Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຄວາມເສົ້າທີ່ອ່ອນໂຍນແລະຮຸນແຮງ

A SOFT AND VIOLENT SADNESS
(Laotian)

ໂດຍ ຈອນຊາມຸເອວເຄແກນ
by Mr. John Samuel Cagan

ຄໍາເທດສະໜາເທດທີີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 30/4/2017
A sermon preached at the Baptist Tabernacle of Los Angeles
Lord’s Day Morning, April 30, 2017

“ມີຜູ້ຍິງຄົນໜຶ່ງເປັນໂລກຕົກເລືອດໄດ້ສິບສອງປີມາແລ້ວແລະໄດ້ໃຊ້ຊັບສິນທັງໝົດຂອງນາງເປັນຄ່າໝໍ ແຕ່ບໍ່ມີຜູ້ໃດຮັກສາໃຫ້ຫາຍໄດ້ ຜູ້ຍິງນັ້ນແອບມາຂ້າງຫລັງຖືກຕ້ອງເສື້ອຂອງພະອົງແລະໃນທັນໃດນັ້ນເລືອດທີ່ໄຫຼກໍຢຸດ” (ລູກາ 8:43-44)


ຜູ້ຍິງຄົນໜື່ງປ່ວຍໜັກຫຼາຍ, ນາງເຮັດທຸກຢ່າງທີ່ເຮັດໄດ້ເພື່ອຮັກສາພະຍາດຂອງ ຕົນ, ນາງໄດ້ໄປຫາໝໍຫຼາຍຄົນມາແລ້ວແຕ່ພວກເຂົາກໍບໍ່ສາມາດຮັກສານາງໄດ້, ນາງໄດ້ ໃຊ້ເງີນຂອງນາງທີ່ມີຢູ່ໃນໂລກນີ້ໄປຈົນໝົດເພື່ອຮັກສາພະຍາດຂອງນາງ, ນາງພະຍາຍາມ ປິ່ນປົວທຸກວິທີທາງທີ່ນາງສາມາດຈ່າຍໄດ້ແຕ່ກໍບໍ່ມີຈັກອັນທີ່ຮັກສາໄດ້, ພາຍໃຕ້ການຮັກສາ ຂອງພວກໝໍໃນສະໄໝຂອງນາງນາງໄດ້ທົນທຸກທໍລະມານຜ່ານວິທີທີ່ພວກເຂົາຮັກສານາງ ນາງຖືກພິຈາລະນາວ່າເປັນຄົນບໍ່ສະອາດໂດຍພວກຢິວໃນສະໄໝນັ້ນ, ນາງອາໄສຢູ່ໃນສາ ສະໜາແລະສັງຄົມທີ່ຖືກແຍກອອກຈາກກັນ, ນາງໂດດດ່ຽວແລະບໍ່ມີໃຜຢາກເວົ້ານໍາ. ນາງໝົດທາງເລືອກແລ້ວ,ນາງໝົດຫວັງ, ນາງບໍ່ມີຄວາມຫວັງໃດຈົນນາງໄດ້ເຫັນ ພຣະເຢຊູ, ນາງແນມເຫັນພຣະເຢຊູຢູ່ໃນຝູງຊົນ, ນາງຮູ້ດີວ່າພຣະເຢຊູສາມາດຮັກສາ ນາງໄດ້, ນາງຕ້ອງໄປຫາພຣະເຢຊູ, ນາງບໍ່ຮູ້ວ່ານາງຈະສາມາດເອື້ອມໄປເຖິງພຣະເຢຊູຫຼື ບໍ, ພຣະອົງເບິ່ງຄືວ່າຢູ່ຫ່າງໄກຫຼາຍເຊິ່ງເບິ່ງຄືວ່າເປັນໄປບໍ່ໄດ້ທີ່ນາງຈະໄດ້ຮັບການຮັກສາ ໄດ້, ແຕ່ນາງກໍພະຍາຍາມເຮັດທຸກຢ່າງແລະນາງກໍຮູ້ດີວ່າມີພຽງຄົນດຽວເທົ່ານັ້ນທີ່ສາມາດ ຮັກສານາງໃຫ້ດີໄດ້ນັ້ນກໍຄືພຣະເຢຊູ, ນາງຈື່ງບຽດແຍ່ໄປຕາມຝູງຄົນແລະເຂົ້າຫາພຣະເຢຊູ ນາງຄ່ອນຂ້າງເອື້ອມບໍ່ເຖິງພຣະເຢຊູແຕ່ນາງກໍສາມາດແຕະຕ້ອງປາຍເສື້ອຂອງພຣະອົງໄດ້ ໃນວິນາທີທີ່ນາງແຕະຖືກແຄມເສື້ອຂອງພຣະເຢຊູຄວາມປ່ວຍຂອງນາງກໍຖືກຮັກສາທັນທີ ແລະພຣະເຢຊູໄດ້ເຮັດໃຫ້ນາງດີສະອາດ, ເລື່ອງນີ້ກ່ຽວຂ້ອງໂດຍກົງກັບພວກທ່ານ.

I. ໜື່ງ ພວກທ່ານປ່ວຍ.

ມະນຸດທຸກຄົນເປັນຄົນປ່ວຍ, ມະນຸດຊາດໄດ້ຕິດເຊື້ອພະຍາດຄວາມເຈັບປ່ວຍເຊິ່ງ ໄດ້ຕົກໃສ່ມະນຸດເອງ, ຜົນຂອງຄວາມເຈັບປ່ວຍນີ້,ຜູ້ຄົນໄດ້ທໍາຮ້າຍກັນແລະກັນ,ເອົາຜົນປະ ໂຫຍດຂອງກັນແລະກັນແລະສຸດທ້າຍທໍາລາຍແມ່ນແຕ່ໂຕເຂົາເອງ, ຄວາມເຈັບປ່ວຍບໍ່ ແມ່ນຄວາມລັບ, ວິທະຍາສາດແລະປະຫວັດສາດທັງສອງເຄີຍປະເຊີນໜ້າກັບຄວາມເຈັບ ປ່ວຍນີ້ມາແລ້ວ,ເຖິງແມ່ນວ່າພວກເຂົາອາດຈະໃສ່ຊື່ມັນຕ່າງກັນກໍຕາມ, ຄວາມເຈັບປ່ວຍນີ້ ເປັນທີ່ຮູ້ຈັກໂດຍພຣະເຈົ້າໃນຖານະບາບ, ຄວາມບາບໄດ້ຕິດເຊື້ອໄປຫາມະນຸດທຸກຄົນ, ຄວາມບາບແຜ່ມາຮອດທ່ານ, ພຣະຄໍາພີກ່າວວ່າ:

“ເພາະວ່າທຸກຄົນເຮັດບາບແລະເສື່ອມຈາກສະຫງ່າລາສີຂອງພຣະເຈົ້າ”(ໂຣມ 3:23)

ທຸກຄົນໄດ້ຮັບການຕິດເຊື້ອພະຍາດບາບ, ເຖິງແມ່ນວ່າບາບໄດ້ຮັບການຝຶກຝົນ ແລະສົມບູນແບບຕະຫຼອດອາຍຸການໃຊ້ງານ,ແຕ່ຄວາມບາບກໍບໍ່ຈໍາເປັນຕ້ອງຮຽນຮູ້, ທໍາມະ ຊາດບາບໄດ້ພັດທະນາຮ້າຍແຮງຂື້ນຢູ່ໃນທ່ານ, ຄວາມບາບກະທົບຕໍ່ທຸກສິ່ງທີ່ທ່ານເຮັດ, ເມື່ອທ່ານເປັນຄົນບໍ່ຊື່ສັດມັນກໍເປັນຫຼັກຖານເຖິງຄວາມປ່ວຍຂອງບາບ, ເມື່ອທ່ານເບິ່ງຮູບ ໂປ້ມັນກໍເປັນເພາະທ່ານເປັນຄົນບາບ, ທ່ານບໍ່ໄດ້ກາຍເປັນຄົນບາບໂດຍການເຮັດໃນສິ່ງທີ່ ຜິດ, ຄວາມປ່ວຍໃນເລື່ອງບາບຂອງທ່ານຖືກສືບທອດມາ, ທ່ານເກີດມາເປັນຄົນບາບ, ທ່ານເປັນຄົນບາບແລະເພາະທ່ານເປັນຄົນບາບຈື່ງເຮັດໃຫ້ທ່ານເຮັດໃນສິ່ງທີ່ຜິດ, ບາບໄດ້ ເຮັດໃຫ້ໃຈຂອງທ່ານຕິດເຊື້ອພະຍາດ,ໃນຄວາມຄິດງຽບໆຂອງທ່ານ,ທ່ານຢາກຈະເຮັດສີ່ງທີ່ຊົ່ວຮ້າຍຫຼາຍຢ່າງເຊີ່ງທ່ານບໍ່ໄດ້ເຮັດ, ທ່ານອາດຈະຮ້າຍລົງກວ່າທີ່ເປັນຢູ່ຖ້າຫາກທ່ານໄດ້ ຮັບໄປກັບມັນ, ຫົວໃຈຂອງທ່ານສາມາດຈິນຕະນາການໄດ້ງ່າຍຄືກັບທີ່ປອດຂອງທ່ານສ້າງ ລົມຫາຍໃຈ ໃຈຂອງທ່ານຍອມໃຫ້ທ່ານປາດຖະໜາສິ່ງທີ່ເປັນຕາຢ້ານຢ່າງລັບໆໃນຂະນະ ດຽວກັນກໍປອມໂຕເປັນຄົນດີ, ທ່ານຕິດເຊື້ອບາບແລະບາບຄືສິ່ງທີ່ເຮັດໃຫ້ຄົນເຫັນແກ່ຕົວ, ຫລອກລວງ ແລະເປັນຕາຂີ້ດຽດ, ພຣະຄໍາພີກ່າວວ່າ:

“ຂ້າພະອົງທຸກຄົນໄດ້ກາຍເປັນເໝືອນສິ່ງທີ່ບໍ່ສະອາດແລະການກະທໍາອັນ ຊອບທໍາຂອງຂ້າພະອົງທຸກຢ່າງເໝືອນເສື້ອຜ້າທີ່ສົກກະປົກ ຂ້າພະອົງທຸກ ຄົນແຫ້ວລົງຄືກັບໃບໄມ້ ແລະຄວາມຊົ່ວຊ້າຂອງຂ້າພະອົງທັງຫຼາຍໄດ້ພັດ ພາຂ້າພະອົງໄປເໝືອນລົມ”(ເອຊາຢາ 64:6)

ຄວາມບາບຄືຄວາມເຈັບປ່ວຍ, ຄວາມບາບມີອາການເຊັ່ນດຽວກັບຜົນກະທົບ ຕ່າງໆ, ໃນຖານະຜົນຂອງຄວາມບາບຜູ້ຄົນມັກຈະບໍ່ມີຄວາມສຸກກັບຊີວິດຂອງເຂົາເອງ,ຜູ້ ຄົນຈະອາຍ, ເສຍໃຈແລະເຈັບປວດຍ້ອນຜົນຂອງບາບ, ໃນວິນາທີແຫ່ງການສະທ້ອນທີ່ ງຽບສະຫງົບທ່ານສາມາດຮູ້ສຶກເຖິງຄວາມມືດພາຍໃນໂຕຂອງທ່ານໄດ້, ບາງຄັ້ງທ່ານສາ ມາດຮູ້ສຶກພາຍໃນເຖິງຄວາມເສົ້າທີ່ເບິ່ງຄືວ່າຈະມາພ້ອມກັບຄວາມໄຮ້ດຽງສາ, ຊີວິດຂອງ ທ່ານຕັນໂດຍຄວາມຮູ້ສຶກວ່າງເປົ່າທີ່ບໍ່ສາມາດອະທິບາຍໄດ້, ທ່ານຮູ້ສຶກເຖິງອາການຂອງ ບາບ, ບາງເທື່ອທ່ານກໍຮູ້ສຶກເລິກໆພາຍໃນໂຕທ່ານແຮງດຶງດູດຂອງສະຖານະການຂອງຕົນ ໃນຂະນະທີ່ມັນດຶງທ່ານດ້ວຍຄວາມເສົ້າທີ່ອ່ອນໂຍນແລະຮຸນແຮງ, ພວກທ່ານເຄີຍມີຊ່ວງ ເວລາທີ່ທ່ານເຄີຍຮູ້ສຶກແບບນີ້ແຕ່ຢ່າງໃດກໍດີທ່ານກໍຮູ້ດີວ່າທ່ານບໍ່ສາມາດມີຄວາມຮູ້ສຶກແບບນີ້ເປັນເວລາດົນໄດ້, ເກືອບຈະຕອບສະໜອງການມີຊີວິດຢູ່ລອດທ່ານເລີ່ມທີ່ຈະສະແຫວງ ຫາການຢຽວຢາຮັກສາ, ແລະເຊັ່ນດຽວກັບສ່ວນທີ່ເຫຼືອຂອງໂລກທ່ານເລີ່ມທີ່ຈະສະແຫວງ ຫາການຢຽວຢາຮັກສາທີ່ສາມາດພົບໄດ້ໃນໂລກນີ້.

“ມີຜູ້ຍິງຄົນໜຶ່ງເປັນໂລກຕົກເລືອດໄດ້ສິບສອງປີມາແລ້ວແລະໄດ້ໃຊ້ຊັບສິນທັງໝົດຂອງນາງເປັນຄ່າໝໍ ແຕ່ບໍ່ມີຜູ້ໃດຮັກສາໃຫ້ຫາຍໄດ້”(ລູກາ 8:43)

II. ສອງ ທ່ານໄດ້ຄົ້ນຫາວິທີຮັກສາອາການປ່ວຍຂອງທ່ານ.

ມີການຮັກສາຫຼາຍຢ່າງທີ່ຖືກນໍາສະເໜີສໍາຫຼັບອາການຂອງບາບ, ຜູ້ຄົນໄດ້ຮຽນຮູ້ທີ່ ຈະຈົ່ມນໍ້າຕາຍຈາກອາການຂອງບາບດ້ວຍຄວາມເພີດເພີນກັບຄວາມສະໜຸກສະໜານ,ທົ່ວ ໂລກຜູ້ຄົນຫຼີ້ນຢາເສບຕິດເພື່ອໜີອາການຕ່າງໆຂອງບາບ,ບາງສິ່ງບາງຢ່າງກ່ຽວກັບການມີຊີວິດຢູ່ບໍ່ເປັນທີ່ໜ້າພໍໃຈຫຼາຍແລະຢາເມັດ,ເຂັມຫຼືຂວດສາມາດເຮັດໃຫ້ມັນຫາຍໄປໄດ້ແຕ່ພຽງເລັກນ້ອຍເທົ່ານັ້ນ, ນອກຈາກນີ້ທ່ານອາດສູນເສຍໂຕເອງໃນຄວາມມ່ວນຊື່ນໃນຖານະເປັນ ວິທີຫລີກລ່ຽງອາການຕ່າງໆຂອງບາບ, ໂຕເລືອກຢາເສບຕິດຂອງທ່ານອາດຈະບໍ່ແມ່ນເຮ ໂຣອິນຫຼືແອວກໍຮໍແຕ່ບໍ່ວ່າມັນຈະເປັນຫຍັງກໍຕາມມັນກໍຄືການຮັກສາແລະຢາເສບຕິດ.

ການຮັກສາຄວາມສຸກຖືກນໍາສະເໜີໃນການປອມຕົວຫຼາຍຢ່າງ, ຜູ້ຄົນໃນປະຈຸບັນນີ້ ກໍາລັງຕິດກັບໂລກສະເໝືອນຈິງ, ການສຶກສາລ້າສຸດໄດ້ກ່າວເຖິງໃນ Business Insider ພົບ ວ່າຄົນທົ່ວໄປແຕະສະມາດໂຟນຂອງຕົນແຕ່ 2,000 ຫາ 5,000 ເທື່ອຕໍ່ມື້,ຜູ້ຄົນກໍາລັງຕິດ ທີ່ຈະແລ່ນຕາມຂໍ້ມູນ, ການສື່ສານແລະການສໍາຫຼວດທີ່ເທັກໂນໂລຢີຍື່ນໃຫ້ພວກເຂົາໄດ້, ພວກເຂົາຖືກຄອບງໍາດ້ວຍຂໍ້ມຸນ,ເພື່ອທີ່ເຂົາຈະບໍ່ຕ້ອງຄິດ-ຮູ້ສຶກເຖິງອາການຂອງບາບໄດ້.

ພວກທ່ານເຊັ່ນກັນມີສະມາດໂຟນຢູ່ໃນຖົງຂອງທ່ານ, ທຸກເທື່ອທີ່ວ່າງທ່ານກໍຈະສູນ ເສຍໂຕຂອງທ່ານໃນໂທລະສັບຂອງທ່ານ, ໃນຊ່່ອງວ່າງລະຫວ່າງການກະທໍາໂດຍເຈດ ຕະນາທ່ານຈະດຶງໂທລະສັບອອກຈາກກະເປົາຂອງທ່ານໂດຍບໍ່ເຈດຕະນາ, ທ່ານມີທາງໜີ ທ່ານໄດ້ຮັບການຮັກສາ,ທ່ານກໍາລັງຖືກຮັກສາອາການບາບແຕ່ທ່ານຍັງບໍ່ທັນຫາຍດີແທ້.

“ມີຜູ້ຍິງຄົນໜຶ່ງເປັນໂລກຕົກເລືອດໄດ້ສິບສອງປີມາແລ້ວແລະໄດ້ໃຊ້ຊັບສິນທັງໝົດຂອງນາງເປັນຄ່າໝໍ ແຕ່ບໍ່ມີຜູ້ໃດຮັກສາໃຫ້ຫາຍໄດ້”(ລູກາ 8:43)

ເທັກໂນໂລຢີໄດ້ເຮັດໃຫ້ທ່ານເຂົ້າສູ່ອີກໂລກໜື່ງ,ເທັກໂນໂລຢີຍອມໃຫ້ທ່ານພົບກັບໂລກອັນໜື່ງທີ່ເບິ່ງຄືວ່າເປັນຕາປາດຖະໜາຫຼາຍກວ່າບ່ອນທີ່ທ່ານເກີດ, ຜູ້ຄົນໃຊ້ເວລາເປັນ ເວລາຫຼາຍຊົ່ວໂມງທຸກມື້ເທິງເວັບໄຊສັງຄົມສື່ສານຕ່າງໆ, ຜູ້ຄົນຖ່າຍຮູບເປັນສິບ,ສິບຫ້າຫຼື ຊາວພາບຂອງໂຕເອງກ່ອນທີ່ເຂົາຈະສາມາດພົບການນໍາສະເໜີຢ່າງສົມບູນແບບເພື່ອປະ ດິດສະຖານໃນຄວາມເໝືອນຈິງຂອງເຂົາ, ພວກເຂົາສະແດງໂຕເອງເປັນໃນສິ່ງທີ່ພວກເຂົາ ເຊື່ອວ່າໂຕເອງເປັນ, ພວກເຂົາສ້າງຮູບແລະໂພສແຕ່ລະອັນຢ່າງຮອບຄອບເພື່ອໃຫ້ໂລກສາ ມາດເຫັນເບິ່ງເຫັນວ່າໃຜເປັນໃຜ.

ພວກທ່ານມີບັນຊີເຟສບຸກ, ມີອິນສະຕຣາແກຣມ, ທ່ານຍັງໃຊ້ເວລາໃນການເລືອກ ມຸມທີ່ດີທີ່ສຸດແລະລັກສະນະຂອງໂຕເອງເພື່ອທີ່ໂລກຈະບໍ່ເຫັນບຸກຄົນທີ່ທ່ານຮູ້ດີວ່າໂຕເອງ ເປັນແບບນັ້ນ, ຖ້າທ່ານເຮັດໄດ້ຢ່າງຖືກຕ້ອງບາງເທື່ອໂລກສາມາດໂນ້ມນ້າວໃຫ້ທ່ານວ່າ ທ່ານງາມ,ວ່າທ່ານເປັນຄົນດີ,ວ່າທ່ານບໍ່ໄດ້ທຸກຈາກອາການຕ່າງໆຂອງບາບ, ທ່ານໄດ້ພົບ ການຮັກສາແຕ່ທ່ານຍັງບໍ່ໄດ້ຮັບການຮັກສາໃຫ້ຫາຍດີ.

“ມີຜູ້ຍິງຄົນໜຶ່ງເປັນໂລກຕົກເລືອດໄດ້ສິບສອງປີມາແລ້ວແລະໄດ້ໃຊ້ຊັບສິນທັງໝົດຂອງນາງເປັນຄ່າໝໍ ແຕ່ບໍ່ມີຜູ້ໃດຮັກສາໃຫ້ຫາຍໄດ້”(ລູກາ 8:43)

ສັງເກດເບິ່ງວ່າຊີວິດຂອງທ່ານມັນຫຍຸ້ງສໍາໃດ, ການຮູ້ສຶກສະພາບທີ່ແທ້ຈິງຂອງ ທ່ານຕ້ອງໃຊ້ເວລາ, ດັ່ງນັ້ນໃນຄວາມພະຍາຍາມທີ່ຈະລົບໜີຈາກສະພາບທີ່ແທ້ຈິງຂອງ ທ່ານ ທ່ານຕ້ອງກໍານົດເວລາໃຫ້ຊີວິດຂອງຕົນບໍ່ມີເວລາທັງໝົດ, ເຖິງແມ່ນວ່າເວລາວ່າງ ຂອງທ່ານກໍບໍ່ວ່າງ, ຈິດສໍານຶກຂອງທ່ານເຕັມໄປດ້ວຍເລື່ອງທີ່ກວນໃຈ, ພວກທ່ານໃຊ້ ເວລາຫຼາຍຊົ່ວໂມງແຕ່ລະມື້ຫຼີ້ນວິດີໂອເກມ, ໂລກສະເໝືອນຈິງຂອງທ່ານໄດ້ບຸກເຂົ້າໃນ ໂລກຄວາມຈິງ,ໃນຂະນະທີ່ທ່ານນັ່ງໃນຫ້ອງຮຽນຫຼືການຈາລະຈອນ ຫຼືໃນຄໍາເທດສະໜານີ້ ທ່ານກໍກໍາລັງຄິດເຖິງການກັບບ້ານແລະຫຼີ້ນເກມຕື່ມອີກຈັກໜ້ອຍ, ພວກທ່ານຫຍຸ້ງເກີນໄປທີ່ ຈະຮູ້ສຶກເຖິງຄວາມເສົ້າທີ່ໜຸ່ມນວນແລະຮ້າຍແຮງໃນຊີວິດຂອງທ່ານ, ທ່ານຫຍຸ້ງເກີນໄປທີ່ ຈະຈັບຄວາມເປັນຈິງຂອງສະຖານະການຂອງຕົນເອງ.

ທ່ານເສຍເວລາໝົດມື້ຢູ່ໜ້າຈໍຄອມພິວເຕີ, ທ່ານບໍ່ມັກໃນສິ່ງທີ່ມັນຮູ້ສຶກວ່ານັ່ງຢູ່ຄົນ ດຽວກັບຄວາມຄິດຂອງຕົນເອງ, ດັ່ງນັ້ນທ່ານຈື່ງຮັກສາກຸ່ມຄົນທາງອິນເຕີເນັດໄວ້ຕະຫຼອດ, ທ່ານບໍ່ສາມາດຢຸດມັນໄວ້ຈັກໜ້ອຍໄດ້ເລີຍເພາະທ່ານສຽບມັນຕະຫຼອດ,ພວກທ່ານສຽບເຂົ້າກັບເພງ,ວິດີໂອເກມ,ເຂົ້າອິນເຕີເນັດ,ເຂົ້າປະສົບການຄວາມມ່ວນຊື່ນຕ່າງໆ,ເຂົ້າກັບທຸກສິ່ງທຸກຢ່າງຍົກເວັ້ນຊີວິດຈິງ, ທ່ານບອກກັບໂຕເອງວ່າທ່ານບໍ່ໄດ້ຢ້ານອາການຂອງບາບ,ທ່ານ ເຮັດທຸກສິ່ງທີ່ທ່ານເຮັດເພາະຄວາມເບື່ອໜ່າຍ, ທ່ານເຮັດສິ່ງເຫຼົ່ານີ້ເພາະມັນມ່ວນ,ບໍ່ແມ່ນ ເພາະຈໍາເປັນຕ້ອງເຮັດ, ແລະທ່ານຢຸດເພື່ອສັງເກດວ່າທ່ານກໍາລັງໄລ່ຕາມຄວາມສະໜຸກສະ ໜານທ່ານອາດຈະສັງເກດວ່າກໍາລັງແລ່ນເພື່ອຊີວິດຂອງຕົນ, ບໍ່ມີເວລາທີ່ຈະໄປກັງວົນຫຼື ຫ່ວງໃຍເພາະທ່ານໄດ້ອອກແບບຊີວິດຂອງຕົນໃຫ້ຫຍຸ້ງຫຼາຍໂພດ,ພຣະຄໍາພີກ່າວວ່າ:

“ຄວາມສະຫງົບສຸກກໍາມືໜື່ງຍັງດີກວ່າການງານຕາກຕໍາສອງກໍາມືແລະກິນລົມກິນແລ້ງ”(ປັນຍາຈານ 4:6)

ທ່ານບອກກັບໂຕເອງວ່າທ່ານບໍ່ສາມາດຊ່ວຍໄດ້ເພາະຄາວຽກຫຼາຍ, ວ່າໂຕເອງມີ ເສັງກາງເທີມແລະຫຼັງຈາກນັ້ນກໍມີໂຄງການແລະຕໍ່ມາກໍມີວຽກ, ອັນນີ້ຈະບໍ່ມີວັນປ່ຽນ,ພວກ ທ່ານຈະຫຍຸ້ງຢູ່ກັບມັນຕະຫຼອດ, ທ່ານຕ້ອງການໃຫ້ຊີວິດຂອງຕົນເປັນແບບນີ້,ທ່ານເຊື່ອວ່າ ບ່ອນໃດບ່ອນໜື່ງໃນອະນາຄົດຂອງທ່ານມັນຈະແຕກຕ່າງ, ທ່ານເຊື່ອວ່າທ່ານຈະຮຽນຈົບ ແລ້ວເລີ່ມຫາເງີນໄດ້ແລະສຸດທ້າຍກໍຈະເປັນຄົນທີ່ທ່ານຮູ້ສຶກວ່າພູມໃຈ, ແຕ່ບໍ່ວ່າທ່ານຈະຈົບ ມາແຕ່ໃສ,ບໍ່ວ່າທ່ານຈະຫາເງີນຫຼາຍເທົ່າໃດ,ທ່ານກໍຈະບໍ່ພໍໃຈຕົນເອງແລະມັນຈະບໍ່ມີວັນພໍ ພຣະຄໍາພີກ່າວວ່າ:

“ເຂົາໄດ້ຄອດອອກມາຈາກທ້ອງຂອງແມ່ສັນໃດ ເຂົາຈະກັບໄປຢ່າງເປື່ອຍ ເປົ່າເຊັ່ນດຽວກັບທີ່ເຂົາມາສັນນັ້ນ ແລະເຂົາຈະເອົາອັນໃດເຊິ່ງເປັນຜົນຈາກ ແຮງງານຂອງເຂົາຕິດມືໄປບໍ່ໄດ້ເລີຍ”(ປັນຍາຈານ 5:15)

ຄວາມຫວັງຂອງທ່ານຈະບໍ່ເປັນປະໂຫຍດສໍາຫຼັບທ່ານ, ບໍ່ມີຈໍານວນເງີນແລະບໍ່ມີ ວຽກທີ່ສົມບູນແບບທີ່ຈະໃຫ້ລາງວັນທ່ານດ້ວຍປະສົບການທີ່ບໍລິສຸດທີ່ສຸດຂອງການດໍາລົງຊີວິດທີ່ຈິດໃຈຂອງທ່ານຫິວກະຫາຍ,ຊີວິດຂອງທ່ານຈະບໍ່ເຮັດໃຫ້ທ່ານພໍໃຈ, ພວກທ່ານບໍມີ ຄວາມສຸກ, ພວກທ່ານກໍາລັງທົນທຸກຈາກອາການຂອງບາບ, ແລະທ່ານກໍາລັງຮັກສາມັນ, ທ່ານກໍາລັງຮັກສາອາການຂອງບາບແຕ່ທ່ານຈະບໍ່ມີວັນໄດ້ພົບການຮັກສາໃຫ້ດີໄດ້.

“ມີຜູ້ຍິງຄົນໜຶ່ງເປັນໂລກຕົກເລືອດໄດ້ສິບສອງປີມາແລ້ວແລະໄດ້ໃຊ້ຊັບສິນທັງໝົດຂອງນາງເປັນຄ່າໝໍ ແຕ່ບໍ່ມີຜູ້ໃດຮັກສາໃຫ້ຫາຍໄດ້”(ລູກາ 8:43)

ບໍ່ມີການບໍາບັດໃດທີ່ຈະຮັກສາໂລກບາບໄດ້, ຄວາມສະໜຸກສະໜານທຸກຢ່າງໃນ ໂລກຈະບໍ່ມີວັນທີ່ຈະຮັກສາພະຍາດຕ່າງໆຂອງບາບໄດ້, ເອົາເງີນໝົດທັງໂລກມາລວມກັນ ກໍຈະບໍ່ສາມາດຊື້ການຮັກສາໄດ້, ແລະເພງເກົ່າໆກໍໄດ້ເວົ້າວ່າ:

ເພັດຫຼາຍເຮັກຕາ ພູທອງຄໍາຫຼາຍໜ່ວຍ
ແມ່ນໍ້າສາຍເງີນຕ່າງໆ,ເພັດພອຍນັບບໍ່ຖ້ວນ
ສິ່ງທັງໝົດບໍ່ສາມາດຊື້ແລະຂາຍຂ້າພະເຈົ້າໄດ້
ສັນຕິພາບເມື່ອເຮົາກໍາລັງນອນ ຫຼືຈິດສໍານຶກທີ່ຟຣີ
(“Acres of Diamonds” by Arthur Smith, 1959).

ທ່ານບໍ່ຕ້ອງການການຢຽວຢາຄວາມປ່ວຍຂອງບາບທ່ານເພີ່ມອີກ, ການຮັກສາທີ່ ທ່ານພະຍາຍາມຫຼາຍເທື່ອພຽງແຕ່ຈັດການອາການຕ່າງໆຂອງທ່ານ, ການຮັກສາຕ່າງໆຈັດ ການອາການຕ່າງໆໄດ້ແຕ່ບໍ່ໄດ້ລະບຸຄວາມເຈັບປ່ວຍ, ທ່ານຍັງຈະສືບການຮັກສາຈົນກວ່າ ທ່ານຈະໝົດແຮງທີ່ທ່ານມີ,ແລະໃນມື້ໜື່ງມັນກໍຈະສວາຍເກີນໄປ, ໂລກບາບຂອງທ່ານຈະ ຮ້າຍລົງແລະສືບຕໍ່ຮ້າຍລົງເລື່ອຍໆ, ຄວາມປ່ວຍຂອງທ່ານຈະຊືມເຊື້ອ, ຮ້າຍແຮງແລະ ເຮັດໃຫ້ຕາຍໄດ້, ຄວາມປ່ວຍຂອງບາບນີ້ຈະທໍາລາຍທ່ານ,ພຣະຄໍາພີກ່າວວ່າ:

“ເພາະວ່າຄ່າຈ້າງຂອງຄວາມບາບຄືຄວາມຕາຍແຕ່ຂອງປະທານຂອງພຣະ ເຈົ້າຄືຊີວິດນິລັນໃນອົງພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງເຮົາ”(ໂຣມ 6:23)

ທ່ານຕ້ອງການການຮັກສາສໍາຫຼັບຄວາມເຈັບປ່ວຍຂອງທ່ານ, ທ່ານຕ້ອງການພຽງ ແຕ່ການຮັກສາອັນດຽວຄື,ທ່ານຕ້ອງການພຣະເຢຊູຄຣິດ.

III. ສາມ ຢາຮັກສາຄວາມປ່ວຍຂອງບາບທ່ານກໍຄືພຣະເຢຊູ.

ຢາຮັກສາຄວາມປ່ວຍຂອງບາບຂອງທ່ານຈະຕ້ອງເລິກກວ່າການຮັກສາແບບຜິວ ເພີນ,ຄືກັບທີ່ຜູ້ຍິງໃນຂໍ້ພຣະຄໍາພີຂອງເຮົາເຮັດ,ທ່ານຈະຕ້ອງຫັນຫຼັງຈາກການຮັກສາຕ່າງໆແລ້ວຫັນມາຫາພຣະເຢຊູ.

“ມີຜູ້ຍິງຄົນໜຶ່ງເປັນໂລກຕົກເລືອດໄດ້ສິບສອງປີມາແລ້ວແລະໄດ້ໃຊ້ຊັບສິນ ທັງໝົດຂອງນາງເປັນຄ່າໝໍ ແຕ່ບໍ່ມີຜູ້ໃດຮັກສາໃຫ້ຫາຍໄດ້ ຜູ້ຍິງນັ້ນແອບມາຂ້າງຫລັງຖືກຕ້ອງເສື້ອຂອງພຣະອົງແລະໃນທັນໃດນັ້ນເລືອດທີ່ໄຫຼ[ກໍຢຸດ]”(ລູກາ 8:43-44)

ຜູ້ຍິງຄົນນີ້ໄດ້ພະຍາຍາມທຸກວິທີທາງທີ່ນາງເຮັດໄດ້ ແລະບໍ່ມີອັນໃດຮັກສາຄວາມ ປ່ວຍຂອງນາງໄດ້ຈົນນາງຫັນມາຫາພຣະເຢຊູ, ເຖິງຈະພະຍາຍາມຫຼາຍຢ່າງແຕ່ກໍບໍ່ມີໃຜ ສາມາດຮັກສານາງໄດ້, ນາງໄດ້ມາຫາພຣະເຢຊູດ້ວຍຄວາມຫວັງສຸດທ້າຍຂອງຕົນ ແລະ ພຣະເຢຊູຊົງຮັກສານາງ, ພຣະເຢຊູຊົງເປັນພຽງຜູ້ດຽວທີ່ຮັກສາຄວາມປ່ວຍຂອງບາບໄດ້,ມີ ພຽງພຣະເຢຊູເທົ່ານັ້ນທີ່ສາມາດຮັກສາຄວາມປ່ວຍແຫ່ງຄວາມບາບຂອງທ່ານໄດ້, ເພາະ ພຣະເຢຊູພຽງຜູ້ດຽວທີ່ຕາຍເພື່ອບາບຂອງທ່ານ, ພຣະເຢຊູຊົງສົມບູນແບບໃນທຸກໆທາງ, ພຣະເຢຊູຊົງເປັນລູກແກະທີ່ບໍ່ມີຕໍານິ, ບໍ່ມີບາບເຊິ່ງໄດ້ແບກນໍ້າໜັກແຫ່ງຄວາມບາບຂອງ ທ່ານເທິງຮ່າງກາຍຂອງພຣະອົງທີ່ໄມ້ກາງແຂນ, ພຣະອົງຖືກຄຶງໃສ່ໄມ້ກາງແຂນເພື່ອໄຖ່ ບາບຂອງທ່ານ, ພຣະເຢຊູຊົງຫຼັ່ງພຣະໂລຫິດຂອງພຣະອົງໃນຖານະເປັນຢາແກ້ຜິດບາບ ຂອງທ່ານ, ພຣະຄໍາພີກ່າວວ່າ:

“ແນ່ນອນທ່ານໄດ້ແບກຄວາມທຸກຂອງເຮົາທັງຫຼາຍ ແລະຫອບຄວາມໂສກ ເສົ້າຂອງເຮົາໄປ ເຖິງຢ່າງນັ້ນເຮົາທັງຫຼາຍກໍຍັງຖືວ່າທ່ານຖືກຕີ ຄືພຣະ ເຈົ້າຊົງຂ້ຽນຕີແລະຂົ່ມໃຈ ແຕ່ທ່ານຖືກບາດເຈັບເພາະຄວາມລະເມີດຂອງ ເຮົາທັງຫຼາຍ ທ່ານເຈັບຊໍ້າເພາະຄວາມຊົ່ວຊ້າຂອງເຮົາ ການຕີສອນອັນ ເຮັດໃຫ້ເຮົາທັງຫຼາຍປອດໄພນັ້ນຕົກແກ່ທ່ານ ທີ່ຕ້ອງຊໍ້ານັ້ນກໍເພື່ອໃຫ້ເຮົາ ຫາຍດີ”(ເອຊາຢາ 53:4-5)

ພຣະເຢຊູຊົງເຮັດທຸກຢ່າງນີ້ກໍເພາະພຣະອົງຊົງຮັກທ່ານ, ພຣະເຢຊູຊົງຕາຍເພື່ອ ຄວາມບາບຂອງທ່ານເພື່ອທີ່ຄວາມປ່ວຍຂອງບາບທ່ານຈະສາມາດຮັກສາໄດ້,ທ່ານເປັນຄົນບາບ,ທ່ານພະຍາຍາມຮັກສາດ້ວຍວິທີຕ່າງໆ, ການຮັກສາຕ່າງໆບໍ່ສາມາດຮັກສາບາບຂອງ ທ່ານໄດ້,ບໍ່ມີຢາໃດໆທີ່ຈະຮັກສາທ່ານໄດ້,ທ່ານກໍາລັງທຸກທໍລະມານຈາກໂລກຮ້າຍແຮງຂອງບາບ,ທ່ານຈະຕ້ອງສໍານຶກວ່າທ່ານປ່ວຍຢູ່, ນອກຈາກວ່າທ່ານຈະຮູ້ວ່າທ່ານປ່ວຍທ່ານກໍຈະ ຖືກຊັກຊວນວ່າການບໍ່ມີອາການຕ່າງໆພິສູດວ່າທ່ານບໍ່ຕ້ອງການການຮັກສາ, ແຕ່ທ່ານຕ້ອງ ການການຮັກສາ, ພຣະເຢຊູຕັດວ່າ:

“ຄັ້ນພຣະເຢຊູຊົງໄດ້ຍິນດັ່ງນັ້ນ ພຣະອົງຈຶ່ງຕັດແກ່ເຂົາວ່າ "ຄົນປົກກະຕິບໍ່ຕ້ອງການໝໍ ແຕ່ຄົນເຈັບຕ້ອງການໝໍ ເຮົາບໍ່ໄດ້ມາເພື່ອຈະເອີ້ນຄົນຊອບທຳ ແຕ່ມາເອີ້ນຄົນບາບໃຫ້ກັບໃຈເສຍໃໝ່”(ມາລະໂກ 2:17)

ພວກທ່ານຈະຕ້ອງເຫັນແລະຮູ້ສຶກຄວາມເປັນຈິງຂອງຄວາມປ່ວຍຂອງບາບທ່ານ, ແລະເມື່ອທ່ານຮູ້ສຶກວ່າບໍ່ຄວນຫັນໄປຫາການຮັກສາໃດໆ,ຈົ່ງຫັນໄປຮັກສາ,ຈົ່ງຫັນຫຼັງຈາກ ການປິດບັງອາການບາບຕ່າງໆແລ້ວຫັນມາຫາພຣະເຢຊູ,ມີພຽງພຣະເຢຊູເທົ່ານັ້ນທີ່ສາມາດຊ່ວຍທ່ານໃຫ້ພົ້ນບາບໄດ້,ຄວາມລອດທີ່ພຣະເຢຊູຊົງຍື່ນໃຫ້ບໍ່ແມ່ນການຫາມາໄດ້,ຜູ້ຍິງຄົນນັ້ນໄດ້ຮັບການຮັກສາ,ອະໄພໂທດຈາກຄວາມບາບແລະລອດໂດຍພຣະເຢຊູ,ນາງບໍ່ໄດ້ຈ່າຍ ສໍາຫຼັບການຮັກສາ, ນາງບໍ່ໄດ້ຊັກຊວນໃຫ້ພຣະເຢຊູຮັກສານາງ, ເບິ່ງຄືວ່ານາງບໍ່ສາມາດ ເອື້ອມຮອດພຣະເຢຊູໄດ້ແຕ່ນາງຍື່ນມືອອກໄປຫາພຣະອົງໃນເວລາດຽວກັນ,ນາງຍື່ນອອກ ໄປຫາພຣະເຢຊແລະແຕະແຄມເສື້ອຂອງພຣະອົງແລ້ວກໍລອດໂດຍຄວາມເຊື່ອ!ເຖິງແມ່ນວ່າ ທ່ານຈະບໍ່ສາມາດຍື່ືນມືອອກໄປຫາພຣະເຢຊູໄດ້ກໍຈົ່ງຍື່ນອອກໄປຫາພຣະອົງ! ເຖິງວ່າທ່ານ ຈະຮູ້ສຶກວ່າທ່ານບໍ່ສາມາດເຂົ້າຫາພຣະເຢຊູໄດ້ຈົ່ງຍື່ນອອກໄປໃນຄວາມເຊື່ອຫາພຣະຄຣິດແລະພຣະອົງຈະຊົງຊ່ວຍທ່ານໃຫ້ພົ້ນ! ຈົ່ງເຊື່ອວາງໃຈພຣະເຢຊູໂດຍຄວາມເຊື່ອແລ້ວພຣະ ອົງຈະຊົງຊ່ວຍທ່ານໃຫ້ພົ້ນ! ຈົ່ງເຊື່ອວາງໃຈພຣະເຢຊູແລະຮັບການຮັກສາຈາກຄວາມປ່ວຍ ຂອງບາບ. ເອແມນ.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ໂນອາ ຊອງ: ລູກາ 8:43-48.
ບັນເລງເພງກ່ອນເທດສະໜາໂດຍ ເບັນຈາມິນ ຄິນເຄດກຣິຟຟິດ:
“Turn Your Eyes Upon Jesus” (Helen H. Lemmel, 1863-1961).

ໂຄງຮ່າງບົດເທດສະໜາ

ຄວາມເສົ້າທີ່ອ່ອນໂຍນແລະຮຸນແຮງ

A SOFT AND VIOLENT SADNESS

ໂດຍຈອນຊາມຸເອວເຄແກນ

“ມີຜູ້ຍິງຄົນໜຶ່ງເປັນໂລກຕົກເລືອດໄດ້ສິບສອງປີມາແລ້ວແລະໄດ້ໃຊ້ຊັບສິນທັງໝົດຂອງນາງເປັນຄ່າໝໍ ແຕ່ບໍ່ມີຜູ້ໃດຮັກສາໃຫ້ຫາຍໄດ້ ຜູ້ຍິງນັ້ນແອບມາຂ້າງຫລັງຖືກຕ້ອງເສື້ອຂອງພະອົງແລະໃນທັນໃດນັ້ນເລືອດທີ່ໄຫຼກໍຢຸດ” (ລູກາ 8:43-44)

I.      ໜື່ງ ພວກທ່ານປ່ວຍ. ໂຣມ 3:23; ເອຊາຢາ 64:6.

II.    ສອງ ທ່ານໄດ້ຄົ້ນຫາວິທີຮັກສາອາການປ່ວຍຂອງທ່ານ. ປັນຍາຈານ 4:6; 5:15;
ໂຣມ 6:23.

III.  ສາມ ຢາຮັກສາຄວາມປ່ວຍຂອງບາບທ່ານກໍຄືພຣະເຢຊູ. ເອຊາຢາ 53:4-5; ມາລະໂກ 2:17.