Print Sermon

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 215 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 36 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຊີວິດແຫ່ງການຕໍ່ສູ້

A LIFE OF CONFLICT
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 3/4/2016
A sermon preached at the Baptist Tabernacle of Los Angeles
Lord’s Day Evening, April 3, 2016

“ເພາະວ່າເຮົາບໍ່ໄດ້ຕໍ່ສູ້ກັບເນື້ອໜັງແລະເລືອດ ແຕ່ຕໍ່ສູ້ກັບເທບຜູ້ຄອບຄອງ, ຕໍ່ສູ້ອໍານາດຕ່າງໆ, ຕໍ່ສູ້ຜູ້ຄອບຄອງໃນໂລກແຫ່ງ ຄວາມມືດນີ້ ຕໍ່ສູ້ກັບເຫລົ່າວິນຍານທີ່ຊົ່ວໃນສະຖານຟ້າອາກາດ” (ເອເຟໂຊ 6:12)


ພວກເຮົາມີເວລາທີ່ດີຫຼາຍໃນມື້ເຊົ້ານີ້, ຄຣິສຕະຈັກຂອງເຮົາກໍາລັງມີຊີວິດອີກ, ແຕ່ ກໍມີຂ້າງໜື່ງທີ່ສາຫັດສໍາຫຼັບເລື່ອງນີ້, ພວກເຮົາຈະບໍ່ເຫັນໄຊຊະນະຖ້າພວກເຮົາບໍ່ຫາກບໍ່ ແນມເບີ່ງວ່າແມ່ນຫຍັງຄືສິ່ງທີ່ສາຫັດເຊັ່ນກັນກັບແມ່ນຫຍັງຄືຄວາມສຸກ.

ດຣ.ເຮັນຣີ່ເອັມມໍຣິສໄດ້ກ່າວວ່າ “ຜ້າກັ້ງຂອງສິ່ງທີ່ເບິ່ງບໍ່ເຫັນໄດ້ເປີດອອກແລ້ວທີ່ນີ້ ເພື່ອໃຫ້ເຮົາເຫັນແວບວາບສັ້ນໆຂອງຂະບວນກໍາລັງຝ່າຍວິນຍານທີ່ເປັນຕາຢ້ານຕໍ່ສູ້ຄົນ ຂອງພຣະເຈົ້າ, ພຣະເຈົ້າໄດ້ຊົງສ້າງ ‘ພວກທູດສະຫວັນຈໍານວນຫຼາຍຈົນນັບບໍ່ໄດ້’(ເຮັບເລີ 12:22)ປາກົດວ່າຢ່າງໜ້ອຍໜື່ງສ່ວນສາມຂອງກອງທັບວິນຍານທີ່ໄດ້ຊົງສ້າງນີ້ໄດ້ຕິດຕາມຊາຕານຢູ່ໃນສົງຄາມອັນຍາວນານຕໍ່ສູ້ພຣະເຈົ້າແລະຄົນຂອງພຣະອົງ (ພະນິມິດ 12:4,7) (ກໍາລັງພະຍາມານ)ເຫຼົ່ານີ້ໄດ້ຈັດຕັ້ງເຂົ້າສູ່ການປົກຄອງທີ່ມີລໍາດັບຊັ້ນໃຫຍ່ແຫ່ງພວກເທບຜູ້ຄອງ, ອໍານາດຕ່າງໆ, ຜູ້ຄອບຄອງໃນໂລກຄວາມມືດນີ້”( Henry M. Morris, Ph.D., The New Defender’s Study Bible, Word Publishers, 2006; note on Ephesians 6:12).

“ເພາະວ່າເຮົາບໍ່ໄດ້ຕໍ່ສູ້ກັບເນື້ອໜັງແລະເລືອດ ແຕ່ຕໍ່ສູ້ກັບເທບຜູ້ຄອບຄອງ, ຕໍ່ສູ້ອໍານາດຕ່າງໆ, ຕໍ່ສູ້ຜູ້ຄອບຄອງໃນໂລກແຫ່ງຄວາມມືດນີ້ ຕໍ່ສູ້ກັບເຫລົ່າວິນຍານທີ່ຊົ່ວໃນສະຖານຟ້າອາກາດ”(ເອເຟໂຊ 6:12)

ຂໍ້ພຣະຄໍາພີຂໍ້ນັ້ນສະແດງໃຫ້ເຮົາເຫັນວ່າຊີວິດຄຣິສຕຽນເປັນຊີວິດແຫ່ງການຕໍ່ສູ້, ແຕ່ມີຫຼາຍຄົນລືມເລື່ອງນັ້ນ,ແມ່ນແຕ່ຄົນທີ່ຢູ່ໃນຄຣິສຕະຈັກຂອງເຮົາກໍເຊັ່ນກັນ, ດຣ.ມາຕິນ ລອຍ-ໂຈນໄດ້ກ່າວວ່າ“ຫຼາຍປານໃດທີ່ພວກເຮົາຄິດເຖິງຊີວິດຄຣິສຕຽນໃນຖານະສະໜາມ ຮົບ,ການຕໍ່ສູ້ລະ?... ຂ້າພະເຈົ້າຂໍໃຫ້ຮູ້ວ່າຄຣິສຕະຈັກຄຣິສຕຽນໄດ້ສູນເສຍການເຫັນເລື່ອງ ຄວາມຈິງຂອງຊີວິດໃນພັນທະຍາໃໝ່...ຂ້າພະເຈົ້າຢ້ານວ່າ(ພວກເຮົາຫຼາຍຄົນ)ໄດ້ສູນເສຍ ຄວາມຮູ້ສຶກຂອງຊີວິດຄຣິສຕຽນໃນຖານະເປັນຊີວິດແຫ່ງການຕໍ່ສູ້...ຖ້າພວກເຮົາບໍ່ຕໍ່ສູ້,ພວກເຮົາກໍຈະພ່າຍແພ້(ປະລາໄຊ),ພວກເຮົາກໍຈະລົ້ມລົງເປັນເຫຍື່ອພວກສັດຕູ” (Martyn Lloyd-Jones, The Miracle of Grace and Other Messages, Baker Book House, 1986, pp. 105, 106).

ພວກເຮົາມີແນວໂນ້ມທີ່ຈະຄິດວ່າການກັບໃຈໃໝ່ເປັນສິ່ງທີ່ພວກເຮົາຕ້ອງການ, ພວກເຮົາຄິດເຖິງຊີວິດຄຣິສຕຽນຫຼັງຈາກການກັບໃຈໃໝ່ໃນຖານະ“ສະຖາວະແຫ່ງການພັກຜ່ອນ” - ຄືກັບທີ່ດຣ.ລອຍໂຈນໄດ້ເວົ້າໄວ້(ເຫຼັ້ມດຽວກັນໜ້າ 105), ບໍ່ມີອັນໃດໄກໄປ ຈາກຄວາມຈິງໄດ້!ຂໍ້ພຣະຄໍາພີຂອງເຮົາບອກເຮົາວ່າພວກເຮົາຍັງຄົງສືບຕໍ່ມີບັນຫາກັບຊາ ຕານ ແລະສະມຸນຂອງມັນຕໍ່ໄປ.

ບາງເທື່ອຂ້າພະເຈົ້າກໍດີໃຈທີ່ຕົນເອງໄດ້ກັບໃຈຈາກໂລກແລ້ວ, ພວກເດັກນ້ອຍທີ່ ໃຫຍ່ມາໃນຄຣິສຕະຈັກມີມັນງ່າຍຫຼາຍ, ທຸກສິ່ງທຸກຢ່າງແມ່ນເອົາໃຫ້ພວກເຂົາເທິງຈານເງີນ ໃຫຍ່, ພວກເຂົາບໍ່ຈໍາເປັນຕ້ອງດີ້ນລົນແລະຕໍ່ສູ້ເພື່ອໃຫ້ຢູ່ໃນຄຣິສຕະຈັກ, ຖ້າຂ້າພະເຈົ້າ ເຄີຍໃຫຍ່ມາໃນຄຣິສຕະຈັກຂ້າພະເຈົ້າກໍຈະບໍ່ຄໍານຶງຈາກຈຸດເລີ່ມຕົ້ນທີ່ຂ້າພະເຈົ້າບໍ່ສາມາດປ່ອຍເຄື່ອງປ້ອງກັນຂອງຕົນລົງໄດ້ທີ່ຂ້າພະເຈົ້າຢູ່ໃນສະໜາມຮົບທີ່ເປັນຕາຢ້ານ-ແລະທີ່ວ່າ ຂ້າພະເຈົ້າອ່ອນແອເກີນໄປທີ່ຈະປະເຊີນກັບການຕໍ່ສູ້ດ້ວຍຕົນເອງ,ນັ້ນແລະທີ່ວ່າເປັນຫຍັງຂໍ້ ພຣະຄໍາພີຊີວິດຂອງຂ້າພະເຈົ້າຈື່ງກາຍເປັນຢ່າງໄວວາວ່າ“ຂ້າພະເຈົ້າກະທໍາທຸກສິ່ງໄດ້ໂດຍພຣະຄຣິດຜູ້ຊົງເສີມກໍາລັງຂ້າພະເຈົ້າ”(ຟີລິບປອຍ 4:13) ສໍາຫຼັບຂ້າພະເຈົ້າຂໍ້ນັ້ນໝາຍ ຄວາມວ່າຂ້າພະເຈົ້າອ່ອນແອເກີນໄປທີ່ຈະຜ່ານພາການຕໍ່ສູ້ນີ້,ການສູ້ຮົບນີ້,ການຕໍ່ສູ້ກັບຊາ ຕານ, ມີພຽງພຣະຄຣິດເທົ່ານັ້ນທີ່ສາມາດໃຫ້ກໍາລັງແກ່ຂ້າພະເຈົ້າເພື່ອຜ່ານການຕໍ່ສູ້ອັນໜື່ງ ພາຍຫຼັງອັນອື່ນ, ມີບາງຄົນບອກຂ້າພະເຈົ້າວ່າຫາເລື່ອງສູ້, ມັນບໍ່ແມ່ນຄວາມຈິງ, ຄວາມ ຈິງກໍວ່າຂ້າພະເຈົ້າບໍ່ໄດ້ແລ່ນໜີຄືກັບທີ່ນັກເທດສ່ວນຫຼາຍເຮັດ, ຖ້າທ່ານບໍ່ແລ່ນໜີທ່ານກໍ ຈະເຂົ້າສູ່ກັບການຕໍ່ສູ້, ເປັນຫຍັງລະ? ກໍເພາະວ່າພະຍາມານມີຈິງ! ມີຫຼາຍເທື່ອຂ້າພະເຈົ້າ ເຄີຍອ່ອນແອຫຼາຍແລະບໍ່ມີໃຜຊ່ວຍຈົນມາຮອດຈຸດບ່ອນທີ່ຈະລົ້ມລົງ, ໃນຊ່ວງເວລາເຫຼົ່າ ນັ້ນຂ້າພະເຈົ້າພຽງແຕ່ກະຊິບຂໍ້ພຣະຄໍາພີເກາະຂໍ້ພຣະຄໍາພີດ້ວຍຄວາມອ່ອນແອແລະຄວາມເຊື່ອເບົາບາງວ່າ“ຂ້າພະເຈົ້າກະທໍາທຸກສິ່ງໄດ້ໂດຍພຣະຄຣິດຜູ້ຊົງເສີມກໍາລັງຂ້າພະເຈົ້າ” ມີພຽງຄົນອ່ອນແອແບບຂ້າພະເຈົ້າເທົ່ານັ້ນທີ່ສາມາດເຫັນຄຸນຄ່າຂອງຄໍາສັນຍານັ້ນໄດ້.

ເລສລີຂໍໃຫ້ຂ້າພະເຈົ້າຂຽນເລື່ອງລາວຊີວິດຂອງຂ້າພະເຈົ້າ,ຂ້າພະເຈົ້າກໍໄດ້ຂຽນປະ ມານ 150 ໜ້າ-ແຕ່ຈາກນັ້ນຂ້າພະເຈົ້າກໍຢຸດແລະຖີ້ມມັນ, ຂ້າພະເຈົ້າຄິດວ່າຄົງຈະບໍ່ມີໃຜ ສົນໃຈທີ່ຈະອ່ານໜັງສືທີ່ຕົກຕໍ່າແບບນັ້ນ - ເພາະມັນຈະເປັນເລື່ອງລາວຂອງການຕໍ່ສູ້,ສົງ ຄາມແລະເກືອບພ່າຍແພ້ - ຊີວິດແຫ່ງການຕໍ່ສູ້ທີ່ຍາວນານທີ່ມີຈຸດສະຫວ່າງບໍ່ເທົ່າໃດຈຸດ! ສຸດທ້າຍຂ້າພະເຈົ້າກໍບອກກັບພຣະເຈົ້າວ່າຕົນບໍ່ສາມາດເຮັດສໍາເລັດໄດ້ນອກຈາກວ່າຄຣິສ ຕະຈັກຂອງເຮົາຈະປະສົບກັບການຟື້ນຟູ-ເພື່ອທີ່ມັນຈະມີຈຸດຈົບທີ່ດີ, ເບິ່ງຄືວ່າພຣະເຈົ້າຈະ ເວົ້າກັບຂ້າພະເຈົ້າວ່າ“ໄດ້ ໂຣເບີດຖີ້ມມັນສາແລະລໍຖ້າການຟື້ນຟູ - ແລະຖ້າເຮົາບໍ່ສົ່ງມາ ຈັກອັນເຈົ້າກໍບໍ່ຈໍາເປັນຕ້ອງຂຽນໃຫ້ມັນແລ້ວ”

ແຕ່ບາງເທື່ອຂ້າພະເຈົ້າກໍດີໃຈທີ່ຂ້າພະເຈົ້າບໍ່ໄດ້ຖືກລ້ຽງໃຫຍ່ມາຢູ່ໃນຄຣິສຕະຈັກທີ່ເທດສະໜາຂ່າວປະເສີດທີ່ນິ່ມນວນ, ການອອກມາຈາກໂລກທີ່ຫຼົງຫາຍແລະໂດດດ່ຽວໄດ້ ຕຽມຂ້າພະເຈົ້າສໍາຫຼັບສົງຄາມທີ່ຍາວນານ ເພາະຂ້າພະເຈົ້າຮູ້ຈັກຈາກຈຸດເລີ່ມຕົ້ນແລ້ວວ່າ ມັນຈະຍາກສຸດໆທີ່ຈະມີຊີວິດໃນຖານະເປັນຄຣິສຕຽນຄົນໜື່ງ, ຊື່ງແຕ່ລະກ້າວທີ່ຂ້າພະເຈົ້າ ກ້າວໄປຈະຕ້ອງເປັນກ້າວໂດຍກໍາລັງຂອງພຣະຄຣິດ, ຫຼືບໍ່ດັ່ງນັ້ນຂ້າພະເຈົ້າກໍຈະຫຼົງຫາຍ ໄປຕະຫຼອດການ! ນັ້ນແລະທີ່ວ່າເປັນຫຍັງຂ້າພະເຈົ້າຈື່ງກາຍມາເປັນສິດຍາພິບານ, ຫຼັງ ຈາກທີ່ຂ້າພະເຈົ້າໄດ້ກັບໃຈໃໝ່ແລ້ວຂ້າພະເຈົ້າກໍຮູ້ດີວ່າຕົນເອງຈະຕ້ອງຢູ່ໃນໃຈກາງຂອງ ການຕໍ່ສູ້, ຖ້າຂ້າພະເຈົ້າບໍ່ສືບຕໍ່ຢູ່ໃນສົງຄາມຂ້າພະເຈົ້າກໍຈະລົ້ມລົງໄປຈາກພຣະເຈົ້າ, ຂ້າ ພະເຈົ້າຮູ້ຈັກເລື່ອງນັ້ນຕັ້ງແຕ່ຕອນທີ່ໄດ້ຮັບຄວາມລອດຄັ້ງທໍາອິດໃນຊ່ວງອາຍຸຊາວປີ, ຄົນ ອື່ນໆສາມາດດໍາເນີນຊີວິດທີ່ສະດວກສະບາຍໄດ້ແຕ່ຂ້າພະເຈົ້າຕ້ອງສືບຕໍ່ສູ້ຕໍ່ໄປ-ຄືກັບພຣະ ເຢຊູ,ຄືກັບເປົາໂລ,ຄືກັບວິລະບຸລຸດແຫ່ງຄວາມເຊື່ອທີ່ຢູ່ໃນເຮັບເລີບົດທີ່ສິບເອັດ! ຂ້າພະເຈົ້າ ຮູ້ຈັກໃນສິ່ງທີ່ເປົາໂລບອກຊາຍໜຸ່ມທິໂມທີວ່າ:

“ຈົ່ງຕໍ່ສູ້ຢ່າງເຕັມກຳລັງເພື່ອຄວາມເຊື່ອ ຈົ່ງຢຶດຊີວິດນິລັນດອນໄວ້ ຊຶ່ງພຣະເຈົ້າຊົງເອີ້ນ”(1 ຕີໂມທຽວ 6:12)

ແລະອີກເທື່ອໜື່ງຄືກັບທີ່ເປົາໂລບອກກັບຄົນໜຸ່ມນັ້ນວ່າ:

“ເຫດສັນນັ້ນທ່ານຈົ່ງອົດທົນຄວາມຍາກລໍາບາກດັ່ງທະຫານທີ່ດີຂອງພຣະເຢຊູຄຣິດ”(2 ຕີໂມທຽວ 2:3)

ຂ້າພະເຈົ້າຕ້ອງອົດທົນຄວາມຍາກລໍາບາກ,ຂ້າພະເຈົ້າຕ້ອງຕໍ່ສູ້ຢ່າງເຕັມກໍາລັງເພື່ອຄວາມ ເຊື່ອ - ໃນຖານະເປັນທະຫານຂອງພຣະເຢຊູຄຣິດ! ບໍ່ມີຫົນທາງອື່ນທີ່ຈະເຮັດໃຫ້ຂ້າພະ ເຈົ້າປະສົບຜົນສໍາເລັດໃນຖານະເປັນຄຣິສຕຽນໄດ້, ອີກຢ່າງໜື່ງມີຫຼາຍເທື່ອທີ່ພວກເຮົາຄິດ ໃນແບບຈິດຕະວິທະຍາຫຼາຍກວ່າພຣະຄໍາພີ,ຖ້າພວກເຮົາຄິດໃນແບບພຣະຄໍາພີພວກເຮົາກໍ ຈະຮູ້ວ່າເປັນຫຍັງຄຣິສຕຽນຈື່ງຕ້ອງຕໍ່ສູ້.

ຄືນກ່ອນໜື່ງໃນຄົນໜຸ່ມຂອງເຮົາບອກຂ້າພະເຈົ້າວ່າຂ້າພະເຈົ້າເວົ້າເຖິງຕົນເອງ ຫຼາຍໂພດ,ຫຼັງຈາກນັ້ນລາວກໍເວົ້າວ່າ“ຂໍເດົາວ່າທີ່ທ່ານເຮັດແບບນັ້ນເພາະຄຣິສຕະຈັກນີ້ເປັນ ຄຣິສຕະຈັກຂອງຄົນໜຸ່ມ”ອັນນັ້ນແມ່ນຄວາມເຂົ້າໃຈແຈ້ງແລະເລິກເຊິງທີ່ດີ, ຂ້າພະເຈົ້າມັກ ກັບໄປເບິ່ງຊີວິດຊ່ວງຕົ້ນໆເພື່ອຄົ້ນຫາຈຸດທີ່ຈະສາມາດຊ່ວຍຄົນໜຸ່ມໃນຄຣິສຕະຈັກຂອງ ເຮົາໄດ້, ຂ້າພະເຈົ້າຈະຕ້ອງບໍ່ຢືນຂື້ນເທິງທໍາມາດນີ້ແລ້ວບັນຍາຍສາສະໜາສາດໃຫ້ພວກ ທ່ານຟັງ-ຫຼືການອະທິບາຍຂໍ້ພຣະຄໍາຕ່າງໆໜ້ອຍໜື່ງ, ຂ້າພະເຈົ້າຈະຕ້ອງໂຊໃຫ້ເຫັນວ່າ ພຣະຄໍາພີຈໍາເປັນໃນຊີວິດຂອງຂ້າພະເຈົ້າເອງ-ແລະໃນຊີວິດຂອງພວກທ່ານເອງແນວໃດ ແດ່, ຂ້າພະເຈົ້າຂໍອ່ານຂໍ້ພຣະຄໍາພີ:

“ເພາະວ່າເຮົາບໍ່ໄດ້ຕໍ່ສູ້ກັບເນື້ອໜັງແລະເລືອດ ແຕ່ຕໍ່ສູ້ກັບເທບຜູ້ຄອບຄອງ, ຕໍ່ສູ້ອໍານາດຕ່າງໆ, ຕໍ່ສູ້ຜູ້ຄອບຄອງໃນໂລກຄວາມມືດນີ້ ຕໍ່ສູ້ກັບເຫລົ່າວິນຍານທີ່ຊົ່ວໃນສະຖານຟ້າອາກາດ” (ເອເຟ ໂຊ 6:12)

ຫຼັງຈາກນັ້ນຂ້າພະເຈົ້າຂໍບອກທ່ານວ່າມັນໝາຍເຖິງຫຍັງ,ຈາກນັ້ນກໍຂໍບອກທ່ານວ່າມັນກາຍເປັນຈິງໃນຊີວິດຂອງຂ້າພະເຈົ້າເອງແນວໃດແດ່, ຂ້າພະເຈົ້າຂໍບອກທ່ານວ່າ“ຊີວິດຄຣິສ ຕຽນແຕ່ຕົ້ນຈົນຈົບຄືຊີວິດແຫ່ງການຕໍ່ສູ້ - ຊີວິດແຫ່ງການສູ້ຮົບກັບຊາຕານກັບສະມຸນຂອງ ມັນ” ຂ້າພະເຈົ້າຫວັງວ່າພວກທ່ານຈະບໍ່ຄິດວ່າບັນຫາຂອງທ່ານຈົບລົງແລ້ວຫຼັງຈາກທີ່ໄດ້ ກັບໃຈໃໝ່ແລ້ວ! ອັນນັ້ນເປັນພຽງແຕ່ຈຸດເລີ່ມຕົ້ນຂອງສົງຄາມແລະການຕໍ່ສູ້ຂອງທ່ານ!

ດຣ.ເອັຈ.ແອວ.ວິລມິງຕັນແຫ່ງມະຫາວິທະຍາໄລເສລີພາບໄດ້ເວົ້າວ່າ:

ການຮັບໃຊ້ໃນຊ່ວງແລກໆຂອງພຣະເຢຊູໄດ້ມີກິດຈະກໍາຂອງຊາຕານລະ ເບີດອອກຢ່າງໃຫຍ່...ແລະອີງຕາມເປົາໂລ(1 ຕີໂມທຽວ 4:1-3)ພວກເຮົາ ອາດຈະຄາດຫວັງກິດຈະກໍາທີ່ຊົ່ວຮ້າຍ(ກ່ອນ) ການສະເດັດກັບມາຄັ້ງທີ່ ສອງຂອງອົງພຣະຜູ້ເປັນເຈົ້າຂອງເຮົາ, ອິດທິພົນຂອງພະຍາມານແມ່ນຢູ່ ເບື້ອງຫຼັງການເຄື່ອນໄຫວທີ່ມີຊື່ສຽງ(H. L. Willmington, D.D., Signs of the Times, Tyndale House Publishers, 1983, p. 45).

ກິດຈະກໍາພະຍາມານສໍາຫຼັບຂ້າພະເຈົ້າເບິ່ງຄືວ່າກໍາລັງເພີ່ມຂື້ນໄວວາທຸກໆປີ, ມັນຂີ້ຮ້າຍພໍ ແລ້ວຕອນທີ່ຂ້າພະເຈົ້າຢູ່ວິທະຍາໄລ, ແຕ່ຕອນນີ້ຂ້າພະເຈົ້າບໍ່ເຫັນວ່າພວກຄົນໜຸ່ມສາມາດ ເຂົ້າຮຽນຢູ່ວິທະຍາໄລຫຼືມະຫາວິທະຍາໄລທາງໂລກໂດຍທີ່ບໍ່ຖືກທົດລອງໄດ້ເລີຍ,ໂດຍວິທີໜື່ງຫຼືວິທີອື່ນໂດຍແບບທີ່ດຣ.ວິລມິງຕັນເອີ້ນວ່າ“ອິດທິພົນຂອງພະຍາມານ” ເປົ້າໝາຍຂອງ ຊາຕານກໍຄືດູດພວກທ່ານເຂົ້າໄປໃນໂລກຫຼືບາບ, “ເຫດສັນນັ້ນຄົນທີ່ຄິດວ່າຕົນເອງໝັ້ນ ຄົງດີແລ້ວກໍຈົ່ງລະວັງໃຫ້ດີຢ້ານວ່າຈະລົ້ມລົງ”(1 ໂກລິນໂທ 10:12)ຖ້າພວກເຮົາບໍ່ຕໍ່ສູ້ກັບ ພະຍາມານ,ໃນບໍ່ຊ້າເຮົາກໍຈະເລີ່ມສູນເສຍການຕິດຕໍ່ກັບພຣະເຈົ້າ,ບ່ອນທໍາອິດທີ່ຊັດເຈນທີ່ສຸດກໍຄືໃນຊີວິດອະທິຖານຂອງທ່ານ, ຖ້າທ່ານບໍ່ສາມາດອະທິຖານແບບທີ່ທ່ານເຄີຍເຮັດ ເມື່ອກ່ອນ,ມັນກໍເປັນສັນຍານທີ່ແນ່ນອນວ່າທ່ານກໍາລັງຕໍ່ຕ້ານພຣະເຈົ້າຢູ່ ຫຼືກໍາລັງເຂົ້າສູ່ ການທົດລອງ, ເຊີນຟັງຄໍາເວົ້າຂອງດຣ.ເອ.ດັບໂບຢູໂທເຊີທີ່ກ່າວວ່າ:

ໃນຊ່ວງຕົ້ນໆ...ບັນພະບຸລຸດຂອງເຮົາເຊື່ອວ່າຄວາມບາບແລະພະຍາມານ ເປັນກອງກໍາລັງໜື່ງ, ແລະພວກເຂົາເຊື່ອໃນພຣະເຈົ້າ, ໃນຄວາມຊອບ ທໍາແລະສະຫວັນຄືກັບຄົນອື່ນ... ກໍາລັງເຫຼົ່ານີ້ຕໍ່ຕ້ານຊື່ງກັນແລະກັນຕະ ຫຼອດຢ່າງເລິກເຊິງ,ຮ້າຍແຮງ, ການຕໍ່ສູ້ທີ່ເຂົ້າກັນບໍ່ໄດ້, ມະນຸດ... ຈະ ຕ້ອງເລືອກຝ່າຍ-ເຂົາບໍ່ສາມາດເປັນຄົນກາງໄດ້, ສໍາຫຼັບເຂົາແລ້ວຈະຕ້ອງ ເລືອກຊີວິດຫຼືຄວາມຕາຍ, ສະຫວັນຫຼືນາຮົກ, ແລະຖ້າເຂົາເລືອກຢູ່ຝ່າຍ ພຣະເຈົ້າ,ເຂົາກໍຕ້ອງຄາດຫວັງທີ່ຈະເປີດເສິກກັບສັດຕູຂອງພຣະເຈົ້າ,ການຕໍ່ສູ້ຈະເກີດຂື້ນແທ້,ຍາວນານຕາບໃດທີ່ຊີວິດຍັງຄົງມີຢູ່ທີ່ນີ້(ໃນໂລກ)...ເຂົາບໍ່ມີມື້ລືມປະເພດຂອງໂລກທີ່ເຂົາອາໄສຢູ່ - ມັນຄືສະໜາມຮົບແລະມີຫຼາຍ ຄົນໄດ້ຮັບບາດເຈັບແລະຖືກຂ້າ... ອໍານາດພະຍາມານມີຈຸດມຸ້ງໝາຍທີ່ຈະ ທໍາລາຍເຂົາໃນຂະນະທີ່ພຣະຄຣິດຊົງພຣະຊົນຢູ່ເພື່ອຊ່ວຍເຂົາໃຫ້ພົ້ນຜ່ານທາງລິດອໍານາດແຫ່ງຂ່າວປະເສີດ, ເພື່ອຈະໄດ້ມາຊື່ງການຊ່ວຍໃຫ້ພົ້ນ ເຂົາຕ້ອງກ້າວອອກມາຝ່າຍພຣະເຈົ້າໃນຄວາມເຊື່ອແລະການເຊື່ອຟັງ, ນັ້ນ ແລະຄືສິ່ງທີ່ບັນພະບຸລຸດຂອງເຮົາຄິດແລະພວກເຮົາເຊື່ອວ່າມັນຄືສິ່ງທີ່ພຣະຄໍາພີສອນ.
         ທຸກມື້ຕ່າງກັນຫຼາຍ...ມະນຸດຄິດເຖິງໂລກບໍ່ແມ່ນໃນຖານະເປັນສະ ໜາມຮົບ,ແຕ່ເປັນສະໜາມຫລີ້ນ, ພວກເຮົາບໍ່ໄດ້ຢູ່ນີ້ເພື່ອຕໍ່ສູ້,ພວກເຮົາຢູ່ທີ່ ນີ້ເພື່ອຫຼີ້ນມ່ວນຊື່ນ(ມີເວລາທີ່ດີແລະມີຊີວິດທີ່ລຽບງ່າຍ)...ພວກເຮົາເຊື່ອວ່ານີ້ຄື(ສິ່ງ)ທີ່ຄົນສະໄໝໃໝ່(ຄິດ)... ຄວາມຄິດທີ່ວ່າໂລກຄືສະໜາມເດັກຫຼີ້ນ ແທນທີ່ຈະເປັນສະໜາມຮົບຕອນນີ້ຖືກຍອມຮັບ... ໂດຍພວກຄຣິສຕຽນທີ່ ເນັ້ນຮາກຖານສ່ວນໃຫຍ່(A. W. Tozer, D.D., “This World: Playground or Battleground?”).

ຕອນນີ້ຂໍຢ່າຄິດວ່ານີ້ໝາຍຄວາມວ່າເຮົາບໍ່ສາມາດມີການສະໜຸກສະໜານໄດ້! ແນ່ ນອນພວກເຮົາມີ! ແນ່ນອນພວກເຮົາມີການສາມັກຄີທໍາ! ແນ່ນອນພວກເຮົາກິນເຂົ້ານໍາກັນ ແລະມີງານລ້ຽງນໍາກັນ! ແນ່ນອນພວກເຮົາຫຼີ້ນເກມນໍາກັນຢູ່ສວນສາທາລະນະ, ແຕ່ສິ່ງເຫຼົ່າ ນີ້ບໍ່ໄດ້ຈົບລົງໃນໂຕມັນເອງ,ເບື້ອງຫຼັງຂອງຄວາມສະໜຸກສະໜານແລະການສາມັກຄີທໍາທຸກ ຢ່າງພວກເຮົາຈະຕ້ອງຈື່ໄວ້ສະເໝີວ່າມີສົງຄາມດໍາເນີນຕໍ່ໄປ - ແລະຊີວິດຄຣິສຕຽນເປັນ ຊີວິດຂອງການຕໍ່ສູ້ແລະສົງຄາມ! ພວກເຮົາສາມາດຢຸດພັກເພື່ອມີຄວາມມ່ວນຊື່ນໄດ້ແຕ່ ຫຼັງຈາກນັ້ນພວກເຮົາກໍຕ້ອງກັບໄປສູ່ສະໜາມຮົບອີກ.

ນັ້ນແລະທີ່ວ່າເປັນຫຍັງຄົນໜຸ່ມໃນຄຣິສຕະຈັກຂອງເຮົາຈື່ງໃຊ້ເວລາເຕັມໜື່ງຊົ່ວ ໂມງໃນການອະທິຖານພ້ອມກັນທຸກອາທິດ, ການອະທິຖານເປັນສິ່ງທີ່ຈໍາເປັນຫຼາຍ ຫຼືບໍ່ດັ່ງ ນັ້ນຊາຕານກໍຈະປາບເຮົາລົງໄດ້!

ນັ້ນແລະທີ່ວ່າເປັນຫຍັງພວກເຮົາຈື່ງອອກໄປນໍາຄົນທີ່ຫຼົງຫາຍມາຄຣິສຕະຈັກຂອງ ເຮົາເພື່ອຟັງຂ່າວປະເສີດ,ການປະກາດຂ່າວປະເສີດເປັນສິ່ງທີ່ຈໍາເປັນຫຼາຍ ຫຼືບໍ່ດັ່ງນັ້ນຊາ ຕານກໍຈະປາບເຮົາລົງໄດ້!

ນັ້ນແລະທີ່ວ່າເປັນຫຍັງຂ້າພະເຈົ້າຈື່ງຕ້ອງເທດສະໜາໜັກຈາກທໍາມາດນີ້, ຄໍາເທດ ສະໜາທີ່ໜັກແໜ້ນເປັນສິ່ງທີ່ຈໍາເປັນຫຼາຍ ຫຼືບໍ່ດັ່ງນັ້ນຊາຕານກໍຈະປາບເຮົາລົງໄດ້!

ອີກເລື່ອງໜື່ງ, ຂ້າພະເຈົ້າຫາກໍຮູ້ຕົວເລື່ອງຄວາມອ່ອນແອຂອງຄໍາເທດສະໜາຂອງ ຕົນເອງ,ຕ້ອງຂໍອະໄພທີ່ຂ້າພະເຈົ້າເຫັນມັນຊ້າ! ຄືກັບທີ່ຂ້າພະເຈົ້າບອກຊີວິດຄຣິສຕຽນຂອງ ການຕໍ່ສູ້ບໍ່ໄດ້ຈົບຕອນທີ່ພວກທ່ານໄດ້ກັບໃຈໃໝ່ແລ້ວ! ບໍ່ເລີຍ ການກັບໃຈໃໝ່ເປັນພຽງຈຸດ ເລີ່ມຕົ້ນຂອງສົງຄາມ! ພຣະເຢຊູຕັດວ່າ“ຈົ່ງເຝົ້າລະວັງແລະອະທິຖານເພື່ອທ່ານຈະບໍ່ຕົກ ເຂົ້າໃນການທົດລອງ”(ມາລະໂກ 14:38), ທ່ານສາມາດມາໂບດແລະແມ່ນແຕ່ປາກົດວ່າ ໄດ້ກັບໃຈໃໝ່ແລ້ວ, ແຕ່ຖ້າທ່ານບໍ່ເຝົ້າລະວັງແລະອະທິຖານທ່ານກໍຈະເຂົ້າສູ່ການທົດລອງ ແລະບ່ວງແຮ້ວ, ທ່ານກໍຈະກາຍເປັນແບບຊາວໂລກແລະສູນເສຍຄວາມຍິນດີແຫ່ງຄວາມ ລອດຂອງຕົນໄປ.

ພວກທ່ານບາງຄົນບໍ່ໄດ້ມາອະທິຖານໃນມື້ວັນພະຫັດເລີຍ, ຈົ່ງລະວັງ! ພວກທ່ານ ໄດ້ກ້າວເຂົ້າໄປສູ່ໂລກແລ້ວ! ຊີວິດຄຣິສຕຽນເປັນຊີວິດແຫ່ງການຕໍ່ສູ້ກັບໂລກ,ເນື້ອໜັງແລະ ພະຍາມານ, ຖ້າທ່ານລືມໃນບໍ່ຊ້າທ່ານກໍຈະຕົກເຂົ້າໃນບ່ວງແຮ້ວຂອງຊາຕານແລະຖືກ ປັດອອກໄປ - ເຂົ້າສູ່ຄວາມມືດຂອງໂລກທີ່ຊົ່ວຮ້າຍນີ້, ບາງຄົນເວົ້າວ່າ“ຢ່າເວົ້າມັນ! ຢ່າ ເວົ້າມັນ! ມັນຈະເຮັດໃຫ້ບາງຄົນຫ່າງອອກໄປ!” ຈາກນັ້ນຂໍເດົາວ່າພວກເຂົາຈະຕ້ອງຫ່າງ ອອກໄປ! “ຄົນທີ່ຖືກເອີ້ນກໍຫຼາຍແຕ່ຄົນທີ່ຖືກເລືອກມີໜ້ອຍ”(ມັດທາຍ 22:14),ຖ້າຂ້າພະ ເຈົ້າບໍ່ເຮັດໃຫ້ພວກເຂົາອອກໄປອັນອື່ນກໍຈະມາເຮັດໃຫ້ເຂົາອອກໄປ!ບໍ່ມີໃຜນອກຈາກຄົນທີ່ ຖືກເລືອກໄວ້ແລ້ວເທົ່ານັ້ນຈະລອດບໍ່ວ່າຂ້າພະເຈົ້າຈະເວົ້າເຖິງຫຼືບໍ່ເວົ້າເຖິງໃນບົດເທດແບບນີ້ກໍຕາມ!

ມີຫຼາຍຄົນຖືກກວາດອອກໄປຢູ່ໃນການແຕກແຍກທີ່ເກືອບເອົາຊີວິດຂອງຄຣິສຕະ ຈັກຂອງເຮົາໄປ, ຢ່າຖືກຫລອກລວງຄືກັບທີ່ພວກເຂົາຖືກ, ບໍ່ມີຫຍັງປ່ຽນແປງ!“ເພາະວ່າພະ ຍາມານໄດ້ລົງມາຫາເຈົ້າດ້ວຍຄວາມຄຽດແຄ້ນຫຼາຍ ເພາະມັນຮູ້ວ່າເວລາຂອງມັນມີໜ້ອຍ” (ພະນິມິດ 12:12),ເມື່ອເຮົາມອບໂຕຂອງເຮົາເອງໃຫ້ກັບໂລກເທື່ອໜື່ງພະຍາມານກໍຈະຈີ້ ຈິດສໍານຶກຂອງເຮົາດ້ວຍເຫຼັກແດງ, ຫຼັງຈາກນັ້ນກໍບໍ່ມີຫຍັງທີ່ພວກເຮົາເວົ້າກັບທ່ານຈະສາ ມາດໂນ້ມນ້າວໃຫ້ທ່ານກັບມາຫາພວກເຮົາໄດ້! ພວກເຮົາຍັງບໍ່ເຄີຍເຫັນໃຜຈັກຄົນທີ່ກັບມາ! ບໍ່ມີຈັກຄົນ! “ຈົ່ງເຝົ້າລະວັງແລະອະທິຖານເພື່ອທ່ານຈະບໍ່ເຂົ້າສູ່ການທົດລອງ”(ມາລະໂກ 14:38).

ນອກຈາກນີ້ທ່ານກໍຈະກໍາລັງຈະເລີນຂື້ນໃນພຣະຄຸນຫຼືເສື່ອມຖອຍ! ບໍ່ມີພື້ນທີ່ສໍາ ຫຼັບຄົນກາງ! ຄືກັບທີ່ດຣ.ໂທເຊີໄດ້ກ່າວໄວ້ວ່າໂລກຄື“ສະໜາມຮົບ, ມີຫຼາຍຄົນບາດເຈັບ ແລະຖືກຂ້າ”(ເຫຼັ້ມດຽວກັນ)

“ເພາະວ່າເຮົາບໍ່ໄດ້ຕໍ່ສູ້ກັບເນື້ອໜັງແລະເລືອດ ແຕ່ຕໍ່ສູ້ກັບເທບຜູ້ຄອບຄອງ, ຕໍ່ສູ້ອໍານາດຕ່າງໆ, ຕໍ່ສູ້ຜູ້ຄອບຄອງໃນໂລກແຫ່ງຄວາມມືດນີ້ ຕໍ່ສູ້ກັບເຫລົ່າວິນຍານທີ່ຊົ່ວໃນສະຖານຟ້າອາກາດ” (ເອເຟໂຊ 6:12)

ແມ່ນແລ້ວພະຍາມານມີແທ້, ຖ້າທ່ານຍັງບໍ່ລອດເທື່ອມັນກໍຈະເອົາຄວາມຄິດແປກໆ ເຂົ້າໃນຄວາມຄິດຂອງທ່ານ, ມັນຈະບອກທ່ານວ່າ“ອັນນີ້” ຫຼື “ອັນນັ້ນ”ເພື່ອເກັບທ່ານຈາກ ການວາງໃຈເຊື່ອໃນພຣະເຢຊູ, ບາງເທື່ອມັນຈະເຮັດໃຫ້ຄົນຢ້ານທີ່ຈະວາງໃຈໃນພຣະເຢຊູ, ມັນບໍ່ເຂົ້າທ່າເລີຍແຕ່ພວກເຂົາກໍເຊື່ອມັນ - ແລະປະຕິເສດພຣະຄຣິດ, ຂໍໃຫ້ພວກທ່ານຕໍ່ ຕ້ານການທົດລອງຂອງຊາຕານແລະຈົ່ງມາຫາພຣະເຢຊູດຽວນີ້, ພຣະເຢຊູຜູ້ດຽວທີ່ສາມາດ ຊໍາລະທ່ານອອກຈາກຄວາມຜິດບາບທຸກຢ່າງໂດຍພຣະໂລຫິດອັນປະເສີດຂອງພຣະອົງ, ພຣະເຢຊູຜູ້ດຽວທີ່ສາມາດຊ່ວຍທ່ານໄດ້ແລະຮັກສາທ່ານໃຫ້ປອດໄພຈາກຄວາມຊົ່ວຮ້າຍໃນຊົນຊາດຂອງເຮົາແລະໃນໂລກຂອງເຮົາ, ຂໍເຊີນຢືນຂື້ນແລ້ວຮ້ອງເພງບົດທີ່ເຈັດ.

ຄຣິສຕຽນທ່ານເຫັນມັນໃນພື້ນທີ່ບໍລິສຸດບໍ
ລິດຂອງຄວາມມືດຜ່ານອ້ອມທ່ານແນວໃດ
ຄຣິສຕຽນລຸກຂື້ນຟາດມັນ,ບໍ່ນັບກໍາໄລແຕ່ນັບສູນເສຍ
ໃນກໍາລັງທີ່ມາໂດຍກາງແຂນບໍລິສຸດ
ພວກທະຫານຄຣິສຕຽນຈົ່ງເຂົ້າສູ່ສົງຄາມ
ດ້ວຍກາງແຂນພຣະເຢຊູເປັນທີ່ນໍາໜ້າໄປ

ຄຣິສຕຽນທ່ານຮູ້ສຶກບໍວ່າເຂົາເຮັດວຽກພາຍໃນ
ຕໍ່ສູ້, ທົດລອງ, ດຶງດູດ, ກະຕຸ້ນສູ່ຄວາມບາບ
ຄຣິສຕຽນຈົ່ງຢ່າສັ່ນໄຫວ, ຈົ່ງຢ່າເສົ້າໃຈ
ຈົ່ງຕຽມຕົວເພື່ອສູ່ຮົບ,ລະວັງ,ອະທິຖານແລະອົດອາຫານ
ພວກທະຫານຄຣິສຕຽນຈົ່ງເຂົ້າສູ່ສົງຄາມ
ດ້ວຍກາງແຂນພຣະເຢຊູເປັນທີ່ນໍາໜ້າໄປ

ຄຣິສຕຽນເຈົ້າໄດ້ຍິນມັນບໍວ່າເຂົາເວົ້າໃຫ້ເຈົ້າຢ້ານ
“ຈົ່ງອະທິຖານແລະອົດອາຫານ“ເຝົ້າລະວັງແລະອະທິຖານ”
ຄຣິສຕຽນຈົ່ງຕອບດ້ວບກ້າຫານ“ຕາບໃດທີ່ຫາຍໃຈຈະອະທິຖານ
ສັນຕິສຸກຈະຕິດຕາມສູ້ຮົບກາງຄືນຈະຈົບໃນມື້ໜື່ງ
ພວກທະຫານຄຣິສຕຽນຈົ່ງເຂົ້າສູ່ສົງຄາມ
ດ້ວຍກາງແຂນພຣະເຢຊູເປັນທີ່ນໍາໜ້າໄປ

“ເອີເຮົາຮູ້ບັນຫາຂອງເຈົ້າ,ໂອຜູ້ຮັບໃຊ້ຈິງຂອງເຮົາ
ເຈົ້າອ່ອນເພຍຫຼາຍ ເຮົາກໍອ່ອນເພຍຄືກັນ
ແຕ່ຄວາມຍາກນັ້ນຈະເຮັດໃຫ້ມັນເປັນຂອງທ່ານທຸກຢ່າງ
ແລະຈຸບຈົບຂອງຄວາມເສົ້າຈະເປັນບັນລັງຂອງຂ້າ
ພວກທະຫານຄຣິສຕຽນຈົ່ງເຂົ້າສູ່ສົງຄາມ
ດ້ວຍກາງແຂນພຣະເຢຊູເປັນທີ່ນໍາໜ້າໄປ
(“Christian, Dost Thou See Them?” translated by John M. Neale, 1818-1866;
      to the tune of and with the chorus from “Onward, Christian Soldiers.”)


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານ ດຣ.ໄຮເມີ ຢາກຈະໄດ້ຍິນຈາກທ່ານ, ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງເພີ່ນນໍາວ່າທ່ານຂຽນມາ ຈາກປະເທດໃດບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງທ່ານໄດ້, ຖ້າບົດ ເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາ ບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນ ໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ. ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີ,ທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼືຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ: ເອເຟໂຊ 6:10-18.
ບັນເລງເພງກ່ອນເທດສະໜາໂດຍທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“Soldiers of Christ, Arise” (by Charles Wesley, 1707-1788;
to the tune of “Crown Him With Many Crowns”).