Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຄວາມລອດຫຼືການລົງໂທດ-ອັນໃດ?

SALVATION OR DAMNATION – WHICH?
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີີ່ຄຣິສຕະຈັກແບ໊ບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 19/2/2017
A sermon preached at the Baptist Tabernacle of Los Angeles
Lord's Day Morning, February 19, 2017


ໂຮເຊອາໄດ້ເທດສະໜາຕະຫຼອດຊີວິດຂອງທ່ານຢູ່ທາງພາກເໜືອຂອງອານາຈັກ ອິດສະຣາເອນ, ໂຮເຊອາຖືກເອີ້ນວ່າ“ຜູ້ທໍານວາຍທີ່ອົກຫັກ”ຄໍາເທດສະໜາຂອງລາວແມ່ນ ອີງຕາມຄວາມຮັກຂອງລາວທີ່ມີຕໍ່ເມຍທີ່ບໍ່ສັດຊື່ເຊິ່ງກໍເປັນຄືກັບຄວາມຮັກຂອງພຣະເຈົ້າທີ່ມີຕໍ່ອິດສະຣາເອນທີ່ບໍ່ສັດຊື່, ເອຟຣາອິມເປັນເຜົ່າທີ່ໃຫຍ່ທີ່ສຸດຂອງອິດສະຣາເອນ, ດັ່ງນັ້ນຊື່ ເອຟຣາອິມຈື່ງໝາຍເຖິງອິດສະຣາເອນທັງໝົດເລີຍ, ພວກເຂົາຖືກທໍາລາຍໂດຍການບູຊາ ເຄົາລົບເຊິ່ງພວກເຂົາມີຄວາມຫວັງເລື່ອງການຟື້ນຟູ, ໃນຂໍ້ພຣະຄໍາພີຂອງເຮົາພຣະເຈົ້າຊົງ ບອກກັບໂຮເຊອາໃຫ້ຢຸຸດເທດສະໜາຕໍ່ເຂົາເຈົ້າເພາະພຣະອົງຊົງສະລະຖີ້ມພວກເຂົາແລ້ວ.

“ເອຟຣາອິມຜູກພັນຢູ່ກັບຮູບເຄົາລົບແລ້ວ ຈົ່ງປ່ອຍເຂົາຢູ່ຜູ້ດຽວ” (ໂຮເຊອາ 4:17)

ປີກາຍນີ້ພວກເຮົາໄດ້“ສໍາພັດ”ແຫ່ງການຟື້ນຟູພຣະເຈົ້າໄດ້ລົງມາຢູ່ໃນການນະມັດ ສະການບາງຕອນແລະມີປະມານສິບຄົນທີ່ຫວັງວ່າກັບໃຈໃໝ່ແລ້ວ! ແຕ່ສິບສາມຄົນມີການ ກັບໃຈໃໝ່ທີ່ຜິດໆ, ພວກເຂົາຍັງຄົງຫຼົງຫາຍແລະຕົກນາຮົກຢູ່.

ສິ່ງຫຼັກໆທີ່ພຣະເຈົ້າສອນພວກເຮົາຢູ່ໃນການນະມັດສະການເຫຼົ່ານີ້ກໍຄືວ່າ ພະຍາ ມານມັນໂມໂຫເມື່ອພຣະເຈົ້າຊົງລົງມາ,ພວກເຮົາໄດ້ຮຽນຮູ້ໂດຍຜ່ານປະສົບການວ່າທັງພຣະເຈົ້າແລະພະຍາມານມີຈິງ,ຢ່າງໜ້ອຍຄົນທີ່ກັບໃຈໃໝ່ແລ້ວໜ້າຈະໄດ້ຮຽນຮູ້ບົດຮຽນນັ້ນ.

ພວກເຮົາບໍ່ໄດ້ປະສົບກັບການສະຖິດຢູ່ນໍາຂອງພຣະເຈົ້າໃນການຟື້ນຟູເປັນເວລາ ຫຼາຍກວ່າສີ່ສິບປີມາແລ້ວ, ຂ້າພະເຈົ້າມັກເທດເລື່ອງນີ້ຕະຫຼອດ, ແຕ່ເມື່ອຂ້າພະເຈົ້າເທດ ສະມາຊິກຫຼາຍຄົນຂອງຄຣິສຕະຈັກກໍກະບົດ,ກໍຄືພວກອິດສະຣາເອນກະບົດຕໍ່ການເທດສະໜາຂອງໂຮເຊອາ, ແລະມີຫຼາຍຄົນໃນພວກນັ້ນໄດ້ອອກໄປຈາກຄຣິສຕະຈັກຂອງເຮົາ ໃນການແຕກແຍກໃຫຍ່ສອງເທື່ອ, ພະຍາມານມັນບອກພວກເຂົາວ່າບໍ່ມີວັນທີ່ຈະມີການຟື້ນ ຟູທີ່ແທ້ຈິງດອກ, ພວກເຂົາເຊື່ອພະຍາມານຫຼາຍກວ່າພຣະຄໍາພີ, ພວກເຂົາຈື່ງໜີໄປຈາກ ຄຣິສເຮົາເປັນຈໍານວນຫຼາຍ, ເມື່ອແນມກັບຄືນດຣ.ເຄແກນເຊື່ອວ່າເກືອບບໍ່ມີຈັກຄົນທີ່ລອດ ແທ້, ດັ່ງນັ້ນເມື່ອຂ້າພະເຈົ້າເທດສະໜາເລື່ອງການຟື້ນຟູພວກເຂົາຈື່ງບໍ່ສາມາດອະທິຖານ ໄດ້, ສິ່ງທີ່ເຂົາເຮັດໄດ້ຄືກະບົດ.

“ເອຟຣາອິມຜູກພັນຢູ່ກັບຮູບເຄົາລົບແລ້ວ ຈົ່ງປ່ອຍເຂົາຢູ່ຜູ້ດຽວ” (ໂຮເຊອາ 4:17)

ຂອບຄຸນພຣະເຈົ້າທີ່ພວກເຮົາມີຄຣິສຕຽນແທ້ທີ່ແຂງແກ່ນໃນຕອນນີ້,ຖ້າພວກເຮົາບໍ່ມີການຟື້ນຟູປີກາຍນີ້ກໍຈະມີຜົນຢູ່ໃນການແຕກແຍກຄຣິສຕະຈັກອັນອື່ນ, ຫຼາຍຄົນອາດຈະ ອອກໄປຈາກຄຣິສຕະຈັກ, ພວກເຂົາຈະບໍ່ໄປຈາກຄຣິສຕະຈັກເປັນຈໍານວນຫຼາຍຄືກັບທີ່ ເຄີຍເກີດໃນປີ 1980-1981, ພວກເຂົາໜ້າຈະຈີກຄຣິສຕະຈັກອອກເປັນສ່ວນໆຄືກັບທີ່ ເກີດໃນປີ 1990 ຕອນທີ່ໂອລີວາສແຍກອອກ, ແຕ່ປີກາຍນີ້ມີພຽງຫົກຄົນອອກໄປ,ເມື່ອ ເຂົາອອກໄປພວກເຂົາກໍບໍ່ເຄີຍກັບມາເລີຍ, ບໍ່ມີແມ່ນແຕ່ຄົນດຽວທີ່ກັບມາອີກໃນສິ່ສິບສອງປີ ພວກເຂົາເບິ່ງບົດເທດສະໜາຂອງພວກເຮົາທາງຄອມພິວເຕີແຕ່ພວກເຂົາບໍ່ເຄີຍກັບມາແລະລອດ, ບໍ່ເຄີຍເລີຍ! ບໍ່ມີຈັກຄົນໃນສີ່ສິບສອງປີມານີ້! ນີ້ເປັນເລື່ອງທີ່ເປັນຕາງຶດເພາະພວກ ເຮົາເທດສະໜາຄວາມລອດໂດຍພຣະຄຣິດຢູ່ໃນທຸກການນະມັດສະການ, ເປັນຫຍັງພວກ ເຂົາຈື່ງບໍ່ເຄີຍກັບມາແລ້ວເຊື່ອວາງໃຈພຣະເຢຊູ?“ເອຟຣາອິມຜູກພັນຢູ່ກັບຮູບເຄົາລົບແລ້ວ ຈົ່ງປ່ອຍເຂົາຢູ່ຜູ້ດຽວ”-ນັ້ນແຫຼະຄືເຫດຜົນ!

ພວກເຂົາເວົ້າວ່າເປັນເພາະຂ້າພະເຈົ້າເປັນຄົນໃຈແຄບ,ພວກເຂົາເວົ້າວ່າເພາະຂ້າ ພະເຈົ້າເທດສະໜາຕໍ່ຕ້ານຄວາມບາບຂອງເຂົາແລະເຂົາເລີຍຊັງຂ້າພະເຈົ້າກໍຄືກັບທີ່ເຂົາຊັງໂຮເຊອາ! ດຣ.ເຄແກນກັບຂ້າພະເຈົ້າໄດ້ຟັງ“ຄໍາພະຍານ”ຂອງໜື່ງໃນຍິງສາວຜູ້ໜື່ງ”ເມື່ອ ຂ້າພະເຈົ້າບອກນາງວ່ານາງມີຄໍາພະຍານທີ່ຜິດນາງກໍເວົ້າວ່າ“ເຈົ້າເປັນຄົນໃຈແຄບ, ຄືກັບ ເປີດປະຕູ” ເດັກນ້ອຍບໍ່ເຄີຍຢູ່ໃນຄຣິສຕະຈັກຂອງເຮົາເມື່ອພວກເຮົາເອີ້ນມັນວ່າ“ເປີດປະຕູ” ຄວາມຈິງແລ້ວຂ້າພະເຈົ້າຮູ້ດີວ່າພໍ່ແມ່ຂອງລາວກໍາລັງເວົ້າແນວບໍ່ດີກ່ຽວກັບພວກເຮົາຕໍ່ໜ້າລາວ, ມັນພຽງເພາະສອງເດືອນຕໍ່ມາພໍ່ຂອງລາວມາໂວຍວາຍໃສ່ຂ້າພະເຈົ້າຄືກັບໂຕສິງ ຮ້ອງຕໍ່ໜ້າພວກຄົນໜຸ່ມຂອງພວກເຮົາ, ລາວອອກໄປຈາກຄຣິສຕະຈັກຕອນທີ່ຂ້າພະເຈົ້າ ບອກລາວວ່າຊິໂທຫາຕໍາຫຼວດ, ຜູ້ຊາຍຄົນນີ້ເປັນສ່ວນໜື່ງຂອງ“39ຄົນ”ທີ່ຈ່າຍສໍາຫຼັບຕຶກ ຫຼັງນີ້, ລາວຖືການກະບົດຂອງລາວໄວ້ເປັນເວລາຫຼາຍປີ,ທໍາທ່າວ່າເປັນຄຣິສຕຽນຄົນໜື່ງ, ແຕ່ເມື່ອພະຍາມານຈັບລູກຂອງລາວຄົນໜື່ງລາວກໍຕໍານິຂ້າພະເຈົ້າປານວ່າເປັນຄວາມຜິດ ຂອງຂ້າພະເຈົ້າ, ເມຍຂອງຂ້າພະເຈົ້າເຫັນລາວສອງສາມອາທິດກ່ອນ,ລາວຈົງໜວດຍາວ ມັນໃຊ້ເວລາບໍ່ດົນທີ່ຈະພາລາວກັບໄປເປັນພວກຮິບປີ້, ສະເປີໂຈນກ່າວວ່າ“ຄົນບໍ່ຖ່ອມໃຈ ເຂົ້າມາ,ຄົນບໍ່ຖ່ອມໃຈຢູ່ແລະຄົນບໍ່ຖ່ອມໃຈອອກໄປຈາກຄຣິສຕະຈັກ”ທ່ານສາມາດທໍາທ່າວ່າເປັນຄົນທີ່ກັບໃຈໃໝ່ດົນໆໄດ້,ແຕ່ໃນບໍ່ຊ້າພະຍາຍາມກໍຈະຈັບທ່ານໄດ້ຖ້າທ່ານຫາກມີການ ກັບໃຈໃໝ່ທີ່ຜິດໆ!ຫຼັງຈາກນັ້ນພຣະເຈົ້າກໍຈະກ່າວວ່າ:

“ເອຟຣາອິມຜູກພັນຢູ່ກັບຮູບເຄົາລົບແລ້ວ ຈົ່ງປ່ອຍເຂົາຢູ່ຜູ້ດຽວ” (ໂຮເຊອາ 4:17)

ພຣະເຈົ້າຊົງເຫັນວ່າທ່ານໄດ້ຜູກພັນກັບຄວາມບາບຂອງທ່ານແລະຈະບໍ່ເຊື່ອວາງໃຈໃນພຣະເຢຊູ,ດັ່ງນັ້ນພຣະອົງຈື່ງປ່ອຍໃຫ້ທ່ານຢູ່ຜູ້ດຽວ, ພຣະອົງສະລະໃຫ້ທ່ານ“ມີໃຈຊົ່ວ” (ໂຣມ 1:28)ເມື່ອພຣະເຈົ້າຊົງສະລະທ່ານແລ້ວທ່ານກໍຈະບໍ່ມື້ລອດໄດ້,ທ່ານຈະມີຊີວິດຂອງ ຕົນແລະຈະບໍ່ມີວັນລອດຈັກເທື່ອ.

ຫຼົງຫາຍຕະຫຼອດໄປເປັນນິດ,ເປັນນິດ,ເປັນນິດ,ຫຼົງຫາຍຕະຫຼອດໄປເປັນ ນິດ

ຜູ້ທໍານວາຍໂຮເຊອາກ່າວວ່າ“ພວກເຂົາຈະໄປສະແຫວງຫາພຣະເຢໂຮວາ...ແຕ່ເຂົາຈະບໍ່ ພົບພຣະອົງ, ພຣະອົງຊົງໄປຈາກເຂົາແລ້ວ” (ໂຮເຊອາ 5:6)

ພວກເຂົາພະຍາຍາມເຮັດອີກໃນປີກາຍນີ້,ຫົກຄົນອອກໄປຈາກຄຣິສຕະຈັກເພາະ ເລື່ອງດີ, ມີຊາຍໜຸ່ມຄົນໜື່ງມາທີ່ຫ້ອງການຂອງຂ້າພະເຈົ້າຊີ້ໜ້າຂ້າພະເຈົ້າແລ້ວເວົ້າວ່າ “ດຣ.ໄຮເມີເຈົ້າມີຫຍັງຜິດປົກກະຕິກັບຄຣິສຕະຈັກນີ້” ລາວບໍ່ມີມື້ຮູ້ດອກແຕ່ຄໍາເຫຼົ່ານັ້ນມັນ ເຮັດໃຫ້ຂ້າພະເຈົ້າສາລະພາບບາບຂອງຕົນ, ລາວເວົ້າຄໍາພວກນັ້ນໃນການກະບົດ,ແຕ່ພຣະ ເຈົ້າຊົງໃຊ້ມັນເພື່ອເຮັດໃຫ້ຂ້າພະເຈົ້າສັງລວມຕົນເອງ,ແລະມັນໄດ້ຊ່ວຍຂ້າພະເຈົ້າ,ຫຼັງຈາກນັ້ນຊາຍໜຸ່ມສີ່ຄົນກໍມາເຮືອນຂອງຂ້າພະເຈົ້າເພື່ອອະທິຖານກັບຂ້າພະເຈົ້າ, ອາຣ໋ອນ,ແຈັກ ຈອນແລະໂນອາມາອະທິຖານກັບຂ້າພະເຈົ້າທຸກອາທິດ-ແລ້ວມາເປັນເພື່ອນຂອງຂ້າພະເຈົ້າ ບໍ່ມີໃຜຮູ້ເຖິງຄວາມໂດດດ່ຽວທີ່ນັກເທດຄືກັບໂຮເຊອາ,ຄືກັບຂ້າພະເຈົ້າເປັນ! ພຽງເມື່ອຂ້າ ພະເຈົ້າຮູ້ສຶກວ່າຕົນກໍາລັງຈະລົ້ມ-ຊາຍໜຸ່ມທັງສີ່ຄົນນັ້ນກໍມາອະທິຖານກັບຂ້າພະເຈົ້າ,ຕອນ ນີ້ເປັນເພື່ອນຂ້າພະເຈົ້າ! ພຣະເຈົ້າສົ່ງພວກເຂົາມາຫາຂ້າພະເຈົ້າ-ແລະພວກເຂົາກໍ່ຊ່ວຍຂ້າ ພະເຈົ້າໂດຍຄໍາອະທິຖານຂອງເຂົາແລະໂດຍມິດຕະພາບຂອງເຂົາ.

ຈອນເຄແກນບອກວ່າປີກາຍນີ້ເປັນ“ປີແຫ່ງນາຮົກ” ແລະລາວກໍເວົ້າຖືກ, ພະຍາ ມານແຜດສຽງ,ຄຣິສຕະຈັກສັ່ນໄຫວ,ເມຍຂອງຂ້າພະເຈົ້າກໍປ່ວຍ, ຂ້າພະເຈົ້າກໍນອນບໍ່ຫຼັບ, ຄຣິສຕະຈັກໂຍກໄປມາຄືກັບແຜ່ນດິນໄຫວ, ຫຼັງຈາກນັ້ນພຣະເຈົ້າກໍລົງມາຫາເຮົາຈາກສະ ຫວັນພວກເຮົາອະທິຖານວ່າ:

“ໂອຖ້າຫາກວ່າພຣະອົງຈະຊົງແຫວກຟ້າສະຫວັນສະເດັດລົງມາໄດ້ໜໍ ເພື່ອ ພູເຂົາຈະໄຫຼລົງມາຕໍ່ພຣະພັກພຣະອົງ”

ພຣະເຈົ້າຊົງລົງມາຫາພວກເຮົາໃນການຟື້ນຟູຄັ້ງແລກທີ່ພວກເຮົາມີໃນ 42 ປີ!

ຂ້າຈະສັນເສີນພຣະອົງ ຂ້າຈະສັນເສີນພຣະອົງ
ສັນລະເສີນພຣະເມສານ້ອຍທີ່ຖືກຂ້າເພາະຄົນບາບ
ເຊີນຄົນທັງຫຼາຍ ຖະວາຍກຽດພຣະອົງ
ເພາະໂລຫິດພຣະອົງສາມາດລ້າງຄາບບາບທຸກຄົນໄດ້

ຂໍເຊີນຢືນຂື້ນແລ້ວຮ້ອງກັບຂ້າພະເຈົ້າ

ຂ້າຈະສັນເສີນພຣະອົງ ຂ້າຈະສັນເສີນພຣະອົງ
ສັນລະເສີນພຣະເມສານ້ອຍທີ່ຖືກຂ້າເພາະຄົນບາບ
ເຊີນຄົນທັງຫຼາຍ ຖະວາຍກຽດພຣະອົງ
ເພາະໂລຫິດພຣະອົງສາມາດລ້າງຄາບບາບທຸກຄົນໄດ້
(“ຂ້າຈະສັນເສີນພຣະອົງ”ໂດຍມາກາເຣັດເຈ.ແຮຣິສ 1865-1919)

ຂະນະທີ່ຂ້າພະເຈົ້າກໍາລັງແຕ່ງບົດເທດນີ້ມີຊາຍຄົນໜື່ງໃນຟລໍຣິດາໂທຫາຂ້າພະ ເຈົ້າຍິນດີກັບຄໍາເທດສະໜາຂອງຈອນເຄແກນເລື່ອງ“ການຟື້ນຟູແລະພຣະໂລຫິດຂອງພຣະຄຣິດ” ລາວເວົ້າຢູ່ຕະຫຼອດວ່າ“ຂອບໃຈອາຈານ ຂອບໃຈ, ຊາຍໜຸ່ມຄົນນັ້ນຄໍາເທດສະໜາ ຂອງລາວເປັນພຣະພອນໃຫ້ກັບຂ້ອຍ” ເຊົ້ານີ້ໂນອາຊອງກັບມາຈາກການເທດສະໜາຢູ່ປະ ເທດຈີນແລະອິນໂດເນເຊຍ! ຊ່າງເປັນພຣະພອນຫຼາຍທີ່ມີຊາຍໜຸ່ມທັງສອງຄົນນີ້ເທດສະ ໜາໃຫ້ພວກເຮົາເຖິງຄວາມບໍລິບູນຂອງພຣະຄຣິດ!

ຕອນນີ້ໃນເຊົ້ານີ້ຂ້າພະເຈົ້າຈະຂໍເອົາຂ່າວປະເສີດຂອງພຣະເຢຊູໃຫ້ທ່ານອີກ,ຂ້າພະເຈົ້າຈະຂໍບອກທ່ານອີກເທື່ອໜື່ງກ່ຽວກັບພຣະເຢຊູແລະກ່ຽວກັບພຣະໂລຫິດຂອງພຣະອົງທີ່ຫຼັ່ງລົງມາຈາກໄມ້ກາງແຂນເພື່ອລ້າງຄວາມຜິດບາບຂອງທ່ານອອກໄປ, ດຣ.ມາຕິນລອຍ ໂຈນກ່າວວ່າ “ມີພວກນັກເທດຄຣິສຕຽນທີ່ຄິດວ່າພວກເຂົາສະຫຼາດໃນການລະບາຍຄວາມ ເຍາະເຍີ້ຍເໜືອສາສະໜາສາດແຫ່ງເລືອດນີ້, ພວກເຂົາຍົກເລີກມັນດ້ວຍການເຍີ້ຍ...ແລະ ນັ້ນທີ່ວ່າຄຣິສຕະຈັກຈື່ງເປັນແບບທີ່ມັນເປັນຢູ່ (ປະຈຸບັນນີ້)ແຕ່ຢູ່ໃນຊ່ວງແຫ່ງການຟື້ນຟູ ຄຣິສຕະຈັກໄດ້ຖະວາຍກຽດໄມ້ກາງແຂນແລະຍົກຍ້ອງພຣະໂລຫິດ... ເສັ້ນປະສາດ,ຈຸດ ສູນກາງ,ຫົວໃຈຂອງຂ່າວປະເສີດຄຣິສຕຽນກໍຄືວ່າ“ພຣະເຈົ້າໄດ້ຊົງຕັ້ງພຣະເຢຊູໄວ້ໃຫ້ເປັນ ທີ່ລຶບລ້າງພຣະອາຊະຍາໂດຍຄວາມເຊື່ອໃນພຣະໂລຫິດຂອງພຣະອົງ”(ໂຣມ 3:25)“ໃນ ພຣະອົງນັ້ນ ເຮົາໄດ້ຮັບການໄຖ່ໂດຍພຣະໂລຫິດຂອງພຣະອົງຄືໄດ້ຮັບການອະໄພໂທດ ບາບ” (ເອເຟໂຊ 1:7)... (ຂ້າພະເຈົ້າບໍ່ເຫັນຄວາມຫວັງໃດຖ້າມກາງທ່ານທັງຫຼາຍ)“ພຣະ ເຢຊູຄຣິດແລະການທີ່ພຣະອົງຖືກຄືງເທິງໄມ້ກາງແຂນ” (1 ໂກລິນໂທ 2:2)...ຂ້າພະເຈົ້າບໍ່ ເຫັນມີຄວາມຫວັງສໍາຫຼັບການຟື້ນຟູໃນຂະນະທີ່ທັງຍິງແລະຊາຍກໍາລັງປະຕິເສດ (ຫຼືປະລະ) ພຣະໂລຫິດແຫ່ງໄມ້ກາງແຂນ” (Revival, Crossway Books, 1994 edition, pp. 48, 49).

ທ່ານຖືກລ້າງໃນໂລຫິດ
ໃນການລ້າງວິນຍານດ້ວຍໂລຫິດພຣະເຢຊູຫຼື
ເສື້ອຂອງທ່ານຂາວສະອາດເໝືອນຫິດມະບໍ
ທ່ານໄດ້ລ້າງໃນໂລຫິດນັ້ນຫຼືບໍ
(ທ່ານໄດ້ລ້າງໃນໂລຫິດນັ້ນຫຼືບໍ”ໂດຍເອລີຊາເອ.ຮັອຟແມນ1839-1929)

ແມ່ນພຣະໂລຫິດຂອງພຣະເຢຊູຈະຊົງລຶບລ້າງ ແລະຊັບຊຶມພຣະພິໂລດຂອງ ພຣະເຈົ້າ, ແມ່ນພຣະໂລຫິດຂອງພຣະເຢຊູຈະໃຫ້ສັນຕິສຸກແກ່ທ່ານ,ແມ່ນແລ້ວພຣະໂລຫິດ ຂອງພຣະເຢຊູຈະມອບລິດອໍານາດໃຫ້ທ່ານ “ໃນພຣະອົງນັ້ນເຮົາຈື່ງໄດ້ຮັບການໄຖ່ໂດຍ ພຣະໂລຫິດຂອງພຣະອົງ” (ໂກໂລຊາຍ 1:14)

ຕອນນີ້ເຊີນຟັງຄໍາເວົ້າຂອງຄົນສອງຄົນໃນຄຣິສຕະຈັກຂອງເຮົາທີ່ໄດ້ຮັບຄວາມ ລອດແລ້ວໂດຍຄວາມເຊື່ອໃນພຣະໂລຫິດຂອງພຣະເຢຊູ.

ຜູ້ຍິງທີ່ເວົ້າພາສາສະເປນໄດ້ໄປຄຣິສຕະຈັກແບັບຕິດອື່ນ, ທັນທີພວກເຂົາກໍຖາມ ນາງວ່າຢາກຮັບບັບຕິດສະມາບໍ ນາງກໍບອກວ່າ“ຢາກ”ພວກເຂົາບໍ່ໄດ້ບອກນາງກ່ຽວກັບ ພຣະເຢຊູແລະພຣະໂລຫິດຊົງໄຖ່ຂອງພຣະອົງສໍາຫຼັບຄວາມບາບຂອງນາງ,ພວກເຂົາໃຫ້ ລາວຮັບບັບຕິດສະມາເຖິງແມ່ນວ່ານາງຍັງບໍ່ລອດກໍຕາມ,ນາງເວົ້າວ່າ“ຂ້ອຍຍັງສືບຕໍ່ດໍາເນີນຊີວິດຂອງຂ້ອຍແບບທີ່ເຄີຍເຮັດມາມີຊີວິດເພື່ອຕົນເອງ”ຫຼັງຈາກນັ້ນລູກສາວຂອງລາວກໍພາລາວມາໂບດຂອງເຮົາ,ລາວເວົ້າວ່າລາວ“ຄິດວ່າ(ພວກເຮົາ)ຈະຊວນລາວມາຮ່ວມນະມັດສະການທຸກຮອບແລະຂ້ອຍບໍ່ຢາກໄປເພາະຂ້ອຍຄິດວ່າມັນຈະເຮັດໃຫ້ຂ້ອຍເສຍເວລາ, ຂ້ອຍ ເປັນຄົນເຫັນແກ່ຕົວ,ຄິດວ່າພຣະເຈົ້າຈະເອົາເວລາຫຼາຍໄປຈາກຂ້ອຍ,ແຕ່ພຣະເຈົ້າ...ເລີ່ມ ສະແດງໃຫ້ຂ້ອຍເຫັນຢູ່ໃນໃຈຂອງຂ້ອຍວ່າຂ້ອຍພຽງແຕ່ມີຊີວິດເພື່ອຕົນເອງເທົ່ານັ້ນ...ພຣະເຈົ້າໃນຄວາມເມດຕາໃຫຍ່ຂອງພຣະອົງເລີ່ມທີ່ຈະສະແດງໃຫ້ຂ້ອຍເຫັນວ່າຖ້າຂ້ອຍຕາຍ ຂ້ອຍກໍຈະຖືກຕັດສິນສໍາຫຼັບການປະຕິເສດພຣະເຢຊູແລະສໍາຫຼັບບາບທຸກຢ່າງ,ສິ່ງນີ້ເຮັດໃຫ້ຂ້ອຍກັງວົນແລະຢ້ານ”... (ດຣ.ເອ.ດັບໂບຢູໂທເຊີກ່າວວ່າ“ບໍ່ມີໃຜສາມາດຮູ້ຈັກພຣະຄຸນ ຂອງພຣະເຈົ້າທີ່ບໍ່ຮູ້ຈັກຄວາມຢ້ານຂອງພຣະເຈົ້າ”) ນາງໄປທີ່ຫ້ອງສອບຖາມພາຍໃຕ້ການ ສໍານຶກບາບ, ດຣ.ເຄແກນຖາມລາວວ່າພຣະເຢຊູຢູ່ໃສ,ນາງຕອບວ່າພຣະອົງຢູ່ໃນໃຈຂອງ ຕົນ, ດຣ.ເຄແກນບອກວ່າພຣະເຢຊູຊົງຢູ່ໃນສະຫວັນທີ່ພຣະຫັດເບື້ອງຂວາຂອງພຣະບິດາ ນາງບອກວ່າ“ຕອນນັ້ນແຫຼະທີ່ຂ້ອຍໄດ້ມາຫາພຣະເຢຊູເພື່ອຊໍາລະລ້າງບາບສົກກະປົກທຸກ ຢ່າງດ້ວຍພຣະໂລຫິດພຣະອົງ,ພຣະໂລຫິດທີ່ຫຼັ່ງໄຫຼເພື່ອຂ້ອຍ...ມື້ນີ້ຂ້ອຍມີຄວາມສຸກ,ພຣະເຢຊູຊົງຫຼັ່ງໂລຫິດອັນປະເສີດຂອງພຣະອົງເຖິງໄມ້ກາງແຂນເພື່ອທີ່ຂ້ອຍຈະສາມາດລອດ ໄດ້...ພຣະເຢຊູຊົງຈ່າຍຄ່າຄວາມບາບທຸກຢ່າງຂອງຂ້ອຍໂດຍພຣະໂລຫິດຂອງພຣະອົງ... ມື້ນີ້ຂ້ອຍມີຄວາມສຸກຫຼາຍທີ່ໄດ້ເຮັດວຽກປະກາດຂ່າວປະເສີດ...ທີ່ຈະພາຄົນໜຸ່ມສາວ(ມາ ໂບດ)ເພື່ອທີ່ພວກເຂົາຈະໄດ້ຟັງສິດຍາພິບານຂອງເຮົາ, ຂ້ອຍຮູ້ສຶກມີຄວາມສຸກຕອນ(ດຣ. ໄຮເມີເທດສະໜາຕໍ່ພວກຄົນໜຸ່ມກ່ຽວກັບພຣະໂລຫິດຂອງພຣະເຢຊູ...ຂ້ອຍມີສິດຍາພິບານທີ່ເປັນຫ່ວງຈິດວິນຍານທັງຫຼາຍແລະເວົ້າຕໍ່ເຂົາເຖິງເລື່ອງພຣະເຢຊູ...ພຣະເຢຊູຊົງຫຼັ່ງໂລ ຫິດອັນປະເສີດເທິງໄມ້ກາງແຂນເພື່ອທີ່ຂ້ອຍຈະລອດໄດ້..ພຣະຜູ້ຊ່ວຍຜູ້ງົດງາມຂອງຂ້ອຍ”

ນັກສຶກສາຄົນຈີນຜູ້ໜື່ງເວົ້າວ່າ“ຂ້ອຍຍ່າງເຂົ້າມາໃນໂບດແລະໃຈຂອງຂ້ອຍມັນໜັກ ພຣະເຈົ້າໄດ້ປຸກຂ້ອຍໃຫ້ຮູ້ສຶກວ່າຂ້ອຍເປັນຄົນບາບ..ເຖິງແມ່ນວ່າຄົນທີ່ອ້ອມຂ້າງຂ້ອຍເປັນຄົນລ່າເລີງກໍຕາມ...ຂ້ອຍບໍ່ສາມາດຫລອກ(ຕົນເອງ)ອີກວ່າຂ້ອຍໂອເຄແລະເປັນຄົນດີ,ຂ້ອຍ ບໍ່ໄດ້ໂອເຄແລະບໍ່ມີຄວາມດີຫຍັງໃນຂ້ອຍເລີຍ, ເວລາທີ່ຂ້ອຍນັ່ງຟັງຄໍາເທດສະໜາ (ດຣ.ໄຮເມີເທດ) ຂ້ອຍພັດຮູ້ສຶກຄືກັບວ່າອາຈານກໍາລັງເວົ້າກັບຂ້ອຍໂດຍກົງ... ເຖິງຂ້ອຍຈະຄິດວ່າຂ້ອຍສາມາດເຊື່ອງຄວາມບາບຂ້ອຍຈາກຜູ້ຄົນໄດ້ຂ້ອຍກໍບໍ່ສາມາດເຊື່ອງມັນຈາກພຣະເຈົ້າໄດ້...ຂ້ອຍຮູ້ສຶກເປັນຄືກັບອາດາມພະຍາຍາມລີ້ຈາກພຣະເຈົ້າ...

ຫຼັງຈາກນັ້ນເມື່ອຄໍາເທດສະໜາໃກ້ຈະຈົບລົງ,ຂ້ອຍກໍໄດ້ຍິນຂ່າວປະເສີດຂອງພຣະເຢຊູຄຣິດເປັນເທື່ອທໍາອິດ(ເຖິງວ່າລາວຈະມາຄຣິສຕະຈັກຂອງເຮົາຄ່ອນຂ້າງຈະດົນພໍສົມ ຄວນແຕ່ລາວກໍຍັງບໍ່ເຄີຍໄດ້ຍິນມັນມາກ່ອນ)ພຣະຄຣິດຊົງສິ້ນພຣະຊົນເທິງໄມ້ກາງແຂນຢູ່ໃນບ່ອນຂອງຂ້ອຍເພື່ອຈ່າຍຄ່າຄວາມຜິດບາບຂອງຂ້ອຍ...ພຣະໂລຫິດຊົງຫຼັ່ງໄຫຼເພື່ອຄົນບາບ,ພຣະໂລຫິດຂອງພຣະອົງຊົງຫຼັ່ງໄຫຼເພື່ອຂ້ອຍ! ຂ້ອຍຕ້ອງການພຣະຄຣິດຫຼາຍອີຫຼີ,ຫຼາຍກວ່າທີ່ຈະຄົ້ນຫາຄວາມດີໃນໂຕຂ້ອຍເອງ,ໂດຍພຣະຄຸນຂອງພຣະເຈົ້າຕາຂອງຂ້ອຍໄດ້ຖືກຍົກໄປຈາກຂ້ອຍ,ຂ້ອຍຈື່ງແນມເບິ່ງພຣະຄຣິດເປັນຄັ້ງແລກແລະໃນວິນາທີນັ້ນເອງ ພຣະອົງໄດ້ຊົງຊ່ວຍຂ້ອຍໃຫ້ລອດ! ພຣະຄຣິດບໍ່ໄດ້ຫັນໜ້າໜີຈາກຂ້ອຍຄືກັບທີ່ຂ້ອຍເຄີຍຫັນໜ້າໜີຈາກພຣະອົງເປັນເວລາດົນນານ,ແຕ່ພຣະອົງຊົງຮັບຂ້ອຍແລະລ້າງຂ້ອຍດ້ວຍ ພຣະໂລຫິດຂອງພຣະອົງ...ພຣະໂລຫິດຂອງພຣະອົງປົກຫຸ່ມຂ້ອຍແລະລ້າງບາບທຸກຢ່າງຂອງຂ້ອຍອອກໄປ, ພຣະຄຣິດຊົງປົກຂ້ອຍດ້ວຍພຣະໂລຫິດຂອງພຣະອົງ,ພຣະອົງຊົງປົກຂ້ອຍໃນຄວາມຊອບທໍາຂອງພຣະອົງ, ພຣະໂລຫິດພຣະອົງຊົງລ້າງໃຈຊົ່ວຂອງຂ້ອຍແລະເຮັດໃຫ້ມັນໃໝ່...ຄວາມເຊື່ອແລະຄວາມໝັ້ນຄົງຂອງຂ້ອຍແມ່ນຢູ່ໃນພຣະຄຣິດຜູ້ດຽວ,ຕອນນີ້ຂ້ອຍເຂົ້າໃຈແລ້ວໃນສິ່ງທີ່ຈອນນິວຕັນໝາຍເຖິງ (ຕອນທີ່ລາວເວົ້າວ່າ) ‘ພຣະຄຸນພຣະ ເຈົ້າ ນັ້ນແສນຊື່ນໃຈຊ່ວຍໄດ້ຄົນຊົ່ວຢ່າງຂ້າ !ເມື່ອນັນຂ້າຫຼົງພຣະອົງຕາມຫາ ຕາບອດແຕ່ ຂ້າເຫັນແລ້ວ’...ຂ້ອຍເປັນຄົນບາບແລະພຣະເຢຊູຄຣິດຊົງຊ່ວຍຂ້ອຍແລ້ວ...ພຣະອົງຊົງຮັບເອົາຂ້ອຍແລະລ້າງຂ້ອຍດ້ວຍພຣະໂລຫິດຂອງພຣະອົງ”

ຜູ້ຄົນເມື່ອຍກັບຂ້າພະເຈົ້າທີ່ເທດສະໜາເລື່ອງກາງແຂນຂອງພຣະເຢຊູແລະພຣະ ໂລຫິດຂອງພຣະເຢຊູບໍ? ບໍ່ພວກເຂົາບໍ່ເມື່ອຍເລີຍ! ບໍ່ແມ່ນເລີຍນອກຈາກວ່າເຂົາມີສິດຍາ ພິບານທີ່ໃຫ້ບັບຕິດສະມາຄົນທີ່ບໍ່ລອດ - ຄືກັບນັກເທດຢູ່ອາເລຕາລັດຄາລິຟໍເນຍຜູ້ທີ່ໃຫ້ ບັບຕິດສະມາແກ່ລິເດຍເອສເທດາໂດຍບໍ່ມີຄວາມແນ່ໃຈວ່າລາວເຊື່ອພຣະເຢຊູແທ້ບໍ,ລາວຮູ້ຈັກວິທີທີ່ຈະເຮັດໃຫ້ແນ່ໃຈບໍ? ຂ້າພະເຈົ້າລະສົງໄສ! ຈົ່ງຫຼີກຈາກຜູ້ທໍານວາຍປອມຈາກພື້ນ ໂລກນີ້!

ສ່ວນຂ້າພະເຈົ້າຈະເທດສະໜາເລື່ອງພຣະໂລຫິດຂອງພຣະເຢຊູຄຣິດ ‘ຈົນກວ່າລິ້ນ ແຂງງຽບລົງໃນຫຼຸມຝັງສົບແລ້ວ,ຈາກນັ້ນຂ້າຈະຮ້ອງເພງອອ່ນຫວານແກ່ຜູ້ສູງສົ່ງເຖິງລິດອໍານາດທີ່ຊ່ວຍຂ້າໃຫ້ລອດ, ມີທານນໍ້າພຸເຕັມດ້ວຍໂລຫິດຊື່ງມາຈາກພຣະເຢຊູຖ້າໃຜທໍາບາບ ດໍາລົງໃຫ້ມິດຈະຫາຍບາບທີ່ມີຢູ່!

ຈະຫາຍບາບທີ່ມີຢູ່ ຈະຫາຍບາບທີ່ມີຢູ່
ຖ້າໃຜທໍາບາບ ດໍາລົງໃຫ້ມິດຈະຫາຍບາບທີ່ມີຢູ່!
(“ມີທານນໍ້າພຸເຕັມດ້ວຍໂລຫິດ”ໂດຍວິວລ່ຽມຄາວເປີ 1731-1800)

“ໃນພຣະບຸດນັ້ນເຮົາຈຶ່ງໄດ້ຮັບການໄຖ່ໂດຍພຣະໂລຫິດຂອງພຣະອົງ ຄືເປັນການຊົງໂຜດຍົກບາບທັງຫລາຍຂອງເຮົາ” (ໂກໂລຊາຍ 1:14)

ຖ້າທ່ານຢາກຈະສົນທະນາກັບພວກເຮົາກ່ຽວກັບການທີ່ຈະລອດໄດ້,ຂໍເຊີນມາຂ້າງໜ້ານີ້ເພື່ອທີ່ພວກເຮົາຈະສາມາດເວົ້າກ່ຽວກັບມັນໄດ້.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອະທິຖານກ່ອນເທດສະໜາໂດຍ ແອຣ໋ອນ ແຢນຊີ.
ບັນເລງເພງກ່ອນເທດສະໜາໂດຍ ເບັນຈາມິນ ຄິນເຄດກຣິຟຟິດ:
      “Saved by the Blood of the Crucified One” (by S. J. Henderson, 19th century).
      “ລອດໂດຍພຣະໂລຫິດຂອງພຣະຜູ້ຕາຍເທິງໄມ້ກາງແຂນ” (ໂດຍເອສ.ເຈ.ເຮັນເດີສັນ ສະຕະວັດທີ 19)