Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ນໍ້າແລະພຣະໂລຫິດ

THE WATER AND THE BLOOD
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 20/9/2015
A sermon preached at the Baptist Tabernacle of Los Angeles
Lord's Day Morning, September 20, 2015

“ແຕ່ທະຫານຄົນໜຶ່ງເອົາຫອກແທງຂ້າງຂອງພຣະອົງ ແລະເລືອດກັບນ້ຳກໍໄຫລອອກມາທັນທີ ຄົນນັ້ນທີ່ເຫັນກໍເປັນພະຍານ ແລະຄຳພະຍານຂອງເຂົາກໍເປັນຄວາມຈິງ ແລະເຂົາກໍຮູ້ວ່າເຂົາເວົ້າຄວາມຈິງ ເພື່ອທ່ານທັງຫລາຍຈະໄດ້ເຊື່ອ”(ໂຢຮັນ 19:34,35)


ອັກຄະສາວົກໂຢຮັນເປັນຄົນອາຍຸໜ້ອຍທີ່ສຸດໃນບັນດາພວກສາວົກ, ໂຢຮັນມີອາຍຸ ປະມານ 18 ປີ, ແລະລາວຍັງເປັນສາວົກພຽງຄົນດຽວເທົ່ານັ້ນທີ່ໄດ້ຕິດຕາມພຣະເຢຊູໄປທີ່ ໄມ້ກາງແຂນ, ນອກຈາກນັ້ນພວກເຂົາກໍາລັງພາກັນໄປລີ້ຢູ່, ມັນມີບົດຮຽນໃນເລື່ອງນັ້ນ, ກົມທະຫານສະຫະລັດຕ້ອງການຜູ້ຊາຍທີ່ມີອາຍຸ 18 ຫາ 22 ປີເພື່ອໄປສູ້ຮົບ, ຜູ້ຊາຍທີ່ສູງ ອາຍຸກວ່າມີຄວາມເປັນບູຮານຫຼາຍຂື້ນແລະແລະມີຄວາມຫ້າຫານໜ້ອຍລົງ, ຂ້າພະເຈົ້າຄິດ ວ່ານັ້ນແມ່ນເຫດຜົນໜື່ງທີ່ທຸກໆການຟື້ນຟູໃຫຍ່ໃນປະຫວັດສາດເກີດຂື້ນໂດຍການນໍາຂອງຄົນໜຸ່ມ-ທຸກໆອັນ! ຂ້າພະເຈົ້າຍັງບໍ່ເຄີຍໄດ້ຍິນເລື່ອງການຟື້ນຟູຂອງຄົນອາຍຸຫຼາຍຈັກເທື່ອ.

ຂ້າພະເຈົ້າຈະຕ້ອງລະວັງ,ເຖິງແມ່ນວ່າຂ້າພະເຈົ້າໄດ້ຢຸດເນັ້ນໜັກການຟື້ນຟູໃນອາທິດແລ້ວນີ້ເພາະຂ້າພະເຈົ້າເຫັນວ່າມີຄວາມສັບສົນຫຼາຍເກີນໄປ, ແລະມີການຕື່ນຕົວໜ້ອຍ ໂພດ, ພວກທ່ານກໍຍັງຕ້ອງການຂ້າພະເຈົ້າໃຫ້ແນະນໍາໃນເລື່ອງແບບນັ້ນຢູ່, ຂ້າພະເຈົ້າ ເປັນທະຫານເຖົ້າຫຼາຍແລ້ວ, ຂ້າພະເຈົ້າໄດ້ຜ່ານການຕໍ່ສູ້ມາຫຼາຍແລ້ວ - ບາງອັນເປັນ ການຕໍ່ສູ້ທີ່ໃຫຍ່ຫຼາຍ! ການຕໍ່ສູ້ເພື່ອພຣະຄໍາພີຢູ່ໃນໂຮງຮຽນພຣະຄໍາພີ, ການຕໍ່ສູ້ຕ້ານ ການເອົາລູກອອກ, ການຕໍ່ສູ້ຕ້ານໜັງທີ່ເປັນຕາຢ້ານ “ການທົດລອງສຸດທ້າຍຂອງພຣະ ຄຣິດ” ການຕໍ່ສູ້ລັດທິຣັກແມນນິຍົມ, ການຕໍ່ສູ້ຕ້ານການຕັດສິນໃຈນິຍົມ, ເຊັ່ນດຽວກັບການ ຕໍ່ສູ້ທີ່ຍາວນານກັບພວກທີ່ອອກໄປຈາກຄຣິສຕະຈັກຂອງເຮົາໃນການແຕກແຍກທີ່ໂອລີວາສ ເຊັ່ນກັນຂ້າພະເຈົ້າໄດ້ເປັນພະຍານດ້ວຍຕາເຖິງການຟື້ນຟູທີ່ບໍ່ທໍາມະດາທີ່ພຣະເຈົ້າໄດ້ສົ່ງ ມາ, ດັ່ງນັ້ນນັກຮົບເຖົ້າຜູ້ນີ້ຈື່ງເວົ້າວ່າ “ຖ້າກ່ອນ! ພວກເຮົາຍັງບໍ່ຄ່ອຍພ້ອມ” ພວກນັກຮົບ ຜູ້ເຖົ້າຮູ້ຈັກເລື່ອງແບບນັ້ນດີ.

ດັກລາສແມັກອາເທີຄືໜື່ງໃນນາຍພົນຜູ້ຍິ່ງໃຫຍ່ຂອງອາເມລິກາ, ປະທານາທິບໍດີ ຣູສເວວໄດ້ດຶງລາວອອກມາຈາກຟີລິບປິນໃນສົງຄາມໂລກຄັ້ງທີ່ II, ແຕ່ຫຼັງຈາກທີ່ລາວໄປ ແລ້ວນາຍພົນແມັກອາເທີບອກວ່າ“ຂ້ອຍຕ້ອງກັບໄປອີກ” ແລະລາວກໍກັບໄປ! ແລະພວກ ເຮົາກໍຊະນະ! ຂອບຄຸນພຣະເຈົ້າ! ຄົນໜຸ່ມທັງຫຼາຍພວກເຮົາຈະກັບຄືນມາ-ແລະຂ້າພະເຈົ້າ ເຊື່ອວ່າໃນບໍ່ຊ້າຫຼືຕໍ່ໆໄປພວກເຮົາຈະເຫັນການຟື້ນຟູໃນສະໄໝຂອງພວກເຮົາ!

ພຣະເຈົ້າໂຜດສົ່ງການຟື້ນຟູມາແດ່ທ້ອນ
ພຣະເຈົ້າໂຜດສົ່ງການຟື້ນຟູມາແດ່ທ້ອນ
ພຣະເຈົ້າໂຜດສົ່ງການຟື້ນຟູມາແດ່ທ້ອນ -
ແລະຂໍໃຫ້ມັນມາຈາກພຣະອົງ!

ກັບມາຫາໂຢຮັນ! ຊ່າງເປັນສຸພາບບຸລຸດທີ່ມີຄວາມກ້າຫານຫຼາຍຫວ່າເປໂຕ! ລາວ ມີຄວາມເຊື່ອຫຼາຍກວ່າໂທມັສ, ລາວຢືນຢັດຢູ່ຂ້າງໆໄມ້ກາງແຂນ, ພວກທ່ານຮູ້ບໍວ່າລາວ ໄດ້ສ່ຽງຊີວິດຂອງຕົນເພື່ອໄປຢູ່ບ່ອນນັ້ນ, ທີ່ນັ້ນລາວໄດ້ຢືນຢັດປົກປ້ອງແມ່ຂອງພຣະຄຣິດ, ລາວເປັນໄວລຸ້ນຄົນດຽວເທົ່ານັ້ນ, ແຕ່ຊ່າງເປັນສຸພາບບຸລຸດແທ້! ຊ່າງເປັນວິລະບຸລຸດ! ລາວ ໄດ້ຕິດຕາມພຣະຜູ້ຊ່ວຍຂອງລາວຕະຫຼອດທາງໄປທີ່ໄມ້ກາງແຂນ! ລາວຢູ່ບ່ອນນັ້ນກໍາລັງ ແນມເບິ່ງພຣະເຈົ້າແລະອາຈານຂອງລາວຕາຍຢູ່ເທິງໄມ້ກາງແຂນ! ຂ້າພະເຈົ້າໝັ້ນໃຈວ່າ ລາວຄືຊິຄິດວ່າທຸກຢ່າງຈົບລົງແລ້ວ, ແຕ່ມັນຍັງບໍ່ຈົບເທື່ອ,ມັນບໍ່ມີມື້ຈົບສີ້ນເດັດຂາດ, ພຣະ ຄຣິດຕັດວ່າ“ເຮົາຈະກັບມາ” ພຣະຜູ້ຊ່ວຍຜູ້ຍິ່ງໃຫຍ່ຂອງເຮົາແລະນາຍພົນຜູ້ຍິ່ງໃຫຍ່ຂອງ ເຮົາຈະກັບມາ! ພຣະອົງຕັດວ່າ“ເຮົາຈະກັບມາອີກ”(ໂຢຮັນ 14:3)ແລະພຣະອົງຈະເຮັດໃນ ສິ່ງທີ່ພຣະອົງເວົ້າຢ່າງແນ່ນອນ!

ພວກເຂົາກໍາລັງຕີພວກເຮົາລົງໃນປະເທດອີຣັກ,ພວກເຂົາກໍາລັງຕີພວກເຮົາລົງໃນ ປະເທດອີຣານ, ພວກເຂົາກໍາລັງຕີພວກເຮົາລົງໃນປະເທດຊີເຣຍ,ພວກເຂົາກໍາລັງຕີພວກ ເຮົາລົງໃນອັຟຣິກາເໜືອ,ພວກເຂົາກໍາລັງຕີພວກເຮົາລົງແມ່ນແຕ່ໃນທໍານຽບຂາວ!ລາວອາດຈະເປັນແມ່ນແຕ່ພະເດັດການ! ຂ້າພະເຈົ້າໄດ້ຍິນສະມາຊິກສະພາອາເມລິກາຄົນໜື່ງພາດ ພິງເຖິງຄວາມເປັນໄປໄດ້ນັ້ນ, ພວກເຮົາອາດຈະຢູ່ໃນການຄວບຄຸມຂອງຜູ້ກໍ່ການຮ້າຍ! ພວກເຮົາອາດຈະຕ້ອງກັບໄປຢູ່ໃຕ້ດິນ - ຄືກັບທີ່ພວກເຂົາຖືກບັງຄັບໃຫ້ເຮັດຢູ່ໃນປະເທດ ຈີນ, ແຕ່ບໍ່ວ່າພວກເຂົາຈະເຮັດຫຍັງກໍຕາມ, ຜູ້ບັນຊາການຜູ້ຍິ່ງໃຫຍ່ຂອງເຮົາຊົງກ່າວວ່າ “ເຮົາຈະກັບມາອີກ” ຂອບຄຸນພຣະເຈົ້າ! ພວກເຮົາມີພຣະສັນຍານັ້ນ! “ພຣະອົງຈະສະເດັດ ມາອີກ” - ຂໍເຊີນຮ້ອງຂໍ້ຊໍ້າ:

ພຣະອົງຈະສະເດັດມາອີກ ພຣະອົງຈະສະເດັດມາອີກ
ພຣະເຢຊູອົງດຽວ ທີ່ມະນຸດປະຕິເສດ
ພຣະອົງຈະສະເດັດມາອີກ ພຣະອົງຈະສະເດັດມາອີກ
ດ້ວຍລິດແລະສະຫງ່າລາສີ
ພຣະອົງຈະສະເດັດມາອີກ
   (“He is Coming Again” by Mabel Johnston Camp, 1871-1937).

ກັບມາຫາໂຢຮັນ!ຊ່າງເປັນວິລະບຸລຸດ!ເປັນສຸພາບບຸລຸດ!ລາວຢູ່ບ່ອນນັ້ນກໍາລັງແນມ ເບິ່ງພຣະເຈົ້າແລະອາຈານຂອງລາວຕາຍຢູ່ເທິງໄມ້ກາງແຂນ! ຂ້າພະເຈົ້າໝັ້ນໃຈວ່າລາວຄື ຊິຄິດວ່າທຸກຢ່າງຈົບລົງແລ້ວ, ແຕ່ບາງເທື່ອ,ບາງເທື່ອ...ຄໍາຕັດຂອງພຣະເຢຊູຈະຕ້ອງແລ່ນ ຜ່ານທາງຄວາມຄິດຂອງລາວ:

“ບຸດມະນຸດຈະຕ້ອງຖືກທທໍລະຍົດໃຫ້ຢູ່ໃນເງື້ອມມືຂອງຄົນທັງຫລາຍ ແລະເຂົາທັງຫລາຍຈະປະຫານຊີວິດທ່ານເສຍ - ໃນວັນທີ່ສາມທ່ານຈະກັບຟື້ນຂຶ້ນມາໃໝ່” (ມັດທາຍ 17:22,23)

“ບາງເທື່ອ” ບໍ່ມັນບໍ່ແມ່ນ” ແຕ່ບາງເທື່ອ” ຂ້າພະເຈົ້າແນ່ໃຈວ່າຄວາມຄິດເຫຼົ່ານີ້ໄດ້ແລ່ນໄປ ໃນຄວາມຄິດຂອງໂຢຮັນ, ດັ່ງນັ້ນລາວຈື່ງແນມເບິ່ງ, ລາວເຮັດໃຫ້ໃຈຕົນເອງກ້າແລະຄອຍ ແນມເບິ່ງທຸກລາຍລະອຽດ, ໂຢຮັນຮູ້ດີວ່າລາວກໍາລັງເຫັນບາງສິ່ງບາງຢ່າງທີ່ສໍາຄັນຫຼາຍ, ຄວາມຈິງແລ້ວມັນຄືສິ່ງທີ່ສໍາຄັນທີ່ສຸດທີ່ລາວເຄີຍເຫັນມາກ່ອນ, ຂ້າພະເຈົ້າຄິດວ່າໂຢຮັນຮູ້ ຈັກເລື່ອງນັ້ນດີ, ຂ້າພະເຈົ້າແມ່ນແຕ່ກະທັ່ງຄິດວ່າລາວຮູ້ດີວ່າມື້ໜື່ງລາວຈະຕ້ອງຂຽນກ່ຽວ ກັບເລື່ອງນີ້! ລາວຕ້ອງເຂົ້າໃຈໃຫ້ມັນຖືກ, ລາວຈະຕ້ອງຈື່ທຸກໆລາຍລະອຽດ, ຄືກັບເອີເນັສ ເຮມິງເວລາວຄິດວ່າລາວຈະຕ້ອງຂຽນມັນ“ໃຫ້ຖືກຕ້ອງສົມບູນ - ສົມບູນພ້ອມກັບບໍ່ມີຄວາມ ຜິດຫຼືໂກງໃນທຸກຮູບແບບ” ດັ່ງນັ້ນໂຢຮັນຈື່ງແນມເບີ່ງທຸກສິ່ງທຸກຢ່າງດ້ວຍຄວາມລະມັດລະ ວັງແລະບັນທຶກທຸກຢ່າງລົງໃນສະໝອງຂອງລາວ,

ມັນບໍ່ແມ່ນສິ່ງທີ່ພວກເຮົາເຮັດບໍເມື່ອມີຄົນທີ່ເຮົາຮັກຕາຍ? ພວກເຮົາຈື່ໄດ້ວ່າພວກ ເຮົາຢູ່ໃສ, ພວກເຮົາຈື່ໄດ້ເຖິງລາຍລະອຽດນ້ອຍໆ, ພວກເຮົາເປີດກະແຊັດທີ່ຢູ່ໃນສະ ໝອງຂອງເຮົາຫຼີ້ນຄືນໃໝ່, ພວກທ່ານເຮັດແບບນັ້ນບໍ?

ຄົນອາເມລິກາທຸກຄົນທີ່ອາຍຸລຸ້ນດຽວກັບຂ້າພະເຈົ້າຈື່ລາຍລະອຽດຕ່າງໆໄດ້ໃນມື້ທີ່ປະທານາທິບໍດີເຄັນເນດີຖືກຍິງ, ມັນບັນທຶກຢູ່ໃນສະໝອງຂອງພວກເຮົາຕະຫຼອດການ, ຂ້າ ພະເຈົ້າສາມາດຈື່ເຖິງລາຍລະອຽດທີ່ນ້ອຍທີ່ສຸດໃນມື້ທີ່ແມ່ຕູ້ຂອງຂ້າພະເຈົ້າຕາຍໄດ້- ແລະ ນັ້ນຄື 58 ປີກ່ອນຕອນທີ່ຂ້າພະເຈົ້າໄດ້ 15 ປີ, ຂ້າພະເຈົ້າສາມາດຈື່ລາຍລະອຽດນ້ອຍໆ ໃນມື້ທີ່ແມ່ຫວານໃຈຂອງຂ້າພະເຈົ້າຕາຍໄດ້, ຂ້າພະເຈົ້າຮູ້ດີວ່າຕົນເອງຢູ່ໃສ, ຂ້າພະ ເຈົ້າຮູ້ດີວ່າຕົນເອງກໍາລັງອ່ານຫຍັງຢູ່, ຂ້າພະເຈົ້າຮູ້ດີວ່າຫ້ອງຢູ່ໂຮງໝໍເປັນແນວໃດແດ່, ຂ້າພະເຈົ້າຈື່ວ່າມີຮູບຫຍັງຕິດຢູ່ເທິງຝາ, ຂ້າພະເຈົ້າຈື່ໄດ້ວ່າເພີ່ນເບິ່ງເປັນແນວໃດແດ່, ຂ້າ ພະເຈົ້າຈື່ໄດ້ວ່າພະຍາບານເວົ້າຫຍັງແດ່, ຂ້າພະເຈົ້າຈື່ໄດ້ວ່າທ່ານໝໍເປັນແນວໃດແດ່, ຂ້າ ພະເຈົ້າຈື່ເສື້ອທີ່ໝໍໃສ່ໄດ້, ຂ້າພະເຈົ້າຈື່ກິ່ນຂອງໂຮງໝໍໄດ້, ລາຍລະອຽດເຫຼົ່ານີ້ມັນຝັງຢູ່ໃນ ສະໝອງຂອງຂ້າພະເຈົ້າຕະຫຼອດໄປ.

ແລະນັ້ນແລະຄືຫົນທາງທີ່ເກີດຂື້ນກັບໂຢຮັນໃນມື້ນັ້ນ,ລາວບໍ່ສາມາດທີ່ຈະລືມສິ່ງທີ່ ລາວເຫັນໃນວັນທີ່ພຣະເຢຊູຕາຍເທິງໄມ້ກາງແຂນໄດ້.

“ແຕ່ທະຫານຄົນໜຶ່ງເອົາຫອກແທງຂ້າງຂອງພຣະອົງ ແລະເລືອດກັບນ້ຳກໍໄຫລອອກມາທັນທີ ຄົນນັ້ນທີ່ເຫັນກໍເປັນພະຍານ ແລະຄຳພະຍານຂອງເຂົາກໍເປັນຄວາມຈິງ ແລະເຂົາກໍຮູ້ວ່າເຂົາເວົ້າຄວາມຈິງ ເພື່ອທ່ານທັງຫລາຍຈະໄດ້ເຊື່ອ”(ໂຢຮັນ 19:34,35)

ດຣ.ອາຊີເອັຈເລັນສະກີໄດ້ກ່າວວ່າ“ນີ້ແມ່ນຄວາມຈິງທີ່[ພວກນອກຮີກເຊຣິນທັສແລະ]ພວກ ຢອສຕິກປະຕິເສດ,ໃນການຄາດຄະເນໂລໂກສ[ພຣະທໍາ]ບໍ່ໄດ້ກາຍເປັນເນື້ອໜັງ,ພຣະວິນ ຍານຫຼືໂລໂກສ(ອີອອນຂອງພຣະຄຣິດຕາມທີ່ພວກເຂົາຕັ້ງນິຍາມໃຫ້)ຊື່ງໄດ້ສະເດັດມາຫາພຣະເຢຊູໄດ້ອອກໄປຈາກພຣະອົງກ່ອນຄວາມຫຼົງໄຫຼນີ້, ພຣະຄຣິດ...ບໍ່ສາມາດທຸກທໍລະ ມານໄດ້ຊື່ງເປັນຄືກັບລັດທິໂດເຊັດ, ພວກນອກຮີດນີ້ໄດ້ອ້າງການສາມັກຄີທໍາຫຼືການເຮັດ ພິທີລະນຶກໂດຍປາສະຈາກການເສຍສະຫຼະແລະໂລຫິດຊໍາລະລ້າງຂອງພຣະເຢຊູພຣະບຸດຂອງພຣະອົງ(ຂອງພຣະເຈົ້າ), ນີ້ແມ່ນຄໍາອ້າງຂອງທຸກຄົນທີ່ໃນປະຈຸບັນນີ້ດູຖູກ[ດູໝີ່ນ] ‘ຫຼັກຄໍາສອນວ່າດ້ວຍເລືອດ’ ‘ໂລຫິດ’ ແມ່ນຖືກເຈາະຈົງຫຼາຍກວ່າ ‘ຄວາມຕາຍ’ ເພາະວ່າ ‘ໂລຫິດ’ໝາຍເຖິງການເສຍສະຫຼະ, ມັນຄືໂລຫິດນັ້ນທີ່ຫຼັ່ງໄຫຼ, ລູກແກະຂອງພຣະເຈົ້າໄດ້ ຫຼັ່ງພຣະໂລຫິດຂອງພຣະອົງໃນການໄຖ່...ມັນຄືພຣະໂລຫິດ ‘ຂອງພຣະເຢຊູພຣະບຸດຂອງ ພຣະອົງ’ ຂອງພຣະເຢຊູໃນຖານະມະນຸດຜູ້ຊື່ງມີທໍາມະຊາດມະນຸດແລະຍັງເປັນໂລຫິດຜູ້ ເປັນ ‘ພຣະບຸດຂອງພຣະອົງ’ ໂລໂກສຂອງຊີວິດພຣະບຸກຄົນທີ່ສອງຂອງພຣະເຈົ້າຜູ້ຊື່ງ ກາຍມາເປັນເນື້ອໜັງ(ໂຢຮັນ 1:14)ເປັນໂລຫິດຂອງ,ເມື່ອຫຼັ່ງໄຫຼມີລິດອໍານາດທີ່ຈະຊໍາລະ ລ້າງພວກເຮົາອອກຈາກຄວາມບາບທຸກຢ່າງໄດ້” (R. C. H. Lenski, Th.D., The Interpretation of the Epistles of St. John, Augsburg Publishing House, 1966, p. 389; comments on I John 1:7).

ດຣ.ເລັນສະກີເປັນພວກລູເທີແຣນ, ແຕ່ຂ້າພະເຈົ້າບໍ່ສົນໃຈໃນສິ່ງທີ່ຄົນອື່ນ(ຂ້າພະ ເຈົ້າໝາຍເຖິງທຸກຄົນ)ເວົ້າ - ລາວເວົ້າຖືກແນ່ນອນ - ແລະລາວກໍເວົ້າຖືກຫຼາຍຊື່ງຢູ່ໃນ “ສາສະໜາສາດວ່າດ້ວຍເລື່ອງເລືອດເກົ່າແກ່”ວ່າໄດ້ຖືກປະຕິເສດ.

“ເພາະວ່າເລືອດຄືສິ່ງທີ່ລຶບມົນທິນບາບແຫ່ງຈິດວິນຍານ” (ລະບຽບພວກເລວີ 17:11)

“ແດ່ພຣະອົງຜູ້ຊົງຮັກເຮົາທັງຫລາຍ ແລະໄດ້ຊົງຊຳລະບາບຂອງເຮົາດ້ວຍພຣະໂລຫິດຂອງພຣະອົງ”(ພະນິມິດ 1:5)

ຂ້າພະເຈົ້າມັກທີ່ຈະຮ້ອງມັນໂດຍບໍ່ມີຄວາມຢ້ານ, ຂ້າພະເຈົ້າມັກທີ່ຈະຮ້ອງມັນຢູ່ໃນໂບດ ຂອງຈອນແມັກອາເທີ! ລາວຫຼຸດຄ່າພຣະໂລຫິດລົງ, ຂ້າພະເຈົ້າຢາກຈະຮ້ອງໃຫ້ຈອນແມັກ ອາເທີເອງຟັງ!

ທ່ານເຄີຍມາຫາພຣະເຢຊູເພື່ອໃຫ້ລ້າງໃຫ້ສະອາດບໍ?
ທ່ານໄດ້ລ້າງໃນໂລຫິດພຣະເຢຊູ
ດຽວນີ້ທ່ານວາງໃຈໃນພຣະຄຸນພຣະເຢຊູບໍ?
ທ່ານໄດ້ລ້າງໃນໂລຫິດພຣະເຢຊູ
ທ່ານຖືກລ້າງໃນໂລຫິດ
ຈິດວິນຍານທ່ານຖືກລ້າງໃນໂລຫິດພຣະເຢຊູບໍ?
ເສື້ອທ່ານມີຮ່ອຍດ່າງບໍ ທ່ານສະອາດຄືສໍາລີບໍ?
ທ່ານໄດ້ລ້າງໃນໂລຫິດພຣະເຢຊູ
(“Are You Washed in the Blood?” by Elisha A. Hoffman, 1839-1929).

ອີກອັນໜື່ງແມ່ນຫຍັງທີ່ຜິດກັບ “ສາສະໜາສາດວ່າດ້ວຍເລື່ອງໂລຫິດເກົ່າແກ່”? ດຣ.ມາຕິນລອຍໂຈນໄດ້ກ່າວວ່າ ‘ຜູ້ຄົນກຽດຊັງ ‘ຫຼັກຄໍາສອນວ່າດ້ວຍພຣະໂລຫິດ’ ນີ້ແຕ່ ວ່າບໍ່ມີຫຼັກຄໍາສອນສາສະໜາສາດໃດທີ່ມີຄ່ານອກຈາກການຫຼັ່ງໂລຫິດຂອງພຣະຄຣິດ” (Martyn Lloyd-Jones, M.D., Assurance (Romans 5), Banner of Truth Trust, 1971, p. 148)

ອັນທີ່ຈິງມີພຽງແຕ່ສອງສາສະໜາສາດເທົ່ານັ້ນ - ສາສະໜາສາດເລື່ອງການເຮັດດີ ແລະສາສະໜາເລື່ອງພຣະໂລຫິດຂອງພຣະຄຣິດ, ສາສະໜາສາດຂອງຟີນນີ່ແລະສາສະ ໜາສາດຂອງລູເທີ, ສາສະໜາສາດເລື່ອງການຕັດສີນໃຈນິຍົມແລະສາສະໜາສາດເລື່ອງ ການປະຕິຮູບ - ພຽງແຕ່ສອງສາສະໜາສາດເທົ່ານັ້ນເລືອກເອົາເອງ, ຂ້າພະເຈົ້າຫວັງວ່າ ພວກທ່ານຈະເລືອກໂຕທີ່ຖືກຕ້ອງເພາະ “ຖ້າບໍ່ມີໂລຫິດໄຫຼອອກແລ້ວກໍຈະບໍ່ມີການອະໄພ ບາບເລີຍ”(ເຮັບເລີ 9:22), ຄາອິນມາພ້ອມກັບການເອົາຜັກມາຖະວາຍ(ການກະທໍາຕ່າງໆ ຄໍາອະທິຖານຕ່າງໆ,ການຕັດສິນໃຈຕ່າງໆ) ນ້ອງຊາຍຂອງລາວອາເບວມາຫາພຣະເຈົ້າ ພ້ອມກັບເຄື່ອງບູຊາທີ່ມີເລືອດ, ຄາອິນຖືກປະຕິເສດ,ອາເບວໄດ້ຮັບຄວາມລອດ,ນັ້ນແລະຄື ພາບອະທິບາຍເຖິງສອງທາງ - ຄວາມລອດໂດຍການກະທໍາຫຼືຄວາມລອດໂດຍພຣະໂລ ຫິດ, ມັນຢູ່ໃນພຣະຄໍາພີຈະແຈ້ງແລະຊັດເຈນ! ຜູ້ຄົນຈະຄິດວ່າພວກເຂົາໄດ້ຮັບຄວາມລອດ ໂດຍການເປັນຄົນດີ - ຫຼືພວກເຂົາເຂົ້າໃຈດີວ່າພວກເຂົາບໍ່ສາມາດເປັນຄົນດີພໍໄດ້,ສະນັ້ນ ຄວາມບາບຂອງພວກເຂົາຈະຕ້ອງຖືກລ້າງດ້ວຍພຣະໂລຫິດຂອງພຣະຄຣິດ, ດຣ.ເລັນສະກີ ໄດ້ກ່າວວ່າ “ພຣະໂລຫິດອັນປະເສີດແລະບໍລິສຸດຂອງພຣະຄຣິດພຽງຢ່າງດຽວທີ່ນໍາເຮົາຜູ້ ເປັນຄົນບາບທີ່ໜ້າສົງສານເຂົ້າສູ່ການສາມັກຄີທໍາກັບພຣະເຈົ້າ ແລະ ຮັກສາເຮົາໃຫ້ຢູ່ຫັ້ນ” (ເຫຼັ້ມດຽວກັນໜ້າ 390), ລູເທີໄດ້ກ່າວວ່າ “ພຣະໂລຫິດຂອງພຣະຄຣິດຄືພຣະໂລຫິດຂອງ ພຣະເຈົ້າ,ເປັນບຸກຄົນທີ່ນິລັນດອນແລະບໍ່ມີທີ່ສີ້ນສຸດແລະແມ່ນແຕ່ໂລຫິດຂອງພຣະອົງຢອດດຽວກໍຈະພຽງພໍຕໍ່ຄົນທັງໂລກໄດ້”(ຂໍ້ສັງເກດໃນເອຊາຢາ 53:5) ອີກເທື່ອໜື່ງທີ່ລູເທີໄດ້ ກ່າວວ່າ “ພຣະຄຣິດຊົງສາມາດສະເໜີຄວາມພໍໃຈສໍາຫຼັບຄວາມບາບຂອງໂລກດ້ວຍ ເລືອດຢອດໜື່ງຂອງພຣະອົງໄດ້”(ໝາຍເຫດໃນກາລາເຕຍ 2:16)ແລະຄັ້ງທີ່ສາມທີ່ນັກປະ ຕິຮູບຜູ້ຍິ່ງໃຫຍ່ໄດ້ກ່າວວ່າ“ພຣະອົງຄືຜູ້ທີ່ຊົງໄຖ່ເຮົາຜ່ານທາງພຣະໂລຫິດຂອງພຣະອົງ,ໂລຫິດຂອງພຣະອົງຄືເລືອດຂອງພຣະເຈົ້າ,ພຣະຜູ້ສ້າງຜູ້ຊົງລິດ,ໂລຫິດຂອງພຣະເຈົ້າຜູ້ຊົງສະຫງ່າລາສີ,ໂລຫິດຂອງພຣະບຸດຂອງພຣະເຈົ້າ, ດັ່ງນັ້ນທ່ານອັກຄະສາວົກຈື່ງເວົ້າເຖິງມັນ ແລະຈົນຮອດປະຈຸບັນນີ້ກໍຍັງຢືນຢັນວ່າມີລິດອໍານາດ”(ການອອກຄວາມເຫັນໃນ 1 ໂຢຮັນ 1:7, ພະນິມິດ 1:5).

ອັກຄະສາວົກໂຢຮັນໄດ້ກ່າວວ່າ:

“ແຕ່ທະຫານຄົນໜຶ່ງເອົາຫອກແທງຂ້າງຂອງພຣະອົງ ແລະເລືອດກັບນ້ຳກໍໄຫລອອກມາທັນທີ”(ໂຢຮັນ 19:34)

ລາວບໍ່ໄດ້ໃຫ້ຄວາມຈິງງ່າຍໆຂອງສິ່ງທີ່ເກີດຂື້ນຕໍ່ພຣະຄຣິດຢູ່ເທິງໄມ້ກາງແຂນ, ລາວຮູ້ດີ ເຖິງຄວາມສໍາຄັນຂອງພຣະໂລຫິດຂອງພຣະຄຣິດ, ໃນຈົດໝາຍສະບັບທໍາອິດຂອງໂຢຮັນ ລາວໄດ້ເວົ້າວ່າ“ພຣະໂລຫິດຂອງພຣະເຢຊູຄຣິດພຣະບຸດຂອງພຣະອົງກໍຊໍາລະເຮົາໃຫ້ປາ ສະຈາກບາບທັງສິ້ນ”(1 ໂຢຮັນ 1:7), ອີກເທື່ອໜື່ງໃນຈົດໝາຍສະບັບທີ່ໜື່ງໂຢຮັນໄດ້ເວົ້າ ວ່າ “ມີພະຍານຢູ່ສາມພະຍານໃນແຜ່ນດິນໂລກ ຄືພຣະວິນຍານ ນໍ້າ ແລະພຣະໂລຫິດ ແລະພະຍານທັງສາມນີ້ສອດຄ້ອງກັນ”(1 ໂຢຮັນ 5:8).

“ແຕ່ທະຫານຄົນໜຶ່ງເອົາຫອກແທງຂ້າງຂອງພຣະອົງ ແລະເລືອດກັບນ້ຳກໍໄຫລອອກມາທັນທີ”(ໂຢຮັນ 19:34)

ຄາວທ໌ນິໂຄລັສຟອນຊິນເຊັນດອຟ(1700-1760) ຄືໜື່ງໃນຄຣິສຕຽນຜູ້ຍິ່ງໃຫຍ່ ແຫ່ງປະຫວັດສາດ, ລາວໄດ້ກັບໃຈໃໝ່ໃນຂະນະທີ່ກໍາລັງຄິດເຖິງການທີ່ພຣະເຢຊູຫຼັ່ງໂລ ຫິດລົງເທິງໄມ້ກາງແຂນເພື່ອຊໍາລະລ້າງລາວອອກຈາກຄວາມບາບຂອງລາວ, ຖ້ອຍຄໍາ ຂອງພຣະຄຣິດຜູ້ເສຍສະຫຼະທີ່ຢູ່ເທິງຮູບທີ່ລາວເຫັນ, ໄດ້ຈັບໃຈຂອງລາວ “ທັງໝົດນີ້ເຮົາ ເຮັດເພື່ອທ່ານ ທ່ານເຮັດອັນໃດເພື່ອເຮົາ?” ຂຸນນາງໜຸ່ມຜູ້ນີ້ເຕັມໄປດ້ວຍການສໍານຶກຜິດ ເລື່ອງຄວາມບາບ, ແລະລາວຮູ້ດີວ່າຄວາມບາບຂອງລາວຖືກລ້າງໂດຍພຣະໂລຫິດຂອງ ພຣະເຢຊູ, ລາວຈື່ງເລີ່ມວຽກອັນໜື່ງທີ່ໄດ້ສົ່ງມິດຊັນນາລີຊາວມໍເຣວຽນໄປສຸດປາຍຂອງ ໂລກ, ຄວາມຈິງແລ້ວລາວເປັນຜູ້ເລິ່ມຂະບວນການມິດຊັນນາລີສະໄໝໃໝ່, ໜື່ງໃນມິດຊັນ ນາລີຂອງລາວໄດ້ນໍາຈອນເວສລີໄປຫາພຣະເຢຊູ,ສະນັ້ນລາວຈື່ງມີອິດທິພົນໃນການຟື້ນຕື່ນຂື້ນໃຫຍ່ຄັ້ງທີ່ໜື່ງແລະຂະບວນການຄັບເຄື່ອນເມໂຕດິສທັງໝົດ, ລາວມີອິດພົນຕໍ່ວິວລ່ຽມ ແຄຣີ່ຫຼາຍ(1761-1834)ຊື່ງແຄຣີ່ໄດ້ອອກໄປໃນຖານະເປັນມິດຊັນນາລີແບັບຕິດຄົນທໍາອິດ ທີ່ໄປປະເທດອິນເດຍ, ຫຼັງຈາກນັ້ນມິດຊັນນາລີແບັບຕິດເປັນຮ້ອຍໆຄົນໄດ້ຕາມລາວໄປ.

ຄໍາເທດສະໜາ ແລະ ສາສະໜາສາດຂອງຊິນເຊັນດອຟແມ່ນມີພຣະຄຣິດເປັນໃຈ ກາງແທ້, ຊິນເຊັນດອຟໄດ້ກ່າວວ່າ“ພຣະໂລຫິດຂອງພຣະຄຣິດບໍ່ພຽງແຕ່ແມ່ນຢາທີ່ຊົງອໍາ ນາດສູງສຸດສໍາຫຼັບຄວາມບາບເທົ່ານັ້ນ, ມັນຍັງເປັນອາຫານ[ຫຼັກ]ຂອງຊີວິດຄຣິສຕຽນອີກ ດ້ວຍ” ລາວເທດສະໜາຢ່າງສະໝໍ່າສະເໝີເຖິງເລື່ອງແຜຂອງພຣະຄຣິດແລະໃນເລື່ອງ ພຣະໂລຫິດຂອງພຣະຄຣິດ, ລາວເວົ້າວ່າ “ພຣະວິນຍານສະເດັດມາຫາເຮົາໂດຍທາງພຣະ ໂລຫິດສໍາຫຼັບຄວາມລອດແທ້” ລາວເວົ້າວ່າ “ຂ້ອຍຢາກນໍ້າ ພຣະອົງຊົງເຈັບປວດພຣະບຸດ ຂອງພຣະເຈົ້າ, ເພື່ອຊໍາລະລ້າງຂ້າໃນພຣະໂລຫິດຂອງພຣະອົງ” ລາວໄດ້ຂຽນເພງນີ້ໃນ ປະເທດເຢຍລະມັນແລະຈອນເວສລີໄດ້ແປມັນເປັນພາສາອັງກິດ.

ພຣະເຢຊູໂລຫິດແລະຄວາມຊອບທໍາຂອງພຣະອົງ
ຊົງເປັນຄວາມງາມແລະສະຫງ່າລາສີຂອງຂ້າ
ຖ້າມກາງໂລກທີ່ເປັນໄຟໃນຄົນເຫຼົ່ານີ້
ດ້ວຍຄວາມຍິນດີຂ້າຈະຍົກຫົວຂອງຂ້າຂື້ນ

ພຣະເຈົ້າຂ້າເຊື່ອໂລຫິດປະເສີດພຣະອົງ
ຊື່ງຢູ່ທີ່ພຣະທີ່ນັ່ງກະລຸນາຂອງພຣະເຈົ້າ
ຂໍຮ້ອງເພື່ອຄົນບາບຕະຫຼອດເປັນນິດ
ຊົງຫຼັ່ງເພື່ອຂ້າແລະວິນຍານຂອງຂ້າ

ອໍກັສຕັສໂທແພລດດີ(1740-1778)ບໍ່ແມ່ນຄົນໂງ່, ລາວເປັນຄົນມີການສຶກສາທີ່ ໂຮງຮຽນເວສມີນສເຕີແລະວິທະຍາໄລທຣິນິຕີ້ຢູ່ໃນເມືອງດັບບລິນປະເທດໄອແລນ, ລາວ ໄດ້ຮັບຄວາມລອດຕອນທີ່ອາຍຸ 15 ປີ, ລາວຖືກເຈີມຢູ່ໃນຄຣິສຕະຈັກແຫ່ງປະເທດອັງກິດ ຕອນອາຍຸໄດ້ 24 ປີ, ເອວກິນເອັສໂມເຢີໄດ້ກ່າວວ່າ “ແຊມຜູ້ຍິ່ງໃຫຍ່ຂອງພວກຄາວິນິສ ໃນຄຣິສຕະຈັກແຫ່ງປະເທດອັງກິດໄດ້ຖຽງແລະຂຽນຈົດໝາຍດ້ວຍຄວາມຈິງຈັງຫຼາຍ”(Who Was Who in Church History, Moody Press, 1968, p. 408) ຊາຍຜູ້ຍິ່ງໃຫຍ່ແລະນັກ ສຶກສາພຣະຄໍາພີຄົນນີ້ໄດ້ຂຽນເພງທີ່ພວກເຮົາຮ້ອງກ່ອນທີ່ຂ້າພະເຈົ້າຈະເທດສະໜາບົດນີ້, ໃນບົດເພງໂທແພລດດີໄດ້ເອີ້ນພຣະເຢຊູວ່າຫີນໃຫຍ່ແຫ່ງອາຍຸທັງຫຼາຍ, ຂ້າພະເຈົ້າໄດ້ຍິນ ເພງນີ້ເປັນຄັ້ງທໍາອິດຢູ່ງານສົບແມ່ຕູ້ຂອງຂ້າພະເຈົ້າຕອນທີ່ອາຍຸໄດ້ສິບຫ້າປີ, ມັນເຮັດໃຫ້ ປະທັບໃຈໃນຄວາມຄິດໜຸ່ມຂອງຂ້າພະເຈົ້າຊື່ງຂ້າພະເຈົ້າໄດ້ເອົາໜັງສືເພງມາແລ້ວອ່ານ ແລ້ວອ່ານອີກ, ມັນຢູ່ໃນບົດເພງທີ່ໜື່ງໃນເຈ້ຍເພງຂອງທ່ານ, ຂໍເຊີນຮ້ອງ.

ພຣະເຢຊູຊົງເປັນຫີນໃຫຍ່ຊົງບັງໄວ້ໃຫ້ຂ້າພົ້ນໄພ
ພຣະໂລຫິດແລະນໍ້າຫຼັ່ງໄຫຼ ອອກມາຈາກຂ້າງຂອງພຣະອົງ
ຊົງຮັກສາໂລກບາບໃຫ້ດີ ຊໍາລະຂ້າຈາກລິດບາບແລະຄວາມອາຍ
(“Rock of Ages, Cleft for Me” by Augustus M. Toplady, 1740-1778).

ມັນເປັນຄໍາອະທິຖານຕໍ່ພຣະເຢຊູຜູ້ຊື່ງຜ່າ(ຈີກອອກຈາກກັນ)ເທິງໄມ້ກາງແຂນ, ມັນ ເປັນຄໍາອະທິຖານຕໍ່ພຣະເຢຊູຂໍພຣະອົງໃຫ້ຊໍາລະລ້າງເຮົາອອກຈາກບາບໂດຍນໍ້າ ແລະ ພຣະໂລຫິດທີ່ຫຼັ່ງລົງມາຈາກແຜຂ້າງຂອງພຣະອົງ, ໂຢຮັນເຫັນພຣະໂລຫິດແລະນໍ້າອອກ ມາຈາກຂ້າງຂອງພຣະເຢຊູ, ມັນຕ້ອງໝາຍເຖິງຫອກຂອງທະຫານໄດ້ເຈາະສອດຖົງນໍ້າຢູ່ ອ້ອມຫົວໃຈຂອງພຣະເຢຊູ- ແລະເລືອດທີ່ເປັນນໍ້າກໍພຸ່ງອອກມາ, ມັນເປັນເລືອດປົນນໍ້າທີ່ ຍັງສົດແລະພ້ອມທີ່ຈະຊໍາລະລ້າງທ່ານອອກຈາກຄວາມບາບທຸກຢ່າງແລະຊ່ວຍຈິດວິນຍານຂອງທ່ານໃຫ້ພົ້ນທຸກເວລາແລະຕະຫຼອດໄປເປັນນິດ, ເມື່ອທ່ານມາຫາພຣະເຢຊູໂດຍຄວາມ ເຊື່ອທັນທີທ່ານກໍຖືກລ້າງໃຫ້ສະອາດໂດຍພຣະໂລຫິດຂອງພຣະອົງອອກຈາກຄວາມບາບ ທຸກຢ່າງໃນສາຍພຣະເນດຂອງພຣະເຈົ້າ, ຢ່າແນມຫາອາລົມຫຼືຄວາມຮູ້ສຶກ,ແຕ່ຈົງແນມ ເບິ່ງພຣະເຢຊູ, ວາງໃຈພຣະອົງໃນໃຈຂອງທ່ານ, ທ່ານຈະບໍ່ມີວັນລືມວັນທີ່ທ່ານຖືກລ້າງໃຫ້ ສະອາດໃນສາຍພຣະເນດຂອງພຣະເຈົ້າໂດຍພຣະໂລຫິດທີ່ບໍລິສຸດແລະປະເສີດຂອງພຣະ ເຢຊູໄດ້.

ໂຢຮັນໄດ້ຂຽນຂໍ້ພຣະຄໍາພີຂອງເຮົາໃນບຸກຄົນທີ່ສາມ, ແຕ່ຂ້າພະເຈົ້າຈະຂໍໃສ່ຂໍ້ ພຣະຄໍາພີຂອງເຮົາໃນບຸກຄົນທີ່ສອງເພື່ອເນັ້ນໜັກ.

“ແຕ່ທະຫານຄົນໜຶ່ງເອົາຫອກແທງຂ້າງຂອງພຣະອົງ ແລະເລືອດກັບນ້ຳກໍໄຫລອອກມາ[ທັນທີ] [ຂ້າພະເຈົ້າ]ທີ່ເຫັນກໍເປັນພະຍານ ແລະຄຳພະຍານ[ຂອງຂ້າພະເຈົ້າ]ກໍເປັນຄວາມຈິງ ແລະ[ຂ້າພະເຈົ້າ]ກໍຮູ້ວ່າ[ຂ້າພະເຈົ້າ]ເວົ້າຄວາມຈິງ ເພື່ອທ່ານທັງຫລາຍຈະໄດ້ເຊື່ອ”(ໂຢຮັນ 19:34,35)

ໂຢຮັນໄດ້ຂຽນເລື່ອງນັ້ນເພື່ອທ່ານຈະເຊື່ອແລະລອດຈາກຄວາມບາບ ແລະ ການຕັດສິນລົງ ໂທດໂດຍພຣະໂລຫິດແລະນໍ້າທີ່ໄຫຼອອກມາຈາກຂ້າງຂອງພຣະເຢຊູພຣະບຸດຂອງພຣະເຈົ້າ ຢ່າພະຍາຍາມທີ່ຈະເຂົ້າໃຈມັນໝົດ, ມັນເລິກເຊິ່ງໂພດທີ່ຈະເຂົ້າໃຈ, ໂຢຮັນຂຽນມັນເພື່ອ ທ່ານຈະເຊື່ອມັນໃນຫົວໃຈຂອງທ່ານ, ເມື່ອທ່ານວາງໃຈໃນພຣະເຢຊູເຈົ້າທ່ານກໍຖືກລ້າງຊໍາ ລະໃຫ້ສະອາດແລະທ່ານກໍລອດແລ້ວ,ເອແມນ. ຂໍເຊີນດຣ.ແຊນ ຊ່ວຍນໍາພວກເຮົາໃນ ການອະທິຖານແດ່.


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານ ດຣ.ໄຮເມີ ຢາກຈະໄດ້ຍິນຈາກທ່ານ, ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງເພີ່ນນໍາວ່າທ່ານຂຽນມາ ຈາກປະເທດໃດບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງທ່ານໄດ້, ຖ້າບົດ ເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາ ບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນ ໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ. ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີ,ທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼືຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ: ໂຢຮັນ 19:31-37.
ບັນເລງເພງກ່ອນເທດສະໜາໂດຍ ທ້າວເບັນຈາມິນຄິນເຄດກຣິຟຟິດ:
“A Crown of Thorns” (by Ira F. Stanphill, 1914-1993).