Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ໂຢເຊບກັບພຣະເຢຊູ

(ບົດເທດສະໜາຕອນທີ່ 86 ໃນໜັງສືປະຖົມມະການ)
JOSEPH AND JESUS
(SERMON #86 ON THE BOOK OF GENESIS)
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 6/12/2015
A sermon preached at the Baptist Tabernacle of Los Angeles
Lord's Day Evening, December 6, 2015

“ພຣະເຈົ້າຕັດດັ່ງນີ້ວ່າ ເຊື້ອສາຍຂອງທ່ານຈະໄປອາໄສຢູ່ໃນຕ່າງປະເທດ ແລະຊາວປະເທດນັ້ນຈະເອົາເຂົາເປັນຂ້າທາດ ແລະຈະຂົ່ມເຫງເຂົາເປັນເວລາສີ່ຮ້ອຍປີ ພຣະເຈົ້າຕັດວ່າ `ແລະເຮົາຈະພິພາກສາປະເທດທີ່ເຂົາຈະເປັນຂ້າທາດນັ້ນ ພາຍຫລັງເຂົາຈະອອກມາແລະບົວລະບັດເຮົາໃນສະຖານທີ່ນີ້' ພຣະອົງໄດ້ຊົງຕັ້ງພັນທະສັນຍາແຫ່ງພິທີຕັດໄວ້ກັບອັບລາຮາມ ເຫດສະນັ້ນເມື່ອອັບລາຮາມໃຫ້ກຳເນີດລູດຊື່ອິສອັກ ຈຶ່ງໃຫ້ເຂົ້າພິທີຕັດໃນວັນທີ່ແປດ ອິສອັກໃຫ້ກຳເນີດລູກຊື່ຢາໂຄບ ແລະຢາໂຄບໃຫ້ກຳເນີດລູກສິບສອງຄົນ ຊຶ່ງເປັນບັນພະບຸລຸດຂອງເຮົາ ຝ່າຍບັນພະບຸລຸດເຫລົ່ານັ້ນຄິດອິດສາໂຢເຊບຈຶ່ງຂາຍເຂົາໄປຍັງປະເທດອີຢິບ ແຕ່ພຣະເຈົ້າຊົງສະຖິດກັບໂຢເຊບ ຊົງໂຜດຊ່ວຍໂຢເຊບໃຫ້ພົ້ນຈາກຄວາມທຸກລຳບາກທັງສິ້ນ ແລະຊົງໃຫ້ທ່ານເປັນທີ່ພໍໃຈແລະມີສະຕິປັນຍາໃນສາຍຕາຂອງຟາໂລ ກະສັດຂອງປະເທດອີຢິບ ທ່ານຈຶ່ງຕັ້ງໂຢເຊບໃຫ້ເປັນຜູ້ປົກຄອງປະເທດອີຢິບກັບທັງພຣະລາດຊະສຳນັກຂອງທ່ານ ແລ້ວບັງເກີດການກັນດານອາຫານທົ່ວແຜ່ນດິນອີຢິບແລະແຜ່ນດິນຄານາອັນ ແລະມີຄວາມລຳບາກຫລາຍ ບັນພະບຸລຸດຂອງເຮົາຈຶ່ງບໍ່ມີອາຫານ ຝ່າຍຢາໂຄບເມື່ອໄດ້ຍິນວ່າມີເຂົ້າຢູ່ໃນປະເທດອີຢິບ ຈຶ່ງໃຊ້ບັນພະບຸລຸດຂອງເຮົາໄປເປັນເທື່ອທໍາອິດ ພໍຄາວທີ່ສອງໂຢເຊບກໍສະແດງຕົວໃຫ້ພີ່ນ້ອງຮູ້ຈັກ ແລະໃຫ້ຟາໂລຮູ້ຈັກວົງຍາດພີ່ນ້ອງຂອງຕົນດ້ວຍ ຝ່າຍໂຢເຊບຈຶ່ງໄດ້ເຊີນຢາໂຄບພໍ່ກັບບັນດາຍາດພີ່ນ້ອງຂອງຕົນເຈັດສິບຫ້າຄົນໃຫ້ມາຫາ” (ກິດຈະການ 7:6-14)


ຜູ້ຊາຍສອງຄົນທີ່ຊື່ໂຢເຊບເປັນຄົນທີ່ມີຊື່ສຽງໃນພຣະຄໍາພີ, ໂຢເຊບໃນພັນທະສັນ ຍາໃໝ່ຄືພໍ່ນ້າຂອງພຣະເຢຊູພຣະບຸດອົງດຽວທີ່ບັງເກີດມາຂອງພຣະເຈົ້າ, ໂຢເຊບແຫ່ງພັນ ທະສັນຍາເດີມເປັນລູກຊາຍຂອງຢາໂຄບ, ໃນແລງມື້ນີ້ຂ້າພະເຈົ້າຈະຂໍເວົ້າເຖິງໂຢເຊບ ແຫ່ງພັນທະສັນຍາເດີມ, ໂຢເຊບຄືຄົນສຸດທ້າຍຂອງບັນດາສິດທິຊົນຜູ້ຍິ່ງໃຫຍ່ເຈັດຄົນທີ່ ເວົ້າເຖິງໃນໜັງສືປະຖົມມະການ, ທັງເຈັດຄົນນີ້ຄືອາດາມ, ອາເບວ, ໂນອາ, ອັບຣາຮາມ, ອິສອັກ, ຢາໂຄບແລະໂຢເຊບ, ມີຫຼາຍບົດໃນໜັງສືປະຖົມມະການເວົ້າເຖິງໂຢເຊບຫຼາຍ ກວ່າຄົນອື່ນໆ, ອາເທີດັບໂບຢູພິ້ງໄດ້ເວົ້າວ່າ:

ມັນຄືຊີວິດຂອງໂຢເຊບຊື່ງໄດ້ອະທິບາຍຈຸດເດັ່ນ(ເຕີບໃຫຍ່) ຂອງພວກ ຮິບຣູຈາກພວກຜູ້ລ້ຽງແກະຈໍານວນນ້ອຍທີ່ວົນວຽນໄປມາສູ່ກຸ່ມຄົນ (ໃຫຍ່) ໃນປະເທດອີຢິບ, ແຕ່ບໍ່ສົງເສີຍເລີຍທີ່ເຫດຜົນ(ຫຼັກໆ)ທີ່ວ່າເປັນຫຍັງຊີວິດ ຂອງໂຢເຊບຈື່ງໄດ້ຮັບການອະທິບາຍເຖິງລາຍລະອຽດທຸກຢ່າງກໍເພາະວ່າ ເກືອບທຸກສິ່ງທຸກຢ່າງ(ໃນຊີວິດຂອງລາວ)ເປັນແບບຢ່າງໃນການເຊື່ອມຕໍ່ ກັບພຣະຄຣິດ... ລະຫວ່າງປະຫວັດສາດ(ຂອງໂຢເຊບ)ແລະຂອງພຣະ ຄຣິດ ພວກເຮົາອາດຈະສືບຫາຮ່ອງຮອຍແບບເຕັມໆເປັນຮ້ອຍຈຸດຂອງ ຄວາມຄ້າຍຄືກັນໄດ້! (Arthur W. Pink, Gleanings in Genesis, Moody Press, 1981 reprint, pp. 342, 343).

ໂຢເຊບຄືປະເພດຫຼືພາບທີ່ຊັດເຈນຂອງພຣະຄຣິດຜູ້ຊື່ງຈະມາ, ມີບາງຄົນເວົ້າວ່າບໍ ມີປະເພດໃດທີ່ຄ້າຍຂອງໂຢເຊບໃນພັນທະສັນຍາໃໝ່,ພຣະຄໍາພີສະກໍຟິວໝາຍເຫດໃນປະ ຖົມມະການ 37:2 ວ່າ“ບໍ່ມີບ່ອນໃດທີ່ຢືນຢັນວ່າໂຢເຊບຄືແບບຂອງພຣະຄຣິດ” ອັນນັ້ນ ແມ່ນບໍ່ຖືກຕ້ອງ,ຂ່າວປະເສີດທັງສີ່ເຫຼັ້ມໃນພັນທະສັນຍາໃໝ່ໄດ້ຊີ້ໃຫ້ເຫັນວ່າຊີວິດຂອງໂຢ ເຊບມີຫຼາຍຢ່າງທີ່ເປັນແບບໜື່ງແລະພຣະເຢຊູຄຣິດເຈົ້າກໍເປັນແບບດຽວກັນ, ການຕື່ມ ເຕັມຂອງແບບ, ຄືກັບໝາຍເຫດຂອງສະກໍຟິວໄດ້ສືບຕໍ່ເວົ້າວ່າ“ຄວາມຄ້າຍຄືກັນມີຈໍານວນ ຫຼາຍໂພດທີ່ຈະເປັນການເກີດຂື້ນໂດຍບັງເອີນ” ອາເທີດັບໂບຢູພິງໄດ້ເວົ້າເຖິງ“ຄວາມຄ້າຍ ຄືກັນເປັນຮ້ອຍໆຈຸດ”-ການປຽບທຽບລະຫວ່າງໂຢເຊບກັລພຣະເຢຊູພຣະບຸດຂອງພຣະເຈົ້າ, ແນ່ນອນຂ້າພະເຈົ້າຄົງບໍ່ສາມາດເອົາທັງ 100 ຈຸດມາເວົ້າໃນບົດເທດນີ້ໄດ້,ແຕ່ຂ້າ ພະເຈົ້າ ຈະຂໍເອົາສິ່ງທີ່ສໍາຄັນກວ່າໂຕອື່ນມາເວົ້າ.

1.  ການເກີດຂອງໂຢເຊບກັບການເກີດຂອງພຣະເຢຊູທັງສອງເປັນເລື່ອງອັດສະຈັນ.

ແມ່ຂອງໂຢເຊບຄືນາງຣາເຊວເມຍຂອງຢາໂຄບ,ລາວບໍ່ສາມາດມີລູກໄດ້,ນາງຮ້ອງຕໍ່ຜົວຂອງຕົນວ່າ“ຂໍໃຫ້ຂ້ອຍມີລູກບໍ່ດັ່ງນັ້ນຂ້ອຍຈະຕາຍ”(ປະຖົມມະການ 30:1),ລາວກໍຕໍາ ນິນາງແລ້ວເວົ້າວ່າ“ເຮົາເປັນເໝືອນພຣະເຈົ້າຫຼື? - ເຮົາຢູ່ໃນສະຖານະຂອງພຣະເຈົ້າຊື່ງ ເຮັດໃຫ້ເຈົ້າບໍ່ມີລູກບໍ? ແຕ່ຫຼາຍປີຕໍ່ມາພວກເຮົາກໍໄດ້ອ່ານວ່າ“ແລະພຣະເຈົ້າຊົງລະນຶກ ເຖິງນາງຣາເຊວ ແລະພຣະເຈົ້າຊົງສະດັບຟັງນາງ ຊົງເປີດມົດລູກຂອງນາງ ນາງກໍຕັ້ງ ທ້ອງຄອດລູກຜູ້ຊາຍ...ນາງຈື່ງຕັ້ງຊື່ລູກນັ້ນວ່າໂຢເຊບ” (ປະຖົມມະການ 30:22-24), ດຣ.ເຈເວີນັນແມັກກີ້ໄດ້ເວົ້າວ່າ“ການເກີດຂອງໂຢເຊບເປັນເລື່ອງອັດສະຈັນຊື່ງມັນເກີດຂື້ນ ໂດຍການແຊກແຊງຂອງພຣະເຈົ້າໃນຖານະເປັນການຕອບຄໍາອະທິຖານ, ພຣະເຢຊູເຈົ້າຊົງ ເກີດທີ່ບໍລິສຸດ, ການເກີດຂອງພຣະອົງເປັນເລື່ອງທີ່ອັດສະຈັນ!” !” (Thru the Bible, Thomas Nelson Publishers, 1981, vol. 1, p. 150).ທູດສະຫວັນກ່າວຕໍ່ນາງມາຣີສາວພົມ ມະຈາລີວ່າ:

“ພຣະວິນຍານບໍລິສຸດຈະສະເດັດລົງມາເທິງນາງແລະລິດເດດຂອງຜູ້ສູງສຸດຈະປົກຄຸມນາງ ເຫດສະນັ້ນອົງບໍລິສຸດທີ່ຈະບັງເກີດມານັ້ນຈະໄດ້ເອີ້ນວ່າ ພຣະບຸດຂອງພຣະເຈົ້າ”(ລູກາ 1:35)

2.  ທັງໂຢເຊບກັບພຣະເຢຊູເປັນເປົ້າໝາຍພິເສດແຫ່ງຄວາມຮັກຂອງພໍ່ຂອງພວກເຂົາ.

ປະຖົມມະການ 37:3 ກ່າວວ່າ“ອິດສະຣາເອວ[ຢາໂຄບ]ຮັກໂຢເຊບຫຼາຍກວ່າລູກ ຊາຍທັງໝົດຂອງທ່ານເພາະໂຢເຊບເປັນລູກຊາຍທີ່ເກີດມາເມື່ອພໍ່ເຖົ້າແລ້ວ” ຕອນທີ່ພຣະ ເຢຊູຊົງຮັບບັບຕິດສະມາໃນຂະນະທີ່ພຣະອົງຍ່າງຂື້ນຈາກນໍ້າສຽງຂອງພຣະເຈົ້າກໍກ່າວວ່າ “ທ່ານຜູ້ນີ້ເປັນບຸດທີ່ຮັກຂອງເຮົາ ເຮົາພໍໃຈທ່ານຫຼາຍ”(ມັດທາຍ 3:17).

3.  ທັງໂຢເຊບແລະພຣະເຢຊູເລີ່ມຕົ້ນການຮັບໃຊ້ໃນໂລກຂອງເຂົາຕອນອາຍຸໄດ້ສາມ ສິບປີ.

ປະຖົມມະການ 41:46 ກ່າວວ່າ“ເມື່ອໂຍເຊບເຂົ້າເຝົ້າຟາໂຣກະສັດແຫ່ງອີຢິບນັ້ນ ທ່ານອາຍຸໄດ້ສາມສິບປີ” ນັ້ນຄືຕອນທີ່ໂຢເຊບເລີ່ມຕົ້ນເຮັດວຽກຫຼັກໆໃນຊີວິດຂອງລາວ,ພັນ ທະສັນຍາໃໝ່ບອກເຮົາວ່າ“ເມື່ອພຣະເຢຊູມີພະຊົນອາຍຸປະມານສາມສິບປີ”ຕອນທີ່ພຣະອົງເລີ່ມຕົ້ນວຽກຫຼັກໆໃນຊີວິດຢູ່ເທິງໂລກນີ້(ລູກາ 3:23).

4. ທັງໂຢເຊບແລະພຣະເຢຊູຖືກກຽດຊັງໂດຍພວກອ້າຍນ້ອງຂອງຕົນ.

ພວກເຮົາຖືກບອກໃນປະຖົມມະການ 37:8 ວ່າ:

“ພວກອ້າຍຈຶ່ງຖາມໂຢເຊບວ່າ "ເຈົ້າຈະປົກຄອງເຮົາແບບນັ້ນບໍ ເຈົ້າຈະມີອຳນາດຄອບຄອງເຮົາບໍ" ພວກອ້າຍກໍຍິ່ງຊັງໂຢເຊບຫລາຍຂຶ້ນອີກເພາະຄວາມຝັນ ແລະເພາະຄຳຂອງເຂົາ”(ປະຖົມມະການ 37:8)

ພວກອ້າຍຂອງໂຢເຊບຊັງລາວເພາະພໍ່ຂອງລາວຮັກລາວຫຼາຍ“ແລະເມື່ອພວກອ້າຍເຫັນວ່າພໍ່ຮັກໂຢເຊບຫລາຍກວ່າພວກອ້າຍທຸກຄົນ ພວກເຂົາກໍຊັງໂຢເຊບ ແລະເວົ້າດີກັບລາວບໍ່ໄດ້”(ປະຖົມມະການ 37:4), ພວກເຂົາຊັງໂຢເຊບແລະເວົ້າວ່າ“ເຈົ້າຈະປົກຄອງເຮົາແບບນັ້ນບໍ”(ປະຖົມມະການ 37:8),ໃນພັນທະສັນຍາໃໝ່ພຣະເຢຊູຊົງຕັດວ່າ“ແຕ່ຊາວເມືອງຊັງທ່ານຜູ້ນັ້ນ ຈື່ງໃຊ້ຄະນະທູດໄປທູນທ່ານວ່າ ເຮົາບໍ່ຕ້ອງການໃຫ້ຜູ້ນີ້ຄອບຄອງເຮົາ”(ລູກາ 19:14), ແລະພຣະເຢຊູຕັດວ່າ“ເຂົາໄດ້ກຽດຊັງເຮົາໂດຍບໍ່ມີສາເຫດ”(ໂຢຮັນ 15:25),ດຣ.ເຈເວີນັນແມັກກີ້ກ່າວວ່າ “ໂຢເຊບກໍາລັງເຂົ້າໃກ້ພວກອ້າຍຂອງຕົນແລະພວກເຂົາກໍກໍາລັງວາງແຜນປອງຮ້າຍລາວ, ລາວກໍາລັງສວມເສື້ອຄຸມຫຼາຍສີ...ຊື່ງເປັນເຄື່ອງໝາຍແຫ່ງຕໍາ ແໜ່ງ, ພວກເຮົາຕ້ອງຈື່ໄວ້ວ່າໂຢເຊບໜຸ່ມກວ່າພວກອ້າຍຂອງຕົນແຕ່ລາວກໍຢູ່ໃນຕໍາແໜ່ງ ເໜືອເຂົາ ດັ່ງນັ້ນຈື່ງມີຄວາມກຽດຊັງແລະຄວາມອິດສາທັງໝົດນີ້-ຈົນເຖິງຈຸດຂອງການຂ້າ” (ແມັກກີ້ເຫຼັ້ມດຽວກັນໝາຍເຫດໃນປະຖົມມະການ 37:18-20)

5. ທັງໂຢເຊບແລະພຣະເຢຊູຖືກຮ່ວມຫົວກັນປອງຮ້າຍໂດຍພວກພີ່ນ້ອງຂອງຕົນ.

ປະຖົມມະການ 37:18 ກ່າວວ່າ:

“ເມື່ອພວກອ້າຍເຫັນໂຢເຊບແຕ່ໄກ... ເຂົາກໍພາກັນຄິດປອງຮ້າຍຈະຂ້າຖີ້ມ”

ໃນພັນທະສັນຍາໃໝ່ພວກເຮົາອ່ານວ່າ:

“ເທື່ອນັ້ນພວກປະໂລຫິດໃຫຍ່ ພວກນັກທຳ ແລະພວກຜູ້ໃຫຍ່ຂອງປະຊາຊົນໄດ້ປະຊຸມກັນທີ່ຄະລືຫາດຂອງມະຫາປະໂລຫິດ ຜູ້ຊຶ່ງເອີ້ນຂານກັນວ່າຄາຢາຟາດ ປຶກສາກັນເພື່ອຈະຈັບພຣະເຢຊູດ້ວຍອຸບາຍເອົາໄປຂ້າເສຍ”(ມັດທາຍ 26:3,4)

6. ທັງໂຢເຊບແລະພຣະເຢຊູຖືກຂາຍເພາະເງີນຫຼາຍຫຼຽນ.

ພວກອ້າຍຂອງໂຢເຊບເອົາລາວຖີ້ມລົງໃນຂຸມ, ເມື່ອພວກພໍ່ຄ້າຊາວອາຫຣັບບາງ ຄົນຍ່າງຜ່ານມາພວກເຂົາກໍ “ຂາຍໂຢເຊບໃຫ້ກັບພວກອິດສະມາເອວເປັນເງີນຊາວຫຼຽນ” (ປະຖົມມະການ 37:28).

ເມື່ອຢູດາສທໍລະຍົດພຣະເຢຊູລາວກໍໄປຫາພວກປະໂລຫິດໃຫຍ່“ແລະເວົ້າກັບເຂົາວ່າຖ້າຂ້ອຍຈະມອບ(ພຣະເຢຊູ)ໃຫ້ແກ່ທ່ານ ທ່ານຈະເອົາອັນໃດໃຫ້ຂ້ອຍ?ແລະພວກເຂົາກໍ ສັນຍາວ່າຈະເອົາຫຼຽນເງີນສາມສິບຫຼຽນໃຫ້ລາວ”(ມັດທາຍ 26:15).

7. ທັງໂຢເຊບແລະພຣະເຢຊູມີເສື້ອທີ່ເປື້ອນເລືອດ.

ຫຼັງຈາກພວກອ້າຍຂອງໂຢເຊບຂາຍລາວໃຫ້ພວກອາຫຣັບແລ້ວ “ພວກເຂົາກໍເອົາ ເສື້ອຄຸມຂອງໂຢເຊບແລະຂ້າລູກແບ້ຜູ້ໂຕໜຶ່ງ ຈຸ່ມເສື້ອຂອງໂຢເຊບລົງໃນເລືອດ” (ປະຖົມມະການ 37:31), ພວກເຂົາກໍເອົາເສື້ອຄຸມຂອງພຣະເຢຊູເຈົ້າແລະຈັບສະຫຼາກມັນໃນຕອນ ທີ່ພຣະອົງຕາຍເທິງໄມ້ກາງແຂນ.

“ຄັ້ນພວກທະຫານຄຶງພຣະເຢຊູໄວ້ທີ່ກາງແຂນແລ້ວ ເຂົາທັງຫລາຍກໍເອົາເສື້ອຂອງພຣະອົງແບ່ງອອກເປັນສີ່ສ່ວນໃຫ້ທະຫານທຸກຄົນຄົນລະສ່ວນ ແລະເອົາເສື້ອຄຸມຂອງພະອົງດ້ວຍ ເສື້ອຄຸມຂອງພຣະອົງນັ້ນບໍ່ມີຮອຍຫຍິບ ຕໍາຕັ້ງແຕ່ເທິງຮອດລຸ່ມ”(ໂຢຮັນ 19:23)

8. ທັງໂຢເຊບແລະພຣະເຢຊູຖືກແຍກຈາກພີ່ນ້ອງຂອງພວກເຂົາເປັນເວລາດົນນານ.

ດຣ.ແມັກກີ້ກ່າວວ່າ:

“ຫຼັງຈາກທີ່ໂຢເຊບຖືກຂາຍໄປອີຢິບ, ລາວກໍຂາດຈາກສາຍຕາເປັນເວລາ ຫຼາຍປີ,ພຣະຄຣິດສະເດັດກັບສູ່ສະຫວັນ, ພຣະອົງບອກພວກສາວົກຂອງ ພຣະອົງວ່າພວກເຂົາຈະບໍ່ເຫັນພຣະອົງອີກຕໍ່ໄປຈົນກວ່າການສະເດັດກັບ ມາຂອງພຣະອົງ” - ໃນການສະເດັດກັບມາເທື່ອທີ່ສອງຂອງພຣະອົງ.

9. ທັງໂຢເຊບແລະພຣະເຢຊູໄດ້ເຂົ້າໄປສູ່ຄວາມມືດ.

ໂຢເຊບຖືກຂາຍໃນຖານະເປັນທາດໃນປະເທດອີຢິບ, ປະເພດໜື່ງຂອງຄວາມມືດ ແລະຄວາມຕາຍ,ຄວາມຕາຍຂອງພຣະເຢຊູຖືກຈໍາກາໄວ້ໃນຄວາມມືດຂອງອຸບໂມງ.

ດຣ.ເອັມ.ອາ.ດີຮານເວົ້າວ່າ“ໂຢເຊບຖືກແກ້ເສື້ອອອກແລະຖືກຖີ້ມລົງໃນຂຸມເພື່ອໃຫ້ຕາຍແຕ່ລາວກໍອອກມາຈາກສະຖານທີ່ແຫ່ງຄວາມຕາຍມີຊີວິດຢູ່ໄດ້”-ກໍຄືກັບພຣະເຢຊູທີ່ຊົງ ຟື້ນຄືນມາຈາກຕາຍໃນເຊົ້າວັນອາທິດອິສເຕີ((M. R. DeHaan, M.D., Portraits of Christ in Genesis, Zondervan Publishing House, 1966, p. 171)ດາວິດກ່າວວ່າ“ພຣະອົງຈະບໍ່ຖີ້ມຈິດ ວິນຍານຂອງຂ້າພະອົງໄວ້ໃນນາລົກທັງຈະບໍ່ຊົງໃຫ້ອົງບໍລິສຸດຂອງພຣະອົງເປື່ອຍເນົ່າໄປ” (ເພງສັນລະເສີນ 16:10), ອັກຄະສາວົກເປໂຕໄດ້ເວົ້າເຖິງພຣະຄຣິດໃນເລື່ອງນີ້ໃນກິດຈະ ການ 2:31, ສະນັ້ນທັງໂຢເຊບແລະພຣະເຢຊູໄດ້ເຂົ້າໄປສູ່ຄວາມມືດແລະອອກມາເໝືອນ ດັງຟື້ນຄືນມາຈາກຄວາມຕາຍ.

10. ທັງໂຢເຊບແລະພຣະເຢຊູກາຍມາເປັນຜູ້ຊ່ວຍຂອງໂລກ.

ຫຼັງຈາກໂຢເຊບຖືກຂາຍໄປໃຫ້ພວກອາຫຣັບເປັນຈໍານວນເງີນ 20 ຫຼຽນລາວກໍຖືກ ສົ່ງໄປອີບ,ທີ່ນັ້ນໃນອີຢິບການຈໍາແນກປະເພດຂອງລາວແລະພຣະເຢຊູກາຍເປັນມີຄ່າຫຼາຍ, ດຣ.ດີຮານໄດ້ເວົ້າວ່າ:

“ໂຢເຊບ...ຖືກສົ່ງໄປອີຢິບ(ພາບຂອງໂລກ,ລາວ)ກາຍເປັນຄົນໃຊ້(ພຣະເຢຊູເຊັ່ນ ກັນ), ລາວຖືກກ່າວຫາຢ່າງຜິດໆໂດຍເມຍຂອງໂປທິຟາແລ້ວຖືກໂຍນເຂົ້າຄຸກ, ລາວບໍ່ໄດ້ ພະຍາຍາມທີ່ຈະປ້ອງກັນຕົນແລະໃນຄຸກລາວກໍຖືກນັບເຂົ້າກັບບັນດາພວກຜູ້ລະເມີດ(ພຣະ ເຢຊູກໍເຊັ່ນກັນຢູ່ເທິງໄມ້ກາງແຂນ), ໃນຂະນະຢູ່ໃນຄຸກແຫ່ງການປະຕິເສດລາວກໍໄດ້ກາຍ ມາເປັນຜູ້ຊ່ວຍຂອງຫົວໜ້າເຊີນຈອກນໍ້າຂອງກະສັດແຕ່ເປັນຜູ້ຕັດສິນຂອງຫົວໜ້າເຂົ້າໜົມ ຂອງກະສັດ(ເປັນປະເພດຂອງໂຈນສອງຄົນຊື່ງຖືກຄຶງກັບພຣະເຢຊູ,ຫົວໜ້າເຊີນຈອກນໍ້າ ຖືກປ່ອຍຕົວແລະ(ຕໍ່ມາ)ໄດ້ເອີຍເຖິງຊື່ຂອງໂຢເຊບຕໍ່ກະສັດຜູ້ຊື່ງມີຄວາມຝັນທີ່ພິລຶກ,ເປັນ ຕາຢ້ານ, ໂຢເຊບຖືກເອີ້ນແລ້ວແປຄວາມຝັນໃຫ້ຟາໂຣ(‘ເບິ່ງເຖີດ ຈະມີອາຫານບໍລິບູນທົ່ວປະເທດອີຢິບເຖິງເຈັດປີ ຫລັງຈາກນັ້ນຈະບັງເກີດການກັນດານອາຫານອີກເຈັດປີ...ການກັນດານອາຫານຈະລ້າງຜານແຜ່ນດິນ (ປະຖົມມະການ 41:29-30),ໂຢເຊບຖືກຍົກຂື້ນຢ່າງສູງ”(ດີຮານ ເຫຼັ້ມດຽວກັນໜ້າ 171).

ຟາໂຣປະທັບໃຈໂຢເຊບຫຼາຍຊື່ງໄດ້ເອີ້ນລາວວ່າ “ຄົົນທີ່ມີພຣະວິນຍານຂອງພຣະເຈົ້າຢູ່ໃນໂຕ”(ປະຖົມມະການ 41:38), ຫຼັງຈາກນັ້ນຟາໂຣກໍແຕ່ງຕັ້ງໃຫ້ໂຢເຊບເປັນນາ ຍົກລັດຖະມົນຕີຂອງຕົນເປັນທີ່ສອງຮອງຈາກຟາໂຣເທົ່ານັ້ນ, ໂຢເຊບໄດ້ໃຫ້ຄົນອີຢິບເກັບເຂົ້າໄວ້ໃນຊ່ວງເຈັດປີແຫ່ງຄວາມອຸດົມສົມບູນ,ຫຼັງຈາກນັ້ນເຈັດປີແຫ່ງການກັນດານອາຫານກໍເລີ່ມຂື້ນ.

“ເມື່ອຊາວອີຢິບອຶດຢາກອາຫານ ປະຊາຊົນກໍຮ້ອງທູນຂໍອາຫານຕໍ່ຟາໂຣ ຟາໂຣກໍຮັບສັ່ງແກ່ຊາວອີຢິບທັງຫລາຍວ່າ "ໄປຫາໂຢເຊບ ທ່ານບອກອັນໃດ ກໍຈົ່ງເຮັດຕາມ" ການກັນດານອາຫານແຜ່ໄປທົ່ວພື້ນແຜ່ນດິນໂລກ ໂຢເຊບກໍເປີດສາງອອກຂາຍເຂົ້າແກ່ຊາວອີຢິບ ແລະການກັນດານອາຫານໃນແຜ່ນດິນອີຢິບຮຸນແຮງຫລາຍ ແລະປະເທດທັງປວງກໍມາຍັງປະເທດອີຢິບຫາໂຢເຊບເພື່ອຊື້ເຂົ້າ ເພາະການກັນດານອາຫານຮ້າຍແຮງໃນທຸກປະເທດ”(ປະຖົມມະການ 41:55-57)

ສະນັ້ນໂຢເຊບຈື່ງກາຍເປັນຜູ້ຊ່ວຍຂອງໂລກ.ດຣ.ແມັກກີ້ເວົ້າວ່າ “ຂ້າພະເຈົ້າຂໍຮຽກຮ້ອງ ຄວາມສົນໃຈຂອງທ່ານສູ່ຄວາມຈິງທີ່ວ່າໂຢເຊບເປັນຄົນດຽວທີ່ມີອາຫານ, ມີຄວາມຄ້າຍຄື ກັນຢ່າງອື່ນອີກໃນນີ້, ພຣະເຢຊູຄຣິດຕັດວ່າ“ເຮົາເປັນອາຫານແຫ່ງຊີວິດຜູ້ໃດທີ່ມາຫາເຮົາ ຈະບໍ່ຢາກອີກເລີຍ”(ໂຢຮັນ 6:35),ແມັກກີ້ເຫຼັ້ມດຽວກັນໜ້າ 168 ໝາຍເຫດໃນປະຖົມມະ ການ 41:54,55.

“ແລະປະເທດທັງປວງກໍມາຍັງປະເທດອີຢິບຫາໂຢເຊບເພື່ອຊື້ເຂົ້າ ເພາະການກັນດານອາຫານຮ້າຍແຮງໃນທຸກປະເທດ”(ປະຖົມມະການ 41:57)

ຜູ້ຄົນທົ່ວໂລກໄປຫາໂຢເຊບເພື່ອຈະຊື້ອາຫານ,ແລະພຣະເຢຊູຕັດວ່າພຣະອົງຊົງເປັນອາ ຫານແຫ່ງຊີວິດ-ຜູ້ໃດທີ່ມາຫາເຮົາຈະບໍ່ກະຫາຍອີກເລີຍ” ໃນຂະນະທີ່ຜູ້ຄົນທົ່ວໂລກມາຫາ ໂຢເຊບເພື່ອຈະມີອາຫານ,ດັ່ງນັ້ນພວກທ່ານຈະຕ້ອງມາຫາພຣະເຢຊູເພື່ອທີ່ຈະລອດໄດ້,ໂຢ ເຊບຊ່ວຍຜູ້ຄົນທົ່ວໂລກທີ່ມາຫາລາວໃຫ້ລອດ,ພຣະເຢຊູກໍຊ່ວຍຜູ້ຄົນທົ່ວໂລກທີ່ມາຫາພຣະອົງໂດຍຄວາມເຊື່ອໃຫ້ລອດໄດ້.

ພວກອ້າຍຂອງໂຢເຊບໄດ້ຍິນວ່າມີເຂົ້າໃນປະເທດອີຢິບ,ດັ່ງນັ້ນພວກເຂົາຈື່ງໄປຫາໂຢເຊບເພື່ອຊື້ສິ່ງທີ່ພວກເຂົາຕ້ອງການ, ໂຢເຊບຈື່ພວກອ້າຍຂອງຕົນໄດ້ແຕ່ພວກເຂົາຈື່ ລາວບໍ່ໄດ້,ໂຢເຊບຢູ່ປະເທດອີຢິບເປັນເວລາດົນນານ, ລາວແຕ່ງຕົວຄືກັບຄົນອີຢິບ, ພວກ ເຂົາຈື່ງຈື່ລາວບໍ່ໄດ້, ເມື່ອພວກເຂົາມາເທື່ອທີ່ສອງໂຢເຊບກໍພ້ອມທີ່ຈະສະແດງໂຕໃຫ້ເຂົາຮູ້

ຕອນນີ້ຂ້າພະເຈົ້າຢາກໃຫ້ພວກທ່ານເປີດພຣະຄໍາຂອງທ່ານໃນປະຖົມມະການ 45:1, ຕອນນີ້ໂຢເຊບຢູ່ຕາມລໍາພັງກັບພວກອ້າຍຂອງຕົນ,ຊື່ງປອງຂ້າລາວ,ຖີ້ມລາວລົງໄປ ໃນຂຸມ,ຂາຍລາວໄປເປັນທາດໃນປະເທດອີຢິບ, ຕອນນີ້ພວກເຂົາຢືນຢູ່ຕໍ່ລາວໃນຖານະ ເປັນນາຍົກລັດຖະມົນຕີຂອງປະເທດອີຢິບທັງໝົດ,ພວກເຂົາຍັງບໍ່ຮູ້ວ່າລາວເປັນໃຜເທື່ອແຕ່ລາວຮູ້ຈັກພວກເຂົາ, ຂ້າພະເຈົ້າຈະຂໍອ່ານຫ້າຂໍທໍາອິດຂອງປະຖົມມະການ 45,ນີ້ແມ່ນຂໍ້ ໜື່ງໃນພຣະຄໍາພີທັງໝົດທີ່ສະແດງອາລົມທີ່ເລິກເຊີ່ງຫຼາຍ,ຂໍເຊີນເບິ່ງນໍາຂ້າພະເຈົ້າເລີຍ.

“ໂຢເຊບອົດກັ້ນຕໍ່ໜ້າບັນດາຜູ້ທີ່ຢືນຢູ່ຕໍ່ໄປອີກບໍ່ໄດ້ ທ່ານກໍຮ້ອງສັ່ງວ່າ "ໃຫ້ທຸກຄົນອອກໄປເສຍເຖີດ" ຈຶ່ງບໍ່ມີຜູ້ໃດຍືນຢູ່ກັບທ່ານດ້ວຍ ຂະນະທີ່ໂຢເຊບແຈ້ງໃຫ້ພີ່ນ້ອງຮູ້ຈັກຕົວທ່ານ ແລ້ວໂຢເຊບຮ້ອງໄຫ້ສຽງດັ່ງ ຄົນອີຢິບທັງຫລາຍແລະຄົນໃນສຳນັກພຣະລາດຊະວັັງຟາໂຣກໍໄດ້ຍິນ ໂຢເຊບບອກພວກພີ່ນ້ອງຂອງຕົນວ່າ "ເຮົາຄືໂຢເຊບ ພໍ່ເຮົາຍັງມີຊີວິດຢູ່ຫລື" ຝ່າຍພວກພີ່ນ້ອງບໍ່ຮູ້ທີ່ຈະຕອບປະການໃດເພາະຕົກໃຈຢ້ານທີ່ຜະເຊີນໜ້າກັບໂຢເຊບ ໂຢເຊບຈຶ່ງບອກພີ່ນ້ອງຂອງຕົນວ່າ "ເຊີນເຂົ້າມາໃກ້ເຮົາເຖີດ" ເຂົາກໍເຂົ້າມາໃກ້ແລ້ວໂຢເຊບເວົ້າວ່າ "ເຮົາຄືໂຢເຊບນ້ອງທີ່ອ້າຍຂາຍມາຍັງອີຢິບ ສະນັ້ນບັດນີ້ຢ່າເສຍໃຈໄປເລີຍ ຢ່າໃຈຮ້າຍໃຫ້ຕົວເອງທີ່ຂາຍເຮົາມາບ່ອນນີ້ ເພາະວ່າພຣະເຈົ້າຊົງໃຊ້ເຮົາໃຫ້ມາກ່ອນໜ້າອ້າຍເພື່ອຈະໄດ້ຊ່ວຍຊີວິດ”( ປະຖົມມະການ 45:1-5)

ຂໍເຊີນແນມເບິ່ງພີ້, ຈົ່ງຟັງຄໍາເຫັນຂອງດຣ.ແມັກກີ້:

(ໂຢເຊບ)ໃຈອ່ອນລົງແລ້ວເລີ່ມຮ້ອງໄຫ້,ບໍ່ມີໃຜຮູ້ວ່າເປັນຫຍັງນອກຈາກໂຢເຊບ, ພີ່ນ້ອງຂອງລາວເອງໃນເວລານີ້ກໍບໍ່ຮູ້ຈັກ...ວັນນັ້ນຈະມາເຖິງເມື່ອ ພຣະເຢຊູຄຣິດເຈົ້າຈະເຮັດໃຫ້ພຣະອົງເອງເປັນຮູ້ຈັກແກ່ພີ່ນ້ອງຂອງພຣະ ອົງພວກຢິວ, ຕອນທີ່ພຣະອົງມາຄັ້ງທໍາອິດ“ພຣະອົງໄດ້ສະເດັດມາຍັງ ພວກຂອງພຣະອົງແລະພວກຂອງພຣະອົງບໍ່ໄດ້ຕ້ອນຮັບພຣະອົງ”(ໂຢຮັນ 1:11),ຄວາມຈິງແລ້ວພວກເຂົາຈັບພຣະອົງເພື່ອເອົາໄປຄຶງ, ແຕ່ເມື່ອພຣະ ອົງສະເດັດມາເທື່ອທີ່ສອງພຣະອົງຈະເຮັດໃຫ້ພຣະອົງເອງເປັນທີ່ຮູ້ຈັກແກ່ ຄົນຂອງພຣະອົງ, ແລະຖ້າຜູ້ໃດຈະຖາມເຂົາວ່າ ແມ່ນຫຍັງຄືຮອຍແຜໃນມື ທັງສອງຂ້າງຂອງທ່ານ? ແລ້ວເຂົາຈະຕອບວ່າ ຂ້າພະເຈົ້າໄດ້ແຜນັ້ນໃນ ເຮືອນຂອງພວກເພື່ອນຂອງຂ້າພະເຈົ້າ”(ເສຄາຣິຢາ 13:6),ພຣະຄຣິດຈະ ເຮັດໃຫ້ພຣະອົງເປັນທີ່ຮູ້ຈັກແກ່ພວກພີ່ນ້ອງຂອງຕົນ, ແລະ“ໃນວັນນັ້ນ ຈະ ມີນໍ້າພຸພຸ່ງຂື້ນສໍາຫຼັບລາຊະວົງຂອງດາວິດແລະຊາວເຢລູຊາເລັມ ເພື່ອຈະ ຊົງຊໍາລະເຂົາໃຫ້ພົ້ນຈາກບາບແລະຄວາມບໍ່ສະອາດ”(ເສຄາຣິຢາ 13:1) ມັນຈະເປັນເລື່ອງຄອບຄົວລະຫວ່າງພຣະເຢຊູກັບພີ່ນ້ອງຂອງພຣະອົງ, ຕອນທີ່ໂຢເຊບທີ່ກໍາລັງເປີດເຜີຍຕົນເອງແກ່ພວກອ້າຍນ້ອງນີ້ໄດ້ໃຫ້ເຮົາ ໜ້ອຍໜື່ງ(ການບອກທາງອ້ອມ)ເລື່ອງອັດສະຈັນຂອງວັນນັ້ນແຫ່ງການເປີດເຜີຍຂອງພຣະຄຣິດທີ່ຈະເກີດຂື້ນ(ແມັກກີ້ເຫຼັ້ມດຽວກັນໜ້າ 179 ໝາຍ ເຫດ ໃນປະຖົມມະການ 45:1,2).

ຂ້າພະເຈົ້າໄດ້ສຶກສາຄໍາທໍານວາຍໃນພຣະຄໍາພີເປັນເວລາຫຼາຍກວ່າຫ້າສິບປີມາ ແລ້ວ,ພຣະຄໍາສອນຢ່າງຊັດເຈນເຖິງຄວາມລອດຂອງຄົນຢິວທຸກຄົນທົ່ວໂລກໃນວັນອັດສະຈັນນັ້ນ, ເຊີນເປີດພຣະທໍາໂລມ 11:25,26:

“ເຫດສະນັ້ນ ພີ່ນ້ອງທັງຫລາຍ ຂ້າພະເຈົ້າບໍ່ຢາກໃຫ້ທ່ານທັງຫລາຍໂງ່ໃນຂໍ້ຄວາມເລິກລັບນີ້ ຢ້ານວ່າທ່ານຈະອວດຮູ້ ຄືເລື່ອງທີ່ບາງຄົນໃນພວກ ອິສຣາເອນໄດ້ມີໃຈແຂງກະດ້າງໄປ ຈົນເຖິງພວກຕ່າງຊາດໄດ້ເຂົ້າມາຄົບຈຳນວນ ແລະເມື່ອເປັນດັ່ງນັ້ນ ພວກອິສຣາເອນທັງປວງກໍຈະໄດ້ຮັບຄວາມພົ້ນ ຕາມທີ່ມີຄຳຂຽນໄວ້ແລ້ວວ່າ `ພຣະຜູ້ຊ່ວຍໃຫ້ລອດຈະສະເດັດມາຈາກເມືອງສິໂຢນ ແລະຈະຊົງກຳຈັດອະທຳໃຫ້ສູນສິ້ນໄປຈາກຢາໂຄບ”

ມັນເປັນເລື່ອງລຶກລັບ,ບາງສິ່ງບາງຢ່າງທີ່ພວກເຮົາບໍ່ສາມາດເຂົ້າໃຈໄດ້ “ຄືເລື່ອງທີ່ບາງຄົນໃນພວກອິສຣາເອນໄດ້ມີໃຈແຂງກະດ້າງໄປ - ຈົນເຖິງພວກຕ່າງຊາດ[ຄຣິສຕຽນທີ່ບໍ່ແມ່ນ ຢິວ]ໄດ້ເຂົ້າມາ[ຄົບຈຳນວນ] ແລະເມື່ອເປັນດັ່ງນັ້ນພວກອິສຣາເອນທັງປວງກໍຈະໄດ້ຮັບຄວາມພົ້ນ ຕາມທີ່ມີຄຳຂຽນໄວ້ແລ້ວວ່າ `ພຣະຜູ້ຊ່ວຍໃຫ້ລອດຈະສະເດັດມາຈາກເມືອງສິໂຢນ ແລະຈະຊົງກຳຈັດອະທຳໃຫ້ສູນສິ້ນໄປຈາກຢາໂຄບ”(ໂລມ 11:25,26)

“ແລະພວກອິສຣາເອນທັງປວງກໍຈະໄດ້ຮັບຄວາມພົ້ນ”(ໂລມ 11:26),ຂ້າພະເຈົ້າຫາກໍອ່ານຄໍາພວກນີ້ໃຫ້ສິດຍາພິບານແບັບຕິດຄົນໜື່ງທີ່ອົບຮົມຢູ່ໃນໂຮງຮຽນພຣະຄໍາພີເສລີ,ລາວຕອບວ່າ“ມັນບໍ່ໄດ້ໝາຍຄວາມວ່າແນວນັ້ນ!” ຂ້າພະເຈົ້າຕອບວ່າ“ຂ້ອຍບໍ່ໄດ້ບອກເຈົ້າວ່າມັນໝາຍເຖິງຫຍັງ ຂ້ອຍພຽງແຕ່ອ່ານໃຫ້ເຈົ້າຟັງ” “ແລະພວກອິສຣາເອນທັງປວງກໍຈະໄດ້ຮັບຄວາມພົ້ນ” ໃຫ້ຄໍາເຫຼົ່ານີ້ຢືນຢູ່ໃນແບບທີ່ຂຽນມາ! ຄືກັບໂຢເຊບພຣະເຢຊູເຈົ້າຈະສະ ເດັດມາຮ້ອງໄຫ້ດ້ວຍຄວາມຮັກແລະຄວາມໂສກເສົ້າ,ໂອບກອດຄົນຂອງພຣະອົງເອງທີ່ຊົງຮັກຄືພວກຢິວ, “ແລະພວກອິສຣາເອນທັງປວງກໍຈະໄດ້ຮັບຄວາມພົ້ນ”ມັນເປັນພຣະຄໍາຂອງ ພຣະເຈົ້າ! ຂໍໃຫ້ມັນຢືນຢັດຢູ່!

ແລະພຣະເຢຊູຊົງຮັກຄົນຕ່າງຊາດທີ່ຫຼົງຫາຍເຊັ່ນກັນ,ໂຢເຊບໄດ້ກຽມຊີວິດໃຫ້ອາ ຫານແກ່ຄົນທັງໂລກ“ແລະທຸກປະເທດກໍມາຫາໂຢເຊບທີ່ປະເທດອີຢິບເພື່ອຊື້ເຂົ້າ” (ປະຖົມ ມະການ 41:57), ພຣະເຢຊູຄືໂຢເຊບຂອງພວກເຮົາ, ຂໍເຊີນມາຫາພຣະອົງ, ພຣະອົງຈະ ຊົງຊໍາລະທ່ານອອກຈາກຄວາມບາບທຸກຢ່າງຂອງທ່ານດ້ວຍພຣະໂລຫິດອັນປະເສີດຂອງ ພຣະອົງ, ພຣະອົງຈະມອບຊີວິດເປັນນິດນິລັນໃຫ້ແກ່ທ່ານໂດຍການຟື້ນຄືນຈາກຕາຍຂອງ ພຣະອົງ, ຂ້າພະເຈົ້າຂໍຮ້ອງພວກທ່ານໃຫ້ມາຫາພຣະເຢຊູ, ວາງໃຈໃນພຣະເຢຊູ, ວາງໃຈ ໃນພຣະອົງດຽວນີ້ເທົ່ານັ້ນ, ພຣະອົງຈະຊົງຊ່ວຍທ່ານໃຫ້ພົ້ນຈາກຄວາມບາບຂອງທ່ານ, ເອແມນ. ຂໍເຊີນດຣ.ແຊນມາຊ່ວຍນໍາພວກເຮົາອະທິຖານແດ່.


ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງບອກເພີ່ນນໍາວ່າທ່ານ ຂຽນມາຈາກປະເທດໃດ ບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງ ທ່ານໄດ້, ຖ້າຫາກບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປ ບອກດຣ.ໄຮເມີ, ກະລຸນາບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະ ເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ແຕ່ຖ້າ ເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼື ຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ.
ບັນເລງເພງກ່ອນເທດສະໜາໂດຍທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“What a Friend We Have in Jesus” (by Joseph Scriven, 1819-1886).

ໂຄງຮ່າງບົດເທດສະໜາ

ໂຢເຊບກັບພຣະເຢຊູ

(ບົດເທດສະໜາຕອນທີ່ 86 ໃນໜັງສືປະຖົມມະການ)
JOSEPH AND JESUS
(SERMON #86 ON THE BOOK OF GENESIS)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.

“ພຣະເຈົ້າຕັດດັ່ງນີ້ວ່າ ເຊື້ອສາຍຂອງທ່ານຈະໄປອາໄສຢູ່ໃນຕ່າງປະເທດ ແລະຊາວປະເທດນັ້ນຈະເອົາເຂົາເປັນຂ້າທາດ ແລະຈະຂົ່ມເຫງເຂົາເປັນເວລາສີ່ຮ້ອຍປີ ພຣະເຈົ້າຕັດວ່າ `ແລະເຮົາຈະພິພາກສາປະເທດທີ່ເຂົາຈະເປັນຂ້າທາດນັ້ນ ພາຍຫລັງເຂົາຈະອອກມາແລະບົວລະບັດເຮົາໃນສະຖານທີ່ນີ້'
ພຣະອົງໄດ້ຊົງຕັ້ງພັນທະສັນຍາແຫ່ງພິທີຕັດໄວ້ກັບອັບລາຮາມ ເຫດສະນັ້ນເມື່ອອັບລາຮາມໃຫ້ກຳເນີດລູດຊື່ອິສອັກ ຈຶ່ງໃຫ້ເຂົ້າພິທີຕັດໃນວັນທີ່ແປດ ອິສອັກໃຫ້ກຳເນີດລູກຊື່ຢາໂຄບ ແລະຢາໂຄບໃຫ້ກຳເນີດລູກສິບສອງຄົນ ຊຶ່ງເປັນບັນພະບຸລຸດຂອງເຮົາ ຝ່າຍບັນພະບຸລຸດເຫລົ່ານັ້ນຄິດອິດສາໂຢເຊບຈຶ່ງຂາຍເຂົາໄປຍັງປະເທດອີຢິບ ແຕ່ພຣະເຈົ້າຊົງສະຖິດກັບໂຢເຊບ ຊົງໂຜດຊ່ວຍໂຢເຊບໃຫ້ພົ້ນຈາກຄວາມທຸກລຳບາກທັງສິ້ນ ແລະຊົງໃຫ້ທ່ານເປັນທີ່ພໍໃຈແລະມີສະຕິປັນຍາໃນສາຍຕາຂອງຟາໂລ ກະສັດຂອງປະເທດອີຢິບ ທ່ານຈຶ່ງຕັ້ງໂຢເຊບໃຫ້ເປັນຜູ້ປົກຄອງປະເທດອີຢິບກັບທັງພຣະລາດຊະສຳນັກຂອງທ່ານ ແລ້ວບັງເກີດການກັນດານອາຫານທົ່ວແຜ່ນດິນອີຢິບແລະແຜ່ນດິນຄານາອັນ ແລະມີຄວາມລຳບາກຫລາຍ ບັນພະບຸລຸດຂອງເຮົາຈຶ່ງບໍ່ມີອາຫານ ຝ່າຍຢາໂຄບເມື່ອໄດ້ຍິນວ່າມີເຂົ້າຢູ່ໃນປະເທດອີຢິບ ຈຶ່ງໃຊ້ບັນພະບຸລຸດຂອງເຮົາໄປເປັນເທື່ອທໍາອິດ ພໍຄາວທີ່ສອງໂຢເຊບກໍສະແດງຕົວໃຫ້ພີ່ນ້ອງຮູ້ຈັກ ແລະໃຫ້ຟາໂລຮູ້ຈັກວົງຍາດພີ່ນ້ອງຂອງຕົນດ້ວຍ ຝ່າຍໂຢເຊບຈຶ່ງໄດ້ເຊີນຢາໂຄບພໍ່ກັບບັນດາຍາດພີ່ນ້ອງຂອງຕົນເຈັດສິບຫ້າຄົນໃຫ້ມາຫາ” (ກິດຈະການ 7:6-14)

1.  ການເກີດຂອງໂຢເຊບກັບການເກີດຂອງພຣະເຢຊູທັງສອງເປັນເລື່ອງອັດສະຈັນ. ປະຖົມມະການ 30:1, 22-24;
ລູກາ 1:35.

2.  ທັງໂຢເຊບກັບພຣະເຢຊູເປັນເປົ້າໝາຍພິເສດແຫ່ງຄວາມຮັກຂອງພໍ່ຂອງພວກເຂົາ. ປະຖົມມະການ 37:3;
ມັດທາຍ 3:17.

3.  ທັງໂຢເຊບກັບພຣະເຢຊູເປັນເປົ້າໝາຍພິເສດແຫ່ງຄວາມຮັກຂອງພໍ່ຂອງພວກເຂົາ. ປະຖົມມະການ 41:46;
 ລູກາ 3:23.

4.  ທັງໂຢເຊບແລະພຣະເຢຊູຖືກກຽດຊັງໂດຍພວກອ້າຍນ້ອງຂອງຕົນ. ປະຖົມມະການ 37:8,4; ລູກາ 19:14;
 ໂຢຮັນ 15:25.

5.  ທັງໂຢເຊບແລະພຣະເຢຊູຖືກຮ່ວມຫົວກັນປອງຮ້າຍໂດຍພວກພີ່ນ້ອງຂອງຕົນ. ປະຖົມມະການ 37:18;
ມັດທາຍ 26:3,4.

6.  ທັງໂຢເຊບແລະພຣະເຢຊູຖືກຂາຍເພາະເງີນຫຼາຍຫຼຽນ. ປະຖົມມະການ 37:28; ມັດທາຍ 26:15.

7.  ທັງໂຢເຊບແລະພຣະເຢຊູມີເສື້ອທີ່ເປື້ອນເລືອດ. ປະຖົມມະການ 37:31; ໂຢຮັນ 19:23.

8.  ທັງໂຢເຊບແລະພຣະເຢຊູຖືກແຍກຈາກພີ່ນ້ອງຂອງພວກເຂົາເປັນເວລາດົນນານ.

9.  ທັງໂຢເຊບແລະພຣະເຢຊູໄດ້ເຂົ້າໄປສູ່ຄວາມມືດ. ເພງສັນລະເສີນ 16:10; ກິດຈະການ 2:31.

10. ທັງໂຢເຊບແລະພຣະເຢຊູກາຍມາເປັນຜູ້ຊ່ວຍຂອງໂລກ. ປະຖົມມະການ 41:29, 30, 38, 55-57; ໂຢຮັນ 6:35;
ປະຖົມມະການ 45:1-5; ໂຢຮັນ 1:11; ເສຄາຣິຢາ 13:6,1; ໂລມ 11:25,26; ປະຖົມມະການ 41:57.