Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ພຣະໂລຫິດແຫ່ງການໄຖ່ແລະເປື່ອຍເນົ່າບໍ່ໄດ້
ຂອງພຣະເຢຊູຄຣິດ

THE INCORRUPTIBLE AND REDEEMING
BLOOD OF JESUS CHRIST
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 13/9/2015
A sermon preached at the Baptist Tabernacle of Los Angeles
Lord's Day Evening, September 13, 2015

“ທ່ານຮູ້ວ່າທ່ານບໍ່ໄດ້ຖືກໄຖ່ໄວ້ດ້ວຍສິ່ງທີ່ເສື່ອມສະລາຍໄດ້ ເຊັ່ນເງີນແລະຄໍາ... ແຕ່ຊົງໄຖ່ດ້ວຍພຣະໂລຫິດອັນມີລາຄາຫລາຍຂອງພຣະຄຣິດ ດັ່ງເລືອດລູກແກະທີ່ປາສະຈາກຕຳໜິຫລືຮ້ອຍດ່າງ”(1 ເປໂຕ1:18-19)


ວິລລ່ຽມຄາວເປີ(1731-1800)ໄດ້ຂຽນຄໍາທີ່ສວຍງາມຂອງເພງທີ່ຮູ້ຈັກກັນດີວ່າ:

ຕັ້ງແຕ່ຂ້າເຊື່ອໄດ້ເຫັນໂລຫິດ
ຂອງພຣະອົງໄຫຼຈາກກາງແຂນ
ຄວາມຮັກການໄຖ່ເປັນໃຈຄວາມຂອງຂ້າ
ແລະຈະເປັນຈົນກວ່າຂ້າຕາຍ

ນີ້ແມ່ນບົດເພງທີ່ຊີເອັຈສະເປີໂຈນ(1834-1892)ມັກທີ່ສຸດ,ນັກເທດຜູ້ຍິ່ງໃຫຍ່ໄດ້ກ່າວວ່າ:

ສໍາຫຼັບຂ້າພະເຈົ້າແລ້ວບໍ່ມີຄວາມຄິດອັນໃດທີ່ມີຄ່າຫຼືຄໍາເທດສະໜາເລື່ອງ ໃດນອກຈາກເນື້ອເລື່ອງທີ່ສໍາຄັນນີ້,ພຣະໂລຫິດຂອງພຣະເຢຊູຄຣິດຄືຊີວິດ ຂອງຂ່າວປະເສີດ(C. H. Spurgeon, "The Blood of Sprinkling," February 28, 1886, Metropolitan Tabernacle Pulpit, vol. 32, p. 121, reprinted by Dr. Bob Ross of Pilgrim Publications, P.O. Box 66, Pasadena, Texas 77501).

ເປັນຫຍັງສະເປີໂຈນເຈົ້າຊາຍແຫ່ງນັກເທດທັງຫຼາຍຈື່ງໄດ້ເວົ້າປະໂຫຍກທີ່ເຂັ້ມ ແຂງແບບນີ້?ເປັນຫຍັງລາວຈື່ງເວົ້າວ່າ“ສໍາຫຼັບຂ້າພະເຈົ້າແລ້ວບໍ່ມີຄວາມຄິດອັນໃດທີ່ມີຄ່າຫຼື ຄໍາເທດສະໜາເລື່ອງໃດ“ນອກຈາກພຣະໂລຫິດຂອງພຣະຄຣິດ? ພວກທ່ານສາມາດເຫັນ ໄດ້ໂດຍການອ່ານຄໍາເທດສະໜາເປັນຮ້ອຍໆທີ່ລາວໄດ້ເທດ,ໄດ້ຕີພິມທີ່ Metropolitan Tabernacle Pulpit ວ່າເລື່ອງນີ້ແມ່ນຄວາມຈິງ, ແຕ່ເປັນຫຍັງ?ເປັນຫຍັງນັກເທດພາສາອັງ ກິດຜູ້ຍິ່ງໃຫຍ່ທີ່ສຸດໃນໂລກຈື່ງເຮັດໃຫ້ພຣະໂລຫິດຂອງພຣະຄຣິດເປັນຫົວຂໍ້ຫຼັກຂອງລາວ ລະ? ງ່າຍໆເລີຍກໍເພາະວ່າບໍ່ມີເລື່ອງໃດໃນພຣະຄໍາພີທີ່ສໍາຄັນໄປກວ່ານັ້ນແລ້ວ. ພຣະຄໍາສອນວ່າບໍ່ມີຄວາມລອດສໍາຫຼັບມະນຸດຊາດຖ້າປາສະຈາກພຣະໂລຫິດຂອງພຣະເຢຊູຄຣິດ,ຂ້າພະເຈົ້າຢາກໃຫ້ພວກເຮົາເລັ່ງຄວາມຄິດຂອງເຮົາໃສ່ສອງສິ່ງທີ່ກ່ຽວຂ້ອງກັບພຣະໂລຫິດຂອງພຣະຄຣິດໃນຄໍ່າຄືນນີ້, ທັງສອງຈຸດມາຈາກຂໍ້ພຣະຄໍາພີໃນ 1 ເປໂຕ 1:18-19.


1. ພຣະໂລຫິດຂອງພຣະຄຣິດແມ່ນບໍ່ເປື່ອຍເນົ່າ.

2. ພຣະໂລຫິດຂອງພຣະຄຣິດແມ່ນສິ່ງຈໍາເປັນສໍາຫຼັບການໄຖ່ບາບຂອງທ່ານ.

I. ໜື່ງ ພຣະໂລຫິດຂອງພຣະຄຣິດເປື່ອຍເນົ່າບໍ່ໄດ້.

ໃນເພງສັນລະເສີນພຣະຄໍາຂອງພຣະເຈົ້າໄດ້ໃຫ້ຄໍາທໍານວາຍນີ້ຊື່ງສໍາເລັດລົງໃນ ພຣະຄຣິດວ່າ:

“ພຣະອົງຈະບໍ່ຊົງຖີ້ມຈິດວິນຍານຂອງຂ້າພະອົງໄວ້ໃນນາລົກ ທັງຈະບໍ່ ຊົງໃຫ້ອົງບໍລິສຸດຂອງພຣະອົງເປື່ອຍເນົ່າໄປ”(ເພງສັນລະເສີນ 16:10)

ຄໍາພາສາຮິບຣູສໍາຫຼັບ“ຄວາມເປື່ອຍເນົ່າ”ໝາຍເຖິງ“ການທໍາລາຍ” ຫຼື “ຜຸຜັງ” (ອ້າງຈາກ Strong's Concordance).

ຂໍ້ນີ້ຈາກໜັງສືເພງສັນລະເສີນແມ່ນຖືກອ້າງເຖິງຢູ່ໃນພັນທະສັນຍາໃໝ່

“ເພາະພຣະອົງຈະບໍ່ຊົງຖິ້ມຈິດວິນຍານຂອງຂ້າພະອົງໄວ້ໃນນາລົກ ທັງຈະບໍ່ຊົງໃຫ້ອົງບໍລິສຸດຂອງພຣະອົງເປື່ອຍເນົ່າໄປ...ດາວິດກໍຊົງລ່ວງຮູ້ເຫດ ການນີ້ກ່ອນ ຈຶ່ງຊົງກ່າວເຖິງການຄືນພຣະຊົນຂອງພຣະຄຣິດວ່າ ຈິດວິນຍານຂອງພຣະອົງບໍ່ຕ້ອງປະໄວ້ໃນນາລົກ ທັງເນື້ອໜັງຂອງພຣະອົງກໍບໍ່ເປື່ອຍເນົ່າໄປ”(ກິດຈະການ 2:27,31).

ບາງຄົນໃນຍຸກຂອງພວກເຮົາເວົ້າວ່າເນື້ອໜັງຂອງພຣະຄຣິດຊົງເປັນຂື້ນມາຈາກຕາຍສ່ວນພຣະໂລຫິດຂອງພຣະອົງຖືກດູດເຂົ້າໄປໃນຂີ້ຝຸ່ນອ້ອມຮອບໄມ້ກາງແຂນ ແລະ ສູນສິ້ນໄປ, ແຕ່ພຣະຄໍາພີກໍໄດ້ບອກໄວ້ໃນຂໍ້ອື່ນໆຊື່ງກ່າວວ່າພຣະໂລຫິດຂອງພຣະຄຣິດແມ່ນບໍ່ເປື່ອຍ ເນົ່າເຊັ່ນດຽວກັນ.

“ທ່ານຮູ້ວ່າທ່ານບໍ່ໄດ້ຖືກໄຖ່ໄວ້ດ້ວຍສິ່ງທີ່ເສື່ອມສະລາຍໄດ້ ເຊັ່ນເງີນແລະຄໍາ... ແຕ່ຊົງໄຖ່ດ້ວຍພຣະໂລຫິດອັນມີລາຄາຫລາຍຂອງພຣະຄຣິດ”(1 ເປໂຕ1:18-19).

ຄໍາວ່າ“ເປື່ອຍເນົ່າໄດ້”ຢູ່ໃນຂໍ້ນີ້ແມ່ນມາຈາກຄໍາວ່າ“ສູນສິ້ນໄປ” ຫຼື “ທໍາລາຍ” ຂໍ້ ພຣະຄໍາພີສະແດງໃຫ້ເຫັນວ່າພຣະໂລຫິດຂອງພຣະຄຣິດບໍ່ສາມາດສູນສິ້ນໄປຫຼືຖືກທໍາລາຍໄດ້, ເງີນແລະຄໍາຄືສິ່ງທີ່ສູນສິ້ນໄປໄດ້ນ້ອຍທີ່ສຸດຂອງວັດຖຸຕ່າງໆທັງໝົດທີ່ຢູ່ໃນໂລກນີ້, ແຕ່ແມ່ນແຕ່ເງີນ ແລະ ຄໍາກໍຈະສູນສິ້ນໄປເມື່ອໂລກນີ້ຖືກເຜົາໃນການຕັດສິນລົງໂທດຂອງ ພຣະເຈົ້າ, ພວກເຮົາຖືກບອກວ່າ“ໂລກທາດຈະສະລາຍໄປດ້ວຍຄວາມຮ້ອນອັນແຮງກ້າ ແລະແຜ່ນດິນໂລກກັບການງານທັງປວງທີ່ມີຢູ່ໃນນັ້ນຈະຕ້ອງໄໝ້ເສຍສິ້ນດ້ວຍ...ສິ່ງທັງ ປວງຈະຕ້ອງລະລາຍໄປຫມົດສິ້ນ”(2 ເປໂຕ 3:10-11), ທາດຕ່າງໆ(ພາສາກຣີກໝາຍ ເຖິງ“ອາຕອມຕ່າງໆ”)ຈະຖືກເຜົາໄໝ້, ທຸກສິ່ງທີ່ຢູ່ໃນໂລກຈະ“ລະລາຍ”(ເວົ້າແທ້ຄືຖືກ“ທໍາ ລາຍ”)ໂດຍໄຟຂອງພຣະເຈົ້າ, ສິ່ງນັ້ນລວມທັງເງີນແລະຄໍາ“ສິ່ງທັງປວງຈະຕ້ອງລະລາຍໄປຫມົດສິ້ນ”

ແຕ່ 1 ເປໂຕ 1:18-19 ບອກເຮົາວ່າພວກເຮົາບໍ່ໄດ້ຖືກໄຖ່ດ້ວຍສິ່ງທີ່ເສື່ອມສະ ລາຍໄດ້“ແຕ່ດ້ວຍພຣະໂລຫິດອັນປະເສີດຂອງພຣະຄຣິດ” ຂໍ້ນີ້ໄດ້ສະແດງໃຫ້ເຮົາເຫັນຊັດ ເຈນເຖິງຄວາມບໍ່ເສື່ອມສະລາຍໄດ້,ສູນສິ້ນໄປບໍ່ໄດ້,ແລະບໍ່ລະລາຍໄດ້(ເຫຼັ້ມສະຕຣອງ) ພຣະໂລຫິດຂອງພຣະຄຣິດ!

ບົດຄວາມໜື່ງຢູ່ໃນແມັກກາຊີນ Frontline ໄດ້ກ່າວວ່າ:

ເມື່ອພຣະໂລຫິດຂອງພຣະຄຣິດໄຫຼ,ມັນບໍ່ໄດ້ແຂງຕົວແລະຫາຍໄປເຂົ້າໄປໃນຝຸ່ນຂອງພື້ນດິນ, ມັນເປັນໄປບໍ່ໄດ້ເພາະພຣະຄໍາຂອງພຣະເຈົ້າໄດ້ກ່າວ ວ່າມັນຄືພຣະໂລຫິດທີ່ເປື່ອຍເນົ່າບໍ່ໄດ້,ຂີ້ຊາຍເທິງພູແຫ່ງໄມ້ກາງແຂນບໍ່ໄດ້ ດູດຊື່ມພຣະໂລຫິດອັນປະເສີດຂອງລູກແກະຂອງພຣະເຈົ້າ, ນັບຕັ້ງແຕ່“ທີ່ ເປື່ອຍເນົ່າບໍ່ໄດ້”ເມື່ອປະຍຸກໃຊ້ກັບຮ່າງກາຍຂອງພຣະຄຣິດແນ່ໃສ່ການຟື້ນຄືນໃໝ່ຂອງຮ່າງກາຍ,ພຣະໂລຫິດທີ່ເປື່ອຍເນົ່າບໍ່ໄດ້ສາມາດໝາຍເຖິງຢ່າງດຽວວ່າພຣະໂລຫິດຂອງພຣະຄຣິດຖືກປຸກໃຫ້ຟື້ນໂດຍກິດຈະກໍາທີ່ເໜືອທໍາມະຊາດອັນດຽວກັນ Frontline magazine, March/April 2001, p. 5).

ເມື່ອພຣະເຢຊູຊົງຟື້ນຂື້ນມາຈາກຄວາມຕາຍພຣະອົງຊົງກ່າວວ່າ:

“ຈົ່ງເບິ່ງມືຂອງເຮົາແລະຕີນຂອງເຮົາວ່າເປັນເຮົາເອງຈົ່ງຄຳໂຕເຮົາເບິ່ງ ເພາະວ່າຜີບໍ່ມີເນື້ອແລະກະດູກເໝືອນທ່ານເຫັນເຮົາມີຢູ່ນັ້ນ” (ລູກາ 23:39)

ພວກສາວົກພາກັນຕື່ນທີ່ເຫັນພຣະເຢຊູຊົງຟື້ນຈາກຕາຍ, ພວກເຂົາ“ສະດຸ້ງຕົກໃຈຢ້ານຄິດວ່າເຫັນຜີ”(ລູກາ 24:37), ມີຫຼາຍຄົນໃນປະຈຸບັນນີ້ທີ່ຄິດວ່າພຣະເຢຊູຊົງຟື້ນຂື້ນໃນຖາ ນະເປັນຜີໂຕໜື່ງ, ຂໍ້ພຣະຄໍາພີເຫຼົ່ານີ້ຖືກກັບມຸມມອງເລື່ອງ“ຄໍາສອນວ່າດ້ວຍເລື່ອງວິນ ຍານພຣະຄຣິດ, ພຣະອົງຊົງຟື້ນຂື້ນຈາກຕາຍພ້ອມດ້ວຍເນື້ອໜັງແລະກະດູກ, ພຣະອົງຊົງ ບອກພວກສາວົກໃຫ້ເບິ່ງຮອຍຕະປູຢູ່ທີ່ມືແລະຕີນຂອງພຣະອົງ.

“ແລ້ວພຣະອົງຕັດກັບໂທມັດວ່າ ຈົ່ງຍື່ນນິ້ວມາບ່ອນນີ້ແລະເບິ່ງມືຂອງເຮົາ ຈົ່ງຍື່ນມືອອກຄຳທີ່ຂ້າງຂອງເຮົາ ຢ່າຂາດຄວາມເຊື່ອເລີຍ ແຕ່ຈົ່ງເຊື່ອເຖີດ” (ໂຢຮັນ 20:27).

ພຣະຄຣິດຊົງບອກໂທມັດໃຫ້ຍື່ນມືຂອງລາວແຕະຮູຢູ່ຂ້າງຂອງພຣະອົງທີ່ຖືກເຈາະໂດຍ ຫອກຂອງທະຫານຕອນທີ່ພຣະອົງຢູ່ເທິງໄມ້ກາງແຂນ.

ປະເດັ່ນຂອງຂ້າພະເຈົ້າຄື: ພຣະຄຣິດຊົງບອກພວກສາວົກໃຫ້ແນມເບິ່ງຮູຢູ່ໃນມື, ຕີນແລະຂ້າງຂອງພຣະອົງ, ເລືອດໜ້າຈະໄຫຼອອກມາຈາກຮອຍບາດແຜເຫຼົ່ານັ້ນ,ຖ້າຫາກ ຍັງມີເລືອດເຫຼືອຢູ່ໃນການຟື້ນຂື້ນມາຂອງພຣະອົງ“ເນື້ອໜັງແລະກະດູກ” ແຕ່ບໍ່ມີເລືອດ ເຫຼືອຢູ່ໃນຮ່າງກາຍຂອງພຣະອົງ, ເລືອດໄດ້ຖືກຟື້ນຂື້ນມາໃໝ່ແລ້ວໂດຍລິດອໍານາດຂອງ ພຣະເຈົ້າ.

ຕອນທີ່ມາຣີໄທມັກດາລາໄດ້ພົບພຣະເຢຊູຫຼັງຈາກທີ່ພຣະອົງຊົງຟື້ນຂື້ນມາຈາກ ຄວາມຕາຍແລ້ວ,ພຣະອົງຊົງບອກກັບນາງວ່າ:

“ຢ່າແຕະຕ້ອງເຮົາ ເພາະເຮົາຍັງບໍ່ໄດ້ຂຶ້ນໄປຫາພຣະບິດາຂອງເຮົາ ແຕ່ຈົ່ງໄປຫາພວກພີ່ນ້ອງຂອງເຮົາ ແລະບອກເຂົາວ່າ ເຮົາຈະຂຶ້ນໄປຫາພຣະບິດາຂອງເຮົາແລະພຣະບິດາຂອງທ່ານທັງຫລາຍ ແລະໄປຫາພຣະເຈົ້າຂອງເຮົາແລະພຣະເຈົ້າຂອງທ່ານທັງຫລາຍ” (ໂຢຮັນ 20:17).

ແມ່ນແລ້ວບໍ່ດົນຫຼັງຈາກນັ້ນພວກສາວົກ“ກໍເຂົ້າມາກອດພຣະບາດຂອງພຣະອົງ”(ມັດທາຍ 28:9),ພຣະອົງບໍ່ໄດ້ໃຫ້ມາຣີແຕະຕ້ອງພຣະອົງເພາພຣະອົງຍັງບໍ່ໄດ້ສະເດັດກັບໄປຫາພຣະເຈົ້າ,ແຕ່ໃນເວລາສັ້ນໆຕໍ່ມາພຣະອົງກໍຊົງອະນຸຍາດໃຫ້ພວກສາວົກເຂົ້າມາກອດຕີນຂອງ ພຣະອົງໄດ້, ສະບັບສະກໍຟິວໄດ້ໝາຍເຫດເພື່ອອະທິບາຍເລື່ອງນີ້ໃຫ້ເຮົາຊື່ງສໍາຫຼັບຂ້າພະ ເຈົ້າແລ້ວເບິ່ງຄືວ່າມັນສົມບູນແບບຕາມພຣະຄໍາພີວ່າ:

ພຣະເຢຊູຊົງກ່າວກັບມາຣີໃນຖານະປະໂລຫິດໃຫຍ່ທີ່ກໍາລັງເຮັດໜ້າທີ່ໃນ ວັນແຫ່ງການໄຖ່ບາບ(ໜັງສືລະບຽບພວກເລວີ 16),ໄດ້ເຮັດໃຫ້ການເຜົາບູ ຊາສໍາເລັດ,ພຣະອົງກໍາລັງໄປຕາມທາງຂອງພຣະອົງເພື່ອນໍາສະເໜີເລືອດບໍລິສຸດໃນເມືອງສະຫວັນ ແລະ ໃນລະຫວ່າງນັ້ນທີ່ພົບກັບນາງມາຣີຢູ່ໃນ ສວນ ແລະ ການພົບຢູ່ໃນມັດທາຍ 28:9 ພຣະອົງໄດ້ສະເດັດສູ່ສະຫວັນ ແລະສະເດັດກັບມາ,ມຸມມອງໜື່ງໃນຄວາມສອດຄ່ອງກັບປະເພດຕ່າງໆ(Scofield note on John 20:17).

ນີ້ແມ່ນແນວຄິດດຽວກັນກັບທີ່ດຣ.ຈອນອາໄຣສ໌ເຊື່ອ

ປະໂລຫິດໃຫຍ່ໃນພຣະຄໍາພີເດີມໄດ້ເອົາເລືອດແລ້ວພົມມັນລົງເທິງພຣະທີ່ນັ່ງກະລຸນາໃນສະຖານທີ່ບໍລິສຸດທີ່ສຸດ, ດັ່ງນັ້ນພຣະຄຣິດຈື່ງໄດ້ເອົາພຣະໂລຫິດຂອງພຣະອົງເຂົ້າສູ່ ເມືອງສະຫວັນລະຫວ່າງການພົບນາງມາຣີແລະການພົບກັບພວກສາວົກຂອງພຣະອົງ.

“ແຕ່ເມື່ອພຣະຄຣິດໄດ້ສະເດັດມາເປັນມະຫາປະໂລຫິດແຫ່ງສິ່ງປະເສີດຊຶ່ງຈະມາເຖິງໂດຍທາງພັບພາອັນໃຫຍ່ຍິ່ງກວ່າແລະສົມບູນຍິ່ງກວ່າແຕ່ກ່ອນ ທີ່ບໍ່ໄດ້ສ້າງຂຶ້ນດ້ວຍມື ແລະ ເວົ້າໄດ້ວ່າບໍ່ໄດ້ເປັນຢ່າງຂອງໂລກນີ້ ພຣະອົງສະເດັດເຂົ້າໄປໃນທີ່ບໍລິສຸດພຽງເທື່ອດຽວເທົ່ານັ້ນ ແລະພຣະອົງບໍ່ໄດ້ຊົງນຳເລືອດແບ້ແລະເລືອດລູກງົວເຂົ້າໄປ ແຕ່ຊົງນຳພຣະໂລຫິດຂອງພຣະອົງເອງເຂົ້າໄປ ແລະຊົງສຳເລັດການໄຖ່ບາບຊົ່ວນິລັນດອນແກ່ເຮົາ” (ເຮັບເລີ 9:11-12)

ສັງເກດວ່າຂໍ້ພຣະຄໍາພີຂໍ້ນີ້ເວົ້າວ່າພຣະອົງຊົງເຂົ້າໄປ“ໃນທີ່ບໍລິສຸດພຽງເທື່ອດຽວເທົ່ານັ້ນ” ມັນຈະຕ້ອງເປັນບາງຊ່ວງໃນການສະເດັດກັບສູ່ສະຫວັນຂອງພຣະອົງເພາະພຣະຄໍາພີໄດ້ ກ່າວວ່າ:

“ຄັ້ນອົງພຣະຜູ້ເປັນເຈົ້າຕັດສັ່ງເຂົາແລ້ວ ພຣະອົງຊົງຖືກຮັບຂຶ້ນໄປໃນສະຫວັນ ປະທັບເບື້ອງຂວາພຣະຫັດຂອງພຣະເຈົ້າ”(ມາລະໂກ 16:19).

ພວກເຮົາຖືກບອກຊໍ້າຄືນຢູ່ໃນພັນທະສັນຍາໃໝ່ວ່າພຣະອົງຊົງນັ່ງທີ່ມືຂວາຂອງພຣະເຈົ້າ ແລະຂໍ້ນີ້ບອກພວກເຮົາວ່າພຣະອົງຊົງໄປນັ່ງບ່ອນນັ້ນທັນທີຫຼັງຈາກທີ່ພຣະອົງຊົງຕັດກັບ ພວກສາວົກແລະສະເດັດກັບສູ່ສະຫວັນ,ເລື່ອງນີ້ກໍເຮັດໃຫ້ຢ່າງໜ້ອຍກໍເປັນໄປໄດ້ທີ່ວ່າພຣະອົງໄດ້ສະເດັດກັບໄປແຕ່ກ່ອນແລະວາງພຣະໂລຫິດຂອງພຣະອົງລົງໃນ“ສະຖານທີ່ບໍລິສຸດ”(ເຮັບເລີ 9:12)ໃນສະຫວັນ.

“ທ່ານຮູ້ວ່າທ່ານບໍ່ໄດ້ຖືກໄຖ່ໄວ້ດ້ວຍສິ່ງທີ່ເສື່ອມສະລາຍໄດ້ ເຊັ່ນເງີນແລະຄໍາ... ແຕ່ຊົງໄຖ່ດ້ວຍພຣະໂລຫິດອັນມີລາຄາຫລາຍຂອງພຣະຄຣິດ” (1 ເປໂຕ1:18-19)

ພຣະໂລຫິດຂອງພຣະຄຣິດຕອນນີ້ຢູ່ທີ່ພຣະທີ່ນັ່ງກະລຸນາຢູ່ເມືອງສະຫວັນ, ມັນເສື່ອມສະ ລາຍບໍ່ໄດ້, ມັນບໍ່ສາມາດສູນສິ້ນຫຼືຜຸຜັງໄດ້, ທັງໝົດນີ້ແມ່ນເລື່ອງອັດສະຈັນ,ແນ່ນອນເອົາ ການອັດສະຈັນອອກໄປກໍບໍ່ມີຊາວຄຣິສຕຽນ-ເປັນພຽງແຕ່ສິນທໍາ, ແຕ່ເລື່ອງນີ້ບໍ່ແມ່ນມາຍາ ກົນ, ທ່ານບໍ່ສາມາດບິດເບືອນພຣະໂລຫິດຂອງພຣະຄຣິດໄດ້, ບໍ່ມີມາຍາກົນ! ພຣະໂລຫິດ ເປັນສິ່ງທີ່ເໜືອທໍາມະຊາດ,ແຕ່ມັນກໍບໍ່ໄດ້ຕອບສະໜອງມາຍາກົນ, “ການຕັດສິນໃຈນິຍົມ”ຄື ມາຍາກົນ! ນັ້ນແລະເປັນເຫດຜົນທີ່ພວກເຮົາປະຕິເສດມັນ, ພຣະເຈົ້າທີ່ເປັນຜູ້ຕັດສິນໃຈທີ່ ຈະລ້າງຊໍາລະເຮົາດ້ວຍພຣະໂລຫິດ.

ຂ້າພະເຈົ້າຮູ້ດີວ່າດຣ.ຈອນແມັກອາເທີບໍ່ເຊື່ອໃນຈຸດນີ້,ຂ້າພະເຈົ້າຍັງຮູ້ດີວ່າລາວໄດ້ຄວາມຄິດຜິດໆຂອງລາວໃນເລື່ອງພຣະໂລຫິດມາຈາກຄົນແປກໜ້າທີ່ຊື່ວ່ານາຍພັນອາບີທີມຈູເນຍ, ຂ້າພະເຈົ້າໄດ້ເຂົ້າຮ່ວມສໍາມະນາໃນລະດູໃບໄມ້ລົ່ນຂອງປີ 1961 ຕອນທີ່ຊາຍໜຸ່ມ ຈອນແມັກອາເທີເຂົ້າຮ່ວມການສຶກສາພຣະຄໍາພີເປັນເລື່ອງໂດຍທີມຊື່ງລາວ(ທີມ)ໄດ້ສອນ ເລື່ອງດຽວກັນທີ່ແມັກອາເທີໄດ້ສອນຜ່ານມາຫຼາຍປີນັບຕັ້ງແຕ່ນັ້ນມາ, ຂ້າພະເຈົ້າໄດ້ສໍານຶກ ວ່າດຣ.ແມັກອາເທີໄດ້ຄວາມຄິດຂອງລາວມາຈາກອາບີທີມເພາະຂ້າພະເຈົ້າເຫັນລາວກໍາລັງບັນທຶກທຸກໆຈຸດ, ທີມໄດ້ສອນວ່າຄໍາວ່າ“ເລືອດ”ໝາຍເຖິງ“ຄວາມຕາຍ”-ບໍ່ແມ່ນ“ເລືອດບາງ ຢອດລອຍຢູ່ໃນອາກາດບ່ອນໃດໜື່ງ” ເລື່ອງເຫຼົ່ານີ້ແມ່ນຄວາມຄິດທີ່ເກີດຂື້ນຢ່າງບໍ່ນຶກຝັນ ເປັນບາງຄັ້ງບາງຄາວທົ່ວບົດເທດສະໜາຂອງດຣ.ແມັກອາເທີ,ແລະໂດຍສ່ວນຕົວແລ້ວຂ້າ ພະເຈົ້າຮູ້ດີວ່າລາວໄດ້ຄວາມຄິດເຫຼົ່ານັ້ນມາຈາກນາຍພັນອາບີທີມ, ນີ້ແມ່ນເລື່ອງສະລົດ ໃຈແທ້ເພາະວ່າດຣ.ແມັກອາເທີສອນດີໃນເລື່ອງອື່ນໆ,ຄຣິສຕະຈັກຂອງເຮົາໄດ້ອະທິຖານ ເພື່ອດຣ.ແມັກອາເທີທຸກອາທິດເພື່ອໃຫ້ຫັນກັບມາຈາກຫຼັກຄໍາສອນແປກໆຂອງອາບີທີມໃນ ເລື່ອງພຣະໂລຫິດຂອງພຣະຄຣິດ.

II. ສອງ ພຣະໂລຫິດຂອງພຣະຄຣິດເປັນສິ່ງຈໍາເປັນສໍາຫຼັບການໄຖ່ບາບຂອງທ່ານ.

ຂໍ້ພຣະຄໍາພີບອກເຮົາວ່າທ່ານບໍ່ໄດ້ຖືກໄຖ່ດ້ວຍສິ່ງທີ່ເສື່ອມສະລາຍໄດ້ແຕ່ທ່ານອາດຈະຖືກໄຖ່ໂດຍພຣະໂລຫິດຂອງພຣະຄຣິດ, ຄໍາວ່າ“ໄຖ່”ໃນ 1 ເປໂຕ 1:18 ແມ່ນແປມາ ຈາກພາສາກຣີກຊື່ງໝາຍເຖິງ“ແກ້ມັດ” ຫຼື “ປ່ອຍ”(ເຫຼັ້ມ(Strong's, Vine's)ໝາຍຄວາມວ່າ ປ່ອຍອອກ(Vine's).

ນອກຈາກວ່າທ່ານຖືກ“ແກ້ມັດ” ແລະ “ປ່ອຍອອກ” ໂດຍພຣະໂລຫິດຂອງພຣະ ຄຣິດແລ້ວ,ທ່ານກໍຈະຢູ່ເປັນນິດ

1. ໃຕ້“ການສາບແຊ່ງຂອງພຣະບັນຍັດ”(ກາລາເຕຍ 3:13), ທ່ານຖືກສາບແຊ່ງ
ໂດຍພຣະບັນຍັດເພາະທ່ານບໍ່ສາມາດຮັກສາມັນໄດ້, ທ່ານບໍ່ສາມາດທີ່ຈະຮັກ
ສາບັນຍັດຕ່າງໆທີ່ຢູ່ໃນພຣະບັນຍັດຂອງພຣະເຈົ້າຢ່າງສົມບູນໄດ້, ນັ້ນແລະວ່າ
ເປັນຫຍັງພຣະບັນຍັດຈື່ງສາບແຊ່ງທ່ານ, ມັນສະແດງໃຫ້ທ່ານເຫັນຄວາມອາຍ
ແລະບໍ່ໄດ້ໃຫ້ຫົນທາງທີ່ທ່ານຈະລົບໜີຈາກການຕັດສິນລົງໂທດໄດ້, ບໍ່ມີອັນໃດ
ນອກຈາກພຣະໂລຫິດຂອງພຣະເຢຊູທີ່ຈະສາມາດລ້າງທ່ານອອກຈາກຄວາມ
ບາບຂອງທ່ານໄດ້,ດັ່ງນັ້ນທ່ານສາມາດຖືກ“ແກ້ມັດ”ແລະຖືກ“ປ່ອຍອອກ”ຈາກ
ການສາບແຊ່ງຂອງພຣະບັນຍັດໄດ້.

2. ນອກຈາກວ່າທ່ານຖືກ“ແກ້ມັດ”ແລະ“ປ່ອຍອອກ”ໂດຍພຣະໂລຫິດຂອງພຣະ
ຄຣິດທ່ານກໍຈະຢູ່ໃຕ້ການຄວບຄຸມຂອງຊາຕານເປັນນິດ, “ຜູ້ຊຶ່ງດັກຈັບເຂົາໄວ້
ໃຫ້ເຮັດຕາມຄວາມປະສົງຂອງມັນ”(2 ຕີໂມທຽວ 2:26), ບໍ່ມີອັນໃດສາມາດ
“ແກ້ມັດ”ຂອງມັນທີ່ມັດເຮົາ ຫຼື “ປ່ອຍ”ທ່ານອອກໄດ້ນອກຈາກພຣະໂລຫິດ
ຂອງພຣະເຢຊູຄຣິດ!

3. ນອກຈາກວ່າທ່ານຈະຖືກ“ແກ້ມັດ”ແລະ“ປ່ອຍ”ໂດຍພຣະໂລຫິດຂອງພຣະຄຣິດ
ທ່ານກໍຈະຢູ່ໃຕ້ພຣະພິໂລດແລະການຕັດສິນລົງໂທດຂອງພຣະເຈົ້າຜູ້ບໍລິສຸດ,ບໍ່
ມີອັນໃດນອກຈາກພຣະໂລຫິດຂອງພຣະເຢຊູຄຣິດທີ່ສາມາດ“ແກ້ມັດ” ທ່ານ
ແລະ“ປ່ອຍ”ທ່ານອອກຈາກການຕັດສິນລົງໂທດຂອງພຣະເຈົ້າໄດ້.


ໂອເພື່ອນຂອງຂ້າພະເຈົ້າ,ທ່ານຕ້ອງມີພຣະໂລຫິດຂອງພຣະຄຣິດ! ທ່ານຕ້ອງມີ ພຣະໂລຫິດຂອງພຣະຄຣິດເພື່ອແກ້ທ່ານອອກຈາກພຣະພິໂລດຂອງພຣະເຈົ້າ! ໂອ ທ່ານຕ້ອງ - ທ່ານຕ້ອງ- ມີພຣະໂລຫິດອັນປະເສີດຂອງພຣະເຢຊູຄຣິດເພື່ອໄຖ່ທ່ານອອກຈາກ ການສາບແຊ່ງ,ຈາກຄວາມເປັນທາດແລະຈາກພຣະພິໂລດ, ຂ້າພະເຈົ້າຂໍເວົ້າຊໍ້າຄືນວ່າ ທ່ານຕ້ອງມີພຣະໂລຫິດຂອງພຣະຄຣິດ! ຂ້າພະເຈົ້າຂໍອະທິຖານເພື່ອທ່ານທີ່ຈະເຊື່ອວາງ ໃຈໃນພຣະເຢຊູໄວໆນີ້!


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານ ດຣ.ໄຮເມີ ຢາກຈະໄດ້ຍິນຈາກທ່ານ, ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງເພີ່ນນໍາວ່າທ່ານຂຽນມາ ຈາກປະເທດໃດບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງທ່ານໄດ້, ຖ້າບົດ ເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາ ບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນ ໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ. ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີ,ທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼືຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ:
ບັນເລງເພງກ່ອນເທດສະໜາໂດຍ ທ້າວເບັນຈາມິນຄິນເຄດກຣິຟຟິດ:
“Jesus, Thy Blood and Righteousness”
(by Count Nicholas von Zinzendorf, 1700-1760; translated by John Wesley, 1703-1791).

ໂຄງຮ່າງບົດເທດສະໜາ

ພຣະໂລຫິດແຫ່ງການໄຖ່ແລະເປື່ອຍເນົ່າບໍ່ໄດ້
ຂອງພຣະເຢຊູຄຣິດ

THE INCORRUPTIBLE AND REDEEMING
BLOOD OF JESUS CHRIST

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.

“ທ່ານຮູ້ວ່າທ່ານບໍ່ໄດ້ຖືກໄຖ່ໄວ້ດ້ວຍສິ່ງທີ່ເສື່ອມສະລາຍໄດ້ ເຊັ່ນເງີນແລະຄໍາ... ແຕ່ຊົງໄຖ່ດ້ວຍພຣະໂລຫິດອັນມີລາຄາຫລາຍຂອງພຣະຄຣິດ ດັ່ງເລືອດລູກແກະທີ່ປາສະຈາກຕຳໜິຫລືຮ້ອຍດ່າງ”(1 ເປໂຕ1:18-19)

I. ໜື່ງ ພຣະໂລຫິດຂອງພຣະຄຣິດເປື່ອຍເນົ່າບໍ່ໄດ້. ເພງສັນລະເສີນ 16:10;
ກິດຈະການ 2:27,31; 1 ເປໂຕ 1:18-19; 2 ເປໂຕ 3:10-11;
ລູກາ 24:39,37; ໂຢຮັນ 20:27,17; ມັດທາຍ 28:9; ເຮັບເລີ 9:11-12; ມາລະໂກ 16:19.

II. ສອງພຣະໂລຫິດຂອງພຣະຄຣິດແມ່ນສິ່ງຈໍາເປັນສໍາຫຼັບການໄຖ່ບາບຂອງ
ທ່ານ. ກາລາເຕຍ 3:13; 2 ຕີໂມທຽວ 2:26; ເພງສັນລະເສີນ 7:11.