Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ພຣະໂລຫິດທີ່ຊໍາລະ

THE CLEANSING BLOOD
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 4/10/2015
A sermon preached at the Baptist Tabernacle of Los Angeles
Lord's Day Evening, October 4, 2015

“ພຣະໂລຫິດຂອງພຣະເຢຊູຄຣິດພຣະບຸດຂອງພຣະອົງ ກໍຊຳລະເຮົາທັງຫລາຍໃຫ້ປາສະຈາກບາບທັງສິ້ນ” (1 ໂຢຮັນ 1:7)


ໂຢຮັນເປັນພຽງແຕ່ໄວລຸ້ນຄົນໜື່ງຕອນທີ່ພຣະເຢຊູຊົງເອີ້ນລາວໃຫ້ມາເປັນສາວົກ, ແຕ່ລາວເປັນຄົນໜຸ່ມທີ່ໜ້າອັດສະຈັນ, ຄວາມໃກ້ຊິດຂອງລາວທີ່ມີຕໍ່ພຣະເຢຊູສາມາດເຫັນ ໄດ້ຢູ່ໃນສວນເກັດເສມານີ, ເມື່ອພຣະເຢຊູເຂົ້າໄປເລິກສູ່ບ່ອນມືດ ພຣະອົງຊົງປະພວກສາ ວົກຄົນອື່ນໆໄວ້ແຄມສວນ,ພຣະອົງພາແຕ່ໂຢຮັນກັບສາວົກອີກສອງຄົນໄປກັບພຣະອົງ,ໃນຂະນະທີ່ພຣະອົງ“ຊົງເລີ່ມກັງວົນແລະໜັກພຣະໄທຫຼາຍ ຈຶ່ງຕັດກັບເຫລົ່າສາວົກວ່າ ໃຈເຮົາເປັນທຸກຈົນຈະຕາຍ ຈົ່ງເຝົ້າຢູ່ບ່ອນນີ້ເຖີດ”(ມາລະໂກ 14:33,34)

ຕອນທີ່ພວກທະຫານມາຈັບພຣະເຢຊູພວກສາວົກຄົນອື່ນໄດ້ຖີ້ມພຣະອົງແລະໜີໄປສ່ວນໂຢຮັນຍ່າງໄປຊ້າໆດ້ວຍຄວາມເມື່ອຍຍາກໄປຕາມທາງສູ່ບ່ອນຄຶງໃນເຊົ້າມື້ຕໍ່ມາຕິດ ຕາມພຣະເຢຊູໃນຂະນະທີ່ພຣະອົງຊົງແບກໄມ້ກາງແຂນຂອງພຣະອົງໄປສູ່ລານປະຫານ, ໃນຂະນະທີ່ຄົນອື່ນໄປລີ້ດ້ວຍຄວາມຢ້ານ,ຊາຍໜຸ່ມຄົນນີ້ເປັນຄົນດຽວເທົ່ານັ້ນທີ່ປົກປ້ອງແມ່ຂອງພຣະຄຣິດໃນຕອນທີ່ນາງກໍາລັງແນມເບິ່ງລູກຊາຍຂອງນາງຕາຍຢູ່ເທິງໄມ້ກາງແຂນ, ສະນັ້ນໂຢຮັນຈື່ງເປັນພຽງແຕ່ສາວົກຄົນດຽວເທົ່ານັ້ນທີ່ເຫັນພຣະເຢຊູຕາຍໃນມື້ນັ້ນ,ສ່ວນຄົນ ອື່ນທີ່ເຫຼືອກໍາລັງພາກັນປິດປະຕູໃສ່ລັອກລີ້ຢູ່.

ພຣະເຢຊູຊົງແນມລົງມາຈາກໄມ້ກາງເບິ່ງໂຢຮັນແລະແມ່ຂອງພຣະອົງ,ພຣະອົງຊົງບອກໃຫ້ໂຢຮັນເບິ່ງແຍງແມ່ຂອງພຣະອົງ,ລາວໄດ້ຍິນພຣະເຢຊູຕັດວ່າ “ເຮົາກະຫາຍນໍ້າ” ລາວໄດ້ຍິນພຣະເຢຊູຮ້ອງວ່າ “ສໍາເລັດແລ້ວ”ໃນເວລາທີ່ພຣະອົງຕາຍເທິງໄມ້ກາງແຂນ, ແຕ່ເຖິງແມ່ນວ່າຈະເປັນແບບນັ້ນໂຢຮັນກໍບໍ່ສາມາດທີ່ຈະດຶງຕົນເອງອອກໄປຈາກພຣະຜູ້ ຊ່ວຍທີ່ກໍາລັງຖືກຄຶງຢູ່ໄດ້, ໂຢຮັນແນມເບິ່ງໃນຕອນທີ່ມີທະຫານຄົນໜື່ງເອົາຫອກແທງຂ້າງ ຂອງພຣະຄຣິດ“ແລະເລືອດກັບນ້ຳກໍໄຫລອອກມາທັນທີ”(ໂຢຮັນ19:34), ຕໍ່ມາລາວຈື່ງໄດ້ ຂຽນຄໍານີ້ລົງໄປດ້ວຍຄວາມລະມັດລະວັງວ່າ “ເພື່ອທ່ານທັງຫຼາຍຈະໄດ້ເຊື່ອ” (ໂຢຮັນ 19:35).

ຕອນທີ່ແມ່ຂອງຂ້າພະເຈົ້າຕາຍຂ້າພະເຈົ້າກໍພາເມຍກັບລູກຊາຍທັງສອງໄປໂຮງໝໍໄວເທົ່າທີ່ຈະໄວໄດ້, ຂ້າພະເຈົ້າຍ່າງສອງສາມກ້າວເຂົ້າໄປເບິ່ງໃນຫ້ອງຂອງເພີ່ນແລະເຫັນ ປະມານວິນາທີໜື່ງທີ່ຮ່າງກາຍອັນບອບບາງເປື່ອຍເປົ່າຂອງເພີ່ນຖືກຫໍ່ຢູ່ໃນຖົງພາດສະຕິກ,ແມ່ມັກອາຍສະເໝີທີ່ຈະໃຫ້ໃຜເຫັນເພີ່ນບໍ່ແຕ່ງຕົວ, ເມື່ອຂ້າພະເຈົ້າເຫັນຕີນຂອງເພີ່ນຜ່ານ ທາງຖົງຢາງພາສຕິກຂ້າພະເຈົ້າກໍຍູ້ພວກເດັກນ້ອຍໄວຂ້າງຫຼັງຕຶກ, ແຕ່ການທີ່ໄດ້ເຫັນຕີນ ຂອງເພີ່ນພຽງແຕ່ສ້ຽວວິນາທີມັນກໍຕິດຢູ່ໃນສະໝອງຂອງຂ້າພະເຈົ້າຕະຫຼອດໄປ.

ນັ້ນແລະຄືຫົນທາງທີ່ເກີດຂື້ນກັບໂຢຮັນ, ລາວເຫັນຂ້າງຂອງພຣະເຢຊູທີ່ຖືກແທງ, ລາວເຫັນເລືອດໄຫຼອອກຈາກຮອຍແຜ, ລາວບໍ່ສາມາດລືມມັນໄດ້, ຫົກສິບປີຕໍ່ມາໃນຕອນທີ່ ເປັນຜູ້ເຖົ້າຫຼາຍ,ສາວົກຜູ້ມີຊີວິດຄົນສຸດທ້າຍໂຢຮັນກໍຍັງຄິດເຖິງກ່ຽວກັບເລືອດຂອງພຣະເຢຊູທີ່ລາວໄດ້ເຫັນໃນມື້ນັ້ນຢູ່, ດ້ວຍຄວາມທີ່ມືສັ່ນຍ້ອນມີອາຍຸຫຼາຍລາວກໍໄດ້ແກະຄໍາຕ່າງລົງ ໃນແຜ່ນໜັງວ່າ “ພຣະໂລຫິດຂອງພຣະເຢຊູຄຣິດພຣະບຸດຂອງພຣະອົງ ກໍຊຳລະເຮົາທັງຫລາຍໃຫ້ປາສະຈາກບາບທັງສິ້ນ”(1 ໂຢຮັນ 1:7),ເປັນຫຍັງພຣະໂລຫິດຂອງພຣະເຢຊູຈື່ງ ສໍາຄັນຕໍ່ໂຢຮັນຫຼາຍ?.

I. ໜື່ງ ເພາະມັນຄືໂລຫິດຂອງພຣະເຢຊູຄຣິດພຣະບຸດຂອງພຣະເຈົ້າ.

ມັນບໍ່ແມ່ນພຽງແຕ່ເລືອດຂອງຄົນອື່ນໆ,ພວກທ່ານຮູ້ບໍ່ວ່າດຣ.ດັບໂບຢູເອຄຣິສແວວ ເປັນເວລາເກືອບຫົກສິບປີທີ່ເປັນສິດຍາພິບານຄຣິສຕະຈັກເຟິສແບັບຕິດແຫ່ງດາລັສລັດເທັກຊັສໄດ້ກ່າວວ່າ:

ພຣະອົງຊົງເປັນພຣະເຈົ້າທີ່ຊົງປາກົດໃນເນື້ອໜັງ, ບໍ່ມີຂໍ້ພຣະຄໍາໃດທີ່ມີ ຄວາມໝາຍຈາກເປົາໂລຫຼາຍກວ່າຄໍາເວົ້າຂອງລາວທີ່ມີຕໍ່ພວກຜູ້ອາວຸໂສ ໃນເມືອງເອເຟຊັດໃນກິດຈະການ 20:28 “ຈົ່ງລະວັງຕົວໃຫ້ດີແລະຈົ່ງ... ຄຣິສຕະຈັກຂອງພຣະເຈົ້າທີ່ພຣະອົງໄດ້ຊົງໄຖ່ດ້ວຍພຣະໂລຫິດຂອງພຣະອົງເອງ” ເປັນຄໍາເວົ້າທີ່ເປີດເຜີຍ,ຈະແຈ້ງຫຼາຍ, ຫຍາບຄາຍ, ສະຖານະທີ່ ຫຍາບໆ,ອີງຕາມບາງຄົນ(ເຊັ່ນຈອນແມັກອາເທີ),ເວົ້າວ່າມັນຄືພຣະໂລຫິດຂອງພຣະເຈົ້າທີ່ຫຼັ່ງລົງມາຈາກໄມ້ກາງແຂນ,ຄວາມຈິງແລ້ວຄືພຣະເຈົ້າໃນສະພາບເນື້ອໜັງຊື່ງຖືກຊົງນໍາໂດຍພຣະວິນຍານເພື່ອຖະວາຍເປັນຄ່າໄຖ່ ບາບຂອງເຮົາ...ທີ່ຊົງລິດ, ພຣະໂລຫິດຂອງພຣະຄຣິດ...ລ້າງຈິດຮູ້ຜິດຖືກ ຊົ່ວດີຂອງເຮົາຈາກການກະທໍາທີ່ຕາຍແລ້ວເພື່ອມາຮັບໃຊ້ພຣະເຈົ້າຜູ້ຊົງ ພຣະຊົນຢູ່... ພຣະໂລຫິດຂອງພຣະຄຣິດຊື່ງຜ່ານທາງພຣະວິນຍານນິດນິ ລັນໄດ້ຖະວາຍພຣະອົງເອງແດ່ພຣະເຈົ້າ,ລ້າງບາບເຮົາ,ຊໍາລະເຮົາ, ລ້າງ ເຮົາ,ເຮັດໃຫ້ເຮົາສະອາດກ້ຽງ(W. A. Criswell, Ph.D., “The Blood of Jesus,” The Compassionate Christ, Crescendo Book Publications, 1976, p. 72).

ແມັກອາເທີໄດ້ເວົ້າເຖິງກິດຈະການ 20:28 ວ່າ“ເປົາໂລເຊື່ອຢ່າງເຂັ້ມແຂງໃນເລື່ອງຄວາມ ເປັນອັນໜື່ງອັນດຽວຂອງພຣະບິດາແລະພຣະເຢຊູຄຣິດເຈົ້າຊື່ງລາວສາມາດເວົ້າເຖິງຄວາມຕາຍຂອງພຣະຄຣິດວ່າເປັນການຫຼັ່ງເລືອດຂອງພຣະເຈົ້າ - ຜູ້ຊື່ງບໍ່ມີຮ່າງກາຍແລະບໍ່ມີ ເລືອດ” (The MacArthur Study Bible; note on Acts 20:28)ສະນັ້ນດຣ.ແມັກອາເທີຈື່ງ ເວົ້າໃນທາງທີ່ມີຜົນກະທົບວ່າເປົາໂລເວົ້າຜິດ,ວ່າພຣະເຈົ້າ“ບໍ່ມີເລືອດ”ນັ້ນຄືຄໍາເວົ້າທີ່ອັນຕະ ລາຍເພາະມັນເບິ່ງຄືວ່າເຮັດໃຫ້ຫຼັກຄໍາສອນເລື່ອງສາມພຣະພາກອ່ອນລົງ, ພວກເຮົາປະຕິ ເສດຄໍາກ່າວຂອງແມັກອາເທີ, ພວກເຮົາຢູ່ຂ້າງກັບເປົາໂລແລະດຣ.ຄຣິສແວວຜູ້ທີ່ເວົ້າວ່າ “ເປັນພຣະໂລຫິດຂອງພຣະເຈົ້າທີ່ຫຼັ່ງລົງມາຈາກໄມ້ກາງແຂນ”(ເຫຼັ້ມດຽວກັນ).

II. ສອງ ເປັນພຣະໂລຫິດຂອງພຣະເຢຊູຄຣິດທີ່ຊໍາລະເຮົາຈາກຄວາມຜິດບາບ.

ອັກຄະສາວົກໂຢຮັນໄດ້ເວົ້າວ່າ “ພຣະໂລຫິດຂອງພຣະເຢຊູຄຣິດພຣະບຸດຂອງພຣະອົງ ກໍຊຳລະເຮົາທັງຫລາຍໃຫ້ປາສະຈາກບາບທັງສິ້ນ” (1 ໂຢຮັນ 1:7)

ດຣ.ແມັກກີ້ໄດ້ເວົ້າວ່າ “ຄໍາວ່າຊໍາລະເປັນປະໂຫຍກປະຈຸບັນ-ພຣະໂລຫິດຂອງພຣະຄຣິດ ຍັງສືບຕໍ່ຊໍາລະເຮົາຈາກຄວາມຜິດບາບທຸກຢ່າງ” (Thru the Bible; note on I John 1:7ໝາຍ ຄວາມວ່າພຣະໂລຫິດຂອງພຣະເຢຊູຍັງຄົງມີຢູ່ໃນປະຈຸບັນນີ້, ປະໂຫຍກປະຈຸບັນຂອງຄໍາ ວ່າ“ຊໍາລະ”ໄດ້ສະແດງໃຫ້ເຮົາເຫັນຈົນກະທັ່ງໃນຕອນນີ້,ໃນປະຈຸບັນພຣະໂລຫິດຂອງພຣະຄຣິດຊົງສາມາດທີ່ຈະຊໍາລະເຮົາ, ແມັກອາເທີບໍ່ເຊື່ອແບບນັ້ນ, ລາວເວົ້າວ່າ “ພຣະໂລຫິດ ຝ່າຍເນື້ອໜັງຂອງພຣະເຢຊູເອງ,ໃນໂຕມັນເອງບໍ່ສາມາດຊໍາລະເຮົາຈາກບາບໄດ້” (The MacArthur New Testament Commentary on Hebrews, p. 237),ອັນນັ້ນແມ່ນເວົ້າຕົວະ!

“ພຣະໂລຫິດຂອງພຣະເຢຊູຄຣິດພຣະບຸດຂອງພຣະອົງ ກໍຊຳລະເຮົາທັງຫລາຍໃຫ້ປາສະຈາກບາບທັງສິ້ນ” (1 ໂຢຮັນ 1:7)

ດຣ.ມາຕິນລອຍໂຈນໄດ້ກ່າວວ່າ:

ຂ່າວປະເສີດຂອງເຮົາຄືຂ່າວປະເສີດແຫ່ງພຣະໂລຫິດ,ເລືອດຄືຮາກຖານ, ຖ້າບໍ່ມີເລືອດກໍບໍ່ມີຫຍັງເລີຍ (The Way of Reconciliation, Ephesians 2, Banner of Truth Trust, p. 240).

ອີກເທື່ອໜື່ງທີ່ດຣ.ລອຍ-ໂຈນກ່າວວ່າ:

ການທົດສອບສຸດທ້າຍຂອງຄົນຜູ້ໜື່ງທີ່ກໍາລັງເທດສະໜາຂ່າວປະເສີດແທ້ຫຼືບໍ່ແມ່ນນັ້ນຄືການສັງເກດສິ່ງທີ່ເຂົາເນັ້ນໜັກທີ່ເຂົາມີຕໍ່ ‘ພຣະໂລຫິດ’ ມັນ ບໍ່ພຽງພໍທີ່ຈະເວົ້າເຖິງກ່ຽວກັບໄມ້ກາງແຂນແລະຄວາມຕາຍ,ການທົດສອບ ຄື‘ພຣະໂລຫິດ’(ເຫຼັ້ມດຽວກັນໜ້າ 331).

ດຣ.ຊີແອວເຄແກນຄືຜູ້ຊ່ວຍສິດຍາພິບານຂອງຄຣິສຕະຈັກຂອງພວກເຮົາ, ກ່ອນທີ່ ດຣ.ເຄແກນຈະກັບໃຈໃໝ່ລາວໄດ້ເຂົ້າຮ່ວມຄຣິສຕະຈັກຂອງຈອນແມັກອາເທີທຸກວັນອາທິດເປັນເວລາປີໜື່ງ, ດຣ. ເຄແກນໄດ້ເວົ້າວ່າ “ຂ້ອຍນັ່ງໃຕ້ຄໍາເທດສະໜາຂອງລາວກ່ອນທີ່ ຂ້ອຍຈະກັບໃຈໃໝ່, ລາວເປັນສິດຍາພິບານຂອງຂ້ອຍ, ລາວສອນພຣະຄໍາພີໃຫ້ຂ້ອຍ... ຂ້ອຍຍັງຈື່ລາຍລະອຽດໄດ້ຈົນຮອດທຸກມື້ນີ້. ຢ່າງໃດກໍຕາມຂ້ອຍບໍ່ໄດ້ກັບໃຈໃໝ່ພາຍໃຕ້ ການເທດສະໜາຂອງລາວ...ຮູບແບບການຕັດສິນໃຈນິຍົມການປົກຄອງຂອງດຣ.ແມັກອາ ເທີມາເຖິງຂ້ອຍໃນຖານະເປັນຄວາມລອດໂດຍການກະທໍາ..ຂ້ອຍເຊື່ອວ່າພວກເຮົາຕ້ອງຊັດເຈນໃນເລື່ອງພຣະໂລຫິດຂອງພຣະຄຣິດໃນການເທດສະໜາຂ່າວປະເສີດຂອງເຮົາ... ຖ້າ ພວກເຮົາຫາກຕ້ອງການເທດບົດເທດຂ່າວປະເສີດທີ່ຍິ່ງໃຫຍ່ເພື່ອໃຫ້ພຣະເຈົ້າສາມາດໃຊ້ ເຮົາເພື່ອໃຫ້ຈິດວິນຍານຫຼາຍຄົນກັບໃຈໃໝ່ໄດ້” (Preaching to a Dying Nation, The Baptist Tabernacle of Los Angeles, 1999, pp. 183, 184).

ຂ້າພະເຈົ້າເຫັນດ້ວຍເຕັມທີ່ກັບດຣ.ລອຍໂຈນທີ່ວ່າ “ມັນບໍ່ພຽງພໍທີ່ຈະເວົ້າເຖິງກ່ຽວ ກັບໄມ້ກາງແຂນແລະຄວາມຕາຍ(ຂອງພຣະຄຣິດ)...ການທົດສອບສຸດທ້າຍຂອງຄົນຜູ້ໜື່ງທີ່ກໍາລັງເທດສະໜາຂ່າວປະເສີດແທ້ຫຼືບໍ່ແມ່ນນັ້ນຄືການສັງເກດສິ່ງທີ່ເຂົາເນັ້ນໜັກທີ່ເຂົາມີຕໍ່ ‘ພຣະໂລຫິດ’” ເອແມນ! ຂ້າພະເຈົ້າດີໃຈທີ່ດຣ.ລອຍໂຈນເວົ້າແບບນັ້ນ! ຂ້າພະເຈົ້າໄດ້ເທດ ສະໜາຂ່າວປະເສີດເປັນເວລາເກືອບ 58 ປີມາແລ້ວ, ຂ້າພະເຈົ້າຮູ້ຈັກໂດຍປະສົບການວ່າ ຄົນບາບທີ່ຫຼົງຫາຍຕ້ອງການທີ່ຈະໄດ້ຍິນວ່າພຣະເຢຊູສາມາດຊໍາລະເຂົາອອກຈາກຄວາມ ບາບທຸກຢ່າງໂດຍພຣະໂລຫິດຂອງພຣະອົງໄດ້, ພວກເຂົາຈະບໍ່ໄດ້ຮັບຄວາມລອດໃນແບບ ກົດເກນໜື່ງໂດຍຄໍາເທດສະໜາເລື່ອງນາລົກ,ຫຼືຄໍາເທດສະໜາເລື່ອງຄໍາທໍານວາຍໃນພຣະຄໍາພີ - ເລື່ອງນີ້ອາດຈະບໍ່ເປັນຫຍັງໃນຕອນຕົ້ນແຕ່ເມື່ອພວກເຮົາ“ລົງເລິກເລື່ອງວຽກ”-ວຽກເລື່ອງການກັບໃຈໃໝ່ຂອງມັນເອງ - ພວກເຮົາກໍຈະຕ້ອງເທດບົດເທດໃນເລື່ອງພຣະ ໂລຫິດຂອງພຣະຜູ້ຊ່ວຍ.

ບົດເທດເລື່ອງພຣະໂລຫິດບໍ່ແມ່ນເພື່ອຄົນທີ່ບໍ່ເຊື່ອ, ບາງເທື່ອຂ້າພະເຈົ້າກໍຄິດວ່າ “ໂອພຣະເຈົ້າ! ຂ້ານ້ອຍຈະມີຊີວິດແຕ່ລະມື້ໄດ້ແນວໃດຖ້າປາສະຈາກພຣະໂລຫິດຂອງພຣະ ບຸດຂອງພຣະອົງ!” ບໍ່ມີອັນໃດປອບໃຈຂອງຂ້ານ້ອຍໃນເວລາໂສກເສົ້າຄືກັບພຣະໂລຫິດ ຂອງພຣະເຢຊູຄຣິດ! ມັນຄືອາຫານແລະເຄື່ອງດື່ມຂອງຂ້ານ້ອຍໃນຊ່ວງເວລາແຫ່ງຄວາມ ໂສກເສົ້າແລະຄວາມເສົ້າໃຈ.

ຂ້າສັນເສີນພຣະອົງເພາະໂລຫິດລ້າງບາບ
ຊົງເປັນພຣະຜູ້ໄຖ່ທີ່ອັດສະຈັນ
ທີ່ເຮັດໃຫ້ຈິດວິນຍານຂ້າຄືນດີກັບພຣະເຈົ້າ
ຊົງເປັນພຣະຜູ້ໄຖ່ທີ່ອັດສະຈັນ
ຊົງເປັນພຣະຜູ້ໄຖ່ທີ່ອັດສະຈັນຄືພຣະເຢຊູພຣະເຢຊູຂອງຂ້າ
ຊົງເປັນພຣະຜູ້ໄຖ່ທີ່ອັດສະຈັນຄືພຣະເຢຊູພຣະເຈົ້າຂອງຂ້າ

ຂ້າພະເຈົ້າບໍ່ໄດ້ຮ້ອງເພງເກົ່ານັ້ນເປັນເວລາຫຼາຍປີແລ້ວ,ແຕ່ມັນໄດ້ມາຫາຂ້າພະເຈົ້າໃນຄືນວັນໜື່ງ! ຂ້າພະເຈົ້າຈື່ງຮ້ອງມັນແລະຮ້ອງມັນຈົນຈິດໃຈຂອງຂ້າພະເຈົ້າເຕັມໄປດ້ວຍຄວາມ ຊື່ນຊົມຍິນດີ! ເຊີນຮ້ອງນໍາກັນ ມັນຢູ່ໃນບົດທີ່ 7 ຂອງປື້ມເພງ.

ຂ້າສັນເສີນພຣະອົງເພາະໂລຫິດລ້າງບາບ
ຊົງເປັນພຣະຜູ້ໄຖ່ທີ່ອັດສະຈັນ
ທີ່ເຮັດໃຫ້ຈິດວິນຍານຂ້າຄືນດີກັບພຣະເຈົ້າ
ຊົງເປັນພຣະຜູ້ໄຖ່ທີ່ອັດສະຈັນ
ຊົງເປັນພຣະຜູ້ໄຖ່ທີ່ອັດສະຈັນຄືພຣະເຢຊູພຣະເຢຊູຂອງຂ້າ
ຊົງເປັນພຣະຜູ້ໄຖ່ທີ່ອັດສະຈັນຄືພຣະເຢຊູພຣະເຈົ້າຂອງຂ້າ
(“What a Wonderful Saviour!” by Elisha A. Hoffman, 1839-1929).

ຂ້າພະເຈົ້າຊອກຫາເພງນັ້ນຢູ່ໃນປື້ມເພງຂອງຕົນແລະຊອກມັນບໍ່ເຫັນ, ຫຼັງຈາກນັ້ນຂ້າພະ ເຈົ້າກໍຄົ້ນຫາປື້ມເພງຂອງແບັບຕິດເກົ່າໆຂອງຕົນຈາກ 50 ປີທີ່ຜ່ານມາ,ເພງທີ່ພວກເຮົາໃຊ້ ຢູ່ທີ່ຄຣິສຕະຈັກເຟີສແບັບຕິດໄຊນິສ, ມັນຢູ່ຫັ້ນ! ມັນຄືໄດ້ພົບກັບໝູ່ເກົ່າໃນຊ່ວງເວລາຫຼາຍ ປີ, ນໍ້າຕາກໍໄຫຼອອກຈາກຕາໃນຂະນະທີ່ຮ້ອງເພງນີ້, ຂໍເຊີນຮ້ອງຊ້າໆ!

ຂ້າສັນເສີນພຣະອົງເພາະໂລຫິດລ້າງບາບ
ຊົງເປັນພຣະຜູ້ໄຖ່ທີ່ອັດສະຈັນ
ທີ່ເຮັດໃຫ້ຈິດວິນຍານຂ້າຄືນດີກັບພຣະເຈົ້າ
ຊົງເປັນພຣະຜູ້ໄຖ່ທີ່ອັດສະຈັນ
ຊົງເປັນພຣະຜູ້ໄຖ່ທີ່ອັດສະຈັນຄືພຣະເຢຊູພຣະເຢຊູຂອງຂ້າ
ຊົງເປັນພຣະຜູ້ໄຖ່ທີ່ອັດສະຈັນຄືພຣະເຢຊູພຣະເຈົ້າຂອງຂ້າ

ຂ້າພະເຈົ້າຖືກບອກໂດຍຄົນທີ່ເອີ້ນວ່າ“ພວກຊ່ຽວຊານ”ວ່າຂ້າພະເຈົ້າຈະຕ້ອງເທດ ບົດເທດ“ແບບອະທິບາຍ”ຈາກຂໍ້ພຣະຄໍາພີຕ່າງໆທີ່ເຊື່ອມໂຍງກັນ! ແຕ່ຂ້າພະເຈົ້າບໍ່ສາມາດ ຟັງ“ພວກຜູ້ຊ່ຽວຊານ”ນັ້ນໄດ້! ບາງເທື່ອຂ້າພະເຈົ້າຄວນຈະຟັງແຕ່ຂ້າພະເຈົ້າເຮັດບໍ່ໄດ້! ຂ້າພະເຈົ້າຕ້ອງດູດເອົາໄຂໃນກະດູກອອກຈາກກະດູກຂອງພຣະຄໍາພີຂໍ້ໜື່ງ - ຫຼືສ່ວນໜື່ງ ຂອງພຣະຄໍາພີຂໍ້ໜື່ງ - ຄືກັບທີ່ບັນພະບຸລຸດຂອງພວກເຮົາເຮັດພວກພິວຣີທັນກັບພວກນັກ ປະກາດຂ່າວປະເສີດຜູ້ຍິ່ງໃຫຍ່ທີ່ຕິດຕາມພວກເຂົາ - ຄືກັບວິດຟິວ,ເວສລີ,ຈອນເຊັນນິກ, ແດນຽວໂຣແລນແລະຮາວເວວແຮຣິສ - ພຣະເຈົ້າຊົງອວຍພອນລາວ! - ແລະໂຢເຊບ ພາກເກີ ແລະ ສະເປີໂຈນເຈົ້າຊາຍແຫ່ງນັກເທດທັງຫຼາຍ,ຄືກັບພວກເຂົາຂ້າພະເຈົ້າຕ້ອງ ເທດຂໍ້ພຣະຄໍາພີຂໍ້ໜື່ງຫຼືສອງຂໍ້ - ຫຼືສ່ວນໜື່ງຂອງຂໍ້ພຣະຄໍາພີນັ້ນ, ຂ້າພະເຈົ້າບໍ່ສາມາດ ປ່ອຍໃຫ້ບົດເທດຂອງຕົນເລື່ອນລອຍຈາກເລື່ອງນີ້ໄປຫາເລື່ອງນັ້ນໄດ້,ຂ້າພະເຈົ້າຕ້ອງການ ອາຫານແຂງແລະຂ້າພະເຈົ້າຕ້ອງການໄຂໃນກະດູກ! ນັ້ນແລະຄືສິ່ງທີ່ບໍາລຸງລ້ຽງຈິດວິນ ຍານຂອງຂ້າພະເຈົ້າ - ແລະຂອງພວກທ່ານ! ມັນຄືໄຂໃນກະດູກ!

“ພຣະໂລຫິດຂອງພຣະເຢຊູຄຣິດພຣະບຸດຂອງພຣະອົງ ກໍຊຳລະເຮົາທັງຫລາຍໃຫ້ປາສະຈາກບາບທັງສິ້ນ” (1 ໂຢຮັນ 1:7)

ພະຍາມານມາແລະຊຶມໃສ່ຫູຂອງຂ້າພະເຈົ້າວ່າ “ພວກເຂົາຈະບໍ່ຄິດວ່າເຈົ້າເປັນນັກ ເທດຜູ້ຍິ່ງໃຫຍ່ຖ້າເຈົ້າເຮັດແບບນັ້ນ” ຂ້າພະເຈົ້າຈື່ງຟາດຄໍາຕອບໃສ່ມັນຄືນວ່າ- “ຂ້ອຍຈະ ສົນຫຍັງວ່າເຂົາຈະຄິດວ່າຂ້ອຍເປັນ ‘ນັກເທດທີ່ຍິ່ງໃຫຍ່’ຫຼືບໍ? ຂ້າພະເຈົ້າບໍ່ສົນໃຈໃນເລື່ອງ ນັ້ນເລີຍ” ເປົ້າໝາຍແລະຄວາມປາດຖະໜາຂອງຂ້າພະເຈົ້າ,ກຽດແລະຄວາມຊື່ນຊົມຍິນດີ ຂອງຂ້າພະເຈົ້າກໍຄືທີ່ຈະເຫັນຄົນບາບມາຫານໍ້າພຸ ແລະ ຖືກລ້າງຊໍາລະຈາກຄວາມຜິດບາບ ທຸກຢ່າງໂດຍພຣະໂລຫິດອັນປະເສີດຂອງພຣະເຢຊູຄຣິດ.

ຂ້າພະເຈົ້າຮູ້ຈັກນັກເທດແບັບຕິດສອງຄົນທີ່ເປັນຄົນບໍ່ລອດ,ຊີວິດຂອງພວກເຂົາສະແດງໃຫ້ເຫັນວ່າພວກເຂົາບໍ່ເຄີຍບັງເກີດໃໝ່ເລີຍ,ບໍ່ເຄີຍກັບໃຈໃໝ່,ບໍ່ເຄີຍລອດເລີຍ, ຂ້າພະ ເຈົ້າຮູ້ຈັກຄົນທີ່ໜື່ງທີ່ອ່ານບົດເທດຂອງຂ້າພະເຈົ້າຫຼາຍບົດ, ຂ້າພະເຈົ້າເຫັນນັກເທດທີ່ຍັງບໍ່ ລອດຄົນທີ່ສອງໃນເລື່ອງ“ການເບິ່ງ”ເລື່ອງຮູບຮ່າງຂອງສິດຍາພິບານຄົນຈີນຊື່ງເປັນເພື່ອນທີ່ຮັກແພງກັນມາຫຼາຍປີແລ້ວ, ຫຼັງຈາກທີ່ຂ້າພະເຈົ້າໄດ້ວິວເບິ່ງຊີວິດຂອງລາວຂ້າພະເຈົ້າກໍ ຍ່າງອອກໄປຈາກຫ້ອງທັນທີ, ຂ້າພະເຈົ້າໄດ້ໄປປະເຊີນໜ້າກັບນັກເທດຄົນນີ້,ຂ້າພະເຈົ້າຮູ້ ຈັກລາວຫຼາຍປີແລ້ວ, ຜູ້ຊາຍທີ່ຫຼົງຫາຍຄົນນີ້ສູນເສຍທຸກຢ່າງໂດຍການເພີດເພີນກັບການ ບໍ່ມີຄວາມຮັກ, ຂ້າພະເຈົ້າຈື່ງຈັບມືຂອງລາວ,ແລະຖາມເຖິງເລື່ອງສຸຂະພາບຂອງລາວ,ຈາກ ນັ້ນຂ້າພະເຈົ້າກໍເວົ້າວ່າ “ຂ້ອຍຢາກໃຫ້ເຈົ້າອ່ານບົດເທດສະໜາຂອງຂ້ອຍເທິງອິນເຕີເນັດ ແດ່” ລາວຍິ້ມແລ້ວຕອບວ່າ “ເຈົ້າເວົ້າຫລີ້ນບໍ? ຂ້ອຍອ່ານເທິງເວັບໄຊຂອງເຈົ້າທຸກອາທິດ” ໃຈຂອງຂ້າພະເຈົ້າເຕັ້ນດ້ວຍຄວາມຍິນດີ! ຊາຍໜ້າສົງສານຄົນນີ້ເປັນໝູ່ກັບຂ້າພະເຈົ້າເປັນ ເວລາເຄິ່ງສະຕະວັດ! ຂ້າພະເຈົ້າຈະຕ້ອງບໍ່ໃຫ້ເຂົາລົ້ມເຫຼວ,ບໍ່ໃຫ້ພວກທ່ານລົ້ມເຫຼວ! ຂ້າ ພະເຈົ້າຈະຕ້ອງບໍ່ຄິດແມ່ນກະທັ່ງການເປັນ“ນັກເທດຜູ້ຍິ່ງໃຫຍ່” ຂ້າພະເຈົ້າຕ້ອງບໍ່ເຮັດໃຫ້ ລາວລົ້ມເຫຼວ, ຂ້າພະເຈົ້າຈະຕ້ອງບໍ່ລົ້ມເຫຼວພວກທ່ານ! ຂ້າພະເຈົ້າຈະຕ້ອງບອກຄົນຫຼົງ ຫາຍທັງໄກແລະກວ້າງ.

“ພຣະໂລຫິດຂອງພຣະເຢຊູຄຣິດພຣະບຸດຂອງພຣະອົງ ກໍຊຳລະເຮົາທັງຫລາຍໃຫ້ປາສະຈາກບາບທັງສິ້ນ” (1 ໂຢຮັນ 1:7)

ຂ້າສັນເສີນພຣະອົງເພາະໂລຫິດລ້າງບາບ
ຊົງເປັນພຣະຜູ້ໄຖ່ທີ່ອັດສະຈັນ
ທີ່ເຮັດໃຫ້ຈິດວິນຍານຂ້າຄືນດີກັບພຣະເຈົ້າ
ຊົງເປັນພຣະຜູ້ໄຖ່ທີ່ອັດສະຈັນ
ຊົງເປັນພຣະຜູ້ໄຖ່ທີ່ອັດສະຈັນຄືພຣະເຢຊູພຣະເຢຊູຂອງຂ້າ
ຊົງເປັນພຣະຜູ້ໄຖ່ທີ່ອັດສະຈັນຄືພຣະເຢຊູພຣະເຈົ້າຂອງຂ້າ

ຂ້າພະເຈົ້າຮູ້ດີວ່າມັນຮູ້ສຶກແນວໃດທີ່ຈະເປັນຄົນຫຼົງຫາຍ,ຂ້າພະເຈົ້າຮູ້ດີວ່າມັນຮູ້ສຶກແນວໃດແດ່ໃນການເປັນນັກເທດທີ່ຫຼົງຫາຍ - ເພາະຂ້າພະເຈົ້າກໍເປັນນັກເທດທີ່ຫຼົງຫາຍ ເປັນເວລາສາມປີນັບຕັ້ງແຕ່ທີ່ຂ້າພະເຈົ້າໄດ້“ອຸທິດຊີວິດເພື່ອເທດສະໜາ”ຕອນອາຍຸ 17 ປີ ຈົນໄດ້ຮັບຄວາມລອດຕອນ 20 ປີ, ມັນເປັນຄວາມຮູ້ສຶກທີ່ເປັນຕາຢ້ານທີ່ເປັນຄົນຫຼົງຫາຍ ແບບນັ້ນ, ມັນເປັນຄືກັບວ່ານາລົກຢູ່ໃນໂລກໃນການເປັນຄົນຫຼົງຫາຍ,ປະຕູຖືກປິດຈາກການ ເປັນໜື່ງດຽວກັບພຣະເຈົ້າ,ບໍ່ເຄີຍແນ່ໃຈ,ບໍ່ແນ່ນອນ, ມັກຢ້ານຄວາມຫາຍຍະນະຕະຫຼອດ, ມັນກ່າວໂທດຕົວເອງຕະຫຼອດ! ໂອເພື່ອນທີ່ຮັກຈົ່ງຮ້ອງຫາເຮົາ, ເຮົາຈະບໍ່ໄລ່ຈິດວິນຍານ ຂອງເຈົ້າໄປ - ຫຼືຈະບໍ່ຫັນໜ້າໜີເດັດຂາດ, ຈົ່ງຮ້ອງຫາເຮົາແລະເຮົາຈະເຮັດໃຫ້ດີທີ່ສຸດທີ່ ຈະສະແດງໃຫ້ເຈົ້າເຫັນຫົນທາງອື່ນ,ຫົນທາງແຫ່ງການຄືນດີກັນ - ຫົນທາງແຫ່ງການຊໍາ ລະແລະຊີວິດໃໝ່ - ຫົນທາງແຫ່ງພຣະໂລຫິດຂອງພຣະເຢຊູຄຣິດ,ພຣະບຸດຂອງພຣະເຈົ້າ ຂ້າພະເຈົ້າພາດທາງນັ້ນເປັນເວລາສາມປີ, ພວກທ່ານອາດຈະເຄີຍພາດມັນຫຼາຍກວ່ານັ້ນ, ເປັນຫຍັງຈື່ງລໍຖ້າດົນກວ່າ? ທ່ານຮູ້ບໍວ່າທ່ານບໍ່ມີພຣະໂລຫິດຂອງພຣະເຢຊູ, ດຽວນີ້ຈົ່ງມາ ແລະລ້າງມັນ,ຜູ້ທໍານວາຍເວົ້າກັບນາອາມານຄົນຂີ້ທູດວ່າ “ຈົ່ງໄປຈຸ່ມໃນແມ່ນໍ້າຈໍແດນເຈັດ ເທື່ອແລະທ່ານຈະສະອາດ” (2 ກະສັດ 5:10,14) ແລະຂ້າພະເຈົ້າຂໍເວົ້າໃນຄືນນີ້ວ່າ “ຈົ່ງ ຈຸ່ມລົງໃນພຣະໂລຫິດຂອງພຣະເຢຊູພຽງຄັ້ງດຽວແລະທ່ານຈະສະອາດຕະຫຼອດໄປ!

“ພຣະໂລຫິດຂອງພຣະເຢຊູຄຣິດພຣະບຸດຂອງພຣະອົງ ກໍຊຳລະເຮົາທັງຫລາຍໃຫ້ປາສະຈາກບາບທັງສິ້ນ” (1 ໂຢຮັນ 1:7)

ຂ້າສັນເສີນພຣະອົງເພາະໂລຫິດລ້າງບາບ
ຊົງເປັນພຣະຜູ້ໄຖ່ທີ່ອັດສະຈັນ
ທີ່ເຮັດໃຫ້ຈິດວິນຍານຂ້າຄືນດີກັບພຣະເຈົ້າ
ຊົງເປັນພຣະຜູ້ໄຖ່ທີ່ອັດສະຈັນ
ຊົງເປັນພຣະຜູ້ໄຖ່ທີ່ອັດສະຈັນຄືພຣະເຢຊູພຣະເຢຊູຂອງຂ້າ
ຊົງເປັນພຣະຜູ້ໄຖ່ທີ່ອັດສະຈັນຄືພຣະເຢຊູພຣະເຈົ້າຂອງຂ້າ

ຈອນຊວງເປັນຊາຍໜຸ່ມຄົນຈີນທີ່ອັດສະລິຍະຊື່ງມາຮຽນທີ່ປະເທດອາເມລິກາ, ແຕ່ ພັດອອກໄປເປັນຄົນທີ່ລົ້ມເຫຼວ,ລາວລົ້ມເຫຼວທີ່ຈະເປັນໃນສິ່ງທີ່ພໍ່ແມ່ຂອງລາວຢາກໃຫ້ເປັນ, ລາວລົ້ມເຫຼວກັບຜູ້ຍິງຄົນໜື່ງທີ່ພົບກັນຢູ່ໂຮງຮຽນພຣະຄໍາພີ, ລາວລົ້ມເຫຼວທີ່ຈະພົບກັບສັນ ຕິສຸກ, ລາວທໍລະມານກັບຄວາມລະອາຍໃຈ, ລາວຢູ່ໃນສະພາບການຕໍ່ສູ້ຝ່າຍວິນຍານທີ່ດຸ ເດືອດ, ຕໍ່ມາແລງມື້ໜື່ງໃນເດືອນກຸມພາລາວກໍເຫັນຄວາມບາບຕ່າງໆໃນຊີວິດຂອງຕົນແຜ່ ອອກໄປຕໍ່ໜ້າຕົນເອງ, ຕອນທໍາອິດມັນເບິ່ງຄືວ່າບໍ່ມີຫົນທາງໃດທີ່ຈະຖີ້ມມັນໄດ້ແລະວ່າ ລາວຈະຕ້ອງຕົກນາລົກ, ລາວພະຍາຍາມທີ່ຈະລືມຄວາມບາບຂອງຕົນແຕ່ກໍບໍ່ສາມາດລືມ ໄດ້, ພວກມັນແທງໃຈຂອງລາວຫຼາຍ, ລາວຈື່ງໄປຄົ້ນເອົາພຣະຄໍາພີຢູ່ຫີບໃຫຍ່ຂອງລາວ, ແລ້ວເປີດໄປເບິ່ງການຄຶງເທິງໄມ້ກາງແຂນຂອງພຣະເຢຊູໃນລູກາບົດທີ່ 23, ພາບທີ່ພຣະ ເຢຊູຕາຍເທິງໄມ້ກາງແຂນເພື່ອຄວາມຜິດບາບຂອງລາວມັນເຈັບປວດຄືກັບວ່າລາວຢູ່ກ້ອງ ໄມ້ກາງແຂນກໍາລັງຂໍຮ້ອງໃຫ້ພຣະເຢຊູລ້າງຊໍາລະອອກຈາກຄວາມຜິດບາບໂດຍພຣະໂລ ຫິດອັນປະເສີດ,ລາວສືບຕໍ່ຮ້ອງໄຫ້ແລະອະທິຖານຈົນຮອດທ່ຽງຄືນ, ຫຼັງຈາກນັ້ນລາວກໍໄດ້ ຍິນສຽງໃນໃຈຂອງລາວເວົ້າວ່າ“ລູກເອີຍບາບຂອງເຈົ້າໄດ້ຮັບການອະໄພແລ້ວ”ນໍ້າໜັກຂອງ ບາບທຸກຢ່າງເບິ່ງຄືວ່າມັນລຸດຈາກຕີນແລະບ່າຂອງລາວແລ້ວ, ຄວາມຮູ້ສຶກບັນເທົາຄວາມ ເຈັບປວດກໍເກີດຂື້ນແລ້ວລາວກໍເຕັ້ນແລະຮ້ອງສຽງດັງວ່າ“ຮາເລລູຢາ” ລາວຈື່ງແລ່ນເຂົ້າໄປ ໃນຫໍພັກຮ້ອງສຽງດັງສັນລະເສີນພຣະເຈົ້າສໍາຫຼັບການຊົງໄຖ່(adapted from A Biography of John Sung by Leslie T. Lyall, China Inland Mission Overseas Missionary Fellowship, 1965 reprint, pp. 33, 34,ລາວໄດ້ກາຍເປັນນັກເທດຂ່າວປະເສີດຜູ້ຍິ່ງໃຫຍ່ທີ່ສຸດທີ່ປະເທດ ຈີນເຄີຍຮູ້ຈັກມາກ່ອນ.

“ພຣະໂລຫິດຂອງພຣະເຢຊູຄຣິດພຣະບຸດຂອງພຣະອົງ ກໍຊຳລະເຮົາທັງຫລາຍໃຫ້ປາສະຈາກບາບທັງສິ້ນ” (1 ໂຢຮັນ 1:7)

ຂ້າພະເຈົ້າຂໍຮ້ອງພວກທ່ານໃນຄໍ່າຄືນນີ້ວ່າຈົ່ງມາຫາພຣະເຢຊູ,ຈົ່ງຖີ້ມຄວາມສົງໄສ ແລະຄວາມຢ້ານທຸກຢ່າງຂອງທ່ານ,ຈົ່ງມາຫາພຣະຜູ້ຊ່ວຍ,ມາຊໍາລະໃຫ້ສະອາດໂດຍພຣະ ໂລຫິດອັນປະເສີດຂອງພຣະອົງ,ເອແມນ. ຂໍເຊີນດຣ.ແຊນມານໍາພວກເຮົາອະທິຖານແດ່.


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານ ດຣ.ໄຮເມີ ຢາກຈະໄດ້ຍິນຈາກທ່ານ, ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງເພີ່ນນໍາວ່າທ່ານຂຽນມາ ຈາກປະເທດໃດບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງທ່ານໄດ້, ຖ້າບົດ ເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາ ບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນ ໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ. ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີ,ທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼືຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ: ລູກາ 23:39-47.
ບັນເລງເພງກ່ອນເທດສະໜາໂດຍ ທ້າວເບັນຈາມິນຄິນເຄດກຣິຟຟິດ:
“What a Wonderful Saviour!” (by Elisha A. Hoffman, 1839-1929).

ໂຄງຮ່າງບົດເທດສະໜາ

ພຣະໂລຫິດທີ່ຊໍາລະ

THE CLEANSING BLOOD

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.

“ພຣະໂລຫິດຂອງພຣະເຢຊູຄຣິດພຣະບຸດຂອງພຣະອົງ ກໍຊຳລະເຮົາທັງຫລາຍໃຫ້ປາສະຈາກບາບທັງສິ້ນ” (1 ໂຢຮັນ 1:7)

(ມາລະໂກ 14:33, 34; ໂຢຮັນ 19:34,35)

I.     ໜື່ງ ເພາະມັນຄືໂລຫິດຂອງພຣະເຢຊູຄຣິດພຣະບຸດຂອງພຣະເຈົ້າ. ກິດຈະການ 20:28.

II.    ສອງ ເປັນພຣະໂລຫິດຂອງພຣະເຢຊູຄຣິດທີ່ຊໍາລະເຮົາຈາກຄວາມຜິດບາບ. 1 ໂຢຮັນ 1:7.