Print Sermon

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 215 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 36 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການເຮັດວຽກທີ່ແຫ່ວລົງຂອງພຣະວິນຍານຂອງພຣະເຈົ້າ

THE WITHERING WORK OF GOD’S SPIRIT
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 12/3/2017
A sermon preached at the Baptist Tabernacle of Los Angeles
Lord’s Day Evening, March 12, 2017


ຢູ່ໃນໂຮງຮຽນພຣະຄໍາພີສາຍເສລີເຂົາສອນພວກເຮົາວ່າມີເອຊາຢາສອງຄົນ, ແຕ່ ພວກເຂົາເວົ້າຜິດ, 39 ບົດທໍາອິດເວົ້າເຖິງຄວາມບາບຕ່າງໆແລະການເປັນທາດຂອງຜູ້ຄົນ, ສ່ວນບົດທີ່ 40 ຈົນຈົບຜູ້ທໍານວາຍໄດ້ເວົ້າເຖິງການຊົງໄຖ່ຂອງພວກເຂົາ,ສ່ວນທີ່ສອງເວົ້າ ເຖິງຄວາມລອດຜ່ານທາງຄວາມທຸກທໍລະມານຂອງພຣະຄຣິດ:

“ສຽງໜື່ງຮ້ອງວ່າ ຮ້ອງແມ້ ແລະເຂົາວ່າ ຂ້າຈະຮ້ອງວ່າແນວໃດ ບັນດາ ເນື້ອໜັງກໍເປັນເໝືອນຕົ້ນຫຍ້າ ແລະ ຄວາມດີທຸກຢ່າງຂອງມັນ(ຄວາມຮັກ ເອັນເອເອັສວີ;ສະຫງ່າລາສີຂອງມັນ ເອັນໄອວີ)ກໍເປັນເໝືອນດອກໄມ້ແຫ່ງ ທົ່ງນາ,ຕົ້ນຫຍ້າກໍແຫ່ວລົງ ດອກໄມ້ກໍລົ່ນລົງ ເພາະພຣະວິນຍານຂອງ ພຣະເຈົ້າເປົ່າມາຖືກມັນ ມະນຸດຊາດເປັນຫຍ້າແນ່ນອນ ຕົ້ນຫຍ້າກໍແຫ່ວ ລົງດອກໄມ້ກໍລົ່ນລົງແຕ່ພຣະວັດຈະນະຂອງພຣະເຈົ້າຂອງເຮົາຈະຢັ້ງຢືນຢູ່ເປັນນິດ” (ເອຊາຢາ 40:6-8)

“ສຽງໜື່ງຮ້ອງວ່າ ຮ້ອງແມ້”ສຽງທີ່ຜູ້ທໍານວາຍເວົ້າເຖິງແມ່ນສຽງຫຍັງ?ມັນຄື“ພຣະ ໂອດຂອງພຣະເຈົ້າ”ທີ່ເວົ້າເຖິງໃນຂໍ້ທີ່ຫ້າ, ພາສາຮິບຣູສໍາຫຼັບ“ຮ້ອງ”ຄື qârâ, ໝາຍເຖິງ “ເອີ້ນອອກມາ-(ການປະເຊີນໜ້າ)ພົບຄົນຜູ້ໜື່ງ” (ເຫຼັ້ມສະຕຣອງໜ້າ7121), ມັນຄືຄໍາຮິບຣູ ດຽວກັນທີ່ໃຊ້ໃນເອຊາຢາ 58:1

ຈົ່ງຮ້ອງດັງໆ ຢ່າເກັບໄວ້ ຈົ່ງເປັ່ງສຽງຂອງເຈົ້າເໝືອນເປົ່າແກ ຈົ່ງແຈ້ງ ແກ່ຊົນຊາດຂອງເຮົາໃຫ້ຊາບເຖິງເລື່ອງການລະເມີດຂອງເຂົາ ແກ່ຄອບຄົວ ຂອງຢາໂຄບເລື່ອງບາບຂອງເຂົາ” (ເອຊາຢາ 58:1)

ນັ້ນແຫຼະຄືທາງທີ່ໂຢຮັນຜູ້ໃຫ້ບັບຕິດສະມາເທດ,ໂຢຮັນບັບຕິດສະມາອ້າງເຖິງເອຊາຢາ 40:3 ລາວເວົ້າວ່າ“ສຽງຜູ້ຮ້ອງໃນຖີ່ນທຸລະກັນດານວ່າ ຈົ່ງຕຽມທາງແຫ່ງພຣະເຢໂຮ ວາຄືກັບທີ່ຜູ້ທໍານວາຍເອຊາຢາເວົ້າ”(ໂຢຮັນ 1:23;ເອຊາຢາ 40:3)ພາສາກຣີກແປຄໍາວ່າ “ຮ້ອງ”ໃນໂຢຮັນ 1:23 ຄື bǒaō ໝາຍເຖິງ“ເພື່ອຮ້ອງສຽງດັງ...ຮ້ອງອອກມາ”(ສະຕຣອງ) ຄໍາຮິບຣູ ແລະຄໍາກຣີກເວົ້າວ່າເພື່ອ“ຮ້ອງສຽງດັງ”(ເອຊາຢາ 58:1)ໝາຍຄວາມວ່ານັກເທດ ຈະຕ້ອງເວົ້າດັງໃນຖານະເປັນກະບອກສຽງຂອງພຣະເຈົ້າ... “ຮ້ອງດັງໆແລະຮ້ອງອອກມາ” ໃສ່ຄົນເຫຼົ່ານັ້ນທີ່ຫຼົງຫາຍແລະສັບສົນຢູ່!ພວກນັກເທດຄວນຮ້ອງໃສ່ພວກຜູ້ຟັງພຣະຄໍາຂອງ ພຣະເຈົ້າຂອງເຂົາ, ໜ້າເສົ້າທີ່ອັນນີ້ບໍ່ແມ່ນຮູບແບບທີ່ເປັນທີ່ນິຍົມຂອງການເທດສະໜາໃນ ປະຈຸບັນນີ້, ມີພວກເນັ້ນຮາກຖານທີ່ບໍ່ເຊື່ອຟັງພຣະຄໍາພີຢູ່ໃນການເທດສະໜາປະຈຸບັນນີ້, ພວກຜູ້ຮັບໃຊ້ສະໄໝໃໝ່ພາກັນ “ຢຸດເທດສະໜາແລ້ວໄປເປັນການສອນ”ຄືກັບທີ່ພວກສະ ໄໝເກົ່າໄດ້ເວົ້າໄວ້,ພວກຜູ້ຮັບໃຊ້ສະໄໝໃໝ່ບໍ່ໄດ້ເຊື່ອຟັງພຣະເຈົ້າ,ພຣະເຈົ້າບອກກັບເອຊາຢາວ່າ“ຈົ່ງຮອ້ງດັງໆແລະຢ່າເບົາລົງ”ການເທດສະໜາສະໄໝໃໝ່ບໍ່ໄດ້ຕາມແບບຢ່າງຂອງ ພຣະເຢຊູ, ພຣະເຢຊູຊົງ“ຮ້ອງສຽງດັງ...ຢູ່ໃນພຣະວິຫານ”(ໂຢຮັນ 7:28)ບໍ່ຄືກັບພຣະເຢຊູ ຕອນທີ່ພຣະອົງ“ຢືນຂື້ນແລ້ວຮ້ອງ”ໃນໂຢຮັນ 7:37,ຫຼືບໍ່ຄືກັບເປໂຕໃນວັນເພັນເທດສະເຕ, ລາວ“ໄດ້ກ່າວດ້ວຍສຽງດັງ” ແລະ ຮ້ອງຕາມຄໍາທີ່ພຣະເຈົ້າໄດ້ມອບໃຫ້ລາວ (ກິດຈະການ 2:14)ດຣ.ຈອນຈິລໄດ້ກ່າວວ່າ“ໄດ້ກ່າວດ້ວຍສຽງດັງ ເຊິ່ງສຽງລາວອາດຈະໄດ້ຍິນທັງຝູງ ຊົນ...ເຊັ່ນກັນໄດ້ສະແດງໃຫ້ເຫັນຄວາມກະຕືລືລົ້ນແລະຄວາມຮ້ອນຮົນຂອງລາວ,ຂອງວິນ ຍານ,ໃຈທີ່ມີມານະ,ສໍາຫຼັບການເປັນຄົນທີ່ອົດທົນກັບພຣະວິນຍານຈາກເບື້ອງເທິງ,ລາວບໍ່ ໄດ້ຢ້ານຄົນ” (ການອະທິບາຍພັນທະສັນຍາໃໝ່ໝາຍເຫດໃນກິດຈະການ2:14) ດັ່ງນັ້ນ ຂ້າພະເຈົ້າຂໍເວົ້າຄືນວ່າ ມີພວກເນັ້ນຮາກຖານທີ່ບໍ່ເຊື່ອຟັງພຣະຄໍາພີຢູ່ເທິງທໍາມາດຂອງ ເຮົາປະຈຸບັນນີ້,ການບໍ່ເຊື່ອຟັງໃນຮູບແບບມາລະຍາດແລະການເທດສະໜາ, ອັກຄະສາວົກ ເປົາໂລໄດ້ໃຫ້ເລື່ອງນີ້ໃນຖານະເປັນເຄື່ອງໝາຍແຫ່ງການປະຖີ້ມຄວາມເຊື່ອໃນຍຸກສຸດທ້າຍລາວບອກວ່າ“ຈົ່ງປະກາດພຣະວັດຈະນະ...ເພາະຈະເຖິງເວລາທີ່ຄົນຈະທົນຕໍ່ຄໍາສອນອັນ ຖືກຕ້ອງບໍ່ໄດ້ ແຕ່ເຂົາຈະຮວບຮວມຄູໄວ້ໃຫ້ສອນໃນສິ່ງທີ່ເຂົາມັກຟັງ ຕາມຕັນຫາຂອງຕົນ ເອງ(ຄວາມຕ້ອງການທີ່ຈະໃຫ້ຫູຂອງເຂົາຄັນສະບັບເອັນເອເອັສວີ) (2 ຕີໂມທຽວ 4:2,3) ມີ“ການສອນ”ຄົງທີ່ໃນສະໄໝຂອງເຮົາ, ແຕ່ການເທດສະໜາໄດ້ຖືກລືມໄປແລ້ວສິ່ງທີ່ພວກ ເຮົາໄດ້ຍິນຄືການສອນ-“ການສອນ”ທີ່ປາສະຈາກພະລັງແລະໄຟ!ນັ້ນຄືທັງໝົດທີ່ເຂົາຮຽນ ຮູ້ຢູ່ໃນໂຮງຮຽນພຣະຄໍາພີປະຈຸບັນນີ້! ແຫ້ງຄືຂີ່ຝຸ່ນ, ສອນເປັນຂໍ້ເປັນຂໍ້ບໍ່ມີໃຜປະເຊີນໜ້າ ກັບຂ່າວປະເສີດແລະບໍ່ມີໃຜຖືກລົບກວນຈາກການຫຼັບຝ່າຍວິນຍານຂອງເຂົາໂດຍ “ການ ສອນ”ທ່ານບໍ່ສາມາດສອນແບ້ໃຫ້ເປັນແກະໄດ້? ພວກເຂົາຕ້ອງຖືກ“ເທດອອກຈາກຄວາມ ບາບແລະຄວາມຂີ້ຄ້ານຂອງເຂົາ! “ສຽງໜື່ງຮ້ອງວ່າ ຮ້ອງແມ້”( ເອຊາຢາ 40:6)ນັ້ນຄືຮູບ ແບບຂອງຄໍາເທດສະໜາຂ່າວປະເສີດແທ້!ບໍ່ມີອັນໃດນອກຈາກຄໍາເທດສະໜາທີ່ຈະຖືກໃຊ້ ໂດຍພຣະເຈົ້າເພື່ອຂັບເຄື່ອນໃຈທີ່ຕາຍແລ້ວແລະບໍ່ຄ່ອງແຄ້ວ! ບໍ່ມີອັນໃດນອກຈາກການ ເທດສະໜາກະຕຸ້ນທີ່ສາມາດເຮັດໄດ້!ໄບຣອັນເອັຈ.ເອັດເວີດກ່າວວ່າ“ການເທດສະໜາຟື້ນຟູມີລິດອໍານາດແລະສິດທິທີ່ຈະນໍາພຣະຄໍາຂອງພຣະເຈົ້າຄືກັບຄ້ອນຕີໃສ່ໃຈແລະຈິດສໍານຶກ,ນີ້ຄືສິ່ງທີ່ຖືກລືມ ຈາກການເທດສະໜາສ່ວນຫຼາຍໃນປະຈຸບັນນີ້,ພວກຜູ້ຊາຍທີ່ເທດຢູ່ໃນການ ຟື້ນຟູມັກຈະເປັນຄົນບໍ່ຢ້ານແລະມີພະລັງ(Revival! A People Saturated With God,Evangelical Press, 1997 edition, p. 103) ດຣ.ລອຍໂຈນໜື່ງໃນນັກເທດທີ່ຍິ່ງໃຫຍ່ທີ່ສຸດຂອງສະຕະວັດທີ່ ຊາວ,ໄດ້ກ່າວວ່າ“ແມ່ນຫຍັງຄືການເທດສະໜາ?ເຫດຜົນເລື່ອງໄຟ!...ມັນຄືສາສະໜາສາດ ເລື່ອງໄຟ, ແລະສາສະໜາສາດເຊິ່ງບໍ່ມີໄຟຄືສາສະໜາສາດທີ່ບໍ່ສົມບູນ...ການເທດສະໜາ ຄືສາສະໜາສາດທີ່ມາຜ່ານທາງມະນຸດທີ່ມີໄຟ...ຂ້າພະເຈົ້າເວົ້າວ່າຄົນໜື່ງທີ່ສາມາດເວົ້າສິ່ງ ຕ່າງໆໂດຍປາສະຈາກຄວາມຫຼົງໄຫຼບໍ່ມີສິດບໍ່ວ່າຈະເປັນຢູ່ໃນທໍາມາດ ແລະ ບໍ່ຄວນອະນຸ ຍາດໃຫ້ເຂົ້າມາ”(ການເທດສະໜາແລະພວກນັກເທດ ໜ້າ 97)

ຫຼັງຈາກນັ້ນເອຊາຢາກ່າວວ່າ“ຂ້າຈະຮ້ອງວ່າແນວໃດ?”(ເອຊາຢາ 40:6)ຊາຍໜຸ່ມ ຄົນໜື່ງບອກຂ້າພະເຈົ້າໃນສິ່ງທີ່ສາສະດາຈານວິທະຍາໄລພຣະຄໍາພີເວົ້າ,ລາວບອກວ່າບົດ ເທດສະໜາຄວນຈະຖືກຕຽມໄວ້ກ່ອນລ່ວງໜ້າຫົກເດືອນ, ຂ້າພະເຈົ້າຊັງແທ້ຄົນທີ່ເຮັດແບບ ນັ້ນ! ຄົນທີ່ເຮັດແບບນັ້ນບໍ່ສາມາດມີບົດເທດທີ່ພຣະເຈົ້າໃຫ້ໄດ້! ມັນເປັນໄປບໍ່ໄດ້! ສະເປີ ໂຈນຄືນັກເທດທີ່ຍິ່ງໃຫຍ່ທີ່ສຸດຕະຫຼອດການ,ລາວບໍ່ເຄີຍເຮັດແບບນັ້ນ,ນັກເທດທີ່ແທ້ຈິງຈະຕ້ອງຂໍພຣະເຈົ້າສໍາຫຼັບບົດເທດຂອງຕົນ ແລະລໍຖ້າໃຫ້ພຣະເຈົ້າມອບໃຫ້, “ຂ້າຈະຮ້ອງວ່າ ແນວໃດ”ຂ້າພະເຈົ້າຈະຕ້ອງຮ້ອງອອກຂໍ້ຄວາມທີ່ພຣະເຈົ້າມອບໃຫ້ເທດ, ມີບາງຄົນວ່າຂ້າ ພະເຈົ້າເທດຄືກັບຮິດເລີ,ໃນການສໍາພັດລາວເວົ້າຖືກ,ຮິດເລີເວົ້າຕົວະພ້ອມກັບຄວາມຫຼົງໄຫຼອັນຍິ່ງໃຫຍ່,ພວກເຮົາຄວນເວົ້າຄວາມຈິງດ້ວຍຄວາມຫຼົງໄຫຼອັນຍິ່ງໃຫຍ່!ມີພຽງຄໍາເທດສະໜາທີ່ຫຼົງໄຫຼເທົ່ານັ້ນສາມາດຂັບເຄື່ອນມະນຸດໃຫ້ສະແດງອອກໄດ້,ການອະທິບາຍພຣະຄໍາພີເຮັດໃຫ້ເຂົາຢາກນອນ! ດຣ.ລອຍໂຈນກ່າວວ່າ“ການເທດສະໜາປະຈຸບັນນີ້ບໍ່ສາມາດຊ່ວຍ ໃຫ້ມະນຸດລອດໄດ້, ມັນບໍ່ແມ່ນແຕ່ລົບກວນເຂົາແຕ່ປ່ອຍເຂົາຢ່າງຊັດແຈ້ງໃນບ່ອນທີ່ເຂົາ ເປັນໂດຍບໍ່ມີການລົບກວນນ້ອຍທີ່ສຸດ”ອັນນີ້ແມ່ນຜິດ!ພວກເຂົາຈໍາເປັນຕ້ອງຖືກລົບກວນ.

“ສຽງໜື່ງຮ້ອງວ່າ ຮ້ອງແມ້ ແລະເຂົາວ່າ ຂ້າຈະຮ້ອງວ່າແນວໃດ ບັນດາ ເນື້ອໜັງກໍເປັນເໝືອນຕົ້ນຫຍ້າແລະ ຄວາມດີທຸກຢ່າງຂອງມັນ (ຄວາມຮັກ) ກໍເປັນເໝືອນດອກໄມ້ແຫ່ງທົ່ງນາ...,ຕົ້ນຫຍ້າກໍແຫ່ວລົງ ດອກໄມ້ກໍລົ່ນລົງ” (ເອຊາຢາ 40:6,8)

I. ໜື່ງ ຂ້າພະເຈົ້າຕ້ອງຮ້ອງອອກໄປໃນເລື່ອງຄວາມສັ້ນຂອງຊີວິດ.

“ສຽງໜື່ງຮ້ອງວ່າ ຮ້ອງແມ້ ແລະເຂົາວ່າ ຂ້າຈະຮ້ອງວ່າແນວໃດ ບັນດາ ເນື້ອໜັງກໍເປັນເໝືອນຕົ້ນຫຍ້າແລະ ຄວາມດີທຸກຢ່າງຂອງມັນ(ຄວາມຮັກ) ກໍເປັນເໝືອນດອກໄມ້ແຫ່ງທົ່ງນາ...,ຕົ້ນຫຍ້າກໍແຫ່ວລົງ ດອກໄມ້ກໍລົ່ນລົງ” (ເອຊາຢາ 40:6,8)

ໃນບໍ່ຊ້າຊີວິດກໍຜ່ານໄປ,ມັນເກີດຂື້ນໄວຫຼາຍ, ມັນເບິ່ງຄືວ່າຄວາມໜຸຸ່ມຂອງທ່ານຈະ ຈາກໄປຕະຫຼອດການ-ແຕ່ມັນຜ່ານໄວອີຫຼີ, ຂ້າພະເຈົ້າກໍາລັງຂຽນຊີຫວະປະຫວັດຂອງຕົນ ເອງ,ໂຣເບີດລູກຊາຍຂອງຂ້າພະເຈົ້າຂໍໃຫ້ຂຽນ, ຂ້າພະເຈົ້າຈະອາຍຸເຈັດສິບຫົກປີໃນສອງ ສາມອາທິດໜ້ານີ້,ມັນຄືວ່າຂ້າພະເຈົ້າເປັນຄົນໜຸ່ມເມື່ອສອງສາມເດືອນທີ່ຜ່ານມາ! ແລະມັນ ຈະເປັນແບບນັ້ນກັບພວກທ່ານເຊັ່ນກັນ! ດວງຕາເວັນໃນຍາມແລງກໍາລັງມາ, ຕົ້ນຫຍ້າກໍ ປ່ຽນເປັນສີນໍ້າຕານ, ດອກໄມ້ກໍແຫ່ວແລະຕາຍລົງ, ຊີວິດເປັນສິ່ງຊົ່ວຄາວ,ຜ່ານໄປຢ່າງໄວ, ຊົ່ວຄາວ,ສັ້ນແລະຢູ່ສັ້ນໆ, ອັກຄະສາວົກຢາໂກໂບເວົ້າເຖິງເລື່ອງນີ້ວ່າ:

“ແລະຄົນຮັ່ງມີກໍ...ຖືກເຮັດໃຫ້ຕ່ຳລົງ ເພາະວ່າເຂົາຈະຕ້ອງລ່ວງລັບໄປດັງດອກຫຍ້າ ເພາະທັນທີທີ່ຕາເວັນຂຶ້ນພ້ອມດ້ວຍຄວາມຮ້ອນອັນແຮງກ້າ ມັນກໍເຮັດໃຫ້ຫຍ້າແຫ້ວລົງ ແລະດອກຫຍ້າກໍລົ່ນລົງ ແລະຄວາມງາມຂອງມັນສູນສິ້ນໄປ ຄົນຮັ່ງມີຈະເສື່ອມສູນໄປຕາມທາງທັງຫລາຍຂອງເຂົາເຊັ່ນນັ້ນດ້ວຍ” (ຢາໂກໂບ 1:10-11)

ມີໜ້ອຍຄົນທີ່ເຫັນມັນ,ພວກເຂົາເຮັດວຽກແລະ ຄວ້າເອົາໃນໂລກລ່ວງໜ້າໂດຍປາ ສະຈາກການເຂົ້າໃຈເລື່ອງທີ່ເຫັນໄດ້ງ່າຍ-ມັນຈະສິ້ນສຸດລົງໄວກວ່າທີ່ເຂົາຄິດ! ຊີ.ທີ.ສະຈູດ (1860-1931)ເປັນໜື່ງໃນຄົນລວຍໜ້ອຍຄົນທີ່ເຫັນແບບນັ້ນ,ລາວສືບມໍລະດົກຢ່າງມະຫາ ສານແຕ່ລາວກໍໃຫ້ມັນໄປໝົດແລ້ວໄປເປັນມິດຊັນນາຣີຢູ່ປະເທດຈີນ-ແລະຕໍ່ມາລາວໄດ້ໄປ ສູ່ໃຈກາງຂອງອັຟຣິກາໃນເມື່ອມັນອັນຕະລາຍ, ແລະຊີ.ທີ,ສະຈູດໄດ້ເວົ້າວ່າ:

ມີພຽງຊີວິດດຽວ
ໃນບໍ່ຊ້າກໍຈະຜ່ານໄປ
ສິ່ງທີ່ເຮັດເພື່ອພຣະຄຣິດເທົ່ານັ້ນ
ຈະຢູ່ຖາວອນ

ຂ້າພະເຈົ້າຢາກໃຫ້ຄົນໜຸ່ມທຸກຄົນອານກ່ຽວກັບຊີ.ທີ.ສະຈູດແລະໃຫ້ລາວເປັນໜື່ງໃນວິລະບຸລຸດຂອງທ່ານ! ພຽງແຕ່ທ່ານສາມາດເຫັນຄວາມຈິງໃນກາບກອນຂອງລາວ

ມີພຽງຊີວິດດຽວ
ໃນບໍ່ຊ້າກໍຈະຜ່ານໄປ
ສິ່ງທີ່ເຮັດເພື່ອພຣະຄຣິດເທົ່ານັ້ນ
ຈະຢູ່ຖາວອນ

ພຣະເຢຊູຕັດວ່າ:

“ເພາະຖ້າຜູ້ໃດຈະໄດ້ສິ່ງຂອງໝົດທັງໂລກ ແຕ່ຕ້ອງສູນເສຍຈິດວິນຍານຂອງຕົນ ຜູ້ນັ້ນຈະໄດ້ປະໂຫຍດອັນໃດ ເພາະວ່າຜູ້ນັ້ນຈະນຳອັນໃດໄປແລກເອົາຈິດວິນຍານຂອງຕົນກັບຄືນມາ” (ມາລະໂກ 8:36,37)

“ສຽງໜື່ງຮ້ອງວ່າ ຮ້ອງແມ້ ແລະເຂົາວ່າ ຂ້າຈະຮ້ອງວ່າແນວໃດ ບັນດາ ເນື້ອໜັງກໍເປັນເໝືອນຕົ້ນຫຍ້າແລະ ຄວາມດີທຸກຢ່າງຂອງມັນ(ຄວາມຮັກ) ກໍເປັນເໝືອນດອກໄມ້ແຫ່ງທົ່ງນາ...,ຕົ້ນຫຍ້າກໍແຫ່ວລົງ ດອກໄມ້ກໍລົ່ນລົງ” (ເອຊາຢາ 40:6,8)

ສະນັ້ນຂ້າພະເຈົ້າຈະຕ້ອງເທດສະໜາຕະຫຼອດເລື່ອງຄວາມສັ້ນຂອງຊີວິດ!ແລະພວກທ່ານກໍຄວນຄິດກ່ຽວກັບຄວາມສັ້ນຂອງຊີວິດຂອງພວກທ່ານ, ພຣະຄໍາພີກ່າວວ່າ“ຂໍພຣະອົງຊົງ ສອນໃຫ້ນັບວັນຂອງຂ້າພະອົງ ເພື່ອຂ້າພະອົງທັງຫຼາຍຈະຕັ້ງຈິດຕັ້ງໃຈໄດ້ສະຕິປັນຍາ” (ເພງສັນລະເສີນ 90:12)

II. ສອງ ຂ້າພະເຈົ້າຈະຕ້ອງຮ້ອງດັງໆເລື່ອງວຽກທີ່ແຫ່ວລົງຂອງພຣະວິນຍານບໍລິສຸດ

ຄໍາວ່າ“ແຫ່ວ”ໝາຍເຖິງແຫ່ວແຫ້ງ,ແຫ້ງລົງແລະສູນເສຍຄວາມສົດຂອງມັນ, ເອຊາ ຢາ 40:7 ເວົ້າວ່າ:

“ຕົ້ນຫຍ້າກໍແຫ່ວລົງ ດອກໄມ້ກໍລົ່ນລົງ ເພາະພຣະວິນຍານຂອງພຣະເຈົ້າ ເປົ່າມາຖືກມັນ ມະນຸດຊາດເປັນຫຍ້າແນ່ນອນ” (ເອຊາຢາ 40:7)

ສະເປີໂຈນກ່າວວ່າ “ພຣະວິນຍານຂອງພຣະເຈົ້າຄືກັບລົມທີ່ຕ້ອງຜ່ານທົ່ງນາແຫ່ງຈິດໃຈ ຂອງທ່ານ,ແລະເປັນເຫດໃຫ້ຄວາມງາມ(ຂອງທ່ານ)ເປັນຄືກັບດອກໄມ້ທີ່ແຫ່ວລົງ, ພຣະອົງ ຈະຕ້ອງໂນ້ມນ້າວທ່ານເລື່ອງຄວາມບາບ... ເຊິ່ງ(ທ່ານອາດ)ເຫັນທໍາມະຊາດທີ່ຕົກຕໍ່າ(ຂອງ ທ່ານ)ເອງເສື່ອມລົງ ແລະ ‘ຄົນທີ່ປັກໃຈຢູ່ກັບເນື້ອໜັງບໍ່ສາມາດເຮັດໃຫ້ພຣະເຈົ້າພໍພຣະໄທ ໄດ້’ (ອັນນັ້ນເຮົາອາດຈະຮູ້ສຶກ)ຖືກພິພາກສາເລື່ອງຄວາມຕາຍເໜືອອະດີດຊີວິດຝ່າຍເນື້ອ ໜັງຂອງເຮົາ...ມີພຽງຄົນປ່ວຍເທົ່ານັ້ນທີ່ຕ້ອງການໝໍ...ຄົນບາບທີ່ຕື່ນຂື້ນເມື່ອເຂົາຂໍໃຫ້ພຣະເຈົ້າມີເມດຕາຕໍ່ເຂົາ,ມັນແປກທີ່ຈະພົບແບບນັ້ນ,ແທນທີ່ຈະມີສັນຕິສຸກໄວ,ຈິດໃຈຂອງເຂົາຈະກົ້ມລົງພ້ອມກັບການສໍາພັດເຖິງພຣະພິໂລດຂອງພຣະເຈົ້າ...ເພາະທ່ານຈະບໍ່ມີວັນໃຫ້ຄຸນຄ່າ(ພຣະໂລຫິດຂອງພຣະຄຣິດ)ຊື່ງຊົງລ້າງເຮົາອອກຈາກຄວາມບາບທຸກຢ່າງໄດ້ຖ້າທ່ານບໍ່ຖືກ ເຮັດໃຫ້ໂສກເສົ້າກ່ອນວ່າທ່ານເປັນສິ່ງທີ່ບໍ່ສະອາດ”(ການເຮັດວຽກທີ່ແຫ່ວລົງຂອງພຣະວິນຍານ”ໜ້າ 375,376)

ນັ້ນຄືວຽກທີ່ແຫ່ວລົງຂອງພຣະວິນຍານບໍລິສຸດ,ມັນຄືວຽກຂອງພຣະວິນຍານບໍລິສຸດທີ່ເຊັດຄວາມຫວັງຜິດໆຂອງທ່ານອອກໄປ, ເຊິ່ງສະແດງໃຫ້ທ່ານເຫັນຄວາມຕາຍແຫ່ງໃຈ ຂອງທ່ານ,ທີ່ສະຫຼາຍຄວາມຫວັງທຸກຢ່າງອອກໄປຈາກຄວາມຄິດຂອງທ່ານ, ເຮັດໃຫ້ທ່ານ ເຫັນວ່າຄວາມຫວັງທີ່ແທ້ຈິງຂອງທ່ານແມ່ນຢູ່ໃນພຣະຄຣິດເທົ່ານັ້ນ,ຜູ້ຊົງຕາຍໃນບ່ອນຂອງທ່ານເພື່ອຊ່ວຍທ່ານໃຫ້ລອດຈາກຄວາມບາບ, ເມື່ອພຣະວິນຍານບໍລິສຸດເຮັດໃຫ້ໃຈຂອງ ທ່ານ“ແຫ່ວແຫ້ງ”ຈາກນັ້ນທ່ານກໍຈະເຫັນວ່າສິ່ງທີ່ເອີ້ນວ່າ“ຄວາມດີ”ຂອງທ່ານບໍ່ມີຫຍັງເລີຍ ນອກຈາກເສດຜ້າທີ່ສົກກະປົກ, ເຊິ່ງບໍ່ມີອັນໃດທີ່ທ່ານເຮັດໄດ້ສາມາດເຮັດໃຫ້ທ່ານເປັນທີ່ ຍອມຮັບຕໍ່ພຣະເຈົ້າໄດ້, ສິ່ງທີ່ທ່ານເຮັດບໍ່ສາມາດຊ່ວຍທ່ານໃຫ້ພົ້ນຈາກການພິພາກສາ ແລະນາຮົກໄດ້.

ນັ້ນແຫຼະທີ່ວ່າເປັນຫຍັງພຣະເຈົ້າຈື່ງປ່ອຍໃຫ້ທ່ານມີການກັບໃຈທີ່ຜິດໆໄດ້,ພຣະອົງອາດຈະຍອມໃຫ້ທ່ານມີການກັບໃຈໃໝ່ທີຜິດໆຫຼາຍຢ່າງໄດ້ກ່ອນທີ່ພຣະອົງຈະມອບສັນຕິ ສຸກໃຫ້ທ່ານ,ມັນບໍ່ໄດ້ໝາຍຄວາມວ່າພຣະເຈົ້າຊົງປະຖີ້ມທ່ານ,ບໍ່ແມ່ນເລີຍ! ພຣະເຈົ້າກໍາລັງ ໃຊ້ການກັບໃຈຜິດໆເຫຼົ່ານີ້,ພຣະອົງກໍາລົງໃຊ້ມັນເພື່ອເຮັດໃຫ້ທ່ານຮ້ອງວ່າ“ບັນດາເນື້ອໜັງກໍເປັນເໝືອນຕົ້ນຫຍ້າແລະຄວາມດີທຸກຢ່າງກໍເປັນເໝືອນດອກໄມ້ແຫ່ງທົ່ງນາ” ພຣະເຈົ້າ ກໍາລັງເຮັດໃຫ້ແຫ່ວແຫ້ງ,ກໍາລັງເຊັດຄວາມຫວັງຜິດໆແຫ່ງການກະທໍາຂອງທ່ານອອກຫຼືເວົ້າບາງສິ່ງບາງຢ່າງເພື່ອຊ່ວຍໂຕຂອງທ່ານ,ຈອນນິວຕັນໄດ້ກ່າວວ່າ:

ຂ້າຫວັງວ່າໃນຊົ່ວໂມງທີ່ຊົງໂຜດ
ທີ່ຄັ້ງໜື່ງພຣະອົງຈະຕອບຄໍາອະທິຖານຂອງຂ້າ
ແລະໂດຍລິດອໍານາດທີ່ບັງຄັບຄວາມຮັກພຣະອົງ
ຊົງປາບຄວາມບາບຂ້າແລະໃຫ້ຂ້າໄດ້ຢຸດພັກ

ແທນທີ່ເລື່ອງນີ້,ພຣະອົງຊົງເຮັດໃຫ້ຂ້າຮູ້ສຶກ
ຄວາມຊົ່ວທີ່ເຊື່ອງຢູ່ແຫ່ງໃຈຂອງຂ້າ
ແລະປ່ອຍໃຫ້ລິດຄວາມຄຽດຂອງນາຮົກ
ໂຈມຕີວິນຍານຂອງຂ້າໃນທຸກສ່ວນຂອງຂ້າ

ຈົ່ງຖາມອາຢາໂກະ!ຈົ່ງຖາມແດນນີ້,ຈົ່ງຖາມຈອນເຄແກນ! ຖາມຂ້າພະເຈົ້າ!ພວກເຮົາທຸກ ຄົນລ້ວນແລ້ວແຕ່ຮ້ອງຂໍໃຫ້ພຣະເຈົ້າມອບການຢຸດພັກໃຫ້-ແຕ່ພຣະອົງຊົງເຮັດໃຫ້ພວກເຮົາ ຮູ້ສຶກເປັນຄືກັບໄຊລາແງັນແທນ, ນາງບອກວ່າ“ຂ້ອຍຮູ້ສຶກເບື່ອໜ່າຍຕົນເອງ”ຜູ້ຍິງອີກຄົນ ໜື່ງເວົ້າວ່າ“ຂ້ອຍບໍ່ພໍໃຈກັບຕົນເອງຫຼາຍ”ດຣ.ເຄແກນກັບຂ້າພະເຈົ້າບອກນາງວ່ານາງຕ້ອງຮູ້ສຶກຫຼາຍກວ່າການ“ບໍ່ພໍໃຈ” ເຊັ່ນກັບໄຊລານາງຕ້ອງຮູ້ສຶກ“ເບື່ອໜ່າຍ” ນອກຈາກວ່າທ່ານ ຈະຮູ້ສຶກວ່າທ່ານ“ເບື່ອໜ່າຍ”ຕົນເອງສຸດໆ,ທ່ານກໍຈະບໍ່ປະສົບກັບຄວາມແຫ່ວແຫ້ງ, ຄວາມ ຫຼົງຫາຍພາຍໃນທີ່ເປັນເລື່ອງປົກກະຕິໃນຖ້າມກາງຄົນທີ່ກັບໃຈໃໝ່ແທ້.

ຄໍາວ່າ“ແຫ່ວ”ມີຄວາມສໍາຄັນຫຼາຍ,ພວກທ່ານຕ້ອງຮູ້ຄວາມໝາຍຂອງມັນເພື່ອທີ່ຈະ ເຂົ້າໃຈວ່າແມ່ນຫຍັງກໍາລັງເກີດກັບທ່ານ, ຄໍາວ່າ“ແຫ່ວລົງ”ໝາຍເຖິງ“ອາຍ...ເຊັດອອກ(ຄື ກັບນໍ້າ)...ອາຍ,ສັບສົນແລະແຫ່ວແຫ້ງໄປ”(ສະຕຣອງ ໜ້າ300)

“ຕົ້ນຫຍ້າກໍແຫ່ວລົງ ດອກໄມ້ກໍລົ່ນລົງ ເພາະພຣະວິນຍານຂອງພຣະເຈົ້າ ເປົ່າມາຖືກມັນ ມະນຸດຊາດເປັນຫຍ້າແນ່ນອນ” (ເອຊາຢາ 40:7)

ນັ້ນຄືສິ່ງທີ່ຈະຕ້ອງເກີດຂື້ນໃນໃຈຂອງທ່ານ, ພຣະວິນຍານບໍລິສຸດຈະຕ້ອງເຮັດໃຫ້ ຄວາມໝັ້ນໃຈໃນຕົນເອງແຫ່ວແລະເຊັດມັນອອກໄປ, ຈົນກວ່າໃຈຂອງທ່ານຈະເປັນຄືກັບ ດອກໄມ້ທີ່ກໍາລັງຕາຍ - ຈົນກວ່າທ່ານຈະຖືກເຮັດໃຫ້ອຶດອັດໃຈແລະອາຍໃນເລື່ອງທໍາມະ ຊາດທີ່ເສື່ອມຖອຍຂອງທ່ານເອງ, ຄືກັບໄຊລາເວົ້າກ່ອນການກັບໃຈໃໝ່ຂອງນາງວ່າ“ຂ້ອຍ ຮູ້ສຶກເບື່ອໜ່າຍກັບຕົນເອງຫຼາຍ”ນັ້ນຄືສິ່ງທີ່ເກີດຂື້ນໃນການກັບໃຈໃໝ່ແທ້.

“ຕົ້ນຫຍ້າກໍແຫ້ວລົງ ດອກໄມ້ກໍລົ່ນລົງ ເພາະພຣະວິນຍານຂອງພຣະເຈົ້າ ເປົ່າມາຖືກມັນ ມະນຸດຊາດເປັນຫຍ້າແນ່ນອນ” (ເອຊາຢາ 40:7)

ເມື່ອທ່ານລັງກຽດໂຕທ່ານເອງ,ຫຼັງຈາກນັ້ນພວກເຮົາຕ້ອງບອກໃຫ້ທ່ານເຊື່ອວາງໃຈໃນພຣະເຢຊູ,ພຣະອົງຈະຊົງຊໍາລະທ່ານອອກຈາກຄວາມບາບໂດຍພຣະໂລຫິດຂອງພຣະອົງ ແລະ ຊ່ວຍທ່ານໃຫ້ພົ້ນຈາກການພິພາກສາຂອງພຣະເຈົ້າ.

ນັກປະກາດຂ່າວປະເສີດຜູ້ຍິ່ງໃຫຍ່ຈອຊວິດຟິວກ່າວວ່າ“ພຣະເຈົ້າເຄີຍສະແດງໃຫ້ທ່ານເຫັນບໍ່ວ່າທ່ານບໍ່ມີຄວາມເຊື່ອໃນພຣະເຢຊູເລີຍ? ພວກທ່ານເຄີຍອະທິຖານບໍ່ວ່າ ‘ຂ້າ ແດ່ພຣະເຈົ້າຂໍຊົງຊ່ວຍຂ້າພະອົງໃຫ້ຍຶດເກາະໃນພຣະຄຣິດ?” ພຣະເຈົ້າເຄີຍໂນ້ມນ້າວ ທ່ານບໍໃນເລື່ອງຄວາມບໍ່ສາມາດມາຫາພຣະຄຣິດຂອງທ່ານແລະເຮັດໃຫ້ທ່ານຮ້ອງອອກມາດັງໆໃນຄໍາອະທິຖານເພື່ອຄວາມເຊື່ອໃນພຣະຄຣິດ? ຖ້າບໍ່ທ່ານກໍຈະບໍ່ມີສັນຕິສຸກຢູ່ໃນໃຈ ຂອງທ່ານ, ຂໍພຣະເຈົ້າມອບສັນຕິສຸກທີ່ໝັ້ນຄົງໃນພຣະເຢຊູໃຫ້ທ່ານ,ກ່ອນທີ່ທ່ານຈະຕາຍ ແລ້ວໝົດໂອກາດໃນອະນາຄົດ”(“ວິທີແຫ່ງພຣະຄຸນ”) ພວກທ່ານຈະຕ້ອງປະສົບບັນຫາທີ່ ເຈັບປວດກັບຄວາມບາບກ່ອນທີ່ທ່ານຈະມີການກັບໃຈໃໝ່ແທ້, ທ່ານຈະຕ້ອງຮູ້ສຶກກັບບາງ ຢ່າງທີ່ພຣະເຢຊູຊົງຮູ້ສຶກຕອນທີ່ຄວາມບາບຂອງທ່ານຖືກວາງລົງເທິງພຣະອົງໃນສວນເກັດ ເສມານີ, ທ່ານຈະຕ້ອງຮູ້ສຶກບາງຢ່າງທີ່ພຣະອົງຊົງຮູ້ສຶກຕອນທີ່ພຣະອົງຊົງຮ້ອງສຽງດັງວ່າ “ໃຈຂອງເຮົາເປັນທຸກຈົນຊິຕາຍແລ້ວ... ໂອພຣະບິດາຂອງຂ້າພະອົງຖ້າເປັນໄປໄດ້ຂໍໃຫ້ ຈອກນີ້ເລື່ອນພົ້ນໄປຈາກຂ້າພະອົງເທີນ” (ມັດທາຍ 26:38,39)

ຂໍເຊີນຢືນຂື້ນແລ້ວຮ້ອງບົດເພງທີ່ 10 “ເຊີນມາທ່ານຄົນບາບ”

ເຊີນຄົນບາບ,ລໍາບາກ,ໜ້າສົງສານ,ອ່ອນແອ,ບາດເຈັບ,ເຈັບແລະປວດ
ພຣະເຢຊູຊົງຢືນຢູ່ເພື່ອຊ່ວຍທ່ານ,ເຕັມດ້ວຍຄວາມເອັນດີ,ຮັກແລະລິດ
ພຣະອົງຊົງສາມາດ,ຊົງສາມາດ,ພຣະອົງຊົງເຕັມໃຈ,ຈົ່ງຢ່າສົງໄສ
ພຣະອົງຊົງສາມາດ,ຊົງສາມາດ,ພຣະອົງຊົງເຕັມໃຈ,ຈົ່ງຢ່າສົງໄສ

ເຊີນມາຄົນອ່ອນເພຍ,ພາລະໜັກ,ເຈັບຊໍ້າແລະເຈັບເພາະລົ້ມ
ຖ້າທ່ານລໍຖ້າຈົນທ່ານດີຂື້ນ,ທ່ານກໍຈະບໍ່ມີວັນມາຈັກເທື່ອ
ບໍ່ແມ່ນຄວາມຊອບທໍາ,ຄວາມຊອບທໍາ,ພຣະເຢຊູມາເພື່ອເອີ້ນ
ບໍ່ແມ່ນຄວາມຊອບທໍາ,ຄວາມຊອບທໍາ,ພຣະເຢຊູມາເພື່ອເອີ້ນ

ຈົ່ງເບິ່ງພຣະຜູ້ຊ່ວຍ,ສະເດັດຂື້ນຊົງຂໍຮ້ອງດ້ວຍພຣະໂລຫິດພຣະອົງ
ຈົ່ງຖີ້ມໂຕທ່ານເທີງພຣະອົງໝົດສີ້ນ,ຈົ່ງຢ່າວາງໃຈໃນສິ່ງອື່ນ
ບໍ່ມີຜູ້ໃດນອກຈາກພຣະເຢຊູ.ນອກຈາກພຣະເຢຊູທີ່ຊ່ວຍຄົນບາບໄດ້
ບໍ່ມີຜູ້ໃດນອກຈາກພຣະເຢຊູ.ນອກຈາກພຣະເຢຊູທີ່ຊ່ວຍຄົນບາບໄດ້
(“ເຊີນມາຄົນບາບ”ໂດຍໂຈເຊບຮາທ 1712-1768 ດັດແປງໂດຍສິດຍາ ພິບານ)

ຕອນນີ້ເຊີນຟັງຄໍາເວົ້າຂອງຄົນທີ່ຫວັງວ່າກັບໃຈໃໝ່ແລ້ວ, ນີ້ແມ່ນຄໍາພະຍານຂອງ ຄົນໜຸ່ມຜູ້ໜື່ງ”

ຂ້ອຍກໍາລັງສະແຫວງຫາທາງທີ່ຈະຊ່ວຍຕົນເອງໃຫ້ລອດ,ຂ້າເຕັມໄປດ້ວຍຄວາມຫຍິ່ງ,ຈອງຫອງເກີນໄປທີ່ຈະຍອມຮັບວ່າຕົນເອງເປັນຄົນຫຍິ່ງໂພດ ຂ້ອຍຍັງຈື່ໄດ້ວ່າຂ້ອຍຕໍ່ສູ້ພຣະເຈົ້າເພື່ອທີ່ຈະບໍ່ເຊື່ອວາງໃຈໃນພຣະອົງ ແນວໃດແດ່...ຂ້າເລີ່ມອ່ານພຣະຄໍາພີເພື່ອ“ເຝິກ”ອະທິຖານທຸກມື້, ເພື່ອມີ ສ່ວນກັບກິດຈະກໍາຕ່າງໆຂອງຄຣິສຕະຈັກ, ແຕ່ຂ້ອຍກໍບໍ່ພົບສັນຕິສຸກພາຍ ໃນໃຈເລີຍ, ເລິກໆໃນໃຈຂ້ອຍຮູ້ດີວ່າຂ້ອຍຍັງຫຼົງຫາຍຢູ່ແຕ່ຈອງຫອງເກີນ ໄປແລະຂີ້ຢ້ານໂພດທີ່ຈະປະເຊີນມັນ,ຂ້າເຊື່ອງໂຕເອງຈາກຄວາມຄິດທີ່ວ່າຂ້ອຍເປັນຄົນບາບຄົນໜື່ງ, ເຮັດທຸກຢ່າງທີ່ເຮັດໄດ້ເພື່ອເອົາຄວາມຄິດນັ້ນ ອອກໄປ,ໄປສົນໃຈເລື່ອງອື່ນ, ຂ້ອຍຊອກຫາເຫດຜົນຕ່າງໆເພື່ອເຮັດໃຫ້ ຄວາມເຊື່ອຂອງຂ້ອຍຊອບທໍາ,ເພື່ອເຮັດໃຫ້ໂຕຂ້ອຍຮູ້ສຶກດີຂື້ນຈາກທໍາມະຊາດບາບຂອງຂ້ອຍ,ແລະຫຼັງຈາກນັ້ນພຣະເຈົ້າກໍເປີດຟ້າສະຫວັນແລ້ວສົ່ງການຟື້ນຟູລົງມາ, ອີກເທື່ອໜື່ງຂ້ອຍຈອງຫອງພອງໂຕທີ່ຈະຍອມຮັບວ່າ ຂ້ອຍຕ້ອງການພຣະເຢຊູໃຫ້ຊ່ວຍຂ້ອຍ...ໃນຈຸດນີ້ພາຍໃນຂ້ອຍເມື່ອຍຫຼາຍ ຂ້ອຍເລິ່ມທີ່ຈະເຫັນວ່າບໍ່ວ່າຂ້ອຍເຮັດຫຍັງກໍຕາມ,ຂ້ອຍກໍ່ບໍ່ສາມາດຊ່ວຍ ຕົນເອງໃຫ້ພົ້ນຈາກບາບໄດ້,ບາບທີ່ຂ້ອຍບໍ່ເຊື່ອວາງໃຈໃນພຣະເຢຊູ,ບາບ ຈາກການທີ່ຂ້ອຍເປັນຄົນຊອບທໍາເອງ, ຂ້ອຍບໍ່ມີຄວາມຊ່ວຍ,ຂ້ອຍມີບັນ ຫາກັບຕົນເອງທີ່ພະຍາຍາມທີ່ຈະວາງໃຈໃນພຣະເຢຊູແຕ່ຄວາມຫຍິ່ງບໍ່ ຍອມ...ຂ້ອຍສະຫຼະຄວາມຫວັງທຸກຢ່າງ, ຍອມແພ້ຕໍ່ຕົນເອງ,ຂ້ອຍຮູ້ສຶກວ່າ ຄວາມບາບຂອງຂ້ອຍມັນກົດຄວາມຄິດທຸກຢ່າງ,ຄວາມຮູ້ສຶກທຸກຢ່າງ,ຂ້ອຍຮູ້ສຶກປ່ວຍຂອງການມີຊີວິດ,ແລະໃນວິນາທີນັ້ນເອງໂດຍອັດສະຈັນພຣະເຢຊູໄດ້ມາຫາຂ້ອຍ,ເປັນຄັ້ງແລກໃນຊີວິດທີ່ຂ້ອຍໄດ້ເຊື່ອວາງໃຈໃນພຣະອົງ, ຂ້ອຍພະຍາຍາມມາຫາພຣະເຢຊູແຕ່ກໍເຮັດບໍ່ໄດ້ ແລ້ວພຣະເຢຊູກໍມາຫາ ຂ້ອຍໃນຕອນທີ່ຂ້ອຍຄິດວ່າຂ້ອຍຈະບໍ່ມີວັນລອດໄດ້,ເມື່ອພຣະເຢຊູມາຫາ ຂ້ອຍມັນກໍງ່າຍໆທີ່ຈະເຊື່ອໃນພຣະອົງ...ພຣະເຢຊູຊົງຮັບຂ້ອຍ ແລະລ້າງ ຂອ້ຍດ້ວຍພຣະໂລຫິດຂອງພຣະອົງ...ຄວາມດີທຸກຢ່າງທີ່ມີໃນຂ້ອຍກໍເພາະວ່າພຣະເຢຊູຊົງຊ່ວຍຂ້ອຍ, ຂ້ອຍບໍ່ສາມາດຢຸດນໍ້າຕາໄຫຼໄດ້ເມື່ອຄິດເຖິງ ພຣະເຢຊູ,ນໍ້າຕາແຫ່ງຄວາມຍິນດີ, ນໍ້າຕາແຫ່ງການຂອບຄຸນສໍາຫຼັບສິ່ງທີ່ ພຣະອົງຊົງເຮັດເພື່ອຂ້ອຍ, ດ້ວຍຄວາມຮັກທັງໝົດທີ່ພຣະເຢຊູມີສໍາຫຼັບ ຂ້ອຍຂ້ອຍຄົງບໍ່ສາມາດຮັກພຣະອົງພໍ, ຂ້ອຍບໍ່ສາມາດຂອບຄຸນພຣະອົງພໍ ສິ່ງທີ່ຂ້ອຍເຮັດໄດ້ກໍຄືໃຫ້ສິ່ງທີ່ດີທີ່ສຸດ,ຊີວິດຂອງຂ້ອຍເພື່ອພຣະເຢຊູພຣະຜູ້ຊ່ວຍໃຫ້ລອດຂອງຂ້ອຍ.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ບັນເລງເພງກ່ອນເທດສະໜາໂດຍ ເບັນຈາມິນ ຄິນເຄດກຣິຟຟິດ:
“Come, Holy Spirit, Heavenly Dove” (by Dr. Isaac Watts, 1674-1748;
to the tune of “O Set Ye Open Unto Me”).

ໂຄງຮ່າງບົດເທດສະໜາ

ການເຮັດວຽກທີ່ແຫ່ວລົງຂອງພຣະວິນຍານຂອງພຣະເຈົ້າ

THE WITHERING WORK OF GOD’S SPIRIT

ໂດຍ: ດຣ.ອາ.ແອວ.ໄຮເມີຈູເນຍ

“ສຽງໜື່ງຮ້ອງວ່າ ຮ້ອງແມ້ ແລະເຂົາວ່າ ຂ້າຈະຮ້ອງວ່າ ແນວໃດ ບັນດາ ເນື້ອໜັງກໍເປັນເໝືອນຕົ້ນຫຍ້າ ແລະ ຄວາມດີທຸກຢ່າງຂອງມັນ(ຄວາມຮັກ ເອັນເອເອັສວີ;ສະຫງ່າລາສີຂອງມັນ ເອັນໄອວີ)ກໍເປັນເໝືອນດອກໄມ້ແຫ່ງ ທົ່ງນາ,ຕົ້ນຫຍ້າກໍແຫ່ວລົງ ດອກໄມ້ກໍລົ່ນລົງ ເພາະພຣະວິນຍານຂອງ ພຣະເຈົ້າເປົ່າມາຖືກມັນ ມະນຸດຊາດເປັນຫຍ້າແນ່ນອນ ຕົ້ນຫຍ້າກໍແຫ່ວ ລົງ ດອກໄມ້ກໍລົ່ນລົງແຕ່ພຣະວັດຈະນະຂອງພຣະເຈົ້າຂອງເຮົາຈະຢັ້ງຢືນ ຢູ່ເປັນນິດ” (ເອຊາຢາ 40:6-8)

(ເອຊາຢາ 40:5; 58:1; 40:3; ໂຢຮັນ 1:23; 7:28,37
ກິດຈະການ 2:14; 2 ຕີໂມທຽວ 4:2,3)

I. ໜື່ງ ຂ້າພະເຈົ້າຕ້ອງຮ້ອງອອກໄປໃນເລື່ອງຄວາມສັ້ນຂອງຊີວິດ. ເອຊາຢາ 40:6
ຢາໂກໂບ 1:10-11; ມາລະໂກ 8:36-37; ເພງສັນລະເສີນ 90:12.

II. ສອງ ຂ້າພະເຈົ້າຈະຕ້ອງຮ້ອງດັງໆເລື່ອງວຽກທີ່ແຫ່ວລົງຂອງພຣະວິນຍານບໍລິສຸດ
ເອຊາຢາ 40:7; ມັດທາຍ 26:38,39.