Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ຫຼັກຄໍາສອນທີ່ຍິ່ງໃຫຍ່ແຫ່ງການຟື້ນຟູ

(ບົດເທດສະໜາຕອນທີ່ 20 ເລື່ອງການຟື້ນຟູ)
THE GREAT DOCTRINES OF REVIVAL
(SERMON NUMBER 20 ON REVIVAL)
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນເຊົ້າ 6/9/2015
A sermon preached at the Baptist Tabernacle of Los Angeles
Lord’s Day Morning, September 6, 2015

“ທ່ານທີ່ຮັກທັງຫຼາຍ ເມື່ອຂ້າພະເຈົ້າພາກພຽນຂຽນເຖິງທ່ານທັງຫຼາຍໃນ ເລື່ອງກ່ຽວກັບຄວາມລອດສໍາຫຼັບຄົນທົ່ວໄປນັ້ນ ຂ້າພະເຈົ້າກໍເຫັນວ່າ ຂ້າພະເຈົ້າຈໍາເປັນຕ້ອງຂຽນເຕືອນສະຕິທ່ານໃຫ້ຕໍ່ສູ້ຢ່າງຈິງຈັງເພື່ອຄວາມ ເຊື່ອຊື່ງຄັ້ງໜື່ງໄດ້ຊົງໂຜດມອບໄວ້ແກ່ສິດທິຊົນແລ້ວ ເພາະວ່າມີບາງຄົນ ໄດ້ຄືບຄານເຂົ້າມາຢ່າງບໍ່ຮູ້ໂຕ ເຊິ່ງເປັນຜູ້ທີ່ຖືກເລັ່ງໄວ້ລ່ວງໜ້າມາດົນ ແລ້ວວ່າຈະໄດ້ຮັບການຕັດສິນສາລົງໂທດແບບນີ້ ເປັນຄົນອະທໍາທີ່ໄດ້ບິດ ເບືອນພຣະຄຸນຂອງພຣະເຈົ້າຂອງເຮົາໄປເປັນເຮັດຄວາມຊົ່ວຊ້າລາມົກ ແລະ ໄດ້ປະຕິເສດພຣະເຈົ້າຄືອົງພຣະຜູ້ເປັນເຈົ້າແຕ່ພຽງພຣະອົງດຽວ ແລະພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງເຮົາ”(ຢູດາ 3,4)


ອັກຄະສາວົກຢູດານ້ອງຄົນລະພໍ່ຂອງພຣະເຢຊູຄຣິດເຈົ້າ, ລາວໄດ້ວາງແຜນທີ່ຈະ ຂຽນກ່ຽວກັບຄວາມລອດໃນເລື່ອງທົ່ວໄປ, ແຕ່ໃນຂະນະທີ່ລາວເລີ່ມຂຽນນັ້ນພຣະວິນຍານ ບໍລິສຸດກໍໄດ້ນໍາລາວໄປສູ່ຫົວຂໍ້ທີ່ແຕກຕ່າງ, ລາວໄດ້ຍິນວ່າມີພວກຜູ້ຊາຍໄດ້ນໍາເອົາຄໍາ ສອນປອມເຂົ້າມາໃນຄຣິສຕະຈັກຂອງເຂົາເຈົ້າ, ດັ່ງນັ້ນລາວຈື່ງປ່ຽນຫົວຂໍ້ແລະບອກພວກ ເຂົາ“ໃຫ້ຕໍ່ສູ້ຢ່າງເຕັມກໍາລັງເພື່ອຄວາມເຊື່ອ” ລາວບອກພວກເຂົາໃຫ້ປ້ອງກັນຫຼັກຄໍາ ສອນແທ້ຂອງພຣະຄໍາພີ, ພວກເຂົາຄວນຕໍ່ສູ້ຢ່າງໜັກແໜ້ນ-ຈິງຈັງ-ດີ້ນຮົນຢ່າງສຸດຂີດ ປ້ອງກັນຫຼັກຄໍາສອນອັນຍິ່ງໃຫຍ່ຂອງຊາວຄຣິສຕຽນ! ປ້ອງກັນຢ່າງເຂັ້ມແຂງຕໍ່ຄວາມເຊື່ອ ຊື່ງຄັ້ງໜື່ງໄດ້ຊົງມອບໄວ້ແກ່ເຂົາທຸກຄົນ,ບໍ່ແມ່ນໃຫ້ປະລະຫຼືເພີ່ມຕື່ມໃສ່ ຫຼືລຶບອອກໄປ!

ບໍ່ເຄີຍມີຊົ່ວອາຍຸຄົນເມື່ອຄໍາເຫຼົ່ານັ້ນສໍາຄັນຫຼາຍກວ່ານີ້! ພວກເຮົາອາໄສຢູ່ໃນຊ່ວງ ເວລາເມື່ອຄຣິສຕະຈັກຫຼາຍແຫ່ງກໍາລັງຕາຍໃນທະວີບອາເມລິກາແລະຢູໂລບ, 88% ຂອງຄົນໜຸ່ມສາວໄດ້ອອກໄປຈາກຄຣິສຕະຈັກຫຼາຍແຫ່ງກ່ອນອາຍຸໄດ້ 30 ປີ, ສິດຍາພິ ບານຫຼາຍຄົນບໍ່ມີຄວາມຄິດທີ່ຈະນໍາຄົນໜຸ່ມສາວໃຫ້ກັບໃຈໃໝ່ອອກມາຈາກໂລກ, ດຣ. ຄາລເອັຟເອັຈເຮັນຣີ່ໄດ້ເວົ້າບາງສິ່ງບາງຢ່າງທີ່ເຮັດໃຫ້ຂ້າພະເຈົ້າຢຸດຫາຍໃຈຕອນທີ່ຂ້າພະ ເຈົ້າໄດ້ອ່ານເທື່ອທໍາອິດນັ້ນ.

ຍຸກສະໄໝຂອງພວກເຮົາສູນເສຍຕໍ່ຄວາມຈິງຂອງພຣະເຈົ້າ,ຕໍ່ຄວາມເປັນ ຈິງແຫ່ງການເປີດເຜີຍຂອງພຣະເຈົ້າ,ຕໍ່ຄວາມພໍໃຈຂອງນໍ້າພຣະໄທພຣະ ເຈົ້າ,ຕໍ່ລິດອໍານາດແຫ່ງການໄຖ່ຂອງພຣະອົງແລະຕໍ່ສິດທິອໍານາດແຫ່ງ ພຣະຄໍາຂອງພຣະອົງ,ເພາະການສູນເສຍນີ້[ພວກເຮົາ]ກໍາລັງຈ່າຍລາຄາ ແພງໃນການກັບສູ່ສະພາບເດີມຢ່າງໄວວາສູ່ຄົນປ່າເຖື່ອນ...ພວກຄົນປ່າ ເຖື່ອນກໍາລັງກະຕຸ້ນຝຸ່ນແຫ່ງຄວາມສິວິໄລເນົ່າເປື່ອຍແລະເຂົ້າມາຢ່າງລັບໆໃນເງົາຂອງຄຣິສຕະຈັກທີ່ພິການແລ້ວ(Carl F. H. Henry, Th.D., Ph.D., “The Barbarians Are Coming,” Twilight of a Great Civilization: The Drift Toward Neo-Paganism, Crossway Books, 1988, pp. 15, 17).

ຜ່ານມາກວ່າສີ່ສິບປີແລ້ວທີ່ຂ້າພະເຈົ້າໄດ້ພະຍາຍາມເຮັດທຸກສິ່ງທີ່ຕົນສາມາດຄິດ ໄດ້ເຖິງເລື່ອງການສ້າງຄຣິສຕະຈັກແຫ່ງໜື່ງຂື້ນບ່ອນທີ່ພວກຄົນໜຸ່ມສາມາດພົບຄວາມຫວັງໄດ້ໃນຖ້າມກາງເມືອງທີ່ຮຸນແຮງ,ສີ້ນຫວັງ,ໂດດດ່ຽວ,ບ່ອນຖີ້ມຂີ້ເຫຍື່ອທີ່ພວກເຮົາເອີ້ນວ່າ ເມືອງ,ຄຣິສຕະຈັກຂອງເຮົາຫຼາຍບ່ອນກໍາລັງຕາຍແລະພວກເຂົາກໍບໍ່ສາມາດຊ່ວຍພວກຄົນໜຸ່ມສ່ວນຫຼາຍໃນປະຈຸບັນນີ້ໄດ້ - ແລະພວກທ່ານຮູ້ດີວ່າຂ້າພະເຈົ້າເວົ້າຖືກ! ດຣ.ມາຕິນ ລອຍໂຈນໄດ້ເວົ້າເຖິງ“ການປະຖີ້ມຄວາມເຊື່ອທີ່ໂຫດຮ້າຍທີ່ມີລັກສະນະເພີ່ມຂື້ນໃນຄຣິສຕະຈັກຊ່ວງເວລາ (150)ປີທີ່ຜ່ານມາ” (Martyn Lloyd-Jones, M.D., Revival, Crossway Books, 1987, p. 55).

ຂ້າພະເຈົ້າເວົ້າກັບພວກທ່ານວ່າ “ເປັນຫຍັງຈື່ງໂດດດ່ຽວລະ? ຈົ່ງກັບບ້ານ-ຫາ ຄຣິສຕະຈັກ! ເປັນຫຍັງຈື່ງຫຼົງຫາຍຢູ່ລະ? ຈົ່ງກັບບ້ານ-ມາຫາພຣະເຢຊູຄຣິດພຣະບຸດຂອງ ພຣະເຈົ້າ” ແຕ່ພວກທ່ານຫຼາຍຄົນຈະບໍ່ຟັງຂ້າພະເຈົ້ານອກຈາກວ່າພຣະເຈົ້າຊົງຕັ້ງຄຣິສຕະ ຈັກນີ້ເທິງໄຟ! ແມ່ນແລ້ວ! ເທິງໄຟພ້ອມກັບການຟື້ນຟູພຣະວິນຍານບໍລິສຸດ - ທີ່ຈະຕັ້ງ ຄຣິສຕະຈັກນີ້ເທິງໄຟເພື່ອພຣະເຈົ້າ!! ເພື່ອໃຫ້ສິ່ງນັ້ນເກີດຂື້ນ ພວກເຮົາຕ້ອງວາງຮາກຖານ ລົງ,ພວກເຮົາຕ້ອງ“ຕໍ່ສູ້ຢ່າງເຕັມກໍາລັງເພື່ອຄວາມເຊື່ອຊື່ງຄັ້ງໜື່ງໄດ້ຊົງມອບໄວ້ກັບພວກ ສິດທິຊົນ”(ຢູດາ 3), ຄວາມເຊື່ອອັນນັ້ນເປັນຮາກຖານຊື່ງພວກເຮົາອາດຈະປະສົບກັບການ ຟື້ນຟູໄດ້.

ດຣ.ລອຍໂຈນໄດ້ຂຽນໜັງສືສະໄໝໃໝ່ທີ່ຍິ່ງໃຫຍ່ທີ່ສຸດໃນເລື່ອງການຟື້ນຟູ,ໃນໜັງສືນັ້ນລາວໄດ້ເວົ້າວ່າ:

ບໍ່ມີການຟື້ນຟູທີ່ເຄີຍຮູ້ຈັກໃນປະຫວັດສາດແຫ່ງຄຣິສຕະຈັກທັງຫຼາຍຊື່ງໄດ້ ປະຕິເສດຫຼືເມີນເສີຍຄວາມຈິງທີ່ສໍາຄັນຕ່າງໆ, ຂ້າພະເຈົ້າຖືວ່າເລື່ອງນີ້ໃນ ຖານະເປັນຈຸດສໍາຄັນທີ່ເຮັດໃຫ້ຕື່ນຫຼາຍ,ພວກທ່ານບໍ່ເຄີຍໄດ້ຍິນເລື່ອງການ ຟື້ນຟູຢູ່ໃນຄຣິສຕະຈັກຕ່າງໆ, ທີ່ເອີ້ນວ່າຊື່ງປະຕິເສດຄວາມສໍາຄັນແລະ ມາດຕາພື້ນຖານຕ່າງໆຂອງຄວາມເຊື່ອຄຣິສຕຽນ, ຕົວຢ່າງທ່ານບໍ່ເຄີຍໄດ້ ຍິນເລື່ອງການຟື້ນຟູຢູ່ຖ້າມກາງພວກຢູນິທາຣຽນແລະທ່ານບໍ່ເຄີຍໄດ້ຍິນ ເລື່ອງນີ້ເພາະວ່າມັນບໍ່ເຄີຍເກີດຂື້ນແມ່ນແຕ່ເທື່ອດຽວ,ນີ້ແມ່ນຄວາມຈິງທີ່ ເດັດຂາດຂອງປະຫວັດສາດ(ລອຍໂຈນເຫຼັ້ມດຽວກັນໜ້າ 35)

ດຣ.ລອຍໂຈນກ່າວວ່າ“ໂດຍບໍ່ມີຂໍ້ຍົກເວັ້ນດຽວມັນຄືການຄົ້ນພົບຂອງຫຼັກຄໍາສອນທີ່ສໍາຄັນເຫຼົ່ານີ້ຊື່ງໄດ້ນໍາໄປສູ່ການຟື້ນຟູ...ດັ່ງນັ້ນຂ້າພະເຈົ້າຈື່ງແນະນໍາວ່າມີຄວາມຈິງຕ່າງໆຊື່ງມີຄວາມຈໍາເປັນຕໍ່ການຟື້ນຟູ,ແລະເມື່ອຄວາມຈິງເຫຼົ່ານີ້ຖືກປະຕິເສດຫຼືຖືກປະລະຫຼືຖືກ ເມີນເສີຍພວກເຮົາກໍບໍມີສິດທິທີ່ຈະຄາດຫວັງພຣະພອນແຫ່ງການຟື້ນຟູໄດ້”(ເຫຼັ້ມດຽວກັນ ໜ້າ35,36,37) ຫຼັງຈາກນັ້ນດຣ.ລອຍໂຈນກໍໄດ້ຂຽນລໍາດັບຫຼັກຄໍາສອນທີ່ຍິ່ງໃຫຍ່ເຫຼົ່ານັ້ນ.

1. ໜື່ງ ພວກເຮົາຕ້ອງຕໍ່ສູ້ສໍາຫຼັບອະທິປະໄຕຂອງພຣະເຈົ້າຜູ້ຊົງພຣະຊົນຢູ່, ຖ້າພວກ ເຮົາຫາກຕ້ອງການການຟື້ນຟູ.

ພຣະອົງຊົງເປັນພຣະເຈົ້າທີ່ຊົງເຮັດວຽກໃນປະຫວັດສາດຂອງຄຣິສຕຽນ,ບໍ່ວ່າຜູ້ຄົນຈະມີຄວາມຄິດທີ່ຜິດໆກໍຕາມ,ອັກຄະສາວົກເປົາໂລເວົ້າວ່າ“ແຕ່ວ່າຮາກຖານແຫ່ງພຣະເຈົ້ານັ້ນຢູ່ຢ່າງຫມັ້ນຄົງ”(2 ຕີໂມທຽວ 2:19), ຮາກຖານຂອງພຣະເຈົ້າຢືນຢູ່ຢ່າງໝັ້ນຄົງ,ບໍ່ວ່າອັນໃດຈະເກີດຂື້ນຢູ່ໃນໂລກກໍຕາມ-ບໍ່ວ່າຜູ້ຄົນຈະເວົ້າແນວໃດກ່ຽວກັບພຣະຄໍາພີແລະກ່ຽວກັບຊາວຄຣິສຕຽນ - “ຮາກຖານແຫ່ງພຣະເຈົ້ານັ້ນຢູ່ຢ່າງຫມັ້ນຄົງ”

ຂ້າພະເຈົ້າຖືກລ້ຽງໃຫຍ່ມາຖ້າມກາງຄົນທີ່ບໍ່ເຊື່ອ,ບາງຄົນໃນພວກເຂົາເປັນຄົນທີ່ ບໍ່ເຊື່ອເລື່ອງສະຫວັນນາລົກ,ບາງຄົນເປັນພວກທີ່ບໍ່ເຊື່ອວ່າມີພຣະເຈົ້າ,ພວກເຂົາບາງຄົນກໍາລັງຕິດຕາມຄວາມຄິດ“ຍຸກໃໝ່”ພວກເຂົາບາງຄົນເຊື່ອແມ່ນແຕ່ເລື່ອງຜີວິນຍານທີ່ຄິດວ່າ ພວກເຂົາສາມາດສົນທະນາກັບຄົນຕາຍໄດ້.

ບໍ່ມີພີ່ນ້ອງຂອງຂ້າພະເຈົ້າຈັກຄົນທີ່ເປັນຄຣິສຕຽນ,ແຕ່ຂ້າພະເຈົ້າມີປະສົບການກັບພຣະເຈົ້າ, ດັ່ງນັ້ນຂ້າພະເຈົ້າຈື່ງຮູ້ວ່າພຣະເຈົ້າແຫ່ງພຣະຄໍາພີເປັນພຣະເຈົ້າອົງດຽວແທ້, ຂ້າພະເຈົ້າຮູ້ຈັກຕອນນັ້ນແລະຮູ້ຈັກໃນຕອນນີ້, ພຣະອົງຊົງເປັນພຣະເຈົ້າທີ່ຊົງອະທິປະໄຕ, ພຣະເຈົ້າແທ້ອົງດຽວ,ຊົງດໍາລົງພຣະຊົນຢູ່, ພວກເຮົາສາມາດອະທິຖານຕໍ່ພຣະອົງແລະ ພຣະອົງສາມາດເຮັດສິ່ງທີ່ອັດສະຈັນຕ່າງໆໄດ້! ມັນຈະບໍ່ມີການຟື້ນຟູບ່ອນທີ່ພຣະເຈົ້າຜູ້ຊົງ ພຣະຊົນຢູ່ບໍ່ມີຄົນເຊື່ອ, ພວກເຮົາຈະສາມາດອະທິຖານຕໍ່ພຣະອົງໄດ້ແນວໃດຖ້າພຣະອົງບໍ່ ແມ່ນພຣະເຈົ້າຜູ້ຊົງດໍາລົງພຣະຊົນຢູ່? ເປັຍຫຍັງພວກເຮົາຈື່ງຄວນອະທິຖານຕໍ່ພຣະອົງຖ້າ ຫາກພຣະອົງບໍ່ສາມາດລົງມາແລະປ່ຽນແປງສິ່ງຕ່າງໆໄດ້?

2. ສອງ ພວກເຮົາຕ້ອງຕໍ່ສູ້ເພື່ອພຣະຄໍາພີຖ້າພວກເຮົາຕ້ອງການການຟື້ນຟູ.

ພຣະຄໍາພີຄືການເປີດເຜີຍຂອງພຣະເຈົ້າຜູ້ຊົງພຣະຊົນຢູ່, ພຣະເຈົ້າໄດ້ເປີດເຜີຍ ພຣະອົງເອງຕໍ່ມະນຸດຜ່ານທາງພຣະຄໍາພີ,ມີຫຼາຍສາສະໜາ,ຫຼາຍລັດທິທຽມເທັດແລະປັດ ຊະຍາຫຼາຍຢ່າງ,ເຮົາຈະສາມາດຮູ້ໄດ້ແນວໃດວ່າອັນໃດຖືກແລະອັນໃດຜິດ? ທຸກຄົນລ້ວນ ແຕ່ມີຄວາມຄິດເຫັນຂອງເຂົາເອງ, ພວກເຂົາໄດ້ສ້າງຄວາມຄິດຂອງຕົນເອງຂື້ນມາກ່ຽວກັບ ພຣະເຈົ້າ, ແຕ່ພວກເຂົາບໍ່ມີສິດທິອໍານາດທີ່ຈະເຮັດແບບນັ້ນ, ຕອນທີ່ຂ້າພະເຈົ້າຍັງໜຸ່ມຂ້າ ພະເຈົ້າກໍຟັງພວກເຂົາແລ້ວເຂົ້າໃຈເລີຍວ່າພວກເຂົາກໍມີຄວາມຂັດແຍ້ງກັນ, ພວກເຂົາເວົ້າຄື ກັບຜູ້ຊ່ຽວຊານແຕ່ພວກເຂົາສະແດງອອກຄືກັບຄົນໂງ່, ຕອນທີ່ຂ້າພະເຈົ້າຄ່ອນຂ້າງຍັງໜຸ່ມ ຂ້າພະເຈົ້າຈື່ໄດ້ເຖິງຄວາມຄິດທີ່ວ່າ “ຄົນພວກນີ້ບໍ່ຮູ້ຫຍັງກ່ຽວກັບພຣະເຈົ້າເລີຍ, ພວກເຂົາ ພຽງແຕ່ແບ່ງປັນການປະຕິເສດຂອງເຂົາ” ຂ້າພະເຈົ້າໄດ້ຕັດສິນໃຈແມ່ນກະທັ່ງກ່ອນທີ່ຈະ ລອດວ່າຂ້າພະເຈົ້າຈະເຊື່ອຄໍາເວົ້າຕ່າງໆຂອງພຣະຄໍາພີ - ບໍ່ແມ່ນຄວາມຄິດເຫັນຂອງມະ ນຸດ,ຂ້າພະເຈົ້າໄດ້ທ່ອງຈໍາເພງສັນລະເສີນ 119:103 ໃນຖານະເປັນຄົນໜຸ່ມວ່າ:

“ການເຂົ້າຫາພຣະຄໍາຂອງພຣະອົງໃຫ້ຄວາມສະຫວ່າງ ທັງໃຫ້ຄວາມເຂົ້າ ໃຈແກ່ຄົນຮູ້ໜ້ອຍ”(ເພງສັນລະເສີນ 119:130) “ພຣະດໍາລັດຂອງພຣະອົງນັ້ນຂ້າພຣະອົງຊີມແລ້ວຫວານແທ້ໆ ຫວານກວ່າ ນໍ້າເຜີ້ງເມື່ອເຖິງປາກຂອງຂ້າພຣະອົງ! ຂ້າພຣະອົງໄດ້ຄວາມເຂົ້າໃຈໂດຍ ຂໍ້ບັງຄັບຂອງພຣະອົງ ເພາະສະນັ້ນຂ້າພຣະອົງກຽດຊັງວິທິທຽມເທັດທຸກ ຢ່າງ” (ເພງສັນລະເສີນ 119:103,104)

“ພຣະຄຳພີທຸກຕອນໄດ້ຮັບການດົນໃຈຈາກພຣະເຈົ້າ ແລະເປັນປະໂຫຍດໃນການສອນ ການຕັກເຕືອນວ່າກ່າວ ການປັບປຸງແກ້ໄຂຄົນໃຫ້ດີ ແລະການອົບຮົມໃນເລື່ອງຄວາມຊອບທຳ ເພື່ອຄົນຂອງພຣະເຈົ້າຈະດີຮອບຄອບ ພ້ອມທີ່ຈະກະທຳການດີທຸກຢ່າງ”(2 ຕິໂມທຽວ 3:16,17)

ເມື່ອພວກທ່ານອ່ານປະຫວັດສາດຂອງການຟື້ນຟູພວກທ່ານກໍຈະພົບວ່ານັ້ນແລະຄືຫົນທາງທີ່ຜູ້ຄົນເຊື່ອ, ບໍ່ເຄີຍມີການຟື້ນຟູຈັກເທື່ອຢູ່ຖ້າມກາງຜູ້ຄົນທີ່ປະຕິເສດທີ່ຈະເຊື່ອ ຄໍາຕໍ່ຄໍາໃນພຣະຄໍາພີ, ບໍ່ເຄີຍມີການຟື້ນຟູເກີດຂື້ນບ່ອນທີ່ຜູ້ຄົນວາງຄວາມຄິດເຫັນຂອງ ພວກເຂົາລົງເທິງພຣະຄໍາພີ, ເປັນຫຍັງ? ກໍເພາະວ່າພຣະຄໍາພີຄືພຣະຄໍາຂອງພຣະເຈົ້າຜູ້ ຊົງພຣະຊົນຢູ່, ຂ້າພະເຈົ້າໄດ້ຮູ້ຈັກຜູ້ຄົນຜູ້ທີ່ເຊື່ອພຽງແຕ່ສ່ວນໃດໜື່ງເທົ່ານັ້ນທີ່ເຫັນດ້ວຍ, ແຕ່ພວກເຂົາເປັນຄຣິສຕຽນທີ່ບໍ່ດີ, ແລະພວກເຂົາບໍ່ໄດ້ເຫັນການອັດສະຈັນຕ່າງໆມາໃນ ການຕອບຄໍາອະທິຖານຂອງພວກເຂົາ, ການບໍ່ເຊື່ອໃນພຣະຄໍາພີຄືໜື່ງໃນເຫດຜົນໃຫຍ່ ທີ່ສຸດທີ່ພວກເຮົາບໍ່ເຫັນການຟື້ນຟູໃນປະຈຸບັນນີ້.

3. ສາມ ພວກເຮົາຕ້ອງຕໍ່ສູ້ເພື່ອຄົນທີ່ຢູ່ໃນຄວາມບາບ,ຄົນທີ່ລົ້ມຈົ່ມໂດຍຄວາມບາບ ຖ້າພວກເຮົາຕ້ອງການການຟື້ນຟູ.

ຫຼັກຄໍາສອນຍິ່ງໃຫຍ່ອັນທີ່ສາມທີ່ຖືກປະຕິເສດຄືທີ່ມະນຸດເກີດມາໃນຄວາມບາບ,ທີ່ ວ່າມະນຸດເປັນຄົນບາບຕາມສັນດານແລະມີຊີວິດຢູ່ໃຕ້ພຣະພິໂລດຂອງພຣະເຈົ້າ,ອ່ານປະ ຫວັດສາດຂອງຄຣິສຕຽນແລ້ວທ່ານຈະເຫັນວ່າຢູ່ໃນທຸກຊ່ວງເວລາແຫ່ງຄວາມຕາຍຜູ້ຄົນບໍ່ ເຊື່ອວ່າພວກເຂົາເກີດມາໃນການບາບ, ຄວາມຊົ່ວຊ້າທັງໝົດຂອງມະນຸດໃນບາບຄືຫຼັກຄໍາ ສອນໜື່ງທີ່ອອກມາອີກເທື່ອໜື່ງໃນຊ່ວງເວລາແຫ່ງການຟື້ນຟູ, ເມື່ອພຣະເຈົ້າສົ່ງການຟື້ນຟູ ລົງມາທ່ານຈະເຫັນພວກຜູ້ຊາຍແລະພວກຜູ້ຍິງກີດຮ້ອງສຽງດັງພາຍໃຕ້ການສໍານຶກເລື່ອງ ບາບ, ພວກເຂົາປະສົບກັບໃນສິ່ງທີ່ອັກຄະສາວົກເປົາໂລຮູ້ສຶກຕອນທີ່ທ່ານໄດ້ກ່າວວ່າ:

“ເພາະຂ້າພະເຈົ້າຮູ້ວ່າໃນໂຕຂ້າພະເຈົ້າ(ຄືໃນເນື້ອໜັງຂອງຂ້າພະເຈົ້າ)ບໍ່ມີ ຄວາມດີປະການໃດຢູ່ເລີຍ...ໂອຂ້າພະເຈົ້າເປັນຄົນເປັນຕາສົມເພດແທ້” (ໂລມ 7:18,24)

ມີພຽງເມື່ອຄົນຜູ້ໜື່ງເຫັນວ່າຕົນເຕັມໄປດ້ວຍຄວາມບາບ ແລະການກະບົດຈື່ງຈະເຮັດໃຫ້ ລາວລັງກຽດໂຕລາວເອງ, ຄວາມກຽດຊັງຕົນເອງເປັນສິ່ງໜື່ງທີ່ຂາດຫາຍໄປຈາກຄຣິສຕະ ຈັກຫຼາຍແຫ່ງຂອງເຮົາ, ມັນເປັນເລື່ອງຍາກຫຼາຍສໍາຫຼັບຜູ້ຄົນທີ່ຈະສໍານຶກໃນຜິດບາບຂອງ ເຂົາໃນປະຈຸບັນນີ້, ພວກບັນພະບຸລຸດຂອງເຮົາໃນຄວາມເຊື່ອໄດ້ສໍານຶກຜິດເລື່ອງບາບຢ່າງ ໜັກຈົນເຮັດໃຫ້ພວກເຂົາບໍ່ສາມາດນອນຫຼັບໄດ້ - ແລະພວກເຂົາໄດ້ຮ້ອງຂໍຄວາມເມດຕາ, ພວກບັນພະບຸລຸດແບັບຕິດຂອງເຮົາຈອນບັນຢັນເປັນແບບນັ້ນເປັນເວລາສິບແປດເດືອນ ກ່ອນທີ່ພຣະເຢຊູຈະຊ່ວຍລາວໃຫ້ພົ້ນ,ແຕ່ພວກທ່ານບໍ່ສາມາດມີການຟື້ນຟູໂດຍປາສະຈາກ ຜູ້ຄົນທີ່ມີປະສົບການຢ່າງໜ້ອຍກໍບາງຢ່າງໃນນັ້ນ, ດຣ.ລອຍໂຈນກ່າວວ່າ“ຖ້າທ່ານບໍ່ມີ ຄວາມຮູ້ສຶກເຖິງໄພພິບັດແຫ່ງໃຈຂອງຕົນແລະຄວາມໂງ່ແຫ່ງສັນດານທີ່ທ່ານໄດ້ຮັບມາຈາກ ອາດາມ, ຖ້າທ່ານບໍ່ເຫັນຄວາມໝົດຫວັງແລະຄວາມສິ້ນຫວັງຕໍ່ພຣະພັກຜູ້ບໍລິສຸດ,ພຣະເຈົ້າ ຜູ້ຊອບທໍາຊື່ງກຽດຊັງຄວາມບາບທັງໝົດຂອງຄວາມເປັນພຣະອົງ,ທ່ານກໍບໍ່ມີສິດທີ່ຈະເວົ້າ ກ່ຽວກັບການຟື້ນຟູ ຫຼືອະທິຖານເພື່ອມັນ, ສິ່ງທີ່ການຟື້ນຟູເປີດເຜີຍເໜືອກວ່າທຸກສິ່ງທຸກ ຢ່າງອື່ນໃດກໍຄືອໍານາດອະທິປະໄຕຂອງພຣະເຈົ້າ ແລະຄວາມຊົ່ວຊ້າ, ຄວາມໝົດຫວັງ, ຄວາມໝົດຫວັງຂອງມະນຸດໃນຄວາມບາບ”(ເຫຼັ້ມດຽວກັນໜ້າ 42)

4. ສີ່ ພວກເຮົາຕ້ອງຕໍ່ສູ້ເພື່ອການເສຍສະຫຼະໄຖ່ບາບຂອງພຣະຄຣິດເທິງໄມ້ກາງແຂນ -ແລະພຣະໂລຫິດໄຖ່ບາບຂອງພຣະອົງຖ້າພວກເຮົາຕ້ອງການການຟື້ນຟູ.

ມັນເປັນຄວາມຈິງທີ່ໜ້າເສົ້າທີ່ມີການເວົ້າເຖິງພຣະຄຣິດຢູ່ໃນພິທີມິດຊາຂອງຄາທໍ ລິກຫຼາຍກວ່າຢູ່ໃນຄຣິສຕະຈັກແບັບຕິດແລະຂ່າວປະເສີດສ່ວນໃຫຍ່ໃນປະຈຸບັນນີ້, ແມ່ນ ຂ້າພະເຈົ້າຮູ້ດີວ່າມຸມມອງຂອງເຂົາເຈົ້າເລື່ອງມິດຊາເປັນເລື່ອງທີ່ຜິດ, ແຕ່ຂ້າພະເຈົ້າກໍຍັງຮູ້ ດີວ່າພວກເຮົາກໍຜິດເຊັ່ນກັນ, ພວກເຮົາຜິດຢ່າງສິ້ນເຊີງສໍາຫຼັບການບໍ່ເວົ້າເລື່ອງວຽກການ ຊົງໄຖ່ເທິງໄມ້ກາງແຂນຂອງພຣະຄຣິດຫຼາຍຂື້ນ, ພວກຂ່າວປະເສີດຫຼາຍຄົນຄິດວ່າພວກ ເຂົາສາມາດໄດ້ຮັບການອະໄພຈາກພຣະເຈົ້າໂດຍບໍ່ມີພຣະຄຣິດແລະການໄຖ່ບາບຂອງ ພຣະອົງຢູ່ເທິງໄມ້ກາງແຂນໄດ້.

ພວກນັກເທດເສລີທີ່ຊົ່ວແບບນັ້ນຢ່າງແຮຣີ່ອີເມີສັນຟອສດິກແລະເຈົ້າຄະນະເຈມສ໌ ໄພທີ່ມີຜີສິງເຄີຍໂຈມຕີການເກີດຈາກຍິງພົມມາຈັນ,ພຣະໂລຫິດໄຖ່ບາບ,ແລະການຟື້ນຂື້ນຈາກຕາຍພ້ອມດ້ວຍຮ່າງກາຍຂອງພຣະຄຣິດ, ຊື່ງພວກເຂົາມີເລ່ຫຼ່ຽມຫຼາຍຂື້ນໃນປະຈຸບັນນີ້ ດຽວນີ້ພວກເຂົາໄດ້ແຕ່ຖີ້ມພຣະຄຣິດກັບວຽກຂອງພຣະອົງອອກໄປຈາກຄໍາເທດສະໜາ ຂອງເຂົາຢ່າງສິ້ນເຊີງ! ພວກເຂົາໄດ້ຢຸດເທດສະໜາເລື່ອງພຣະຄຣິດເອງ, ຂ້າພະເຈົ້າແນ່ ໃຈວ່າເປັນຫຍັງນັກສຶກສາວິທະຍາໄລຄົນໜື່ງທີ່ຢູ່ໃນຄຣິສຕະຈັກຂອງຣິກວໍເຣັນຊື່ງເວົ້າວ່າ ນາງໄດ້ໄປບ່ອນນັ້ນຕະຫຼອດຊີວິດຂອງນາງແຕ່ບໍ່ສາມາດເວົ້າແມ່ນແຕ່ຄໍາດຽວ ຈົ່ງຄິດເບິ່ງດູ ແມ່ນແຕ່ຄໍາດຽວ-ກ່ຽວກັບພຣະເຢຊູຄຣິດ-ຕອນທີ່ຂ້າພະເຈົ້າຂໍໃຫ້ນາງເລົ່າຄໍາພະຍານຂອງ ນາງໃຫ້ຟັງ, ແລະນາງກໍບໍ່ແມ່ນພຽງແຕ່ຄົນດຽວ, ເມື່ອພວກແບັບຕິດແລະພວກຂ່າວປະ ເສີດຖືກຂໍໃຫ້ກ່າວຄໍາພະຍານຂອງເຂົາບໍ່ຮອດຄົນໜື່ງຈາກຊາວຄົນທີ່ຖະວາຍກຽດແດ່ພຣະ ຄຣິດ, ພວກເຂົາຈະເວົ້າເຖິງໂຕເຂົາເອງ,ສິ່ງທີ່ເຂົາຄິດ,ສິ່ງທີ່ເຂົາຮູ້ສຶກ, ແຕ່ມີໜ້ອຍຄົນ-ໜ້ອຍຫຼາຍ-ທີ່ຈະເວົ້າຫຼາຍກວ່າຄໍາໜື່ງຫຼືສອງຄໍາກ່ຽວກັບພຣະເຢຊູຄຣິດເຈົ້າ, ພວກເຂົາບໍ່ ໄດ້ຍິນຫຼາຍຢ່າງກ່ຽວກັບພຣະອົງໃນຄໍາເທດສະໜາ,ດັ່ງນັ້ນພວກເຮົາຈະຄາດຫວັງອັນໃດ ກັບພວກຂ່າວປະເສີດທີ່ໜ້າເວດທະນາ,ຫຼົງຫາຍໃຫ້ເວົ້າຫຼາຍກວ່ານັ້ນໃນຄໍາພະຍານຂອງ ພວກເຂົາ! ດຣ.ໄມໂຄຮໍຕັນໄດ້ສອນລະບົບສາສະໜາສາດທີ່ໂຮງຮຽນພຣະຄໍາພີເວສມີນສ ເຕີຄາລິຟໍເນຍ, ໜັງສືທີ່ໂຈມຕີຢ່າງໜັກຂອງດຣ.ຮໍຕັນທີ່ເອີ້ນວ່າ ຄຣິສຕຽນທີ່ບໍ່ມີພຣະຄຣິດ ຂ່າວປະເສີດສອງທາງທີ່ເລືອກໄດ້ຂອງຄຣິສຕະຈັກຄົນອາເມລິກາ (Baker Books, 2012 edition).

ທິດທາງທີ່ເປັນຕາຢ້ານນີ້ໄດ້ປິດປະຕູພຣະຄຣິດອອກຈາກຄຣິສຕະຈັກຂອງພຣະອົງເອງ! ເລື່ອງນີ້ມັກຈະແມ່ນຄວາມຈິງສະເໝີໃນຄຣິສຕະຈັກແບັບຕິດອິດສະຫຼະທັງຫຼາຍຂອງ ເຮົາເອງ, ໜື່ງໃນເຫດຜົນກໍຄືວ່າຄຣິສຕະຈັກແບັບຕິດຫຼາຍແຫ່ງຂອງເຮົາປະຈຸບັນນີ້ໄດ້ປິດ ການນະມັດສະການແລງວັນອາທິດລົງ, ດັ່ງນັ້ນສິດຍາພິບານຈື່ງມີເວລາພຽງແຕ່ 30 ນາທີ ຕໍ່ອາທິດທີ່ຈະເທດສະໜາໃຫ້ຄົນຂອງເຂົາຟັງ, ດັ່ງນັ້ນລາວຈື່ງໃຊ້ເວລາທັງໝົດຂອງລາວ ໃນການສອນສະມາຊິກຄຣິສຕະຈັກທີ່ຍັງບໍ່ລອດຂອງລາວວ່າຈະດໍາເນີນ “ຊີວິດຄຣິສຕຽນ” ແນວໃດແດ່, ປົກກະຕິຄືກັບຝຸ່ນແຫ້ງ,ຂໍ້ເປັນຂໍ້ທີ່ເອີ້ນວ່າການເທດສະໜາ“ແບບອະທິບາຍ” ໃນຕອນຈົບລາວພຽງແຕ່ຂໍໃຫ້ເຂົາຍົກມືຂື້ນສໍາຫຼັບຄົນທີ່ຢາກຮັບເຊື່ອ, ບໍ່ຈໍາເປັນຕ້ອງເທດ ສະໜາຂ່າວປະເສີດຂອງພຣະຄຣິດ,ພຣະໂລຫິດໄຖ່ບາບຂອງພຣະອົງແລະການຟື້ນຂື້ນມາຈາກຄວາມຕາຍຂອງພຣະອົງ, ຜູ້ຄົນບໍ່ຕ້ອງການມັນແລ້ວໃນຕອນນີ້, ສິ່ງທີ່ພວກເຂົາຕ້ອງ ເຮັດກໍຄືຂຽນປະໂຫຍກໃສ່ເຈ້ຍ,ຍົກມືຂື້ນແລະພຶມພໍາເວົ້າສອງສາມຄໍາທີ່ເຂົາບໍ່ເຂົ້າໃຈ (ທີ່ ເອີ້ນວ່າຄໍາອະທິຖານຂອງຄົນບາບ)ແລະຫຼັງຈາກນັ້ນພວກເຂົາກໍໃຫ້ບັບຕິດສະມາ, ສະນັ້ນ ຈື່ງມີຄົນເປັນໝື່ນໆຄົນບັບຕິດສະມາທີ່ຍັງເປັນເດັກທີ່ຫຼົງຫາຍຢູ່ໂດຍທີ່ບໍ່ເຄີຍໄດ້ຍິນການ ເທດສະໜາຂ່າວປະເສີດແທ້ເຖິງເລື່ອງພຣະເຢຊູຄຣິດ - ແລະພວກເຮົາກໍແປກໃຈວ່າເປັນ ຫຍັງຈື່ງບໍ່ມີການຟື້ນຟູເປັນເວລາກວ່າ 150 ປີມາແລ້ວ! ມັນຈະເປັນໄປໄດ້ແນວໃດທີ່ຈະມີ ການຟື້ນຟູຢູ່ໃນຄຣິສຕະຈັກທັງຫຼາຍຂອງ“ຄຣິສຕຽນທີ່ບໍ່ມີພຣະຄຣິດ”? ນັ້ນແລະຄືໜື່ງໃນ ເຫດຜົນທີ່ຂ້າພະເຈົ້າບອກຜູ້ຄົນໃນຢູທູບແລະຢູ່ໃນເວັບໄຊຂອງເຮົາທຸກອາທິດວ່າຢ່າໄປ ຮ່ວມກັບຄຣິສຕະຈັກທີ່ບໍ່ມີການນະມັດສະການແລງວັນອາທິດ! ຄືກັບໂລດໄດ້ບອກເມຍ ຂອງລາວວ່າ“ຈົ່ງໜີແລະຢ່າລຽວກັບໄປເບິ່ງ”

ຄົນໜຸ່ມເອີຍ,ພວກທ່ານຈົ່ງກັບມາຫາພຣະຄຣິດແລະໄດ້ຮັບການຊໍາລະລ້າງໃຫ້ສະອາດໂດຍພຣະໂລຫິດອັນປະເສີດຂອງພຣະອົງທີ່ຫຼັ່ງລົງມາຈາກໄມ້ກາງແຂນເພື່ອຊ່ວຍທ່ານໃຫ້ພົ້ນຈາກຄວາມຜິດບາບແລະພຣະພິໂລດຂອງພຣະເຈົ້າ! ດຣ.ລອຍໂຈນໄດ້ກ່າວວ່າ “ການຟື້ນຟູເໜືອກວ່າສິ່ງອື່ນໃດແມ່ນການຖະວາຍກຽດແດ່ພຣະເຢຊູຄຣິດເຈົ້າພຣະບຸດຂອງພຣະເຈົ້າ”(ເຫຼັ້ມດຽວກັນໜ້າ 47).

ນອກຈາກນີ້, ດຣ.ລອຍໂຈນຍັງໄດ້ກ່າວວ່າ“ພວກທ່ານຈະພົບວ່າໃນທຸກຊ່ວງຂອງ ການຟື້ນຟູໂດຍບໍ່ມີຂໍ້ຍົກເວັ້ນໄດ້ມີການເນັ້ນໜັກເຖິງເລື່ອງພຣະໂລຫິດຂອງພຣະຄຣິດຢ່າງຍິ່ງໃຫຍ່(ເຫຼັ້ມດຽວກັນໜ້າ 48) ຜູ້ຊ່ວຍຂອງຂ້າພະເຈົ້າດຣ.ເຄແກນໄດ້ເຂົ້າຮ່ວມກັບນະມັດ ສະການກັບຄຣິສຕະຈັກຂອງດຣ.ຈອນແມັກອາເທິເປັນປີທຸກໆອາທິດ, ຂ້າພະເຈົ້າເອງກໍມີ ກະແຊັດເທັບຂອງດຣ.ແມັກອາເທີ, ພວກເຮົາຕ່າງກໍຮູ້ດີວ່າດຣ.ແມັກອາເທີໄດ້ຫຼຸດຄ່າຂອງ ພຣະໂລຫິດຂອງພຣະຄຣິດແລະຍັງໄດ້ປ່ຽນ“ໂລຫິດ”ເປັນ “ຄວາມຕາຍ”ປ່ຽນແລ້ວປ່ຽນອີກ ໃນຄໍາສອນຂອງລາວ, ເປັນຫຍັງລາວຈື່ງເຮັດແບບນັ້ນ? ງ່າຍໆ ລາວເປັນນັກເທດສະໄໝ ໃໝ່ຄົນໜື່ງທີ່ບໍ່ສົນໃຈໃນການຟື້ນຟູແບບສະໄໝເກົ່າ, ແຕ່ດຣ.ລອຍໂຈນເວົ້າຖືກເມື່ອລາວ ເວົ້າວ່າ “ຈຸດສູນກາງແລະຫົວໃຈຂອງຂ່າວປະເສີດຂອງຄຣິສຕຽນເປັນແບບນີ້: ພຣະເຈົ້າໄດ້ຊົງຕັ້ງພຣະເຢຊູໄວ້ໃຫ້ເປັນທີ່ລົບລ້າງພຣະອາຊະຍາໂດຍຄວາມເຊື່ອໃນພຣະໂລຫິດຂອງພຣະອົງ”(ໂລມ 3:25), “ໃນພຣະເຢຊູນັ້ນເຮົາໄດ້ຮັບການໄຖ່ໂດຍພຣະໂລຫິດຂອງ ພຣະອົງຄືໄດ້ຮັບການຍົກໂທດບາບ”(ເອເຟໂຊ 1:7)”(ເຫຼັ້ມດຽວກັນໜ້າ 48)ອີກເທື່ອໜື່ງ ດຣ.ລອຍໂຈນໄດ້ກ່າວວ່າ “ຂ້າພະເຈົ້າບໍ່ເຫັນຄວາມຫວັງການຟື້ນຟູເມື່ອພວກຜູ້ຊາຍແລະ ຜູ້ຍິງກໍາລັງປະຕິເສດພຣະໂລຫິດແຫ່ງໄມ້ກາງແຂນແລະດູຖູກໃນສິ່ງຊື່ງພວກເຮົາຄວນຈະໂອ້ອວດ”(ເຫຼັ້ມດຽວກັນໜ້າ 49),ໃນການຟື້ນຟູມັກມີການເນັ້ນໜັກເຖິງເລື່ອງພຣະໂລຫິດຂອງພຣະເຢຊູຢູ່ໃນຄໍາເທດສະໜາແລະໃນບົດເພງສະເໝີ, ຈົ່ງຟັງບາງຄົນໃນພວກເຂົາທີ່ໄດ້ຂຽນບົດເພງໃນຊ່ວງເວລາແຫ່ງການຟື້ນຟູໃຫຍ່,

ພຣະໂລຫິດຂອງພຣະເຢຊູໄຫຼ
ພຣະອົງທົນທຸກອັບອາຍ
ຈົນໃນທີ່ສຸດພຣະອົງຕ້ອງຕາຍ
ກໍເພື່ອໄຖ່ບາບຂອງຂ້າ
(“ພຣະໂລຫິດຂອງພຣະເຢຊູໄຫຼ” ໂດຍດຣ.ໄອແຊັກວັດ 1674-1748)

ມີຖານນໍ້າພຸເຕັມດ້ວຍໂລຫິດ
ຊື່ງມາຈາກພຣະເຢຊູ
ຖ້າໃຜທໍາບາບ ດໍາລົງໃຫ້ມິດ
ຈະຫາຍບາບທີ່ມີຢູ່
(“ມີຖານນໍ້າພຸເຕັມດ້ວຍໂລຫິດ” ໂດຍວິລລ່ຽມຄາວເປີ 1731-1800)

ພຣະອົງຊົງຢູ່ຂ້າງເທິງ ຊົງໄກ່ເກ່ຍເພື່ອຂ້າ
ຄວາມຮັກການໄຖ່ພຣະອົງ ໂລຫິດປະເສີດພຣະອົງ
ໂລຫິດຊົງໄຖ່ທຸກຊາດ ແລະດຽວນີ້ໂຮຍລົງທີ່ບັນລັງແຫ່ງພຣະຄຸນ
ແລະດຽວນີ້ໂຮຍລົງທີ່ບັນລັງແຫ່ງພຣະຄຸນ
(“Arise! My Soul, Arise!” by Charles Wesley, 1707-1788).

ໄມ້ກາງແຂນແລະພຣະໂລຫິດຂອງພຣະຄຣິດມັກເຂົ້າມາສູ່ຊື່ສຽງອັນຍິ່ງໃຫຍ່ໃນຊ່ວງເວລາແຫ່ງການຟື້ນຟູສະເໝີ - ຄືກັບທີ່ດຣ.ລອຍໂຈນໄດ້ກ່າວໄວ້.

5. ຫ້າ ພວກເຮົາຕ້ອງຕໍ່ສູ້ເພື່ອການສໍານຶກແລະວຽກການກັບໃຈໃໝ່ຂອງພຣະວິນຍານ ບໍລິສຸດ ຖ້າພວກເຮົາຕ້ອງການການຟື້ນຟູ.

ວຽກຂອງພຣະວິນຍານບໍລິສຸດຄືສິ່ງທີ່ກະຕຸ້ນ ແລະ ນໍາໄປໃຊ້ກັບທຸກຫຼັກຄໍາສອນ, ພຣະວິນຍານເຮັດຫຍັງລະ? ພຣະອົງຊົງເຮັດໃຫ້ພຣະເຈົ້າມີແທ້ແກ່ພວກເຮົາໂດຍການເຮັດ ໃຫ້ແຈ້ງ, ພຣະອົງຊົງເປີດຕາຝ່າຍວິນຍານຂອງເຮົາໃຫ້ເຫັນຄວາມຈິງໃນພຣະຄໍາພີແລະ ຮັບເອົາມັນ,ພຣະອົງຊົງໂນ້ມນ້າວເຮົາເລື່ອງຄວາມບາບ,ດັ່ງນັ້ນພວກເຮົາຈະຮູ້ສຶກເຖິງຄວາມ ຕ້ອງການພຣະໂລຫິດຂອງພຣະເຢຊູເພື່ອມາລ້າງຊໍາລະເຮົາ! “ເມື່ອພຣະອົງນັ້ນສະເດັດມາແລ້ວ ພຣະອົງຈະຊົງເຮັດໃຫ້ໂລກຮູ້ສຶກເຖິງຄວາມຜິດບາບ”(ໂຢຮັນ 16:8), ຫຼັງຈາກນັ້ນ ພຣະອົງຈະຊົວຊັກນໍາທ່ານມາຫາພຣະເຢຊູ,ເຮັດໃຫ້ທ່ານວາງໃຈໃນພຣະເຢຊູເມື່ອທ່ານໄດ້ຮັບການຊໍາລະລ້າງຈາກຄວາມບາບທຸກຢ່າງໂດຍພຣະໂລຫິດຂອງພຣະເຢຊູ, ພຣະເຢຊູຊົງຕັດວ່າ“ພຣະອົງຈະຊົງໃຫ້ເຮົາໄດ້ຮັບກຽດ ເພາະວ່າພຣະອົງຈະຊົງເອົາ[ສິ່ງທີ່ເປັນຂອງເຮົາມາສະແດງໃຫ້ແກ່ທ່ານທັງຫລາຍ]”(ໂຢຮັນ 16:14).

ເພື່ອນທີ່ຮັກຂອງຂ້າພະເຈົ້າ, ພວກເຮົາກໍາລັງອະທິຖານເພື່ອການຖອກເທລົງມາ ຂອງພຣະວິນຍານບໍລິສຸດເທິງຄຣິສຕະຈັກຂອງເຮົາ-ເພາະພວກເຮົາປາດຖະໜາທີ່ຈະເຫັນ ຄົນທີ່ຫຼົງຫາຍທີ່ຢູ່ຖ້າມກາງພວກເຮົາມາພາຍໃຕ້ການສໍານຶກຜິດເລື່ອງບາບແລະຖືກຊັກນໍາ ໃຫ້ມາຫາພຣະເຢຊູເພື່ອຊໍາລະລ້າງໂດຍພຣະໂລຫິດຂອງພຣະອົງ,ພວກເຂົາເປັນທາດຂອງ ຄວາມບາບແລະບໍ່ສາມາດຫຼຸດອອກຈາກເຮືອນຄຸກແລ້ວມາຫາພຣະເຢຊູໄດ້, ມີພຽງພຣະ ວິນຍານບໍລິສຸດເທົ່ານັ້ນທີ່ສາມາດທຸບເປີດຄຸກບ່ອນທີ່ພວກເຂົາຖືກລັອກຢູ່ໃນຄວາມບາບໄດ້, ມີພຽງພຣະວິນຍານບໍລິສຸດເທົ່ານັ້ນທີ່ສາມາດເຮັດໃຫ້ເຂົາລັງກຽດໃຈທີ່ບາບຂອງເຂົາເອງໄດ້, ມີພຽງພຣະວິນຍານບໍລິສຸດເທົ່ານັ້ນທີ່ສາມາດຊັກນໍາພວກເຂົາໄປຫາພຣະເຢຊູເພື່ອຮັບເອົາ ຄວາມລອດໂດຍພຣະໂລຫິດຂອງພຣະອົງແລະໂດຍໄມ້ກາງແຂນຂອງພຣະອົງໄດ້!

ພວກທ່ານຈະຕ້ອງກັບມາທີ່ຄຣິສຕະຈັກນີ້ເພື່ອຮຽນຮູ້ຕື່ມກ່ຽວກັບການມາເປັນຄຣິສ ຕຽນແທ້, ຈົ່ງເຮັດ! ຈົ່ງເຮັດ! ຂໍເຊີນຢືນຂື້ນແລະຮ້ອງບົດເພງທີ່ 3 “ເຊື່ອລິດພຣະໂລຫິດ”

ທ່ານຢາກຈະພົ້ນຈາກພາລະຂອງບາບຫຼື
ເຊື່ອລິດພຣະໂລຫິດ ລິດພຣະໂລຫິດ
ທ່ານຢາກມີໄຊເໜືອຄວາມຊົ່ວຮ້າຍນັ້ນຫຼື
ເຊື່ອລິດພຣະໂລຫິດພຣະເຢຊູ
ລິດອໍານາດມີໃນໂລຫິດພຣະຄຣິດ
ອັດສະຈັນລິດອະນັນ
ລິດອໍານາດມີໃນໂລຫິດພຣະຄຣິດ
ອັດສະຈັນມີລິດລ້າງບາບນັ້ນ

ທ່ານຢາກຖືກລ້າງຈາກຄວາມບາບແລະຄວາມຫຍີ່ງ
ເຊື່ອລິດພຣະໂລຫິດ ລິດພຣະໂລຫິດ
ຈົ່ງມາຊໍາລະລ້າງທີ່ຂ້າງໄມ້ກາງແຂນ
ເຊື່ອລິດພຣະໂລຫິດ ພຣະເຢຊູ
ລິດອໍານາດມີໃນໂລຫິດພຣະຄຣິດ
ອັດສະຈັນລິດອະນັນ
ລິດອໍານາດມີໃນໂລຫິດພຣະຄຣິດ
ອັດສະຈັນມີລິດລ້າງບາບນັ້ນ
(“There is Power in the Blood” by Lewis E. Jones, 1865-1936).

ຂໍເຊີນດຣ.ແຊນມາຊ່ວຍນໍາພວກເຮົາໃນການອະທິຖານ.


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານ ດຣ.ໄຮເມີ ຢາກຈະໄດ້ຍິນຈາກທ່ານ, ເມື່ອທ່ານຂຽນອີເມວໄປຫາ ດຣ.ໄຮເມີ ທ່ານຈະຕ້ອງເພີ່ນນໍາວ່າທ່ານຂຽນມາ ຈາກປະເທດໃດບໍ່ດັ່ງນັ້ນເພີ່ນຈະບໍ່ສາມາດຕອບກັບອີເມວຂອງທ່ານໄດ້, ຖ້າບົດ ເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາ ບອກເພີ່ນລວມທັງບອກວ່າເຮົາຂຽນມາຈາກປະເທດໃດສະເໝີ, ອີເມວຂອງ ດຣ.ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນ ໄປຫາດຣ.ໄຮເມີເປັນພາສາໃດກໍໄດ້, ຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ. ຖ້າຢາກຈະຂຽນຈົດໝາຍໄປທາງໄປສະນີ,ທີ່ຢູ່ຂອງເພີ່ນແມ່ນ P.O. Box 15308, Los Angeles, CA 90015 ຫຼືຈະໂທຫາເພີ່ນກໍໄດ້ທີ່ເບີ (818)352-0452.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ:
ບັນເລງເພງກ່ອນເທດສະໜາໂດຍ ທ້າວເບັນຈາມິນຄິນເຄດກຣິຟຟິດ:
“Revive Thy Work, O Lord” (by Albert Midlane, 1825-1909).

ໂຄງຮ່າງບົດເທດສະໜາ

ຫຼັກຄໍາສອນທີ່ຍິ່ງໃຫຍ່ແຫ່ງການຟື້ນຟູ

(ບົດເທດສະໜາຕອນທີ່ 20 ເລື່ອງການຟື້ນຟູ)
THE GREAT DOCTRINES OF REVIVAL
(SERMON NUMBER 20 ON REVIVAL)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ.

“ທ່ານທີ່ຮັກທັງຫຼາຍ ເມື່ອຂ້າພະເຈົ້າພາກພຽນຂຽນເຖິງທ່ານທັງຫຼາຍໃນ ເລື່ອງກ່ຽວກັບຄວາມລອດສໍາຫຼັບຄົນທົ່ວໄປນັ້ນ ຂ້າພະເຈົ້າກໍເຫັນວ່າ ຂ້າພະເຈົ້າຈໍາເປັນຕ້ອງຂຽນເຕືອນສະຕິທ່ານໃຫ້ຕໍ່ສູ້ຢ່າງຈິງຈັງເພື່ອຄວາມ ເຊື່ອຊື່ງຄັ້ງໜື່ງໄດ້ຊົງໂຜດມອບໄວ້ແກ່ສິດທິຊົນແລ້ວ ເພາະວ່າມີບາງຄົນ ໄດ້ຄືບຄານເຂົ້າມາຢ່າງບໍ່ຮູ້ໂຕ ເຊິ່ງເປັນຜູ້ທີ່ຖືກເລັ່ງໄວ້ລ່ວງໜ້າມາດົນ ແລ້ວວ່າຈະໄດ້ຮັບການຕັດສິນສາລົງໂທດແບບນີ້ ເປັນຄົນອະທໍາທີ່ໄດ້ບິດ ເບືອນພຣະຄຸນຂອງພຣະເຈົ້າຂອງເຮົາໄປເປັນເຮັດຄວາມຊົ່ວຊ້າລາມົກ ແລະ ໄດ້ປະຕິເສດພຣະເຈົ້າຄືອົງພຣະຜູ້ເປັນເຈົ້າແຕ່ພຽງພຣະອົງດຽວ ແລະພຣະເຢຊູຄຣິດອົງພຣະຜູ້ເປັນເຈົ້າຂອງເຮົາ”(ຢູດາ 3,4)

1. ໜື່ງ ພວກເຮົາຕ້ອງຕໍ່ສູ້ສໍາຫຼັບອະທິປະໄຕຂອງພຣະເຈົ້າຜູ້ຊົງພຣະຊົນຢູ່, ຖ້າພວກ
ເຮົາຫາກຕ້ອງການການຟື້ນຟູ. 2 ຕີໂມທຽວ 2:19.

2. ສອງ ພວກເຮົາຕ້ອງຕໍ່ສູ້ເພື່ອພຣະຄໍາພີຖ້າພວກເຮົາຕ້ອງການການຟື້ນຟູ.
ເພງສັນລະເສີນ 119:130,103,104; 2 ຕີໂມທຽວ 3:16,17.

3. ສາມ ພວກເຮົາຕ້ອງຕໍ່ສູ້ເພື່ອຄົນທີ່ຢູ່ໃນຄວາມບາບ,ຄົນທີ່ລົ້ມຈົ່ມໂດຍຄວາມບາບ
ຖ້າພວກເຮົາຕ້ອງການການຟື້ນຟູ. ໂລມ 7:18,24.

4. ສີ່ ພວກເຮົາຕ້ອງຕໍ່ສູ້ເພື່ອການເສຍສະຫຼະໄຖ່ບາບຂອງພຣະຄຣິດເທິງໄມ້ກາງແຂນ
-ແລະພຣະໂລຫິດໄຖ່ບາບຂອງພຣະອົງຖ້າພວກເຮົາຕ້ອງການການຟື້ນຟູ.

5. ຫ້າ ພວກເຮົາຕ້ອງຕໍ່ສູ້ເພື່ອການສໍານຶກແລະວຽກການກັບໃຈໃໝ່ຂອງພຣະວິນຍານ
ບໍລິສຸດ ຖ້າພວກເຮົາຕ້ອງການການຟື້ນຟູ. ໂຢຮັນ 16:8,14.