Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຢູດາດອິດສະຄາຣິໂອດຖືກທໍາລາຍ
ໂດຍພະຍາມານແນວໃດ

HOW JUDAS ISCARIOT
WAS DESTROYED BY SATAN
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແ
ອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 13/3/2016
A sermon preached at the Baptist Tabernacle of Los Angeles
Lord’s Day Evening, March 13, 2016

“ແລະເມື່ອຢູດາດກິນປ່ຽງນັ້ນແລ້ວ ຊາຕານກໍເຂົ້າສິງລາວ”
(ໂຢຮັນ 13:27)


“ປ່ຽງ”ກໍຄືຊີ້ນສ່ວນຂອງເຂົ້າຈີ່ບໍ່ມີເຊື້ອແປ້ງທີ່ພຣະເຢຊູແລະພວກສາວົກຂອງພຣະ ອົງກິນໃນອາຫານແລງຄາບສຸດທ້າຍ, “ແລະເມື່ອຢູດາດກິນປ່ຽງນັ້ນແລ້ວ ຊາຕານກໍເຂົ້າ ສິງລາວ” ນີ້ແມ່ນໜື່ງໃນຂໍ້ພຣະຄໍາພີທີ່ເປັນຕາຢ້ານຫຼາຍໃນພຣະຄໍາພີ, ເຊິ່ງບອກເຮົາວ່າ ຊາຕານເອງໄດ້ເຂົ້າສິງຢູ່ໃນໂຕຢູດາດ-ແລະລາວກໍຖືກພະຍາມານສິງຢູ່, ຂໍ້ນີ້ເປັນຂໍ້ທີ່ສໍາຄັນ ຫຼາຍເພາະຢູດາດຄືໜື່ງໃນສາວົກທີ່ໃກ້ຊິດພຣະເຢຊູຫຼາຍທີ່ສຸດ, ມີຄໍາເຕືອນຢູ່ໃນເລື່ອງລາວ ຂອງຢູດາດສໍາຫຼັບພວກເຮົາທຸກຄົນ - ບໍ່ວ່າເຮົາຈະລອດແລ້ວຫຼືຍັງບໍ່ລອດກໍຕາມ.

ຢູດາດອິສຄາຣິໂອດເປັນລູກຊາຍຂອງຊີໂມນອິສຄາຣິໂອດ“ອິສຄາຣິໂອດ”ອ້າງເຖິງເມືອງຂອງລາວທີ່ຊື່ວ່າເຄຣິໂອດຢູ່ທາງພາກໃຕ້ຂອງຢູດາ, ສະນັ້ນຢູດາດຈື່ງເປັນພຽງໜື່ງ ໃນສາວົກສິບສອງຄົນທີ່ບໍ່ໄດ້ມາຈາກກາລິລີພາກເໜືອ, ຊື່ຂອງລາວແມ່ນຖືກໃຫ້ທ້າຍສຸດຢູ່ ໃນລາຍຊື່ຂອງພວກສາວົກ, ລາວຕ້ອງເຄີຍເປັນສາວົກຄົນທີ່ສໍາຄັນ,ລາວຮັບໃຊ້ໃນຖານະ ເປັນນາຍຄັງ.

ເລື່ອງລາວຂອງຢູດາດອິສຄາຣິໂອດມືດມົນແລະເປັນຕາຢ້ານ, ແຕ່ວ່ານັບຕັ້ງແຕ່ທີ່ ຖືກບັນທຶກໄວ້ໃນຂ່າວປະເສີດທັງສີ່ເຫຼັ້ມມັນກໍເປັນເລື່ອງທີ່ສໍາຄັນແລະມັນຈໍາເປັນສໍາຫຼັບນັກ ເທດທີ່ຈະເທດເລື່ອງນີ້ເປັນບາງຄັ້ງຄາວ, ຂ້າພະເຈົ້າກໍາລັງຈະບອກພວກທ່ານວ່າຢູດາດຖືກ ພະຍາມານສິງໄດ້ແນວໃດ, ນີ້ຄືເລື່ອງລາວ.

ໜັງສືມາລະໂກບົດທີ່ສາມເວົ້າວ່າພຣະຄຣິດຊົງສະເດັດໄປເທິງພູແລ້ວເອີ້ນພວກສາວົກໃຫ້ມາຫາພຣະອົງ, ຄົນພວກນີ້ເປັນຄົນທີ່ຈະສ້າງຄຣິສຕະຈັກທັງຫຼາຍຂື້ນພາຍຫຼັງທີ່ ພຣະຄຣິດສະເດັດກັບສູ່ສະຫວັນແລ້ວ, ຈາກຕອນນີ້ວຽກຫຼັກຂອງພຣະຄຣິດກໍຄືທີ່ຈະສອນ ແລະອົບຮົມສາວົກທັງສິບສອງຄົນນີ້, ພຣະເຢຊູເອີ້ນພວກເຂົາວ່າອັກຄະສາວົກ-ຊື່ງໝາຍ ຄວາມວ່າພວກເຂົາຖືກ“ສົ່ງ”ໄປ ພຣະອົງຊົງເອີ້ນເຂົາໃຫ້ຢູ່ກັບພຣະອົງ

ໃນມັດທາຍ 10:1-4 ພວກເຮົາຖືກບອກວ່າພຣະເຢຊູຊົງສົ່ງສາວົກເຫຼົ່ານີ້ອອກໄປ ເພື່ອໄລ່ຜີອອກ,ຮັກສາຄົນເຈັບປ່ວຍແລະປະກາດ, ອີກເທື່ອໜື່ງທີ່ຊື່ຂອງທັງສີບສອງຄົນຖືກ ບັນທຶກໄວ້, ໃນມັກທາຍ 10:1 ເວົ້າວ່າພຣະເຢຊູຊົງປະທານໃຫ້ພວກສາວົກທຸກຄົນມີ“ລິດ ອໍານາດໃຫ້ເຂົາໄລ່ຜີສົກກະປົກອອກໄດ້”ເຊັ່ນດຽວກັບໃຫ້ເຮັດອັດສະຈັນອັນອື່ນໄດ້ແລະປະກາດ, ຢູດາດກໍໄດ້ຮັບ“ລິດອໍານາດ”ນີ້-ແລະໂຕລາວກໍເອງກໍໄດ້ໄລ່ຜີອອກ,ຮັກສາຄົນເຈັບ ປ່ວຍໃຫ້ຫາຍດີແລະເທດສະໜາ, ຕໍ່ມາຢູດາດກໍທໍລະຍົດພຣະເຢຊູ, ແຕ່ພຣະເຢຊູກໍໄດ້ປະ ທານລິດອໍານາດໃຫ້ແກ່ຜູ້ຊາຍຄົນນີ້ກັບສິດທິອໍານາດໃນການເທດສະໜາ(ມັດທາຍ 10:7), ເຊັ່ນກັນລາວຍັງຖືກມອບອໍານາດໃຫ້ເພື່ອ“ຮັກສາຄົນເຈັບປ່ວຍໃຫ້ຫາຍ, ຄົນຂີ້ທູດໃຫ້ດີສະ ອາດ,ປຸກຄົນຕາຍໃຫ້ຟື້ນແລະໄລ່ຜີອອກ”(ມັດທາຍ 10:8), ນີ້ເປັນເລື່ອງທີ່ສໍາຄັນສໍາຫຼັບ ພວກເຮົາທີ່ຈະລະນຶກເຖິງໃນປະຈຸບັນນີ້, ມັນໄດ້ສະແດງໃຫ້ພວກເຮົາເຫັນວ່າບໍ່ແມ່ນທຸກຄົນ ທີ່ອ້າງວ່າຕົນເອງເປັນຄຣິສຕຽນຈະສາມາດໄວ້ໃຈໄດ້ - ເຖິງແມ່ນວ່າຖ້າຫາກພວກເຂົາສາ ມາດຮັກສາຄົນເຈັບປ່ວຍໃຫ້ໄດ້,ໄລ່ຜີອອກໄດ້ກໍຕາມ - ແລະແມ່ນແຕ່ປຸກຄົນຕາຍໃຫ້ຟື້ນ! ຄົນຊົ່ວບາງຄົນເຄີຍເຮັດສິ່ງເຫຼົ່ານີ້ໄດ້ຜ່ານທາງປະຫວັດສາດຄຣິສຕຽນຂອງພວກເຮົາ, ຍົກ ຕົວຢ່າງເຊັ່ນຣາສປູຕີນນັກບວດຊາວຣັດເຊຍຊື່ງຖືກພາເຂົ້າມາໃນຫ້ອງປາສາດຂອງກະສັດຊາແຫ່ງຣັດເຊຍເພື່ອຮັກສາລູກຊາຍຂອງເຈົ້າຊາເອງ, ທຸກມື້ນີ້ພວກເຮົາຈະຕ້ອງລະມັດ ລະວັງຫຼາຍເພື່ອລະວັງຄົນພວກນີ້ເຊັ່ນ:ເບັນນີຮິນແລະນັກປະກາດທີ່ເປັນຜູ້ຮັກສາໂລກຄົນ ອື່ນໆ,ພວກເຂົາອາດຈະຊົ່ວຄືກັບຢູດາດອິສຄາຣິໂອດ - ຜູ້ເຊິ່ງຕໍ່ມາໄດ້ທໍລະຍົດພຣະເຢຊູຢູ່ ໃນສວນເກັດເສມານີ,ແຕ່ຢູດາດບໍ່ໄດ້ຖືກພະຍາມານເຂົ້າສິງທັນທີ,ມັນມີຂັ້ນຕອນທີ່ລາວກ້າວ ໄປສູ່ຫົນທາງການທໍາລາຍລ້າງຂອງຕົນ!

ຄືກັບທີ່ຂ້າພະເຈົ້າໄດ້ເວົ້າວ່າຢູດາດເປັນສາວົກທີ່ເປັນນາຍຄັງ,ລາວຖືເງີນທີ່ພວກ ເຂົາມີຢູ່ໃນຖົງຫຼື“ກະເປົາ” ລາວເອົາເງີນຈາກກະເປົາໃຫ້ກັບພວກສາວົກຄົນອື່ນໆຍາມທີ່ ພວກເຂົາຕ້ອງການມັນ, ພຣະຄໍາພີບອກວ່າຢູດາດອິສຄາຣີໂອດ“ເປັນໂຈນແລະໄດ້ຖືຖົງ [ເງີນ]ແລະໄດ້ລັກເອົາເງີນທີ່ຢູ່ໃນຖົງນັ້ນ(ໂຢຮັນ 12:6).

ຢູດາດ“ເປັນໂຈນ”ນັ້ນໝາຍຄວາມວ່າລາວມີຫົວໃຈຂອງໂຈນ, ລາວລັກເງີນທີ່ຢູ່ໃນ ຖົງ(ຫຼືກະເປົາ)ທີ່ລາວເປັນຄົນຖື, ຄອມເມັ້ນຂອງມັດທີວເຮັນຣີ່ໄດ້ເວົ້າວ່າ“ລາວຮັກຢູ່ໃນໃຈ ຂອງລາວທີ່ຈະເປັນຄົນໃຊ້ນິ້ວຄໍາເບີ່ງເງີນ” ມັນບໍ່ເປັນເລື່ອງຜິດກັບການຫາເງີນໄດ້ໂດຍ ວຽກທີ່ສຸດຈະລິດ, ແຕ່ອັກຄະສາວົກເປົາໂລໄດ້ກ່າວວ່າ:

“ການຮັກເງີນນັ້ນເປັນຮາກເຫງົ້າແຫ່ງຄວາມຊົ່ວທັງໝົດ ຂະນະທີ່ບາງຄົນໂລບສິ່ງເຫລົ້ານີ້ຈຶ່ງໄດ້ຫລົງໄປຈາກຄວາມເຊື່ອນັ້ນ ແລະທິ່ມແທງຕົວຂອງເຂົາເອງໃຫ້ທະລຸດ້ວຍຄວາມທຸກໃຈເປັນອັນຫລາຍ” (1 ຕີໂມທຽວ 6:10)

ເຈ.ຊີ.ໄຣເວົ້າເຖິງຄວາມອັນຕະລາຍໃຫຍ່ຫຼວງຂອງການຮັກເງີນ...ມັນຄືບ້ວງແຮ້ວສໍາຫຼັບ ຄົນຈົນແລະຄົນລວຍເຊັ່ນກັນ, ການວາງໃຈໃນມັນກໍເກີດຄວາມຫາຍະນະ, ຂໍໃຫ້ພວກເຮົາ ມີຄວາມພໍໃຈກັບສີ່ງທີ່ພວກເຮົາມີຢູ່” (J. C. Ryle, Expository Thoughts on Mark, Banner of Truth, 1994 paperback, pp. 210, 211; note on Mark 10:23).

ຂ້າພະເຈົ້າເຄີຍເຫັນຄົນໜຸ່ມຫຼາຍຄົນເດີນໄປໃນທາງຜິດເພາະພວກເຂົາຕ້ອງການ “ຄວາມໝັ້ນຄົງ” ຂ້າພະເຈົ້າເຄີຍເຫັນພວກເຂົາເທື່ອລະນ້ອຍໆຖີ້ມການເປັນຄຣິສຕຽນທີ່ເຂັ້ມ ແຂງເພື່ອສະແຫວງຫາ“ຄວາມໝັ້ນຄົງ”ໃນອາຊີບທີ່ມີການຈ່າຍສູງ, ໃນຂະນະທີ່ຂ້າພະເຈົ້າ ນັ່ງແຕ່ງບົດເທດສະໜານີ້ໃນຄືນໜື່ງຂ້າພະເຈົ້າຄິດເຖິງໝູ່ເກົ່າຜູ້ເຊິ່ງດົນມາແລ້ວຖືກທົດລອງໂດຍໂລກນີ້ແລ້ວກໍຫັນເຫອອກຈາກພຣະເຢຊູ, ອີກປະໂຫຍກໜື່ງສໍາຫຼັບຄວາມໝັ້ນຄົງກໍຄື ເງີນ, ມັນອັນຕະລາຍທີ່ຈະວາງໃຈໃນເງີນ, ພຣະເຢຊູຕັດວ່າ“ຄົນທີ່ວາງໃຈໃນ[ເງີນ]ຈະ ເຂົ້າໃນອານາຈັກຂອງພຣະເຈົ້າກໍຍາກໜັກໜາ”(ມາລະໂກ 10:24).

ໜື່ງໃນຂໍ້ພຣະຄໍາພີທີ່ເປັນຊີວິດຂອງດຣ.ເຄແກນຜູ້ຮ່ວມງານຂອງຂ້າພະເຈົ້າຄືສຸພາສິດ 11:4 “ຄວາມຮັ່ງມີກໍບໍ່ມີປະໂຫຍດໃນວັນຊົງພຣະພິໂລດ”(ສຸພາສິດ 11:4) ດຣ.ເຄ ແກນບອກຂ້າພະເຈົ້າໃນມໍ່ນີ້ວ່າພວກຄົນໜຸ່ມມັກຄິດວ່າ“ຕັນຫາ”ເລັ່ງໃສ່ພຽງແຕ່ຄວາມບາບທາງເພດສໍາພັນຫຼືຢາເສບຕິດເທົ່ານັ້ນ, ລາວບອກວ່າ“ພວກເຂົາບໍ່ເຂົ້າໃຈວ່າຕັນຫາເລື່ອງ ເງີນແລະຊື່ສຽງມັນອັນຕະລາຍເຊັ່ນດຽວກັບບາບທາງເພດສໍາພັນແລະເຮໂຣອິນ-ບາງເທື່ອ ຫຼາຍກວ່າສໍາຫຼັບພວກຄຣິສຕຽນໜຸ່ມ” ດຣ.ເຄແກນເອງກໍຖືກທົດລອງໂດຍຊາຕານໃຫ້ມີ ຊີວິດເພື່ອຄວາມໝັ້ນຄົງແລະຊື່ສຽງ, ຄວາມປາດຖະໜາອັນໃຫຍ່ຂອງລາວກໍຄືຫາເງີນເປັນ ລ້ານໂດລາດກ່ອນອາຍຸສາມສິບປີ, ລາວໄດ້ຖີ້ມຕັນຫານັ້ນເມື່ອລາວໄດ້ກັບໃຈໃໝ່, ຕອນນີ້ ລາວໄດ້ເປັນຜູ້ຊ່ວຍສິດຍາພິບານຂອງຄຣິສຕະຈັກຂອງເຮົາ, ຈົ່ງຕາມແບບຢ່າງຂອງເພີ່ນ!
ຢູດາດອິສຄາຣິໂອດຖືກທໍາລາຍ ແລະ ຕົກນາຮົກເພາະລາວຕັນຫາເງິນທີ່ຢູ່ໃນກະ ເປົາທີ່ລາວຖືຢູ່! ຈື່ໄດ້ບໍຄໍາອຸປະມາເລື່ອງຄົນຫວ່ານພືດ!

“ທີ່ຕົກກາງໜາມນັ້ນໄດ້ແກ່ຄົນເຫລົ່ານັ້ນທີ່ໄດ້ຍິນແລ້ວອອກໄປແລະຄວາມ ກັງວົນ,ຄວາມລໍ່າລວຍ(ຫຼືເງີນ)ແລະຄວາມສະໜຸກສະໜານແຫ່ງຊີວິດນີ້ກໍຮັດເຂົາຜົນຂອງເຂົາຈຶ່ງບໍ່ເຕີບໃຫຍ່” (ລູກາ 8:14)

ທ່ານສາມາດຖືກຈັບໃນການນໍາຈັບຂອງ“ຄວາມລໍ່າລວຍແລະຄວາມສະໜຸກສະໜານຂອງຊີວິດນີ້ໄດ້”ທີ່ເຮັດໃຫ້ທ່ານເທື່ອລະນ້ອຍໆຖືກ“ຮັດ”ແລະກາຍເປັນຄຣິສຕຽນແຕ່ຊື່, ນັ້ນແລະຄື ຫາຍະນະທີ່ເກີດຂື້ນກັບອະດີດຜູ້ນໍາຜູ້ທີ່ແບ່ງແຍກຄຣິສຕະຈັກຂອງເຮົາເມື່ອຫຼາຍປີກ່ອນ,ຈົ່ງໜີຈາກມັນ! ຈົ່ງໜີຈາກມັນ! ຈົ່ງໜີຈາກຕັນຫາຂອງຢູດາດ!

“ຈົ່ງສະແຫວງຫາອານາຈັກຂອງພຣະເຈົ້າແລະຄວາມຊອບທໍາຂອງພຣະອົງກ່ອນແລ້ວພຣະອົງຈະຊົງເພີ່ມຕື່ມສີ່ງເຫຼົ່ານີ້ໃຫ້ແກ່ທ່ານ” (ມັດທາຍ 6:33)

ພວກທ່ານສ່ວນຫຼາຍໄດ້ຍີນຂ້າພະເຈົ້າເວົ້າກ່ຽວກັບບາງສິ່ງບາງຢ່າງທີ່ເກີດຂື້ນກັບ ຂ້າພະເຈົ້າຕອນທີ່ຮຽນຢູ່ວິທະຍາໄລ,ຂ້າພະເຈົ້າເຈີຄວາມລໍາບາກຫຼາຍ, ຂ້າພະເຈົ້າຕ້ອງ ເຮັດວຽກແຕ່ 8 ໂມງເຊົ້າຮອດ 5 ໂມງແລງ,ຫຼັງຈາກນັ້ນຂ້າພະເຈົ້າກໍໄປຮຽນຢູ່ໂຮງຮຽນ Cal State Los Angeles ໃນຕອນກາງຄືນ, ຕ້ອງໃຊ້ເວລາແປດເພື່ອຈະໄດ້ປະລີນຍາ ຕີໃບທໍາອິດຂອງຂ້າພະເຈົ້າ, ປະມານເຄີ່ງທາງຢູ່ວິທະຍາໄລຂ້າພະເຈົ້າກໍເກີດຄວາມອ່ອນ ເພຍແລະໝົດຫວັງເຊີ່ງຂ້າພະເຈົ້າຖືກຊາຕານທົດລອງຢ່າງຂົມຂື່ນ, ຈາກນັ້ນໜື່ງໃນສາສະ ດາຈານຂອງຂ້າພະເຈົ້າກໍແນະນໍາຂ້າພະເຈົ້າໃຫ້ໄປເປັນຄູ, ລາວເປັນຄົນທີ່ຂ້າພະເຈົ້າຂໍ ຊົມເຊີຍຜູ້ທີ່ສອນວັນນະຄະດີສະໄໝໃໝ່, ລາວບອກຂ້າພະເຈົ້າວ່າຂ້າພະເຈົ້າສາມາດມີອາ ຊີບທີ່ດີດ້ວຍການເປັນຄູພາສາອັງກິດໄດ້, ຂ້າພະເຈົ້າຄິດໜັກເລື່ອງທີ່ຈະຖີ້ມຄວາມຄິດທີ່ຈະ ໄປຮັບໃຊ້ແລະໄປເປັນຄູແທນ, ຂ້າພະເຈົ້າເກືອບເຮັດແລ້ວແຕ່ຂ້າພະເຈົ້າກໍໄປຫາສິດຍາພິ ບານດຣ.ລິນກ່ອນ, ລາວບອກຂ້າພະເຈົ້າວ່າຂ້າພະເຈົ້າຈະບໍ່ມີວັນພໍໃຈກັບສິ່ງອື່ນຫຼາຍກວ່າ ການຮັບໃຊ້, ຂ້າພະເຈົ້າຈື່ໄດ້ວ່າຕົນໄດ້ເຂົ້າໃຈວ່າຄວາມຄິດຂອງການເປັນຄູພາສາອັງກີດ ເປັນການທົດລອງທີ່ມາຈາກພະຍາມານ, ດຣ.ຈອນອາໄຣສ໌ຖືກທົດລອງໃນແບບດຽວກັນ ກ່ອນທີ່ລາວຈະເຂົ້າສູ່ງານຮັບໃຊ້, ມັນບໍ່ແມ່ນເລື່ອງບາບໃນການເປັນຄູອັນໃດໜື່ງແຕ່ມັນຈະ ເປັນບາບສໍາຫຼັບຂ້າພະເຈົ້າ, ມັນບໍ່ແມ່ນສິ່ງທີ່ພຣະເຈົ້າຢາກໃຫ້ຂາພະເຈົ້າເຮັດໃນຊີວິດ.

ຖ້າຂ້າພະເຈົ້າເອົາການທົດລອງນັ້ນເຂົ້າມາກໍບໍ່ຜູ້ໃດໃນພວກທ່ານທີ່ຈະຢູ່ນີ້ໃນຄືນນີ້, ທ້າວກຣິຟຟິດຈະບໍ່ໄດ້ຮັບຄວາມລອດ, ດຣ.ແຊນກໍຈະບໍ່ໄດ້ຮັບຄວາມລອດ, ຫຼືວ່າທ້າວລີ ຫຼືຜູ້ນໍາຄົນອື່ນໆໃນຄຣິສຕະຈັກຂອງເຮົາ, ພວກທ່ານກໍຈະບໍ່ໄດ້ຮັບຄວາມລອດເຊັ່ນກັນ, ຄວາມຈິງແລ້ວພວກທ່ານຫຼາຍຄົນຈະບໍ່ມີວັນເກີດມາ! ພໍ່ແມ່ຂອງພວກທ່ານຫຼາຍຄົນພົບກັນ ຢູ່ບ່ອນນີ້,ພວກເຂົາຈະບໍ່ມີມື້ໄດ້ແຕ່ງດອງກັນແລະພວກທ່ານກໍຈະບໍ່ເກີດມາ, ຄຣິສຕະຈັກນີ້ ຈະບໍ່ເກີດຂື້ນ, ຂ້າພະເຈົ້າກໍຈະບໍ່ທາງຮູ້ຈັກເມຍທີ່ອັດສະຈັນຂອງຕົນ, ລູກຊາຍຂອງຂ້າພະ ເຈົ້າຈະບໍ່ມີວັນເກີດມາແລະລູກຂອງລາວນາງຮັນນາກໍຈະບໍ່ມີວັນມີຊີວິດຂື້ນມາໄດ້.

ຄຣິສຕະຈັກທີ່ຂ້າພະເຈົ້າເປັນຜູ້ເລີ່ມຕົ້ນຢູ່ທາງເໜືອຄາລິຟໍເນຍຈະບໍ່ມີຕົວຕົນ,ຄຣິສຕະຈັກສີ່ສິບແຫ່ງທີ່ອອກມາຈາກບ່ອນນັ້ນກໍຈະບໍ່ມີຕົວຕົນ, ຄົນເປັນຮ້ອຍໆຄົນກໍຈະບໍ່ໄດ້ຮັບ ຄວາມລອດ - ແລະບົດເທດສະບັບເດີມແລະວີດີໂອຢູ່ເວັບໄຊຂອງເຮົາກໍຈະບໍ່ຖືກເທດອອກ ໄປຫຼືອອກສູ່ສາທາລະນະທົ່ວໂລກ, ຄວາມຈິງແລ້ວຊີວິດຂອງຄົນເປັນພັນໆຄົນຈະຖືກປ່ຽນ ແປງໄປຮ້າຍກວ່າຖ້າຂ້າພະເຈົ້າຫາກຕົກເຂົ້າສູ່ການທົດລອງໄປເປັນອາຈານສອນພາສາອັງກິດຢູ່ໃນວິທະຍາໄລຫຼືມະຫາວິທະຍາໄລແຫ່ງໃດໜື່ງ.

ຕໍ່ມາ ເມື່ອຂ້າພະເຈົ້າຮຽນຈົບວິທະຍາໄລແລະໄປຮຽນຕໍ່ຢູ່ໂຮງຮຽນພຣະຄໍາພີ,ຂ້າ ພະເຈົ້າກໍຖືກທົດສອບຢ່າງໜັກໃຫ້ອອກຈາກການຮັບໃຊ້ອີກເທື່ອໜື່ງ, ຄວາມຈິງແລ້ວຂ້າ ພະເຈົ້າເລີກຮັບໃຊ້ເປັນເວລາສອງສາມມື້, ແຕ່ພຣະເຈົ້າຊົງເອີ້ນຂ້າພະເຈົ້າກັບມາອີກໃນຄືນ ໜື່ງ, ຜ່ານທາງຄວາມໂດດດ່ຽວແລະເຈັບໃຈທີ່ຂ້າພະເຈົ້າຕ້ອງພົບພໍ້ - ແລະຂ້າພະເຈົ້າດີ ໃຈທີ່ເຮັດແບບນັ້ນ, ຄຣິສຕະຈັກນີ້ມີຄ່າຕໍ່ຂ້າພະເຈົ້າຫຼາຍກວ່າຄໍາໃນໂລກນີ້, ການຮັບໃຊ້ ທົ່ວໂລກທາງອິນເຕີເນັດມີຄ່າສໍາຫຼັບຂ້າພະເຈົ້າຫຼາຍກວ່າເງີນເປັນລ້ານໂດລາ! ສໍາຫຼັບທ່ານ ມັນອາດຈະເບິ່ງຄືວ່າເລັກນ້ອຍແຕ່ຄຣິສຕະຈັກນີ້ຄືສິ່ງທີ່ສໍາຄັນທີ່ສຸດໃນໂລກສໍາຫຼັບຂ້າພະ ເຈົ້າເອງ!

ຊີວິດ,ຄວາມຮັກຂອງຂ້າຂໍມອບແດ່ພຣະອົງ
ລູກແກະຂອງພຣະເຈົ້າຜູ້ຕາຍເພື່ອຂ້າ
ຂ້າໃຫ້ຂ້າເປັນຄົນສັດຊື່ທີ່ຈະເປັນໄປໄດ້
ພຣະຜູ້ຊ່ວຍແລະພຣະເຈົ້າຂອງຂ້າ!
ຂ້າຂໍຢູ່ເພື່ອພຣະອົງຜູ້ຕາຍເພື່ອຂ້າ
ຊີວິດຂອງຂ້າຈະມີຄວາມພໍໃຈເທົ່າໃດ
ຂ້າຂໍຢູ່ເພື່ອພຣະອົງຜູ້ຕາຍເພື່ອຂ້າ
ຂ້າຂໍຢູ່ເພື່ອພຣະອົງຜູ້ຕາຍເພື່ອຂ້າ
   (“I’ll Live For Him” by Ralph E. Hudson, 1843-1901;
         altered by Dr. Hymers).

ບໍ່ພຽງແຕ່ຂ້າພະເຈົ້າເຫັນໃນສິ່ງທີ່ຄຣິສຕະຈັກນີ້ເປັນສົມບັດເທົ່ານັ້ນ - ຂ້າພະເຈົ້າ ຍັງເຫັນສີ່ງທີ່ຄຣີສຕະຈັກນີ້ຄວນຈະເປັນ, ສີ່ງທີ່ເປັນໄດ້ແລະໂດຍພຣະຄຸນຂອງພຣະເຈົ້າຄື ສິ່ງທີ່ມັນຈະເປັນອີກດ້ວຍ!ໃນຄວາມຄິດຂອງຂ້າພະເຈົ້າໆສາມາດເຫັນທຸກມຸມຂອງຫ້ອງປະຊຸມນີ້ເຕັມໄປດ້ວຍຄົນໜຸ່ມທີ່ມີຄວາມສຸກ! ຂ້າພະເຈົ້າສາມາດເຫັນພຣະວິນຍານຂອງພຣະ ເຈົ້າສະເດັດລົງມາ, ຂ້າພະເຈົ້າສາມາດເຫັນໃບໜ້າທີ່ປະກາຍຂອງພວກຄົນໜຸ່ມຮ້ອງໄຫ້ ແລະອະທິຖານແລະຮ້ອງດ້ວຍຄວາມຍິນດີ! ຂ້າພະເຈົ້າສາມາດເຫັນຄົນໜຸ່ມສາວມອບຊີວິດ ຂອງເຂົາໃຫ້ກັບການຮັບໃຊ້ - ແລະບາງຄົນໄປເປັນມິດຊັນນາຣີຢູ່ຕ່າງປະເທດ, ຂ້າພະ ເຈົ້າສາມາດເຫັນຄຣິສຕະຈັກທີ່ຍິ່ງໃຫຍ່ເຕັມໄປດ້ວຍຄວາມຮັກຂອງພຣະເຈົ້າໄຫຼລົງມາຈາກສະຖານທີ່ນີ້ໄປສູ່ມຸມທີ່ມືດມົນຂອງປະເທດເຮົາແລະໂລກຂອງເຮົາ! ຂ້າພະເຈົ້າສາມາດເຫັນ ພຣະເຢຊູຄຣິດຍົກຂື້ນແລ້ວຖອກເທຄວາມຮັກຂອງພຣະອົງເທິງວິນຍານຫຼາຍຮ້ອຍດວງທົ່ວ ໂລກ! ຂ້າພະເຈົ້າສາມາດໄດ້ຍິນເຂົາຮ້ອງເພງວ່າ:

ຂ້າຂໍຢູ່ເພື່ອພຣະອົງຜູ້ຕາຍເພື່ອຂ້າ
ຊີວິດຂອງຂ້າຈະມີຄວາມພໍໃຈເທົ່າໃດ
ຂ້າຂໍຢູ່ເພື່ອພຣະອົງຜູ້ຕາຍເພື່ອຂ້າ
ຂ້າຂໍຢູ່ເພື່ອພຣະອົງຜູ້ຕາຍເພື່ອຂ້າ

ຢູດາດເທື່ອໜື່ງເຄີຍຮູ້ສຶກແບບນັ້ນ, ແຕ່ລາວເປັນຄົນຮັກຂອງພຣະເຢຊູທີ່ບໍ່ດີ,ລາວ ຖືກດຶງອອກຈາກທາງ, ສ່ວນໜື່ງຂອງລາວຕ້ອງການພຣະເຢຊູ, ແຕ່ອີກສ່ວນໜື່ງຂອງລາວ ຕ້ອງການສີ່ງຕ່າງໆຂອງໂລກນີ້, ພຣະຄໍາພີກ່າວວ່າ“ຄົນສອງໃຈເປັນຄົນໝັ້ນຄົງໃນທຸກທາງ ຂອງຕົນ”(ຢາໂກໂບ 1:8) ດັ່ງນັ້ນຢູດາດຈື່ງເອົາມືຂອງຕົນຈົກເຂົ້າໄປໃນຖົງເງີນທີ່ພວກສາ ວົກມີ, ມັນບໍ່ໄດ້ຫຼາຍ - ເງິນຫຼຽນບໍ່ພໍເທົ່າໃດກໍາມືທີ່ຜູ້ຄົນມີນໍ້າໃຈເອົາມາໃຫ້ພຣະເຢຊູເມື່ອ ພວກເຂົາໄດ້ຮັບພຣະພອນຈາກພຣະອົງ, ແຕ່ຢູດາດໄດ້ເອົານີ້ວເກາະເງີນເອົາແລ້ວເອົາອີກ ແລະຕໍ່ມາລາວກໍລັກເງີນຫຼຽນເພື່ອໂຕລາວເອງເລີຍ.

ເຊັ່ນກັບພວກສາວົກທຸກຄົນລາວມີຄວາມຄິດທີ່ວ່າພຣະເຊຢູຈະມາຕັ້ງອານາຈັກຂອງພຣະອົງໃນໂລກນີ້ດຽວນີ້ເລີຍ, ແມ່ນແຕ່ຕອນທີ່ພຣະອົງຊົງຟື້ນຄືນມາຈາກຕາຍພວກເຂົາ ກໍຍັງຖາມວ່າ“ພຣະອົງເຈົ້າຂ້າ ພຣະອົງຈະຊົງຕັ້ງອານາຈັກຂອງພຣະອົງໃໝ່ໃຫ້ແກ່ອິດ ສະຣາເອວໃນຄັ້ງນີ້ຫຼື”(ກິດຈະການ 1:6) ພວກເຂົາກໍາລັງວາງແຜນຂອງເຂົາທີ່ວ່າເຂົາຈະ ເປັນຄົນທີ່ຍິ່ງໃຫຍ່ທີ່ສຸດໃນອານາຈັກ, ພວກເຂົາຖຽງກັນວ່າ“ຖ້າມກາງພວກເຂົາໃຜຈະໄດ້ ເປັນໃຫຍ່ທີ່ສຸດ”(ລູກາ 9:46).

“ຕັ້ງແຕ່ເວລານັ້ນມາ ພຣະເຢຊູຊົງເລີ່ມເຜີຍແກ່ເຫລົ່າສາວົກຂອງພຣະອົງວ່າ ພຣະອົງຈະຕ້ອງສະເດັດໄປກຸງເຢລູຊາເລັມ ແລະຈະຕ້ອງທົນທຸກທໍລະມານຫລາຍປະການຈາກພວກຜູ້ໃຫຍ່ແລະພວກປະໂລຫິດໃຫຍ່ແລະພວກນັກທຳ ຈົນຕ້ອງຖືກປະຫານເສຍ...” (ມັດທາຍ 16:21),ຂ້າພະເຈົ້າເຊື່ອວ່າຢູດາດເລີ່ມຕົ້ນຄິດວ່າພຣະເຢຊູຈະຕາຍແລະບໍ່ຕັ້ງອານາ ຈັກຂອງພຣະອົງຂື້ນມາ - ເຊິ່ງຈະເຮັດໃຫ້ລາວບໍ່ໄດ້ຫຍັງຖ້າຈະຕາມພຣະເຢຊູຕໍ່ໄປ, ພະ ຍາມານຫຍັບເຂົ້າໃກ້ແລະເຂົ້າໃກ້ຢູດາດໃນຂະນະທີ່ລາວຄິດກ່ຽວກັບສິ່ງເຫຼົ່ານີ້.

ຕອນນີ້ເທດສະການປັດສະກາກໍາລັງຈະຮອດ,ພວກປະໂລຫິດໃຫຍ່ແລະພວກນັກ ທໍາກໍາລັງຊອກຫາຫົນທາງເພື່ອທີ່ຈະຂ້າພຣະເຢຊູ “ຊາຕານໄດ້ເຂົ້າສິງຢູດາດທີ່ເອີ້ນວ່າອິສຄາລິໂອດທີ່ນັບເຂົ້າໃນພວກສາວົກສິບສອງຄົນ ຢູດາດໄດ້ໄປປຶກສາກັບພວກປະໂລຫິດໃຫຍ່ແລະພວກນາຍທະຫານວ່າຈະທໍລະຍົດພຣະອົງໃຫ້ເຂົາໄດ້ດ້ວຍວິທີໃດ ຄົນເຫລົ່ານັ້ນດີໃຈແລະຕົກລົງກັບຢູດາດວ່າຈະເອົາໃຫ້ເງີນ”(ລູກາ 22:3-5) “ຊາຕານໄດ້ເຂົ້າສິງຢູດາດ” ລາວຢາກໄດ້ແຕ່ເງີນ, ຕອນນີ້ພະຍາມານມັນເລີຍຫຼີ້ນງານຈຸດອ່ອນຂອງລາວແລະຢູດາດ ກໍຕິດກັບ - “ຊາຕານໄດ້ເຂົ້າສິງຍູດາດ” - ແລ້ວລາວກໍໄປຫາພວກປະໂລຫິດໃຫຍ່ເພື່ອຈະ ທໍລະຍົດພຣະຜູ້ຊ່ວຍໃຫ້ລອດ, ຢູດາດອິສຄາຣິໂອດທໍລະຍົດພຣະຄຣິດເພື່ອເງີນ! ຄວາມ ໂລບໄດ້ທໍາລາຍຈິດວິນຍານຂອງລາວ!

ດຣ.ເຄແກນໄດ້ເທດສະໜາຢ່າງໜ້າອັດສະຈັນໃນເຊົ້ານີ້ເລື່ອງ“ຕັນຫາຂອງຕາແລະຄວາມຫຍີ່ງຂອງຊີວິດນີ້”(1 ໂຢຮັນ 2:16), ດຣ.ເຄແກນເວົ້າວ່າ“ຂ້າພະເຈົ້າໝາຍຄວາມ ວ່າແນວໃດທີ່ເວົ້າວ່າ ‘ຕັນຫາຂອງຕາແລະຄວາມຫຍີ່ງຂອງຊີວິດນີ້”? ຂ້າພະເຈົ້າກໍາລັງເວົ້າ ກ່ຽວກັບເງີນແລະສິ່ງຂອງທີ່ເງີນສາມາດຊື້ໄດ້ - ເຮືອນ,ລົດ,ເສື້ອຜ້າງາມໆ,ໄປທ່ຽວມ່ວນໆ, ສິ່ງອື່ນໆອີກ...ເມື່ອເງີນແລະສິ່ງມັນຊື້ໄດ້ຈັບຕາຂອງທ່ານແລ້ວກາຍເປັນເປົ້າໝາຍຫຼັກຂອງທ່ານແລະທ່ານສືບຕໍ່ໆທ່ານກໍຖືກຈັບແລ້ວກາຍເປັນທາດຂອງຕັນຫາຂອງຕາ, ຂ້າພະເຈົ້າ ຍັງກໍາລັງເວົ້າເຖິງກ່ຽວກັບການສັນລະເສີນຂອງຄົນທີ່ຍັງບໍ່ເຊື່ອເຊັ່ນກັນ, ຂ້າພະເຈົ້າກໍາລັງ ເວົ້າເຖິງກຽດແລະການຍົກຍ້ອງຕ່າງໆ,ຊື່ສຽງແລະລາງວັນຕ່າງໆ,ແລະທຸກສິ່ງທີ່ສວຍງາມທີ່ຜູ້ຄົນເວົ້າກ່ຽວກັບໂຕທ່ານ, ແມ່ນທ່ານຄວນເຮັດດີຢູ່ໃນໂຮງຮຽນ, ແມ່ນທ່ານຄວນຫາວຽກ ແລະເຮັດວຽກໜັກ, ແຕ່ເມື່ອກຽດ,ການຍົກຍ້ອງ, ຊື່ສຽງແລະການສັນລະເສີນຫັນຫົວຂອງ ທ່ານໄປຈາກສິ່ງຕ່າງໆຂອງພຣະເຈົ້າ,ທ່ານກໍຖືກຈັບໄປເປັນທາດໂດຍຄວາມຫຍີ່ງຂອງຊີວິດນີ້”

ຈາກນັ້ນດຣ.ເຄແກນກໍໄດ້ເວົ້າເຖີງເລື່ອງຜູ້ຄົນທີ່ພະຍາມານຈະໃຊ້ເພື່ອທົດສອບ ພວກທ່ານ,ດຣ.ເຄແກນເວົ້າວ່າ “ມັນຈະໃຊ້ຄົນທີ່ທ່ານມັກແລະເຄົາລົບ, ມັນຈະໃຊ້ຄົນ...ທີ່ ທ່ານຮຽນຮູ້ຈາກ - ສິ່ງທີ່ເອີ້ນວ່າ“ທີ່ປຶກສາ”ຢູ່ໃນໂລກທຸລະກິດ, ມັນຈະໃຊ້ຄົນຢູ່ວີທະຍາໄລ ຂອງທ່ານທີ່ທ່ານຍອມຮັບແລະເຄົາລົບ - ບັນດາພວກອາຈານຂອງທ່ານແລະທີ່ປຶກສາອື່ນ ໆໃນຊີວິດຂອງທ່ານ,ທ່ານຈະຟັງພວກເຂົາແລະເຮັດຕາມຄໍາແນະນໍາຂອງເຂົາ, ທ່ານຈະບໍ່ ຄິດໃນທາງນີ້,ແຕ່ພວກເຂົາຈະກາຍເປັນສິດຍາພິບານແທ້ຂອງທ່ານ-ເປັນຜູ້ລ້ຽງ,ຜູ້ນໍາທາງ ຂອງທ່ານ...ທ່ານຈະບໍ່ຄິດວ່າມັນເປັນການທົດລອງ, ມັນຈະດູດີສໍາຫຼັບທ່ານແຕ່ມັນຈະດຶງ ຄວາມຮັກຂອງທ່ານອອກຈາກພຣະຄຣິດ...ເມື່ອທ່ານຍັງໜຸ່ມພຣະຄຣິດແລະ ຄຣິສຕະຈັກ ເບິ່ງຄືວ່າສໍາຄັນຫຼາຍແຕ່ດຽວນີ້ທ່ານຈະເລີ່ມທີ່ຈະເອົາມັນວາງເທິງຊັ້ນວາງເຄື່ອງເປັນສ່ວນ ນ້ອຍໆໃນຊີວິດຂອງທ່ານ...ແລະມັນກໍຈະຂະຫຍາຍໄປໆ-ຈົນທ່ານເປັນທາດ - ຄືກັບແຊມ ສັນດ້ວຍຄວາມຕາບອດ,ໂມ້ແປ້ງຂອງໂລກນີ້” (Christopher L. Cagan, Ph.D., “The Church World or the Wide World?”, Lord’s Day Morning, March 13, 2016).

ເມື່ອຂ້າພະເຈົ້າອ່ານບົດເທດສະໜາທີ່ຍິ່ງໃຫຍ່ຂອງດຣ.ເຄແກນຂ້າພະເຈົ້າກໍຄິດວ່າ“ໂອພຣະເຈົ້າ ຂ້າພະອົງຄວນຈະເທດສະໜາເລື່ອງນີ້ແຕ່ດົນແລ້ວ” ເລື່ອງນີ້ປະຍຸກໃຊ້ແຕ່ຄົນ ໜຸ່ມຂອງພວກເຮົາໜື່ງຫຼືສອງຄົນເທົ່ານັ້ນບໍ? ຂ້າພະເຈົ້າຄິດກ່ຽວກັບເລື່ອງນັ້ນບຶດຫນື່ງ,ຫຼັງ ຈາກນັ້ນຂ້າພະເຈົ້າກໍເອົາເຈ້ຍມາຂຽນຊື່ຂອງຄົນໜຸ່ມສິບສອງຄົນຢູ່ຄຣິສຕະຈັກຂອງເຮົາຜູ້ທີ່ ຊາຕານເຮັດໃຫ້ຕາບອດໂດຍການທົດລອງທາງໂລກທີ່ເວົ້າເຖິງໂດຍດຣ.ເຄແກນ, ຫົວໃຈ ຂອງຂ້າພະເຈົ້າກໍປ່ວຍໃນຂະນະທີ່ເຂົ້າໃຈວ່າຄໍາເທດສະໜາຂອງຕົນລົ້ມເຫຼວໃນຈຸດນີ້,ຄືກັບທີ່ຄົນໜຸ່ມສິບສອງຄົນຖືກດູດເຂົ້າສູ່ໂລກໂດຍພະຍາມານໂຕດຽວກັນທີ່ນໍາພາຢູດາດເທື່ອລະກ້າວໆໃຫ້ທໍລະຍົດພຣະຜູ້ຊ່ວຍໃຫ້ລອດ!

ຢູດາດບໍ່ເຄີຍຄິດວ່າມັນຈະຈົບລົງແບບນີ້ໃນຂະນະທີ່ລາວເຂົ້າສູ່ການທົດລອງເທື່ອ ລະໜ້ອຍໆ, ສຸດທ້າຍຊາຕານກໍເຂົ້າສິງລາວແລະລາວກໍທໍລະຍົດພຣະເຢຊູ, ພວກທ່ານຮູ້ບໍ ວ່າລາວໄດ້ເງີນເທົ່າໃດໃນການທໍລະຍົດພຣະເຢຊູ? ລາວໄດ້ເງີນຫຼຽນພຽງແຕ່ 30 ຫຼຽນ ເທົ່ານັ້ນ, ວັດຈະນະນຸກົມ The Davis Dictionary of the Bible ເວົ້າວ່າ “ປະມານ 19.50 ໂດລາເປັນລາຄາປົກກະຕິສໍາຫຼັບທາດ” ພະຍາມານໄດ້ຄົນສ່ວນຫຼາຍມາຖືກໆ! ມັນມັກຈ່າຍ ຫຼາຍ, ມັນໄດ້ຜູ້ຄົນສ່ວນຫຼາຍຖືກໆ! ເປັນຕາແປກທີ່ຂ້າພະເຈົ້າຖືວ່າຄົນໜຸ່ມ 12 ໃນຄຣິສ ຕະຈັກຂອງເຮົາພະຍາມານເອົາໄປແບບນີ້, ຈາກນັ້ນຂ້າພະເຈົ້າກໍຄິດຍ້ອນກັບເມື່ອສາມສິບ ປີກ່ອນແລະຂ້າພະເຈົ້າກໍຂຽນຊື່ຂອງທັງ 12 ຄົນທີ່ຄັ້ງໜື່ງພວກເຂົາເຄີຍເຮັດວຽກໄດ້ຮັບ ເງີນເດືອນຢູ່ໃນຄຣິສຕະຈັກຂອງເຮົາ - ເຊິ່ງຊາຕານໄດ້ທໍາລາຍເຂົາໃນວິທີດຽວກັນ! ໂອ ຂ້າແດ່ພຣະເຈົ້າຂອງຂ້າ ຂ້າພະອົງຕ້ອງເທດສະໜາໃນເລື່ອງນີ້ອີກເທື່ອໜື່ງໆ! ແມ່ນແລ້ວ ພຣະເຈົ້າຂ້າພະອົງສັນຍາວ່າຈະໃຫ້ການທົດລອງຂອງຝ່າຍໂລກເປັນຫົວຂໍ້ຕົ້ນໆໃນຄໍາເທດສະໜາຂອງຕົນຕັ້ງແຕ່ມື້ນີ້ເປັນຕົ້ນໄປ!

ດັ່ງນັ້ນຢູດາດໄດ້ພາສັດຕູຂອງພຣະຄຣິດມາສວນເກັດເສມານີໃນຄືນທີ່ເປັນຕາຢ້ານນັ້ນ, ແລະພວກເຂົາກໍລາກພຣະເຢຊູອອກໄປເພື່ອຄຶງເທິງໄມ້ກາງແຂນ,ແລະຢູດາດກໍເອົາ ເງີນ 30 ສິບຫຼຽນ-ເຊິ່ງມີຄ່າປະມານ 19.50 ໂດລາ.

ຕໍ່ມາໃນຄືນນັ້ນ“ຢູດາດເຊິ່ງໄດ້ທໍລະຍົດພຣະອົງເມື່ອລາວເຫັນວ່າພຣະອົງຖືກລົງ ໂທດ(ຮູ້ສຶກສໍານຶກຜິດ)ແລະເອົາເງີນສາມສິບຫຼຽນໄປຫາພວກປະໂລຫິດໃຫຍ່ແລະພວກຜູ້ ໃຫຍ່ເວົ້າວ່າ:

‘ຂ້າພະເຈົ້າໄດ້ເຮັດບາບທີ່ໄດ້ທໍລະຍົດໂລຫິດບໍລິສຸດນັ້ນ’

ແລ້ວຢູດາດຈຶ່ງຖິ້ມເງີນນັ້ນໄວ້ໃນພຣະວິຫານແລະຈາກໄປ ແລ້ວເຂົາກໍອອກໄປຜູກຄໍຕາຍ”(ມັດທາຍ 27:3-5), ລາວເອົາເຊືອກມາມັດຄໍແລ້ວຜູກຄໍຂອງຕົນ! ອັນນັ້ນແມ່ນຂໍ້ພຣະຄໍາພີຂໍ້ທໍາອິດທີ່ຂ້າພະເຈົ້າໄດ້ທ່ອງຈໍາ “ຂ້າພະເຈົ້າໄດ້ເຮັດບາບທີ່ໄດ້ທໍລະຍົດໂລຫິດບໍລິສຸດນັ້ນ”(ມັດທາຍ 27:4),ຂ້າພະເຈົ້າທ່ອງຈໍາຂໍ້ນັ້ນແລະເວົ້າມັນຕອນທີ່ຫຼີ້ນລະຄອນເປັນຢູດາດອີສຄາຣິໂອດຢູ່ໃນຄຣິສຕະຈັກເຟີສແບັບຕິດຮັນຕິງຕັນພາກລັດຄາລິຟໍເນຍ, ຂ້າພະເຈົ້າອາຍຸສິບແປດປີໃນຕອນນັ້ນ,ຂໍ້ພຣະຄໍາພີຂໍ້ນັ້ນຍັງຕິດຢູ່ກັບຂ້າພະເຈົ້າໄປຈົນຂ້າພະເຈົ້າໄດ້ຮັບຄວາມລອດສອງປີຕໍ່ມາ“ຂ້າພະເຈົ້າໄດ້ເຮັດບາບທີ່ໄດ້ທໍລະຍົດໂລຫິດອັນບໍລິສຸດນັ້ນ”

ຂ້າພະເຈົ້າຂໍຖາມທ່ານໃນຄືນນີ້ວ່າທ່ານຈະທໍລະຍົດພຣະເຢຊູໃນຊີວິດຂອງທ່ານບໍ?ຫຼືທ່ານຈະເອົາພຣະຄຣິດກັບຄຣິສຕະຈັກເປັນທີ່ໜື່ງໃນໃຈແລະຊີວິດຂອງທ່ານ? ທ່ານຈະ ວາງໃຈໃນພຣະອົງແລະມີຊີວິດເພື່ອພຣະອົງແລະເພື່ອພຣະອົງພຽງຜູ້ດຽວບໍ? ສາມສິບປີຕໍ່ ຈາກນີ້ໄປທ່ານຈະຍັງສາມາດຮ້ອງເພງນັ້ນຈາກໃຈຂອງທ່ານໄດ້ບໍ?

ຊີວິດ,ຄວາມຮັກຂອງຂ້າຂໍມອບແດ່ພຣະອົງ
ລູກແກະຂອງພຣະເຈົ້າຜູ້ຕາຍເພື່ອຂ້າ
ຂ້າໃຫ້ຂ້າເປັນຄົນສັດຊື່ທີ່ຈະເປັນໄປໄດ້
ພຣະຜູ້ຊ່ວຍແລະພຣະເຈົ້າຂອງຂ້າ!
ຂ້າຂໍຢູ່ເພື່ອພຣະອົງຜູ້ຕາຍເພື່ອຂ້າ
ຊີວິດຂອງຂ້າຈະມີຄວາມພໍໃຈເທົ່າໃດ
ຂ້າຂໍຢູ່ເພື່ອພຣະອົງຜູ້ຕາຍເພື່ອຂ້າ
ຂ້າຂໍຢູ່ເພື່ອພຣະອົງຜູ້ຕາຍເພື່ອຂ້າ

ໂອຄົນໜຸ່ມເອີຍຈົ່ງມອບໃຈຂອງທ່ານແລະຊີວິດຂອງທ່ານແກ່ພຣະເຢຊູຄຣິດ - ແລ້ວຢ່າ ຫັນຫຼັງກັບຈາກພຣະອົງໄປຫາການທົດລອງຂອງໂລກນີ້ເດັດຂາດ! ເຊີນຮ້ອງເພງກັບຂ້າພະ ເຈົ້າ, ມັນຢູ່ໃນບົດທີ່ສາມຂອງເຈ້ຍເພງຂອງທ່ານ.

ຊີວິດ,ຄວາມຮັກຂອງຂ້າຂໍມອບແດ່ພຣະອົງ
ລູກແກະຂອງພຣະເຈົ້າຜູ້ຕາຍເພື່ອຂ້າ
ຂ້າໃຫ້ຂ້າເປັນຄົນສັດຊື່ທີ່ຈະເປັນໄປໄດ້
ພຣະຜູ້ຊ່ວຍແລະພຣະເຈົ້າຂອງຂ້າ!
ຂ້າຂໍຢູ່ເພື່ອພຣະອົງຜູ້ຕາຍເພື່ອຂ້າ
ຊີວິດຂອງຂ້າຈະມີຄວາມພໍໃຈເທົ່າໃດ
ຂ້າຂໍຢູ່ເພື່ອພຣະອົງຜູ້ຕາຍເພື່ອຂ້າ
ຂ້າຂໍຢູ່ເພື່ອພຣະອົງຜູ້ຕາຍເພື່ອຂ້າ

ເອແມນ.


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານ ດຣ.ໄຮເມີ ຢາກຈະໄດ້ຍິນຈາກທ່ານ, ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງເພີ່ນນໍາວ່າທ່ານຂຽນມາ ຈາກປະເທດໃດບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງທ່ານໄດ້, ຖ້າບົດ ເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາ ບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນ ໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ. ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີ,ທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼືຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ: ໂຢຮັນ 13:21-30.
ບັນເລງເພງກ່ອນເທດສະໜາໂດຍ ທ້າວ ເບັນຈາມິນ ຄິນເຄດກຣິຟຟິດ:
“Yield Not to Temptation” (Horatio R. Palmer, 1834-1907).