Print Sermon

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 215 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 36 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ເຫດຜົນສອງຂໍ້ທີ່ວ່າເປັນຫຍັງຄຣິສຕະຈັກຫຼາຍແຫ່ງໃນປະເທດອາເມລິກາ
ແລະຕາເວັນຕົກບໍ່ປະສົບກັບການຟື້ນຟູ

THE TWO REASONS WHY THE CHURCHES IN AMERICA
AND THE WEST DON’T EXPERIENCE REVIVAL
(Laotian)

ໂດຍ ດຣ.ອາແອວໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນຕອນແລງວັນຂອງພຣະເຈົ້າ 25/9/2016
A sermon preached at the Baptist Tabernacle of Los Angeles
Lord’s Day Evening, September 25, 2016


ໃນຄືນນີ້ຂ້າພະເຈົ້າກໍາລັງຈະເວົ້າເຖິງສອງເຫດຜົນຫຼັກທີ່ຄຣິສຕະຈັກຫຼາຍແຫ່ງໃນ ປະເທດອາເມລິກາແລະໂລກຕາເວັນຕົກບໍ່ມີການຟື້ນຟູ, ໂດຍ“ການຟື້ນຟູ”ຂ້າພະເຈົ້າໝາຍ ເຖິງການຟື້ນຟູລືຊື່ລືສຽງທີ່ພວກເຮົາອ່ານເຖິງມັນໃນສະຕະວັດທີ່ 18 ແລະໃນເຄິ່ງສະຕະ ວັດທີ 19, ຂ້າພະເຈົ້າບໍ່ໄດ້ອີງໃສ່ທີ່ເອີ້ນວ່າ“ການຟື້ນຟູ”ຂອງພວກຂ່າວປະເສີດໃໝ່ແລະ ພວກເພັນຕາຄອດໃນສະຕະວັດທີ 20 ແລະໃນສ່ວນທີ່ໜື່ງຂອງສະຕະວັດທີ 21 ທີ່ພວກ ເຮົາອາໄສຢູ່ນີ້.

ຂໍເຊີນເປີດພຣະຄໍາພີຂອງທ່ານໄປໃນ2 ຕີໂມທຽວ 3:1(ຢູ່ໃນໜ້າ 1280 ຂອງ ພຣະທໍາສະກໍຟິວສຶກສາ),ຂ້າພະເຈົ້າຢາກໃຫ້ພວກທ່ານອ່ານນໍາກັນ7 ຂໍ້ທໍາອິດຂອງບົດນັ້ນ.

“ແຕ່ຈົ່ງເຂົ້າໃຈຂໍ້ນີ້ດ້ວຍ ຄືວ່າໃນວັນສຸດທ້າຍນັ້ນ ຈະເກີດເຫດການສ່ຽງໄພຫຼາຍ ເພາະວ່າຄົນຈະເປັນຄົນຮັກຕົນເອງ, ເປັນຄົນເຫັນແກ່ເງີນ ເປັນຄົນອວດຕົວ, ເປັນຄົນຈອງຫອງ, ເປັນຄົນເວົ້າໝິ່ນປະມາດ, ເປັນຄົນບໍ່ເຊື່ອຟັງຄຳພໍ່ແມ່, ເປັນຄົນບໍ່ກະຕັນຍູ, ເປັນຄົນບໍ່ມີສິນລະທຳ, ເປັນຄົນບໍ່ຮັກຊຶ່ງກັນແລະກັນ, ເປັນຄົນບໍ່ເຮັດຕາມສັນຍາ, ເປັນຄົນຫາຄວາມໃສ່ເຂົາ ເປັນຄົນບໍ່ມີສະຕິຢັ້ງໃຈ, ເປັນຄົນໂຫດຮ້າຍ, ເປັນຄົນຊັງຄົນດີ, ເປັນຄົນທໍລະຍົດ, ເປັນຄົນຫົວແຂງ, ເປັນຄົນຫົວສູງ, ເປັນຄົນຮັກຄວາມສະໜຸກ ສະໜານຫຼາຍກວ່າຮັກພຣະເຈົ້າ ເຂົາມີສະພາບທາງຂອງພຣະເຈົ້າພາຍນອກ ແຕ່ລິດຂອງທາງນັ້ນເຂົາປະຕິເສດ ຄົນຢ່າງນີ້ທ່ານຈົ່ງຫັນໜ້າໜີຈາກເຂົາເສຍດ້ວຍ ເພາະໃນບັນດາຄົນເຫລົ່ານັ້ນ ມີຄົົນທີ່ແອບໄປຕາມບ້ານ ແລ້ວນຳຍິງທີ່ເບົາປັນຍາໜາດ້ວຍບາບໄປເປັນຊະເລີຍ ແລ້ວພາກັນຫລົງໃຫລໄປດ້ວຍຕັນຫາຕ່າງໆ ເຖິງຈະຮຽນກັນຢູ່ສະເໝີ ແຕ່ກໍບໍ່ອາດຮຽນຮູ້ເຖິງຄວາມຈິງເລີຍ” (2 ຕີໂມທຽວ 3:1-7)

ຕອນນີ້ອ່ານຂໍ້ 13.

“ແຕ່ຄົນຊົ່ວແລະຄົນລໍ້ລວງຈະຊົ່ວຮ້າຍຫລາຍຂຶ້ນ ທັງຫລອກລວງຄົນອື່ນ ແລະກໍຖືກຄົນອື່ນຫລອກລວງນໍາ” (2 ຕີໂມທຽວ 3:13)

ຂໍ້ພຣະຄໍາພີເຫຼົ່ານີ້ບອກພວກເຮົາກ່ຽວກັບການປະຖີ້ມຄວາມເຊື່ອໃຫຍ່ຢູ່ໃນຄຣິສຕະຈັກຫຼາຍບ່ອນແຫ່ງ“ຍຸກສຸດທ້າຍ”(3:1) ຂໍ້ 2 ຫາ 4 ອະທິບາຍເຖິງສະພາບການປະຖີ້ມຄວາມເຊື່ອ ຂອງພວກທີ່ເອີ້ນວ່າ“ຄຣິສຕຽນ”ສ່ວນຫຼາຍໃນສະໄໝຂອງພວກເຮົາ, ຂໍ້ 5 ໃຫ້ເຫດຜົນວ່າ ເປັນຫຍັງ“ພວກຄຣິສຕຽນ”ປອມເຫຼົ່ານີ້ຈື່ງຊົ່ວແລະກະບົດຫຼາຍ.

“ເຂົາມີສະພາບທາງຂອງພຣະເຈົ້າພາຍນອກ ແຕ່ລິດຂອງທາງນັ້ນເຂົາປະຕິເສດ” (2 ຕີໂມທຽວ 3:5)

ກ່ອນທີ່ຂ້າພະເຈົ້າຈະອະທິບາຍຂໍ້ນັ້ນ,ຂ້າພະເຈົ້າຈະຂໍເອົາສິ່ງທີ່ດຣ.ເຈ.ເວີນັນແມັກກີ້ເວົ້າເຖິງຂໍ້ພຣະຄໍາພີຂໍ້ນີ້ໃຫ້ທ່ານ,ກ່ຽວຂ້ອງ“ຍຸກສຸດທ້າຍ”ຂອງຂໍ້ທີ່ 1 ດຣ.ແມັກກີ໊ໄດ້ກ່າວ ວ່າ “‘ຍຸກສຸດທ້າຍ’ຄືຄໍາທີ່ໃຊ້ທາງດ້ານເຕັກນິກ...(ເພື່ອ)ເວົ້າເຖິງຍຸກສຸດທ້າຍຂອງຄຣິສຕະ ຈັກ” ກ່ຽວກັບຂໍ້1-4 ດຣ.ແມັກກີ້ກ່າວວ່າ“ພວກເຮົາມີສິບເກົ້າຢ່າງທີ່ໃຫ້ມາ...ມັນຂີ້ຮ້າຍ(ກຸ່ມ) ...ພວກມັນນໍາສະເໜີພາບທາງພຣະຄໍາພີທີ່ດີທີ່ສຸດຂອງສິ່ງທີ່ກໍາລັງເກີດຂື້ນ(ໃນ)ຍຸກສຸດ ທ້າຍຂອງຄຣິສຕະຈັກ”( J. Vernon McGee, Th.D., Thru the Bible, notes on II Timothy, chapter 3)ຈາກນັ້ນດຣ.ແມັກກີ້ກໍໄດ້ອະທິບາຍຂໍ້ທີ່ 5“ມີສະພາບທາງຂອງພຣະເຈົ້າພາຍ ນອກແຕ່ລິດຂອງທາງນັ້ນເຂົາໄດ້ປະຕິເສດ...”ດຣ.ແມັກກີ້ກ່າວວ່າ“ມີສະພາບທາງຂອງພຣະເຈົ້າພາຍ ນອກແຕ່ລິດຂອງທາງນັ້ນເຂົາໄດ້ປະຕິເສດ ພວກເຂົາເຮັດພິທີກໍາຕ່າງໆທາງສາ ສະໜາ,ແຕ່ຂາດຊີວິດແລະຄວາມເປັນຈິງ”(ເຫຼັ້ມດຽວກັນ),ພວກທີ່ເອີ້ນວ່າ“ຄຣິສຕຽນ”ພວກນີ້ ມີ“ສະພາບຂອງພຣະເຈົ້າ” - ນັ້ນຄືພວກເຂົາມີສະພາບທາງພາຍນອກ,ແຕ່ພັດປະຕິເສດລິດ ເດດຂອງມັນ, ອັນນີ້ໝາຍຄວາມວ່າພວກເຂົາບໍ່ເຄີຍກັບໃຈໃໝ່ແທ້ໂດຍລິດເດດຂອງພຣະ ເຈົ້າແລະພຣະໂລຫິດຂອງພຣະຄຣິດ, ນີ້ຈື່ງອະທິບາຍວ່າເປັນຫຍັງຂໍ້ທີ່ 7 ຈື່ງແມ່ນຄວາມ ຈິງຂອງພວກຂ່າວປະເສີດສ່ວນໃຫຍ່ໃນປະຈຸບັນນີ້, ພວກເຂົາ“ເຖິງແມ່ນຈະຮຽນກັນຢູ່ສະ ເໝີແຕ່ກໍບໍ່ອາດຮຽນຮູ້ເຖິງຄວາມຈິງເລີຍ” ມີບາງຄົນທີ່ນີ້ເປັນແບບນັ້ນໃນຄືນນີ້.

ພວກເຂົາສາມາດສຶກສາພຣະຄໍາພີເປັນເວລາຫຼາຍທົດສະວັດແຕ່ບໍ່ເຄີຍກັບໃຈໃໝ່ ເລີຍ, ດຣ.ຊາລສ໌ຊີໄຣຣີ່ເວົ້າວ່າມັນໝາຍຄວາມວ່າ“ພວກເຂົາບໍ່ເຄີຍມີຄວາມສາມາດທີ່ຈະ ມາເຖິງຄວາມຮູ້ແຫ່ງພຣະຄຣິດທີ່ຊ່ວຍໃຫ້ພົ້ນໄດ້” (Ryrie Study Bible; note on verse 7) ພວກຂ່າວປະເສີດເປັນລ້ານໆຄົນຢູ່ໃນສະພາບນັ້ນໃນທຸກມື້ນີ້,ພວກເຂົາຍັງບໍ່ໄດ້ກັບໃຈໃໝ່,ຍັງເປັນມະນຸດທໍາມະດາຢູ່, 1 ໂກລິນໂທ 2:14 ອະທິບາຍເຖິງເຂົາວ່າ“ມະນຸດທໍາມະດາ (ຄົນທີ່ຍັງບໍ່ກັບໃຈໃໝ່)ຈະຮັບສິ່ງເຫຼົ່ານັ້ນເຊິ່ງເປັນຂອງພຣະວິນຍານແຫ່ງພຣະເຈົ້າບໍ່ໄດ້...ບໍ່ສາມາດເຂົ້າໃຈໄດ້ເພາະຈະເຂົ້າໃຈໄດ້ກໍຕ້ອງສັງເກດດ້ວຍຈິດວິນຍານ” ຕອນນີ້ຂ້າພະເຈົ້າ ຂໍໃຫ້ສອງເຫດຜົນທີ່ວ່າເປັນຫຍັງຈື່ງບໍ່ມີການຟື້ນຟູໃຫຍ່ໃນປະເທດອາເມລິກາແລະຕາເວັນຕົກເປັນເວລາກວ່າ 140 ປີມາແລ້ວ.

I. ໜື່ງ ບໍ່ມີການຟື້ນຟູໃຫຍ່ເປັນເວລາກວ່າ 140 ປີເພາະຄວາມຈິງແລ້ວພວກເຮົາໃຫ້ ຕິດສະມາກັບຄົນທີ່ຍັງບໍ່ລອດ!

ພວກຂ່າວປະເສີດເປັນລ້ານໆຄົນບໍ່ເຄີຍກັບໃຈໃໝ່ເລີຍເພາະພວກເຂົາຖືກຫລອກ ໂດຍ“ລັດທິຕັດສິນໃຈນິຍົມ”ທີ່ນໍາເຂົ້າມາສູ່ຄຣິສຕະຈັກທັງຫຼາຍໂດຍຊາລສ໌ຈີ.ຟິນນີ້,ຄໍາສອນຂອງລາວໄດ້ລົງມາສູ່ຄຣິສຕະຈັກທັງຫຼາຍຢ່າງແຂງແຮງຫຼາຍເຊິ່ງເຮັດໃຫ້ຄົນເປັນລ້ານໆຄົນຄິດວ່າພວກເຂົາລອດແລ້ວເພາະພວກເຂົາ“ໄດ້ຕັດສິນໃຈ”, ອະທິຖານຕາມ“ຄໍາອະທິຖານ ຂອງຄົນບາບ”ຫຼືເຊື່ອຂໍ້ພຣະຄໍາພີຂໍ້ໜື່ງໃນພຣະຄໍາພີ, ແຕ່ພວກເຂົາບໍ່ເຄີຍໄດ້ກັບໃຈໃໝ່ ຜ່ານທາງວຽກຂອງພຣະວິນຍານບໍລິສຸດ, ວຽກທໍາອິດຂອງພຣະວິນຍານຂອງພຣະເຈົ້າກໍຄື ເພື່ອນໍາຄົນບາບມາສູ່ໃຕ້ການສໍານຶກເລື່ອງຄວາມບາບ,ໂຢຮັນ 16:8,9 ເວົ້າວ່າ“ເມື່ອພຣະ ອົງ(ພຣະວິນຍານບໍລິສຸດ)ສະເດັດມາພຣະອົງຈະຕໍານິ(ໂນ້ມນ້າວ)ໂລກເຖິງຄວາມບາບ... ເຖິງຄວາມຜິດບາບນັ້ນເພາະເຂົາບໍ່ເຊື່ອໃນເຮົາ” ນອກຈາກວ່າຄົນຫຼົງຫາຍຖືກໂນ້ມນ້າວ ຢ່າງເລິກເຊິ່ງໃນຄວາມຜິດບາບຂອງເຂົາ,ເຂົາກໍຈະບໍ່ມີວັນເຫັນຄວາມຕ້ອງການພຣະຄຣິດທີ່ແທ້ຈິງຂອງເຂົາ, ການເສຍສະຫຼະເທິງໄມ້ກາງແຂນຂອງພຣະອົງແລະຄວາມຕ້ອງການ ການຊໍາລະບາບໃນພຣະໂລຫິດຂອງພຣະຄຣິດ, ມີຫຼາຍເທື່ອທີ່ພວກເຮົາເຫັນຜູ້ຄົນທີ່ເວົ້າວ່າ ພວກເຂົາຢາກຈະລອດ, ແຕ່ເມື່ອເຂົາບໍ່ຖືກໂນ້ມນ້າວໃນເລື່ອງຄວາມຜິດບາບຂອງເຂົາ ພວກເຂົາກໍຈະບໍ່ມີວັນທີ່ຈະວາງໃຈໃນພຣະຄຣິດຈັກເທື່ອ.

ວຽກທີ່ສອງຂອງພຣະວິນຍານບໍລິສຸດກໍຄືເພື່ອຖະວາຍກຽດແກ່ພຣະຄຣິດ,ພຣະເຢຊູກ່າວວ່າ“ພຣະອົງຈະຊົງໃຫ້ເຮົາໄດ້ຮັບກຽດ ເພາະວ່າພຣະອົງຈະຊົງເອົາສິ່ງທີ່ເປັນຂອງເຮົາ ມາສະແດງແກ່ທ່ານທັງຫຼາຍ”(ໂຢຮັນ 16:14) ຫຼືຄືກັບທີ່ພຣະເຢຊູຊົງກ່າວໃນໂຢຮັນ 15:26, ພຣະວິນຍານບໍລິສຸດ“ຈະຊົງເປັນພະຍານເຖິງເຮົາ” ຫຼັງຈາກຜ່ານການສໍານຶກ ເລື່ອງຄວາມຜິດບາບ, ຫຼັງຈາກນັ້ນພຣະວິນຍານບໍລິສຸດກໍຈະສະແດງໃຫ້ຄົນບາບເຫັນວ່າ ພຣະເຢຊູຜູ້ດຽວສາມາດອະໄພຄວາມຜິດບາບຂອງເຂົາໄດ້, ວຽກສຸດທ້າຍຂອງການສໍານຶກ ກໍຄືການທີ່ພຣະເຈົ້າຊົງຊັກນໍາຄົນບາບໃຫ້ມາຫາພຣະຄຣິດ,ພຣະເຢຊູຕັດວ່າ“ບໍ່ມີຜູ້ໃດມາ ເຖິງເຮົາໄດ້ນອກຈາກພຣະບິດາຜູ້ຊົງໃຊ້ເຮົາມາຈະຊົງຊັກນໍາໃຫ້ເຂົາມາ...”(ໂຢຮັນ 6:44) ຄົນທີ່ເວົ້າວ່າ“ຂ້ອຍຈະມາຫາພຣະຄຣິດໄດ້ແນວໃດ?”ບໍ່ເຂົ້າໃຈວ່າເຂົາຕ້ອງຖືກໂນ້ມນ້າວ ເລື່ອງຄວາມຜິດບາບກ່ອນແລ້ວຫຼັງຈາກນັ້ນກໍເຫັນພຣະຄຣິດເປັນຄວາມຫວັງດຽວຂອງເຂົາ ເທົ່ານັ້ນສໍາຫຼັບຄວາມລອດຈາກບາບ, ແລະຫຼັງຈາກນັ້ນກໍຖືກຊັກນໍາໃຫ້ມາຫາພຣະຄຣິດ ວຽກທັງໝົດຂອງຄວາມລອດວາງລົງໃນລິດອໍານາດຂອງພຣະເຈົ້າ, ພວກສາວົກຖາມພຣະ ເຢຊູວ່າ“ຖ້າຢ່າງນັ້ນໃຜຈະລອດໄດ້?” ພຣະເຢຊູຊົງຕອບວ່າ“ຝ່າຍມະນຸດຍອມເປັນໄປບໍ່ໄດ້ ແຕ່ບໍ່ເປັນແບບນັ້ນກັບພຣະເຈົ້າ”(ມາລະໂກ 10:26,27).

ຢູ່ໃນການກັບໃຈຕ່າງໆທີ່ມີຊື່ຂອງພວກໂປແຕສແຕນ,ປະການທໍາອິດທີ່ເກີດຂື້ນກໍຄື ການສໍານຶກບາບທີ່ເລິກເຊິ່ງຊື່ງໄດ້ນໍາຄົນບາບໃຫ້ໝົດຫວັງທີ່ຈະຊ່ວຍຕົນເອງໃຫ້ລອດ,ຫຼັງ ຈາກນັ້ນຄົນບາບກໍເຫັນພຣະຄຣິດເປັນພຽງຄວາມຫວັງດຽວແລະມາຫາພຣະຄຣິດເໝືອນ ຢ່າງທີ່ພຣະເຈົ້າຊົງຊັກນໍາເຂົາມາຫາພຣະຜູ້ຊ່ວຍ, ແນ່ນອນທັງໝົດນີ້ແມ່ນຖືກປະຕິເສດ ໂດຍພວກ“ຕັດສິນໃຈນິຍົມ”ສະໄໝໃໝ່, ປະຈຸບັນນີ້ທີ່ຕ້ອງການກໍຄືການເວົ້າຕາມຄໍາອະທິ ຖານຫຼືຍ່າງລົງມາຕາມແຖວຂອງໂບດ, ວຽກຂອງພຣະເຈົ້າໃນຈິດໃຈຂອງມະນຸດຖືກປະຕິ ເສດຢ່າງສິ້ນເຊີງ, ນັ້ນແລະຄືເຫດຜົນທໍາອິດທີ່ພວກເຮົາບໍ່ມີການຟື້ນຟູ.

ຈອນເຄແກນເປັນຄົນໜຸ່ມຢູ່ໃນຄຣິສຕະຈັກຂອງເຮົາເຊິ່ງຕັ້ງໃຈທີ່ຈະເຂົ້າສູ່ງານຮັບ ໃຊ້,ລາວໄດ້ຮັບຄວາມລອດຕອນອາຍຸ 15 ປີ, ຂ້າພະເຈົ້າຈະເອົາຄໍາພະຍານທັງໝົດຂອງ ລາວໃຫ້ຢູ່ນີ້ເພາະເຫດຜົນສອງຢ່າງ, ອັນທີ່ໜື່ງເພາະມັນເປັນ“ໂຮງຮຽນເກົ່າ”ທີ່ສົມບູນແບບ ການກັບໃຈໃໝ່ຂອງປະເພດທີ່ເກີດຂື້ນກ່ອນຟີນນີ່ປ່ຽນແປງການກັບໃຈໃໝ່ເປັນການຕັດສິນໃຈຕ່າງໆ,ປະເພດທີ່ພວກເຮົາບໍ່ຕ້ອງການໃນປະຈຸບັນນີ້, ແລະອັນທີ່ສອງເພາະນັກຮຽນວິ ທະຍາໄລຄົນໜື່ງທີ່ຕໍ່ຕ້ານພຣະຄຣິດເປັນເວລາກວ່າສອງປີໄດ້ຮັບຄວາມລອດວັນເສົາແລ້ວນີ້ຫຼັງຈາກທີ່ໄດ້ຍິນຂ້າພະເຈົ້າອ່ານມັນ,ຂ້າພະເຈົ້າຮູ້ຈັກຄໍາພະຍານໜ້ອຍຫຼາຍທີ່ຄວາມຈິງ ແລ້ວເຮັດໃຫ້ຄົນກັບໃຈໃໝ່, ນີ້ແມ່ນຄໍາພະຍານເລື່ອງຄວາມລອດຂອງຈອນເຄແກນ.

      ຂ້ອຍສາມາດຈື່ໄດ້ເຖິງວິນາທີການກັບໃຈໃໝ່ຂອງຂ້ອຍທີ່ສົດໃສແລະໃກ້ຊິດ ຫຼາຍຈົນຄໍາເວົ້າຕ່າງໆເບີ່ງຄືວ່ານ້ອຍເມື່ອປຽບເຖິງຄວາມແຕກຕ່າງອັນຍິ່ງໃຫຍ່ທີ່ ພຣະຄຣິດຊົງກະທໍາ, ກ່ອນການກັບໃຈຂອງຂ້ອຍຂ້ອຍເປັນຄົນທີ່ເຕັມໄປດ້ວຍ ຄວາມຢາກຮ້າຍແລະກຽດຊັງ,ຂ້ອຍເຢີຢິ່ງໃນຄວາມບາບຂອງຂ້ອຍແລະ ຂ້ອຍມີ ຄວາມສຸກທີ່ເຮັດໃຫ້ຄົນອື່ນເຈັບ ແລະ ຂ້ອຍເຂົ້າໄປຜົວພັນກັບຄົນທີ່ຊັງພຣະເຈົ້າ, ສໍາຫຼັບຂ້ອຍຄວາມບາບບໍ່ແມ່ນ“ຄວາມຜິດພາດ“ບາງຢ່າງທີ່ເຮັດໃຫ້ເສຍໃຈ, ຂ້ອຍ ໄດ້ຕັ້ງໃຈທີ່ຈະຕັ້ງຕົນເອງໃນຫົນທາງນີ້, ພຣະເຈົ້າເລີ່ມຕົ້ນທີ່ຈະເຮັດວຽກກັບຂ້ອຍ ໃນຫົນທາງທີ່ຂ້ອຍບໍ່ເຄີຍຄາດມາກ່ອນໃນຂະນະທີ່ໂລກຂອງຂ້ອຍເລີ່ມທີ່ຈະລະລາຍຢ່າງໄວວາອ້ອມຮອບໂຕຂ້ອຍ,ອາທິດເຫຼົ່ານັ້ນກ່ອນການກັບໃຈຂອງຂ້ອຍຮູ້ສຶກຄື ກັບກໍາລັງຈະຕາຍ:ຂ້ອຍບໍ່ໄດ້ນອນ,ຂ້ອຍບໍ່ສາມາດຍິ້ມໄດ້, ຂ້ອຍບໍ່ສາມາດພົບກັບ ສັນຕິສຸກໃດໆເລີຍ,ຄຣິສຕະຈັກຂອງເຮົາກໍາລັງມີການປະຊຸມຂ່າວປະເສີດ ແລະ ຂ້ອຍຍັງຈື່ໄດ້ວ່າຫົວຂວັນໃສ່ເຂົາຄືກັບຂ້ອຍບໍ່ໄດ້ເຄົາລົບສິດຍາພິບານກັບພໍ່ຂອງ ຂ້ອຍເລີຍ.
      ແນ່ນອນພຣະວິນຍານບໍລິສຸດເລີ່ມທີ່ຈະໂນ້ມນ້າວຂ້ອຍເລື່ອງຄວາມບາບ ຂອງຂ້ອຍໃນເວລານັ້ນແຕ່ໃຈທັງໝົດຂອງຂ້ອຍຂ້ອຍໄດ້ປະຕິເສດທຸກຄວາມຄິດທີ່ ຂ້ອຍມີກ່ຽວກັບພຣະເຈົ້າແລະການກັບໃຈໃໝ່, ຂ້ອຍປະຕິເສດທີ່ຈະຄິດເຖິງມັນ, ແມ່ນຂ້ອຍບໍ່ສາມາດຢຸດຄິດເຖິງມັນໄດ້ ມັນທໍລະມານຫຼາຍ, ເຊົ້າວັນອາທິດວັນທີ 21 ມີຖຸນາ ປີ 2009 ຂ້ອຍອ່ອນເພຍແອກແລກ,ຂ້ອຍເມື່ອຍກັບມັນຫຼາຍ,ຂ້ອຍ ເລີ່ມທີ່ຈະຊັງຕົນເອງ, ຊັງຄວາມບາບກັບສິ່ງທີ່ມັນເຮັດໃຫ້ຂ້ອຍຮູ້ສຶກ.
      ໃນຂະນະທີ່ດຣ.ໄຮເມີກໍາລັງເທດສະໜາຢູ່, ຄວາມຫຍິ່ງຂອງຂ້ອຍພະຍາ ຍາມຢ່າງໜັກທີ່ຈະປະຕິເສດມັນ, ບໍ່ຟັງມັນແຕ່ໃນຂະນະທີ່ລາວເທດສະໜາຢູ່ຂ້ອຍ ສາມາດຮູ້ສຶກແທ້ໆເຖິງຄວາມບາບທຸກຢ່າງທີ່ຢູ່ໃນໃຈຂອງຂ້ອຍຂ້ອຍກໍາລັງນັບເວ ລາຈົນຄໍາເທດສະໜາເກືອບຈົບລົງແຕ່ສິດຍາພິບານກໍຍັງຄົງເທດແລ້ວຄວາມບາບ ຂອງຂ້ອຍກໍຮ້າຍແຮງລົງແບບບໍ່ຈົບສີ້ນ,ຂ້ອຍບໍ່ສາມາດຖີບປະຕັກ, ຂ້ອຍຈະຕ້ອງ ລອດ!ເຖິງແມ່ນວ່າມີການເຊື້ອເຊີນ ຂ້ອຍກໍຍັງຕໍ່ຕ້ານ,ພຽງແຕ່ບໍ່ສາມາດເຮັດມັນໄດ້, ຂ້ອຍຮູ້ວ່າຂ້ອຍຊົ່ວຮ້າຍຫຼາຍເທົ່າທີ່ຄົນບາບຈະເປັນໄດ້ແລະ ພຣະເຈົ້າຊົງເປັນຜູ້ ຊອບທໍາທີ່ຈະລົງໂທດຂ້ອຍໃນນາຮົກ,ຂ້ອຍເມື່ອຍກັບການຕໍ່ສູ້ຂ້ອຍເມື່ອຍຫຼາຍກັບທຸກສິ່ງທີ່ຂ້ອຍເປັນ, ສິດຍາພິບານແນະນໍາຂ້ອຍແລ້ວບອກຂ້ອຍໃຫ້ມາຫາພຣະ ຄຣິດແຕ່ຂ້ອຍກະບໍ່ມາ, ເຖິງແມ່ນວ່າບາບທຸກຢ່າງໂນ້ມນ້າວຂ້ອຍໆກໍຍັງບໍ່ຍອມມີ ພຣະເຢຊູ, ຊ່ວງເວລານີ້ເປັນຊ່ວງທີ່ຮ້າຍໃນຂະນະທີ່ຂ້ອຍຮູ້ສຶກວ່າຖ້າຂ້ອຍຍັງບໍ່ ລອດແລ້ວກໍຈະຕົກນາຮົກ,ຂ້ອຍ“ພະຍາຍາມ”ທີ່ຈະໄດ້ຮັບຄວາມລອດ,ຂ້ອຍກໍາລັງ “ພະຍາຍາມ”ທີ່ຈະວາງໃນໃນພຣະຄຣິດແລະເຮັດບໍ່ໄດ້,ຂ້ອຍບໍ່ສາມາດມອບຄວາມຢາກໃຫ້ກັບພຣະຄຣິດແລະມັນເຮັດໃຫ້ຂ້ອຍຮູ້ສຶກໝົດຫວັງຫຼາຍ,ຂ້ອຍຮູ້ສຶກໄດ້ວ່າ ບາບຂອງຂ້ອຍມັນຍູ້ຂ້ອຍລົງນາຮົກ,ຂ້ອນຮູ້ສຶກໄດ້ເຖິງຄວາມດື້ດຶງທີ່ບັງຄັບນໍ້າຕາ ຂອງຂ້ອຍ, ຂ້ອຍຕິດຢູ່ໃນການຕໍ່ສູ້ນີ້.
      ທັນໃດນັ້ນຄໍາເທດສະໜາທີ່ເທດໄດ້ຫຼາຍປີແລ້ວໄດ້ເຂົ້າມາໃນຄວາມຄິດຂອງ ຂ້ອຍ“ຈົ່ງຍອມຕໍ່ພຣະຄຣິດ! ຈົ່ງຍອມຕໍ່ພຣະຄຣິດ” ຄວາມຄິດທີ່ຂ້ອຍຈະຕ້ອງຍອມ ແພ້ຕໍ່ພຣະຄຣິດເຮັດໃຫ້ຂ້ອຍເຈັບປວດຫຼາຍເຊິ່ງເບິ່ງຄືວ່າຂ້ອຍຈະບໍ່ຍອມງ່າຍໆ, ພຣະເຢຊູຊົງມອບຊີວິດຂອງພຣະອົງເພື່ອຂ້ອຍ, ພຣະເຢຊູຊົງໄປຖືກຄຶງເພື່ອຂ້ອຍ ຕອນທີ່ຂ້ອຍເປັນສັດຕູຂອງພຣະອົງແລະຂ້ອຍກໍຍັງບໍ່ຍອມພຣະອົງ,ຄວາມຄິດນີ້ທຸບຕີຂ້ອຍໆຕ້ອງປ່ອຍໃຫ້ມັນໄປຂ້ອຍພຽງແຕ່ບໍ່ສາມາດ,ພຣະເຢຊູຊົງມອບຊີວິດຂອງ ພຣະອົງເພື່ອຂ້ອຍ, ພຣະເຢຊູອົງແທ້ຍອມຖືກຄຶງເພື່ອຂ້ອຍໃນເມື່ອຂ້ອຍເປັນສັດຕູ ຂອງພຣະອົງແລະບໍ່ຍອມພຣະອົງ,ຄວາມຄິດນີ້ໄດ້ທຸບຂ້ອຍ,ຂ້ອຍຕ້ອງປ່ອຍໃຫ້ມັນ ອອກໄປ,ຂ້ອຍບໍ່ສາມາດຖືມັນໄວ້ໄດ້ອີກ,ຂ້ອຍຕ້ອງມີພຣະເຢຊູ,ໃນວິນາທີນັ້ນເອງ ຂ້ອຍໄດ້ຍອມຕໍ່ພຣະອົງແລະມາຫາພຣະອົງໂດຍຄວາມເຊື່ອ,ໃນວິນາທີນັ້ນມັນເບິ່ງຄືວ່າຂ້ອຍຕ້ອງຍອມໃຫ້ຕົນເອງຕາຍ,ແລ້ວພຣະຄຣິດຊົງມອບຊີວິດໃຫ້ຂ້ອຍ! ບໍ່ມີ ການກະທໍາຫຼືຄວາມຢາກຂອງຄວາມຄິດຂອງຂ້ອຍແຕ່ດ້ວຍຫົວໃຈ,ດ້ວຍການພັກ ຜ່ອນໃນພຣະຄຣິດ,ພຣະອົງຊົງຊ່ວຍຂ້ອຍ! ພຣະອົງຊົງລ້າງບາບຂອງຂ້ອຍໃນໂລ ຫິດຂອງພຣະອົງ!ໃນວິນາທີນັ້ນ,ຂ້ອຍກໍຢຸດຕໍ່ສູ້ພຣະຄຣິດ,ມັນຈະແຈ້ງຫຼາຍວ່າສິ່ງທີ່ຂ້ອຍຈະຕ້ອງເຮັດກໍຄືວາງໃຈໃນພຣະອົງ, ຂ້ອຍຈື່ໄດ້ສະເໝີເມື່ອມັນຢຸດເປັນຂ້ອຍ ແລ້ວເປັນພຽງພຣະຄຣິດ,ຂ້ອຍຕ້ອງຍອມ! ໃນວິນາທີນັ້ນບໍ່ມີຄວາມຮູ້ສຶກທາງດ້ານ ຝ່າຍກາຍຫຼືຕາບອດອີກ, ຂ້ອຍບໍ່ຈໍາເປັນຕ້ອງການຄວາມຮູ້ສຶກ,ຂ້ອຍມີພຣະຄຣິດ ໃນການວາງໃຈໃນພຣະອົງມັນເບິ່ງຄືວ່າຄວາມບາບຂອງຂ້ອຍມັນຖືກຍົກເອົາໄປ ຈາກຈິດໃຈຂອງຂ້ອຍ,ຂ້ອຍໄດ້ຫັນຫຼັງໃຫ້ກັບຄວາມບາບແລ້ວແນມເບີ່ງພຣະເຢຊູ ພຽງຜູ້ດຽວ! ພຣະເຢຊູຊົງຊ່ວຍຂ້ອຍແລ້ວ.
      ພຣະເຢຊູຈະຕ້ອງມີຄວາມຮັກຕໍ່ຂ້ອຍຊໍາໃດເພື່ອທີ່ຈະໃຫ້ອະໄພຄົນບາບທີ່ບໍ່ຄູ່ຄວນທີ່ສຸດຜູ້ທີ່ໃຫຍ່ມາໃນໂບດທີ່ດີແລະຍັງຫັນຫຼັງຕໍ່ສູ້ພຣະອົງ! ຄໍາເວົ້າເບິ່ງຄືສັ້ນ ໂພດທີ່ຈະອະທິບາຍເຖິງປະສົບການການກັບໃຈຂອງຂ້ອຍແລະການສະແດງອອກ ເຖິງຄວາມຮັກຂອງຂ້ອຍເພື່ອພຣະຄຣິດພຣະຄຣິດຊົງມອບຊີວິດຂອງພຣະອົງເພື່ອຂ້ອຍແລະເພາະເຫດນີ້ຂ້ອຍຈື່ງມອບທຸກຢ່າງແກ່ພຣະອົງ,ພຣະເຢຊູຊົງເສຍສະຫຼະບັນລັງຂອງພຣະອົງເພື່ອຂ້ອຍ,ເຖິງແມ່ນວ່າຂ້ອຍຖົ່ມນໍ້າລາຍໃສ່ຄຣິສຕະຈັກຂອງ ພຣະອົງແລະເຍາະເຍີ້ຍຄວາມລອດຂອງພຣະອົງ,ຂ້ອຍຈະສາມາດປະກາດພຽງພໍ ເຖິງຄວາມຮັກແລະຄວາມເມດຕາຂອງພຣະອົງໄດ້ແນວໃດ? ພຣະເຢຊູຊົງເອົາ ຄວາມກຽດຊັງແລະຄວາມຢາກຮ້າຍຂອງຂ້ອຍອອກໄປແລ້ວເອົາຄວາມຮັກມາໃຫ້ ຂ້ອຍແທນ,ພຣະອົງໃຫ້ຂ້ອຍຫຼາຍກວ່າການເລີ່ມຕົ້ນໃໝ່-ພຣະອົງຊົງປະທານຊີວິດ ໃໝ່ໃຫ້ຂ້ອຍ, ມັນເປັນໂດຍທາງຄວາມເຊື່ອເທົ່ານັ້ນເຊິ່ງຂ້ອຍຮູ້ດີວ່າພຣະເຢຊູໄດ້ ລ້າງຄວາມບາບທັງໝົດຂອງຂ້ອຍອອກໄປແລ້ວແລະຂ້ອຍໄດ້ພົບວ່າຕົນເອງປະ ຫຼາດໃຈວ່າຂ້ອຍຮູ້ໄດ້ແນວໃດໃນຄວາມຂາດແຄນຂອງຫຼັກຖານທີ່ເຫັນກັບຕາ,ແຕ່ ຂ້ອຍມັກເຕືອນສະຕິຕົນເອງວ່າ“ຄວາມເຊື່ອຄືຄວາມແນ່ໃຈໃນສິ່ງທີ່ເຮົາຍັງບໍ່ເຫັນ ແລະຂ້ອຍໄດ້ພົບສັນຕິສຸກ ຫຼັງຈາກທີ່ຮູ້ວ່າຄວາມເຊື່ອຂອງຂ້ອຍຢູ່ທີ່ພຣະເຢຊູ ພຣະເຢຊູຄືຄໍາຕອບດຽວຂອງຂ້ອຍເທົ່ານັ້ນ.
      ພຣະເຈົ້າຊົງປະທານໂອກາດຫຼາຍເທື່ອໃຫ້ກັບຂ້ອຍຊົງຍືດອອກໃຫ້ຂ້ອຍແລະຊົງຊັກນໍາຂ້ອຍໃຫ້ມາພຣະບຸດຂອງພຣະອົງເພາະວ່າຂ້ອຍຈະບໍ່ມີວັນມາຫາພຣະເຢຊູດ້ວຍໂຕຂອງຂ້ອຍເອງ,ສີ່ງເຫຼົ່ານີ້ເປັນພຽງແຕ່ຄໍາເວົ້າແຕ່ຄວາມເຊື່ອຂອງຂ້ອຍ ວາງລົງໃນພຣະເຢຊູ,ເພາະພຣະອົງຊົງປ່ຽນແປງຂ້ອຍ, ພຣະອົງຊົງຢູ່ບ່ອນນັ້ນສະ ເໝີ,ຜູ້ຊ່ວຍເຫຼືອ,ຜູ້ພັກພີງແລະພຣະຜູ້ຊ່ວຍຂອງຂ້ອຍ, ຄວາມຮັກທີ່ຂ້ອຍມີຕໍ່ພຣະ ອົງເບີ່ງຄືວ່ານ້ອຍເມື່ອປຽບທຽບວ່າພຣະອົງຊົງຮັກຂ້ອຍພຽງໃດ, ຂ້ອຍບໍ່ສາມາດມີຊີ ວິດຢູ່ເພື່ອພຣະອົງພໍຫຼືຈິງໃຈພໍ, ຂ້ອຍສາມາດເຮັດຫຍັງໄດ້ຫຼາຍຢ່າງເພື່ອພຣະຄຣິດ ການຮັບໃຊ້ພຣະເຢຊູຄືຄວາມຍິນດີຂອງຂ້ອຍ! ພຣະອົງຊົງມອບຊີວິດໃຫ້ຂ້ອຍແລະ ສັນຕິສຸກໃຫ້ກັບຂ້ອຍຫຼັງຈາກທັງໝົດທີ່ຂ້ອຍຮູ້ກໍຄືວ່າຊິຊັງແນວໃດ, ພຣະເຢຊູຊົງ ເປັນຄວາມປາດຖະໜາອັນແຮງກ້າແລະທິດທາງຂອງຂ້ອຍ,ຂ້ອຍບໍ່ໄດ້ໄວ້ໃຈໃນຕົນເອງແຕ່ໄດ້ວາງຄວາມຫວັງໃນພຣະອົງພຽງຜູ້ດຽວ,ເພາະພຣະອົງຈະບໍ່ມີວັນເຮັດໃຫ້ຂ້ອຍລົ້ມເຫຼວ, ພຣະຄຣິດໄດ້ມາຫາຂ້ອຍແລະເພາະເຫດນີ້ຂ້ອຍຈື່ງຈະບໍ່ຖີ້ມພຣະ ອົງ.

ນັ້ນຄືຄໍາເວົ້າແຫ່ງການກັບໃຈໃໝ່ຂອງຈອນຊາມູເອວເຄແກນຕອນອາຍູ 15 ປີ, ຕອນນີ້ລາວວາງແຜນທີ່ຈະເຂົ້າສູ່ງານຮັບໃຊ້: ສິ່ງທີ່ເກີດຂື້ນກັບຈອນເຄແກນກໍຄືສິ່ງທີ່ເກີດ ຂື້ນໃນການກັບໃຈໃໝ່ແທ້! ພຣະເຈົ້າຈະຕ້ອງເຮັດເພື່ອທ່ານໃນສິ່ງທີ່ພຣະອົງຊົງເຮັດເພື່ອ ຈອນ!

ນັກເທດສ່ວນຫຼາຍໃນປະຈຸບັນນີ້ຈະໃຫ້ລາວເວົ້າຕາມຄໍາອະທິຖານ,ຫຼັງຈາກນັ້ນກໍ ໃຫ້ລາວຮັບບັບຕິດສະມາ-ແລ້ວເຮັດໃຫ້ລາວເປັນໜື່ງໃນລ້ານຄົນທີ່ຫຼົງຫາຍຢູ່ໃນຄຣິສຕະຈັກ ທັງຫຼາຍຂອງເຮົາ! ເຫດຜົນອັນທີ່ໜື່ງທີ່ພວກເຮົາບໍ່ມີການຟື້ນຟູປະຈຸບັນນີ້ກໍຄືວ່ານັກເທດ ຫຼາຍຄົນບໍ່ຍອມໃຫ້ພຣະເຈົ້າທໍາງານໃນໃຈຂອງຄົນບາບ, ພວກເຂົາກະຊາກຄົນບາບໄປ ຈາກວຽກຂອງພຣະເຈົ້າແລ້ວໃຫ້ຄົນບໍ່ເຊື່ອບັບຕິດສະມາ! ຂ້າພະເຈົ້າເຊື່ອວ່າພິທີບັບຕິດສະ ມາເກືອບທຸກອັນໃນປະຈຸບັນນີ້ແມ່ນພິທີບັບຕິດສະມາຄົນທີ່ຍັງບໍ່ລອດ, ນັ້ນຄືເຫດຜົນທໍາອິດ ທີ່ພວກເຮົາບໍ່ມີການຟື້ນຟູ! ຕາມຄວາມຈິງທຸກຄົນຖືກປະກາດວ່າລອດແລ້ວແລະບັບຕິດສະ ມາໂດຍປາສະຈາກການກັບໃຈໃໝ່ທີ່ແທ້ຈິງ! ຂ້າພະເຈົ້າຂໍສາລະພາບວ່າຕົນເອງເຄີຍເຮັດ ບາບແບບນັ້ນມາແລ້ວ, ຂໍພຣະເຈົ້າອະໄພແດ່, ເປັນຫຍັງພຣະເຈົ້າຈື່ງຢັບຢັ້ງການຟື້ນຟູ ຈາກພວກເຮົາເປັນເວລາກວ່າ 140 ປີລະ? ແມ່ນຫຍັງເປັນອີກສາເຫດລະ? ຍັງມີອີກໜື່ງ ເຫດຜົນ!

II. ສອງ ບໍ່ມີການຟື້ນຟູເປັນເວລາ 140 ປີເພາະພວກເຮົາໄປເນັ້ນເລຶ່ອງພຣະວິນຍານ ບໍລິສຸດຫຼາຍກວ່າການທີ່ພວກຄຣິສຕຽນສາລະພາບຄວາມບາບຂອງເຂົາແລະຖືກ ຊໍາລະໂດຍພຣະໂລຫິດຂອງພຣະເຢຊູ.

ນີ້ແມ່ນບາງສິ່ງບາງຢ່າງທີ່ຂ້າພະເຈົ້າຮູ້ຈັກແລ້ວ,ແຕ່ມັນຫາກໍຈະແຈ້ງຂື້ນຕໍ່ຂ້າພະ ເຈົ້າໃນມໍ່ໆນີ້, ຂ້າພະເຈົ້າເປັນພະຍານເຖິງການຟື້ນຟູດ້ວຍຕາສາມເທື່ອ, ອັນທໍາອິດແມ່ນ ໂດຍລິດອໍານາດອັນໃຫຍ່ຫຼວງ-ແລະມັນບໍ່ໄດ້ຂື້ນກັບ“ພິທີບັບຕິດສະມາ”ຂອງພຣະວິນຍານ ບໍລິສຸດ,ການເວົ້າພາສາແປກໆ,ການຮັກສາໂລກຫຼືອັດສະຈັນຕ່າງໆ,ມັນຂື້ນກັບການສາລະ ພາບບາບຂອງພວກຄຣິສຕຽນ ແລະການຖືກຊໍາລະລ້າງໃໝ່ໂດຍພຣະໂລຫິດຂອງພຣະ ຄຣິດ.

ຢູ່ຄຣິສຕະຈັກຫຼາຍແຫ່ງຂອງເຮົາໃນປະຈຸບັນນີ້, ຜູ້ຄົນທີ່ກັບໃຈໃໝ່ແທ້ແລ້ວຍັງຍຶດ ຕິດກັບຄວາມບາບຢູ່-ຄວາມບາບຂອງໃຈ,ຄວາມບາບແຫ່ງຄວາມຄິດ,ຄວາມບາບແຫ່ງເນື້ອ ໜັງ, ໃນການຟື້ນຟູຄັ້ງທໍາອິດຂ້າພະເຈົ້າໄດ້ເຫັນເກືອບໝົດຄຣິສຕະຈັກສາລະພາບຄວາມ ບາບຂອງເຂົາຕໍ່ພຣະເຈົ້າຢູ່ໜ້າທໍາມາດ, ແລະຮ້ອງໄຫ້ດ້ວຍຄວາມຂົມຂື່ນຈົນພຣະເຈົ້າໄດ້ ມອບສັນຕິສຸກໃຫ້ກັບເຂົາຜ່ານທາງພຣະໂລຫິດຂອງພຣະເຢຊູ, ອັກຄະສາວົກໂຢຮັນໄດ້ ກ່າວວ່າ:

“ຖ້າເຮົາສາລະພາບບາບຂອງເຮົາ ພຣະອົງຊົງສັດຊື່ແລະທ່ຽງທໍາກໍຈະຊົງ ໂຜດຍົກໂທດແກ່ເຮົາ ແລະຈະຊົງຊໍາລະເຮົາໃຫ້ພົ້ນຈາກການອະທໍາທຸກ ຢ່າງ” (1 ໂຢຮັນ 1:9)

ແລະພຣະເຈົ້າຊົງຊໍາລະຄວາມບາບຂອງພວກຄຣິສຕຽນແນວໃດແດ່?“ພຣະໂລຫິດຂອງ ພຣະເຢຊູຄຣິດພຣະບຸດຂອງພຣະອົງກໍຊໍາລະເຮົາໃຫ້ພົ້ນຈາກບາບທັງສິ້ນ”(1 ໂຢຮັນ 1:7)

ອັນທີ່ໜືງ,ການສາລະພາບບາບທຸກຢ່າງທັງພາຍໃນແລະພາຍນອກ, ອັນທີ່ສອງ ການຊໍາລະບາບຂອງເຮົາໂດຍພຣະໂລຫິດຂອງພຣະເຢຊູ, ຟັງເບິ່ງຄືງ່າຍແມ່ນບໍ?ມີຄຣິສ ຕະຈັກຫຼາຍປານໃດທີ່ເນັ້ນໜັກແບບນັ້ນໃນປະຈຸບັນນີ້? ຂ້າພະເຈົ້າບໍ່ຮູ້ຈັກບ່ອນໃດທີ່ເຮັດ ແບບນັ້ນ, ນັ້ນແລະຄືເຫດຜົນອັນທີ່ສອງທີ່ພວກເຮົາບໍ່ມີການຟື້ນຟູເປັນເວລາ 140 ປີ!

ຈົ່ງຟັງຄໍາເວົ້າຂອງໄບຣອັນເອັດເວີດຜູ້ທີ່ສຶກສາບັນຫາໃຫຍ່ໃນຫົວຂໍ້ເລື່ອງການຟື້ນຟູທີ່ແທ້ຈິງ, ລາວເວົ້າວ່າ:

ການຟື້ນຟູ...ເລີ່ມຕົ້ນດ້ວຍການສໍານຶກບາບທີ່ພິລຶກ, ມັນມັກເປັນຮູບແບບທີ່ ການສໍານຶກບາບນີ້ເຮັດໃຫ້ເກີດບັນຫາກັບຄົນທີ່ອ່ານເລື່ອງການຟື້ນຟູ,ບາງ ເທື່ອປະສົບກັບຄວາມຮຸນແຮງ, ຜູ້ຄົນພາກັນຮ້ອງໄຫ້ແບບຄວບຄຸມບໍ່ໄດ້ ແລະຂີ້ຮ້າຍ! ແຕ່ບໍ່ມີການຟື້ນຟູແທ້ໃດທີ່ປາສະຈາກນໍ້າຕາແຫ່ງການສໍານຶກ ຜິດແລະໂສກເສົ້າ (Edwards, Revival, Evangelical Press, 2004, p. 115).

ບໍ່ມີການຟື້ນຟູທີ່ປາສະຈາກການສໍານຶກບາບທີ່ເລິກເຊິ່ງ,ຄວາມອຶດອັດໃຈ ແລະຄວາມຮູ້ສຶກບໍ່ມີຄວາມສໍາຄັນ (ເອັດເວີດເຫຼັ້ມດຽວກັນໜ້າ 116)

ການຟື້ນຟູທໍາອິດທີ່ຂ້າພະເຈົ້າເຫັນເລີ່ມຕົ້ນກັບຄຣິສຕຽນສອງສາມຄົນຮ້ອງໄຫ້ແລະສາລະ ພາບບາບຂອງເຂົາ,ບໍ່ດົນໝົດທັງໂບດກໍເຕັມໄປດ້ວຍຜູ້ຄົນທີ່ຮ້ອງໄຫ້ເປັນຊົ່ວໂມງ,ສາລະ ພາບຄວາມບາບຂອງເຂົາແລະຮ້ອງເພງເບົາໆ, ເທົ່ານັ້ນພໍ,ບໍ່ມີພາສາແປກໆ,ບໍ່ມີການຕື່ມ ເຕັມດ້ວຍພຣະວິນຍານ, ບໍ່ມີການຮັກສາໂລກ, ບໍ່ມີການຂ້າໃນພຣະວິນຍານ, ພຽງແຕ່ສາ ລະພາບ,ຮ້ອງໄຫ້,ອະທິຖານແລະຮ້ອງເພງເບົາໆ, ສືບຕໍ່ເປັນເວລາຫຼາຍຊົ່ວໂມງ.

ຈາກນັ້ນມັນກໍຈະຢຸດເປັນເວລາມື້ໜື່ງຫຼືສອງມື້-ແຕ່ຫຼັງຈາກນັ້ນພຣະວິນຍານກໍຈະ ສະເດັດມາອີກເທື່ອໜື່ງໆເປັນໄລຍະເວລາຫຼາຍກວ່າສາມປີ, ສຸດທ້າຍເມື່ອການຟື້ນຟູສີ້ນສຸດ ລົງຫຼາຍກວ່າ 3,000 ຄົນຖືກຕື່ມເຂົ້າໃນຄຣິສຕະຈັກ,ຄຣິສຕະຈັກທີ່ເລີ່ມຕົ້ນໜ້ອຍກວ່າ 150 ຄົນ,ແລະພວກເຂົາຕ້ອງມີການນະມັດສະການສີ່ຮອບແທນທີ່ຈະເປັນຮອບໜື່ງ,ທຸກ ເຊົ້າວັນອາທິດບວກກັບການນະມັດສະການສອງຮອບແລງວັນອາທິດ.

ແຕ່ຂ້າພະເຈົ້າບໍ່ເຊື່ອວ່າພວກເຮົາຄວນຈະອະທິຖານຂໍການຟື້ນຟູພຽງເພື່ອຈະໄດ້ຄົນເຂົ້າມາໃນຄຣິສຕະຈັກຂອງເຮົາເພີ່ມຂື້ນ, ເຫດຜົນທີ່ແທ້ຈິງຄວນຈະເປັນເພື່ອຈະມີຄຣິສຕະ ຈັກທີ່ສະອາດ! ພວກເຮົາຈະຕ້ອງມີຄຣິສຕະຈັກທີ່ສະອາດ!

ພວກເຮົາມີການຕໍ່ສູ້ໃຫຍ່ເພື່ອກໍາຈັດສິ່ງຊົ່ວຮ້າຍຫຼືສິ່ງທີ່ບໍ່ດີໃດໆຂອງເຮົາ,ພວກເຮົາມີລາຍການທີວີໂຊຂອງຄຣິສຕຽນ,ພວກເຮົາມີການນະມັດສະການຮັກສາໂລກ,ພວກເຮົາໄດ້ ເຫັນຄຣິສຕະຈັກຕ່າງໆເວົ້າພາສາແປກໆແລະປະສົບການອື່ນໆ,ແຕ່ພວກເຮົາບໍ່ມີການຟື້ນຟູທີ່ລືຊື່,ເປັນປະຫວັດສາດໃນປະເທດອາເມລິກາເປັນເວລາກວ່າ 140ປີ! ພວກເຮົາປ່ຽນຫົວ ຂໍ້ໂດຍສິ່ງອື່ນໆ, ພວກເຮົາບໍ່ຍອມໃຫ້ພຣະວິນຍານບໍລິສຸດໂນ້ມນ້າວຄຣິສຕຽນເຮົາເລື່ອງ ຄວາມຜິດບາບຂອງເຮົາ,ພວກເຮົາບໍ່ໄດ້ຮ້ອງຫາພຣະເຢຊູໃຫ້ຊໍາລະເຮົາເປັນຄົນໃໝ່ດ້ວຍ ພຣະໂລຫິດທີ່ປະເສີດແລະບໍລິສຸດຂອງພຣະອົງ.

ພວກເຮົາມີການ“ແຕະຕ້ອງ”ຂອງການຟື້ນຟູໃນຄຣິສຕະຈັກຂອງເຮົາ,ຢູ່ໃນການປະຊຸມປະມານ 4 ຄືນ 11 ຄົນໄດ້ຮັບຄວາມລອດ,ຖືກກວດສອບສອງເທື່ອໂດຍດຣ.ເຄແກນ ເຊິ່ງເປັນຜູ້ຊ່ຽວຊານ, ແລະທັງ 11 ຄົນລາວບອກວ່າກັບໃຈແທ້, ພວກເຮົາຍັງມີຄຣິສຕຽນ ປະມານ 8 ຄົນທີ່ສາລະພາບບາບຂອງຕົນແລະອະທິຖານດ້ວຍນໍ້າໃນແຕ່ລະຄືນ,ພວກເຮົາ ບໍ່ເຄີຍມີການນະມັດສະການແບບນັ້ນຈັກເທື່ອພາຍໃນ 41 ປີນີ້ນັບຕັ້ງແຕ່ຄຣິສຕະຈັກຂອງ ເຮົາກໍ່ຕັ້ງມາ.

ແຕ່ຫຼັງຈາກນັ້ນຂ້າພະເຈົ້າກໍເຮັດບາບ,ດຣ.ເຄແກນບອກຂ້າພະເຈົ້າວ່າຢ່າເອີ້ນມັນ ວ່າ“ບາບ”ອັນໜື່ງ,ແຕ່ຂ້າພະເຈົ້າຄິດວ່າຕົນເຮັດບາບ, ຂ້າພະເຈົ້າກາຍເປັນຄົນເຢີຢີ່ງ,ເຢີຢີ່ງ ວ່າພວກເຮົາມີການຟື້ນຟູ! ການຟື້ນຟູຫາກໍເລີ່ມຕົ້ນແທ້, ແຕ່ຂ້າພະເຈົ້າຢຸດເທດສະໜາ ເລື່ອງການສໍານຶກຜິດແລະພຣະໂລຫິດຂອງພຣະເຢຊູ, ຂ້າພະເຈົ້າມອບການນະມັດສະການ ໃຫ້ຄົນອື່ນແລະການເນັ້ນໄດ້ປ່ຽນຈາກພຣະເຢຊູໄປເປັນພຣະວິນຍານບໍລິສຸດ, ຂ້າພະເຈົ້າ ຄວນຈະລະນຶກວ່າພຣະເຢຊູເວົ້າເຖິງພຣະວິນຍານບໍລິສຸດວ່າ“ພຣະອົງຈະຊົງເປັນພະຍານ ເຖິງເຮົາ”(ໂຢຮັນ 15:26) ຂ້າພະເຈົ້າບໍ່ຄວນປ່ອຍໃຫ້ຄົນອື່ນເຂົ້າມາແລະເທດເລື່ອງພຣະ ວິນຍານບໍລິສຸດ, ອັນນັ້ນແມ່ນຄວາມບາບຂອງຂ້າພະເຈົ້າ,ຄວາມບາບແຫ່ງຄວາມຫຍິ່ງແລະ ບາບແຫ່ງການເຂົ້າໃຈເອົາເອງ, ແລະຂ້າພະເຈົ້າຂໍສາລະພາບຕໍ່ໜ້າພວກທ່ານໃນຄືນນີ້, ຄວາມບາບແຫ່ງຄວາມຫຍິ່ງແລະບາບແຫ່ງການເຂົ້າໃຈເອົາເອງ,ຂໍໃຫ້ທຸກຄົນອະທິຖານ ເພື່ອໃຫ້ພຣະເຈົ້າໃຫ້ອະໄພຂ້າພະເຈົ້າທີ່ປະລະພຣະເຢຊູແລ້ວສາລະພາບ(ພວກເຂົາອະທິ ຖານ),ຕອນນີ້ຂໍໃຫ້ເຮົາອະທິຖານຂໍໃຫ້ພຣະເຈົ້າກັບມາຫາເຮົາຄືກັບທີ່ພຣະອົງຊົງເຮັດໃນ ການຟື້ນຟູທໍາອິດທີ່ຂ້າພະເຈົ້າເຫັນ,ຈົ່ງອະທິຖານຂໍການສະຖິດຢູ່ນໍາຂອງພຣະເຈົ້າໃຫ້ກັບມາຫາເຮົາ,ກະລຸນາອະທິຖານດ້ວຍນໍ້າຕາຄືກັບທີ່ເຂົາເຮັດໃນປະເທດຈີນ(ພວກເຂົາອະທິຖານ) ຂໍເຊີນຢືນຂື້ນແລ້ວຮ້ອງເພງ“ຮາເລລູຢາ ພຣະຜູ້ຊ່ວຍ” ຕອນນີ້ໃຫ້ຮ້ອງເພງ“ພຣະວິນຍານ ຂອງພຣະເຈົ້າຜູ້ຊົງພຣະຊົນ” ຕອນນີ້ເຊີນຮ້ອງ“ໂອພຣະເຈົ້າຂໍຊົງຄົ້ນເບິ່ງຂ້າ” ດຽວນີ້ຈົ່ງ ຮ້ອງເພງວັກທີ່ໜື່ງແລະສຸດທ້າຍຂອງເພງ“ໂຜດຕື່ມເຕັມນິມິດທຸກຢ່າງຂອງຂ້າ”ນາງງຽນ ຂໍໃຫ້ອະທິຖານໃຫ້ພຣະເຈົ້າລົງມາອີກເທື່ອໜື່ງ, ຍັງມີຫຼາຍຄົນໃນຄືນນີ້ທີ່ຍັງຫຼົງຫາຍແລະ ຖອຍຫຼັງຢູ່, ຈົ່ງອະທິຖານໃຫ້ພຣະເຈົ້າລົງມາຫາເຂົາ.

ຄົນທີ່ຢາກຈະອະທິຖານເພື່ອໃຫ້ການຟື້ນຟູກັບມາຫາທ່ານ,ຂໍໃຫ້ຢືນຂື້ນແລ້ວອະທິ ຖານເພື່ອໃຫ້ພຣະເຈົ້າລົງມາອີກເທື່ອໜື່ງ, ຈົ່ງອະທິຖານຄືກັບທີ່ເຂົາເຮັດຢູ່ປະເທດຈີນ,ຄົນທີ່ ຕ້ອງການຈະສາລະພາບຄວາມຜິດບາບຂອງເຂົາຂໍເຊີນມາທີ່ທໍາມາດ, ຄົນທີ່ຢາກຈະຖືກຊໍາ ລະໂດຍພຣະໂລຫິດຂອງພຣະເຢຊູເຊີນລົງມາທີ່ນີ້ແລ້ວສາລະພາບຄວາມບາບຂອງທ່ານ, ຄົນທີ່ຢາກຈະໃຫ້ພຣະເຢຊູຊ່ວຍໃຫ້ພົ້ນເຊີນມາເຊັ່ນກັນ,ຜູ້ຊາຍທໍາມະດາທີ່ມາຈາກຄຣິສຕະຈັກແບັບຕິດໃຕ້ທີ່ເຂົ້າຮ່ວມຄຣິສຕະຈັກຂອງເຮົາເປັນເວລາ 25 ປີໃນຖານະເປັນຄົນຫຼົງ ຫາຍກໍມາແລະວາງໃຈເຊື່ອພຣະເຢຊູໃນການປະສົບກັບການກັບໃຈໃໝ່ທີ່ແທ້ຈິງ.ເອແມນ


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ແອຣ໋ອນແຢນຊີ: 2 ຕີໂມທຽວ 3:1-5.
ບັນເລງເພງກ່ອນເທດສະໜາໂດຍ ເບັນຈາມິນຄິນເຄດກຣິຟຟິດ: “Farther Along”
      (by W. B. Stevens, 1862-1940; arranged and altered by Barney E. Warren, 1867-1951).

ໂຄງຮ່າງບົດເທດສະໜາ

ເຫດຜົນສອງຂໍ້ທີ່ວ່າເປັນຫຍັງຄຣິສຕະຈັກຫຼາຍແຫ່ງໃນປະເທດອາເມລິກາ
ແລະຕາເວັນຕົກບໍ່ປະສົບກັບການຟື້ນຟູ

THE TWO REASONS WHY THE CHURCHES IN AMERICA
AND THE WEST DON’T EXPERIENCE REVIVAL

ໂດຍ ດຣ.ອາແອວໄຮເມີຈູເນຍ.

“ແຕ່ຈົ່ງເຂົ້າໃຈຂໍ້ນີ້ດ້ວຍ ຄືວ່າໃນວັນສຸດທ້າຍນັ້ນ ຈະເກີດເຫດການສ່ຽງໄພຫຼາຍ ເພາະວ່າຄົນຈະເປັນຄົນຮັກຕົນເອງ, ເປັນຄົນເຫັນແກ່ເງີນ ເປັນຄົນອວດຕົວ, ເປັນຄົນຈອງຫອງ, ເປັນຄົນເວົ້າໝິ່ນປະມາດ, ເປັນຄົນບໍ່ເຊື່ອຟັງຄຳພໍ່ແມ່, ເປັນຄົນບໍ່ກະຕັນຍູ, ເປັນຄົນບໍ່ມີສິນລະທຳ, ເປັນຄົນບໍ່ຮັກຊຶ່ງກັນແລະກັນ, ເປັນຄົນບໍ່ເຮັດຕາມສັນຍາ, ເປັນຄົນຫາຄວາມໃສ່ເຂົາ ເປັນຄົນບໍ່ມີສະຕິຢັ້ງໃຈ, ເປັນຄົນໂຫດຮ້າຍ, ເປັນຄົນຊັງຄົນດີ, ເປັນຄົນທໍລະຍົດ, ເປັນຄົນຫົວແຂງ, ເປັນຄົນຫົວສູງ, ເປັນຄົນຮັກຄວາມສະໜຸກ ສະໜານຫຼາຍກວ່າຮັກພຣະເຈົ້າ ເຂົາມີສະພາບທາງຂອງພຣະເຈົ້າພາຍນອກ ແຕ່ລິດຂອງທາງນັ້ນເຂົາປະຕິເສດ ຄົນຢ່າງນີ້ທ່ານຈົ່ງຫັນໜ້າໜີຈາກເຂົາເສຍດ້ວຍ ເພາະໃນບັນດາຄົນເຫລົ່ານັ້ນ ມີຄົົນທີ່ແອບໄປຕາມບ້ານ ແລ້ວນຳຍິງທີ່ເບົາປັນຍາໜາດ້ວຍບາບໄປເປັນຊະເລີຍ ແລ້ວພາກັນຫລົງໃຫລໄປດ້ວຍຕັນຫາຕ່າງໆ ເຖິງຈະຮຽນກັນຢູ່ສະເໝີ ແຕ່ກໍບໍ່ອາດຮຽນຮູ້ເຖິງຄວາມຈິງເລີຍ”(2 ຕີໂມທຽວ 3:1-7)

(2 ຕີໂມທຽວ 3:13, 5; 1 ໂກລິນໂທ 2:14)

I.   ໜື່ງ ບໍ່ມີການຟື້ນຟູໃຫຍ່ເປັນເວລາກວ່າ 140 ປີເພາະຄວາມຈິງແລ້ວພວກເຮົາໃຫ້
ຕິດສະມາກັບຄົນທີ່ຍັງບໍ່ລອດ! ໂຢຮັນ 16:8, 9, 14; 15:26; 6:44; ມາລະໂກ 10:26,27.

II.  ສອງ ບໍ່ມີການຟື້ນຟູເປັນເວລາ 140 ປີເພາະພວກເຮົາໄປເນັ້ນເລຶ່ອງພຣະວິນຍານ ບໍລິສຸດຫຼາຍກວ່າການທີ່ພວກຄຣິສຕຽນສາລະພາບຄວາມບາບຂອງເຂົາແລະຖືກ ຊໍາລະໂດຍພຣະໂລຫິດຂອງພຣະເຢຊູ
1 ໂຢຮັນ 1:9, 7; ໂຢຮັນ 15:26.