Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການຊ່ວຍໃຫ້ພົ້ນແມ່ນສໍາຫຼັບຄົນທີ່ບໍ່ພໍໃຈເທົ່ານັ້ນ

DELIVERANCE IS ONLY FOR THE DISSATISFIED
(Laotian)

ບົດເທດສະໜາຂຽນໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
ແລະເທດໂດຍ ຈອນຊາມູເອວ ເຄແກນ ທີ່ຄຣິສຕະຈັກ
ແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສໃນວັນຂອງພຣະເຈົ້າ
ຕອນເຊົ້າ ວັນທີ 14/5/2017
A sermon written by Dr. R. L. Hymers, Jr.
and preached by Mr. John Samuel Cagan
at the Baptist Tabernacle of Los Angeles
Lord’s Day Morning, May 14, 2017

“ພຣະເຢຊູຕັດຕອບເຂົາວ່າ ຄົນປົກກະຕິບໍ່ຕ້ອງການໝໍແຕ່ຄົນເຈັບຕ້ອງການໝໍ ເຮົາບໍ່ໄດ້ມາເພື່ອຈະເອີ້ນຄົົນທີ່ເຫັນວ່າຕົວຊອບທຳແຕ່ມາເອີ້ນຄົນບາບໃຫ້ກັບໃຈເສຍໃໝ່” (ລູກາ 5:31-32)


ພຣະເຢຊູຊົງຍ່າງອອກໄປແລ້ວເຫັນຄົນເກັບພາສີຄົນໜື່ງຊື່ວ່າເລວີ,ເລວີເປັນຊື່ອີກຊື່ ໜື່ງຂອງມັດທິວ, ພຣະເຢຊູຊົງເອີ້ນມັດທິວໃຫ້ຕາມພຣະອົງ

“ເຂົາກໍປະຖິ້ມສິ່ງສາລະພັດລຸກຂຶ້ນຕາມພຣະອົງໄປ” (ລູກາ 5:28)

ມັດທິວເປັນຄົນເກັບພາສີ, ເກັບພາສີໃຫ້ຊາວໂຣມ, ພວກຢິວຊັງພວກເກັບພາສີເພາະ ພວກເຂົາເຈົ້າໄດ້ຮັບອະນຸຍາດຈາກໂຣມໃຫ້ເກັບພາສີຈາກພວກຢິວຫຼາຍກວ່າທີ່ກົດໝາຍກໍານົດ, ຫຼັງຈາກນັ້ນພວກເຂົາກໍຈະເອົາເງີນທີ່ເກັບໄດ້ນັ້ນສົ່ງໃຫ້ໂຣມແລະເກັບສ່ວນທີ່ເຫຼືອໄວ້ ສໍາຫຼັບຕົນເອງ, ສະນັ້ນຄົນເກັບພາສີສ່ວນຫຼາຍຈື່ງເປັນຄົນຮັ່ງມີຫຼາຍແລະຖືກຄົນຢິວກຽດ ຊັງ, ພວກເຂົາຖືກກ່າວຂານວ່າເປັນຄົນບາບທີ່ຊົ່ວຊ້າໂດຍຊາວຢິວ.

ເມື່ອມັດທິວຕິດຕາມພຣະເຢຊູ ລາວກໍປະຖີ້ມສິ່ງສາລະພັດ”ນັ້ນຄືລາວໄດ້ປະຖີ້ມທຸ ລະກິດຂອງການເກັບພາສີທີ່ໃຫ້ກໍາໄລງາມ“ແລ້ວຕາມພຣະອົງໄປ”

ຈາກນັ້ນມັດທິວກໍໄດ້ຈັດງານລ້ຽງຢູ່ເຮືອນຂອງຕົນ, ມີຄົນທີ່ເປັນພວກເກັບພາສີພາ ກັນມາເປັນຈໍານວນຫຼາຍ ແລະມີຄົນບາບທຸກປະເພດກໍພາກັນມາໃນງານລ້ຽງນີ້, ພວກເຂົາ ເປັນຄົນປະເພດທີ່ຊົ່ວຮ້າຍຫຼາຍ,ຊີໂນນັກກະວີໄດ້ກ່າວວ່າ: “ຄົນເກັບພາສີທຸກຄົນເປັນຄົນຂີ້ ລັກທຸກຄົນ” ພວກຟາຣີສີຈື່ງບໍ່ມີໃຜຄົບກັບພວກເກັບພາສີພວກນີ້ ຫຼືເປັນໝູ່ຂອງເຂົາເຈົ້າຊື່ງ ພວກຟາຣິສີເອີ້ນວ່າ “ພວກຄົນບາບ”

ເມື່ອຝູງຊົນໃຫຍ່ຂອງພວກເກັບພາສີແລະພວກຄົນບາບເຫຼົ່ານີ້ເຂົ້າມາເຕັມເຮືອນໃນງານລ້ຽງນັ້ນພວກຟາຣິສີຈື່ງເຂົ້າມາຈົ່ມພຶມພໍາ,ພວກເຂົາບອກກັບພວກສາວົກວ່າ:

“ເປັນຫຍັງພວກທ່ານຈື່ງມາກິນແລະດື່ມຮ່ວມກັບພວກເກັບພາສີແລະພວກຄົນບາບ” (ລູກາ 5:30)

ພຣະເຢຊູຈື່ງອອກໄປຈາກງານລ້ຽງເພື່ອຕອບພວກຟາຣິສີວ່າ:

“ຄົນປົກກະຕິບໍ່ຕ້ອງການໝໍແຕ່ຄົນເຈັບຕ້ອງການໝໍ ເຮົາບໍ່ໄດ້ມາເພື່ອຈະເອີ້ນຄົົນທີ່ເຫັນວ່າຕົວຊອບທຳ ແຕ່ມາເອີ້ນຄົນບາບໃຫ້ກັບໃຈເສຍໃໝ່” (ລູກາ 5:31-32)

ພຣະເຢຊູຈື່ງບອກເຫດຜົນຂອງພຣະອົງທີ່ໄດ້ເຊີນຄົນບາບເຫຼົ່ານີ້ມາໃນງານລ້ຽງແກ່ພວກຟາຣິສີວ່າ, ພຣະອົງຕັດວ່າຄົນທີ່ແຂງແຮງດີບໍ່ຕ້ອງການໝໍ, ມີພຽງຄົນທີ່ມີພະຍາດ ຕ່າງໆເທົ່ານັ້ນທີ່ຕ້ອງການ, ໃນຄວາມຄິດເຫັນຂອງພວກເຂົາພວກທໍາມາຈານແລະພວກຟາ ຣິສີເປັນພວກທີ່ມີອິດສະຫຼະຈາກພະຍາດບາບ, ນັບຕັ້ງແຕ່ພວກທໍາມາຈານແລະຟາຣິສີ ຮັກສາກົດຕ່າງໆຂອງພຣະບັນຍັດພວກເຂົາຈື່ງບໍ່ໄດ້ຖືວ່າຕົນເອງເປັນຄົນປ່ວຍແລະຢູ່ໃນສະພາບຂອງບາບ, ພວກຟາຣິສີເປັນພວກຢິວທີ່ນັບຖືສາສະໜາດັ່ງເດີມໃນສະໄໝນັ້ນ,ສ່ວນ ພວກທໍາມາຈານເປັນພວກທີ່ຈົດບັນທຶກພຣະຄໍາພີແລະສອນພຣະຄໍາພີ, ພວກເຂົາບໍ່ໄດ້ຄິດ ວ່າເຂົາຕ້ອງການໝໍຜູ້ຍິ່ງໃຫຍ່ນັ້ນກໍຄືພຣະເຢຊູ,ພວກເຂົາຄິດວ່າ:

“ຕົວເອງວ່າເປັນຄົນຊອບທຳແລະໄດ້ດູຖູກຄົນອື່ນ” (“ລູກາ 18:9)

ແລະຄໍາຕອບຂອງພຣະເຢຊູກໍຄືຕໍານິຄວາມຫຍີ່ງເຫຼົ່ານັ້ນ,ພວກຟາຣິສີທີ່ພໍໃຈຕົນເອງ

“ຄົນປົກກະຕິບໍ່ຕ້ອງການໝໍແຕ່ຄົນເຈັບຕ້ອງການໝໍ ເຮົາບໍ່ໄດ້ມາເພື່ອຈະເອີ້ນຄົົນທີ່ເຫັນວ່າຕົວຊອບທຳ ແຕ່ມາເອີ້ນຄົນບາບໃຫ້ກັບໃຈເສຍໃໝ່” (ລູກາ 5:31-32)

ຖ້າທ່ານຮູ້ສຶກວ່າຕົນເອງສະບາຍດີທ່ານກໍຈະບໍ່ເຫັນຄວາມຕ້ອງການພຣະເຢຊູເລີຍ, ຖ້າທ່ານຮູ້ສຶກວ່າທ່ານພັງທະລາຍແລະກໍາລັງຈະຕາຍໃນສະພາບຂອງບາບ, ພຣະເຢຊູກໍຈະ ສໍາຄັນຕໍ່ທ່ານແລະທ່ານກໍຈະສະແຫວງຫາພຣະອົງເພື່ອຮັກສາຈິດໃຈຂອງທ່ານແລະ ຊ່ວຍ ທ່ານໃຫ້ລອດຈາກຄວາມບາບແລະຜົນຂອງມັນ,ມັນຈໍາເປັນທີ່ທ່ານຈະຮູ້ສຶກເລື່ອງບາບຂອງທ່ານ,ຮູ້ສຶກເຖິງຄວາມໝົດຫວັງຂອງຕົນ,ຮູ້ສຶກເຖິງຄວາມບໍ່ພຽງພໍ-ບໍ່ດັ່ງນັ້ນທ່ານກໍຈະບໍ່ຮູ້ສຶກ ເຖິງຄວາມຕ້ອງການພຣະຄຣິດຂອງທ່ານ.

“ຄົນປົກກະຕິບໍ່ຕ້ອງການໝໍແຕ່ຄົນເຈັບຕ້ອງການໝໍ” (ລູກາ 5:31)

I.ໜື່ງ ຄົນທີ່ພໍໃຈກັບທາງແຫ່ງຊີວິດຂອງຕົນຈະບໍ່ຮູ້ສຶກຕ້ອງການພຣະເຢຊູເລີຍ.

ທ່ານຈະສັ່ງເກດວ່າໃນຂະນະທີ່ທ່ານອ່ານໜັງສືພວກຂ່າວປະເສີດກໍຈະເຫັນວ່າພຣະເຢຊູມັກຈະກິນເຂົ້າກັບພວກຄົນບາບ, ພວກຄົນບາບເປັນພວກທີ່ບໍ່ພໍໃຈຂອງຊີວິດຂອງເຂົາ ເອງ,ພວກຄົນບາບຮູ້ສຶກວ່າມີບາງສິ່ງບາງຢ່າງກ່ຽວກັບຊີວິດຂອງເຂົາຜິດປົກກະຕິ, ບາງສິ່ງ ບາງຢ່າງທີ່ສາມາດຮຽນຮູ້ໄດ້ຈາກເລື່ອງນີ້, ຄົນທີ່ຫຼົງຫາຍເຫຼົ່ານີ້ຖືກດຶງດູດໄປຫາພຣະເຢຊູ ເພາະພຣະອົງຊົງເປັນມິດຕໍ່ພວກເຂົາ,ແລະມີພວກເຂົາຫຼາຍຄົນໄດ້ຮັບຄວາມລອດ.

ພວກເຂົາກາຍເປັນຄົນທີ່ບໍ່ພໍໃຈຫຼາຍກັບທາງແຫ່ງຊີວິດຂອງເຂົາຈົນເຮັດໃຫ້ເຂົາຫັນກັບມາຫາພຣະເຢຊູ,ມັດທິວຄົນເກັບພາສີກໍໄດ້ເຮັດແບບນີ້ດັ່ງທີ່ພວກເຮົາເຫັນຢູ່ໃນລູກາບົດທີ່ຫ້າ, ສັກຄຽສຄົນເກັບພາສີກໍເຮັດດັ່ງທີ່ພວກເຮົາເຫັນໃນລູກາບົດທີ່ສິບເກົ້າ,ແລະພຣະເຢຊູ ຕັດກັບລາວວ່າ:

“ເມື່ອພຣະເຢຊູສະເດັດມາເຖິງບ່ອນນັ້ນພຣະອົງຊົງແຫງນພຣະພັກເບິ່ງສັກຄຽສແລ້ວຕັດແກ່ເຂົາວ່າ ສັກຄຽດເອີຍຈົ່ງຮີບລົງມາເພາະວ່າເຮົາຈະຕ້ອງພັກຢູ່ໃນບ້ານຂອງທ່ານວັນນີ້ ແລ້ວເຂົາກໍຮີບລົງມາຕ້ອນຮັບພຣະອົງດ້ວຍຄວາມຍິນດີ ເມື່ອຄົນທັງປວງເຫັນແລ້ວເຂົາກໍພາກັນຈົ່ມວ່າ "ພຣະອົງເຂົ້າໄປພັກຢູ່ກັບຄົນບາບ" ຝ່າຍສັກຄຽສຢືນທູນອົງພຣະຜູ້ເປັນເຈົ້າວ່າ "ເບິ່ງແມ້ພຣະອົງເຈົ້າຂ້າ ຊັບສິ່ງຂອງຂອງຂ້າພະອົງຂ້າພະອົງຍອມໃຫ້ຄົນ ອະນາຖາເຄິ່ງໜຶ່ງແລະຖ້າຂ້າພະອົງໄດ້ສໍ້ໂກງສິ່ງຂອງຜູ້ໃດ ຂ້າພະອົງຍອມຄືນໃຫ້ເຂົາສີ່ເທົ່າ" ພຣະເຢຊູຕັດກັບເຂົາວ່າ"ວັນນີ້ຄວາມພົ້ນມາເຖິງຄອບຄົວນີ້ແລ້ວເພາະຄົນນີ້ເປັນລູກຂອງອັບຣາຮາມເຊັ່ນກັນ ເພາະວ່າບຸດມະນຸດໄດ້ມາເພື່ອຈະສະແຫວງຫາແລະຊ່ວຍຜູ້ທີ່ຫລົງຫາຍໄປນັ້ນໃຫ້ລອດ” (ລູກາ 19:5-10)

ພວກທໍາມາຈານແລະພວກຟາຣິສີທີ່ຫຍິ່ງບໍ່ຮູ້ສຶກຕ້ອງການພຣະເຢຊູ,ພວກເຂົາພໍໃຈກັບຊີວິດຂອງຕົນເອງ, ສ່ວນພວກເກັບພາສີແລະພວກຄົນບາບໄດ້ມາຫາພຣະເຢຊູແລະ ຮັບຄວາມລອດ.

“ຄົນປົກກະຕິບໍ່ຕ້ອງການໝໍແຕ່ຄົນເຈັບຕ້ອງການໝໍ” (ລູກາ 5:31)

ຄົນທີ່ພໍໃຈກັບທາງເດີນແຫ່ງຊີວິດຂອງຕົນຈະບໍ່ຮູ້ສຶກຕ້ອງການພຣະເຢຊູ, ສ່ວນຄົນທີ່ຮູ້ສຶກ ປ່ວຍເລື່ອງທາງຂອງຊິວິດຂອງຕົນຈະມາຫາພຣະອົງແລະຮັບເອົາຄວາມລອດ.

ພວກທ່ານເດ່ເປັນແນວໃດ? ຂ້າພະເຈົ້າຮູ້ຈາກປະສົບການວ່ານີ້ແມ່ນເລື່ອງຈິງຂອງ ຫຼາຍໆຄົນ, ຖ້າພວກທ່ານຫາກພໍໃຈກັບຊີວິດຂອງຕົນໃນແບບທີ່ເປັນຢູ່ທ່ານກໍຈະບໍ່ເຫັນ ຄວາມຕ້ອງການພຣະເຢຊູ ແລະທ່ານກໍຈະບໍ່ລອດ, ຖ້າທ່ານມີຄວາມສຸກກັບຊີວິດຂອງ ທ່ານໃນແບບທີ່ມັນເປັນຢູ່ທ່ານກໍຈະບໍ່ເຫັນຄວາມຈໍາເປັນສໍາຫຼັບພຣະຄຣິດທີ່ຈະມາແລະປ່ຽນແປງສິ່ງໃດເລີຍ.

“ຄົນປົກກະຕິບໍ່ຕ້ອງການໝໍ ແຕ່ຄົນເຈັບຕ້ອງການໝໍ” (ມັດທາຍ 9:12)

II. ສອງ ຄົນທີ່ພໍໃຈກັບຄວາມບໍ່ມີພຣະເຈົ້າຂອງຕົນຈະບໍ່ຮູ້ສຶກຕ້ອງການພຣະເຢຊູ.

ຈົ່ງແນມເບີ່ງເມືອງຂອງທ່ານ,ຈົ່ງຄິດເຖິງຜູ້ຄົນທີ່ຢູ່ໃນນັ້ນ, ມີຫຼາຍຄົນໃນພວກເຂົາ ຄິດຈິງຈັງກ່ຽວກັບພຣະເຈົ້າບໍ? ພວກທ່ານຮູ້ດີວ່າບໍ? ພຣະຄໍາພີບອກວ່າ:

“ບໍ່ມີຄົນທີ່ສະແຫວງຫາພຣະເຈົ້າ” (ໂຣມ 3:11)

ນອກຈາກວ່າພຣະຄຸນຂອງພຣະເຈົ້າຈະມາຫາທ່ານຜ່ານທາງວຽກຂອງພຣະວິນຍານບໍລິສຸດ ທ່ານກໍຈະບໍ່ມີວັນສະແຫວງຫາພຣະເຈົ້າໃນພຣະຄຣິດເລີຍ, ທ່ານຈະພໍໃຈທີ່ຈະມີຊີວິດແລະ ຕາຍປາສະຈາກພຣະເຈົ້າໃນສະພາບທີ່ບໍ່ມີພຣະເຈົ້າ.

ແຕ່ຖ້າພຣະຄຸນຂອງພຣະເຈົ້າເລິ່ມເຮັດວຽກໃນໃຈຂອງທ່ານທ່ານກໍຈະກາຍເປັນຄົນທີ່ບໍ່ພໍໃຈກັບຊີວິດຂອງຕົນທີ່ເປັນຢູ່, ທ່ານກໍຈະເລີ່ມທີ່ເຫັນທຸກສິ່ງທຸກຢ່າງແຕກຕ່າງກັນ, ທ່ານອາດຢູ່ໃນຝູງຊົນແລ້ວເລີ່ມຄິດ“ຄົນພວກນີ້ກໍາລັງມີຊີວິດຢູ່ເພື່ອຫຍັງ? ເປັນຫຍັງພວກ ເຂົາຈື່ງບໍ່ສົນໃຈເລື່ອງພຣະເຈົ້າລະ?” ທ່ານກໍເລີ່ມທີ່ຈະຄິດກ່ຽວກັບຊີວິດຂອງທ່ານເອງ ແລະຄວາມຕາຍທີ່ຈະມາເຖິງ, ສາສະໜາຂອງທ່ານເອງກໍຈະເລີ່ມເບິ່ງຄືວ່າຕື້ນໆແລະບໍ່ ຊ່ວຍອັນໃດເລີຍ,ບໍ່ວ່າຄົນອື່ນຈະອ້າງເຫດຜົນຫຍັງກໍຕາມ,ຂໍ້ອ້າງເຫຼົ່ານັ້ນກໍຈະເບິ່ງຄືວ່າບໍ່ ພຽງພໍສໍາຫຼັບທ່ານເລີຍ, ແລ້ວທ່ານກໍຈະເລີ່ມທີ່ຈະຮູ້ສຶກວ່າຊີວິດມີຈະຕ້ອງຫຼາຍກວ່າການ ກິນ, ການນອນ, ການຮຽນແລະການຫຼີ້ນ.

ເມື່ອພຣະຄຸນຂອງພຣະເຈົ້າເລີ່ມທີ່ຈະເຮັດວຽກໃນຊີວິດຂອງທ່ານທ່ານກໍຈະມີຄວາມຮູ້ສຶກເລື່ອງຄວາມບໍ່ມີພຣະເຈົ້າຂອງຕົນ, ທ່ານກໍຈະເລີ່ມຮູ້ສຶກ:

“ຢູ່ຫ່າງຈາກຊີວິດຊື່ງມາຈາກພຣະເຈົ້າ” (ເອເຟໂຊ 4:18)

ທ່ານກໍຈະເລີ່ມທີ່ຈະຄິດວ່າພຣະເຈົ້າຊົງແປກປະຫຼາດຈາກທ່ານແລະວ່າທ່ານຢູ່ໃນສະຖານະການປາສະຈາກພຣະອົງທີ່ເປັນຕາຢ້ານ

“ບໍ່ມີຄວາມຫວັງແລະຢູ່ໃນໂລກປາສະຈາກພຣະເຈົ້າ” (ເອເຟໂຊ 2:12)

ດັ່ງນັ້ນຂ້າພະເຈົ້າຈື່ງຖາມທ່ານວ່າທ່ານມີຄວາມພໍໃຈກັບຊີວິດຂອງທ່ານທີ່ເປັນຢູ່ຫຼືບໍ ຖ້າພໍໃຈກໍມີຄວາມຫວັງໜ້ອຍດຽວທີ່ທ່ານຈະມາຫາພຣະເຢຊູ, ທ່ານກໍຈະສືບຕໍ່ເປັນໃນສິ່ງທີ່ ທ່ານເປັນຢູ່ - ພໍໃຈທີ່ຈະມີຊີວິດແລະຕາຍໂດຍປາສະຈາກການຮູ້ຈັກພຣະເຈົ້າເປັນການ ສ່ວນຕົວ.

“ຄົນປົກກະຕິບໍ່ຕ້ອງການໝໍແຕ່ຄົນເຈັບຕ້ອງການໝໍ” (ລູກາ 5:31)

ຖ້າທ່ານພໍໃຈກັບຊີວິດທີ່ບໍ່ມີພຣະເຈົ້າຂອງທ່ານທ່ານກໍຈະບໍ່ຮູ້ສຶກຕ້ອງການພຣະເຢຊູ.

ມີແນວໂນ້ມໂດຍສະເພາະຖ້າມກາງພວກຄົນໜຸ່ມທີ່ຈະຄິດວ່າມັນເປັນສັນຍານຂອງຄວາມອ່ອນແອທີ່ຈະໃຫ້ຄວາມສົນໃຈໃນສາສະໜາ, ພວກຄົນທີ່ບໍ່ແມ່ນຄຣິສຕຽນແທ້ທໍາທ່າ ຄິດວ່າຄົນທີ່ໃຫ້ຄວາມສົນໃຈໃນພຣະເຈົ້າເປັນພວກແປກ, ຄ່ອນຂ້າງປະຫຼາດບໍ່ຄ່ອຍປົກ ກະຕິປານໃດ.

ອັນນີ້ບໍ່ແມ່ນການເວົ້າປົກກະຕິ,ຜູ້ຄົນໂດຍທົ່ວໄປບໍ່ໄດ້ເວົ້າວ່າ “ໝໍນັ້ນແມ່ນຄົນປະ ເພດແປກປະຫຼາດ,ລາວອະທິຖານສຽງດັງໂດຍຕົນເອງ” ພວກເຂົາບໍ່ໄດ້ເວົ້າໃນຖານະເປັນ ກົດອັນໜື່ງ, ແຕ່ພວກເຂົາຄິດມັນ, ແລະພວກໝູ່ທີ່ບໍ່ແມ່ນຄຣິສຕຽນຂອງທ່ານກໍຄິດ, ພວກເຂົາຈະເວົ້າຢ່າງເຊັ່ນວ່າ“ຢ່າໄປເຄັ່ງສາສະໜາຫຼາຍ, ຢ່າສູ່ໄປເປັນຄົນທີ່ບ້ານໍາສິ່ງໃດ ສິ່ງໜຶ່ງ” - ແບບນັ້ນ, ເຫດຜົນທີ່ເລື່ອງນີ້ເປັນເລື່ອງທົ່ວໄປກໍເພາະວ່າມະນຸດຢູ່ໃນສະພາບ ຂອງບາບ.

“ເພາະວ່າໃຈຊຶ່ງປັກຢູ່ກັບເນື້ອໜັງນັ້ນກໍເປັນສັດຕູຕໍ່ພຣະເຈົ້າ(ເປັນສັດຕູຕໍ່ ພຣະເຈົ້າ)” (ໂຣມ 8:7)

ໃນສະພາບທີ່ຍັງບໍ່ລອດຂອງເຂົາມະນຸດທຸກຄົນ:

“ຕາມສັນດານເຮົາຈື່ງເປັນລູກແຫ່ງພຣະອາຊະຍາ” (ເອເຟໂຊ 2:3)

ນັ້ນແຫຼະຄືສາເຫດທີ່ພວກເພື່ອນທີ່ຍັງບໍ່ລອດ ແລະພວກພີ່ນ້ອງຈະເຮັດທຸກຢ່າງທີ່ເຮັດໄດ້ ເພື່ອເກ້ຍກ່ອມທ່ານບໍ່ໃຫ້ຄິດຈິງຈັງກ່ຽວກັບການສະແຫວງຫາພຣະເຈົ້າ, ພວກເຂົາອາດຈະ ພະຍາຍາມເຮັດໃຫ້ທ່ານໄປຄຣິສຕະຈັກອື່ນ ຫຼືໄປຄຣິສຕະຈັກ“ຂອງພວກເຂົາ”-ຫຼືເຮັດອັນ ໃດກໍໄດ້ເພື່ອຮັກສາທ່ານບໍ່ໃຫ້ກັບມາຄຣິສຕະຈັກນີ້ອີກ, ເປັນຫຍັງລະ?ກໍເພາະພວກເຂົາຮູ້ດີ ວ່າຄຣິສຕະຈັກ“ຂອງເຂົາ”ເຢັນຊ່າແລະວ່າພຣະເຈົ້າບໍ່ໄດ້ຢູ່ບ່ອນນັ້ນ,ເຫດຜົນອັນແທ້ຈິງຂອງເຂົາກໍຄືເພື່ອພະຍາຍາມກັ້ນທ່ານຈາກພຣະເຈົ້າ.

“ເພາະວ່າໃຈຊຶ່ງປັກຢູ່ກັບເນື້ອໜັງນັ້ນກໍເປັນສັດຕູຕໍ່ພຣະເຈົ້າ” (ໂຣມ 8:7)

ໃນສະພາບທີ່ບໍ່ສໍານຶກຜິດມະນຸດເຮົາໄດ້ກະບົດຕໍ່ພຣະເຈົ້າ, ເມື່ອພຣະເຈົ້າເລີ່ມຕົ້ນທີ່ຈະ ເອີ້ນທ່ານ,ພວກໝູ່ທີ່ຫຼົງຫາຍແລະພີ່ນ້ອງຂອງທ່ານຈະພະຍາຍາມທີ່ຈະດຶງທ່ານກັບ ແລະ ເກັບທ່ານຈາກພຣະເຈົ້າ,ພໍ່ແມ່ແລະເພື່ອນຝູງທີ່ບໍ່ເຊື່ອຂອງທ່ານອາດຈະເຮັດແບບດຽວກັນ ກັບທ່ານ.

ແຕ່ພຣະເຢຊູຕັດວ່າ:

“ເຮົາບອກຄວາມຈິງແກ່ທ່ານທັງຫລາຍວ່າ ເວລາທີ່ກຳນົດນັ້ນໃກ້ຈະເຖິງແລ້ວ ແລະບັດນີ້ກໍເຖິງແລ້ວ ຄືເມື່ອຜູ້ທີ່ຕາຍແລ້ວຈະໄດ້ຍິນພຣະສຸລະສຽງແຫ່ງພຣະບຸດຂອງພຣະເຈົ້າ ແລະບັນດາຜູ້ທີ່ໄດ້ຍິນຈະມີຊີວິດ” (ໂຢຮັນ 5:25)

ເຖິງແມ່ນວ່າທ່ານຈະຕາຍຝ່າຍວິນຍານອີງຕາມເອເຟໂຊ 2:1,5 ພຣະບຸດຂອງພຣະເຈົ້າກໍ ເລີ່ມທີ່ຈະເອີ້ນທ່ານ, ຢູ່ໃນສະພາບຕາຍຂອງທ່ານ,ທ່ານ“ໄດ້ຍິນສຽງຂອງພຣະບຸດຂອງພຣະ ເຈົ້າ” ເມື່ອສິ່ງນັ້ນເກີດຂື້ນທ່ານກໍຈະບໍ່ມີຄວາມພໍໃຈໃນການດໍາລົງຊີວິດທີ່ປາສະຈາກພຣະ ເຢຊູພຣະບຸດຂອງພຣະເຈົ້າຂອງທ່ານອີກຕໍ່ໄປ, ທ່ານຈະຢາກໄດ້ບາງສິ່ງບາງຢ່າງຕື່ມອີກ, ຫຼັງຈາກນັ້ນທ່ານກໍຈະສະແຫວງຫາພຣະເຢຊູ, ແຕ່ໃນຂະນະທີ່ທ່ານຢູ່ໃນສະພາບທີ່ຕາຍ ແລະບໍ່ຕື່ນທ່ານກໍຈະຍັງຄົງພໍໃຈທີ່ຈະມີຊີວິດແລະຕາຍປາສະຈາກພຣະຄຣິດ, ມີພຽງເມື່ອ ພຣະວິນຍານບໍລິສຸດສະແດງໃຫ້ທ່ານເຫັນວ່າມີບາງສິ່ງບາງຢ່າງທີ່ຜິດພາດຢູ່ພາຍໃນທ່ານ - ວ່າໃຈຂອງທ່ານບໍ່ມີພຣະເຈົ້າ - ພຽງເມື່ອທ່ານເຫັນຄວາມບົກຜ່ອງນີ້ໃນໂຕທ່ານເອງ ທ່ານຈື່ງຈະມາສົນໃຈໃນພຣະເຢຊູຄຣິດ.

“ຄົນປົກກະຕິບໍ່ຕ້ອງການໝໍແຕ່ຄົນເຈັບຕ້ອງການໝໍ” (ລູກາ 5:31)

III. ສາມ ຄົນທີ່ພໍໃຈກັບໃຈທີ່ຊົ່ວຂອງຕົນເອງຈະບໍ່ຮູ້ສຶກຕ້ອງການພຣະເຢຊູ.

ປົກກະຕິພຣະເຈົ້າຈະເວົ້າຕໍ່ອາລົມຄວາມຮູ້ສຶກຂອງເຮົາກ່ອນ, ເມື່ອພຣະວິນຍານບໍ ລິສຸດເລີ່ມວຽກການໂນ້ມນ້າວຂອງພຣະອົງ,ພຣະອົງຈະເຮັດໃຫ້ເຮົາຮູ້ສຶກບາບ.

ສັງເກດວ່າພຣະຄໍາພີບອກເຮົາຫຼາຍປານໃດວ່າຜູ້ຄົນຈະຖືກຂັບເຄື່ອນດ້ວຍອາລົມ ເມື່ອເຂົາໄດ້ຮັບຄວາມລອດ, ຜູ້ຍິງທີ່ຈຸບຕີນຂອງພຣະເຢຊູຖືກຂັບເຄື່ອນດ້ວຍອາລົມ:

“ແລະເບິ່ງເແມ້ມີຜູ້ຍິງຄົນໜຶ່ງໃນເມືອງນັ້ນຊຶ່ງເປັນຍິງຊົ່ວເມື່ອຮູ້ວ່າພຣະເຢຊູຊົງເອນພຣະກາຍລົງສະເວີຍຢູ່ໃນເຮືອນຂອງຄົນຟາລິສີນັ້ນນາງຈຶ່ງຖືຂວດນ້ຳມັນຫອມ ມາຢືນຢູ່ຂ້າງຫລັງໃກ້ພຣະບາດຂອງພຣະອົງເລີ່ມຮ້ອງໄຫ້ນ້ຳຕາໄຫລຊຳລະພຣະບາດແລະເອົາຜົມເຊັດຈຸບພຣະບາດຂອງພຣະອົງແລະລ້າງພຣະບາດດ້ວຍນ້ຳມັນຫອມນັ້ນ” (ລູກາ 7:37-38)

ໃນບໍ່ຊ້ານາງກໍມາຫາພຣະເຢຊູແລະລອດ.

ໃນວັນເພັນເທດສະເຕພວກທີ່ໄດ້ຍິນຄໍາເທດສະໜາຂອງເປໂຕ:

“ກໍຮູ້ສຶກແທງໃຈ” (ກິດຈະການ 2:37)

ນີ້ໝາຍຄວາມວ່າພວກເຂົາຖືກ“ແທງຫົວໃຈ” ເວົ້າເຖິງເລື່ອງອາລົມ, ຜູ້ຄຸມຄຸກຢູ່ເມືອງຟີລິບ ປີ:

“ເຂົ້າໄປໂຕສັ່ນ” (ກິດຈະການ 2:37)

ອັກຄະສາວົກເປົາໂລກ່າວວ່າ:

“ໂອ ຂ້າພະເຈົ້າເປັນຄົນໜ້າສົມເພດແທ້ ໃຜຈະຊ່ວຍຂ້າພະເຈົ້າໃຫ້ພົ້ນຈາກຮ່າງກາຍແຫ່ງຄວາມຕາຍນີ້ໄດ້” (ໂຣມ 7:24)

ກໍລະນີເຫຼົ່ານີ້ໃນພຣະຄໍາພີໄດ້ສະແດງໃຫ້ເຫັນວ່າພຣະເຈົ້າຊົງຂັບເຄື່ອນຄວາມຮູ້ສຶກຂອງຜູ້ຄົນເພື່ອທີ່ເຂົາຈະກາຍເປັນຄົນທີ່ບໍ່ພໍໃຈກັບໃຈທີ່ຊົ່ວຂອງເຂົາ, ຄ່າສະເລ່ຍທີ່ປົກກະຕິ ໃນທຸກການກັບໃຈໃໝ່ແທ້,ສີ່ງທີ່ຄືກັນຢູ່ໃນທຸກການການກັບໃຈໃໝ່ແທ້ກໍຄືເລື່ອງນີ້ - ຜູ້ຄົນ ພາຍນອກກາຍເປັນຄົນທີ່ບໍ່ພໍໃຈກັບຕົນເອງ, ພວກເຂົາແນມເບິ່ງໃຈຂອງເຂົາແລະເຂົາເຫັນ ຄວາມບາບຢູ່ຫັ້ນ, ພວກເຂົາບໍ່ມັກໃນສິ່ງທີ່ເຂົາເຫັນໃນໂຕຂອງເຂົາ, ພວກເຂົາບໍ່ມັກໃຈ ຂອງເຂົາເອງ! ພວກເຂົາບໍ່ພໍໃຈກັບສິ່ງທີ່ເຂົາເປັນ.

ມີປັດໄຈມະນຸດອັນໜື່ງທີ່ຢູ່ເບື້ອງຫຼັງພວກເກັບພາສີແລະ ພວກຄົນບາບທີ່ເຮັດໃຫ້ ເຂົາພ້ອມທີ່ຈະມາຫາພຣະເຢຊູ - ໃນຂະນະທີ່ພວກທໍາມາຈານແລະພວກເກັບພາສີແຍກ ອອກຈາກພຣະອົງ.

“ຄົນປົກກະຕິບໍ່ຕ້ອງການໝໍແຕ່ຄົນເຈັບຕ້ອງການໝໍ” (ລູກາ 5:31)

ຄໍາຖາມສໍາຫຼັບພວກທ່ານໃນເຊົ້ານີ້ກໍຄືທ່ານບໍ່ມີຄວາມພໍໃຈບໍ?ພວກທ່ານບໍ່ມີຄວາມສຸກກັບທາງຊີວິດຂອງທ່ານບໍ? ທ່ານປ່ວຍເນື່ອງຈາກການມີຊີວິດທີ່ບໍ່ມີພຣະເຈົ້າບໍ?ທ່ານບໍ່ ພໍໃຈກັບໃຈຂອງທ່ານເອງບໍ? ທ່ານຮູ້ສຶກສໍານຶກເລື່ອງບາບຂອງທ່ານບໍ? ຖ້າຫາກມີຂັ້ນ ຂອງຄວາມບໍ່ພໍໃຈແລະການສໍານຶກຜິດເລື່ອງບາບຢູ່ໃນທ່ານອີງຕາມສີ່ງເຫຼົ່ານີ້, ຫຼັງຈາກນັ້ນ ທ່ານອາດພ້ອມທີ່ຈະມາຫາໝໍຜູ້ຍິ່ງໃຫຍ່ຄືພຣະເຢຊູ,ຫຼັງຈາກນັ້ນພຣະຄຣິດຊົງເປັນຜູ້ດຽວທີ່ ສາມາດຊ່ວຍທ່ານໃຫ້ລອດຈາກບາບ, ພຣະອົງຊົງເປັນພຽງຜູ້ດຽວທີ່ຕາຍເພື່ອຄວາມບາບ ຂອງທ່ານ, ພຣະອົງຊົງເປັນຜູ້ດຽວທີ່ຊົງຟື້ນຂື້ນມາພ້ອມດ້ວຍຮ່າງກາຍຈາກຄວາມຕາຍເພື່ອ ມອບຊີວິດໃຫ້ແກ່ທ່ານ, ພຣະອົງຊົງເປັນຜູ້ດຽວທີ່ນັ່ງທີ່ພຣະຫັດເບື້ອງຂວາຂອງພຣະເຈົ້າໃນ ສະຫວັນອະທິຖານເພື່ອທ່ານ, ທ່ານພ້ອມທີ່ຈະມາຫາພຣະອົງຫຼືຫຍັງ? ທ່ານພ້ອມທີ່ຈະຖືກ ຊໍາລະລ້າງອອກຈາກຄວາມຜິດບາບຂອງທ່ານໂດຍພຣະໂລຫິດຂອງພຣະອົງບໍ?

“ຄົນປົກກະຕິບໍ່ຕ້ອງການໝໍແຕ່ຄົນເຈັບຕ້ອງການໝໍ” (ລູກາ 5:31)

ຖ້າພວກທ່ານຢາກຈະສົນທະນາກັບພວກເຮົາກ່ຽວກັບຄວາມລອດໃນພຣະຄຣິດ, ຂໍ ເຊີນມານັ່ງສອງແຖວທາງໜ້ານີ້ໃນຂະນະທີ່ຄົນອື່ນຂື້ນໄປງານລ້ຽງຢູ່ຊັ້ນເທິງ, ຂໍເຊີນ ດຣ.ໄຮເມີ ມາອະທິຖານປິດການນະມັດສະການນີ້ແດ່.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ໂນອາ ຊອງ: ລູກາ 5:27-35.
ບັນເລງເພງກ່ອນເທດສະໜາໂດຍ ເບັນຈາມິນ ຄິນເຄດກຣິຟຟິດ:
“I Am Amazed” (by A. H. Ackley, 1887-1960).

ໂຄງຮ່າງບົດເທດສະໜາ

ການຊ່ວຍໃຫ້ພົ້ນແມ່ນສໍາຫຼັບຄົນທີ່ບໍ່ພໍໃຈເທົ່ານັ້ນ

DELIVERANCE IS ONLY FOR THE DISSATISFIED

ຄໍາເທດສະໜາຂຽນໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
ແລະເທດໂດຍ ຈອນຊາມູເອວ ເຄແກນ

“ພຣະເຢຊູຕັດຕອບເຂົາວ່າ ຄົນປົກກະຕິບໍ່ຕ້ອງການໝໍແຕ່ຄົນເຈັບຕ້ອງການໝໍ ເຮົາບໍ່ໄດ້ມາເພື່ອຈະເອີ້ນຄົົນທີ່ເຫັນວ່າຕົວຊອບທຳແຕ່ມາເອີ້ນຄົນບາບໃຫ້ກັບໃຈເສຍໃໝ່” (ລູກາ 5:31-32)

(ລູກາ 5:28,30; 18:9)

I.      ໜື່ງ ຄົນທີ່ພໍໃຈກັບທາງແຫ່ງຊີວິດຂອງຕົນຈະບໍ່ຮູ້ສຶກຕ້ອງການພຣະເຢຊູເລີຍ.
ລູກາ 19:5-10; ມັດທາຍ 9:12.

II.    ສອງ ຄົນທີ່ພໍໃຈກັບຄວາມບໍ່ມີພຣະເຈົ້າຂອງຕົນຈະບໍ່ຮູ້ສຶກຕ້ອງການພຣະເຢຊູ
.ໂຣມ 3:11;ເອເຟໂຊ 4:18; 2:12;ໂຣມ 8:7;ເອເຟໂຊ 2:3;ໂຢຮັນ 5:25.

III.  ສາມ ຄົນທີ່ພໍໃຈກັບໃຈທີ່ຊົ່ວຂອງຕົນເອງຈະບໍ່ຮູ້ສຶກຕ້ອງການພຣະເຢຊູ.
ລູກາ 7:37-38; ກິດຈະການ 2:37; 16:29; ໂຣມ 7:24.