Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ທາງນັ້ນ,ຄວາມຈິງແລະຊີວິດ

THE WAY, THE TRUTH, AND THE LIFE
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 15/11/2015
A sermon preached at the Baptist Tabernacle of Los Angeles
Lord's Day Morning, November 15, 2015

“ພຣະເຢຊູຕັດກັບເຂົາວ່າ "ເຮົາເປັນທາງນັ້ນ ເປັນຄວາມຈິງ ແລະເປັນຊີວິດ ບໍ່ມີຜູ້ໃດມາເຖິງພຣະບິດາໄດ້ນອກຈາກມາທາງເຮົາ” (ໂຢຮັນ 14:6)


ເມື່ອພວກເຮົາອ່ານໂຢຮັນບົດທີ່ 13 ແລະ 14 ພວກເຮົາກໍຈະເຫັນວ່າພວກສາວົກ ຕາບອດ, ພວກເຂົາໄດ້ຢູ່ກັບພຣະເຢຊູເປັນເວລາສາມປີມາແລ້ວແຕ່ກໍຍັງຕາບອດຢູ່, ພວກ ເຂົາໄດ້ຮັກສາຄົນເຈັບໃຫ້ດີແລະໄດ້ໄລ່ຜີຫຼາຍໂຕອອກແຕ່ກໍຍັງຕາບອດຢູ່, ມັນເຮັດໃຫ້ຂ້າ ພະເຈົ້າແປກໃຈທີ່ຜູ້ຄົນສາມາດອ່ານໜັງສືຂ່າວປະເສີດທັງສີ່ເຫຼັ້ມແຕ່ບໍ່ເຫັນມັນ! ພຣະເຢຊູ ຊົງບອກພວກເຂົາບອກແລ້ວບອກອີກວ່າພຣະອົງກໍາລັງຈະຖືກຄຶງ, ວ່າພຣະອົງກໍາລັງຈະ ຕາຍ,ວ່າພຣະອົງກໍາລັງຈະຟື້ນຄືນມາຈາກຄວາມຕາຍ.

“ພຣະອົງຊົງພາສາວົກສິບສອງຄົນໄປກັບພຣະອົງແລ້ວຕັດກັບເຂົາວ່າ ເບິ່ງເຖີດເຮົາທັງຫລາຍຈະຂຶ້ນໄປຍັງກຸງເຢລູຊາເລັມແລະສິ່ງສາລະພັດຊຶ່ງພວກຜູ້ທໍານວາຍໄດ້ຂຽນໄວ້ວ່າດ້ວຍບຸດມະນຸດນັ້ນຈະສຳເລັດ ດ້ວຍວ່າບຸດມະ ນຸດນັ້ນຈະຕ້ອງຖືກມອບໄວ້ກັບຄົນຕ່າງຊາດ ແລະເຂົາຈະເຍາະເຍີ້ຍທ່ານເຮັດຫຍາບຄາຍແກ່ທ່ານ ຖົ່ມນ້ຳລາຍຮົດທ່ານ ເຂົາຈະຕີແລະຂ້າທ່ານເສຍແລ້ວໃນວັນທີ່ສາມທ່ານຈະເປັນຂຶ້ນມາໃໝ່ ຝ່າຍເຫລົ່າສາວົກບໍ່ໄດ້ເຂົ້າໃຈໃນສິ່ງເຫລົ່ານັ້ນເລີຍແລະຄຳນັ້ນກໍຖືກເຊື່ອງໄວ້ຈາກເຂົາ ແລະເຂົາບໍ່ຮູ້ໃຈຄວາມຊຶ່ງພຣະອົງຕັດນັ້ນ” (ລູກາ 18:31-34 ເບິ່ງ ມັດທາຍ 12:38-42; 16:21-23; 17:22-23; 20:17-19; ມາລະໂກ 10:32-34)

ພວກສາວົກຂອງພຣະອົງບໍ່ໄດ້ເຂົ້າໃຈຄວາມຈິງພື້ນຖານນັ້ນ,“ເຂົາບໍ່ຮູ້ໃຈຄວາມຊຶ່ງພຣະອົງຕັດນັ້ນ”ພວກເຂົາບໍ່ໄດ້ເຂົ້າໃຈຂ່າວປະເສີດ!ໃນນີ້ພວກເຮົາພົບວ່າພຣະເຢຊູກັບພວກສາວົກ ກໍາລັງກິນເຂົ້າແລງຄາບສຸດທ້າຍຢູ່, ພຣະອົງກໍາລັງຈະຖືກຄຶງເທິງກາງແຂນໃນມື້ຕໍ່ມາແຕ່ ພວກສາວົກຂອງພຣະອົງກໍຕາບອດກ່ຽວກັບຄວາມຈິງທີ່ສໍາຄັນທີ່ສຸດຂອງຂ່າວປະເສີດ!

ພຣະເຢຊູກໍາລັງລ້າງຕີນພວກເຂົາຫຼັງຈາກອາຫານແລງ, ເປໂຕທູນພຣະອົງວ່າ “ພຣະອົງຈະລ້າງຕີນຂອງຂ້າພຣະອົງບໍ່ໄດ້” ພຣະເຢຊູຕັດວ່າ “ຖ້າເຮົາບໍ່ລ້າງທ່ານແລ້ວ ທ່ານຈະມີສ່ວນໃນເຮົາບໍ່ໄດ້”ເປໂຕທູນຕອບວ່າ“ພຣະອົງເຈົ້າຂ້າ ບໍ່ແມ່ນແຕ່ຕີນຂອງຂ້າພຣະອົງເທົ່ານັ້ນ ແຕ່ຂໍຊົງໂຜດລ້າງທັງມືແລະຫົວນໍາ”(ໂຢຮັນ 13:8-9), ພວກເຂົາບໍ່ເຂົ້າ ໃຈເຖິງຄວາມຈໍາເປັນເລື່ອງຄວາມຖ່ອມໃຈ(13:14-17),ຫຼັງຈາກນັ້ນຢູດາສກໍອອກໄປຈາກ ພວກສາວົກຄົນອື່ນໆເພື່ອທໍລະຍົດພຣະເຢຊູ(13:30), ຈາກນັ້ນເປໂຕກໍເວົ້າວ່າ“ພຣະອົງຈະສະເດັດໄປໃສ?”(ໂຢຮັນ13:36), ພຣະເຢຊູບອກເປໂຕວ່າລາວບໍ່ສາມາດຕາມພຣະອົງໄປ ຕອນນີ້ໄດ້ແຕ່ລາວຈະຕາມໄປພາຍຫຼັງ(ໂຢຮັນ 13:36), ເປໂຕບໍ່ເຂົ້າໃຈວ່າພຣະເຢຊູກໍາ ລັງເວົ້າເຖິງການສະເດັດກັບສູ່ສະຫວັນ, ເປໂຕເວົ້າໂປ້ງອອກມາວ່າ“ຂ້າພະອົງຈະສະຫຼະຊີວິດເພື່ອພຣະອົງ”(ໂຢຮັນ 13:37),ພຣະເຢຊູຊົງຕັດວ່າ“ກ່ອນໄກ່ຂັນ ທ່ານຈະປະຕິເສດເຮົາສາມເທື່ອ”(ໂຢຮັນ 13:38),ຈາກນັ້ນພຣະເຢຊູຊົງຕັດວ່າ“ເຮົາຈະໄປຈັດຕຽມບ່ອນຢູ່ໄວ້ ສໍາຫຼັບທ່ານ”(ໂຢຮັນ 14:2),ພວກເຂົາກໍບໍ່ເຂົ້າໃຈວ່າພຣະອົງກໍາລັງເວົ້າກ່ຽວກັບການສະ ເດັດກັບສູ່ສະຫວັນ,ໂທມັສເວົ້າໂປ້ງອອກມາວ່າ“ພຣະອົງເຈົ້າຂ້າ ພວກຂ້າພະອົງບໍ່ຮູ້ວ່າພຣະອົງຈະສະເດັດໄປໃສ ພວກຂ້າພະອົງຈະຮູ້ຈັກທາງນັ້ນໄດ້ແນວໃດ”(ໂຢຮັນ 14:5)ຄື ກັບທີ່ຂ້າພະເຈົ້າບອກໄວ້ວ່າພວກສາວົກຂອງພຣະເຢຊູຕາບອດຢ່າງສິ້ນເຊີງກ່ຽວກັບຄວາມຈິງທີ່ງ່າຍໆເຫຼົ່ານີ້, ສະບັບສະກໍຟິວໄດ້ໝາຍເຫດໃນໂຢຮັນ 3:3 ອະທິບາຍເຖິງການຕາ ບອດຂອງເຂົາວ່າ:

ຄວາມຈໍາເປັນຂອງການເກີດໃໝ່ໄດ້ເຮັດໃຫ້ຂາດຄວາມສາມາດຂອງມະນຸດທໍາມະດາທີ່ຈະ“ເຫັນ” ຫຼື “ເຂົ້າໃນ”ອານາຈັກຂອງພຣະເຈົ້າ, ຢ່າງໃດກໍ ຕາມພອນສະຫວັນ,ສິນລະທໍາ, ຫຼືການເຮັດໃຫ້ດີຂື້ນຂອງມະນຸດທໍາມະດາ ແມ່ນຕາບອດຢ່າງສົມບູນແບບຕໍ່ຄວາມຈິງຝ່າຍວິນຍານແລະບໍ່ມີຄວາມສາມາດທີ່ຈະເຂົ້າໃນອານາຈັກໄດ້,ເພາະສະນັ້ນເຂົາບໍ່ສາມາດເຊື່ອຟັງ,ເຂົ້າໃຈ ຫຼື ເປັນທີ່ພຣະພຣະໄທພຣະເຈົ້າໄດ້.

ຂ້າພະເຈົ້າເຫັນດ້ວຍເຕັມທີ່ກັບຄໍາເວົ້ານັ້ນ, ຄົນທີ່ຍັງບໍ່ລອດແມ່ນໄດ້“ຕາຍໃນການລະເມີດ ແລະການບາບ”(ເອເຟໂຊ 2:1),ຄືກັບທີ່ໝາຍເຫດຂອງສະກໍຟິວເວົ້າວ່າ“ມະນຸດທໍາມະດາ ແມ່ນຕາບອດຢ່າງສົມບູນແບບຕໍ່ຄວາມຈິງຝ່າຍວິນຍານ” ແລະເລື່ອງນີ້ກໍຍັງຄົງແມ່ນສະຖາ ນະການຂອງພວກສາວົກໃນຄໍ່າຄືນກ່ອນທີ່ພຣະເຢຊູຈະຖືກຄຶງເທິງໄມ້ກາງແຂນ,ພວກເຂົາ ໄດ້ຕິດຕາມພຣະອົງເປັນເວລາສາມປີແຕ່ພວກເຂົາກໍຍັງເປັນຄົນທີ່ຕາຍໃນຝ່າຍວິນຍານຢູ່! ເພາະ

“ແຕ່ມະນຸດທຳມະດາຈະຮັບສິ່ງເຫລົ່ານັ້ນຊຶ່ງເປັນຂອງພຣະວິນຍານແຫ່ງພຣະເຈົ້າບໍ່ໄດ້ ເພາະເຂົາເຫັນວ່າເປັນເລື່ອງໂງ່ ແລະເຂົາບໍ່ສາມາດເຂົ້າໃຈໄດ້ ເພາະວ່າຈະເຂົ້າໃຈສິ່ງເຫລົ່ານັ້ນໄດ້ກໍຕ້ອງສັງເກດດ້ວຍຈິດວິນຍານ” (1 ໂກລິນໂທ 2:14)

ພວກສາວົກສືບຕໍ່ຕາຍຝ່າຍວິນຍານໃນສະພາບທີ່ຍັງບໍ່ລອດຈົນພຣະເຢຊູຟື້ນຄືນ ຈາກຄວາມຕາຍແລະໄດ້ມາຫາເຂົາເຈົ້າໃນວັນອີດສະເຕີຕອນແລງວັນອາທິດ! ບາງຄົນເວົ້າ ວ່າ“ຂໍ້ພຣະຄໍາພີຂໍ້ໃດທີ່ເວົ້າແບບນັ້ນ?”ພວກເຮົາຕາບອດຕໍ່ການກັບໃຈໃໝ່ໃນວັນແຫ່ງການ ປະຖີ້ມຄວາມເຊື່ອເຫຼົ່ານີ້ແບບໃດ! ມັນເວົ້າເຖິງໃນຕອນຈົບຂອງຂ່າວປະເສີດທັງສີ່ເຫຼັ້ມ! (ເບິ່ງໂຢຮັນ 20:19-22; ລູກາ 24:36-45;ແລະອື່ນໆ), ຂ້າພະເຈົ້າຕົກໃຈທີ່ນັກເທດຫຼາຍ ຄົນໃນຍຸກສຸດທ້າຍບໍ່ຮູ້ຈັກສິ່ງທີ່ງ່າຍໆແບບນີ້໋! ບໍ່ສົງໄສເລີຍທີ່ພວກເຂົາບໍ່ເທດສະໜາຂ່າວ ປະເສີດອີກຕໍ່ໄປ! ມັນຍາກທີ່ຂ້າພະເຈົ້າຈະໄດ້ຍິນພວກສິດຍາພິບານເທດສະໜາຂ່າວປະ ເສີດໃນປະຈຸບັນນີ້!ພວກເຮົາເຄີຍໄດ້ຍິນມັນ,ແຕ່ພວກເຮົາບໍ່ໄດ້ຍິນມັນແລ້ວໃນຕອນນີ້,ຢ່າງ ໜ້ອຍກໍບໍ່ແມ່ນໃນອາເມລິກາ! ສໍາຫຼັບຂ້າພະເຈົ້າເບິ່ງຄືວ່ານັກເທດຫຼາຍຄົນກໍເປັນຄົນຕາ ບອດຄືກັບໂທມັສຜູ້ທີ່ເວົ້າວ່າ“ຖ້າຂ້າບໍ່ເຫັນຮອຍຕະປູທີ່ມືຂອງພຣະອົງ ແລະບໍ່ໄດ້ເອົານິ້ວຂອງຂ້າແຍ່ເຂົ້າໄປທີ່ຮອຍຕະປູນັ້ນ ແລະບໍ່ໄດ້ເອົາມືຂອງຂ້າແຍ່ເຂົ້າໄປທີ່ຂ້າງຂອງພຣະອົງແລ້ວຂ້າຈະບໍ່ເຊື່ອເລີຍ”(ໂຢຮັນ 20:25),ໂທມັສກໍເປັນຄືກັບຄົນອື່ນໆ, ລາວເປັນຄົນບໍ່ເຊື່ອ ເປັນຄົນທີ່ຍັງບໍ່ລອດ,ຄົນທີ່ຫຼົງຫາຍ, ແລະໂທມັສທີ່ຫຼົງຫາຍຄົນນີ້ທີ່ຖາມພຣະເຢຊູວ່າ“ພຣະອົງເຈົ້າຂ້າ ພວກຂ້າພະອົງບໍ່ຮູ້ວ່າ[ພຣະອົງກໍາລັງຈະໄປໃສ] ພວກຂ້າພະອົງຈະຮູ້ຈັກທາງນັ້ນໄດ້ແນວໃດ”(ໂຢຮັນ 14:5)

ພຣະເຢຊູບໍ່ໄດ້ໃຈຮ້າຍໃຫ້ກັບໂທມັສແລະພວກສາວົກຄົນອື່ນໆເລີຍ, ໂທມັສຖາມ ກ່ຽວກັບເລື່ອງສະຫວັນແລະວ່າຈະໄປໄດ້ແນວໃດ, ພຣະເຢຊູຊົງຕອບໂດຍການເວົ້າວ່າ:

“ເຮົາເປັນທາງນັ້ນ ເປັນຄວາມຈິງ ແລະເປັນຊີວິດ ບໍ່ມີຜູ້ໃດມາເຖິງພຣະບິດາໄດ້ນອກຈາກມາທາງເຮົາ”(ໂຢຮັນ 14:6)

ຂ້າພະເຈົ້າກໍາລັງດັດແປງເລື່ອງທີ່ເຫຼືອນີ້ຈາກໂຣເບີດເມີເຣແມັກຄີນ(1813-1843)ນັກເທດ ຊາວສະກັອດແລນຜູ້ຍິ່ງໃຫຍ່ຊື່ງໄດ້ເຫັນພຣະເຈົ້າສົ່ງການຟື້ນຟູມາໃນຄຣິສຕະຈັກຂອງລາວກ່ອນທີ່ລາວຈະຕາຍໃນຕອນອາຍຸໄດ້ພຽງ29 ປີ,ໂຣເບີດແມັກຄີນໄດ້ເວົ້າວ່າ“ອີງຕາມ(ໂຢ ຮັນ 14:6) ໃນຖານະເປັນການອະທິບາຍເລື່ອງຂ່າວປະເສີດຄວາມລອດທີ່ສົມບູນແບບ,ຂໍ ໃຫ້ເຮົາເບິ່ງສ່ວນຕ່າງໆທີ່ແຕກຕ່າງຂອງມັນ”

I. ໜື່ງ ພຣະຄຣິດຊົງເປັນທາງໄປຫາພຣະເຈົ້າ.

ພຣະເຢຊູເອງຊົງເປັນທາງໄປສູ່ສະຫວັນ,ຄໍາໜ້ານາມແມ່ນຄໍານາມ“ເຮົາເປັນທາງ ນັ້ນ”ບໍ່ພຽງແຕ່ພຣະເຢຊູໄດ້ຊີ້ໃຫ້ເຮົາເຫັນທາງໄປຫາພຣະເຈົ້າເທົ່ານັ້ນ - ພຣະອົງຊົງເປັນ ທາງໄປຫາພຣະເຈົ້າ,ບໍ່ມີທາງອື່ນໃດ! ມີພຽງແຕ່ພຣະເຢຊູເທົ່ານັ້ນທີ່ສາມາດພາເຮົາໄປຫາ ພຣະເຈົ້າໄດ້! ຕອນທີ່ຂ້າພະເຈົ້າອາຍຸສິບສອງປີແມ່ຂອງຂ້າພະເຈົ້າໄດ້ພາຂັບລົດຈາກເມືອງໂຟ ນິກ,ລັດອາຣິໂຊນາໄປລັດໂຕຣອນໂຕປະເທດຄານາດາ, ເມື່ອພວກເຮົາໄປຮອດເຂດເມືອງ ຊິຄາໂກແມ່ກໍຖາມຕໍາຫຼວດວ່າທາງຫຼວງເສັ້ນໃດທີ່ຄວນໃຊ້, ຕໍາຫຼວດກໍບອກໃຫ້ແມ່ລ້ຽວກັບ ລາວບອກວ່ານັ້ນແລະແມ່ນທາງ, ພວກເຮົາຂັບລົດເປັນຊົ່ວໂມງຫຼືຫຼາຍກວ່ານັ້ນແຕ່ຂ້າພະ ເຈົ້າກໍເລີ່ມສັງເກດສິ່ງຕ່າງໆທີ່ຢູ່ຂ້າງທາງທີ່ເຄີຍເຫັນເມື່ອກ່ອນ,ຂ້າພະເຈົ້າເວົ້າວ່າ“ແມ່ຂ້ອຍ ຄິດວ່າພວກເຮົາກໍາລັງກັບໄປທາງເກົ່າທີ່ເຮົາມາໃດ໋” ແມ່ກໍຂັບອອກຈາກທາງຫຼວງພໍດີມີລົດ ແທັກຊີຈອດຢູ່ຫັ້ນ, ແມ່ຈື່ງຖາມວ່າ“ພວກເຮົາກໍາລັງຈະໄປຕາເວັນອອກຂອງຊິຄາໂກເພື່ອ ໄປໂຕຣອນໂຕ, ພວກເຮົາໄປຖືກທາງຢູ່ບໍ?” ຄົນຂັບລົດແທັກຊີກໍາລັງຄາບຢາສູບຢູ່ປາກຢູ່ ລາວຈື່ງຕອບວ່າ“ນາງເອີຍ ເຈົ້າມາຜິດທາງແລ້ວ! ເຈົ້າຕ້ອງໄປທາງນັ້ນ”ລາວຊີ້ໄປທາງທີ່ ພວກເຮົາຜ່ານມາແລ້ວ, ດັ່ງນັ້ນພວກເຮົາຈື່ງລ້ຽວລົດອ້ອມກັບໄປທາງດຽວກັນທີ່ພວກເຮົາ ຂັບມາແລ້ວຕອນທໍາອິດ! ຕໍາຫຼວດຄົນນັ້ນບອກທິດທາງທີຜິດໃຫ້ກັບພວກເຮົາ! ພວກເຮົາ ທຸກຄົນກໍາລັງໄປທາງຜິດຈົນເຖິງທີ່ພຣະເຢຊູມາພົບເຮົາ, ໃນໂລກບູຮານມີຄໍາເວົ້າຢູ່ວ່າ“ທຸກ ເສັ້ນທາງນໍາໄປສູ່ໂຣມ”ໃນໂລກປະຈຸບັນນີ້ເຮົາສາມາດເວົ້າໄດ້ວ່າ “ທຸກເສັ້ນທາງນໍາໄປສູ່ນາ ລົກ”ພຣະເຢຊູຸຜູ້ດຽວຄື“ທາງ”ໄປຫາພຣະເຈົ້າ!

ໂຣເບີດແມັກຄີນໄດ້ກ່າວວ່າ“ພຣະເຢຊູຊົງອີດູຕົນລູກໆທີ່ໜ້າເວດທະນາຂອງອາດໍາທີ່ມີບັນຫາໃນການຫາຫົນທາງສູ່ເມືອງສະຫວັນຂອງພຣະເຈົ້າ, ພຣະອົງຈື່ງລົງມາຈາກສະ ຫວັນແລ້ວລົງມາເພື່ອເປີດຫົນທາງສູ່ພຣະບິດາໃນເມືອງສະຫວັນ, ພຣະອົງຊົງເຮັດແນວໃດ ແດ່?...ພຣະອົງຊົງກາຍເປັນຄົນໜື່ງໃນບ່ອນຂອງພວກເຮົາ,ພຣະອົງຊົງແບກບາບຂອງເຮົາເທິງໄມ້ກາງແຂນ, ດຽວນີ້ພວກຄົນບາບຜູ້ໜ້າອາຍຈະເຂົ້າມາໃນຜ່ານທາງຮ່າງກາຍທີ່ຫຼັ່ງ ເລືອດຂອງພຣະອົງແລະພົບກັບສະຫວັນຂອງພຣະເຈົ້າແລະຢູ່ທີ່ນັ້ນຕະຫຼອດໄປເປັນນິດ,ຈົ່ງມາຫາພຣະເຢຊູໂດຍໄວຢ່າສົງໄສເພາະພຣະອົງຊົງຕັດວ່າ ‘ເຮົາເປັນທາງນັ້ນ’”

ບໍ່ແມ່ນໂດຍການເວົ້າ “ຄໍາອະທິຖານຂອງຄົນບາບ” ຊື່ງທ່ານມາຫາພຣະບິດາ, ບໍ່ ແມ່ນໂດຍການມີຊີວິດທີ່ດີຂື້ນ,ບໍ່ແມ່ນໂດຍການເລີກເຮັດບາບເລັກນ້ອຍ,ບໍ່ແມ່ນແມ່ນກະທັ່ງ ໂດຍການເຊື່ອສິ່ງຕ່າງໆກ່ຽວກັບພຣະເຢຊູ.

ໂຣເບີດແມັກຄີນໄດ້ເວົ້າວ່າ“ແລະດຽວນີ້ເພື່ອນທັງຫຼາຍນີ້ແມ່ນທາງຂອງທ່ານທີ່ກໍາ ລັງມາຫາພຣະບິດາບໍ? ພຣະຄຣິດຕັດວ່າ“ເຮົາເປັນທາງນັ້ນ...ບໍ່ມີຜູ້ໃດມາເຖິງພຣະບິດາໄດ້ ນອກຈາກມາທາງເຮົາ”ຈາກນັ້ນຖ້າທ່ານຫາກຍັງສືບຕໍ່ພະຍາຍາມມາຕາມທາງຂອງຕົນເອງ -ບໍ່ວ່າມັນເປັນທາງຂອງການກັບຕົວເປັນຄົນດີຫຼືໂດຍຄວາມຫວັງວ່າພຣະເຈົ້າຈະບໍ່ເຂັ້ມງວດ - ຖ້າທ່ານບໍ່ຖືກເຕືອນທ່ານກໍຈະພົບໃນວັນພິພາກສາຊື່ງທ່ານຈະຕົກລົງໄປສູ່ໄຟນາລົກ”

ທ່ານຕ້ອງມາຫາພຣະບິດາໂດຍການມາຫາພຣະຄຣິດ,ບໍ່ມີທາງອື່ນໃດທີ່ຈະລອດໄດ້ເພາະມີພຽງ “ຄົນກາງແຕ່ຜູ້ດຽວລະຫວ່າງພຣະເຈົ້າກັບມະນຸດຄືພຣະເຢຊູຄຣິດ” (1 ຕີໂມ ທຽວ 2:5).

II. ສອງ ພຣະຄຣິດຊົງເປັນຄວາມຈິງ.

ໂຣເບີດເມີເຣແມັກຄີນໄດ້ເວົ້າວ່າ“ບໍ່ສາມາດເວົ້າໄດ້ວ່າຄົນທີ່ຍັງບໍ່ກັບໃຈຮູ້ຈັກຄວາມ ຈິງ, ບໍ່ສົງໄສເລີຍວ່າມີຄວາມຈິງຫຼາຍຢ່າງຊື່ງຄົນທີ່ຍັງບໍ່ລອດຮູ້ຈັກ,ເຂົາອາດຈະຮູ້ຈັກຄວາມ ຈິງເລື່ອງຄະນິດສາດ-ເຂົາອາດຈະຮູ້ຈັກຄວາມຈິງທົ່ວໄປແຕ່ກໍຍັງບໍ່ສາມາດເວົ້າໄດ້ວ່າຄົນທີ່ ຍັງບໍ່ລອດຮູ້ຈັກຄວາມຈິງ ເພາະພຣະຄຣິດຊົງເປັນຄວາມຈິງ”

ຂ້າພະເຈົ້າມີລຸງສອງຄົນຊື່ງທັງສອງເປັນນັກອ່ານທີ່ຍິ່ງໃຫຍ່,ຍ້ອນກັບໄປໃນສົງຄາມໂລກຄັ້ງທີ່II ກ່ອນທີ່ຈະມີໂທລະພາບຜູ້ຄົນມັກພາກັນອ່ານຫຼາຍ, ມັນເປັນເລື່ອງປົກກະຕິ ສໍາຫຼັບຜູ້ຄົນທີ່ຈະອ່ານໜັງສືຕ່າງໆໃນສະໄໝນັ້ນ, ແຕ່ລຸງສອງຄົນນີ້ອ່ານຫຼາຍກວ່າຜູ້ອື່ນ ເຖິງແມ່ນວ່າເມື່ອມັນເປັນເລື່ອງປົກກະຕິທີ່ຈະອ່ານໜັງສືຕ່າງໆຫຼາຍກວ່າປະຈຸບັນນີ້.

ລຸງຄົນໜື່ງຊື່ວ່າພອດເຕີ - ໂຣເບີດພອດເຕີອີລຽດ,ແຕ່ທຸກຄົນເອີ້ນຊື່ກາງລາວວ່າ ພອດເຕີ,ລຸງພອດເຕີມັກຈະມີປື້ມຢູ່ໃນມືສະເໝີ,ລາວເຄີຍຢູ່ໃນກອງທັບແຕ່ຕອນນີ້ລາວເປັນ ຊ່າງແປງເຮັດວຽກຢູ່ຮ້ານແບຣກໃນຊານຕາໂມນິກາ, ລາວມັກອ່ານຕະຫຼອດ, ຕອນກິນເຂົ້າ ທ່ຽງຫຼັງຈາກແລ້ວວຽກແມ່ນແຕ່ຕອນລາວເບິ່ງໂທລະພາບ,ລາວກໍນັ່ງອ່ານໜັງສືນໍາ, ລາວ ອາດຈະແນມຂື້ນໄປເບິ່ງໂທລະພາບແລ້ວແນມເບິ່ງປື້ມທີ່ລາວກໍາລັງອ່ານຢູ່, ລາວອ່ານໜັງ ສືນັກຂ້າລຶກລັບອາກາທາຄຣິສຕີສິ່ງຂອງແບບນັ້ນ, ແຕ່ໜັງສືທີ່ເພີ່ນມັກທີ່ສຸດແມ່ນກ່ຽວ ກັບເລື່ອງວິທະຍາສາດແລະນິຍາຍວິທະຍາສາດ, ຄວາມຈິງແລ້ວເພີ່ນມີໜັງສືຫຼາຍຮ້ອຍ ເຫຼັ້ມໃນເລື່ອງວິທະຍາສາດແລະນິຍາຍວິທະຍາສາດ, ລາວຮູ້ຈັກກ່ຽວກັບວິທະຍາສາດແທ້ ແລະຮູ້ຈັກນິຍາຍວິທະຍາສາດຫຼາຍກວ່າ, ລາວເປັນຜູ້ເຊື່ອໃນເລື່ອງວິວັດທະນາການຂອງ ດາວິນ, ລາວສາມາດເວົ້າເຖິງມັນເປັນຊົ່ວໂມງໄດ້ເລີຍ.

ຂ້າພະເຈົ້າແປກໃຈທີ່ເຫັນລາວເຂົ້າມາໃນຄຣິສຕະຈັກຂອງເຮົາໃນວັນອາທິດໜື່ງ, ລາວນັ່ງລົງງຽບໆຢູ່ທາງຫຼັງແລະຟັງຂ້າພະເຈົ້າເທດ, ຫຼັງຈາກນັ້ນຂ້າພະເຈົ້າກໍຂອບໃຈເພີ່ນ ທີ່ມາ,ລາວບອກວ່າບົດເທດສະໜາຂອງຂ້າພະເຈົ້າໜ້າສົນໃຈດີ, ຫຼັງຈາກນັ້ນລາວກໍມາທຸກ ອາທິດ, ສຸດທ້າຍຫຼັງຈາກມາຫຼາຍອາທິດແລ້ວຂ້າພະເຈົ້າກໍເວົ້າກັບລາວເລື່ອງການມາເປັນ ຄຣິສຕຽນ,ລາວກໍຟັງດ້ວຍຄວາມຕັ້ງໃຈແລະຂ້າພະເຈົ້າກໍໄດ້ນໍາລາວໃຫ້ວາງໃຈໃນພຣະເຢຊູຂ້າພະເຈົ້າບໍ່ຢາກເຊື່ອມັນປານໃດ! ລາວເປັນຄົນທີ່ເຢັນຊ່າ,ພວກມີຄວາມຮູ້ຊື່ງຂ້າພະເຈົ້າ ຢ້ານທີ່ຈະເວົ້າກັບລາວໃນຖານະເປັນເດັກຄົນໜື່ງ,ລາວເປັນຄືກັບຮໍາເຟຣໂບກາດທີ່ໃສ່ແວ່ນ ອ່ານໜາໆ, ແຕ່ຫຼັງຈາກທີ່ລາວໄດ້ກັບໃຈໃໝ່ແລ້ວລາວກໍຍີ້ມແລະໄປລົມກັບຄົນໜຸ່ມຂອງ ພວກເຮົາເປັນຄົນແຕກຕ່າງຢ່າງສິ້ນເຊີງ, ຫຼັງຈາກນັ້ນລາວກໍເລີ່ມຂໍໜັງສືຄຣິສຕຽນກັບຂ້າ ພະເຈົ້າ,ຂ້າພະເຈົ້າກໍເອົາປື້ມຕໍ່ຕ້ານວິວັດທະນາການໃຫ້ລາວເປັນປື້ມໃຫຍ່ໆໜາໆ,ລາວມັກມັນວັນອາທິດຕໍ່ມາລາວກໍຂໍປື້ມກັບຂ້າພະເຈົ້າຕື່ມອີກ, ຂ້າພະເຈົ້າກໍໄປແບກມາໃຫ້ລາວປະ ມານສີ່ສິບຫຼືຫ້າສິບເຫຼັ້ມ,ລາວອ່ານມັນໝົດທຸກເຫຼັ້ມບາງເຫຼັ້ມກໍອ່ານສອງຫາສາມເທື່ອ,ລາວບໍ່ອ່ານປື້ມເລື່ອງການຂ້າຢ່າງລຶກລັບຫຼືນິຍາຍວິທະຍາສາດອີກເລີຍ,ຂ້າພະເຈົ້າກໍໃຫ້ລາວບັບ ຕິດສະມາແລະລາວກໍກາຍມາເປັນສະມາຊິກທີ່ສັດຊື່ຂອງຄຣິສຕະຈັກຂອງເຮົາ,ນາງແຊລລີຄຸກຈື່ລຸງພອດເຕີໄດ້ເປັນຢ່າງດີ, ຫຼັງຈາກນັ້ນລາວກໍຕາຍກະທັນຫັນຍ້ອນໂລກຫົວໃຈ.

ແມ່ນຫຍັງເກີດຂື້ນກັບໂຣເບີດພອດເຕີອີລຽດ? ເປັນຫຍັງລາວຈື່ງຫັນຫຼັງໃຫ້ນິຍາຍ ວິທະຍາສາດແລະວິວັດທະນາການລະ?ມັນງ່າຍໆຄື-ລາວໄດ້ພົບກັບພຣະເຢຊູຄຣິດ! ລາວ ບໍ່ຕ້ອງການນິຍາຍອີກຕໍ່ໄປ, ລາວໄດ້ພົບກັບຄວາມຈິງແລ້ວ - ຄືພຣະເຢຊູຊື່ງຊົງຕັດວ່າ “ເຮົາເປັນທາງນັ້ນ,ເປັນຄວາມຈິງແລະເປັນຊີວິດ”ລຸງພອດເຕີຈະເປັນໜື່ງໃນຄົນທໍາອິດທີ່ຂ້າພະເຈົ້າຈະແນມຫາເມື່ອໄປຮອດສະຫວັນ! ລາວໄດ້ຮັບຄວາມລອດໂດຍພຣະເຢຊູຜູ້ຊົງເປັນ ກະແຈແຫ່ງຄວາມຈິງທັງມວນ!

ລຸງອີກຄົນໜື່ງກໍຄືອ້າຍຂອງແມ່ຂອງຂ້າພະເຈົ້າຊື່ວ່າລອຍວີຟລາວເວີຈູເນຍ, ລາວ ເຄີຍເປັນທະຫານເຮືອໃນສົງຄາມໂລກຄັ້ງທີ່ II, ຄືກັບພອດເຕີລຸງລອຍເປັນນັກອ່ານຜູ້ຍິ່ງ ໃຫຍ່, ລາວເປັນຄົນທີ່ສົນໃຈເປັນພິເສດໃນໜັງສືຕ່າງໆເລື່ອງກ່ຽວກັບຟີສິກແລະສາສະໜາ ຕາເວັນອອກ,ລາວມັກມີປື້ມແບບນັ້ນຕະຫຼອດບໍ່ວ່າຈະໄປໃສກໍຕາມ, ລາວເປັນຄົນສວນທີ່ ຈັດຫຼືດັດແປງໜ້າດິນໃຫ້ງາມແຕ່ລາວມັກມີປື້ມກ່ຽວກັບປີຣາມິດຫຼືໂຕໜັງສືຊາວອີຢິບບູຮານຫຼືພົກປື້ມສາສະໜາຕາເວັນອອກໄປນໍາ, ລາວເປັນໝູ່ຂອງຂ້າພະເຈົ້າແລະຂ້າພະເຈົ້າຈະຟັງລາວເວົ້າກ່ຽວກັບເລື່ອງປິຣາມິດຕ່າງໆແລະສາສະໜາຊາວຕາເວັນອອກເປັນຊົ່ວໂມງ, ເຖິງແມ່ນວ່າຂ້າພະເຈົ້າຈະພະຍາຍາມໃຫ້ລາວອ່ານພຣະຄໍາພີຫຼາຍເທື່ອກໍຕາມລາວກໍບໍ່ເຄີຍສະ ແດງອາການສົນໃຈຍັງເລີຍ, ເຊັ່ນກັນລາວກໍຕາຍຈາກໂລກຫົວໃຈວາຍ,ແຕ່ບໍ່ຄືກັບພອດເຕີລຸງລອຍຕາຍໂດຍທີ່ບໍ່ມີພຣະຄຣິດ,ລາວມັກບອກຂ້າພະເຈົ້າສະເໝີວ່າລາວກໍາລັງຄົ້ນຫາຄວາມຈິງ,ແຕ່ລາວກໍບໍ່ເຄີຍພົບມັນເລີຍ, ລາວບໍ່ເຄີຍພົບກັບພຣະເຢຊູຜູ້ຊື່ງເປັນຕົວຕົນຂອງຄວາມຈິງທັງມວນເລີຍ, ໜ້າເສົ້າເມື່ອຂ້າພະເຈົ້າໄປເຖິງສະຫວັນຂ້າພະເຈົ້າຈະບໍ່ແນມຫາລຸງລອຍ-ເພາະຂ້າພະເຈົ້າຮູ້ດີວ່າລາວຈະບໍ່ຢູ່ຫັ້ນ,ເພາະພຣະເຢຊູຕັດວ່າ“ເຮົາເປັນ...ຄວາມຈິງ...ບໍ່ມີຜູ້ໃດໄປເຖິງພຣະບິດາໄດ້ນອກຈາກມາທາງເຮົາ”(ໂຢຮັນ 14:6),ລຸງລອຍຢູ່ໃນນາລົກໃນຕອນນີ້.

ລຸງຄົນໃດຂອງຂ້າພະເຈົ້າທີ່ເປັນຄືກັບທ່ານ? ທ່ານເປັນຄືກັບພອດເຕີຊື່ງໄດ້ພົບ ຄວາມຈິງໃນພຣະເຢຊູບໍ? ຫຼືທ່ານເປັນຄືກັບລອຍຜູ້ທີ່ບໍ່ເຄີຍພົບກັບພຣະຜູ້ຊ່ວຍເລີຍ?

III. ສາມ ພຣະຄຣິດຊົງເປັນຊີວິດ.

ໂຣເບີດແມັກຄີນໄດ້ເວົ້າວ່າ“ທັງພຣະຄໍາພີ ແລະ ປະສົບການປຽບທຽບກັບບົດທົດ ສອບຊື່ງພວກເຮົາໂດຍທໍາມະຊາດຕາຍແລ້ວໃນການລະເມີດແລະການບາບ... ຄວາມຈິງ ຄົນເຫຼົ່ານີ້ທີ່ຕາຍໃນການບາບບໍ່ຮູ້ວ່າພວກເຂົາຕາຍແລ້ວ,ຖ້າພຣະວິນຍານບໍລິສຸດໂນມນ້າວ ທ່ານໃນເລື່ອງບາບຂອງທ່ານ,ຄວາມຕາຍໂດຍທໍາມະຊາດທ່ານກໍຈະຮູ້ຈັກມັນ... ຖ້າທ່ານ ຫາກເຄີຍລອງທີ່ຈະຮັກສາບັນຍັດທຸກຂໍ້ຂອງພຣະເຈົ້າ,ຖ້າທ່ານຫາກເຄີຍພະຍາຍາມທີ່ຈະບໍ່ຄິດຄວາມຄິດທີ່ເປັນບາບ, ຖ້າທ່ານຫາກເຄີຍພະຍາຍາມທີ່ຈະຮັກສາໃຈຂອງທ່ານຈາກ ຄວາມໂລບແລະຄວາມບາບ-ຖ້າທ່ານຫາກເຄີຍພະຍາຍາມເຮັດແບບນີ້ກໍເປັນໄປບໍ່ໄດ້ເລີຍ ທີ່ທ່ານຈະພົບກັບມັນແມ່ນບໍ?ມັນກໍຄືກັບການພະຍາຍາມປຸກໃຫ້ຄົນຟື້ນຄືນຈາກຕາຍ! ມັນ ຊັດເຈນສໍາໃດທີ່ວ່າທ່ານໄດ້ຕາຍແລ້ວ-ບໍ່ແມ່ນບັງເກີດໃໝ່!ທ່ານຈະຕ້ອງບັງເກີດໃໝ່,ທ່ານ ຈະຕ້ອງເຂົ້າຮ່ວມກັບພຣະຄຣິດເພາະພຣະຄຣິດຊົງເປັນຊີວິດ

ຈິດວິນຍານຂອງທ່ານເປັນຄືກັບງ່າທີ່ແຫ່ວ-ແຫ້ງ,ບໍ່ມີໝາກແລະຕາຍແລ້ວບໍ? ຈົ່ງ ມາຫາພຣະເຢຊູ! ວາງໃຈໃນພຣະອົງ, ຮັບການຊໍາລະລ້າງໃຫ້ສະອາດໂດຍພຣະໂລຫິດ ຂອງພຣະອົງ, ຖືກເຮັດໃຫ້ມີຊີວິດໂດຍການຟື້ນຄືນຈາກຕາຍຂອງພຣະອົງ, ຈາກນັ້ນທ່ານ ກໍຈະພົບວ່າທ່ານມີຊີວິດໃນພຣະຄຣິດ! ທ່ານກໍຈະສາມາດເວົ້າກັບອັກຄະສາວົກເປົາໂລວ່າ “ຂ້າພະເຈົ້າດໍາເນີນຊີວິດຢູ່ໂດຍຄວາມເຊື່ອໃນພຣະບຸດຂອງພຣະເຈົ້າຜູ້ຊົງຮັກຂ້າພະເຈົ້າ ແລະຊົງສະຫຼະພຣະອົງເອງເພື່ອຂ້າພະເຈົ້າ”(ກາລາເຕຍ 2:20 ສະບັບນິວຄິງເຈມ)ພຣະເຢ ຊູຊົງຕັດວ່າ:

“ເຮົາເປັນທາງນັ້ນ ເປັນຄວາມຈິງ ແລະເປັນຊີວິດ ບໍ່ມີຜູ້ໃດມາເຖິງພຣະບິດາໄດ້ນອກຈາກມາທາງເຮົາ”(ໂຢຮັນ 14:6)

ພຣະອົງຕັດແບບນັ້ນໄດ້ແນວໃດ? ກໍເພາະວ່າມັນເປັນຄວາມຈິງ, ພຣະຄຣິດຊົງເປັນ ພຣະບຸດອົງດຽວທີ່ເກີດມາຂອງພຣະເຈົ້າ, ພຣະອົງຊົງເປັນພຽງຜູ້ດຽວຊື່ງສາມາດຕາຍເພື່ອ ຈ່າຍຄ່າການລົງໂທດເພາະບາບຂອງເຮົາເທິງໄມ້ກາງແຂນໄດ້, ພຣະອົງຊົງເປັນຜູ້ດຽວເທົ່າ ນັ້ນທີ່ຊົງຟື້ນຄືນຈາກຕາຍພ້ອມຮ່າງກາຍ, ສະນັ້ນ“ບໍ່ມີຜູ້ໃດມາເຖິງພຣະບິດາໄດ້ນອກຈາກ ມາທາງ(ພຣະອົງ)” ຂ້າພະເຈົ້າຂໍອະທິຖານວ່າທ່ານຈະວາງໃຈໃນພຣະເຢຊູໃນເຊົ້ານີ້ແລະ ຖືກລ້າງໃຫ້ສະອາດຈາກຄວາມບາບທຸກຢ່າງໂດຍພຣະໂລຫິດອັນປະເສີດຂອງພຣະອົງ!

ຊົງເປັນ“ບຸກຄົນແຫ່ງຄວາມໂສກເສົ້າ”
ເພາະພຣະບຸດຂອງພຣະເຈົ້າໄດ້ມາ
ເພື່ອແກ້ໄຂຄວາມຫາຍະນະຂອງຄົນບາບ
ຮາເລລູຢາ ພຣະຜູ້ຊ່ວຍໃຫ້ພົ້ນ!

ແບກຄວາມອາຍແລະຄໍາດູໝີ່ນ
ຊົງຢືນໃນບ່ອນປັບໂທດຂອງຂ້າ
ຈໍາການການໃຫ້ອະໄພບາບໂດຍໂລຫິດພຣະອົງ
ຮາເລລູຢາ ພຣະຜູ້ຊ່ວຍໃຫ້ພົ້ນ!
   (“Hallelujah, What a Saviour!”, Philip P. Bliss, 1838-1876).

ຂໍເຊີນດຣ.ແຊນມາຊ່ວຍນໍາພວກເຮົາອະທິຖານແດ່.


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານ ດຣ.ໄຮເມີ ຢາກຈະໄດ້ຍິນຈາກທ່ານ, ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງເພີ່ນນໍາວ່າທ່ານຂຽນມາ ຈາກປະເທດໃດບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງທ່ານໄດ້, ຖ້າບົດ ເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາ ບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນ ໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ. ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີ,ທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼືຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍທ້າວ ອາເບວພຣຸດໂຮມ: ໂຢຮັນ 14:1-6.
ບັນເລງເພງກ່ອນເທດສະໜາໂດຍທ້າວ ເບັນຈາມິນຄິນເຄດກຣິຟຟິດ:
“For All My Sin” (Norman Clayton, 1943).

ໂຄງຮ່າງບົດເທດສະໜາ

ທາງນັ້ນ,ຄວາມຈິງແລະຊີວິດ

THE WAY, THE TRUTH, AND THE LIFE

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.

“ພຣະເຢຊູຕັດກັບເຂົາວ່າ "ເຮົາເປັນທາງນັ້ນ ເປັນຄວາມຈິງ ແລະເປັນຊີວິດ ບໍ່ມີຜູ້ໃດມາເຖິງພຣະບິດາໄດ້ນອກຈາກມາທາງເຮົາ” (ໂຢຮັນ 14:6)

(ລູກາ 18:31-34; ໂຢຮັນ 13:8,9,14-17, 30, 36,37,
38; ໂຢຮັນ 14:2, 5; ເອເຟໂຊ 2:1; 1 ໂກລິນໂທ 2:14;
ໂຢຮັນ 20:19-22; ລູກາ 24:36-45;ໂຢຮັນ20:25; 14:5)

I.      ໜື່ງ ພຣະຄຣິດຊົງເປັນທາງໄປຫາພຣະເຈົ້າ.ໂຢຮັນ 14:6ກ;1 ຕີໂມທຽວ 2:5.

II.    ສອງ ພຣະຄຣິດຊົງເປັນຄວາມຈິງ. ໂຢຮັນ 14:6ຂ.

III.  ສາມ ພຣະຄຣິດຊົງເປັນຊີວິດ. ໂຢຮັນ 14:6ຄ; ກາລາເຕຍ 2:20.