Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການຕໍ່ສູ້ຕໍ່ຕ້ານລັດທິແຊນດີເມນຽນ

(ຕອນທີ່ 3 ໃນເລື່ອງສຽງຮ້ອງຂອງການຕໍ່ສູ້)
THE BATTLE AGAINST SANDEMANIANISM
(NUMBER THREE IN A SERIES OF BATTLE CRIES)
(Laotian)

ໂດຍ: ດຣ.ອາ.ແອວ.ໄຮເມີຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດທີີ່ຄຣິສຕະຈັກແບ໊ບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ຕອນເຊົ້າວັນຂອງພຣະເຈົ້າ 22/1/2017
A sermon preached at the Baptist Tabernacle of Los Angeles
Lord's Day Morning, January 22, 2017

“ຈົ່ງຄົ້ນເບິ່ງໃນພຣະຄຳພີ ເພາະທ່ານຄິດວ່າໃນພຣະຄຳພີນັ້ນມີຊີວິດນິລັນດອນແລະພຣະຄຳພີນັ້ນເປັນພະຍານເຖິງເຮົາ ແຕ່ທ່ານທັງຫລາຍບໍ່ຍອມມາຫາເຮົາເພື່ອຈະໄດ້ຊີວິດ” (ໂຢຮັນ 5:39-40)


ນອກຈາກວ່າທ່ານຈະເປັນນັກສຶກສາສາສະໜາສາດທ່ານກໍໜ້າຈະບໍ່ຮູ້ຈັກກັບຄໍາວ່າ “ລັດທິແຊນດິເມນຽນ” ແມ່ນມັນຄືການທໍາລາຍວິນຍານນອກຮີດ, ມັນຄືຫາຍະນະແຫ່ງການ ປະກາດຂ່າວປະເສີດ, ມັນໄດ້ສົ່ງຄົນເປັນລ້ານໆຄົນສູ່ແປວໄຟນາຮົກເປັນນິດ, ລັດທິແຊນ ດິເມນຽນເປັນທີ່ນິຍົມໂດຍໂຣເບີດແຊນດິແມນ(1718-1771), ມັນຄືຄໍາສອນຫຼັກທີ່ວ່າເມື່ອ ທ່ານຍອມຮັບໃນສິ່ງທີ່ພຣະຄໍາພີສອນກ່ຽວກັບພຣະຄຣິດຢູ່ໃນຄວາມຄິດຂອງທ່ານແລ້ວ ທ່ານກໍລອດ, ລັດທິແຊນດິເມນຽນເວົ້າວ່າທຸກຄົນທີ່ເຊື່ອວ່າພຣະຄຣິດຊົງສິ້ນພຣະຊົນເພື່ອ ຄວາມຜິດບາບຂອງເຮົາແລ້ວຊົງຟື້ນຄືນຈາກຕາຍກໍລອດ - ວ່າທຸກຄົນທີ່ເຊື່ອໃນສິ່ງທີ່ຢູ່ໃນ ພຣະຄໍາພີກໍໄດ້ຮັບຄວາມລອດແລ້ວ, ປະຈຸບັນນີ້ລັດທິແຊນດິເມນຽນຄືຄວາມຜິດພາດອັນ ໃຫຍ່ຢູ່ຄຣິສຕະຈັກຕ່າງໆທຸກແຫ່ງຂອງພວກເຮົາ, ມັນໄດ້ສົ່ງຄົນເປັນລ້ານໆຄົນລົງນາຮົກ ມີຫຼາຍຄົນໃນຄຣິສຕະຈັກຂອງເຮົາທີ່ເຊື່ອຄວາມເຊື່ອນອກຮີດທີ່ຕາຍໆນີ້, ເຖິງແມ່ນວ່າຂ້າ ພະເຈົ້າຈະເທດສະໜາຕໍ່ຕ້ານມັນຕະຫຼອດ,ພວກເຂົາກໍບໍ່ໄດ້ຍິນທີ່ຂ້າພະເຈົ້າເວົ້າ, ພວກເຂົາ ສືບຕໍ່ເຊື່ອຫຼັກຄໍາສອນທີ່ຕາຍແລ້ວຂອງລັດທິແຊນດິເມນຽນ, ມີຫົກຄົນທີ່ຄິດວ່າຕົນເອງໄດ້ ຮັບຄວາມລອດແລ້ວຢູ່ໃນຄຣິສຕະຈັກຂອງພວກເຮົາປີກາຍນີ້ເຊື່ອແບບນີ້,ພວກເຂົາຍັງຄົງຢູ່ ໃນສະພາບຫຼົງຫາຍແລະມຸ່ງໜ້າສູ່ນາຮົກເພາະພວກເຂົາເຊື່ອມັນ (ເບິ່ງ“ລັດທິແຊນດິເມ ນຽນ” in The Puritans: Their Origins and Successors by Dr. Martyn Lloyd-Jones, Banner of Truth, 1996 edition, pp. 170-190).

ພວກເຂົາເວົ້າວ່າຖ້າທ່ານເຊື່ອໃນສິ່ງທີ່ພຣະຄໍາພີເວົ້າເຖິງກ່ຽວກັບຄວາມຕາຍຂອງ ພຣະຄຣິດທ່ານກໍລອດແລ້ວ, ນີ້ແມ່ນທ່າທີຂອງພວກເຂົາ, ດຣ.ລອຍໂຈນໄດ້ກ່າວວ່າ“ມັນຄື ໜື່ງໃນບັນຫາຫຼັກໆທີ່ຢູ່ຕໍ່ໜ້າພວກເຮົາໃນຊ່ວງຊົ່ວໂມງນີ້”(ເຫຼັ້ມດຽວກັນໜ້າ 177) ຢ່າງ ໜ້ອຍມີຫົກຄົນໃນຄຣິສຕະຈັກຂອງເຮົາທີ່ຄິດວ່າເຂົາລອດແລ້ວປີກາຍນີ້ຍັງຄົງຫຼົງຫາຍຢູ່ ເພາະພວກເຂົາເຊື່ອໃນສິ່ງທີ່ພຣະຄໍາພີເວົ້າກ່ຽວກັບພຣະຄຣິດແທນທີ່ຈະເຊື່ອວາງໃຈໃນ ພຣະອົງເອງ.

ພວກເຂົາຄິດວ່າເຂົາລອດແລ້ວໂດຍການເຊື່ອວ່າພຣະເຢຊູຕາຍເທິງໄມ້ກາງແຂນ,ພວກເຂົາເຊື່ອໃນສິ່ງທີ່ພຣະຄໍາພີເວົ້າເຖິງກ່ຽວກັບຄວາມຕາຍຂອງພຣະຄຣິດ, ແຕ່ການເຊື່ອ ໃນສິ່ງພຣະຄໍາພີເວົ້າບໍ່ໄດ້ຊ່ວຍໃຜໃຫ້ລອດໄດ້,ໃນບົດເທດນີ້ຂ້າພະເຈົ້າຈະຂໍພິສູດເລື່ອງນີ້.

I. ໜື່ງ ລັດທິແຊນດິເມນຽນແມ່ນເວົ້າຖືກໂດຍພຣະຄຣິດເອງ.

ພຣະເຢຊູຊົງກ່າວກັບພວກຟາຣິສີ, ພວກຢິວເຫຼົ່ານີ້ແມ່ນພວກແຊນດິເມນຽນໃນມຸມ ມອງຂອງພວກເຂົາໃນເລື່ອງຄວາມລອດ. ພຣະເຢຊູຊົງກ່າວວ່າ:

“(ທ່ານ)ຈົ່ງຄົ້ນເບິ່ງໃນພຣະຄຳພີເພາະທ່ານຄິດວ່າໃນພຣະຄຳພີນັ້ນມີຊີວິດນິລັນດອນແລະພຣະຄຳພີນັ້ນເປັນພະຍານເຖິງເຮົາ ແຕ່ທ່ານທັງຫລາຍບໍ່ຍອມມາຫາເຮົາເພື່ອຈະໄດ້ຊີວິດ” (ໂຢຮັນ 5:39-40)

ຄົນພວກນີ້ຄິດວ່າພວກເຂົາຈະລອດໂດຍການສຶກສາພຣະຄໍາພີແລະເຊື່ອໃນພຣະຄໍາພີ,ມັດທິວເຮັນຣີ່ໄດ້ກ່າວວ່າ“ພວກເຂົາສະແຫວງຫາ(ຊີວິດນິລັນດອນ)ໂດຍການອ່ານແລະການສຶກສາພຣະຄໍາພີ, ມັນເປັນຄໍາເວົ້າທົ່ວໄປຖ້າມກາງພວກເຂົາວ່າ“ຄົນທີ່ມີຄໍາຕ່າງໆຂອງພຣະລາ ຊະບັນຍັດ(ພຣະຄໍາພີ)ກໍມີຊີວິດນິລັນ” ພວກເຂົາຄິດວ່າພວກເຂົາແນ່ໃຈເລື່ອງສະຫວັນຖ້າ ຫາກສາມາດເວົ້າດ້ວຍໃຈໄດ້...ຂໍ້ພຣະຄໍາພີຕ່າງໆ” (Matthew Henry’s Commentary on the Whole Bible).ດຣ.ແຟລັງເກເບລິນກ່າວວ່າພວກເຂົາຄິດວ່າຄວາມເຊື່ອໃນພຣະຄໍາພີ ຂອງເຂົາ“ຈະນໍາຊີວິດມາໃຫ້ເຂົາ” (The Expositor’s Bible Commentary) ພວກເຂົາເຊື່ອ ພຣະຄໍາພີແຕ່ພວກເຂົາຈະບໍ່ມາຫາພຣະເຢຊູ.

ນັ້ນແລະຄືຂໍ້ຜິດພາດຂອງລັດທິແຊນດິເມນຽນ, ດຣ.ລອຍໂຈນໄດ້ກ່າວວ່າ“ທ່ານ ຍອມຮັບຄໍາຕ່າງໆຂອງພຣະຄໍາພີດ້ວຍໃຈຂອງທ່ານແລະນັ້ນແລະຄືສິ່ງທີ່ຈໍາເປັນ”(ເຫຼັ້ມດຽວກັນໜ້າ 175)“ພວກເຂົາຄິດວ່າການເຊື່ອໃນສິ່ງທີ່ພຣະຄໍາພີເວົ້າກ່ຽວກັບພຣະເຢຊູຈະຊ່ວຍ ເຂົາໃຫ້ລອດໄດ້”(ເຫຼັ້ມດຽວກັນ). ເດັກນ້ອຍໝື່ນໆຄົນໃນຄຣິສຕະຈັກຕ່າງໆຂອງເຮົາຖືກສອນດ້ວຍຫຼັກຄໍາສອນທີ່ ຕາຍແລ້ວນີ້, ພວກເຂົາຖືກສອນໃຫ້ທ່ອງຈໍາຂໍ້ພຣະຄໍາພີຕ່າງໆ, ຫຼັງຈາກນັ້ນພວກເຂົາກໍ “ຍົກມືຂື້ນ”-ແລະພວກເຂົາກໍຮັບບັບຕິດສະມາ! ພວກເຂົາບໍ່ໄດ້ມາຫາພຣະຄຣິດອີກເລີຍ! ພວກເຂົາພຽງແຕ່ເຊື່ອຂໍ້ພຣະຄໍາພີໂຢຮັນ 3:16 ແລະເວົ້າພຶມພໍາຕາມຄໍາອະທິຖານ,ຄຣິສ ຕະຈັກຕ່າງໆຂອງເຮົາໄດ້ສົ່ງຄົນເປັນລ້ານໆຄົນ (ແລະຜູ້ໃຫຍ່)ໄປນາຮົກໂດຍຫຼັກຄໍາສອນ ປອມຂອງລັດທິແຊນດິເມນຽນ, ພຣະເຢຊູຕັດວ່າ:

“(ທ່ານ)ຈົ່ງຄົ້ນເບິ່ງໃນພຣະຄໍາພີເພາະທ່ານຄິດວ່າໃນພຣະຄໍາພີນັ້ນມີຊີີວິດນິ ລັນແລະໃນພຣະຄໍາພີນັ້ນເປັນພະຍານເຖິງເຮົາ ແຕ່ທ່ານທັງຫຼາຍບໍ່ຍອມ ມາຫາເຮົາເພື່ອຈະໄດ້ຊີວິດ” (ໂຢຮັນ 5:39,40)

ນີ້ແມ່ນຫ້າຄົນທີ່ຢູ່ໃນຄຣິສຕະຈັກຂອງເຮົາເອງທີ່ເປັນແບບນັ້ນ.

ຊາຍໜຸ່ມຄົນຈີນຜູ້ໜື່ງເວົ້າວ່າລາວໄດ້ຮັບຄວາມລອດເພາະລາວເຊື່ອ“ວ່າພຣະເຢຊູຊົງຕາຍເພື່ອລາວ” ລາວຄິດວ່າການເຊື່ອໃນສິ່ງທີ່ພຣະຄໍາພີເວົ້າກ່ຽວກັບພຣະເຢຊູແມ່ນອັນ ດຽວກັນກັບການມາຫາພຣະເຢຊູ! ລາວຍັງຄົງເປັນລັດທິແຊນດິເມນຽນທີ່ຫຼົງຫາຍຢູ່.

ຍິງສາວຄົນໜື່ງເວົ້າວ່າ “ພຣະເຢຊູຊົງເປັນພຽງຜູ້ດຽວທີ່ຊ່ວຍຂ້ອຍໃຫ້ພົ້ນໄດ້”ລາວ ເຊື່ອໃນສິ່ງທີ່ພຣະຄໍາພີເວົ້າກ່ຽວກັບພຣະເຢຊູແຕ່ລາວບໍ່ໄດ້ມາຫາພຣະອົງເອງ, ນາງເອງບໍ່ ໄດ້ມາຫາພຣະເຢຊູເພາະໃນໃຈຂອງນາງຍັງບໍ່ຢຸດຟັງສຽງຂອງພະຍາມານທີ່ບອກໃຫ້ນາງໜີໄປຈາກຄຣິສຕະຈັກ,ນາງບໍ່ຍອມເລີກຄວາມຄິດບໍ່ດີຕ່າງໆ, ນາງເຊື່ອວ່າພຣະເຢຊູຊົງເປັນຜູ້ ຊ່ວຍໃຫ້ພົ້ນອົງດຽວແຕ່ນາງບໍ່ຍອມຫັນຫຼັງຈາກຄໍາແນະນໍາຂອງຊາຕານ,ດັ່ງນັ້ນນາງຈື່ງຍັງສືບເປັນພວກແຊນດິເມນຽນຜູ້ຫຼົງຫາຍທີ່ເຊື່ອພຣະຄໍາພີແຕ່ບໍ່ໄດ້ວາງໃຈໃນພຣະເຢຊູພຣະ ເຢຊູ, ນາງເຊື່ອໃນສິ່ງທີ່ພຣະຄໍາພີເວົ້າກ່ຽວກັບພຣະເຢຊູ, ແຕ່ນາງບໍ່ໄດ້ມາຫາພຣະເຢຊູ ເອງເລີຍ, ຕັ້ງແຕ່ທີ່ນາງບໍ່ໄດ້ຫັນຫຼັງຈາກຄວາມບາບຂອງນາງນາງກໍຈະບໍ່ມາຫາພຣະເຢຊູ ເພື່ອທີ່ຈະຊໍາລະລ້າງຈາກຄວາມຜິດບາບໂດຍພຣະໂລຫິດຂອງພຣະອົງ, ນາງຍັງຄົງເປັນ ພວກແຊນດິເມນຽນຜູ້ຫຼົງຫາຍຢູ່.

ຊາຍໜຸ່ມທີ່ໃຊ້ພາສາສະເປນຄົນໜື່ງເວົ້າວ່າການເຊື່ອວາງໃຈໃນພຣະເຢຊູເປັນແບບດຽວກັບການເຊື່ອວ່າພຣະຄຣິດຊົງຕາຍເທິງໄມ້ກາງແຂນ, ອີກເທື່ອໜື່ງຊາຍໜຸ່ມຄົນນີ້ເຊື່ອ ໃນສິ່ງທີ່ພຣະຄໍາພີເວົ້າເພາະລາວເກາະຢູ່ກັບລັດທິແຊນດິເມນຽນ, ການເຊື່ອພຣະຄໍາພີວ່າ ພຣະເຢຊູຊົງຕາຍເທິງໄມ້ກາງແຂນເພື່ອລາວບໍ່ແມ່ນອັນດຽວກັນກັບການວາງໃຈເຊື່ອໃນ ພຣະເຢຊູເອງ,ດັ່ງນັ້ນລາວຈື່ງຄົງເປັນພວກແຊນດິເມນຽນຜູ້ຫຼົງຫາຍຢູ່

ຊາຍໜຸ່ມຊາວຈີນອີກຜູ້ໜື່ງກໍເວົ້າແບບດຽວກັນ, ລາວບອກວ່າການວາງໃຈເຊື່ອ ພຣະເຢຊູກໍຄືອັນດຽວກັນກັບການເຊື່ອວ່າພຣະເຢຊູຊົງຕາຍເພື່ອລາວ, ລາວເຊື່ອໃນສິ່ງທີ່ ພຣະຄໍາພີເວົ້າແຕ່ລາວບໍ່ໄດ້ເຊື່ອວາງໃຈໃນພຣະເຢຊູເອງ, ເຊັ່ນກັນລາວຍັງຄົງເປັນພວກ ແຊນດິເມນຽນຜູ້ຫຼົງຫາຍຢູ່.

ຍິງສາວຊາວຈີນຜູ້ໜື່ງເວົ້າວ່າການເຊື່ອວາງໃຈໃນພຣະເຢຊູເປັນແບບດຽວກັນກັບ ການເຊື່ອວ່າພຣະເຢຊູຊົງຕາຍເພື່ອນາງ, ນາງຮູ້ວ່ານີ້ແມ່ນຄວາມຜິດພາດເຊິ່ງເຮັດໃຫ້ນາງ “ຕົກໃຈ”ເມື່ອດຣ.ເຄແກນຖາມນາງຖ້າວ່າມັນຄືກັນ, ນາງ“ຕົກໃຈ”ເພາະໃນໃຈຂອງນາງນາງ ຍັງບໍ່ເຄີຍວາງໃຈເຊື່ອໃນພຣະເຢຊູເລີຍ, ສິ່ງທີ່ນາງເຮັດກໍຄືເຊື່ອພຣະຄໍາພີເປັນຂໍ້ເປັນຂໍ້ໄປ ນາງ“ຕົກໃຈ”ເພາະນາງບໍ່ເຄີຍວາງໃຈເຊື່ອໃນພຣະເຢຊູເອງ,ພຽງແຕ່ວາງຢູ່ໃນຫຼັກຄໍາສອນ ຂອງພຣະຄໍາພີເທົ່ານັ້ນ, ເຊັ່ນກັນນາງຍັງເປັນແຊນດິເມນຽນທີ່ຍັງບໍ່ລອດຢູ່.

ພວກທ່ານເຊື່ອວ່າໂດໂນທຣໍາຄືປະທານາທິບໍດີ,ແຕ່ທ່ານບໍ່ເຄີຍພົບລາວເລີຍ! ການ ເຊື່ອວ່າລາວເປັນປະທານາທິບໍດີບໍ່ແມ່ນອັນດຽວກັນກັບການມາຫາລາວ, ມີຄວາມແຕກຕ່າງ ຢ່າງຊັດເຈນລະຫວ່າງການເຊື່ອໃນສິ່ງທີ່ພຣະຄໍາພີເວົ້າກ່ຽວກັບພຣະເຢຊູແລະການເຊື່ອໃນພຣະອົງເອງ,ມັນອາດຈະເບິ່ງຄືວ່າແຕກຕ່າງໜ້ອຍດຽວ-ແຕ່ມັນບໍ່ແມ່ນ, ຖ້າທ່ານຍັງບໍ່ໄດ້ ວາງໃຈເຊື່ອໃນພຣະເຢຊູເອງທ່ານກໍຈະຕົກນາຮົກ! ພຣະເຢຊູຕັດວ່າ“ແຕ່ທ່ານບໍ່ໄດ້ມາຫາ ເຮົາເພື່ອຈະໄດ້ຊີວິດ” (ໂຢຮັນ 5:40) ການເຊື່ອຂໍ້ພຣະຄໍາພີຫຼືຫຼັກຄໍາສອນພຣະຄໍາພີຈະບໍ່ ຊ່ວຍຜູ້ໃດຈາກໄຟນາຮົກອັນເປັນນິດນິລັນໄດ້!

ເປັນຫຍັງຜູ້ຄົນຈື່ງສືບຕໍ່ເຮັດແບບນີ້? ມັນເປັນເພາະພວກເຂົາບໍ່ສໍານຶກເລື່ອງບາບ! ຖ້າທ່ານຢູ່ພາຍໃຕ້ການສໍານຶກບາບຄືກັບຈອນເຄແກນ, ທ່ານກໍຈະເຂົ້າໃຈວ່າບໍ່ມີອັນໃດທີ່ ທ່ານເຮັດສາມາດຊ່ວຍທ່ານໃຫ້ພົ້ນໄດ້-ບໍ່ມີອັນໃດທີ່ທ່ານເຮັດໄດ້! ເຊິ່ງລວມເຖິງການເຊື່ອ ວ່າພຣະເຢຊູສາມາດຊ່ວຍທ່ານໄດ້! ບໍ່ມີອັນໃດນອກຈາກພຣະເຢຊູເອງທີ່ຈະພໍໃຈຖ້າທ່ານ ຫາກຖືກໂນ້ມນ້າວເລື່ອງບາບຂອງທ່ານ! ທ່ານອາດຈະເວົ້າວ່າ“ສິ່ງອັນໃດລ້າງບາບຂ້າໄດ້ ມີແຕ່ພຣະໂລຫິດພຣະເຢຊູ” “ຂ້າພະອົງມາແລ້ວພຣະເຈົ້າຂ້າ ຂ້າພະອົງກໍາລັງມາຫາພຣະ ອົງ, ຂໍຊົງລ້າງຂ້າ,ຊໍາລະຂ້າໃນພຣະໂລຫິດທີ່ຫຼັງລົງມາເທິງໄມ້ກາງແຂນ”

II. ສອງ ລັດທິແຊນດິເມນຽນຄືຫຼັກຄໍາສອນຂອງພວກຜີປີສາດ.

“ເຈົ່ງຄົ້ນເບິ່ງໃນພຣະຄໍາພີ ເພາະທ່ານຄິດວ່າໃນພຣະຄໍາພີນັ້ນມີຊີີວິດນິ ລັນແລະໃນພຣະຄໍາພີນັ້ນເປັນພະຍານເຖິງເຮົາ ແຕ່ທ່ານທັງຫຼາຍບໍ່ຍອມ ມາຫາເຮົາເພື່ອຈະໄດ້ຊີວິດ” (ໂຢຮັນ 5:39,40)

ເປັນຫຍັງພວກຟາຣິສີຈື່ງຄົ້ນຫາພຣະຄໍາພີແຕ່ບໍ່ມາຫາພຣະເຢຊູ?ມັນເປັນເພາະວ່າພວກເຂົາຢູ່ໃຕ້ອໍານາດຂອງຊາຕານ! ພຣະເຢຊູຕັດກັບຄົນພວກນີ້ວ່າ“ເປັນຫຍັງທ່ານຈື່ງບໍ່ ເຂົ້າໃຈຖ້ອຍຄໍາທີ່ເຮົາເວົ້າ? ນັ້ນເປັນເພາະທ່ານທົນຟັງຄໍາຂອງເຮົາບໍ່ໄດ້,ທ່ານທັງຫຼາຍມາ ຈາກພໍ່ຂອງທ່ານຄືພະຍາມານ...” (ໂຢຮັນ 8:43,44)

ທ່ານບໍ່ໄດ້ຍິນຂ້າພະເຈົ້າຕອນທີ່ຂ້າພະເຈົ້າເວົ້າວ່າການເຊື່ອໃນສິ່ງທີ່ພຣະຄໍາພີເວົ້າກ່ຽວກັບພຣະເຢຊູບໍ່ຄືກັນກັບການວາງໃຈເຊື່ອໃນພຣະເຢຊູ,ພວກທ່ານບໍ່ເຂົ້າໃຈຄວາມຄິດທີ່ງ່າຍນັ້ນເພາະທ່ານຢູ່ໃຕ້ການຄວບຄຸມຂອງພະຍາມານ, ພຣະເຢຊູຊົງກ່າວແບບນັ້ນ,ພຣະ ອົງກ່າວວ່າ“ທ່ານທົນຟັງຄໍາຂອງເຮົາບໍ່ໄດ້, ທ່ານທັງຫຼາຍມາຈາກພໍ່ຂອງທ່ານຄືພະຍາມານ” (ໂຢຮັນ 8:43,44)ພະຍາມານເປັນເຈົ້າຂອງທ່ານ, ພະຍາມານເປັນພະເຈົ້າຂອງທ່ານ,ພະ ຍາມານເຮັດໃຫ້ຄວາມຄິດຂອງທ່ານບອດ, ເພາະພະຍາມານບໍ່ຕ້ອງການໃຫ້ທ່ານວາງໃຈ ເຊື່ອໃນພຣະເຢຊູແລະລອດໄດ້, ອັກຄະສາວົກເປົາໂລໄດ້ກ່າວວ່າ:

“ແຕ່ຖ້າຂ່າວປະເສີດຂອງເຮົາຖືກບັງໄວ້ຈາກໃຜ ກໍຈາກຄົນເຫລົ່ານັ້ນທີ່ກຳລັງຈະພິນາດ ສ່ວນຄົົນທີ່ບໍ່ເຊື່ອນັ້ນ ພະ(ພະຍາມານ)ຂອງຍຸກນີ້ໄດ້ເຮັດໃຈຂອງເຂົາໃຫ້ມືດໄປ” (2 ໂຄຣິນ 4:3,4)

ພະຍາມານຍັງເຮັດໃຫ້ທ່ານບອດແນວໃດ? ພະຍາມານຍຶດລິດອໍານາດເໜືອທ່ານແບບໃດທີ່ ເຮັດໃຫ້ທ່ານບໍ່ມາຫາພຣະເຢຊູລະ?

1. ຄົນໜຸ່ມຊາວຈີນຫຼາຍຄົນຍັງສືບຕໍ່ຕາບອດຖືກພະຍາມານໃສ່ໂສ້ຢູ່ໂດຍພໍ່ ແມ່ຊາວພຸດຂອງພວກເຂົາ, ພໍ່ແມ່ເຫຼົ່ານີ້ໃຊ້ລິດຂອງຊາຕານທຸກຢ່າງເພື່ອ ເກັບພວກທ່ານໄວ້ຈາກການຮັບຄວາມລອດ,ແຕ່ພຣະເຢຊູຕັດວ່າ“ຜູ້ໃດທີ່ ຮັກບິດາມານດາຫຼາຍກວ່າຮັກເຮົາກໍບໍ່ສົມກັບເຮົາ” (ມັດທາຍ 10: 37)ໃນ ບໍ່ດົນກໍຈະຮອດກຸດຈີນ,ພໍ່ແມ່ທີ່ບໍ່ເຊື່ອຂອງພວກທ່ານບາງຄົນແນ່ນອນຈະ ຈັດລ້ຽງອາຫານແລງໃນເວລາດຽວກັນກັບເວລານະມັດສະການ,ພວກທ່ານ ຈະຕ້ອງບອກພວກເຂົາດຽວນີ້ເລີຍມື້ນີ້ເລີຍວ່າທ່ານຈະບໍ່ໄປກິນກັບເຂົາເຈົ້າ ຖ້າພວກເຂົາຫາກມີແຜນເຮັດໃນຊ່ວງການອະທິຖານໃນແລງວັນເສົາຫຼືການ ນະມັດສະການສອງຮອບໃນວັນອາທິດ-ແລະຈາກນັ້ນຈົ່ງຮັກສາຄໍາສັນຍາທີ່ ຈະຢູ່ໃນຄຣິສຕະຈັກບໍ່ວ່າພວກເຂົາຈະໃຈຮ້າຍໃສ່ທ່ານສໍາໃດກໍຕາມ, ຢ່າ ຍອມໃຫ້ຊາຕານຈັບກໍາແໜ້ນໂດຍພໍ່ແມ່ຊາວພຸດທີ່ບໍ່ລອດ“ແຕ່“ທ່ານພັດວ່າ “ພວກເຂົາຈະໂມໂຫແລະຮ້ອງໃສ່ຂ້ອຍ” ປ່ອຍໃຫ້ເຂົາໂມໂຫແລະຮ້ອງໃສ່ ໂລດ! ມັນດີກວ່າທີ່ຈະໄດ້ຍິນພະຍາມານໂມໂຫໃສ່ຕອນນີ້ດີກວ່າທີ່ຈະໄດ້ ຍິນພຣະເຈົ້າປະຕິເສດທ່ານໃນການພິພາກສາຄັ້ງສຸດທ້າຍ,ຈົ່ງເປັນອິດສະ ຫຼະຈາກຄວາມບາບຂອງເຂົາທີ່ຕໍ່ສູ້ພຣະເຈົ້າ! ຈົ່ງເປັນອິດສະຫຼະຈາກໂສ້ ຂອງຊາຕານ.

2. ພວກທ່ານຫຼາຍຄົນຍັງສືບຕໍ່ຕາບອດແລະຕິດໂສ້ພະຍາມານເພາະ ທ່ານມີບາບລັບໆຢູ່.
         ພວກທ່ານມີບາບທີ່ທ່ານຄິດວ່າບໍ່ມີໃຜຮູ້ຈັກ- ທ່ານເວົ້າວ່າ“ບໍ່ມີໃຜຮູ້ຈັກ” ແຕ່ທ່ານເວົ້າຜິດ, ມີສອງຄົນທີ່ຮູ້ຈັກກ່ຽວກັບ“ບາບລັບໆ”ທີ່ທ່ານເຮັດ,ພວກ ເຂົາແມ່ນໃຜລະ? ບຸກຄົນທໍາອິດທີ່ຮູ້ຈັກບາບລັບໆຂອງທ່ານຄືຂ້າພະເຈົ້າ, ທ່ານເຫັນແລ້ວວ່າຂ້າພະເຈົ້າຮັບໃຊ້ມາແລ້ວເປັນເວລາ 59 ປີໃນເດືອນເມ ສານີ້, ຜູ້ຄົນໄດ້ກ່າວຫາຂ້າພະເຈົ້າໃນເລື່ອງການເປັນຄົນອ່ານຄວາມຄິດຜູ້ ອື່ນ-ແຕ່ຂ້າພະເຈົ້າບໍ່ແມ່ນຄົນອ່ານຄວາມຄິດຄົນ,ບໍ່ແມ່ນເລີຍ, ແຕ່ຂ້າພະ ເຈົ້າເປັນຄົນອ່ານໜ້າຄົນ, ຫຼັງຈາກການແນມເບິ່ງໜ້າຜູ້ຄົນໃນຄຣິສຕະຈັກ ເປັນເວລາກວ່າ 59 ປີຂ້າພະເຈົ້າສາມາດເວົ້າໄດ້ຢ່າງດີເຖິງບາບລັບໆທີ່ ທ່ານກໍາລັງເຮັດ, ທ່ານຮູ້ບໍວ່າຕໍາຫຼວດຖືກອົບຮົມໃຫ້ອ່ານໜ້າຄົນ? ຂ້າພະ ເຈົ້າຄິດວ່າໂຮງຮຽນສາສະໜາສາດ ແລະໂຮງຮຽນພຣະຄໍາພີຕ່າງໆຄວນມີ ຫ້ອງທີ່ສອນພວກໜັກເທດໜຸ່ມວິທີອ່ານໃບໜ້າຕ່າງໆ,ແມ່ນແລ້ວໂດຍການແນມເບິ່ງໃບໜ້າຂອງທ່ານຂ້າພະເຈົ້າສາມາດບອກໄດ້ເຖິງບາບລັບໆທີ່ ທ່ານເຮັດໄດ້ສະເໝີ.
         ແຕ່ມີອີກຄົນໜື່ງທີ່ທ່ຽງຕົງໄກກວ່າຂ້າພະເຈົ້າຫຼາຍ, ຄວາມຈິງແລ້ວບຸກ ຄົນຜູ້ນັ້ນທ່ຽງກົງ 100 ເປີເຊັນກ່ຽວກັບບາບລັບໆຂອງທ່ານ,ແລະພຣະ ອົງຊົງຢູ່ທີ່ນີ້ກໍາລັງແນມເບິ່ງທ່ານຢູ່ຕອນນີ້, ຄວາມຈິງແລ້ວພຣະອົງຊົງຮູ້ ທຸກຢ່າງກ່ຽວກັບບາບລັບໆຂອງທ່ານ, ພຣະອົງແມ່ນໃຜ? ທ່ານເດົາໄດ້-ພຣະອົງຄືພຣະເຈົ້າ! ທ່ານສາມາດລີ້ພຣະອົງໄດ້, ພຣະອົງຊົງຢູ່ທົ່ວທຸກ ບ່ອນ - ເຊິ່ງໝາຍເຖິງພຣະອົງຊົງຢູ່ທຸກແຫ່ງຫົນໃນເວລາດຽວກັນ, ພຣະ ອົງຊົງເຫັນທຸກສິ່ງທີ່ທ່ານເຮັດໃນຮ່າງກາຍນີ້, ພຣະອົງຊົງເຫັນທຸກຄວາມ ຄິດທີ່ທ່ານມີໃນຄວາມຄິດຂອງທ່ານ, ພຣະອົງຊົງຮູ້ຄວາມລັບເລິກໆເຊິ່ງທີ່ ຢູ່ໃນໃຈຂອງທ່ານ,ພຣະຄໍາພີກ່າວວ່າ“ພຣະເນດຂອງພຣະເຢໂຮວາໄປມາຢູ່ເໜືອແຜ່ນດິນໂລກທັງສີ້ນ”(2 ພົງສະວະດານ 16:9)“ພຣະເນດຂອງພຣະ ເຢໂຮວາຢູ່ໃນທຸກແຫ່ງຫົນ ຊົງເຝົ້າເບິ່ງຄົນຊົ່ວ”(ສຸພາສິດ 15:3) “ພຣະ ເນດຂອງພຣະເຢໂຮວາ...ຊົງຢູ່ເໜືອແຜ່ນດິນນັ້ນສະເໝີ”-ເໜືອຄວາມບາບ ລັບໆທຸກຢ່າງທີ່ພວກທ່ານເຮັດ “ພຣະເນດຂອງພຣະເຢໂຮວາ...ຊົງຢູ່ເໜືອ ແຜ່ນດິນນັ້ນສະເໝີ”(ພຣະລາຊະບັນຍັດ11:12) ແລະພຣະຄໍາພີກ່າວວ່າ ພຣະເຈົ້າຊົງຈົດບາບລັບທຸກອັນຂອງທ່ານລົງໃນໜັງສືຂອງພຣະອົງ,ໜັງສືຂອງພຣະອົງເປັນຄືກັບຄອມພິວເຕີໃຫຍ່ແລະບາບລັບໆທຸກຢ່າງຂອງທ່ານທີ່ທ່ານເຮັດຖືກບັນທຶກຢູ່ຫັນແລ້ວ, ທ່ານຈະຢືນຢູ່ຕໍ່ໜ້າພຣະເຈົ້າໃນວັນພິ ພາກສາຄັ້ງສຸດທ້າຍ, ພຣະອົງຈະອ່ານບາບຕ່າງໆທຸກລາຍລະອຽດທີ່ທ່ານ ຄິດວ່າບໍ່ມີຜູ້ໃດຮູ້ຈັກ, ຫຼັງຈາກທີ່ພຣະອົງອ່ານເລື່ອງບາບຂອງທ່ານອອກ ຈາກໜັງສື,ທ່ານຈະບໍ່ສາມາດປ້ອງກັນຕົນເອງໄດ້, ທ່ານຈະລະນຶກເຖິງ ບາບຂອງຕົນເອງ, ຫຼັງຈາກພຣະເຈົ້າອ່ານລາຍການບາບລັບໆຕ່າງໆຂອງ ທ່ານແລ້ວທ່ານກໍຈະ“ຖືກໂຍນລົງໄປໃນບຶງໄຟ”(ພະນິມິດ 20:11-14).

3. ພວກທ່ານຫຼາຍຄົນສືບຕໍ່ຕາບອດແລະຖືກໂສ້ພະຍາມານຢູ່ເພາະທ່ານຈະບໍ່ ຍອມຮັບວ່າໃຈຂອງທ່ານຊົ່ວ, ພຣະຄໍາພີກ່າວວ່າ“ຈິດໃຈກໍເປັນໂຕລໍ້ລວງ ເໜືອກວ່າສິ່ງໃດທັງໝົດ ມັນເສື່ອມຊາມຢ່າງຮ້າຍ”(ເຢເຣມີ 17:9)ຈອຊວິດ ຟິວ(1714-1770) ກ່າວວ່າ“ບໍ່ສໍາຄັນວ່າທ່ານຈະປະຕິເສດຢ່າງໜັກແໜ້ນ ພຽງໃດເມື່ອທ່ານຕື່ນຂື້ນ ທ່ານກໍຈະເຫັນວ່າບາບທີ່ຢູ່ໃນຊີວິດຂອງທ່ານມາ ຈາກຄວາມເສື່ອມຊາມຂອງໃຈທ່ານເອງ...ລາວເຫັນວ່າລາວມີຜິດແລະກະ ບົດຢູ່ໃນ(ໃຈຊົ່ວ)ຂອງລາວເອງເຊິ່ງມັນກໍຖືກຕ້ອງສໍາຫຼັບພຣະເຈົ້າທີ່ຈະລົງ ໂທດລາວ, ເຖິງແມ່ນຖ້າລາວບໍ່ໄດ້ເຮັດບາບພາຍນອກທັງຊີວິດຂອງລາວກໍ ຕາມ” ຢູລີກ່າວວ່າ“ພຣະວິນຍານບໍລິສຸດໄດ້ສະແດງໃຫ້ເຫັນວ່າຂ້ອຍບໍ່ແມ່ນ ຄົນດີຫຍັງເລີຍ...ຂ້ອຍເປັນຄົນທີ່ຊົ່ວຮ້າຍ, ເຫັນແກ່ຕົວແລະຫຍິ່ງຈອງຫອງ ແລະຂ້ອຍຮູ້ສຶກອາຍຫຼາຍເລື່ອງ...ເຊິ່ງຢູ່ເລິກຂ້າງໃນ(ໃນຫົວໃຈຂອງຂ້ອຍ)...ຂ້າພະເຈົ້າຮູ້ສຶກຜິດແລະບາບ”ນາງບອກວ່າ“ຂ້ອຍທໍາທ່າເປັນຄົນດີໃນເມື່ອເລິກໆໃນ(ໃຈຂອງຂ້ອຍ)ຂ້ອຍບໍ່ແມ່ນແທ້...ຂ້ອຍຮູ້ວ່າຂ້ອຍບໍ່ດີພໍທີ່ຈະຊ່ວຍຕົນເອງໃຫ້ລອດໄດ້...ໃບໜ້າຂອງຂ້ອຍປຽກໄປດ້ວຍນໍ້າຕາ”ນາງເຄີຍຢູ່ໃນຄຣິສຕະຈັກຂ່າວປະເສີດມາທັງຊີວິດ ແຕ່ຕອນນີ້ນາງຮູ້ສຶກເຖິງບາບທີ່ຊົ່ວ ຮ້າຍໃນໃຈຂອງຕົນ, ນາງເວົ້າວ່າພຣະຄໍາພີບໍ່ໄດ້ມີຜົນກະທົບອັນໃດຕໍ່ຊີວິດ ຂອງນາງເລີຍຈົນນາງຮູ້ສຶກບາບທີ່ຢູ່ໃນໃຈຂອງຕົນ, ຈົນນາງມາພາຍໃຕ້ ການສໍານຶກເລື່ອງບາບ,ພຣະໂລຫິດຂອງພຣະເຢຊູທີ່ຊໍາລະບາບຂອງນາງບໍ່ໄດ້ເຮັດໃຫ້ຮູ້ສຶກຫຍັງເລີຍ,ບໍ່ຮູ້ສຶກຫຍັງຕໍ່ນາງຈົນນາງຮູ້ສຶກວ່າໃຈຂອງນາງຊົ່ວສໍ່າໃດ, ພວກແຊນດິເມນຽນທີ່ຢູ່ຄຣິສຕະຈັກຂ່າວປະເສີດສອນນາງປະ ໂຫຍກຕ່າງໆຂອງພຣະຄໍາພີ, ແຕ່ພວກເຂົາບໍ່ສ້າງຜົນກະທົບໃນຊີວິດຂອງ ນາງເລີຍຈົນພຣະເຈົ້າໂນ້ມນ້າວໃຈຂອງນາງເລື່ອງໃຈທີ່ບາບຂອງນາງ.

III. ສາມ ລັດທິແຊນດິເມນຽນສົ່ງຜູ້ຄົນທີ່ດີພາຍນອກຫຼາຍຄົນໄປນາຮົກ.

ທ່ານເວົ້າວ່າ“ຂ້ອຍຈະບໍ່ມີມື້ເຮັດສິ່ງທີ່ຊົ່ວຮ້າຍຄືກັບຫຼາຍຄົນເຮັດເດັດຂາດ,ຂ້ອຍມີຊີີວິດທີ່ສະອາດ,ຂ້ອຍໄປໂບດທຸກອາທິດ, ຂ້ອຍເປັນຄົນດີ”ແຕ່ຂ້າພະເຈົ້າຕ້ອງເຕືອນທ່ານວ່າ ບໍ່ວ່າທ່ານຈະເປັນຄົນດີປານໃດ, ບໍ່ວ່າທ່ານຈະອະທິຖານແລະອ່ານພຣະຄໍາພີຫຼາຍປານໃດ, ບໍ່ວ່າທ່ານຈະເຊື່ອໃນສິ່ງທີ່ພຣະຄໍາພີບອກກ່ຽວກັບພຣະເຢຊູ- ທ່ານກໍຈະຕົກນາຮົກພ້ອມກັບ ຄົນຊົ່ວຖ້າທ່ານບໍ່ໄດ້ວາງໃຈເຊື່ອໃນພຣະເຢຊູເອງ, ການເຊື່ອວ່າພຣະເຢຊູຊົງຕາຍເທິງໄມ້ ກາງແຂນເພື່ອຊ່ວຍທ່ານໃຫ້ພົ້ນຈະບໍ່ຊ່ວຍທ່ານໄດ້! ເຊີນຟັງສິ່ງທີ່ອັກຄະສາວົກກ່າວໄວ້:

“ພຣະຄໍາພີອັນບໍລິສຸດເຊິ່ງມີລິດສອນທ່ານໃຫ້ໄດ້ປັນຍາເຖິງຄວາມລອດໂດຍຄວາມເຊື່ອໃນພຣະເຢຊູຄຣິດ(” 2 ຕີໂມທຽວ 3:15)

ການເຊື່ອວ່າພຣະຄຣິດຊົງຕາຍເພື່ອທ່ານຈະບໍ່ຊ່ວຍທ່ານໃຫ້ພົ້ນໄດ້, ມັນເປັນພຽງຫຼັກຄໍາ ສອນທີ່ເຊື່ອເທົ່ານັ້ນ, ພຣະຄໍາພີຖືກໃຫ້ເພື່ອນໍາເຮົາໄປສູ່“ຄວາມລອດ...ເຊິ່ງຢູ່ໃນພຣະເຢຊູ ຄຣິດ” ຖ້າທ່ານບໍ່ໄດ້ວາງໃຈເຊື່ອໃນພຣະເຢຊູທ່ານກໍຍັງບໍ່ລອດບໍ່ວ່າທ່ານຈະເຊື່ອພຣະຄໍາພີ ຫຼາຍປານໃດກໍຕາມ, ເປົ້າໝາຍຂອງພຣະຄໍາພີກໍເພື່ອນໍາທ່ານມາຫາພຣະເຢຊູຄຣິດເອງ.

ດຣ.ເອດັບໂບຢູໂທເຊີໄດ້ເວົ້າເຖິງຄວາມຜິດພາດທີ່ເລິກຂອງລັດທິແຊນດິເມນຽນໃນສິ່ງທີ່ເອີ້ນກັນວ່າ“ພຣະຄໍາພີສອນຫຼືພຣະວິນຍານສອນ”ດຣ.ໂທເຊີກ່າວວ່າ:

“ຄຣິສຕະຈັກຕ່າງໆທີ່ສອນພຣະຄໍາພີໃຫ້ລູກຂອງພວກເຂົາ(ແລະ)ຍັງບໍ່ເຄີຍສ້າງການດໍາເນີນຊີວິດຄຣິສຕຽນໃນພວກເຂົາ...ການດໍາເນີນຊີວິດເຄັ່ງຄັດ ແມ່ນຖືກຕ້ອງແລະມີເຫດຜົນທາງສິນທໍາແຕ່ທັງໝົດເປັນຄືເຄື່ອງຈັກ,ເຊັ່ນ (ຄົນໜຸ່ມ)ບໍ່ສາມາດເລີກຄວາມເຫັນແກ່ຕົວໄດ້,ພວກເຂົາຫຼາຍຄົນຈິງຈັງກັບ ມັນ(ຫຼາຍ), ພວກເຂົາຕາບອດແບບງ່າຍໆ...ພວກເຂົາຖືກບັງຄັບໃຫ້ເຂົ້າ ກັບເປືອກຫອຍຂອງຄວາມເຊື່ອພາຍນອກ,ໃນຂະນະທີ່ທຸກເທື່ອໃຈຂອງເຂົາ ອຶດຢາກຝ່າຍວິນຍານແທ້ໆ ແລະພວກເຂົາບໍ່ຮູ້ວ່າອັນໃດເກີດຫຍັງຂື້ນ... ພຣະເຢຊູຄຣິດຊົງເປັນຄວາມຈິງແລະພຣະອົງບໍ່ສາມາດຈໍາກັດຂອບເຂດ ຄໍາຕ່າງໆທີ່ຢູ່ (ໃນພຣະຄໍາພີ)ໄດ້”

ພວກທ່ານເຄີຍຮູ້ສຶກແບບໂນອາຊອງບໍ?ໂນອາບອກວ່າ“ຂ້ອຍຮູ້ດີວ່າຂ້ອຍຜິດຕໍ່ ພຣະເຈົ້າ,ຂ້ອຍຈື່ງໄປລົມກັບດຣ.ເຄແກນແລະສໍານຶກບາບຂອງຕົນ,ການປະຕິເສດແລະໃຈທີ່ຊົ່ວຂອງຂ້ອຍ, ພຣະວິນຍານບໍລິສຸດເຮັດໃຫ້ຂ້ອຍເຫັນວ່າຂ້ອຍເປັນຄົນບາບສໍ່າໃດ,ຂ້ອຍ ຮູ້ສຶກເບື່ອໜ່າຍຄວາມບາບຂອງຕົນແລະບໍ່ຄູ່ຄວນກັບພຣະຄຸນຂອງພຣະເຈົ້າ...ດຣ.ໄຮເມີ ກໍາລັງເທດສະໜາແລະລາວກໍເວົ້າວ່າ“ຄວາມເຊື່ອສົມບູນບໍ່ໄດ້ຊ່ວຍໃຫ້ລອດ,ພຣະເຢຊູເທົ່ານັ້ນທີ່ຊ່ວຍໄດ້” ຂ້ອຍຕາບອດຕໍ່ຄວາມຈິງທີ່ວ່າພຣະເຢຊູຊົງຢູ່ຫັນທຸກເທື່ອ, ຂ້ອຍພຽງແຕ່ ຕ້ອງວາງໃຈໃນພຣະອົງ, ດຣ.ໄຮເມີໄດ້ຖາມຂ້ອຍວ່າຖ້າຂ້ອຍຈະເຊື່ອວາງໃຈໃນພຣະເຢຊູ ແລະຂ້ອຍກໍຕອບວ່າ“ເຈົ້າ” ດຣ.ໄຮເມີກໍາລັງຮ້ອງເພງ “ເຖິງແມ່ນຄົນເປັນລ້ານຈະມາແລ້ວ ກໍຍັງມີບ່ອນວາງບ່ອນໜື່ງ ມີຫ້ອງທີ່ໄມ້ກາງແຂນສໍາຫຼັບທ່ານ” ຂ້ອຍຈື່ງໄດ້ມາຫາພຣະເຢຊູ ພ້ອມກັບຄວາມອາຍແລະບາບແລະພຣະເຢຊູບໍ່ຖີ້ມຂ້ອຍໄປ, ໃນວິນາທີນັ້ນເອງຂ້ອຍໄດ້ພັກ ຜ່ອນໃນພຣະອົງ! ຊ່າງເປັນພຣະຜູ້ຊ່ວຍທີ່ໃຫ້ອະໄພ! ຂ້ອຍຮູ້ສຶກຕໍ່າຄືກັບດິນແຕ່ພຣະເຢຊູ ຊົງດຶງຂ້ອຍຂຶ້ນແລະຊ່ວຍຂ້ອຍ, ພຣະເຢຊູຊົງເລືອດໄຫຼເທິງໄມ້ກາງແຂນເພື່ອຂ້ອຍ,ເພື່ອ ຈ່າຍສໍາຫຼັບຄວາມບາບຂອງຂ້ອຍແລະຄວາມຮັກທີ່ຊົງມີຕໍ່ຂ້ອຍ, ຂ້ອຍຈະຈື່ມັນໄວ້ສະເໝີ” ຊາຍໜຸ່ມທີ່ຂຽນເລື່ອງນັ້ນຄືໂນອາຊອງ, ລາວກໍາລັງຕຽມທີ່ຈະສຶຶກສາເພື່ອຈະມາເປັນສິດຍາ ພິບານ, ພໍ່ຂອງລາວໄດ້ແປຄໍາເທດສະໜາທຸກເລື່ອງເປັນພາສາຈີນເປັນວິດີໂອທີ່ www.sermonsfortheworld.com ໂນອາຈະໄປເທດສະໜາຢູ່ຈີນແລະອິນໂດເນເຊຍໃນສອງ ສາມອາທິດໜ້ານີ້!

ເພື່ອນຂອງຂ້າພະເຈົ້າທ່ານຈະຢຸດການວາງໃຈ “ວ່າ” ພຣະເຢຊູຈະຊ່ວຍທ່ານບໍ? ທ່ານຈະມາຫາພຣະເຢຊູໂດຍກົງແລ້ວວາງໃຈໃນພຣະອົງພຽງຜູ້ດຽວບໍ? ພຣະເຢຊູຈະຊົງ ລ້າງຄວາມຜິດບາບທຸກຢ່າງທີ່ທ່ານໄດ້ເຮັດລົງໄປຈາກໜັງສືແຫ່ງການພິພາກສາຂອງພຣະອົງ, ພຣະອົງຈະຊົງຊໍາລະທ່ານດ້ວຍພຣະໂລຫິດຂອງພຣະອົງ, ພຣະອົງຈະຊົງຊ່ວຍທ່ານ ພຣະອົງຈະຊົງຊ່ວຍທ່ານ, ພຣະອົງຈະຊົງຊ່ວຍທ່ານດຽວນີ້! ເອແມນ.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ອາເບວ ພຣຸດໂຮມ: ໂຢຮັນ 5:39-46,
ບັນເລງເພງກ່ອນເທດສະໜາໂດຍ ເບັນຈາມິນ ຄິນເຄດກຣິຟຟິດ:
“There’s Room at the Cross For You” (Ira F. Stanphill, 1914-1993).

ໂຄງຮ່າງບົດເທດສະໜາ

ການຕໍ່ສູ້ຕໍ່ຕ້ານລັດທິແຊນດີເມນຽນ

(ຕອນທີ່ 3 ໃນເລື່ອງສຽງຮ້ອງຂອງການຕໍ່ສູ້)
THE BATTLE AGAINST SANDEMANIANISM
(NUMBER THREE IN A SERIES OF BATTLE CRIES)

ໂດຍ: ດຣ.ອາ.ແອວ.ໄຮເມີຈູເນຍ

“ຈົ່ງຄົ້ນເບິ່ງໃນພຣະຄຳພີ ເພາະທ່ານຄິດວ່າໃນພຣະຄຳພີນັ້ນມີຊີວິດນິລັນດອນແລະພຣະຄຳພີນັ້ນເປັນພະຍານເຖິງເຮົາແຕ່ທ່ານທັງຫລາຍບໍ່ຍອມມາຫາເຮົາເພື່ອຈະໄດ້ຊີວິດ” (ໂຢຮັນ 5:39-40)

I. ໜື່ງ ລັດທິແຊນດິເມນຽນແມ່ນເວົ້າຖືກໂດຍພຣະຄຣິດເອງ. ໂຢຮັນ 5:39,40
II. ສອງ ລັດທິແຊນດິເມນຽນຄືຫຼັກຄໍາສອນຂອງພວກຜີປີສາດ. ໂຢຮັນ 8:43, 44.

2 ໂກລິນໂທ 4:3, 4; ມັດທາຍ 10:37; 2 ພົງສະວະດານ 16:9; ສຸພາສິດ
15:3; ພຣະລາຊະບັນຍັດ 11:12; ພະນິມິດ 20:11-14; ເຢເຣມີ 17:9.

III. ສາມ ລັດທິແຊນດິເມນຽນສົ່ງຜູ້ຄົນທີ່ດີພາຍນອກຫຼາຍຄົນໄປນາຮົກ.
2 ຕີໂມທຽວ 3:15.