Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຈົ່ງອອກຈາກຖ້າມກາງພວກເຂົາ

COME OUT FROM AMONG THEM!
(Laotian)

ໂດຍ ດຣ.ອາແອວໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ວັນຂອງພຣະເຈົ້າຕອນແລງ 13/11/2016
A sermon preached at the Baptist Tabernacle of Los Angeles
Lord’s Day Evening, November 13, 2016

“ອົງພຣະຜູ້ເປັນເຈົ້າຕັດວ່າ ເຫດສະນັ້ນເຈົ້າຈົ່ງອອກຈາກຖ້າມກາງພວກເຂົາເຫລົ່ານັ້ນ ແລະຈົ່ງແຍກຕົວອອກຈາກເຂົາທັງຫລາຍ ຢ່າແຕະຕ້ອງສິ່ງຊຶ່ງບໍ່ສະອາດ ແລ້ວເຮົາຈຶ່ງຈະຮັບພວກເຈົ້າທັງຫລາຍ ເຮົາຈະເປັນພໍ່ຂອງພວກເຈົ້າແລະພວກເຈົ້າຈະເປັນລູກຊາຍລູກສາວຂອງເຮົາ' ອົງພຣະຜູ້ເປັນເຈົ້າຜູ້ຊົງລິດທານຸພາບທັງສິ້ນໄດ້ຕັດດັ່ງນັ້ນ” (2 ໂກລິນໂທ 6:17-18)


“ຈົ່ງອອກຈາກຖ້າມກາງພວກເຂົາເຫລົ່ານັ້ນ”ນັ້ນໝາຍຄວາມວ່າໃຫ້ປະຄົນເຫຼົ່ານັ້ນທີ່ ມີຊີວິດຢູ່ໃນບາບ, ນັ້ນແລະຄືຄວາມໝາຍຂອງຄໍາວ່າ“ການແຍກອອກ” “ຈົ່ງອອກຈາກຖ້າມ ກາງພວກເຂົາເຫລົ່ານັ້ນ” ການແຍກອອກຄືໜື່ງໃນຄໍາສອນທີ່ສໍາຄັນທີ່ສຸດໃນພຣະຄໍາພີ, ການແຍກອອກສໍາຄັນເພາະທ່ານບໍ່ສາມາດເປັນຄຣິສຕຽນໂດຍປາສະຈາກມັນໄດ້, ທ່ານບໍ່ ສາມາດມີຊີວິດທີ່ມີໄຊຊະນະໂດຍປາສະຈາກການແຍກອອກໄດ້, ການແຍກອອກບໍ່ໄດ້ ໝາຍເຖິງການຜູກມັດເປັນມິດກັບຄົນທີ່ບໍ່ເຊື່ອ, ການແຍກອອກບໍ່ໄດ້ໝາຍເຖິງການຮັກໂລກ ພຣະຄໍາພີກ່າວວ່າ“ຖ້າຜູ້ໃດຮັກໂລກ ຄວາມຮັກຂອງ(ພຣະເຈົ້າ)ບໍ່ໄດ້ຢູ່ໃນຜູ້ນັ້ນ”(1 ໂຢຮັນ 2:15)ອີກເທື່ອໜື່ງທີ່ເວົ້າວ່າ“ຜູ້ໃດ...ຈະເປັນມິດກັບໂລກກໍເປັນສັດຕູຂອງພຣະເຈົ້າ”(ຢາໂກ ໂບ 4:4)ບາງຄົນອ້າງພຣະເຢຊູໃສ່ຂ້າພະເຈົ້າເພື່ອປັບຂ້າພະເຈົ້າໃຫ້ຖືກ“ໂດຍເຫດນີ້ຄົນທັງ ປວງກໍຈະຮູ້ໄດ້ວ່າທ່ານທັງຫຼາຍເປັນສາວົກຂອງເຮົາ ຖ້າເຈົ້າຮັກເຊິ່ງກັນແລະກັນ”(ໂຢຮັນ 13:35) ແຕ່ຜູ້ໃດລະທີ່ພຣະອົງອ້າງເຖິງ? ບໍ່ແມ່ນແນ່ໃສ່ຄົນບໍ່ເຊື່ອ, ພຣະອົງກໍາລັງເວົ້າ ເຖິງພວກສາວົກໃຫ້ຮັກເຊິ່ງກັນແລະກັນ, ເຊັກສະເປຍໄດ້ກ່າວວ່າ“ພະຍາມານສາມາດອ້າງ ອີງພຣະຄໍາພີໃສ່ເປົ້າໝາຍຂອງມັນໄດ້”ຂໍ້ພຣະຄໍາພີຂອງເຮົາຊັດເຈນຫຼາຍວ່າ:

“ອົງພຣະຜູ້ເປັນເຈົ້າຕັດວ່າ ເຫດສະນັ້ນເຈົ້າຈົ່ງອອກຈາກຖ້າມກາງພວກເຂົາເຫລົ່ານັ້ນ ແລະຈົ່ງແຍກຕົວອອກຈາກເຂົາທັງຫລາຍ” (2 ໂກລິນໂທ 6:17)

ເປັນຫຍັງການແຍກອອກຈາກຄົນທີ່ບໍ່ລອດຈື່ງເປັນເລື່ອງທີ່ສໍາຄັນຫຼາຍ?

I. ໜື່ງ ການແຍກອອກເປັນສິ່ງທີ່ສໍາຄັນເພາະມັນຖືກສອນທົ່ວພຣະຄໍາພີ.

ເມຍຂອງໂລດສູນເສຍຈິດວິນຂອງນາງໂດຍການບໍ່ແຍກອອກຈາກໝູ່ຄູ່ທີ່ບາບຂອງ ນາງທີ່ຢູ່ໃນເມືອງໂສໂດມ, ພຣະເຈົ້າບອກໂລດວ່າພຣະອົງຈະທໍາລາຍເມືອງ, ພຣະອົງຈະ ທໍາລາຍມັນເພາະຜູ້ຄົນທີ່ຢູ່ບ່ອນນັ້ນເປັນຄົນບາບແລະຊາວໂລກ, ພຣະເຈົ້າບອກໂລດວ່າ “ຈົ່ງອອກໄປຈາກສະຖານທີ່ນີ້ເພາະພຣະເຢໂຮວາຈະຊົງທໍາລາຍເມືອງນີ້” (ປະຖົມມະການ 19:14) ໂລດບອກເມຍຂອງລາວວ່າພວກເຂົາຄວນຈະອອກໄປຈາກເມືອງໂສໂດມ,ນາງກໍ ເລີ່ມຕາມຜົວຂອງຕົນໃນຂະນະທີ່ລາວໄປ, ແຕ່ນາງບໍ່ຕ້ອງການທີ່ຈະປະໝູ່ເພື່ອນທີ່ບາບ ຂອງຕົນ, ນາງເລີ່ມທີ່ຈະອອກໄປກັບຜົວຂອງນາງ, ແຕ່“ເມຍຂອງລາວຜູ້ຕາມທາງຫຼັງລາວ ລ້ຽວກັບໄປເບິ່ງ ແລະ ນາງຈື່ງກາຍເປັນເສົາເກືອ”(ປະຖົມມະການ 19:26)ດຣ.ຊາລສ໌ ຊີໄຣຣີ່ກ່າວວ່າ“ໃຈຂອງລາວຍັງຢູ່ໃນເມືອງໂສໂດມ, ນາງບໍ່ຕ້ອງການທີ່ຈະແຍກຕົວອອກ ຈາກໝູ່ເພື່ອນທີ່ບາບຂອງຕົນ, ນາງແນມກັບແລະລ້ຽວກັບໄປຫາໝູ່ທີ່ບໍ່ລອດຂອງນາງ,ໃນ ຂະນະທີ່ລາວແນມກັບເພື່ອກັບໄປຫາໝູ່ເພື່ອນທີ່ບາບຂອງນາງ ‘ນາງກໍກາຍເປັນເສົາເກືອ’” ໄຟແລະມາດທີ່ພຣະເຈົ້າສົ່ງລົງມາໃນເມືອງໂສໂດມໄດ້ປົກຄຸມນາງ, ນາງຖືກປົກຫຸ້ມດ້ວຍ ໄຟປົ່ນດ້ວຍມາດ, ມາດທີ່ພຣະເຈົ້າຖອກລົງເໜືອຮ່າງກາຍຂອງນາງ, ນາງຖືກຫຸ້ມຢູ່ໃນເສົາ ທີ່ເປື່ອຍໄປ, ນາງຖືກເຜົາທັງເປັນເພາະນາງບໍ່ຕ້ອງການທີ່ຈະແຍກອອກຈາກໝູ່ເພື່ອນທີ່ ບາບຂອງຕົນຢູ່ໃນເມືອງໂສໂດມ.ນາງສູນເສຍຈິດວິນຍານແລະຕົກນາຮົກ, ແລະພຣະເຢຊູ ຕັດວ່າ:

“ຈົ່ງລະນຶກເຖິງເມຍຂອງໂລດ” (ລູກາ 17:32)

ຖ້າພວກທ່ານຖີ້ມຄຣິສຕະຈັກແລ້ວກັບໄປກັບໝູ່ເພື່ອນທີ່ບາບຂອງທ່ານສິ່ງນັ້ນກໍຈະເກີດຂື້ນກັບທ່ານ, ທ່ານຈະຖືກທໍາລາຍຢູ່ໃນໄຟແຫ່ງການພິພາກສາຂອງພຣະເຈົ້າ.

“ຈົ່ງລະນຶກເຖິງເມຍຂອງໂລດ”

ຈອນບັນຢັນບັນພະບຸລຸດແບັບຕິດຂອງເຮົາໄດ້ເວົ້າເລື່ອງລາວທີ່ຄ້າຍຄືກັນວ່າ, ມີ ຊາຍຄົນໜື່ງອອກໄປຈາກເມືອງແຫ່ງການທໍາລາຍ,ລາວບໍ່ໄດ້ແນມກັບໃນຂະນະທີ່ລາວແລ່ນ ຕາມພຣະຄຣິດ, ໝູ່ທີ່ບໍ່ລອດຂອງລາວສອງຄົນແລ່ນຕາມຫຼັງລາວ, ພວກເຂົາບອກລາວໃຫ້ ກັບໄປຫາເມືອງແຫ່ງການທໍາລາຍ, ແຕ່ລາວບໍ່ຟັງເຂົາ, ພວກເຂົາບອກໃຫ້ລາວກັບໄປ ຫາໝູ່ເພື່ອນທີ່ບໍ່ລອດຂອງລາວ, ແຕ່ລາວກໍບໍ່ເຮັດຕາມ, ລາວແຍກອອກຈາກໝູ່ເພື່ອນທີ່ບໍ່ ລອດຂອງລາວແລະໄດ້ຮັບຄວາມລອດ(ຖອດຄວາມຈາກ Pilgrim’s Progress ໂດຍຈອນ ບັນຢັນ)

ຖ້າທ່ານເລີ່ມມາໂບດແລະຢາກຈະໄດ້ຮັບຄວາມລອດສິ່ງດຽວກັນກໍຈະເກີດຂື້ນກັບ ທ່ານ, ໝູ່ເພື່ອນທີ່ບໍ່ລອດແລະຍາດຕິພີ່ນ້ອງຂອງທ່ານຈະເຮັດທຸກວິທີທາງທີ່ເຮັດໄດ້ເພື່ອ ເອົາທ່ານກັບຄືນ, ເພື່ອກັບມີຊີວິດໃນຄວາມບາບກັບພວກເຂົາ, ໝູ່ຂອງຜູ້ຊາຍທີ່ບັນຢັນເວົ້າ ເຖິງເວົ້າວ່າ“ເຈົ້າຈະປະໝູ່ຊາວໂລກທຸກຄົນຂອງເຈົ້າໄປບໍ?” ຊາຍຄົນນັ້ນກໍຕອບວ່າ“ແມ່ນ ແລ້ວ”“ແມ່ນຂ້ອຍຈະຖີ້ມພວກເຂົາທັງໝົດ,ເພາະນັ້ນເປັນຫົນທາງດຽວທີ່ຂ້ອຍຈະສາມາດພົບ ກັບຄວາມລອດໃນພຣະຄຣິດໄດ້” ມັນເປັນເລື່ອງຈິງໃນຊີວິດເມຍຂອງໂລດ, ນາງກັບໄປ ຫາໝູ່ທີ່ບາບຂອງຕົນແລະຖືກເຜົາທັງເປັນໃນໄຟແຫ່ງການພິພາກສາຂອງພຣະເຈົ້າ, ມັນ ເປັນຄວາມຈິງໃນສະໄໝຂອງບັນຢັນເຊັ່ນກັນ, ແລະມັນຍັງຄົງເປັນຄວາມຈິງໃນປະຈຸຸບັນນີ້! ການແຍກອອກຈາກໝູ່ເພື່ອນທີ່ບາບຄືຫົນທາງດຽວທີ່ທ່ານຈະໄດ້ຮັບຄວາມລອດໄດ້, ຈົ່ງປະ ໝູ່ເພື່ອນທີ່ບາບຂອງທ່ານເມື່ອພວກເຂົາພະຍາຍາມທີ່ຈະຢຸດຢັ້ງພວກທ່ານຈາກການມາທີ່ ຄຣິສຕະຈັກ, ຈົ່ງປະພວກເຂົາໄວ້ທາງຫຼັງແລ້ວມາຫາພຣະເຢຊູ,ນັ້ນແລະຄືຫົນທາງດຽວທີ່ ຈະກາຍເປັນຄຣິສຕຽນແທ້ໄດ້.

“ອົງພຣະຜູ້ເປັນເຈົ້າຕັດວ່າ ເຫດສະນັ້ນເຈົ້າຈົ່ງອອກຈາກຖ້າມກາງພວກເຂົາເຫລົ່ານັ້ນ ແລະຈົ່ງແຍກຕົວອອກຈາກເຂົາທັງຫລາຍ... ເຮົາຈະເປັນພໍ່ຂອງພວກເຈົ້າແລະພວກເຈົ້າຈະເປັນລູກຊາຍລູກສາວຂອງເຮົາ' ອົງພຣະຜູ້ເປັນເຈົ້າຜູ້ຊົງລິດທານຸພາບທັງສິ້ນໄດ້ຕັດດັ່ງນັ້ນ” (2 ໂກລິນໂທ 6:17-18)

ຈົ່ງອອກຈາກຖ້າມກາງພວກເຂົາ! ການແຍກອອກຄືສິ່ງທີ່ຮຽກຮ້ອງ, ທ່ານຈະຕ້ອງຖີ້ມໝູ່ທີ່ ບາບຂອງທ່ານຖ້າທ່ານຕ້ອງການທີ່ຈະລອດຈາກຄວາມຜິດບາບແລະນາຮົກໂດຍພຣະເຢຊູ ທ່ານຈະຕ້ອງຖີ້ມພີ່ນ້ອງທີ່ບາບຂອງທ່ານແລະໝູ່ທີ່ບໍ່ລອດຂອງທ່ານຖ້າທ່ານຫາກຕ້ອງການທີ່ຈະລອດຈາກຄວາມບາບແທ້ໆໂດຍພຣະເຢຊູ, ພຣະຄໍາພີກ່າວວ່າ:

“ທ່ານຢ່າເຂົ້າທຽມແອກກັບຄົົນທີ່ບໍ່ເຊື່ອ ເພາະວ່າຄວາມຊອບທຳຈະມີຫຸ້ນສ່ວນອັນໃດກັບຄວາມອະທຳ ແລະຄວາມສະຫວ່າງຈະເຂົ້າສະນິດກັບຄວາມມືດໄດ້ແນວໃດ” (2 ໂກລິນໂທ 6:14)

ດຣ.ຈອນອາໄຣໄດ້ອອກຄວາມເຫັນໃນເລື່ອງນີ້ວ່າ:

ໜື່ງໃນຫຼັກຄໍາສອນທີ່ຈະແຈ້ງທີ່ສຸດຂອງພຣະຄໍາພີກໍຄືຫຼັກຄໍາສອນເລື່ອງ ການແຍກອອກຂອງຄຣິສຕຽນ, ມັນເປັນຄໍາສອນອັນໜື່ງທີ່ພຣະເຈົ້າເນັ້ນ ທຸກມື້,ຊໍ້າແລ້ວຊໍ້າອີກ,ຕະຫຼອດ,ຕໍ່ພວກຢິວ... ເມື່ອຊາວນາຄົນຮິບຣູຕັ້ງທີມ ຂອງຕົນຂື້ນ,ລາວກໍເວົ້າໃນໃຈຂອງລາວວ່າ“ພຣະເຈົ້າສັ່ງຂ້ອຍບໍ່ໃຫ້ໄຖກັບ ທີມປະສົມ, ຂ້ອຍອາດຈະໄຖ່ດ້ວຍງົວສອງໂຕຫຼືລ້າສອງໂຕແຕ່ຂ້ອຍບໍ່ສາ ມາດປະສົມກັບເຂົາໄດ້, ຂ້ອຍປະສົມກັບເຂົາບໍ່ໄດ້ເພາະພຣະເຈົ້າຕ້ອງການ ໃຫ້ຂ້ອຍລະນຶກເຖິງວ່າຂ້ອຍບໍ່ໄດ້ປະສົມກັບຄົນທີ່ບໍ່ແມ່ນຄົນຂອງພຣະເຈົ້າ” (Dr. John R. Rice, The Unequal Yoke, Sword of the Lord, 1946, pp. 4-5).

ການແຍກອອກຈາກການເປັນໝູ່ເພື່ອນກັບຄົນທີ່ບໍ່ເຊື່ອຖືກສອນຈາກພຣະຄໍາພີຕອນນີ້ໄປ ຫາຕອນນັ້ນ.

“ທ່ານຢ່າເຂົ້າທຽມແອກກັບຄົົນທີ່ບໍ່ເຊື່ອ ເພາະວ່າຄວາມຊອບທຳຈະມີຫຸ້ນສ່ວນອັນໃດກັບຄວາມອະທຳ ແລະຄວາມສະຫວ່າງຈະເຂົ້າສະນິດກັບຄວາມມືດໄດ້ແນວໃດ” (2 ໂກລິນໂທ 6:14)

II. ສອງ ການແຍກອອກໄດ້ພາທ່ານອອກຈາກການສາມັກຄີທໍາກັບໂລກແລະເຂົ້າສູ່
ການສາມັກຄີທໍາຂອງຄຣິສຕະຈັກທ້ອງຖີ່ນ.

ຈົ່ງຟັງສິ່ງທີ່ພຣະເຢຊູກ່າວໃນໂຢຮັນ 15:19 ວ່າ:

“ຖ້າທ່ານທັງຫລາຍເປັນຂອງໂລກ ໂລກກໍຈະຮັກທ່ານຊຶ່ງເປັນຂອງໂລກ ແຕ່ເພາະທ່ານບໍ່ແມ່ນຂອງໂລກ ແຕ່ເຮົາໄດ້ເລືອກທ່ານອອກຈາກໂລກ ເຫດສະນັ້ນໂລກຈຶ່ງກຽດຊັງທ່ານ” (ໂຢຮັນ 15:19)

ຈົ່ງເລັ່ງໃສ່ຄໍາພວກນັ້ນ“ເຮົາໄດ້ເລືອກທ່ານອອກຈາກໂລກ” ເຊີນເວົ້າປະໂຫຍກນີ້ດັງໆ“ເຮົາໄດ້ເລືອກທ່ານອອກຈາກໂລກ”

ໃນໂຢຮັນ 17:6 ພຣະເຢຊູຊົງກ່າວອີກວ່າ:

“ຂ້າພຣະອົງໄດ້ສະແດງພຣະນາມຂອງພຣະອົງແກ່ຄົນທັງຫລາຍທີ່ພຣະອົງໄດ້ປະທານໃຫ້ແກ່ຂ້າພຣະອົງຈາກມວນມະນຸດໂລກ...”

ພາສາກຣີກແປຄໍາວ່າ“ໂລກ”ໃນພຣະຄໍາພີສອງຂໍ້ນີ້ເລັ່ງໃສ່ມະນຸດທີ່ຫຼົງຫາຍຢູ່.ພຣະ
ເຢຊູກ່າວວ່າ:

“ເຮົາໄດ້ເລືອກທ່ານອອກຈາກໂລກ” (ໂຢຮັນ 15:19)

ນີ້ໝາຍເຖິງການແຍກອອກ, ພວກເຮົາຖືກເລືອກ“ອອກຈາກໂລກ”

ພາສາກຣີກແປຄໍາວ່າ“ຄຣິສຕະຈັກ”ໃນພັນທະສັນຍາໃໝ່ແມ່ນ“ເອກຄລີເຊຍ”ໝາຍ ເຖິງ“ການເອີ້ນອອກມາ”ຈາກ“ເອກ”ອອກຈາກແລະ“ກາລິໂອ”ເພື່ອເອີ້ນ, ດັ່ງນັ້ນຄໍາວ່າ“ຄຣິສ ຕະຈັກ”ຈື່ງໝາຍເຖິງ“ການເອີ້ນອອກມາ”(ສະກໍຟິວໄດ້ໝາຍເຫດໃນມັດທິວ 16:18)

ຈົ່ງຟັງກິດຈະການ 2:47 ໃນນີ້ພວກເຮົາມີຄໍາອະທິບາຍເຖິງສິ່ງທີ່ເກີດຂື້ນໃນຄຣິສ ຕະຈັກທ້ອງຖີ່ນຢູ່ໃນເຢລູຊາເລັມ,ເຊິ່ງເວົ້າວ່າ:

“ຝ່າຍອົງພຣະຜູ້ເປັນເຈົ້າໄດ້ຊົງໂຜດໃຫ້ຜູ້ທີ່ກຳລັງຈະລອດ ເຂົ້າສົມທົບກັບຄຣິສຕະຈັກເພີ່ມຂື້ນທຸກໆວັນ” (ກິດຈະການ 2:47)

ພຣະເຢຊູກ່າວວ່າ:

“ເຮົາໄດ້ເລືອກທ່ານອອກຈາກໂລກ” (ໂຢຮັນ 15:19)

ໃນພາສາອັງກິດສະໄໝໃໝ່ມັນຊັດເຈນຫຼາຍ

“ຝ່າຍອົງພຣະຜູ້ເປັນເຈົ້າໄດ້ຊົງໂຜດໃຫ້ຜູ້ທີ່ກຳລັງຈະລອດ ເຂົ້າສົມທົບກັບຄຣິສຕະຈັກ(ເອີ້ນອອກມາ)” (ກິດຈະການ 2:47)

ສະນັ້ນພວກເຮົາຖືກເອີ້ນອອກຈາກໂລກແລະເຂົ້າສູ່ຄຣິສຕະຈັກ.

“ອົງພຣະຜູ້ເປັນເຈົ້າຕັດວ່າ `ເຫດສະນັ້ນເຈົ້າຈົ່ງອອກຈາກຖ້າມກາງພວກເຂົາເຫລົ່ານັ້ນ ແລະຈົ່ງແຍກຕົວອອກຈາກເຂົາທັງຫລາຍ...” (2 ໂກລິນໂທ 6:17)

ການແຍກອອກຕາມພຣະຄໍາພີເຮັດໃຫ້ທ່ານອອກຈາກການສາມັກຄີທໍາກັບໂລກ, ການແຍກ ອອກພາທ່ານເຂົ້າສູ່ການສາມັກຄີທໍາແຫ່ງຄຣິສຕະຈັກທ້ອງຖີ່ນ, ທ່ານຖີ້ມໂລກໄວ້ເບື້ອງຫຼັງ ແລະທ່ານໄດ້ສ້າງໝູ່ເພື່ອນໃໝ່ທັງໝົດຢູ່ໃນຄຣິສຕະຈັກ.

III. ສາມ ການແຍກອອກຄືບັນຫາຂອງຫົວໃຈ.

ຂໍເຊີນເປີດໄປເບິ່ງຢາໂກໂບ 4:4, ຢູ່ໜ້າ 1309 ຂອງພຣະທໍາສະກໍຟິວສຶກສາ,ຂໍ ໃຫ້ເຮົາຢືນຂື້ນແລ້ວອ່ານດັງໆ.

“ທ່ານທັງຫລາຍຜູ້ລ່ວງປະເວນີຊາຍຍິງເອີ໋ຍ ທ່ານບໍ່ຮູ້ຫລືວ່າ ການເປັນມິດກັບໂລກນັ້ນຄືການເປັນສັດຕູກັບພຣະເຈົ້າ ເຫດສະນັ້ນຜູ້ໃດຢາກເປັນມິດກັບໂລກ ຜູ້ນັ້ນກໍເປັນສັດຕູຂອງພຣະເຈົ້າ” (ຢາໂກໂບ 4:4)

ອັນນັ້ນເປັນຄໍາກ່າວທີ່ຈະແຈ້ງ! “ເຫດສະນັ້ນຜູ້ໃດຢາກເປັນມິດກັບໂລກ ຜູ້ນັ້ນກໍເປັນສັດຕູຂອງພຣະເຈົ້າ” ຂໍເຊີນນັ່ງລົງໄດ້.

ພຣະເຢຊູຊົງດີຕໍ່ຄົນທີ່ບໍ່ເຊື່ອ, ພຣະອົງກິນເຂົ້າແມ່ນແຕ່ກັບພວກເກັບພາສີແລະຄົນ ບາບ,ແຕ່ເພື່ອນທີ່ໃກ້ຊິດຂອງພຣະອົງແມ່ນພວກສາວົກ, ມາຣີ, ມາທາ ແລະລາຊາຣັດ, ເພື່ອນຂອງພຣະອົງທຸກຄົນລ້ວນແລ້ວແຕ່ເປັນຄຣິສຕຽນແທ້ - ແລະພຣະອົງຊົງເອີ້ນໃຫ້ ພວກທ່ານຕາມພຣະອົງ,ຈົ່ງເຮັດໃຫ້ແນ່ໃຈວ່າເພື່ອນທີ່ໃກ້ຊິດກັບທ່ານທຸກຄົນແມ່ນຄຣິສຕຽນ ແທ້! ຈົ່ງເລີກຄົບເພື່ອນທຸກຄົນທີ່ບໍ່ແມ່ນຄຣິສຕຽນແທ້, ນັ້ນແລະຄືສິ່ງທີ່ພຣະຄໍາສອນ!

“ອົງພຣະຜູ້ເປັນເຈົ້າຕັດວ່າ ເຫດສະນັ້ນເຈົ້າຈົ່ງອອກຈາກຖ້າມກາງພວກເຂົາເຫລົ່ານັ້ນ ແລະຈົ່ງແຍກຕົວອອກຈາກເຂົາທັງຫລາຍ ຢ່າແຕະຕ້ອງສິ່ງຊຶ່ງບໍ່ສະອາດ ແລ້ວເຮົາຈຶ່ງຈະຮັບພວກເຈົ້າທັງຫລາຍ ເຮົາຈະເປັນພໍ່ຂອງພວກເຈົ້າແລະພວກເຈົ້າຈະເປັນລູກຊາຍລູກສາວຂອງເຮົາ' ອົງພຣະຜູ້ເປັນເຈົ້າຜູ້ຊົງລິດທານຸພາບທັງສິ້ນໄດ້ຕັດດັ່ງນັ້ນ” (2 ໂກລິນໂທ 6:17-18)

ອັລເບີດບານສ໌ໄດ້ໃຫ້ຂໍ້ສັງເກດໂດຍອີງໃສ່ປະໂຫຍກໃນພຣະຄໍາພີວ່າ:

      ພວກເຂົາຜູ້ທີ່(ຕ້ອງການທີ່ຈະເປັນຄຣິສຕຽນ) ຄວນຕັດສິນໃຈທີ່ຈະ ແຍກຕົນເອງອອກຈາກໂລກ,(ຊາວຄຣິສຕຽນ)ບໍ່ສາມາດມີຢູ່ໃນບ່ອນທີ່ບໍ່ມີ ການແຍກອອກໄດ້ແລະຄົນທີ່ບໍ່ເຕັມໃຈທີ່ຈະຖີ້ມພວກໝູ່ເພື່ອນ(ທີ່ບໍ່ເຊື່ອ)... ແລະ ເພື່ອຊອກຫາໝູ່ເພື່ອນຂອງຕົນແລະຄວາມພໍໃຈຖ້າມກາງຄົນຂອງ ພຣະເຈົ້າ(ບໍ່ສາມາດເປັນຄຣິສຕຽນແທ້ໄດ້)... ຕ້ອງມີການແຕ້ມເສັ້ນລະ ຫວ່າງເພື່ອນຂອງພຣະເຈົ້າແລະເພື່ອນຂອງຄວາມບາບ...ໃນຂະນະທີ່ພວກເຮົາບໍ່ປະຕິເສດທີ່ຈະປະປົນຢູ່ກັບເຂົາໃນຖານະເປັນເພື່ອນບ້ານ ແລະສັນ ຊາດ...ເພື່ອນທີ່ຖືກເລືອກຂອງເຮົາແລະຄວາມເປັນເພື່ອນທີ່ຮັກຂອງເຮົາຈະຕ້ອງຢູ່ກັບຄົນຂອງພຣະເຈົ້າ, ເພາະເພື່ອນຂອງພຣະເຈົ້າຄວນເປັນເພື່ອນ ຂອງເຮົາແລະຄວາມສຸກຂອງເຮົາກໍຄວນຈະຢູ່ກັບພວກເຂົາແລະໂລກຄວນ ເຫັນຈະວ່າພວກເຮົາມັກໝູ່ເພື່ອນຂອງ(ພຣະຄຣິດ)ຫຼາຍກວ່າໝູ່ເພື່ອນຂອງຕັນຫາ, ຄວາມທະເຍີທະຍານແລະຄວາມບາບ sin (Albert Barnes, Notes on the New Testament, II Corinthians, Baker Book House, 1985 reprint, p. 162).

ໂລກຄວນຈະເຫັນວ່າພວກເຮົາບໍ່ຕ້ອງການໃນສິ່ງທີ່ເຂົາຕ້ອງການ!

ບານສ໌ບອກເຮົາວ່າ“ພວກເຮົາຄວນຕັດສິນໃຈທີ່ຈະແຍກຕົນເອງອອກຈາກໂລກ... ແລະຊອກຫາໝູ່ເພື່ອນຂອງຕົນແລະຄວາມພໍໃຈຖ້າມກາງຄົນຂອງພຣະເຈົ້າ”(ເຫຼັ້ມດຽວກັນ)

ຈອນບັນຢັນໄດ້ເວົ້າກັບຄົນທີ່ພະຍາຍາມຈະດຶງຄົນຜູ້ໜື່ງກັບຈາກການສະແຫວງຫາຄວາມລອດວ່າ:

“ພວກທ່ານອາໄສຢູ່ໃນເມືອງແຫ່ງການທໍາລາຍ...ແລະທຸກຄົນຢູ່ຫັ້ນຈະຈົ່ມ ລົງຕໍ່າກວ່າຫລຸມສົບເຂົ້າໄປໃນສະຖານທີ່ທີ່ເຜົາໄໝ້ດ້ວຍໄຟແລະມາດ,ຈົ່ງສໍານຶກແລ້ວກັບມາຫາພຣະຄຣິດກັບຂ້າພະເຈົ້າ”(ຊາຍທີ່ຕິດຕາມລາວ)ຮ້ອງ ຂື້ນ“ແມ່ນຫຍັງ” “ແລະປະໝູ່ເພື່ອນທຸກຄົນຂອງເຮົາກັບຄວາມສະໜຸກສະ ບາຍໄວ້ທາງຫຼັງບໍ?(ຊາຍທີ່ສະແຫວງຫາພຣະເຈົ້າກໍຕອບວ່າ)“ແມ່ນແລ້ວ” “ທຸກຢ່າງທີ່ເຈົ້າ(ເສຍສະຫຼະ)ບໍ່ມີຄ່າຫຍັງເລີຍເມື່ອເອົາມາທຽບກັບ...ສິ່ງທີ່ ຂ້ອຍສະແຫວງຫາ...ເພາະຂ້ອຍສະແຫວງຫາພຣະຄຣິດ - ບໍ່ແມ່ນຄວາມ ບາບ” ( John Bunyan, Pilgrim’s Progress in Today’s English, retold by James H. Thomas, Moody Press, 1964, pp. 13-14).

ພວກທ່ານຖືກເອີ້ນອອກຈາກໂລກມາຫາພຣະຄຣິດ, ບຸກຄົນທີ່ປະຕິເສດທີ່ຈະຢຸດ ຊອກຄວາມເປັນເພື່ອນແລະຄວາມສະບາຍໃນໂລກຈະບໍ່ມາຫາພຣະຄຣິດ, ພວກທ່ານບໍ່ສາ ມາດແນມເບິ່ງສອງທາງໃນເວລາດຽວກັນໄດ້!“ ຄົນສອງໃຈເປັນຄົນບໍ່ໝັ້ນຄົງໃນບັນດາທາງ ທັງຫຼາຍທີ່ຕົນປະພຶດນັ້ນ”(ຢາໂກໂບ 1:8)ຄົນ“ສອງໃຈ”ຈະບໍ່ມາຫາພຣະຄຣິດ!

“ອົງພຣະຜູ້ເປັນເຈົ້າຕັດວ່າ ເຫດສະນັ້ນເຈົ້າຈົ່ງອອກຈາກຖ້າມກາງພວກເຂົາເຫລົ່ານັ້ນ ແລະຈົ່ງແຍກຕົວອອກຈາກເຂົາທັງ... ແລ້ວເຮົາຈຶ່ງຈະຮັບພວກເຈົ້າທັງຫລາຍ ...” (2 ໂກລິນໂທ 6:17-18)

ພຣະຄຣິດຢາກໃຫ້ພວກທ່ານຢຸດໄວ້ໃຈໂລກແລ້ວເຊື່ອວາງໃຈໃນພຣະອົງແທນ ຄືກັບທີ່ເພງເກົ່າໆໄດ້ເວົ້າເຖິງ

ພຣະຜູ້ຊ່ວຍຂອງມະນຸດກ່າວວ່າ“ຈົ່ງມອບໃຈຂອງເຈົ້າແກ່ເຮົາເທີນ”
ຊົງຮ້ອງດ້ວຍຄວາມເມດຕາຮ້ອງແລ້ວຮ້ອງອີກ
ພຣະຄຸນມີເຫຼືອຫຼາຍເປັນຂອງເຮົາເພື່ອບອກໃຫ້ຮູ້
ເຮົາບໍ່ໄດ້ຕາຍເພື່ອທ່ານບໍ?ຈົ່ງມອບໃຈຂອງທ່ານໃຫ້ເຮົາ
“ຈົ່ງມອບໃຈຂອງທ່ານໃຫ້ເຮົາຈົ່ງມອບໃຈຂອງທ່ານໃຫ້ເຮົາ”
ໄດ້ຍິນສຽງເອີ້ນອ່ອນຫວານວ່າທ່ານຢູ່ໃສ
ຈາກໂລກທີ່ມືດມິດນີ້ພຣະອົງຈະຊັກນໍາທ່ານອອກຈາກ
ຊົງຕັດດ້ວຍສຽງອ່ອນຫວານ“ຈົ່ງມອບໃຈຂອງທ່ານໃຫ້ເຮົາ”
   (“Give Me Thy Heart” by Eliza E. Hewitt, 1851-1920).

ຕອນທີ່ຈອນເຄແກນເປັນໄວລຸ້ນລາວກໍຄູ່ຄີກັບເດັກຄຣິສຕະຈັກທີ່ບໍ່ດີ,ພວກເດັກໆທີ່ມາໂບດແຕ່ຫົວຂວັນໃນສິ່ງທີ່ຂ້າພະເຈົ້າເທດ, ພວກເຂົາເວົ້າຕະຫຼົກຫຍາບຄາຍ, ພວກເຂົາ ເວົ້າເລື່ອງເພດສໍາພັນແລະຢາເຊບຕິດເຊັ່ນກັນຊາ, ແຕ່ຈອນເຄແກນເລີ່ມທີ່ຈະເຫັນວ່າພວກ ເຂົາຜິດ, ໃຈຂອງລາວສໍານຶກຜິດເລື່ອງບາບ, ລາວຮູ້ສຶກວ່າບາບຂອງຕົນກໍາລັງລາກລາວສູ່ ນາຮົກ, ສຸດທ້າຍຈອນກໍຫັນຫຼັງໃຫ້ກັບພວກບໍ່ດີເຫຼົ່ານັ້ນ, ລາວຖີ້ມພວກເຂົາຢ່າງສີ້ນເຊີງ ແລ້ວມອບຫົວໃຈຂອງຕົນໃຫ້ພຣະຄຣິດ, ລາວເຮັດໝູ່ກັບຄຣິສຕຽນຄົນໜຸ່ມທີ່ດີຢູ່ໃນໂບດ ຂອງເຮົາ, ໃນບໍ່ຊ້າລາວກໍໄດ້ຮັບຄວາມລອດ, ພວກເດັກທີ່ຫົວໃສ່ຄໍາເທດສະໜາຂອງຂ້າ ພະເຈົ້າເກືອບທຸກຄົນໄດ້ອອກໄປຈາກໂບດຂອງເຮົາໃນຕອນນີ້, ແຕ່ຈອນເຄແກນໄດ້ເຊື່ອ ພຣະເຢຊູແລະລອດ,ບໍ່ພຽງແຕ່ລາວລອດເທົ່ານັ້ນ-ຕອນນີ້ລາວກໍາລັງຈະໄປຮຽນພຣະຄໍາພີ ແລະເປັນສິດຍາພິບານ, ເມື່ອຈອນເທດພວກທ່ານຮູ້ສຶກໄດ້ເລີຍວ່າໃຈຂອງລາວເຕັມໄປ ດ້ວຍຄວາມກຽດຊັງບາບແລ້ວຮັກພຣະເຢຊູ, ລາວປະເດັກນ້ອຍທີ່ບໍ່ດີີແລ້ວມອບໃຈແລະຊີ ວິດໃຫ້ກັບພຣະຄຣິດພຽງຜູ້ດຽວ, ຂ້າພະເຈົ້າພູມໃຈທີ່ຈະເວົ້າວ່າຈອນເຄແກນຕອນນີ້ເປັນ ເພື່ອນທີ່ສະໜິດທີ່ສຸດຄົນໜື່ງຂອງຂ້າພະເຈົ້າ, ຈອນກັບຈູລີສີວີໄລໄດ້ພາກັນໄປກັບຄອບຄົວ ຂອງຂ້າພະເຈົ້າເພື່ອກິນເຂົ້າແລງແລະສະຫຼອງວັນເກີດລູກຊາຍຂອງຂ້າພະເຈົ້າໃນແລງວັນສຸກແລ້ວນີ້, ເມື່ອພວກເດັກບໍ່ດີອອກໄປພຣະເຈົ້າກໍມອບເພື່ອນໃໝ່ໃຫ້ກັບຈອນ, ເພື່ອນໆ ເຊັ່ນອາຣ໋ອນແຢນຊີ, ແຈັກແງັນ, ໂນອາຊອງແລະພວກນັກເທດອາວຸໂສເຫຼົ່ານີ້, ພວກເຮົາ ທຸກຄົນມີຄວາມພາກພູມໃຈທີ່ຈະເອີ້ນຈອນເຄແກນວ່າເພື່ອນຂອງພວກເຮົາ ເພາະຕອນນີ້ ລາວເປັນເພື່ອນຂອງພຣະເຢຊູ-ແລະບໍ່ໄດ້ເປັນເພື່ອນຂອງ “ພວກເດັກຄຣິສຕະຈັກ”ທີ່ບໍ່ດີ ລາວໄດ້ມາຫາພຣະເຢຊູ, ລາວໄດ້ມາຫາພວກເຮົາ, ພວກເຮົາດີໃຈຫຼາຍທີ່ມື້ໜື່ງລາວຈະ ເປັນສິດຍາພິບານຂອງໂບດນີ້, ລາວຈະເທດສະໜາຢູ່ນີ້ໃນຂະນະທີ່ພວກເດັກບໍ່ດີເຫຼົ່ານັ້ນ ກໍາລັງຖືກເຜົາຢູ່ໃນນາຮົກເປັນນິດ.

ພວກທ່ານຈະອອກໄປຈາກໝູ່ເພື່ອນທີ່ບາບບໍ? ພວກທ່ານຈະເຊື່ອວາງໃຈໃນພຣະ ເຢຊູພຣະບຸດຂອງພຣະເຈົ້າບໍ? ທ່ານຈະມາຫາພຣະອົງແລະຖືກຊໍາລະລ້າງໃຫ້ສະອາດ ຈາກຄວາມຜິດບາບໂດຍພຣະໂລຫິດຂອງພຣະອົງບໍ? ຈອນເຄແກນກັບພໍ່ຂອງລາວລວມ ທັງຂ້າພະເຈົ້າຢາກຈະເວົ້າກັບພວກທ່ານເຖິງເລື່ອງນັ້ນຕໍ່ໜ້າທໍາມາດນີ້, ຂໍເຊີນມາໃນຂະນະ ທີ່ກຣິຟຟິດຮ້ອງເພງ“ຈົ່ງມອບໃຈຂອງເຈົ້າໃຫ້ເຮົາ” ຂໍເຊີນມາໃນຂະນະທີ່ລາວຮ້ອງເພງ.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ໂນອາຊອງ: 2 ໂກລິນໂທ 6:14-18.
ບັນເລງເພງກ່ອນເທດສະໜາໂດຍ ເບັນຈາມິນ ຄິນເຄດກຣິຟຟິດ:
         “Give Me Thy Heart” (Eliza E. Hewitt, 1851-1920).

ໂຄງຮ່າງບົດເທດສະໜາ

ຈົ່ງອອກຈາກຖ້າມກາງພວກເຂົາ

COME OUT FROM AMONG THEM!

ໂດຍ ດຣ.ອາແອວໄຮເມີ ຈູເນຍ

“ອົງພຣະຜູ້ເປັນເຈົ້າຕັດວ່າ ເຫດສະນັ້ນເຈົ້າຈົ່ງອອກຈາກຖ້າມກາງພວກເຂົາເຫລົ່ານັ້ນ ແລະຈົ່ງແຍກຕົວອອກຈາກເຂົາທັງຫລາຍ ຢ່າແຕະຕ້ອງສິ່ງຊຶ່ງບໍ່ສະອາດ ແລ້ວເຮົາຈຶ່ງຈະຮັບພວກເຈົ້າທັງຫລາຍ ເຮົາຈະເປັນພໍ່ຂອງພວກເຈົ້າແລະພວກເຈົ້າຈະເປັນລູກຊາຍລູກສາວຂອງເຮົາ' ອົງພຣະຜູ້ເປັນເຈົ້າຜູ້ຊົງລິດທານຸພາບທັງສິ້ນໄດ້ຕັດດັ່ງນັ້ນ”
 (2 ໂກລິນໂທ 6:17-18)

(1 ໂຢຮັນ 2:15; ຢາໂກໂບ 4:4; ໂຢຮັນ 13:35)

I.   ໜື່ງ ການແຍກອອກເປັນສິ່ງທີ່ສໍາຄັນເພາະມັນຖືກສອນທົ່ວພຣະຄໍາພີ. ປະຖົມມະການ 19:14,26; ລູກາ 17:32;
2 ໂກລິນໂທ 6:14.

II.  ສອງການແຍກອອກໄດ້ພາທ່ານອອກຈາກການສາມັກຄີທໍາກັບໂລກແລະເຂົ້າ ສູ່ການສາມັກຄີທໍາຂອງຄຣິສຕະຈັກທ້ອງຖີ່ນ. ໂຢຮັນ 15:19; 17:6; ກິດຈະການ 2:47.

III. ສາມ ການແຍກອອກຄືບັນຫາຂອງຫົວໃຈ. ຢາໂກໂບ 4:4; 1:8