Print Sermon

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 215 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 36 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ພຣະເຈົ້າຊົງປະຖີ້ມພຣະຄຣິດ!

THE GOD-FORSAKEN CHRIST!
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 24/1/2016
A sermon preached at the Baptist Tabernacle of Los Angeles
Lord’s Day Morning, January 24, 2016

“ພຣະເຈົ້າຂອງຂ້າພະອົງ ພຣະເຈົ້າຂອງຂ້າພະອົງເປັນຫຍັງພຣະອົງຈື່ງ ປະຖີ້ມຂ້າພະອົງ?” (ມັດທາຍ 27:46)


ເມື່ອຂ້າພະເຈົ້າເທດສະໜາໃນຕອນເຊົ້າວັນອາທິດຂ້າພະເຈົ້າກໍມັກເວົ້າກັບຄົນໜຸ່ມ, ຂ້າພະເຈົ້າເຮັດແບບນີ້ກໍເພາະວ່າມີຄົນໜຸ່ມຫຼາຍຄົນໃນຄຣິສຕະຈັກຂອງພວກເຮົາໃນເຊົ້າວັນອາທິດທີ່ບໍ່ເຄີຍໄດ້ຍິນຂ່າວປະເສີດແບບຈະແຈ້ງຈັກເທື່ອ, ພວກເຮົາໄດ້ອອກໄປຕາມຫ້າງ ຕາມວິທະຍາໄລຕ່າງໆ ແລະຕາມສະຖານທີ່ຕ່າງໆບ່ອນທີ່ຄົນໜຸ່ມເຕົ້າໂຮມກັນຢູ່ແລະພວກ ເຮົາໄດ້ເຊີນໃຫ້ພວກທ່ານມາ, ແລະພວກທ່ານກໍມາແລະຂ້າພະເຈົ້າກໍຂໍຂອບໃຈທີ່ພວກທ່ານ ມາ, ຂອບໃຈທີ່ພວກທ່ານມາໄດ້.

ແຕ່ກໍມີເຫດຜົນອື່ນອີກທີ່ຂ້າພະເຈົ້າເທດສະໜາໃຫ້ພວກຄົນໜຸ່ມຟັງໃນແຕ່ລະເຊົ້າ ວັນອາທິດ, ເຫດຜົນອັນທີ່ສອງກໍຄືເພາະພວກຄົນໜຸ່ມທີ່ອາຍຸຕໍ່າກວ່າສາມສິບປີມີຄວາມ ເປັນໄປໄດ້ທີ່ຈະປະສົບກັບຄວາມລອດຫຼາຍກວ່າຄົນທີ່ເຖົ້າກວ່າ, ການຄົ້ນຄວ້າແລະຜົນສໍາ ຫຼວດທຸກໆອັນບອກພວກເຮົາແບບນັ້ນ, ແລະປະສົບການສ່ວນຕົວຂອງຂ້າພະເຈົ້າກໍສະ ແດງໃຫ້ເຫັນແລ້ວວ່າມັນເປັນຄວາມຈິງ, ຖ້າບຸກຄົນໜື່ງກໍາລັງຈະລອດມັນມັກຈະເກີດຂື້ນ ກັບບຸກຄົນທີ່ມີອາຍຸລະຫວ່າງສິບຫົກປີຫາຊາວຫ້າປີ, ຂ້າພະເຈົ້າເຂົ້າໃຈວ່າມີຂໍ້ຍົກເວັ້ນ ຕ່າງໆແຕ່ກໍບໍ່ຫຼາຍ.

ພວກເຮົາສາມາດອະທິບາຍເລື່ອງນີ້ໄດ້ແນວໃດ? ໜື່ງໃນການອະທິບາຍຄືວ່າ ພວກຄົນໜຸ່ມເລີ່ມທີ່ຈະເຂົ້າໃຈວ່າຊີວິດມັນຍາກແລະລໍາບາກ, ທ່ານຫາກໍເລີ່ມເຂົ້າໃຈ ວ່າທ່ານຈະຕ້ອງຕາຍ, ວ່າທ່ານຈະຕາຍ, ແລະທ່ານຫາກໍເລີ່ມທີ່ຈະເຫັນວ່າໂລກນີ້ເປັນ ສະຖານທີ່ເປັນຕາຢ້ານແລະໂດດດ່ຽວ, ທ່ານຍັງບໍ່ໄດ້ຮຽນຮູ້ວ່າຈະປົກປິດຄວາມຢ້ານດ້ວຍ ກິດຈະກໍາທີ່ຕື່ນເຕັ້ນແລະຄວາມມ່ວນຊື່ນຕ່າງໆໄດ້ເລີຍ.

ຄົນໜຸ່ມຫາກໍຢູ່ໃນຈຸດເລີ່ມຕົ້ນຂອງຊີວິດໃນຖານະເປັນຜູ້ໃຫຍ່,ແລະພວກທ່ານຫຼາຍຄົນກໍກໍາລັງຖາມຕົນເອງວ່າ“ຂ້ອຍຈະມີຊີວິດຢູ່ໃນໂລກທີ່ເຢັນຊ່າ,ບໍ່ມີຄວາມຮັກແລະໂດດ ດ່ຽວໄດ້ແນວໃດ?”ດັ່ງນັ້ນຂ້າພະເຈົ້າຈື່ງກັບມາເທດໃນຫົວຂໍ້ຄວາມໂດດດ່ຽວເທດແລ້ວເທດອີກ, ໂອຂ້າພະເຈົ້າເຂົ້າໃຈດີວ່າຫົວຂໍ້ເລື່ອງຄວາມໂດດດ່ຽວບໍ່ໄດ້ດຶງດູດໃຈພວກຄົນໜຸ່ມທຸກ ຄົນ, ຂ້າພະເຈົ້າຮູ້ດີວ່າພວກທ່ານຫຼາຍຄົນໄດ້ຮຽນຮູ້ວິທີໃຊ້ກິດຈະກໍາຕື່ນເຕັ້ນທີ່ຫລອກລວງ ແລະຄວາມມ່ວນຊື່ນເພື່ອຫລີກລ້ຽງຄວາມຄິດກ່ຽວກັບຄວາມໂດດດ່ຽວ, ແລະຂ້າພະເຈົ້າຮູ້ດີ ວ່າຄົນທີ່ໄດ້ຮຽນຮູ້ການຫລອກລວງຕ່າງໆຈະບໍ່ເອົາໃຈໃສ່ຕໍ່ບົດເທດຂອງຂ້າພະເຈົ້າ, ແຕ່ຂ້າ ພະເຈົ້າກໍຮູ້ເຊັ່ນກັນວ່າໜ້າຈະມີໄວ້ລຸ້ນຊາຍແລະຍິງທີ່ຮອບຄອບທີ່ຢູ່ທີ່ນີ້ທີ່ຈະກັບບ້ານແລະ ເວົ້າວ່າ“ຊາຍແກ່ຄົນນັ້ນລາວເວົ້າໃສ່ຂ້ອຍມື້ນີ້,ຂ້ອຍຕ້ອງກັບໄປແລ້ວຟັງລາວເທດອີກ”

ແລະຕໍ່ທັງຊາຍແລະຍິງທີ່ຮອບຄອບທີ່ຂ້າພະເຈົ້າເວົ້າໃນເຊົ້າມື້ນີ້,ຫົວຂໍ້ຂອງຂ້າພະ ເຈົ້າກໍຄືຄວາມໂດດດ່ຽວ - ເຢັນຊ່າ,ແຂງກະດ້າງ,ເປັນຕາຢ້ານ,ຄວາມໂດດດ່ຽວທີ່ເຮັດໃຫ້ ໂສກເສົ້າ, ຍັງບໍ່ເຄີຍມີການສະແດງອອກແລະຄວາມຮູ້ສຶກຫຼາຍໄປກວ່າເທົ່າກັບຕອນທີ່ພຣະ ເຢຊູຄຣິດຊົງຮ້ອງຢູ່ເທິງໄມ້ກາງແຂນວ່າ:

“ພຣະເຈົ້າຂອງຂ້າພຣະອົງ ພຣະເຈົ້າຂອງຂ້າພະອົງເປັນຫຍັງພຣະອົງຈື່ງ ປະຖີ້ມຂ້າພະອົງ?”(ມັດທາຍ 27:46)

ຈົ່ງຄິດເຖິງພາບຂອງພຣະອົງໃນສາຍຕາຂອງທ່ານເບິ່ງ,ພວກເຂົາຈັບພຣະອົງໃນ ຂະນະທີ່ພຣະອົງຊົງອະທິຖານຢູ່ຜູ້ດຽວໃນສວນເກັດເສມານີ, ພວກເຂົາແກ້ເສື້ອຂອງພຣະ ອົງອອກແລ້ວຕີພຣະອົງຈົນເກືອບຕາຍ, ພວກເຂົາສວມມົງກຸດໜາມໃສ່ເທິງຫົວຂອງພຣະ ອົງ, ພວກເຂົາເຍາະເຍີ້ຍແລະຫົວຂວັນພຣະອົງໃນເວລາທີ່ພຣະອົງຊົງແບກໄມ້ກາງແຂນ ໄປຕາມຖະໜົນ, ພວກເຂົາຕອກຕະປູໃສຕີນແລະມືຂອງພຣະອົງ, ພວກເຂົາຍົກໄມ້ກາງ ແຂນຂື້ນ, ຮ່າງກາຍຂອງພຣະອົງຖືກຫ້ອຍຢູ່ແລະພວກເຂົາໄດ້ຂຽນຄໍາເຍີ້ຍໃສ່ພຣະອົງ,ສຸດ ທ້າຍພຣະອົງຊົງຮ້ອງວ່າ:

“ພຣະເຈົ້າຂອງຂ້າພຣະອົງ ພຣະເຈົ້າຂອງຂ້າພະອົງເປັນຫຍັງພຣະອົງຈື່ງ ປະຖີ້ມຂ້າພະອົງ?”(ມັດທາຍ 27:46)

ເພື່ອທີ່ຈະເຂົ້າໃຈຄວາມສໍາຄັນຂອງຄໍາຮ້ອງນັ້ນພວກເຮົາຕ້ອງຕອບຄໍາຖາມສອງຂໍ້ນີ້.

I. ໜື່ງ ພຣະເຢຊູອົງນີ້ແມ່ນໃຜ?

ພຣະອົງບໍ່ແມ່ນມະນຸດທໍາມະດາ,ພຣະຄໍາພີບອກວ່າພຣະເຈົ້າ“ໄດ້ປະທານພຣະບຸດອົງດຽວຂອງພຣະອົງທີ່ບັງເກີດມາ”(ໂຢຮັນ 3:16),ຜູ້ຊາຍທີ່ຮ້ອງສຽງດັງຄົນນີ້ເປັນພຣະ ບຸດອົງດຽວທີ່ບັງເກີດມາຂອງພຣະເຈົ້າ,ນອກຈາກນີ້ພຣະອົງກໍໄດ້ເວົ້າເຖິງ.

“ກຽດຊຶ່ງຂ້າພະອົງໄດ້ມີຮ່ວມກັບພຣະອົງ[ພຣະເຈົ້າພຣະບິດາ]ກ່ອນທີ່ໂລກນີ້ມີມາ” (ໂຢຮັນ 17:5)

ຊາຍທີ່ຮ້ອງສຽງດັງຈາກໄມ້ກາງແຂນຄົນນີ້ຄືພຣະເຢຊູຄຣິດ,ພຣະບຸກຄົນທີ່ສອງຂອງສາມ ພຣະພາກ, ຄວາມເປັນໜື່ງດຽວນັ້ນຄືທີ່ພຣະອົງຊົງຢູ່ກັບພຣະເຈົ້າພຣະບິດາຊື່ງພຣະອົງ ຊົງຕັດວ່າ:

“ເຮົາກັບພຣະບິດາເປັນອັນໜື່ງອັນດຽວກັນ” (ໂຢຮັນ 10:30)

ຄວາມເປັນອັນໜື່ງອັນດຽວກັນຂອງພຣະບິດາກັບພຣະເຢຊູຄຣິດພຣະບຸດແມ່ນມາຈາກອະ ດີດນິລັນດອນຈົນຮອດອະນາຄົດນິລັນດອນ, ພຣະອົງຊົງເປັນພຣະທໍາຂອງພຣະເຈົ້າ.

“ໃນເລີ່ມຕົ້ນນັ້ນພຣະທໍາຊົງເປັນຢູ່ແລ້ວ ແລະພຣະທໍາຊົງຢູ່ກັບພຣະເຈົ້າ ແລະພຣະທໍາຊົງເປັນພຣະເຈົ້າ ໃນເລີ່ມຕົ້ນນັ້ນພຣະອົງນັ້ນຊົງຢູ່ກັບພຣະເຈົ້າ ພຣະອົງຊົງສ້າງສິ່ງທັງປວງຂຶ້ນມາ ແລະໃນບັນດາສິ່ງທີ່ເປັນມານັ້ນ ບໍ່ມີຈັກຢ່າງດຽວທີ່ໄດ້ເປັນມານອກຈາກພຣະອົງ” (ໂຢຮັນ 1:1-3)

“ພຣະທໍາໄດ້ຊົງສະພາບຂອງເນື້ອໜັງ ແລະຊົງຢູ່ຖ້າມກາງເຮົາ” (ໂຢຮັນ 1:14)

ພຣະເຢຊູໄດ້ລົງມາຈາກສະຫວັນ,ພຣະເຢຊູພຣະບຸກຄົນທີ່ສອງຂອງສາມພຣະພາກມີຊີວິດຢູ່ໃນໂລກ, ແຕ່ພຣະອົງຍັງຊົງເປັນໜື່ງດຽວກັບພຣະບິດາຜ່ານທາງຊີວິດໃນໂລກນີ້ ຂອງພຣະອົງ, ເຖິງແມ່ນວ່າຢູ່ໃນບ່ອນມືດຂອງເກັດເສມານີໃນຂະນະທີ່ພວກສາວົກພາກັນ ຫຼັບພຣະເຢຊູຊົງອະທິຖານແລະມີການສາມັກຄີທໍາກັບພຣະເຈົ້າພຣະບິດາຂອງພຣະອົງ, ແມ່ນແຕ່ຕອນທີ່ພຣະອົງຖືກຈັບແບບຜິດໆພຣະເຈົ້າຊົງຢູ່ໃກ້ພຣະອົງແລະໃນຂະນະທີ່ພວກ ເຂົາຕີພຣະອົງແລະຈາກນັ້ນກໍຄຶງພຣະອົງ,ພຣະອົງກໍຍັງສາມາດຫັນໄປຫາພຣະເຈົ້າແລະອະທິຖານວ່າ.

“ພຣະບິດາ ຂໍຊົງໂຜດໃຫ້ອະໄພໃຫ້ເຂົາແດ່ເພາະພວກເຂົາບໍ່ຮູ້ວ່າເຂົາເຮັດ ຫຍັງ” (ລູກາ 23:34)

ແຕ່ຕອນນີ້ທຸກຢ່າງມືດໝົດ.

“ແລ້ວກໍບັງເກີດຄວາມມືດທົ່ວທັງແຜ່ນດິນ ຕັ້ງແຕ່ເວລາທ່ຽງ ຈົນເຖິງບ່າຍສາມໂມງ ຄັ້ນປະມານບ່າຍສາມໂມງພຣະເຢຊູຊົງຮ້ອງສຽງດັ່ງວ່າ "ເອລີ ເອລີ ລາມາສະບັກທານີ" ແປວ່າ "ພຣະເຈົ້າຂອງຂ້າພຣະອົງ ພຣະເຈົ້າຂອງຂ້າພຣະອົງ ເປັນຫຍັງພຣະອົງຊົງປະຖິ້ມຂ້າພຣະອົງ” (ມັດທາຍ 27:45-46)

ຄວາມມືດທີ່ປົກຄຸມໂລກໃນຊົ່ວໂມງທີ່ເປັນຕາຢ້ານຄືພາບຂອງຄວາມມືດທີ່ແຍກພຣະເຈົ້າ ພຣະບຸດອອກຈາກພຣະເຈົ້າພຣະບິດາເປັນຄັ້ງທໍາອິດ, ກ່ອນໜ້ານີ້ພຣະບຸດຂອງພຣະເຈົ້າບໍ່ ເຄີຍແຍກຈາກພຣະບິດາຜູ້ຊົງຢູ່ໃນສະຫວັນຈັກເທື່ອ,ແຕ່ຕອນນີ້ຖືກແຍກແລ້ວ, ແລະໃນຊົ່ວ ໂມງທີ່ມືດມິດນັ້ນພຣະອົງຊົງຮ້ອງອອກມາວ່າ:

“ພຣະເຈົ້າຂອງຂ້າພຣະອົງ ພຣະເຈົ້າຂອງຂ້າພະອົງເປັນຫຍັງພຣະອົງຈື່ງ ປະຖີ້ມຂ້າພະອົງ?” (ມັດທາຍ 27:46)

ຊາຍຄົນນີ້ແມ່ນໃຜ? ພຣະອົງຄືພຣະເຢຊູຜູ້ຊົງນິລັນດອນພຣະບຸດອົງດຽວຂອງພຣະເຈົ້າທີ່ ເກີດມາຂອງພຣະເຈົ້າ-ແຍກອອກຈາກພຣະບິດາຜູ້ຢູ່ໃນສະຫວັນຢ່າງສິ້ນເຊີງເປັນຄັ້ງທໍາອິດ ທີ່ເກີດຂື້ນໃນຄວາມເປັນນິລັນດອນ.

II. ສອງ ເປັນຫຍັງພຣະອົງຈື່ງຮ້ອງສຽງດັງ?

ຂ້າພະເຈົ້າກໍາລັງພົບກັບຄວາມຫຍຸ້ງຍາກໃນການອະທິບາຍເລື່ອງນີ້ໃນຫົນທາງທີ່ ງ່າຍໆໃຫ້ກັບທ່ານ, ບໍ່ຕ້ອງສົງໄສເລີຍວ່າຄໍາຕັດຂອງພຣະເຢຊູອັນທີ່ຈິງແລ້ວຢູ່ເໜືອການ ອະທິບາຍ, ສະເປີໂຈນກໍພົບຄວາມຂໍ້ຫຍຸ້ງຍາກແບບດຽວກັນ,ພຣະອົງຕັດຄໍາເຫຼົ່ານີ້ຊື່ງບໍ່ມີ ໃຜສາມາດເຂົ້າໃຈໝົດໄດ້,ສະເປີໂຈນໄດ້ເວົ້າວ່າ:

ມາຕິນລູເທີ(ຜູ້ນໍານັກປະຕິຮູບຜູ້ຍິ່ງໃຫຍ່)ນັ່ງລົງພິຈາລະນາຂໍ້ນີ້ໃນການສຶກສາຂອງລາວ, ເປັນເວລາຫຼາຍຊົ່ວໂມງທີ່ຜູ້ຍິ່ງໃຫຍ່ຂອງພຣະເຈົ້າຍັງນັ່ງຢູ່ ແລະຄົນທີ່ລໍຖ້າລາວກໍເຂົ້າມາແລ້ວອອກໄປໆ,ລາວນອນກິ້ງເກືອກກັບພື້ນ ໃນການຕຶກຕອງຂອງລາວຈົນພວກເຂົາຄິດວ່າລາວເປັນຊາກສົບອັນໜື່ງ, ລາວບໍ່ໄດ້ເຄື່ອນໄຫວຫຍັງເລີຍບໍ່ວ່າຈະເປັນຕີນ,ບໍ່ໄດ້ກິນດື່ມຫຍັງເລີຍ,ແຕ່ນັ່ງໂດຍທີ່ຕາຍັງມືນຢູ່ຄືກັບຄົນໜື່ງທີ່ນັ່ງຟັງທໍາ,ຄິດເຖິງຄໍາທີ່ແປກປະຫຼາດນັ້ນ“ພຣະເຈົ້າຂອງຂ້າພະອົງພຣະເຈົ້າຂອງຂ້າພະອົງ ເປັນຫຍັງພຣະອົງ ຈື່ງປະຖີ້ມຂ້າພະອົງ?”ແລະຫຼັງຈາກຜ່ານໄປຫຼາຍຊົ່ວໂມງທີ່ເບິ່ງຄືກັບວ່າ ລາວເມີນເສີຍຕໍ່ທຸກຢ່າງທີ່ຢູ່ອ້ອມຮອບລາວ,ລາວກໍລຸກຂື້ນຈາກຕັ່ງຂອງ ລາວ,ມີບາງຄົນໄດ້ຍິນລາວເວົ້າວ່າ“ພຣະເຈົ້າຊົງປະຖີ້ມພຣະເຈົ້າ! ບໍ່ມີໃຜ ເຂົ້າໃຈເລື່ອງນັ້ນ” ແລ້ວລາວກໍໄປຕາມທາງຂອງລາວ,ເຖິງແມ່ນວ່ານັ້ນ ແມ່ນເລື່ອງຍາກທີ່ຈະໃຊ້ການອະທິບາຍ - ຂ້າພະເຈົ້າກໍລັງເລໃຈທີ່ຈະເຫັນ ດີນໍາ - ແມ່ນຂ້າພະເຈົ້າບໍ່ໄດ້ແປກໃຈທີ່ຂໍ້ພຣະຄໍາພີຂອງເຮົານໍາສະເໜີຕໍ່ ຄວາມຄິດຂອງລູເທີໃນຮູບແບບນັ້ນ, ມີການເວົ້າວ່າລູເທີເບິ່ງຄືກັບຄົນທີ່ຈົ່ມ ຢູ່ໃນຄວາມຄິດ,ແລະກັບມາສູ່ຄວາມສະຫວ່າງອີກ, ຂ້າພະເຈົ້າຮູ້ສຶກເປັນຄື ກັບຄົນທີ່ບໍ່ໄດ້ຈົ່ມຢູ່ໃນຄວາມຄິດແຕ່ເປັນຜູ້ທີ່ຄົ້ນຫາມັນ- ຫຼືຄືເປັນຄືກັບຄົນ ທີ່ຢູ່ໃນຂາລົງ,ແລະສັ່ນໃນຂະນະທີ່ເຂົາຜ່ານຄວາມມືດມິດແຕ່ເປັນຄົນທີ່ບໍ່ ກ້າໄປຕໍ່າກວ່າສຽງຮ້ອງນີ້“ພຣະເຈົ້າຂອງຂ້າພະອົງພຣະເຈົ້າຂອງຂ້າພະອົງ ເປັນຫຍັງພຣະອົງ ຈື່ງປະຖີ້ມຂ້າພະອົງ?”ເລິກເຊີງຫຼາຍ,ບໍ່ມີໃຜສາມາດ ເຂົ້າໃຈ,ດັ່ງນັ້ນຂ້າພະເຈົ້າຈື່ງຈະບໍ່ພະຍາຍາມທີ່ຈະອະທິບາຍມັນ(C. H. Spurgeon, “The Saddest Cry From the Cross,” The Metropolitan Tabernacle Pulpit, Pilgrim Publications, 1977, volume XLVIII, pp. 517-518).

ຂ້າພະເຈົ້າເຫັນດ້ວຍກັບລູເທີແລະສະເປີໂຈນທີ່ວ່າພວກເຮົາບໍ່ສາມາດເຂົ້າໃຈແທ້ ໄດ້ວ່າພຣະເຈົ້າພຣະບິດາສາມາດ“ປະຖີ້ມ”ພຣະບຸດໄດ້ແນວໃດ,ຂ້າພະເຈົ້າຈະບໍ່ພະຍາຍາມອະທິບາຍປະໂຫຍກນີ້ແຕ່ຈໍຂໍໃຫ້ແນວຄິດໜ້ອຍໜື່ງກ່ຽວກັບເລື່ອງນີ້.

ພຣະຄຣິດກໍາລັງເວົ້າໃນຖານະມະນຸດຄົນໜື່ງ, ພຣະອົງຊົງເປັນພຣະເຈົ້າຢ່າງສົມບູນແຕ່ພຣະອົງກໍເປັນມະນຸດຢ່າງສົມບູນເຊັ່ນກັນ, ນີ້ແມ່ນຄວາມເປັນໜື່ງດຽວກັນແລະພຣະ ຄຣິດຊົງເປັນພຣະເຈົ້າໃນຮ່າງມະນຸດ, ແຕ່ໃນນີ້ເວົ້າເຖິງໃນຖານະເປັນມະນຸດຄົນໜື່ງ, ມີ ພຽງມະນຸດແທ້ທີ່ສາມາດເວົ້າໄດ້ວ່າພຣະອົງຊົງຖືກປະຖີ້ມໂດຍພຣະເຈົ້າຂອງພຣະອົງ,.

ພຣະຄຣິດຊົງຖືກປະຖີ້ມໂດຍພຣະເຈົ້າເພາະພວກເຮົາສົມຄວນຖືກຖີ້ມໂດຍພຣະ ເຈົ້າ, ເທິງໄມ້ກາງແຂນພຣະຄຣິດຊົງຮັບເອົາບ່ອນຂອງເຮົາແລະທຸກທໍລະມານເພື່ອບາບ ຂອງພວກເຮົາ.

“ແນ່ນອນພຣະອົງຊົງແບກຄວາມທຸກຂອງພວກເຮົາແລະຫິ້ວເອົາຄວາມໂສກເສົ້າຂອງພວກເຮົາໄປ” (ອິດສະຢາ 53:4)

ໂດຍຄວາມບາບຂອງພໍ່ແມ່ຄູ່ທໍາອິດຂອງເຮົາມັນກໍເລີຍສົ່ງຕໍ່ມາສູ່ພວກເຮົາທຸກຄົນ,ພວກເຮົາເກີດມາແລະເຕີບໃຫຍ່ໂດຍຖືກຕັດຂາດຈາກພຣະເຈົ້າ, ພຣະເຈົ້າຊົງປະຖີ້ມແລະປ່ອຍໃຫ້ຢູ່ ຜູ້ດຽວ,ຕັດຂາດຈາກພຣະເຈົ້າ,ຫ່າງເຫີນໄກຈາກພຣະອົງ,ໂດຍຄວາມບາບທາງທໍາມະຊາດແລະໂດຍຕາມຄວາມເປັນຈິງຂອງເຮົາ.

“ໂດຍທີ່ຄວາມເຂົ້າໃຈຂອງເຂົາມືດມົນໄປແລະເຂົາຢູ່ຫ່າງຈາກຊີວິດຊຶ່ງມາຈາກພຣະເຈົ້າ ເພາະເຫດຄວາມໂງ່ຊຶ່ງຢູ່ໃນໂຄເຂົາ ອັນເນື່ອງຈາກໃຈທີ່ແຂງກະດ້າງຂອງພວກເຂົາ” (ເອເຟໂຊ 4:18)

ພວກທ່ານເຄີຍຄິດວ່າຕ້ອງມີພຣະເຈົ້າອົງໜື່ງບໍ? ພວກທ່ານເຄີຍສົງໄສບໍ່ວ່າເປັນ ຫຍັງພຣະເຈົ້າຈື່ງບໍ່ມີແທ້ສໍາຫຼັບທ່ານ?ນີ້ແມ່ນຄໍາຕອບຈາກພຣະຄໍາພີ- ພຣະເຈົ້າບໍ່ມີແທ້ ຕໍ່ທ່ານກໍເພາະວ່າຄວາມເຂົ້າໃຈຝ່າຍວິນຍານຂອງທ່ານມັນ“ມືດມົນ”ເພາະ“ຄວາມແຂງກະ ດ້າງ”ຂອງໃຈຂອງທ່ານ,ນັ້ນແລະທີ່ວ່າເປັນຫຍັງທ່ານຈື່ງ“ຫ່າງຈາກຊີວິດຊຶ່ງມາຈາກພຣະເຈົ້າ”ກາລະສົມບູນຂອງຄໍາກໍາມະພາສາກຣີກໄດ້ເນັ້ນໜັກສະຖານະທີ່ຕໍ່ເນື່ອງ,ມັນບໍ່ໄດ້ໝາຍເຖິງວ່າທ່ານໄດ້ຮູ້ຈັກກັບພຣະເຈົ້າເທື່ອໜື່ງແລ້ວ,ໝາຍຄວາມວ່າທ່ານຍັງບໍ່ເຄີຍຮູ້ຈັກພຣະ ອົງຈັກເທື່ອແລະຍັງບໍ່ຮູ້ຈັກພຣະອົງ,ທ່ານຍັງຢູ່ໃນສະພາບທີ່ຫ່າງເຫີນຢູ່,ສືບຕໍ່ຖືກຕັດຂາດ ຈາກພຣະອົງ“ອັນເນື່ອງຈາກໃຈທີ່ແຂງກະດ້າງຂອງ[ທ່ານ]” (cf. Dr. Fritz Rienecker, A Linguistic Key to the Greek New Testament, Zondervan, 1980, p. 533).

ພຣະເຢຊູຄຣິດຊົງຕາຍເທິງໄມ້ກາງແຂນເພື່ອນໍາທ່ານເຂົ້າສູ່ຄວາມເປັນໜື່ງກັບພຣະເຈົ້າ.

“ເພາະພຣະຄຣິດເຊັ່ນກັນກໍໄດ້ທົນທຸກເທື່ອດຽວເທົ່ານັ້ນ ເພາະຄວາມຜິດບາບ ຄືພຣະອົງຜູ້ຊອບທຳເພື່ອຜູ້ບໍ່ຊອບທຳ ເພື່ອພຣະອົງຈະໄດ້ຊົງນຳເຮົາທັງຫລາຍໄປເຖິງພຣະເຈົ້າ” (1 ເປໂຕ 3:18)

ພຣະຄຣິດຊົງຕາຍເທິງໄມ້ກາງແຂນເພື່ອ“ນໍາເຮົາໄປຫາພຣະເຈົ້າ”ເພື່ອເອົາຄວາມຫ່າງເຫີນຂອງເຮົາໄປໂດຍຄວາມບາບທາງທໍາມະຊາດຂອງເຮົາແລະໂດຍທາງຄວາມເປັນຈິງຂອງ ເຮົາແລ້ວນໍາເຮົາເຂົ້າສູ່ຄວາມເປັນໜື່ງກັບພຣະເຈົ້າ, ໃນການເຮັດແບບນັ້ນພຣະຄຣິດຕ້ອງ ແບກ“ຄວາມທຸກ”ຂອງເຮົາແລະຫິ້ວເອົາ“ຄວາມໂສກເສົ້າ”ຂອງເຮົາເທິງໄມ້ກາງແຂນ.

“ແນ່ນອນພຣະອົງຊົງແບກຄວາມທຸກຂອງພວກເຮົາແລະຫິ້ວເອົາຄວາມໂສກເສົ້າຂອງພວກເຮົາໄປ” (ອິດສະຢາ 53:4)

ໃນຖານະເປັນຄົນບາບທີ່ບໍ່ກັບໃຈ,ທ່ານຖືກປະໄວ້ໃຫ້ຢູ່ຜູ້ດຽວໃນໂລກ, ທ່ານຮູ້ສຶກ ມັນ, ທ່ານຮັບຮູ້ວ່າມີບາງສິ່ງບາງຢ່າງທີ່ຜິດພາດຢູ່, ພວກຄົນໜຸ່ມເປັນພວກໜື່ງທີ່ຮູ້ສຶກເຖິງ ຄວາມໂດດດ່ຽວຂອງເຂົາ,ການຖືກພຣະເຈົ້າປະຖີ້ມຂອງເຂົາ,ໃນໂລກທີ່ມືດມົນແລະເປັນຕາຢ້ານ, ນັ້ນແລະຄືເຫດຜົນທີ່ພຣະເຈົ້າມັກເຮັດໃຫ້ຄົນກັບໃຈໃນຄວາມເປັນໄວໜຸ່ມຂອງພວກ ເຂົາ, ເມື່ອທ່ານເຖົ້າແກ່ຂື້ນທ່ານກໍຈະຮຽນຮູ້ເຖິງການຈົ່ມຢູ່ໃນຄວາມຫວ່າງເປົ່ານີ້,ຄວາມຮູ້ ສຶກໂດດດ່ຽວໃນຢາເສບຕິດຫຼືໃນທາດເອວກໍຮໍ, ຫຼືການປະເຊີນກັບເລື່ອງເພດສໍາພັນ ຫຼືໃນ ການຫາເງີນ, ຫຼືໃນການມີຊີວິດໃນ“ແຜນເກມ”ເພື່ອ“ບັນລຸຜົນສໍາເລັດ”ຂອງທ່ານ, ແລະເມື່ອ ທ່ານໄດ້ຮຽນຮູ້ທີ່ຈະໃຊ້ໜື່ງໃນ“ຄວາມຫລອກລວງ”ເຫຼົ່ານີ້ເພື່ອຫລົບໜີຈາກຄວາມຮູ້ສຶກ ຫວ່າງເປົ່າແລະຄວາມໂດດດ່ຽວ,ມັນກໍຈະຊ້າເກີນໄປສໍາຫຼັບທ່ານທີ່ຈະລອດ.

“ແລະເພາະເຂົາບໍ່ເຫັນດີທີ່ຈະຮູ້ຈັກພຣະເຈົ້າ ພຣະເຈົ້າຈຶ່ງຊົງປ່ອຍໃຫ້ເຂົາມີໃຈຊົ່ວຊ້າແລະປະພຶດສິ່ງທີ່ບໍ່ເໝາະສົມ” (ໂລມ 1:28)

ແຕ່ໃນເຊົ້ານີ້ໃນຂະນະທີ່ພວກທ່ານຍັງໜຸ່ມຢູ່,ພຣະເຈົ້າກໍາລັງເວົ້າກັບພວກທ່ານຢູ່, ຜ່ານທາງຄວາມຮູ້ສຶກໂດດດ່ຽວຂອງທ່ານທີ່ພຣະເຈົ້າຊົງເອີ້ນທ່ານ,ຊື່ງພຣະເຈົ້າຊົງຕັດຕໍ່ໃຈຂອງທ່ານ, ຫຼັງຈາກນັ້ນຈົ່ງຟັງຄໍາຂອງພຣະເຢຊູໃນຂະນະທີ່ພຣະອົງຊົງຕາຍເທິງໄມ້ກາງ ແຂນ.

“ພຣະເຈົ້າຂອງຂ້າພຣະອົງ ພຣະເຈົ້າຂອງຂ້າພະອົງເປັນຫຍັງພຣະອົງຈື່ງ ປະຖີ້ມຂ້າພະອົງ?” (ມັດທາຍ 27:46)

ນີ້ແມ່ນຄໍາຊື່ງຕັດກັບພວກເຮົາໂດຍສະເພາະໃນຂະນະທີ່ພວກເຮົາຍັງໜຸ່ມ, ພຣະເຈົ້າພຣະ ບຸດຊົງທໍລະມານແຍກຈາກພຣະເຈົ້າພຣະບິດາເພື່ອໄຖ່ທ່ານອອກຈາກການແຍກຈາກຈາກ ພຣະອົງຂອງທ່ານ, ທ່ານໄດ້ເດີນຫ່າງໄກຈາກພຣະເຈົ້າ - ແລະພຣະຄຣິດຊົງຈ່າຍຄ່າລົງ ໂທດເພາະບາບຂອງທ່ານ! ທ່ານໄດ້ລືມພຣະເຈົ້າ - ແລະພຣະຄຣິດຊົງຈ່າຍຄ່າລົງໂທດ ເພາະບາບຂອງທ່ານ! ທ່ານຂາດໂບດຫຼາຍອາທິດເພື່ອເຮັດຊົ່ວແລະເຮັດບາບ - ແລະພຣະ ຄຣິດຊົງຈ່າຍຄ່າລົງໂທດເພາະບາບຂອງທ່ານ! ທ່ານມາໂບດພຽງແຕ່“ອ້າປາກ”ແຕ່ບໍ່ເຄີຍ ຄິດກ່ຽວກັບພຣະເຈົ້າ - ແລະພຣະຄຣິດຊົງຈ່າຍຄ່າລົງໂທດເພາະບາບຂອງທ່ານ! ພຣະ ຄຣິດໄດ້ຈ່າຍຄ່າລົງໂທດເທິງໄມ້ກາງແຂນເພາະຄວາມບໍ່ເປັນແບບພຣະເຈົ້າຂອງທ່ານ! ຊ່າງເປັນລາຄາທີ່ພິລຶກຫຼາຍທີ່ພຣະອົງຊົງຈ່າຍ!

ພວກເຂົາແກ້ເສື້ອຂອງພຣະອົງອອກແລ້ວຕີພຣະອົງຈົນເກືອບຕາຍ, ພວກເຂົາ ຕອກມືແລະຕີນຂອງພຣະອົງໃສ່ໄມ້ກາງແຂນ, ຄວາມມືດກໍເກີດຂື້ນ,ຄວາມໂມໂຫຂອງ ພຣະເຈົ້າຕົກລົງມາເທິງພຣະອົງ.

“ແຕ່ກໍຍັງເປັນນໍ້າພຣະໄທຂອງພຣະເຈົ້າທີ່ຈະໃຫ້ທ່ານຟົກຊໍ້າດ້ວຍຄວາມ ທຸກ” (ອິດສະຢາ 53:10)

ພຣະເຈົ້າລົງໂທດພຣະຄຣິດແທນຄົນອື່ນຢູ່ບ່ອນຂອງເຮົາເພາະບາບຂອງເຮົາ, ແລະເປັນ ການລົງສໍາຫຼັບທຸກຄົນທີ່ແຮງສຸດໆ, ພຣະເຈົ້າຊົງປະຖີ້ມພຣະບຸດຂອງພຣະອົງແລະປ່ຽນ ເອົາຄວາມມືດເຂົ້າມາ ແລະພຣະຄຣິດພຣະບຸດຊົງແບກຄວາມບາບຂອງທ່ານພຽງຜູ້ດຽວ ເທິງໄມ້ກາງແຂນ.

“ພຣະເຈົ້າຂອງຂ້າພຣະອົງ ພຣະເຈົ້າຂອງຂ້າພະອົງເປັນຫຍັງພຣະອົງຈື່ງ ປະຖີ້ມຂ້າພະອົງ?”(ມັດທາຍ 27:46)

ຄໍາຖາມທີ່ຮ້ອງຢ່າງສຸດຍອດແລະເປັນຕາຢ້ານນັ້ນແມ່ນຖືກຕອບໂດຍອັກຄະສາວົກເປໂຕ ຕອນທີ່ລາວໄດ້ເວົ້າວ່າ:

“ພຣະຄຣິດເຊັ່ນກັນກໍໄດ້ທົນທຸກເທື່ອດຽວເທົ່ານັ້ນ ເພາະຄວາມຜິດບາບ ຄື[ພຣະອົງ]ຜູ້ຊອບທຳເພື່ອ[ພວກທ່ານ]ຜູ້ບໍ່ຊອບທຳ ເພື່ອພຣະອົງຈະໄດ້ຊົງນຳເຮົາທັງຫລາຍໄປເຖິງພຣະເຈົ້າ” (1 ເປໂຕ 3:18)

ພວກທ່ານປະຖີ້ມພຣະເຈົ້າແລະພຣະເຢຊູຊົງຈ່າຍຄ່າຄວາມບາບຂອງທ່ານໂດຍ ການຖືກພຣະເຈົ້າເອງປະຖີ້ມ - ຢູ່ບ່ອນຂອງທ່ານ, ຖືກຕອກໃສ່ໄມ້ກາງແຂນ,ໂດດ ດ່ຽວແລະແຍກຈາກພຣະເຈົ້າພຣະບິດາຜູ້ຊື່ງພຣະອົງຊົງຮັກດ້ວຍສຸດຫົວໃຈຂອງພຣະອົງ.

ເປື່ອຍກາຍຕອກໃສ່ໄມ້ທີ່ຖືກສາບແຊ່ງ
ຖືກຕາກຈົນຕາຍຢູ່ໃຕ້ສະຫວັນ
ພາບທີ່ເປັນຕາອາຍຂອງແຜກັບເລືອດ
ພາບທີ່ໜ້າເສົ້າຂອງຄວາມຮັກທີ່ເຮັດໃຫ້ເຈັບ

ຈົງຟັງສຽງຮ້ອງທີ່ເປັນຕາຢ້ານຂອງພຣະອົງ
ກະທົບພວກທູດສະຫວັນໃນເວລາທີ່ເຂົາເບິ່ງ
ເພື່ອນຂອງພຣະອົງຖີ້ມພຣະອົງໄປໃນຕອນກາງຄືນ
ແລະຕອນນີ້ພຣະເຈົ້າກໍຖີ້ມພຣະອົງໄປຄືກັນ!
(“His Passion” by Joseph Hart, 1712-1768; altered by the Pastor).

ພວກເຮົາຄິດພຽງແຕ່ໜ້ອຍດຽວເຖິງຄວາມລຶກລັບໃນຄໍາຕັດຂອງພຣະຄຣິດ,

“ພຣະເຈົ້າຂອງຂ້າພຣະອົງ ພຣະເຈົ້າຂອງຂ້າພະອົງເປັນຫຍັງພຣະອົງຈື່ງ ປະຖີ້ມຂ້າພະອົງ?” (ມັດທາຍ 27:46)

ແຕ່ຂ້າພະເຈົ້າຫວັງວ່າພວກທ່ານໄດ້ຍິນພໍທີ່ຈະຮູ້ວ່າພຣະເຢຊູຊົງຕາຍເພື່ອຈ່າຍຄ່າຄວາມ ບາບຂອງທ່ານແລະວ່າພຣະອົງຊົງຟື້ນຂື້ນ,ແມ່ນແລ້ວຊົງນັ່ງທີ່ເບື້ອງຂວາຂອງພຣະເຈົ້າໃນສະຫວັນ, ຂ້າພະເຈົ້າຫວັງວ່າພວກທ່ານໄດ້ຍິນພໍທີ່ຈະເຫັນວ່າຄວາມຫວັງດຽວຂອງທ່ານ ວາງລົງໃນພຣະຄຣິດ-ເພາະບໍ່ມີຄວາມຫວັງໃດອີກແລ້ວ, ຂ້າພະເຈົ້າຫວັງວ່າທ່ານຈະມາຫາ ພຣະຄຣິດໂດຍກົງ,ຮັບເອົາພຣະອົງແລະຖືກຊໍາລະລ້າງໃຫ້ສະອາດຈາກຄວາມຜິດບາບ ຂອງທ່ານໂດຍພຣະໂລຫິດອັນນິລັນດອນຂອງພຣະອົງ - ເພາະບໍ່ມີຄວາມລອດອື່ນໃນ ໂລກນີ້ຫຼືໃນນິລັນການ, ເອແມນ.


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານ ດຣ.ໄຮເມີ ຢາກຈະໄດ້ຍິນຈາກທ່ານ, ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງເພີ່ນນໍາວ່າທ່ານຂຽນມາ ຈາກປະເທດໃດບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງທ່ານໄດ້, ຖ້າບົດ ເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາ ບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນ ໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ. ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີ,ທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼືຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ: ມັດທາຍ 27:35-46.
ບັນເລງເພງກ່ອນເທດສະໜາໂດຍທ້າວ ແຈັກງັນ “His Passion” (Joseph Hart, 1712-1768).

ໂຄງຮ່າງບົດເທດສະໜາ

ພຣະເຈົ້າຊົງປະຖີ້ມພຣະຄຣິດ!

THE GOD-FORSAKEN CHRIST!

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.

“ພຣະເຈົ້າຂອງຂ້າພຣະອົງ ພຣະເຈົ້າຂອງຂ້າພະອົງເປັນຫຍັງພຣະອົງຈື່ງ ປະຖີ້ມຂ້າພະອົງ?”(ມັດທາຍ 27:46)

I, ໜື່ງ ພຣະເຢຊູອົງນີ້ແມ່ນໃຜ? ໂຢຮັນ 3:16; 17:5; 10:30; 1:1-3,14;
ລູກາ 23:34; ມັດທາຍ 27:45-46.

II. ສອງ ເປັນຫຍັງພຣະອົງຈື່ງຮ້ອງສຽງດັງ? ອິດສະຢາ 53:4; ເອເຟໂຊ 4:18;
1 ເປໂຕ 3:18; ໂລມ 1:28; ອິດສະຢາ 53:10.