Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ວິທີອະທິຖານເພື່ອການຟື້ນຟູ

(ບົດເທດສະໜາຕອນທີ່ 22 ເລື່ອງການຟື້ນຟູ)
HOW TO PRAY FOR REVIVAL
(SERMON NUMBER 22 ON REVIVAL)
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 27/9/2015
A sermon preached at the Baptist Tabernacle of Los Angeles
Lord’s Day Evening, September 27, 2015


ຂໍເຊີນເປີດໄປໃນໜັງສືກິດຈະການ 1:8 ຢູ່ໜ້າທີ່ 1148 ຂອງເຫຼັ້ມສະກໍຟິວສຶກ ສາ, ຂໍເຊີນຢືນຂື້ນໃນເວລາທີ່ຂ້າພະເຈົ້າອ່ານ,ມີຫຼາຍຄໍາເວົ້າທີ່ພຣະຄຣິດໄດ້ໃຫ້ແກ່ພວກ ຄຣິສຕຽນຍຸກທໍາອິດ.

“ແຕ່ທ່ານທັງຫລາຍຈະໄດ້ຮັບພຣະລາດຊະທານລິດເດດ ເມື່ອພຣະວິນຍານບໍລິສຸດຈະສະເດັດມາເທິງທ່ານ ແລະທ່ານທັງຫລາຍຈະເປັນພະຍານຝ່າຍເຮົາທັງໃນກຸງເຢລູຊາເລັມ ທົ່ວແຂວງຢູເດຍ ແຂວງສະມາເລຍ ແລະຈົນເຖິງທີ່ສຸດປາຍແຜ່ນດິນໂລກ” (ກິດຈະການ 1:8)

ຂໍເຊີນນັ່ງລົງ.

ນັກເທດບາງຄົນເວົ້າວ່າຂໍ້ນີ້ເລັ່ງໃສ່ການຖອກເທລົງມາຂອງພຣະວິນຍານບໍລິສຸດ ໃນວັນເພັນເທດສະເຕເທົ່ານັ້ນ: ພວກເຂົາເວົ້າວ່າພວກເຮົາບໍ່ສາມາດຄາດຫວັງໃຫ້ພຣະວິນ ຍານບໍສຸດລົງມາຫາເຮົາຄືກັບທີ່ພຣະອົງເຄີຍເຮັດທີ່ຜ່ານມາໄດ້, ຫຼາຍຄົນຢ້ານວ່າຜູ້ຄົນຂອງ ເຂົາເຈົ້າຈະກາຍເປັນພວກເພັນຕາຄອສຖ້າພວກເຂົາຫາກບອກເຂົາເຖິງການຖອກເທລົງມາຂອງພຣະວິນຍານສາມາດເກີດຂື້ນໃນປະຈຸບັນນີ້ໄດ້, ດັ່ງນັ້ນພວກເຂົາຈື່ງດັບວຽກແຫ່ງ ການສໍານຶກແລະການກັບໃຈໃໝ່ເພາະພວກເຂົາຢ້ານນິກາຍເພັນຕາຄອສ, ແຕ່ພວກເຂົາ ຜິດພາດເມື່ອເຂົາເວົ້າວ່າພວກເຮົາບໍ່ສາມາດຄາດຫວັງໃຫ້ພຣະວິນຍານບໍລິສຸດລົງມາໃນສະໄໝຂອງເຮົາໄດ້, ແປດຄໍາສຸດທ້າຍຂອງຂໍ້ພຣະຄໍາພີຂອງເຮົາສະແດງໃຫ້ເຫັນວ່າພວກເຂົາ ເວົ້າຜິດ“ແລະຈົນເຖິງທີ່ສຸດປາຍແຜ່ນດິນໂລກ” ການແປສະໄໝໃໝ່ໄດ້ແປວ່າ“ແລະແມ່ນ ກະທັ່ງສ່ວນຫ່າງອອກໄປຂອງໂລກ” ນັບຕັ້ງແຕ່ທີ່ພວກຄຣິສຕຽນຍຸກແລກບໍ່ໄດ້ອອກໄປ “ສຸດປາຍ” ຫຼື “ຫ່າງໄກທີ່ສຸດ”ສ່ວນຂອງໂລກ,ພຣະເຢຊູກໍາລັງເວົ້າກັບພວກຄຣິສຕຽນທຸກ ຄົນທຸກຍຸກສະໄໝ, ພຣະອົງບອກພວກເຂົາແລະເຮົາວ່າ “ທ່ານທັງຫຼາຍຈະໄດ້ຮັບລິດເດດ ເມື່ອພຣະວິນຍານບໍລິສຸດສະເດັດມາເທິງທ່ານ” ເລື່ອງນີ້ຖືກພິສູດໂດຍຄໍາເວົ້າຂອງເປໂຕ ຫຼັງຈາກນັ້ນໃນກິດຈະການ 2:39 ເປີດເບິ່ງເລີຍ.

“ດ້ວຍວ່າພຣະສັນຍານັ້ນຕົກແກ່ທ່ານທັງຫລາຍກັບລູກຫລານຂອງທ່ານດ້ວຍ ແລະແກ່ຄົນທັງຫລາຍທີ່ຢູ່ໄກ ຄືທຸກຄົົນທີ່ອົງພຣະຜູ້ເປັນເຈົ້າພຣະເຈົ້າຂອງເຮົາຊົງເອີ້ນມາເຝົ້າພຣະອົງ” (ກິດຈະການ 2:39)

ດັ່ງພວກສາວົກຈື່ງກັບໄປເຢລູຊາເລັມແລະເຂົ້າໄປໃນຫ້ອງຊັ້ນເທິງເພື່ອອະທິຖານ,ພວກເຂົາພາກັນອະທິຖານເພື່ອຫຍັງລະ? ພວກເຂົາໄດ້ອະທິຖານຂໍລິດເດດຂອງພຣະວິນ ຍານບໍລິສຸດຊື່ງພຣະເຢຊູໄດ້ຊົງສັນຍາໄວ້ເມື່ອພຣະອົງກ່າວວ່າ“ແຕ່ທ່ານທັງຫຼາຍຈະໄດ້ຮັບລິດເດດ ເມື່ອພຣະວິນຍານບໍລິສຸດສະເດັດມາເທິງທ່ານ”(ກິດຈະການ 1:8) ຂ້າພະເຈົ້າ ເຫັນດ້ວຍໝົດກັບອຽນເອັມເມີເຣ, ລາວເວົ້າວ່າ:

ໃນຂະນະທີ່ເພັນຕາຄອສໄດ້ເລີ່ມຍຸກໃໝ່,ວຽກຂອງພຣະຄຣິດໃນການມອບພຣະວິນຍານໃຫ້ບໍ່ໄດ້ຈົບລົງເລີຍ,ແລະການສື່ສານຢ່າງເຕັມລົ້ນຂອງພຣະວິນຍານຊື່ງເປັນເຄື່ອງໝາຍທຸກ(ຄຣິສຕຽນ)ຍຸກທີ່ເລີ່ມຕົ້ນໃນວັນເພັນເທດ ສະເຕບໍ່ໄດ້ຕໍ່ເນື່ອງແລະປ່ຽນແປງຕາມທີ່ມັນຈະເປັນ,ແມ່ນຫຍັງຄືຈຸດປະສົງໂດຍການອະທິຖານຂໍຫຼາຍຂື້ນເລື່ອງພຣະວິນຍານຂອງພຣະເຈົ້າຄືກັບທີ່ ພວກສາວົກເຮັດໂດຍກົງບໍ? ມັນຄືໃນການຕອບສະໜອງຕໍ່ຄໍາຮ້ອງຂໍ“ຂໍ ສອນພວກເຮົາໃຫ້ອະທິຖານ”ຊື່ງພຣະເຢຊູໄດ້ກ່າວວ່າ “ຖ້າທ່ານເອງຜູ້ເປັນ ຄົນຊົ່ວຍັງຮູ້ຈັກໃຫ້ຂອງດີແກ່ລູກຂອງຕົນຫຼາຍຍິ່ງກວ່ານັ້ນເທົ່າໃດພຣະບິ ດາຂອງທ່ານຜູ້ຊົງສະຖິດໃນສະຫວັນຈະຊົງປະທານພຣະວິນຍານບໍລິສຸດ ແກ່ຜູ້ທີ່ຂໍຕໍ່ພຣະອົງ”(ລູກາ 11:13), ພຣະສັນຍານີ້ບໍ່ມີຄວາມກ່ຽວຂ້ອງ ຢ່າງຕໍ່ເນື່ອງຕໍ່ພວກຄຣິສຕຽນນອກຈາກວ່າມີຫຼາຍຄົນຈະຮັບເອົາສະເໝີ (Iain H. Murray, Pentecost Today? The Biblical Understanding of Revival, The Banner of Truth Trust, 1998, p. 21).

ອາເລັກຊານເດີມູດີ້ສະຈ້ວດໄດ້ກ່າວວ່າ“ໃນຂະນະທີ່ພຣະວິນຍານບໍລິສຸດສະຖິດຢູ່ໃນຄຣິສ ຕະຈັກຂອງພຣະອົງສະເໝີ,ກໍມີຊ່ວງເວລາເມື່ອພຣະອົງຊົງຫຍັບເຂົ້າໃກ້ແລະປະທານລິດ ເດດແຫ່ງພະລັງງານທີ່ໃຫຍ່ກວ່າ”(ເມີເຣເຫຼັ້ມດຽວກັນໜ້າ 22).

ແຕ່ພວກເຮົາເຄີຍເຫັນເລື່ອງນັ້ນແຕ່ໜ້ອຍດຽວເທົ່ານັ້ນນັບຕັ້ງແຕ່ການຟື້ນຟູໃຫຍ່ ຂອງປີ 1859 ໜ້ອຍແທ້ໆ, ຂ້າພະເຈົ້າໄດ້ສໍານຶກວ່າເຫດຜົນຫຼັກກໍຄືວ່າພວກຂ່າວປະເສີດ ສ່ວນຫຼາຍບໍ່ເຊື່ອວ່າການກັບໃຈໃໝ່ເປັນເລື່ອງອັດສະຈັນອີກຕໍ່ໄປ, ພວກຂ່າວປະເສີດສ່ວນ ຫຼາຍໃນປະຈຸບັນນີ້ຄິດວ່າການກັບໃຈໃໝ່ບໍ່ມີຫຍັງຫຼາຍກວ່າການຕັດສິນໃຈຂອງມະນຸດ, ພວກເຂົາຄິດວ່າສິ່ງທີ່ເຮົາຈະຕ້ອງເຮັດກໍຄືເກ້ຍກ່ອມຄົນບາບໃຫ້ເວົ້າປະໂຫຍກທີ່ເຮົາເອີ້ນ ວ່າ“ຄໍາອະທິຖານຂອງຄົນບາບ” ພຽງແຕ່ເວົ້າຄໍາພວກນັ້ນແລ້ວທ່ານກໍລອດແລ້ວ! ໂຈເອວ ອອສທີນເວົ້າແບບນັ້ນທຸກເທື່ອໃນຕອນຈົບຂອງຄໍາເທດສະໜາ,ລາວໃຫ້ຜູ້ຄົນເວົ້າປະໂຫຍກຂອງຄໍາອະທິຖານ,ຈາກນັ້ນລາວກໍເວົ້າວ່າ“ພວກເຮົາເຊື່ອວ່າຖ້າເຈົ້າເວົ້າຕາມປະໂຫຍກເຫຼົ່ານີ້ແລ້ວທ່ານກໍໄດ້ຮັບການບັງເກີດໃໝ່”ພວກທ່ານເຫັນບໍວ່າບໍ່ຈໍາເປັນຕ້ອງໃຫ້ພຣະວິນຍານບໍລິສຸດເຮັດອັດສະຈັນເລີຍ!ຖ້າທ່ານເວົ້າຕາມປະໂຫຍກນັ້ນ“ທ່ານກໍໄດ້ບັງເກີດໃໝ່ແລ້ວ”

ເລື່ອງນີ້ແມ່ນຍ້ອນກັບໄປຫາລັດທິເພເລກຽນນອກຮີດບູຮານ-ຫຼັກຄໍາສອນຊື່ງສອນ ວ່າມະນຸດສາມາດນໍາຄວາມລອດຂອງຕົນເອງມາໄດ້-ໃນກໍລະນີນີ້ໂດຍການເວົ້າບໍ່ເທົ່າໃດ ຄໍາ! ຫຼືໂດຍການຍ່າງ“ອອກໄປ”ໃນເວລານະມັດສະການ-ຫຼືໂດຍການຍົກມືຂື້ນ! “ທຸກຄົນທີ່ ຢາກຈະລອດພຽງແຕ່ຍົກມືຂື້ນ” ນີ້ແມ່ນລັກທິເພເລກຽນດິບ! ການກັບໄປສູ່ພວກນອກຮີດ ບູຮານຊື່ງສອນວ່າຄົນຫຼົງຫາຍສາມາດຊ່ວຍຕົນເອງໃຫ້ລອດໄດ້ໂດຍການກະທໍາບາງຢ່າງຫຼືໂດຍການເວົ້າຕາມຄໍາອະທິຖານ, ຂ້າພະເຈົ້າເອີ້ນມັນວ່າ“ຄາຖາອະທິຖານ” ຄວາມ ຈິງແລ້ວມັນຄື“ຄາຖາ”ຫຼາຍກວ່າເປັນຄຣິສຕຽນ, ໃນຄາຖາທ່ານເວົ້າເປັນປະໂຫຍກຫຼື ເຮັດບາງຢ່າງແລະປະໂຫຍກນັ້ນຫຼືການກະທໍານັ້ນເຮັດໃຫ້ເກີດຜົນທີ່ເໜືອທໍາມະຊາດ,ເດິະແຟຣີ່ກອດມາເດີສະບັດໄມ້ຄາຖາຂອງນາງແລະເວົ້າວ່າ“ບິບບິດີ-ບິບບິດີ-ບູ”ແລ້ວໝາກອຶກໍ ປ່ຽນເປັນລົດມ້າໃຫ້ກັບຊິນເດີເຣລາ! ແຕ່ວ່າການກັບໃຈໃໝ່ບໍ່ຄືກັບ“ຄາຖາ”ທີ່ພວກທ່ານ ເຫັນໃນກາຕູນດິສນີ! ວໍດິສນີສົນໃຈໃນເວດມົນຢ່າງ““the Sorcerer’s Apprentice” in “Fantasia,” ພ້ອມດ້ວຍການເຕັ້ນຍູກວາດທຸກຢ່າງ! ທຸກຢ່າງຢູ່ໃນຕົວລະຄອນຂອງດິສນີ ແລະ ຂ້າພະເຈົ້າຂໍເວົ້າວ່າທຸກຢ່າງຜ່ານທາງຄວາມຄິດຂອງພວກຂ່າວປະເສີດສະໄໝໃໝ່ ແຫ່ງການກັບໃຈໃໝ່ເຊັ່ນດຽວກັນ! ສໍາຫຼັບການສັງລວມທີ່ລະອຽດຂອງບັນຫານີ້ຈົ່ງອ່ານໜັງ ສືຂອງເດວິດມັລຄອມເບັນເນັດທີ່ຊື່ວ່າ ຄໍາອະທິຖານຂອງຄົນບາບ:ຈຸດເລີ່ມຕົ້ນແລະອັນຕະ ລາຍຂອງມັນ ແມ່ນແຕ່ກ່ອນທີ່ຈະຕີພິມກໍສາມາດອ່ານໄດ້ທີ່ Amazon.com.

ການກັບໃຈໃໝ່ແທ້ທຸກຢ່າງເປັນເລື່ອງອັດສະຈັນ, ໃຫ້ເຮົາເປີດໄປໃນໜັງສືມາລະ ໂກ 10:26 ຢູ່ໜ້າທີ່ 1059 ຂອງພຣະທໍາສະບັບສະກໍຟິວສຶກສາ,

“ພວກສາວົກກໍປະຫລາດໃຈຍິ່ງນັກຈຶ່ງເວົ້າກັນວ່າ "ຖ້າຢ່າງນັ້ນໃຜຈະລອດໄດ້ ພຣະເຢຊູທອດພຣະເນດເບິ່ງພວກສາວົກແລ້ວຕັດວ່າ ຝ່າຍມະນຸດຍອມເປັນໄປບໍ່ໄດ້...”(ມາລະໂກ 10:26-27)

ພວກເຂົາຖາມວ່າ“ໃຜຈະລອດໄດ້?” ພຣະເຢຊູຊົງຕອບວ່າ“ຝ່າຍມະນຸດຍອມເປັນໄປບໍ່ໄດ້” ມະນຸດຢູ່ໃນສະພາບບາບບໍ່ສາມາດເຮັດຫຍັງໄດ້ເລີຍເພື່ອທີ່ຈະລອດ ຫຼືແມ່ນແຕ່ຊ່ວຍຕົນ ເອງໃຫ້ລອດໄດ້! ແຕ່ພຣະເຢຊູຕັດວ່າ“ແຕ່ບໍ່ເປັນແບບນັ້ນກັບພຣະເຈົ້າ ເພາະວ່າພຣະເຈົ້າຊົງກະທຳໃຫ້ເປັນໄປໄດ້ທຸກສິ່ງ” ຄວາມລອດຂອງຄົນຜູ້ໜື່ງຄືເລື່ອງອັດສະຈັນຈາກພຣະ ເຈົ້າ!ພວກເຮົາໄດ້ເຫັນການກັບໃຈໃໝ່ທີ່ມີຫວັງຫຼາຍຢ່າງໃນປີນີ້,ມີສອງຄົນໃນອາທິດແລ້ວນີ້ແລະຄົນໜື່ງໃນເຊົ້ານີ້,ການກັບໃຈໃໝ່ແທ້ແຕ່ລະອັນແມ່ນເລື່ອງອັດສະຈັນ, ພອລຄຸກເວົ້າ ຢ່າງຖືກຕ້ອງວ່າ “ຈຸດພິເສດແຫ່ງການຟື້ນຟູຕ່າງໆບໍ່ໄດ້ແຕກຕ່າງຈາກຈຸດພິເສດຂອງວຽກ ປົກກະຕິໃດໆຂອງພຣະວິນຍານບໍລິສຸດນອກຈາກໃນຮູບແບບຄວາມແຮງກ້າແລະຂະໜາດ” (Fire From Heaven, EP Books, 2009, p. 117).

ເມື່ອຄົນຜູ້ໜື່ງໄດ້ກັບໃຈໃໝ່ມັນຄືອັດສະຈັນທີ່ມາຈາກພຣະເຈົ້າ, ເມື່ອຫຼາຍຄົນໄດ້ ກັບໃຈໃໝ່ໃນຊ່ວງໄລຍະເວລາສັ້ນໆມັນກໍເປັນເລື່ອງອັດສະຈັນຈາກພຣະເຈົ້າ, ສິ່ງທີ່ແຕກ ຕ່າງກໍຄື“ໃນຮູບແບບຄວາມແຮງກ້າແລະຂະໜາດ” ເມື່ອພວກເຮົາອະທິຖານເພື່ອການຟື້ນ ຟູພວກເຮົາກໍກໍາລັງອະທິຖານເພື່ອໃຫ້ພຣະວິນຍານບໍລິສຸດເຮັດວຽກໃນໃຈຂອງຫຼາຍໆຄົນ ໄປພ້ອມກັນ.

ພຣະວິນຍານບໍລິສຸດເຮັດຫຍັງແດ່ໃນການກັບໃຈໃໝ່? ໜື່ງ:ເມື່ອພຣະອົງມາພຣະ ອົງຈະຕໍານິ(ໂນ້ມນ້າວ)...ເລື່ອງຄວາມບາບ”(ໂຢຮັນ 16:8),ພອລຄຸກໄດ້ເວົ້າວ່າ“ຜູ້ຄົນບໍ່ ເຄີຍສໍາເລື່ອງບາບຕາມທໍາມະຊາດຈັກເທື່ອ, ໂດຍທໍາມະຊາດພວກເຂົາຖືວ່າຕົນເອງຊອບ ທໍາ, ວຽກທີ່ເຈາະຈົງຂອງພຣະວິນຍານຄືການຮຽກຮ້ອງ, ແລະເມື່ອພຣະວິນຍານເຮັດວຽກ ຄວາມບາບກໍກາຍເປັນສິ່ງທີ່ໜ້າລັງກຽດ(ເປັນຕາຢ້ານ,ເປັນຕາເບື່ອໜ່າຍ)ນໍາຄົນຜູ້ໜື່ງໃຫ້ ຊັງມັນແລະຖີ້ມມັນ” ຄືກັບທີ່ຍິງສາວຄົນໜື່ງເວົ້າວ່າ “ຂ້ອຍເບື່ອໜ່າຍກັບຕົນເອງ”ອັນນັ້ນ ແມ່ນນິຍາມເລື່ອງການສໍານຶກທີ່ດີເທົ່າທີ່ຂ້າພະເຈົ້າເຄີຍເຫັນມາກ່ອນ, “ຂ້ອຍເບື່ອໜ່າຍກັບ ຕົນເອງ” ຖ້າພວກທ່ານບໍ່ມີຢ່າງໜ້ອຍການສໍານຶກບາບບາງຢ່າງແບບນັ້ນທ່ານກໍຈະບໍ່ມີ ການກັບໃຈໃໝ່ແທ້ເລີຍ, ດັ່ງນັ້ນພວກເຮົາຈະຕ້ອງອະທິຖານຂໍໃຫ້ພຣະວິນຍານບໍລິສຸດປະ ທານການສໍານຶກເລື່ອງຄວາມບາບຕໍ່ຄົນເຫຼົ່ານັ້ນທີ່ຍັງບໍ່ລອດແດ່.

ປະການທີ່ສອງທີ່ພຣະວິນຍານບໍລິສຸດເຮັດໃນການກັບໃຈກໍຄືເພື່ອເຮັດໃຫ້ພຣະ ຄຣິດເປັນທີ່ຮູ້ຈັກຕໍ່ບຸກຄົນທີ່ຢູ່ໃຕ້ການສໍານຶກຜິດເລື່ອງຄວາມບາບ, ພຣະເຢຊູຕັດວ່າ“ພຣະ ອົງຈະຊົງເອົາສິ່ງທີ່ເປັນຂອງເຮົາມາສະແດງແກ່ທ່ານທັງຫຼາຍ”(ໂຢຮັນ 16:14)ການແປສະ ໄໝໃໝ່ສາມາດໃສ່“ພຣະອົງຈະ...ເອົາສິ່ງທີ່ເປັນຂອງເຮົາແລ້ວມາໃຫ້ທ່ານຮູ້ຈັກ” ຄົນທີ່ຫຼົງ ຫາຍຈະບໍ່ມີວັນຮູ້ຈັກພຣະຄຣິດທາງສ່ວນຕົວນອກຈາກພຣະວິນຍານບໍລິສຸດຈະເຮັດໃຫ້ເຂົາຮູ້ຈັກ, ແຕ່ຖ້າທ່ານຫາກບໍ່ສໍານຶກເລື່ອງຄວາມບາບພຣະວິນຍານບໍລິສຸດກໍຈະບໍ່ເຮັດໃຫ້ພຣະ ຄຣິດມີຈິງຕໍ່ທ່ານໃນຄວາມລອດເລີຍ.

ດັ່ງນັ້ນເມື່ອພວກເຮົາກໍາລັງອະທິຖານຂໍໃຫ້ພຣະວິນຍານບໍລິສຸດສະເດັດລົງມາໃນ ລິດອໍານາດ,ຫຼັກໆແລ້ວພວກເຮົາກໍກໍາລັງຂໍໃຫ້ພຣະເຈົ້າສົ່ງພຣະວິນຍານເພື່ອ(1)ໂນ້ມນ້າວຄົນບາບໃນເລື່ອງສັນດານບາບຂອງເຂົາແລະ (2)ພວກເຮົາຕ້ອງອະທິຖານຂໍໃຫ້ພຣະວິນ ຍານບໍລິສຸດເປີດເຜີຍພຣະຄຣິດໃຫ້ແກ່ຄົນນັ້ນເພື່ອທີ່ເຂົາຈະຮູ້ຈັກລິດເດດແຫ່ງພຣະໂລຫິດຂອງພຣະຄຣິດທີ່ລ້າງຊໍາລະເຂົາອອກຈາກຄວາມບາບ, ການສໍານຶກເລື່ອງຄວາມບາບແລະ ການຊໍາລະໂດຍພຣະໂລຫິດຂອງພຣະຄຣິດແມ່ນສອງວຽກຫຼັກໆຂອງພຣະວິນຍານຂອງ ພຣະເຈົ້າໃນການກັບໃຈໃໝ່ດັ່ງທີ່ເປີດເຜີຍໄວ້ໃນໂຢຮັນບົດທີ່ 16, ໄບຣອັນເອັຈເອັດເວີດ ໄດ້ກ່າວວ່າ “ມີຄຣິສຕຽນບໍ່ຫຼາຍຄົນໃນປະຈຸບັນນີ້ທີ່ຮູ້ວ່າຄວນອະທິຖານເພື່ອຫຍັງເມື່ອຖືກ ແນະນໍາໃຫ້ເຂົາອະທິຖານເພື່ອການຟື້ນຟູ” (Brian H. Edwards, Revival, Evangelical Press, 2004 edition, p. 80).

ໜື່ງໃນເຫດຜົນທີ່ພວກເຂົາບໍ່ຮູ້ວ່າຈະອະທິຖານຂໍຫຍັງກໍຄືວ່າພວກຄຣິສຕຽນສ່ວນ ຫຼາຍໃນປະຈຸບັນນີ້ບໍ່ເຫັນຄວາມຈໍາເປັນຂອງຄົນຫຼົງຫາຍທີ່ມາພາຍໃຕ້ການສໍານຶກເລື່ອງ ຄວາມບາບແລະພວກເຂົາບໍ່ເຊື່ອໃນ“ວິກິດການກັບໃຈໃໝ່”ຄືກັບບັນພະບຸລຸດຂອງເຮົາ, ແຕ່ຂ້າພະເຈົ້າໄດ້ບອກພວກທ່ານແລ້ວວ່າພວກເຮົາຕ້ອງອະທິຖານຂໍໃຫ້ພຣະວິນຍານບໍລິ ສຸດສະເດັດລົງມາແລະໂນ້ມນ້າວຄົນບາບໃຫ້ເຂົ້າມາຮ່ວມຄຣິສຕະຈັກຂອງເຮົາ, ຖ້າພວກ ເຂົາບໍ່ມາພາຍໃຕ້ການສໍານຶກຜິດເລື່ອງຄວາມບາບພວກເຂົາກໍຈະບໍ່ລອດ, ມີບາງຄົນທີ່ຖືກ ຍົກເວັ້ນແຕ່ມີໜ້ອຍຫຼາຍ, ມີພຽງຕົວຢ່າງດຽວທີ່ຂ້າພະເຈົ້າສາມາດພົບໄດ້ໃນພຣະຄໍາພີຄື ການກັບໃຈໃໝ່ຂອງສັກຄຽສທີ່ຖືກບັນທຶກໄວ້ໃນລູກາບົດທີ່ສິບເກົ້າ, ພວກເຮົາບໍ່ເຫັນລາວ ຮ້ອງໄຫ້,ຊື່ງເປັນເລື່ອງທໍາມະດາຂອງການກັບໃຈໃໝ່ແທ້ສ່ວນຫຼາຍ, ຢ່າງໃດກໍຕາມສັກ ຄຽສໄດ້ສັນຍາຕໍ່ພຣະເຢຊູວ່າລາວຈະເອົາເຄີ່ງໜື່ງຂອງຄວາມລໍ່າລວຍຂອງລາວໃຫ້ແກ່ຄົນຈົນແລະວ່າລາວຈະສົ່ງຄືນໃຫ້ສີ່ເທົ່າແກ່ຄົນທີ່ລາວເຄີຍສໍ້ໂກງເຂົາ,ເລື່ອງນີ້ສະແດງໃຫ້ເຫັນ ວ່າລາວຢູ່ໃຕ້ການສໍານຶກເລື່ອງຄວາມຜິດບາບ! ຂ້າພະເຈົ້າຄິດວ່າການກັບໃຈໃໝ່ຂອງສັກ ຄຽສສະແດງໃຫ້ເຫັນວ່າມີບາງຄົນຈໍານວນໜ້ອຍ,ກັບໃຈຈາກຄວາມຜິດບາບຂອງເຂົາໂດຍປາສະຈາກນໍ້າຕາແບບທີ່ເກີດຂື້ນທົ່ວໄປ.

ເຫດຜົນອື່ນທີ່ພວກຂ່າວປະເສີດສ່ວນຫຼາຍບໍ່ຮູ້ວ່າຈະອະທິຖານຂໍຫຍັງຄືວ່າພວກ ຂ່າວປະເສີດສ່ວນຫຼາຍໃນປະຈຸບັນນີ້ບໍ່ເຊື່ອໃນ“ວິກິດການ”ການກັບໃຈໃໝ່ຄືກັບທີ່ບັນພະບຸລຸດຂອງເຮົາເຊື່ອ, ບັນພະບຸລຸດຂອງເຮົາໄດ້ກ່າວວ່າບຸກຄົນທີ່ຢູ່ໃຕ້ການສໍານຶກຜິດໄດ້“ຕື່ນ ຂື້ນ”ແຕ່ຍັງບໍ່ລອດເທື່ອ, ບັນພະບຸລຸດຂອງເຮົາໄດ້ກ່າວວ່າບຸກຄົນທີ່ຕື່ນຂື້ນຈໍາເປັນຕ້ອງ ຜ່ານຄວາມເຈັບປວດແຫ່ງການຫັນໜີໄປຈາກຄວາມບາບ,ປຽບເໝືອນກັບຜູ້ຍິງຄົນໜື່ງທີ່ກໍາລັງເຈັບປວດເພື່ອຈະຄອດລູກ, ມີພຽງໃນທາງນີ້ເທົ່ານັ້ນທີ່ບັນພະບຸລຸດຂອງເຮົາກ່າວວ່າບຸກ ຄົນຜູ້ໜື່ງສາມາດປະສົບກັບການກັບໃຈໃໝ່ທີ່ແທ້ຈິງໄດ້(cf. the conversion of “Christian” in Pilgrim’s Progress).

ຂ້າພະເຈົ້າເຫັນດ້ວຍກັບດຣ.ມາຕິນລອຍໂຈນທີ່ວ່າອັກຄະສາວົກເປົາໂລໄດ້ໃຫ້ ແບບຢ່າງແກ່ພວກເຮົາເຖິງການກັບໃຈໃໝ່ແທ້ຢູ່ໃນສອງຂໍ້ສຸດທ້າຍຂອງໜັງສື ໂລມ 7, ດຣ.ລອຍໂຈນໄດ້ກ່າວວ່າຂໍ້ພຣະຄໍາພີເຫຼົ່ານີ້ໄດ້ອະທິບາຍເຖິງການກັບໃຈຂອງເປົາໂລເອງ,ຂ້າພະເຈົ້າເຫັນດ້ວຍ, ເປົາໂລໄດ້ກ່າວວ່າ:

“ໂອ ຂ້າພະເຈົ້າເປັນຄົນເປັນຕາສົມເພດແທ້ ໃຜຈະຊ່ວຍຂ້າພະເຈົ້າໃຫ້ພົ້ນຈາກຮ່າງກາຍແຫ່ງຄວາມຕາຍນີ້ໄດ້”(ໂລມ 7:24)

ນັ້ນແລະຄືການກັບໃຈໃໝ່ - ເມື່ອຄົນບາບໝົດຫວັງໃນເລື່ອງຕົນເອງແລະສົມເພດກັບໃຈ ບາບຂອງຕົນເອງທີ່ເຮັດໃຫ້ຕົນເປັນທາດ, ແຕ່ຈາກນັ້ນເປົາໂລກໍກ່າວວ່າ:

“ຂ້າພະເຈົ້າຂອບຄຸນພຣະເຈົ້າ ໂດຍທາງພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງເຮົາ”(ໂລມ 7:25)

ນັ້ນແລະຄືການກັບໃຈໃໝ່ - ເມື່ອຄົນບາບທີ່ທໍລະມານຖືກຊ່ວຍໃຫ້ພົ້ນໂດຍພຣະເຢຊູຄຣິດ ເຈົ້າ! ນີ້ເປັນຄັ້ງທໍາອິດທີ່ຄົນບາບຊື່ງໄດ້ເຮັດໃຫ້ເຫັນວ່າເຂົາເປັນທາດທີ່ສິ້ນຫວັງຕໍ່ຄວາມ ບາບ,ສຸດທ້າຍໄດ້ຫັນກັບມາຫາພຣະເຢຊູແລະຖືກຊໍາລະລ້າງຈາກຄວາມບາບໂດຍພຣະໂລຫິດຂອງພຣະອົງ, ໜື່ງໃນເລື່ອງທີ່ໜ້າເສົ້າທີ່ສຸດໃນສະໄໝຂອງເຮົາກໍຄືທີ່ວ່ານັກປະກາດ ຂ່າວປະເສີດສ່ວນຫຼາຍບໍ່ເຄີຍຍອມໃຫ້ຜູ້ໃດປະສົບກັບປະສົບການທີ່ສໍາຄັນສອງຢ່າງນີ້, ໃນ ຕອນທໍາອິດແຫ່ງຄວາມເຈັບປວດຂອງຈິດສໍານຶກຜິດຖືກ ຫຼືອາດຈະບໍ່ເປັນແບບນັ້ນ,ນັກຕັດ ສິນໃຈນິຍົມຈະໃຫ້ພວກເຂົາເວົ້າຕາມຄໍາອະທິຖານຂອງຄົນບາບ, ຂ້າພະເຈົ້າເຊື່ອວ່ານັ້ນ ແລະຄືໜື່ງໃນເຫດຜົນທີ່ສໍາຄັນທີ່ພວກເຮົາບໍ່ມີການຟື້ນຟູການປ່ຽນແປງລະດັບຊາດໃນປະ ເທດອາເມລິການັບຕັ້ງແຕ່ປີ 1859.

ດັ່ງນັ້ນສິ່ງເຫຼົ່ານັ້ນຈື່ງເປັນສິ່ງທີ່ພວກທ່ານຈະຕ້ອງອະທິຖານເພື່ອຖ້າພວກທ່ານຢາກ ໃຫ້ຄຣິສຕະຈັກຂອງເຮົາປະສົບກັບການຟື້ນຟູ, ໜື່ງ ຈົ່ງອະທິຖານຂໍໃຫ້ພຣະເຈົ້າສົ່ງພຣະ ວິນຍານຂອງພຣະອົງມາໂນ້ມນ້າວຄົນຫຼົງຫາຍໃນເລື່ອງຄວາມບາບ, ສອງຈົ່ງອະທິຖານຂໍ ໃຫ້ພຣະວິນຍານຂອງພຣະເຈົ້າເປີດເຜີຍພຣະເຢຊູຕໍ່ເຂົາເຈົ້າ ແລະ ຊັກນໍາພວກເຂົາມາຫາ ພຣະອົງເພື່ອໃຫ້ຍົກໂທດຜ່ານທາງຄວາມຕາຍຂອງພຣະອົງເທິງໄມ້ກາງແຂນ ແລະຊໍາລະ ຈາກຄວາມຜິດບາບຜ່ານທາງພຣະໂລຫິດອັນປະເສີດຂອງພຣະອົງ.

ອາຈານໄບຣອັນເອັຈເອັດເວີດໄດ້ກ່າວວ່າຄໍາອະທິຖານຟື້ນຟູຕ່າງໆແມ່ນເຈາະຈົງ ເລື່ອງ“ການກັບໃຈ,ຮ້ອນໃຈ(ຕື່ນຂື້ນ)ແລະການບໍ່ຕື່ນ” (Revival, Evangelical Press, 2004 edition, p. 127).ເປັນຫຍັງຄໍາອະທິຖານການຟື້ນຟູຈື່ງເຈາະຈົງເລື່ອງ“ການກັບໃຈ”ເຊັ່ນດຽວ ກັບ“ຄວາມຮ້ອນໃຈ”ແລະ“ການບໍ່ຕື່ນຂື້ນ”? ເພາະວ່າຄົນທີ່ກັບໃຈແລ້ວສາມາດເສື່ອມຖອຍ ໄດ້, ຢູ່ທີ່ຄຣິສຕະຈັກເຟີສແບັບຕິດໄຊນິສການຟື້ນຟູໄດ້ເລີ່ມຕົ້ນຖ້າມກາງຄົນທີ່ລອດແລ້ວຜູ້ ທີ່ມີບາບໃນໃຈຂອງເຂົາ, ພວກເຂົາເລີ່ມສາລະພາບຄວາມບາບຂອງຕົ້ນແບບເປີດເຜີຍ ພ້ອມດ້ວຍນໍ້າຕາຕໍ່ໜ້າທຸກຄົນ, ບາງຄົນມີຄວາມຂົ່ມຂືນຕໍ່ກັບຄົນອື່ນໃນຄຣິສຕະຈັກ,ບາງ ຄົນໄດ້ປ່ອຍໃຫ້ບາບລັບໆເຂົ້າມາໃນຊີວິດຂອງຕົນ, ພວກເຂົາມີຄໍາແກ້ຕົວເລື່ອງບາບຂອງ ຕົນເວົ້າວ່າພວກເຂົາບໍ່ໄດ້ມີບັນຫາຫຍັງ,ແຕ່ໃນຂະນະທີ່ພຣະວິນຍານບໍລິສຸດໄດ້ສະເດັດລົງມາພວກເຂົາກໍໃຈແຕກສະລາຍ, ພວກເຂົາເຂົ້າໃຈວ່າພວກຕົນເຢັນຊ່າແລະຕາຍໃນຄໍາ ອະທິຖານຕ່າງໆ, ພວກເຂົາເຂົ້າໃຈວ່າພວກເຂົາຂື່ນຂົມແລະໃຈຮ້າຍກັນຢູ່ໃນຄຣິສຕະຈັກ, ຄົນອື່ນໆໄດ້ປະຕິເສດທີ່ຈະເຮັດບາງສິ່ງບາງຢ່າງທີ່ພວກເຂົາຮູ້ດີວ່າພຣະເຈົ້າຕ້ອງການໃຫ້ ເຂົາເຮັດ.

ໃນການຟື້ນຟູອື່ນ“ນັກຂ່າວປະເສີດໃຫຍ່(ເຂັ້ມແຂງ)ຄົນໜື່ງຖືກຄົນພົບປຽກມືພ້ອມ ກັບນໍ້າຕາທີ່ຢອດລົງດິນ, ຜູ້ຊາຍທີ່(ໄດ້)ນໍາຫຼາຍຄົນມາສູ່ພຣະຄຣິດແຕ່ລາວໄດ້...ສາລະ ພາບບາບແລະບໍ່ສາມາດພົບສັນຕິສຸກເລີຍຈົນລາວໄດ້ຢືນຂື້ນຕໍ່ໜ້າຄຣິສຕະຈັກແລະ(ສາລະພາບ)ມັນໝົດ, ຖ້ອຍຄໍາຂອງລາວເປັນຄືກັບໄຟຊັອດແລະຜູ້ຄົນໄດ້ນອນເກືອກພື້ນໃນການ ກັບໃຈ” (Brian Edwards, Revival: A People Saturated With God, Evangelical Press, 1991 edition, p. 261).

ອາດຈະມີຄຣິສຕຽນບາງຄົນທີ່ຢູ່ໃນຄຣິສຕະຈັກຂອງເຮົາທີ່ປະຕິເສດທີ່ຈະເຊື່ອຟັງ ພຣະເຈົ້າໃນເລື່ອງໃດໜື່ງ,ສິ່ງນີ້ສາມາດຂັດຂວາງການຟື້ນຟູໄດ້! ເມື່ອການຟື້ນຟູມາເຖິງວິ ທະຍາໄລອາສເບີຣີ່ໃນເມືອງວິວມໍລັດເຄັນທັກກີໃນປີ 1970 ພວກນັກຮຽນເປັນຮ້ອຍໆຄົນ ທີ່ກັບໃຈແທ້ຮູ້ສືກວ່າພວກເຂົາຕ້ອງສາລະພາບ...ຕໍ່ໜ້າສາທາລະນະ, ພວກເຂົາຢືນເປັນ ແຖວບາງເທື່ອຫຼາຍຊົ່ວໂມງລໍຖ້າໄມໂຄໂຟນໃນຫ້ອງເພື່ອທີ່ເຂົາຈະສາມາດສາລະພາບ...(ຄວາມບໍ່ເຊື່ອຟັງ)ຂອງເຂົາແລະຂໍໃຫ້ອະທິຖານເພື່ອ.

ຜູ້ຊາຍທີ່ກໍາລັງນໍາການປະຊຸມຢູ່ອາສເບີຣີ່ບໍ່ໄດ້ເທດສະໜາແຕ່ໄດ້ກ່າວຄໍາພະຍານສັ້ນໆແທນແລະຫຼັງຈາກນັ້ນກໍໄດ້ເຊື້ອເຊີນໃຫ້ພວກນັກສຶກສາເວົ້າກ່ຽວກັບປະສົບການການ ເປັນຄຣິສຕຽນຂອງພວກເຂົາເອງ, ມັນບໍ່ໄດ້ມີຫຍັງພິເສດຜິດປົກກະຕິກ່ຽວກັບເລື່ອງນັ້ນ, ນັກສຶກສາຄົນໜື່ງໄດ້ຕອບຮັບຕໍ່ຂໍ້ສະເໜີຂອງລາວ, ຈາກນັ້ນກໍມີອີກຄົນ,ຈາກນັ້ນກໍມີອີກຄົນ “ຈາກນັ້ນພວກເຂົາກໍເລີ່ມເຂົ້າມາທີ່ແທນ” ລາວເວົ້າວ່າ “ມັນຫາກໍແຕກ”ເທື່ອລະໜ້ອຍ,ອະ ທິບາຍບໍ່ໄດ້,ພວກນັກຮຽນແລະສະມາຊິກພະແນກຕ່າງໆຄືກັນໄດ້ຄົ້ນພົບຕົນເອງພາກັນອະທິຖານຮ້ອງໄຫ້,ຮ້ອງເພງ, ພວກເຂົາໄດ້ຕາມຫາຄົນທີ່ພວກເຂົາເຄີຍເຮັດຜິດນໍາແລະຂໍໂທດ ການປະຊຸມກ່ອນຮຽນໄດ້ສືບຕໍ່ເປັນເວລາແປດວັນ(ວັນລະ 24 ຊົ່ວໂມງ).

ນີ້ແມ່ນສິ່ງທີ່ເກີດຂື້ນຈິງຢູ່ທີ່ຄຣິສຕະຈັກເຟີສແບັບຕິດໄຊນິສເຊັ່ນດຽວກັນ, ປະມານ ຊ່ວງເວລາດຽວກັນກັບການຟື້ນຟູຢູ່ວິທະຍາໄລອາສເບີຣີ, ມັນຕໍ່ເນື່ອງເປັນເວລາຫຼາຍຊົ່ວ ໂມງໃນຂະນະທີ່ຄົນໜຸ່ມຊາວຈີນໄດ້ສາລະພາບແລະອະທິຖານ, ການສາລະພາບແບບ ເປີດເຜີຍເປັນເລື່ອງປົກກະຕິຢູ່ໃນການຟື້ນຟູຄົນເກົາຫຼີໃນປີ 1910, ປະຈຸບັນນີ້ການສາລະ ພາບແບບເປີດເຜີຍໂດຍພວກຄຣິສຕຽນພ້ອມທັງນໍ້າຕາແມ່ນເປັນເລື່ອງປົກກະຕິໃນປະເທດຈີນໃນການຟື້ນຟູໃຫຍ່ທີ່ກໍາລັງເກີດຂື້ນທີ່ນັ້ນ, ອີແວນໂຣເບີດຮ້ອງສຽງດັງວ່າ“ພຣະເຈົ້າຂ້າ ໂຜດເບັດຂ້ານ້ອຍເທີນ”ໃນຂະນະທີ່ລາວຮ້ອງຫາພຣະເຈົ້າແລະກາຍມາເປັນຜູ້ນໍາຢູ່ໃນການຟື້ນຟູຊາວເວວແຫ່ງປີ 1950, ແລ້ວພວກທ່ານເດເປັນແນວໃດ? ພວກທ່ານໄດ້ອະທິຖານ ຂໍໃຫ້ພຣະເຈົ້າເບັດງໍ້ທ່ານບໍ? ຮ້ອງເພງ “ໂອພຣະເຈົ້າ ໂຜດຄົ້ນເບິ່ງຂ້າ”

“ໂອຂ້າແຕ່ພຣະເຈົ້າ ຂໍຊົງຄົ້ນເບິ່ງຂ້າພະອົງ
ແລະຊາບຈິດໃຈຂອງຂ້າພະອົງ
ຂໍຊົງລອງຂ້າພະອົງ ແລະຊາບຄວາມຄິດຂອງຂ້າພະອົງ
ແລະທອດພຣະເນດວ່າມີທາງຊົ່ວໃດໆໃນຂ້າພະອົງຫຼືບໍ
ແລະຂໍຊົງນໍາຂ້າພະອົງໄປໃນທາງນິລັນດອນ
(ເພງສັນລະເສີນ 139:23, 24)

ພຣະວິນຍານຂອງພຣະເຈົ້າຜູ້ຊົງພຣະຊົນເຮົາຂໍພຣະອົງໂຜດລົງມາ
ພຣະວິນຍານຂອງພຣະເຈົ້າຜູ້ຊົງພຣະຊົນເຮົາຂໍພຣະອົງໂຜດລົງມາ
ລະລາຍເຮົາ,ທຸບເຮົາ,ເບັດງໍ້ເຮົາ
ພຣະວິນຍານຂອງພຣະເຈົ້າຜູ້ຊົງພຣະຊົນເຮົາຂໍພຣະອົງໂຜດລົງມາ

ສິ່ງນັ້ນສາມາດເກີດຂື້ນຢູ່ໃນຄຣິສຕະຈັກຂອງເຮົາໄດ້ຖ້າພຣະເຈົ້າຫາກສົ່ງພຣະວິນຍານ ຂອງພຣະອົງລົງມາໃນການຟື້ນຟູ “ໂອພຣະເຈົ້າ ຂໍຊົງຄົ້ນເບິ່ງຂ້າພະອົງ”ຮ້ອງເບົາໆ.

“ໂອຂ້າແຕ່ພຣະເຈົ້າ ຂໍຊົງຄົ້ນເບິ່ງຂ້າພະອົງ
ແລະຊາບຈິດໃຈຂອງຂ້າພະອົງ
ຂໍຊົງລອງຂ້າພະອົງ ແລະຊາບຄວາມຄິດຂອງຂ້າພະອົງ
ແລະທອດພຣະເນດວ່າມີທາງຊົ່ວໃດໆໃນຂ້າພະອົງຫຼືບໍ
ແລະຂໍຊົງນໍາຂ້າພະອົງໄປໃນທາງນິລັນດອນ
(ເພງສັນລະເສີນ 139:23,24)

ເອແມນ.


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານ ດຣ.ໄຮເມີ ຢາກຈະໄດ້ຍິນຈາກທ່ານ, ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງເພີ່ນນໍາວ່າທ່ານຂຽນມາ ຈາກປະເທດໃດບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງທ່ານໄດ້, ຖ້າບົດ ເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາ ບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນ ໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ. ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີ,ທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼືຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ: ກິດຈະການ 1:4-9.
ບັນເລງເພງກ່ອນເທດສະໜາໂດຍ ທ້າວເບັນຈາມິນຄິນເຄດກຣິຟຟິດ:
“Teach Me to Pray” (Albert S. Reitz, 1879-1966).