Print Sermon

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 215 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 36 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຄວາມທຸກທໍລະມານຂອງພຣະຄຣິດໃນເກັດເສມານີ

CHRIST’S AGONY IN GETHSEMANE
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 19/3/2017
A sermon preached at the Baptist Tabernacle of Los Angeles
Lord’s Day Evening, March 19, 2017

“ເມື່ອພຣະອົງຊົງເປັນທຸກເທົ່າໃດພຣະອົງແຮງປົງພຣະໄທອະທິ ຖານເຫື່ອຂອງພຣະອົງເປັນເໝືອນເລືອດໄຫລຢອດລົງເຖິງດິນເປັນເມັດໃຫຍ່”(ລູກາ 22:44)


ດົນມາແລ້ວທີ່ຂ້າພະເຈົ້າໄດ້ເທດສະໜາເລື່ອງ “ນໍ້າຕາຂອງພຣະເຢຊູ”ຈົ່ງກົດອ່ານທີ່ນີ້, ປະເດັ່ນສຸດທ້າຍຂອງຄໍາເທດສະໜານັ້ນກໍຄື “ພຣະເຢຊູຊົງຮ້ອງໄຫ້ຢູ່ສວນເກັດເສມານີ” ຂ້າພະເຈົ້າໄດ້ເວົ້າວ່າ“ຢູ່ໃນສວນເກັດເສມານີຄໍ່າຄືນກ່ອນທີ່ພຣະອົງຈະຖືກຄຶງໃສ່ໄມ້ກາງ ແຂນ,ພຣະເຢຊູຊົງທຸກທໍລະມານແລະອະທິຖານພຽງຜູ້ດຽວ,ຢູ່ໃນບ່ອນມືດຂອງສວນເກັດເສມານີພຣະຜູ້ຊ່ວຍໃຫ້ລອດໄດ້ຖອກເທຈິດວິນຍານຂອງພຣະອົງໃນຄໍາອະທິຖານຕໍ່ໍ່ພຣະເຈົ້າ ອີງຕາມເຮັບເລີ 5:7 ພຣະອົງຊົງອະທິຖານ ‘ດ້ວຍຊົງຮ້ອງໄຫ້ຫລວງຫລາຍແລະນ້ຳຕາໄຫຼ ຕໍ່ພຣະເຈົ້າຜູ້ຊົງສາມາດຊ່ວຍພຣະອົງໃຫ້ພົ້ນຈາກຄວາມຕາຍໄດ້ ແລະພຣະເຈົ້າໄດ້ຊົງສະດັບເພາະພຣະອົງນັ້ນໄດ້ຢ້ານຢໍາ’(ເຮັບເລີ 5:7)ພຣະອົງຊົງຢ້ານຫຍັງ?ພຣະອົງຊົງຢ້ານວ່າ ພຣະອົງຈະຕາຍຢູ່ໃນສວນນັ້ນກ່ອນທີ່ພຣະອົງຈະສາມາດໄປທີ່ໄມ້ກາງແຂນເພື່ອໄຖ່ບາບ ຂອງເຮົາໄດ້”

ດຣ.ຈອນອາໄຣສ໌ກ່າວວ່າ“ພຣະເຢຊູຊົງອະທິຖານເພື່ອຂໍໃຫ້ຈອກແຫ່ງຄວາມຕາຍ ຜ່ານພຣະອົງໄປໃນຄືນນັ້ນເພື່ອພຣະອົງຈະສາມາດມີຊີວິດເພື່ອທີ່ຈະຕາຍເທິງໄມ້ກາງແຂນໃນມື້ຕໍ່ໄປໄດ້”ນັກສາສະໜາສາດດຣ.ເຈ.ໂອລີເວີບັສແວວໄດ້ກ່າວເຊັ່ນກັນວ່າພຣະອົງ“ຊົງ ອະທິຖານຂໍການຊ່ວຍໃຫ້ພົ້ນຈາກຄວາມຕາຍໃນສວນ,ໃນແບບທີ່ວ່າພຣະອົງຈະສາມາດສໍາເລັດຈຸດປະສົງຂອງພຣະອົງເທິງໄມ້ກາງແຂນໄດ້” ດຣ.ເຈ.ເວີນັນແມັກກີ້ເວົ້າຄືກັນວ່າ “ເພື່ອນຂອງຂ້າພະເຈົ້າ,ພຣະອົງຖືກຕອບ,ພຣະອົງບໍ່ໄດ້ຕາຍໃນສວນເກັດເສມານີ”ພຣະເຢຊູຊົງຢູ່ໃນສະພາບທໍລະມານຫຼາຍໃນຂະນະທີ່ຄວາມບາບຂອງເຮົາຖືກວາງລົງເທິງພຣະອົງ ໂດຍພຣະເຈົ້າ.

ບາງຄົນທີ່ອ່ານຄໍາເທດສະໜານັ້ນກໍຖາມຂ້າພະເຈົ້າວ່າເປັນຫຍັງພຣະເຢຊູຈື່ງຈໍາ ເປັນຕ້ອງໄປທີ່ໄມ້ກາງແຂນ,ເປັນຫຍັງພຣະອົງຈື່ງບໍ່ສາມາດຕາຍໄຖ່ບາບຂອງພວກເຮົາຢູ່ ໃນສວນນັ້ນໄດ້?ຂ້າພະເຈົ້າຈື່ງຕອບພວກເຂົາວ່າມັນເປັນໄປບໍ່ໄດ້,ພຣະຄໍາພີກ່າວວ່າ:

“ພຣະຄຣິດໄດ້ຊົງວາຍພຣະຊົນເພາະບາບຂອງເຮົາທັງຫລາຍ ຕາມທີ່ຂຽນໄວ້ໃນພຣະຄຳພີ”(1 ໂກລິນໂທ 15:3)

ພຣະຄຣິດຈໍາເປັນຕ້ອງຕາຍ“ຕາມທີ່ຂຽນໄວ້ໃນພຣະຄໍາພີ”- kata tas graphas ຖ້າພຣະອົງ ຫາກຕາຍຢູ່ໃນສວນເກັດເສມານີພຣະອົງກໍຈະບໍ່ແມ່ນພຣະຜູ້ຊ່ວຍທີ່ທໍານວາຍໄວ້ໃນພຣະ ທໍາພັນທະສັນຍາເດີມ, ພຣະອົງກໍຈະເປັນນັກຕົ້ມຕຸ່ນບໍ່ແມ່ນພຣະຜູ້ຊ່ວຍທີ່ໄດ້ທໍານວາຍໄວ້ ພຣະອົງຈໍາເປັນຕ້ອງຕາຍ kata tas graphas “ຕາມທີ່ຂຽນໄວ້ໃນພຣະຄໍາພີ”“ພຣະຄໍາພີ”ອີງ ໃສ່ພັນທະສັນຍາເດີມ,ເພາະພັນທະສັນຍາໃໝ່ຍັງບໍ່ຖືກຂຽນຂື້ນເທື່ອ, ກ່ອນທີ່ພຣະເຢຊູຈະ ເຂົ້າໄປໃນເກັດເສມານີພຣະອົງຊົງບອກວ່າ“ພຣະຄໍາພີຊຶ່ງຂຽນໄວ້ແລ້ວນັ້ນຕ້ອງສຳເລັດໃນເຮົາຄືວ່າ ທ່ານຖືກນັບເຂົ້າກັບບັນດາຜູ້ລະເມີດ”(ລູກາ 22:37)ພຣະອົງຊົງອ້າງເອຊາຢາ 53:12 ກ່າວວ່າພຣະອົງຈະຕ້ອງເຮັດໃຫ້ຂໍ້ນັ້ນສໍາເລັດໂດຍການຖືກຄຶງຢູ່ລະຫວ່າງໂຈນ ສອງຄົນ,ຖ້າພຣະອົງຫາກຕາຍຢູ່ໃນເກັດເສມານີພຣະອົງກໍຈະບໍ່ເຮັດໃຫ້ເອຊາຢາ 53:12 ສໍາເລັດ, ພຣະອົງກໍຈະບໍ່ຕາຍ kata tas graphas “ຕາມທີ່ຂຽນໄວ້ໃນພຣະຄໍາພີ”ພຣະອົງກໍ ຈະບໍ່ແມ່ນພຣະຜູ້ຊ່ວຍທີ່ຖືກທໍານວາຍໂດຍເອຊາຢາ!

ເອຊາຢາ 53 ໄດ້ທໍານວາຍເຕັມໆເລື່ອງເຖິງການຖືກຄຶງຂອງພຣະຄຣິດໃນພັນ ທະສັນຍາເດີມ, ຄວາມຈິງແລ້ວຂໍ້ນັ້ນເລີ່ມຈາກເອຊາຢາ 52:13 ແລະໄປຈົນຮອດຂໍ້ 15 ໃນພຣະຄໍາພີພາສາອັງກິດ, ມັນໃຫ້ຄໍາທໍານວາຍອັນໜື່ງພາຍຫຼັງອັນອື່ນກ່ຽວຂ້ອງການຄຶງທີ່ ໄມ້ກາງແຂນຂອງພຣະຄຣິດ, ຄໍາທໍານວາຍເລື່ອງການຖືກຄຶງຂອງພຣະອົງເຫຼົ່ານັ້ນກໍຈະສໍາ ເລັດນ້ອຍຖ້າພຣະເຢຊູຫາກຕາຍໃນສວນເກັດເສມານີ, ອິດສະຢາ 50:6 ເຊິ່ງບອກເລື່ອງ ການເຍາະເຍີ້ຍຂອງພຣະອົງ,ຄວາມອາຍແລະການຖົ່ມນໍ້າລາຍກໍຈະບໍ່ສໍາເລັດ, ເພງສັນລະ ເສີນ 22:16 ຊື່ງໄດ້ທໍານວາຍເລື່ອງການຕອກມືແລະຕີນຂອງພຣະອົງກໍຈະບໍ່ສໍາເລັດ,ບໍ່ວ່າ ຈະເປັນເສຄາຣິຢາ 12:10 “ພວກເຂົາຈະແນມເບິ່ງເຮົາຜູ້ທີ່ເຂົາໄດ້ແທງ” ເພງສັນລະເສີນ 22 ຍັງໄດ້ທໍານວາຍອີກເລື່ອງໜື່ງເຊິ່ງຈະບໍ່ສໍາເລັດເຊັ່ນກັນຖ້າພຣະອົງຫາກຕາຍຢູ່ໃນສວນ ເກັດເສມານີ, ແລະພຣະຄໍາພີຕອນອື່ນໆໃນພັນທະສັນຍາເດີມກໍຈະບໍ່ສໍາເລັດຖ້າພຣະເຢຊູ ຕ້ອງຕາຍຢູ່ໃນສວນ, ບໍ່ສົງໄສເລີຍທີ່ພຣະເຢຊູຊົງອະທິຖານໃນເກັດເສມານີ“ດ້ວຍຊົງຮ້ອງໄຫ້ຫລວງຫລາຍແລະນ້ຳຕາໄຫຼ ຕໍ່ພຣະເຈົ້າຜູ້ຊົງສາມາດຊ່ວຍພຣະອົງໃຫ້ພົ້ນຈາກຄວາມຕາຍໄດ້ ແລະພຣະເຈົ້າໄດ້ຊົງສະດັບເພາະພຣະອົງນັ້ນໄດ້ຢ້ານຢໍາ”(ເຮັບເລີ 5:7) ພຣະອົງຊົງຢ້ານວ່າພຣະອົງຈະຕາຍຢູ່ໃນສວນນັ້ນ ແລະ ບໍ່ສາມາດໄປທີ່ໄມ້ກາງແຂນເພື່ອ ຕາຍໃນມື້ຕໍ່ໄປໄດ້! ພຣະອົງຕ້ອງຕາຍ kata tas graphas “ຕາມທີ່ຂຽນໄວ້ໃນພຣະຄໍາພີ” ພຣະຄຣິດຊົງເຮັດໃຫ້ຄໍາທໍານວາຍໃນພັນທະສັນຍາເດີມສໍາເລັດເມື່ອພຣະອົງຊົງຖືກຄຶງ,ຖ້າພຣະອົງຫາກຕາຍໃນສວນຄໍາທໍານວາຍເຫຼົ່ານີ້ກໍຈະບໍ່ມີອັນໃດສໍາເລັດ-ແລະພຣະຄຣິດກໍຈະ ເປັນນັກຕົ້ມຕຸ່ນ,ບໍ່ແມ່ນພຣະຜູ້ຊ່ວຍໃຫ້ລອດຂອງມະນຸດທີ່ຢູ່ໃນພຣະຄໍາພີ, ພຣະຄຣິດກໍຈະ ບໍ່“ວາຍພຣະຊົນເພາະບາບຂອງເຮົາທັງຫລາຍ ຕາມທີ່ຂຽນໄວ້ໃນພຣະຄຳພີ”(1 ໂກລິນໂທ 15:3) ບໍ່ສົງໄສເລີຍທີ່ພຣະອົງຊົງອະທິຖານໃນເກັດເສມານີວ່າ“ພຣະບິດາຖ້າເປັນນໍ້າພຣະ ໄທຂອງພຣະອົງຂໍໃຫ້ຈອກນີ້ເລື່ອນໄປຈາກຂ້າພະອົງເທີນ”(ລູກາ 22:42)

“ເມື່ອພຣະອົງຊົງເປັນທຸກເທົ່າໃດພຣະອົງແຮງປົງພຣະໄທອະທິຖານ ເຫື່ອ ຂອງພຣະອົງເປັນເໝືອນເລືອດໄຫລຢອດລົງເຖິງດິນເປັນເມັດໃຫຍ່” (ລູກາ 22:44)

ພາສາກຣີກແປຄໍາວ່າ“ທຸກທໍລະມານ”ແມ່ນ“ອະກໍເນຍ”ມັນເວົ້າເຖິງ“ສໍານວນອາລົມທີ່ເຄັ່ງຕຶງແລະເຈັບປວດ”(ວາຍ),ພຣະເຢຊູຊົງປະສົບກັບຄວາມເຈັບປວດສຸດໆ, ທໍລະມານ ແລະອຶດອັດກັບຄວາມເຈັບປວດຢູ່ໃນບ່ອນມືດນັ້ນ,ຂໍໃຫ້ເຮົາຄິດກ່ຽວກັບຄວາມທຸກທໍລະມານຂອງພຣະອົງໃນສວນເກັດເສມານີຈັກສອງສາມນາທີໃນຄືນນີ້.

I. ໜື່ງ ການອະທິບາຍຄວາມທຸກທໍລະມານຂອງພຣະອົງ.

ພຣະເຢຊູຊົງກິນປັດສະກາກັບພວກສາວົກຂອງພຣະອົງ,ທີ່ນັ້ນພຣະອົງໄດ້ສະຫຼອງ ພິທີລະນຶກກັບພວກເຂົາ,ຢູດາສໄດ້ອອກຈາກກຸ່ມເພື່ອໄປຫາປະໂລຫິດໃຫຍ່ເພື່ອທໍລະຍົດ ພຣະອົງ,ຄົນທີ່ຍັງຢູ່ກໍພາກັນຮ້ອງເພງແລະຫຼັງຈາກນັ້ນພວກເຂົາກໍອອກໄປຂ້າມຫ້ວຍຂິດ ໂຣນຂື້ນໄປຂ້າງພູເຂົາໝາກກອກເທດເຂົ້າໄປສູ່ບ່ອນມືດຂອງສວນເກັດເສມານີ,ຢູ່ແຄມສວນນັ້ນພຣະອົງໄດ້ປະສາວົກແປດຄົນຢູ່ຫັ້ນໂດຍບອກເຂົາວ່າ“ຈົ່ງນັ່ງຢູ່ທີ່ນີ້ຂະນະທີ່ເຮົາຈະໄປ ອະທິຖານ”(ມາລະໂກ 14:32)ພຣະອົງຊົງພາເປໂຕ,ຢາໂກໂບແລະໂຢຮັນໄປບ່ອນເລິກໆ ຂອງສວນບ່ອນທີ່ພຣະອົງຊົງ“ເລີ່ມວິຕົກກັງວົນແລະໜັກພຣະໄທຫຼາຍ ຈຶ່ງຕັດກັບເຫລົ່າສາວົກວ່າ ໃຈເຮົາເປັນທຸກຈົນຈະຕາຍ ຈົ່ງເຝົ້າຢູ່ບ່ອນນີ້ເຖີດ”(ມາລະໂກ 14:33-34)ໂຢ ເຊບຮາທເວົ້າວ່າ:

ວິບັດຫຼາຍຢ່າງທີ່ພຣະອົງຊົງທົນເອົາ
ການທົດລອງທີ່ເຈັບປວດຫຼາຍຢ່າງທີ່ພົບເຈີ
ຄົນເຈັບແລະເຮັດໃຫ້ລຶ້ງກັບຄວາມເຈັບປວດ
ແຕ່ການທົດສອບທີ່ເຈັບປວດທີ່ສຸດ
ກໍຄືຄວາມອົດທົນໃນພວກທ່ານ
ເກັດເສມານີໜ້າເສົ້າທີ່ມືດມົນ
ກໍຄືຄວາມອົດທົນໃນພວກທ່ານ
ເກັດເສມານີໜ້າເສົ້າທີ່ມືດມົນ
(“Many Woes He Had Endured” by Joseph Hart, 1712-1768;
      to the tune of “Come, Ye Sinners”).

ມັດທາຍບອກວ່າພຣະອົງ“ເລີ່ມໂສກເສົ້າແລະໜັກໃຈຫຼາຍ” (ມັດທາຍ 26:37) ກ່ຽວ ຂ້ອງກັບພາສາກຣີກແປຄໍາວ່າ“ໜັກໃຈຫຼາຍ”ກູດວິນເວົ້າວ່າມີການລົບກວນຫຼືສິ່ງທີ່ດູດຄວາມສົນໃຈໄປອັນອື່ນ,ໃນຄວາມທຸກຂອງພຣະຢຊູພາຍຫຼັງທີ່ໝາຍເຖິງ“ການແຍກອອກຈາກຜູ້ ຄົນ-ມະນຸດໃນສິ່ງທີ່ດູດຄວາມສົນໃຈໄປອັນອື່ນ,ຖືກແຍກອອກຈາກມະນຸດ”ຊ່າງເປັນຄວາມ ຄິດທີ່ດີ! ພຣະເຢຊູຊົງຖືກໄລ່ໄປຢູ່ແຄມຂອງສິ່ງດຶງດູດໃຈໄປຫາສິ່ງອື່ນ,ສູ່ຈຸດຂອງການ ເກືອບເປັນບ້າຍ້ອນຄວາມແຮງກ້າຂອງຄວາມທຸກທໍລະມານຂອງພຣະອົງ,ມັດທາຍໄດ້ອ້າງຄໍາເວົ້າຂອງພຣະຜູ້ຊ່ວຍຕອນທີ່ກ່າວວ່າ“ໃຈຂອງເຮົາເປັນທຸກຈົນຈະຕາຍແລ້ວ” (ມັດທາຍ 26:38)ພາສາກຣີກແປ“ເປັນທຸກ”ໝາຍເຖິງ“ຄວາມເສຍໃຈໄປມາ,ໂສກເສົ້າຈົນຊິເປັນບ້າ” (ສະຕຣອງ)ຖ້ວມໄປດ້ວຍຄວາມທຸກ,ພຣະອົງຖືກແທງຫົວແລະຫູໃນຄວາມທຸກໂສກແລະບໍ່ມີຮູຫາຍໃຈໄດ້ເລີຍ”ກູດວິນກ່າວ, ຣີເນັກເກີເວົ້າວ່າພຣະອົງຊົງ“ອ້ອມຮອບໄປດ້ວຍຄວາມເຈັບ ປວດແລະຖືກປາບໂດຍຄວາມທຸກຍາກ”ພຣະເຢຊູຊົງຈົ່ມລົງໃນຄວາມໂສກເສົ້າແລະເຈັບ ປວດຢ່າງເລິກເຊິ່ງ,ມາລະໂກບອກເຮົາວ່າພຣະອົງຊົງ“ເລີ່ມວິຕົກກັງວົນແລະໜັກພຣະໄທຫຼາຍ ຈຶ່ງຕັດກັບເຫລົ່າສາວົກວ່າ ໃຈເຮົາເປັນທຸກຈົນຈະຕາຍ ຈົ່ງເຝົ້າຢູ່ບ່ອນນີ້ເຖີດ”ມາລະ ໂກ14:33)ພາສາກຣີກແປຄໍາວ່າ“ວິຕົກກັງວົນຫຼາຍ”ໝາຍເຖິງ“ຕົກຕະລຶກສຸດໆ”(ສະຕຣອງ) ຢູ່ໃນບ່ອນກໍາບັງຂອງຄວາມຢ້ານສະທົດສະທ້ານ”(ຣີ່ເນັກເກີ)“ຄວາມທຸກທໍລະມານອັນໃຫຍ່ຫຼວງຖືກຖີ້ມລົງ...ເປັນຕາຢ້ານ,ຕົກໃຈໝົດ,ຕື່ນຕົກໃຈ,ຫວາດຫວັ່ນ,ສະຍອງຂວັນ”(ວູເອັດ) ໂຢເຊບຮາມໄດ້ກ່າວວ່າ:

ເຊີນມາທຸກຄົນສິດທິຊົນທີ່ຊົງເລືອກຂອງພຣະເຈົ້າ
ຜູ້ທີ່ຮູ້ສຶກເຖິງໂລຫິດທີ່ລ້າງສະອາດ
ທີ່ຕອນນີ້ມີຄວາມຄິດເຂົ້າຮ່ວມກັບຂ້າພະເຈົ້າ
ທີ່ຈະຮ້ອງເພງເສົ້າແຫ່ງເກັດເສມານີ

ທີ່ນັ້ນພຣະເຈົ້າແຫ່ງຊີວິດຊົງປາກົດຂື້ນ
ສຽງຫາຍໃຈ,ຄໍ່າຄວນ,ອະທິຖານແລະຢ້ານ
ແບກທຸກຢ່າງທີ່ພຣະເຈົ້າຜູ້ຮັບສະພາບມະນຸດແບກໄດ້
ດ້ວຍກໍາລັງພຽງພໍແລະບໍ່ໄດ້ປ່ອຍໄປ
(“Gethsemane, The Olive-Press!” by Joseph Hart, 1712-1768;
      to the tune of “‘Tis Midnight, and on Olive’s Brow”).

“ເມື່ອພຣະອົງຊົງເປັນທຸກເທົ່າໃດພຣະອົງແຮງປົງພຣະໄທອະທິຖານ ເຫື່ອ ຂອງພຣະອົງເປັນເໝືອນເລືອດໄຫລຢອດລົງເຖິງດິນເປັນເມັດໃຫຍ່” (ລູກາ 22:44)

II.ສອງ ສາເຫດຄວາມທຸກທໍລະມານຂອງພຣະອົງ.

ແມ່ນຫຍັງຄືສາເຫດຄວາມທຸກຂອງພຣະຄຣິດໃນສວນແຫ່ງນັ້ນ?ຂ້າພະເຈົ້າເຄີຍຄິດວ່າຄວາມທໍລະມານຂອງພຣະອົງມາຈາກການໂຈມຕີຂອງຊາຕານ,ແຕ່ຕອນນີ້ບໍ່ເຊື່ອແບບ ນັ້ນອີກແລ້ວ, ພະຍາມານບໍ່ຖືກເວົ້າເຖິງຫຍັງເລີຍເລື່ອງຄວາມທຸກທໍລມານຂອງພຣະອົງ ໃນເກັດເສມານີ,ໃນຕອນຕົ້ນຂອງການເລີ່ມຕົ້ນງານຮັບໃຊ້ຂອງພຣະອົງໆຖືກທົດລອງໂດຍພະຍາມານ, ສາມເທື່ອໃນທະເລຊາຍທີ່“ຜູ້ທົດລອງໄດ້ມາຫາພຣະອົງ”(ມັດທາຍ 4:3)ແຕ່ ພວກເຮົາກໍບໍ່ເຄີຍອ່ານວ່າພຣະເຢຊູເປັນ“ກັງວົນແລະໜັກໃຈຫຼາຍ”ໃນລະຫວ່າງຊ່ວງການ ທົດລອງ, ບໍ່ມີການເອີຍເຖິງໃດໆທີ່ຄືກັບເຫື່ອຂອງພຣະອົງໄຫຼອອກເປັນເລືອດໃນເກັດເສ ມານີ,ໃນຊ່ວງການທົດລອງຂອງພຣະອົງຢູ່ທະເລຊາຍພຣະເຢຊູຊົງເອົາຊະນະພະຍາມານ ດ້ວຍການປຽບທຽບງ່າຍໂດຍການອ້າງອີງໃສ່ພຣະຄໍາຂອງພຣະເຈົ້າ, ແຕ່ໃນສວນເກັດເສ ມານີຄວາມທຸກທໍລະມານຂອງພຣະອົງໃຫຍ່ຫຼາຍຈົນມັນນໍາພຣະອົງໄປຂອບຂອງຄວາມ ຕາຍ, ດຣ.ແມັກກີ້ກ່າວວ່າ“ເມື່ອພຣະອົງອະທິຖານຢູ່ໃນສວນ ‘ຂໍໃຫ້ຈອກນີ້ເລື່ອນໄປຈາກ ຂ້າພະອົງ’(ລູກາ 22:42) ‘ຈອກ’ກໍຄືຄວາມຕາຍ, ພຣະອົງບໍ່ຕ້ອງການທີ່ຈະຕາຍໃນສວນ ເກັດເສມານີ” (J. Vernon McGee, Th.D., Thru the Bible, Thomas Nelson Publishers, volume V, p. 540;ໝາຍເຫດໃນເຮັບເລີ 5:7)

ຄວາມທຸກທໍລະມານອັນຂື່ນຂົມຢູ່ເກັດເສມານີມາຈາກພຣະເຈົ້າພຣະບິດາ,ຂ້າພະ ເຈົ້າເຊື່ອວ່າຢູ່ໃນສວນ

“ພຣະເຢໂຮວາ...ຊົງວາງຄວາມຊົ່ວຊ້າຂອງເຮົາທັງຫຼາຍເທງພຣະອົງ” (ເອຊາຢາ 53:6)

ສະເປີໂຈນກ່າວວ່າຢູ່ໃນເກັດເສມານີ,ພຣະເຈົ້າພຣະບິດາ“ຊົງກະທໍາພຣະອົງຜູ້ຊົງບໍ່ມີບາບ ໃຫ້ເປັນຄວາມບາບເພາະເຮົາ”(2 ໂກລິນໂທ 5:21)“ຕອນນີ້ພຣະອົງ...ຊົງແບກການສາບ ແຊ່ງເຊິ່ງຕົກແກ່ຄົນບາບ,ເພາະພຣະອົງຊົງຢູ່ໃນບ່ອນຂອງຄົນບາບແລະຕ້ອງທຸກທໍລະມານໃນບ່ອນຂອງຄົນບາບ...ຕອນນີ້ພຣະອົງຊົງຊາບດີ,ບາງເທື່ອອາດຈະເປັນເທື່ອທໍາອິດວ່າ ການເປັນຜູ້ແບກຄວາມບາບມັນເປັນແນວໃດ...ເພາະທັງໝົດຖືກວາງລົງທີ່ພຣະອົງ” (C. H. Spurgeon, “The Agony in Gethsemane,” The Metropolitan Tabernacle Pulpit, Pilgrim Publications, 1971, volume XX, p. 593).

ມີແບ້ສອງໂຕທີ່ຖືກໃຊ້ໂດຍອາໂຣນໃນວັນແຫ່ງການໄຖ່,ພຣະຄຣິດທີ່ຢູ່ໃນສວນຄື ພາບຂອງແບ້ໂຕທີ່ສອງ,ແບ້ໂຕທີ່ສອງປະສົບກັບຄວາມທຸກທໍລະມານຫຼາຍເມື່ອມັນຖືກເຮັດ ເປັນເຄື່ອງບູຊາສໍາຫຼັບຄວາມບາບ,ຄວາມຢ້ານແລະຄວາມເຈັບທີ່ສັດໂຕນີ້ຮູ້ສຶກເປັນພຽງແຕ່ພາບນ້ອຍໆຫຼືປະເພດຂອງຄວາມທຸກທໍລະມານຂອງພຣະຄຣິດ,ຄວາມທຸກທໍລະມານຂອງ ພຣະຄຣິດໃນສວນແມ່ນສິ່ງທີ່ມີລັກສະນະກົງກັນຂ້າມ,ການຕື່ມເຕັມໃຫ້ສໍາເລັດ.

“ເມື່ອພຣະອົງຊົງເປັນທຸກເທົ່າໃດພຣະອົງແຮງປົງພຣະໄທອະທິຖານ ເຫື່ອ ຂອງພຣະອົງເປັນເໝືອນເລືອດໄຫລຢອດລົງເຖິງດິນເປັນເມັດໃຫຍ່” (ລູກາ 22:44)

ຜູ້ທໍານວາຍເອຊາຢາໄດ້ກ່າວວ່າ:

“ແຕ່ກໍເປັນນໍ້າພຣະໄທຂອງພຣະເຢໂຮວາທີ່ຈະໃຫ້ທ່ານຟົກຊໍ້າ ພຣະອົງຊົງ ເຮັດໃຫ້ທ່ານໂສກເສົ້າ[ພຣະເຢໂຮວາຊົງພໍພຣະໄທທີ່ຈະບີບທ່ານ,ເຮັດໃຫ້ ທ່ານໂສກເສົ້າ ສະບັບ NASV]ເມື່ອພຣະອົງຊົງກະທໍາໃຫ້ທ່ານວິນຍານຂອງ ທ່ານເປັນເຄື່ອງບູຊາໄຖ່ບາບ...” (ເອຊາຢາ 53:10)

ແນ່ນອນມັນເລິ່ມຕົ້ນໃນສວນເກັດເສມານີ!

ຈົນທ່ຽງຄືນແລະເພື່ອຄວາມຊົ່ວຂອງຄົນອື່ນ
ບຸກຄົນແຫ່ງຄວາມໂສກເສົ້າຮ້ອງໄຫ້ໃນເລືອດ
ພຣະອົງຊົງຄຸເຂົ່າລົງດ້ວຍຄວາມເຈັບປວດ
ບໍ່ໄດ້ຖືກລືມໂດຍພຣະເຈົ້າຂອງພຣະອົງ
(“‘Tis Midnight, and on Olive’s Brow” by William B. Tappan, 1794-1849).

“ຈົນທ່ຽງຄືນແລະເພື່ອຄວາມຊົ່ວຂອງຄົນອື່ນ,ບຸກຄົນແຫ່ງຄວາມໂສກເສົ້າຮ້ອງໄຫ້ ໃນເລືອດ” ດຣ.ຈອນຈິລກ່າວວ່າ“ຕອນນີ້ພຣະອົງຊົງຊໍ້າແລະເກີດຄວາມໂສກເສົ້າໂດຍພຣະ ບິດາຂອງພຣະອົງ,ຄວາມໂສກເສົ້າຂອງພຣະອົງໄດ້ເລີ່ມຂື້ນດຽວນີ້,ເພາະມັນບໍ່ໄດ້ຈົບລົງທີ່ນີ້ ແຕ່ຈົບທີ່ໄມ້ກາງແຂນ... ພຣະອົງຊົງເລີ່ມໜັກໃຈຍ້ອນນໍ້າໜັກແຫ່ງຄວາມບາບຂອງຄົນຂອງພຣະອົງແລະຮູ້ສຶກເຖິງພຣະພິໂລດຂອງພຣະເຈົ້າ,ເຊິ່ງພຣະອົງຊົງຖືກກົດດັນຢ່າງໜັກແລະເກີດຄວາມໜັກໃຈທີ່...ພຣະອົງຊົງພ້ອມທີ່ຈະສະຫຼົບໄປ,ຈົ່ມລົງແລະຕາຍ...ພຣະອົງຖືກນໍາ ໄປສູ່ຝຸ່ນແຫ່ງຄວາມຕາຍ,ບໍ່ແມ່ນວ່າຄວາມໂສກເສົ້າໄດ້ຖີ້ມພຣະອົງໄປ...ຈົນກວ່າຈິດວິນ ຍານແລະຮ່າງກາຍຂອງພຣະອົງຈະຖືກແຍກອອກຈາກກັນ”ເທິງໄມ້ກາງແຂນ(John Gill, D.D., An Exposition of the New Testament, The Baptist Standard Bearer, 1989 reprint, volume I, p. 334).

ຢູ່ໃນເກັດເສມານີທີ່“ພຣະເຢໂຮວາ...ວາງຄວາມຊົ່ວຊ້າຂອງເຮົາທັງຫຼາຍເທິງທ່ານ” (ເອຊາຢາ 53:6)

ທີ່ນັ້ນ[ພຣະບຸດພຣະເຈົ້າ]ຊົງແບກຄວາມຊົ່ວທຸກຢ່າງຂອງຂ້າ
ໂດຍທາງພຣະຄຸນນີ້ຈື່ງສາມາດເຊື່ອໄດ້
ແຕ່ຄວາມເປັນຕາຢ້ານຊື່ງພຣະອົງຊົງຮູ້ສຶກ
ແມ່ນໃຫຍ່ເກີນທີ່ຈະນຶກຝັນໄດ້
ບໍ່ມີໃຜເບິ່ງອອກຜ່ານພຣະອົງໄດ້
ເກັດເສມານີເສົ້າໝອງມືດມົນ
ບໍ່ມີໃຜເບິ່ງອອກຜ່ານພຣະອົງໄດ້
ເກັດເສມານີເສົ້າໝອງມືດມົນ
(“Many Woes He Had Endured” by Joseph Hart, 1712-1768;
      to the tune of “Come, Ye Sinners”).

“ເມື່ອພຣະອົງຊົງເປັນທຸກເທົ່າໃດພຣະອົງແຮງປົງພຣະໄທອະທິຖານ ເຫື່ອ ຂອງພຣະອົງເປັນເໝືອນເລືອດໄຫລຢອດລົງເຖິງດິນເປັນເມັດໃຫຍ່” (ລູກາ 22:44)

ຈົ່ງເບິ່ງພຣະບຸດຂອງພຣະເຈົ້າຜູ້ທົນທຸກ
ຊົງປາດຖະໜາ,ຄວນຄາງ,ເຫື່ອໄຫຼເປັນເລືອດ
ບໍ່ຖືກຜູກມັດຢ່າງເລິກເຊິ່ງແຫ່ງ(ພຣະຄຸນ)ພຣະເຈົ້າ
ພຣະເຢຊູພຣະອົງຊົງເປັນຄວາມຮັກ!
(“Thine Unknown Sufferings” by Joseph Hart, 1712-1768;
      to the tune of “‘Tis Midnight, and on Olive’s Brow”)

“ພຣະເຢໂຮວາຊົງວາງຄວາມຊົ່ວຊ້າຂອງເຮົາທັງຫຼາຍເທິງທ່ານ” (ເອຊາຢາ 53:6)

ພຣະຄຣິດຊົງເອົາຄວາມບາບຂອງເຮົາວາງເທິງພຣະອົງຢູ່ໃນສວນເກັດເສມານີ ແລະ ຊົງ ແບກຄວາມບາບຂອງພວກເຮົາ“ໃນພຣະກາຍຂອງພຣະອົງເອງ”ທີ່ໄມ້ກາງແຂນບ່ອນທີ່ພຣະອົງຊົງສີ້ນພຣະຊົນໃນມື້ຕໍ່ມາ, ຄວາມບາບຂອງເຮົາຄືສິ່ງທີ່ເຮັດໃຫ້ພຣະອົງຊໍ້າຈົນເຫື່ອໄຫຼ ເປັນເລືອດ!

“ເມື່ອພຣະອົງຊົງເປັນທຸກເທົ່າໃດພຣະອົງແຮງປົງພຣະໄທອະທິຖານ ເຫື່ອ ຂອງພຣະອົງເປັນເໝືອນເລືອດໄຫລຢອດລົງເຖິງດິນເປັນເມັດໃຫຍ່” (ລູກາ 22:44)

ແມ່ນ,ພຣະອົງຊົງແບກຄວາມບາບຂອງທ່ານໃນພຣະກາຍຂອງພຣະອົງເທິງໄມ້ກາງແຂນ

“ພຣະອົງເອງໄດ້ຊົງຮັບແບກບາບຂອງເຮົາໄວ້ໃນພຣະກາຍຂອງພຣະອົງທີ່ຕົ້ນໄມ້ນັ້ນ [ເທິງໄມ້ກາງແຂນ]” (1 ເປໂຕ 2:24)

ຈົ່ງໄປທີ່ສວນເກດເສມານີແລ້ວເບິ່ງໃນສິ່ງທີ່ພຣະເຢຊູເຮັດເພື່ອທ່ານແລະຂ້າພະເຈົ້າ ພວກທ່ານຄວນຈະຕົກນາຮົກເພາະຄວາມບາບຂອງທ່ານ,ແຕ່ພຣະເຢຊູຊົງເອົາຄວາມບາບ ເຫຼົ່ານັ້ນວາງລົງເທິງພຣະອົງເອງແລະຊົງປະສົບພົບຜ່ານກັບນາຮົກຈິງຢູ່ໃນສວນແລະເທິງ ໄມ້ກາງແຂນເພື່ອຈ່າຍຄ່າການລົງໂທດເຕັມລາຄາເພາະຄວາມຊົ່ວຊ້າຂອງທ່ານທັງຫຼາຍ. ຄຣິສຕຽນທຸກຄົນຄວນຈະຕຶກຕອງເລື່ອງເກັດເສມານີແລະໄມ້ກາງແຂນ,ເກັດເສມາ ນີແລະໄມ້ກາງແຂນເປັນເລື່ອງທີ່ແຍກກັນບໍ່ໄດ້,“ແຕ່ພວກເຮົາທີ່ລອດແລ້ວເຫັນວ່າ(ໄມ້ກາງ ແຂນ)ເປັນລິດທານຸພາບຂອງພຣະເຈົ້າ”(1 ໂກລິນໂທ 1:18),ພວກເຮົາຖືກມອບລິດເດດ ໃຫ້ມີຊີວິດເພື່ອພຣະເຈົ້າໂດຍວຽກຂອງພຣະຄຣິດໃນເກັດເສມານີແລະເທິງໄມ້ກາງແຂນ! ພວກເຮົາຖືກດົນໃຈໃຫ້ມີຊີວິດເພື່ອພຣະຄຣິດໂດຍການຄິດເຖິງຄວາມທຸກທໍລະມານຂອງ ພຣະອົງ! ເມື່ອການທົດສອບຂອງຊີວິດເຮັດໃຫ້ເຮົາກົດດັນ,ຄຣິສຕຽນແທ້ຈະພົບສັນຕິສຸກ ແລະຈື່ໄດ້ວ່າພຣະເຢຊູໄດ້ຈ່າຍເຕັມລາຄາສໍາຫຼັບການລົງໂທດບາບຂອງເຮົາໃນເກັດເສມານີແລະເທິງໄມ້ກາງແຂນ! ພວກເຮົາພົບສັນຕິສຸກເມື່ອພວກເຮົາຈື່ໄດ້ວ່າພຣະເຢຊູຊົງເອົາຊະ ນະຄວາມຕາຍແລ້ວຕອນທີ່ພຣະອົງຊົງຟື້ນຂື້ນມາຈາກຕາຍ!

ໃກ້ໄມ້ກາງແຂນໂອລູກແກະຂອງພຣະເຈົ້າ
ຈົ່ງນໍາຄວາມຮູ້ສຶກຂອງມັນມາຕໍ່ໜ້າຂ້າ
ຊ່ວຍຂ້າໃຫ້ດໍາເນີນໄປໃນແຕ່ລະມື້
ດ້ວຍເງົາທີ່ບັງຢູ່ເໜືອຂ້າ
ທີ່ກາງແຂນ ທີ່ກາງແຂນ
ເປັນລາສີຂອງຂ້າສະເໝີໄປ
ຈົນເຖິງການຮັບຂື້ນຂອງຂ້າ
ພາໄປພັກທີ່ແຄມນ້ຳ
(“Near the Cross” by Fanny J. Crosby, 1820-1915).

ແລະຂ້າພະເຈົ້າຂໍເວົ້າຕໍ່ພວກທ່ານທີ່ຍັງບໍ່ລອດເທື່ອວ່າ ທ່ານຄິດເຖິງພຣະອົງໃນ ຄວາມທໍລະມານແລະໂລຫິດໄຫຼທີ່ນັ້ນໃຢູ່ບ່ອນມືດແຫ່ງເກັດເສມານີ,ທໍລະມານເພື່ອທ່ານ ແລະທ່ານກໍຍັງຫັນຫຼັງໃຫ້ພຣະອົງບໍ? ພຣະອົງຊົງທົນທຸກເພາະຄວາມຜິດບາບຂອງທ່ານ! ພວກທ່ານປະຕິເສດພຣະອົງແລະປະຕິເສດຄວາມຮັກແບບນີ້ໄດ້ແນວໃດ?

“ເມື່ອພຣະອົງຊົງເປັນທຸກເທົ່າໃດພຣະອົງແຮງປົງພຣະໄທອະທິຖານ ເຫື່ອ ຂອງພຣະອົງເປັນເໝືອນເລືອດໄຫລຢອດລົງເຖິງດິນເປັນເມັດໃຫຍ່” (ລູກາ 22:44)

ຈົ່ງເບິ່ງພຣະບຸດຂອງພຣະເຈົ້າຜູ້ທົນທຸກ
ຊົງປາດຖະໜາ,ຄວນຄາງ,ເຫື່ອໄຫຼເປັນເລືອດ
ບໍ່ຖືກຜູກມັດຢ່າງເລິກເຊິ່ງແຫ່ງ(ພຣະຄຸນ)ພຣະເຈົ້າ
ພຣະເຢຊູພຣະອົງຊົງເປັນຄວາມຮັກ!

ພຣະເຢຊູຊົງເອົາຄວາມບາບຂອງທ່ານວາງລົງເທິງພຣະອົງເອງໃນສວນເກັດເສມານີເພາະພຣະອົງຊົງຮັກທ່ານ! ພຣະອົງຊົງຈ່າຍຄ່າການລົງໂທດເພາະຄວາມບາບຂອງທ່ານເທິງໄມ້ ກາງແຂນເພາະພຣະອົງຊົງຮັກທ່ານ!

ຄືນນີ້ທ່ານຈະເຊື່ອວາງໃຈໃນພຣະອົງບໍ?ທ່ານຈະມາຫາພຣະອົງຜູ້ຊົງຮັກທ່ານດ້ວຍຄວາມຮັກນິລັນການບໍ?ຈົ່ງເຊື່ອໃນພຣະຜູ້ຊ່ວຍຜູ້ເຈັບທັງກາຍແລະໃຈ! ຈົ່ງວາງໃນພຣະອົງ ດຽວນີ້! ຄວາມບາບຂອງທ່ານກໍຈະໄດ້ຮັບການອະໄພໂດຍພຣະອົງແລ້ວທ່ານຈະມີຊີວິດອັນ ຕະຫຼອດໄປເປັນນິດ! ເອແມນ.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ດຣ.ໄຄຣ້ທັນແອວແຊນ: ມາລະໂກ 14:32-41.
ບັນເລງເພງກ່ອນເທດສະໜາໂດຍ ເບັນຈາມິນ ຄິນເຄດກຣິຟຟິດ:
     “‘Many Woes He Had Endured” by Joseph Hart, 1712-1768;
to the tune of “Come, Ye Sinners”).

ໂຄງຮ່າງບົດເທດສະໜາ

ຄວາມທຸກທໍລະມານຂອງພຣະຄຣິດໃນເກັດເສມານີ

CHRIST’S AGONY IN GETHSEMANE

ໂດຍ: ດຣ.ອາ.ແອວ.ໄຮເມີຈູເນຍ

“ເມື່ອພຣະອົງຊົງເປັນທຸກເທົ່າໃດພຣະອົງແຮງປົງພຣະໄທອະທິຖານ ເຫື່ອຂອງພຣະອົງເປັນເໝືອນເລືອດໄຫລຢອດລົງເຖິງດິນເປັນເມັດໃຫຍ່”(ລູກາ 22:44)

(ເຮັບເລີ 5:7;1 ໂກລິນໂທ 15:3;ລູກາ 22:37;ເອຊາຢາ 53:12; ເອຊາຢາ 50:6;ເພງສັນລະເສີນ 22:16;ເສຄາລິຢາ 12:10; ລູກາ 22:42)

I. ໜື່ງ ການອະທິບາຍຄວາມທຸກທໍລະມານຂອງພຣະອົງ.
ມາລະໂກ 14:32,33-34; ມັດທາຍ 26:37-38.

II. ສອງ ສາເຫດຄວາມທຸກທໍລະມານຂອງພຣະອົງ ມັດທາຍ 4:3;
ເອຊາຢາ 53:6; 2 ໂກລິນໂທ 5:21; ເອຊາຢາ 53:10;
1 ເປໂຕ 2:24; 1 ໂກລິນໂທ 1:18.