Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການຕໍ່ສູ້ເພື່ອການດໍາເນີນຊີວິດຄຣິສຕຽນ
ຄໍາແນະນໍາເລື່ອງດຣ.ອາແອວໄຮເມີ ຈູເນຍ

THE FIGHT FOR LIVING CHRISTIANITY!
AN INTRODUCTION OF DR. R. L. HYMERS, JR.
(Laotian)

ໂດຍ ຈອນຊາມູເອວເຄແກນ
by Mr. John Samuel Cagan


ໃນຊ່ວງເວລາແຫ່ງວິກິດການ,ປະຫວັດສາດຖືກສ້າງຂື້ນໂດຍຄົນເຫຼົ່ານັ້ນທີ່ເຊື່ອໃນ ບາງສິ່ງບາງຢ່າງທີ່ໃຫຍ່ກວ່າເຂົາເອງ,ປະຫວັດສາດບໍ່ໄດ້ສ້າງຂື້ນໂດຍຄົນທໍາມະດາ,ມີບາງຄົນທີ່ປາດຖະໜາຄວາມປອດໄພແລະຄວາມໝັ້ນຄົງແຫ່ງຄວາມສໍາເລັດປານກາງ, ມີຄົນ ທີ່ຢ້ານຄວາມລົ້ມເຫຼວຫຼາຍໂພດຈົນເຮັດໃຫ້ເຂົາບໍ່ເຄີຍທີ່ຈະພະຍາຍາມ, ມີຄົນເປັນຈໍາ ນວນຫຼາຍທີ່ບໍ່ເຄີຍໄດ້ຮັບຜົນສໍາເລັດໃຫຍ່ຈັກຢ່າງເພາະພວກເຂົາບໍ່ໄດ້ຈ່າຍລາຄາແຫ່ງ ຄວາມອົດທົນ, ມີຫຼາຍຄົນຜູ້ທີ່ບໍ່ປ່ຽນແປງຫຍັງເລີຍ, ເປັນຜູ້ທີ່ບໍ່ມີຜົນກະທົບຕໍ່ໂລກແລະ ຜູ້ ເຊິ່ງຈະຕາຍຄືກັບວ່າພວກເຂົາບໍ່ເຄີຍມີຊີວິດຢູ່, ໃນເວລາທີ່ເຕັມໄປດ້ວຍຄົນເຫຼົ່ານີ້ພຣະເຈົ້າ ໄດ້ສ້າງດຣ.ໄຮເມີຂື້ນມາ.

ຜູ້ຊາຍຫຼາຍຄົນທີ່ຕັດສິນໃຈທີ່ຈະໄປຮັບໃຊ້ໄດ້ຮັບການສະໜັບສະໜູນໃນເກືອບທຸກຫົນທາງ, ແຕ່ດຣ.ໄຮເມີໄດ້ຈ່າຍຕາມທາງຂອງຕົນຕອນຮຽນຢູຄ່ວິທະຍາໄລໂດຍການເຮັດ ວຽກຕອນກາງເວັນແລະໄປຮຽນຕອນກາງຄືນ, ເຖິງແມ່ນວ່າລາວຈະທໍ້ແທ້ໃຈຈາກການຮັບ ໃຊ້ເນື່ອງຈາກຄອບຄົວແລະໝູ່ຄູ່ບໍ່ມັກກໍຕາມ ແຕ່ລາວໄດ້ວາງເປົ້າໝາຍກັບຄວາມຝັນທີ່ ຢາກເປັນຜູ້ຮັບໃຊ້ພຣະເຈົ້າແລະຈະບໍ່ຖີ້ມມັນເດັດຂາດບໍ່ວ່າບັນຫາຈະຍຸກຍາກຫຼາຍປານໃດກໍຕາມ, ລາວໄດ້ຢືນຢັດທີ່ຈະຕໍ່ສູ້ທີ່ຈະກາຍເປັນນັກເທດຂອງພຣະເຈົ້າເຖິງແມ່ນວ່າພະຍາ ມານຈະໂຈມຕີແລະຈະເຈັບປວດພາຍໃນກໍຕາມ, ດຣ.ໄຮເມີໄດ້ອົດທົນຕໍ່ທຸກການທົດສອບ ແລະຄວາມລໍາບາກຕ່າງໆເພື່ອເປົ້າໝາຍຂອງການບອກຄວາມຈິງເລື່ອງພຣະເຈົ້າ,ເພາະ ລາວໄດ້ອົດທົນໄຟແຫ່ງຊີວິດ, ດຣ.ໄຮເມີກໍໄດ້ຖືກແຕ່ງຕັ້ງໃຫ້ເປັນໄຟສໍາຫຼັບຄວາມຈິງ.

ດຣ.ໄຮເມີເຊື່ອຢ່າງເຂັ້ມແຂງໃນຄວາມຈິງແຫ່ງພຣະຄໍາຂອງພຣະເຈົ້າຈົນເຮັດໃຫ້ ລາວເຕັມໃຈທີ່ຈະສູ້ເພື່ອມັນ, ລາວບໍ່ແມ່ນຜູ້ຊາຍທີ່ພໍໃຈທີ່ຈະຮັບຄໍາຕົວະເພາະມັນສະດວກ ສະບາຍ, ນີ້ແມ່ນເຫດຜົນຕະຫຼອດຊີວິດຂອງລາວ, ລາວບໍ່ໄດ້ນັ່ງລົງແລະເສີຍໆໃນຂະນະທີ່ ພຣະຄໍາພີຖືກໝີ່ນປະໝາດຢູ່ທີ່ໂຮງຮຽນພຣະຄໍາພີທີ່ປະຕິເສດພຣະຄໍາພີ, ໃນຄວາມສ່ຽງ ຂອງການລົງທະບຽນແລະການຮຽນຈົບດຣ.ໄຮເມີກໍໄດ້ຕໍ່ສູ້ກັບການໂຈມຕີພຣະຄໍາພີຂອງ ພວກເສລີນິຍົມ, ລາວປິດຫ້ອງຮຽນ,ຂຽນບົດຄວາມໃນໜັງສືພິມຂອງໂຮງຮຽນ,ຈັດງານປະ ຊຸມອະທິຖານຢູ່ໃນຫໍພັກຂອງລາວ, ລາວໃຊ້ຊັບພະຍາກອນທຸກຢ່າງໃນການກໍາຈັດຂອງ ລາວເພື່ອຕໍ່ສູ້ຄໍາຕົວະທີ່ອາດຈະລ້ອມຄວາມຈິງຂອງພຣະຄໍາພີ, ຕອນທີ່ລາວຖືກປະທານ ໂຮງຮຽນພຣະຄໍາພີເອີ້ນໄປຫ້ອງການເພື່ອແນະນໍາໃຫ້ຢຸດການປະທ້ວງເລື່ອງພຣະຄໍາພີຂອງລາວດຣ.ໄຮເມີບໍ່ໄດ້ຍອມ, ລາວພັດຂຽນໜັງສືເຫຼັ້ມໜື່ງເພື່ອຕໍ່ຕ້ານລັດທິເສລີນິຍົມຢູ່ໃນ ໂຮງຮຽນແທນ, ລາວໄດ້ຢືນຢັດດ້ວຍຄວາມເຂັ້ມແຂງໃນການຕໍ່ສູ້ເພື່ອພຣະຄໍາພີ.

ບາງຄົນກໍວິຈານ,ບາງຄົນກໍຈົ່ມແລະຍັງມີບາງຄົນທີ່ຍອມຈໍານົນ,ແຕ່ດຣ.ໄຮເມີເປັນ ຄົນແຫ່ງການກະທໍາ, ດັ່ງນັ້ນການສໍານຶກທີ່ເຂັ້ມແຂງຂອງລາວຕໍ່ຄວາມຈິງແລະຕໍ່ພຣະເຈົ້າ ເຊິ່ງລາວອາດຈະຊັກດາບຂອງລາວແລະຊາດພະລັງແຫ່ງຄວາມຊົ່ວແມ່ນວ່າຄວາມຕາຍ ເປັນສິ່ງແນ່ນອນກໍຕາມ, ດຣ.ໄຮເມີບໍ່ໄດ້ຮັກຊີວິດຫຼາຍເທົ່າທີ່ຈະຊື້ມັນດ້ວຍລາຄາຂອງໂສ້ ລາວເປັນຄົນແຫ່ງສົງຕາມຕອນທີ່ຄົນອື່ນຈະຊື້ສັນຕິດ້ວຍມູນຄ່າຂອງຄວາມເປັນທາດ.

ເມື່ອຮໍລິວູດຖົ່ມນໍ້າລາຍໃສ່ໜ້າພຣະເຢຊູດຣ.ໄຮເມີກໍໄດ້ໄປເຊັດໜ້າຂອງພຣະຜູ້ ຊ່ວຍ, ເພາະເລື່ອງນີ້ລາວຈື່ງຖືກໂຈມຕີ, ເຖິງແມ່ນເມື່ອບົດຄວາມຕ່າງໆຖືກຂຽນຕໍ່ຕ້ານ ລາວຢູ່ໃນໜັງສືພິມ,ລາວກໍໄດ້ປ້ອງກັນພຣະຄຣິດ! ເພາະເຫດນີ້ລາວຈື່ງສູນເສຍໝູ່ຄູ່ຫຼາຍ ຄົນ, ແຕ່ໜ້າທີ່ທີ່ຈະເຮັດໃນສິ່ງທີ່ຖືກຕ້ອງຈໍາກັດດຣ.ໄຮເມີທີ່ຈະສະແດງອອກ,ທີ່ຈະຕໍ່ຕ້ານ ທີ່ຈະສູ້.

ເມື່ອສັງຄົມເບິ່ງຄືວ່າອະນຸຍາດໃຫ້ຜູ້ຍິງ“ມີສິດທີ່ຈະເຮັດແທ້ງລູກ”ດຣ.ໄຮເມີກໍໄດ້ປະຕິເສດທີ່ຈະປ່ອຍໃຫ້ເດັກຖືກຂ້າໂດຍທີ່ບໍ່ມີສົງຄາມ,ຄົນທົ່ວໄປອາດຈະເຫັນໃຈແລະບໍລິຈາກໃຫ້ການກຸສົນທີ່ດີທີ່ສຸດແຕ່ດຣ.ໄຮເມີບໍ່ແມ່ນຄົນທົ່ວໄປ,ລາວກັບພໍ່ຂອງຂ້າພະເຈົ້າໄດ້ນັ່ງລົງຕໍ່ໜ້າຄລິນິກເອົາລູກອອກ,ຕອນທີ່ຄົນອື່ນໜີໄປເມື່ອພວກຕໍາຫຼວດຂີ່ມ້າມາພ້ອມກັບໄມ້ຄ້ອນ ແລະກາດຣ.ໄຮເມີກໍຍັງຍຶດຕິດກັບຄວາມເຊື່ອຂອງລາວ, ລາວບໍ່ໄດ້ຖອນຮາກຈາກສິ່ງທີ່ ລາວຮູ້ກໍຄືສາຍໃຍລະຫວ່າງຊີວິດຂອງເດັກກັບສິດທິຂອງຜູ້ຍິງ, ລາວໄດ້ນໍາຄຣິສຕະຈັກ ຂອງລາວໃນຄວາມພະຍາຍາມທຸກທາງທີ່ຈະປິດຄລິນິກເອົາລູກອອກນັ້ນ, ລາວໄດ້ຢືນຂື້ນ ສູງໆ ແລະເຂັ້ມແຂງຕໍ່ສູ້ກັບການເອົາລູກອອກ.

ແລະຕໍ່ມາກໍມີການຕໍ່ສູ້ສໍາຫຼັບຄຣິສຕະຈັກຂອງເຮົາ, “ອະດີດຜູ້ນໍາ”ຂອງຄຣິສຕະຈັກ ຂອງເຮົາໄດ້ອອກໄປ,ການໄປຂອງລາວໄດ້ເຮັດໃຫ້ສະມາຊິກ 400 ຄົນໄປຈາກຄຣິສຕະ ຈັກ, ຄຣິສຕະຈັກຂອງເຮົາເກືອບເສຍຕຶກນີ້ໄປ, ຄຣິສຕະຈັກເກືອບລົ້ມລະລາຍ, ນັກເທດທີ່ ມີຊື່ສຽງຄົນໜື່ງຍື່ນຂໍ້ສະເໜີໃຫ້ດຣ.ໄຮເມີໜີໄປເປັນສິດຍາພິບານຄຣິສຕະຈັກໃຫຍ່ຢູ່ນອກ ເມືອງ, ລາວໄດ້ຍື່ນຂໍ້ສະເໜີໃຫ້ດຣ.ໄຮເມີໂດດອອກຈາກເຮືອທີ່ກໍາລັງຈົ່ມລົງ! ລາວບອກ ວ່າ“ນີ້ແມ່ນໂອກາດສຸດທ້າຍທີ່ເຈົ້າຈະຍ້າຍໄປ” ສິດຍາພິບານຫຼາຍຄົນອາດຈະໄປ,ແຕ່ດ້ວຍ ການທີ່ພວກສະມາຊິກອອກໄປແລະຄຣິສຕະຈັກຢູ່ໃນສະພາບການເງີນທີ່ອັນຕະລາຍ-ດຣ. ໄຮເມີຍັງຢູ່! ດຣ.ໄຮເມີເຕັມໃຈທີ່ຈະສູ້ເພື່ອຄຣິສຕະຈັກທ້ອງຖີ່ນນີ້, ເພາະຄວາມກ້າຝ່າຍວິນ ຍານແລະຜູ້ຄົນທີ່ສັດຊື່ຜູ້ທີ່ຍອມສະຫຼະເງີນແລະເວລາຂອງເຂົາພວກເຮົາຈື່ງຍັງມີຄຣິສຕະ ຈັກໃນໃຈກາງເມືອງລອສແອງເຈີລິສ! ລາວຢູ່ແລະປະເຊີນໜ້າກັບຄວາມເປັນໄປບໍ່ໄດ້ຂອງ ຄວາມທ້າທາຍໂດຍຕັດສິນໃຈແລະກ້າຫານຄືກັບວິນສ໌ຕັນເຊີດຊິວທີ່ປະເຊີນໜ້າກັບຮິດເລີ ໃນສົງຄາມເພື່ອຄວາມສິວິໄລຂອງຕາເວັນຕົກ.

ດຣ.ໄຮເມີຖືກໂນ້ມນ້າວໃຈເລື່ອງຄວາມສໍາຄັນຂອງຄຣິສຕະຈັກທ້ອງຖີ່ນ,ດຣ.ໄຮເມີມັກເວົ້າສະເໝີວ່າຄວາມສໍາເລັດຂອງຄຣິສຕະຈັກນີ້ແມ່ນຊີວິດທັງໝົດຂອງລາວ, ລາວມີ ຄວາມຮັກທີ່ເລິກເຊິ່ງບໍ່ພຽງແຕ່ສໍາຫຼັບຄຣິສຕະຈັກນີ້ເທົ່ານັ້ນແຕ່ຍັງສໍາຫຼັບຄຣິສຕະຈັກຫຼາຍ ແຫ່ງທົ່ວໂລກ, ລິດອໍານາດຂອງຄຣິສຕະຈັກຄືຄວາມຫຼົງໄຫຼຂອງເພີ່ນ, ເອກະລັກສະເພາະ ຂອງເພີ່ນແມ່ນເສື່ອມໃສ່ກັບຊີວິດຂອງຄຣິສຕະຈັກ, ລາວມີຄວາມຄິດດຽວສໍາຫຼັບເປົ້າໝາຍ ຂອງພຣະຄຣິດແລະຄຣິສຕະຈັກນັ້ນຄື ຢູ່ເໜືອພວກນັກກິລາດັງໆ, ພວກນັກການເມືອງ ແລະຜູ້ປົກຄອງຕ່າງໆ,ລາວຮູ້ວ່າຄຣິສຕະຈັກຄືເຈົ້າສາວຂອງພຣະຄຣິດ,ສະນັ້ນລາວຈື່ງອະທິຖານ, ຕໍ່ສູ້ແລະເທດສະໜາເພື່ອສິ່ງທີ່ດີຂອງຄຣິສຕະຈັກ.

ເຖິງແມ່ນຈະມີບາງຄົນທີ່ບໍ່ເຫັນດີນໍາແລະສົງໄສ,ພວກຜູ້ນໍາໂປແຕສແຕນຫຼາຍຄົນ ທີ່ຍັງຈິງໃຈຕໍ່ພຣະເຈົ້າໄດ້ຍ້ອງແລະສະໜັບສະໜູນດຣ.ໄຮເມີ,ຖ້າມກາງພວກເຂົາຄືດຣ.ໂຣ ເບີດແອວຊໍາເນີເຊິ່ງເປັນນັກປະກາດຂ່າວປະເສີດທີ່ມີຊື່ສຽງລະດັບຊາດ ແລະເປັນບັນນາທິ ການທີ່ຍາວນານຂອງ“ນັກປະກາດທາງພຣະຄໍາພີ”, ເຊິ່ງເຄີຍຢູ່ອ້ອມຮອບໄປດ້ວຍຄຣິສ ຕຽນຊັ້ນໜື່ງແຫ່ງສະຕະວັດທີ 20, ດຣ.ຊໍາເນີຮູ້ບາງສິ່ງບາງຢ່າງກ່ຽວກັບຄົນຂອງພຣະເຈົ້າ ແທ້, ດຣ.ຊໍາເນີໄດ້ຂຽນເລື່ອງທີ່ກ່ຽວຂ້ອງກັບດຣ.ໄຮເມີວ່າ:

“ດຣ.ໄຮເມີເຈດຕະນາຈົງໃຈສ້າງຄຣິສຕະຈັກເທດສະໜາຂ່າວປະເສີດ, ປະ ກາດຂ່າວປະເສີດ, ສອນພຣະຄໍາພີໃນໃຈກາງເມືອງແຫ່ງຄວາມຊົ່ວລອສ ແອງເຈີລິສ, ຖ້າບໍ່ມີຫຍັງອື່ນຂ້າພະເຈົ້າຂໍຍ້ອງລາວສໍາຫຼັບເລື່ອງນັ້ນແລະ ສໍາຫຼັບການບໍ່ເຂົ້າຮ່ວມການຮັບໃຊ້ຂ່າວປະເສີດອື່ນໃນການໜີໄປຢູ່ຊານ ເມືອງ...ຂ້າພະເຈົ້າຍິນດີແລະຊົມເຊີຍຄົນທີ່ເຕັມໃຈທີ່ຈະຢືນຢັດເພື່ອຄວາມຈິງຕາມການສໍານຶກຂອງຕົນແລະຢືນຢັດເພື່ອມັນເຖິງແມ່ນວ່າເມື່ອທຸກຢ່າງຕໍ່ສູ້ລາວ, ໂຣເບີດເລສລີໄຮເມີຄືປະເພດຂອງຄຣິສຕຽນທີ່ເປັນຜູ້ຮັບໃຊ້ ຂອງພຣະຄຣິດ! ໃນການເພີ່ມເຂົ້າກັບການຮັບໃຊ້ທ້ອງຖີ່ນຢູ່ໃຈກາງຂອງ ໜື່ງໃນເມືອງທີ່ຊົ່ວທີ່ສຸດຂອງອາເມລິກາ,ລາວຍັງໄດ້ຮັກສາການຮັບໃຊ້ຢູ່ ຕ່າງປະເທດ-ແມ່ນແຕ່ໃນລະດັບທ້ອງຖີ່ນ,ການນະມັດສະການຂອງລາວ ຖືກແປ“ຖ່າຍທອດສົດ”ເປັນພາສາທັງສະເປນແລະພາສາຈີນ”

ການເປັນນັກປະກາດຂ່າວປະເສີດເປັນເວລາຫຼາຍທົດສະວັດດຣ.ຊໍາເນີເຂົ້າໃຈເຖິງຄຸນລັກ ສະນະອັນຍິ່ງໃຫຍ່ຂອງກໍາລັງທີ່ເປັນລັກສະນະຊີວິດແລະການຮັບໃຊ້ຂອງດຣ.ໄຮເມີ!

ດຣ.ໄຮເມີຄືບຸກຄົນແຫ່ງນິມິດ, ລາວເຊື່ອວ່າເຖິງແມ່ນໃນຍາມຍາກລໍາບາກເມື່ອ ຄວາມຫວັງອື່ນທຸກອັນລົ້ມເຫຼວ,ພຣະເຈົ້າສາມາດໃຫ້ສິ່ງທີ່ຍິ່ງໃຫຍ່ຕ່າງໆສໍາເລັດໄດ້,ລາວມີ ນິມິດເວັບໄຊໜື່ງທີ່ຈະຈັດຕຽມບົດເທດເປັນພາສາຕ່າງໆ ແລະອຸປະກອນບົດເທດສະໜາ ອື່ນໆໃຫ້ພວກສິດຍາພິບານແລະມິດຊັນນາລີທຸກຄົນທົ່ວໂລກ, ປະເພດຂອງຄວາມພະຍາ ຍາມນີ້ແຕ່ກ່ອນບໍ່ເຄີຍພະຍາຍາມແລະບໍ່ເຄີຍໄດ້ຍິນ,ຢ່າງໃດກໍຕາມໃນຄວາມພະຍາຍາມທີ່ຈະເຮັດຄວາມແຕກຕ່າງໃນຫຼາຍປະເທດທົ່ວໂລກ,ລາວຍອມປ່ຽນແມ່ນກະທັ່ງຮູບແບບການກະກຽມຄໍາເທດສະໜາເພື່ອຄວາມສະດວກຕໍ່ເປົ້າໝາຍອັນຍິ່ງໃຫຍ່ນີ້.

ສໍາຫຼັບງານຮັບໃຊ້ສ່ວນໃຫຍ່ຂອງເພີ່ນ,ດຣ.ໄຮເມີໄດ້ເທດສະໜາຈາກໂຄງຮ່າງ,ໃນທີ່ສຸດເພີ່ນຢາກໃຫ້ບົດເທດຂອງເພີ່ນສະດວກຕໍ່ພວກຄຣິສຕຽນຢູ່ໃນປະເທດຕ່າງໆຜູ້ທີ່ອີກ ຢ່າງໜື່ງບໍ່ເຄີຍເຂົ້າເຖິງພຣະຄໍາພີແລະອຸປະກອນຄໍາເທດສະໜາອື່ນໆ, ສະນັ້ນລາວຈື່ງໄດ້ ຕັດສິນໃຈທີ່ຈະເລີ່ມຂຽນຄໍາເທດສະໜາຂອງເພີ່ນເປັນປະໂຫຍກເປັນຄໍາແລ້ວເທດຈາກສະບັບທີ່ຂຽນຂື້ນ, ນັກເທດສ່ວນຫຼາຍຈະບໍ່ປ່ຽນແປງການກຽມຂອງຕົນຈາກຫຼັງໄດ້ຮັບໃຊ້ເປັນ ເວລາຫຼາຍປີມາແລ້ວແຕ່ດຣ.ໄຮເມີເປັນຄົນແຫ່ງນິມິດ, ຫຼາຍປີຕໍ່ມາບົດເທດທີ່ຂຽນດ້ວຍມື ຂອງດຣ.ໄຮເມີຖືກອ່ານເກືອບທຸກປະເທດໃນໂລກແລະເວັບໄຊຂອງເພີ່ນປີ 2016 ອັນດຽວ ກໍມີຫຼາຍກວ່າລ້ານຫ້າແສນຄົນທີ່ເຂົ້າໄປເບິ່ງ.

ມັກເປັນປະເພດຂອງສິດຍາພິບານທີ່ເປັນຫ່ວງຜູ້ຄົນທີ່ມາຈາກພື້ນຖານທຸກແບບ, ດຣ.ໄຮເມີໄດ້ເລີ່ມເຈາະຈົງວຽກຂອງການມີບົດເທດຂອງລາວແປເປັນພາສາອື່ນໆ,ຕອນທໍາອິດບົດເທດຖືກແປພຽງສອງສາມພາສາ,ເຖິງຢ່າງໃດກໍຕາມດຣ.ໄຮເມີສືບຕໍ່ກັບນິມິດທີ່ຈະ ປະກາດແກ່ໝົດທັງໂລກໂດຍບໍ່ຄໍານຶງເຖີງອຸປະສັກຂອງພາສາ.

ປະຈຸບັນນີ້ບົດເທດຕ່າງໆຂອງດຣ.ໄຮເມີແມ່ນຖືກແປເປັນ 35 ພາສາແລ້ວ!ບົດ ເທດເຫຼົ່ານີ້ເປັນພຣະພອນແລະໂຕຊ່ວຍມິດຊັນນາຣິແລະສິດຍາພິບານຕ່າງໆຢູ່ໃນໂລກທີ່ ສາມ, ພວກເຂົາໄດ້ໃຊ້ວິທີແຫ່ງພຣະຄຸນທີ່ຈະປຸກແລະໂນ້ມນ້າວຈິດວິນຍານແຫ່ງຄວາມ ຕ້ອງການພຣະເຢຊູ ແລະມີບາງຄົນໄດ້ຮັບການກັບໃຈໃໝ່ຜ່ານການອ່ານບົດເທດສະໜາ, ການມີບົດເທດສະໜາແປເປັນ 35 ພາສາຕ້ອງມີນິມິດແລະການອຸທິດແຕ່ມັນໄດ້ຖືກໃຊ້ ໂດຍພຣະເຈົ້າເພື່ອທີ່ຈະເຮັດໃຫ້ລິດເດດມີຜົນກະທົບຕໍ່ໂລກຄຣິສຕຽນ.

ບໍ່ວ່າການຕໍ່ສູ້ຈະຮຸນແຮງປານໃດດຣ.ໄຮເມີກໍຕໍ່ສູ້ທີ່ຈະເປັນຄົນໜື່ງໃນເວທີເພື່ອ ພຣະເຈົ້າ, ລາວໄດ້ເທດສະໜາຂ່າວປະເສີດຂອງພຣະຄຣິດເຖິງແມ່ນວ່າເມື່ອມີຫຼາຍຄົນລືມ ມັນໄປແລ້ວ, ລາວໄດ້ເທດສະໜາໃນຮູບແບບບູຮານແຫ່ງຄວາມຫຼົງໄຫຼແລະການເທດສະ ໜາແບບມີໄຟໃນເມື່ອຄົນອື່ນໄດ້ຖີ້ມມັນໄປແລ້ວ, ລາວເຊື່ອໃນເລື່ອງການກັບໃຈແທ້ໂດຍ ພຣະຄຸນແລະລິດເດດຂອງພຣະເຈົ້າຜ່ານທາງຄວາມເຊື່ອໃນພຣະເຢຊູຄຣິດແລະຈະບໍ່ຍອມປ່ອຍໃຫ້ທຸກຄົນທີ່ຟັງຢູ່ໃນອັນຕະລາຍຈາກນາຮົກດ້ວຍການນັ່ງໂດຍບໍ່ຍອມເຮັດຫຍັງ.

ໃນຊ່ວງເວລາທີ່ຄໍາອະທິຖານເປັນສິ່ງທີ່ຕ້ອງເຮັດເທົ່ານັ້ນດຣ.ໄຮເມີພັດເຊື່ອໃນລິດ ເດດຂອງພຣະເຈົ້າໃນການຕອບຄໍາອະທິຖານ,ໃນຊ່ວງເວລາທີ່ຄົນອື່ນໆໄລ່ລ່າຄວາມຫວັງ ຂອງການຍື່ນຂໍ້ສະເໜີທີ່ໃຫຍ່ກວ່າໂດຍການລັກສະມາຊິກຈາກຄຣິສຕະຈັກຕ່າງໆດຣ.ໄຮເມີພັດເຊື່ອໃນການປະກາດຂ່າວປະເສີດກັບຄົນໜຸ່ມສາວຈາກທົ່ວໂລກ, ໃນເມື່ອຄົນອື່ນກໍາລັງ ປິດການນະມັດສະການລົງດຣ.ໄຮເມີພັດເຊື່ອໃນຄວາມສໍາຄັນແລະພະລັງຂອງຄຣິສຕະຈັກ ໃນເມື່ອຫຼາຍຄົນພໍໃຈທີ່ຈະລ້ຽງຊາກຂອງຮ່າງກາຍທີ່ສູນເສຍຊີວິດແລະລິດເດດຂອງມັນດົນແລ້ວດຣ.ໄຮເມີພັດເຊື່ອໃນເລື່ອງທີ່ຈະຕໍ່ສູ້ເພື່ອຊາວຄຣິສຕຽນທີ່ມີຊີວິດຢູ່.

ອີກຈັກໜ້ອຍດຣ.ໄຮເມີຈະມາເທດສະໜາ,ແຕ່ກ່ອນອື່ນກຣິຟຟິດຈະມາຮ້ອງເພງທີ່ ດຣ.ໄຮເມີມັກທີ່ສຸດກ່ອນຄື “ເຫຼົ່າທະຫານຂອງພຣະຄຣິດ”

ການຕໍ່ສູ້ສໍາຫຼັບຄືນວັນອາທິດ

(ຕອນທີ່ໜື່ງໃນຊຸດສຽງຮ້ອງຂອງການຕໍ່ສູ້)
THE BATTLE FOR SUNDAY NIGHT
(NUMBER ONE IN A SERIES OF BATTLE CRIES)
(Laotian)

ໂດຍ ດຣ.ອາແອວໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 15/1/2017
A sermon preached at the Baptist Tabernacle of Los Angeles
Lord's Day Morning, January 15, 2017

“ທ່ານທີ່ຮັກທັງຫຼາຍ ເມື່ອຂ້າພະເຈົ້າພາກພຽນຂຽນເຖິງທ່ານທັງຫຼາຍໃນ ເລື່ອງກ່ຽວກັບຄວາມລອດສໍາຫຼັບຄົນທົ່ວໄປນັ້ນ ຂ້າພະເຈົ້າກໍເຫັນວ່າ ຂ້າ ພະເຈົ້າຈໍາເປັນຕ້ອງຂຽນເຕືອນສະຕິທ່ານໃຫ້ຕໍ່ສູ້ຢ່າງຈິງຈັງເພື່ອຄວາມ ເຊື່ອ ເຊິ່ງຄັ້ງໜື່ງໄດ້ຊົງມອບໄວ້ແກ່ສິດທິຊົນແລ້ວ” (ຢູດາ 3)

ໃນເຊົ້ານີ້ພວກເຮົາຈະມາເລີ່ມຫົວຂໍ້ສຽງຂອງສົງຄາມ, ໃນນີ້ພວກເຮົາຈະ“ຕໍ່ສູ້ຢ່າງ ຈິງຈັງເພື່ອຄວາມເຊື່ອ”ພວກເຮົາຈະເວົ້າຕໍ່ຕ້ານຫຼັກຄໍາສອນຜິດແລະວິທີປະຕິບັດຫຼາຍຢ່າງຢູ່ໃນຄຣິສຕະຈັກຫຼາຍຕ່າງໆຂອງເຮົາ.

ໃນປີ 1963 ປະທານາທິບໍດີຈອນເອັຟເຄນເນດີໄດ້ເຮັດໃຫ້ເຊີດຊິວເປັນພົນລະ ເມືອງກິດຕິມະສັກຄົນທໍາອິດຂອງສະຫະລັດ, ທ່ານໄດ້ກ່າວເຖິງວິລະບຸລຸດສົງຄາມອາວຸໂສ ນັ້ນວ່າ“ລາວໄດ້ລະດົມພາສາອັງກິດແລະສົ່ງມັນໄປຕໍ່ສູ້” ໜື່ງໃນຄໍາກ່າວທີ່ຍິ່ງໃຫຍ່ຂອງ ລາວໃນຊ່ວງສົງຄາມໂລກຄັ້ງທີ່ສອງເຊີດຊິວໄດ້ກ່າວວ່າ“ເມື່ອສາເຫດໃຫຍ່ຄືການຍ້າຍເຂົ້າ ໃນໂລກໄດ້ກະຕຸ້ນຈິດວິນຍານຂອງມະນຸດທັງປວງ, ດຶງພວກເຂົາອອກຈາກເຕົາໄຟແລະ ບ້ານ,ຖີ້ມຄວາມສະດວກສະບາຍ, ຄວາມຮັ່ງມີແລະການສະແຫວງຫາຄວາມສຸກໃນການ ຕອບສະໜອງຕໍ່ແຮງກະຕຸ້ນທີ່ຄັ້ງໜື່ງເຄີຍເປັນຕາຢ້ານແລະຕ້ານທານບໍ່ໄຫວ, ພວກເຮົາໄດ້ ຮຽນຮູ້ວ່າພວກເຮົາບໍ່ແມ່ນສັດແລະສິ່ງທີ່ເກີດຂື້ນໃນພື້ນທີ່ແລະເວລາແລະນອກເໜືອພື້ນທີ່ ແລະເວລາເຊິ່ງບໍ່ວ່າເຮົາຈະມັກຫຼືບໍ່ກໍຕາມມັນກໍເປັນໜ້າທີ່”

ພວກເຮົາເອງເຄີຍຜ່ານການຕໍ່ສູ້ມາຫຼາຍແລ້ວ, ພວກເຮົາຈ່າຍເງີນ,ແຈກຈ່າຍແລະ ສົ່ງຈົດໝາຍໄປຫາຄຣິສຕະຈັກແບັບຕິດໃຕ້ທຸກແຫ່ງໃນອາເມລິກາເຖິງຄໍາສອນຜິດໆທີ່ຖືກ ສອນແກ່ພວກນັກຮຽນຢູ່ໃນໂຮງຮຽນພຣະຄໍາພີຂອງພວກເຂົາ, ເມຍຊາວລາຕິນຂອງຂ້າພະ ເຈົ້າຖືພາໄດ້ຫົກເດືອນຕອນທີ່ນາງເອົາໃບປິວນີ້ແຈກຢູ່ທີ່ການປະຊຸມໃຫຍ່ຂອງແບັບຕິດໃຕ້ ໃນເມືອງພິສເບີກລັດເພັນຊີລວາເນຍ, ເຖິງແມ່ນວ່າພວກເຂົາເຫັນວ່ານາງເປັນຄົນນ້ອຍໆ ແລະຖືພາທ້ອງໃຫຍ່,ພວກຜູ້ຊາຍໂຕໃຫຍ່ກໍຈັບໃບປິວຫຍໍ້ໆ ແລະຖົ່ມນໍ້າລາຍໃສ່ໜ້າລາວ, ເມື່ອພວກເຮົາກັບມາໃນຫ້ອງເມຍຜູ້ໜ້າສົງສານຂອງຂ້າພະເຈົ້າໄດ້ຖາມຄໍາຖາມໆໜື່ງທີ່ຂ້າພະເຈົ້າບໍ່ສາມາດຕອບໄດ້,ນາງເວົ້າວ່າ “ໂຣເບີດຄົນພວກນີ້ສາມາດເປັນຄຣິສຕຽນແທ້ ໄດ້ແນວໃດ?” ພວກເຂົາຫຼາຍຄົນເບິ່ງຄືຜີທີ່ມາຈາກນາຮົກຫຼາຍກວ່າທີ່ຈະເປັນແບັບຕິດໃຕ້ ພວກເຂົາໂມໂຫໃສ່ລາວຫຼາຍເພາະລາວແຈກການອ້າງອີງຈາກພວກສາສະດາຈານໃນໂຮງຮຽນສາສະໜາສາດຂອງພວກເຂົາຜູ້ທີ່ເວົ້າວ່າຮ່າງກາຍຂອງພຣະເຢຊູບໍ່ໄດ້ຟື້ນຂື້ນຈາກ ຄວາມຕາຍ-ແຕ່ຖືກພວກໝາປ່າກິນ, ວ່າບໍ່ມີບຸກຄົນຄືກັບໂມເສດແລະວ່າຈົດໝາຍຕ່າງໆ ຂອງເປົາໂລແມ່ນຂອງປອມແປງບໍ່ໄດ້ຖືກຂຽນໂດຍອັກຄະສາວົກ, ແຕ່ພວກເຮົາຍັງສືບຕໍ່ ຈ່າຍຄ່າໃບປິວແລ້ວສົ່ງມັນໄປທາງຈົດໝາຍແລະແຈກອອກໄປເປັນເວລາຫຼາຍປີ - ຈົນສຸດ ທ້າຍພວກເຮົາກໍຊະນະແລະພວກຄູທີ່ຖືກຜີສິງກໍຖືກໄລ່ອອກຈາກໂຮງຮຽນພຣະຄໍາພີທຸກ ແຫ່ງໃນປະເທດອາເມລິກາ, ດ້ວຍຄວາມຊ່ວຍເຫຼືອຈາກພຣະເຈົ້າພວກເຮົາຈື່ງຊະນະການຕໍ່ ສູ້ນັ້ນ.

ເມື່ອກຸ່ມອື່ນໆກໍາລັງເກັບເງີນ(ເຊິ່ງພວກເຂົາເກັບໃສ່ກະເປົ່າຂອງຕົນເອງ)ເພື່ອທີ່ຈະຢຸດຢັ້ງການຂ້າເດັກນ້ອຍໃນການເອົາລູກອອກ - ໃນຂະນະທີ່ພວກເຂົາກໍາລັງເກັບເງີນເພື່ອ ຕົນເອງ,ຄຣິສຕະຈັກຂອງເຮົາໄດ້ສົ່ງຄົນຂອງເຮົາໄປແລະສຸດທ້າຍກໍໄດ້ປິດຄລິນິກເລືອດ ຊຸມໄດ້ສອງແຫ່ງ! ມີຢູ່ເທື່ອໜື່ງທີ່ດຣ.ເຄແກນກັບຂ້າພະເຈົ້ານັ່ງລົງເທິງທາງຍ່າງໜ້າຂອງ ໜື່ງໃນຄລິນິກນັ້ນ - ແລະພວກເຮົາຢູ່ຫັນຕອນທີ່ຕໍາຫຼວດຂີ່ມ້າຢູ່ອ້ອມພວກເຮົາແລະພະຍາ ຍາມເອົາກະແຈມືໃສ່ພວກເຮົາເພື່ອພາໄປຂັງຄຸກ, ແຕ່ເມື່ອພວກເຂົາເຫັນວ່າພວກເຮົາບໍ່ໄດ້ ເຄື່ອນຍ້າຍພວກເຂົາກໍດຶງມ້າແລ້ວໄປ, ອີກເທື່ອໜື່ງໂດຍຄວາມຊ່ວຍເຫຼືອຈາກພຣະເຈົ້າ ພວກເຮົາຈື່ງຊະນະການຕໍ່ສູ້ນັ້ນ!

ເມື່ອລູວາສເຊີແມນຫົວໜ້າຂອງຢູນີເວີຊໍພິກເຈີສ້າງໜັງທີ່ສົກກະປົກ,ໜັງທີ່ບັນຍາຍວ່າພຣະເຢຊູນອນກັບມາຣີໄທມັກດາລາ, ພວກເຮົາກໍພາກັນໄປໜ້າບ້ານຂອງວາສເຊີແມນ ທີ່ເບເວີລີຮິລເພື່ອປະທ້ວງ, ການປະທ້ວງຂອງເຮົາຢູ່ໃນໜ້າປົກຂອງໜັງສືພິມທົ່ວໂລກຢູ່ໃນ ປະເທດອັງກິດ, ສະເປນ,ອິສຣາເອວແລະຝລັ່ງແລະແມ່ນກະທັ່ງໄດ້ຈຸດປະກາຍການຈາລະ ຈົນໃນປະເທດກຣີຊ! ການປະທ້ວງຂອງພວກເຮົາຖືກອອກອາກາດທາງລາຍການໂທລະ ພາບເປັນເວລາສອງອາທິດ - ທຸກຄືນ, ຢູນີເວີຊໍພິກເຈີເກີດຄວາມຢ້ານຫຼາຍເລື່ອງການສະ ແດງອອກຂອງພວກເຮົາເຊິ່ງພວກເຂົາຈະບໍ່ມີວັນສ້າງໜັງທີ່ດູຖູກພຣະຄຣິດອີກ! ອີກເທື່ອ ໜື່ງໂດຍຄວາມຊ່ວຍເຫຼືອຈາກພຣະເຈົ້າພວກເຮົາຈື່ງຊະນະການຕໍ່ສູ້ນັ້ນ!

ເມື່ອຜູ້ຊາຍຄົນໜື່ງທີ່ຊື່ວ່າປີເຕີເອັສຣັກແມນເລີ່ມຕົ້ນສອນວ່າຄໍາຕ່າງໆຂອງສະບັບ ຄິງເຈມສ໌ບໍ່ມີຜິດພາດ ແລະແມ່ນກະທັ່ງຖືກຕ້ອງກັບພາສາກຣີກແລະຮິບຣູຕອນທີ່ພວກມັນ ຖືກແປມາ, ມີຄຣິສຕະຈັກເປັນຫຼາຍຮ້ອຍແຫ່ງເກີດການແຕກແຍກເນື່ອງຈາກຄວາມເຫັນ ນອກຮີດຂອງຣັກແມນ, ຂ້າພະເຈົ້າໄດ້ຂຽນໜັງສືທີ່ເອີ້ນວ່າ“ການເປີດໂປ່ງລັດທິຣັກແມນ”- ເຊິ່ງໄດ້ຂະຫຍາຍໄປສູ່ຄຣິສຕະຈັກຕ່າງໆຢ່າງກວ້າງຂວາງ, ມັນເກືອບເປັນບັນຫາທີ່ຕາຍ ແລ້ວໃນປະຈຸບັນນີ້ເພາະໜັງສືເຫຼັ້ມນັ້ນເຊິ່ງພວກທ່ານສາມາດອ່ານຜ່ານທາງເວັບໄຊຂອງ ເຮົາໄດ້ທີ່ www.sermonsfortheworld.com ແລະແມ່ນໃນການຕໍ່ສູ້ຕໍ່ຕ້ານຫຼັກຄໍາສອນພະຍາ ມານແຫ່ງລັດທິຣັກແມນໂດຍຄວາມຊ່ວຍເຫຼືອຂອງພຣະເຈົ້າພວກເຮົາກໍຊະນະອີກ!

ຕໍ່ມາຊາຍຄົນໜື່ງຊື່ຣິຊາດໂອລີວາສໄດ້ອອກຈາກພວກເຮົາໄປແລະພາຄົນຈາກ ຄຣິສຕະຈັກຂອງເຮົາໄປນໍາ 400 ຄົນ, ຂ້າພະເຈົ້າໄດ້ນໍາພາຄົນຂອງພວກເຮົາຫາເງີນ ເພື່ອຈ່າຍຄ່າຕຶກນີ້16,000 ໂດລາທຸກເດືອນ,ເງີນຈໍານວນນີ້ແມ່ນເກີນສິບລົດແລະຖະວາຍ ອື່ນໆຈົນຕຶກຫຼັງນີ້ຢູ່ລອດໄດ້ແລະແຜນການຂອງໂອລີວາສທີ່ຈະທໍາລາຍຄຣິສຕະຈັກຂອງ ເຮົາຖືກຢຸດຢັ້ງ,ອີກເທື່ອໜື່ງໂດຍຄວາມຊ່ວຍເຫຼືອຂອງພຣະເຈົ້າພວກເຮົາກໍຊະນະການຕໍ່ສູ້ ນັ້ນ.

ແຕ່ພວກເຮົາຢູ່ໃນການຕໍ່ສູ້ທີ່ອັນຕະລາຍກວ່າໃນປະຈຸບັນີ້ -ສົງຄາມທີ່ເບິ່ງບໍ່ເຫັນທີ່ ສາມາດທໍາລາຍຄຣິສຕະຈັກເກືອບທຸກແຫ່ງຂອງເຮົາ, ແລະມັນເປັນໜ້າທີ່ຂອງຂ້າພະເຈົ້າ ໃນຖານະເປັນຜູ້ຮັບໃຊ້ຂອງພຣະຄຣິດທີ່ຈະເຕືອນມັນ, ມັນກໍາລັງກໍ່ຫາຍະນະແລະທໍາລາຍ ຄຣິສຕະຈັກທັງຫຼາຍຂອງເຮົາ, ມັນຄືຫຼັກຄໍາສອນຜິດຂອງລັດທິລາວດີເຊຍ, ມັນຄືຄວາມ ຄິດທີ່ວ່າຄຣິສຕະຈັກທັງຫຼາຍຄວນປິດການນະມັດສະການແລງວັນອາທິດລົງ, ການຕໍ່ສູ້ຫຼັກ ຄໍາສອນທີ່ຜິດແລະອັນຕະລາຍນີ້ພວກເຮົາຈະຕ້ອງ“ຕໍ່ສູ້ຢ່າງຈິງຈັງ”(ຢູດາ 3),ພວກເຮົາຈະ ສູ້ຕໍ່ຕ້ານດ້ວຍສຸດໃຈຂອງເຮົາ.

ມັດທາຍ 25:5 ພຣະເຢຊູຊົງອະທິບາຍຢ່າງສົມບູນແບບເຖິງສະພາບຂອງຄຣິສ ຕະຈັກຂອງພວກເຮົາ,ພວກຂ່າວປະເສີດແລະເນັ້ນຮາກຖານເດີມເປັນລ້ານຄົນກໍາລັງ ເງົານອນແລະຫຼັບຢູ່, ການສະເດັດກັບໃນມາເທື່ອທີ່ສອງຂອງພຣະເຢຊູກໍາລັງໃກ້ເຂົ້າ ເຕັມທີ່,ແຕ່ຄຣິສຕະຈັກຫຼາຍແຫ່ງນອນຫຼັບຢູ່!ຕອນນີ້ພວກເຮົາຈະເຫັນຄຣິສຕະຈັກຫຼາຍ ແຫ່ງປິດການນະມັດສະການຕອນແລງຂອງເຂົາລົງ, ຂ້າພະເຈົ້າສໍານຶກດີວ່ານີ້ຄືໜື່ງໃນ ເຄື່ອງໝາຍແຫ່ງຍຸກສຸດທ້າຍ-ຄຣິສຕະຈັກຫຼາຍແຫ່ງກໍາລັງເງົານອນດ້ວຍການປິດປະຕູ ຄຣິສຕະຈັກລົງ-ໃນຂະນະທີ່ຈຸດຈົບໃກ້ເຂົ້າມາ-ແລະໂລກທີ່ພວກເຮົາຮູ້ຈັກຈະມາເຖິງຈຸດ ຈົບ, ພຣະເຢຊູຕັດວ່າ:

“ໃນຂະນະທີ່ເຈົ້າບ່າວຍັງຊ້າຢູ່ ພວກນາງທຸກຄົນກໍພາກັນເງົານອນແລະຫຼັບ” (ມັດທາຍ 25:5)

ເຖິງແມ່ນຖ້າຄໍາທໍານວາຍເບິ່ງຄືຕໍ່ຕ້ານພວກເຮົາ-ພວກເຮົາກໍຈະສູ້-ແລະຈະມີບາງຄົນທີ່ຈະ ຟັງ ແລະໄດ້ຮັບຄວາມລອດ.

ການປິດການນະມັດສະການແລງວັນອາທິດຄືທິດທາງຫຼ້າສຸດຖ້າມກາງພວກແບັບ ຕິດແລະກຸ່ມອື່ນໆ, ພວກແບັບຕິດໃຕ້ແລະແບັບຕິດອິດສະຫຼະ,ຄຣິສຕະຈັກຂອງBBFI“ທີ່ຈະ ເລີນຂື້ນ” ແລະແມ່ນແຕ່ຄຣິສຕະຈັກທີ່ເນັ້ນຮາກຖານເດີມບາງແຫ່ງຂອງບັອບໂຈນກໍກໍາລັງ ປິດປະຕູໂບດຫຼັງຈາກການນະມັດສະການເຊົ້າວັນອາທິດ-ຈາກຈຸດຈົບອັນໜື່ງຂອງອາເມລິ ກາສູ່ບ່ອນອື່ນ, ການນະມັດສະການແລງວັນອາທິດແມ່ນກາຍເປັນອະດີດໄປແລ້ວ.

ເລື່ອງນີ້ໄດ້ສະແດງໃຫ້ເຫັນການປ່ວຍທີ່ບໍ່ເຊົາງ່າຍຂອງຄຣິສຕະຈັກຕ່າງໆຂອງເຮົາ ແນ່ນອນມັນບໍ່ແມ່ນເຄື່ອງໝາຍທາງບວກເລີຍ,ໃນຂະນະທີ່ການປ່ວຍທີ່ບໍ່ເຊົາງ່າຍ,ບໍ່ມີການສັ່ງຊື້ຢາຮັກສາທີ່ຖືກຈຸດຈາກທ່ານໝໍຈົນກວ່າທີ່ຄວາມປ່ວຍຈະໄດ້ຮັບການກວດຄັກແນ່,ໃນ ບົດເທດນີ້ຄືກັບທ່ານໝໍພວກເຮົາຈະມາກວດຄົນເຈັບ(ຄຣິສຕະຈັກທີ່ປິດການນະມັດສະການແລງວັນອາທິດ)ແລະເຫດຜົນທີ່ກວດ-ແລະຫຼັງຈາກນັ້ນວາງແຜນຢຽວຢາ-ໃຫ້ຢາແລະ ຮັກ ສາ, ຄວາມເຈັບປ່ວຍຂອງຄຣິສຕະຈັກທັງຫຼາຍສາມາດກວດໄດ້ໃນສີ່ທາງ.

I. ການປິດການນະມັດສະການແລງວັນອາທິດໃນຄຣິສຕະຈັກຕ່າງໆຂອງເຮົາຄືສິ່ງທີ່

ຫາກໍເກີດຂື້ນລ້າສຸດໃນແນວທາງຂອງພວກໂປແຕສແຕນທົ່ວໄປ.

ພວກເມໂຕດິສເລີ່ມປິດການນະມັດສະການແລງວັນອາທິດຂອງເຂົາລົງປະມານປີ 1910, ພວກເພຣສໄບທິຣຽນເລີ່ມປິດການນະມັດສະການແລງວັນອາທິດລົງປະມານປີ 1925, ພວກອາເມລິກັນແບັບຕິດ(ອະດີດເປັນທີ່ຮູ້ຈັກໃນນາມແບັບຕິດເໜືອ)ເລີ່ມປິດການ ນະມັດສະການແລງວັນອາທິດຂອງເຂົາປະມານປີ 1945, ພວກແບັບຕິດໃຕ້ເລິ່ມເຮັດແບບ ນີ້ປະມານປີ 1985, ຄວນລະນຶກວ່າພວກເມໂຕດິສ,ເພຣສໄບທິຣຽນແລະອາເມລິກັນ ແບັບຕິດເຄີຍເປັນພວກທີ່ເຊື່ອພຣະຄໍາພີຄືກັບຄຣິສຕະຈັກແບັບຕິດເນັ້ນຮາກຖານເດີມເມື່ອ ແນວທາງນີ້ເລີ່ມຕົ້ນຂື້ນໃນຖ້າມກາງພວກນັກເທດ“ທີ່ຈະເລີນ”ຂອງນິກາຍຂອງພວກເຂົາ.

ຈົ່ງເບິ່ງພວກເມໂຕດິສ,ເພຣສໄບທິຣຽນແລະອາເມລິກັນແບັບຕິດໃນປະຈຸບັນນີ້!ສະມາຊິກຂອງພວກເຂົາຖົດຖອຍລົງທຸກປີ, ທັງສາມນິກາຍນີ້ໄດ້ສູນເສຍສະມາຊິກຫຼາຍແສນ ຄົນນັບຕັ້ງແຕ່ປີ 1900, ຄຣິສຕະຈັກເປັນພັນໆແຫ່ງຂອງພວກເຂົາໄດ້ປິດໂຕລົງຢ່າງສີ້ນ ເຊີງ, ການປິດການນະມັດສະການແລງວັນອາທິດລົງບໍ່ໄດ້ຊ່ວຍເຂົາເລີຍ,ມີແຕ່ດຶງເຂົາລົງສູ່ ການທໍາລາຍລ້າງເທົ່ານັ້ນ.

ພວກແບັບຕິດອິດສະຫຼະຫຼາຍຄົນໃນປະຈຸບັນນີ້ຄິດວ່າພວກເຂົາຢູ່ໃນຊ່ວງ“ຕັດຂອບ”ຂອງຄວາມຄິດໃໝ່ແລະຄວາມກ້າວຫນ້າເມື່ອພວກເຂົາຕິດຕາມທາງດຽວກັນທີ່ນໍາຫາຍະ ນະສູ່ພວກເມໂຕດິສ,ເພຣສໄບທິຣຽນແລະອາເມລິກັນແບັບຕິດ, ນັກເທດແບັບຕິດອິດສະ ຫຼະຄົນໜື່ງຊື່ວ່າຈິມເບສຢູ່ໃກ້ຊານດິເອໂກລັດຄາລິຟໍເນຍໄດ້ເວົ້າວ່າ “ຂ້ອຍໄດ້ເຮັດຕາມຂັ້ນ ຕອນພື້ນຖານ! ຂ້ອຍໄດ້ປິດການນະມັດສະການແລງວັນອາທິດລົງ”ລາວຄິດວ່າອັນນີ້ຈະ ຊ່ວຍຄຣິສຕະຈັກຂອງລາວໄດ້ແຕ່ຂ້າພະເຈົ້າຄິດວ່າມັນມີແຕ່ຈະນໍາອັນຕະລາຍມາໃຫ້ຄົນ ຂອງລາວ, ຂ້າພະເຈົ້າເອີ້ນນັກເທດແບບນັ້ນວ່າຄົນຂາຍຊາດ-ຄົນທໍລະຍົດຕໍ່ພຣະຄຣິດ! ສິ່ງທີ່ພວກຜູ້ຊາຍເຫຼົ່ານີ້ເຮັດກໍຄືກັບສິ່ງທີ່ຖືກເຮັດຢູ່ໃນຄຣິສຕະຈັກ“ສາຍຫຼັກ”ທີ່ຂ້າພະເຈົ້າໄດ້ເວົ້າເຖິງໄປແລ້ວ, ພວກແບັບຕິດໃຕ້ຕອນນີ້ກໍາລັງສູນເສຍ 200,000 ຄົນແຕ່ລະປີ,ໜື່ງໃນ ເຫດຜົນກໍຄືວ່າຄຣິສຕະຈັກຫຼາຍແຫ່ງຂອງພວກເຂົາປິດການນະມັດສະການແລງວັນອາທິດ

ວິນສະຕັນເຊີດຊີວເຄີຍເວົ້າເທື່ອໜື່ງວ່າ“ຈົ່ງສຶກສາປະຫວັດສາດ! ຈົ່ງສຶກສາປະ ຫວັດສາດ!”ລາວເວົ້າວ່າ“ໄກອອກໄປທາງຫຼັງທ່ານສາມາດເບິ່ງເຫັນໄດ້:ໄກອອກໄປທາງໜ້າ ທ່ານເບິ່ງຄືຊິເຫັນ” ນັ້ນລະທີ່ວ່າເປັນຫຍັງມັນຈື່ງສໍາຄັນທີ່ຈະຮູ້ຈັກສິ່ງທີ່ເກີດຂື້ນຕໍ່“ສາຍຫຼັກ” ຄຣິສຕະຈັກຂອງພວກໂປແຕສແຕນແລະແບັບຕິດເມື່ອພວກເຂົາເລີກມີການນະມັດສະການແລງວັນອາທິດໃນອະດີດ, ມັນສໍາຄັນທີ່ຈະເຫັນວ່າວິທີນີ້ໄດ້ນໍາກ່ຽວກັບການຕາຍຂອງ ເຂົາ, ການແຕກສະລາຍແລະໃນທີ່ສຸດຄວາມດັບສູນຂອງພວກເຂົາ.

ປະຈຸບັນນີ້ປະເພນີຄຣິສຕະຈັກ“ສາຍຫຼັກ”ເປັນພຽງເສດນ້ອຍໆຂອງສິ່ງທີ່ພວກເຂົາ ເປັນໃນອະດີດ, ອັນທີ່ໜື່ງພວກເຂົາຍົກເລີກການປະຊຸມອະທິຖານ,ຈາກນັ້ນພວກເຂົາກໍຍົກ ເລີກການນະມັດສະການຕອນແລງລົງ,ຕອນນີ້ພວກເຂົາກໍາລັງຍອມແພ້ຜີ!ອັນນີ້ເຊັ່ນກັນຈະ ເປັນຜົນທີ່ຫລີກລ່ຽງບໍ່ໄດ້ຖ້າມກາງພວກແບັບຕິດແລະຄະນະອື່ນທີ່ເຮັດຕາມແບບດຽວກັນ.

II. ສອງ ການປິດການນະມັດສະການແລງວັນອາທິດໃນຄຣິສຕະຈັກຕ່າງໆຂອງເຮົາ
ເປັນໜື່ງໃນຜົນຂອງ“ລັດທິຕັດສິນໃຈນິຍົມ”

ຄືກັບທີ່ພວກເຮົາໄດ້ຊີ້ໃຫ້ເຫັນແລ້ວໃນໜັງສືຂອງພວກເຮົາການປະຖີ້ມຄວາມເຊື່ອ ໃນປະຈຸບັນ,ຊາລ໌ຈີຟິນນີ“ລັດທິຕັດສິນໃຈນິຍົມ”ຜູ້ໂດ່ງດັງຢູ່ໃນຄຣິສຕະຈັກໃຫຍ່ຕ່າງໆຂອງໂປແຕສແຕນແລະແບັບຕິດໃນຕອນກາງຂອງສະຕະວັດທີ 19, “ລັດທິຕັດສິນໃຈນິຍົມ” ຂອງຟິນນີໄດ້ເຂົ້າມາແທນທີ່ການກັບໃຈໃໝ່ຕາມພຣະຄໍາພີໃນຖານະເປັນວຽກຂອງພຣະ ເຈົ້າໃນໃຈຂອງມະນຸດກັບແນວຄວາມຄິດທີ່ວ່າມະນຸດລອດໂດຍການເຮັດ “ການຕັດສິນໃຈ ເພື່ອພຣະຄຣິດ”ແບບຕື່ນໆ,ພຽງແຕ່ຄໍາອະທິຖານອັນດຽວຫຼືການຕອບສະໜອງທາງຮ່າງ ກາຍໄດ້ເຂົ້າມາແທນທີ່ຂອງຄວາມຄິດພື້ນຖານການກັບໃຈໃໝ່ຕາມພຣະຄໍາພີ,ຜົນກໍຄືຄຣິສຕະຈັກໂປແຕສແຕນແລະແບັບຕິດຫຼາຍແຫ່ງເຕັມໄປດ້ວຍຄົນທີ່ຍັງບໍ່ລອດຢ່າງໄວວາ,ສະ ມາຊິກຂອງພວກເຂົາເພີ່ມເປັນລ້ານຄົນ,ຄົນທີ່ຍັງບໍ່ກັບໃຈໃໝ່ບໍ່ຕ້ອງການທີ່ຈະໄປໂບດສອງ ເທື່ອໃນວັນອາທິດ - ດັ່ງນັ້ນການນະມັດສະການແລງວັນອາທິດຈື່ງຫາຍໄປຈາກຄຣິສຕະ ຈັກເຫຼົ່ານີ້ພາຍໃນສອງສາມທົດສະວັດຫຼັງຈາກວິທີຂອງຟີນນີຖືກຍອມຮັບ, ຜູ້ຄົນທີ່ຍັງບໍ່ກັບ ໃຈໃໝ່ຈະບໍ່ມາໂບດໃນແລງວັນອາທິດ! ການເວົ້າຊໍ້າຂອງເລື່ອງນີ້ຕອນນີ້ກໍາລັງເກີດຂື້ນຢູ່ ໃນຄຣິສຕະຈັກ“ພວກອານຸລັກນິຍົມ”ຫຼາຍແຫ່ງທົ່ວອາເມລິກາ.

ບໍ່ມີຄຣິສຕະຈັກແບັບຕິດໃດທີ່ຂ້າພະເຈົ້າເຂົ້າຮ່ວມຕອນຍັງໜຸ່ມມີການນະມັດສະ ການທຸກແລງວັນອາທິດ,ພວກເຮົາມັກເຂົ້າໃຈສະເໝີວ່າຄົນທີ່ມີຂໍ້ຜູກມັດນອ້ຍຫຼືບໍ່ເຄີຍກັບໃຈ ໃໝ່ເລີຍຈະບໍ່ຢູ່ຫັ້ນ,ແຕ່ພວກເຮົາກໍຍັງເຮັດຢູ່ດີ,ການນະມັດການແລງວັນອາທິດຊ່ວງໄວໜຸ່ມ ຂອງຂ້າພະເຈົ້າມັກຈະເປັນການນະມັດສະການທີ່ດີທີ່ສຸດ,ການຮ້ອງເພງກໍດີກວ່າ,ຄໍາເທດ ສະໜາກໍເຂັ້ມແຂງ,ມັນເປັນເພາະສະມາຊິກຄຣິສຕະຈັກທີ່ຍັງບໍ່ລອດບໍ່ໄດ້ເຂົ້າຮ່ວມເພື່ອຈະດຶງຈິດວິນຍານຂອງທຸກຄົນລົງນໍາ,ນັ້ນຄືສິ່ງທີ່ຂ້າພະເຈົ້າຄິດໃນການແນມກັບໄປໃນຫົກສິບປີທີ່ຜ່ານມາ.

ປະຈຸບັນນີ້ໃນຄຣິສຕະຈັກເຮົາເອງທຸກຄົນກັບມາຕອນແລງວັນອາທິດ, ຂ້າພະເຈົ້າ ເຊື່ອວ່ານີ້ເປັນເພາະພວກເຂົາຖືກອົບຮົມໃຫ້ເຮັດແບບນັ້ນ, ແຕ່ຂ້າພະເຈົ້າຍັງເຊື່ອວ່າມັນ ເປັນຜົນຂອງເອົາໃຈໃສ່ຢ່າງລະອຽດຖີ່ຖ້ວນທີ່ເຮັດໃຫ້ແຕ່ລະຄົນໄດ້ກັບໃຈໃໝ່ແທ້ແລ້ວກ່ອນທີ່ພວກເຂົາຈະມາເປັນສະມາຊິກຂອງຄຣິສຕະຈັກຂອງເຮົາ, ຂ້າພະເຈົ້າຢາກຈະເຮັດໃຫ້ ບາງຄົນຖ້າທີ່ຈະກັບໃຈໃໝ່ແທ້ດີກວ່າໃຫ້ບັບຕິດສະມາແກ່ຄົນທີ່ຫຼົງຫາຍແບບໄວໆເຊິ່ງເປັນບຸກຄົນທີ່ບໍ່ມາໂບດຕອນແລງວັນອາທິດ!

“ລັດທິຕັດສິນໃຈນິຍົມ”ໄດ້ຕື່ມບ່ອນນັ່ງຄຣິສຕະຈັກຈົນເຕັມແຕ່ຄົນບໍ່ລອດ-ແລະດຽວ ນີ້ພວກເຮົາກໍາລັງເສຍມັນໄປ, ພວກເຂົາບໍ່ຕ້ອງການທີ່ຈະມາໂບດໃນແລງວັນອາທິດເພາະ ພວກເຂົາບໍ່ໄດ້ຮັບຄວາມລອດ! ນັ້ນແລະຄືໜື່ງໃນເຫດຜົນທີ່ພວກແບັບຕິດໃຕ້ສູນເສຍສະ ມາຊິກຂອງເຂົາໄປເກືອບເຄິ່ງລ້ານຄົນໃນສອງປີທີ່ຜ່ານມາ!

III. ສາມ ການປິດການນະມັດສະການແລງວັນອາທິດນໍາຜົນທີ່ບໍ່ຄາດຄິດຫຼາຍຢ່າງມາ.

ຂ້າພະເຈົ້າແນ່ໃຈວ່າມີຜົນທາງລົບຫຼາຍກວ່າທີ່ຕົນໄດ້ເວົ້າເຖິງ, ແຕ່ນີ້ຄືເຫດຜົນ ສອງສາມຢ່າງທີ່ຄິດວ່າແມ່ນ:

1.  ຄຣິສຕະຈັກຕ່າງໆທີ່ປິດການນະມັດສະການແລງວັນອາທິດໄດ້ເປີດປະຕູ
ໃຫ້ຄົນຂອງເຂົາໄປຢ້ຽມຄຣິສຕະຈັກອື່ນທີ່ຈະນໍາເຂົາໄປຜິດທາງ, ນັກເທດ
ຄົນໜື່ງທີ່ຫາກໍປິດນະມັດສະການແລງວັນອາທິດເວົ້າວ່າ “ມັນປ່ອຍຂ້ອຍ
ເປັນອິດສະຫຼະທີ່ຈະໄປຄຣິສຕະຈັກອື່ນ” ລາວຄິດວ່າມັນອັດສະຈັນທີ່ຕອນ
ນີ້ລາວສາມາດໄປຟັງນັກເທດຄົນອື່ນໃນແລງວັນອາທິດໄດ້,ແຕ່ຂ້າພະເຈົ້າ
ຄິດວ່າ“ແລ້ວຄົນຂອງລາວເດ້? ບາງຄົນຈະບໍ່ມີຄວາມຄິດແບບນີ້ບໍ?”ແລະ
ແມ່ນຫຍັງຈະເກີດຂື້ນກັບຄົນພວກນັ້ນ? ຈົ່ງຈື່ໄວ້ວ່າຄົນທີ່ດີທີ່ສຸດຍັງຕ້ອງ
ການທີ່ຈະໄປຕອນແລງວັນອາທິດຢູ່?ແຕ່ພວກເຂົາຈະໄປໃສລະ?ພວກເຂົາ
ຈະໄປໂບດຄາຣິສເມຕິກທີ່ຢູ່ຕາມທາງບໍ? ພວກເຂົາຈະຖືກນໍາໄປທາງຜິດ
ໂດຍພວກຄູສອນພຣະຄໍາພີຂ່າວປະເສີດແບບໃໝ່ທີ່ມາພ້ອມກັບຄໍາເທດສະ
ໜາທີ່“ສະຫຼາດ”ເຊິ່ງຄຣິສຕະຈັກຂອງເຂົາຢູ່ອ້ອມແຈບໍ?ຂ້າພະເຈົ້າເວົ້າວ່າ
ພວກເຂົາບາງຄົນຈະໄປ -ແລະພວກເຮົາຈະສູນເສຍຄົນທີ່ດີທີ່ສຸດບາງຄົນ
ຖ້າພວກເຮົາຫາກປິດການນະມັດສະການແລງວັນອາທິດລົງ.

2.  ຄຣິສຕະຈັກຕ່າງໆທີ່ປິດນະມັດສະການແລງວັນອາທິດສູນເສຍໜື່ງໃນໂອ
ກາດປະກາດຂ່າວປະເສີດອັນຍິ່ງໃຫຍ່ທີ່ສຸດຂອງອາທິດນັ້ນ,ນັກເທດຄົນ
ໜື່ງບອກຂ້າພະເຈົ້າກ່ຽວກັບຄຣິສຕະຈັກທີ່ປິດນະມັດສະການແລງວັນອາ
ທິດ,ພວກເຂົາພັດເອົາແຊນວິດໃຫ້ຜູ້ຄົນແທນຫຼັງຈາກເລີກນະມັດສະການ
ເຊົ້າວັນອາທິດ,ຫຼັງຈາກນັ້ນກໍພາເຂົາກັບມາໃນຫ້ອງໂຖງເພື່ອນະມັດສະ
ການຮອບບ່າຍ,ແບບນັ້ນຜູ້ຄົນຈະກັບບ້ານປະມານບ່າຍ 2 “ພວກເຂົາໄດ້
ຮັບພຣະຄໍາພີຫຼາຍພໍ”ນັກເທດຄົນນັ້ນບອກ, ແຕ່ເຫດຜົນດຽວຂອງແລງວັນ
ອາທິດກໍຄື“ເອົາພຣະຄໍາພີໃຫ້ເຂົາເພີ່ມອີກ”ແມ່ນບໍ?ບໍ່ແມ່ນ! ເປັນເວລາ
ຫຼາຍປີທີ່ຄຣິສຕະຈັກທີ່ດີນະມັດສະການແລງວັນອາທິດເປັນການປະຊຸມ
ຂ່າວປະເສີດ, ຂ້າພະເຈົ້າເຊື່ອວ່ານີ້ແມ່ນໜື່ງໃນຈຸດແຂງທີ່ຍິ່ງໃຫຍ່ຂອງ
ຄຣິສຕະຈັກແບັບຕິດໃນອະດີດ, ຜູ້ຄົນຖືກໜຸນໃຈໃຫ້ພາພີ່ນ້ອງທີ່ຍັງບໍ່ລອດ
ໝູ່ຄູ່ແລະຄົນທີ່ຄຸນເຄີຍມາເພື່ອຟັງຂ່າວປະເສີດໃນແລງວັນອາທິດ,ມັນເຮັດ
ໃຫ້ຄົນທີ່ດີຂອງຄຣິສຕະຈັກໃນບ່າຍວັນອາທິດ“ຕ້ອນ”ຄົນບໍ່ເຊື່ອມາຮ່ວມ
ຊ່ວງແລງວັນອາທິດ, ທ່ານສາມາດລ້ຽງອາຫານຜູ້ຄົນຫຼັງຈາກນະມັດສະ
ການຕອນເຊົ້າແລ້ວຕາມດ້ວຍການສຶກສາພຣະຄໍາພີເພີ່ມຂື້ນ, ແຕ່ມັນທໍາ
ລາຍການປະກາດຂ່າວປະເສີດທີ່ຊ່ວຍສ້າງຄຣິສຕະຈັກແບັບຕິດໃນແລງ
ວັນອາທິດ! ສິດຍາພິບານຄົນໜື່ງທີ່ເປັນເພື່ອນກັບຂ້າພະເຈົ້າບອກເຖິງວິທີ
ທີ່ໜື່ງໃນຄົນທີ່ເຂັ້ມແຂງທີ່ສຸດຢູ່ຄຣິສຕະຈັກຂອງລາວມາໃນຖານະຜົນຂອງ
“ການແວ່”ມາໃນແລງວັນອາທິດຕອນທີ່ລາວຍັງບໍ່ລອດ,ຄົນແບບລາວຫຼາຍ
ປານໃດທີ່ທ່ານຈະຕ້ອງເສຍໄປຖ້າພາດໂອກາດປະກາດຂ່າວປະເສີດໃຫຍ່
ນີ້ໂດຍການປິດການນະມັດສະການແລງວັນອາທິດລົງ?

3.  ຄຣິສຕະຈັກທີ່ປິດນະມັດສະການແລງວັນອາທິດສູນເສຍໂອກາດອັນຍິ່ງ
ໃຫຍ່ທີ່ຈະປະກາດແລະສອນພວກຄົນໜຸ່ມ,ຄົນໜຸ່ມຕ້ອງການອອກໄປຂ້າງ
ນອກຕອນກາງຄືນ,ຈົ່ງຈື່ໄວ້ວ່າການປິດການນະມັສການແລງວັນອາທິດຈະ
ດຶງໃຈແຕ່ຜູ້ເຖົ້າເທົ່ານັ້ນເຊິ່ງຢາກຈະຢູ່ບ້ານ,ເບິ່ງໂທລະພາບແລ້ວໄປນອນ
ໄວໆ, ມັກມີແຕ່ຄົນທີ່ແຕ່ງງານແລ້ວແລະຄົນສູງອາຍຸທີ່ບໍ່ຕ້ອງການນະມັສ
ການແລງວັນອາທິດ, ແຕ່ຄົນໜຸ່ມສາວບໍ່ຮູ້ວ່າຊິເຮັດຫຍັງກັບຕົນເອງ,ຂ້າ
ພະເຈົ້າເຊື່ອວ່າຄຣິສຕະຈັກທ້ອງຖີ່ນຄວນຈະເປັນ “ບ້ານຫຼັງທີ່ສອງ” ສໍາ
ຫຼັບໄວ້ລຸ້ນແລະໄວກາງຄົນ, ຂ້າພະເຈົ້າເຊື່ອວ່າອະນາຄົດຂອງຄຣິສຕະຈັກ
ເຮົາແມ່ນຢູ່ກັບພວກເຂົາ, ພວກອາວຸໂສອາດຈະຕ້ອງການກັບບ້ານໄວ,ແຕ່
ອະນາຄົດຂອງຄຣິສຕະຈັກແມ່ນຢູ່ໃນກໍາມືຂອງຄົນທີ່ຍັງໜຸ່ມ, ຂ້າພະເຈົ້າ
ເຊື່ອວ່າການນະມັດສະການແລງວັນອາທິດຄວນຈະຕັ້ງເປົ້າພິເສດກັບຄົນ
ໜຸ່ມພວກນີ້ຢູ່ໃນຄວາມຄິດ, ພວກເຮົາສາມາດດຶງຄວາມສົນໃຈຂອງເຂົາ
ນໍາວິນຍານເຂົາມາເຖິງພຣະຄຣິດແລະອົບຮົມເຂົາເພື່ອງານຮັບໃຊ້ຂອງ
ຄຣິສຕະຈັກທ້ອງຖີ່ນໄດ້, ຖ້າພວກເຮົາມີການນະມັດສະການພາກສ່ວນຄົນ
ໜຸ່ມໃນແລງວັນອາທິດ, ອີກແງ່ໜື່ງຖ້າພວກເຮົາຫາກປິດການນະມັສການ
ແລງວັນອາທິດລົງ,ໃນບໍ່ຊ້າຄຣິສຕະຈັກຂອງເຮົາກໍຈະຕົກຢູ່ໃນກໍາມືຂອງ
ພວກຜູ້ຍິງທີ່ມີຜົມສີຟ້າ,ຈຸ້ມເຂົ້າກັນຢູ່ໃນອາຄານຂອງຄຣິສຕະຈັກທີ່ເກືອບ
ວ່າງເປັນເວລາໜື່ງຊົ່ວໂມງໃນເຊົ້າວັນອາທິດ - ຄືກັບຄຣິສຕະຈັກເມໂຕ
ດິສທີ່ຢູ່ຕາມແຈຖະໜົນ-ເຊິ່ງຍົກເລີກການນະມັສການແລງວັນອາທິດເມື່ອ
ຫ້າສິບຫຼືຫົກສິບປີກ່ອນ, ຂ້າພະເຈົ້າເຊື່ອວ່າຄຣິສຕະຈັກຫຼາຍແຫ່ງເຊິ່ງຍົກ
ເລີກການນະມັດສະການແລງວັນອາທິດຈະຢູ່ໃນສະຖານະການແບບດຽວ
ກັນໃນບໍ່ເທົ່າໃດປີຈາກນີ້ໄປນອກຈາກວ່າພວກເຮົາຈະໂຟກັສການເທດສະ
ໜາຂອງເຮົາໃນເລື່ອງຄົນໜຸ່ມໃນແຕ່ລະແລງວັນອາທິດ.

IV. ສີ່ ການປິດການນະມັດສະການແລງວັນອາທິດຢຸດຢັ້ງພວກເຮົາຈາກການມີ
ການຟື້ນຟູທີ່ແທ້ຈິງ.

ຂ້າພະເຈົ້າສາມາດສໍາພັດເລື່ອງນີ້ໄດ້, ແຕ່ຂ້າພະເຈົ້າເຄີຍອ່ານພຽງພໍກ່ຽວກັບປະ ຫວັດສາດແຫ່ງການຟື້ນຟູເທົ່າທີ່ຮູ້ມັນມັກຈະມາໃນຕອນແລງ, ຄວາມຈິງແລ້ວການຟື້ນຟູ ປົກກະຕິແລ້ວພຣະເຈົ້າຈະສົ່ງມາໃນຕອນແລງວັນອາທິດ!

ດຣ.ເອດັບໂບຢູໂທເຊີໄດ້ຂຽນຂໍ້ຄວາມທີ່ເອີ້ນວ່າ“ເກີດຫຼັງຈາກທ່ຽງຄືນ”ໃນນັ້ນລາວ ໄດ້ເວົ້າວ່າ:

ມີຄວາມຈິງທີ່ສໍາຄັນຫຼາຍຢູ່ໃນຄວາມຄິດທີ່ວ່າການຟື້ນຟູເກີດຂື້ນຫຼັງຈາກ ທ່ຽງຄືນ,ສໍາຫຼັບການຟື້ນຟູ...ມາເຖິງຄົນເຫຼົ່ານັ້ນທີ່ຕ້ອງການມັນພຽງພໍ... ແລະມັນເປັນໄປໄດ້ຫຼາຍກວ່າທີ່ຈິດວິນຍານໜ້ອຍທີ່ບີບເຂົ້າໄປໃນປະສົບ ການທີ່ຜິດປົກກະຕິ(ຂອງການຟື້ນຟູ)ເກີດຂື້ນຫຼັງຈາກທ່ຽງຄືນ (A. W. Tozer, “Born After Midnight,” in The Best of A. W. Tozer, compiled by Warren W. Wiersbe, Baker, 1978, pp. 37-39).

ກະລຸນາຢ່າເຂົ້າໃຈຜິດວ່າຂ້າພະເຈົ້າກໍາລັງເວົ້າວ່າການນະມັດສະການຕອນແລງຂອງເຮົາ ຄວນຈະຮອດທ່ຽງຄືນ.

ຢ່າງໃດກໍຕາມຂ້າພະເຈົ້າເຄີຍເຫັນດ້ວຍຕາກັບປະສົບການການຟື້ນຟູແບບຄາດສິກຢູ່ໃນຄຣິສຕະຈັກແບບຕິດສອງແຫ່ງ,ຜົນກໍຄືມີຄົນຫຼາຍຮ້ອຍຄົນໄດ້ກັບໃຈໃໝ່,ທັງສອງແຫ່ງນີ້ມີການນະມັດສະການຕອນແລງເຊິ່ງສືບຕໍ່ຈົນຮອດທ່ຽງຄືນ, ໜື່ງໃນນີ້ມີຄົນເພີ່ມຫຼາຍພັນ ຄົນພາຍໃນສາມປີທີ່ພຣະເຈົ້າສົ່ງການຟື້ນຟູມາ, ການນະມັດສະການຫຼາຍເທື່ອຕໍ່ເນື່ອງຈົນ ຮອດທ່ຽງຄືນ, ຄຣິສຕະຈັກອີກແຫ່ງໜື່ງກໍມີຄົນເພີ່ມຫຼາຍກວ່າຫ້າຮ້ອຍຄົນໃນເວລາສາມ ເດືອນ, ແຫ່ງທີ່ສອງທີ່ພຣະເຈົ້າສົ່ງການຟື້ນຟູມາເລີ່ມຕົ້ນໃນການນະມັດສະການແລງວັນອາ ທິດ,ຄຣິສຕະຈັກແຫ່ງທີ່ໜື່ງມີນະມັດສະການແລງວັນອາທິດແລະການນະມັດສະການຕອນ ກາງຄືນຊ່ວງມື້ທໍາມະດາເຊັ່ນກັນ,ກໍໄດ້ປະສົບກັບການຟື້ນຟູຈາກສະຫວັນ!

ຄຣິສຕະຈັກແບັບຕິດສອງແຫ່ງນີ້ຈະປະສົບກັບພຣະພອນການຟື້ນຟູແບບນີ້ບໍຖ້າ ພວກເຂົາຫາກປິດການນະມັດສະການຕອນແລງລົງ? ບໍ່ຈະບໍ່ມີ! ຄືກັບທີ່ດຣ.ໂທເຊີໄດ້ກ່າວ ວ່າການຟື້ນຟູມາເຖິງ“ຄົນເຫຼົ່ານັ້ນທີ່ຕ້ອງການມັນພຽງພໍ”ເທົ່ານັ້ນຖ້າພວກເຮົາຕ້ອງການການ ຟື້ນຟູພຽງພໍ,ພວກເຮົາກໍຈະບໍ່ປິດການນະມັດສະການທຸກເທື່ອບ່ອນທີ່ພຣະເຈົ້າມັກສົ່ງການ ຟື້ນຟູແທ້ມາ.

ຢູ່ຄຣິສຕະຈັກຂອງພວກເຮົາພຣະເຈົ້າໄດ້ສົ່ງການຟື້ນຟູດີພິເສດມາປີກາຍນີ້,ຄົນໜຸ່ມ ຊາວເກົ້າຄົນໄດ້ຮັບຄວາມລອດໃນສອງສາມມື້-ແລະຢູ່ໃນຄຣິສຕະຈັກຂອງເຮົາເພາະພວກ ເຂົາລອດແທ້ແລ້ວ, ການນະມັດສະການເກືອບທຸກເທື່ອແມ່ນຈັດໃນຕອນແລງ.

ດຽວນີ້ຂ້າພະເຈົ້າຈະຂໍເວົ້າຫຍໍ້ໆຕໍ່ພວກທ່ານທີ່ຢູ່ນີ້ໃນເຊົ້ານີ້ຜູ້ທີ່ຍັງບໍ່ລອດເທື່ອ,ທ່ານຮ້ອນໃຈກ່ຽວກັບການໄດ້ຮັບຄວາມລອດບໍ? ທ່ານສໍານຶກເລື່ອງບາບຂອງທ່ານບໍ?ທ່ານຕ້ອງ ການໃຫ້ພຣະເຢຊູຊ່ວຍທ່ານໃຫ້ພົ້ນຈາກບາບແລະນາຮົກບໍ? ຂ້າພະເຈົ້າຂໍຮ້ອງດ້ວຍຫົວໃຈ ຂໍໃຫ້ທ່ານມາອີກໃນຄືນນີ້, ຈອນເຄແກນຈະເທດສະໜາເລື່ອງ“ການຕໍ່ສູ້ເພື່ອຈິດວິນຍານ ທີ່ຫຼົງຫາຍ”ມັນຄືບົດເທດທີ່ຈະທ້າທາຍທ່ານ-ບົດເທດທີ່ຈະຊ່ວຍທ່ານໃຫ້ພົບກັບພຣະເຢຊູ ແລະລອດຈາກບາບຂອງທ່ານໂດຍພຣະໂລຫິດອັນບໍລິສຸດຂອງພຣະອົງ! ຂໍໃຫ້ແນ່ໃຈວ່າ ທ່ານຈະມາຟັງຄໍາເທດສະໜາທີ່ຊົງພະລັງຂອງຈອນເຄແກນ!

ແຕ່ເປັນຫຍັງຈື່ງຈະກັບຕອນນີ້ໂດຍທີ່ຍັງບໍ່ລອດລະ? ຈົ່ງຫັນກັບຈາກບາບຂອງ ທ່ານແລ້ວເຊື່ອວາງໃຈໃນພຣະເຢຊູດຽວນີ້ເລີຍ, ພຣະເຢຊູຈະຊົງຊໍາລະທ່ານອອກຈາກ ຄວາມບາບຕອນນີ້ເລີຍເມື່ອທ່ານວາງໃຈໃນພຣະອົງພຽງຜູ້ດຽວ!

ຂໍເຊີນຢືນຂື້ນແລ້ວຮ້ອງເພງບົດທີ່ 7 “ມີແຕ່ພຣະໂລຫິດພຣະເຢຊູ”ໃນຂະນະທີ່ ພວກເຮົາກໍາລັງຮ້ອງເພງຂ້າພະເຈົ້າຢາກໃຫ້ທ່ານມາຂ້າງໜ້ານີ້ແລ້ວຄຸເຂົ່າລົງອະທິຖານ, ດຣ.ເຄແກນ,ຈອນເຄແກນກັບຂ້າພະເຈົ້າຈະຢູ່ບ່ອນນີ້ເພື່ອໃຫ້ຄໍາປຶກສາທ່ານແລະອະທິຖານກັບທ່ານເພື່ອຂໍໃຫ້ພຣະເຈົ້າຊັກນໍາທ່ານມາຫາພຣະເຢຊູ, ເພາະພຣະເຢຊູຜູ້ດຽວເທົ່ານັ້ນທີ່ ສາມາດຊ່ວຍທ່ານໃຫ້ພົ້ນຈາກບາບຂອງທ່ານໂດຍການລ້າງທ່ານໃຫ້ສະອາດໃນພຣະໂລ ຫິດທີ່ພຣະອົງຊົງຫຼັ່ງລົງມາເທິງໄມ້ກາງແຂນເພື່ອຊ່ວຍທ່ານ, ຂໍເຊີນມາໃນຂະນະທີ່ພວກ ເຮົາຮ້ອງເພງ, ຂໍທຸກຄົນຢືນຂື້ນແລ້ວຮ້ອງເພງບົດທີ່ 7 ຢູ່ປື້ມເພງຂອງທ່ານ,“ມີແຕ່ພຣະໂລ ຫິດພຣະເຢຊູ”

ສິ່ງອັນໃດລ້າງຜິດບາບໄດ້? ມີແຕ່ພຣະໂລຫິດພຣະເຢຊູ
ສິ່ງອັນໃດເຮັດໃຫ້ດີໄດ້ ມີແຕ່ພຣະໂລຫິດພຣະເຢຊູ
ໂລຫິດພຣະຄຣິດປະເສີດຊື່ງທໍາໃຫ້ໃຈຂາວເລີດ
ບໍ່ມີອັນໃດເຊື່ອເຖີດ ມີແຕ່ພຣະໂລຫິດພຣະເຢຊູ

ສິ່ງອັນໃດຍົກໂທດບາບໄດ້ ມີແຕ່ພຣະໂລຫິດພຣະເຢຊູ
ສິ່ງອັນໃດເຮັດໃຫ້ດີໄດ້ ມີແຕ່ພຣະໂລຫິດພຣະເຢຊູ
ໂລຫິດພຣະຄຣິດປະເສີດຊື່ງທໍາໃຫ້ໃຈຂາວເລີດ
ບໍ່ມີອັນໃດເຊື່ອເຖີດ ມີແຕ່ພຣະໂລຫິດພຣະເຢຊູ

ມີສິ່ງໃດອາດໄຖ່ໂທດໄດ້ ມີແຕ່ພຣະໂລຫິດພຣະເຢຊູ
ການດີໃຜກໍເຮັດບໍ່ໄດ້ ມີແຕ່ພຣະໂລຫິດພຣະເຢຊູ
ໂລຫິດພຣະຄຣິດປະເສີດຊື່ງທໍາໃຫ້ໃຈຂາວເລີດ
ບໍ່ມີອັນໃດເຊື່ອເຖີດ ມີແຕ່ພຣະໂລຫິດພຣະເຢຊູ
      (“Nothing But the Blood,” Robert Lowry, 1826-1899).


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ອາເບວ ພຣຸດໂຮມ: ຢູດາ 1-4
ບັນເລງເພງກ່ອນເທດສະໜາໂດຍ ເບັນຈາມິນ ຄິນເຄດກຣິຟຟິດ:
“Onward, Christian Soldiers” (Sabine Baring-Gould, 1834-1924).

ໂຄງຮ່າງບົດເທດສະໜາ

ການຕໍ່ສູ້ສໍາຫຼັບຄືນວັນອາທິດ

(ຕອນທີ່ໜື່ງໃນຊຸດສຽງຮ້ອງຂອງການຕໍ່ສູ້)
THE BATTLE FOR SUNDAY NIGHT
(NUMBER ONE IN A SERIES OF BATTLE CRIES)

ໂດຍ ດຣ.ອາແອວໄຮເມີ ຈູເນຍ

“ທ່ານທີ່ຮັກທັງຫຼາຍ ເມື່ອຂ້າພະເຈົ້າພາກພຽນຂຽນເຖິງທ່ານທັງຫຼາຍໃນ ເລື່ອງກ່ຽວກັບຄວາມລອດສໍາຫຼັບຄົນທົ່ວໄປນັ້ນ ຂ້າພະເຈົ້າກໍເຫັນວ່າ ຂ້າ ພະເຈົ້າຈໍາເປັນຕ້ອງຂຽນເຕືອນສະຕິທ່ານໃຫ້ຕໍ່ສູ້ຢ່າງຈິງຈັງເພື່ອຄວາມ ເຊື່ອ ເຊິ່ງຄັ້ງໜື່ງໄດ້ຊົງມອບໄວ້ແກ່ສິດທິຊົນແລ້ວ” (ຢູດາ 3)

(ມັດທາຍ 25:5)

I.    ການປິດການນະມັດສະການແລງວັນອາທິດໃນຄຣິສຕະຈັກຕ່າງໆຂອງເຮົາຄືສິ່ງທີ່
ຫາກໍເກີດຂື້ນລ້າສຸດໃນແນວທາງຂອງພວກໂປແຕສແຕນທົ່ວໄປ.

II.   ສອງ ການປິດການນະມັດສະການແລງວັນອາທິດໃນຄຣິສຕະຈັກຕ່າງໆຂອງເຮົາ
ເປັນໜື່ງໃນຜົນຂອງ“ລັດທິຕັດສິນໃຈນິຍົມ”

III.  ສາມ ການປິດການນະມັດສະການແລງວັນອາທິດນໍາຜົນທີ່ບໍ່ຄາດຄິດຫຼາຍຢ່າງມາ.

IV.  ສີ່ ການປິດການນະມັດສະການແລງວັນອາທິດຢຸດຢັ້ງພວກເຮົາຈາກການ
ມີການຟື້ນຟູທີ່ແທ້ຈິງ.