Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຄວາມເສື່ອມຊາມລົງຢ່າງສິ້ນເຊີງຂອງທ່ານ

YOUR TOTAL DEPRAVITY
(Laotian)

ໂດຍ:ດຣ.ຊີ.ແອວ.ເຄແກນ
by Dr. C. L. Cagan

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນເສົາຕອນແລງ 17/10/2015
A sermon preached at the Baptist Tabernacle of Los Angeles
Saturday Evening, October 17, 2015

“ພວກເຂົາທຸກຄົນຕ່າງກໍຢູ່ໃຕ້ອໍານາດຂອງບາບ” (ໂລມ 3:9)


ເຊື້ອສາຍຂອງມະນຸດແມ່ນ“ຢູ່ໃຕ້ອໍານາດບາບ”ພຣະຄໍາພີເວົ້າເຖິງເລື່ອງນີ້ຫຼາຍເທື່ອພຣະຄໍາພີບອກວ່າພວກເຮົາ“ຕາຍແລ້ວໃນການບາບ”(ເອເຟໂຊ 2:5),ພວກເຮົາ“ຕາຍແລ້ວ ໃນການລະເມີດແລະການບາບ”(ເອເຟໂຊ 2:1) ອັກຄະສາວົກເປົາໂລຂຽນວ່າ“ຄວາມບາບ ...ຢູ່ໃນໂຕຂ້າພະເຈົ້າ”(ໂລມ 7:20) ພວກເຮົາທຸກຄົນລ້ວນແຕ່ຢູ່ໃນສະພາບທີ່ເປັນຕາຢ້ານ, ພວກທ່ານຢູ່ໃນສະພາບທີ່ເປັນຕາຢ້ານ.

ນີ້ສະຖານະການນີ້ຖືກເອີ້ນວ່າຄວາມເສື່ອມຊາມລົງຢ່າງສິ້ນເຊີງ, ທຸກໆຄົນແມ່ນ ເສື່ອມຊາມທຸກຢ່າງ,ພວກທ່ານເສື່ອມຊາມຢ່າງສີ້ນເຊີງ,ຄືນນີ້ພວກເຮົາກໍາລັງຈະເບິ່ງໃນສິ່ງທີ່ບໍ່ແມ່ນຄວາມເສື່ອມຊາມຢ່າງສິ້ນເຊີງແລະຈາກນັ້ນກໍເບິ່ງວ່າມັນແມ່ນຫຍັງ.

I. ໜື່ງ ແມ່ນຫຍັງທີ່ຄວາມເສື່ອມຊາມລົງຢ່າງສິ້ນເຊີງບໍ່ແມ່ນ.

ຄວາມເສື່ອມຊາມລົງຢ່າງສິ້ນເຊີງບໍ່ແມ່ນອັນດຽວກັນກັບຄວາມບາບສ່ວນບຸກຄົນທີ່ ທ່ານເຮັດ, ຢ່າເຂົ້າໃຈຜິດ - ພວກທ່ານໄດ້ເຮັດບາບຫຼາຍຢ່າງແລະພວກມັນກໍເປັນຕາໜ່າຍ, ພຣະຄໍາພີກ່າວວ່າ“ຄວາມບາບເປັນສິ່ງທີ່ລະເມີດ(ທໍາລາຍ)ພຣະລາຊະບັນຍັດ” (1 ໂຢຮັນ 3:4), ເມື່ອທ່ານທໍາລາຍພຣະບັນຍັດຂອງພຣະເຈົ້າທ່ານກໍເຮັດບາບ.

ເມື່ອພຣະເຈົ້າບອກບໍ່ໃຫ້ເຮັດບາງສິ່ງບາງຢ່າງແລ້ວທ່ານເຮັດທ່ານກໍບາບ,ພຣະຄໍາພີກ່າວວ່າ“ຢ່າເປັນພະຍານເທັດ(ຢ່າຕົວະ)”(ອົບພະຍົບ 20:16), ພວກທ່ານຮູ້ຫຼືບໍວ່າທ່ານບໍ່ ຄວນຕົວະແຕ່ທ່ານກໍຕົວະຢູ່ດີ, ພວກທ່ານເຮັດບາບຕໍ່ສູ້ພຣະເຈົ້າ, ພຣະຄໍາພີກ່າວວ່າ“ຢ່າ ລັກ”(ອົບພະຍົບ 20:15) ເມື່ອທ່ານລັກທ່ານກໍເຮັດບາບຕໍ່ພຣະເຈົ້າ.

ເມື່ອພຣະເຈົ້າບອກໃຫ້ທ່ານເຮັດບາງສິ່ງບາງຢ່າງແລະທ່ານບໍ່ເຮັດຕາມມັນກໍບາບ, ພຣະເຢຊູຊົງຕັດວ່າ“ທ່ານຈົ່ງຮັກອົງພຣະຜູ້ເປັນເຈົ້າຜູ້ເປັນພຣະເຈົ້າຂອງທ່ານດ້ວຍສຸດຈິດ ສຸດໃຈແລະດ້ວຍສິ້ນສຸດຄວາມຄິດຂອງທ່ານ”(ມັດທາຍ 22:37),ແລະທ່ານກໍໃຊ້ຊີວິດເປັນ ເວລາຫຼາຍປີໂດຍຖືວ່າພຣະເຈົ້າບໍ່ສໍາຄັນຫຍັງເລີຍ,ທຸກໆເທື່ອທີ່ທ່ານຂາດໂບດໃນວັນອາທິດ ທ່ານກໍທໍາລາຍຄໍາບັນຊານັ້ນ, ທ່ານເຮັດບາບແລ້ວ.

ພຣະຄໍາພີກ່າວວ່າ“ຢ່າລ່ວງປະເວນີຜົວເມຍເຂົາ”(ອົບພະຍົບ 20:14),ແລະພຣະ ເຢຊູຊົງຕັດວ່າ“ຜູ້ໃດແນມເບິ່ງຜູ້ຍິງເພື່ອໃຫ້ໃຈກໍານັດໃນຜູ້ຍິງນັ້ນ ຜູ້ນັ້ນກໍໄດ້ລ່ວງປະເວນີ ໃນໃຈກັບຍິງນັ້ນແລ້ວ”(ມັດທາຍ 5:28), ທຸກເທື່ອທີ່ພວກທ່ານເບິ່ງໜັງສືໂປ້ໃນຄອມພິວເຕີ ຂອງທ່ານ,ທ່ານກໍໄດ້ເຮັດບາບທີ່ຮ້າຍແຮງນັ້ນແລ້ວ.

ພຣະຄໍາພີກ່າວວ່າ“ຈົ່ງໃຫ້ກຽດແກ່ພໍ່ແມ່ຂອງເຈົ້າ”(ອົບພະຍົບ 20:12),ບໍ່ໄດ້ວ່າຈົ່ງ ໃຫ້ກຽດເຂົາຖ້າພວກເຂົາເປັນຄຣິສຕຽນຫຼືຖ້າພວກເຂົາເຮັດຖືກໃນທຸກເລື່ອງ - ພຣະຄໍາພີ ພຽງແຕ່ເວົ້າວ່າຈົ່ງໃຫ້ກຽດແກ່ພວກເຂົາ, ທຸກເທື່ອທີ່ທ່ານເຮັດຜິດຄໍາສັ່ງນັ້ນທ່ານກໍບາບ,ມີ ບາງຄົນໃນພວກທ່ານທີ່ຢູ່ທີ່ນີ້ໃນຄືນນີ້ຊື່ງຄວາມຈິງແລ້ວຊັງພໍ່ຫຼືແມ່ຂອງຕົນ, ອັນນັ້ນແມ່ນ ຄວາມບາບທີ່ຮ້າຍແຮງ.

ພວກທ່ານມີບາບທີ່ຮ້າຍແຮງບັນທຶກໄວ້ຍາວຢຽດ, ບັນທຶກນັ້ນມັນຈະກ່າວໂທດ ທ່ານໃນວັນພິພາກສາສຸດທ້າຍ, ພຣະຄໍາພີກ່າວວ່າທຸກຢ່າງທີ່ທ່ານໄດ້ເຮັດ,ເວົ້າແລະຄິດ ແມ່ນຖືກຈົດໄວ້ໃນບັນທຶກຂອງພຣະເຈົ້າແລ້ວ-“ໜັງສື”ຂອງພຣະເຈົ້າ ໃນການພິພາກສາອັນ ສຸດທ້າຍ “ຜູ້ທີ່ຕາຍໄປແລ້ວ(ຈະຖືກ)ກໍຖືກພິພາກສາຕາມຂໍ້ຄວາມທີ່ຈາລຶກໄວ້ໃນໜັງສືເຫຼົ່າ ນັ້ນ”(ພະນິມິດ 20:12),ທ່ານຈະຢືນຢູ່ຕໍ່ໜ້າພຣະເຈົ້າ,ບັນທຶກຊີວິດຂອງທ່ານຈະຖືກອ່ານຢູ່ຕໍ່ ໜ້າຂອງທຸກຄົນ, ພຣະຄໍາພີກ່າວວ່າ“ແຕ່ຄົນຂີ້ຢ້ານ(ຢ້ານແຕ່ຜູ້ຄົນຈະເວົ້າໃຫ້) ຄົນບໍ່ເຊື່ອ ຄົົນທີ່ໜ້າສະອິດສະອຽນ ຂ້າຕະກອນ ຄົນລ່ວງປະເວນີ(ພາສາກຣີກຄືພໍນໍອິສຄົນທີ່ແນມເບິ່ງ ຮູບໂປ້ ຫຼືມີເພດສໍາພັນນອກຄູ່ແຕ່ງງານ) ຄົນໃຊ້ເວດມົນ ຄົນກາບໄຫວ້ຮູບເຄົາລົບ ແລະຄົນທັງປວງທີ່ເວົ້າຕົວະນັ້ນ(ທຸກຄົນທີ່ເວົ້າຕົວະ-ພວກທ່ານເຄີຍຕົວະບໍ?) ຈະໄດ້ຮັບສ່ວນຂອງຕົນໃນບຶງທີ່ເຜົາໄໝ້ດ້ວຍໄຟແລະມາດ”(ພະນິມິດ 21:8),ທ່ານຈະອາຍຕົນເອງ, ພວກ ທ່ານຈະຖືກຖີ້ມລົງໃນບຶງໄຟນາລົກ.

ມັນຈະບໍ່ຊ່ວຍໃຫ້ທ່ານເວົ້າວ່າທ່ານກໍເປັນຄົນດີຄືກັບຄົນຄົນສ່ວນຫຼາຍ, ມັນຈະບໍ່ ຊ່ວຍທ່ານໃຫ້ເວົ້າວ່າທ່ານ“ເປັນຄົນດີ” ພວກທ່ານຮູ້ດີວ່າຕົນເປັນຄົນບາບ, ພຣະເຈົ້າກໍຮູ້ຈັກ ຄືກັນ,ມັນຈະບໍ່ຊ່ວຍທ່ານໃຫ້ເວົ້າວ່າມີບາງຄົນຊົ່ວກວ່າທ່ານອີກ, ທັງສອງຄົນຈະຖືກຖີ້ມລົງ ໃນບຶງໄຟ.

ມັນຈະບໍ່ຊ່ວຍທ່ານໃຫ້ເຊົາເຮັດບາບບາງຢ່າງຫຼືພະຍາຍາມທີ່ຈະເປັນຄົນດີກວ່າເກົ່າ ຄວາມບາບຂອງທ່ານຕັ້ງແຕ່ອະດີດໄດ້ບັນທຶກໄວ້ໃນໜັງສືຂອງພຣະເຈົ້າແລ້ວ,ເຖິງແມ່ນວ່າ ທ່ານຈະບໍ່ເຮັດບາບອີກ,ທ່ານກໍຈະຕ້ອງໄປບຶງໄຟເພາະສິ່ງທີ່ທ່ານໄດ້ເຮັດໄປແລ້ວນັ້ນ, ມັນ ຈະບໍ່ຊ່ວຍທ່ານໃຫ້ເວົ້າວ່າທ່ານເຄີຍເປັນຄົນຊົ່ວມາກ່ອນ,ທ່ານຊົ່ວພໍຢູ່ແລ້ວ,ທ່ານກໍາລັງມີບັນຫາທີ່ຮ້າຍແຮງແລະທ່ານບໍ່ສາມາດເຮັດຫຍັງເພື່ອຫລີກມັນໄດ້.

ບັນທຶກເລື່ອງບາບຂອງທ່ານຮ້າຍແຮງຫຼາຍ, ແຕ່ນັ້ນກໍບໍ່ແມ່ນສິ່ງທີ່“ຄວາມເສື່ອມ ຊາມລົງຢ່າງສິ້ນເຊີງ”ໝາຍເຖິງ, ບັນທຶກເລື່ອງບາບຂອງທ່ານບໍ່ມີຫຍັງເມື່ອປຽບທຽບກັບ ຄວາມຊົ່ວແລະຄວາມເປັນຕາຢ້ານຂອງສັນດັນບາບຂອງທ່ານ, ສັນດານບາບອອກມາເປັນ ສິ່ງບໍ່ດີທີ່ທ່ານເຮັດ,ພຣະເຢຊູຕັດວ່າ“ເພາະວ່າຈາກພາຍໃນມະນຸດຄືຈາກໃຈມະນຸດ ມີຄວາມ ຄິດຊົ່ວຮ້າຍ ການລ່ວງປະເວນີ ການຜິດຜົວຜິດເມຍ ການຂ້າຕະກຳ ການລັກ ການໂລບ ຄວາມຊົ່ວ ການລໍ້ລວງເຂົາ ລາຄະຕັນຫາ ແວວຕາອັນຊົ່ວຮ້າຍ ການໝິ່ນປະມາດ ຄວາມຈອງຫອງ ຄວາມໂງ່ ສາລະພັດການຊົ່ວນີ້ເກີດມາຈາກພາຍໃນ ແລະເຮັດໃຫ້ມະນຸດເປັນມົນທິນ”(ມາລະໂກ 7:21-23)ຄໍາວ່າ“ພາຍໃນ”ໝາຍເຖິງ“ຂ້າງໃນ” ຂໍ້ນີ້ກໍາລັງເວົ້າເຖິງກ່ຽວ ກັບຫົນທາງທີ່ຢູ່ຂ້າງໃນທ່ານ,ບໍ່ແມ່ນເຮັດແນວບໍ່ດີແລ້ວທ່ານເປັນຄົນບໍ່ດີ, ທ່ານເຮັດສິ່ງທີ່ບໍ່ ດີເພາະທ່ານເປັນຄົນບໍ່ດີ,ທ່ານບໍ່ພຽງແຕ່ເຮັດບາບແຕ່ທ່ານເປັນຄົນບາບ,ສິ່ງທີ່ທ່ານເປັນກໍຄື ສິ່ງທີ່ທ່ານເຮັດ,ແລະນີ້ແລະໄດ້ນໍາເຮົາໄປສູ່ໃນປະເດັ່ນຕໍ່ໄປ.

II. ສອງ ສິ່ງທີ່ຄວາມເສື່ອມຊາມລົງຢ່າງສີ້ນເຊີງແມ່ນ.

ຄວາມເສື່ອມຊາມຢ່າງສິ້ນເຊີງແນ່ໃສ່ໃນແບບທີ່ທ່ານເປັນ, ໝາຍຄວາມວ່າທ່ານ ເປັນຄົນມີບາບແລະເສື່ອມຊາມພາຍໃນ, ນັ້ນແລະຄືເຫດຜົນທີ່ທ່ານເຮັດໃນສິ່ງທີ່ທ່ານເຮັດ, ມັນມາຈາກສັນດານຂອງທ່ານ, ພຣະຄໍາພີກ່າວວ່າທ່ານ“ຕາມສັນດານທ່ານຈື່ງເປັນລູກແຫ່ງ ພຣະອາຊະຍາ”(ເອເຟໂຊ 2:3),ນັ້ນແລະຄືຫົນທາງທີ່ທ່ານເປັນຢູ່,ທ່ານໄດ້ສືບທອດສັນດານ ນີ້ມາຈາກພໍ່ຜູ້ທໍາອິດຄືອາດຳ, ລາວບາບແລະໄດ້ແຜ່ຄວາມບາບນີ້ສູ່ເຊື້ອສາຍມະນຸດທຸກຄົນ ລົງມາສູ່ພໍ່ແມ່ຂອງທ່ານແລະລົງມາສູ່ພວກທ່ານ, ນັ້ນແລະເປັນເຫດຜົນທີ່ນັກແຕ່ງເພງສັນ ລະເສີນໄດ້ຂຽນວ່າ“ຂ້າພະອົງເກີດມາໃນຄວາມຊົ່ວຊ້າແລະແມ່ຂອງຂ້າພະອົງຖືພາຂ້າພະ ອົງໃນບາບ”(ເພງສັນລະເສີນ 51:5), ດຽວນີ້ທ່ານເປັນຄົນບາບ, ໝົດທຸກຄົນເປັນຄົນບາບ, ນັ້ນແລະຄືສິ່ງທີ່ທຸກຄົນຈະເປັນ, ນັ້ນແລະຄືສິ່ງທີ່ທຸກຄົນສາມາດເປັນໄດ້.

ຄວາມເສື່ອມຊາມຢ່າງສິ້ນເຊີງໝາຍຄວາມວ່າທ່ານຢູ່ໃນສະພາວະແຫ່ງຄວາມບາບທີ່ຖາວອນແລະທ່ານບໍ່ສາມາດໜີຈາກມັນໄດ້, ພຣະຄໍາພີກ່າວວ່າທ່ານເປັນຄົນ“ຕາຍແລ້ວ ໃນການບາບ”(ເອເຟໂຊ 2:5), ທ່ານຢູ່ໃນການເປັນທາດຕໍ່ບາບ, ພຣະເຢຊູຊົງຕັດວ່າ“ທຸກ ຄົນທີ່ເຮັດບາບກໍເປັນທາດ(ພາສາກຣີກດູລອສ,ທາດ)ຂອງບາບ”(ໂຢຮັນ 8:34),ອັກຄະສາ ວົກເປົາໂລໄດ້ເວົ້າວ່າທ່ານເປັນ“ຄົນໃຊ້(ທາດ)ຂອງບາບ”(ໂລມ 6:20), ທ່ານບໍ່ແມ່ນລູກ ຂອງພຣະເຈົ້າ, ທ່ານເປັນຂອງພະຍາມານ, ທ່ານຢູ່ໃນ“ບ່ວງແຮ້ວຂອງພະຍາມານ...ຊື່ງ ດັກຈັບເຂົາໄວ້ໃຫ້ເຮັດຕາມຄວາມປະສົງຂອງມັນ”(2 ຕີໂມທຽວ 2ເ26).

ຢູ່ໃນໃຈຂອງທ່ານ,ຢູ່ໃນສູນກາງຂອງທ່ານ,ທ່ານກໍເປັນສັດຕູຂອງພຣະເຈົ້າ, ພຣະ ຄໍາພີກໍເວົ້າຄືກັນວ່າ “ໃຈຊື່ງປັກຢູ່ກັບເນື້ອໜັງ(ຄົນຍັງບໍ່ກັບໃຈໃໝ່)ກໍເປັນສັດຕູຕໍ່ພຣະເຈົ້າ” (ໂລມ 8:7), ນັ້ນແລະເປັນສາເຫດທີ່ທ່ານເປັນຄົນເຫັນແກ່ຕົວ, ນັ້ນແລະທີ່ວ່າເປັນຫຍັງ ທ່ານຕໍ່ຕ້ານທີ່ຈະເຮັດໃນສິ່ງທີ່ພຣະເຈົ້າຢາກໃຫ້ເຮັດແລະພາຍໃນຂອງທ່ານທ່ານຕ້ອງການທີ່ຈະເຮັດສິ່ງອື່ນ, ເຖິງແມ່ນວ່າທ່ານຈະບໍ່ເວົ້າອັນໃດດັງໆກໍຕາມທ່ານກໍຕ້ານພາຍໃນເພາະ ໃນໃຈຂອງທ່ານທ່ານເປັນສັດຕູຂອງພຣະເຈົ້າ, ທ່ານຕໍ່ສູ້ພຣະເຈົ້າຢູ່.

ພວກທ່ານບໍ່ສາມາດເຂົ້າໃຈສິ່ງທີ່ຢູ່ຝ່າຍວິນຍານໄດ້ເຖິງແມ່ນພະຍາຍາມແລ້ວກໍ ຕາມ, ພຣະຄໍາພີກ່າວວ່າ “ມະນຸດທໍາມະດາຈະຮັບສິ່ງເຫຼົ່ານັ້ນຊື່ງເປັນຂອງພຣະວິນຍານ ແຫ່ງພຣະເຈົ້າບໍ່ໄດ້ເພາະເຂົາເຫັນວ່າເປັນເລື່ອງໂງ່ແລະເຂົາບໍ່ສາມາດເຂົ້າໃຈໄດ້ເພາະວ່າ ຈະເຂົ້າໃຈສິ່ງເຫຼົ່ານັ້ນໄດ້ຕ້ອງສັງເກດດ້ວຍຈິດວິນຍານ”(1 ໂກລິນໂທ 2:14), ນັ້ນແລະທີ່ ວ່າເປັນຫຍັງຈື່ງບໍ່ມີຂໍ້ສະຫຼຸບໃນການຖາມວ່າ “ຂ້ອຍຈະວາງໃຈໃນພຣະເຢຊູໄດ້ແນວໃດ?” ມັນບໍ່ແມ່ນບາງສິ່ງບາງຢ່າງທີ່ທ່ານສາມາດຮຽນຮູ້ໄດ້!

ຄວາມຄິດແລະເຈດຕະນາຕ່າງໆຂອງທ່ານແມ່ນຜິດ, ພຣະຄໍາພີກ່າວວ່າ“ເຈດຕະ ນາຂອງໃນໃຈຂອງເຂົາລ້ວນແຕ່ຊົ່ວຮ້າຍຕັ້ງແຕ່ເດັກມາ” (ປະຖົມມະການ 8:21),ຄວາມ ຄິດຂອງທ່ານກໍຊົ່ວເຊັ່ນກັນ, ນັ້ນແລະຄືແບບທີ່ທ່ານເປັນຢູ່ພາຍໃນແລະທ່ານບໍ່ສາມາດເຮັດ ຫຍັງເພື່ອປ່ຽນແປງມັນໄດ້.

ທ່ານບໍ່ສາມາດປ່ຽນຕົນເອງຫຼືເຮັດໃຫ້ຕົນເອງເປັນຄົນດີໄດ້, ພຣະຄໍາພີກ່າວວ່າທ່ານ ບໍ່ສາມາດເຮັດໄດ້! ພຣະຄໍາພີເວົ້າວ່າຄົນທີ່ຫຼົງຫາຍ“ບໍ່ໄດ້ຢູ່ໃຕ້ບັງຄັບພຣະລາຊະບັນຍັດ ຂອງພຣະເຈົ້າແລະບໍ່ສາມາດຢູ່ໃຕ້ບັງຄັບພຣະລາຊະບັນຍັດໄດ້”(ໂລມ 8:7),ທ່ານບໍ່ສາ ມາດເປັນຄົນດີໄດ້, ທ່ານລອງແລ້ວແລະລົ້ມເຫຼວ, ລົ້ມເຫຼວແລ້ວລົ້ມເຫຼວອີກ,ແລະທ່ານຈະ ລົ້ມເຫຼວສະເໝີ.

ທ່ານບໍ່ສາມາດປ່ຽນແປງສັນດານຂອງຕົນໄດ້ - ຫົນທາງທີ່ທ່ານເປັນມັນຢູ່ພາຍໃນ, ພຣະຄໍາພີກ່າວວ່າ“ຄົນເອທິໂອເປຍສາມາດປ່ຽນຜິວຂອງເຂົາໄດ້ບໍຫຼືເສືອດາວສາມາດປ່ຽນ ລາຍຂອງມັນໄດ້ບໍ ຖ້າໄດ້ແລ້ວເຈົ້າທັງຫຼາຍຜູ້ທີ່ເຄີຍຕໍ່ການເຮັດຄວາມຊົ່ວຈະມາເຮັດດີກໍ ໄດ້”(ເຢເລມີ 12:23),ທ່ານບໍ່ສາມາດປ່ຽນແປງຜິວໜັງຂອງທ່ານໄດ້,ເສືອດາວບໍ່ສາມາດ ປ່ຽນລາຍຂອງມັນໄດ້, ແລະທ່ານກໍບໍ່ສາມາດກໍາຈັດສັນດານບາບຂອງຕົນໄດ້,ໂຢບໄດ້ເວົ້າ ວ່າ“ແມ່ນໃຜຈະເອົາສິ່ງສະອາດອອກມາຈາກສິ່ງທີ່ບໍ່ສະອາດໄດ້ບໍ່ມີໃຜຈັກຄົນ”(ໂຢບ 14:4) ທ່ານບໍ່ສາມາດປ່ຽນຕົນເອງຈາກສິ່ງບໍ່ສະອາດມາເປັນສິ່ງສະອາດໄດ້,ຈົ່ງລອງເບິ່ງ!ໃນບໍ່ຊ້າທ່ານກໍຈະພົບວ່າທ່ານຍັງຄົງຢູ່ໃນຄວາມເປິະເປື້ອນຢູ່ດີ.

ຂ້າພະເຈົ້າຂໍຖາມທ່ານແດ່ຈັກໜ້ອຍວ່າທ່ານສາມາດຢຸດເປັນມະນຸດໄດ້ບໍ?ທ່ານປ່ຽນ ໄດ້ບໍເພື່ອທີ່ທ່ານຈະບໍ່ໄດ້ເປັນມະນຸດອີກຕໍ່ໄປ? ແນ່ນອນປ່ຽນບໍ່ໄດ້! ເພາະມະນຸດທຸກຄົນ ລ້ວນແຕ່ເປັນຄົນບາບ! ພຣະຄໍາພີກ່າວວ່າ“ທຸກຄົນເຮັດບາບ”(ໂລມ 3:23). ພຣະຄໍາພີ ກ່າວວ່າ“ບໍ່ມີຄົນຊອບທໍາຈັກຄົນດຽວບໍ່ມີເລີຍ”(ໂລມ 3:10), ຕັ້ງແຕ່ທີ່ທ່ານບໍ່ສາມາດຢຸດ ເປັນມະນຸດໄດ້ທ່ານກໍບໍ່ສາມາດຢຸດເປັນຄົນບາບໄດ້, ທ່ານບໍ່ສາມາດປ່ຽນບາບຂອງທ່ານ, ສັນດານບາບຂອງທ່ານໄດ້, ທ່ານບໍ່ມີຄວາມຫວັງໃນຕົນເອງເລີຍ.

ທ່ານບໍ່ສາມາດເຮັດຫຍັງເພື່ອໃຫ້ພຣະເຈົ້າພໍພຣະໄທໄດ້, ພຣະຄໍາພີໄດ້ເວົ້າເຖິງ ເລື່ອງນັ້ນຢ່າງຊັດເຈນວ່າ“ຄົນທັງຫຼາຍທີ່ຢູ່ຝ່າຍເນື້ອໜັງຈະເປັນທີ່ພໍພຣະໄທຂອງພຣະເຈົ້າບໍ່ໄດ້”(ໂລມ 8:8) “ຢູ່ຝ່າຍເນື້ອໜັງ”ແນ່ໃສ່ຄົນທີ່ຍັງບໍ່ລອດ,ຖ້າທ່ານຍັງຫຼົງຫາຍຢູ່ກໍບໍ່ມີອັນ ໃດທີ່ທ່ານສາມາດເຮັດເພື່ອເປັນທີ່ພໍພຣະໄທຂອງພຣະເຈົ້າໄດ້ - ທີ່ຈະເຮັດໃຫ້ພຣະອົງມີ ຄວາມສຸກກັບທ່ານ, ເຖິງແມ່ນວ່າທ່ານຈະຖືກເອີ້ນວ່າເປັນຄົນດີກໍຕາມຫຼືການເຮັດວຽກສາ ສະໜາກໍບໍ່ເຮັດໃຫ້ພຣະເຈົ້າພໍພຣະໄທໄດ້, ພຣະຄໍາພີກ່າວວ່າ“ຄວາມຊອບທໍາທຸກຢ່າງຂອງ ເຈົ້າເໝືອນເສື້ອຜ້າທີ່ສົກກະປົກ”(ອິດສະຢາ 64:6), ພວກທ່ານອາດຈະຄິດວ່າຕົນສາມາດ ເຮັດໃຫ້ພຣະເຈົ້າພໍພຣະໄທໄດ້ຫຼືເວົ້າວ່າທ່ານເຮັດໄດ້ - ແຕ່ພຣະເຈົ້າຕັດວ່າທ່ານເຮັດບໍ່ໄດ້! ພຣະເຈົ້າຖືກຫຼືພຣະອົງຜິດ? ເມື່ອທ່ານພະຍາຍາມທີ່ຈະເຮັດດີກັບພຣະເຈົ້າໂດຍການຮຽນຮູ້ ຫຼືພະຍາຍາມຈະເປັນຄົນດີກວ່າເກົ່າທ່ານກໍກໍາລັງເວົ້າວ່າພຣະເຈົ້າຜິດ, ແລະທ່ານກໍຈະລົ້ມ ເຫຼວອີກເລື່ອຍໆ, ທ່ານບໍ່ມີທາງທີ່ຈະເຮັດອັນໃດເພື່ອໃຫ້ພຣະເຈົ້າພໍພຣະໄທໄດ້.

ທ່ານບໍ່ສາມາດຮຽນອັນໃດທີ່ຈະຊ່ວຍຕົນເອງໃຫ້ລອດໄດ້,ອີກເທື່ອໜື່ງນັ້ນແລະທີ່ວ່າເປັນຫຍັງຈື່ງບໍ່ມີຂໍ້ສະຫຼຸບໃນການຖາມວ່າ “ແຕ່ຂ້ອຍຈະວາງໃຈໃນພຣະເຢຊູໄດ້ແນວໃດ?” ການຮຽນຮູ້ບາງສິ່ງບາງຢ່າງຈະບໍ່ຊ່ວຍທ່ານ,ການຮຽນຮູ້ບາງສິ່ງບາງຢ່າງຈະບໍ່ປ່ຽນສັນດານ ຂອງທ່ານໄດ້, ພຣະເຢຊູຊົງຕັດກັບຄົນຫຼົງຫາຍແບບທ່ານວ່າ“ເປັນຫຍັງທ່ານຈື່ງບໍ່ເຂົ້າໃຈ ຖ້ອຍຄໍາທີ່ເຮົາເວົ້ານັ້ນເປັນເພາະທ່ານທົນຟັງຄໍາຂອງເຮົາບໍ່ໄດ້”(ໂຢຮັນ 8:43),ອີກເທື່ອໜື່ງ ທີ່ພຣະຄຣິດຕັດວ່າ“ຜູ້ທີ່ມາຈາກພຣະເຈົ້າກໍຍອມຟັງພຣະວັດຈະນະຂອງພຣະເຈົ້າ ສະນັ້ນ ທ່ານຈື່ງບໍ່ຟັງເພາະທ່ານທັງຫຼາຍບໍ່ໄດ້ມາຈາກພຣະເຈົ້າ”(ໂຢຮັນ 8:47).

ໂດຍຄວາມພະຍາຍາມຂອງທ່ານທ່ານບໍ່ສາມາດມາຫາພຣະຄຣິດຫຼືວາງໃຈໃນພຣະອົງໄດ້, ພຣະເຢຊູເອງຊົງຕັດວ່າ“ບໍ່ມີຜູ້ໃດມາເຖິງເຮົາໄດ້ນອກຈາກພຣະບິດາຜູ້ຊົງໃຊ້ເຮົາ ມາຈະຊົງຊັກນໍາເຂົາໃຫ້ມາ”(ໂຢຮັນ 6:44),ຂ້າພະເຈົ້າບໍ່ໄດ້ເວົ້າແບບນັ້ນ-ພຣະເຢຊູຊົງຕັດ ແບບນັ້ນເອງ! ທ່ານສາມາດພະຍາຍາມທີ່ຈະເຮັດໃຫ້ຕົນເອງລອດໄດ້-ແຕ່ທ່ານຈະລົ້ມເຫຼວ, ທ່ານສາມາດພະຍາຍາມຮຽນຮູ້ຄໍາທີ່ຖືກຕ້ອງໄດ້, ທ່ານສາມາດສະແຫວງຫາຄວາມຮູ້ສຶກ ແບບນີ້ຫຼືຄວາມຮູ້ສຶກແບບນັ້ນ-ຫຼືບໍ່ມີຄວາມຮູ້ສຶກອີກເລີຍ, ແລະທ່ານກໍຈະບໍ່ມີທາງໄດ້ຫຍັງ ທ່ານຈະບໍ່ໍ່ເປັນຄົນທີ່ລອດແລ້ວ-ເພາະທ່ານບໍ່ສາມາດເຮັດໃຫ້ຕົນເອງລອດໄດ້! ທ່ານຕາຍ ແລ້ວ, ທ່ານຊົ່ວພາຍໃນ, ທ່ານຈະປ່ຽນແປງຕົນເອງໄດ້ແນວໃດ?ທ່ານເຮັດບໍ່ໄດ້.

ໃນຖານະເປັນຄົນບາບທີ່ຫຼົງທາງທ່ານກໍ“ຕາຍຕໍ່ພຣະເຈົ້າແລ້ວ”- ບາບຢ່າງສົມບູນ ແລະບໍ່ມີຄວາມຫວັງ, ທ່ານບໍ່ໄດ້ເກັ່ງໃນເລື່ອງຄວາມລອດ, ທ່ານບໍ່ສາມາດເຮັດໃຫ້ການກັບ ໃຈໃໝ່ຂອງຕົນເກີດຂື້ນໄດ້, ທ່ານໄດ້ຕາຍຕໍ່ພຣະເຈົ້າແລ້ວ, ທ່ານໄດ້“ຕາຍຕໍ່ບາບ” ທ່ານ ອາດຈະພະຍາຍາມບໍ່ຄິດກ່ຽວກັບຄວາມບາບຂອງທ່ານແຕ່ມັນກໍຍັງຢູ່ຫັ້ນ. ພຣະເຈົ້າຍັງເຫັນ ມັນຢູ່ບໍ່ວ່າທ່ານຢາກໃຫ້ຢູ່ຫຼືບໍ່ຢາກກໍຕາມ,ພຣະເຈົ້າຊົງພຣະພິໂລດກັບບາບຂອງທ່ານ,ພຣະ ເຈົ້າຊົງເບື່ອໜ່າຍກັບຄວາມບາບຂອງທ່ານ, ມີຍິງສາວຄົນໜື່ງຂຽນວ່າ“ຂ້ອຍເບື່ອໜ່າຍຕົນ ເອງ”ແລະທ່ານກໍຄວນຈະເບື່ອຄືກັນ, ຖ້າທ່ານບໍ່ເບື່ອໜ່າຍມັນກໍໝາຍຄວາມວ່າທ່ານບໍ່ໄດ້ ຕື່ນຂື້ນສູ່ຄວາມຈິງເລີຍ.

ແມ່ນຫຍັງລະຄືຄໍາຕອບ? ຢູ່ໃນທ່ານບໍ່ມີຄໍາຕອບແລະຈະບໍ່ມີມື້ມີ! “ຄວາມລອດ ເປັນຂອງອົງພຣະຜູ້ເປັນເຈົ້າ”(ໂຢນາ 2:9),ທ່ານຈະຕ້ອງມີພຣະຄຣິດ! ມີພຽງພຣະໂລຫິດ ຂອງພຣະຄຣິດເທົ່ານັ້ນທີ່ສາມາດ“(ຊໍາລະທ່ານ)ຈາກຄວາມບາບທັງສິ້ນໄດ້”(1ໂຢຮັນ 1:7) ຄວາມເກິະໆກະໆໃນການຕັດສິນໃຈບໍ່ໄດ້ຂອງທ່ານຈະບໍ່ພາທ່ານໄປໃສ-ນອກຈາກນາລົກ, ການຖາມຄໍາຖາມຂອງທ່ານຈະບໍ່ພາທ່ານໄປໃສ - ນອກຈາກນາລົກ, ຄວາມສົງໄສ ແລະ ຄວາມພະຍາຍາມຈະບໍ່ພາທ່ານໄປໃສ-ນອກຈາກນາລົກ, ທ່ານບໍ່ມີຄວາມຫວັງເລີຍ.

ທ່ານຈະຕ້ອງມີພຣະຄຣິດ!ທ່ານຈະຕ້ອງມີພຣະໂລຫິດຂອງພຣະອົງ! ທ່ານຈະຕ້ອງ ມີຄວາມເມດຕາຂອງພຣະເຈົ້າເພື່ອຊັກນໍາທ່ານໃຫ້ມາຫາພຣະຄຣິດ, ທ່ານບໍ່ສາມາດຊ່ວຍ ຕົນເອງໃຫ້ພົ້ນໄດ້, ທ່ານຕ້ອງມີພຣະຄຣິດ! ພຣະເຢຊູຕັດວ່າ“ເຮົາເປັນທາງນັ້ນ,ເປັນຄວາມ ຈິງແລະເປັນຊີວິດ,ບໍ່ມີຜູ້ໃດໄປເຖິງພຣະບິດາໄດ້ນອກຈາກມາທາງເຮົາ”(ໂຢຮັນ 14:6),ມັນ ແມ່ນຄວາມຈິງບໍຫຼືບໍ່ແມ່ນ? ທ່ານເຊື່ອມັນບໍຫຼືບໍ່ເຊື່ອ? ພຣະເຢຊູຕັດວ່າທ່ານບໍ່ສາມາດມາ ຫາພຣະເຈົ້າໄດ້ນອກຈາກມາທາງພຣະອົງ-ພຣະຄຣິດເອງ! ບໍ່ມີທາງອື່ນໃດ,ບໍ່ມີຄວາມຈິງ ອື່ນ,ບໍ່ມີຊີວິດອື່ນໃດ! ທ່ານເຄີຍລອງສິ່ງອື່ນແລ້ວແລະລົ້ມເຫຼວ, ມັນບໍ່ມີຫຍັງຢູ່ຫັ້ນ,ທ່ານຈະ ຕ້ອງມີພຣະຄຣິດ! ພຣະຄຣິດ! ພຣະເຢຊູຄຣິດເອງ! ພຣະຄຣິດ! ທ່ານຈະຕ້ອງມີພຣະ ຄຣິດເພື່ອໃຫ້ອະໄພບາບໂດຍພຣະໂລຫິດຂອງພຣະຄຣິດ! ພຣະໂລຫິດ! ພຣະໂລຫິດ! ພຣະໂລຫິດ! ທ່ານຕ້ອງມີພຣະຄຣິດ! ພຣະຄຣິດ! ພຣະຄຣິດ! ເອແມນ.


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານ ດຣ.ໄຮເມີ ຢາກຈະໄດ້ຍິນຈາກທ່ານ, ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງເພີ່ນນໍາວ່າທ່ານຂຽນມາ ຈາກປະເທດໃດບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງທ່ານໄດ້, ຖ້າບົດ ເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາ ບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນ ໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ. ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີ,ທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼືຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ໂຄງຮ່າງບົດເທດສະໜາ

ຄວາມເສື່ອມຊາມລົງຢ່າງສິ້ນເຊີງຂອງທ່ານ

YOUR TOTAL DEPRAVITY

ໂດຍ:ດຣ.ຊີ.ແອວ.ເຄແກນ

“ພວກເຂົາທຸກຄົນຕ່າງກໍຢູ່ໃຕ້ອໍານາດຂອງບາບ”(ໂລມ 3:9)
(ເອເຟໂຊ 2:5,1; ໂລມ 7:20)

I. ໜື່ງ ແມ່ນຫຍັງຄືຄວາມເສື່ອມຊາມລົງຢ່າງສິ້ນເຊີງທີ່ບໍ່ແມ່ນ. 1 ໂຢຮັນ 3:4.
ອົບພະຍົບ 20:16,15; ມັດທາຍ 22:37; ອົບພະຍົບ 20:14; ມັດທາຍ

II. ສອງ ສິ່ງທີ່ຄວາມເສື່ອມຊາມລົງຢ່າງສີ້ນເຊີງແມ່ນ. ເອເຟໂຊ 2:3;ເພງສັນລະ
ເສີນ 51:5; ເອເຟໂຊ 2:5; ໂລມ 3:9; ໂຢຮັນ 8:34; ໂລມ 6:20;
2 ຕີໂມທຽວ 2:26; ໂລມ 8:7; 1 ໂກລິນໂທ 2:14; ປະຖົມມະການ 8:21;
ໂລມ 8:7; ເຢເລມີ 13:23; ໂຢບ 14:4; ໂລມ 3:23,10; 8:8; ອິດສະຢາ
64:6; ໂຢຮັນ 8:43,47; 6:44; ໂຢນາ 2:9; 1ໂຢຮັນ 5:7;ໂຢຮັນ 14:6.