Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ອາດໍາສອງຄົນ - ປະເພດບົດເທດທີ່ພວກເຮົາຕ້ອງການໄດ້ຍິນ ຢູ່ໃນຄຣິສຕະຈັກທັງຫຼາຍທີ່ກໍາລັງຕາຍຂອງເຮົາໃນປະຈຸບັນນີ້!

(ບົດເທດສະໜາຕອນທີ່ 90 ໃນໜັງສືປະຖົມມະການ)
THE TWO ADAMS –
THE KIND OF SERMON WE NEED TO HEAR
IN OUR DYING CHURCHES TODAY!
(SERMON #90 ON THE BOOK OF GENESIS)
(Laotian)

ໂດຍ ດຣ.ອາແອວໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 4/12/2016
A sermon preached at the Baptist Tabernacle of Los Angeles
Lord's Day Evening, December 4, 2016

“ພຣະເຢໂຮວາພຣະເຈົ້າຈຶ່ງຊົງມີພຣະດຳລັດສັ່ງມະນຸດນັ້ນວ່າ ບັນດາຕົ້ນໄມ້ທຸກຊະນິດໃນສວນເຈົ້າກິນໄດ້ທັງໝົດ ແຕ່ຕົ້ນໄມ້ແຫ່ງຄວາມຮູ້ດີແລະຮູ້ຊົ່ວເຈົ້າຢ່າກິນໝາກຈາກຕົ້ນນັ້ນເປັນເດັດຂາດ ເພາະວ່າເຈົ້າກິນໃນມື້ໃດ ເຈົ້າຈະຕາຍແທ້ໃນມື້ນັ້ນ” (ປະຖົມມະການ 2:16-17)


ພຣະເຈົ້າໄດ້ຊົງສ້າງມະນຸດຄົນທໍາອິດຈາກຜົງຂີ້ດິນ, ຂ້າພະເຈົ້າບໍ່ເຄີຍເຊື່ອມັນໃນ ຕອນທີ່ຍັງໜຸ່ມ, ຂ້າພະເຈົ້າເຊື່ອໃນທິດສະດີວິວັດທະນາການຈົນຮອດອາທິດທີ່ສີ່ຂອງ ເດືອນກັນຍາປີ 1961, ໃນວັນທີ 28 ເດືອນ 9ຂອງປີນັ້ນຂ້າພະເຈົ້າກໍປ່ຽນທັນທີການປ່ຽນ ແປງຊີວິດໂດຍການກັບໃຈໃໝ່, ໃນອາທິດດຽວນັ້ນທຸກສິ່ງທຸກຢ່າງໄດ້ປ່ຽນໄປ, ໜື່ງໃນສິ່ງ ທີ່ປ່ຽນແປງທີ່ສໍາຄັນທີ່ສຸດຄືການເຊື່ອໃນພຣະຄໍາພີຢ່າງໝັ້ນຄົງ,ຈາກວິນາທີນັ້ນຂ້າພະເຈົ້າກໍເຂົ້າໃຈວ່າວິວັດທະນາການຄືການຫລອກລວງ,ນິຍາຍຕ່າງໆທາງວິທະຍາສາດ,ເຊັ່ນຄວາມຜິດຂອງໜັງສືມໍມອນ,ຄວາມຜິດຂອງໂຄຣັນ, ໃນການກັບໃຈໃໝ່ຂອງຂ້າພະເຈົ້າຄວາມຄິດ ຂອງຂ້າພະເຈົ້າໄດ້ປ່ຽນຈາກການເຊື່ອໃນລັດທິດາວິນໄປສູ່ການຍອມຈໍານົນຕໍ່ການດົນໃຈບໍ່ມີຜິດພາດຂອງພາສາຮິບຣູແລະກຣີກໃນພຣະຄໍາພີ, ຕອນນີ້ຂ້າພະເຈົ້າຮູ້ດີໃນຈິດໃຈວ່າ “ພຣະຄໍາພີທຸກຕອນໄດ້ຮັບການດົນໃຈຈາກພຣະເຈົ້າແລະເປັນປະໂຫຍດ” (2 ຕີໂມທຽວ 3:16) ຕັ້ງແຕ່ທຸກຄໍາຂອງພຣະຄໍາພີແມ່ນລົມຫາຍໃຈຂອງພຣະເຈົ້າ(theopneustos)ກໍບໍ່ມີ ຄວາມຜິດພາດທີ່ເປັນໄປໄດ້ໃນພຣະຄໍາພີ - ເພາະທຸກຄໍາທຸກຕອນ-ແຕ່ປະຖົມມະການຫາ ພະນິມິດ-ຖືກປະທານໃຫ້ແກ່ມະນຸດຜູ້ທີ່ຂຽນໜັງສືທີ່ບໍລິສຸດນີ້! ພຣະຄໍາພີກ່າວວ່າ“ພຣະເຢ ໂຮວາພຣະເຈົ້າຊົງປັ້ນມະນຸດດ້ວຍຂີ້ດິນ ຊົງລະບາຍລົມປານແຫ່ງຊີວິດເຂົ້າທາງຮູດັງຂອງ ເຂົາ ແລະມະນຸດຈື່ງເກີດເປັນຈິດວິນຍານມີຊີວິດຢູ່”(ປະຖົມມະການ 2:7)ຂ້າພະເຈົ້າຮູ້ພາຍ ຫຼັງວ່າພຣະເຈົ້າຊົງສ້າງມະນຸດຄົນທໍາອິດແລະມະນຸດກໍບໍ່ໄດ້ຄ່ອຍໆປ່ຽນຈາກຮູບແບບຊີວິດນ້ອຍໆ, ຂ້າພະເຈົ້າຮູ້ດີວ່າການປະຖົມມະການບັນທຶກເລື່ອງການຊົງສ້າງມະນຸດເປັນເລື່ອງ ຈິງແລະຂ້າພະເຈົ້າຮູ້ພາຍຫຼັງວ່າວິວັດທະນາການເປັນການຕົວະຂອງຊາຕານ. ຕໍ່ມາພຣະເຈົ້າໄດ້ເອົາມະນຸດໄປໄວ້ໃນສວນທີ່ສວຍງາມແຫ່ງໜື່ງ, ສວນທີ່ເຕັມໄປ ດ້ວຍໝາກໄມ້ທີ່ມີຄຸນຄ່າທາງອາຫານແລະແຊບ, ບັນດາຕົ້ນໄມ້ແລະໝາກໄມ້ທີ່ດີຕໍ່ສຸຂະ ພາບບໍ່ມີອີກແລ້ວເພາະພວກມັນຖືກທໍາລາຍໂດຍນໍ້າຖ້ວມໃຫຍ່.

ແຕ່ຢູ່ກາງສວນມີຕົ້ນໄມ້ທີ່ສໍາຄັນຢູ່ສອງຕົ້ນ - ຕົ້ນໄມ້ແຫ່ງຊີວິດແລະຕົ້ນໄມ້ແຫ່ງ ຄວາມຮູ້ດີແລະຮູ້ຊົ່ວ, ພຣະເຈົ້າຊົງມອບກົດຂໍ້ດຽວໃຫ້ອາດໍາຮັກສາ“ຕົ້ນໄມ້ແຫ່ງຄວາມຮູ້ດີແລະຮູ້ຊົ່ວເຈົ້າຢ່າກິນໝາກຈາກຕົ້ນນັ້ນເປັນເດັດຂາດ ເພາະວ່າເຈົ້າກິນໃນມື້ໃດ ມື້ນັ້ນເຈົ້າຈະຕາຍແນ່ນອນ” (ປະຖົມມະການ 2:17),ຄໍາວ່າ“ຄວາມຮູ້”ໃນປະຖົມມະການ 2:17 ມາ ຈາກຮາກຂອງຄໍາວ່າ“yadaຢາດາ” ໝາຍເຖິງ“ຄຸ້ນເຄີຍກັນ,ຄືກັບໝູ່ທີ່ຄຸ້ນເຄີຍກັນ”(ເຫຼັ້ມສະ ຕຣອງ) ຖ້າພວກເຂົາຫາກກິນໝາກໄມ້ຫວງຫ້າມພວກເຂົາກໍຈະຕິດມັນ, ການມີຄວາມສໍາ ພັນທາງເພດເທື່ອໜື່ງຢູ່ນອກການແຕ່ງງານຈະຍັງຄົງຕິດຢູ່ໃນໃຈຕະຫຼອດໄປເພາະຄົນທີ່ ເຮັດແບບນີ້ຕອນນີ້ຄຸ້ນເຄີຍກັບມັນແລ້ວ, ການເສບຢາເສບຕິດໜື່ງຫຼືສອງເທື່ອຈະເຮັດໃຫ້ ຄົນຜູ້ໜື່ງຮູ້ສຶກທີ່ນໍາໄປສູ່ການຕິດມັນເລີຍ, ຄວາມບໍລິສຸດຂອງເຂົາກໍຈະເລື່ອນຫາຍໄປຕະ ຫຼອດໄປ, ການກິນໝາກໄມ້ຈາກຕົ້ນແຫ່ງຄວາມຮູ້ດີຮູ້ຊົ່ວຈະທໍາລາຍຄວາມບໍລິສຸດຂອງມະ ນຸດຕະຫຼອດໄປ,ຈົບລົງດ້ວຍການຕາຍຝ່າຍວິນຍານກ່ອນແລະສຸດທ້າຍການຕາຍຝ່າຍເນື້ອໜັງ.

ພະຍາມານຮູ້ຈັກເລື່ອງນັ້ນດີ,ນັ້ນເປັນສາເຫດທີ່ມັນທົດລອງມະນຸດໃຫ້ກິນໝາກໄມ້ ຫວງຫ້າມ, ມັນຮູ້ດີວ່າມະນຸດຈະສູນເສຍຄວາມບໍລິສຸດຂອງເຂົາແລະກາຍເປັນຄົນບາບຕະ ຫຼອດໄປ, ການຍອມແພ້ຕໍ່ການທົດລອງຈະທໍາລາຍຈິດສໍານຶກຜິດຖືກຂອງມະນຸດ,ເຂົາຈະ ເປັນຄົນບາບຕະຫຼອດໄປ, ຈິດສໍານຶກຜິດຖືກຂອງເຂົາຈະຕາຍໃນວິນາທີທີ່ເຂົາກິນໝາກໄມ້ ຫວງຫ້າມ, ດຽວນີ້ເຂົາຈື່ງລີ້ໜ້າຈາກພຣະເຈົ້າ, ຈິດວິນຍານຂອງເຂົາຈື່ງ“ຕາຍໃນການລະ ເມີດແລະການບາບ” (ເອເຟໂຊ 2:1),ເຂົາຈະ“ຕາຍໃນການບາບ” (ເອເຟໂຊ 2:5)ເຂົາຈະມີ ຄວາມຄິດເນື້ອໜັງແລະເຫັນພຣະເຈົ້າໃນຖານະເປັນສັດຕູ (ໂລມ 8:7) ບໍ່ພຽງແຕ່ເຂົາຈະ ຕາຍຝ່າຍວິນຍານເທົ່ານັ້ນແຕ່ຮ່າງກາຍຂອງເຂົາຈະແກ່ຂື້ນແລະຈົບລົງໃນຄວາມຕາຍຝ່າຍ ເນື້ອໜັງ,ໃນຖານະເປັນມະນຸດທີ່ຕາຍແລ້ວເຂົາກໍຈະບໍ່ສາມາດທີ່ຈະ “ຮັບສິ່ງເຫລົ່ານັ້ນຊຶ່ງເປັນຂອງພຣະວິນຍານແຫ່ງພຣະເຈົ້າບໍ່ໄດ້”... ເພາະຕອນນີ້ຄວາມຈິງຂອງພຣະເຈົ້າຈະ “ເຫັນວ່າເປັນສິ່ງໂງ່” (1 ໂກລິນໂທ 2:14)

ແຕ່ທີ່ຮ້າຍກວ່ານັ້ນຄວາມເສຍຫາຍທາງທໍາມະຊາດແລະຄວາມຕາຍຝ່າຍວິນຍານ ຂອງເຂົາຈະຖືກສືບທອດໂດຍລູກຫຼານຂອງເຂົາທຸກຄົນ,ໂດຍທຸກຄົນໃນໂລກເພາະ “ໂດຍ ການບໍ່ເຊື່ອຟັງຂອງອາດໍາຄົນຈຳນວນຫລາຍຈື່ງເປັນຄົນບາບ”(ໂລມ 5:19 ສະບັບ KJV, ESV)“ ສະນັ້ນການພິພາກສາລົງໂທດໄດ້ມາເຖິງຄົນທັງປວງເພາະການລະເມີດຂອງຄົນໆດຽວ(ອາດໍາ)”(ໂລມ 5:18) “ບາບດັງເດີມຂອງອາດໍາໝາຍຄວາມວ່າຄວາມຜິດບາບຂອງ ທຸກຄົນຈາກການເກີດພ້ອມກັບໃຈທີ່ມີຄວາມໂນ້ມອ່ຽງໄປຫາບາບ... ຄວາມບາບທີ່ຢູ່ພາຍ ໃນນີ້ແມ່ນຮາກເງົ້າແລະແຫຼ່ງຂອງຄວາມບາບທຸກຢ່າງ,ມັນສົ່ງຜ່ານມາຫາເຮົາຈາກອາດໍາ(ຫຼືສືບທອດມາ)... ພວກເຮົາບໍ່ແມ່ນຄົນບາບເພາະເຮົາເຮັດບາບແຕ່ພວກເຮົາເຮັດບາບເພາະ ພວກເຮົາເຮົາເປັນຄົນບາບ,ເກີດມາພ້ອມກັບທໍາມະຊາດເປັນທາດຕໍ່ບາບ”(The Reformation Study Bible; note on page 781)“ມະນຸດ...ຕາຍໃນການບາບບໍ່ສາມາດທີ່ຈະກັບໃຈໃໝ່ໂດຍ ກໍາລັງຂອງຕົນເອງໄດ້” (Westminster Confession, IX, 3).

ຄວາມບາບຂອງອາດໍາໄດ້ສົ່ງຕໍ່ໄປຫາທຸກຄົນທີ່ເປັນລູກຫຼານຂອງລາວ(ມະນຸດຊາດທັງໝົດ),ຄວາມຈິງຂໍ້ນີ້ຖືກພິສູດແລ້ວ, ມັນຖືກພິສູດໂດຍຄວາມຈິງທີ່ວ່າລູກຄົນທໍາອິດຂອງ ອາດໍາຊື່ຄາອິນຜູ້ໄດ້ຂ້ານ້ອງຊາຍແທ້ໆຂອງຕົນ(ເບິ່ງປະຖົມມະການ 4:8)ສະນັ້ນພວກທ່ານ ຄືລູກຂອງອາດໍາ, ທ່ານເປັນຄົນບາບໂດຍທາງທໍາມະຊາດ, ບໍ່ມີອັນໃດທີ່ທ່ານເຮັດຫຼືເວົ້າທີ່ ຈະສາມາດຊ່ວຍທ່ານໃຫ້ພົ້ນໄດ້, ບໍ່ມີອັນໃດທີ່ທ່ານເຮັດສາມາດຊ່ວຍທ່ານໃຫ້ພົ້ນໄດ້,ໂດຍ ທໍາມະຊາດພວກທ່ານເປັນຄົນບາບ, ການມາໂບດກໍຈະບໍ່ຊ່ວຍທ່ານໃຫ້ພົ້ນໄດ້, ຄໍາອະທິ ຖານຂອງທ່ານກໍຈະບໍ່ຊ່ວຍທ່ານໃຫ້ພົ້ນ, ການເປັນຄົນດີເທົ່າທີ່ຈະເປັນໄດ້ຈະບໍ່ສາມາດ ຊ່ວຍທ່ານໃຫ້ພົ້ນໄດ້, ບໍ່ມີອັນໃດ - ຂໍ້ຢໍ້າວ່າ-ບໍ່ມີອັນໃດທີ່ທ່ານເຮັດຫຼືເວົ້າສາມາດຊ່ວຍ ທ່ານໄດ້, ທ່ານເປັນຄົນບາບທີ່ຫຼົງຫາຍ, ຄົນຊົ່ວທີ່ຮ້າຍທີ່ສຸດເທົ່າທີ່ຂ້າພະເຈົ້າຮູ້ຈັກກໍຄືນັກ ເທດ - ພວກຜູ້ຊາຍທີ່ສຶກສາພຣະຄໍາພີທຸກມື້, ພວກຄົນບາບບາງຄົນທີ່ບໍ່ເຊື່ອຟັງຫຼາຍທີ່ສຸດ ເທົ່າທີ່ຂ້າພະເຈົ້າເຄີຍຮູ້ຈັກເກີດມາຈາກຄອບຄົວທີ່ພໍ່ແມ່ເປັນຄຣິສຕຽນ, ກະບົດຕໍ່ພໍ່ແມ່ຂອງ ຕົນ,ກະບົດຕໍ່ທຸກຢ່າງທີ່ພວກເຂົາຮຽນຮູ້ຢູ່ໃນຄຣິສຕະຈັກ, ພວກເຂົາອາດຈະຮູ້ຈັກພຣະຄໍາພີ ດີແຕ່ພັດກະບົດຕໍ່ສູ້ມັນ, ພວກເຂົາກະບົດຕໍ່ສູ້ສິດຍາພິບານທີ່ເທດພຣະຄໍາພີ, ພວກເຂົາກະ ບົດເພາະໃຈຂອງເຂົາຊັງຄວາມຈິງ, ຂ້າພະເຈົ້າຮູ້ຈັກ“ພວກຄຣິສຕະຈັກເດັກ”ຜູ້ທີ່ຊົ່ວຄືກັບ ພະຍາມານ, ພວກຜູ້ຍິງທີ່ເຕີບໃຫຍ່ມາໃນຄຣິສຕະຈັກຜູ້ທີ່ລໍ້ລວງພວກຊາຍໜຸ່ມໃຫ້ໄປນອນ ກັບພວກນາງ, ອາທິດຕໍ່ມາພວກເຂົາກໍຮ້ອງເພງຄືກັບວ່າເຂົາເປັນທູດສະຫວັນໂຕນ້ອຍໃນ ເມື່ອຄວາມຈິງພວກເຂົາເປັນຄົນບາບທີ່ຊົ່ວ,ຂ້າພະເຈົ້າຮູ້ຈັກ “ຄຣິສຕະຈັກເດັກ”ທີ່ເປັນຊາຍ ໜຸ່ມທີ່ມີເພດສໍາພັນກັບຜູ້ສາວພວກນັ້ນແລ້ວມາຄຸຍໂມ້ກ່ຽວກັບບາບຂອງເຂົາຕໍ່ໜ້າຊາຍໜຸ່ມທີ່ອາຍຸໜ້ອຍກວ່າ, ເພາະສະນັ້ນຈື່ງຝັງໃນຄວາມຄິດໃຫ້ພວກເດັກນ້ອຍເລື່ອງຕັນຫາທີ່ສາ ມາດທໍາລາຍພວກເຂົາໄດ້.

ພວກທ່ານເວົ້າວ່າ“ຂ້ອຍບໍ່ເຄີຍເຮັດແບບນັ້ນ” ແຕ່ທ່ານມີຄວາມຄິດທີ່ຈະເຮັດມັນ, ທ່ານໄດ້ເຮັດສິ່ງສົກກະປົກຢູ່ໃນຄວາມຄິດຂອງທ່ານແມ່ນບໍ? ພຣະເຢຊູຊົງກ່າວວ່າຄົນທີ່ ຄິດແບບນີ້ກໍບາບຄືກັບການເຮັດມັນ.

ທ່ານເວົ້າວ່າທ່ານຮັກພຣະເຈົ້າແຕ່ທ່ານເຊື່ອຟັງພຣະອົງບໍ? ທ່ານຮັກພຣະເຈົ້າດ້ວຍ ສຸດໃຈຂອງທ່ານບໍ? ທ່ານຮັກທີ່ຈະອ່ານພຣະຄໍາພີທຸກມື້ບໍ? ທ່ານຮັກທີ່ຈະໃຊ້ເວລາສ່ວນ ຕົວກັບພຣະເຈົ້າໃນການອະທິຖານທຸກມື້ບໍ? ຫຼືທ່ານໃຊ້ເວລາວ່າງໃນການຫຼີ້ນວິດີໂອເກມຫຼື ເບິ່ງກິລາເທິງໂທລະພາບ - ບໍ່ເຄີຍຄິດທີ່ຈະໃຊ້ເວລາຫຼາຍໃນການອະທິຖານຫຼືອ່ານພຣະ ຄໍາພີບໍ? ຂ້າພະເຈົ້າເວົ້າເພື່ອສະແດງໃຫ້ເຫັນວ່າທ່ານບໍ່ໄດ້ຮັກພຣະເຈົ້າ-ບໍ່ເລີຍ-ທ່ານພຽງ ແຕ່ເວົ້າກ່ຽວກັບການຮັກພຣະເຈົ້າເທົ່ານັ້ນ, ແຕ່ແທ້ຈິງແລ້ວດູໝີ່ນພຣະເຈົ້າ, ແທ້ຈິງແລ້ວ ທ່ານຮັກພຽງແຕ່ຕົນເອງ, ຈົ່ງຄິດເບິ່ງວ່າມັນແມ່ນຄວາມຈິງບໍ? ທ່ານແມ່ນຄົນບາບທີ່ດູໝີ່ນ ພຣະເຈົ້າແມ່ນບໍ? ພວກທ່ານຢ້ານສິດຍາພິບານບໍ? ເປັນຫຍັງຈື່ງຢ້ານຂ້າພະເຈົ້າ? ມັນ ບໍ່ແມ່ນເພາະຂ້າພະເຈົ້າເຮັດໃຫ້ທ່ານຄິດກ່ຽວກັບພຣະເຈົ້າແລະຄວາມບາບບໍ?ອັນນັ້ນບໍແມ່ນເຫດຜົນທີ່ທ່ານຊັງຂ້າພະເຈົ້າບໍ?

ພວກທ່ານມັກຄໍາເທດສະໜາຂອງຈອນເຄແກນໃນເລື່ອງວິທີອອກເດດບໍ? ທ່ານ ນັ່ງຊື່ໆແລະຟັງດ້ວຍຄວາມຕັ້ງໃຈ, ພວກທ່ານບໍ່ໄດ້ເຮັດແບບນັ້ນຕອນທີ່ຂ້າພະເຈົ້າເທດ ເລື່ອງຄວາມບາບ,ຄວາມລອດແລະພຣະຄຣິດ! ຄວາມຄິດຂອງການອອກເດດກັບບາງຄົນ ເບິ່ງຄືວ່າເປັນເລື່ອງໜ້າສົນໃຈຫຼາຍສໍາຫຼັບທ່ານກວ່າການຟັງຂ້າພະເຈົ້າເທດໃນເລື່ອງພຣະຄຣິດ - ເລື່ອງຄວາມຕາຍຂອງພຣະອົງເທິງໄມ້ກາງແຂນເພື່ອຊ່ວຍທ່ານໃຫ້ລອດຈາກບາບ ຖ້າເປັນແບບນັ້ນທ່ານກໍຮູ້ວ່າຂ້າພະເຈົ້າເວົ້າຖືກ,ມັນພິສູດວ່າທ່ານເປັນຄົນບາບທີ່ກະບົດທີ່ບໍ່ມີຄວາມຮັກແທ້ຂອງພຣະຄຣິດຢູ່ໃນຫົວໃຈຂອງທ່ານ, ຍອມຮັບທ້ອນ, ທ່ານຕ້ອງຍອມຮັບ ແລະຮູ້ສຶກວ່າທ່ານເປັນຄົນບາບທີ່ຫຼົງທາງຢູ່, ທ່ານຕ້ອງຍອມຮັບມັນບໍ່ດັ່ງນັ້ນກໍບໍ່ມີຄວາມ ຫວັງໃດສໍາຫຼັບທ່ານເລີຍ, ບໍ່ມີຄວາມຫວັງສໍາຫຼັບທ່ານອີກຕໍ່ໄປ!

“ບຸກຄົນທີ່ເຊື່ອງຄວາມບາບຂອງຕົ້ນຈະບໍ່ຈະເລີນ ແຕ່ບຸກຄົນທີ່ສາລະພາບ ແລະຖີ້ມຄວາມຊົ່ວຈະໄດ້ຮັບຄວາມເມດຕາ”(ສຸພາສິດ 28:13)

ຈົ່ງສາລະພາບບາບທີ່ຢູ່ພາຍໃນໃຈທີ່ບາບຂອງທ່ານດຽວນີ້ເລີຍບໍ່ດັ່ງນັ້ນທ່ານກໍຈະໃຊ້ຊົ່ວຊີ ວິດຢູ່ໃນບຶງໄຟ! ນີ້ແມ່ນຄວາມຈິງ, ຂ້າພະເຈົ້າເວົ້າກັບພວກທ່ານຄືກັບຜູ້ໃຫຍ່, ນີ້ບໍ່ແມ່ນບົດ ຮຽນໂຮງຮຽນວັນອາທິດທີ່ອ່ອນຫວານ, ອັນນີ້ບໍ່ແມ່ນການເວົ້າຈາທີ່ອ່ອນຫວານໂດຍໂຈເອວ ອອສທີນ, ນີ້ບໍ່ແມ່ນການອະທິບາຍຂໍ້ພຣະຄໍາພີເປັນຂໍ້ໆໂດຍຈອນແມັກອາເທີ, ນີ້ແມ່ນບົດ ເທດສະໜາທີ່ດີລ້າສະໄໝເພື່ອປຸກພວກທ່ານໃຫ້ຕື່ນຂື້ນ, ນີ້ແມ່ນບົດເທດສະໜາຂ່າວປະ ເສີດຂອງໂຮງຮຽນເກົ່າ, ນີ້ແມ່ນບົດເທດທີ່ພຣະເຈົ້າອາດຈະໃຊ້ເພື່ອປຸກທ່ານຂື້ນສູ່ຄວາມຈິງ ທີ່ວ່າທ່ານມີໃຈບາບ,ໃຈທີ່ຕາຍແລ້ວໃນການບາບ, ຂ້າພະເຈົ້າກໍາລັງເວົ້າກັບທ່ານຄືກັບນັກ ເທດທຸກຄົນຄວນເວົ້າ, ຂ້າພະເຈົ້າບໍ່ໄດ້ຕ້ອງການເງີນຂອງພວກທ່ານ! ເງີນຂອງທ່ານຈະ ຕົກນາຮົກ, ຂ້າພະເຈົ້າຕ້ອງການຈິດໃຈຂອງທ່ານ, ຂ້າພະເຈົ້າຢາກຈະເຫັນທ່ານລອດໂດຍ ພຣະເຢຊູ,ຂ້າພະເຈົ້າຕ້ອງການທີ່ຈະເຫັນພຣະເຈົ້າປ່ຽນແປງໃຈທີ່ບາບຂອງທ່ານ, ປ່ຽນມັນ ແລະເຮັດໃຫ້ມັນສະອາດໂດຍພຣະໂລຫິດຂອງພຣະຄຣິດ, ນັ້ນແລະຄືສິ່ງທີ່ຂ້າພະເຈົ້າຕ້ອງ ການ, ຂ້າພະເຈົ້າຕ້ອງການໃຫ້ທ່ານປ່ຽນເຂົ້າສູ່ຄຣິສຕຽນທີ່ມີຄວາມສຸກແທນທີ່ຂອງການ ເປັນຄົນໜ້າຊື່ໃຈຄົດແບບທີ່ທ່ານເປັນຕອນນີ້, ຄົນໜ້າຊື່ໃຈຄົດເປັນຄົນທີ່ເບິ່ງຄືເປັນຄຣິສ ຕຽນແຕ່ພາຍໃນມີໃຈ“ເຕັມໄປດ້ວຍກະດູກຂອງຄົນຕາຍແລະສິ່ງສົກກະປົກທຸກຢ່າງ...ພາຍນອກນັ້ນປາກົດແກ່ມະນຸດວ່າເປັນຄົນຊອບທໍາ ແຕ່ພາຍໃນເຕັມໄປດ້ວຍຄວາມໜ້າຊື່ໃຈຄົດ ແລະຄວາມຊົ່ວຊ້າ”(ມັດທາຍ 23:27,28)ແລະທ່ານກໍເປັນໃນແບບທີ່ທ່ານເປັນ, ໃຈຂອງ ທ່ານບາບຫຼາຍເຊິ່ງທ່ານພະຍາຍາມຢ່າງໜັກທີ່ຈະເບິ່ງຄືຄຣິສຕຽນ -ແຕ່ຈົ່ງເບິ່ງທີ່ໃຈຂອງ ທ່ານ! ໃຈຂອງທ່ານເຕັມໄປດ້ວຍຄວາມບາບ,ຕັນຫາແລະຄວາມບໍ່ເຊື່ອ, ໃຈຂອງທ່ານກະ ບົດຄືກັບໃຈຂອງຄາອິນ.

ປະຖົມມະການ 5:1,3 ພິສູດວ່າຄວາມບາບຂອງອາດໍາໄດ້ເຮັດໃຫ້ເກີດຄວາມເສຍ ຫາຍຕໍ່ມະນຸດຊາດ, ນັ້ນແລະວ່າເປັນຫຍັງໃຈຂອງທ່ານຈື່ງຕາຍໃນການບາບ, ໃນປະຖົມ ມະການ 5:1 ພວກເຮົາເຫັນວ່າ“ພຣະເຈົ້າໄດ້ຊົງສ້າງມະນຸດພຣະອົງຊົງສ້າງຕາມແບບ ພຣະສາຍຂອງພຣະເຈົ້າ”( ປະຖົມມະການ 5:1)ແຕ່ອາດໍາໄດ້ກະບົດແລະບາບໄດ້ເຮັດໃຫ້ ຈິດສໍານຶກຂອງລາວໄປ, ຫຼັງຈາກນັ້ນພວກເຮົາກໍອ່ານພົບວ່າອາດໍາ“ໃຫ້ກໍາເນີດລູກຊາຍຄົນ ໜື່ງມີຮູບຮ່າງໜ້າຕາຄ້າຍຄືກັນກັບລາວ”(ປະຖົມມະການ 5:3)ເມື່ອອາດໍາເປັນຄົນບໍລິສຸດກໍ ຖືກກ່າວ່າລາວຖືກສ້າງມາຕາມພຣະສາຍຂອງພຣະເຈົ້າ - ບໍລິສຸດຄືກັບພຣະເຈົ້າ! ແຕ່ຫຼັງ ຈາກທີ່ລາວເຮັດບາບລາວກໍເປັນພໍ່“ໃຫ້ກໍາເນີດລູກຊາຍຄົນໜື່ງ ມີຮູບຮ່າງໜ້າຕາຄ້າຍຄືກັບ ລາວ”-ຮູ້ສຶກຜິດເລື່ອງບາບ,ຄົນບາບໂດຍທໍາມະຊາດ!(ປະຖົມມະການ 5:3)

ແລະນັ້ນແລະຄືຄວາມຄ້າຍຄືກັນທີ່ທ່ານເກີດມາພ້ອມ-ທ່ານເປັນຄົນບາບໂດຍທໍາມະ ຊາດຄືກັບອາດໍາຕອນທີ່ລາວກະບົດຕໍ່ພຣະເຈົ້າ, ພວກທ່ານເປັນຄົນບາບໂດຍທໍາມະຊາດ,ພໍ່ ແມ່ຂອງທ່ານເປັນຄົນບາບໂດຍທໍາມະຊາດ, ທຸກຄົນທີ່ທ່ານຮູ້ຈັກຢູ່ໃນໂຮງຮຽນຫຼືບ່ອນເຮັດ ວຽກເປັນຄົນບາບໂດຍທໍາມະຊາດ, ຄົນບາບທີ່ແກ້ໄຂບໍ່ໄດ້ຜູ້ເຊິ່ງບໍ່ສາມາດເຮັດຈັກຢ່າງເພື່ອ ປ່ຽນແປງໃຈທີ່ຊົ່ວຂອງເຂົາໄດ້, “ເປັນຫຍັງຮູ້ບໍ?”ທ່ານເວົ້າວ່າ “ແມ່ຂອງຂ້ອຍມີໃຈທີ່ບາບ ບໍ?” ແມ່ນແລ້ວ! ໃຈຂອງລາວກໍເປັນໃຈທີ່ກະບົດຄືກັບໃຈຂອງທ່ານ ຫຼືຄົນອື່ນໆທີ່ສືບທອດ ມາຈາກອາດໍາ, ເຊື້ອສາຍມະນຸດທຸກຄົນຖືກເສຍຫາຍແລະຄວາມຕາຍໄດ້ມາເຖິງທຸກຄົນ, ທຸກຢ່າງມາເພາະຄວາມບາບຂອງອາດໍາ, ມາກ ຖືກເຕືອນ, ມາກບໍ່ມີເຫດຜົນໃດທີ່ບໍ່ເຊື່ອ ຟັງ, ມາກຮູ້ດີວ່າລາວຈະຕາຍແລະທີ່ວ່າລາວອາດຈະສ້າງຄວາມຫາຍະນະຄົນອື່ນໆທີ່ຈະ ເກີດຂື້ນມາ, ມາກ, ອາດໍາເປັນຄົນສະອາດທີ່ດີ - ຖືກປ່ຽນໂດຍຄວາມບາບໄປເປັນນັກຂ້າ! ທຸກຄົນທີ່ປົກກະຕິຊັງຮິດເລີເພາະລາວໄດ້ຂ້າພວກຢິວຫົກລ້ານຄົນ: ແຕ່ຮິດເລີເປັນຄົນບໍລິ ສຸດຄືກັບທູດສະຫວັນເມື່ອປຽບທຽບກັບອາດໍາ, ຮິດເລີຂ້າຄົນຫົກລ້ານຄົນ, ແຕ່ອາດໍາຂ້າມະ ນຸດຊາດທຸກຄົນ! ຄົນເປັນພັນໆລ້ານຄົນ! ອາດໍາໄດ້ເຮັດໃຫ້ໃຈຂອງທ່ານເສຍຫາຍ, ອາດໍາ ເຮັດໃຫ້ຄຣິສຕະຈັກທີ່ທ່ານໄປໜ້າຊື່ໃຈຄົດ - ມັນເຮັດໃຫ້ທ່ານໜ້າຊື່ໃຈຄົດເຊິ່ງບໍ່ສາມາດ ປ່ຽນໃຈຂອງຕົນໄດ້ - ຄວາມໜ້າຊື່ໃຈຄົດນໍາໄປສູ່ນາຮົກແລະສົມຄວນທີ່ຈະໄປບ່ອນນັ້ນ ເພາະການສືບທອດທໍາມະຊາດບາບຂອງເຂົາແລະເພາະເຂົາປະຕິເສດຄົນຜູ້ດຽວທີ່ສາມາດຊ່ວຍເຂົາໃຫ້ພົ້ນໄດ້ຄືພຣະເຢຊູຜູ້ເປັນອາດໍາທີ່ສອງ, ອາດໍາຄົນທີ່ໜື່ງໄດ້ໃຫ້ໃຈທີ່ກະບົດ ແລະບາບແກ່ທ່ານ, ແຕ່ອາດໍາທີ່ສອງຄືພຣະຄຣິດເປັນຄົນດຽວແລະພຽງຜູ້ດຽວທີ່ສາມາດ ມອບໃຈໃຫມ່ໃຫ້ທ່ານໄດ້, ມີພຽງພຣະຄຣິດເທົ່ານັ້ນທີ່ສາມາດເອົາໃຈຫີນອອກໄປແລະ“ເອົາ ໃຈຊີ້ນໃຫ້ທ່ານ”(ເອເສຄຽວ 26:36)ນັ້ນແລະຄືການບັງເກີດໃໝ່,ນັ້ນແລະຄືການເກີດໃໝ່.

ຕອນນີ້ພວກເຮົາມາຮອດສ່ວນທີ່ຍາກ,ຄົນທີ່ບໍ່ສາມາດປ່ຽນໃຈຂອງເຂົາຈະສາມາດ ລອດໄດ້ແນວໃດ? ທ່ານຕ້ອງບັງເກີດໃໝ່, ການບັງເກີດໃໝ່ເປັນຫຼັກຄໍາສອນທີ່ສໍາຄັນຫຼາຍ ຂ້າພະເຈົ້າບໍ່ໄດ້ຍິນນັກເທດເວົ້າເຖິງເລື່ອງນີ້ໃນປະຈຸບັນນີ້, ບໍ່ຕ້ອງສົງໄສເລີຍທີ່ຄຣິສຕະຈັກ ຫຼາຍແຫ່ງຂອງເຮົາກໍາລັງຕາຍ! ຄໍາວ່າ“ບັງເກີດໃໝ່”ແນ່ໃສ່ການກະທໍາຂອງພຣະເຈົ້າເຊີ່ງ ປ່ຽນຫົວໃຈແລະປ່ຽນແປງມັນຈາກຄວາມຕາຍໄປສູ່ຊີວິດ! ພຣະຄຣິດຖືກເອີ້ນການບັງເກີດ ໃໝ່ເປັນ“ການເກີດອີກເທື່ອໜື່ງ” ການປ່ຽນແປງຝ່າຍວິນຍານ,ການສ້າງຂອງຫົວໃຈໃໝ່ ໂດຍການກະທໍາຂອງພຣະວິນຍານບໍລິສຸດ,ການກະທໍາເຊີ່ງບຸກຄົນໜື່ງຖືກປ່ຽນຈາກລູກຂອງອາດໍາເປັນລູກຂອງພຣະເຈົ້າ, ການບັງເກີດໃໝ່ແມ່ນການກະທໍາຂອງພຣະເຈົ້າພຽງຜູ້ດຽວ, ການກະທໍາເຊິ່ງພຣະອົງຊົງສ້າງໃຈທີ່ຕາຍ,ສືບທອດຈາກອາດໍາໃຫ້ມີຊີວິດອີກ, ການເກີດ ໃໝ່ເປັນສີ່ງຈໍາເປັນເພາະໃຈຂອງທ່ານມັນຕາຍແລ້ວກ່ອນທີ່ທ່ານຈະບັງເກີດໃໝ່.

ຄໍາພະຍານທີ່ດີທີ່ສຸດທີ່ຂ້າພະເຈົ້າເຄີຍອ່ານຈາກຊາຍໜຸ່ມຄົນໜື່ງກໍຄືຄໍາພະຍານ ຂອງຈອນເຄແກນ, ມັນເປັນຖືກຕ້ອງຫຼາຍທີ່ຄົນຜູ້ໜື່ງເຊີ່ງອ່ານມັນບອກຂ້າພະເຈົ້າວ່າມັນບໍ່ ໜ້າຈະມາຈາກຊາຍໜຸ່ມອາຍຸສິບຫ້າປີ, ຊາຍຄົນນີ້ກ່າວຫາຂ້າພະເຈົ້າວ່າເປັນຄົນຂຽນຂື້ນ ດ້ວຍຕົນເອງ-ຫຼືຢ່າງໜ້ອຍກໍເຮັດໃຫ້ມັນຖືກແລະເພີ່ມຕື່ມເຂົ້າໄປ, ແຕ່ຈອນເອງກໍາລັງນັ່ງຢູ່ ເທິງເວທີນີ້ກັບຂ້າພະເຈົ້າ, ລາວສາມາດຮັບຮອງວ່າຂ້າພະເຈົ້າບໍ່ໄດ້ຂຽນຫຼືປ່ຽນມັນແຕ່ຢ່າງ ໃດ - ຫຼືພໍ່ຂອງລາວເອງດຣ.ເຄແກນກໍບໍ່ໄດ້ປ່ຽນ, ພວກເຮົາມີຄົນທີ່ລອດຫຼາຍຄົນທີ່ອ່ານ ມັນຫຼືໂດຍການໄດ້ຍິນການອ່ານ.

ຄວາມຕາຍຂອງໃຈຂອງມະນຸດຢູ່ໃນອາດໍາຈະຕ້ອງກັບກັນ, ມັນຕ້ອງຖືກເຮັດໃຫ້ມີ ຊີວິດອີກໂດຍພຣະຄຣິດອາດໍາຜູ້ສຸດທ້າຍ. ເລື່ອງນີ້ຖືກເຮັດໃຫ້ຈະແຈ້ງໂດຍອັກຄະສາວົກ ເປົາໂລ

“ສະນັ້ນການພິພາກສາລົງໂທດໄດ້ມາເຖິງຄົນທັງປວງເພາະການລະເມີດຂອງຄົນໆດຽວສັນໃດ ຄວາມຊອບທຳຂອງພຣະອົງຜູ້ດຽວກໍນຳຂອງປະທານແຫ່ງພຣະຄຸນມາເຖິງທຸກຄົນສັນນັ້ນ ຄືຄວາມຊອບທຳແຫ່ງຊີວິດ ເພາະວ່າຄົນເປັນຈຳນວນຫລາຍເປັນຄົນບາບເພາະຄົນໆດຽວທີ່ບໍ່ໄດ້ເຊື່ອຟັງສັນໃດ ຄົນເປັນຈຳນວນຫລາຍກໍເປັນຄົນຊອບທຳເພາະພຣະອົງຜູ້ດຽວທີ່ໄດ້ຊົງເຊື່ອຟັງສັນນັ້ນ” (ໂລມ 5:18-19)

ອີກເທື່ອໜື່ງອັກຄະສາວົກໄດ້ປຽບທຽບອາດໍາກັບພຣະຄຣິດ

“ຊົງສ້າງມະນຸດຄົນເດີມຄືອາດຳເປັນຈິດວິນຍານມີຊີວິດຢູ່' ແຕ່ອາດຳຜູ້ຊຶ່ງມາພາຍຫລັງນັ້ນ(ພຣະຄຣິດ)ເປັນວິນຍານຜູ້ປະທານຊີວິດ” (1 ໂກລິນໂທ 15:45)

ມີພຽງພຣະຄຣິດ(ອາດໍາສຸດທ້າຍ)ທີ່ສາມາດນໍາໃຈທີ່ຕາຍແລ້ວຂອງຄົນບາບມາສູ່ຊີວິດ, ພຣະຄຣິດຊົງປ່ຽນໃຈຈາກການເປັນທາດບາບເປັນໃຈໃໝ່,ໃຈທີ່ຮັກພຣະເຈົ້າ, ວຽກນີ້ ເລີ່ມຕົ້ນເມື່ອພຣະວິນຍານຂອງພຣະເຈົ້າຊົງໂນ້ມນ້າວທ່ານເລື່ອງໃຈທີ່ບາບຂອງທ່ານ (ໂຢ ຮັນ16:8),ຫຼັງຈາກນັ້ນພຣະວິນຍານຂອງພຣະເຈົ້າຊົງເປີດເຜີຍພຣະຄຣິດແກ່ທ່ານ (ໂຢຮັນ 16:14,15),ສຸດທ້າຍພຣະເຈົ້າຊົງຊັກນໍາທ່ານມາຫາພຣະຄຣິດ(ໂຢຮັນ 6:44)ສາມຂັ້ນຕອນ ໃນການບັງເກີດໃໝ່ນັ້ນຖືກສະແດງໃຫ້ເຫັນຢູ່ໃນຄໍາພະຍານຂອງຈອນເຄແກນ, ຢູ່ໃນວັກ ທໍາອິດຈອນເວົ້າເຖິງໃຈທີ່ຊົ່ວຂອງລາວທີ່ສືບທອດມາຈາກອາດໍາ, ໃນວັກທີ່ສອງຈອນເວົ້າ ເຖິງການທີ່ພຣະເຈົ້າຊົງໂນ້ມນ້າວລາວຢ່າງໜັກເຊີ່ງລາວເຈັບປວດຫຼາຍເພາະມັນ,ລາວເວົ້າວ່າ“ຂ້ອຍເລີ່ມທີ່ຈະຊັງຕົນເອງ,ທີ່ຈະຊັງຄວາມບາບຂອງຂ້ອຍແລະການທີ່ມັນເຮັດໃຫ້ຂ້ອຍຮູ້ສຶກ” ໃນວັກທີ່ສາມຈອນເວົ້າເຖິງການທີ່ໃຈບາບຂອງລາວຊັງຄໍາເທດສະໜາຂອງຂ້າພະ ເຈົ້າແລະທີ່ລາວປະຕິເສດພຣະຄຣິດແນວໃດແດ່, ມັນເປັນການຕໍ່ສູ້ທີ່ໃຫຍ່ຫຼາຍລະຫວ່າງໃຈ ທີ່ບາບຂອງລາວກັບຄວາມບໍ່ສາມາດມາຫາພຣະຄຣິດໄດ້ຂອງລາວ, ໃນວັກທີ່ສີ່ຈອນບອກ ພວກເຮົາເຖິງການຄິດກ່ຽວກັບຄວາມທຸກທໍລະມານຂອງພຣະຄຣິດເທິງໄມ້ກາງແຂນເພື່ອ ຊ່ວຍລາວໃຫ້ລອດຈາກບາບ, ຄວາມຄິດນີ້ໄດ້ທຸບທໍາລາຍຄວາມດື້ດຶງຂອງລາວແລະສຸດ ທ້າຍລາວກໍໄດ້ສະຫງົບໃນພຣະຄຣິດ, ສຸດທ້າຍໃນຕອນຈົບຂອງການກັບໃຈໃໝ່ຂອງລາວ ຈອນກໍເວົ້າວ່າ“ພຣະຄຣິດຊົງມອບຊີວິດໃຫ້ຂ້ອຍແລະເພາະເຫດນີ້ຂ້ອຍຈື່ງມອບທຸກສິ່ງແກ່ ພຣະອົງ...ເພາະພຣະອົງຊົງປ່ຽນຂ້ອຍ”ແນ່ນອນລາວເປັນຄົນໜຸ່ມທີ່ຂີ້ຮ້າຍ! ແຕ່ລາວເປັນ ຄົນຂອງພຣະເຈົ້າ!

ເດືອນໜ້າຈອນຈະເຂົ້າໄປຮຽນຢູ່ໂຮງຮຽນພຣະຄໍາພີເພື່ອກຽມເປັນຜູ້ຮັບໃຊ້ແບັບຕິດຄົນໜື່ງ.

ບໍ່ວ່າທ່ານແມ່ນໃຜກໍຕາມ-ທ່ານກໍເປັນຄົນບາບທີ່ຫຼົງທາງພ້ອມດ້ວຍໃຈທີ່ຕາຍແລ້ວ, ຕາຍແລ້ວເພາະທ່ານຖືກລ່າມໂຊ້ຢູ່ໃນຄວາມບາບຂອງອາດໍາ, ຖ້າທ່ານຫາກເປັນແບບນັ້ນ ພຣະເຢຊູຄຣິດຊົງເປັນຄວາມຫວັງດຽວຂອງທ່ານ-ພຣະອົງພຽງຜູ້ດຽວ “ທີ່ສາມາດທໍາລາຍ ລິດຂອງບາບໄດ້ແລະປ່ອຍໃຫ້ນັກໂທດເປັນອິດສະຫຼະ”ຄືກັບທີ່ຊາລສ໌ເວສລີໄດ້ເວົ້າ,ລິດອໍານາດໃນພຣະຄຣິດສາມາດປ່ຽນໃຈຂອງທ່ານ ແລະຊໍາລະມັນໃຫ້ສະອາດໂດຍພຣະໂລຫິດ ຂອງພຣະອົງເອງໄດ້, ຈົ່ງວາງໃຈໃນພຣະອົງແລ້ວພຣະອົງຈະຊົງຊ່ວຍທ່ານໃຫ້ພົ້ນ.

ຖ້າທ່ານຢາກຈະລົມກັບພວກເຮົາກ່ຽວກັບຄວາມລອດຈາກຄວາມຜິດບາບໂດຍພຣະເຢຊູ,ຂໍເຊີນມາລົມກັບດຣ.ເຄແກນ, ຈອນເຄແກນ ແລະຂ້າພະເຈົ້າໄດ້ເລີຍ,ຂໍເຊີນທ່ານມາ ໃນຂະນະທີ່ກຣິຟຟິດຮ້ອງເພງ “ໃນພຣະເຢຊູ”ສອງເທື່ອທັງສາມວັກນັ້ນ.

ຂ້າໄດ້ລອງໃນຫົນທາງທີ່ໄຮ້ປະໂຫຍດເປັນພັນໆ
ຄວາມຢ້ານຂອງຂ້າຖືກປາບລົງ,ຄວາມຫວັງທີ່ຂ້າສ້າງ
ແຕ່ສິ່ງທີ່ຂ້າຕ້ອງການພຣະຄໍາພີກ່າວວ່າ
ມີພຽງແຕ່ພຣະເຢຊູເທົ່ານັ້ນ

ຈິດໃຈຂອງຂ້າມືດແລະໃຈກໍແຂງເປັນເຫຼັກ
ຂ້າບໍ່ສາມາດເຫັນ, ຂ້າບໍ່ສາມາດຮູ້ສຶກ
ເລື່ອງສະຫວ່າງ,ຊີວິດຂ້ອຍຕ້ອງຂໍຮ້ອງ
ໃນຄວາມເຊື່ອງ່າຍໆຕໍ່ພຣະເຢຊູ

ເຖິງແມ່ນວ່າມີຄົນຫົວຂວັນແລະມີຄົນດູຖູກ
ຂ້າຈະໄປພ້ອມຄວາມຊົ່ວແລະຄວາມອາຍຂອງຂ້າ
ຂ້າຈະໄປຫາພຣະອົງເພາະຊື່ຂອງພຣະອົງ
ຢູ່ເໜືອນາມທຸກນາມຄືພຣະເຢຊູ
(“In Jesus” by James Procter, 1913).


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ໂນອາ ຊອງ: ໂລມ 5:17-19.
ບັນເລງເພງກ່ອນເທດສະໜາໂດຍ ເບັນຈາມິນ ຄິນເຄດກຣິຟຟິດ:
“In Jesus” (James Procter, 1913).