Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ບາດແຜຕ່າງໆຂອງພຣະຄຣິດ

THE WOUNDS OF CHRIST
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 26/6/2016
A sermon preached at the Baptist Tabernacle of Los Angeles
Lord's Day Morning, June 26, 2016

“ພຣະອົງຊົງສະແດງພຣະຫັດແລະພຣະບາດໃຫ້ເຂົາເຫັນ”
(ລູກາ 24:40)


ຂ້າພະເຈົ້າກໍາລັງຈະເທດສະໜາເລື່ອງບາດແຜຕ່າງໆຂອງພຣະຄຣິດ,ພຣະອົງຊົງ ຖືກຄຶງໃສ່ໄມ້ກາງແຂນ,ໃນມືແລະຕີນຂອງພຣະອົງຍັງມີຮູຫຼັງຈາກທີ່ພຣະອົງຊົງຟື້ນຂື້ນມາ ຈາກຕາຍ, ພຣະອົງຊົງສະແດງບາດແຜເຫຼົ່ານັ້ນໃຫ້ພວກເຂົາເບິ່ງຫຼັງຈາກທີ່ຟື້ນຄືນມາຈາກ ຕາຍ, ພຣະອົງຊົງຖືກຕອກໃສ່ໄມ້ກາງແຂນເພື່ອຈ່າຍຄ່າການລົງໂທດສໍາຫຼັບຄວາມຜິດ ບາບ, ຫົນທາງດຽວທີ່ທ່ານສາມາດລອດຈາກຄວາມບາບຂອງທ່ານໄດ້ຄືການມາຫາພຣະ ເຢຊູແລະເຊື່ອວາງໃຈໃນພຣະອົງ.

ແຕ່ທ່ານຈະບໍ່ມີວັນທີ່ຈະວາງໃຈໃນພຣະຄຣິດຈົນກວ່າທ່ານຈະຮູ້ສຶກອາຍໃນເລື່ອງ ບາບ, ທ່ານຈະພະຍາຍາມທີ່ຈະຊ່ວຍຕົນເອງໃຫ້ລອດໂດຍການເປັນຄົນທີ່ດີຂື້ນ,ແຕ່ທ່ານບໍ່ ຕ້ອງການທີ່ຈະຍອມຮັບວ່າທ່ານເປັນຄົນບາບທີ່ຫຼົງທາງ, ທ່ານບໍ່ຕ້ອງການທີ່ຈະຍອມຮັບວ່າ ພຣະເຢຊູຄືຜູ້ດຽວເທົ່ານັ້ນທີ່ສາມາດຊ່ວຍທ່ານໃຫ້ພົ້ນຈາກຄວາມບາບໂດຍການຕາຍຂອງ ພຣະອົງເທິງໄມ້ກາງແຂນ, ທ່ານບໍ່ຕ້ອງການທີ່ຈະຍອມຮັບວ່າທ່ານເປັນຄົນບາບຄືກັບໄກ ເພີງເປັນ, ໄກໄດ້ເວົ້າວ່າ“ຂ້ອຍຮູ້ວ່າຂ້ອຍເປັນຄົນບາບ, ຂ້ອຍພະຍາຍາມເປັນເດັກທີ່ດີແຕ່ບໍ່ ວ່າຂ້ອຍຈະພະຍາຍາມໜັກປານໃດຂ້ອຍກໍປ່ຽນໂຕເອງບໍ່ໄດ້, ຂ້ອຍສໍານຶກວ່າຕົນເອງເປັນ ຄົນບາບທີ່ລົ້ມລົງ,ທີ່ວ່າຂ້ອຍໄດ້ເຮັດບາບຕໍ່ສູ້ພຣະເຈົ້າ...ຂ້ອຍຮູ້ສຶກວ່າຕົນເອງມີຄວາມຫວັງ ໃດເລີຍ” ຂ້າພະເຈົ້າໄດ້ອ່ານທຸກຄໍາເວົ້ານີ້ໃນບົດເທດສະໜາຕອນເຊົ້າອາທິດແລ້ວນີ້,ຂ້ອຍ ບໍ່ສາມາດປ່ຽນຕົນເອງໄດ້,ຂ້ອຍສໍານຶກວ່າຕົນເອງເປັນຄົນບາບ,ຂ້ອຍຮູ້ສຶກວ່າຂ້ອຍໝົດຫວັງ ແຕ່ໃນບໍ່ເທົ່າໃດນາທີຕໍ່ມາຂ້າພະເຈົ້າກໍໄດ້ຖາມຜູ້ສາວຄົນຈີນຜູ້ນັ້ນ ວ່າລາວລອດແລ້ວບໍ, ລາວບອກວ່າ“ລອດແລ້ວ” ຂ້າພະເຈົ້າກໍຖາມລາວວ່າລາວລອດໄດ້ແນວໃດ, ລາວຕອບວ່າ ລາວປ່ຽນແປງຕົນເອງແລ້ວກາຍເປັນຄົນທີ່ດີກວ່າເກົ່າ, ລາວບອກວ່າຕອນນີ້ລາວເຊື່ອຟັງພໍ່ ແມ່ຂອງລາວແລ້ວ, ລາວໄດ້ປ່ຽນຕົນເອງເປັນຄົນດີກວ່າເກົ່າ! ຂ້າພະເຈົ້າບໍ່ຢາກເຊື່ອທີ່ລາວ ເວົ້າແບບນັ້ນ! ລາວໄດ້ປ່ຽນແປງຕົນເອງ, ລາວໄດ້ເຮັດໃຫ້ຕົນເອງເປັນຄົນທີ່ດີກວ່າເກົ່າ! ບໍ່ເປັນຕາເຊື່ອ!

ນາງໄດ້ມາຢູ່ທີ່ຄຣິສຕະຈັກຂອງເຮົາເປັນເວລາດົນແລ້ວ,ນາງໄດ້ຍິນຄໍາເທດສະໜາຂອງຂ້າພະເຈົ້າຫຼາຍເທື່ອແລ້ວ, ທ່ານບໍ່ສາມາດລອດໂດຍການປ່ຽນແປງຕົນເອງແລະໂດຍ ການເປັນຄົນທີ່ດີກວ່າເກົ່າໄດ້,ນາງໄດ້ຍິນຂ້າພະເຈົ້າເວົ້າແລ້ວເວົ້າອີກວ່າທ່ານສາມາດລອດໄດ້ໂດຍການທີ່ພຣະເຢຊູມາຕາຍເທິງໄມ້ກາງແຂນເພື່ອຈ່າຍຄ່າຄວາມຜິດບາບຂອງທ່ານ ເທົ່ານັ້ນ, ແຕ່ຄໍາເທດສະໜາທຸກຢ່າງກໍບໍ່ໄດ້ມີຜົນຕໍ່ນາງຫຍັງເລີຍ! ນາງຍັງຄົງສືບຕໍ່ຄິດ ວ່ານາງສາມາດປ່ຽນແປງຕົນເອງແລະຊ່ວຍຕົນເອງໃຫ້ລອດໄດ້, ນາງບໍ່ໄດ້ເອີຍເຖິງແມ່ນຊື່ ຂອງພຣະເຢຊູ,ນາງບໍ່ໄດ້ເອີຍເຖິງແມ່ນກະທັ່ງພຣະໂລຫິດໄຖ່ບາບຂອງພຣະອົງ! ບໍ່ມີເລີຍ! ບໍ່ມີຈັກເທື່ອເລີຍທີ່ນາງຈະເອີຍເຖິງພຣະນາມຂອງພຣະເຢຊູ!

ຂ້າພະເຈົ້າເວົ້າກັບພວກທ່ານໃນເຊົ້ານີ້ວ່າ- ທ່ານຈະບໍ່ມີວັນລອດຈົນກວ່າທ່ານຈະຮູ້ ສຶກວ່າທ່ານເປັນຄົນບາບທີ່ໝົດຫວັງ, ຖ້າທ່ານບໍ່ເຄີຍຮູ້ສຶກວ່າທ່ານເປັນຄົນບາບທີ່ໝົດຫວັງ ທ່ານກໍຈະບໍ່ມີວັນຮູ້ສຶກເຖິງຄວາມຕ້ອງການພຣະເຢຊູຂອງທ່ານ-ຕາຍເທິງໄມ້ກາງແຂນເພື່ອ ຈ່າຍຄ່າຄວາມບາບຂອງທ່ານ, ແລະບົດເທດຂອງຂ້າພະເຈົ້າໃນເຊົ້ານີ້ຈະບໍ່ມີຄວາມໝາຍຕໍ່ ທ່ານເລີຍ-ນອກຈາກພຣະວິນຍານບໍລິສຸດຈະເຮັດໃຫ້ທ່ານຮູ້ສຶກເຖິງຄວາມບາບ ແລະ ໝົດ ຫວັງ, ມີພຽງເມື່ອທ່ານຮູ້ສຶກບາບແລະໝົດຫວັງທ່ານກໍຈະເຂົ້າໃຈວ່າເປັນຫຍັງພຣະເຢຊູຈື່ງ ສະແດງໃຫ້ເຂົາເຫັນຮູຕະປູທີ່ຢູ່ໃນພຣະຫັດແລະພຣະບາດຂອງພຣະອົງ.

“ພຣະອົງຊົງສະແດງພຣະຫັດແລະພຣະບາດໃຫ້ເຂົາເຫັນ”(ລູກາ 24:40)

ເປັນຫຍັງພຣະອົງຈື່ງສະແດງບາດແຜທີ່ຢູ່ໃນພຣະຫັດແລະພຣະບາດຂອງພຣະອົງໃຫ້ເຂົາເບິ່ງລະ? ອັນໃດຄືເຫດຜົນສໍາຫຼັບເລື່ອງນີ້? ເປັນຫຍັງພຣະອົງຈື່ງໃຫ້ເຂົາເບິ່ງບາດ ແຜຂອງພຣະອົງລະ? ຂ້າພະເຈົ້າຈະຂໍເອົາສາມເຫດຜົນໃຫ້ທ່ານວ່າເປັນຫຍັງ.

“ພຣະອົງຊົງສະແດງພຣະຫັດແລະພຣະບາດໃຫ້ເຂົາເຫັນ”(ລູກາ 24:40

I. ໜື່ງ ພຣະເຢຊູຊົງສະແດງໃຫ້ເຂົາເຫັນບາດແຜຂອງພຣະອົງເພື່ອທີ່ພວກ ເຮົາຈະຮູ້ວ່າພຣະອົງຊົງເປັນຄົນດຽວກັນທີ່ຖືກຄຶງເທິງໄມ້ກາງແຂນ.

ພວກຢອສຕິກນອດຮີດເວົ້າວ່າພຣະເຢຊູບໍ່ໄດ້ຕາຍເທິງໄມ້ກາງແຂນແທ້ດອກ,ຄໍາພີ ໂຄຣານຂອງພວກມູສະລິມເວົ້າວ່າພຣະເຢຊູບໍ່ໄດ້ຕາຍເທິງໄມ້ກາງແຂນ,ມີຫຼາຍຄົນໃນປະຈຸ ບັນນີ້ຜູ້ທີ່ບໍ່ເຊື່ອວ່າພຣະເຈົ້າຈະປ່ອຍໃຫ້ພຣະບຸດຂອງພຣະອົງຕາຍໂດຍຄວາມຕາຍທີ່ເປັນ ຕາຢ້ານ, ພຣະເຢຊູຮູ້ດີວ່າຈະມີຄົນບໍ່ເຊື່ອກ່ຽວກັບການຄືງເທິງໄມ້ກາງແຂນຂອງພຣະອົງ, ນັ້ນແລະຄືເຫດຜົນທີ່ໜື່ງທີ່ວ່າເປັນຫຍັງ,

“ພຣະອົງຊົງສະແດງພຣະຫັດແລະພຣະບາດໃຫ້ເຂົາເຫັນ”(ລູກາ 24:40)

ພຣະເຢຊູຢາກໃຫ້ທຸກຄົນຮູ້ວ່າພຣະອົງຊົງທຸກທໍລະມານ ແລະ ຕາຍເທິງໄມ້ກາງ ແຂນແທ້, ດັ່ງນັ້ນພຣະອົງຈື່ງຍອມໃຫ້ພວກສາວົກເບິ່ງທີ່ຮອຍແຜແລະແມ່ນແຕ່ຈັບຕ້ອງມັນ ໄດ້, ອັກຄະສາວົກໂຢຮັນຜູ້ທີ່ເປັນພະຍານດ້ວຍຕາເວົ້າວ່າ“ຊື່ງພວກເຮົາໄດ້ຍິນ,ຊື່ງພວກ ເຮົາໄດ້ເຫັນກັບຕາຂອງເຮົາເອງ, ຊື່ງພວກເຮົາໄດ້ເບິ່ງແລະຈັບຕ້ອງດ້ວຍມືຂອງເຮົາກ່ຽວ ກັບພຣະວາທະແຫ່ງຊີວິດ”(1 ໂຢຮັນ 1:1). ດຣ.ວັດເວົ້າວ່າ:

ຈົ່ງເບິ່ງທີ່ຫົວ, ຈາກມືແລະຕີນພຣະອົງ
ຄວາມໂສກເສົ້າແລະຮັກທີ່ໄຫຼລົງມາ
ເຄີຍມີຄວາມຮັກແລະຄວາມໂສກເສົ້າ
ຫຼືມີມົງກຸດໜາມຫຼາຍປານນີ້ບໍ?
(“When I Survey the Wondrous Cross” by Isaac Watts, D.D., 1674-1748).

ທີ່ກາງແຂນ ທີ່ກາງແຂນ
ເປັນລາສີຂອງຂ້າສະເມີໄປ
ຈົນເຖິງວັນຂ້າຖືກຮັບຂື້ນໄປ
ພັກທີ່ນັ້ນຂ້າງນໍ້າ
(“Near the Cross” by Fanny J. Crosby, 1820-1915).

“ພຣະອົງຊົງສະແດງພຣະຫັດແລະພຣະບາດໃຫ້ເຂົາເຫັນ”(ລູກາ 24:40)

II. ສອງ ພຣະເຢຊູຊົງສະແດງໃຫ້ເຂົາເຫັນຮອຍແຜຂອງພຣະອົງເພື່ອທີ່ພວກ ເຮົາຈະຮູ້ວ່າພຣະອົງຊົງທຸກທໍລະມານແທນຄວາມບາບຂອງພວກເຮົາ.

ໂຢຮັນຜູ້ໃຫ້ບັບຕິດສະມາໄດ້ກ່າວວ່າ:

“ຈົ່ງເບິ່ງລູກແກະຂອງພຣະເຈົ້າຜູ້ຊົງຮັບເອົາຄວາມຜິດບາບຂອງໂລກໄປ ເສຍ”
(ໂຢຮັນ 1:29)

ແຕ່ລາວບໍ່ໄດ້ເວົ້າແນ່ນອນວ່າພຣະເຢຊູຈະຊົງຮັບເອົາຄວາມຜິດບາບຂອງເຮົາໄປແນວໃດ, ຈົນພຣະເຢຊູຊົງຟື້ນຄືນມາຈາກຕາຍພວກເຂົາຈື່ງເຂົ້າໃຈວ່າພຣະເຢຊູ:

“ພຣະອົງເອງໄດ້ຊົງຮັບແບກບາບຂອງເຮົາໄວ້ໃນພຣະກາຍຂອງພຣະອົງທີ່ຕົ້ນໄມ້ນັ້ນ”
(1 ເປໂຕ 2:24)

ມັນຄືພຽງຫຼັງຈາກທີ່ພວກເຂົາເຫັນຮອຍຕະປູໃນພຣະຫັດແລະພຣະບາດຂອງພຣະອົງຊື່ງ ພວກເຂົາຮູ້ວ່າ:

“ພຣະຄຣິດເຊັ່ນກັນກໍໄດ້ທົນທຸກເທື່ອດຽວເທົ່ານັ້ນ ເພາະຄວາມຜິດບາບ ຄືພຣະອົງຜູ້ຊອບທຳເພື່ອຜູ້ບໍ່ຊອບທຳ ເພື່ອພຣະອົງຈະໄດ້ຊົງນຳເຮົາທັງຫລາຍໄປເຖິງພຣະເຈົ້າ”
(1 ເປໂຕ 3:18)

ອັນນັ້ນແມ່ນເຫດຜົນອັນທີ່ສອງ

“ພຣະອົງຊົງສະແດງພຣະຫັດແລະພຣະບາດໃຫ້ເຂົາເຫັນ”(ລູກາ 24:40 )

ພຣະອົງຕ້ອງການໃຫ້ເຮົາຮູ້ແນ່ນອນວ່າພຣະອົງຊົງທຸກທໍລະມານ ແລະ ຕາຍເທິງໄມ້ກາງ ແຂນເພື່ອຈ່າຍຄ່າການລົງໂທດສໍາຫຼັບຄວາມຜິດບາບຂອງເຮົາ,ເພື່ອທີ່ພວກເຮົາຈະສາມາດລອດພົ້ນຈາກຄວາມບາບແລະນາຮົກໄດ້, ພຣະອົງຊົງຕ້ອງການໃຫ້ເຮົາເຫັນຮອຍຕະປູໃນມື ແລະຕີນຂອງພຣະອົງເພື່ອທີ່ພວກເຮົາຈະຮູ້ວ່າພຣະພິໂລດຂອງພຣະເຈົ້າໄດ້ຕົກລົງສູ່ພຣະ ອົງເທິງໄມ້ກາງແຂນເພື່ອທີ່ເຮົາຈະຮູ້ວ່າ:

“...ພຣະເຢຊູຄຣິດຊົງໄຖ່ເຮົາໃຫ້ພົ້ນບາບແລ້ວ ພຣະເຈົ້າໄດ້ຊົງຕັ້ງພຣະເຢຊູໄວ້ໃຫ້ເປັນທີ່ລຶບລ້າງພຣະອາຊະຍາ ໂດຍຄວາມເຊື່ອໃນພຣະໂລຫິດຂອງພຣະອົງ”(ໂລມ 3:24-25)

ນັ້ນແລະວ່າເປັນຫຍັງ

“ພຣະອົງຊົງສະແດງພຣະຫັດແລະພຣະບາດໃຫ້ເຂົາເຫັນ”(ລູກາ 24:40)

ເຊີນຮ້ອງເພງຂອງດຣ.ວັດ

ຈົ່ງເບິ່ງຈາກຫົວ, ຈາກມືແລະຕີນພຣະອົງ
ຄວາມໂສກເສົ້າແລະຮັກທີ່ໄຫຼລົງມາ
ເຄີຍມີຄວາມຮັກແລະຄວາມໂສກເສົ້າ
ຫຼືມີມົງກຸດໜາມຫຼາຍປານນີ້ບໍ?

“ທີ່ກາງແຂນ” ເຊີນຮ້ອງ!

ທີ່ກາງແຂນ ທີ່ກາງແຂນ
ເປັນລາສີຂອງຂ້າສະເມີໄປ
ຈົນເຖິງວັນຂ້າຖືກຮັບຂື້ນໄປ
ພັກທີ່ນັ້ນຂ້າງນໍ້າ

“ພຣະອົງຊົງສະແດງພຣະຫັດແລະພຣະບາດໃຫ້ເຂົາເຫັນ”(ລູກາ 24:40)

III. ສາມ ພຣະເຢຊູຊົງສະແດງບາດແຜຂອງພຣະອົງເພື່ອທີ່ພວກເຮົາຈະຮູ້ວ່າ ພຣະອົງຊົງເປັນພຣະຜູ້ຊ່ວຍໃຫ້ລອດຂອງທຸກຍຸກສະໄໝ.

ພຣະຄຣິດຊົງເອົາບາດແຜແລະພຣະໂລຫິດຂອງພຣະອົງກັບໄປສະຫວັນກັບພຣະ ອົງເພື່ອຈັດຕຽມການຊົງໄຖ່ຊົ່ວນິລັນໃຫ້ແກ່ເຮົາ.

“ເພາະວ່າພຣະຄຣິດບໍ່ໄດ້ສະເດັດເຂົ້າໃນສະຖານທີ່ບໍລິສຸດຊຶ່ງສ້າງຂຶ້ນດ້ວຍມືມະນຸດ ອັນເປັນແບບຈຳລອງຈາກຂອງແທ້ ແຕ່ພຣະອົງໄດ້ສະເດັດເຂົ້າໄປໃນສະຫວັນນັ້ນເອງ ແລະບັດນີ້ຊົງປາກົດຕໍ່ພຣະພັກພຣະເຈົ້າເພື່ອເຮົາທັງຫລາຍ” (ເຮັບເລີ 9:24)

ນັ່ງຢູ່ເບື້ອງຂວາພຣະຫັດຂອງພຣະເຈົ້າໃນສະຫວັນ, ບາດແຜຕ່າງໆຂອງພຣະເຢຊູເປັນຄໍາ ເຕືອນສະຕິໃຫ້ພຣະເຈົ້າແລະພວກທູດສະຫວັນສະເໝີແລະເປັນນິດວ່າ:

“ພຣະອົງຊົງເປັນຜູ້ລຶບລ້າງພຣະອາຊະຍາທີ່ຕົກກັບເຮົາທັງຫລາຍເພາະບາບຂອງເຮົາ ແລະບໍ່ແມ່ນແຕ່ບາບຂອງເຮົາພວກດຽວ ແຕ່ບາບຂອງມະນຸດທັງປວງໃນໂລກດ້ວຍ”
(1 ໂຢຮັນ 2:2)

ແມ່ນຄົນສ່ວນຫຼາຍໃນໂລກປະຈຸບັນນີ້ປະຕິເສດພຣະເຢຊູ, ຄົນສ່ວນຫຼາຍຢາກຈະ ລອດດ້ວຍຄວາມດີຂອງເຂົາເອງແລະການເຊື່ອໃນສາສະໜາຂອງເຂົາເອງ, ດັ່ງນັ້ນພວກ ເຂົາຈື່ງປະຕິເສດພຣະເຢຊູຜູ້ເປັນການຈັດຕຽມຂອງພຣະເຈົ້າສໍາຫຼັບຄວາມລອດ, ພຣະເຢຊູ ຄືຫົນທາງໄປຫາພຣະເຈົ້າດຽວເທົ່ານັ້ນເພາະພຣະອົງຊົງເປັນຜູ້ດຽວທີ່ທຸກທໍລະມານ ແລະ ຕາຍເພື່ອຄວາມຜິດບາບຂອງເຮົາ, ບໍ່ມີຜູ້ນໍາສາສະໜາຄົນໃດເຮັດແບບນັ້ນ - ບໍ່ແມ່ນຄົງຈື້ ບໍ່ແມ່ນພຸດທະເຈົ້າ, ບໍ່ແມ່ນມູຮໍາມັດ, ບໍ່ແມ່ນໂຢເຊບສະມິດ, ບໍ່ແມ່ນຄົນໃດ!ມີພຽງຂອງ ພຣະເຢຊູຄຣິດເທົ່ານັ້ນທີ່ສາມາດເວົ້າໄດ້ວ່າ:

“ທ່ານຖືກບາບເຈັບເພາະການລະເມີດຂອງເຮົາທັງຫຼາຍ ທ່ານເຈັບຊ້ຳເພາະ ຄວາມຊົ່ວຊ້າຂອງເຮົາ ການຕີສອນທີ່ເຮັດໃຫ້ເຮົາທັງຫຼາຍປອດໄພນັ້ນຕົກ ກັບທ່ານທີ່ຈ້ອງເຈັບຊ້ຳນັ້ນກໍໃຫ້ເຮົາຫາຍດີ” (ອິດສະຢາ 53:5)

ພຽງເພາະພຣະເຢຊູເທົ່ານັ້ນຈື່ງສາມາດເວົ້າໄດ້ວ່າ:

“ພຣະເຢຊູໄດ້ສະເດັດມາໃນໂລກເພື່ອຊ່ວຍຄົນບາບໃຫ້ລອດ” (1 ຕີໂມທຽວ 1:15)

ພຽງເພາະພຣະເຢຊູຈື່ງສາມາດເວົ້າໄດ້ວ່າ:

“ແຕ່ພຣະເຈົ້າຊົງສະແດງຄວາມຮັກຂອງພຣະອົງແກ່ເຮົາທັງຫລາຍ ຄືຂະນະທີ່ເຮົາຍັງເປັນຄົນບາບຢູ່ນັ້ນ ພຣະຄຣິດໄດ້ຊົງສິ້ນພຣະຊົນເພື່ອເຮົາ” (ໂລມ 5:8)

ນັນແລະທີ່ວ່າເປັນຫຍັງ

“ພຣະອົງຊົງສະແດງພຣະຫັດແລະພຣະບາດໃຫ້ເຂົາເຫັນ”(ລູກາ 24:40)

ເຊີນຮ້ອງເພງຂອງດຣ.ວັດອີກເທື່ອໜື່ງ!

ຈົ່ງເບິ່ງຈາກຫົວ, ຈາກມືແລະຕີນພຣະອົງ
ຄວາມໂສກເສົ້າແລະຮັກທີ່ໄຫຼລົງມາ
ເຄີຍມີຄວາມຮັກແລະຄວາມໂສກເສົ້າ
ຫຼືມີມົງກຸດໜາມຫຼາຍປານນີ້ບໍ?

“ໃນກາງແຂນ” ຮ້ອງອີກເທື່ອໜື່ງ!

ທີ່ກາງແຂນ ທີ່ກາງແຂນ
ເປັນລາສີຂອງຂ້າສະເມີໄປ
ຈົນເຖິງວັນຂ້າຖືກຮັບຂື້ນໄປ
ພັກທີ່ນັ້ນຂ້າງນໍ້າ

ແມ່ນແຕ່ເມື່ອພຣະເຢຊູຈະສະເດັດມາເທື່ອທີ່ສອງພຣະອົງຈະຊົງແບກສັນຍາລັກ ແຫ່ງການຄຶງຢູ່ໃນພຣະຫັດແລະພຣະບາດຂອງພຣະອົງ, ພຣະຄຣິດຕັດຜ່ານທາງຜູ້ທໍານາຍ ເສຄາຣິຢາວ່າ:

“ແລະພວກເຂົາຈະແນມເບິ່ງເຮົາຜູ້ຊື່ງເຂົາເອງໄດ້ແທງແລະເຂົາຈະໄວ້ທຸກ ໃຫ້ທ່ານ”
(ເສຄາຣິຢາ 12:10)

ຄົນທີ່ບໍ່ຫັນກັບມາຫາພຣະຄຣິດໃນເວລາທີ່ມີຊີວິດຢູ່ນັ້ນຈະທໍລະມານໃນຄວາມໂສກເສົ້າຕະຫຼອດໄປເປັນນິດຢູ່ໃນນາຮົກ, ສະເປີໂຈນຜູ້ຍິ່ງໃຫຍ່ໄດ້ກ່າວວ່າ“ມືທີ່ເປີດອອກເຫຼົ່າ ນັ້ນແລະຫອກແທງຂ້າງຈະເປັນພະຍານຕໍ່ສູ້ທ່ານ,ແມ່ນກະທັ່ງຕໍ່ສູ້ທ່ານ, ຖ້າທ່ານຕາຍປະຕິ ເສດພຣະອົງແລະເຂົ້າສູ່ຄວາມເປັນສັດຕູນິລັນດອນຂອງພຣະຄຣິດໂດຍການກະທໍາຊົ່ວ” (C. H. Spurgeon, “The Wounds of Jesus,” The New Park Street Pulpit, Pilgrim Publications, volume V, p. 237).

“ພຣະອົງຊົງສະແດງພຣະຫັດແລະພຣະບາດໃຫ້ເຂົາເຫັນ”(ລູກາ 24:40)

ແຕ່ອີກເທື່ອໜື່ງສະເປີໂຈນໄດ້ກ່າວວ່າ:

ຄົນບາບທີ່ໜ້າສົງສານ...ທ່ານຢ້ານທີ່ຈະມາຫາ(ພຣະເຢຊູ)ບໍ?ແລ້ວຈົ່ງເບິ່ງ ທີ່ພຣະຫັດ - ຈົ່ງເບິ່ງທີ່ພຣະຫັດພຣະອົງ,ມັນຈະບໍ່ຊັກນໍາທ່ານເລີຍບໍ?.. ຈົ່ງເບິ່ງຂ້າງຂອງພຣະອົງ, ງ່າຍທີ່ຈະເຂົ້າສູ່ຫົວໃຈຂອງພຣະອົງ, ຂ້າງ ຂອງພຣະອົງເປີດອອກ, ຂ້າງຂອງພຣະອົງເປີດອອກ(ເພື່ອທ່ານ)...ໂອຄົນ ບາບຂໍໃຫ້ທ່ານຖືກຊ່ວຍໃຫ້ເຊື່ອໃນບາດແຜຂອງພຣະອົງ! ພວກມັນຈະບໍ່ ລົ້ມເລວ, ບາດແຜຂອງພຣະຄຣິດຈະຮັກສາຄົນທີ່ວາງໃຈໃນພຣະອົງ(ເຫຼັ້ມ ດຽວກັນໜ້າ 240)

“ພຣະອົງຊົງສະແດງພຣະຫັດແລະພຣະບາດໃຫ້ເຂົາເຫັນ”(ລູກາ 24:40)

ບູທນັກປະກາດຂ່າວປະເສີດແຫ່ງຊັລເວຊັນອາມີເກົ່າໄດ້ກ່າວເຊັ່ນກັນວ່າ:

ບາບແຜຂອງພຣະເຢຊູຊົງເປີດອອກ
ພວກມັນຖືກເຮັດເພື່ອເຈົ້າ ຄົນບາບ
ບາບແຜຂອງພຣະເຢຊູຊົງເປີດອອກ
ທີ່ນັ້ນເປັນບ່ອນໜີໄປລົບໄພ
(“The Wounds of Christ” by Evangeline Booth, 1865-1950).

ເຊີນມາຫາພຣະເຢຊູ, ວາງໃຈໃນພຣະອົງ, ພຣະເຢຊູຊົງຕາຍເທິງໄມ້ກາງແຂນ ເພື່ອຈ່າຍຄ່າຄວາມຜິດບາບຂອງທ່ານ, ຈົ່ງມາຫາພຣະເຢຊູ, ວາງໃຈໃນພຣະເຢຊູ, ຈົ່ງຢຸດ ພະຍາຍາມທີ່ຈະເປັນຄົນດີກວ່າເກົ່າ, ອັນນັນຈະບໍ່ຊ່ວຍທ່ານໃຫ້ພົ້ນໄດ້ເລີຍ, ມີພຽງພຣະເຢ ຊູເທົ່ານັ້ນທີ່ສາມາດຊ່ວຍທ່ານໃຫ້ພົ້ນຈາກຄວາມບາບແລະນາຮົກໄດ້! ເອແມນ.


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານ ດຣ.ໄຮເມີ ຢາກຈະໄດ້ຍິນຈາກທ່ານ, ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງເພີ່ນນໍາວ່າທ່ານຂຽນມາ ຈາກປະເທດໃດບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງທ່ານໄດ້, ຖ້າບົດ ເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາ ບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນ ໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ. ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີ,ທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼືຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ: ໂຢຮັນ 20:24-29.
ບັນເລງເພງກ່ອນເທດສະໜາໂດຍທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“The Wounds of Christ” (Evangeline Booth, 1865-1950).
ໂຄງຮ່າງບົດເທດສະໜາເລື່ອງ

ໂຄງຮ່າງບົດເທດສະໜາ

ບາດແຜຂອງພຣະຄຣິດ

THE WOUNDS OF CHRIST

ໂດຍ ດຣ.ອາ.ແອວ.ໄຮເມີຈູເນຍ

“ພຣະອົງຊົງສະແດງພຣະຫັດແລະພຣະບາດໃຫ້ເຂົາເຫັນ”
(ລູກາ 24:40)

(ໂຢຮັນ 19:34,35,41; 20:1, 5, 6-7, 9, 19;
ລູກາ 24:37-40; ໂຢຮັນ 20:27)

I.   ໜື່ງ ພຣະເຢຊູຊົງສະແດງໃຫ້ເຂົາເຫັນບາດແຜຂອງພຣະອົງເພື່ອທີ່ພວກ
ເຮົາຈະຮູ້ວ່າພຣະອົງຊົງເປັນຄົນດຽວກັນທີ່ຖືກຄຶງເທິງໄມ້ກາງແຂນ.
1 ໂຢຮັນ 1:1.

II.   ສອງ ພຣະເຢຊູຊົງສະແດງໃຫ້ເຂົາເຫັນຮອຍແຜຂອງພຣະອົງເພື່ອທີ່
ພວກເຮົາຈະຮູ້ວ່າພຣະອົງຊົງທຸກທໍລະມານແທນຄວາມບາບຂອງ
ພວກເຮົາ ໂຢຮັນ1:29, 1 ເປໂຕ 2:24; 3:18; ໂລມ 3:24-25.

III.  ສາມ ພຣະເຢຊູຊົງສະແດງບາດແຜຂອງພຣະອົງເພື່ອທີ່ພວກເຮົາຈະ
ຮູ້ວ່າພຣະອົງຊົງເປັນພຣະຜູ້ຊ່ວຍໃຫ້ລອດຂອງທຸກຍຸກສະໄໝ.
ເຮັບເລີ 9:11-12,24; 1 ໂຢຮັນ 2:1; ໂຢຮັນ 14:6; ອິດສະຢາ 53:5;
1 ຕີໂມທຽວ 1:15;ໂລມ 5:8;ເສຄາຣິຢາ 12:10.