຈະມີການຖອກ ເທໃຫຍ່ຂອງການສະຖິດຢູ່ນໍາຂອງພຣະເຈົ້າໃນປີນີ້, ຂ້າພະເຈົ້າຮູ້ຈັກໂດຍປະສົບການຫົກ ສິບປີວ່າມັນສາມາດເກີດຂື້ນໄດ້, ທ່ານສາມາດມີ“ການສໍາພັດ”ຂອງການຟື້ນຟູກ່ອນທີ່ທ່ານ ຈະມີການຖອກລົງມາ,ຄວາມຈິງແລ້ວນັ້ນແຫຼະຄືສິ່ງທີ່ເກີດຂື້ນຢູ່ຄຣິສຕະຈັກຊາວຈີນນັ້ນ, ນັ້ນແຫຼະຄືຫົນທາງທີ່ມັນມາ,ໜື່ງ - ການສໍາພັດ! ສອງ- ການຖອກລົງມາພະເຈົ້າເຄີຍເຫັນ ການຟື້ນຟູທີ່ມີລິດອໍານາດສາມເທື່ອໃນຊີວິດຂອງຕົນ! ຂ້າພະເຈົ້າຮູ້ດີວ່າພຣະເຈົ້າສາມາດ ເຮັດໄດ້ອີກເທື່ອໜື່ງຢູ່ໃນຄຣິສຕະຈັກຂອງພວກເຮົາ! ແລະຂ້າພະເຈົ້າຮູ້ດີວ່າການເອົາພວກ ຄົນໜຸ່ມເຫຼົ່ານີ້ວາງລົງໃນຕໍາແໜ່ງຜູ້ນໍາຢ່າງດຽວຈະບໍ່ເຮັດໃຫ້ຄຣິສຕະຈັກຂອງເຮົາເຂັ້ມ ແຂງໄດ້ຫຼືເຮົາຈະບໍ່ເຫັນແບັບຕິດເທເບີນາໂຄໃໝ່“ໃໝ່”ນອກຈາກວ່າພວກເຮົາຈະອະທິຖານຂໍໃຫ້ລິດເດດແຫ່ງການສະຖິດທີ່ບໍລິສຸດຂອງພຣະເຈົ້າລົງມາຢູ່ຖ້າມກາງພວກເຮົາ!

“ໂອຖ້າຫາກວ່າພຣະອົງຈະຊົງແຫວກຟ້າສະຫວັນສະເດັດລົງມາໄດ້ໜໍ ເພື່ອພູເຂົາຈະໄຫຼລົງມາຕໍ່ພຣະພັກພຣະອົງ” (ເອຊາຢາ 64:1)

ຂໍເຊີນຢືນຂື້ນແລ້ວຮ້ອງເພງທີ່ 3 “ລິດເດດສະໄໝເກົ່າ”ໂດຍພໍເຣເດີ1879-1938.

ພວກເຮົາມາຮ່ວມກັນຂໍພຣະພອນພຣະອົງ,ເຮົາຈະລໍຄອຍພຣະເຈົ້າ
ເຮົາຈະວາງໃຈພຣະອົງຜູ້ຊົງຮັກເຮົາແລະຊື້ເຮົາດ້ວຍໂລຫິດພຣະອົງ
ຂໍພຣະວິນຍານລະລາຍແລະຂັບເຄື່ອນໃຈຂອງເຮົາດ້ວຍຄວາມຮັກ
ເປົ່າລົມຫາຍໃຈໃສ່ເຮົາຈາກເບື້ອງເທິງດ້ວຍລິດເດດສະໄໝເກົ່າ

ເຮົາຈະຖະວາຍກຽດໃນລິດພຣະອົງ,ເຮົາຈະຮ້ອງເຖິງພຣະຄຸນປະຫຼາດ
ໃນຖ້າມກາງເຮົາດັ່ງທີ່ຄໍາສັນຍາພຣະອົງ, ເຊີນມາໆແລ້ວສະຖິດຢູ່
ຂໍພຣະວິນຍານລະລາຍແລະຂັບເຄື່ອນໃຈຂອງເຮົາດ້ວຍຄວາມຮັກ
ເປົ່າລົມຫາຍໃຈໃສ່ເຮົາຈາກເບື້ອງເທິງດ້ວຍລິດເດດສະໄໝເກົ່າ

ນໍາເຮົາຕໍ່າລົງໃນຄໍາອະທິຖານຕໍ່ພຣະອົງ,ດ້ວຍຄວາມເຊື່ອຈິດໃຈຖືກກະຕຸ້ນ
ຈົນເຮົາອ້າງໂດຍຄວາມເຊື່ອເຖິງພຣະສັນຍາເລື່ອງພຣະວິນຍານແລະໄຟ
ຂໍພຣະວິນຍານລະລາຍແລະຂັບເຄື່ອນໃຈຂອງເຮົາດ້ວຍຄວາມຮັກ
ເປົ່າລົມຫາຍໃຈໃສ່ເຮົາຈາກເບື້ອງເທິງດ້ວຍລິດເດດສະໄໝເກົ່າ
   (“Old-Time Power,” Paul Rader, 1879-1938).

ເພື່ອທີ່ຮັກຂອງຂ້າພະເຈົ້າ, ພຣະເຢຊູຄຣິດຊົງຕາຍເທິງໄມ້ກາງແຂນເພື່ອຈ່າຍຄ່າ ການລົງໂທດເພາະຄວາມຜິດບາບຂອງທ່ານ, ພຣະເຢຊູຄຣິດໄດ້ຫຼັ່ງພຣະໂລຫິດຂອງພຣະ ອົງເທິງໄມ້ກາງແຂນເພື່ອຊໍາລະລ້າງຄວາມບາບຂອງທ່ານອອກໄປ, ພຣະເຢຊູຄຣິດຊົງຟື້ນ ຂື້ນມາຈາກຄວາມຕາຍ, ພຣະອົງຊົງສະຖິດຢູ່ໃນສະຫວັນກໍາລັງອະທິຖານເພື່ອທ່ານຢູ່, ຈົ່ງ ວາງໃຈໃນພຣະອົງເທົ່ານັ້ນ, ຈົ່ງວາງໃຈໃນພຣະອົງພຽງຜູ້ດຽວ, ຈົ່ງວາງໃຈໃນພຣະອົງ ດຽວນີ້, ພຣະອົງຈະຊົງຊ່ວຍທ່ານໃຫ້ລອດ, ພຣະອົງຈະຊົງຊ່ວຍທ່ານ, ພຣະອົງຈະຊົງ ຊ່ວຍທ່ານດຽວນີ້! ຜູ້ຍິງຄົນບາບຄົນໜື່ງໄດ້ມາຫາພຣະເຢຊູຢູ່ໃນເຮືອນຂອງຊີໂມນຄົນຟາຣິສີ, ພຣະ ຄໍາພີບອກວ່າ:

“ແລະເບິ່ງເຖີດມີຜູ້ຍິງຄົນໜຶ່ງໃນເມືອງນັ້ນຊຶ່ງເປັນຜູ້ຍິງຊົ່ວ ເມື່ອຮູ້ວ່າພຣະເຢຊູຊົງເອນພຣະກາຍລົງກິນເຂົ້າຢູ່ໃນເຮືອນຂອງຄົນຟາລິສີນັ້ນ ນາງຈຶ່ງຖືຂວດນ້ຳມັນຫອມ ມາຢືນຢູ່ຂ້າງຫລັງໃກ້ພຣະບາດຂອງພຣະອົງເລີ່ມຮ້ອງໄຫ້ນ້ຳຕາໄຫລຊຳລະພຣະບາດແລະເອົາຜົມເຊັດຈຸບພຣະບາດຂອງພຣະອົງແລະເຈີມພຣະບາດດ້ວຍນ້ຳມັນຫອມນັ້ນ” (ລູກາ 37-38)

ຜູ້ຍິງຄົນນີ້ເປັນຄົນບາບທີ່ຮູ້ຈັກກັນດີຢູ່ໃນເມືອງນີ້,ຜູ້ຄົນຮູ້ດີວ່ານາງເປັນຄົນບາບຫຼາຍ,ນາງມີຊື່ສຽງທີ່ບໍ່ດີຫຼາຍ, ນາງຄານເຂົ້າມາທາງຫຼັງພຣະເຢຊູໃນຂະນະທີ່ພຣະອົງກໍາລັງຮັບປະ ທານອາຫານຢູ່ແລະເຈີມພຣະບາດພຣະອົງແລະຈຸບພຣະບາດພຣະອົງ,ນາງໄດ້ມາຫາພຣະເຢຊູ,

“ພຣະອົງຈຶ່ງຕັດແກ່ນາງວ່າ ຄວາມຜິດບາບຂອງເຈົ້າຖືກຍົກໂທດແລ້ວ ຝ່າຍຄົນທັງຫລາຍທີ່ເອນກາຍຢູ່ນຳກັນກັບພຣະອົງເລີ່ມນຶກໃນໃຈວ່າ ຄົນນີ້ເປັນໃຜໜໍ ແມ່ນແຕ່ຄວາມຜິດບາບກໍຍົກໃຫ້ໄດ້ ພຣະອົງຈຶ່ງຕັດແກ່ຜູ້ຍິງນັ້ນວ່າ ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າລອດຈົ່ງໄປເປັນສຸກເຖີດ” (ລູກາ 7:48-50)

ນາງເປັນຄົນບາບໜາ, ແຕ່ນາງກໍມາຫາພຣະເຢຊູຢູ່ດີ, ນາງມາຫາພຣະອົງແລ້ວຈຸບພຣະ ບາດຂອງພຣະອົງ, ແລ້ວພຣະອົງກໍກ່າວກັບນາງວ່າ“ຄວາມຜິດບາບຂອງເຈົ້າຖືກຍົກໂທດແລ້ວ” ສິ່ງທີ່ນາງເຮັດກໍຄືມາຫາພຣະເຢຊູ, ແຕ່ມັນກໍພຽງພໍແລ້ວ! ຄວາມບາບຂອງນາງໄດ້ຮັບການອະໄພແລະນາງກໍໄດ້ຮັບຄວາມລອດແລ້ວ!

ສິ່ງທີ່ພວກທ່ານຕ້ອງເຮັດເພື່ອທີ່ຈະໄດ້ຮັບຄວາມລອດກໍເປັນແບບດຽວກັນທີ່ນາງ ເຮັດ,ນາງໄດ້ຮັບຄວາມລອດງ່າຍໆໂດຍການມາຫາພຣະເຢຊູ, ແລະພຣະເຢຊູກໍກ່າວກັບ ທ່ານເຊັ່ນກັນວ່າ:

“ຈົ່ງມາຫາເຮົາ...ແລະເຮົາຈະໃຫ້ທ່ານທັງຫຼາຍຫາຍເມື່ອຍເປັນສຸກ” (ມັດທາຍ 11:28)

ຖ້າທ່ານຢາກຈະມາຫາພຣະເຢຊູຕອນນີ້,ໃນເຊົ້ານີ້, ພຣະອົງຈະຊົງຍົກໂທດຄວາມ ຜິດບາບຂອງທ່ານແລະຊ່ວຍຈິດວິນຍານຂອງທ່ານໃຫ້ລອດ,ຄືກັບທີ່ພຣະອົງຊົງຊ່ວຍຜູ້ຄົນ ໃນສະໄໝພຣະຄໍາພີ, ພຣະອົງຈະຊົງຊ່ວຍທ່ານໃຫ້ລອດຖ້າທ່ານຈະມາຫາພຣະອົງ,ພຣະ ອົງຈະຊົງຊໍາລະຄວາມຜິດບາບຂອງທ່ານທຸກຢ່າງອອກໄປໂດຍພຣະໂລຫິດຂອງພຣະອົງທີ່ໄຫຼລົງມາຈາກໄມ້ກາງແຂນ, ພຣະອົງຈະຊົງສວມຄວາມຊອບທໍາຂອງພຣະອົງໃຫ້ແກ່ທ່ານ ພຣະອົງຈະຊົງຊ່ວຍທ່ານໃຫ້ລອດ, ສິ່ງທີ່ທ່ານຕ້ອງເຮັດກໍຄືມາຫາພຣະອົງ, ພຣະອົງຊົງມີ ຊີວິດຢູ່ໃນຕອນນີ້ທີ່ພຣະຫັດເບື້ຶ້ອງຂວາຂອງພຣະເຈົ້າໃນສະຫວັນ,ທ່ານຈະມາຫາພຣະອົງບໍ ເພງເກົ່າໆໄດ້ເວົ້າວ່າ:

ອອກຈາກຄວາມເປັນທາດ,ໂສກເສົ້າແລະຄວາມມືດ
ພຣະເຢຊູຂ້າມາແລ້ວ, ພຣະເຢຊູຂ້າມາແລ້ວ
ສູ່ອິດສະຫຼະພາບພຣະອົງ,ຄວາມຍິນດີແລະແສງສະຫວ່າງ
ພຣະເຢຊູຂ້າມາຫາພຣະອົງແລ້ວ -
ອອກຈາກໂຕຂ້າພຣະອົງເອງອາໄສໃນຄວາມຮັກພຣະອົງ
ອອກຈາກຄວາມໝົດຫວັງສູ່ການຮັບຂື້ນເບື້ອງເທິງ
ສູງຂື້ນເປັນປີກຄືກັບນົກເຂົາ
ພຣະເຢຊູຂ້າມາຫາພຣະອົງແລ້ວ
(“ພຣະເຢຊູຂ້າມາ”ໂດຍວິລລ່ຽມທີ.ສລີບເປີ 1819-1904)


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ໂນອາ ຊອງ: ເອຊາຢາ 64:1-4.
ບັນເລງເພງກ່ອນເທດສະໜາໂດຍ ເບັນຈາມິນ ຄິນເຄດ ກຣິຟຟິດ:
“Revive Thy Work, O Lord” (Albert Midlane, 1825-1909).