Print Sermon

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 215 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 36 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




“ວິທີແຫ່ງພຣະຄຸນ”ໂດຍ ຈອຊວິດຟິວ
ຫຍໍ້ແລະດັດແປງໃຫ້ເຂົ້າກັບພາສາອັງກິດສະໄໝໃໝ່

“THE METHOD OF GRACE” BY GEORGE WHITEFIELD,
CONDENSED AND ADAPTED TO MODERN ENGLISH
(Laotian)

ໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ຄໍາເທດສະໜາເທດໂດຍ ຈອນຊາມູເອວເຄແກນ
ທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 8/1/2017
A sermon preached by Mr. John Samuel Cagan
at the Baptist Tabernacle of Los Angeles
Lord’s Day Evening, January 8, 2017

“ພວກເຂົາໄດ້ຮັກສາຄວາມບາບເຈັບແຫ່ງປະຊາຊົນຂອງເຮົາແຕ່ເລັກນ້ອຍກ່າວວ່າ ‘ສັນຕິພາບ ສັນຕິພາບ’ເມື່ອບໍ່ມີສັນຕິພາບເລີຍ” (ເຢເລມີ 6:14)


ຄໍານໍາ: ຈອຊ ວິດຟິວ ເກີດໃນເມືອງກລູເຊັສເຕີປະເທດອັງກິດໃນປີ 1714,ລາວເປັນລູກຊາຍຂອງເຈົ້າຂອງໂຮງແຮມນ້ອຍໆ, ໃນສະພາບແວດລ້ອມນີ້ລາວຈື່ງມີອິດທິພົນຂອງຄຣິສຕຽນໜ້ອຍໜຶ່ງໃນຖານະເດັກນ້ອຍຄົນໜຶ່ງ, ແຕ່ລາວມີຄວາມສາມາດທີ່ບໍ່ທໍາມະດາຢູ່ໃນໂຮງຮຽນ, ລາວໄດ້ເຂົ້າຮຽນມະຫາວິທະຍາໄລອັອກຊ໌ຟອດບ່ອນທີ່ລາວກາຍມາເປັນໝູ່ກັບຈອນແລະຊາລສ໌ເວສລີ ແລະກາຍມາເປັນສ່ວນໜຶ່ງຂອງກຸ່ມນັກອະທິຖານ ແລະ ສຶກສາພຣະຄໍາພີຂອງພວກເຂົາ.

ໃນຂະນະທີ່ລາວຮຽນຢູ່ທີ່ອັອກຊ໌ຟອດນັ້ນລາວໄດ້ພົບກັບຄວາມລອດ,ຫຼັງຈາກນັ້ນບໍ່ ດົນລາວກໍຖືກເຈີມຕັ້ງຢູ່ໃນຄຣິສຕະຈັກແຫ່ງປະເທດອັງກິດ, ຄໍາເທດສະໜາຂອງລາວໃນເລື່ອງຄວາມຈໍາເປັນແຫ່ງການບັງເກີດໃໝ່ເປັນຜົນໃຫ້ຄຣິສຕະຈັກຕ່າງປິດປະຕູຂອງພວກເຂົາໃສ່ລາວ,ຕັ້ງແຕ່ທີ່ພວກສິດຍາພິບານຝ່າຍເນື້ອໜັງຢ້ານວ່າຄໍາເທດສະໜາຂອງລາວໃນເລື່ອງຄວາມຈໍາເປັນແຫ່ງການເກີດໃໝ່ຈະເຮັດໃຫ້ຜູ້ທີ່ໄປໂບດປະຈໍາຄຸ້ມ ຫຼືບ້ານຂອງພວກເຂົາໃຈຮ້າຍ, ດັ່ງນັ້ນລາວຈື່ງຖືກໄລ່ອອກຈາກໂບດຕ່າງໆເພື່ອໄປເທດຢູ່ຕາມສະຖານທີ່ກາງ ແຈ້ງ,ເຊິ່ງເຮັດໃຫ້ລາວກາຍເປັນຄົນທີ່ມີຊື່ສຽງ.

ວິດຟິວໄດ້ເດີນທາງໄປທີ່ອາເມລິກາໃນປີ 1738 ແລະກໍ່ຕັ້ງສູນເດັກກໍາພ້າແຫ່ງໜື່ງ ຕໍ່ມາລາວໄດ້ເດີນທາງໄປທົ່ວຫົວເມືອງຂື້ນຊາວອາເມລິກາແລະອັງກິດເພື່ອເທດສະໜາແລະຫາເງິນມາສະໜັບສະໜູນພວກເດັກກໍາພ້າ, ລາວໄດ້ເທດສະໜາຢູ່ປະເທດສະເປນ,ຮອນແລນ,ເຢຍລະມັນ,ຝຣັ່ງ,ອັງກິດ,ເວລສ໌ແລະສະກັອດແລນ,ແລະເດີນທາງຂ້າມມະຫາສະໝຸດແອັດແລນຕິກສິບສາມເທື່ອເພື່ອເທດສະໜາຢູ່ອາເມລິກາ.

ລາວເປັນເພື່ອນສະໜິດກັບເບັນຢາມິນແຟຣັງກລິນ,ໂຈນາທານ ເອັດເວີດ ແລະຈອນເວສລີ ແລະເປັນຄົນໜື່ງທີ່ຊັກຊວນເວສລີໃຫ້ເທດສະໜາຕາມທົ່ງນາຄືກັບທີ່ລາວເຮັດ ມີເທື່ອໜື່ງເບັນຢາມິນແຟຣັງກລິນເຄີຍຄໍານວນຄົນທີ່ມາຟັງວິດຟິວເທດວ່າມີປະມານສາມສິບພັນຄົນ, ການປະຊຸມຢູ່ກາງແຈ້ງຂອງລາວມັກຈະມີຄົນເຂົ້າຮ່ວມປະມານ 25,000 ຄົນ,ມີເທື່ອງໜື່ງລາວໄປເທດໃກ້ເມືອງກລາສໂກປະເທດສະກັອດແລນມີຄົນມາຮ່ວມຫຼາຍກວ່າ 100,000 ຄົນ - ໃນຕອນກາງເວັນຕອນທີ່ຍັງບໍ່ມີໄມໂຄຣໂຟນ! ມີສິບພັນຄົນທີ່ຍອມຮັບວ່າຕົນໄດ້ກັບໃຈໃໝ່ແລ້ວໃນການປະຊຸມຄັ້ງນັ້ນ.

ລາວຖືກພິຈາລະນາໂດຍນັກປະຫວັດສາດຫຼາຍຄົນວ່າເປັນນັກປະກາດທີ່ໃຊ້ພາສາອັງກິດ ທີ່ຍິ່ງໃຫຍ່ທີ່ສຸດຕະຫຼອດການ, ເຖິງແມ່ນວ່າບິລລີ່ເກຣແຮມຈະເທດສະໜາກັບຜູ້ຄົນຫຼາຍກວ່າໂດຍມີໄມໂຄຣໂຟນຊ່ວຍກໍຕາມ, ຜົນກະທົບຂອງວິດຟິວທາງດ້ານວັດທະນາທໍາເປັນສິ່ງທີ່ຍິ່ງໃຫຍ່ກວ່າໂດຍບໍ່ມີຄໍາຖາມໃດໆ.

ວິດຟິວເປັນຜູ້ນໍາແຫ່ງການຟື້ນຕື່ນຂື້ນຄັ້ງທີ່ໜື່ງ,ການຟື້ນຟູອັນແຮງກ້າທີ່ເປັນໂຕກໍານົດລັກສະນະຂອງປະເທດອາເມລິກາໃນຊ່ວງສະຕະວັດທີ 18 ,ອານານິຄົມໃນປະເທດຂອງເຮົາໄດ້ລຸກເປັນໄຟພ້ອມກັບການຟື້ນຟູເມື່ອລາວເທດ,ຈຸດສູງສຸດຂອງການຟື້ນຟູນີ້ເກີດຂື້ນໃນປີ 1740 ໃນຊ່ວງຫົກອາທິດທີ່ວິດຟິວໄດ້ເດີນທາງໄປນິວອິງແລນ, ພາຍໃນສີ່ສິບຫ້າວັນລາວເທດຫຼາຍກວ່າໜື່ງຮ້ອຍເຈັບສິບຫ້າເທື່ອຕໍ່ຄົນສິບພັນຄົນທີ່ອອກຈາກເຂດແດນດ້ວຍຄວາມສັບສົນວຸ້ນວາຍຝ່າຍວິນຍານ,ໜື່ງໃນຊ່ວງເວລາທີ່ສໍາຄັນທີ່ສຸດຂອງຄຣິສຕຽນຊາວອາເມລິກາ.

ໃນຊ່ວງທີ່ລາວຕາຍລາວໄດ້ຮັບການຍ້ອງຍໍຊົມເຊີຍແລະໄດ້ຮັບຄວາມເຄົາລົບຢ່າງສູງຈາກທັງໂລກທີ່ໃຊ້ພາສາອັງກິດ, ລາວເປັນເຄື່ອງມືໃນການກໍ່ຕັ້ງມະຫາວິທະຍາໄລພຣິນຊ໌ຕັນ,ວິທະຍາໄລດາມູດແລະມະຫາວິທະຍາໄລເພັນຊິວວາເນຍ, ລາວຕາຍໄປບໍ່ດົນ ຫຼັງຈາກການເທດສະໜາຢູ່ເມືອງນິວເບີຣີພອດລັດເມສສາຊູເຊດໃນປີ 1770 ຫົກປີກ່ອນ ການປະຕິວັດຊາວອາເມລິກາ, ຈອຊວໍຊິງຕັນແມ່ນພໍ່ຂອງປະເທດຂອງເຮົາແຕ່ຈອດວິດຟິວເປັນປູ່ຂອງພວກເຮົາ.

ຄໍາເທດສະໜາຕໍ່ໄປນີ້ໂດຍວິດຟິວໄດ້ຖືກເທດໃນພາສາອັງກິດສະໄໝໃໝ່, ຄວາມຈິງແລ້ວມັນເປັນບົດເທດຂອງລາວແຕ່ຂ້າພະເຈົ້າໄດ້ແກ້ໄຂຄໍາເວົ້າຕ່າງໆເພື່ອເຮັດໃຫ້ເຂົ້າໃຈຫຼາຍຂື້ນໃນສະໄໝຂອງພວກເຮົາ.

“ພວກເຂົາໄດ້ຮັກສາຄວາມບາບເຈັບແຫ່ງປະຊາຊົນຂອງເຮົາແຕ່ເລັກນ້ອຍກ່າວວ່າ ‘ສັນຕິພາບ ສັນຕິພາບ’ເມື່ອບໍ່ມີສັນຕິພາບເລີຍ” (ເຢເລມີ 6:14)

ບົດເທດ: ພຣະພອນທີ່ໃຫຍ່ທີ່ສຸດທີ່ພຣະເຈົ້າສາມາດສົ່ງມາໃຫ້ຊົນຊາດໜື່ງກໍຄືນັກເທດທີ່ດີແລະສັດຊື່, ແຕ່ຄໍາສາບແຊ່ງທີ່ໃຫຍ່ທີ່ສຸດທີ່ພຣະເຈົ້າສາມາດສົ່ງມາໃຫ້ຊົນຊາດໃດ ໜື່ງໄດ້ກໍຄືຍອມໃຫ້ຄຣິສຕະຈັກຫຼາຍແຫ່ງຖືກນໍາໂດຍພວກນັກເທດທີ່ບໍ່ລອດຜູ້ທີ່ເປັນສົນໃຈແຕ່ເລື່ອງການຫາເງິນ, ແນ່ນອນທຸກຍຸກສະໄໝຈະມີພວກນັກເທດປອມທີ່ເທດສະໜາປອບໃຈເທົ່ານັ້ນ, ມີພວກຜູ້ຮັບໃຊ້ຫຼາຍຄົນເປັນແບບນີ້ເຊິ່ງເຮັດໃຫ້ພຣະຄໍາພີເສື່ອມແລະປ່ຽນແປງມັນເພື່ອຫລອກລວງຜູ້ຄົນ.

ນັ້ນຄືສິ່ງທີ່ເກີດຂື້ນໃນສະໄໝຂອງເຢເລມີ, ເຢເລມີໄດ້ເທດສະໜາຕໍ່ຕ້ານພວກເຂົາໃນການເຊື່ອຟັງພຣະເຈົ້າດ້ວຍຄວາມສັດຊື່, ລາວເປີດປາກແລ້ວເທດຕໍ່ຕ້ານພວກນັກເທດຝ່າຍເນື້ອໜັງພວກນີ້, ຖ້າພວກທ່ານອ່ານໜັງສືຂອງລາວພວກທ່ານກໍຈະເຫັນວ່າບໍ່ມີໃຜທີ່ເຄີຍເທດຢ່າງເຂັ້ມແຂງຕໍ່ຕ້ານພວກນັກເທດປອມຫຼາຍກວ່າເຢເລມີ, ລາວເທດຕໍ່ສູ້ພວກເຂົາຢ່າງເຄັ່ງຄັດໃນບົດຊື່ງປະກອບດ້ວຍຂໍ້ພຣະຄໍາພີຂອງເຮົາ.

“ພວກເຂົາໄດ້ຮັກສາຄວາມບາບເຈັບແຫ່ງປະຊາຊົນຂອງເຮົາແຕ່ເລັກນ້ອຍກ່າວວ່າ ‘ສັນຕິພາບ ສັນຕິພາບ’ເມື່ອບໍ່ມີສັນຕິພາບເລີຍ” (ເຢເລມີ 6:14)

ເຢເລີມີກ່າວວ່າພວກເຂົາເທດສະໜາເພື່ອເງິນເທົ່ານັ້ນ,ໃນຂໍ້ທີ່ສິບສາມລາວບອກວ່າ

“ເພາະວ່າ ຕັ້ງແຕ່ຄົນທີ່ຕໍ່າຕ້ອຍທີ່ສຸດຈົນເຖິງຄົນໃຫຍ່ໂຕທີ່ສຸດ ທຸກຄົນໂລບຢາກໄດ້ກໍາໄລ ແລະທຸກຄົນກໍເຮັດຄວາມບໍ່ຖືກຕ້ອງຕັ້ງແຕ່ຜູ້ທໍານວຍຈົນຮອດປະໂລຫິດ” (ເຢເລມີ 6:13)

ພວກເຂົາເປັນຄົນໂລບ ແລະເທດແບບຜິດໆ.

ຢູ່ໃນຂໍ້ພຣະຄໍາພີຂອງພວກເຮົາ,ເຢເລມີໄດ້ສະແດງໃຫ້ເຫັນໜື່ງໃນຫົນທາງທີ່ພວກເຂົາເທດແບບຜິດໆ, ຜູ້ທໍານວາຍໄດ້ສະແດງເຖິງຫົນທາງຫລອກລວງທີ່ພວກເຂົາເຮັດກັບພວກວິນຍານທີ່ຫຼົງຫາຍ:

“ພວກເຂົາໄດ້ຮັກສາຄວາມບາບເຈັບແຫ່ງປະຊາຊົນຂອງເຮົາແຕ່ເລັກນ້ອຍກ່າວວ່າ ‘ສັນຕິພາບ ສັນຕິພາບ’ເມື່ອບໍ່ມີສັນຕິພາບເລີຍ” (ເຢເລມີ 6:14)

ພຣະເຈົ້າຊົງບອກເຢເລມີໃຫ້ເຕືອນຜູ້ຄົນເລື່ອງສົງຄາມທີ່ກໍາລັງຈະມາເຖິງ,ພຣະເຈົ້າຢາກໃຫ້ລາວບອກເຂົາເຈົ້າວ່າບ້ານເຮືອນຂອງພວກເຂົາຈະຖືກທໍາລາຍ-ວ່າສົງຄາມກໍາລັງຈະຮອດ (ເບິ່ງເຢເລມີຢາ 6:11-12).

ເຢເລມີໄດ້ເທດສະໜາຢ່າງໜັກໜ່ວງ, ມັນໜ້າຈະເຮັດໃຫ້ຫຼາຍຄົນຢ້ານແລະນໍາພວກເຂົາໄປສູ່ຈຸດຂອງການກັບໃຈໃໝ່, ແຕ່ຜູ້ທໍານວາຍແລະພວກປະໂລຫິດຝ່າຍເນື້ອໜັງ ພາກັນອອກໄປເພື່ອປອບໃຈຜູ້ຄົນແບບຜິດໆ, ພວກເຂົາເວົ້າວ່າເຢເລມີເປັນພຽງພວກປ່າເຖື່ອນທີ່ບ້ານໍາສິ່ງໃດໜຶ່ງ, ພວກເຂົາເວົ້າວ່າບໍ່ມີສົງຄາມ, ພວກເຂົາບອກຜູ້ຄົນວ່າຈະມີສັນຕິ ພາບ,ເມື່ອເຢເລມີບອກວ່າຈະບໍ່ມີສັນຕິພາບ.

“ພວກເຂົາໄດ້ຮັກສາຄວາມບາບເຈັບແຫ່ງປະຊາຊົນຂອງເຮົາແຕ່ເລັກນ້ອຍກ່າວວ່າ ‘ສັນຕິພາບ ສັນຕິພາບ’ເມື່ອບໍ່ມີສັນຕິພາບເລີຍ” (ເຢເລມີ 6:14)

ຄໍາເວົ້າຂອງຂໍ້ພຣະຄໍາພີເລັ່ງໃສ່ສັນຕິພາບພາຍນອກ, ແຕ່ພວກມັນກໍມີຂໍ້ອ້າງອີງໃສ່ຈິດໃຈຕື່ມອີກ, ຂ້າພະເຈົ້າເຊັ່ນກັນເຊື່ອວ່າມັນເລັ່ງໃສ່ພວກນັກເທດປອມທີ່ບອກຜູ້ຄົນວ່າເຂົາດີພໍ, ເຖິງແມ່ນວ່າເຂົາບໍ່ໄດ້ບັງເກີດໃໝ່ເລີຍ, ຄົນທີ່ບໍ່ລອດຮັກຄໍາເທດສະໜາແບບນີ້,ໃຈຂອງມະນຸດຊົ່ວຊ້າຫຼາຍ ແລະຫລອກລວງ, ພຣະເຈົ້າຊົງຮູ້ຈັກໃຈຂອງມະນຸດວ່າໄວ້ໃຈບໍ່ແນວໃດແດ່.

ພວກທ່ານຫຼາຍຄົນເວົ້າວ່າຕົນມີສັນຕິສຸກກັບພຣະເຈົ້າໃນເມື່ອບໍ່ແມ່ນສັນຕິສຸກແທ້! ພວກທ່ານຫຼາຍຄົນຄິດວ່າຕົນເປັນຄຣິສຕຽນແທ້ແຕ່ພວກທ່ານບໍ່ແມ່ນ, ພະຍາມານແມ່ນຜູ້ ໜື່ງທີ່ມອບສັນຕິສຸກປອມໃຫ້ພວກທ່ານ, ພຣະເຈົ້າບໍ່ໄດ້ມອບ“ສັນຕິສຸກ”ນີ້ໃຫ້ທ່ານ,ມັນບໍ່ແມ່ນສັນຕິສຸກທີ່ເກີນຄວາມເຂົ້າໃຈຂອງມະນຸດ,ມັນຄືສັນຕິສຸກປອມທີ່ທ່ານມີ.

ມັນເປັນສິ່ງທີ່ສໍາຄັນຫຼາຍສໍາຫຼັບພວກທ່ານທີ່ຈະຮູ້ວ່າບໍ່ວ່າທ່ານຈະມີສັນຕິສຸກກັບພຣະເຈົ້າແທ້ຫຼືບໍ່,ທຸກຄົນຢາກໄດ້ສັນຕິສຸກ, ສັນຕິສຸກຄືພຣະພອນອັນຍິ່ງໃຫຍ່,ເພາະສະນັ້ນ ຂ້າຈະຕ້ອງບອກພວກທ່ານວ່າຈະພົບສັນຕິສຸກແທ້ກັບພຣະເຈົ້າໄດ້ແນວໃດ, ຂ້າພະເຈົ້າຈະຕ້ອງປາສະຈາກເລືອດຂອງທ່ານ, ຂ້າພະເຈົ້າຈະຕ້ອງປະກາດແກ່ພວກທ່ານເຖິງຄໍາປຶກສາຂອງພຣະເຈົ້າ, ຈາກຄໍາເວົ້າຂອງຂໍ້ພຣະຄໍາພີຂ້າພະເຈົ້າຈະພະຍາຍາມທີ່ຈະສະແດງໃຫ້ພວກທ່ານເຫັນໃນສິ່ງທີ່ຈະຕ້ອງເກີດຂື້ນກັບທ່ານແລະສິ່ງທີ່ຈະປ່ຽນແປງພາຍໃນທ່ານເພື່ອທ່ານຈະມີສັນຕິສຸກກັບພຣະເຈົ້າແທ້.

I. ກ່ອນທີ່ທ່ານຈະສາມາດມີສັນຕິສຸກກັບພຣະເຈົ້າໄດ້,ທ່ານຕ້ອງຖືກເຮັດໃຫ້ເຫັນ,ຮູ້ສຶກ, ຮ້ອງໄຫ້ແລະໂສກເສົ້າເໜືອຄວາມບາບຂອງທ່ານທີ່ຕໍ່ສູ້ບັນຍັດຂອງພຣະເຈົ້າ.

ພຣະຄໍາພີກ່າວວ່າ“ຊີວິດໃດເຮັດບາບ ກໍຈະຕາຍ”(ເອເສກຽນ 18:4)ທຸກຄົນຖືກສາບແຊ່ງຄືຜູ້ທີ່ບໍ່ສືບຕໍ່ເຮັດທຸກສິ່ງທຸກຢ່າງທີ່ຖືກຂຽນໃນບັນຍັດຂອງພຣະເຈົ້າ.

ພວກທ່ານຕ້ອງບໍ່ພຽງແຕ່ເຮັດບາງສິ່ງບາງຢ່າງເທົ່ານັ້ນແຕ່ທ່ານຕ້ອງເຮັດທຸກສິ່ງທຸກຢ່າງບໍ່ດັ່ງນັ້ນທ່ານກໍຖືກສາບແຊ່ງ:

“ເພາະມີຄໍາຂຽນໄວ້ວ່າ ທຸກຄົນທີ່ບໍ່ໄດ້ປະພຶດຕາມທຸກຂໍ້ຄວາມທີ່ຂຽນໄວ້ໃນ ໜັງສືພຣະລາຊະບັນຍັດກໍຕ້ອງຖືກສາບແຊ່ງ” (ກາລາເທຍ 3:10)

ການລະເມີດພຣະບັນຍັດຂອງພຣະເຈົ້າ,ບໍ່ວ່າໃນຄວາມຄິດຫຼືຄໍາເວົ້າ ຫຼືການກະທໍາເຮັດໃຫ້ທ່ານຄູ່ຄວນການລົງໂທດເປັນນິດນິລັນຕາມພຣະບັນຍັດຂອງພຣະເຈົ້າ, ແລະຖ້າຄວາມຄິດຊົ່ວອັນໜື່ງ, ຖ້າຄໍາເວົ້າຊົ່ວອັນໜື່ງ, ຖ້າການກະທໍາຊົ່ວອັນໜື່ງສົມຄວນການພິ ພາກສາຕະຫຼອດເປັນນິດ,ແລ້ວພວກທ່ານຈະສາມາດໜີຈາກນາລົກໄດ້ແນວໃດ? ກ່ອນທີ່ທ່ານຈະມີສັນຕິສຸກແທ້ໃນໃຈຂອງທ່ານ,ທ່ານຈະຕ້ອງຖືກເຮັດໃຫ້ເຫັນວ່າມັນຊົ່ວຮ້າຍສໍາໃດທີ່ຈະເຮັດບາບຕໍ່ພຣະບັນຍັດຂອງພຣະເຈົ້າ.

ຈົ່ງກວດສອບເບິ່ງໃຈຂອງພວກທ່ານ,ແລະຂໍໃຫ້ຂ້າພະເຈົ້າພວກທ່ານວ່າ-ເຄີຍບໍ່ທີ່ມີຊ່ວງເວລາທີ່ຄວາມຈື່ເລື່ອງບາບຂອງທ່ານມັນເຮັດໃຫ້ທ່ານເຈັບປວດ? ເຄີຍມີບໍ່ຊ່ວງເວລາເມື່ອພາລະບາບຂອງທ່ານເປັນສິ່ງທີ່ແບກບໍ່ໄດ້? ພວກທ່ານເຄີຍເຫັນບໍ່ວ່າຄວາມໂມໂຫ ຂອງພຣະເຈົ້າອາດຈະຕົກລົງມາເທິງທ່ານໂດຍກົງເພາະການລະເມີດຂອງທ່ານຕໍ່ພຣະບັນ ຍັດຂອງພຣະອົງ? ພາຍໃນໃຈທ່ານເຄີຍຮູ້ສຶກເສຍໃຈຍ້ອນບາບບໍ? ທ່ານເວົ້າໄດ້ບໍ່ວ່າ “ຄວາມບາບຂອງຂ້ອຍໜັກເກີນທີ່ຂ້ອຍຈະແບກໄດ້?” ທ່ານເຄີຍມີປະສົບການແບບນີ້ບໍ? ຖ້າບໍ່ຢ່າເອີ້ນໂຕເອງວ່າເປັນຄຣິສຕຽນ! ພວກທ່ານອາດຈະເວົ້າວ່າທ່ານມີສັນຕິສຸກ,ແຕ່ບໍ່ແມ່ນສັນຕິສຸຸກແທ້ສໍາຫຼັບທ່ານ, ຂໍໃຫ້ພຣະເຈົ້າປຸກທ່ານ! ຂໍໃຫ້ພຣະເຈົ້າໂນ້ມນ້າວໃຈທ່ານ.

II. ກ່ອນທີ່ທ່ານຈະສາມາດມີສັນຕິສຸກກັບພຣະເຈົ້າໄດ້,ການສໍານຶກຈະຕ້ອງເລິກກວ່າ ທ່ານຈະຕ້ອງຖືກໂນ້ມນ້າວເລື່ອງສັນດານບາບຂອງທ່ານເອງ,ຄວາມເສື່ອມຊາມຂອງຈິດໃຈຂອງທ່ານ.

ທ່ານຈະຕ້ອງຖືກໂນ້ມນ້າວເລື່ອງບາບຂອງທ່ານ,ທ່ານຈະຕ້ອງຖືກເຮັດໃຫ້ມີບັນຫາຕໍ່ພວກມັນ,ແຕ່ການສໍານຶກຈະຕ້ອງໄປເລິກກວ່ານັ້ນ, ທ່ານຈະຕ້ອງຖືກໂນ້ມນ້າວເລື່ອງການ ລະເມີດພຣະບັນຍັດຂອງພຣະເຈົ້າ, ຫຼາຍກວ່ານັນທ່ານຈະຕ້ອງຮູ້ສຶກເຖິງບາບດັ່ງເດີມຂອງທ່ານ,ບາບມາແຕ່ເກີດທີ່ຢູ່ໃນໃຈຂອງທ່ານຊື່ງຈະສົ່ງທ່ານໄປນາລົກ.

ຫຼາຍຄົນທີ່ຄິດວ່າເຂົາສະຫຼາດທີ່ວ່າບໍ່ມີດອກຄວາມບາບດັ່ງເດີມ, ພວກເຂົາຄິດພຣະເຈົ້າບໍ່ຍຸດຕິທໍາທີ່ຈະສົ່ງພວກເຂົາໄປນາລົກເພາະພວກເຂົາໄດ້ສືບທອດບາບຂອງອາດາມ, ພວກເຂົາເວົ້າວ່າພວກເຮົາບໍ່ໄດ້ເກີດໃນບາບ, ພວກເຂົາເວົ້າວ່າພວກທ່ານບໍ່ຈໍາເປັນຕ້ອງບັງເກີດໃໝ່ດອກ, ຈົ່ງເບິ່ງໂລກອ້ອມໂຕເຈົ້າເບິ່ງດູ, ມັນເປັນສະຫວັນທີ່ພຣະເຈົ້າສັນຍາຕໍ່ ມະນຸດບໍ່ແມ່ນບໍ? ບໍ່ເລີຍ! ທຸກຢ່າງທີ່ຢູ່ໃນໂລກເປັນສິ່ງທີ່ບໍ່ມີລະບຽບ, ມັນເປັນເພາະມີບາງສິ່ງບາງຢ່າງຜິດກັບມະນຸດຊາດ, ມັນຄືຄວາມບາບເດີມທີ່ໄດ້ທໍາລາຍໂລກ.

ບໍ່ສໍາຄັນດອກວ່າທ່ານອາດຈະປະຕິເສດເລື່ອງນີ້ຢ່າງໜັກ,ເມື່ອທ່ານຕື່ນຂື້ນທ່ານກໍຈະເຫັນວ່າຄວາມບາບໃນຊີວິດຂອງທ່ານມາຈາກໃຈທີ່ເສື່ອມຊາມຂອງທ່ານເອງ-ໃຈທີ່ມີພິດ ຍ້ອນຄວາມບາບດັ່ງເດີມ.

ເມື່ອຄົນທີ່ບໍ່ລອດຕື່ນຂື້ນຕອນທໍາອິດ,ເຂົາກໍຈະເລີ່ມສົງໄສວ່າ“ຂ້ອຍກາຍເປັນຄົນຊົ່ວຊ້າໄດ້ແນວໃດ?” ຈາກນັ້ນພຣະວິນຍານຂອງພຣະເຈົ້າກໍສະແດງໃຫ້ເຂົາເຫັນວ່າເຂົາບໍ່ມີຄວາມດີໃນທໍາມະຊາດຂອງເຂົາເລີຍ, ແລ້ວເຂົາກໍຈະເຫັນວ່າເຂົາເປັນຄົນບາບຢ່າງສິ້ນເຊີງ ແລ້ວຄົນນັ້ນສຸດທ້າຍຈະເຫັນວ່າພຣະເຈົ້າມີສິດທີ່ຈະທໍາລາຍເຂົາ, ເຂົາເຫັນວ່າເຂົາຖືກພິດແລະກະບົດທາງທໍາມະຊາດຂອງເຂົາເຊິ່ງມັນກໍຖືກຕ້ອງທີ່ພຣະເຈົ້າຈະລົງໂທດເຂົາ, ເຖິງແມ່ນວ່າຂ້າພະເຈົ້າຈະບໍ່ເຄີຍເຮັດບາບພາຍນອກແມ່ນແຕ່ອັນດຽວມາທັງຊີວິດກໍຕາມ.

ພວກທ່ານເຄີຍມີປະສົບການແບບນີ້ບໍ? ພວກທ່ານເຄີຍຮູ້ສຶກແບບນີ້-ທີ່ວ່າມັນເປັນສິດແລະມັນກໍຍຸດຕິທໍາສໍາຫຼັບພຣະເຈົ້າທີ່ຈະລົງໂທດທ່ານ? ທ່ານເຄີຍເຫັນດ້ວຍບໍ່ວ່າທ່ານໂດຍທໍາມະຊາດແລ້ວທ່ານເປັນລູກແຫ່ງພຣະພິໂລດ? (ເອເຟໂຊ 2:3)

ຖ້າທ່ານຫາກເຄີຍບັງເກີດໃໝ່,ທ່ານກໍຈະມີຄວາມຮູ້ສຶກແບບນີ້,ແລະຖ້າທ່ານບໍ່ເຄີຍຮູ້ ສຶກໜັກເລື່ອງບາບເດີມ,ຢ່າເອີ້ນຕົນເອງວ່າຄຣິສຕຽນ! ບາບເດີມຄືພາລະໜັກທີ່ໃຫຍ່ທີ່ສຸດຂອງຄົນທີ່ລອດແລ້ວ, ຄົນທີ່ບັງເກີດໃໝ່ແທ້ຈະໂສກເສົ້າເພາະບາບເດີມຂອງຕົນແລະທໍາມະຊາດທີ່ເປັນພິດ, ບຸຸກຄົນທີ່ລອດແທ້ມັກຈະຮ້ອງອອກມາວ່າ “ໂອ ໃຜຈະຊ່ວຍຂ້າພະເຈົ້າໃຫ້ພົ້ນຈາກຮ່າງກາຍແຫ່ງຄວາມຕາຍນີ້ໄດ້, ຄວາມບາບທີ່ມັນຢູ່ໃນໃຈຂອງຂ້າພະເຈົ້າ?” (ອ້າງອີງໂຣມ 7:24) ນີ້ຄືສິ່ງທີ່ລົບກວນບຸກຄົນທີ່ຕື່ນຂື້ນຫຼາຍທີ່ສຸດ-ຢູ່ພາຍໃນໃຈທີ່ບາບຂອງເຂົາ, ຖ້າທ່ານຫາກບໍ່ເຄີຍຮູ້ສຶກເຖິງຄວາມບາບພາຍໃນຢູ່ໃນທໍາມະຊາດຂອງທ່ານ,ກໍບໍ່ມີທາງທີ່ທ່ານຈະສາມາດມີສັນຕິສຸກແທ້ຢູ່ໃນໃຈຂອງທ່ານເລີຍ.

III. ສາມ ກ່ອນທີ່ທ່ານຈະສາມາດມີສັນຕິສຸກແທ້ກັບພຣະເຈົ້າໄດ້,ທ່ານຈະຕ້ອງບໍ່ພຽງ ແຕ່ມີບັນຫາເນື່ອງຈາກຄວາມບາບໃນຊີວີດຂອງຕົນ ແລະຄວາມບາບທີ່ຢູ່ສັນ ດານຂອງທ່ານເທົ່ານັ້ນແຕ່ຍັງແມ່ນຄວາມບາບໃນການຕັດສິນໃຈທີ່ດີທີ່ສຸດຂອງ ທ່ານ,ຂໍ້ຜູກມັດຕ່າງໆ ແລະອັນທີ່ເອີ້ນວ່າ “ຊີວິດຄຣິສຕຽນ”

ເພື່ອນຂອງຂ້າພະເຈົ້າ, ມີຫຍັງແດ່ຢູ່ໃນສາສະໜາຂອງທ່ານທີ່ຈະຍອມຮັບທ່ານຕໍ່ ພຣະເຈົ້າ? ພວກທ່ານເປັນຄົນບໍ່ຊອບທໍາແລະບໍ່ລອດຍ້ອນສັນດານຂອງທ່ານ, ພວກທ່ານ ສົມຄວນທີ່ຈະຖືກລົງໂທດໃນນາລົກສິບເທົ່າເພາະຄວາມບາບທີ່ຢູ່ພາຍໃນຂອງທ່ານ, ທ່ານ ເຊື່ອວ່າສາສະໜາຂອງທ່ານຈະດີແນວໃດແດ່?ພວກທ່ານບໍ່ສາມາດເຮັດດີຫຍັງໂດຍປາສະ ຈາກການກັບໃຈໃໝ່.

“ຄົນທັງຫຼາຍທີ່ຢູ່ຝ່າຍເນື້ອໜັງຈະບໍ່ສາມາດເປັນທີ່ພໍພຣະໄທພຣະເຈົ້າ” (ໂຣມ 8:8)

ມັນເປັນໄປບໍ່ໄດ້ສໍາຫຼັບຄົນທີ່ຍັງບໍ່ລອດຈະເຮັດອັນໃດເພື່ອຖວາຍກຽດຂອງພຣະເຈົ້າໄດ້.

ເຖິງແມ່ນຫຼັງຈາກທີ່ພວກເຮົາກັບໃຈໃໝ່ແລ້ວ,ແຕ່ພວກເຮົາກໍຕໍ່ອາຍຸພຽງບາງສ່ວນ ເທົ່ານັ້ນ, ຄວາມບາບກໍອາໄສຢູ່ໃນໂຕເຮົາຕໍ່ໄປ, ຍັງຄົງມີສ່ວນປະສົມຂອງຄວາມເສື່ອມ ຊາມຢູ່ໃນໜ້າທີ່ຂອງພວກເຮົາທຸກຄົນ. ດັ່ງນັ້ນຫຼັງຈາກທີ່ພວກເຮົາໄດ້ກັບໃຈໃໝ່ແລ້ວ,ຖ້າ ພຣະເຢຊູຄຣິດຍອມຮັບເຮົາຕາມການປະພຶດ“ດີ”ຂອງພວກເຮົາ, ການປະພຶດດີຂອງພວກ ເຮົາຈະທໍາຮ້າຍພວກເຮົາ, ພວກເຮົາບໍ່ສາມາດແມ່ນແຕ່ອະທິຖານໂດຍປາສະຈາກການມີ ບາບບາງອັນຢູ່ໃນນັ້ນໄດ້, ຄວາມເຫັນແກ່ຕົວບາງຢ່າງ, ຄວາມຂີ້ຄ້ານ, ຄວາມບໍ່ສົມບູນ ທາງສິນລະທໍາບາງຢ່າງ, ຂ້າພະເຈົ້າບໍ່ຮູ້ວ່າພວກທ່ານຄິດຫຍັງຢູ່ແຕ່ຂ້າພະເຈົ້າບໍ່ສາມາດ ອະທິຖານໂດຍປາສະຈາກບາບໄດ້, ຂ້າພະເຈົ້າບໍ່ສາມາດເທດສະໜາໃຫ້ທ່ານຟັງໂດຍປາ ສະຈາກບາບໄດ້, ຂ້າພະເຈົ້າບໍ່ສາມາດເຮັດຈັກຢ່າງໂດຍປາສະຈາກບາບໄດ້, ການກັບໃຈ ຂອງຂ້າພະເຈົ້າຈໍາເປັນຕ້ອງຖືກກັບໃຈແລະນໍ້າຕາຂອງຂ້າພະເຈົ້າຈະຕ້ອງຖືກລ້າງໃນພຣະໂລຫິດອັນປະເສີດແຫ່ງພຣະຜູ້ໄຖ່ຂ້າພະເຈົ້ານັ້ນຄືພຣະເຢຊູຄຣິດເຈົ້າ!

ການແກ້ບັນຫາທີ່ດີທີ່ສຸດຂອງພວກເຮົາ,ໜ້າທີ່ທີ່ດີທີ່ສຸດຂອງເຮົາ, ສາສະໜາທີ່ດີທີ່ສຸດຂອງເຮົາ,ການຕັດສິນໃຈທີ່ດີທີ່ສຸດຂອງພວກເຮົາເປັນພຽງແຕ່ຄວາມບາບຫຼາຍຢ່າງ,ໜ້າ ທີ່ສາສະໜາຂອງພວກເຮົາເຕັມໄປດ້ວຍບາບ, ກ່ອນທີ່ທ່ານຈະສາມາດມີສັນຕິສຸກໃນໃຈຂອງທ່ານໄດ້ທ່ານຈະຕ້ອງບໍ່ພຽງແຕ່ປ່ວຍເລື່ອງບາບຕົ້ນເດີມຂອງທ່ານແລະບາບພາຍນອກຂອງທ່ານເທົ່ານັ້ນແຕ່ທ່ານຈະຕ້ອງປ່ວຍຍ້ອນຄວາມຊອບທໍາ, ໜ້າທີ່ແລະຄວາມເຄັ່ງຄັດສາ ສະໜາຂອງຕົນເອງ, ຈະຕ້ອງມີການສໍານຶກຜິດຢ່າງສດຊືື້ງກ່ອນທີ່ທ່ານຈະສາມາດເອົາຄວາມຊອບທໍາຂອງຕົນເອງອອກມາໄດ້, ຖ້າທ່ານບໍ່ເຄີຍຮູ້ສຶກວ່າທ່ານບໍ່ມີຄວາມຊອບທໍາຂອງໂຕທ່ານເອງ,ທ່ານກໍບໍ່ສາມາດລອດໂດຍພຣະເຢຊູຄຣິດໄດ້,ທ່ານກໍຍັງບໍ່ລອດ.

ບາງຄົນອາດຈະເວົ້າວ່າ “ດີ ຂ້ອຍເຊື່ອໝົດນີ້ແຫຼະ” ແຕ່ມີຄວາມແຕກຕ່າງອັນໃຫຍ່ ຫຼວງລະຫວ່າງ“ການເຊື່ອ”ແລະ“ຄວາມຮູ້ສຶກ” ພວກທ່ານເຄີຍຮູ້ສຶກເຖິງຄວາມຂາດແຄນ ເລື່ອງພຣະຄຣິດຂອງທ່ານບໍ່? ທ່ານເຄີຍຮູ້ສຶກວ່າທ່ານຕ້ອງການພຣະຄຣິດເພາະທ່ານບໍ່ມີ ຄວາມດີຂອງຕົນເອງເລີຍບໍ່? ແລະຕອນນີ້ທ່ານສາມາດເວົ້າໄດ້ວ່າ “ຂ້າແດ່ພຣະເຈົ້າ ພຣະ ອົງສາມາດສາບແຊ່ງຂ້ານ້ອຍເພາະວຽກທີ່ເຄັ່ງຄັດທີ່ດີທີ່ສຸດທີ່ຂ້ານ້ອຍສາມາດເຮັດໄດ້” ຖ້າ ທ່ານບໍ່ຖືກນໍາອອກມາຈາກໂຕຂອງທ່ານເອງແບບນີ້ ທ່ານກໍຈະບໍ່ມີສັນຕິສຸກແທ້ກັບພຣະ ເຈົ້າໄດ້.

IV. ສີ່ ກ່ອນທີ່ທ່ານຈະສາມາດມີສັນຕິສຸກກັບພຣະເຈົ້າ,ມີຄວາມບາບທີ່ພິເສດອັນໜື່ງທີ່ ທ່ານຈະຕ້ອງມີບັນຫາກັບມັນ, ແລະຂ້າພະເຈົ້າຢ້ານວ່າມີໜ້ອຍຄົນໃນພວກທ່ານ ຈະຄິດເຖິງມັນ, ມັນເປັນຄວາມບາບທີ່ຫາຍະນະທີ່ສຸດໃນໂລກ,ແຕ່ໂລກບໍ່ໄດ້ຄິດ ເຖິງມັນໃນຖານະບາບອັນໜື່ງ, ພວກທ່ານຖາມວ່າ“ມັນແມ່ນບາບຫຍັງລະ?”ມັນ ຄືຄວາມບາບທີ່ພວກທ່ານຫຼາຍຄົນບໍ່ຄິດວ່າທ່ານເປັນຄົນບໍ່ດີ- ແລະມັນຄືບາບ ຂອງການບໍ່ເຊື່ອ.

ກ່ອນທີ່ທ່ານຈະສາມາດມີສັນຕິສຸກ,ທ່ານຈະຕ້ອງມີບັນຫາໂດຍຄວາມບໍ່ເຊື່ອໃນໃຈ ຂອງທ່ານ, ວ່າທ່ານບໍ່ໄດ້ເຊື່ອໃນພຣະເຢຊູຄຣິດເຈົ້າແທ້.

ຂ້າພະເຈົ້າຂໍຮ້ອງຕໍ່ໃຈຂອງທ່ານເອງ, ຂ້າພະເຈົ້າຢ້ານວ່າທ່ານຈະບໍ່ມີຄວາມເຊື່ອ ໃນພຣະເຢຊູຄຣິດຫຼາຍກວ່າພະຍາມານເອງອີກຕໍ່ໄປ, ຂ້າພະເຈົ້າຄິດວ່າພະຍາມານເຊື່ອ ພຣະຄໍາພີຫຼາຍກວ່າທ່ານເຊື່ອ, ມັນເຊື່ອໃນຄວາມເປັນພຣະເຈົ້າຂອງພຣະເຢຊູ, ມັນເຊື່ອ ແລະຢ້ານຈົນສັ່ນ, ມັນໂຕສັ່ນຫຼາຍກວ່າຄົນເປັນພັນໆຄົນທີ່ເອີ້ນໂຕເອວວ່າຄຣິສຕຽນ.

ພວກທ່ານຄິດວ່າທ່ານເຊື່ອເພາະທ່ານເຊື່ອພຣະຄໍາພີ ຫຼືເພາະທ່ານໄປໂບດ,ທ່ານ ສາມາດເຮັດທັງໝົດນີ້ໂດຍປາສະຈາກຄວາມເຊື່ອແທ້ໃນພຣະຄຣິດໄດ້,ພຽງແຕ່ການເຊື່ອວ່າມີບຸກຄົນໜື່ງເໝືອນພຣະຄຣິດຈະບໍ່ເຮັດຫຍັງດີໄປກວ່າທີ່ຈະເຊື່ອວ່າມີຄົນແບບຊີຊາ ຫຼືອາ ເລັກຊັນເດີຜູ້ຍິ່ງໃຫຍ່, ພຣະຄໍາພີແມ່ນພຣະຄໍາຂອງພຣະເຈົ້າ, ພວກເຮົາຂອບຄຸນພຣະເຈົ້າ ສໍາຫຼັບເລື່ອງນີ້,ສ່ວນພວກທ່ານອາດຈະເຊື່ອມັນແຕ່ຍັງບໍ່ເຊື່ອວາງໃຈໃນພຣະເຢຊູຄຣິດເຈົ້າ

ຖ້າຂ້າພະເຈົ້າຖາມພວກທ່ານວ່າມັນດົນປານໃດແລ້ວຕັ້ງແຕ່ທ່ານເຊື່ອໃນພຣະເຢຊູຄຣິດ,ພວກທ່ານຫຼາຍຄົນກໍຄົງຈະບອກວ່າທ່ານເຊື່ອໃນພຣະອົງຕະຫຼອດ, ພວກທ່ານບໍ່ສາມາດເອົາຂໍ້ພິສູດທີ່ໃຫຍ່ກວ່ານີ້ໃຫ້ຂ້າພະເຈົ້າໄດ້ວ່າທ່ານຍັງບໍ່ເຄີຍເຊື່ອໃນພຣະເຢຊູຄຣິດເລີຍ, ຄົນທີ່ເຊື່ອວາງໃຈໃນພຣະເຢຊູແທ້ຮູ້ດີວ່າມີຊ່ວງເວລາໜຶ່ງທີ່ພວກເຂົາບໍ່ໄດ້ເຊື່ອວາງໃຈໃນພຣະອົງ.

ຂ້າພະເຈົ້າຈະຕ້ອງເວົ້າເລື່ອງນີ້ຕື່ມອີກເພາະມັນຄືຄວາມເຂົ້າໃຈທີ່ຫລອກລວງທີ່ສຸດ, ມີຫຼາຍຄົນຍຶດຖືມັນ-ໂດຍຄິດວ່າພວກເຂົາເຊື່ອແລ້ວ, ມີຊາຍຄົນໜື່ງໄດ້ເວົ້າວ່າລາວໄດ້ຂຽນ ລາຍການຄວາມບາບຂອງລາວພາຍໃຕ້ພຣະບັນຍັດສິບປະການແລ້ວລາວກໍໄປຫາສິດຍາພິບານຄົນໜື່ງແລ້ວຖາມວ່າເປັນຫຍັງລາວຈື່ງບໍ່ມີສັນຕິສຸກ, ຜູ້ຮັບໃຊ້ກໍເບິ່ງລາຍການຂອງ ລາວແລ້ວບອກວ່າ “ໄປໄກໆ! ຂ້ອຍບໍ່ເຫັນຄວາມບາບຂອງຄວາມບໍ່ເຊື່ອຈັກຄໍາຢູ່ໃນລາຍ ການຂອງເຈົ້າ” ມັນຄືວຽກຂອງພຣະວິນຍານຂອງພຣະເຈົ້າທີ່ຈະໂນມນ້າວທ່ານໃນເລື່ອງຄວາມບໍ່ເຊື່ອຂອງທ່ານ-ວ່າທ່ານບໍ່ມີຄວາມເຊື່ອ, ພຣະເຢຊູຄຣິດຕັດເຖິງພຣະວິນຍານບໍລິສຸດວ່າ:

“ພຣະອົງຈະຊົງເຮັດໃຫ້ໂລກຮູ້ສຶກເຖິງຄວາມຜິດບາບ...ເຖິງຄວາມຜິດບາບນັ້ນເພາະພວກເຂົາບໍ່ເຊື່ອໃນເຮົາ” (ໂຢຮັນ 16:8-9)

ດຽວນີ້ເພື່ອນທີ່ຮັກຂອງຂ້າພະເຈົ້າ,ພຣະເຈົ້າເຄີຍສະແດງໃຫ້ທ່ານເຫັນບໍ່ວ່າທ່ານບໍ່ມີຄວາມເຊື່ອແທ້ໃນພຣະເຢຊູ?ພວກທ່ານເຄີຍອະທິຖານບໍ່ວ່າ “ຂ້າແດ່ພຣະເຈົ້າ ຂໍຊົງຊ່ວຍ ຂ້ານ້ອຍໃຫ້ເຊື່ອໃນພຣະເຢຊູແດ່ທ້ອນ?” ພຣະເຈົ້າເຄີຍໂນມນ້າວທ່ານເລື່ອງຄວາມບໍ່ສາ ມາດມາຫາພຣະຄຣິດຂອງທ່ານ ແລະເຮັດໃຫ້ທ່ານຮ້ອງໄຫ້ໃນຄໍາອະທິຖານສໍາຫຼັບຄວາມເຊື່ອໃນພຣະຄຣິດບໍ່? ຖ້າບໍ່ ທ່ານຈະບໍ່ພົບສັນຕິສຸກໃນໃຈຂອງທ່ານ, ຂໍພຣະເຈົ້າປຸກທ່ານໃຫ້ຕື່ນ ແລ້ວມອບສັນຕິສຸກແທ້ໃຫ້ທ່ານໂດຍຄວາມເຊື່ອໃນພຣະເຢຊູ,ກ່ອນທີ່ທ່ານຈະຕາຍແລະບໍ່ມີໂອກາດອີກຕໍ່ໄປ.

V. ຫ້າ ກ່ອນທີ່ທ່ານຈະສາມາດມີສັນຕິສຸກກັບພຣະເຈົ້າ,ທ່ານຈະຕ້ອງເຊື່ອວາງໃຈຢ່າງ ເຕັມທີ່ໃນຄວາມຊອບທໍາຂອງພຣະຄຣິດ.

ທ່ານຈະຕ້ອງບໍ່ພຽງແຕ່ຖືກໂນ້ມນ້າວເລື່ອງການປະພຶດແລະບາບເດີມ, ຄວາມບາບແຫ່ງຄວາມຊອບທໍາຂອງຕົນເອງ ແລະຄວາມບາບແຫ່ງຄວາມບໍ່ເຊື່ອເທົ່ານັ້ນ, ແຕ່ທ່ານຈະຕ້ອງເຮັດໃຫ້ສາມາດທີ່ຈະເຊື່ອວາງໃຈໃນຄວາມຊອບທໍາທີ່ສົມບູນແບບຂອງພຣະເຢຊູຄຣິດເຈົ້າ, ທ່ານຈະຕ້ອງຍຶດໝັ້ນໃນຄວາມຊອບທໍາຂອງພຣະຄຣິດ, ແລ້ວທ່ານກໍຈະມີສັນຕິສຸກ, ພຣະເຢຊູຕັດວ່າ:

“ບັນດາຜູ້ທີ່ເຮັດວຽກອິດເມື່ອຍ ແລະແບກພາລະໜັກຈົ່ງມາຫາເຮົາ ແລະເຮົາຈະໃຫ້ທ່ານທັງຫຼາຍເຊົາເມື່ອຍ” (ມັດທາຍ 11:28)

ຂໍ້ນີ້ໄດ້ໃຫ້ຄໍາໜຸນໃຈແກ່ທຸກຄົນທີ່ເມື່ອຍແລະແບກພາລະໜັກຢູ່,ບໍ່ແມ່ນຄົນອື່ນ,ພຣະ ສັນຍາເລື່ອງຢຸດພັກຖືກເຮັດໃຫ້ຄົນເຫຼົ່ານັ້ນທີ່ມາ ແລ້ວເຊື່ອວາງໃຈໃນພຣະເຢຊູຄຣິດ. ກ່ອນທີ່ທ່ານຈະສາມາດມີສັນຕິສຸກກັບພຣະເຈົ້າໄດ້ ທ່ານຈະຕ້ອງເປັນຄົນຊອບທໍາໂດຍ ຄວາມເຊື່ອໃນພຣະເຢຊູຄຣິດເຈົ້າ, ທ່ານຈະຕ້ອງມີພຣະຄຣິດເອງ, ເພື່ອທີ່ຄວາມຊອບທໍາຂອງພຣະອົງຈະຖືກເຮັດເປັນຄວາມຊອບທໍາຂອງທ່ານ.

ເພື່ອນທີ່ຮັກຂອງຂ້າພະເຈົ້າ, ພວກທ່ານເຄີຍແຕ່ງດອງກັບພຣະຄຣິດບໍ? ພຣະເຢຊູຄຣິດໄດ້ມອບພຣະອົງເອງໃຫ້ທ່ານບໍ່? ພວກທ່ານເຄີຍມາຫາພຣະຄຣິດໂດຍຄວາມເຊື່ອທີ່ມີຊີວິດບໍ່? ຂ້າພະເຈົ້າອະທິຖານຕໍ່ພຣະເຈົ້າເພື່ອທີ່ພຣະຄຣິດຈະມາ ແລະຕັດສັນຕິສຸກໃຫ້ທ່ານ, ທ່ານຈະຕ້ອງປະສົບພົບພໍ່ກັບສິ່ງເຫຼົ່ານີ້ເພື່ອຮັບການບັງເກີດໃໝ່.

ຕອນນີ້ຂ້າພະເຈົ້າກໍາລັງເວົ້າເຖິງຄວາມຈິງທີ່ເບິ່ງບໍ່ເຫັນຂອງອີກໂລກໜຶ່ງ,ພາຍໃນຊາວຄຣິສຕຽນ,ເລື່ອງວຽກຂອງພຣະເຈົ້າຕໍ່ໃຈຂອງຄົນບາບ, ຕອນນີ້ຂ້າພະເຈົ້າກໍາລັງເວົ້າເຖິງສິ່ງຕ່າງໆທີ່ຍິ່ງໃຫຍ່ທີ່ສຸດຕໍ່ພວກທ່ານ, ທ່ານຈະຕ້ອງເກັງວົນໃນເລື່ອງນີ້, ຈິດວິນຍານ ຂອງທ່ານກັງວົນມັນ, ຄວາມລອດອັນຕະຫຼອດເປັນນິດຂອງທ່ານຂື້ນຢູ່ກັບມັນ.

ພວກທ່ານອາດຈະຮູ້ສຶກມີສັນຕິສຸກໂດຍບໍ່ມີພຣະຄຣິດ, ພະຍາມານມັນເຮັດໃຫ້ທ່ານ ຫຼັບ ແລະມອບຄວາມໝັ້ນຄົງຈອມປອມໃຫ້ທ່ານ, ພຣະອົງຈະພະຍາຍາມເຮັດໃຫ້ທ່ານຫຼັບ ຈົນກວ່າມັນຈະສົ່ງທ່ານລົງນາລົກ, ຢູ່ຫັ້ນທ່ານຈະຕື່ນ, ແຕ່ມັນຈະເປັນການຕື່ນທີ່ເປັນຕາຢ້ານທີ່ພົບວ່າໂຕທ່ານເອງຢູ່ໃນແປວໄຟບ່ອນທີ່ມັນຊ້າເກີນໄປທີ່ຈະລອດໄດ້, ໃນນາລົກທ່ານຈະຖືກຮ້ອງຫານໍ້າຢອດໜຶ່ງຕະຫຼອດເວລາເພື່ອໃຫ້ລິ້ນຂອງທ່ານເຢັນ, ແລະຈະບໍ່ມີນໍ້າຈັກຢອດໃຫ້ທ່ານ.

ຂໍຢ່າໃຫ້ທ່ານພົບຄວາມສະຫງົບສຸກໃນໃຈຂອງທ່ານຈົນກວ່າທ່ານຈະພັກໃນພຣະເຢຊູຄຣິດ! ເປົ້າໝາຍຂອງຂ້າພະເຈົ້າກໍຄືພາພວກຄົນບາບມາຫາພຣະຜູ້ຊ່ວຍ, ເພື່ອທີ່ພຣະເຈົ້າຈະພາພວກທ່ານມາຫາພຣະເຢຂູ, ຂໍໃຫ້ພຣະວິນຍານບໍລິສຸດໂນມນ້າວທ່ານວ່າທ່ານເປັນຄົນບາບ ແລ້ວປ່ຽນທ່ານຈາກຫົນທາງທີ່ຊົ່ວຂອງທ່ານມາທີ່ພຣະເຢຊູຄຣິດ. ເອແມນ.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອະທິຖານກ່ອນຄໍາເທດສະໜາໂດຍ: ໂນອາ ຊອງ
ບັນເລງເພງກ່ອນເທດສະໜາໂດຍ ເບັນຈາມິນ ຄິນເຄດ ກຣິຟຟິດ:
“O Lord, How Vile Am I” (by John Newton, 1725-1807).

ໂຄງຮ່າງບົດເທດສະໜາ

“ວິທີແຫ່ງພຣະຄຸນ”ໂດຍ ຈອຊວິດຟິວ
ຫຍໍ້ແລະດັດແປງໃຫ້ເຂົ້າກັບພາສາອັງກິດສະໄໝໃໝ່

“THE METHOD OF GRACE” BY GEORGE WHITEFIELD,
CONDENSED AND ADAPTED TO MODERN ENGLISH

ບົດເທດສະໜາແຕ່ງໂດຍດຣ.ອາ.ແອວ.ໄຮເມີ ຈູເນຍ
ແລະເທດສະໜາໂດຍ ຈອນ ຊາມູເອວ ເຄແກນ
A sermon written by Dr. R. L. Hymers, Jr.
and preached by Mr. John Samuel Cagan

“ພວກເຂົາໄດ້ຮັກສາຄວາມບາບເຈັບແຫ່ງປະຊາຊົນຂອງເຮົາແຕ່ເລັກນ້ອຍກ່າວວ່າ ‘ສັນຕິພາບ ສັນຕິພາບ’ເມື່ອບໍ່ມີສັນຕິພາບ ເລີຍ” (ເຢເລມີ 6:14)

(ເຢເລມີ 6:13)

I.      ໜຶ່ງ ກ່ອນທີ່ທ່ານຈະສາມາດມີສັນຕິສຸກກັບພຣະເຈົ້າໄດ້,ທ່ານຕ້ອງຖືກເຮັດໃຫ້
ເຫັນ,ຮູ້ສຶກຮ້ອງໄຫ້ແລະໂສກເສົ້າເໜືອຄວາມບາບທີ່ຕໍ່ສູ້ບັນຍັດຂອງພຣະ
ເຈົ້າ. ເອເສກຽນ 18:4; ກາລາເຕຍ 3:10.

II.     ກ່ອນທີ່ທ່ານຈະສາມາດມີສັນຕິສຸກກັບພຣະເຈົ້າໄດ້,ການສໍານຶກຈະຕ້ອງເລິກ
ກວ່າທ່ານຈະຕ້ອງຖືກໂນ້ມນ້າວເລື່ອງສັນດານບາບຂອງທ່ານເອງ,ຄວາມ
ເສື່ອມຊາມຂອງຈິດໃຈຂອງທ່ານ.ເອເຟໂຊ 2:3; ໂຣມ 7:24.

III.    ສາມ ກ່ອນທີ່ທ່ານຈະສາມາດມີສັນຕິສຸກແທ້ກັບພຣະເຈົ້າໄດ້,ທ່ານຈະ
ຕ້ອງບໍ່ພຽງແຕ່ມີບັນຫາເນື່ອງຈາກຄວາມບາບໃນຊີວີດຂອງຕົນແລະຄວາມ
ບາບທີ່ຢູ່ສັນດານຂອງທ່ານເທົ່ານັ້ນແຕ່ຍັງແມ່ນຄວາມບາບໃນການຕັດສິນ
ໃຈທີ່ດີທີ່ສຸດຂອງທ່ານ,ຂໍ້ຜູກມັດຕ່າງໆແລະອັນທີ່ເອີ້ນວ່າ “ຊີວິດ ຣິສຕຽນ”
ໂຣມ 8:8.

IV.    ສີ່ ກ່ອນທີ່ທ່ານຈະສາມາດມີສັນຕິສຸກກັບພຣະເຈົ້າ,ທ່ານຈະຕ້ອງມີບັນຫາ
ກ່ຽວກັບຄວາມບາບທີ່ກ່າວໂທດຂອງຄວາມບໍ່ເຊື່ອໃນພຣະເຢຊູ. ໂຢຮັນ 16:8,9.

V.     ຫ້າ ກ່ອນທີ່ທ່ານຈະສາມາດມີສັນຕິສຸກກັບພຣະເຈົ້າ,ທ່ານຈະຕ້ອງເຊື່ອວາງໃຈ
ຢ່າງເຕັມທີ່ໃນຄວາມຊອບທໍາຂອງພຣະຄຣິດ. ມັດທາຍ 11:28.