Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ບົດເທດສະໜາຫ້າບົດທີ່ໃຊ້ໃນການກັບໃຈຂອງ
ນັກປະກາດຂ່າວປະເສີດໜຸ່ມຄົນໜື່ງ

FIVE SERMONS USED IN THE CONVERSION
OF A YOUNG EVANGELIST
(Laotian)

ໂດຍ ດຣ.ອາແອວໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 9/10/2016
A sermon preached at the Baptist Tabernacle of Los Angeles
Lord’s Day Evening, October 9, 2016

“ເມື່ອບໍ່ມີຜູ້ໃດປະກາດໃຫ້ເຂົາຟັງ ເຂົາຈະໄດ້ຍິນໄດ້ແນວໃດ”
(ໂລມ 10:14)


ບົດເທດທີ່ສໍາຄັນທີ່ສຸດທີ່ຂ້າພະເຈົ້າເຄີຍເທດມາໜ້າຈະຢູ່ໃນເດືອນມີຖຸນາປີ 2009 ບົດເທດທັງຫ້າເລື່ອງນີ້ຖືກໃຊ້ໂດຍພຣະເຈົ້າໃນການກັບໃຈໃໝ່ຂອງຊາຍໜຸ່ມທີ່ພວກທ່ານ ໄດ້ຍິນຄໍາເທດສະໜາມື້ເຊົ້ານີ້, ບົດເທດຫ້າບົດທີ່ຈອນຊາມູເອວເຄແກນໄດ້ຟັງກ່ອນທີ່ລາວ ຈະກັບໃຈໃໝ່, ແຕ່ນັ້ນມາຂ້າພະເຈົ້າກໍແນ່ໃຈວ່າຈອນຈະກາຍເປັນນັກເທດຜູ້ຍິ່ງໃຫຍ່,ບົດ ເທດຫ້າບົດທີ່ຖືກໃຊ້ໃນການກັບໃຈໃໝ່ຂອງລາວໜ້າຈະເປັນເລື່ອງທີ່ສໍາຄັນທີ່ສຸດທີ່ຂ້າພະ ເຈົ້າເຄີຍເທດມາ, ຄໍາເທດສະໜາສໍາຫຼັບການກັບໃຈໃໝ່ແມ່ນຫາຍາກໃນປະຈຸບັນນີ້, ແຕ່ ຄໍາເທດສະໜາເປັນວິທີທີ່ພຣະເຈົ້າໃຫ້ໃນຖານະເປັນວິທີຫຼັກຂອງການໂນ້ມນ້າວຄົນບາບ, ພຣະຄໍາພີກ່າວວ່າ“ເມື່ອບໍ່ມີຜູ້ໃດປະກາດໃຫ້ເຂົາຟັງ ເຂົາຈະໄດ້ຍິນໄດ້ແນວໃດ”(ໂລມ 10:14) ຈອນໄດ້ຍິນບົດເທດຫ້າບົດກ່ອນທີ່ລາວຈະໄດ້ຮັບຄວາມລອດ, ຂ້າພະເຈົ້າຈະຂໍ ອ່ານຄໍາພະຍານທັງໝົດໃນຕອນທ້າຍຂອງບົດເທດນີ້, ທໍາອິດຂ້າພະເຈົ້າຈະຂໍເອົາບົດເທດ ຕາມລໍາດັບທັງຫ້າບົດທີ່ຈອນໄດ້ຍິນກ່ອນການກັບໃຈໃໝ່ຂອງລາວ, ປະເດັ່ນທີ່ຂ້າພະເຈົ້າ ຈະເອົາໃຫ້ໃນແລງນີ້ເປັນຊື່ເລື່ອງຂອງບົດເທດທັງຫ້າບົດນັ້ນ.

I. ໜື່ງ “ການໜຸນໃຈຄົນເຫຼົ່ານັ້ນທີ່ຢູ່ບໍ່ໄກຈາກຄວາມລອດ” (ເທດໃນເຊົ້າວັນອາທິດ 7/6/2009)

ຂໍ້ພຣະຄໍາພີຂອງບົດເທດນັ້ນແມ່ນ “ທ່ານບໍ່ໄກຈາກອານາຈັກຂອງພຣະເຈົ້າ”(ມາ ລະໂກ 12:34)ພຣະວິນຍານບໍລິສຸດແນ່ນອນຊົງເຮັດວຽກໃນໃຈຂອງມະນຸດເພາະມີພຽງ ພຣະວິນຍານຂອງພຣະເຈົ້າເທົ່ານັ້ນທີ່ສາມາດທໍາລາຍການຕໍ່ຕ້ານຂອງມະນຸດຕໍ່ພຣະເຈົ້າ ແລະການປະຕິເສດເລື່ອງພຣະຄຣິດຂອງເຂົາໄດ້, ຄົນທີ່ຍັງບໍ່ກັບໃຈໃໝ່ຄືຄົນທີ່ກະບົດຕໍ່ສູ້ ພຣະເຈົ້າແລະເປັນສັດຕູຂອງພຣະຄຣິດ, ຂ້າພະເຈົ້າເວົ້າເຖິງຊາຍໜຸ່ມຄົນໜື່ງທີ່ຖາມຂ້າພະ ເຈົ້າວ່າ “ເປັນຫຍັງພຣະເຢຊູຈື່ງຕ້ອງມາຕາຍເທິງໄມ້ກາງແຂນ?”ຊາຍຄົນນີ້ໄດ້ຍິນຂ້າພະ ເຈົ້າເວົ້າວ່າ “ພຣະຄຣິດຊົງຕາຍເທິງໄມ້ກາງແຂນເພື່ອຈ່າຍຄ່າການລົງໂທດສໍາຫຼັບຄວາມ ຜິດບາບຂອງເຮົາ” ລາວໄດ້ຍິນຂ້າພະເຈົ້າເວົ້າແບບນັ້ນຕະຫຼອດເປັນເວລາຫຼາຍປີ,ແຕ່ມັນ ຍັງບໍ່ເຄີຍຖືກຮັບເອົາໂດຍຈິດໃຈທີ່ບອດຂອງລາວ, ພວກທ່ານຈະຕ້ອງຄິດໃຫ້ເລິກກ່ຽວກັບ ປະໂຫຍກນັ້ນ“ພຣະຄຣິດຊົງຕາຍເທິງໄມ້ກາງແຂນເພື່ອຈ່າຍຄ່າການລົງໂທດສໍາຫຼັບຄວາມ ຜິດບາບຂອງເຮົາ” ແມ່ນຫຍັງດຶງພວກທ່ານກັບຈາກການມາຫາພຣະຄຣິດລະ? ພວກທ່ານ ຢ້ານໃນສິ່ງທີ່ຄົນອື່ນຈະເວົ້າບໍ? ຈົ່ງລືມໃນສິ່ງທີ່ເຂົາເວົ້າ, ຄໍາເວົ້າຂອງພວກເຂົາຈະບໍ່ສໍາຄັນ ຫຍັງເລີຍເມື່ອທ່ານຢູ່ໃນນາຮົກ,ຈົ່ງຫັນຫຼັງໃຫ້ຄວາມບາບຂອງທ່ານແລ້ວມາຫາພຣະຄຣິດ,ບໍ່ມີທາງອື່ນອີກທີ່ຈະໜີຈາກນາຮົກໄດ້.

II. ສອງ “ລັດທິຄາວິນສະໄໝໃໝ່ແລະການກັບໃຈໃໝ່ແທ້” (ເທດຕອນແລງວັນອາທິດ 7/6/2009)

ຂໍ້ພຣະຄໍາພີຂອງເລື່ອງນີ້ຄື “ຖ້າຜູ້ໃດຢູ່ໃນພຣະຄຣິດຜູ້ນັ້ນກໍເປັນຄົນທີ່ຖືກສ້າງໃໝ່ ແລ້ວ ສິ່ງສາລະພັດທີ່ເກົ່າໆກໍລ່ວງລັບໄປ ເບິ່ງແມ້ທຸກສິ່ງກາຍເປັນສິ່ງໃໝ່ໝົດ”(2 ໂກລິນ ໂທ 5:17),ຂ້າພະເຈົ້າບໍ່ໄດ້ເທດສະໜາຕໍ່ຕ້ານຫຼັກຄໍາສອນຄາວິນນິສ,ແຕ່ຂ້າພະເຈົ້າໄດ້ເວົ້າ ວ່າການເຊື່ອໃນຫຼັກຄໍາສອນຈະບໍ່ຊ່ວຍທ່ານໃຫ້ລອດໄດ້ແທນ, ເຖິງແມ່ນວ່າເຊື່ອໃນຫຼັກຄໍາ ສອນທີ່ຖືກຕ້ອງກໍຈະບໍ່ຊ່ວຍທ່ານໃຫ້ລອດໄດ້, ຂ້າພະເຈົ້າໄດ້ເວົ້າວ່າການຂື້ນຢູ່ກັບຫຼັກຄໍາ ສອນແທ້ຈະບໍ່ມີວັນຊ່ວຍທ່ານໃຫ້ພົ້ນໄດ້, ທ່ານຈະຕ້ອງຖືກໂນ້ມນ້າວເລື່ອງບາບຂອງທ່ານ, ທ່ານຈະຕ້ອງສາລະພາບບາບຂອງທ່ານ, ທ່ານຈະຕ້ອງມາຫາພຣະເຢຊູເອງບໍ່ດັ່ງນັ້ນກໍຕົກ ນາຮົກ, ເມື່ອທ່ານປ່ວຍເພາະບາບຂອງທ່ານ-ຕໍ່ຈາກນັ້ນແລະຫຼັງຈາກນັ້ນ-ທ່ານກໍຈະເຫັນ ເຖິງຄວາມຕ້ອງການທີ່ຈະໃຫ້ພຣະຄຣິດຊ່ວຍທ່ານ, ຖ້າທ່ານບໍ່ປາດຖະໜາທີ່ຈະໃຫ້ພຣະ ຄຣິດປ່ຽນແປງໃຈທີ່ຊົ່ວຂອງທ່ານ,ທ່ານກໍຈະບໍ່ມີວັນລອດໄດ້, ພວກທ່ານອາຍຕໍ່ໃຈທີ່ບາບ ຂອງທ່ານບໍ? ມັນເຮັດໃຫ້ທ່ານມີບັນຫາບໍ? ມັນຕ້ອງເປັນບັນຫາຖ້າທ່ານຍັງຫວັງທີ່ຈະໄດ້ ຮັບຄວາມລອດ, ມີພຽງເມື່ອທ່ານປ່ວຍເລື່ອງໃຈທີ່ບາບຂອງທ່ານເທົ່ານັ້ນການຊໍາລະລ້າງ ໂດຍພຣະໂລຫິດຂອງພຣະເຢຊູຄຣິດຈື່ງຈະສໍາຄັນຕໍ່ທ່ານ, ສະເປີໂຈນກ່າວວ່າ“ຈະຕ້ອງມີ ການປ່ຽນແປງທີ່ແທ້ຈິງຂອງຫົວໃຈຈື່ງຈະກະທົບທັງຊີວິດ” ການກັບໃຈທີ່ແທ້ຈິງເກີດຂື້ນ ເມື່ອຄົນບາບທີ່ຫຼົງຫາຍຮູ້ສຶກສໍານຶກໃນເລື່ອງບາບຂອງເຂົາແລະກຽດຊັງມັນ.

ຢູ່ໃນບົດເທດນັ້ນຂ້າພະເຈົ້າໄດ້ຍົກເອົາຄໍາເວົ້າຕອນໜື່ງຈາກຄໍາເທດສະໜາຂອງສະເປີໂຈນມາອ້າງຄື“ການກັບໃຈໃໝ່ຈໍາເປັນແທ້ບໍ? ສະເປີໂຈນໄດ້ເວົ້າວ່າ:

ຢູ່ໃນການກັບໃຈໃໝ່ແທ້ທຸກອັນມີສີ່ຈຸດຂອງການເຫັນດີທີ່ສໍາຄັນ:ຈະຕ້ອງມີ ການສາລະພາບບາບຢູ່ໃນທຸກການສໍານຶກຜິດ ແລະການແນມຫາພຣະເຢຊູ ເພື່ອຂໍການອະໄພໂທດແລະຈະຕ້ອງມີການປ່ຽນແປງໃຈແທ້ ຢ່າງເຊັ່ນຈະ ຜົນກະທົບທັງຊີວິດແລະບ່ອນໃດທີ່ຈຸດທີ່ສໍາຄັນເຫຼົ່ານີ້ບໍ່ຖືກພົບເຫັນກໍຈະບໍ່ມີການກັບໃຈໃໝ່ທີ່ແທ້ຈິງ(C. H. Spurgeon, “Is Conversion Necessary?”, Metropolitan Tabernacle Pulpit, Pilgrim Publications, 1971, vol. xx, p. 398).

III. ສາມ “”ມີພຽງໂດຍຄໍາອະທິຖານແລະອົດອາຫານເທົ່ານັ້ນ” (ເທດໃນຕອນເຊົ້າວັນອາ ທິດ 14/6/2006)

ຂໍ້ພຣະຄໍາພີແມ່ນ“ຜີຊະນິດຈະໄລ່ໃຫ້ອອກບໍ່ໄດ້ເລີຍນອກຈາກໂດຍການອະທິຖານແລະອົດອາຫານ”(ມາລະໂກ 9:29),ຂ້າພະເຈົ້າໄດ້ເວົ້າວ່າຄໍາວ່າ“ແລະອົດອາຫານ”ຖືກຕັດ ອອກເພາະສະບັບຄັດລອກເກົ່າສອງສະບັບຖືກກັອບປີ້ໂດຍພວກນອກຮີດຢອສຕິກທີ່ຕັດ ສອງຄໍານີ້ໄປ, ສະນັ້ນຄຣິສຕະຈັກທີ່ອ່ອນແອຫຼາຍແຫ່ງຈື່ງໃຊ້ພຣະຄໍາພີສະໄໝໃໝ່ຕ່າງໆ, ແມ່ນສະບັບຄັດລອກຕົ້ນສະບັບບູຮານຕ່າງໆມີປະໂຫຍກ“ອະທິຖານແລະອົດອາຫານ”ຢູ່ໃນນັ້ນ, ຢູ່ໃນປະເທດຈີນຂໍ້ນີ້ຢູ່ໃນພຣະຄໍາພີຂອງຂະເຈົ້າ,ນັ້ນຄືເຫດຜົນໜື່ງທີ່ພວກເຂົາຍັງຄົງມີ ການຟື້ນຟູໃນຂະນະທີ່ຢູ່ໃນຕາເວັນຕົກໂດຍການໃຊ້ສະບັບແປສະໄໝໃໝ່ບໍ່ຄ່ອຍປະສົບກັບການຟື້ນຟູພິເສດແທ້ຈິງເລີຍ, ແຕ່ພວກເຮົາຈະຕ້ອງມີຊ່ວງເວລາແຫ່ງການອະທິຖານແລະ ອົດອາຫານເພື່ອໃຫ້ພວກເຂົາຮູ້ສຶກເຖິງຄວາມຜິດບາບຂອງເຂົາ,ກັບໃຈແລະມີການປະເຊີນໜ້າທີ່ີແທ້ຈິງກັບພຣະຜູ້ຊ່ວຍທີ່ຖືກຄຶງແລະຟື້ນຂື້ນມາຈາກຕາຍແລະ ຖືກຊໍາລະລ້າງໂດຍ ພຣະໂລຫິດອັນປະເສີດຂອງພຣະອົງ, ບົດເທດສະໜາຈົບລົງດ້ວຍບົດເພງທີ່ເປັນຂໍ້ພຣະຄໍາ ພີ“ຂາວກວ່າຫິມະ” ເຊິ່ງເວົ້າວ່າ “ພຣະເຢຊູເຈົ້າພຣະອົງຊົງເຫັນວ່າຂ້າລໍຖ້າດ້ວຍຄວາມອົດ ທົນ,ຂໍເຊີນມາແລະສ້າງໃຈທີ່ຢູ່ພາຍໃນຂ້າໃໝ່” ແຕ່ໃນຂະນະທີ່ພວກຄຣິສຕຽນທີ່ຢູໃນຄຣິສ ຕະຈັກຂອງເຮົາອົດອາຫານແລະອະທິຖານ, ຈອນເຄແກນກໍບໍ່ພໍໃຈຄວາມຄິດຂອງການອົດ ອາຫານ, ມັນເຮັດໃຫ້ລາວໃຈຮ້າຍ-ເຖິງແມ່ນວ່າໃນບໍ່ຊ້າລາວຈະກັບໃຈໃໝ່ຄືກັບທີ່ພໍ່ແມ່ ຂອງລາວໄດ້ອະທິຖານແລະອົດອາຫານເພື່ອຄວາມລອດຂອງລາວກໍຕາມ.

IV. ສີ່ “ຈິດສໍານຶກຜິດຖືກແລະການກັບໃຈໃໝ່” (ເທດຕອນແລງວັນອາທິດ14/6/2009)

ຂໍ້ພຣະຄໍາພີແມ່ນ“ໃຈສານຶກຜິດຖືກກໍເປັນພະຍານຂອງເຂົາເຊັ່ນກັນຄວາມຄິດຂັດ ແຍ້ງຕ່າງໆຂອງເຂົານັ້ນແລະຈະກ່າວໂທດຫຼືແກ້ໂຕໃຫ້ເຂົາ”(ໂລມ2:15), ໃຈສໍານຶກຜິດຖືກ ຖືກ ສ້າງຂື້ນໃນລິດເດດທີ່ຈະຜ່ານການຕັດສິນທາງສິນລະທໍາຂອງເຮົາເອງ, ການເຫັນດີນໍາ ຫຼືບໍ່ເຫັນດີນໍາການກະທໍາຂອງເຮົາ, ຄວາມຄິດແລະແຜນການບອກເຮົາວ່າເຮົາເຮັດຜິດແລະ ບອກເຮົາວ່າພວກເຮົາສົມຄວນທີ່ຈະທຸກທໍລະມານເພາະມັນ, ອາດາມໄດ້ເຮັດບາບ ແລະ ຈິດສໍານຶກຜິດຖືກຂອງລາວຖືກເປີະເປື້ອນ,ດັ່ງນັ້ນລາວຈື່ງມີຂໍ້ແກ້ຕົວຫຼາຍຢ່າງສໍາຫຼັບຄວາມບາບຂອງລາວ, ຂໍ້ພິສູດທີ່ວ່າຄວາມພິນາດແຫ່ງຈິດສໍານຶກຜິດຖືກນີ້ສົ່ງລົງມາສູ່ເຊື້ອສາຍມະ ນຸດກໍຄືຄວາມຈິງທີ່ວ່າລູກຊາຍຄົນທໍາອິດຂອງລາວຊື່ຄາອິນໄດ້ຂ້ານ້ອງຊາຍຂອງຕົນແຕ່ບໍ່ ໄດ້ສໍານຶຶກແລະແກ້ຕົວບາບຂອງຕົນ, ແຮງຄົນເຮັດບາບຫຼາຍຊໍາໃດຈິດສໍານຶກຜິດຖືກຂອງ ເຂົາແຮງຈະເປິະເປື້ອນແລະຈິບຫາຍເທົ່ານັ້ນ, ຜູ້ຄົນຈີ້ຈິດສໍານຶກຜິດຖືກຂອງເຂົາດ້ວຍເຫຼັກ ແດງໂດຍການເຮັດບາບເພີ່ມຂື້ນໆ“ການໜ້າຊື່ໃຈຄົດຂອງຄົນທີ່ເວົ້າຕົວະ ຄືເຮັດໄປທັງໆທີ່ ຮູ້ຄືກັບເອົາເຫຼັກແດງນາບລົງເທິງຈິດສໍານຶກຜິດຖືກຂອງເຂົາ”(1 ຕີໂມທຽວ 4:2)ຂ້າພະເຈົ້າ ໄດ້ບອກພວກຄົນໜຸ່ມທີ່ຢູ່ໃນຄຣິສຕະຈັກຂອງເຮົາວ່າພວກເຂົາເອົາເຫຼັກແດງແທງໃສ່ຈິດສໍານຶກຜິດຖືກຂອງເຂົາໂດຍການຕົວະແມ່ຂອງເຂົາ, ໂດຍການກ່າຍຢູ່ໂຮງຮຽນ, ໂດຍການລັກ ເຄື່ອງຂອງ,ແທງຈິດສໍານຶກຜິດຖືກຂອງເຂົາອີກເທື່ອໜື່ງໆດ້ວຍການເຮັດບາບໃຫຍ່-ເຊິ່ງຂ້າ ພະເຈົ້າຈະບໍ່ຂໍເວົ້າເຖິງຢູ່ໃນຄຣິສຕະຈັກຂອງເຮົາ, ພວກທ່ານຮູ້ດີວ່າທ່ານເປັນແບບໃດ, ທ່ານຮູ້ດີວ່າມັນເກືອບເປັນໄປບໍ່ໄດ້ສໍາຫຼັບທ່ານທີ່ຈະຮູ້ສຶກອາຍໃນຕອນນີ້-ເພາະທ່ານມີບາບ ຊໍ້າແລ້ວຊໍ້າອີກ, ຫົວຂວັນໃສ່ພຣະເຈົ້າໃນຂະນະທີ່ທ່ານເຮັດບາບຊໍ້າແລ້ວຊໍ້າອີກແລະເພາະ ສະນັ້ນຄວາມພິນາດຈື່ງເກີດກັບຈິດສໍານຶກຜິດຖືກຂອງທ່ານ,ແມ່ນຫຍັງທີ່ຂ້າພະເຈົ້າສາມາດເຮັດທີ່ຈະຊ່ວຍທ່ານໄດ້? ມັນຄືໂຕທ່ານທີ່ໄດ້ເຜົາຈິດສໍານຶກຜິດຖືກຂອງທ່ານເໜືອການ ຮັບຮູ້ຂອງທ່ານ, ຂ້າພະເຈົ້າໄດ້ແຕ່ພຽງອີດູຕົນທ່ານ - ໃນຂະນະທີ່ຄວາມຈິບຫາຍເກີດຂື້ນ ກັບການບໍ່ມີອະນາຄົດແລະຄວາມຫວັງ,ຂ້າພະເຈົ້າໄດ້ແຕ່ພຽງອີດູຕົນທ່ານ,ຂ້າພະເຈົ້າບໍ່ສາ ມາດຊ່ວຍທ່ານໄດ້ເພາະທ່ານຖືກສາບແລະຖືກຕັດສິນແລ້ວ,ພຣະເຢຊູກ່າວວ່າ“ຜູ້ທີ່ເຊື່ອໃນ ພຣະບຸດກໍບໍ່ຕ້ອງຖືກພິພາກສາລົງໂທດ”(ໂຢຮັນ 3:18)ແນ່ນອນທ່ານກໍາລັງຈະຕົກນາຮົກ ເຖິງແມ່ນວ່າທ່ານຢູ່ບ່ອນນັ້ນແລ້ວກໍຕາມ, ແລະບໍ່ມີອັນໃດທີ່ຂ້າພະເຈົ້າເວົ້າຫຼືເຮັດທີ່ຈະສາ ມາດຊ່ວຍທ່ານໄດ້,ມີພຽງພຣະເຈົ້າເທົ່ານັ້ນທີ່ສາມາດໂນ້ມນ້າວທ່ານໃນເລື່ອງບາບຂອງທ່ານຖ້າພຣະອົງຊົງເຮັດໃຫ້ທ່ານສໍານຶກບາບກ່ອນກໍບໍ່ການຮັບປະກັນວ່າພຣະອົງຈະຊົງໂນ້ມນ້າວທ່ານອີກເທື່ອໜື່ງ, ປົກກະຕິຄົນທີ່ປະສົບກັບການໂນ້ມນ້າວໃຈເລື່ອງບາບຈະບໍ່ຖືກພຣະວິນ ຍານຂອງພຣະເຈົ້າໂນ້ມນ້າວອີກ,ຫຼັງຈາກການເຍາະເຍີ້ຍແລະຄວາມໂງ່ຈ້າທຸກຢ່າງທີ່ທ່ານ ໄດ້ເຮັດໄປແລ້ວ,ທ່ານກໍບໍ່ສົມຄວນແມ່ນແຕ່ຈະໄດ້ຮັບການໂນ້ມນ້າວໃຈອີກຖ້າທ່ານສູນເສຍການສໍານຶກເລື່ອງບາບ,ພຣະເຈົ້າອາດຈະບໍ່ມີວັນໃຫ້ທ່ານອີກ,ຈົ່ງມາຫາພຣະເຈົ້າຄືກັບຄົນຂໍທານ!ຈົ່ງມາກົ້ມລົງດ້ວຍຄວາມຖ່ອມໃຈ, ຈົ່ງຮູ້ວ່າພຣະເຈົ້າຜູ້ຊົງລິດບໍ່ໄດ້ເປັນໜີ້ທ່ານຫຍັງ ເລີຍ,ທ່ານໄດ້ຖົ່ມນໍ້າລາຍໃສ່ໜ້າພຣະອົງຢູ່ໃນໃຈຂອງທ່ານຕະຫຼອດຫຼາຍປີ,ຈົ່ງຄິດເຖິງມັນ! ທ່ານໄດ້ຖົ່ມນໍ້າລາຍໃສ່ໜ້າຂອງພຣະຄຣິດໂດຍທ່າທີຂອງທ່ານ,ດຽວນີ້ພຣະຄຣິດບໍ່ໄດ້ເປັນໜີ້ຫຍັງທ່ານ,ພຣະອົງມີແຕ່ເປັນໜີ້ພຣະພິໂລດ,ການລົງໂທດແລະບຶງໄຟນາຮົກ,ຕອນນີ້ທ່ານອາດຈະກໍາລັງຄິດວ່າ“ແມ່ນແທ້-ພຣະເຈົ້າບໍ່ໄດ້ຕິດໜີ້ຫຍັງຂອ້ຍເລີຍນອກຈາກບຶງໄຟນາຮົກ, ຂ້ອຍສົມຄວນແລ້ວ”ຖ້າທ່ານຮູ້ສຶກແບບນັ້ນຂ້າພະເຈົ້າຂໍຮ້ອງໃຫ້ທ່ານມາຫາພຣະເຢຊູຄືກັບຜູ້ຍິງຄົນນັ້ນທີ່ມາຫາພຣະເຢຊູແລ້ວຈຸບພຣະບາດຂອງພຣະອົງ,ຈົ່ງມາຄືກັບທ່ານເປັນຄົນທີ່ຊົ່ວຊ້າສາມານ,ຈົ່ງມາທັງຮ້ອງໄຫ້ຮ້ອງຄາງຕໍ່ພຣະອົງຄືກັບຈອນບັນຢັນເຮັດ,ຄືກັບວິດຟິວເຮັດ-ຮ້ອງໄຫ້ແລະຮ້ອງຫາຄວາມເມດຕາ,ບາງເທື່ອພຣະອົງຈະຊົງມີເມດຕາຕໍ່ທ່ານ, ແຕ່ຂ້າພະ ເຈົ້າພຽງແຕ່ເວົ້າວ່າ “ບາງເທື່ອ” - ເພາະເວລາທີ່ທ່ານຈະລອດອາດຈະຜ່ານໄປແລ້ວ, ທ່ານອາດຈະມີຄວາມບາບທີ່ຢູ່ຫ່າງຈາກພຣະຄຸນຕະຫຼອດໄປ,ເຊີນມາຮ້ອງໄຫ້ຫາພຣະຄຣິດ-ແລະບາງເທື່ອພຣະອົງອາດຈະມອບໂອກາດອື່ນອີກໃຫ້ທ່ານ - ເຖິງແມ່ນວ່າໃນກໍລະນີ ຂອງທ່ານມັນແນ່ນອນແລ້ວວ່າພຣະອົງຈະບໍ່ໃຫ້,ຈົ່ງລົງມາຕໍ່ໜ້າທໍາມາດນີ້, ຄຸເຂົ່າລົງແລ້ວ ຮ້ອງຫາພຣະເມດຕາພຣະຄຣິດອາດຈະຟັງທ່ານແລະໃຫ້ໂອກາດທ່ານອີກເທື່ອໜື່ງເພື່ອທີ່ ຈະຖືກຊໍາລະໂດຍພຣະໂລຫິດຂອງພຣະອົງ, ມີພຽງແຕ່ພຣະໂລຫິດຂອງພຣະອົງເທົ່ານັ້ນທີ່ ສາມາດ “ຊໍາລະຈິດສໍານຶກຜິດຖືກຂອງທ່ານທັງຫຼາຍໃຫ້ພົ້ນຈາກການກະທໍາທີ່ຕາຍແລ້ວ ເພື່ອຈະໄດ້ປະຕິບັດພຣະເຈົ້າຜູ້ຊົງພຣະຊົນຢູ່”(ເຮັບເລີ 9:14)

V. ຫ້າ “ຮ່ອມພູຂອງກະດູກແຫ້ງ” (ຂ້າພະເຈົ້າເທດໃນເຊົ້ານີ້ຈອນເຄແກນໄດ້ກັບໃຈໃໝ່ 21/6/2009)

ຂໍ້ພຣະຄໍາພີແມ່ນ“ອົງພຣະຜູ້ເປັນເຈົ້າຕັດດັ່ງນີ້ແກ່ກະດູກເຫຼົ່ານີ້ວ່າ ເບິ່ງແມ້ເຮົາຈະ ເຮັດໃຫ້ລົມຫາຍໃຈເຂົ້າໄປໃນເຈົ້າ ແລະເຈົ້າຈະມີຊີວິດ”(ເອເສກຽນ 37:5)ຂ້າພະເຈົ້າບໍ່ຄິດ ວ່າຈອນໄດ້ກັບໃຈໃໝ່ໂດຍຄໍາເທດສະໜານີ້,ຂ້າພະເຈົ້າບໍ່ຄິດວ່າລາວກໍາລັງຟັງມັນແທ້,ຂ້າ ພະເຈົ້າຄິດວ່າມັນເປັນບົດເທດສີ່ບົດທໍາອິດທີ່ຖືກໃຊ້ເພື່ອໂນ້ມນ້າວໃຈລາວ, ພວກທ່ານຈະ ເຫັນຢູ່ໃນຄໍາພະຍານຂອງຈອນຕອນທີ່ຂ້າພະເຈົ້າຈະອ່ານມັນ - ລາວບໍ່ໄດ້ນັບຖືຂ້າພະເຈົ້າ ເລີຍ, ຄວາມຈິງແລ້ວຈອນຊັງຂ້າພະເຈົ້າ, ເຖິງແມ່ນຕອນທີ່ຂ້າພະເຈົ້າເທດບົດນີ້ຈອນກໍເວົ້າ ວ່າລາວ“ພະຍາຍາມຢ່າງໜັກທີ່ຈະປະຕິເສດມັນ,ບໍ່ຟັງມັນ...ຂ້ອຍກໍາລັງນັບຖອຍຫຼັງວ່າຄໍາ ເທດສະໜາຈະຈົບແລ້ວ ແຕ່ສິດຍາພິບານກໍຍັງສືບຕໍ່ເທດ” ນັ້ນແລະທີ່ວ່າເປັນຫຍັງລາວຈື່ງ ບໍ່ເຄີຍເວົ້າເຖິງຄໍາເວົ້າທີ່ຂ້າພະເຈົ້າເວົ້າໃນເຊົ້າມື້ນັ້ນໃນຄໍາພະຍານຂອງລາວ, ບໍ່ເວົ້າຈັກຄໍາ ເລີຍ, ຈອນເວົ້າວ່າ“ແມ່ນແຕ່ຕອນທີ່ເຊື້ອເຊີນຂ້ອຍກໍຍັງຕໍ່ຕ້ານຢູ່” ແລ້ວລາວກໍເວົ້າວ່າ“ອາ ຈານໄດ້ແນະນໍາຂ້ອຍແລ້ວບອກໃຫ້ຂ້ອຍມາຫາພຣະຄຣິດແຕ່ຂ້ອຍກໍບໍ່ມາ”

ນັ້ນຄືສິ່ງທີ່ສໍາຄັນ, ມັນສໍາຄັນເພາະນັ້ນແມ່ນຫົນທາງທີ່ພວກທ່ານບາງຄົນຮູ້ສຶກໃນ ຕອນນີ້, ພວກທ່ານບໍ່ໄດ້ນັບຖືຂ້າພະເຈົ້າ, ພວກທ່ານບໍ່ມັກຂ້າພະເຈົ້າ,ພວກທ່ານບໍ່ຢາກຟັງ ຂ້າພະເຈົ້າ.

ແຕ່ມີບາງສິ່ງທີ່ເກີດຂື້ນກັບຈອນໃນເຊົ້າມື້ນັນ,ຂ້າພະເຈົ້າຄິດວ່າຂ້າພະເຈົ້າອາດຈະ ອ່ານຈາກສະມຸດໂທລະສັບສອງສາມໜ້າແລ້ວລາວກໍຈະກັບໃຈໃໝ່, ເປັນຫຍັງຂ້າພະເຈົ້າ ຈື່ງເວົ້າແບບນັ້ນ? ກໍເພາະບົດເທດສີ່ບົດທໍາອິດນັ້ນໄດ້ຊອດເຂົ້າໄປໃນໃຈທີ່ແຂງກະດ້າງ ຂອງລາວແລ້ວ,ໂດຍສະເພາະບົດເທດຂອງຂ້າພະເຈົ້າເລື່ອງຈິດສໍານຶກຜິດຖືກ, ພວກທ່ານ ເຫັນແລ້ວວ່າພຣະເຈົ້າເອງໄດ້ໃຊ້ບົດເທດນັ້ນແລະອີກສີ່ບົດເພື່ອເຮັດໃຫ້ລາວຄິດເຖິງບາບ ຂອງລາວ, ແລະລາວກໍເຂົ້າໃຈວ່າການຕໍ່ສູ້ຂອງລາວຄວາມຈິງແລ້ວມັນບໍ່ແມ່ນສູ້ຂ້າພະ ເຈົ້າ, ລາວຮູ້ດີວ່າລາວກໍາລັງຕໍ່ສູ້ພຣະເຈົ້າ, ຕອນນີ້ເຊີນຟັງຄໍາພະຍານຂອງລາວແລ້ວທ່ານ ຈະເຫັນວ່າຂ້າພະເຈົ້າເອງບໍ່ໄດ້ເຮັດຫຍັງຫຼາຍກັບການກັບໃຈໃໝ່ຂອງຈອນ, ເປັນພຣະເຈົ້າ ທີ່ເຮັດໃຫ້ບົດເທດສີ່ບົດທໍາອິດຂອງຂ້າພະເຈົ້ານໍາລາວມາສູ່ການສໍານຶກຜິດເລື່ອງຄວາມຜິດບາບ,ພຣະເຈົ້າຊົງເປັນຜູ້ດຽວທີ່ໃຊ້ຄໍາເວົ້າທີ່ອ່ອນແອຂອງຂ້າພະເຈົ້າເພື່ອນໍາຊາຍໜຸ່ມອາຍຸ ສິບຫ້າປີໃຫ້ມາໃຕ້ການສໍານຶກບາບ,ເປັນພຣະເຈົ້າຜູ້ທີ່ຫຼັງຈາກນັ້ນ“ບັງຄັບຢ່າງໜັກ(ຊັກນໍາ ລາວ)ໃຫ້ມາຫາພຣະຄຣິດ”ມັນບໍ່ແມ່ນຂ້າພະເຈົ້າເລີຍ,“ຖ້າບໍ່ມີຜູ້ໃດປະກາດເຂົາຈະໄດ້ຍິນ ໄດ້ແນວໃດ?ເປັນຄວາມຈິງ, ແຕ່ພຣະເຈົ້າຊົງເປັນຜູ້ໃຊ້ບົດເທດສະໜາຂອງນັກເທດເພື່ອ ໂນ້ມນ້າວຄົນບາບ, ຄືກັບທີ່ຜູ້ທໍານາຍໂຢນາໄດ້ກ່າວໄວ້ວ່າ“ຄວາມລອດ(ມາຈາກ)ພຣະເຈົ້າ” (ໂຢນາ 2:9) ຕອນນີ້ຈົ່ງຄິດເຖິງເລື່ອງນັ້ນໃນຂະນະທີ່ຂ້າພະເຈົ້າອ່ານຄໍາພະຍານທັງໝົດ ແຫ່ງການກັບໃຈໃໝ່ຂອງຈອນຊາມູເອວເຄແກນ.

ຄໍາພະຍານຂອງຂ້ອຍ
21/6/2009
ໂດຍ ຈອນຊາມູເອວເຄແກນ

         ຂ້ອຍສາມາດຈື່ໄດ້ເຖິງວິນາທີການກັບໃຈໃໝ່ຂອງຂ້ອຍທີ່ສົດໃສ ແລະໃກ້ຊິດ ຫຼາຍຈົນຄໍາເວົ້າຕ່າງໆເບີ່ງຄືວ່ານ້ອຍເມື່ອປຽບເຖິງຄວາມແຕກຕ່າງອັນຍິ່ງໃຫຍ່ທີ່ ພຣະຄຣິດຊົງກະທໍາ, ກ່ອນການກັບໃຈຂອງຂ້ອຍຂ້ອຍເປັນຄົນທີ່ເຕັມໄປດ້ວຍ ຄວາມຢາກຮ້າຍແລະກຽດຊັງ,ຂ້ອຍເຢີຢິ່ງໃນຄວາມບາບຂອງຂ້ອຍແລະ ຂ້ອຍມີ ຄວາມສຸກທີ່ເຮັດໃຫ້ຄົນອື່ນເຈັບ ແລະ ຂ້ອຍເຂົ້າໄປຜົວພັນກັບຄົນທີ່ຊັງພຣະເຈົ້າ, ສໍາຫຼັບຂ້ອຍຄວາມບາບບໍ່ແມ່ນ“ຄວາມຜິດພາດ“ບາງຢ່າງທີ່ເຮັດໃຫ້ເສຍໃຈ, ຂ້ອຍ ໄດ້ຕັ້ງໃຈທີ່ຈະຕັ້ງຕົນເອງໃນຫົນທາງນີ້, ພຣະເຈົ້າເລີ່ມຕົ້ນທີ່ຈະເຮັດວຽກກັບຂ້ອຍ ໃນຫົນທາງທີ່ຂ້ອຍບໍ່ເຄີຍຄາດມາກ່ອນໃນຂະນະທີ່ໂລກຂອງຂ້ອຍເລີ່ມທີ່ຈະລະລາຍຢ່າງໄວວາອ້ອມຮອບໂຕຂ້ອຍ,ອາທິດເຫຼົ່ານັ້ນກ່ອນການກັບໃຈຂອງຂ້ອຍຮູ້ສຶກຄື ກັບກໍາລັງຈະຕາຍ:ຂ້ອຍບໍ່ໄດ້ນອນ,ຂ້ອຍບໍ່ສາມາດຍິ້ມໄດ້, ຂ້ອຍບໍ່ສາມາດພົບກັບ ສັນຕິສຸກໃດໆເລີຍ,ຄຣິສຕະຈັກຂອງເຮົາກໍາລັງມີການປະຊຸມຂ່າວປະເສີດ ແລະ ຂ້ອຍຍັງຈື່ໄດ້ວ່າຫົວຂວັນໃສ່ເຂົາຄືກັບຂ້ອຍບໍ່ໄດ້ເຄົາລົບສິດຍາພິບານ ກັບພໍ່ຂອງ ຂ້ອຍເລີຍ.
         ແນ່ນອນພຣະວິນຍານບໍລິສຸດເລີ່ມທີ່ຈະໂນ້ມນ້າວຂ້ອຍເລື່ອງຄວາມບາບ ຂອງຂ້ອຍໃນເວລານັ້ນແຕ່ໃຈທັງໝົດຂອງຂ້ອຍຂ້ອຍໄດ້ປະຕິເສດທຸກຄວາມຄິດທີ່ ຂ້ອຍມີກ່ຽວກັບພຣະເຈົ້າແລະການກັບໃຈໃໝ່, ຂ້ອຍປະຕິເສດທີ່ຈະຄິດເຖິງມັນ, ແມ່ນຂ້ອຍບໍ່ສາມາດຢຸດຄິດເຖິງມັນໄດ້ມັນທໍລະມານຫຼາຍ,ເຊົ້າວັນອາທິດວັນທີ 21 ມີຖຸນາປີ 2009 ຂ້ອຍອ່ອນເພຍແອກແລກ,ຂ້ອຍເມື່ອຍກັບມັນຫຼາຍ,ຂ້ອຍເລີ່ມທີ່ ຈະຊັງຕົນເອງ,ຊັງຄວາມ ບາບກັບສິ່ງທີ່ມັນເຮັດໃຫ້ຂ້ອຍຮູ້ສຶກ.
         ໃນຂະນະທີ່ດຣ.ໄຮເມີກໍາລັງເທດສະໜາຢູ່, ຄວາມຫຍິ່ງຂອງຂ້ອຍພະຍາ ຍາມຢ່າງໜັກທີ່ຈະປະຕິເສດມັນ, ບໍ່ຟັງມັນແຕ່ໃນຂະນະທີ່ລາວເທດສະໜາຢູ່ຂ້ອຍ ສາມາດຮູ້ສຶກແທ້ໆເຖິງຄວາມບາບທຸກຢ່າງທີ່ຢູ່ໃນໃຈຂອງຂ້ອຍຂ້ອຍກໍາລັງນັບເວ ລາຈົນຄໍາເທດສະໜາເກືອບຈົບລົງແຕ່ສິດຍາພິບານກໍຍັງຄົງເທດແລ້ວຄວາມບາບ ຂອງຂ້ອຍກໍຮ້າຍແຮງລົງແບບບໍ່ຈົບສີ້ນ,ຂ້ອຍບໍ່ສາມາດຖີບປະຕັກ, ຂ້ອຍຈະຕ້ອງ ລອດ!ເຖິງແມ່ນວ່າມີການເຊື້ອເຊີນ ຂ້ອຍກໍຍັງຕໍ່ຕ້ານ,ພຽງແຕ່ບໍ່ສາມາດເຮັດມັນໄດ້, ຂ້ອຍຮູ້ວ່າຂ້ອຍຊົ່ວຮ້າຍຫຼາຍເທົ່າທີ່ຄົນບາບຈະເປັນໄດ້ແລະ ພຣະເຈົ້າຊົງເປັນຜູ້ ຊອບທໍາທີ່ຈະລົງໂທດຂ້ອຍໃນນາຮົກ,ຂ້ອຍເມື່ອຍກັບການຕໍ່ສູ້ຂ້ອຍເມື່ອຍຫຼາຍກັບທຸກສິ່ງທີ່ຂ້ອຍເປັນ, ສິດຍາພິບານແນະນໍາຂ້ອຍແລ້ວບອກຂ້ອຍໃຫ້ມາຫາພຣະ ຄຣິດແຕ່ຂ້ອຍກະບໍ່ມາ, ເຖິງແມ່ນວ່າບາບທຸກຢ່າງໂນ້ມນ້າວຂ້ອຍໆກໍຍັງບໍ່ຍອມມີ ພຣະເຢຊູ, ຊ່ວງເວລານີ້ເປັນຊ່ວງທີ່ຮ້າຍໃນຂະນະທີ່ຂ້ອຍຮູ້ສຶກວ່າຖ້າຂ້ອຍຍັງບໍ່ ລອດແລ້ວກໍຈະຕົກນາຮົກ,ຂ້ອຍ“ພະຍາຍາມ”ທີ່ຈະໄດ້ຮັບຄວາມລອດ,ຂ້ອຍກໍາລັງ “ພະຍາຍາມ”ທີ່ຈະວາງໃນໃນພຣະຄຣິດແລະເຮັດບໍ່ໄດ້,ຂ້ອຍບໍ່ສາມາດມອບຄວາມຢາກໃຫ້ກັບພຣະຄຣິດແລະມັນເຮັດໃຫ້ຂ້ອຍຮູ້ສຶກໝົດຫວັງຫຼາຍ,ຂ້ອຍຮູ້ສຶກໄດ້ວ່າ ບາບຂອງຂ້ອຍມັນຍູ້ຂ້ອຍລົງນາຮົກ,ຂ້ອນຮູ້ສຶກໄດ້ເຖິງຄວາມດື້ດຶງທີ່ບັງຄັບນໍ້າຕາ ຂອງຂ້ອຍ, ຂ້ອຍຕິດຢູ່ໃນການຕໍ່ສູ້ນີ້.
         ທັນໃດນັ້ນຄໍາເທດສະໜາທີ່ເທດໄດ້ຫຼາຍປີແລ້ວໄດ້ເຂົ້າມາໃນຄວາມຄິດຂອງ ຂ້ອຍ“ຈົ່ງຍອມຕໍ່ພຣະຄຣິດ! ຈົ່ງຍອມຕໍ່ພຣະຄຣິດ” ຄວາມຄິດທີ່ຂ້ອຍຈະຕ້ອງຍອມ ແພ້ຕໍ່ພຣະຄຣິດເຮັດໃຫ້ຂ້ອຍເຈັບປວດຫຼາຍເຊິ່ງເບິ່ງຄືວ່າຂ້ອຍຈະບໍ່ຍອມງ່າຍໆ, ພຣະເຢຊູຊົງມອບຊີວິດຂອງພຣະອົງເພື່ອຂ້ອຍ, ພຣະເຢຊູຊົງໄປຖືກຄຶງເພື່ອຂ້ອຍ ຕອນທີ່ຂ້ອຍເປັນສັດຕູຂອງພຣະອົງແລະຂ້ອຍກໍຍັງບໍ່ຍອມພຣະອົງ,ຄວາມຄິດນີ້ທຸບຕີຂ້ອຍໆຕ້ອງປ່ອຍໃຫ້ມັນໄປຂ້ອຍພຽງແຕ່ບໍ່ສາມາດ,ພຣະເຢຊູຊົງມອບຊີວິດຂອງ ພຣະອົງເພື່ອຂ້ອຍ, ພຣະເຢຊູອົງແທ້ຍອມຖືກຄຶງເພື່ອຂ້ອຍໃນເມື່ອຂ້ອຍເປັນສັດຕູ ຂອງພຣະອົງແລະບໍ່ຍອມພຣະອົງ,ຄວາມຄິດນີ້ໄດ້ທຸບຂ້ອຍ,ຂ້ອຍຕ້ອງປ່ອຍໃຫ້ມັນ ອອກໄປ,ຂ້ອຍບໍ່ສາມາດຖືມັນໄວ້ໄດ້ອີກ,ຂ້ອຍຕ້ອງມີພຣະເຢຊູ,ໃນວິນາທີນັ້ນເອງ ຂ້ອຍໄດ້ຍອມຕໍ່ພຣະອົງແລະມາຫາພຣະອົງໂດຍຄວາມເຊື່ອ,ໃນວິນາທີນັ້ນມັນເບິ່ງຄືວ່າຂ້ອຍຕ້ອງຍອມໃຫ້ຕົນເອງຕາຍ,ແລ້ວພຣະຄຣິດຊົງມອບຊີວິດໃຫ້ຂ້ອຍ! ບໍ່ມີ ການກະທໍາຫຼືຄວາມຢາກຂອງຄວາມຄິດຂອງຂ້ອຍແຕ່ດ້ວຍຫົວໃຈ,ດ້ວຍການພັກ ຜ່ອນໃນພຣະຄຣິດ,ພຣະອົງຊົງຊ່ວຍຂ້ອຍ! ພຣະອົງຊົງລ້າງບາບຂອງຂ້ອຍໃນໂລ ຫິດຂອງພຣະອົງ!ໃນວິນາທີນັ້ນ,ຂ້ອຍກໍຢຸດຕໍ່ສູ້ພຣະຄຣິດ,ມັນຈະແຈ້ງຫຼາຍວ່າສິ່ງທີ່ຂ້ອຍຈະຕ້ອງເຮັດກໍຄືວາງໃຈໃນພຣະອົງ, ຂ້ອຍຈື່ໄດ້ສະເໝີເມື່ອມັນຢຸດເປັນຂ້ອຍ ແລ້ວເປັນພຽງພຣະຄຣິດ,ຂ້ອຍຕ້ອງຍອມ! ໃນວິນາທີນັ້ນບໍ່ມີຄວາມຮູ້ສຶກທາງດ້ານ ຝ່າຍກາຍຫຼືຕາບອດອີກ, ຂ້ອຍບໍ່ຈໍາເປັນຕ້ອງການຄວາມຮູ້ສຶກ,ຂ້ອຍມີພຣະຄຣິດ ໃນການວາງໃຈໃນພຣະອົງມັນເບິ່ງຄືວ່າຄວາມບາບຂອງຂ້ອຍມັນຖືກຍົກເອົາໄປ ຈາກຈິດໃຈຂອງຂ້ອຍ,ຂ້ອຍໄດ້ຫັນຫຼັງໃຫ້ກັບຄວາມບາບແລ້ວແນມເບີ່ງພຣະເຢຊູ ພຽງຜູ້ດຽວ! ພຣະເຢຊູຊົງຊ່ວຍຂ້ອຍແລ້ວ.
         ພຣະເຢຊູຈະຕ້ອງມີຄວາມຮັກຕໍ່ຂ້ອຍຊໍາໃດເພື່ອທີ່ຈະໃຫ້ອະໄພຄົນບາບທີ່ບໍ່ຄູ່ຄວນທີ່ສຸດຜູ້ທີ່ໃຫຍ່ມາໃນໂບດທີ່ດີແລະຍັງຫັນຫຼັງຕໍ່ສູ້ພຣະອົງ! ຄໍາເວົ້າເບິ່ງຄືສັ້ນ ໂພດທີ່ຈະອະທິບາຍເຖິງປະສົບການການກັບໃຈຂອງຂ້ອຍແລະການສະແດງອອກ ເຖິງຄວາມຮັກຂອງຂ້ອຍເພື່ອພຣະຄຣິດພຣະຄຣິດຊົງມອບຊີວິດຂອງພຣະອົງເພື່ອຂ້ອຍແລະເພາະເຫດນີ້ຂ້ອຍຈື່ງມອບທຸກຢ່າງແກ່ພຣະອົງ,ພຣະເຢຊູຊົງເສຍສະຫຼະບັນລັງຂອງພຣະອົງເພື່ອຂ້ອຍ,ເຖິງແມ່ນວ່າຂ້ອຍຖົ່ມນໍ້າລາຍໃສ່ຄຣິສຕະຈັກຂອງ ພຣະອົງແລະເຍາະເຍີ້ຍຄວາມລອດຂອງພຣະອົງ,ຂ້ອຍຈະສາມາດປະກາດພຽງພໍ ເຖິງຄວາມຮັກແລະຄວາມເມດຕາຂອງພຣະອົງໄດ້ແນວໃດ? ພຣະເຢຊູຊົງເອົາ ຄວາມກຽດຊັງແລະຄວາມຢາກຮ້າຍຂອງຂ້ອຍອອກໄປແລ້ວເອົາຄວາມຮັກມາໃຫ້ ຂ້ອຍແທນ,ພຣະອົງໃຫ້ຂ້ອຍຫຼາຍກວ່າການເລີ່ມຕົ້ນໃໝ່-ພຣະອົງຊົງປະທານຊີວິດ ໃໝ່ໃຫ້ຂ້ອຍ, ມັນເປັນໂດຍທາງຄວາມເຊື່ອເທົ່ານັ້ນເຊິ່ງຂ້ອຍຮູ້ດີວ່າພຣະເຢຊູໄດ້ ລ້າງຄວາມບາບທັງໝົດຂອງຂ້ອຍອອກໄປແລ້ວແລະ ຂ້ອຍໄດ້ພົບວ່າຕົນເອງປະ ຫຼາດໃຈວ່າຂ້ອຍຮູ້ໄດ້ແນວໃດໃນຄວາມຂາດແຄນຂອງຫຼັກຖານທີ່ເຫັນກັບຕາ,ແຕ່ ຂ້ອຍມັກເຕືອນສະຕິຕົນເອງວ່າ“ຄວາມເຊື່ອຄືຄວາມແນ່ໃຈໃນສິ່ງທີ່ເຮົາຍັງບໍ່ເຫັນ ແລະຂ້ອຍໄດ້ພົບສັນຕິສຸກ ຫຼັງຈາກທີ່ຮູ້ວ່າຄວາມເຊື່ອຂອງຂ້ອຍຢູ່ທີ່ພຣະເຢຊູ ພຣະເຢຊູຄືຄໍາຕອບດຽວຂອງຂ້ອຍເທົ່ານັ້ນ.
         ພຣະເຈົ້າຊົງປະທານໂອກາດຫຼາຍເທື່ອໃຫ້ກັບຂ້ອຍຊົງຍືດອອກໃຫ້ຂ້ອຍແລະຊົງຊັກນໍາຂ້ອຍໃຫ້ມາພຣະບຸດຂອງພຣະອົງເພາະວ່າຂ້ອຍຈະບໍ່ມີວັນມາຫາພຣະເຢຊູດ້ວຍໂຕຂອງຂ້ອຍເອງ, ສີ່ງເຫຼົ່ານີ້ເປັນພຽງແຕ່ຄໍາເວົ້າແຕ່ຄວາມເຊື່ອຂອງຂ້ອຍ ວາງລົງໃນພຣະເຢຊູ,ເພາະພຣະອົງຊົງປ່ຽນແປງຂ້ອຍ, ພຣະອົງຊົງຢູ່ບ່ອນນັ້ນສະ ເໝີ,ຜູ້ຊ່ວຍເຫຼືອ,ຜູ້ພັກພີງແລະພຣະຜູ້ຊ່ວຍຂອງຂ້ອຍ, ຄວາມຮັກທີ່ຂ້ອຍມີຕໍ່ພຣະ ອົງເບີ່ງຄືວ່ານ້ອຍເມື່ອປຽບທຽບວ່າພຣະອົງຊົງຮັກຂ້ອຍພຽງໃດ, ຂ້ອຍບໍ່ສາມາດມີຊີ ວິດຢູ່ເພື່ອພຣະອົງພໍຫຼືຈິງໃຈພໍ, ຂ້ອຍສາມາດເຮັດຫຍັງໄດ້ຫຼາຍຢ່າງເພື່ອພຣະຄຣິດ ການຮັບໃຊ້ພຣະເຢຊູຄືຄວາມຍິນດີຂອງຂ້ອຍ! ພຣະອົງຊົງມອບຊີວິດໃຫ້ຂ້ອຍແລະ ສັນຕິສຸກໃຫ້ກັບຂ້ອຍຫຼັງຈາກທັງໝົດທີ່ຂ້ອຍຮູ້ກໍຄືວ່າຊິຊັງແນວໃດ, ພຣະເຢຊູຊົງ ເປັນຄວາມປາດຖະໜາອັນແຮງກ້າແລະທິດທາງຂອງຂ້ອຍ,ຂ້ອຍບໍ່ໄດ້ໄວ້ໃຈໃນຕົນເອງແຕ່ໄດ້ວາງຄວາມຫວັງໃນພຣະອົງພຽງຜູ້ດຽວ,ເພາະພຣະອົງຈະບໍ່ມີວັນເຮັດໃຫ້ຂ້ອຍລົ້ມເຫຼວ, ພຣະຄຣິດໄດ້ມາຫາຂ້ອຍແລະເພາະເຫດນີ້ຂ້ອຍຈື່ງຈະບໍ່ຖີ້ມພຣະ ອົງ.

ພວກທ່ານກໍເປັນຄົນບາບທີ່ຫຼົງຫາຍຄືກັບທີ່ຈອນເຄແກນເປັນ, ຂ້າພະເຈົ້າສາມາດ ເວົ້າກັບທ່ານຄືກັບທີ່ເວົ້າກັບຈອນເຄແກນໃນຕອນທ້າຍຂອງຄໍາເທດສະໜາຕອນທີ່ລາວໄດ້ ຮັບຄວາມລອດ, “ພວກທ່ານເປັນຄົນບາບຄົນໜື່ງ,ພວກທ່ານຫຼົງທາງ, ບໍ່ມີໃຜສາມາດຊ່ວຍ ທ່ານໃຫ້ພົ້ນໄດ້ນອກຈາກພຣະເຢຊູ, ນັ້ນແລະຄືເຫດຜົນທີ່ພຣະອົງມາຕາຍເທິງໄມ້ກາງ ແຂນກໍເພື່ອຈ່າຍຄ່າຄວາມຜິດບາບຂອງທ່ານ- ແລະຊໍາລະລ້າງມັນດ້ວຍພຣະໂລຫິດຂອງ ພຣະອົງ, ໃນຂະນະທີ່ພວກເຮົາຮ້ອງເພງຈົ່ງອອກຈາກບ່ອນນັ່ງຂອງທ່ານແລ້ວຍ່າງມາ ບ່ອນນີ້! ‘ຂ້ອຍ’ຫຼົງທາງ ໂອພຣະເຢຊູຂໍຊົງໂຜດລ້າງບາບຂອງຂ້າອອກໄປໂດຍພຣະໂລ ຫິດທີ່ພຣະອົງຊົງຫຼັ່ງລົງມາເທິງໄມ້ກາງແຂນ! ຂໍເຊີນມາໃນຂະນະທີ່ພວກເຮົາຮ້ອງເພງວັກ ທີ່ໜື່ງຂອງເພງ ‘ໃກ້ໄມ້ກາງແຂນ’” ນີ້ເປັນເພງທີ່ພວກເຮົາຮ້ອງຕອນທີ່ຈອນເຄແກນໄດ້ຮັບ ຄວາມລອດ, ພວກທ່ານຫຼາຍຄົນຮູ້ດີ! ເຊີນຮ້ອງ ແລະໃນຂະນະທີ່ພວກເຂົາຮ້ອງຂໍເຊີນມາ ທີ່ນີ້ໜ້າແທ່ນນີ້ແລ້ວວາງໃຈເຊື່ອໃນພຣະເຢຊູ.

ພຣະເຢຊູຂໍຮັກສາຂ້າໃຫ້ຢູ່ໃກ້ກາງແຂນ,ມີນໍ້າພຸປະເສີດ
ຟຣີຕໍ່ທຸກຄົນ,ກະແສເລືອດທີ່ຮັກສາໄຫຼມາຈາກພູກະໂຫຼກຫົວ
ທີ່ກາງແຂນ,ທີ່ກາງແຂນ ເປັນລາສີຂອງຂ້າສະເໝີໄປ
ຈົນຂ້າຖືກຮັບຂື້ນຈິດໃຈຈະພົບສຸກສະບາຍ
(“Near the Cross” by Fanny J. Crosby, 1820-1915).


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ອາຣ໋ອນແຢນຊີ: ໂລມ 10:9-14.
ບັນເລງເພງກ່ອນເທດສະໜາໂດຍ ເບັນຈາມິນຄິນເຄດກຣິຟຟິດ:
“Near the Cross” (by Fanny J. Crosby, 1820-1915).

ໂຄງຮ່າງບົດເທດສະໜາ

ບົດເທດສະໜາຫ້າບົດທີ່ໃຊ້ໃນການກັບໃຈຂອງ
ນັກປະກາດຂ່າວປະເສີດໜຸ່ມຄົນໜື່ງ

FIVE SERMONS USED IN THE CONVERSION
OF A YOUNG EVANGELIST

ໂດຍ ດຣ.ອາແອວໄຮເມີຈູເນຍ.

“ເມື່ອບໍ່ມີຜູ້ໃດປະກາດໃຫ້ເຂົາຟັງ ເຂົາຈະໄດ້ຍິນໄດ້ແນວໃດ”
(ໂລມ 10:14)

I. ໜື່ງ “ການໜຸນໃຈຄົນເຫຼົ່ານັ້ນທີ່ຢູ່ບໍ່ໄກຈາກຄວາມລອດ” (ເທດໃນເຊົ້າວັນອາທິດ 7/6/2009) ມາລະໂກ 12:34.

II. ສອງ “ລັດທິຄາວິນສະໄໝໃໝ່ແລະການກັບໃຈໃໝ່ແທ້” (ເທດໃນແລງວັນອາທິດ 7/6/2009) 2 ໂກລິນໂທ 5:17.

III. ສາມ “ມີພຽງໂດຍຄໍາອະທິຖານແລະອົດອາຫານເທົ່ານັ້ນ”(ເທດໃນຕອນເຊົ້າວັນອາ ທິດ 14/6/2006) ມາລະໂກ 9:29.

IV. ສີ່ “ຈິດສໍານຶກຜິດຖືກແລະການກັບໃຈໃໝ່”(ເທດໃນແລງວັນອາທິດ 14/6/2009) ໂລມ 2:15; 1 ຕີໂມທຽວ 4:2; ໂຢຮັນ 3:18; ເຮັບເລີ 9:14.

V. ຫ້າ “ຮ່ອມພູຂອງກະດູກແຫ້ງ”(ຂ້າພະເຈົ້າເທດໃນເຊົ້ານີ້ຈອນເຄແກນໄດ້ກັບໃຈໃໝ່ 21/6/2009) ເອເສກຽນ 37:5; ໂຢນາ 2:9.