Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຂໍ້ພິສູດເລື່ອງຄວາມເປັນພຣະບຸດຂອງພຣະຄຣິດ!

THE PROOF OF CHRIST’S SONSHIP!
(Laotian)

ໂດຍ: ດຣ.ອາ. ແອວ.ໄຮເມີຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 15/4/2017
A sermon preached at the Baptist Tabernacle of Los Angeles
Saturday Evening, April 15, 2017

“ກ່ຽວກັບພຣະບຸດຂອງພຣະອົງ ຄືພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງເຮົາ ຜູ້ບັງເກີດໃນເຊື້ອສາຍຂອງດາວິດຝ່າຍເນື້ອໜັງ ແຕ່ຝ່າຍພຣະວິນຍານແຫ່ງຄວາມບໍລິສຸດນັ້ນບົ່ງໄວ້ດ້ວຍລິດທານຸພາບ ຄືໂດຍການເປັນຂຶ້ນມາຈາກຄວາມຕາຍວ່າ ເປັນພຣະບຸດຂອງພຣະເຈົ້າ” (ໂຣມ 1:3-4)


ຂ້າພະເຈົ້າຂໍຊົມເຊີຍດຣ.ວິວເບີເອັມ.ສະມິດຢ່າງສູງເພາະລາວມີຄວາມຮູ້ກ່ຽວກັບ ວັນນະຄະດີຄຣິສຕຽນແລະສໍາຫຼັບຄວາມຊື່ສັດຂອງລາວໃນການອອກຈາກວິທະຍາໄລຟູເລີ ໃນປີ 1963 ໃນຂະນະທີ່ມັນຫັນໜີຈາກຄວາມບໍ່ຜິດພ້ຽນຂອງພຣະຄໍາພີແລະເລີ່ມທີ່ຈະເປັນ ເສລີນິຍົມ (ເບິ່ງດຣ.ແຮໂຣລິນເຊວ ການຕໍ່ສູ້ເພື່ອພຣະຄໍາພີ ປີ 1978 ໜ້າ 110-112) ດຣ.ສະມິດຖາມຄໍາຖາມກ່ຽວກັບໂຣມ 1:4 ວ່າ “ຂ້ອຍສົງໄສວ່າເປັນຫຍັງພວກນັກເທດຜູ້ ຍິ່ງໃຫຍ່ຂອງເຮົາບໍ່ເຄີຍເທດເລື່ອງນັ້ນຫຼືຢ່າງໜ້ອຍກໍບໍ່ເຄີຍເຜີຍແຜ່ບົດເທດໃນຂໍ້ພຣະຄໍາພີທີ່ເປັນຄວາມໝັ້ນຄົງທາງຄວາມເຊື່ອນີ້?” (Wilbur M. Smith, D.D., Therefore, Stand, Keats Publishing, 1981 edition, p. 583)ຂ້າພະເຈົ້າຄິດວ່າເຫດຜົນອາດຈະວາງລົງໃນຄວາມ ຈິງທີ່ວ່າມີການເທດສະໜາເລື່ອງການຟື້ນຄືນຈາກຕາຍຂອງພຣະຄຣິດໜ້ອຍຫຼາຍພາຍໃນ 125 ປີມານີ້ໂດຍສະເພາະນັບຕັ້ງແຕ່“ລັດທິຕັດສິນໃຈນິຍົມ”ເກີດຂື້ນມາ,ຕັ້ງແຕ່ສະໄໝຂອງ ຊີ.ຈີ.ຟີນນີ້ຄໍາເທດສະໜາຕ່າງໆໄດ້ມອບໃຫ້ກັບມະນຸດແລະສິ່ງທີ່ເຂົາເຮັດຫຼາຍຂື້ນ,ໃນຊ່ວງນີ້ພວກນັກເທດມີແນວໂນ້ມທີ່ຈະປ່ອຍໃຫ້ສິ່ງຕ່າງໆຂອງພຣະເຈົ້າຫຼຸດອອກລົງສູ່ພື້ນຫຼັງ, ພວກເຂົາພັດສຸມໃສ່ວຽກຂອງມະນຸດແທນ, ດັ່ງນັ້ນຊາວຄຣິສຕຽນຂ່າວປະເສີດໃນປະຈຸບັນ ນີ້ໄດ້ກາຍມາເປັນມະນຸດວິທະຍາຫຼາຍກວ່າເປັນເທວະວິທະຍາ,ທາງຈິດຕະວິທະຍາຫຼາຍ ກວ່າຄຣິສຕະວິທະຍາ,ມະນຸດເປັນສູນກາງຫຼາຍກວ່າພຣະຄຣິດເປັນສູນກາງ. ທຸກຄໍາເທດສະໜາຍົກເວັ້ນອັນໜື່ງທີ່ບັນທຶກໄວ້ໃນໜັງສືກິດຈະການທີ່ເຮັດໃຫ້ການຟື້ນຄືນເປັນສູນກາງ, ພວກອັກຄະສາວົກບໍ່ໄດ້ເທດສະໜາໂດຍບໍ່ໄດ້ເວົ້າເຖິງການຟື້ນຄືນ ພຣະຊົນຂອງພຣະຄຣິດ! ມັນເປັນຫົວໃຈຂອງຂ່າວປະເສີດທີ່ເຂົາເທດ, ຢ່າງໃດກໍຕາມປະ ຈຸບັນນີ້ຖ້າມີການເອີຍເຖິງການຟື້ນຂື້ນຂອງພຣະຄຣິດມັນກໍກ່ຽວຂ້ອງກັບເຊົ້າວັນອາທິດອິສ ເຕີ,ຢ່າງໃດກໍຕາມພວກຜູ້ຮັບໃຊ້ກໍບໍ່ຄ່ອຍໄດ້ເທດເລື່ອງຫຼັກຄໍາສອນລັກສະນະນີ້ປານໃດ.

ໃນໜັງສືຂອງລາວຊື່ຄຣິສຕຽນທີ່ບໍ່ມີພຣະຄຣິດ ດຣ.ໄມໂຄຮໍຕັນໄດ້ຊີ້ໃຫ້ເຫັນວ່າ ຄໍາເທດສະໜາໃນວັນອິສເຕີຢູ່ຕາມຄຣິສຕະຈັກອະນຸລັກນິຍົມຫຼາຍແຫ່ງກໍມັກຈະ “ເປັນບາງ ສິ່ງບາງຢ່າງກ່ຽວກັບວ່າພຣະເຢຊູຊົງເອົາຊະນະຄວາມພ່າຍແພ້ຂອງພຣະອົງແນວໃດແດ່ ແລະເພື່ອໃຫ້ເຮົາສາມາດ(ສະແດງໃຫ້ເຫັນວ່າ)ພວກຂ່າວປະເສີດເປັນຄືກັບ(ພວກເສລີ)ໃນ ປະຈຸບັນນີ້ມີແນວໂນ້ມທີ່ຈະເວົ້າເລື່ອງຈິດຕະວິທະຍາ,ການເມືອງຫຼືສິນລະທໍາແທນທີ່ຈະເວົ້າຂ່າວປະເສີດ”(ດຣ.ໄມໂຄຮໍຕັນ ຄຣິສຕຽນທີ່ບໍ່ມີພຣະຄຣິດ:ຂ່າວປະເສີດທາງເລືອກຂອງ ຄຣິສຕະຈັກຄົນອາເມລິກາ Baker Books,2008,ໜ້າ30)ໜ້າແປກກໍຄືດຣ.ອາ.ເອ.ທໍຣີ່ຜູ້ທີ່ຂ້າ ພະເຈົ້າຊື່ນຊົມບໍ່ມີແມ່ນແຕ່ຄໍາເທດສະໜາດຽວໃນເລື່ອງການຟື້ນຄືນຈາກຄວາມຕາຍຂອງ ພຣະຄຣິດຢູ່ໃນໜັງສືທີ່ມີຊື່ສຽງຂອງລາວ How to Work for Christ (Fleming H. Revell, n.d.)ດຣ.ທໍຣີ່ໄດ້ໃຫ້ 156 ໜ້າຂອງໂຄງຮ່າງບົດເທດສະໜາສໍາຫຼັບນັກເທດແຕ່ບໍ່ມີແມ່ນແຕ່ ອັນດຽວໃນຈໍານວນນັ້ນທີ່ອຸທິດທັງໝົດເຖິງການຟື້ນຂື້ນຈາກຄວາມຕາຍຂອງພຣະເຢຊູ!ແນ່ນອນວ່າສະຖານະການໃນປະຈຸບັນນີ້ແມ່ນຈະຮ້າຍລົງກວ່າ!

ໃນການກວດເບິ່ງປື້ມເພງສະໄໝໃໝ່ຕ່າງໆຂ້າພະເຈົ້າເຫັນມີພຽງແຕ່ສິບບົດເທົ່ານັ້ນທີ່ເວົ້າເຖິງການຟື້ນຂື້ນຈາກຄວາມຕາຍຂອງພຣະຄຣິດ,ທັງໝົດຍົກເວັ້ນໜື່ງໃນນັ້ນຖືກຂຽນ ຂື້ນກ່ອນສະຕະວັດທີ່ຊາວ,ສອງເຫຼັ້ມຖືກຂຽນຂື້ນໃນສະຕະວັດທີ 18,ສາມເຫຼັ້ມໃນສະຕະວັດ ທີ 19, ເຫຼັ້ມໜື່ງໃນສະຕະວັດທີ 16, ເຫຼັ້ມໜື່ງໃນສະຕະວັດທີ 15,ແລະສອງເຫຼັ້ມໃນສະ ຕະວັດທີ 8! ເພງນະມັດສະການທີ່ດີມີພຽງເພງດຽວເທົ່ານັ້ນໃນເລື່ອງການຄືນພຣະຊົນທີ່ ຖືກຂຽນຂື້ນໃນສະຕະວັດທີ 20 ຄືເພງ“ມີຊີວິດອີກເທື່ອໜື່ງ”ໂດຍ Paul Rader ແຕ່ກໍບໍ່ປາ ກົດຢູ່ໃນເພງນະມັດສະການໃດໆຕໍ່ຄວາມຮູ້ຂອງຂ້າພະເຈົ້າ,ຂໍເຊີນຢືນຂື້ນແລ້ວຮ້ອງຂໍຊໍ້ານໍາຂ້າພະເຈົ້າ!

ພຣະອົງຜູ້ຊົງຕາຍໄດ້ມີຊີວິດອີກ
ພຣະອົງຜູ້ຊົງຕາຍໄດ້ມີຊີວິດອີກ
ທຸບທໍາລາຍຂໍ້ສອກແຫ່ງຄວາມຕາຍທີ່ແຂງລົງ
ພຣະອົງຜູ້ຊົງຕາຍໄດ້ມີຊີວິດອີກ
(“Alive Again” by Paul Rader, 1878-1938).

ຂໍເຊີນນັ່ງລົງ, ທ່ານສາມາດຂຽນຈົດໝາຍຫາຂ້າພະເຈົ້າໄດ້ທີ່ P.O. Box 15308, Los Angeles CA 90015 ແລ້ວຂໍບົດເພງນະມັດສະການຂອງ Paul Rader ໄດ້,ອີກເທື່ອໜື່ງຂ້າພະ ເຈົ້າຄິດວ່າການຂາດເຂີນຂອງເພງນະມັດສະການສະໄໝໃໝ່ເລື່ອງການຟື້ນຄືນຈາກຕາຍ ສະແດງໃຫ້ເຫັນວ່າຫົວຂໍ້ທີ່ສໍາຄັນທັງໝົດນີ້ຖືກເມີນເສີຍເປັນເວລາດົນມາແລ້ວນັບຕັ້ງແຕ່ສະໄໝຂອງຟີນນີ້, ພຣະຄຣິດຊົງຖືກ:

“...ບົ່ງໄວ້ດ້ວຍລິດທານຸພາບ ຄືໂດຍການເປັນຂຶ້ນມາຈາກຄວາມຕາຍວ່າ ເປັນພຣະບຸດຂອງພຣະເຈົ້າ” (ໂຣມ 1:4)

ແຕ່ຍາກທີ່ຈະມີຜູ້ໃດເທດມັນແລະພວກເຮົາເກືອບບໍ່ເຄີຍຮ້ອງເຖິງມັນເລີຍ! ບໍ່ສົງໄສເລີຍທີ່ ຄຣິສຕະຈັກຕ່າງໆໃນຕາເວັນຕົກຈື່ງກໍາລັງເຫືອດແຫ້ງແລະຈາງຫາຍໄປ! ຖ້າບໍ່ມີຄວາມ ເຊື່ອໃນພຣະຄຣິດຜູ້ຟື້ນຂື້ນຈາກຕາຍກໍບໍ່ມີຄວາມຫວັງໃດໆສໍາຫຼັບການຟື້ນຟູ ແລະບໍ່ມີຄໍາ ເທດສະໜາທີ່ມີຊີວິດ - ເພາະຂ່າວປະເສີດເຄີ່ງໜື່ງໄດ້ຖືກລືມໄປແລ້ວ - ສ່ວນຫຼາຍຖືກຕັດ ອອກຈາກຄໍາເທດສະໜາຂອງເຮົາ! ຂໍພຣະເຈົ້າຊ່ວຍເຮົາແດ່!

ຂ້າພະເຈົ້າພົບວ່າຄົນທີ່ຢູ່ໃນໂລກທີ່ສາມເປັນພວກທີ່ເນັ້ນການຟື້ນຂື້ນຂອງພຣະ ຄຣິດຫຼາຍກວ່າພວກເຮົາທີ່ຢູ່ໃນຢູໂຣບແລະອາເມລິກາ, ບໍ່ສົງໄສເລີຍທີ່ພວກຄຣິສຕຽນກໍາ ລັງຈະເລີນທີ່ນັ້ນແຕ່ກໍາລັງຢຸດສະງັດທີ່ນີ້!

ຂ້າພະເຈົ້າໄດ້ຕິດຕໍ່ທາງອີເມລກັບຊາຍໜຸ່ມຄົນໜື່ງປະມານຊາວປີທີ່ມາຈາກປະເທດໂລກທີ່ສາມ,ລາວເວົ້າເຖິງການໄດ້ຮັບ “ຄວາມທຸກທໍລະມານຢ່າງຮຸນແຮງໃນໄວເດັກຂອງ ຂ້ອຍເພື່ອ(ພະຍາຍາມໃຫ້ຂ້ອຍ)ຖີ້ມຄວາມເຊື່ອຂອງຄຣິສຕຽນ,ຂ້ອຍຮ້ອງຂໍຄວາມຊ່ວຍເຫຼືອແຕ່ບໍ່ມີໃຜມາຊ່ວຍແລະຂ້ອຍເຫັນມີ(ຄຣິສຕຽນ)ຫຼາຍຄົນພິນາດ... ພວກເດັກໆ(ກໍາລັງ)ຖືກ ຂົ່ມເຫງແລະຖືກຂັງຢູ່ປະເທດອິນເດຍ,ມຽນມ້າ,ຖືກທໍລະມານຊໍ້າໆດ້ວຍໄຟຊັອດເພື່ອໃຫ້ຖີ້ມພຣະເຢຊູ...ຂ້ອຍເປັນໜື່ງໃນພວກນັ້ນທີ່ລອດຊີວິດມາໄດ້” ເມື່ອຂ້າພະເຈົ້າອ່ານເລື່ອງນັ້ນກໍ ນໍ້າຕາໄຫຼທັນທີ,ບ່ອນໃດແດ່ທີ່ເຮົາສາມາດພົບເດັກນ້ອຍຫຼືຄົນໜຸ່ມແບບນັ້ນຢູ່ໃນອາເມລິກາຫຼືຕາເວັນຕົກທົ່ວໆໄປ? ຊາຍໜຸ່ມຄົນນີ້ເວົ້າວ່າລາວກັບເດັກຄົນອື່ນໆໄດ້ປະເຊີນໜ້າກັບ ພຣະຄຣິດຜູ້ຊົງຄືນຈາກຕາຍ, ເມື່ອພວກເຂົາມີປະສົບການກັບພຣະຄຣິດຜູ້ຟື້ນຄືນຈາກຕາຍ ພວກເຂົາກໍຮູ້ວ່າພຣະອົງຊົງເປັນພຣະບຸດຂອງພຣະເຈົ້າ, ຈາກນັ້ນກໍບໍ່ມີຈໍານວນການທໍລະ ມານໂດຍການຖືກໄຟຊັອດຫຼືການຖືກຕີທີ່ເຮັດເຂົາຖີ້ມພຣະເຢຊູໄດ້, ເຂົາຮູ້ດີວ່າພຣະອົງຊົງ ພຣະຊົນຢູ່-ຟື້ນຄືນຈາກຄວາມຕາຍແລ້ວ! ນັ້ນແຫຼະທີ່ເຮັດໃຫ້ເຂົາເປັນຄຣິສຕຽນແທ້!ແລະ ນັ້ນຄືສິ່ງທີ່ເຮັດໃຫ້ອັກຄະສາວົກເປົາໂລເວົ້າເຖິງໃນຂໍ້ພຣະຄໍາພີຂອງເຮົາ,ພຣະຄຣິດຖືກ

“...ບົ່ງໄວ້ດ້ວຍລິດທານຸພາບ ຄືໂດຍການເປັນຂຶ້ນມາຈາກຄວາມຕາຍວ່າ ເປັນພຣະບຸດຂອງພຣະເຈົ້າ” (ໂຣມ 1:4)

ຮ້ອງຂໍ້ຊໍ້າອີກເທື່ອໜື່ງ

ພຣະອົງຜູ້ຊົງຕາຍໄດ້ມີຊີວິດອີກ
ພຣະອົງຜູ້ຊົງຕາຍໄດ້ມີຊີວິດອີກ
ທຸບທໍາລາຍຂໍ້ສອກແຫ່ງຄວາມຕາຍທີ່ແຂງລົງ
ພຣະອົງຜູ້ຊົງຕາຍໄດ້ມີຊີວິດອີກ

ພາສາກຣີກແປຄໍາວ່າ“ບົ່ງ”ໝາຍເຖິງ“ກໍານົດ” “ເຮັດເຄື່ອງໝາຍ” (ເຫຼັ້ມສະຕຣອງ ໜ້າ 3724) ພຣະເຢຊູຊົງຖືກກໍານົດ,ເຮັດເຄື່ອງໝາຍໃນຖານະພຣະບຸດຂອງພຣະເຈົ້າໂດຍ ການຟື້ນຄືນມາຈາກຄວາມຕາຍ, ພຣະຄໍາພີສະບັບເຈນີວາຂອງປີ 1599 ເວົ້າວ່າ“ສະແດງ ແລະເຮັດໃຫ້ແຈ່ມແຈ້ງ” (ໝາຍເຫດ1 ໃນໂຣມ 1:4) ພຣະຄຣິດຊົງສະແດງແລະເຮັດໃຫ້ ແຈ່ມແຈ້ງ”ໃນຖານະພຣະບຸດຂອງພຣະເຈົ້າໂດຍການຟື້ນຄືນມາຈາກຄວາມຕາຍ.

“...ບົ່ງໄວ້ດ້ວຍລິດທານຸພາບ ຄືໂດຍການເປັນຂຶ້ນມາຈາກຄວາມຕາຍວ່າ ເປັນພຣະບຸດຂອງພຣະເຈົ້າ”(ໂຣມ 1:4)

I. ໜື່ງ ພຣະເຢຊູຖືກປະກາດວ່າເປັນພຣະບຸດຂອງພຣະເຈົ້າແນວໃດ.

ມັນບໍ່ໄດ້ເປັນອັນດັບແລກໂດຍຄໍາສອນຂອງພຣະອົງ,ພຣະອົງຊົງສອນສິ່ງທີ່ອັດສະຈັນຫຼາຍຢ່າງລວມທັງບົດເທດສະໜາເທິງພູເຂົາ, ແຕ່ຄໍາສອນຂອງພຣະອົງຢ່າງດຽວບໍ່ໄດ້ພິ ສູດວ່າພຣະອົງຊົງເປັນພຣະບຸດຂອງພຣະເຈົ້າ, ຫຼືຈະເປັນການອັດສະຈັນຕ່າງໆຂອງພຣະ ອົງ,ບໍ່ແມ່ນແມ້ແຕ່ການບັນດານໃຫ້ສາມຄົນຟື້ນຂື້ນມາຈາກຄວາມຕາຍ,ເອລີຢາໄດ້ປຸກເດັກ ນ້ອຍຜູ້ຊາຍຄົນໜື່ງໃຫ້ຟື້ນຄືນມາຈາກຕາຍໃນສະໄໝພັນທະສັນຍາເດີມແລະລາວກໍບໍ່ແມ່ນພຣະບຸດຂອງພຣະເຈົ້າ (1 ກະສັດ 17:17-24) ເອລີຊາເຊັ່ນກັນໄດ້ປຸກໃຫ້ເດັກຄົນໜື່ງຟື້ນ ຂື້ນມາຈາກຕາຍ (2 ກະສັດ 4:32-37) ແຕ່ເອລີຢາກໍ່ບໍ່ແມ່ນພຣະບຸດຂອງພຣະເຈົ້າ, ໂມ ເສດເຊັ່ນດຽວກັນໄດ້ເຮັດອັດສະຈັນຫຼາຍຢ່າງລວມທັງການແຍກທະເລແດງອອກຈາກກັນ, ແຕ່ລາວກໍ່ບໍ່ແມ່ນພຣະບຸດຂອງພຣະເຈົ້າ, ເຄື່ອງໝາຍອັນດຽວທີ່ປະກາດວ່າພຣະເຢຊູຊົງ ເປັນພຣະບຸດຂອງພຣະເຈົ້າກໍຄືການຟື້ນຂື້ນມາຈາກຄວາມຕາຍຂອງພຣະອົງເອງ,ພຣະເຢຊູເອງຊົງກ່າວວ່າການຟື້ນຄືນມາຈາກຕາຍເປັນໝາຍສໍາຄັນທີ່ພຣະອົງຊົງໃຫ້ແກ່ຍຸກທີ່ຊົ່ວນີ້.

“ພຣະອົງຈຶ່ງຕັດຕອບເຂົາວ່າ "ຄົນຊາດຊົ່ວແລະຫລິ້ນຊູ້ແຫວງຫາໝາຍສຳຄັນ ແລະຈະບໍ່ຊົງໂຜດໃຫ້ໝາຍສຳຄັນແກ່ເຂົາ ເວັ້ນໄວ້ແຕ່ໝາຍສຳຄັນຂອງໂຢນາສາສະດາພະຍາກອນ ດ້ວຍວ່າ `ໂຢນາໄດ້ຢູ່ໃນທ້ອງປາວານສາມວັນສາມຄືນ' ສັນໃດ ບຸດມະນຸດຈະຢູ່ໃນທ້ອງແຜ່ນດິນສາມວັນສາມຄືນສັນນັ້ນ” (ມັດທາຍ 12:39-40)

ພຣະເຢຊູຊົງຖືກປະຫານຊີວິດເພາະການຍອມຮັບຕໍ່ມະຫາປະໂລຫິດວ່າພຣະອົງຊົງເປັນພຣະບຸດຂອງພຣະເຈົ້າ (ມັດທາຍ 26:63-66), ໃນຂະນະທີ່ພຣະອົງຊົງຖືກຫ້ອຍຢູ່ເທິງ ໄມ້ກາງແຂນມະຫາປະໂລຫິດໄດ້ເຍາະເຍີ້ຍພຣະອົງໂດຍເວົ້າວ່າ:

“ເຂົາໄວ້ໃຈໃນພຣະເຈົ້າ ຖ້າພຣະອົງພໍພຣະໄທໃນເຂົາກໍໃຫ້ພຣະອົງຊົງຊ່ວຍເຂົາໃຫ້ລອດດຽວນີ້ເຖີດ ເພາະເຂົາໄດ້ກ່າວວ່າ `ເຮົາເປັນພຣະບຸດຂອງພຣະເຈົ້າ” (ມັດທາຍ 27:43)

ແຕ່ພຣະເຈົ້າຊົງສະແດງຄວາມເຫັນດີຂອງພຣະອົງເຖິງພຣະເຢຊູໃນຖານະພຣະບຸດຂອງ ພຣະອົງໂດຍການບັນດານໃຫ້ພຣະອົງຟື້ນຂື້ນມາຈາກຄວາມຕາຍ,ພຣະເຢຊູຖືກ:

“...ບົ່ງໄວ້ດ້ວຍລິດທານຸພາບ ຄືໂດຍການເປັນຂຶ້ນມາຈາກຄວາມຕາຍວ່າ ເປັນພຣະບຸດຂອງພຣະເຈົ້າ” (ໂຣມ 1:4)

ພຣະເຈົ້າຊົງປະກາດພຣະອົງວ່າເປັນພຣະບຸດຂອງພຣະອົງໂດຍການບັນດານຮ່າງກາຍທີ່ ຕາຍແລ້ວຂອງພຣະອົງຄືນມາຈາກຕາຍໃນວັນທີ່ສາມ! ຂໍເຊີນຮ້ອງ

ພຣະອົງຜູ້ຊົງຕາຍໄດ້ມີຊີວິດອີກ
ພຣະອົງຜູ້ຊົງຕາຍໄດ້ມີຊີວິດອີກ
ທຸບທໍາລາຍຂໍ້ສອກແຫ່ງຄວາມຕາຍທີ່ແຂງລົງ
ພຣະອົງຜູ້ຊົງຕາຍໄດ້ມີຊີວິດອີກ

II. ສອງ ເປັນຫຍັງພຣະເຢຊູຈື່ງຖືກປະກາດວ່າເປັນພຣະບຸດຂອງພຣະເຈົ້າ.

ດຣ.ຊາລສ໌ຮອດ (1797-1878 )ຜູ້ເປັນສາສະດາຈານແຫ່ງພັນທະສັນຍາໃໝ່ເປັນເວ ລາດົນນານທີ່ວິທະຍາໄລສາສະໜາສາດພຣິນສຕັນໄດ້ກ່າວວ່າ:

ມັນບໍ່ແມ່ນຈົນພຣະຄຣິດຊົງຟື້ນຂື້ນຈື່ງເຮັດໃຫ້ຫຼັກຖານແຫ່ງຄວາມເປັນ ພຣະບຸດຂອງພຣະອົງສົມບູນ ຫຼືຄວາມສົມບູນຂອງມັນໄດ້ນໍາເອົາຄວາມຮູ້ ສູ່ພວກອັກຄະສາວົກ... ມັນຄືໂດຍການຟື້ນຄືນທີ່ພຣະອົງຖືກພິສູດວ່າເປັນ ພຣະບຸດຂອງພຣະເຈົ້າ...ຢູ່ໃນຂໍ້(ພຣະຄໍາພີ) (ຫຼາຍ)ຕອນການຟື້ນຄືນຂອງພຣະຄຣິດເປັນສັນຍາລັກເຖິງຫຼັກຖານທີ່ດີຂອງຄວາມຈິງທຸກຢ່າງທີ່ພຣະເຢຊູສອນ ແລະຄວາມເປັນຈິງຂອງຂໍ້ອ້າງທຸກຢ່າງຂອງພຣະອົງ...ໃນຂະນະ ທີ່ພຣະເຈົ້າຊົງປະກາດຢ່າງເປີດເຜີຍວ່າພຣະອົງເອງຊົງເປັນພຣະບຸດຂອງ ພຣະເຈົ້າ,ການຟື້ນຂື້ນຈາກຄວາມຕາຍຂອງພຣະອົງເປັນກາຂອງພຣະເຈົ້າຕໍ່ຄວາມຈິງແຫ່ງການປະກາດຂອງພຣະອົງ,ຖ້າພຣະອົງຍັງຄົງຢູ່ໃຕ້ອໍານາດຂອງຄວາມຕາຍພຣະເຈົ້າກໍຈະບໍ່ອະນຸຍາດ(ປະຕິເສດ)ຄໍາອ້າງຂອງພຣະ ອົງວ່າເປັນພຣະບຸດຂອງພຣະອົງ,ແຕ່ເມື່ອພຣະອົງຊົງບັນດານໃຫ້ພຣະອົງຟື້ນຂື້ນມາຈາກຕາຍ,ພຣະອົງປະກາດກັບສາທາລະນະຊົນວ່າ ທ່ານເປັນ ບຸດຂອງເຮົາ,ວັນນີ້ເຮົາໄດ້ປະກາດເຖິງທ່ານແລ້ວ (Charles Hodge, Ph.D., A Commentary on Romans, The Banner of Truth Trust, 1997 edition, pp. 20-21; notes on Romans 1:4)

ດັ່ງນັ້ນຫຼັກຖານທີ່ວ່າພຣະຄຣິດຊົງເປັນພຣະບຸດຂອງພຣະເຈົ້າໄດ້ຮັບຈາກການຟື້ນຄືນພຣະຊົນຂອງພຣະອົງແລະຢືນຢັນທຸກສິ່ງທຸກຢ່າງທີ່ພຣະອົງຊົງສອນ.

ດຣ.ວິວເບີເອັມ.ສະມິດໄດ້ກ່າວວ່າການຟື້ນຂື້ນຂອງພຣະຄຣິດຮັບປະກັນ

...ຄວາມເປັນຈິງ,ຄວາມເຊື່ອຖືໄດ້ຂອງຄໍາເວົ້າທຸກຢ່າງຂອງພຣະຄຣິດ,(ຕັ້ງແຕ່ທີ່ພຣະອົງຊົງຟື້ນຂື້ນ)ມາອີກຈາກຫຼຸມສົບ (ດັ່ງທີ່ເຄີຍທໍານວາຍໄວ້ວ່າ ພຣະອົງຈະຟື້ນ)ແລະການທໍານວາຍນີ້ກໍເກີດຂື້ນ, ສໍາຫຼັບຂ້າພະເຈົ້າເບິ່ງຄື ວ່າທຸກສິ່ງທີ່ອົງພຣະຜູ້ເປັນເຈົ້າຂອງເຮົາກ່າວເຖິງມັນຈະຕ້ອງເປັນຈິງສະເໝີ ...ເມື່ອພຣະເຈົ້າຂອງເຮົາກ່າວວ່າຜູ້ໃດທີ່ເຊື່ອໃນພຣະອົງຈະມີຊີວິດອັນຕະຫຼອດເປັນນິດແລະ ຜູ້ໃດທີ່ປະຕິເສດທີ່ຈະເຊື່ອໃນພຣະອົງຈະຖືກລົງໂທດ ເປັນນິດ,ພຣະອົງຊົງກ່າວຄວາມຈິງ...ພວກເຮົາບໍ່ສາມາດຍອມຮັບການຟື້ນຂື້ນຂອງພຣະຄຣິດແລະມີຄວາມສົງໄສກ່ຽວກັບຄວາມຈິງຂອງຄໍາຕັດໃດໆທີ່ເວົ້າອອກມາຈາກຮິມຝີປາກຂອງພຣະອົງໄດ້ (Smith,Therefore Stand, ibid., pp. 418-419)

ພຣະເຢຊູກ່າວຕໍ່ພວກສາວົກວ່າ:

“ພຣະອົງຊົງພາສາວົກສິບສອງຄົນໄປກັບພຣະອົງແລ້ວຕັດກັບເຂົາວ່າ"ເບິ່ງແມ້ເຮົາທັງຫລາຍຈະຂຶ້ນໄປຍັງກຸງເຢລູຊາເລັມແລະສິ່ງສາລະພັດຊຶ່ງພວກ ສາສະດາພະຍາກອນໄດ້ຂຽນໄວ້ວ່າດ້ວຍບຸດມະນຸດນັ້ນຈະສຳເລັດ ເພາະວ່າບຸດມະນຸດນັ້ນຈະຕ້ອງຖືກມອບໄວ້ກັບຄົນຕ່າງຊາດ ແລະເຂົາຈະເຍາະເຍີ້ຍທ່ານເຮັດຫຍາບຄາຍແກ່ທ່ານຖົ່ມນ້ຳລາຍຮົດທ່ານ ເຂົາຈະຂ້ຽນຕີແລະຂ້າທ່ານເສຍ ແລ້ວໃນວັນທີ່ສາມທ່ານຈະເປັນຂຶ້ນມາໃໝ່” (ລູກາ 18:31-33)

ສິ່ງທີ່ພຣະເຢຊູທໍານວາຍໃນລູກາ 18:31-33 ເກີດຂື້ນແທ້,ພຣະອົງຊົງຖືກເຍາະເຍີ້ຍ,ຖືກຕີ ຖືກຖົ່ມນໍ້າລາຍຮົດ,ຖືກຂ້ຽນຕີແລະຖືກຂ້າຕາຍເທິງໄມ້ກາງແຂນ, ແຕ່ໃນວັນທີສາມຫຼັງຈາກ ການຖືກຄຶງຂອງພຣະອົງ,ພຣະອົງຊົງຟື້ນຂື້ນມາຈາກຕາຍ,ຄວາມສໍາເລັດຂອງຄໍາທໍານວາຍ ຂອງພຣະເຢຊູກ່ຽວກັບພຣະອົງເອງຮັບປະກັນຄວາມຈິງຂອງທຸກສິ່ງທຸກຢ່າງທີ່ພຣະອົງຊົງ ກ່າວ,ເພາະພຣະອົງຖືກ:

“...ບົ່ງໄວ້ດ້ວຍລິດທານຸພາບ ຄືໂດຍການເປັນຂຶ້ນມາຈາກຄວາມຕາຍວ່າ ເປັນພຣະບຸດຂອງພຣະເຈົ້າ” (ໂຣມ 1:4)

“ພຣະອົງຜູ້ຊົງຕາຍໄດ້ມີຊີວິດອີກ” ເຊີນຮ້ອງ!

ພຣະອົງຜູ້ຊົງຕາຍໄດ້ມີຊີວິດອີກ
ພຣະອົງຜູ້ຊົງຕາຍໄດ້ມີຊີວິດອີກ
ທຸບທໍາລາຍຂໍ້ສອກແຫ່ງຄວາມຕາຍທີ່ແຂງລົງ
ພຣະອົງຜູ້ຊົງຕາຍໄດ້ມີຊີວິດອີກ

ເພາະພຣະອົງຊົງຟື້ນຂື້ນຈາກຄວາມຕາຍເໝືອນກັບທີ່ພຣະອົງຊົງກ່າວໄວ້ວ່າພຣະອົງຈະຟື້ນ,ພວກເຮົາສາມາດແນ່ໃຈໄດ້ເຊັ່ນກັນວ່າພຣະອົງກໍາລັງບອກຄວາມຈິງເມື່ອຕັດວ່າ:

“ຖ້າພວກທ່ານບໍ່ກັບໃຈເປັນເໝືອນເດັກນ້ອຍໆ ທ່ານຈະເຂົ້າໃນອານາຈັກແຫ່ງສະຫວັນບໍ່ໄດ້ເລີຍ” (ມັດທາຍ 18:3)

ພວກເຮົາຄວນຮັບເອົາຄໍາເຫຼົ່ານັ້ນດ້ວຍຄວາມຈິງຈັງເພາະພວກມັນອອກມາຈາກພຣະໂອດ ຂອງພຣະບຸດຂອງພຣະເຈົ້າຜູ້ຟື້ນຄືນຈາກຕາຍ,ພວກທ່ານເຄີຍກັບໃຈໃໝ່ຫຼືຫຍັງ?ທ່ານແນ່ ໃຈບໍ່ວ່າທ່ານໄດ້ກັບໃຈໃໝ່ແລ້ວ?ພຣະບຸດຂອງພຣະເຈົ້າກ່າວວ່າທ່ານບໍ່ສາມາດ“ເຂົ້າໃນອານາຈັກແຫ່ງສະຫວັນ”ໄດ້ຖ້າທ່ານຍັງບໍ່ເຄີຍກັບໃຈໃໝ່, ໂອທ່ານຄິດຈິງຈັງຫຼາຍປານໃດກ່ຽວ ກັບການກັບໃຈໃໝ່ຂອງທ່ານ! ທ່ານຄວນຈະເຮັດດ້ວຍຄວາມລະວັງວ່າທ່ານເຄີຍກັບໃຈໃໝ່ ແລ້ວແນວໃດ!

ພຣະບຸດຂອງພຣະເຈົ້າຜູ້ຊົງຟື້ນຂື້ນມາຍັງໄດ້ຕັດວ່າ:

“ພຣະເຢຊູຕັດກັບເຂົາວ່າ "ເຮົາເປັນທາງນັ້ນ ເປັນຄວາມຈິງ ແລະເປັນຊີວິດ ບໍ່ມີຜູ້ໃດມາເຖິງພຣະບິດາໄດ້ນອກຈາກມາທາງເຮົາ” (ໂຢຮັນ 14:6)

ທ່ານຄວນຈະຟັງໃນສິ່ງທີ່ພຣະອົງຕັດດ້ວຍຄວາມຈິງຈັງ! ທ່ານຄວນຈະມາຫາພຣະອົງດ້ວຍ ຄວາມຮ້ອນໃຈແລະລອດ! ທ່ານຄວນຈະເອົາຄວາມຄິດທຸກຢ່າງທີ່ງົມງວາຍແລະຄວາມຄິດ ເລື່ອງສາສະໜາຜິດໆຂອງທ່ານອອກໄປແລ້ວວາງໃຈໃນພຣະເຢຊູພຽງຜູ້ດຽວ-ເພາະພຣະ ອົງຕັດວ່າ“ບໍ່ມີຜູ້ໃດໄປເຖິງພຣະບິດາໄດ້ນອກຈາກມາທາງເຮົາ”

ອີກເທື່ອໜື່ງພຣະບຸດຂອງພຣະເຈົ້າຜູ້ຊົງຟື້ນຂື້ນມາໄດ້ຕັດວ່າ:

“ຜູ້ທີ່ມາຫາເຮົາ ເຮົາກໍຈະບໍ່ຖິ້ມເຂົາເລີຍ” (ໂຢຮັນ 6:37)

ທ່ານຄວນຈະ“ພຽນເຂົ້າໄປ”ຫາພຣະອົງແນວໃດ! (ລູກາ 13:24) ທ່ານຄວນລະມັດລະວັງ ແລະຮອບຄອບຫຼາຍປານໃດທີ່ຈະມາຫາພຣະເຢຊູ,ຈົ່ງຈື່ໄວ້ວ່າພຣະອົງຊົງຕັດວ່າ:

“ບັນດາຜູ້ເຮັດວຽກອິດເມື່ອຍແລະແບກພາລະໜັກ ຈົ່ງມາຫາເຮົາ ແລະເຮົາຈະໃຫ້ທ່ານທັງຫລາຍຫາຍເໜື່ອຍເປັນສຸກ” (ມັດທາຍ 11:28)

ພວກເຮົາອະທິຖານວ່າທ່ານຈະຟັງພຣະບຸດຜູ້ຊົງຟື້ນຂື້ນມາຂອງພຣະເຈົ້າ,ພວກເຮົາອະທິຖານວ່າທ່ານຈະມາຫາພຣະອົງໂດຍກົງ, ວ່າທ່ານຈະຖືກລ້າງໃຫ້ສະອາດຈາກຄວາມ ຜິດບາບຂອງທ່ານໂດຍພຣະໂລຫິດທີ່ພຣະອົງຊົງຫຼັ່ງລົງມາເທິງໄມ້ກາງແຂນ - ແລະລອດ ໂດຍຊີວິດທີ່ຟື້ນຂື້ນມາຈາກຕາຍຂອງພຣະອົງ,ຈົ່ງຟັງພຣະອົງ! ຈົ່ງເຊື່ອໃນສິ່ງທີ່ພຣະອົງຕັດ ຈົ່ງມາຫາພຣະອົງໂດຍກົງແລະລອດ,ຄືກັບທີ່ພຣະອົງຊົງບອກໃຫ້ທ່ານເຮັດ -ເພາະພຣະອົງ ຖືກ

“...ບົ່ງໄວ້ດ້ວຍລິດທານຸພາບ ຄືໂດຍການເປັນຂຶ້ນມາຈາກຄວາມຕາຍວ່າ ເປັນພຣະບຸດຂອງພຣະເຈົ້າ” (ໂຣມ 1:4)

ພຣະອົງຜູ້ຊົງຕາຍໄດ້ມີຊີວິດອີກ
ພຣະອົງຜູ້ຊົງຕາຍໄດ້ມີຊີວິດອີກ
ທຸບທໍາລາຍຂໍ້ສອກແຫ່ງຄວາມຕາຍທີ່ແຂງລົງ
ພຣະອົງຜູ້ຊົງຕາຍໄດ້ມີຊີວິດອີກ
(“Alive Again” by Paul Rader, 1878-1938).


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ໂນອາ ຊອງ: ລູກາ 18:31-34.
ບັນເລງເພງກ່ອນເທດສະໜາໂດຍ ເບັນຈາມິນ ຄິນເຄດກຣິຟຟິດ:
“Hail, Thou Once-Despised Jesus!” (by John Bakewell, 1721-1819).

ໂຄງຮ່າງບົດເທດສະໜາ

ຂໍ້ພິສູດເຖິງຄວາມເປັນພຣະບຸດຂອງພຣະຄຣິດ!

THE PROOF OF CHRIST’S SONSHIP!

ໂດຍ: ດຣ.ອາ.ແອວ.ໄຮເມີຈູເນຍ

“ກ່ຽວກັບພຣະບຸດຂອງພຣະອົງ ຄືພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງເຮົາ ຜູ້ບັງເກີດໃນເຊື້ອສາຍຂອງດາວິດຝ່າຍເນື້ອໜັງ ແຕ່ຝ່າຍພຣະວິນຍານແຫ່ງຄວາມບໍລິສຸດນັ້ນບົ່ງໄວ້ດ້ວຍລິດທານຸພາບ ຄືໂດຍການເປັນຂຶ້ນມາຈາກຄວາມຕາຍວ່າ ເປັນພຣະບຸດຂອງພຣະເຈົ້າ” (ໂຣມ 1:3-4)

I. ໜື່ງ ພຣະເຢຊູຖືກປະກາດວ່າເປັນພຣະບຸດຂອງພຣະເຈົ້າແນວໃດ. 1 ກະສັດ
17:17-24; 2 ກະສັດ 4:32-37;ມັດທາຍ 12:39-40; 26:63-66; 27:43;

II. ສອງ ເປັນຫຍັງພຣະເຢຊູຈື່ງຖືກປະກາດວ່າເປັນພຣະບຸດຂອງພຣະເຈົ້າ.
ລູກາ 18:31-33; ມັດທາຍ 18:3; ໂຢຮັນ 14:6; 6:37; ລູກາ 13:24; ມັດທາຍ 11:28