Print Sermon

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 215 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 36 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ເຫື່ອເປັນເລືອດ

THE BLOODY SWEAT
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 6/3/2016
A sermon preached at the Baptist Tabernacle of Los Angeles
Lord’s Day Evening, March 6, 2016

“ເມື່ອພຣະອົງຊົງເປັນທຸກເທົ່າໃດພຣະອົງຍິ່ງປົງໃຈອະທິຖານ ເຫື່ອຂອງພຣະອົງເປັນເໝືອນເລືອດເມັດໃຫຍ່ໄຫລຢອດລົງເຖິງດິນ” (ລູກາ 22:44)


ບົດເທດນີ້ແມ່ນອີງຕາມຄໍາເທດສະໜາທີ່ຍິ່ງໃຫຍ່ຂອງຊີ.ເອັຈ.ສະເປີໂຈນ “ຄວາມ ເຈັບປວດຢູ່ໃນສວນ”(18/10/1874) ແລະ“ເກັດເສມານີ”(8/2/1863), ຂ້າພະເຈົ້າຈະຂໍ ເອົາບົດຫຍໍ້ຂອງສອງບົດເທດທີ່ດີທີ່ສຸດຂອງເຈົ້າຊາຍແຫ່ງນັກເທດທັງຫຼາຍມາໃຫ້ພວກທ່ານບໍ່ມີອັນເກົ່າຈັກຢ່າງຢູ່ໃນນີ້, ຂ້າພະເຈົ້າໄດ້ເຮັດໃຫ້ເຂົ້າໃຈງ່າຍຂື້ນສໍາຫຼັບຄົນສະໄໝໃໝ່ທີ່ມີ ຄວາມເຂົ້າໃຈໜ້ອຍ, ຄວາມຄິດເຫຼົ່ານີ້ໄດ້ຮັບການຮວບຮວມຈາກບົດເທດສະໜາຕ່າງໆ ຂອງນັກເທດຜູ້ຍິ່ງໃຫຍ່ແລະຂ້າພະເຈົ້າຂໍນໍາສະເໜີແກ່ພວກທ່ານໃນຄວາມຫວັງທີ່ວ່າການ ບັນຍາຍຂອງສະເປີໂຈນໃນເລື່ອງຂອງພຣະຄຣິດຢູ່ໃນສວນເກັດເສມານີຈະຍຶດເອົາຈິດໃຈ ຂອງທ່ານແລະປ່ຽນແປງຈຸດໝາຍປາຍທາງອັນນິລັນດອນຂອງທ່ານ.

ພຣະເຢຊູຊົງກິນປັດສະກາແລະສະຫຼອງພິທີລະນຶກກັບພວກສາວົກຂອງພຣະອົງ, ຫຼັງຈາກນັ້ນພວກເຂົາກໍອອກໄປສວນເກັດເສມານີພ້ອມກັນ, ເປັນຫຍັງພຣະອົງຈື່ງເລືອກ ເກັດເສມານີເພື່ອທີ່ຈະເລີ່ມເຈັບປວດທໍລະມານລະ? ມັນເປັນເພາະຄວາມບາບຂອງອາດາມ ໄດ້ທໍາລາຍເຮົາຢູ່ໃນສວນເອເດນ,ດັ່ງນັ້ນອາດາມຄົນສຸດທ້າຍຈື່ງຫວັງທີ່ຈະເຮັດໃຫ້ເຮົາກັບ ຄືນສູ່ສະພາບເດີມຢູ່ສວນອີກແຫ່ງໜື່ງນັ້ນຄືສວນເກັດເສມານີບໍ?

ພຣະເຢຊູມັກມາອະທິຖານຢູ່ສວນເກັດເສມານີຕະຫຼອດ, ມັນເປັນສະຖານທີ່ທີ່ພຣະ ອົງເຄີຍໄປກ່ອນໜ້ານີ້ຫຼາຍເທື່ອແລ້ວ, ພຣະເຢຊູຕ້ອງການໃຫ້ເຮົາເຫັນວ່າຄວາມບາບຂອງ ພວກເຮົາໄດ້ປ່ຽນທຸກຢ່າງກ່ຽວກັບພຣະອົງໃຫ້ເຂົ້າສູ່ຄວາມໂສກເສົ້າ, ສະຖານທີ່ທີ່ພຣະອົງ ຊົງຊື່ນຊົມຫຼາຍທີ່ສຸດຄືສະຖານທີ່ບ່ອນທີ່ພຣະອົງຖືກເອີ້ນໃຫ້ທໍລະມານຫຼາຍທີ່ສຸດ.

ຫຼືພຣະອົງອາດຈະເລືອກເກັດເສມານີເພາະມັນໄດ້ເຕືອນສະຕິພຣະອົງເຖິງເລື່ອງໃນອະດີດຢູ່ໃນຄໍາອະທິຖານ, ມັນເປັນສະຖານທີ່ບ່ອນພຣະເຈົ້າຊົງຕອບພຣະອົງຕະຫຼອດ, ພຣະອົງອາດຈະຮູ້ສຶກວ່າພຣະອົງຕ້ອງການຄໍາເຕືອນສະຕິໃນເລື່ອງຄໍາຕອບຂອງພຣະເຈົ້າຕໍ່ຄໍາອະທິຖານເພື່ອທີ່ຈະຊ່ວຍພຣະອົງໃນຕອນນີ້, ໃນຂະນະທີ່ພຣະອົງເຂົ້າສູ່ຄວາມເຈັບ ປວດທຸກທໍລະມານ.

ເຫດຜົນຫຼັກທີ່ພຣະອົງເຂົ້າໄປສວນເກັດເສມານີເພື່ອອະທິຖານໜ້າຈະເປັນນິໄສ ຂອງພຣະອົງທີ່ມັກໄປບ່ອນນັ້ນ,ແລະທຸກຄົນກໍຮູ້ຈັກດີ, ໂຢຮັນບອກພວກເຮົາວ່າ“ຢູດາດຜູ້ທີ່ທໍລະຍົດພຣະອົງກໍຮູ້ຈັກສວນນັ້ນນໍາ ເພາະວ່າພຣະເຢຊູກັບເຫລົ່າສາວົກຂອງພຣະອົງເຄີຍມາພົບກັນບ່ອນນັ້ນເລື້ອຍໆ” (ໂຢຮັນ 18:2), ພຣະເຢຊູຊົງຕັ້ງໃຈເຂົ້າໄປໃນບ່ອນທີ່ພຣະອົງ ຮູ້ດີວ່າພວກເຂົາຈະມາຈັບພຣະອົງ, ເມື່ອເຖິງເວລາທີ່ພຣະອົງຈະຖືກທໍລະຍົດພຣະອົງກໍໄປ “ເໝືອນລູກແກະທີ່ຖືກນໍາໄປຂ້າ” (ອິດສະຢາ 53:7), ພຣະອົງບໍ່ໄດ້ໄປລີ້ຈາກພວກທະຫານ ຂອງມະຫາປະໂລຫິດ, ພຣະອົງບໍ່ຈໍາເປັນຕ້ອງຊອກຫາຄືກັບໂຈນຄົນໜື່ງຫຼືຄົ້ນຫາໂດຍ ພວກນັກສອດແນມ, ພຣະເຢຊູຊົງໄປດ້ວຍຄວາມເຕັມໃຈສູ່ສະຖານທີ່ບ່ອນທີ່ຜູ້ທໍລະຍົດສາ ມາດມາພົບງ່າຍແລະພວກສັດຕູສາມາດມາຈັບແບບງ່າຍໆເລີຍ. ແລະຕອນນີ້ພວກເຮົາເຮົາໄດ້ເຂົ້າໄປໃນສວນເກັດເສມານີ, ເປັນຄໍ່າຄືນທີ່ມືດ ແລະ ເປັນຕາຢ້ານຫຼາຍ, ແນ່ນອນພວກເຮົາສາມາເວົ້າກັບຢາໂຄບວ່າ“ສະຖານທີ່ແຫ່ງນີ້ໜ້ານັບຖື” (ປະຖົມມະການ 28:17) ຕຶກຕອງໃນເລື່ອງເກັດເສມານີພວກເຮົາຈະຄິດກ່ຽວກັບຄວາມເຈັບ ປວດທໍລະມານຂອງພຣະຄຣິດແລະຂ້າພະເຈົ້າຈະພະຍາຍາມຕອບຄໍາຖາມສາມຂໍ້ກ່ຽວກັບ ຄວາມໂສກເສົ້າຂອງພຣະອົງຢູ່ໃນສວນເກັດເສມານີ.

I. ໜື່ງ ແມ່ນຫຍັງຄືສາເຫດຂອງຄວາມເຈັບປວດແລະຄວາມທໍລະມານຂອງພຣະຄຣິດ ໃນສວນເກັດເສມານີ.

ພຣະຄໍາພີບອກເຮົາວ່າພຣະເຢຊູເປັນ“ບຸກຄົນແຫ່ງຄວາມໂສກເສົ້າແລະຄຸນເຄີຍກັບ ຄວາມທຸກ”(ອິດສະຢາ 53:3)ແຕ່ພຣະອົງຊົງຕາຍໂດຍບໍ່ມີບຸກຄະລິກທີ່ໂສກເສົ້າເລີຍ,ພຣະ ອົງຊົງມີສັນຕິສຸກໃນພຣະອົງເອງຊື່ງພຣະອົງຊົງສາມາດຕັດວ່າ“ສັນຄິສຸກຂອງເຮົາທີ່ໃຫ້ແກ່ ທ່ານນັ້ນ”(ໂຢຮັນ 14:27),ຂ້າພະເຈົ້າບໍ່ຄິດວ່າຕົນເອງເວົ້າຜິດເມື່ອເວົ້າວ່າພຣະເຢຊູຊົງເປັນ ຄົນທີ່ມີສັນຕິສຸກແລະມີຄວາມສຸກ.

ແຕ່ໃນເກັດເສມານີທຸກສິ່ງໄດ້ປ່ຽນໄປ,ສັນຕິສຸກຂອງພຣະອົງໄດ້ຫາຍໄປ,ຄວາມຍິນດີຂອງພຣະອົງໄດ້ປ່ຽນໄປເປັນຄວາມໂສກເສົ້າ,ລົງໄປແຄມພູນ້ອຍຊື່ງນໍາມາແຕ່ເຢລູຊາເລັມຂ້າມຫ້ວຍນ້ອຍຂິດໂຣນຫາເກັດເສມານີ, ພຣະຜູ້ຊ່ວຍໄດ້ອະທິຖານແລະສົນທະນາດ້ວຍ ຄວາມແຈ່ມໃສ(ໂຢຮັນ 15-17)

“ເມື່ອພຣະເຢຊູຕັດດັ່ງນີ້ແລ້ວ ພຣະອົງໄດ້ສະເດັດອອກໄປກັບເຫລົ່າສາວົກຂອງພຣະອົງຂ້າມຫ້ວຍຂິດໂຣນໄປຍັງສວນແຫ່ງໜຶ່ງ ພຣະອົງສະເດັດເຂົ້າໄປໃນສວນນັ້ນກັບເຫລົ່າສາວົກ” (ໂຢຮັນ 18:1)

ພຣະເຢຊູຊົງຕັດຄໍາໜື່ງດ້ວຍຄວາມຍາກລໍາບາກກ່ຽວກັບຄວາມຮູ້ສຶກໂສກເສົ້າ ຫຼື ຄວາມເສົ້າໝອງໃນຊ່ວງເວລາທັງຊີວິດທັງຂອງພຣະອົງ, ແຕ່ຕ່ອນນີ້ເມື່ອເຂົ້າສູ່ສວນທຸກ ຢ່າງໄດ້ປ່ຽນໄປ, ພຣະອົງຊົງຮ້ອງອອກມາວ່າ “ຖ້າເປັນໄປໄດ້ຂໍໃຫ້ຈອກນີ້ເລື່ອນໄປຈາກ ຂ້າພຣະອົງແດ່ທ້ອນ”(ມັດທາຍ 26:39),ໃນຊ່ວງຊີວິດທັງໝົດຂອງພຣະອົງພຣະເຢຊູຍາກ ຫຼາຍທີ່ຈະເອີຍປາກສະແດງເຖິງຄວາມໂສກເສົ້າຫຼືເສົ້າໝອງ,ແມ່ນໃນນີ້ພຣະອົງຊົງຫັນໃຈ ໃຫຍ່, ເຫື່ອໄຫຼເປັນເລືອດແລະເວົ້າວ່າ “ໃຈຂອງເຮົາເປັນທຸກຈົນຊິຕາຍແລ້ວ”(ມັດທາຍ 26:38),ພຣະເຢຊູເຈົ້າມີຫຍັງເກີດຂື້ນກັບພຣະອົງຊື່ງພຣະອົງຊົງມີບັນຫາທີ່ເລິກຫຼາຍ?

ມັນຊັດເຈນວ່າຄວາມໂສກເສົ້າແລະຄວາມທຸກລໍາບາກນີ້ບໍ່ແມ່ນສາເຫດທີ່ເກີດຈາກຄວາມເຈັບປວດຝ່າຍຮ່າງກາຍຂອງພຣະອົງ, ພຣະເຢຊູບໍ່ເຄີຍຈົ່ມເລື່ອງບັນຫາທາງດ້ານ ຮ່າງກາຍມາກ່ອນເລີຍ, ພຣະອົງເຄີຍມີຄວາມໂສກເສົ້າຕອນທີ່ໝູ່ຂອງພຣະອົງຊື່ລາຊາຣັສ ຕາຍ, ບໍ່ຕ້ອງສົງໄສເລີຍວ່າພຣະອົງຮູ້ສຶກໂສກເສົ້າເມື່ອສັດຕູຂອງພຣະອົງເວົ້າວ່າພຣະອົງ ຊົງເປັນນັກດື່ມເຫຼົ້າອະງຸ່ນແລະເມື່ອພວກເຂົາກ່າວຫາພຣະອົງເລື່ອງທີ່ໄລ່ຜີອອກໂດຍໃຊ້ອໍາ ນາດຂອງຊາຕານ, ແຕ່ພຣະອົງຊົງມີຄວາມກ້າຫານໃນການຜ່ານເລື່ອງເຫຼົ່ານັ້ນທັງໝົດ, ມັນຢູ່ຂ້າງຫຼັງພຣະອົງ, ຕ້ອງມີບາງສິ່ງບາງຢ່າງຫຼາຍກວ່າຄວາມເຈັບປວດ,ຫຼາຍກວ່າການ ຖືກຕໍານິ, ເປັນຕາຢ້ານຫຼາຍກວ່າຄວາມທຸກໂສກເສົ້າເນື່ອງຈາກການຕາຍຂອງພີ່ນ້ອງຊື່ງ ຕອນນີ້ໃນເວລານີ້ໄດ້ຍຶດພຣະຜູ້ຊ່ວຍໄວ້ແໜ້ນແລະເຮັດໃຫ້ພຣະອົງ “ໂສກເສົ້າແລະໜັກໃຈ ຫຼາຍ”(ມັດທາຍ 26:37)

ພວກທ່ານຄິດວ່າມັນຄືການຢ້ານຄວາມຕາຍແລະຄວາມຢ້ານຂອງການຖືກຄຶງບໍ?ຜູ້ຍອມຕາຍເພື່ອຄວາມເຊື່ອຫຼາຍຄົນໄດ້ຕາຍດ້ວຍຄວາມກ້າຫານເພື່ອຄວາມເຊື່ອຂອງເຂົາ, ມັນຄືການບໍ່ໃຫ້ກຽດພຣະຄຣິດທີ່ຈະຄິດວ່າພຣະອົງຊົງມີຄວາມກ້າຫານໜ້ອຍກວ່າພວກເຂົາ ເຈົ້ານາຍຂອງເຮົາຈະຕ້ອງບໍ່ຖືກຄິດຕໍ່າກວ່າຕໍ່ການຍອມຕາຍເພື່ອຄວາມເຊື່ອຂອງພຣະອົງ ເອງຊື່ງໄດ້ຕິດຕາມພຣະອົງຈົນຕາຍ! ເຊັ່ນກັນພຣະຄໍາພີໄດ້ຕັດວ່າ“ເພາະຄວາມຍິນດີທີ່ມີຢູ່ ເຊີງໜ້ານັ້ນພຣະອົງໄດ້ຊົງອົດທົນກາງແຂນຊົງຖືວ່າຄວາມອາຍບໍ່ສໍາຄັນ...”(ເຮັບເລີ 12:2) ບໍ່ມີຜູ້ໃດສາມາດທ້າທາຍຄວາມເຈັບປວດແຫ່ງຄວາມຕາຍໄດ້ດີກວ່າພຣະເຢຊູ, ອັນນີ້ບໍ່ສາ ມາດເປັນເຫດຜົນສໍາຫຼັບຄວາມທໍລະມານຂອງພຣະອົງຢູ່ໃນສວນໄດ້.

ເຊັ່ນກັນ,ຂ້າພະເຈົ້າບໍ່ເຊື່ອວ່າຄວາມທໍລະມານແຫ່ງເກັດເສມານີເປັນສາເຫດທີ່ມາ ຈາກການຕໍ່ສູ້ຂອງພະຍາມານ,ໃນຕອນຕົ້ນຂອງການຮັບໃຊ້ຂອງພຣະອົງ,ພຣະຄຣິດຊົງປະສົບກັບການຕໍ່ສູ້ໃຫຍ່ກັບພະຍາມານເມື່ອພຣະອົງຊົງຢູ່ໃນປ່າກັນດານ, ພວກເຮົາບໍ່ໄດ້ອ່ານ ວ່າພຣະເຢຊູຊົງ“ຢູ່ໃນຄວາມທໍລະມານ”ໃນປ່າກັນດານ, ການທົດລອງຢູ່ໃນປ່າກັນດານນັ້ນ ບໍ່ມີຫຍັງຄືກັບເຫື່ອທີ່ໄຫຼເປັນເລືອດແຫ່ງເກັດເສມານີ, ເມື່ອພຣະເຈົ້າແຫ່ງພວກທູດສະຫວັນ ຢືນຢູ່ໜ້າຕໍ່ໜ້າກັບຊາຕານ, ພຣະອົງບໍ່ໄດ້ບໍ່ໄດ້ຮ້ອງໄຫ້ສຽງດັງແລະນໍ້າຕາໄຫຼຕົກລົງພື້ນ ແລະຮ້ອງຂໍຕໍ່ພຣະບິດາ, ປຽບທຽບໃສ່ເລື່ອງນີ້ການຕໍ່ສູ້ຂອງພຣະຄຣິດກັບຊາຕານແມ່ນ ເລື່ອງງ່າຍ, ແຕ່ຄວາມທໍລະມານນີ້ໃນສວນເກັດເສມານີໄດ້ເຮັດໃຫ້ຈິດໃຈຂອງພຣະອົງບາດ ເຈັບຈົນເກືອບຂ້າພຣະອົງ.

ແລ້ວແມ່ນຫຍັງລະເປັນສາເຫດຂອງຄວາມທຸກທໍລະມານຂອງພຣະອົງ? ນີ້ຄືຕອນ ທີ່ພຣະເຈົ້າໄດ້ເຮັດໃຫ້ພຣະອົງໂສກເສົ້າເພື່ອພວກເຮົາ, ສະນັ້ນພວກທ່ານສາມາດແນ່ໃຈໄດ້ ວ່າມັນເປັນຄວາມຢ້ານຫຼາຍກວ່າຄວາມເຈັບປວດຝ່າຍຮ່າງກາຍ,ນັບຕັ້ງແຕ່ນັ້ນມາພຣະອົງບໍ່ໄດ້ຫົດຖອຍ, ມັນຮ້າຍກວ່າທີ່ມີຄົນໃຈຮ້າຍໃສ່ພຣະອົງ - ຈາກເລື່ອງນັ້ນພຣະອົງກໍບໍ່ໄດ້ຫັນ ຫຼັງໃສ່, ມັນເປັນຕາຢ້ານຫຼາຍກວ່າທີ່ຊາຕານມາທົດສອບ - ຊື່ງພຣະອົງຊົງເອົາຊະນະໄດ້, ມັນເປັນບາງສິ່ງບາງຢ່າງທີ່ເປັນຕາຢ້ານທີ່ສາມາດນຶກພາບຂື້ນໄດ້,ຄວາມເປັນຕາຢ້ານທີ່ອັດສະຈັນ - ຊື່ງມາຈາກພຣະເຈົ້າພຣະບິດາເທິງພຣະອົງ.

ເລື່ອງນີ້ໄດ້ກໍາຈັດຄວາມສົງໄສທຸກຢ່າງທີ່ກ່ຽວກັບສິ່ງທີ່ເປັນສາເຫດຄວາມທຸກທໍລະມານຂອງພຣະອົງ.

“ພຣະເຈົ້າຊົງວາງລົງເທິງທ່ານຊື່ງຄວາມຊົ່ວຊ້າຂອງພວກເຮົາທຸກຄົນ” (ອິດສະຢາ 53:6)

ຕອນນີ້ພຣະອົງຊົງແບກການສາບແຊ່ງຊື່ງເໝາະທີ່ຈະຕົກເທິງຄົນບາບ, ພຣະອົງຊົງຢືນຢັດ ແລະທຸກທໍລະມານໃນບ່ອນຂອງຄົນບາບ, ນັ້ນແລະຄືຄວາມລັບຂອງຄວາມທຸກທໍລະມານ ເຫຼົ່ານັ້ນຊື່ງເປັນໄປບໍ່ໄດ້ເລີຍສໍາຫຼັບຂ້າພະເຈົ້າທີ່ຈະອະທິບາຍໄດ້, ບໍ່ມີຄວາມຄິດຂອງມະ ນຸດສາມາດເຂົ້າໃຈຄວາມທຸກທໍລະມານນີ້ແທ້ໄດ້.

ຊົງເປັນພຣະເຈົ້າແລະພຣະເຈົ້າຜູ້ດຽວ
ທີ່ຄວາມເສົ້າຂອງພຣະອົງເປັນທີ່ຮູ້ຈັກເຕັມໄດ້
(“Thine Unknown Sufferings” by Joseph Hart, 1712-1768).

ລູກແກະຂອງພຣະເຈົ້າຊົງແບກຄວາມບາບຂອງມະນຸດໄວ້ໃນພຣະກາຍຂອງພຣະອົງແລະນໍ້າໜັກແຫ່ງຄວາມບາບວາງລົງເທິງຈິດວິນຍານຂອງພຣະອົງ.

“ພຣະອົງເອງໄດ້ຊົງຮັບແບກບາບຂອງເຮົາໄວ້ໃນພຣະກາຍຂອງພຣະອົງທີ່ຕົ້ນໄມ້ນັ້ນ ເພື່ອວ່າເຮົາທັງຫລາຍຊຶ່ງຕາຍຈາກບາບແລ້ວ ຈະໄດ້ດຳເນີນຊີວິດຕາມຄວາມຊອບທຳ ດ້ວຍຮອຍຕີຂອງພຣະອົງ ທ່ານທັງຫລາຍຈຶ່ງໄດ້ຮັບການຮັກສາໃຫ້ຫາຍ” (1ເປໂຕ2:24)

ຂ້າພະເຈົ້າເຊື່ອວ່າຄວາມບາບທຸກຢ່າງຂອງເຮົາຖືກວາງລົງລົງ “ໃນຮ່າງກາຍຂອງພຣະອົງ ເອງ”ຢູ່ເກັດເສມານີແລະທີ່ພຣະອົງຊົງແບກຄວາມບາບຂອງເຮົາໄປທີ່ໄມ້ກາງແຂນໃນມື້ຕໍ່ ມາ.

ຢູ່ໃນສວນນັ້ນພຣະຄຣິດຊົງເຂົ້າໃຈດີວ່າແມ່ນຫຍັງຄືການເປັນຜູ້ແບກບາບ,ພຣະອົງຊົງກາຍເປັນຜູ້ຮັບບາບແທນຄົນອື່ນ,ແບກຄວາມບາບຂອງອິດສະຣາເອວເທິງຫົວຂອງພຣະອົງ,ເພື່ອຈະເອົາໄປແລະເປັນເຄື່ອງບູຊາບາບ,ເພຶ່ອທີ່ຈະນໍາອອກໄປນອກຄ້າຍແລະຖືກທໍາ ລາຍໂດຍໄຟແຫ່ງພຣະພິໂລດຂອງພຣະເຈົ້າ, ດຽວນີ້ພວກທ່ານເຫັນແລ້ວບໍວ່າເປັນຫຍັງຈື່ງ ທົດຖອຍຈາກເລື່ອງນີ້? ມັນເປັນການເຕືອນສໍາຫຼັບພຣະຄຣິດທີ່ຈະຢືນຢັດຕໍ່ໜ້າພຣະເຈົ້າ ໃນຕໍາແໜ່ງຂອງຄົນບາບພວກເຮົາ-ຄືກັບທີ່ລູເທີໄດ້ເວົ້າ, ທີ່ຈະຖືກແນມເບິ່ງໂດຍພຣະເຈົ້າ ເໝືອນກັບພຣະອົງຊົງເປັນຄົນບາບທຸກຄົນໃນໂລກ,ຕອນນີ້ພຣະອົງຊົງກາຍເປັນຈຸດສູນກາງ ຂອງການແກ້ແຄ້ນທຸກຢ່າງແລະພຣະພິໂລດຂອງພຣະເຈົ້າ, ພຣະອົງຊົງແບກການພິພາກ ສາລົງໂທດຊື່ງຄວນຈະຕົກໃສ່ຄົນບາບ, ການເປັນຄົນຢູ່ໃນຕໍາແໜ່ງນີ້ຈະຕ້ອງເປັນສິ່ງທີ່ ເປັນຕາຢ້ານຫຼາຍສໍາຫຼັບພຣະຄຣິດ.

ຈາກນັ້ນເຊັ່ນກັນການລົງໂທດສໍາຫຼັບຄວາມບາບເລິ່ມຕົກໃສ່ພຣະອົງຢູ່ໃນສວນ,ປະການທີ່ໜື່ງຄວາມບາບເອງໄດ້ຕົກໃສ່ພຣະອົງ ແລະ ຕໍ່ມາກໍເປັນການລົງໂທດສໍາຫຼັບຄວາມ ບາບ, ອັນນັ້ນບໍ່ແມ່ນຄວາມທຸກທໍລະມານນ້ອຍຊື່ງໄດ້ຈ່າຍຄວາມຍຸດຕິທໍາຂອງພຣະເຈົ້າສໍາ ຫຼັບຄວາມບາບຂອງມະນຸດ, ຂ້າພະເຈົ້າບໍ່ເຄີຍຢ້ານໃນເລື່ອງເວົ້າເກີນຈິງໃນສິ່ງທີ່ພຣະເຈົ້າ ຂອງເຮົາຊົງທົນເອົາ, ນາຮົກທຸກຢ່າງໄດ້ຖອກໃສ່ຈອກນັ້ນຊື່ງພຣະອົງດື່ມ.

ວິບັດທີ່ທຸບໃສ່ວິນຍານຂອງພຣະຜູ້ຊ່ວຍ, ຄວາມໃຫຍ່ແລະມະຫາສະໝຸດເລິກທີ່ ແທກບໍ່ໄດ້ແຫ່ງຄວາມເຈັບປວດຊື່ງໄດ້ກະແທກໃສ່ຈິດໃຈຂອງພຣະຜູ້ຊ່ວຍໃນຄວາມຕາຍທີ່ ເສຍສະຫຼະຂອງພຣະອົງ,ຄືຄວາມບໍ່ເປັນຕາເຊື່ອຊື່ງຂ້າພະເຈົ້າຈະຕ້ອງບໍ່ໄປໄກຫຼາຍ,ຫຼືບາງ ຄົນຈະກ່າວຫາຂ້າພະເຈົ້າເລື່ອງພະຍາຍາມທີ່ຈະອະທິບາຍສິ່ງທີ່ບໍ່ສາມາດອະທິບາຍບໍ່ໄດ້, ແຕ່ຂ້າພະເຈົ້າຈະຂໍເວົ້າວ່າການສີດພົ່ນຈາກຄວາມເລິກທີ່ຮ້າຍແຮງຂອງຄວາມບາບມະນຸດ ໃນຂະນະທີ່ມັນຕົກລົງໃສ່ພຣະຄຣິດ,ບັບຕິດສະມາພຣະອົງຢູ່ໃນເຫື່ອເປັນເລືອດ, ຖືກປະຕິ ບັດໃນຖານະເປັນຄົນບາບຜູ້ໜື່ງ,ຖືກລົງໂທດໃນຖານະເປັນຄົນບາບຄົນໜື່ງ, ເຖິງແມ່ນວ່າ ພຣະອົງຈະບໍ່ເຄີຍເຮັດບາບມາກ່ອນກໍຕາມ - ນີ້ຄືສາເຫດທີ່ເຮັດໃຫ້ພຣະອົງທຸກທໍລະມານ ດັ່ງທີ່ຂໍ້ພຣະຄໍາພີຂອງເຮົາໄດ້ເວົ້າເຖິງ.

“ເມື່ອພຣະອົງຊົງເປັນທຸກເທົ່າໃດພຣະອົງຍິ່ງປົງໃຈອະທິຖານ ເຫື່ອຂອງພຣະອົງເປັນເໝືອນເລືອດເມັດໃຫຍ່ໄຫລຢອດລົງເຖິງດິນ” (ລູກາ 22:44)

ຕອນນີ້ເຮົາມາເບິ່ງຄໍາຖາມຕໍ່ໄປກັນເລີຍ.

II. ສອງ ແມ່ນຫຍັງຄືຄວາມໝາຍຂອງເຫື່ອໄຫຼເປັນເລືອດຂອງພຣະຄຣິດ?

ອີລີຄອທບອກພວກເຮົາວ່າຄວາມຈິງຂອງເຫື່ອໄຫຼເປັນເລືອດແມ່ນ“ແນວຄິດທົ່ວໄປທີ່ໄດ້ຮັບມາ” (Charles John Ellicott, Commentary on the Whole Bible, volume VI, p. 351),ລາວຍັງສືບຕໍ່ບົ່ງຊີ້ວ່າ“ຮູບແບບ ‘ເຫື່ອເປັນເລືອດ’(ແມ່ນ)ບັນທຶກໃນຖານະເປັນອາການ ຂອງຄວາມເມື່ອຍໝົດແຮງສຸດໆຕາມຄວາມຄິດເຫັນຂອງອາຣິສໂທໂທ”(ເຫຼັ້ມດຽວກັນ), ຕັ້ງ ແຕ່ອໍກັສຕິນໄປຈົນຮອດສະໄໝປະຈຸບັນນັກອອກຄວາມເຫັນສ່ວນຫຼາຍໄດ້ຖືວ່າຄໍາວ່າ“ເປັນ ເໝືອນ”ເປັນເຄື່ອງໝາຍຊື່ງຄວາມຈິງແລ້ວມັນຄືເລືອດ, ພວກເຮົາເຊັ່ນກັນເຊື່ອວ່າພຣະ ຄຣິດຄວາມຈິງແລ້ວເຫື່ອເປັນເລືອດ, ເຖິງແມ່ນວ່ານີ້ຄືສິ່ງທີ່ບໍ່ປົກກະຕິ,ມັນກໍຖືກເປັນພະ ຍານໂດຍຄົນອື່ນໃນຊ່ວງເວລາຕ່າງໆໃນປະຫວັດສາດ, ໃນໜັງສືການຢາເກົ່າໆຂອງແກ ເລນແລະໃນຂອງບາງຄົນໃນປະຈຸບັນມີບັນທຶກຕ່າງໆຂອງຜູ້ຄົນຜູ້ຊື່ງພາຍຫຼັງຄວາມອ່ອນ ແອທີ່ຍາວນານກໍເຫື່ອໄຫຼເປັນເລືອດ.

ແຕ່ໃນກໍລະນີຂອງພຣະຄຣິດທີ່ເຫື່ອໄຫຼເປັນເລືອດແມ່ນມີອັນດຽວໃນໂລກ.ພຣະອົງບໍ່ພຽງແຕ່ເຫື່ອໄຫຼເປັນເລືອດເທົ່ານັ້ນແຕ່ມັນຍັງເປັນຢອດໃຫຍ່ຕົກລົງມາ ຫຼື “ກ້ອນເລືອດ ແຂງ”ຢອດໃຫຍ່,ໜັກ, ເລື່ອງນີ້ບໍ່ເຄີຍພົບເຫັນໃນທຸກກໍລະນີ, ເລືອດບາງອັນໄດ້ປາກົດຂື້ນຢູ່ ໃນເຫື່ອຂອງຄົນປ່ວຍແຕ່ບໍ່ແມ່ນເມັດໃຫຍ່ຕົກລົງມາ, ຫຼັງຈາກນັນພວກເຮົາກໍຖືກບອກວ່າ ເລືອດແຂງເປັນກ້ອນໃຫຍ່ພວກນີ້ບໍ່ໄດ້ຊຶມອອກຜ່ານທາງເສື້ອຂອງພຣະອົງເລີຍແຕ່ໄດ້“ຕົກລົງສູ່ພື້ນດິນ” ໃນທີ່ນີ້ພຣະຄຣິດຊົງຢືນຢູ່ຜູ້ດຽວໃນປະຫວັດສາດການແພດ, ພຣະອົງຊົງມີສຸ ຂະພາບແຂງແຮງ,ເປັນຄົນທີ່ອາຍຸປະມານສາມສິບສາມປີ, ແຕ່ຄວາມກົດດັນພາຍໃນໄດ້ ເກີດຂື້ນຈາກນໍ້າໜັກແຫ່ງພາລະຂອງຄບາບ, ເຮັດໃຫ້ກໍາລັງຂອງພຣະອົງເມື່ອຍຫຼາຍໂພດ, ດັ່ງນັ້ນມັນຈື່ງໄດ້ບັງຄັບຮ່າງກາຍຂອງພຣະອົງເຂົ້າສູ່ຄວາມຕື່ນເຕັ້ນທີ່ຜິດທໍາມະຊາດຊື່ງຮູ ຂົນຂອງພຣະອົງໄດ້ເປີດອອກແລະເລືອດເມັດໃຫຍ່ໄດ້ຢອດລົງສູ່ໂລກ, ເລື່ອງນີ້ໄດ້ສະແດງ ໃຫ້ເຫັນເຖິງນໍ້າໜັກໃຫຍ່ຂອງບາບທີ່ຕົກໃສ່ພຣະອົງ,ມັນໄດ້ບີບພຣະຜູ້ຊ່ວຍຈົນພຣະອົງໄດ້ຫຼັ່ງເລືອດອອກຈາກໜັງຂອງພຣະອົງ.

ເລື່ອງນີ້ໄດ້ອອກມາລັກສະນະສະໝັກໃຈຂອງຄວາມທຸກທໍລະມານຂອງພຣະຄຣິດ, ຕັ້ງແຕ່ບໍ່ມີມີດເລືອດກໍໄຫຼອອກມາຢ່າງອິດສະຫຼະ,ໝໍຢາໄດ້ບອກເຮົາວ່າເມື່ອຄົນສ່ວນຫຼາຍ ທຸກທໍລະມານຈາກຄວາມຢ້ານເລືອດກໍແລ່ນໄປຫາຫົວໃຈ, ແກ້ມທັງສອງກໍເຫຼືອງ,ຄວາມ ອ່ອນເພຍກໍເກີດຂື້ນເລືອດກໍໄຫຼເຂົ້າພາຍໃນ, ແຕ່ເຫັນບໍວ່າພຣະຜູ້ຊ່ວຍໃນຄວາມທໍລະມານ ຂອງພຣະອົງ, ພຣະອົງຊົງລືມຕົນເອງໂພດຈົນເລືອດຂອງພຣະອົງແທນທີ່ຈະແລ່ນເຂົ້າສູ່ ພາຍໃນໄປບໍາລຸງພຣະອົງມັນພັດໄຫຼອອກນອກຕົກລົງສູ່ດິນ, ການຫຼັ່ງໄຫຼເລືອດຂອງພຣະ ອົງໃນໂລກນີ້ເປັນພາບຄວາມເຕັມລົ້ນຂອງຄວາມລອດທີ່ໃຫ້ລ້າໆແກ່ທ່ານ, ໃນຂະນະທີ່ ເລືອດໄຫຼຢ່າງເສລີອອກຈາກຜິວໜັງຂອງພຣະອົງເພື່ອທີ່ທ່ານຈະສາມາດຖືກຊໍາລະລ້າງ ອອກຈາກຄວາມຜິດບາບຂອງທ່ານລ້າໆເມື່ອທ່ານເຊື່ອວາງໃຈໃນພຣະອົງ.

“ເມື່ອພຣະອົງຊົງເປັນທຸກເທົ່າໃດພຣະອົງຍິ່ງປົງໃຈອະທິຖານ ເຫື່ອຂອງພຣະອົງເປັນເໝືອນເລືອດເມັດໃຫຍ່ໄຫລຢອດລົງເຖິງດິນ”(ລູກາ 22:44)

ເຫື່ອເປັນເລືອດມາຈາກຜົນຂອງຄວາມໂສກເສົ້າໃນໃຈຂອງພຣະອົງ, ຄວາມເຈັບ ປວດໃນຫົວໃຈຄືຄວາມເຈັບປວດທີ່ຮ້າຍທີ່ສຸດ, ຄວາມໂສກເສົ້າແລະຄວາມເສົ້າໃຈແມ່ນ ຄວາມທຸກທີ່ມືດມົນທີ່ສຸດ, ຄົນທີ່ເຄີຍຮູ້ຈັກຄວາມເສົ້າເລິກເຊີງສາມາດບອກທ່ານໄດ້ວ່ານີ້ ແມ່ນເລື່ອງຈິງ, ໃນມັດທາຍພວກເຮົາໄດ້ອ່ານວ່າພຣະອົງຊົງ“ເປັນທຸກແລະໜັກໃຈຫຼາຍ” (ມັດທາຍ 26:37)“ໜັກຫຼາຍ” - ການສະແດງອອກທີ່ເຕັມໄປດ້ວຍຄວາມໝາຍ,ມັນອະທິ ບາຍເຖິງຄວາມຄິດໜື່ງຊື່ງຖືກຄອບຄອງຢ່າງເຕັມທີ່ໂດຍຄວາມໂສກເສົ້າ,ການຍົກເວັ້ນຂອງ ທຸກຄວາມຄິດອື່ນໆ, ຕໍາແໜ່ງຂອງພຣະອົງໃນຖານະເປັນຜູ້ແບກຄວາມບາບຂອງເຮົາໄດ້ ເອົາຄວາມຄິດຂອງພຣະອົງອອກໄປຈາກອັນອື່ນທຸກຢ່າງ, ພຣະອົງຊົງຖືກໂຍນໄປມາຢູ່ເທິງ ທະເລໃຫຍ່ຂອງບັນຫາພາຍໃນ,“ເຮົາທັງຫຼາຍກໍຍັງຖືວ່າທ່ານຖືກຕີຄືພຣະເຈົ້າຊົງຂ້ຽນຕີແລະ ຂົ່ມໃຈ”(ອິດສະຢາ 53:4) “ທ່ານຈະເຫັນຄວາມທຸກລໍາບາກແຫ່ງຈິດວິນຍານຂອງທ່ານ ແລະຈະພໍໃຈ”(ອິດສະຢາ 53:11),ຫົວໃຈຂອງພຣະອົງເຮັດໃຫ້ພຣະອົງຜິດຫວັງ,ພຣະອົງ ຊົງຖືກຕື່ມເຕັມດ້ວຍຄວາມຢ້ານແລະຕົກໃຈ, ພຣະອົງຊົງ“ໜັກໃຈຫຼາຍ” ໂທມັສກູດວິນໄດ້ ເວົ້າວ່າ“ຄໍາທີ່ໝາຍເຖິງຄວາມລົ້ມເຫຼວ, ຄວາມບົກພ່ອງແລະການຈົ່ມຂອງວິນຍານເປັນຄື ທີ່ເກີດຂື້ນກັບຄົນທີ່ຢູ່ໃນອາການເຈັບປ່ວຍແລະເປັນລົມ” ຄວາມເຈັບປ່ວຍຂອງເອປາໂຟຣດີ ທັສຊື່ງເຮັດໃຫ້ລາວເກືອບຕາຍຖືກເອີ້ນເປັນຄໍາດຽວກັນ, ດັ່ງນັ້ນພວກເຮົາຈື່ງເຫັນວ່າຈິດໃຈ ຂອງພຣະຄຣິດຊົງປ່ວຍແລະເປັນລົມ, ເຫື່ອຂອງພຣະອົງເກີດຂື້ນໂດຍຄວາມເມື່ອຍເພຍ, ເຫື່ອທີ່ເຢັນ, ໜຽວຂອງຄົນທີ່ໃກ້ຕາຍມາຈາກຄວາມອ່ອນແອຂອງຮ່າງກາຍຂອງເຂົາ,ແຕ່ ເຫື່ອເປັນເລືອດຂອງພຣະເຢຊູອອກມາຈາກການຕາຍພາຍໃຈຂອງຈິດວິນຍານຂອງພຣະ ອົງພາຍໃຕ້ນໍ້າໜັກແຫ່ງຄວາມຜິດບາບຂອງເຮົາ,ພຣະອົງຊົງຢູ່ໃນອາການຈິດວິນຍານເປັນລົມທີ່ຮ້າຍແຮງແລະຄວາມຕາຍພາຍໃນທີ່ທຸກທໍລະມານ, ພ້ອມກັບການຮ້ອງໄຫ້ເປັນເລືອດ ຈາກທັງຮ່າງກາຍຂອງພຣະອົງ, ພຣະອົງຊົງ“ໜັກໃຈຫຼາຍ”

ຂ່າວປະເສີດຂອງລູກາບອກເຮົາວ່າພຣະອົງຊົງ“ຕົກໃຈຫຼາຍ”(ມາລະໂກ 14:33) ຄໍາກຣີກໝາຍຄວາມວ່າຄວາມຕົກຕະລຶງຂອງພຣະອົງເຮັດໃຫ້ເກີດຄວາມຢ້ານຢ່າງສຸດຂີດ,ຄືກັບທີ່ຜູ້ຄົນມີເມື່ອຜົມຂອງເຂົາຕັ້ງຂື້ນແລະການສັ່ນສະເທືອນຂອງເນື້ອໜັງຂອງເຂົາ,ການ ເອົາພຣະບັນຍັດອອກມາເຮັດໃຫ້ໂມເສດສັ່ນດ້ວຍຄວາມຢ້ານ, ດັ່ງນັ້ນອົງພຣະຜູ້ເປັນເຈົ້າ ຂອງເຮົາຈື່ງຖືກຕໍ່ສູ້ດ້ວຍຄວາມເປັນຕາຢ້ານໃນສາຍຕາຂອງຄວາມບາບຊື່ງວາງລົງເທິງ ພຣະອົງ.

ພຣະຜູ້ຊ່ວຍຕອນທໍາອິດຊົງໂສກເສົ້າ,ຈາກນັ້ນຊົງເສົ້າໃຈແລະໜັກໃຈ,ສຸດທ້າຍ“ຕົກໃຈຫຼາຍ” ພຣະອົງຊົງເຕັມໄປດ້ວຍການສັ່ນທີ່ປະຫຼາດ, ເມື່ອຄວາມຈິງແລ້ວມັນມາຈາກ ການແບກບາບຂອງເຮົາ,ພຣະອົງຊົງຕົກຕະລຶງແລະຊົງຖອຍເພື່ອຢືນໃນບ່ອນຂອງຄົນບາບຕໍ່ໜ້າພຣະເຈົ້າ, ພຣະອົງຊົງແປກໃຈທີ່ມີພຣະເຈົ້າແນມເບິ່ງພຣະອົງໃນຖານະເປັນຜູ້ແທນ ຂອງຄົນບາບ, ພຣະອົງຊົງແປກໃຈທີ່ຄິດວ່າເປັນຄົນຖືກພຣະເຈົ້າປະຖີ້ມ,ມັນໄດ້ໂຍກຍ້າຍ ຄວາມບໍລິສຸດຂອງພຣະອົງ,ຄວາມອ່ອນຫວານ,ຄວາມຮັກທໍາມະຊາດແລະພຣະອົງຊົງ“ຕົກໃຈຫຼາຍ” ແລະ “ໜັກໃຈຫຼາຍ”

ພວກເຮົາຖືກບອກຕໍ່ໄປວ່າພຣະອົງຊົງຕັດວ່າ“ໃຈຂອງເຮົາເປັນທຸກຈົນຊິຕາຍແລ້ວ” (ມັດທາຍ 26:38), ຄໍາກຣີກ“perilupos”ໝາຍເຖິງຕີວົງລ້ອມດ້ວຍຄວາມໂສກເສົ້າ, ໃນ ຄວາມທຸກທໍລະມານທໍາມະດາໂດຍທົ່ວໄປແລ້ວມີຊ່ອງທາງຫລົບໜີ,ມີສະຖານທີ່ແຫ່ງຄວາມຫວັງ, ໂດຍທົ່ວໄປແລ້ວພວກເຮົາສາມາດເຕືອນສະຕິຄົນທີ່ຢູ່ໃນບັນຫາວ່າກໍລະນີຂອງພວກ ເຂົາອາດຈະຮ້າຍລົງ, ແຕ່ໃນກໍລະນີຂອງພຣະເຈົ້າບໍ່ມີຈັກອັນທີ່ຂີ້ຮ້າຍທີ່ສາມາດຈິນຕະນາ ການໄດ້ເພາະພຣະອົງສາມາດເວົ້າກັບດາວິດວ່າ“ຄວາມເຈັບປວດແຫ່ງນາຮົກຈັບຂ້າພະເຈົ້າໄວ້”(ເພງສັນລະເສີນ 116:3), ຄື້ນທຸກຢ່າງແລະຄື້ນໃຫຍ່ຕ່າງໆຂອງພຣະເຈົ້າຢູ່ເໜືອ ພຣະອົງ: ເໜືອພຣະອົງ,ຢູ່ໃຕ້ພຣະອົງ,ຢູ່ອ້ອມຮອບພຣະອົງ,ຢູ່ນອກພຣະອົງ,ກັບພຣະອົງ ທຸກຢ່າງ,ທຸກຢ່າງຄືຄວາມເຈັບປວດແລະບໍ່ມີທາງທີ່ຈະຫລົບໜີຈາກຄວາມເຈັບປວດ ແລະ ຄວາມໂສກເສົ້າຂອງພຣະອົງໄດ້, ບໍ່ມີຄວາມເສົ້າໃດທີ່ໄປໄກກວ່າຂອງພຣະຄຣິດໄດ້,ພຣະ ອົງຊົງຕັດວ່າ“ໃຈຂອງເຮົາເປັນທຸກ”ອ້ອມຮອບດ້ວຍຄວາມໂສກເສົ້າ“ຈົນເກືອບຕາຍ” - ຈົນ ສຸດຂອບເຂດຂອງຄວາມຕາຍ!

ພຣະອົງບໍ່ໄດ້ຕາຍຢູ່ໃນສວນເກັດເສມານີ, ແຕ່ພຣະອົງຊົງທຸກທໍລະມານຄືກັບວ່າ ພຣະອົງຈະຕາຍ, ຄວາມເຈັບປວດແລະຄວາມເຈັບຂອງພຣະອົງໄປສູ່ຂອບຂອງຄວາມຕາຍ - ແລະຈາກນັ້ນກໍຢຸດຢູ່ບ່ອນເກົ່າ.

ຂ້າພະເຈົ້າບໍ່ແປກໃຈເລີຍທີ່ຄວາມກົດດັນພາຍໃນເຮັດໃຫ້ເຫື່ອຂອງພຣະເຈົ້າຂອງ ເຮົາເປັນເໝືອນເມັດເລືອດໃຫຍ່ຕົກລົງມາ,ຂ້າພະເຈົ້າໄດ້ເຮັດໃຫ້ເລື່ອງນີ້ຊັດເຈນທີ່ສຸດເທົ່າທີ່ ເຮັດໄດ້ຈາກຈຸດຢືນຂອງມະນຸດ.

ຊົງເປັນພຣະເຈົ້າແລະພຣະເຈົ້າຜູ້ດຽວ
ທີ່ຄວາມເສົ້າຂອງພຣະອົງເປັນທີ່ຮູ້ຈັກເຕັມໄດ້

“ເມື່ອພຣະອົງຊົງເປັນທຸກເທົ່າໃດພຣະອົງຍິ່ງປົງໃຈອະທິຖານ ເຫື່ອຂອງ ພຣະອົງເປັນເໝືອນເລືອດເມັດໃຫຍ່ໄຫລຢອດລົງເຖິງດິນ”(ລູກາ 22:44)

III. ສາມ ເປັນຫຍັງພຣະຄຣິດຈື່ງຜ່ານກັບເລື່ອງນີ້ທັງໝົດ?

ຂ້າພະເຈົ້າແນ່ໃຈວ່າມີຫຼາຍຄົນສົງໄສວ່າເປັນຫຍັງພຣະຄຣິດຈື່ງຜ່ານກັບຄວາມທໍ ລະມານແລະເຫື່ອໄຫຼຢອດເປັນເລືອດແບບນີ້, ພວກເຂົາອາດຈະເວົ້າວ່າ“ຂ້ອຍຮູ້ວ່າພຣະອົງ ຊົງຜ່ານກັບສິ່ງເຫຼົ່ານັ້ນແຕ່ຂ້ອຍບໍ່ເຂົ້າໃຈວ່າເປັນຫຍັງພຣະອົງຈື່ງຕ້ອງປະສົບພົບພໍ້ກັບມັນ” ຂ້າພະເຈົ້າຈະຂໍເອົາຫົກເຫດຜົນໃຫ້ພວກທ່ານວ່າເປັນຫຍັງພຣະເຢຊູຈື່ງຕ້ອງຜ່ານກັບປະສົບ ການນີ້ຢູ່ໃນສວນເກັດເສມານີ.

1. ໜື່ງເພື່ອສະແດງໃຫ້ເຮົາເຫັນຄວາມເປັນມະນຸດແທ້ຂອງພຣະອົງ, ຢ່າຄິດເຖິງ ພຣະອົງໃນຖານະເປັນພຣະເຈົ້າເທົ່ານັ້ນເຖິງແມ່ນວ່າພຣະອົງຊົງເປັນພຣະເຈົ້າ ແນ່ນອນ, ແຕ່ຈົ່ງຮູ້ສຶກວ່າພຣະອົງຊົງຢູ່ໃກ້ທ່ານ,ເປັນກະດູກຂອງທ່ານ, ເປັນ ເນື້ອໜັງຂອງທ່ານ, ພຣະອົງຊົງເຫັນອົກເຫັນໃຈພວກທ່ານຢ່າງທົ່ວເຖິງແນວ ໃດ! ພຣະອົງຊົງເປັນພາລະຂອງພາລະທຸກຢ່າງແລະເສົ້າໝອງກັບຄວາມເສົ້າ ໝອງທຸກຢ່າງຂອງທ່ານ, ບໍ່ມີຫຍັງທີ່ເຄີຍເກີດແກ່ທ່ານທີ່ພຣະເຢຊູບໍ່ເຂົ້າໃຈ, ນັ້ນ ແລະ ທີ່ວ່າເປັນຫຍັງພຣະອົງຈື່ງຊົງສາມາດຊ່ວຍທ່ານໃຫ້ຜ່ານການທົດ ລອງຂອງທ່ານໄດ້, ຈົ່ງຍຶດພຣະເຢຊູເປັນເພື່ອນຂອງທ່ານ, ພຣະອົງຈະຊົງ ເອົາຄວາມບັນເທົາໃຫ້ທ່ານຊື່ງຈະຊ່ວຍແບກທ່ານໃຫ້ຜ່ານຈາກທຸກບັນຫາຂອງ ຊີວິດໄດ້.

2. ສອງ ເພື່ອເປັນແບບຢ່າງໃຫ້ເຮົາ, ອັກຄະສາວົກເປໂຕໄດ້ກ່າວວ່າ“ພຣະຄຣິດ ໄດ້ຊົງຮັບທົນທຸກທໍລະມານເພື່ອເຮົາທັງຫລາຍ ໃຫ້ເປັນແບບຢ່າງແກ່ເຮົາ ເພື່ອທ່ານຈະໄດ້ຕາມຮອຍພຣະບາດຂອງພຣະອົງ”(1 ເປໂຕ 2:21),ຂ້າພະ ເຈົ້າບໍ່ເຫັນດ້ວຍກັບພວກນັກເທດທີ່ບອກພວກທ່ານວ່າຊີວິດຄຣິສຕຽນຂອງ ທ່ານມັນຈະງ່າຍ? ອັກຄະສາວົກເປົາໂລໄດ້ກ່າວວ່າ“ທຸກຄົນທີ່ປາດຖະໜາ ຈະດໍາເນີນຊີວິດຕາມທາງຂອງພຣະເຈົ້າຈະຖືກກົດຂີ່ຂົ່ມເຫງ”(2 ຕີໂມທຽວ 3:12), ລາວໄດ້ເວົ້າວ່າ“ເຫດສະນັ້ນທ່ານຈົ່ງອົດທົນຄວາມຍາກລໍາບາກດັ່ງ ທະຫານທີ່ດີຂອງພຣະເຢຊູຄຣິດ”(2 ຕີໂມທຽວ 2:3),ເປົາໂລເວົ້າຄໍານີ້ຕໍ່ນັກ ເທດໜຸ່ມຄົນໜື່ງ, ການຮັບໃຊ້ເປັນວຽກທີ່ຍາກ, ຜູ້ຊາຍສ່ວນຫຼາຍເຮັດບໍ່ໄດ້, ອີງຕາມຈອຊບານາ 35 ຫາ 40% ຂອງສິດຍາພິບານທັງໝົດປະຖີ້ມການ ຮັບໃຊ້ໃນປະຈຸບັນນີ້, ມັນເປັນໜື່ງໃນການເອີ້ນທີ່ຍາກທີ່ສຸດໃນໂລກ, ບໍ່ມີໃຜ ສາມາດທົນມັນໄດ້ນອກຈາກຜູ້ນັ້ນຈະເປັນທະຫານຂອງພຣະຄຣິດ! ບໍ່ພຽງແຕ່ ພວກສິດຍາພິບານເທົ່ານັ້ນແຕ່ລວມທັງຄຣິສຕຽນທີ່ດີທຸກຄົນຈະພົບຄວາມທຸກ ທໍລະມານໃນການຮັບໃຊ້ພຣະເຈົ້າ, ພຣະຄໍາພີຕັດວ່າ“ພວກເຮົາຈະຕ້ອງປະ ເຊີນຄວາມທຸກລໍາບາກຫຼາຍຈົນກວ່າຈະໄດ້ເຂົ້າໃນອານາຈັກຂອງພຣະເຈົ້າ” (ກິດຈະການ 14:22), ຂ້າພະເຈົ້າຄິດວ່າແມ່ນດຣ.ຈອນຊວງທີ່ເວົ້າວ່າ“ບໍ່ມີ ກາງແຂນ - ບໍ່ມີມົງກຸດ)”

3. ສາມ ປະສົບການຂອງພຣະອົງຢູ່ໃນສວນໄດ້ສະແດງໃຫ້ເຮົາເຫັນຄວາມຊົ່ວ ຂອງບາບ,ພວກທ່ານໃນຖານະທີ່ເປັນຄົນບາບຄົນໜື່ງຊື່ງພຣະເຢຊູບໍ່ເຄີຍເປັນ ໂອຄົນບາບເອີຍຄວາມບາບຂອງທ່ານຕ້ອງເປັນສິ່ງຮ້າຍແຮງຕັ້ງແຕ່ມັນເປັນ ເຫດໃຫ້ພຣະຄຣິດເຈັບປວດ,ຂໍ້ກ່າວຫາຂອງຄວາມບາບຂອງເຮົາເປັນສາເຫດ ຊອງເຫື່ອໄຫຼເປັນເລືອດຂອງພຣະອົງ.

4. ສີ່ ເວລາແຫ່ງການທົດສອບຂອງພຣະອົງຢູ່ໃນສວນສະແດງໃຫ້ເຫັນເຖິງ ຄວາມຮັກຂອງພຣະອົງ,ພຣະອົງຊົງແບກຄວາມເປັນຕາຢ້ານຂອງການຖືກນັບ ວ່າເປັນຄົນບາບຢູ່ໃນບ່ອນຂອງເຮົາ, ພວກເຮົາເປັນໜີ້ພຣະອົງທຸກຢ່າງເພາະ ຄວາມທຸກທໍລະມານຢູ່ໃນຕົວແທນຂອງເຮົາ,ເພື່ອຈ່າຍການລົງໂທດເພາະບາບ ຂອງເຮົາ, ພວກເຮົາຄວນຈະຮັກພຣະອົງຫຼາຍເພາະຄວາມຮັກທີ່ມີຕໍ່ເຮົາໃຫຍ່ ຫຼວງ,

5. ຫ້າ ຈົ່ງເບິ່ງພຣະເຢຊູຢູ່ໃນສວນແລະຮຽນຮູ້ການໄຖ່ອັນຍິ່ງໃຫຍ່ຂອງພຣະອົງ, ໃນສາຍຕາຂອງພຣະເຈົ້າຂ້າພະເຈົ້າເປັນຄົນດໍາແລະສົກກະປົກພຽງໃດ,ຂ້າ ພະເຈົ້າຮູ້ສຶກວ່າຕົນເອງເໝາະທີ່ຈະຖືກຖີ້ມລົງສູ່ນາຮົກ, ຂ້າພະເຈົ້າແປກໃຈທີ່ ພຣະເຈົ້າບໍ່ໄດ້ໂຍນຂ້າພະເຈົ້າຖີ້ມແຕ່ດົນແລ້ວ, ແຕ່ຂ້າພະເຈົ້າໄດ້ໄປເກັດເສ ມານີແລະໄດ້ແນມເບິ່ງກ້ອງຕົ້ນໝາກກອກເຫຼົ່ານັ້ນແລະຂ້າພະເຈົ້າໄດ້ເຫັນ ພຣະຜູ້ຊ່ວຍຂອງຕົນ, ແມ່ນແລ້ວຂ້າພະເຈົ້າເຫັນພຣະອົງກິ້ງເກືອກຢູ່ເທິງພີ້ນ ດ້ວຍຄວາມທໍລະມານ,ຂ້າພະເຈົ້າໄດ້ຍີນພຣະອົງຮ້ອງຄາງ, ຂ້າພະເຈົ້າແນມ ເບິ່ງດິນອ້ອມຮອບພຣະອົງແລະໄດ້ເຫັນສີແດງກັບເລືອດຂອງພຣະອົງໃນຂະ ນະທີ່ໃບໜ້າຂອງພຣະອົງເປື້ອນໄປດ້ວຍເຫື່ອທີ່ອາບເລືອດ,ຂ້າພະເຈົ້າເວົ້າຕໍ່ ພຣະອົງວ່າ“ພຣະຜູ້ໄຖ່ພຣະອົງເປັນອີຫຍັງບໍ?”ຂ້າພະເຈົ້າໄດ້ຍິນພຣະອົງ ຕອບວ່າ“ເຮົາກໍາລັງທຸກທໍລະມານເພາະບາບຂອງເຈົ້າ”ແລະຂ້າພະເຈົ້າກໍເຂົ້າ ໃຈວ່າພຣະເຈົ້າຊົງສາມາດອະໄພບາບຂອງຂ້າພະເຈົ້າຜ່ານທາງການເສຍສະ ຫຼະຂອງພຣະອົງເພື່ອຂ້າພະເຈົ້າໄດ້,ຈົ່ງມາຫາພຣະເຢຊູແລະເຊື່ອໃນພຣະອົງ, ຄວາມບາບຂອງທ່ານຈະໄດ້ຮັບການອະໄພໂດຍພຣະໂລຫິດຂອງພຣະອົງ.

6. ຫົກ ຈົ່ງຄິດເຖິງຄວາມເປັນຕາຢ້ານແຫ່ງການລົງໂທດທີ່ຈະມາສູ່ຄົນເຫຼົ່ານັ້ນທີ່ ປະຕິເສດການຊົງໄຖ່ຂອງພຣະອົງ, ຈົ່ງຄິດເບິ່ງຖ້າທ່ານປະຕິເສດພຣະອົງ ວັນໜື່ງທ່ານກໍຈະຢືນຢູ່ຕໍ່ໜ້າພຣະເຈົ້າຜູ້ບໍລິສຸດແລະຖືກຕັດສິນສໍາຫຼັບຄວາມ ຜິດບາບຂອງທ່ານ,ຂ້າພະເຈົ້າຈະຂໍບອກທ່ານດ້ວຍຄວາມເຈັບປວດໃນຫົວໃຈ ຂອງຂ້າພະເຈົ້າໃນຂະນະທີ່ບອກທ່ານວ່າ ແມ່ນຫຍັງຈະເກີດຂື້ນກັບທ່ານຖ້າ ທ່ານຫາກປະຕິເສດພຣະຜູ້ຊ່ວຍໃຫ້ລອດຄືພຣະເຢຊູຄຣິດ, ບໍ່ແມ່ນຢູ່ໃນສວນ ແຕ່ຢູ່ໃນຕຽງທ່ານຈະຕົກໃຈແລະຖືກຄວາມຕາຍເອົາຊະນະ, ທ່ານຈະຕາຍ ແລະວິນຍານຂອງທ່ານກໍຈະຖືກອຸ້ມໄປເພື່ອຕັດສິນແລະສົ່ງລົງສູ່ນາຮົກ, ຈົ່ງ ໃຫ້ເກັດເສມານີເຕືອນທ່ານ, ຂໍໃຫ້ການຮ້ອງຄາງຂອງມັນ,ນໍ້າຕາແລະເຫື່ອໄຫຼ ເປັນເລືອດຂັບເຄື່ອນທ່ານໃຫ້ກັບໃຈໃນເລື່ອງຄວາມບາບ ແລະ ເຊື່ອໃນພຣະ ເຢຊູ, ຈົ່ງມາຫາພຣະອົງ,ວາງໃຈໃນພຣະອົງ, ພຣະອົງຊົງຟື້ນຄືນມາຈາກ ຕາຍແລະຊົງມີຊີວິດຢູ່,ຊົງນັ່ງທີ່ຂວາມືຂອງພຣະເຈົ້າໃນສະຫວັນ, ຈົ່ງມາຫາ ພຣະອົງດຽວນີ້ແລະຮັບການຍົກໂທດກ່ອນທີ່ມັນຈະສວາຍເກີນໄປ,ເອແມນ.


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານ ດຣ.ໄຮເມີ ຢາກຈະໄດ້ຍິນຈາກທ່ານ, ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງເພີ່ນນໍາວ່າທ່ານຂຽນມາ ຈາກປະເທດໃດບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງທ່ານໄດ້, ຖ້າບົດ ເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາ ບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນ ໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ. ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີ,ທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼືຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ: ລູກາ 22:39-44.
ບັນເລງເພງກ່ອນເທດສະໜາໂດຍທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“Thine Unknown Sufferings” (Joseph Hart, 1712-1768).

ໂຄງຮ່າງບົດເທດສະໜາ

ເຫື່ອເປັນເລືອດ

THE BLOODY SWEAT

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.

“ເມື່ອພຣະອົງຊົງເປັນທຸກເທົ່າໃດພຣະອົງຍິ່ງປົງໃຈອະທິຖານ ເຫື່ອຂອງພຣະອົງເປັນເໝືອນເລືອດເມັດໃຫຍ່ໄຫລຢອດລົງເຖິງດິນ” (ລູກາ 22:44)

(ໂຢຮັນ 18:2; ອິດສະຢາ 53:7; ປະຖົມມະການ 28:17)

I.ໜື່ງແມ່ນຫຍັງຄືສາເຫດຂອງຄວາມເຈັບປວດແລະຄວາມທໍລະມານຂອງພຣະ ຄຣິດຢູ່ໃນສວນເກັດເສມານີ.
ອິດສະຢາ 53:3; ໂຢຮັນ 14:27;18:1; ມັດທາຍ 26:39,38,37; ເຮັບເລີ 12:2; ອິດສະຢາ 53:6;
1 ເປໂຕ 2:24; ລູກາ 22:44.

II. ສອງ ແມ່ນຫຍັງຄືຄວາມໝາຍຂອງເຫື່ອໄຫຼເປັນເລືອດຂອງພຣະຄຣິດ? ລູກາ 22:44; ມັດທາຍ 26:37;
ອິດສະຢາ 53:4,11; ມາລະໂກ 14:33. ມັດທາຍ 26:38; ເພງສັນລະເສີນ 116:3; ລູກາ 22:44.

III. ສາມ ເປັນຫຍັງພຣະຄຣິດຈື່ງພົບຜ່ານກັບເລື່ອງນີ້ທັງໝົດ? 1 ເປໂຕ 2:21; 2 ຕີໂມທຽວ 3:12; 2:3;
ກິດຈະການ 14:22.