Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ໂນອາໄດ້ພົບພຣະຄຸນ

(ຄໍາເທດສະໜາຕອນທີ່ 19 ໃນໜັງສືປະຖົມມະການ)
NOAH FOUND GRACE!
(SERMON #19 ON THE BOOK OF GENESIS)
(Laotian)

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 24/6/2017
A sermon preached at the Baptist Tabernacle of Los Angeles
Saturday Evening, June 24, 2017

“ແລະພຣະເຢໂຮວາກ່າວແກ່ໂນອາວ່າ “ເຈົ້າແລະຄອບຄົວທັງໝົດຂອງເຈົ້າຈົ່ງເຂົ້າມາໃນເຮືອ ເພາະວ່າເຮົາເຫັນວ່າເຈົ້າຊອບ ທຳຕໍ່ໜ້າເຮົາໃນຊົ່ວອາຍຸນີ້” (ປະຖົມມະການ 7:1)


ໂນອາບໍ່ໄດ້ຮັບຄວາມລອດເພາະລາວເປັນຄົນດີ, ລາວລອດເພາະພຣະເຈົ້າກ່າວວ່າ “ເພາະວ່າເຮົາເຫັນວ່າເຈົ້າຊອບທຳ” (ປະຖົມມະການ 7:1), ພຣະເຈົ້າຊົງເບິ່ງລາວໃນຖານະ ເປັນຄົນຊອບທໍາ, ເປັນຫຍັງລະ?ຄໍາຕອບກໍງ່າຍໆ, ມັນຖືກໃຫ້ຢູ່ໃນປະຖົມມະການບົດທີ່ ຫົກຂໍ້ທີ່ແປດ,ຂໍເຊີນເປີດພຣະຄໍາພີຂອງທ່ານໄປເບິ່ງເລີຍ.

“ແຕ່ໂນອາໄດ້ພົບພຣະຄຸນໃນສາຍພຣະເນດຂອງພຣະເຢໂຮວາ” (ປະຖົມມະການ 6:8)

ໂນອາໄດ້ພົບພຣະຄຸນໃນສາຍພຣະເນດຂອງພຣະເຈົ້າ,ແລະພຣະເຈົ້າກ່າວວ່າ“ເຈົ້າຊອບທຳ ຕໍ່ໜ້າເຮົາໃນຊົ່ວອາຍຸນີ້” (ປະຖົມມະການ 7:1)

ຂໍ້ນີ້ເວົ້າເຖິງຄວາມຊອບທໍາທີ່ຖືກຕ້ອງ,ເຮັບເລີ 11:7 ບອກພວກເຮົາຢ່າງຊັດເຈນ ວ່າໂນອາໄດ້ຮັບຄວາມລອດໂດຍຄວາມເຊື່ອ.

“ໂດຍຄວາມເຊື່ອໂນອາ...ຈັດແຈງຕໍ່ນາວາເພື່ອຊ່ວຍຄອບຄົວຂອງທ່ານໃຫ້ ລອດ” (ເຮັບເລີ 11:7)

ຂ້າພະເຈົ້າຈະຕ້ອງເວົ້າຄືນອີກວ່າ,ໂນອາບໍ່ໄດ້ລອດເພາະລາວເປັນຄົນດີ,ເຖິງແມ່ນວ່າລາວຈະເປັນຄົນດີເປັນເວລາຫຼາຍປີກໍ່ຕາມ, ແຕ່ລາວກໍບໍ່ແມ່ນຄົນທີ່ສົມບູນແບບຄືກັບທີ່ ພຣະຄໍາພີໄດ້ບອກພວກເຮົາຢ່າງຊັດເຈນຕອນທີ່ລາວດື່ມເຫຼົ້າພາຍຫຼັງນໍ້າຖ້ວມໃຫຍ່ (ອ້າງອີງ ປະຖົມມະການ 9:20-21), ພວກເຮົາໃຫ້ອະໄພໂນອາໄດ້, ລາວເຂົ້າຜ່ານຊ່ວງເວລາທີ່ຍາກ ລໍາບາກທີ່ເປັນຕາຢ້ານ ແລະບາງເທື່ອລາວອາດຈະພະຍາຍາມຈົມຄວາມຢ້ານຂອງຕົນ ແລະຝັນຮ້າຍກ່ຽວກັບນໍ້າຖ້ວມໃນຮ່າງຂອງເຫຼົ້າ, ຫຼືບາງເທື່ອອາດຈະເປັນຂໍ້ຜິດພາດເທົ່າ ນັ້ນ ແລະລາວກໍບໍ່ຮູ້ວ່າເຫຼົ້າມີຜົນກະທົບຕໍ່ໂຕແນວໃດເນື່ອງຈາກວ່າບໍ່ມີການໝັກເຫຼົ້າແບບ ນັ້ນກ່ອນທີ່ນໍ້າທົ່ວໂລກຈະຕົກລົງມາໃນນໍ້າຖ້ວມ.

ບໍ່ວ່າໃນກໍລະນີໃດພຣະຄໍາພີບໍ່ໄດ້ກ່າວວ່າໂນອາເປັນພາບທີ່ສົມບູນແບບ,ແຕ່ລາວ ເປັນຄືກັບທີ່ພວກພິວຣິທັນເວົ້າວ່າ “ຊອບທໍາເຖິງແມ່ນວ່າເຮັດບາບ” ລາວບໍ່ໄດ້ສົມບູນແບບ ແຕ່ລາວເປັນຄົນຊອບທໍາໃນສາຍພຣະເນດຂອງພຣະເຈົ້າໂດຍທາງຄວາມເຊື່ອໃນພຣະ ຄຣິດຜູ້ຍັງບໍ່ເກີດມາ,ໂນອາມີຄວາມເຊື່ອໃນພຣະເຢຊູເຊິ່ງໄດ້ປະທານແກ່ລາວໂດຍພຣະຄຸນຂອງພຣະເຈົ້າ (ປະຖົມມະການ 6:8) ເມື່ອໂນອາຝຶກຝົນຄວາມເຊື່ອໃນພຣະຄຣິດ,ພຣະເຈົ້າກໍ ຖືວ່າ ຫຼືນັບວ່າຄວາມຊອບທໍາຂອງພຣະຄຣິດໃນບັນທຶກຂອງລາວ, ໃນພັນທະສັນຍາໃໝ່ ພຣະຄໍາພີ້ເວົ້າເຖິງບາງສິ່ງທີ່ຄ່ອນຂ້າງຈະອັດສະຈັນໃນເລື່ອງນີ້, ເຊີນຟັງໂຣມບົດທີ່ສີ່ຂໍ້ຫ້າ ແລະຫົກ:

“ສ່ວນຄົົນທີ່ບໍ່ໄດ້ອາໄສການກະທຳ ແຕ່ໄດ້ເຊື່ອໃນພຣະອົງ ຜູ້ຊົງໂຜດໃຫ້ຄົນອະທຳເປັນຄົນຊອບທຳໄດ້ ຄວາມເຊື່ອຂອງຄົນນັ້ນຕ້ອງນັບວ່າເປັນຄວາມຊອບທຳ ດັ່ງທີ່ດາວິດໄດ້ກ່າວເຖິງຄວາມສຸກຂອງຄົົນທີ່ພຣະເຈົ້າໄດ້ຊົງໂຜດໃຫ້ເປັນຄົນຊອບທຳ ໂດຍບໍ່ໄດ້ອາໄສການກະທຳ”(ໂຣມ 4:5-6)

ຕອນທີ່ພຣະເຈົ້າຕັດກັບໂນອາ “ເຮົາເຫັນວ່າເຈົ້າຊອບທຳຕໍ່ໜ້າເຮົາໃນຊົ່ວອາຍຸນີ້” (ປະຖົມມະການ 7:1) ພຣະອົງກໍາລັງຕັດວ່າພຣະອົງບໍ່ເຫັນຄວາມບາບຂອງໂນອາເພາະ ຄວາມຊອບທໍາຂອງພຣະຄຣິດຖືກວາງລົງໃນບັນທຶກຂອງລາວໂດຍຄວາມເຊື່ອ, ນັ້ນຄືຄໍາ ຂວັນຂອງການປະຕິຮູບ-“ Sola Fide”-ຄວາມລອດໂດຍຄວາມເຊື່ອໃນພຣະຄຣິດຢ່າງດຽວ! ໂນອາບໍ່ໄດ້ລອດໂດຍການເປັນຄົນດີ, ລາວລອດໂດຍຄວາມເຊື່ອໃນພຣະຄຣິດທີ່ຍັງບໍ່ມາ ເກີດ!

ຕອນນີ້ຈົ່ງພິຈາລະນາໂຕຂອງເຮືອ,ເຮືອບໍ່ແມ່ນກໍາປັ່ນ, ມັນບໍ່ໄດ້ຖືກສ້າງໃຫ້ແລ່ນ ໄດ້,ມັນເປັນພຽງແກັດສີດໍາຍາວທີ່ມີປາຍແຄບ, ມັນຖືກປົກຄຸມດ້ວຍນໍ້າມັນສົນສີດໍາ, ດຣ. ແມັກກີ້ໄດ້ໃຫ້ຄວາມເຫັນໃນເລື່ອງເຮືອວ່າ:

     ຄວາມປະທັບໃຈທີ່ຄົນສ່ວນຫຼາຍໄດ້ຮັບເລື່ອງເຮືອນັ້ນຄືຄວາມປະທັບ ໃຈທີ່ພວກເຂົາໄດ້ຮັບຈາກຮູບຈໍານວນໜື່ງຂອງໂຮງຮຽນວັນອາທິດຊື່ງເຮັດ ໃຫ້ມັນຄືກັບເຮືອແພ,ສໍາຂ້າພະເຈົ້າມັນເປັນເລື່ອງທີ່ເປັນຕາຫົວຫຼາຍສໍາຫຼັບການລຽນແບບ, ມັນເປັນຮູບເຢາະເຢີ້ຍຂອງເຮືອແທນຮູບຂອງມັນຄືກັບມັນ ແມ່ນແທ້.
     ເລີ່ມຕົ້ນດ້ວຍຄໍາແນະນໍາໃນການສ້າງເຮືອເປີດເຜີຍວ່າມີຂະໜາດ ຄ່ອນຂ້າງໃຫຍ່,ຄວາມຍາວຂອງເຮືອແມ່ນສາມຮ້ອຍສອກ”ຖ້າສອກໜື່ງ ແມ່ນສິບແປດນິ້ວ,ມັນກໍຄວນຈະໃຫ້ຄວາມຄິດແກ່ທ່ານວ່າເຮືອນີ້ຍາວເທົ່າ ໃດ.
     ຄໍາຖາມກໍຄືວ່າພວກເຂົາສາມາດເຮັດໃຫ້ມັນແຂງແຮງໄດ້ແນວໃດໃນ ສະໄໝນັ້ນ, ເພື່ອນຂອງຂ້າພະເຈົ້າພວກເຮົາບໍ່ໄດ້ກ່ຽວຂ້ອງກັບມະນຸດຖໍ້າ, ພວກເຮົາກ່ຽວຂ້ອງກັບຄົນສະຫຼາດ, ພວກທ່ານເຫັນບໍ່ວ່າຄົນສະຫຼາດທີ່ມະ ນຸດຊາດມີປະຈຸບັນນີ້ມາຈາກໂນອາໂດຍກົງແລະລາວກໍເປັນຄົນທີ່ສະຫຼາດຫຼາຍ.
     ໂນອາບໍ່ໄດ້ສ້າງກໍາປັ່ນເພື່ອເດີນທະເລທີ່ຈະທົນຕໍ່ຄື້ນສູງຫ້າສິບຟຸດ, ສິ່ງທີ່ລາວກໍາລັງເຮັດກໍຄືສະຖານທີ່ສໍາຫຼັບຊີວິດ, ຊີວິດສັດແລະຄົນເພື່ອອາ ໄສຢູ່ໃນຊ່ວງໄລຍະໜື່ງ-ບໍ່ແມ່ນແລ່ນຜ່ານພາຍຸ,ແຕ່ເພື່ອຫລີກລ້ຽງ ຈາກນໍ້າ ຖ້ວມ,ດ້ວຍເຫດນັ້ນເຮືອອາດຈະຂາດແຄນຫຼາຍຢ່າງທີ່ທ່ານອາດຈະພົບໄດ້ ໃນກໍາປັ່ນເດີນທະເລແລະທີ່ວ່າອາດຈະມີຫ້ອງຫຼາຍຫ້ອງ (J. Vernon McGee, Thru the Bible, Thomas Nelson, 1983, volume I, p. 39)

ວິດຄອມແລະມໍຣິສໄດ້ຊີ້ໃຫ້ເຫັນວ່າພວກຊາວບາບິໂລນມີສອກເທົ່າ19.8 ນິ້ວແລະ ຊາວອີຢິບມີສອກຍາວ20.65 ນິ້ວ, ວິດຄອມກັບມໍຣິສບອກພວກເຮົາວ່າພວກຮິບຣູມີສອກ ຍາວ 20.4 ນິ້ວ (John C. Whitcomb and Henry M. Morris, The Genesis Flood, Presbyterian and Reformed Publishing Company, 1993, p. 10)ເຊີ່ງມັນຈະເຮັດໃຫ້ເຮືອຍາວ ຫ້າຮ້ອຍກັບໜື່ງຟຸດ, ລາຊິນີແມຣີເຊິ່ງໄດ້ຈອດເຮືອໃກ້ລອສແອງເຈີລິສລົງໃນລອງບິສຍາວ 1018 ຟຸດ,ຍາວປະມານສອງເທົ່າຂອງເຮືອ,ແຕ່ພື້ນທີ່ສ່ວນຫຼາຍຂອງເຮືອລາຊິນີແມຣີຖືກ ຢຶດໂດຍເຄື່ອງຈັກແລະເຄື່ອງຈັກອື່ນໆ, ບໍ່ມີອຸປະກອນເຄື່ອງຈັກໃດໆຢູ່ເທິງເຮືອ,ມັນໂກນ ໝົດຊື່ງໝາຍຄວາມວ່າພື້ນທີ່ສໍາຫຼັບມະນຸດແລະສັດຕ່າງໆທີ່ຢູ່ເທິງເຮືອໜ້າຈະຄ້າຍໆກັນຫຼື ອາດຈະໃຫຍ່ກວ່າເຮືອຂອງລາຊິນີແມຣີ-ຊື່ງເປັນພາຊະນະທີ່ໃຫຍ່ຫຼາຍ.

ດຣ.ວິດຄອມກັບດຣ.ມໍຣີສຖືກຕ້ອງໃນການເວົ້າວ່າຂະໜາດມະຫຶມາຂອງເຮືອຊີ້ໄປທີ່ນໍ້າຖ້ວມທົ່ວໂລກ:

ເຮືອທີ່ເປັນເຮືອຂະໜາດຍັກບໍ່ພຽງແຕ່ບໍ່ຈໍາເປັນສໍາຫຼັບນໍ້າຖ້ວມໃນທ້ອງຖີ່ນ ເທົ່ານັ້ນ, ແຕ່ກໍບໍ່ມີຄວາມຈໍາເປັນສໍາຫຼັບເຮືອອີກ! ຂັ້ນຕອນທັງໝົດໃນ ການສ້າງເຮືອດັ່ງກ່າວກ່ຽວຂ້ອງກັບການວາງແຜນຫຼາຍກວ່າສະຕະວັດ ແລະການເຮັດວຽກໜັກ,ພຽງເພື່ອຫລີກລ່ຽງນໍ້າຖ້ວມໃນທ້ອງຖີ່ນ, ສາມາດ ອະທິບາຍບໍ່ແມ່ນຢ່າງອື່ນນອກຈາກຄວາມໂງ່ແລະບໍ່ຈໍາເປັນ, ມັນກໍເໝາະ ສົມສໍາຫຼັບພຣະເຈົ້າທີ່ໄດ້ເຕືອນໂນອາເຖິງການທໍາລາຍລ້າງທີ່ຈະມາເຖິງ, ເພື່ອທີ່ລາວຈະສາມາດຍ້າຍໜີໄປບ່ອນທີ່ຈະບໍ່ມີຜົນກະທົບຈາກນໍ້າຖ້ວມໄດ້ ແມ້ແຕ່ໂລດກໍຖືກພາອອກໄປຈາກເມືອງໂສໂດມກ່ອນທີ່ໄຟຈະຕົກຈາກສະຫວັນມາໄໝ້, ບໍ່ພຽງເທົ່ານັ້ນແຕ່ຍັງມີສັດທຸກຊະນິດເປັນຈໍານວນຫຼາຍແລະ ນົກຊະນິດຕ່າງໆທີ່ຈະສາມາດຍ້າຍໜີໄດ້ເຊັ່ນກັນໂດຍບໍ່ຕ້ອງຖືກເກັບໄວ້ ແລະເຝົ້າເບິ່ງແຍງເປັນປິຢູ່ໃນເຮືອ,ເລື່ອງລາວທັງໝົດຈະເປັນເລື່ອງໄຮ້ສາລະຖ້ານໍ້າຖ້ວມຖືກຈໍາກັບຂອບເຂດຢູ່ສ່ວນໜື່ງໃກ້ຕາເວັນອອກ.(John C. Whitcomb and Henry M. Morris, The Genesis Flood, Presbyterian and Reformed, 1993, p. 11

ມີຫຼາຍຢ່າງກ່ຽວກັບເຮືອທີ່ພວກເຮົາຄວນຈະສົນໃຈໃນປະຈຸບັນນີ້,ຂ້າພະເຈົ້າຢາກ ໃຫ້ພວກເຮົາຄິດເຖິງສາມຢ່າງນໍາກັນໃນຄືນນີ້.

I. ໜື່ງ ເຮືອເວົ້າກັບພວກເຮົາວ່າທ່ານຈະຕ້ອງຢູ່ໃນພຣະຄຣິດເພື່ອທີ່ຈະລອດ.

ຂໍ້ພຣະຄໍາພີຕົ້ນໆບອກເຮົາວ່າ:

“ແລະພຣະເຢໂຮວາສັ່ງແກ່ໂນອາວ່າ“ເຈົ້າແລະຄອບຄົວທັງໝົດຂອງເຈົ້າຈົ່ງເຂົ້າມາໃນເຮືອ” (ປະຖົມມະການ 7:1)

ຕອນນີ້ເຊີນຟັງປະຖົມມະການບົດທີ່ເຈັດຂໍ້ສິບຫົກ:

“ແລະບັນດາສັດທີ່ເຂົ້າໄປນັ້ນໄດ້ເຂົ້າໄປທັງໂຕຜູ້ແລະໂຕແມ່ຄືບັນດາເນື້ອໜັງຕາມທີ່ພຣະເຈົ້າໄດ້ຊົງບັນຊາແກ່ທ່ານແລະພຣະເຢໂຮວາຊົງປິດທ່ານໄວ້ຂ້າງໃນ” (ປະຖົມມະການ 7:16)

ແລະຂໍ້ເຈັດເວົ້າວ່າ:

“ແລະໂນອາທັງລູກຊາຍທັງຫຼາຍຂອງທ່ານແລະເມຍຂອງທ່ານ ແລະລູກໃພ້ທັງຫຼາຍຂອງທ່ານຈຶ່ງເຂົ້າໄໃນ ເຮືອພ້ອມກັບທ່ານເພາະເຫດນ້ຳຖ້ວມ” (ປະຖົມມະການ 7:7)

ໂນອາກັບຄອບຄົວຂອງລາວເຮັດໃນສິ່ງທີ່ພຣະເຈົ້າບອກພວກເຂົາໃຫ້ເຮັດ (ປະຖົມ ມະການ 7:1) ພວກເຂົາເຂົ້າໄປໃນເຮືອ,ແລະທ່ານຈະຕ້ອງເຂົ້າມາຫາພຣະຄຣິດ,ພຣະຄໍາພີ ກ່າວວ່າ:

“ຜູ້ທີ່ເຊື່ອໃນພຣະອົງ(ພຣະເຢຊູ)ກໍບໍ່ຕ້ອງຖືກພິພາກສາ...” (ໂຢຮັນ 3:18)

ຄໍາແປຄໍາວ່າ“ໃນ”ແມ່ນ“eis”ອີງຕາມດຣ. Zodhiates ມັນໝາຍເຖິງ“ຄວາມຄິດຫຼັກໆຂອງ ການເຄື່ອນທີ່ເຂົ້າໄປໃນສະຖານທີ່ແຫ່ງໜື່ງຫຼືສິ່ງຂອງອັນໜື່ງ” ທ່ານຈະຕ້ອງເຂົ້າມາຫາ ພຣະເຢຊູໂດຍຄວາມເຊື່ອ-ຂື້ນໃນສະຫວັນທີ່ພຣະຫັດເບື້ອງຂວາຂອງພຣະເຈົ້າ,ຄືກັບທີ່ໂນ ອາເຂົ້າໄປໃນເຮືອ,ພວກທ່ານຈະຕ້ອງເຂົ້າໄປໃນພຣະຄຣິດ“ຜູ້ທີ່ເຊື່ອ(ໃນ)ພຣະອົງກໍບໍ່ຕ້ອງຖືກພິພາກສາ...” (ໂຢຮັນ 3:18 )ມີຫຼາຍເທື່ອທີ່ພຣະຄໍາພີເວົ້າເຖິງຄົນທີ່ຢູ່“ໃນພຣະຄຣິດ”ນີ້ຄື ຂໍ້ພຣະຄໍາພີທີ່ຮູ້ຈັກກັນດີ:

“ເຫດສະນັ້ນ ບັດນີ້ການປັບໂທດຈື່ງບໍ່ມີແກ່ຄົນທັງຫຼາຍທີ່ຢູ່ໃນພຣະເຢຊູ ຄຣິິິິິິດ...” (ໂຣມ 8:1)

“ເຫດສະນັ້ນ ຖ້າຜູ້ໃດຢູ່ໃນພຣະຄຣິດຜູ້ນັ້ນກໍເປັນຄົນທີ່ຖືກສ້າງໃໝ່ແລ້ວ...” (2 ໂກລິນໂທ 5:17)

ເປົາໂລເວົ້າເຖິງຄົນທີ່“ຢູ່ໃນພຣະຄຣິດ” (ໂຣມ 16:7)

ພວກທ່ານຢູ່ໃນພຣະຄຣິດຫຼືຫຍັງ? ທ່ານຈະຕ້ອງເຂົ້າມາໃນພຣະອົງໂດຍຄວາມ ເຊື່ອຄືກັບທີ່ໂນອາເຂົ້າມາໃນເຮືອ, ພຣະເຢຊູຊົງກ່າວວ່າ:

“ເຮົາເປັນປະຕູ ຖ້າຜູ້ໃດເຂົ້າໄປທາງເຮົາຜູ້ນັ້ນຈະລອດ ແລະເຂົາຈະເຂົ້າ ອອກ ແລ້ວຈະພົບອາຫານ” (ໂຢຮັນ 10:9)

ຂ້າພະເຈົ້າບໍ່ຮູ້ວ່າຈະອະທິບາຍມັນແນວໃດ, ແຕ່ໜື່ງໃນສິ່ງທີ່ຍາກທີ່ສຸດໃນການຮັບ ໃຊ້ກໍຄືການເຮັດໃຫ້ຜູ້ຄົນເຂົ້າໃຈໃນແນວຄິດງ່າຍໆແບບນີ້: ເຊີນມາຫາພຣະຄຣິດ,ເຊີນເຂົ້າ ມາໃນພຣະຄຣິດ!

ຂໍໃຫ້ຂ້າພະເຈົ້າເວົ້າແບບນີ້,ສົມມຸດວ່າທ່ານເຄີຍຢູ່ໃນສະໄໝຂອງໂນອາແລະເຄີຍ ໄດ້ຍິນລາວເທດວ່ານໍ້າຖ້ວມໃຫຍ່ກໍາລັງຈະມາ, ແລະທ່ານກໍໄດ້ຍີນລາວເວົ້າວ່າທ່ານຈະ ຕ້ອງເຂົ້າໄປຂ້າງໃນເຮືອເພື່ອທີ່ຈະລອດ, ທ່ານກໍຕອບວ່າ“ແມ່ນ”“ແມ່ນແທ້ທີ່ການພິພາກສາ ກໍາລັງຈະມາ, ແມ່ນມັນແມ່ນຄວາມຈິງ, ມີພຽງເຮືອເທົ່ານັ້ນທີ່ຊ່ວຍຂ້ອຍໃຫ້ລອດໄດ້,ຂ້ອຍ ເຊື່ອແບບນັ້ນ, ທ່ານລອດຈາກນໍ້າຖ້ວມແລ້ວຫຼືຫຍັງ?ແນ່ນອນວ່າບໍ່! ທ່ານກໍຈະຕ້ອງລຸກ ຂື້ນແລ້ວເຂົ້າໄປຂ້າງໃນເຮືອເພື່ອທີ່ຈະລອດໄດ້ - ບໍ່ແມ່ນພຽງແຕ່ເຊື່ອວ່າມັນສາມາດຊ່ວຍ ທ່ານໄດ້ຊື່ໆ-ແຕ່ວ່າເຂົ້າໄປຂ້າງໃນ! ນັ້ນແຫຼະຄືສິ່ງທີ່ຂ້າພະເຈົ້າຂໍໃຫ້ພວກທ່ານເຮັດ! ຢ່າ ໄປນັ່ງຢູ່ຫັ້ນແລະເຊື່ອວ່າພຣະຄຣິດສາມາດຊ່ວຍທ່ານໄດ້!

“ຜູ້ທີ່ມາຫາເຮົາ ເຮົາກໍຈະບໍ່ຖີ້ມເຂົາເລີຍ” (ໂຢຮັນ 6:37)

ແມ່ນເຮືອເວົ້າວ່າທ່ານຈະຕ້ອງເຂົ້າມາໃນພຣະຄຣິດ.

II. ສອງ ເຮືອເວົ້າວ່າທ່ານຈະຕ້ອງເຂົ້າມາໃນພຣະຄຣິດ.

ຂ້າພະເຈົ້າຮູ້ດີວ່າມີຫຼາຍຄົນທີ່ຈະບໍ່ເຫັນດ້ວຍກັບຂ້າພະເຈົ້າ,ມີຫຼາຍຄົນໃນປະຈຸບັນນີ້ຫຼຸດຄ່າຫຼືບໍ່ໄດ້ເໜັ້ນໜັກຄຣິສຕະຈັກທ້ອງຖີ່ນ,ແຕ່ພວກເຂົາເວົ້າຜິດ, ເຮືອບໍ່ພຽງແຕ່ເປັນປະ ເພດຂອງພຣະຄຣິດເທົ່ານັ້ນ,ມັນຍັງເປັນປະເພດ ຫຼືພາບຂອງຄຣິສຕະຈັກທ້ອງຖີ່ນແຫ່ງພັນ ທະສັນຍາໃໝ່.

ຕອນນີ້,ພວກທ່ານເຂົ້າມາໃນຄຣິສຕະຈັກແນວໃດລະ?ໃນ 1 ໂກລິນໂທບົດທີ່ສິບ ສອງຂໍ້ຊາວເຈັດເວົ້າວ່າ:

“ບັດນີ້ຝ່າຍທ່ານທັງຫລາຍເປັນກາຍຂອງພຣະຄຣິດ ແລະຕ່າງກໍເປັນອະໄວຍະວະຂອງພຣະກາຍນັ້ນ ແລະພຣະເຈົ້າໄດ້ຊົງໂຜດຕັ້ງບາງຄົນໄວ້ໃນຄຣິສຕະຈັກ...” (1 ໂກລິນໂທ 12:27-28)

ພວກເຮົາຈະຢຸດຢູ່ບ່ອນນີ້, ຂ້າພະເຈົ້າພຽງແຕ່ຢາກສ້າງຄວາມຈິງທີ່ວ່າຮູບແບບຄໍາວ່າ“ກາຍ ຂອງພຣະຄຣິດ”ແນ່ໃສ່ຄຣິສຕະຈັກ,ຮ່າງກາຍທ້ອງຖີ່ນຂອງຜູ້ທີ່ເຊື່ອໃນພຣະເຢຊູ,ຕອນນີ້ຈົ່ງຟັງເບິ່ງຂໍ້ສິບສາມ:

“ເຮົາທັງຫລາຍໄດ້ຮັບບັບຕິດສະມາໂດຍພຣະວິນຍານອົງດຽວເຂົ້າເປັນກາຍອັນດຽວກັນ” (1 ໂກລິນໂທ 12:13)

ພວກທ່ານໄດ້ບັບຕິດສະມາເຂົ້າໃນຄຣິສຕະຈັກທ້ອງຖີ່ນໂດຍພຣະວິນຍານບໍລິສຸດ,ນັ້ນແຫຼະຄືສິ່ງທີ່ເຮັດໃຫ້ທ່ານກາຍມາເປັນສະມາຊິກທີ່ມີຊີວິດແທ້ຈິງຂອງຄຣິສຕະຈັກ!

ຕອນນີ້,ມັນບໍ່ແມ່ນໜ້າທີ່ຂອງທ່ານທີ່ຈະໄປກັງວົນກ່ຽວກັບວ່າມັນເກີດຂື້ນໄດ້ແນວ ໃດ ມັນແມ່ນໜ້າທີ່ຂອງທ່ານທີ່ຈະມາຫາພຣະເຢຊູ, ເມື່ອທ່ານມາຫາພຣະເຢຊູ,ພຣະວິນ ຍານບໍລິສຸດຈະໃຫ້ບັບຕິດສະມາແກ່ທ່ານເຂົ້າສູ່ຄຣິສຕະຈັກແບບອັດຕະໂນມັດເລີຍ.

ຂໍໃຫ້ເປີດໄປໃນປະຖົມມະການບົດທີ່ເຈັດຂໍ້ສິບຫົກ, ເມື່ອໂນອາເຂົ້າໄປໃນເຮືອ, ພຣະຄໍາພີບອກວ່າ“ພຣະເຢໂຮວາຊົງປິດປະຕູໃຫ້ທ່ານ” (ປະຖົມມະການ 7:16) ນັ້ນເວົ້າເຖິງ ພຣະວິນຍານບໍລິສຸດຂອງພຣະເຈົ້າທີ່ປິດທ່ານເຂົ້າໃນຄຣິສຕະຈັກໂດຍການຮັບບັບຕິດສະ ມາໃຫ້ທ່ານຝ່າຍວິນຍານເຂົ້າສູ່ຮ່າງກາຍ! ແມ່ນແລ້ວເຮືອໄດ້ເວົ້າເຖິງການເປັນໜື່ງດຽວກັບ ພຣະຄຣິດແລະເປັນໜື່ງດຽວກັບຄຣິສຕະຈັກທ້ອງຖີ່ນ, ຖ້າທ່ານຍັງບໍ່ຖືກ“ປິດປະຕູ”ເຂົ້າກັບ ພຣະຄຣິດແລະກັບຄຣິສຕະຈັກທ້ອງຖີ່ນໂດຍພຣະເຈົ້າ, ທ່ານຈະພິນາດໃນການພິພາກສາ, ຖ້າຫາກຖືກ“ປິດປະຕູ”ທ່ານກໍຈະປອດໄພ, ອັນນີ້ເວົ້າເຖິງຄວາມໝັ້ນຄົງຂອງຄົນທີ່ກັບໃຈ ໃໝ່ແລ້ວ, ຄົນທີ່ຟັງພຣະຄຣິດຈະບໍ່ມີວັນຈິບຫາຍຈັກເທື່ອ!

III. ສາມ ເຮືອເວົ້າວ່າທ່ານຈະຕ້ອງເຂົ້າໄປໃນປະຕູແຄບ.

ໂນອາເຂົ້າໄປໃນເຮືອໄດ້ແນວໃດ?ເປີດໄປໃນປະຖົມມະການບົດທີ່ຫົກຂໍ້ທີ່ສິບຫົກ:

“...ຈົ່ງຕັ້ງປະຕູຢູ່ດ້ານຂ້າງຂອງເຮືອ...” (ປະຖົມມະການ 6:16)

ພຣະເຢຊູກ່າວວ່າ“ເຮົາເປັນປະຕູຖ້າຜູ້ໃດເຂົ້າໄປທາງເຮົາຜູ້ນັ້ນຈະລອດ ...” (ໂຢຮັນ 10:9) ໂນອາມາທາງປະຕູເຂົ້າໄປໃນເຮືອ, ທ່ານຈະຕ້ອງມາທາງພຣະຄຣິດເຂົ້າສູ່ຄວາມລອດເຊັ່ນ ກັນ, ພຣະເຢຊູຕັດວ່າ“ຈົ່ງເຂົ້າໄປທາງປະຕູຄັບແຄບ” (ມັດທາຍ 7:13)

ອີກເທື່ອໜື່ງພຣະຄຣິດຕັດວ່າ:

“ຈົ່ງພຽນເຂົ້າໄປທາງປະຕູຄັບແຄບເພາະເຮົາບອກທ່ານທັງຫລາຍວ່າຄົນເປັນຈຳນວນຫລາຍຈະພະຍາຍາມເຂົ້າໄປແຕ່ຈະເຂົ້າບໍ່ໄດ້” (ລູກາ 13:24)

ນັ້ນຄືສິ່ງທີ່ເກີດຂື້ນແທ້ໃນສະໄໝຂອງໂນອາ, ເຊີນຟັງປະຖົມມະການບົດທີ່ເຈັດຂໍ້ທີ່ ສີ່,ພຣະເຈົ້າຕັດວ່າ:

“ເພາະວ່າອີກເຈັດມື້ແລະເຮົາຈະບັນດານໃຫ້ຝົນຕົກເທິງແຜ່ນດິນໂລກ...” (ປະຖົມມະການ 7:4)

ສັ່ງເກດເບິ່ງຂໍ້ສິບອີກ:

“ແລະຕໍ່ມາອີກເຈັດມື້ນ້ຳກໍຖ້ວມເທິງແຜ່ນດິນໂລກ” (ປະຖົມມະການ 7:10)

ໂນອາເຂົ້າໄປໃນເຮືອ,ພຣະເຈົ້າຊົງປິດປະຕູໃຫ້ລາວ,ປະຕູຖືກປິດ, ເຈັດມື້ຜ່ານໄປບໍ່ ມີຫຍັງເກີດຂື້ນ, ຫຼັງຈາກນັ້ນການພິພາກສາກໍເລີ່ມຂື້ນ, ບໍ່ຜູ້ໃດອີກທີ່ເຂົ້າໄປໃນເຮືອ! ມັນ ສວາຍເກີນໄປ!

ຂ້າພະເຈົ້າສາມາດໄດ້ຍິນຜູ້ຄົນຮ້ອງວ່າ“ຂໍໃຫ້ພວກເຮົາເຂົ້າໄປແດ່! ຂໍໃຫ້ພວກເຮົາ ເຂົ້າໄປແດ່”ແຕ່ມັນສວາຍເກີນໄປ!

“ຈົ່ງພຽນເຂົ້າໄປທາງປະຕູຄັບແຄບເພາະເຮົາບອກທ່ານທັງຫລາຍວ່າຄົນເປັນຈຳນວນຫລາຍຈະພະຍາຍາມເຂົ້າໄປແຕ່ຈະເຂົ້າບໍ່ໄດ້” (ລູກາ 13:24)

ເຊີນມາຫາພຣະເຢຊູຄຣິດດຽວນີ້-ກ່ອນທີ່ມັນຈະສວາຍໄປຕະຫຼອດເປັນນິດ!


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ໂນອາ ຊອງ: ປະຖົມມະການ 6:5-8.
ບັນເລງເພງກ່ອນເທດສະໜາໂດຍ ໂນອາ ຊອງ:
“If You Linger Too Long” (by Dr. John R. Rice, 1895-1980).

ໂຄງຮ່າງບົດເທດສະໜາ

ໂນອາໄດ້ພົບພຣະຄຸນ

(ຄໍາເທດສະໜາຕອນທີ່ 19 ໃນໜັງສືປະຖົມມະການ)
NOAH FOUND GRACE!
(SERMON #19 ON THE BOOK OF GENESIS)

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ

“ແລະພຣະເຢໂຮວາກ່າວແກ່ໂນອາວ່າ “ເຈົ້າແລະຄອບຄົວທັງໝົດຂອງເຈົ້າຈົ່ງເຂົ້າມາໃນນາວາ ເພາະວ່າເຮົາເຫັນວ່າເຈົ້າຊອບທຳຕໍ່ໜ້າເຮົາໃນຊົ່ວອາຍຸນີ້” (ປະຖົມມະການ 7:1)

(ປະຖົມມະການ 6:8; ເຮັບເລີ 11:7; ປະຖົມມະການ 9:20-21;ໂຣມ 4:5-6)

I.   ໜື່ງ ເຮືອເວົ້າກັບພວກເຮົາວ່າທ່ານຈະຕ້ອງຢູ່ໃນພຣະຄຣິດເພື່ອທີ່ຈະລອດ.
ປະຖົມມະການ 7:16,7; ໂຢຮັນ 3:18; ໂຣມ 8:1;
2 ໂກລິນໂທ 5:17; ໂຢຮັນ 10:9; ໂຢຮັນ 6:37.

II.  ສອງ ເຮືອເວົ້າວ່າທ່ານຈະຕ້ອງເຂົ້າມາໃນພຣະຄຣິດ.
1 ໂກລິນໂທ 12:27-28; 13; ປະຖົມມະການ 7:16.

III. ສາມ ເຮືອເວົ້າວ່າທ່ານຈະຕ້ອງເຂົ້າໄປໃນປະຕູແຄບ.
ປະຖົມມະການ 6:16; ໂຢຮັນ 10:9; ມັດທາຍ 7:13; ລູກາ 13:24;
ປະຖົມມະການ 7:4; ປະຖົມມະການ 7:10.