Print Sermon

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 215 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 36 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ນໍ້າຕາຂອງພຣະຜູ້ຊ່ວຍໃຫ້ລອດ

THE TEARS OF THE SAVIOUR
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 4/10/2015
A sermon preached at the Baptist Tabernacle of Los Angeles
Lord's Day Morning, October 4, 2015

“ທ່ານໄດ້ຖືກມະນຸດດູໝີ່ນແລະປະຕິເສດ ເປັນຄົນແຫ່ງຄວາມໂສກເສົ້າ ແລະຄຸ້ນເຄີຍກັບຄວາມທຸກ ແລະພວກເຮົາໄດ້ລີ້ໜ້າຂອງເຮົາຈາກທ່ານ ທ່ານຖືກດູໝີ່ນແລະເຮົາທັງຫຼາຍບໍ່ໄດ້ນັບຖືທ່ານ(ເອຊາຢາ 53:3)


ໃນໝໍ່ໆນີ້ຂ້າພະເຈົ້າເຫັນວິດີໂອຂອງນັກເທດຄົນໜື່ງທີ່ກໍາລັງດ່າກຸ່ມຄົນບາບທີ່ຢູ່ ນອກໂບດຂອງລາວ, ລາວຮ້ອງໃສ່ເຂົາຕະຫຼອດວ່າ“ພວກເຈົ້າກໍາລັງຈະຕົກນາລົກ” “ພວກ ເຈົ້າຈະຖືກເຜົາໃນແປວໄຟນາລົກເປັນນິດ!” ຂ້າພະເຈົ້າຈື່ງປິດວິດີໂອນັ້ນລົງແລະຮູ້ສຶກບໍ່ສະ ບາຍໃຈເລີຍ, ບໍ່ມີຄໍາເວົ້າເມດຕາຈັກຄໍາເລີຍຈາກນັກເທດ,ບໍ່ມີຄໍາເສຍໃຈຈັກຄໍາສໍາຫຼັບຄົນທີ່ ຫຼົງຫາຍແລະສັບສົນທີ່ລາວໄດ້ພົບເຈີ, ບໍ່ມີຈັກເທື່ອທີ່ລາວໄດ້ເອີຍເຖິງຄວາມຮັກຂອງພຣະ ເຢຊູຕໍ່ໂລກທີ່ຫຼົງຫາຍນີ້.

ຂ້າພະເຈົ້າຄິດບໍ່ອອກເຖິງຕົວຢ່າງບ່ອນທີ່ພຣະເຢຊູເທດແບບນັ້ນຕໍ່ຝູງຊົນທີ່ຫຼົງຫາຍໄດ້, ແມ່ນພຣະອົງເວົ້າຄໍາຮຸນແຮງ, ແມ່ນພຣະອົງບອກກັບເຂົາວ່າເຂົາກໍາລັງຈະຕົກນາລົກ, ແຕ່ພຣະອົງຊົງສະຫງວນຄໍາເຫຼົ່ານັ້ນໄວ້ສໍາຫຼັບພວກທໍາມາຈານແລະພວກຟາຣິສີ-ຜູ້ນໍາສາ ສະໜາທຽມເທັດໃນສະໄໝຂອງພຣະອົງ, ຂ້າພະເຈົ້າໄດ້ຍິນວ່າມີນັກເທດຫຼາຍຄົນດ່າແລະ ຮ້ອງໃສ່ພວກມໍມອນ,ຄາໂທລິກ,ມູສະລິມ,ພວກເຊື່ອມຊາມແລະແມ່ນແຕ່ພວກນັກສຶກສາຢູ່ວິທະຍາໄລຕ່າງໆ,ແຕ່ເມື່ອຂ້າພະເຈົ້າແຮງເຖົ້າຫຼາຍເທົ່າໃດຂ້າພະເຈົ້າກໍຄິດວ່າຄໍາເທດສະໜາ ຂອງເຂົາເຈົ້າບໍ່ໄດ້ຕາມແບບຢ່າງຂອງພຣະເຢຊູ,ຍິ່ງຂ້າພະເຈົ້າເຖົ້າຫຼາຍຂື້ນເທົ່າໃດຂ້າພະ ເຈົ້າກໍແຮງຄິດວ່າພຣະເຢຊູໜ້າຈະສະຫງວນຄໍາຕໍານິໜັກໆຂອງພຣະອົງຕໍ່ພວກຜູ້ນໍາສາສະໜາໃນຍຸກຂອງເຮົາ,ພວກຟາຣິສີພວກນັ້ນທີ່ເທດສະໜາສາສະໜາຫຼາຍກວ່າຂ່າວປະເສີດ, ຄົນເຫຼົ່ານັ້ນທີ່ຕໍ່ສູ້ພຣະຄໍາພີຢູ່ໂຮງຮຽນພຣະຄໍາພີຟູເລີ,ຄົນທີ່ເທດສະໜາເພື່ອເງີນ,ຄົນທີ່ເທດຈິດຕະວິທະຍາຕົນເອງ,ຄົນທີ່ເທດສາສະໜາຕາມ“ຊື່ແລະອ້າງມັນ”, ຄົນທີ່ເທດຂໍ້ຄວາມທີ່ ຈະລວຍແບບໄວໆ,ແລະຄົນທີ່ເທດຄວາມລອດຜ່ານທາງປາກເວົ້າທີ່ເອີ້ນວ່າ “ຄໍາອະທິຖານ ຂອງຄົນບາບ” ແມ່ນແລ້ວ! ຂ້າພະເຈົ້າຄິດວ່າຖ້າພຣະເຢຊູຫາກຢູ່ນີ້ໃນປະຈຸບັນນີ້, ພຣະອົງກໍຈະເທດວ່າ“ເຈົ້າກໍາລັງຈະຕົກນາລົກ” ແຕ່ຄໍາເທດສະໜາສ່ວນຫຼາຍນີ້ພຣະອົງຈະ ສະຫງວນໄວ້ໃຫ້ກັບພວກນັກເທດແລະພວກຄູສອນປອມໃນຍຸກຂອງເຮົາ! - ສໍາຫຼັບພວກຜູ້ ຊາຍທີ່ປິດການນະມັດສະການຕອນແລງຂອງຕົນລົງແລະປ່ອຍໃຫ້ຄົນໜຸ່ມຂອງຕົນອອກໄປໂດຍບໍ່ມີບ່ອນສາມັກຄີທໍາໃນຕອນແລງວັນອາທິດ, ສໍາຫຼັບຄົນທີ່ເທດແບບເສດຝຸ່ນການສຶກ ສາພຣະຄໍາພີເປັນຂໍ້ເປັນຂໍ້ໄປເລັ່ງໃສ່ທີ່ພວກເຄັ່ງສາສະໜາແຕ່ເປັນຄົນທີ່ຍັງບໍ່ລອດທີ່ມາ ໂບດເຊົ້າວັນອາທິດເທົ່ານັ້ນ,ສໍາຫຼັບຄົນທີ່ນໍາເອົາເພງຣັອກເຂົ້າ-ແລະປິດການປະກາດຂ່າວ ປະເສີດອອກໄປຈາກຄຣິສຕະຈັກຂອງພວກເຂົາ,ສໍາຫຼັບຄົນເຫຼົ່ານັ້ນທີ່ເວົ້າວ່າພຣະໂລຫິດ ຂອງພຣະເຢຊູຈິບຫາຍແລ້ວແລະບໍ່ສາມາດທີ່ຈະລ້າງຊໍາລະທັງຊາຍແລະຍິງອອກຈາກ ຄວາມຜິດບາບຂອງເຂົາໄດ້, ຂ້າພະເຈົ້າຄິດວ່າພຣະຄຣິດຈະຊົງຖອກເງີນອອກຈາກໂຕະ ຂອງເຂົາເຈົ້າໃນພຣະວິຫານແລ້ວຕັດວ່າ:

“ວິບັດແກ່ເຈົ້າ ພວກນັກທຳແລະພວກຟາລິສີ ຄົນໜ້າຊື່ໃຈຄົດ ເພາະວ່າພວກເຈົ້າປິດປະຕູອານາຈັກແຫ່ງສະຫວັນໄວ້ຈາກມະນຸດ ເພາະພວກເຈົ້າເອງບໍ່ຍອມເຂົ້າໄປ ແລະເມື່ອຄົນອື່ນຈະເຂົ້າໄປ ພວກເຈົ້າກໍຂັດຂວາງໄວ້” (ມັດທາຍ 23:13)

“ວິບັດແກ່ເຈົ້າ ພວກນັກທຳແລະພວກຟາລິສີ ຄົນໜ້າຊື່ໃຈຄົດ ເພາະເຈົ້າຂັດຊຳລະຖ້ວຍຊາມແຕ່ພາຍນອກ ສ່ວນພາຍໃນຖ້ວຍຊາມນັ້ນເຕັມດ້ວຍການຂູດຮີດແລະການມົວເມົາກິເລດ”(ມັດທາຍ 23:25)

“ວິບັດແກ່ເຈົ້າ ພວກນັກທຳແລະພວກຟາລິສີ ຄົນໜ້າຊື່ໃຈຄົດ ເພາະວ່າເຈົ້າເປັນເໝືອນອຸໂມງຝັງສົບຊຶ່ງໂບກດ້ວຍປູນຂາວ ຂ້າງນອກເບິ່ງງົດງາມແທ້ໆ ແຕ່ຂ້າງໃນເຕັມໄປດ້ວຍກະດູກຄົນຕາຍແລະການໂສໂຄກສາລະພັດ”(ມັດທາຍ 23:27)

“ເຈົ້າພວກງູ ເຈົ້າຊາດງູຮ້າຍ ເຈົ້າຈະພົ້ນການລົງໂທດໃນນາລົກໄດ້ຢ່າງໃດ” (ມັດທາຍ 23:33)

ແມ່ນແລ້ວຂ້າພະເຈົ້າຄິດວ່າພຣະຄຣິດໜ້າຈະເທດແບບນັ້ນຕໍ່ພວກນັກເທດປອມ ແລະ ຄູ ສອນປອມໃນຍຸກສະໄໝຂອງເຮົາ!

ແຕ່ພຣະອົງບໍ່ເຄີຍເທດສະໜາແບບນັ້ນໃສ່ຝູງຊົນຄົນບາບທີ່ມາຟັງພຣະອົງຈັກເທື່ອ,ຕໍ່ເຂົາເຈົ້າພຣະອົງຊົງເປັນ“ບຸກຄົນແຫ່ງຄວາມໂສກເສົ້າແລະຄຸ້ນເຄີຍກັບຄວາມທຸກ” ພຣະ ອົງຕັດດ້ວຍຄວາມນຸ່ມນວນຕໍ່ຜູ້ຍິງຄົນໜື່ງທີ່ຢູ່ໃນນໍ້າສ້າງເຖິງແມ່ນວ່າລາວໄດ້ແຕ່ງງານມາ ຫ້າເທື່ອແລ້ວແລະກໍາລັງລ່ວງປະເວນີຢູ່ໃນຕອນທີ່ພຣະອົງຊົງພົບນາງກໍຕາມ, ພຣະອົງຕັດ ດ້ວຍຄວາມອ່ອນຫວານຕໍ່ຄົນເຫຼົ່ານັ້ນທີ່ມີເຊື້ອໂລກແລະກໍາລັງຈະຕາຍ“ແລະຫຼາຍຄົນທີ່ໄດ້ ແຕະຕ້ອງ(ເສື້ອຂອງພຣະອົງ)ກໍເຊົາປ່ວຍບໍລິບູນດີທູກຄົນ”(ມັດທາຍ 14:36),ຕໍ່ຜູ້ຍິງທີ່ລ່ວງ ປະເວນີຢ່າງຮ້າຍແຮງນັ້ນພຣະອົງຕັດດ້ວຍຄວາມນຸ່ມນວນວ່າ“ເຮົາກໍບໍ່ເອົາໂທດເຈົ້າເໝືອນກັນ ຈົ່ງໄປສາແລະຢ່າເຮັດບາບອີກ”(ໂຢຮັນ 8:11)ຕໍ່ໂຈນທີ່ຢູ່ເທິງໄມ້ກາງແຂນຂ້າງໆພຣະ ອົງພຣະອົງຕັດວ່າ“ວັນນີ້ເຈົ້າຈະຢູ່ກັບເຮົາເທິງເມືອງສຸກກະເສີມ”(ລູກາ 23:43),ຕໍ່ຄົນງ່ອຍ ພຣະອົງຊົງຕັດວ່າ“ລູກເອີຍຈົ່ງຊື່ນໃຈເທີນ ຄວາມບາບຂອງເຈົ້າໄດ້ຮັບການອະໄພແລ້ວ” (ມັດທາຍ 9:2),ຕໍ່ຜູ້ຍິງຊົ່ວທີ່ຈຸບພຣະບາດຂອງພຣະອົງພຣະອົງຕັດວ່າ“ຄວາມບາບຂອງ ເຈົ້າໄດ້ຮັບການອະໄພແລ້ວ”(ລູກາ 7:48).

ພຣະເຢຊູເຄີຍຫົວບໍ? ພຣະອົງອາດຈະເຄີຍແຕ່ມັນບໍ່ໄດ້ບັນທຶກໄວ້ໃນພຣະຄໍາພີ, ໃນໜ້າຕ່າງໆຂອງພຣະຄໍາພີພວກເຮົາຖືກບອກວ່າພຣະອົງ “ເປັນຄົນແຫ່ງຄວາມໂສກເສົ້າ ແລະຄຸ້ນເຄີຍກັບຄວາມທຸກ”(ອິດສະຢາ 53:3) ແລະຢູ່ໜ້າອື່ນຂອງພຣະຄໍາພີພວກເຮົາກໍ ຖືກບອກວ່າພຣະອົງຊົງຮ້ອງໄຫ້ສາມເທື່ອແລະຢູ່ຫົວຂໍ້ພຣະຄໍາຂອງເຮົາພວກເຮົາກໍເຫັນວ່ານີ້ແມ່ນສ່ວນໜື່ງຂອງບຸກຄະລິກຂອງພຣະອົງ - ແລະເປັນສ່ວນທີ່ສໍາຄັນ, ມັນຍາກທີ່ຈະ ຈິນຕະນາການການຮ້ອງໄຫ້ຂອງພຸດທະເຈົ້າ - ເປັນໄປບໍ່ໄດ້ທີ່ຈະຄິດເຖິງຄວາມບໍ່ມີຄວາມ ຮູ້ສຶກຂອງພະຊາວໂຣມັນຫຼືຄວາມເລືອດເຢັນຂອງອັລເລາະຂອງພວກອິດສະລາມວ່າມີນໍ້າ ຕາໄຫຼ,ນໍ້າຕາຂອງພຣະເຢຊູໄດ້ສະແດງໃຫ້ເຮົາເຫັນເຖິງສົງສານຂອງຫົວໃຈຂອງພຣະອົງທີ່ມີຕໍ່ຄວາມທຸກທໍລະມານຂອງມະນຸດ.

ພວກທ່ານຫຼາຍຄົນຮູ້ດີວ່າຂ້າພະເຈົ້າມີຄວາມນັບຖືວິນສະຕັນເຊີດຊີວຫຼາຍ,ແຕ່ພວກທ່ານອາດຈະບໍ່ຮູ້ລາວຄືກັບທີ່ປະເທດອັງກິດຮູ້ຈັກລາວໃນຊ່ວງສົງຄາມໂລກຄັ້ງທີ່ສອງ.

St. Paul's Cathedral
ວິຫານເຊັນພອລແຫ່ງລອນດອນໃນຊ່ວງການຖີ້ມລະເບີດ.

ພວກທ່ານອາດຈະຮູ້ຈັກລາວພຽງແຕ່ຜິວເພີນຈາກຮູບພາບທີ່ຖ່າຍໂດຍຢູຊັຟຄາຣຊ໌ເທົ່ານັ້ນ,ແຕ່ໃນຊ່ວງຫຼາຍເດືອນທີ່ເມືອງລອນດອນຖືກທໍາລາຍ ແລະ ໄໝ້ຍ້ອນລະເບີດຂອງຮິດເລີ ນັ້ນຊາວອັງກິດມັກເຫັນລາວໃນຫຼາຍແບບທີ່ແຕກຕ່າງກັນ, ຫຼັງຈາກຄໍ່າຄືນແຫ່ງການຖີ້ມລະ ເບີດພວກເຂົາຈະເຫັນລາວຍ່າງຜ່ານກອງສາກຫັກພັງຂອງບ້ານຂອງພວກເຂົາພ້ອມດ້ວຍມີນໍ້າຕາໄຫຼອອກມາຈາກແກ້ມຂອງລາວ.

Sir Winston Churchill
ເຊີດຊີວຊ່ວງການຖີ້ມລະເບີດເມືອງລອນດອນ

ລາວຢືນຢູ່ນອກບ່ອນລົບໄພຊາກຫັກພັງບ່ອນທີ່ຜູ້ໃຫຍ່ສີ່ສິບຄົນແລະ ເດັກນ້ອຍພາ ກັນຕາຍຄໍ່າຄືນກ່ອນໜ້ານັ້ນ, ຝູງຊົນພາກັນເຕົ້າໂຮມກັນໃນຂະນະທີ່ເຊີດຊີວຮ້ອງໄຫ້ນໍ້າຕາ ໄຫຼລົງຈາກຕາຂອງລາວ, ຝູງຊົນຮ້ອງໃສ່ລາວວ່າ“ພວກເຮົາຄິດວ່າທ່ານຈະມາ”ມີຜູ້ຍິງແກ່ ຄົນໜື່ງຮ້ອງວ່າ“ພວກເຈົ້າເຫັນບໍວ່າລາວເປັນຫ່ວງຫຼາຍປານໃດ,ລາວກໍາລັງໄຫ້” ຈາກນັ້ນກໍ ມີອີກຄົນໜື່ງຮ້ອງອອກມາຈາກຝູງຊົນວ່າ “ພວກເຮົາຮັບມືມັນໄດ້! ທ່ານໄປບອກຮິດເລີວ່າ ພວກເຮົາຈັດການກັບມັນໄດ້!” ຮິດເລີອາດຈະທໍາລາຍບ້ານເຮືອນຂອງເຂົາແລະເມືອງຂອງ ເຂົາດ້ວຍລະເບີດຂອງລາວ ແຕ່ມີພຽງການທໍາລາຍວິນຍານຂອງເຂົາເທົ່ານັ້ນລາວຈື່ງຈະ ເອົາຊະນະພວກເຂົາໄດ້, ມີການເວົ້າວ່ານໍ້າຕາທີ່ເຊີດຊີວຮ້ອງໄຫ້ເພື່ອຄົນຂອງລາວໄດ້ເຮັດ ຫຼາຍກວ່າສິ່ງອື່ນໃດໃນການເອົາຊະນະອໍານາດຂອງສົງຕາມຈັກກົນຂອງພວກນາຊີ,ລາວໄຫ້ຕອນທີ່ເຫັນຜູ້ຄົນຢືນເປັນແຖວຕາມຖະໜົນຊາກຫັກພັງລໍຖ້າຊື້ເມັດພືດສໍາຫຼັບນົກຄີຣິບູນ ຂອງເຂົາ, ລາວຮ້ອງໄຫ້ເມື່ອລາວເຫັນສົບຂອງຄົນຕາຍແລະເດັກນອນຕາຍຢູ່ໃນສິ່ງຫັກພັງ ລາວບໍ່ເຄີຍຮ້ອງໄຫ້ຍ້ອນຄວາມຢ້ານແຕ່ຮ້ອງໄຫ້ຍ້ອນຄວາມທຸກທໍລະມານຂອງຄົນໃນປະ ເທດຂອງລາວ.

ເຊີດຊີວບໍ່ແມ່ນຄຣິສຕຽນໃນທາງທິດສະດີ, ແຕ່ລາວຮຽນຮູ້ທີ່ຈະມີອາລົມແບບ ຄຣິສຕຽນຈາກຍ່າຂອງລາວທີ່ເປັນເມໂຕດິສເກົ່າຊື່ເອເວີເຣັສ, ຮູບຂອງນາງຫ້ອຍຢູ່ໃກ້ກັບ ຕຽງຂອງລາວຈົນລາວຕາຍ, ດັ່ງນັ້ນລາວຈື່ງມີອາລົມແບບຄຣິສຕຽນຄົນໜື່ງຫຼາຍກວ່າຜູ້ນໍາ ຄົນອື່ນໆທີ່ຂ້າພະເຈົ້າສາມາດຄິດໄດ້ໃນສະໄໝຂອງເຮົາ, ມັນເປັນໄປບໍ່ໄດ້ທີ່ຈະຈິນຕະນາ ການເຖິງອາຢາໂທລາອາລີຕາເມັນນີ ຫຼືວະລາດິເມຍປູຕິນ ຫຼືບາຣັກໂອບາມາຮ້ອງອອກມາ ດ້ວຍຄວາມສົງສານສໍາຫຼັບຄວາມທຸກທໍລະມານຂອງຄົນຂອງພວກເຂົາ, ຄວາມສົງສານຄື ຈຸດເດັ່ນຂອງຄຣິສຕຽນ - ທີ່ສອນໃຫ້ກັບໂລກຊາວໂຣມັນທີ່ເຢັນຊ່າໃນສະຕະວັດທີ່ໜື່ງໂດຍ ພຣະເຢຊູ“ບຸກຄົນແຫ່ງຄວາມໂສກເສົ້າແລະຄຸ້ນເຄີຍກັບຄວາມທຸກ”(ອິດສະຢາ 53:3).

ຊ່າງເປັນ“ບຸກຄົນແຫ່ງຄວາມໂສກເສົ້າ”
ເພາະພຣະບຸດຂອງພຣະເຈົ້າຜູ້ໄດ້ມາ
ແກ້ໄຂຄົນບາບທີ່ປະສົບກັບຫາຍະນະ
ຮາເລລູຢາ ພຣະຜູ້ຊ່ວຍໃຫ້ລອດ!
(“ຮາເລລູຢາ ພຣະຜູ້ຊ່ວຍໃຫ້ລອດ”ໂດຍ ຟິລິບພີບລິສ 1838-1876)

ສາມເທື່ອທີ່ພວກເຮົາຖືກບອກໄວ້ໃນພຣະຄໍາພີວ່າພຣະເຢຊູຊົງຮ້ອງໄຫ້.

I. ໜື່ງ ພຣະເຢຊູຊົງຮ້ອງໄຫ້ເໜືອນະຄອນ.

ພຣະອົງສະເດັດມາກຸງເຢລູຊາເລັມຂີ່ລາໂຕໜື່ງມາໃນເຊົ້າວັນໜື່ງ, ຝູງຊົນໃຫຍ່ໄດ້ ຕິດຕາມພຣະອົງຮ້ອງວ່າ “ໂຮຊັນນາແດ່ລາຊະໂອລົດຂອງດາວິດ ຂໍໃຫ້ພຣະອົງຜູ້ສະເດັດ ມາໃນພຣະນາມຂອງອົງພຣະຜູ້ເປັນເຈົ້າຊົງພຣະຈະເລີນ ໂຮຊັນນາໃນທີ່ສູງສຸດ” (ມັດທາຍ 21:9),ບ່ອນນີ້ເຮົາເອີ້ນວ່າ“ການສະເດັດເຂົ້າເມືອງຢ່າງຜູ້ມີໄຊ”ຂອງພຣະເຢຊູໃນວັນອາທິດສຸດທ້າຍ.

The Triumphal Entry
“ການສະເດັດເຂົ້າເມືອງຢ່າງຜູ້ມີໄຊ”ຂອງພຣະເຢຊູໃນວັນອາທິດສຸດທ້າຍ.

ແຕ່ພວກເຮົາມັກຖືກບອກສະເໝີວ່າມື້ນັ້ນລົງເອີຍແນວໃດແດ່.

“ຄັ້ນພຣະອົງສະເດັດມາໃກ້ທອດພຣະເນດເຫັນນະຄອນແລ້ວກໍຮ້ອງໄຫ້ສົງສານເມືອງນັ້ນ” (ລູກາ 19:41)

ດຣ.ດັບໂບຢູເອຄຣິສແວວຄືໜື່ງໃນສາມນັກເທດທີ່ຍິ່ງໃຫຍ່ທີ່ສຸດເທົ່າທີ່ຂ້າພະເຈົ້າ ເຄີຍໄດ້ຍີນມາ, ລາວເປັນສິດຍາພິບານແຫ່ງຄຣິສຕະຈັກເຟິສແບັບຕິດເມືອງດາລັສເທັກຊັສ ເປັນເວລາເກືອບຫົກສິບປີ, ໜື່ງໃນບົດເທດຂອງລາວດຣ.ຄຣິສແວວໄດ້ເວົ້າເຖິງນັກເທດຄົນ ໜື່ງທີ່ຫາກໍໄປເປັນສິດຍາພິບານຄຣິສຕະຈັກແຫ່ງໜື່ງທີ່ຢູ່ໃນເມືອງໃຫຍ່ໜື່ງ.

          “ເມື່ອເຖິງເວລາທີ່ລາວຈະເທດສະໜາລາວບໍ່ຢູ່ຫັ້ນ, ຜູ້ຊ່ວຍຄົນໜື່ງຖືກ ບອກໃຫ້ໄປຊອກຫານັກເທດ,ເມື່ອລາວເຫັນແລ້ວນັກເທດກໍຢູ່ໃນຫ້ອງການຂອງຕົນຢືນຢູ່ທີ່ປ່ອງຢ້ຽມກໍາລັງແນມເບິ່ງເຂດຊຸມຊົນແອອັດຂອງໂຕເມືອງທີ່ຂະຫຍາຍອອກໄປ, ໃນຂະນະທີ່ລາວແນມໄປເບິ່ງຕຶກຄຸ້ມຄົນທຸກຍາກ ສິດຍາພິບານຄົນນັ້ນກໍຮ້ອງໄຫ້,ຜູ້ຊ່ວຍກໍຖາມລາວວ່າ “ອາຈານຜູ້ຄົນກໍາລັງ ລໍຖ້າແລະຮອດເວລາທີ່ອາຈານຈະເທດສະໜາແລ້ວ” ສິດຍາພິບານກໍຕອບ ກັບວ່າ“ຂ້ອຍຮູ້ສຶກເຖິງຄວາມໂສກເສົ້າ, ຄວາມທຸກ,ຄວາມເຈັບປວດ ແລະ ຄວາມໝົດຫວັງຂອງຜູ້ຄົນ, ແນມເບິ່ງແມ້ ແນມເບິ່ງແມ້” - ໃນຂະນະ ທີ່ລາວຊີ້ໄປຫາເມືອງ, ຜູ້ຊ່ວຍກໍຕອບວ່າ “ເຈົ້າອາຈານຂ້ອຍຮູ້ດີ,ແຕ່ໃນ ບໍ່ຊ້າອາຈານກໍຈະລື້ງເຄີຍເອງ, ຮອດເວລາທີ່ອາຈານຈະເທດແລ້ວ”

ຫຼັງຈາກນັ້ນດຣ.ຄຣິສແວວກໍເວົ້າວ່າ:

“ນັ້ນແລະຄືສິ່ງທີ່ຂ້າພະເຈົ້າຢ້ານວ່າໂຕເອງຈະເປັນຢູ່ໃນຄຣິສຕະຈັກ, ໃນ ທຸກຄຣິສຕະຈັກ, ພວກເຮົາລື້ງເຄີຍກັບມັນ, ຜູ້ຄົນຫຼົງຫາຍ -ແມ່ນຫຍັງ ຂອງມັນ? ພວກເຂົາບໍ່ມີຄວາມຫວັງ-ແມ່ນຫຍັງຂອງມັນ? ແລະສຸດທ້າຍ ພວກເຮົາກໍລື້ງເຄີຍມັນ - ແລະປ່ອຍມັນໄປຊື່ໆ, ແບບນັ້ນແລະພວກເຮົາ ຈື່ງແຕກຕ່າງຈາກພຣະຄຣິດ ‘ແລະເມື່ອພຣະອົງເຂົ້າມາໃກ້ເມືອງແລ້ວ ພຣະອົງກໍຊົງຮ້ອງໄຫ້ສົງສານມັນ’” (W. A. Criswell, Ph.D., The Compassionate Christ, Crescendo Book Publications, 1976, p. 58).

ເມື່ອພຣະເຢຊູຢືນຢູ່ເທິງພູໝາກກອກເທດໃນວັນນັ້ນແລ້ວແນມລົງໄປເໜືອກຸງເຢລູຊາເລັມ,ແມ່ນໃຜທີ່ຈະຄິດວ່າໃນພຽງແຕ່ສີ່ສິບປີຂ້າງໜ້າກໍຈະຫາຍໄປແລ້ວ? ແມ່ນໃຜຈະ ຄິດວ່າຍຸກໜື່ງຕໍ່ມາກອງທັບຂອງນາຍພົນຊາວໂຣມັນຊື່ໄທທັສຈະເອາຄ້ອນທຸບປະຕູ ແລະ ກໍາແພງເມືອງລົງມາ,ແລະເອົາໄຟເຜົາວິຫານຂອງພຣະເຈົ້າ? ບໍ່ມີອັນໃດລົງເຫຼືອໄວ້ເລີຍ ນອກຈາກເສດກ້ອນຫີນກໍາແພງທີ່ຢູ່ອ້ອມພຣະວິຫານບໍລິສຸດ, “ບ້ານເມືອງຂອງເຈົ້າຈະຖືກ ປະຖີ້ມໃຫ້ຮົກຮ້າງແກ່ເຈົ້າ” ແລະພຣະອົງຊົງຮ້ອງໄຫ້,ພຣະເຢຊູຊົງຮ້ອງໄຫ້ເໜືອຄົນຫຼົງ ຫາຍທີ່ຢູ່ໃນເມືອງ.

ບາງຄົນເວົ້າວ່າ“ອາຈານພວກເຮົາຈະສາມາດເຮັດຫຍັງໄດ້?” ພວກເຮົາບໍ່ສາມາດ ຊ່ວຍໝົດທຸກຄົນໃຫ້ພົ້ນໄດ້,ພວກເຮົາບໍ່ສາມາດແມ່ນກະທັ່ງຊ່ວຍຄົນສ່ວນຫຼາຍໄດ້,ແຕ່ພວກເຮົາສາມາດຊ່ວຍບາງຄົນໃຫ້ພົ້ນໄດ້, ພວກທ່ານສາມາດມາຄືນມື້ວັນພຸດແລະພະຫັດໄດ້ ເພື່ອປະກາດຂ່າວປະເສີດ, ພວກທ່ານສາມາດມາປະກາດຂ່າວປະເສີດໃນຄືນວັນເສົາໄດ້! ພວກທ່ານສາມາດໄປແລ້ວພາເຂົາມາໃນບ່າຍວັນອາທິດໄດ້! ພວກທ່ານສາມາດເຮັດແບບ ນັ້ນໄດ້! ມື້ໜື່ງຖະໜົນໃນເມືອງຂອງພວກເຮົາຈະເຕັມໄປດ້ວຍເສດສິ່ງຂອງທີ່ຖືກທໍາລາຍ, ຄວັນ, ເລືອດແລະຄົນຕາຍ, ມື້ໜື່ງມັນຈະສວາຍເກີນໄປທີ່ຈະຊ່ວຍໃຜຄົນໜື່ງໃຫ້ພົ້ນໄດ້, ຕອນນີ້ໃນຊົ່ວໂມງນີ້ຈົ່ງອອກໄປໃນຖານະທະຫານແຫ່ງໄມ້ກາງແຂນແລະຜູ້ຕິດຕາມພຣະເຢຊູ, ດຽວນີ້ໃນຊົ່ວໂມງນີ້ຈົ່ງຊ່ວຍຄົນຈົນ,ຄົນບາບທີ່ຫຼົງຫາຍໃຫ້ພົບກັບພຣະເຢຊູ,ພົບກັບການ ຍົກໂທດບາບແລະພົບກັບຄວາມຫວັງ! “ຄັ້ນພຣະອົງສະເດັດມາໃກ້ທອດພຣະເນດເຫັນນະຄອນແລ້ວກໍຮ້ອງໄຫ້ສົງສານເມືອງນັ້ນ”

II. ສອງ ພຣະເຢຊູຊົງຮ້ອງໄຫ້ໃນຄວາມເຫັນອົກເຫັນໃຈ.

ພຣະອົງບອກກັບພວກສາວົກຂອງພຣະອົງວ່າ “ລາຊາລັສສະຫາຍຂອງເຮົາ..ຕາຍ ແລ້ວ”(ໂຢຮັນ 11:11,14),ພຣະອົງກ່າວວ່າ “ເຮົາຈະໄປປຸກໃຫ້ລາວຕື່ນ” - ນັ້ນຄືການປຸກ ລາວໃຫ້ຟື້ນຄືນຈາກຕາຍ,ດັ່ງນັ້ນພວກເຂົາຈື່ງໄປເບັດທານີຫາບ້ານຂອງລາຊາລັສ, ພວກ ປ່າເຖື່ອນເວົ້າເຖິງ“ສຸສານ”ແຕ່ພວກຄຣິສຕຽນເວົ້າເຖິງ“ທີ່ຝັງສົບ”-ຊື່ງເປັນພາສາກຣີກໝາຍ ເຖິງສະຖານທີ່ນອນ,ບ່ອນທີ່ເຮົາວາງຄົນຕາຍຂອງເຮົາລົງຈົນກວ່າພຣະເຢຊູຈະມາປຸກພວກ ເຂົາ, ນັ້ນແລະຄືສິ່ງທີ່ພຣະເຢຊູກໍາລັງຈະເຮັດກັບລາຊາລັສ, ແຕ່ພຣະອົງລໍຖ້າສີ່ມື້ເພື່ອເຮັດ ອັດສະຈັນເພື່ອສະແດງອອກເຖິງຄວາມເປັນພຣະເຈົ້າແລະລິດອໍານາດຂອງພຣະອົງ,ເພື່ອ ໃຫ້ເຂົາເຊື່ອໃນພຣະອົງ.

ຕອນນີ້ພຣະເຢຊູຊົງເຂົ້າມາໃກ້ອຸໂມງຂອງລາຊາລັສ,ມາຣີເອື້ອຍຂອງລາຊາລັສໄດ້ພົບກັບພຣະເຢຊູໃນຂະນະທີ່ພຣະອົງຊົງເຂົ້າມາໃກ້,

“ສະນັ້ນເມື່ອພຣະເຢຊູທອດພຣະເນດເຫັນນາງຮ້ອງໄຫ້ ແລະພວກຢິວທີ່ມາກັບນາງຮ້ອງໄຫ້ດ້ວຍ ພຣະອົງກໍຊົງຄ່ຳຄວນຮ້ອນພຣະໄທແລະຊົງເປັນທຸກ” (ໂຢຮັນ 11:33)

ໃນພາສາກຣີກຕົ້ນເດີມມັນໝາຍຄວາມວ່າພຣະເຢຊູຊົງເສຍໃຈຫຼາຍ,ໜ້າເອິກຂອງພຣະອົງສັ່ນໄຫວແລະເຕັ້ນແຮງ - ໜ້າເອິກຂື້ນໆລົງໆຄືກັບຄື້ນໃນທະເລທີ່ຖືກພາຍຸ,ຖືກລົບກວນ ເລິກ,ມັນປັນຫາຫຼາຍ(tarasso),ພວກທ່ານເຄີຍຮູ້ສຶກແບບນັ້ນບໍເມື່ອຄົນທີ່ໃກ້ຊິດຂອງເຮົາ ຕາຍ! ຂ້າພະເຈົ້າເຄີຍ, ຂ້າພະເຈົ້າເຄີຍໃຈແຕກສະລາຍແລະຮ້ອງຄາງ,ຫັນໃຈຫອບແລະ ໜ້າເອິກຂື້ນໆລົງໆຄືກັບຄື້ນທະເລ, ຂ້າພະເຈົ້າເຄີຍຖືກລົບກວນຢ່າງສຸດຊື້ງ,ເປື່ອຍຄືກັບນໍ້າ ຕົ້ມ, ຂ້າພະເຈົ້າເຄີຍຮູ້ສຶກທີ່ເຈັບປວດສຸດໆແລະໃຈຕຶກຕັກສອງສາມເທື່ອໃນຊີວິດ- ແຕ່ມັນ ກໍພຽງພໍທີ່ຈະເຮັດໃຫ້ຂ້າພະເຈົ້າເຂົ້າໃຈໃນສິ່ງທີ່ພຣະເຢຊູຊົງຮູ້ສຶກ, ຂ້າພະເຈົ້າຮູ້ສຶກແບບ ນັ້ນຕອນທີ່ແມ່ຕູ້ຟລາວເວີຫວານໃຈຂອງຂ້າພະເຈົ້າຕາຍ, ຂ້າພະເຈົ້າຮູ້ສືກແບບນັ້ນເມື່ອຊີ ວິດຂອງຂ້າພະເຈົ້າພັງລົງຢູ່ໃນໂຮງຮຽນພຣະຄໍາພີເສລີແບັບຕິດໃຕ້, ຂ້າພະເຈົ້າຮູ້ສຶກແບບ ນັ້ນຕອນທີ່ແມ່ຊິຊີເລຍຂອງຂ້າພະເຈົ້າຕາຍ, ມັນບໍ່ຜິດດອກ,ພຣະເຢຊູຊົງສະແດງໃຫ້ເຮົາ ເຫັນໂດຍຄວາມໂສກເສົ້າຂອງພຣະອົງ,ຊື່ງມັນບໍ່ບາບດອກທີ່ບາງເທື່ອເຮົາຈະມີຄວາມຮູ້ສຶກແບບນັ້ນເຊັ່ນກັນ, ພຣະອົງຊົງເຄື່ອນໄຫວໄປກັບຄວາມສົງສານຍ້ອນຄວາມໂສກເສົ້າຂອງ ມາຣີແລະມາທາແລະເພື່ອນຂອງລາຊາລັສທີ່ຮ້ອງໄຫ້ເພາະລາວຕາຍໄປແລ້ວ.

ພຣະເຢຊູຊົງຮູ້ດີວ່າພຣະອົງຈະຊົງປຸກລາຊາລັສໃຫ້ຟື້ນຄືນຈາກຕາຍໃນສອງສາມ ນາທີຕໍ່ມາ, ແຕ່ພຣະອົງຊົງທຸກໃຈແລະເຈັບປວດຍ້ອນຄວາມຈິງເລື່ອງການຕາຍແລະຄວາມ ໂສກເສົ້າທີ່ຈະນໍາມາໃຫ້ເຮົາ, ຈາກນັ້ນສອງຂໍ້ຕໍ່ມາໃນໂຢຮັນບົດທີ່ສິບເອັດ,ກໍມີຂໍ້ພຣະຄໍາພີ ທີ່ສັ້ນທີ່ສຸດໃນພຣະຄໍາພີທັງໝົດ, ຜ່ານທາງຄວາມເຈັບປວດແລະສະອຶກສະອື້ນພຣະເຢຊູ ຊົງຕັດວ່າ“ພວກເຈົ້າເອົາສົບຂອງລາວໄປໄວ້ໃສ? ເຂົາທູນພຣະອົງວ່າ ພຣະອົງເຈົ້າຂ້າ ຂໍເຊີນມາເບິ່ງເທີນ” ຫຼັງຈາກນັ້ນຂໍ້ພຣະຄໍາພີທີ່ສັ້ນທີ່ສຸດຄື

“ພຣະເຢຊູຊົງຮ້ອງໄຫ້” (ໂຢຮັນ 11:35)

ພຣະອົງຊົງແບ່ງປັນຄວາມທຸກຂອງມາຣີແລະມາທາເພາະພຣະອົງກໍຮັກລາຊາລັສນ້ອງຊາຍຂອງພວກເຂົາເຊັ່ນດຽວກັນແລະພຣະເຢຊູຊົງແບ່ງປັນຄວາມທຸກແລະຄວາມໂສກເສົ້າຂອງ ເຮົາເຊັ່ນກັນ, ຂ້າພະເຈົ້າອີຕົນຄົນໜຸ່ມໃນຍຸກຂອງທ່ານ,ຢູ່ໃນຄຣິສຕະຈັກຫຼາຍແຫ່ງພວກ ເຂົາບໍ່ພາກັນຮ້ອງເພງຊີວິດຄຣິສຕຽນອີກຕໍ່ໄປ-ຊື່ງເປັນເພງທີ່ແຕະຕ້ອງຫົວໃຈແລະຈິດວິນ ຍານ, ພວກເດັກໄວລຸ້ນໃນປະຈຸບັນນີ້ບໍ່ຮູ້ຈັກມັນແລະເຮັດໃຫ້ບໍ່ສາມາດເປີດໃຫ້ພວກເຂົາໃນ ເວລາທີ່ມີບັນຫາໄດ້, ແຕ່ບົດເພງຊີວິດຄຣິສຕຽນເກົ່າແກ່ເປັນອັນໜື່ງທີ່ໄດ້ຍຶດຖືຈິດວິນຍານ ຂອງຂ້າພະເຈົ້າໃຫ້ຜ່ານຄວາມມືດມົນໄປໄດ້.

ມີສະຫາຍເລີດຄືພຣະເຢຊູ
ຜູ້ຊົງແບກບາບທຸກຂອງເຮົາ
ຊ່າງເປັນສິດພິເສດທີ່ຈະແບກ
ທຸກສິ່ງຕໍ່ພຣະເຈົ້າດ້ວຍການໄຫວ້ວອນ
ເຮົາສາມາດພົບເພື່ອນທີ່ສັດຊື່
ຜູ້ທີ່ຈະແບ່ງປັນຄວາມໂສກເສົ້າຂອງເຮົາ?
ພຣະເຢຊູຊົງຮູ້ທຸກຄວາມອ່ອນແອຂອງເຮົາ
ຈົ່ງທູນທຸກສິ່ງຕໍ່ພຣະເຈົ້າ
(“What a Friend We Have in Jesus” by Joseph Scriven, 1819-1886).

“ພຣະເຢຊູຊົງຮ້ອງໄຫ້” (ໂຢຮັນ 11:35)

ນໍ້າຕາອັນປະເສີດຂອງພຣະເຢຊູ, ຄວາມສົງສານຂອງພຣະເຢຊູ,ຂອບຄຸນພຣະເຈົ້າສໍາຫຼັບ ຄວາມສະອຶກສະອື້ນຂອງພຣະເຢຊູ.

ດຣ.ເຮັນຣີ່ເອັມແມັກກໍແວນພາຂ້າພະເຈົ້າກັບຄອບຄົວຂອງລາວໄປທີ່ຄຣິສຕະຈັກ ແບັບຕິດຄັ້ງທໍາອິດຕອນທີ່ຂ້າພະເຈົ້າຍັງໜຸ່ມ,ມີຢູ່ເທື່ອໜື່ງທີ່ລາວບອກວ່າຂ້າພະເຈົ້າເປັນຄື ກັບລູກຊາຍຄົນໜື່ງຂອງລາວ, ຂ້າພະເຈົ້າກັບຄອບຄົວໄດ້ພາກັນກັບໄປທີ່ເວີນັນລັດເທັກຊັສ ຫຼາຍເທື່ອເພື່ອໄປຢ້ຽມລາວ, ໜື່ງໃນການເດີນທາງເຫຼົ່ານັ້ນລາວໄດ້ເອົາເຈ້ຍກາບກອນໃຫ້ ກັບຂ້າພະເຈົ້າຊື່ງໄດ້ອະທິບາຍເຖິງຫຼາຍສິ່ງຫຼາຍຢ່າງ, ມັນຖືກຂຽນໂດຍຍິງສາວຄົນໜື່ງທີ່ຊື່ ແມຣີສະເຕເວັນສັນຕອນທີ່ລາວອາຍຸພຽງ 14 ປີ:

ຄືນໜື່ງຂ້ອຍໄດ້ຝັນ
ໃນຂະນະທີ່ກໍາລັງຍ່າງຢູ່ແຄມຫາດກັບພຣະເຈົ້າຂອງຂ້ອຍ
ຂ້າມທ້ອງຟ້າມືດປະກາຍສາກຈາກຊີວິດຂອງຂ້ອຍ
ແຕ່ລະສາກຂ້ອຍສັງເກດເຫັນຮອຍຕີນສອງຮອຍຢູ່ເທິງຊາຍ
ອັນໜື່ງເປັນຂອງຂ້ອຍສ່ວນອີກອັນໜື່ງເປັນຂອງພຣະເຈົ້າ

ຫຼັງຈາກສາກສຸດທ້າຍຂອງຊີວິດທີ່ປະກາຍຂອງຂ້ອຍໜ້າຂ້ອຍ
ຂ້ອຍກໍແນມຄືນຫຼັງເບິ່ງຮອຍຕີນຢູ່ເທິງຂີ້ຊາຍ
ຂ້ອຍກໍສັງເກດວ່າມີຫຼາຍເທື່ອໃນຫົນທາງຊີວິດຂອງຂ້ອຍ
ໂດຍສະເພາະແມ່ນຊ່ວງທີ່ຕົກຕໍ່າທີ່ສຸດແລະເສົ້າທີ່ສຸດ
ມີພຽງຮອຍຕີນພຽງຮອຍດຽວເທົ່ານັ້ນ.

ເລື່ອງນີ້ເຮັດໃຫ້ຂ້ອຍມີບັນຫາ ດັ່ງນັ້ນຂ້ອຍຈື່ງຖາມພຣະເຈົ້າວ່າ
“ພຣະເຈົ້າຂ້າ ພຣະອົງຕັດວ່າເມື່ອຂ້ານ້ອຍຕັດສິນໃຈທີ່ຈະຕາມພຣະອົງ
ພຣະອົງຈະໄປກັບຂ້ານ້ອຍທຸກທາງ
ແຕ່ຂ້ານ້ອຍສັງເກດວ່າໃນຊ່ວງຄວາມເສົ້າແລະມີບັນຫາຫຼາຍສຸດໃນຊີວິດ
ກໍມີພຽງແຕ່ຮອຍຕີນດຽວເທົ່ານັ້ນທີ່ເຫັນ
ຂ້ານ້ອຍບໍ່ເຂົ້າໃຈວ່າເປັນຫຍັງເມື່ອຂ້າຕ້ອງການພຣະອົງທີ່ສຸດພຣະອົງກໍ ຖີ້ມຂ້ານ້ອຍໄປ”

ພຣະອົງຈື່ງກະຊິບວ່າ “ລູກທີ່ຮັກຂອງເຮົາເອີຍເຮົາຮັກເຈົ້າແລະຈະບໍ່ມີວັນ ປະຖີ້ມເຈົ້າໄປຈັກເທື່ອ
ບໍ່ມີວັນໆ ໃນຊ່ວງການທົດສອບແລະທົດລອງຂອງເຈົ້າ
ເມື່ອເຈົ້າເຫັນຮອຍຕີນພຽງແຕ່ອັນດຽວ
ມັນຄືຕອນທີ່ເຮົາກໍາລັງອູມເຈົ້າໄປ”
(“Footprints in the Sand” by Mary Stevenson, 1922-1999; written in 1936).

ພຣະເຢຊູຊົງຮ້ອງໄຫ້ເໜືອເມືອງຂອງເຮົາ-ຜູ້ຄົນຫຼົງຫາຍທີ່ບໍ່ມີຄວາມຫວັງ, ພຣະເຢຊູຊົງ ຮ້ອງໄຫ້ກັບພວກເຮົາດ້ວຍຄວາມສະອຶກສະອື້ນ - ຕອນທີ່ເຮົາປະສົບກັບຄວາມໂສກເສົ້າ.

III. ສາມ ພຣະເຢຊູຊົງຮ້ອງໄຫ້ເພື່ອເຮົາໃນຂະນະທີ່ພຣະອົງຊົງໄຖ່ບາບຂອງເຮົາ.

ເຮັບເລີ 5:7 ກ່າວວ່າ:

“ຝ່າຍພຣະເຢຊູ ຂະນະເມື່ອພຣະອົງດຳລົງຢູ່ໃນເນື້ອໜັງນັ້ນ ພຣະອົງໄດ້ຖະວາຍຄຳອະທິຖານ ແລະທູນອ້ອນວອນດ້ວຍຊົງກັນແສງຫລວງຫລາຍແລະນ້ຳພຣະເນດໄຫລ ຕໍ່ພຣະເຈົ້າຜູ້ຊົງສາມາດຊ່ວຍພຣະອົງໃຫ້ພົ້ນຈາກຄວາມຕາຍໄດ້ ແລະພຣະເຈົ້າໄດ້ທົນງົດດັບເພາະພຣະອົງນັ້ນໄດ້ຢ້ານຢໍາ” (ເຮັບເລີ 5:7)

ນີ້ຄືພຣະເຢຊູທີ່ກໍາລັງຮ້ອງໄຫ້ຢູ່ໃນສວນເກັດເສມານີຄໍ່າຄືນກ່ອນທີ່ພຣະອົງຈະຖືກຄຶງເທິງ ໄມ້ກາງແຂນ, ດຣ.ຄຣິສແວວໄດ້ເວົ້າວ່າ:

ແມ່ນຫຍັງຄືຄວາມທໍລະມານຢູ່ໃນເກັດເສມານີ? ເມື່ອພຣະອົງຊົງເຈັບປວດ ໃນຄວາມທໍລະມານທີ່ຢູ່ໃນຄໍາອະທິຖານ “ເຫື່ອຂອງພຣະອົງໄຫຼເປັນ ເໝືອນເລືອດເມັດໃຫຍ່ຕົກລົງດິນ”(ລູກາ 22:44)...ຜູ້ທໍານວາຍອິດສະຢາ ໄດ້ກ່າວວ່າ“ພຣະເຈົ້າຈະຊົງເຮັດໃຫ້ຈິດວິນຍານຂອງທ່ານເປັນເຄື່ອງບູຊາ ສໍາຫຼັບຄວາມຜິດບາບ” ອິດສະຢາໄດ້ເວົ້າວ່າ “ພຣະເຈົ້າຈະເຫັນຄວາມທຸກ ລໍາບາກແຫ່ງຈິດວິນຍານຂອງທ່ານແລະຈະພໍໃຈ”ຢ່າງໃດກໍຕາມໃນຄວາມ ເລິກລັບຊື່ງພວກເຮົາເຂົ້າໄປບໍ່ໄດ້ພຣະເຈົ້າຊົງເຮັດໃຫ້ພຣະອົງເປັນຄວາມ ບາບເພາະເຮົາ, ແລະໃນການແບກນໍ້າໜັກແລະພາລະຂອງບາບໂລກທັງ ທັງໂລກ,ພຣະອົງຊົງຮ້ອງໄຫ້ແລະນໍ້າຕາໄຫຼວ່າ “ພຣະບິດາຖ້າເປັນໄປ ໄດ້ຂໍໃຫ້ຈອກນີ້ເລື່ອນໄປຈາກຂ້າພະອົງເທີນ”(ເຫຼັ້ມດຽວກັນໜ້າ 60).

ພຣະເຢຊູຊົງຮ້ອງໄຫ້ໄຫຼນໍ້າຕາຫຼາຍເພື່ອໃຫ້ພຣະເຈົ້າປ່ອຍໃຫ້ພຣະອົງມີຊີວິດໃນ ສວນເກັດເສມານີເພື່ອທີ່ພຣະອົງຈະສາມາດມີຊີວິດຢູ່ເພື່ອແບກເອົາຄວາມບາບຂອງເຮົາໄວ້ໃນກາຍຂອງພຣະອົງໄປທີ່ໄມ້ກາງແຂນໃນມື້ຕໍ່ມາ, ແລະເທິງໄມ້ກາງແຂນພຣະອົງຊົງຮ້ອງ ວ່າ“ສໍາເລັດແລ້ວ”(ໂຢຮັນ 19:30)-ແລ້ວພຣະອົງຊົງກົ້ມຫົວລົງແລະຕາຍ, ດ້ວຍການຮ້ອງ ສຽງດັງແລະນໍ້າຕາໄຫຼ, ພຣະອົງຖືກຄຶງເທິງໄມ້ກາງແຂນເພື່ອຈ່າຍຄ່າການລົງໂທດຄວາມ ບາບທັງໝົດຂອງເຮົາ.

ເທິງພູໂກລະໂກທາໜື່ງໃນຍາມເຊົ້າທີ່ໜ້າຢ້ານ
ພຣະຄຣິດພຣະຜູ້ຊ່ວຍຊົງເດີນເມື່ອຍລ້າແລະເສື້ອຂາດ
ປະເຊີນຄວາມຕາຍເທິງໄມ້ກາງແຂນເພື່ອຄົນບາບ
ເພື່ອທີ່ພຣະອົງຈະຊ່ວຍເຮົາໃຫ້ພົ້ນຈາກຄວາມສູນເສຍທີ່ບໍ່ສີ້ນສຸດ
ສັນເສີນພຣະຜູ້ໄຖ່! ຜູ້ໄຖ່ປະເສີດ!
ດຽວນີ້ຂ້າເຫັນພຣະອົງເທິງໄມ້ກາງແຂນ
ຮອຍແຜແລະເລືອດໄຫຼເພື່ອຂໍຮ້ອງຊ່ວຍຄົນບາບ
ຄົນຕາບອດແລະບໍ່ລະວັງ - ຊົງຕາຍເພື່ອຂ້າ!
(“Blessed Redeemer” by Avis Burgeson Christiansen, 1895-1985).

ຂ້າພະເຈົ້າຂໍຮ້ອງໃຫ້ພວກທ່ານວາງໃຈໃນພຣະເຢຊູຜູ້ຊື່ງຫຼັ່ງນໍ້າຕາຫຼາຍເທື່ອ ແລະ ຫຼັ່ງໂລຫິດຂອງພຣະອົງລົງເທິງໄມ້ກາງແຂນເພື່ອຊ່ວຍທ່ານໃຫ້ພົ້ນຈາກຄວາມບາບ ແລະ ການຕັດສິນລົງໂທດ, ຕອນນີ້ພຣະອົງຊົງຢູ່ໃນສະຫວັນທີ່ເບື້ອງຂວາຂອງພຣະເຈົ້າ, ເຊີນ ມາດ້ວຍຄວາມເຊື່ອແລະວາງໃຈພຣະອົງ, ພຣະໂລຫິດອັນປະເສີດຂອງພຣະອົງຈະຊົງລ້າງ ທ່ານອອກຈາກຄວາມບາບທຸກຢ່າງ - ແລະມອບຊີວິດນິລັນດອນໃຫ້ແກ່ທ່ານ, ເອແມນ, ຂໍເຊີນ ດຣ.ແຊນມາຊ່ວຍນໍາພວກເຮົາອະທິຖານແດ່.


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານ ດຣ.ໄຮເມີ ຢາກຈະໄດ້ຍິນຈາກທ່ານ, ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງເພີ່ນນໍາວ່າທ່ານຂຽນມາ ຈາກປະເທດໃດບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງທ່ານໄດ້, ຖ້າບົດ ເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາ ບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນ ໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ. ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີ,ທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼືຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ: ລູກາ 22:39-44.
ບັນເລງເພງກ່ອນເທດສະໜາໂດຍ ທ້າວເບັນຈາມິນຄິນເຄດກຣິຟຟິດ:
“Blessed Redeemer” (by Avis Burgeson Christiansen, 1895-1985).

ໂຄງຮ່າງບົດເທດສະໜາ

ນໍ້າຕາຂອງພຣະຜູ້ຊ່ວຍໃຫ້ລອດ

THE TEARS OF THE SAVIOUR

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.

“ທ່ານໄດ້ຖືກມະນຸດດູໝີ່ນແລະປະຕິເສດ ເປັນຄົນແຫ່ງຄວາມໂສກເສົ້າ ແລະຄຸ້ນເຄີຍກັບຄວາມທຸກ ແລະພວກເຮົາໄດ້ລີ້ໜ້າຂອງເຮົາຈາກທ່ານ ທ່ານຖືກດູໝີ່ນແລະເຮົາທັງຫຼາຍບໍ່ໄດ້ນັບຖືທ່ານ(ເອຊາຢາ 53:3)

(ມັດທາຍ 23:13,25,27,33; 14:36; ໂຢຮັນ 8:11;
ລູກາ 23:43; ມັດທາຍ 9:2; ລູກາ 7:48)

I. ໜື່ງ ພຣະເຢຊູຊົງຮ້ອງໄຫ້ເໜືອນະຄອນ. ມັດທາຍ 21:9; ລູກາ 19:41.

II. ສອງ ພຣະເຢຊູຊົງຮ້ອງໄຫ້ໃນຄວາມເຫັນອົກເຫັນໃຈ ໂຢຮັນ 11:11,14,33,35.

III. ສາມ ພຣະເຢຊູຊົງຮ້ອງໄຫ້ເພື່ອເຮົາໃນຂະນະທີ່ພຣະອົງຊົງໄຖ່ບາບຂອງເຮົາ.
ເຮັບເລີ 5:7; ລູກາ 22:44; ໂຢຮັນ 19:30.