Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ແລ້ວປະຕູກໍປິດ

AND THE DOOR WAS SHUT
(Laotian)

ບົດເທດສະໜາຂຽນໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
ແລະເທດໂດຍ ຈອນຊາມູເອວ ເຄແກນ ທີ່ຄຣິສຕະຈັກ
ແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສໃນວັນຂອງພຣະເຈົ້າ
ຕອນເຊົ້າວັນທີ 28/5/2017
A sermon written by Dr. R. L. Hymers, Jr.
and preached by Mr. John Samuel Cagan
at the Baptist Tabernacle of Los Angeles
Lord’s Day Morning, May 28, 2017

“ແລ້ວປະຕູກໍປິດ” (ມັດທາຍ 25:10)


ພວກທ່ານມີຫຼາຍຄົນທີ່ບໍ່ຢ້ານເລື່ອງອະນາຄົດຂອງທ່ານ, ພວກທ່ານບໍ່ຢ້ານເພາະທ່ານຍັງບໍ່ຕື່ນເທື່ອ ທ່ານກໍາລັງນອນຢູ່ໃນຂະນະທີ່ຊີວິດຂອງທ່ານກໍາລັງຜ່ານໄປ, ພວກທ່ານກໍາລັງຫຼັບຢູ່ຜ່ານຄໍາເທດສະໜາ ຕ່າງໆ, ທ່ານກໍາລັງຫຼັບຢູ່ຜ່ານທາງການປຶກສາຫາລື, ພວກທ່ານກໍາລັງຫຼັບຢູ່ຜ່ານທາງຊີວິດ, ທ່ານຈະຫຼັບ ຈົນສຸດທ້າຍທ່ານກໍຕື່ນຂື້ນຢູ່ໃນມືຂອງພຣະເຈົ້າຜູ້ຊົງພິໂລດ, ພວກທ່ານຈະຕ້ອງຕື່ນຂື້ນແລະເຂົ້າໃຈສະຖາ ນະການຝ່າຍວິນຍານຂອງທ່ານ, ທ່ານຈະຕ້ອງຢ້ານ, ທ່ານຕ້ອງສົນໃຈຄວາມເປັນຈິງຂອງຈິດວິນຍານຂອງ ທ່ານ, ທ່ານຈະຕ້ອງໂຕສັ່ນ, ທ່ານຈະຕ້ອງປະສົບກັບພຣະເຈົ້າຜູ້ເປັນຕາຢ້ານຫຼາຍ, ທ່ານຈະຕ້ອງຢ້ານຫຼາຍ ທີ່ຕົນເປັນຄົນຫຼົງຫາຍທີ່ຫຼັບຢູ່. ພຣະຄໍາພີກ່າວວ່າ:

“ຄວາມຢໍາເກງພຣະເຈົ້າເປັນຈຸດເລີ່ມຕົ້ນຂອງຄວາມຮູ້” (ສຸພາສິດ 1:7)

ການສະເດັດມາຂອງພຣະຄຣິດສໍາຫຼັບຄົນທີ່ຍັງມີຊີວິດແລະຄົນທີ່ຕາຍແລ້ວໄດ້ຖືກເວົ້າເຖິງຕະຫຼອດຜ່ານ ທາງປະຫວັດສາດຊາວຄຣິສຕຽນ, ມັນເຄີຍຖືກເອີ້ນວ່າຄວາມລຶກລັບແຕ່ຕອນນີ້ຖືກເປີດເຜີຍແລ້ວແລະທ່ານ ກໍບໍ່ຢ້ານເລີຍ.

1. ຄວາມລຶກລັບ(“musterion”) ແຕ່ກ່ອນຄວາມຈິງຖືກເຊື່ອງໄວ້ຊື່ງຖືກເປີດໃນພັນທະສັນຍາ ໃໝ່, ມີຄວາມລຶກລັບ 11 ເລື່ອງທີ່ຖືກເປີດເຜີຍໃນພັນທະສັນຍາໃໝ່, ການຖືກຮັບຂື້ນ ແມ່ນໜື່ງໃນນັ້ນ.

2. ແຕ່ວ່າທຸກຄົນຈະບໍ່ຕາຍ,ທຸກຄົນຈະຖືກປ່ຽນແປງ (1 ໂກລິນໂທ 15:51)

3. ການປ່ຽນແປງນີ້ໃຊ້ເວລາພຽງບຶດໜື່ງ (1 ໂກລິນໂທ 15:52)

4. ຄົນທີ່ຕາຍແລ້ວຈະຟື້ນຂື້ນແບບບໍ່ເປື່ອຍເນົ່າແລະພວກເຮົາຈະຖືກປ່ຽນໃໝ່ (1 ໂກລິນໂທ 15:52)


“ທ່ານທີ່ຮັກທັງຫລາຍ ບັດນີ້ເຮົາທັງຫລາຍເປັນບຸດຂອງພຣະເຈົ້າ ແລະຍັງບໍ່ປາກົດວ່າຕໍ່ໄປເບື້ອງໜ້າເຮົາຈະເປັນແນວໃດ ແຕ່ເຮົາຮູ້ວ່າເມື່ອພຣະອົງສະເດັດມາປາກົດນັ້ນ ເຮົາທັງຫລາຍຈະເປັນເໝືອນພຣະອົງ ເພາະວ່າເຮົາຈະເຫັນພຣະອົງຢ່າງທີ່ພຣະອົງຊົງເປັນຢູ່ນັ້ນ” (1 ໂຢຮັນ 3:2)

ພຣະຄໍາພີກ່າວວ່າ:

“ເພາະວ່າອົງພຣະຜູ້ເປັນເຈົ້າເອງຈະສະເດັດມາຈາກສະຫວັນ ດ້ວຍສຽງກູ່ກ້ອງ ດ້ວຍສຳນຽງຂອງທູດສະຫວັນ ແລະດ້ວຍສຽງແກຂອງພຣະເຈົ້າ ແລະຄົນທັງປວງທີ່ຕາຍແລ້ວໃນພຣະຄຣິດຈະເປັນຂຶ້ນມາກ່ອນ ຫລັງຈາກນັ້ນເຮົາທັງຫລາຍຊຶ່ງຍັງເປັນຢູ່ແລະເຫລືອຢູ່ ຈະຖືກຮັບຂຶ້ນໄປໃນເມກພ້ອມກັບຄົນເຫລົ່ານັ້ນ ເພື່ອຈະໄດ້ພົບອົງພຣະຜູ້ເປັນເຈົ້າໃນຟ້າອາກາດ ຢ່າງນັ້ນແຫຼະເຮົາກໍຈະຢູ່ກັບອົງພຣະຜູ້ເປັນເຈົ້າເປັນນິດ” (1 ເທສະໂລນິກາ 4:16-17)

1. ພຣະຄຣິດຈະສະເດັດມາຈາກສະຫວັນ (1 ເທສະໂລນິກາ 4:16)

2. ພຣະອົງຈະບໍ່ລົງມາສູ່ໂລກເທື່ອ “ເພື່ອຈະໄດ້ພົບກັບອົງພຣະຜູ້ເປັນເຈົ້າໃນຟ້າອາກາດ” (1 ເທສະໂລນິກາ 4:17)

3. ຈະມີ“ສຽງກູ່ກ້ອງ”ແລະແກກໍຈະຖືກເປົ່າຂື້ນໃນຂະນະທີ່ພຣະຄຣິດສະເດັດມາໃນເມກ (4:16)

4. ພວກຄຣິສຕຽນທີ່ຕາຍແລ້ວຈະເປັນຂື້ນມາໃໝ່ແລ້ວຖືກຮັບຂື້ນ (4:17ກ)

5. ຫຼັງຈາກນັ້ນຄົນທີ່ຍັງມີຊີວິດຢູ່ທີ່ເປັນຜູ້ທີ່ກັບໃຈໃໝ່ແທ້ຈະຖືກຮັບຂື້ນໄປເພື່ອພົບກັບ ພຣະເຢຊູໃນຟ້າອາກາດ (4:17ຂ)


ພຣະຄໍາພີເວົ້າເຖິງຄໍາອຸປະມາຂອງຍິງພົມມະຈາລີທີ່ເປັນຄົນສະຫຼາດແລະເປັນຄົນໂງ່, ມັນມີຄວາມໝາຍ ແລະເປົ້າໝາຍສໍາຫຼັບຄໍາອຸປະມານີ້, ຄໍາອຸປະມາໄດ້ເວົ້າເຖິງການຮັບຂື້ນ, ພຣະຄໍາພີກ່າວວ່າ:

“ແລ້ວປະຕູກໍປິດ” (ມັດທາຍ 25:10)

ເຊົ້ານີ້ເຮົາຈະມາພິຈາລະນາກັນເຖິງສາມປະເດັ່ນ:


1. ຖ້າທ່ານຫາກຍັງບໍ່ກັບໃຈໃໝ່ທ່ານກໍຈະຖືກປິດປະຕູ--ຖືກປະໄວ້ຕອນການຮັບຂື້ນ.

2. ໝາຍສໍາຄັນຕ່າງໆທຸກຢ່າງບົ່ງບອກວ່າການຮັບຂື້ນເກີດຂື້ນໄດ້ຕະຫຼອດເວລາ.

3. ທ່ານຄົງຈະປາດຖະໜາວ່າທ່ານໄດ້ຕາຍໄປແລ້ວເມື່ອທ່ານພາດການຮັບຂື້ນ.


I. ໜື່ງ ຖ້າທ່ານຫາກຍັງບໍ່ກັບໃຈໃໝ່ທ່ານກໍຈະຖືກປິດປະຕູ--ຖືກປະໄວ້ຕອນການຮັບຂື້ນ.

ພຣະຄໍາພີກ່າວວ່າ:

“ເມື່ອພວກນາງກຳລັງໄປຊື້ນັ້ນເຈົ້າບ່າວກໍມາເຖິງ ຜູ້ທີ່ພ້ອມຢູ່ແລ້ວກໍໄດ້ເຂົ້າໄປກັບທ່ານໃນພິທີສົມລົດນັ້ນ ແລ້ວປະຕູກໍປິດ” (ມັດທາຍ 25:10)

ສິ່ງທີ່ເກີດຂື້ນໃນສະໄໝຂອງໂນອາເປັນພາບທີ່ຍິ່ງໃຫຍ່ທີ່ອະທິບາຍເຖິງເລື່ອງນີ້:

“ສັດທັງປວງທີ່ເຂົ້າໄປນັ້ນ(ເຮືອ)ຕາມທີ່ພຣະເຈົ້າໄດ້ຊົງບັນຊາແກ່ທ່ານແລະພຣະເຢໂຮວາ ຊົງປິດປະຕູໃຫ້ທ່ານ” (ປະຖົມມະການ 7:16)

ແລະພຣະເຈົ້າຕັດວ່າ:

“ເພາະວ່າອີກເຈັດມື້ເຮົາຈະບັນດານໃຫ້ຝົນຕົກເທິງແຜ່ນດິນໂລກສີ່ສິບວັນສີ່ສິບຄືນ” (ປະຖົມມະການ 7:4)

ພຣະເຈົ້າຊົງປິດປະຕູເຮືອເຈັດມື້ກ່ອນທີ່ນໍ້າຖ້ວມຈະເລີ່ມຂື້ນ, ນີ້ແມ່ນປະເພດຂອງການທີ່ພຣະເຈົ້າຊົງປິດປະ ຕູຕອນຖືກຮັບຂື້ນກ່ອນການພິພາກສາຖ້ວຍຕ່າງໆ.

“ແລ້ວປະຕູກໍປິດ” (ມັດທາຍ 25:10)

ຖ້າທ່ານເປັນຄົນທີ່ຍັງບໍ່ກັບໃຈໃໝ່,ທ່ານກໍຈະຖືກປິດປະຕູ-ປະໄວ້ຫຼັງຈາກການຮັບຂື້ນ, ນັ້ນແຫຼະຄືເຫດຜົນທີ່ ທ່ານຕ້ອງແກ້ໄຂຈິດວິນຍານຂອງທ່ານໃນດຽວນີ້ເລີຍ,ທ່ານຈະຕ້ອງຕອບສະໜອງຕໍ່ການເທດສະໜາຕອນນີ້ ທ່ານຈະຕ້ອງເຊື່ອວາງໃຈໃນພຣະເຢຊູດຽວນີ້,ພຣະເຢຊູຕັດວ່າ:

“ເມື່ອເຖິງວັນນັ້ນຈະມີຄົນເປັນຈຳນວນຫລາຍຮ້ອງແກ່ເຮົາວ່າ `ພຣະອົງເຈົ້າຂ້າ ພຣະອົງເຈົ້າຂ້າ ຂ້າພຣະອົງໄດ້...ກະທຳການເປັນຈຳນວນຫລາຍໃນພຣະນາມຂອງພຣະອົງບໍ່ແມ່ນຫລື ເມື່ອນັ້ນເຮົາຈະແຈ້ງແກ່ເຂົາວ່າ `ເຮົາບໍ່ເຄີຍຮູ້ຈັກເຈົ້າເລີຍ ເຈົ້າຜູ້ກະທຳຄວາມຊົ່ວຊ້າ ຈົ່ງໄປເສຍໃຫ້ພົ້ນຈາກເຮົາ” (ມັດທາຍ 7:23)

“ທ່ານຈົ່ງພິຈາລະນາໂຕທ່ານເອງວ່າ ທ່ານຕັ້ງຢ່ໃນຄວາມເຊື່ອຫຼືບໍ” (2 ໂກລິນໂທ 13:5)

ຖ້າທ່ານບໍ່ໄດ້ກັບໃຈໃໝ່,ຖ້າທ່ານບໍ່ໄດ້ເຊື່ອວາງໃຈໃນພຣະເຢຊູແທ້, ຖ້າທ່ານກໍາລັງວາງໃຈໃນຄວາມຮູ້ສຶກ ຫຼືຫຼັກຄໍາສອນຕ່າງໆ,ທ່ານກໍຍັງບໍ່ພ້ອມສໍາຫຼັບການຮັບຂື້ນ,ທ່ານກໍຈະຖືກປ່ອຍໄວ້ຢູ່ຂ້າງຫຼັງ.

“ແລ້ວປະຕູກໍປິດ” (ມັດທາຍ 25:10)

II. ສອງ ໝາຍສໍາຄັນຕ່າງໆທຸກຢ່າງບົ່ງບອກວ່າການຮັບຂື້ນເກີດຂື້ນໄດ້ຕະຫຼອດເວລາ.

1. ການກໍ່ຕັ້ງປະເທດອິສຣາເອວຄືນໃໝ່ໃນປີ 1948 ພ້ອມກັບການກັບຄືນມາຂອງຄົນຢິວສູ່ ບ້ານເກີດເມືອງນອນຂອງເຂົາ (ລູກາ 21:24; ມັດທາຍ 24:32-34; ເອເສກຽນ 37:21; 38:8)

2. ການຂົ່ມເຫງຂອງພວກຄຣິສຕຽນທີ່ເພີ່ມຂື້ນໄປທົ່ວໂລກ ແລະພວກຢິວ (ມັດທາຍ 24:9-10; ເຢເຣມີ 30:7; ດານຽນ 12:1)

3. ຄວາມອຶດຢາກຂອງທົ່ວໂລກເພີ່ມຂື້ນ,ຄວາມບໍ່ສົມດຸນຂອງນິເວດວິທະຍາ,ພະຍາດຕິດຕໍ່ທີ່ ຮ້າຍແຮງເຊັ່ນໂລກເອດແລະການເພີ່ມຂື້ນຂອງຈໍານວນແຜ່ນດິນໄຫວຕ່າງໆ (ມັດທາຍ 24:7)

4. ການເກີດຂື້ນຂອງການປະຖີ້ມຄວາມເຊື່ອໃນໝູ່ຊາວຄຣິສຕຽນ (2 ເທສະໂລນິກາ 2:3; ມັດທາຍ 24:11-12)

5. ການກັບມາຂອງມະນຸດຊາດສູ່ສະຖານະການທີ່ຊົ່ວຮ້າຍຄືກັບໃນສະໄໝຂອງໂນອາກ່ອນທີ່ນໍ້າຖ້ວມໃຫຍ່ຈະເກີດຂື້ນ (ມັດທາຍ 24:37-40)


ພຣະຄໍາພີໄດ້ປຽບທຽບສະໄໝຂອງໂນອາກັບຊ່ວງເວລາຂອງການສະເດັດກັບມາຂອງພຣະຄຣິດ.

1. ໃນສະໄໝຂອງໂນອາ,ພວກເຂົາບໍ່ໄດ້ເປັນຫ່ວງກ່ຽວກັບຄວາມລອດ,ພວກເຂົາບໍ່ໄດ້ຕື່ນຂື້ນ ພວກເຂົາເປັນຄືກັບພວກທ່ານ - ບໍ່ຢ້ານແລະບໍ່ຮູ້ສຶກຜິດ.

2. ໝາຍສໍາຄັນຂອງສະໄໝໂນອາແມ່ນຢູ່ທີ່ນີ້,ແລະພວກທ່ານກໍາລັງຈະຖືກຖີ້ມໄວ້ນີ້


ນາງໄດ້ຍິນສຽງແລ້ວຫັນຫົວຂອງນາງ--ລາວໄດ້ໄປແລ້ວ
ຂ້າຫວັງວ່າເຮົາທຸກຄົນຈະພ້ອມ
ຊາຍສອງຄົນຍ່າງໄປຕາມຮ່ອມພູ
ຄົນໜື່ງຫາຍຕົວແລະຄົນໜື່ງຖືກປະໄວ້ຜູ້ດຽວ
ຂ້າຫວັງວ່າເຮົາທຸກຄົນຈະພ້ອມ...
ບໍ່ເຫຼືອເວລາທີ່ຈະປ່ຽນໃຈທ່ານອີກແລ້ວ
ພຣະບຸດໄດ້ມາແລະທ່ານກໍຖີ້ມປະໄວ້ທາງຫຼັງ
(“I Wish We’d All Been Ready” by Larry Norman, 1947-2008)

“ແລ້ວປະຕູກໍປິດ” (ມັດທາຍ 25:10)

ແຕ່ພວກທ່ານບໍ່ຈໍາເປັນຕ້ອງຖ້າໃຫ້ການຮັບຂື້ນຖືກປິດລົງ, ທ່ານສາມາດຖືກປິດໂດຍພຣະເຈົ້າໄປຕະຫຼອດ ການໃນເຊົ້ານີ້, ພຣະເຈົ້າສາມາດໝົດຫວັງກັບທ່ານໄດ້, ພຣະເຈົ້າສາມາດປິດປະຕູແຫ່ງຄວາມລອດໃສ່ ທ່ານໄດ້, ທ່ານສາມາດເຮັດຄວາມບາບທີ່ອະໄພໃຫ້ບໍ່ໄດ້ໂດຍທີ່ບໍ່ເຂົ້າໃຈມັນ, ທ່ານສາມາດສູນເສຍໂອ ກາດທີ່ຈະລອດໄດ້, ເມື່ອພຣະເຈົ້າຊົງປິດປະຕູໃສ່ທ່ານ,ກໍ່ບໍ່ມີຄວາມຫວັງໃດສໍາຫຼັບທ່ານອີກ, ປະຕູຈະຖືກ ປິດແລ້ວທ່ານກໍຈະຫຼົງຫາຍໄປຕະຫຼອດການ.

III. ສາມ ທ່ານຄົງຈະປາດຖະໜາວ່າທ່ານໄດ້ຕາຍໄປແລ້ວເມື່ອທ່ານພາດການຮັບຂື້ນ-ແລ້ວປະຕູກໍປິດ.

ທ່ານອາດຈະຄິດວ່ານີ້ເປັນພຽງແຕ່ເລື່ອງເລົ່າອັນໜື່ງ, ທ່ານອາດຈະປ່ອຍໃຫ້ໃຈຂອງທ່ານລອຍໄປ ຫາບາງສິ່ງບາງຢ່າງໃນຕອນນີ້, ແຕ່ເມື່ອທ່ານພາດການຮັບຂື້ນທ່ານກໍຈະປາດຖະໜາວ່າທ່ານໄດ້ຕາຍໄປ ແລ້ວ, ພຣະຄໍາພີບອກພວກເຮົາໄວ້ຢ່າງຊັດເຈນວ່າ:

“ຕະຫຼອດເວລາເຫຼົ່ານັ້ນຄົນທັງຫຼາຍຈະສະແຫວງຫາຄວາມຕາຍ...ແລະເຂົາຢາກຈະຕາຍ...” (ພະນິມິດ 9:6)

ທ່ານຈະຄິດເຖິງເລື່ອງຂ້າຕົວຕາຍຕະຫຼອດເວລາຫຼັງຈາກທີ່ທ່ານພາດການຮັບຂື້ນ,ທ່ານຈະປາດຖະໜາວ່າ ທ່ານໄດ້ຕາຍໄປແລ້ວ,ເປັນຫຍັງລະ?

1. ທ່ານຈະຖືກທໍລະມານຈາກພວກພະຍາມານທີ່ຖືກປ່ອຍອອກມາຈາກເຫວທີ່ບໍ່ມີກົ້ນອີງຕາມ ພະນິມິດ 9:1-2, ເຊີນຟັງຄໍາອະທິບາຍເລື່ອງຜີພວກນີ້ທີ່ໃຫ້ໂດຍດຣ.ຈອນອາໄຣສ໌

“ພວກເຮົາບໍ່ສົງໄສວ່າຝູງຕັກແຕນໃນນີ້ກໍຄືພວກຜີປີສາດ...ທີ່ມາທໍລະມານ‘ຄົນເຫຼົ່ານັ້ນທີ່ບໍ່ມີ ກາຈໍາຂອງພຣະເຈົ້າຢູ່ໜ້າຜາກຂອງເຂົາ’ຖືກທໍລະມານແລະທໍລະມານໂດຍ‘ຕັກແຕນ’ເຫຼົ່ານີ້ ພວກຜີປີສາດພວກນີ້ມາຈາກນາຮົກ ‘ຕະຫຼອດເວລາເຫຼົ່ານັ້ນຄົນທັງຫຼາຍຈະສະແຫວງຫາ ຄວາມຕາຍ...’

...ການທໍລະມານທີ່ກ່າວເຖິງທີ່ນີ້ແມ່ນການທໍລະມານຝ່າຍວິນຍານ, ດ້ວຍບັນຫາທີ່ສ້າງ ຄວາມເຈັບປວດທາງຄວາມຄິດ, ພາບຂອງຕັກແຕນພວກນັ້ນຊ່າງແປກປະຫຼາດຄືກັບການ ຝັນຮ້າຍ,ຄືກັບຄວາມຢ້ານທັງໝົດລວມເຂົ້າກັນແລະບັນຫາຕ່າງໆແລະຄວາມເຈັບປວດໃຈຂອງມະນຸດ...ພວກມັນທໍລະມານຈິດໃຈ(ຄວາມຄິດ)...ທ່ານຈິນຕະນາການໄດ້ບໍເຖິງຄວາມຫາຍະນະຂອງຈິດໃຈເມື່ອມະນຸດຖືກຫັນມາຕໍ່ສູ້ໃສ່ດ້ວຍວິນຍານຊົ່ວຮ້າຍຕ່າງໆ?”(John R. Rice, Behold, He Cometh! A Commentary on Revelation, Sword of the Lord, 1977, pp. 169-171)

ທ່ານຈະຖືກທໍລະມານຢູ່ພາຍໃນທັງເວັນແລະຄືນໂດຍພວກຜີປີສາດ, ຈະບໍ່ມີໃຜທີ່ຈະຊ່ວຍ ທ່ານ, ບໍ່ມີຢາໃດທີ່ຈະໃຫ້ທ່ານເລີກໄດ້, ພວກເຮົາຈະຢູ່ໃນຄວາມທຸກລໍາບາກແລະສິ່ງເຫຼົ່າ ນັ້ນຈະບໍ່ສະດວອກສະບາຍສໍາຫຼັບທ່ານ,ຄົນອື່ນໆເປັນລ້ານໆຄົນກໍຈະຖືກໄລ່ອອກໄປຢ່າປ່າເຖື່ອນໂດຍພວກຜີປີສາດ, ທ່ານຈະຖືກຂັບໄລ່ໄປຈົນເກືອບເປັນບ້າ, ບໍ່ມີຈັກຄົນທີ່ຈະຊ່ວຍ ທ່ານ! ທ່ານລໍຖ້າດົນໂພດ,ທ່ານຖືກຖີ້ມຢູ່ຂ້າງຫຼັງແລ້ວ.

“ແລ້ວປະຕູກໍປິດ” (ມັດທາຍ 25:10)

2. ທ່ານຈະຖືກປະຫານຊີວິດຖ້າຫາກພະຍາຍາມທີ່ຈະເປັນຄຣິສຕຽນໃນສະໄໝນັ້ນ,ພຣະຄໍາພີ ເວົ້າເຖິງເລື່ອງ“ຂອງຄົນທັງປວງທີ່ຖືກຕັດຫົວ ເພາະເປັນພະຍານຂອງພຣະເຢຊູ ແລະ ເພາະພຣະຄໍາຂອງພຣະເຈົ້າ ແລະເປັນຜູ້ທີ່ບໍ່ໄດ້ບູຊາສັດຮ້າຍນັ້ນຫລືຮູບຂອງມັນ ແລະບໍ່ ໄດ້ຮັບເຄື່ອງໝາຍຂອງມັນໄວ້ທີ່ໜ້າຜາກຫລືທີ່ມືຂອງເຂົາ” (ພະນິມິດ 20:4)


ທ່ານຈະເຂົ້າໃຈວ່າທ່ານຢູ່ໃນຄວາມທຸກລໍາບາກໃຫຍ່, ເຂົາຈະເອົາໄມໂຄຣຊິບ ຫຼືບາງສິ່ງບາງຢ່າງທີ່ຄ້າຍຄື ກັນຝັງໃນຜິວໜັງຂອງມືຫຼືໜ້າຜາກຂອງທ່ານ, ທ່ານຈະລະນຶກໄດ້ວ່າອັນນີ້ຈະເຮັດໃຫ້ທ່ານຈິບຫາຍໃນຖາ ນະຜູ້ນະມັດສະການຂອງຜູ້ຕໍ່ຕ້ານພຣະຄຣິດ, ທ່ານຈະເວົ້າວ່າ“ບໍ່ ຂ້ອຍຈະບໍ່ຍອມໃຫ້ເອົາອັນນັ້ນມາໃສ່ໃນ ໂຕຂອງຂ້ອຍເດັດຂາດ”ແຕ່ພວກທ່ານຈະບໍ່ສາມາດຊື້ຫຍັງໄດ້ເລີຍຖ້າປາສະຈາກມັນ, ມືຂອງທ່ານຈະຕ້ອງ ເອົາໄປ“ສະແກນ”ເພື່ອຊື້ສິ່ງຂອງ, ທ່ານກໍຈະອຶດຢາກ, ທ່ານຈະບໍ່ສາມາດຊື້ອາຫານຕາມຫ້າງໄດ້! ຈະມີ ບາງຄົນຈະຫັນມາຕໍ່ສູ້ທ່ານ, ທ່ານຈະຖືກຕັດຫົວເພາະເປັນຄຣິສຕຽນ, ທ່ານຈະສູນເສຍທຸກສິ່ງທຸກຢ່າງໃນ ທາງໃດທາງໜື່ງເພາະທ່ານຖືກປະຖີ້ມແລ້ວ!

“ແລ້ວປະຕູກໍປິດ” (ມັດທາຍ 25:10)

3. ທ່ານຈະຕ້ອງພົບຜ່ານກັບການພິພາກສາຖ້ວຍຕ່າງໆ,ບາງຄົນເວົ້າວ່າ “ເອີຂ້ອຍຈະຍອຍໃຫ້ ເຂົາເອົາໄມໂຄຣຊິບຝັງໃສ່ໜັງແຂນຂ້ອຍເດັດຂາດ, ຂ້ອຍກໍຈະບໍ່ເປັນຫຍັງ,ເຂົາກໍຈະບໍ່ຕັດ ຫົວຂ້ອຍ” ແຕ່ຖ້າທ່ານໜີໂດຍທີ່ຖືກຕັດຫົວທ່ານກໍຍັງຈະຕ້ອງໄປຜ່ານການພິພາກສາຖ້ວຍ ຕ່າງໆຢູ່ດີ!

(1)ຮອຍແຜທີ່ເປັນຕາຢ້ານຈະປາກົດຂື້ນໃນຮ່າງກາຍຂອງທ່ານເຊິ່ງຈະເຮັດໃຫ້ທ່ານກັດແຂ້ວ ດ້ວຍຄວາມທຸກທໍລະມານທັງກາງເວັນກາງຄືນ (ພະນິມິດ 15:6)

(2)ນໍ້າທຸກແຫ່ງຈະເປັນພິດທັງໃນມະຫາສະໝຸດແລະນໍ້າຈືດເຊັ່ນກັນ,ນໍ້າທຸກບ່ອນຈະເປັນພິດ ພວກທ່ານຈະບໍ່ມີຫຍັງທີ່ຈະດື່ມ (ພະນິມິດ 16:3-4)

(3) ທ່ານຈະຖືກເຜົາດ້ວຍຄວາມຮ້ອນ,ອຸກກະບາດຈະຕົກລົງມາແລະຄອກທ່ານ,ຮ່າງກາຍຂອງ ທ່ານຈະຖືກເຜົາເປັນຕາຢ້ານ, ຈະບໍ່ມີຢາຮັກສາໃນຕອນນັ້ນ, ທ່ານຈະຍ່າງອ້ອມໄປມາ ພ້ອມກັບນໍ້າໜອງໄຫຼອອກຈາກແຜໄຟໄໝ້ຂອງທ່ານ (ພະນິມິດ 16:8-9)

(4) ໄຟຟ້າຈະດັບ, ທ່ານຈະຢູ່ໃນຄວາມມືດມິດສຸດໆໃນຕອນກາງຄືນ,ກັດລີ້ນດ້ວຍຄວາມເຈັບ ປວດ (ພະນິມິດ 16:10-11)

(5) ກອງທັບຕ່າງໆຂອງໂລກຈະເຄື່ອນທີ່, ເລື່ອງນີ້ຈະເຮັດໃຫ້ທ່ານແຮງສັບສົນແລະທໍ້ແທ້ໃຈ ຫຼາຍຂື້ນ - ທີ່ມັກຈະເກີດຂື້ນຍາມສົງຄາມສະເໝີ, ພວກທ່ານຫຼາຍຄົນທັງຊາຍແລະຍິງ - ຈະຖືກບັງຄັບໃຫ້ຮັບໃຊ້ກອງທັບຕໍ່ສູ້ກັບຄວາມຢາກຂອງທ່ານ (ພະນິມິດ16:12-16)

(6) ຈະມີແຜ່ນດິນໄຫວໃຫຍ່,ໃຫຍ່ກວ່າແຜ່ນດິນໄຫວທຸກອັນທີ່ເຄີຍບັນທຶກໄວ້,ອຸກກະບາດຈະ ຕົກລົງມາຄືກັບໝາກເຫັບຕົກໃສ່ໂລກ, ພວກທ່ານຈະໄປລີ້ຢູ່ໃສລະ? ຕຶກຕ່າງໆກໍຈະຖືກ ທໍາລາຍຈາກແຜ່ນດິນໄຫວ, ພວກທ່ານຈະໄປລີ້ຢູ່ໃສ່ລະ? (ພະນິມິດ 16:17-21)


ແລະຈົ່ງລະນຶກໄວ້ວ່າທັງໝົດເກີດຂື້ນກັບທ່ານກໍເພາະທ່ານໄດ້ປະຖີ້ມການກັບໃຈຂອງທ່ານ, ພວກທ່ານຮູ້ດີ ວ່າພຣະເຢຊູຄຣິດຊົງຕາຍເທິງໄມ້ກາງແຂນເພື່ອຈ່າຍຄ່າຄວາມຜິດບາບຂອງທ່ານ, ທ່ານຮູ້ດີວ່າພຣະອົງຊົງ ຟື້ນຄືນຈາກຕາຍແລະສະເດັດສູ່ສະຫວັນຢູ່ເບື້ອງຂວາຂອງພຣະເຈົ້າຜູ້ຊົງລິດ, ທ່ານຮູ້ດີວ່າທ່ານຕ້ອງການ ພຣະບຸດຂອງພຣະເຈົ້າເພື່ອຍົກໂທດຄວາມຜິດບາບຂອງທ່ານ ແລະລ້າງທ່ານໃຫ້ສະອາດໂດຍພຣະໂລຫິດ ຂອງພຣະອົງ, ພວກທ່ານຮູ້ສິ່ງເຫຼົ່ານີ້ແລ້ວ - ແຕ່ທ່ານຍັງຕະຫຼົກຫຼີ້ນຢູ່, ພວກທ່ານຫຼີ້ນແລະຫົວຂັວນແລະ ອ້າງເຫດຜົນຕ່າງໆນາໆ, ທ່ານຖືກປະຖີ້ມແລ້ວ!

“ແລ້ວປະຕູກໍປິດ” (ມັດທາຍ 25:10)

ຂໍເຊີນດຣ.ໄຮເມີມາອະທິຖານປິດການນະມັດສະການນີ້ໃຫ້ແດ່.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ໂນອາ ຊອງ: ມັດທາຍ 25:1-10.
ບັນເລງເພງກ່ອນເທດສະໜາໂດຍ ເບັນຈາມິນ ຄິນເຄດກຣິຟຟິດ:
I Wish We’d All Been Ready” (by Larry Norman, 1947-2008).

ໂຄງຮ່າງບົດເທດສະໜາ

ແລ້ວປະຕູກໍປິດ

AND THE DOOR WAS SHUT

ຄໍາເທດສະໜາຂຽນໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
ແລະເທດໂດຍ ຈອນຊາມູເອວ ເຄແກນ

“ແລ້ວປະຕູກໍປິດ” (ມັດທາຍ 25:10)

I.   ໜື່ງ ທ່ານກໍຈະຖືກປິດປະຕູໃສ່ຕອນການຮັບຂື້ນ.
ມັດທາຍ 25:10-13; ມັດທາຍ 7:21-23; 2 ໂກລິນໂທ 13:5

II.  ສອງ ພວກທ່ານຄວນເຂົ້າໃຈວ່າການຮັບຂື້ນເກີດຂື້ນໄດ້ຕະຫຼອດເວລາ.
ມັດທາຍ 24:37-41

III. ສາມ ທ່ານຄົງຈະປາດຖະໜາວ່າທ່ານໄດ້ຕາຍໄປແລ້ວເມື່ອທ່ານພາດການຮັບຂື້ນ.
ພະນິມິດ 9:6; 9:1-12; 20:4; 16:1-21.