Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຊາຍໜຸ່ມທັງຫຼາຍຈົ່ງລຸກຂື້ນ

RISE UP, YOUNG MEN!
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 19/6/2016
A sermon preached at the Baptist Tabernacle of Los Angeles
Lord's Day Evening, June 19, 2016


ຂ້າພະເຈົ້າຢາກໃຫ້ພວກທ່ານເປີດພຣະຄໍາຂອງທ່ານໄປໃນອິດສະຢາ 64:1 ໜ້າ 768 ຂອງພຣະທໍາສະກໍຟິວສຶກສາ, ກະລຸນາເປີດປະໄວ້ຕະຫຼອດເວລາທີ່ຟັງບົດເທດນີ້,ມື້ກີ່ ນີ້ແຈັກແງັນຫາກໍຮ້ອງ“ໂຜດສອນຂ້າໃຫ້ອະທິຖານ” ວັກສອງໄດ້ສະແດງອອກເຖິງຄວາມ ຕ້ອງການອັນຍິ່ງໃຫຍ່ຂອງເຮົາໃນປະຈຸບັນນີ້.

ລິດອໍານາດໃນຄໍາອະທິຖານພຣະເຈົ້າຂ້າລິດອໍານາດໃນຄໍາອະທິຖານ
ຖ້າມກາງຄວາມບາບ, ໂສກເສົ້າ ແລະ ກັງວົນຂອງໂລກນີ້
ມະນຸດຫຼົງທາງແລະຕາຍ,ວິນຍານຕ່າງໆຢູ່ໃນຄວາມໝົດຫວັງ
ໂອຂໍມອບລິດອໍານາດໃຫ້ ຂ້າລິດອໍານາດໃນຄໍາອະທິຖານ
   (“ສອນຂ້າໃຫ້ອະທິຖານ” by Albert S. Reitz, 1879-1966).

ສິດຍາພິບານທີ່ຍາວນານຂອງຂ້າພະເຈົ້າຢູ່ຄຣິສຕະຈັກຊາວຈີນຄືດຣ.ທິໂມທີລິນ,ລາວເປັນນັກອະທິຖານ,ລາວບອກວ່າ “ເປົ້າໝາຍຂອງການອະທິຖານກໍຄືເພື່ອຈະມີການສະຖິດຢູ່ນໍາ ຂອງພຣະເຈົ້າ” ລາວຍັງເວົ້າອີກວ່າ“ຄຣິສຕະຈັກໃນຍຸກສຸດທ້າຍຈະຕ້ອງມີການສະຖິດຢູ່ນໍາ ຂອງພຣະເຂົ້າຖ້າຕ້ອງການຈະເລີນເຕີບໃຫຍ່ຫຼືບໍ່ດັ່ງນັ້ນຄວາມພະຍາຍາມທຸກຢ່າງກໍຈະບໍ່ມີປະໂຫຍດເລີຍ” ນັ້ນແລະຄືສາເຫດທີ່ຊາຕານເຮັດວຽກຢ່າງໜັກເພື່ອກັ້ນເຮົາຈາກການອະທິ ຖານ, ດຣ.ລິນ ກ່າວວ່າແຮງເຮົາຢູ່ໃກ້ການສະເດັດກັບມາເທື່ອທີ່ສອງຂອງພຣະຄຣິດ“ຍິ່ງ ເຮັດໃຫ້ຊາຕານກົດດັນຕໍ່ສູ້ຄໍາອະທິຖານເທົ່ານັ້ນ” (ຄໍາອ້າງອີງທຸກຢ່າງແມ່ນມາຈາກໜັງສື ຂອງດຣ.ລິນ ຄວາມລັບແຫ່ງການເຕີບໃຫຍ່ຂອງຄຣິສຕະຈັກ) ນັ້ນແລະຄືເຫດຜົນທີ່ອັກ ຄະສາວົກເປົາໂລບອກພວກເຮົາວ່າ “ເຮົາບໍ່ໄດ້ຕໍ່ສູ້ກັບເນື້ອໜັງແລະເລືອດແຕ່ຕໍ່ສູ້ກັບ”ຊາ ຕານແລະສະມຸນຂອງມັນ(ເອເຟໂຊ 6:12)ເຮົາຈະຕໍ່ສູ້ກັບອໍານາດແຫ່ງຄວາມມືດໄດ້ແນວ ໃດ?ເປົາໂລຕອບຄໍາຖາມນັ້ນຢູ່ໃນເອເຟໂຊ 6:18-19 ວ່າ:

“ຈົ່ງອະທິຖານອ້ອນວອນທຸກຢ່າງແລະຈົ່ງຂໍໂດຍພຣະວິນຍານທຸກເວລາ ທັງນີ້ຈົ່ງລະວັງຕົວດ້ວຍຄວາມພຽນທຸກຢ່າງ ຈົ່ງອະທິຖານເພື່ອວິສຸດທິຊົນທຸກຄົນແລະອະທິຖານເພື່ອຂ້າພະເຈົ້າດ້ວຍ ເພື່ອຈະຊົງປະທານໃຫ້ຂ້າພະເຈົ້າມີຄຳເວົ້າແລະເກີດໃຈກ້າປະກາດເຖິງຂໍ້ເລິກລັບແຫ່ງຂ່າວປະເສີດໄດ້” (ເອເຟໂຊ 6:18-19)

ຊາຕານເອົາຄວາມກົດດັນມາໃສ່ໃນຄວາມຄິດຂອງເຮົາເມື່ອເຮົາອະທິຖານ-ໂດຍສະ
ເພາະເມື່ອເຮົາອະທິຖານຂໍການສະຖິດຢູ່ນໍາຂອງພຣະເຈົ້າຖ້າມກາງພວກເຮົາ,ຈົ່ງລະວັງໃຫ້ດີ, ບັງຄັບຄວາມຄິດຂອງທ່ານໃຫ້ຄິດກ່ຽວກັບສິ່ງທີ່ທ່ານກໍາລັງອະທິຖານຢູ່,ເມື່ອມີບາງຄົນ ກໍາລັງອະທິຖານຈົ່ງບັງຄັບຄວາມຄິດຂອງທ່ານໃຫ້ຕັ້ງໃຈຟັງຄໍາອະທິຖານແຕ່ລະຢ່າງ ແລະ ເວົ້າວ່າ“ເອແມນ” ໃນຕອນທ້າຍຂອງຄໍາອະທິຖານແຕ່ລະອັນໃນຂະນະທີ່ຜູ້ນໍາອະທິຖານຢູ່! ເອແມນ! ມັນເຮັດໃຫ້ຄໍາອະທິຖານຂອງພວກເຮົາມິລິດອໍານາດຕໍ່ສູ້ກັບຊາຕານໄດ້!

ອິດສະຢາອາໄສຢູ່ໃນຊ່ວງເວລາທີ່ໜ້າເສົ້າໃນປະຫວັດສາດຂອງຄົນຂອງລາວ,ຢູ່ໃນ ປະເທດອາເມລິກາ ແລະ ໃນໂລກຕາເວັນຕົກພວກເຮົາເຊັ່ນກັນອາໄສຢູ່ໃນຊ່ວງເວລາແຫ່ງ ການປະຖີ້ມຄວາມເຊື່ອແລະຄວາມໂສກເສົ້າອັນໃຫຍ່ຫຼວງໃນຄຣິສຕະຈັກຕ່າງໆ,ພວກແບັບຕິດໃຕ້ສູນເສຍສະມາຊິກເກືອບເຄີ່ງລ້ານຄົນປີກາຍນີ້,ການນະມັດສະການອະທິຖານໄດ້ຖືກປ່ຽນມາເປັນການສຶກສາພຣະຄໍາພີແທນ, ການນະມັດສະການແລງວັນອາທິດຖືກປິດລົງກັບ ໂຕເລກທີ່ເປັນຕາວິຕົກຂອງຄຣິສຕະຈັກທັງຫຼາຍ, ການເທດສະໜາຖືກປ່ຽນເປັນການອະທິ ບາຍພຣະຄໍາພີແບບແຫ້ງເປັນຂີ້ຝຸ່ນ,ການເທດສະໜາຂ່າວປະເສີດແທ້ຕາຍໄປແລ້ວ,ຂ້າພະ ເຈົ້າບໍ່ໄດ້ຍິນແບບນີ້ຢູ່ໃນຄຣິສຕະຈັກໃດເລີຍ, ດຣ.ມາຕິນລອຍໂຈນໄດ້ກ່າວວ່າ:

      ພຣະເຈົ້າຊົງຮູ້ດີວ່າຄຣິສຕະຈັກຂອງຄຣິສຕຽນເຄີຍຢູ່ໃນປ່າກັນດານ ເປັນເວລາຫຼາຍປີ, ຖ້າທ່ານໄດ້ອ່ານປະຫວັດສາດຂອງຄຣິສຕະຈັກກ່ອນປີ 1830 ຫຼື 1840 ທ່ານກໍຈະພົບວ່າຢູ່ຫຼາຍປະເທດເຄີຍມີການຟື້ນຟູປົກ ກະຕິເກີດຂື້ນ... ເກືອບທຸກໆສິບປີຫຼືຫຼາຍກວ່ານັ້ນ,ມັນບໍ່ມີແບບນັ້ນອີເລີຍ, ມີພຽງແຕ່ການຟື້ນຟູໃຫຍ່ອັນດຽວນັບຕັ້ງແຕ່ປີ 1859 ໂອພວກເຮົາ ໄດ້ພົບຜ່ານຊ່ວງເວລາເປັນໝັນ...ພວກເຮົາໄດ້ພົບຜ່ານໜື່ງຊ່ວງເວລາເປັນໝັນໃນປະຫວັດອັນຍາວນານຂອງຄຣິສຕະຈັກ... ພວກເຮົາຕົກເປັນທາດ, ຕົກໃນຄວາມຢ້ານ,ພວກເຮົາທົນທຸກການຂົ່ມເຫງແລະການເຍາະເຍີ້ຍແລະກໍຍັງຄົງສືບຕໍ່ໄປ, ພວກເຮົາຍັງຢູ່ໃນຖີ່ນທຸລະກັນດານ, ຢ່າໄປເຊື່ອອັນໃດ ທີ່ແນະນໍາເຮົາວ່າອອກໄປແລ້ວ,ພວກເຮົາບໍ່ເຊື່ອ, ຄຣິສຕະຈັກຍັງຄົງຢູ່ໃນ ຖີ່ນທຸລະກັນດານ(Martyn Lloyd-Jones, M.D., Revival, Crossway Books, 1992 edition, page 129).

ແລະມັນໄດ້ນໍາເຮົາໄປຫາຄໍາອະທິຖານອັນຍິ່ງໃຫຍ່ຂອງອິດສະຢາສໍາຫຼັບການສະ ຖິດຢູ່ນໍາຂອງພຣະເຈົ້າເພື່ອກັບມາສູ່ຄົນຂອງພຣະອົງ, ອິດສະຢາມີຊີວິດຢູ່ໃນສະໄໝຕອນທີ່ ຄົນຂອງພຣະເຈົ້າຢູ່ໃນສະພາບທີ່ຖືກປະຖີ້ມແລະໂດດດ່ຽວ, ອິດສະຢາເຫັນເລື່ອງນີ້,ມັນໄດ້ ເຮັດໃຫ້ລາວລໍາບາກໃຈຫຼາຍຈົນເຮັດໃຫ້ລາວຕັດສິນໃຈທີ່ຈະອະທິຖານຕໍ່ພຣະເຈົ້າດ້ວຍຄໍາອະທີຖານທີ່ບາກບັ້ນ,ບໍ່ໃຫ້ພຣະເຈົ້າພັກຜ່ອນຫຼືງຽບຈົນກວ່າພຣະອົງຈະສົ່ງເວລາແຫ່ງການຟື້ນຟູໃຫ້ກັບຄົນຂອງພຣະອົງ, ມັນເປັນຄໍາອະທິຖານຂອງຂ້າພະເຈົ້າວ່າພຣະເຈົ້າຈະຊົງ ວາງພາລະເທິງຫົວໃຈຂອງຄົນໜຸ່ມຫຼາຍໆຄົນທີ່ຢູ່ທີ່ນີ້ໃນຄໍ່າຄືນນີ້, ພວກເຮົາຈໍາເປັນຕ້ອງ ອະທິຖານອີກອະທິຖານອີກໆ-ຈົ່ງຢ່າອາຍຂໍການສະຖິດຢູ່ນໍາຂອງພຣະເຈົ້າ, ຈົ່ງຂໍ, ຈົ່ງສະ ແຫວງຫາ,ຈົ່ງເຄາະ-ຈົນກວ່າພຣະເຈົ້າຈະສົ່ງການສະຖິດຢູ່ນໍາຂອງພຣະອົງລົງມາຖ້າມກາງ ພວກເຮົາ, ເພາະພຣະເຢຊູຕັດວ່າ:

“ເພາະສະນັ້ນຖ້າທ່ານທັງຫລາຍເອງຜູ້ເປັນຄົນຊົ່ວຍັງຮູ້ຈັກໃຫ້ຂອງດີແກ່ບຸດຂອງຕົນ ຫຼາຍກວ່ານັ້ນຈັກເທົ່າໃດພຣະບິດາຂອງທ່ານຜູ້ຊົງສະຖິດໃນສະ ຫວັນຈະຊົງປະທານພຣະວິນຍານບໍລິສຸດແກ່ຜູ້ທີ່ຂໍຕໍ່ພຣະອົງ” (ລູກາ11:13)

ອັນນັ້ນແລະແມ່ນຄໍາອະທິຖານຂອງອິດສະຢາ,ເຊີນຢືນຂື້ນແລ້ວອ່ານອິດສະຢາ 64:1ດັງໆ

“ໂອຖ້າຫາກວ່າພຣະອົງຈະຊົງແຫວກຟ້າສະຫວັນສະເດັດລົງມາໄດ້ໜໍເພື່ອພູເຂົາຈະໄຫຼລົງມາຕໍ່ພຣະພັກພຣະອົງ” (ອິດສະຢາ 64:1)

ເຊີນນັ່ງລົງໄດ້.

ລາວເວົ້າວ່າ“ໂອ” ເຊີ່ງເປັນຄໍາທີ່ຍິ່ງໃຫຍ່, ຂ້າພະເຈົ້າຈື່ໄດ້ວ່າໄດ້ອ່ານດຣ.ຈອນອາ ໄຣສ໌ເຊິ່ງເວົ້າວ່າຄໍາວ່າ“ໂອ”ໄດ້ຫາຍໄປຈາກຄໍາອະທິຖານຂອງພວກເຮົາ,ມັນໄດ້ສະແດງວ່າ ພວກເຮົາສະແຫວງຫາສິ່ງທີ່ພວກເຮົາກໍາລັງທູນຂໍ, ພວກເຮົາກະຫາຍຫາມັນ, ພວກເຮົາຮູ້ ສຶກວ່າພວກເຮົາຕ້ອງການທີ່ຈະມີມັນ! ອິດສະຢາກໍາລັງເກາະພຣະເຈົ້າຢູ່ແບບທີ່ພຣະເຢຊູ ເຮັດຢູ່ໃນສວນເກັດເສມານີ,

“ຝ່າຍພຣະເຢຊູ ຂະນະເມື່ອພຣະອົງດຳລົງຢູ່ໃນເນື້ອໜັງນັ້ນ ພຣະອົງໄດ້ຖວາຍຄຳອະທິຖານ ແລະທູນອ້ອນວອນດ້ວຍຊົງຮ້ອງໄຫ້ຫລາຍຢ່າງແລະນ້ຳຕາໄຫລ ຕໍ່ພຣະເຈົ້າຜູ້ຊົງສາມາດຊ່ວຍພຣະອົງໃຫ້ພົ້ນຈາກຄວາມຕາຍໄດ້ ແລະພຣະເຈົ້າຊົງສະດັບເພາະພຣະອົງນັ້ນໄດ້ຍຳເກງ” (ເຮັບເລີ 5:7)

ພຣະເຢຊູູຊົງບອກໃຫ້ເຮົາຂໍ,ສະແຫວງຫາແລະເຄາະຈົນກວ່າຄໍາຕອບຈະມາ, ໃນພາສາ ກຣີກມັນໝາຍເຖິງ“ຮັກສາການຂໍ”“ຮັກສາການສະແຫວງຫາ”“ຮັກສາການເຄາະ” ບາງຄົນ ເວົ້າວ່າພວກເຮົາຄວນຈະຂໍເທື່ອດຽວເທົ່ານັ້ນໃນສິ່ງທີ່ພວກເຮົາຕ້ອງການ, ພວກເຂົາເວົ້າວ່າ ມັນຜິດທີ່ຈະສືບຕໍ່ຂໍເພື່ອສິ່ງດຽວກັນ, ພວກເຂົາລືມໄປວ່າພຣະຄຣິດເອງຊົງອະທິຖານສາມ ເທື່ອ“ເວົ້າຄໍາດຽວກັນ”(ມັດທາຍ 26:44),ພຣະອົງຊົງອະທິຖານສາມເທື່ອ“ດ້ວຍຄວາມທໍລະ ມານແລະນໍ້າຕາໄຫຼ”ຈົນພຣະເຈົ້າຕອບພຣະອົງແລະສົ່ງພວກທູດສະຫວັນມາ “ເສີມກໍາລັງ” ພຣະອົງ,ເພື່ອທີ່ພຣະອົງຈະບໍ່ຕາຍຢູ່ໃນສວນເກັດເສມານີ(ລູກາ 22:43),ພຣະອົງຊົງ“ປົງ ໃຈ”ອະທິຖານເພື່ອກໍາລັງພໍທີ່ຈະມີຊີວິດຢູ່ແລ້ວໄປເຖິງໄມ້ກາງແຂນໃນເຊົ້າມື້ຕໍ່ມາ, ດັ່ງນັ້ນ ດ້ວຍຄວາມຊື່ສັດອັນໃຫຍ່ຫຼວງອິດສະຢາອະທິຖານວ່າ “ໂອຂໍພຣະອົງຊົງແຫວກຟ້າສະ ຫວັນສະເດັດລົງມາ...”

ອິດສະຢາມີຄວາມເປັນຫ່ວງເປັນໃຍຫຼາຍ, ລາວຢາກໃຫ້ພຣະເຈົ້າແຫວກສະຫວັນ ແລ້ວລົງມາ,ເບິ່ງຂໍ້ທີ່ 10-12 ເຊີນຢືນຂື້ນແລ້ວອ່ານດັງໆ.

“ຫົວເມືອງບໍລິສຸດຂອງພຣະອົງກາຍເປັນປ່າຊາຍ ສິໂຢນໄດ້ກາຍເປັນປ່າ ຊາຍ ເຢຣູຊາເລັມເປັນທີ່ຮົກຮ້າງ ນິເວດອັນບໍລິສຸດແລະງາມຂອງຂ້າພະ ອົງທັງຫຼາຍ ບ່ອນທີ່ບັນພະບຸລຸດຂອງຂ້າພຣະອົງສັນລະເສີນພຣະອົງຖືກ ໄຟເຜົາແລ້ວ ແລະສິ່ງທີ່ໜ້າປາດຖະໜາຂອງຂ້າພະອົງທັງໝົດໄດ້ຖືກຖີ້ມ ຮ້າງ ໂອຂ້າແຕ່ພຣະເຈົ້າເມື່ອເປັນແບບນີ້ແລ້ວພຣະອົງຍັງຈະຊົງງຽບຢູ່ ແລະຂົ່ມໃຈພວກຂ້າພະອົງຢ່າງເຈັບປວດຫຼື” ອິດສະຢາ 64:10-12)

ເຊີນນັ່ງລົງໄດ້.

ຕອນທີ່ຂ້າພະເຈົ້າເປັນຍັງໜຸ່ມອາຍຸຊາວປີຂ້າພະເຈົ້າກໍເຫັນການມົວເມົານໍາການຫຼິ້ນແມ່ຈ້າງຫຼືກິນເຫຼົ້າເມົາຢາ,ຢາເສບຕິດ,ຄວາມປ່າເຖື່ອນ, ຂ້າພະເຈົ້າເຫັນການທໍາລາຍຄວາມ ສະຫງົບແຫ່ງການຂ້າປະທານາທິບໍດີເຄັນເນດີ,ການຂ້າຂອງດຣ.ຄິງ,ພວກຢິບປີ້ເຜົາຊິຄາໂກ້ ໃນຊ່ວງການປະຊຸມພັກດີໂມແຄຣັດ, ຂ້າພະເຈົ້າເຫັນຄຣິສຕະຈັກຫຼາຍແຫ່ງຕາຍ,ການເທດ ສະໜາຕື້ນໆ,ຄຣິສຕະຈັກປິດໂຕລົງ, ຂ້າພະເຈົ້າເສົ້າໃຈທັງເວັນແລະຄືນ, ຂ້າພະເຈົ້າຮ້ອງ ຕໍ່ພຣະເຈົ້າວ່າ“ຂໍຊົງແຫວກຟ້າສະຫວັນແລ້ວສະເດັດລົງມາ” ແລ້ວພຣະອົງກໍລົງມາ! ຂ້າ ພະເຈົ້າຈະບໍ່ມີມື້ລືມໃນສິ່ງທີ່ຂ້າພະເຈົ້າເຫັນຢູ່ໃນຄຣິສຕະຈັກເຟີສແບັບຕິດໄຊນິສແລະຖ້າມກາງພວກຮິບປີ້ໃນຊານຟຣານຊິສໂກ, ພຣະເຈົ້າຊົງລົງມາ! ໄຟຂອງພຣະເຈົ້າໄດ້ໄໝ້ຢູ່ໃນ ຫົວໃຈຂອງພວກເຮົາ, ຈິດວິນຍານຫຼາຍດວງໄດ້ຮັບຄວາມລອດ! ພຣະເຈົ້າຊົງສະເດັດລົງ ມາ!ຂ້າພະເຈົ້າເຫັນແລ້ວ, ຂ້າພະເຈົ້າຢາກໃຫ້ພວກທ່ານເຫັນມັນຄືກັນ, ຂ້າພະເຈົ້າຢາກໃຫ້ ພວກທ່ານເຫັນລິດອໍານາດແລະສະຫງ່າລາສີຂອງພຣະເຈົ້າຈີກເປີດປ່ອງຢຽມແຫ່ງສະຫວັນ ແລ້ວສະເດັດລົງມາຖ້າມກາງພວກເຮົາ!

ເຖິງແມ່ນວ່າທາງຄືວ່າຊື່ແລະແຄບ
ສິ່ງທີ່ຂ້າຮ້ອງຂໍກໍຄືຂໍຊົງປັດອອກໄປ
ຄວາມປາດຖະໜາ,ແຜນການແລະຢາກຂອງຂ້າ
ຢູ່ທີ່ຕີນຂອງຂ້າໃນການວາງລົງໃນຂີ້ເທົ້າ

ຈາກນັ້ນໄຟຂອງພຣະເຈົ້າກໍຢູ່ເທິງແທ່ນ
ຂອງໃຈຂອງຂ້າຖືກຕັ້ງເປັນແປວໄຟ
ຂ້າຈະບໍ່ຢຸດທີ່ຈະສັນລະເສີນພຣະອົງ
ກຽດ,ສະຫງ່າລາສີແດ່ພຣະນາມພຣະອົງ

ສັນເສີນ,ສັນເສີນແດ່ພຣະບິດາ
ສັນເສີນ,ສັນເສີນແດ່ພຣະບຸດ
ສັນເສີນ,ສັນເສີນແດ່ພຣະວິນຍານ
ສັນເສີນ,ສັນເສີນແດ່ອົງສາມພຣະພາກ

ຂ້າຈະສັນເສີນພຣະອົງ! ຂ້າຈະສັນເສີນພຣະອົງ!
ສັນເສີນລູກແກະທີ່ຖືກຂ້າເພື່ອຄົນບາບ
ຈົ່ງຖະວາຍກຽດແດ່ພຣະອົງ ຊາວຊົນທັງປວງ
ເພາະໂລຫິດພຣະອົງສາມາດລ້າງຊໍາລະບາບໄດ້
   (“I Will Praise Him,” Margaret J. Harris, 1865-1919).

ໂອພຣະເຈົ້າຂ້າຂໍເຮັດອີກຄັ້ງ, ເຮັດອີກຄັ້ງ! ເພື່ອທີ່ລູກໆເຫຼົ່ານີ່ຈະເຫັນສະຫງ່າລາສີຂອງ ພຣະອົງໃນໂລກ! ພວກເຂົາຈໍາເປັນຕ້ອງເຫັນສະງ່າລາສີແລະລິດເດດຂອງພຣະອົງ! ມັນ ຈະປ່ຽນເຂົາໄປຕະຫຼອດການ! ສິ່ງຕ່າງໆໃນໂລກນີ້ຈະມືດມົວລົງແລະບໍ່ດຶງດູດເຂົາອີກຕໍ່ໄປ ພຣະເຈົ້າຂ້າຂໍຊົງເຮັດເພື່ອພວກເຂົາ, ຂໍຊົງເຮັດເພື່ອພຣະນາມຂອງພຣະອົງ! ໂອພຣະເຈົ້າ ຂອງຂ້າຂໍຊົງສົ່ງໄຟມາ! ຂໍໂຜດສົ່ງໄຟມາ! ໂອຂໍພຣະອົງຊົງແຫວກສະຫວັນແລ້ວລົງມາ ເພື່ອພູເຂົາຈະໄຫຼລົງມາຕໍ່ພຣະພັກຂອງພຣະອົງ”(ອິດສະຢາ 64:1).

ການອະທິຖານທີ່ແທ້ຈິງໝາຍເຖິງການເກາະພຣະເຈົ້າໄວ້ໝັ້ນແລະບໍ່ປ່ອຍໄປ... ຄື ກັບຢາໂຄບເຮັດຕອນທີ່ລາວປ້ຳສູ້ກັບພຣະຄຣິດ-ແລ້ວເວົ້າວ່າ“ເຮົາຈະບໍ່ປ່ອຍທ່ານໄປນອກ ຈາກທ່ານຈະອວຍພອນຂ້າພະເຈົ້າກ່ອນ”(ປະຖົມມະການ 32:26), ດຣ.ລອຍໂຈນໄດ້ ກ່າວວ່າ“ຈົ່ງເກາະພຣະເຈົ້າໄວ້,ຂໍຮ້ອງພຣະອົງ, ອ້າງເຫດຜົນກັບພຣະອົງ, ແລະແມ່ນແຕ່ ອ້ອນວອນພຣະອົງ, ແລະຂ້າພະເຈົ້າຂໍເວົ້າວ່າມີພຽງເມື່ອຄຣິສຕຽນມາຮອດຕໍາແໜ່ງທີ່ເຂົາ ເລີ່ມຕົ້ນອະທິຖານແທ້” (Lloyd-Jones, Revival, p. 305).

ເມື່ອພຣະເຈົ້າສະເດັດລົງມາ“ພູເຂົາໄຫຼລົງມາທີ່ພຣະພັກຂອງພຣະອົງ” (ອິດສະຢາ 64:1)ພູຕ່າງໆແຫ່ງຄວາມບໍ່ເຊື່ອ, ພູແຫ່ງຄວາມບໍ່ເຊື່ອ, ພູແຫ່ງຄວາມສົງໄສ,ພູແຫ່ງຄວາມ ຫຍິ່ງແລະຄວາມເຫັນແກ່ຕົວ,ພູແຫ່ງຄວາມໝົດຫວັງ,ພູແຫ່ງການສິງຢູ່ຂອງຊາຕານ - ພູ ທຸກໜ່ວຍທີ່ຢືນຢ່າງເຍີຫຍິ່ງຕໍ່ສູ້ພຣະເຈົ້າຂອງເຮົາແລະພຣະຄຣິດຂອງພຣະອົງ“ເພື່ອພູເຂົາຈະໄຫຼລົງມາ(ຄືກັບລາວາທີ່ໄຫຼມາຈາກພູເຂົາໄຟ)ຕໍ່ພຣະພັກຂອງພຣະອົງ”

ແຕ່ຄໍາອະທິຖານການຟື້ນຟູຈະຕ້ອງມາຈາກຄົນຄືອິດສະຢາ, ຄົນທີ່ເວົ້າພ້ອມກັບຜູ້ ທໍານາຍວ່າ“ຂ້າພຣະອົງຢູ່ນີ້ຂໍຊົງສົ່ງຂ້າໄປເທີນ”(ອິດສະຢາ 6:8) ຄົນທີ່ເຕັມໃຈທີ່ຈະເສຍ ສະຫຼະຊີວິດຂອງພວກເຂົາໃນງານຮັບໃຊ້ຂອງພຣະເຈົ້າ,ດຣ.ເອດັບໂບຢູໂທເຊີເວົ້າວ່າ

ຄຣິສຕະຈັກຕອນນີ້ຕ້ອງການພວກຜູ້ຊາຍ,ບຸກຄົນທີ່ເໝາະສົມ,ເວົ້າກໍຄືພວກເຮົາຕ້ອງການການຟື້ນຟູ...ແຕ່ພຣະເຈົ້າຈະບໍ່ໃຫ້ໜູຟື້ນຄືນມາໃໝ່,ພຣະອົງ ຈະບໍ່ຕື່ມເຕັມກະຕ່າຍດ້ວຍພຣະວິນຍານບໍລິສຸດ, ພວກເຮົາອ່ອນແອ(ໃນ ຄວາມອ່ອນແອສໍາຫຼັບການຂາດ)ພວກຜູ້ຊາຍທີ່ຮູ້ສຶກຕົນເອງພໍທີ່ຈະເສຍສະຫຼະໃນສົງຄາມເລື່ອງຈິດວິນຍານໄດ້, ຜູ້ທີ່ບໍ່ເປັນຄົນຢ້ານ...ເພາະພວກເຂົາ ໄດ້ຕາຍແລ້ວຕໍ່(ການດຶງດູດ)ຂອງໂລກນີ້, ຜູ້ຊາຍແບບນັ້ນຈະເປັນອິດສະ ຫຼະຈາກການບັງຄັບທີ່ຄວບຄຸມຜູ້ຊາຍທີ່ອ່ອນກວ່າ... ຖ້າຊາວຄຣິສຕຽນຍັງ ຄົງຢືນຢັດທີ່ຈະມີຊີວິດເຂົາຈະຕ້ອງມີພວກຜູ້ຊາຍອີກເທື່ອໜື່ງພວກຜູ້ຊາຍທີ່ເໝາະສົມ, ເຂົາຈະຕ້ອງບໍ່ຍອມຮັບຄົນທີ່ອ່ອນແອຜູ້ທີ່ບໍ່ກ້າທີ່ຈະເວົ້າອອກ ໄປ...ເຂົາຈະຕ້ອງສະແຫວງຫາ...ພວກຜູ້ຊາຍຂອງບັນດາຜູ້ທໍານາຍແລະຜູ້ຍອມຕາຍເພື່ອຄວາມເຊື່ອ...ພວກເຂົາຈະເປັນຄົນຂອງພຣະເຈົ້າ ແລະ ຄົນ ແຫ່ງຄວາມກ້າຫານ... ຜ່ານທາງການເຮັດວຽກຂອງເຂົາ(ພຣະເຈົ້າຈະ)ສົ່ງ ການຟື້ນຟູໃຫ້ຢູ່ຍາວນານ (We Need Men of God Again, by A. W. Tozer, D.D.).

ນັ້ນແລະຄືສິ່ງທີ່ຄຣິສຕະຈັກຂອງພວກເຮົາຕ້ອງການໃນຊົ່ວໂມງນີ້-“ພວກຜູ້ຊາຍຂອງພຣະ ເຈົ້າແລະຜູ້ຊາຍແຫ່ງຄວາມກ້າ”ພວກເຮົາຕ້ອງການພວກຜູ້ຊາຍໜຸ່ມຜູ້ທີ່ເຄີຍເຫັນຄວາມອະນິຈັງຂອງໂລກນີ້,ຄົນໜຸ່ມຜູ້ທີ່ຢາກຈະເສຍສະຫຼະຫຼາຍກວ່າຄວາມ“ຄວາມໝັ້ນຄົງ”ຄົນໜຸ່ມຜູ້ທີ່ມີອິດສະຫຼະຈາກຄວາມຢ້ານ,ຄົນໜຸ່ມຜູ້ທີ່ຈະເວົ້າກັບຜູ້ທໍານາຍວ່າ“ຂ້າພຣະອົງຢູ່ນີ້ຂໍຊົງໃຊ້ຂ້າໄປເທີນ”(ອິດສະຢາ 6:8) ຄົນໜຸ່ມຜູ້ທີ່ອະທິຖານຈາກສ່ວນເລິກໃນໃຈຂອງເຂົາວ່າ:

“ໂອຖ້າຫາກວ່າພຣະອົງຈະຊົງແຫວກຟ້າສະຫວັນສະເດັດລົງມາໄດ້ໜໍເພື່ອພູເຂົາຈະໄຫຼລົງມາຕໍ່ພຣະພັກພຣະອົງ ດັງເມື່ອໄຟທີ່ເຮັດໃຫ້ລະລາຍໄໝ້ຢູ່ ແລະໄຟເຮັດໃຫ້ນໍ້າຟົດ ເພື່ອໃຫ້ພຣະນາມຂອງພຣະອົງເປັນທີ່ຮູ້ຈັກແກ່ປໍ ລະປັກຂອງພຣະອົງ ເພື່ອບັນດາປະຊາຊາດຈະສະເທືອນຕໍ່ພຣະພັກ ພຣະອົງ” (ອິດສະຢາ 64:1-2)

ພວກຊາຍໜຸ່ມທັງຫຼາຍຈົ່ງລຸກຂື້ນແລ້ວມອບຮິມຝີປາກຂອງເຈົ້າອະທິຖານຕາມຄໍາ ຂອງອິດສະຢາດ້ວຍຄວາມກະຕືລືລົ້ນແລະລິດອໍານາດ,ຄົນໜຸ່ມຈົ່ງລຸກຂື້ນແລ້ວເສຍສະຫຼະຊີວິດຂອງທ່ານເພື່ອພຣະຄຣິດ!ຄົນໜຸ່ມເອີຍຈົ່ງລຸກຂື້ນແລ້ວສູ້ດ້ວຍກໍາລັງຂອງທ່ານເພື່ອໃຫ້ ສະງ່າລາສີຂອງພຣະເຈົ້າລົງມາໃນຫ່າຝົນແຫ່ງການຟື້ນຟູ!ເພງຂອງວິລລ່ຽມເມີຣິລເວົ້າເຊັ່ນກັນວ່າ

ຈົ່ງລຸກຂື້ນໂອຄົນຂອງພຣະເຈົ້າ
ໄດ້ເຮັດກັບສິ່ງຕ່າງໆທີ່ນ້ອຍກວ່າ
ຈົ່ງມອບໃຈ,ຈິດໃຈ,ຄວາມຄິດແລະກໍາລັງ
ເພື່ອຮັບໃຊ້ກະສັດແຫ່ງກະສັດທັງຫຼາຍ

ຈົ່ງລຸກຂື້ນໂອຄົນຂອງພຣະເຈົ້າ
ຄຣິສຕະຈັກສໍາຫຼັບຄົນທີ່ລໍຖ້າ
ກໍາລັງຂອງມັນບໍ່ເທົ່າກັບເປົ້າໝາຍ
ຈົ່ງລຸກຂື້ນແລ້ວເຮັດໃຫ້ມັນຍິ່ງໃຫຍ່
(“Rise Up, O Men of God!,” William P. Merrill, 1867-1954).

ຄົນໜຸ່ມທັງຫຼາຍຂ້າພະເຈົ້າເຄີຍໜຸ່ມຄືກັນແຕ່ດຽວນີ້ເຖົ້າແລ້ວ, ດັ່ງນັ້ນພວກຜູ້ນໍາ ຂອງເຮົາ, ພວກເຂົາເປັນຜູ້ນໍາເຮົາຜ່ານຊ່ວງເວລາດົນນານແຫ່ງການແຕກແຍກຂອງຄຣິສ ຕະຈັກ, ພວກເຂົາເຮັດເພື່ອເຮັດໃຫ້ຄຣິສຕະຈັກນີ້ດີຄືກັບທີ່ເປັນຢູ່ນີ້, ພວກເຂົາເປັນຜູ້ຈ່າຍ, ພວກເຂົາຈ່າຍສໍາຫຼັບການຮັບໃຊ້ທົ່ວໂລກທີ່ພວກເຮົາມີຢູ່ໃນອິດເຕີເນັດ, ແຕ່ພວກເຮົາບໍ່ພະ ລັງທີ່ຈະນໍາຄຣິສຕະຈັກນີ້ສູ່ຂັ້ນຕໍ່ໄປໄດ້! ພວກເຮົາບໍ່ມີຄວາມຫ້າວຫັນທີ່ຈະສ້າງແບັບຕິດເທ ເບີນາໂຄໃໝ່ໄດ້! ພວກເຈົ້າຈະຕ້ອງເຮັດ ບໍ່ດັ່ງນັ້ນມັນກໍຈະບໍ່ສໍາເລັດ! ແລະຂ້າພະເຈົ້າຂໍ ເວົ້າກັບພວກຄົນໜຸ່ມຂອງພວກເຮົາວ່າ:

ຈົ່ງລຸກຂື້ນໂອຄົນຂອງພຣະເຈົ້າ
ຄຣິສຕະຈັກສໍາຫຼັບຄົນທີ່ລໍຖ້າ
ກໍາລັງຂອງມັນບໍ່ເທົ່າກັບເປົ້າໝາຍ
ຈົ່ງລຸກຂື້ນແລ້ວເຮັດໃຫ້ມັນຍິ່ງໃຫຍ່

ຂໍເຊີນຢືນຂື້ນແລ້ວຮ້ອງເພງບົດທີ່ເຈັດ.

ພຣະຜູ້ຊ່ວຍໂຜດຕື່ມເຕັມນິມິດຂອງຂ້າຂໍໃຫ້ຂ້າເຫັນແຕ່ພຣະເຢຊູເທົ່ານັ້ນ ໃນວັນນີ້
ເຖິງຈະຜ່ານຮ່ອມພູພຣະອົງກໍຊົງນໍາຂ້າ ແສງແຫ່ງລາສີພຣະອົງ ສ່ອງອ້ອມຮອບຂ້າ ພຣະຜູ້ຊ່ວຍໂຜດຕື່ມເຕັມນິມິດທຸກຢ່າງຂອງຂ້າ ຈົນ
ລາສີຂອງພຣະອົງເຮັດໃຫ້ວິນຍານຂ້າສ່ອງແສງໂຜດຕື່ມເຕັມນິມິດທຸກຢ່າງ
ເພື່ອຄົນອື່ນຈະໄດ້ເຫັນພຣະສາຍາອັນບໍລິສຸດພຣະອົງສະທ້ອນພາຍໃນຂ້າ

ໂຜດຕື່ມເຕັມນິມິດທຸກຢ່າງທຸກຄວາມປາດຖະໜາຮັກສາເພື່ອລາສີພຣະອົງຈິດ
ໃຈຂ້າໄດ້ຮັບການດົນໃຈກັບຄວາມຄົບສົມບູນ,ຄວາມຮັກອັນບໍລິສຸດຂອງພຣະ
ອົງຖ້ວມທາງເດີນຂອງຂ້າດ້ວຍແສງຈາກເບື້ອງເທິງພຣະຜູ້ຊ່ວຍໂຜດຕື່ມເຕັມນິ ມິດທຸກຢ່າງຂອງຂ້າຈົນລາສີຂອງພຣະອົງເຮັດໃຫ້ວິນຍານຂ້າສ່ອງແສງ
ໂຜດຕື່ມເຕັມນິມິດທຸກຢ່າງເພື່ອຄົນອື່ນຈະໄດ້ເຫັນ
ພຣະສາຍາອັນບໍລິສຸດພຣະອົງສະທ້ອນພາຍໃນຂ້າ

ໂຜດຕື່ມເຕັມນິມິດທຸກຢ່າງຢ່າໃຫ້ຄວາມດື້ຂອງບາບ ມາປິດບັງຄວາມສະຫວ່າງ
ທີ່ສ່ອງຢູ່ພາຍໃນຂໍໃຫ້ຂ້າເຫັນພຣະພັກພຣະພອນຂອງພຣະອົງໂຜດລ້ຽງຈິດໃຈຂ້າດ້ວຍພຣະຄຸນອັນໃຫຍ່ຂອງພຣະອົງ ພຣະຜູ້ຊ່ວຍໂຜດຕື່ມເຕັມນິມິດທຸກຢ່າງຂອງ ຂ້າຈົນລາສີຂອງພຣະອົງເຮັດໃຫ້ວິນຍານຂ້າສ່ອງແສງໂຜດຕື່ມເຕັມນິມິດທຸກຢ່າງເພື່ອຄົນອື່ນຈະໄດ້ເຫັນພຣະສາຍາອັນບໍລິສຸດພຣະອົງສະທ້ອນພາຍໃນຂ້າ
(“Fill All My Vision,” Avis Burgeson Christiansen, 1895-1985).

ໃຫ້ເຮົາຢືນຂື້ນອະທິຖານ.


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານ ດຣ.ໄຮເມີ ຢາກຈະໄດ້ຍິນຈາກທ່ານ, ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງເພີ່ນນໍາວ່າທ່ານຂຽນມາ ຈາກປະເທດໃດບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງທ່ານໄດ້, ຖ້າບົດ ເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາ ບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນ ໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ. ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີ,ທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼືຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ: ອິດສະຢາ 64:1-4.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ແຈັກງັນ:
“Teach Me to Pray” (Albert S. Reitz, 1879-1966).