Print Sermon

ຈຸດປະສົງຂອງເວັບໄຊນີ້ກໍຄືເພື່ອຈັດກຽມຄໍາເທດສະໜາພາສາຕ່າງໆ ແລະວິດີໂອຄໍາເທດ ສະໜາຕ່າງໆໃຫ້ແກ່ພວກສິດຍາພິບານ ແລະພວກມິດຊັນນາຣີທົ່ວໂລກແບບຟຣີໆ, ໂດຍ ສະເພາະໃນໂລກທີ່ສາມບ່ອນທີ່ມີິໂຮງຮຽນພຣະຄໍາພີຫຼືໂຮງຮຽນສະໜາສາດໜ້ອຍແຫ່ງ.

ບົດເທດສະໜາເຫຼົ່ານີ້ແລະວິດີໂອຕ່າງໆຕອນນີ້ໄດ້ອອກສູ່ຄອມພິວເຕີປະມານ 1,500,000 ໜ່ວຍໃນກວ່າ 221 ປະເທດທຸກປີທີ່, www.sermonsfortheworld.com, ສ່ວນອີກຫຼາຍ ຮ້ອຍຄົນກໍເບິ່ງວີດີໂອຜ່ານທາງຢູທູບ,ແຕ່ບໍ່ດົນພວກເຂົາກໍເລີກເບິ່ງຜ່ານທາງຢູທູບແລ້ວເບິ່ງທາງເວັບໄຊຂອງພວກເຮົາ,ຢູທູບປ້ອນຜູ້ຄົນສູ່ເວັບໄຊຂອງພວກເຮົາ,ບົດເທດສະໜາຖືກແປເປັນພາສາຕ່າງໆ 46 ພາສາສູ່ຄອມພິວເຕີປະມານ 120,000 ໜ່ວຍທຸກໆເດືອນ, ບົດ ເທດສະໜາຕ່າງໆບໍ່ມີລິຂະສິດ,ສະນັ້ນພວກນັກເທດສາມາດໃຊ້ມັນໂດຍບໍ່ຕ້ອງຂໍອະນຸຍາດ ຈາກພວກເຮົາກໍໄດ້, ກະລຸນາກົດທີ່ນີ້ເພື່ອຮຽນຮູ້ເພີ່ມຕື່ມວ່າທ່ານສາມາດບໍລິຈາກໃນແຕ່ລະ ເດືອນເພື່ອຊ່ວຍພວກເຮົາໃນການເຜີຍແຜ່ຂ່າວປະເສີດໄປທົ່ວໂລກ,ລວມທັງຊາດມູສະລິມ ແລະຮິນດູແນວໃດແດ່.

ເມື່ອທ່ານຂຽນຈົດໝາຍໄປຫາດຣ.ໄຮເມີຕ້ອງບອກເພີ່ນສະເໝີວ່າທ່ານຢູ່ປະເທດໃດບໍ່ດັ່ງ ນັ້ນເພີ່ນຈະບໍ່ສາມາດຕອບທ່ານໄດ້,ແອີເມວຂອງດຣ.ໄຮເມີຄື rlhymersjr@sbcglobal.net.




ການອະທິຖານຢ່າງສະໝໍ່າສະເໝີ-ຈົນກວ່າທ່ານໄດ້ຮັບໃນສິ່ງທີ່ທ່ານຂໍ!

PRAYING THROUGH – ‘TILL YOU GET WHAT YOU ASK FOR!
(Laotian)

ໂດຍ:ດຣ.ອາ.ແອວ.ໄຮເມີ ຈູເນຍ
by Dr. R. L. Hymers, Jr.

ບົດເທດສະໜາທີ່ຄຣິສຕະຈັກແບັບຕິດເທເບີນາໂຄແຫ່ງລອສແອງເຈີລິສ
ໃນວັນຂອງພຣະເຈົ້າຕອນແລງ 23/8/2015
A sermon preached at the Baptist Tabernacle of Los Angeles Lord's Day Evening, August 23, 2015


ໃນຂ່າວປະເສີດລູກາພຣະເຢຊູຊົງເນັ້ນ“ການອະທິຖານຕະຫຼອດ”- ນັ້ນຄືການອະ ທິຖານເພື່ອສິ່ງທີ່ແນ່ນອນຈົນກວ່າທ່ານໄດ້ຮັບມັນ, ເຖິງແມ່ນວ່າທ່ານຈໍາເປັນຕ້ອງອະທິ ຖານເປັນເວລາດົນກ່ອນທີ່ຄໍາຕອບຈະມາກໍຕາມ,ນັ້ນແລະຄືຄວາມໝາຍຂອງ“ການອະທິ ຖານຕະຫຼອດ” ດຣ.ຈອນອາໄຣສ໌ໄດ້ກ່າວວ່າ:

ເມື່ອພວກເຮົາເວົ້າເຖິງເລື່ອງ“ການອະທິຖານຕະຫຼອດ”ພວກເຮົາກໍາລັງເວົ້າ ເຖິງເລື່ອງການທີ່ຄຣິສຕຽນຄົນໜື່ງເອົາ(ບັນຫາ)ຂອງລາວໄປຫາພຣະເຈົ້າ ແລະລໍຖ້າພຣະເຈົ້າຈົນລາວໄດ້ຮັບຄໍາຕອບຄໍາອະທິຖານຂອງຕົນ...ພວກ ເຮົາອາດຈະບໍ່ມີວັນໄດ້ຮັບຄວາມໝັ້ນໃຈເລື່ອງນໍ້າພຣະໄທພຣະເຈົ້າທີ່ພຣະອົງຈະປະທານສິ່ງທີ່ແນ່ນອນໃຫ້ເຮົານອກຈາກວ່າພວກເຮົາຈະລໍຄອຍພຣະເຈົ້າ...ສັງເກດຕົວຢ່າງບາງອັນຂອງການອະທິຖານບໍ່ຢຸດຢອນ...ເນເຫມີຢາອົດອາຫານແລະອະທິຖານຕະຫຼອດກ່ຽວກັບສະຖານະການທີ່ໜ້າເສົ້າຂອງ ເມືອງເຢລູຊາເລັມທີ່ໂສກເສົ້າພາຍໃຕ້ການຕົກເປັນທາດພວກສັດຕູ,ລາວໄດ້ກ່າວວ່າ“ຂ້າພະເຈົ້າກໍນັ່ງລົງຫ້ອງໄຫ້ແລະໂສກເສົ້າຢູ່ຫຼາຍວັນ,ຂ້າພະເຈົ້າ ອົດອາຫານແລະອະທິຖານຕໍ່ພຣະພັກພຣະເຈົ້າແຫ່ງຟ້າສະຫວັນເລື່ອຍມາ”(ເນເຫມີຢາ 1:4)...ລາວຂໍຮ້ອງກັບພຣະເຈົ້າ...ຄໍາອະທິຖານຂອງລາວ(ສຸດ ທ້າຍກໍໄດ້ຮັບຄໍາຕອບ), ຫົວໃຈຂອງກະສັດຖືກແຕະຕ້ອງແລະພຣະເຈົ້າຊົງ ສົ່ງເນເຫມີຢາກັບໄປສ້າງກໍາແພງເມືອງ...ເພາະລາວໄດ້ອະທິຖານຕະຫຼອດ
         ພວກຢິວໄດ້ອົດອາຫານແລະອະທິຖານເພື່ອທີ່ພຣະເຈົ້າຈະຊົງປ້ອງກັນຊີວິດຂອງພວກເຂົາ(ຕອນທີ່ພວກເຂົາຈະຖືກທໍາລາຍລ້າງ)ໃນຊ່ວງເວລາ ທີ່ລາຊິນີເອສເທີຢູ່ໃນເປີເຊຍແລະໃນເວລາສາມມື້ສາມຄືນທີ່ພວກເຂົາໄດ້ ອະທິຖານຕະຫຼອດແລະຄົນຢິວກໍໄດ້ຮັບຄວາມລອດແລະໄດ້ແກ້ແຄ້ນສັດຕູຂອງພວກເຂົາ.
         ຜູ້ຄົນຂອງເມືອງນີນະເວໄດ້ອົດອາຫານແລະອະທິຖານແລະພຣະເຈົ້າຊົງ(ອະໄພ)ເມືອງໃຫຍ່ຂອງເຂົາແລະ(ບໍ່ໄດ້ທໍາລາຍມັນແຕ່ໄດ້ສົ່ງການຟື້ນຟູໃຫຍ່ມາແທນ).
         ໃນພັນທະສັນຍາໃຫມ່ມັນກໍ(ເປັນ)ແບບດຽວກັນ,(ກ່ອນ)ວັນເພັນເທດ ສະເຕ...ພວກສາວົກອະທິຖານຕະຫຼອດ(ຢູ່ໃນຫ້ອງໜື່ງພ້ອມກັນແລະພຣະ ເຈົ້າຊົງຟັງຄໍາອະທິຖານຂອງພວກເຂົາແລະຊົງຕອບ,ພາຍຫຼັງຫຼາຍປີແຫ່ງ ການອະທິຖານພຣະເຈົ້າໄດ້ສົ່ງການຟື້ນຟູໃຫຍ່ໃນວັນເພັນເທດສະເຕ,ເມື່ອຄົນຢິວທີ່ຍັງບໍ່ລອດສາມພັນຄົນໄດ້ກັບໃຈໃໝ່ຢ່າງອັດສະຈັນ,ບັນທຶກໄວ້ໃນກິດຈະການ 1 ແລະ 2 ຄືສັນຍາລັກແບບຢ່າງຂອງການອະທິຖານຕະ ຫຼອດເພື່ອບາງສິ່ງບາງຢ່າງຈົນພຣະເຈົ້າໃຫ້ໃນສິ່ງທີ່ເຮົາຂໍ)...
         ໃນກິດຈະການບົດທີ່ສິບສອງຂໍ້ທີ່ 1-17 ພວກເຮົາກໍເຫັນເຖິງການທີ່ ກຸ່ມຄຣິສຕຽນເຕົ້າໂຮມກັນຢູ່ບ້ານຂອງມາລີ...ແລະອະທິຖານຕະຫຼອດຈົນ ອັກຄະສາວົກເປໂຕຖືກປ່ອຍອອກຈາກຄຸກໂດຍທູດສະຫວັນ,(ພວກເຂົາອະທິຖານຕະຫຼອດຈົນເປໂຕໄດ້ຮັບການປົດປ່ອຍຈາກຄຸກຢ່າງໜ້າອັດສະຈັນ)ອັນນັ້ນແມ່ນການສືບຕໍ່ເຮັດທີ່ຍາວນານ,ການຄົ້ນຫາທັງຫົວໃຈ,ການອະທິ ຖານດ້ວຍໃຈທີ່ບອບຊໍ້າ,ແລະນັ້ນແລະຄືແບບຢ່າງຂອງພວກຄຣິສຕຽນແຫ່ງພັນທະສັນຍາໃຫມ່ຢູ່ທຸກໆແຫ່ງຫົນ(John R. Rice, D.D., Prayer – Asking and Receiving, Sword of the Lord Publishers, 1981 reprint, pp. 203, 206-209, Dr. Hymers’ comments in brackets).

ພຣະເຢຊູຊົງປະທານສອງຕົວຢ່າງຂອງການອະທິຖານຕະຫຼອດໃນຂ່າວປະເສີດລູ ກາ,ເລື່ອງທີ່ໜື່ງແມ່ນບັນທຶກໄວ້ໃນລູກາ 11:5-8 ຂໍເຊີນຢືນຂື້ນແລະອ່ານສີ່ຂໍ້ນີ້ດັງໆ,ມັນຢູ່ ໃນໜ້າ 1090 ຂອງພຣະຄໍາພີສະກໍຟິວສືກສາ,

“ພຣະອົງຕັດແກ່ເຂົາວ່າ"ຜູ້ໃດໃນພວກທ່ານມີມິິດສະຫາຍຄົນໜຶ່ງແລະຈະໄປຫາມິິດສະຫາຍນັ້ນໃນເວລາທ່ຽງຄືນເວົ້າກັບເຂົາວ່າ`ເພື່ອນເອີ໋ຍຂໍໃຫ້ຂ້ອຍຢືມເຂົ້າຈີ່ສາມກ້ອນແດ່ ເພາະໝູ່ຂອງຂ້ອຍຄົນໜຶ່ງຫາກໍ່ເດີນທາງມາຫາຂ້ອຍແລະຂ້ອຍບໍ່ມີອັນໃດຈະໃຫ້ເຂົາກິນ' ຝ່າຍມິິດສະຫາຍທີ່ຢູ່ຂ້າງໃນຈະຕອບວ່າ`ຢ່າລົບກວນຂ້ອຍເລີຍປະຕູກໍປິດແລ້ວ ທັງພວກລູກກໍນອນຮ່ວມຕຽງກັບຂ້ອຍແລ້ວ ຂ້ອຍຈະລຸກຂຶ້ນເອົາໃຫ້ທ່ານບໍ່ໄດ້' ເຮົາບອກທ່ານທັງຫລາຍວ່າ ແມ່ນເຂົາຈະບໍ່ລຸກຂຶ້ນເອົາໃຫ້ຄົນນັ້ນເພາະເປັນມິິດສະຫາຍກັນແຕ່ວ່າເພາະອ້ອນວອນຫລາຍເຂົ້າ ເຂົາຈຶ່ງຈະລຸກຂຶ້ນເອົາໃຫ້ຕາມທີ່ເຂົາຕ້ອງການ”(ລູກາ 11:5-8)

ຂໍເຊີນນັ່ງລົງ,ສັງເກດຂໍ້ທີ່ 8 ນີ້ເປັນຂໍ້ຫຼັກ

“ເພາະອ້ອນວອນຫລາຍເຂົ້າ ເຂົາຈຶ່ງຈະລຸກຂຶ້ນເອົາໃຫ້ຕາມທີ່ເຂົາຕ້ອງການ”(ລູກາ 11:5-8)

ຄໍາວ່າ“ອ້ອນວອນຫຼາຍ”ບໍ່ຖືກໃຊ້ຫຼືບໍ່ເຂົ້າໃຈໃນພາສາສະໄໝໃໝ່,ມັນໝາຍເຖິງ“ການຮຽກ ຮ້ອງຮີບດ່ວນ” ດຣ.ຈອນອາໄຣສ໌ໄດ້ກ່າວວ່າ “ເຫັນໄດ້ຊັດເຈນວ່າຂໍ້ພຣະຄໍາພີແນ່ໃສ່ (ຄຣິສຕຽນ)ຄົນໜື່ງທີ່ຕ້ອງການລິດອໍານາດ(ເພື່ອໃຫ້ໝູ່ຂອງລາວໄດ້ກັບໃຈໃໝ່)ຄຣິສຕຽນມີສິດທີ່ຈະໄປຫາພຣະເຈົ້າແລະຮ້ອງຂໍອາຫານແຫ່ງຊີວິດ(ເພື່ອ)ຄົນອື່ນ...ອາຫານສໍາຫຼັບຄົນ ບາບແມ່ນຖືກມອບໃຫ້ກັບຄົນເຫຼົ່ານັ້ນທີ່ຮຽນຮູ້ຄວາມລັບຂອງ ‘ອ້ອນວອນຫຼາຍ’(ອະທິຖານ ຕະຫຼອດຈົນພຣະເຈົ້າປະທານພຣະຄຸນການກັບໃຈໃໝ່ຕໍ່ໝູ່ທີ່ຫຼົງຫາຍ)...ຄຣິສຕຽນທີ່ຕ້ອງ ການການອັດສະຈັນ, ການເຮັດວຽກທີ່ອັດສະຈັນແຫ່ງລິດເດດຂອງພຣະວິນຍານບໍລິສຸດ (ທີ່ຈະໃຫ້ໝູ່ຂອງເຂົາກັບໃຈ)ມີສິດທີ່ຈະລໍຖ້າພຣະເຈົ້າ(ທີ່ຈະອະທິຖານຕະຫຼອດຈົນກວ່າໝູ່ ຂອງເຂົາໄດ້ຮັບຄວາມລອດ)”ໄຣສ໌ເຫຼັ້ມດຽວກັນໜ້າ 209).

“ເພາະ(ການຮຽກຮ້ອງຮີບດ່ວນ,ເລັ່ງດ່ວນ) ເຂົາຈຶ່ງຈະລຸກຂຶ້ນເອົາໃຫ້ຕາມທີ່ເຂົາຕ້ອງການ”(ລູກາ 11:5-8)

ອີກເທື່ອໜື່ງພຣະເຢຊູຊົງສອນພວກເຮົາໃຫ້ອະທິຖານຕະຫຼອດໃນລູກາ 18:1-8, ຂໍເຊີນຢືນຂື້ນແລະອ່ານແປດຂໍ້ນັ້ນດັງໆ, ມັນຢູ່ໜ້າ 1100 ໃນພຣະທໍາສະກໍຟິວສຶກສາ.

“ພຣະອົງຕັດຄຳອຸບປະມາເລື່ອງໜຶ່ງໃຫ້ເຂົາຟັງເພື່ອສອນວ່າຄົນທັງຫລາຍຄວນອະທິຖານຢູ່ສະເໝີບໍ່ອ່ອນລະອາໃຈ ພຣະອົງຕັດວ່າ"ໃນນະຄອນໜຶ່ງມີຜູ້ພິພາກສາຄົນໜຶ່ງທີ່ບໍ່ໄດ້ຢ້ານຢ້ຳພຣະເຈົ້າແລະບໍ່ໄດ້ເຫັນແກ່ມະນຸດ ໃນນະຄອນນັ້ນມີແມ່ໝ້າຍຄົນໜຶ່ງມາຫາຜູ້ພິພາກສາຜູ້ນັ້ນເວົ້າວ່າ `ຂໍແກ້ແຄ້ນສັດຕູຂອງຂ້າພະເຈົ້າໃຫ້ຂ້າພະເຈົ້າເຖີດ' ຝ່າຍຜູ້ພິພາກສານັ້ນບໍ່ຍອມເຮັດຈົນຊ້ານານ ແຕ່ພາຍຫລັງເຂົານຶກໃນໃຈວ່າ `ເຖິງວ່າເຮົາບໍ່ຢ້ານຢ້ຳພຣະເຈົ້າແລະບໍ່ເຫັນແກ່ມະນຸດ ແຕ່ເພາະແມ່ໝ້າຍຄົນນີ້ມາກວນເຮົາໃຫ້ລຳບາກ ເຮົາຈະແກ້ແຄ້ນໃຫ້ນາງເພື່ອບໍ່ໃຫ້ນາງມາລົບກວນເລື້ອຍໆໃຫ້ເຮົາລຳຄານໃຈ'" ແລະອົງພຣະຜູ້ເປັນເຈົ້າຕັດວ່າ"ຈົ່ງຟັງຄຳທີ່ຜູ້ພິພາກສາອະທຳນີ້ໄດ້ເວົ້າ ພຣະເຈົ້າຈະບໍ່ຊົງແກ້ແຄ້ນໃຫ້ຄົົນທີ່ພຣະອົງໄດ້ຊົງເລືອກໄວ້ ຜູ້ຮ້ອງເຖິງພຣະອົງທັງກາງເວັນແລະກາງຄືນຫລື ພຣະອົງຈະອົດພຣະໄທໄວ້ຊ້ານານຫລື ເຮົາບອກທ່ານທັງຫລາຍວ່າພຣະອົງຈະຊົງແກ້ແຄ້ນໃຫ້ເຂົາໄວໆ ແຕ່ເມື່ອບຸດມະນຸດມາທ່ານຈະພົບຄວາມເຊື່ອໃນແຜ່ນດິນໂລກຫລື”(ລູກາ 18:1-8)

ຂໍເຊີນນັ່ງລົງ.

ປະເດັ່ນຫຼັກຂອງຄໍາອຸປະມານີ້ແມ່ນການອະທິຖານຕະຫຼອດ, ປະເດັ່ນນັ້ນໄດ້ຖືກໃຫ້ ໃນຂໍ້ທີ່ໜື່ງ

“ພຣະອົງຕັດຄຳອຸບປະມາເລື່ອງໜຶ່ງໃຫ້ເຂົາຟັງເພື່ອສອນວ່າຄົນທັງຫລາຍຄວນອະທິຖານຢູ່ສະເໝີບໍ່ອ່ອນລະອາໃຈ”(ລູກາ 18:1)

ພວກເຮົາ“ອະທິຖານຢູ່ສະເໝີບໍ່ອ່ອນລະອາໃຈ” “ລະອາໃຈ” ໝາຍເຖິງ “ຢຸດ”“ເລີກ” ພວກເຮົາຕ້ອງອະທິຖານຕະຫຼອດແລະບໍ່ຢຸດບໍ່ເລີກ, ໝາຍເຖິງເມື່ອພວກເຮົາເລີ່ມອະທິຖານ ເພື່ອບາງສິ່ງບາງຢ່າງພວກເຮົາຄວນຮັກສາການອະທິຖານເພື່ອມັນຈົນກວ່າທີ່ພວກເຮົາໄດ້ ຮັບມັນ, ຢ່າເລີກ,ຢ່າຍອມແພ້ຈົນກວ່າທ່ານໄດ້ຮັບສິ່ງທີ່ທ່ານກໍາລັງຂໍຢູ່.

ຂ້າພະເຈົ້າໄດ້ຮັບກາດອວຍພອນວັນຄຣິສມາດຫຼາຍອັນໃນແຕ່ລະປີຈາກຜູ້ຊາຍ ແລະຜູ້ຍິງທີ່ເປັນນັກຮຽນໂຮງຮຽນວັນອາທິດຂອງຂ້າພະເຈົ້າຫ້າສິບປີກ່ອນຢູ່ທີ່ຄຣິສຕະຈັກ ເຟິສແບັບຕິດໄຊນາ, ຂ້າພະເຈົ້າຈື່ໄດ້ຢ່າງຊັດເຈນເຖິງຄໍາອະທິຖານເພື່ອພວກເຂົາແຕ່ລະ ຄົນຈົນພວກເຂົາໄດ້ຮັບຄວາມລອດໝົດ, ມັນໄດ້ມອບຄວາມຍິນດີອັນຍິ່ງໃຫຍ່ໃຫ້ແກ່ຂ້າພະ ເຈົ້າທີ່ໄດ້ເຫັນວ່າພວກເຂົາເປັນຄຣິສຕຽນທີ່ດີໃນຫ້າສິບປີຕໍ່ມາ, ຂ້າພະເຈົ້າເຫັນພວກເຂົາ ຫຼາຍຄົນຢູ່ທີ່ງານສົບຂອງດຣ.ເມີຟີລໍາເມື່ອສອງສາມອາທິດກ່ອນ,ມັນເຮັດໃຫ້ຂ້າພະເຈົ້າດີໃຈທີ່ໄດ້ເຫັນວ່າພວກເຂົາຍັງຄົງເປັນຄຣິສຕຽນທີ່ດີຢູ່.

ໃນຊ່ວງຫຼາຍປີທີ່ຂ້າພະເຈົ້າຢູ່ທີຄຣິສຕະຈັກຄົນຈີນລະຫວ່າງປີ 1960 ຂ້າພະເຈົ້າ ກໍມີບັນຫາກ່ຽວກັບຄວາມຕ້ອງການການຟື້ນຟູ, ດຣ.ເມີຟີລໍາໄດ້ເຕືອນສະຕິຂ້າພະເຈົ້າສອງ ປີກ່ອນວ່າທຸກເທື່ອທີ່ຂ້າພະເຈົ້າອະທິຖານຢ່າງເປີດເຜີຍໃນຄຣິສຕະຈັກ,ຂ້າພະເຈົ້າຈະອະທິຖານເພື່ອການຟື້ນຟູ, ແມ່ນແຕ່ຕອນທີ່ຂ້າພະເຈົ້າບາງເທື່ອກໍຖືກເອີ້ນໃຫ້ອະທິຖານສໍາຫຼັບອາ ຫານກໍຕາມຂ້າພະເຈົ້າກໍຈະອະທິຖານຂໍໃຫ້ພຣະເຈົ້າສົ່ງການຟື້ນຟູມາ,ແລະຂ້າພະເຈົ້າມັກ ຈະອະທິຖານເພື່ອການຟື້ນຟູຄຣິສຕະຈັກໃນຄໍາອະທິຖານສ່ວນຕົວສະເໝີ, ຫຼາຍຄົນກໍາລັງ ອະທິຖານເພື່ອເລື່ອງນີ້ເຊັ່ນດຽວກັນແຕ່ຂ້າພະເຈົ້າສາມາດເວົ້າຕົງໆວ່າຂ້າພະເຈົ້າເອົາຊະນະມັນແທ້,ແມ່ນກະທັ່ງທໍາລາຍມັນກັບຄວາມຕ້ອງການການຟື້ນຟູ,ຂ້າພະເຈົ້າອະທິຖານຢ່າງ ສຸດຊື້ງແລະລໍຖ້າພຣະເຈົ້າຍ້າຍເຂົ້າແບບນັ້ນ, ແລະໃນລະດູແລງປີ 1969 ພຣະເຈົ້າກໍເລີ່ມ ມອບການຟື້ນຟູໃຫ້ຊື່ງສືບຕໍ່ເປີດປິດເປັນເວລາສີ່ປີ, ໃນການນະມັດສະການຢູ່ທີ່ຄຣິສຕະຈັກ ນັ້ນຄົນໜຸ່ມສີ່ສິບຄົນໄດ້ກ່າວອອກມາດ້ວຍນໍ້າຕາ,ໄຫ້ສະອຶກສະອື້ນຫຼັງຈາກທີ່ຂ້າພະເຈົ້າ ເທດໃນງານປະກາດຂ່າວປະເສີດໃນວັນທີ 29 ເດືອນ 8 ປີ 1970 (“To God Be the Glory,” 20th Anniversary booklet, FCBC, March 1972, p. 28).

ສໍາຫຼັບຄຣິສຕະຈັກທີ່ມີປະມານ 150 ຄົນທີ່ຈະມີ 40 ຕອບຮັບກໍພຽງພໍແລ້ວແມ່ນ ກະທັ່ງຖືກບັນທຶກໄວ້ໃນຖານະເປັນໜື່ງໃນ“ຈຸດເດັ່ນ”ແຫ່ງຊາວປີທໍາອິດຂອງຄຣິສຕະຈັກນັ້ນ ຂ້າພະເຈົ້າເຫັນຈາກບັນທຶກຂອງຄຣິສຕະຈັກວ່າທັງສີ່ສິບຄົນນັ້ນໄດ້ຮັບບັບຕິດສະມາໃນ ການຮັບບັບຕິດສະມາສອງຄັ້ງທີ່ຍິ່ງໃຫຍ່ (“To God Be the Glory,” p. 29) ຊື່ພວກ ເຂົາຢູ່ໃນລາຍຊື່ທີ່ຖືກບັນທຶກໄວ້,ພວກເຂົາເກືອບທຸກຄົນແມ່ນຄຣິສຕຽນໃນປະຈຸບັນນີ້,ຂ້າພະເຈົ້າເຫັນພວກເຂົາຫຼາຍຄົນຢູ່ທີ່ງານສົບຂອງດຣ.ລໍາໃນຕົ້ນເດືອນນີ້, ພຣະເຈົ້າຊົງຕອບຄໍາ ອະທິຖານຢ່າງບໍ່ຢຸດຢອນເມື່ອພວກເຮົາອະທິຖານຢ່າງສະໝໍ່າສະເໝີເພື່ອການຟື້ນຟູທີ່ຊົງ ລິດຊື່ງມາເຖິງຄຣິສຕະຈັກເຟີສແບັບຕິດໄຊນາໃນທ້າຍປີ 1960 ແລະຕົ້ນປີ 1970 ກ່ອນທີ່ມັນຈະໝົດໄປ,ມີຄົນໜຸ່ມເປັນຮ້ອຍໆຄົນໄດ້ເຂົ້າມາໃນຄຣິສຕະຈັກແຫ່ງນັ້ນ.

ຢູ່ໃນຄຣິສຕະຈັກຄອສເຄຊຽນທາງຝັ່ງຕາເວັນອອກໃນປີ 1990 ອີກເທື່ອໜື່ງທີ່ຂ້າ ພະເຈົ້າຮູ້ສຶກເຖິງຄວາມຕ້ອງການສໍາຫຼັບການຟື້ນຟູ.ຂ້າພະເຈົ້າອົດອາຫານແລະອະທິຖານໝົດມື້ຂ້າພະເຈົ້າກ້າວຂື້ນທໍາມາດດ້ວຍໂຕສັ່ນແລະເທດສະໜາເລື່ອງຄວາມລອດແບບງ່າຍໆ,ລູກຊາຍຂອງສິດຍາພິບານເອງຜູ້ຊ່ວຍສິດຍາພິບານຂອງຄຣິສຕະຈັກກ້າວອອກມາຂ້າງໜ້າພ້ອມກັບນໍ້າຕາເວົ້າວ່າລາວເປັນຄົນຫຼົງຫາຍແລະຢາກທີ່ຈະກັບໃຈໃໝ່, ການເຊື້ອເຊີນ ຍັງຄົງດໍາເນີນຕໍ່ໄປຈົນຮອດ 11 ໂມງກາງຄືນ,ຫຼາຍກວ່າ 75 ຄົນອອກມາຮ້ອງໄຫ້ຢູ່ທີ່ ແທ່ນ, ຊາຍແກ່ຄົນໜື່ງຄານອອກມາດ້ວຍມືແລະເຂົ່າຂອງລາວຮ້ອງວ່າ“ ຂ້ອຍຍັງບໍ່ລອດ ຂ້ອຍຍັງບໍ່ລອດ” ໄວລຸ້ນຫຼາຍຄົນທີ່ຢູ່ໃນໂບດທັງຊີວິດຂອງເຂົາໄດ້ກ່າວອອກມາພ້ອມກັບ ນໍ້າຕາ, ລູກຊາຍຂອງດຣ.ອຽນເພສລີຊື່ວ່າໄຄລ໌ກໍາລັງຢືນຢູ່ຂ້າງໆເມຍກັບລູກຊາຍຂອງຂ້າ ພະເຈົ້າ,ລາວຄ່ອຍໆເວົ້າກັບເມຍຂອງຂ້າພະເຈົ້າວ່າ “ຂ້ອຍຍັງບໍ່ເຄີຍເຫັນແມ່ນຫຍັງແບບນີ້ ເລີຍ!” ປະມານສາມເດືອນຕໍ່ມາຫຼາຍກວ່າຫ້າຮ້ອຍຄົນໄດ້ເຂົ້າມາ,ພວກເຂົາທຸກຄົນຮ້ອງໄຫ້ ຢ່າງຂົມຂື່ນ,ບາງຄົນແຮງຮ້ອງສຽງດັງ,ໃນບໍ່ດົນສິດຍາພິບານກໍໄດ້ບັບຕິດສະມາໃຫ້ແກ່ເຂົາ ເຈົ້າໃນຊ່ວງເວລາສັ້ນໆ, ໃນໄວໆນີ່ຂ້າພະເຈົ້າໄດ້ຍີນນັກເທດແບັບຕິດຮາກຖານເດີມທີ່ໂດ່ງ ດັງເວົ້າວ່າລາວບໍ່ເຄີຍເຫັນການຟື້ນຟູແບບນັ້ນຈັກເທື່ອ, ຂ້າພະເຈົ້າຂອບຄຸນພຣະເຈົ້າທີ່ຂ້າ ພະເຈົ້າໄດ້ເຫັນການຟື້ນຟູສອງເທື່ອ-ໃນການຕອບຄໍາອະທິຖານຢ່າງສະໝໍ່າສະເໝີແລະຢຸດ ເລື່ອງໂງ່ໆຂອງ“ການຕັດສິນໃຈນິຍົມ”ຂ້າພະເຈົ້າເຊື່ອວ່າພຣະເຈົ້າຈະສົ່ງການຟື້ນຟູມາອີກ ເທື່ອໜື່ງ-ຄືກັບທີ່ພຣະອົງຊົງເຮັດໃນສະໄໝເກົ່າ.

ຂ້າພະເຈົ້າຮູ້ວ່າພຣະເຈົ້າຊົງຕອບພວກເຮົາເມື່ອພວກເຮົາອະທິຖານຕະຫຼອດ,ແມ່ ຂອງຂ້າພະເຈົ້າເອງອາຍຸ 80 ປີແລະຍັງບໍ່ລອດ,ລາວມີບັນຫາສຸຂະພາບທີ່ເກືອບຕາຍ,ລາວ ຈະຕ້ອງຕົກນາລົກ, ແຕ່ຂ້າພະເຈົ້າໄດ້ອະທິຖານເພື່ອຄວາມລອດຂອງລາວເປັນເວລາສີ່ສິບ ປີທຸກໆມື້, ສຸດທ້າຍມື້ໜື່ງຂ້າພະເຈົ້າຮູ້ໃນໃຈຂອງຕົນເອງວ່າຕົນໄດ້ອະທິຖານຢ່າງສະໝໍ່າ ສະເໝີ,ຂ້າພະເຈົ້າກໍາລັງເທດສະໜາຢູ່ໃນນິວຢອກ, ຂ້າພະເຈົ້າໄດ້ໂທຫາດຣ.ເຄແກນແລະ ຂໍໃຫ້ລາວໄປນໍາແມ່ຮັບເຊື່ອພຣະເຢຊູ, ລາວຢ້ານທີ່ຈະໄປເພາະເພີ່ນໄດ້ສະແດງໃຫ້ເຫັນ ຢ່າງຊັດເຈນຕໍ່ລາວໃນຕອນຕົ້ນແລ້ວວ່າເພີ່ນບໍ່ແມ່ນແຕ່ຢາກເວົ້າເຖິງເລື່ອງ“ການຮັບເອົາ ຄວາມລອດ” ແຕ່ຂ້າພະເຈົ້າກໍບອກດຣ.ເຄແກນວ່າຂ້າພະເຈົ້າອະທິຖານຕະຫຼອດແລະຂ້າ ພະເຈົ້າຮູ້ໃນຫົວໃຈວ່າລາວຈະລອດໃນມື້ນັ້ນ, ດຣ.ເຄແກນຈື່ງໄປຫາຫ້ອງຂອງເພີ່ນໃນບ່າຍ ມື້ນັ້ນ-ແລະມັນງ່າຍໂພດ! ແມ່ໄດ້ກັບໃຈໃໝ່ທັນທີ, ຂ້າພະເຈົ້າໄດ້ບັບຕິດສະມາໃຫ້ເພີ່ນໃນ ປີນັ້ນທີ່ຄຣິສຕະຈັກຂອງດຣ.ວັລດຣິບໃນການປະຊຸມບັບຕິດສະມາຮ່ວມກັນ, ແມ່ເປັນຜູ້ທີ່ ຖືກສ້າງໃໝ່ໃນພຣະເຢຊູຄຣິດຈາກວິນາທີນັ້ນເປັນຕົ້ນໄປ,ກັບໃຈຕອນອາຍຸ 80 ປີ.

ຂ້າພະເຈົ້າຮູ້ວ່າພວກທ່ານສາມາດອະທິຖານຕະຫຼອດເພື່ອບຸກຄົນຕ່າງໆໃຫ້ລອດໄດ້ຂ້າພະເຈົ້າຮູ້ວ່າພວກທ່ານສາມາດອະທິຖານຕະຫຼອດເພື່ອການຟື້ນຟູ ແລະໄດ້ໃນສິ່ງທີ່ ທ່ານຂໍຢູ່ໃນຄຣິສຕະຈັກທ້ອງຖີ່ນໄດ້, ຂ້າພະເຈົ້າຮູ້ວ່າພວກທ່ານສາມາດອະທິຖານຕະ ຫຼອດເພື່ອໝູ່ທີ່ຍັງບໍ່ລອດໃນໂບດໄດ້, ແລະພວກທ່ານຈະຮູ້ເຊັ່ນດຽວກັນ-ຖ້າພວກທ່ານເລີ່ມ ທີ່ຈະອະທິຖານເພື່ອຈິດວິນຍານບາງຄົນທີ່ຍັງຫຼົງຫາຍຊື່ງມາທີ່ນີ້ແລະສືບຕໍ່ອະທິຖານເພື່ອ ຄົນຜູ້ນັ້ນແລະບໍ່ອ່ອນລະອາໃຈຈົນກວ່າທີ່ພຣະເຈົ້າປະທານໃຫ້ໃນສິ່ງທີ່ທ່ານຂໍ! ເອແມນ.

ພວກເຮົາກໍາລັງຈະອົດອາຫານແລະອະທິຖານອີກໃນວັນເສົາໜ້າ,ຖ້າພວກທ່ານສາມາດເຂົ້າຮ່ວມກັບພວກເຮົາໃນການອົດອາຫານໄດ້,ກະລຸນຢ່າກິນຫຼັງຈາກກິນເຂົ້າແລງມື້ວັນສຸກຈົນກວ່າທີ່ພວກເຮົາຈະມາທີ່ຄຣິສຕະຈັກນີ້ແລະກິນເຂົ້ານໍາກັນເວລາ 5:30 ໃນແລງວັນ ເສົາ, ອີກເທື່ອໜື່ງນີ້ແມ່ນລາຍການຂອງສິ່ງທີ່ເຮົາຈະອ່ານໃນເວລາທີ່ທ່ານອົດອາຫານແລະ ອະທິຖານໃນມື້ວັນເສົາ,ລາຍການນີ້ແມ່ນໃຫ້ຢູ່ທ້າຍຂອງບົດເທດນີ້,ພວກເຮົາຈະກັອບປີ້ເພື່ອໃຫ້ພວກທ່ານເອົາກັບໄປບ້ານໄດ້.

ຂ້າພະເຈົ້າພູມໃຈພວກທ່ານຫຼາຍ! ພວກທ່ານຄືຜູ້ຍິ່ງໃຫຍ່! ຂ້າພະເຈົ້າເຊື່ອວ່າຈະມີ ຄົນໜຸ່ມຫຼາຍຄົນມາຮັບເຊື່ອໃນຂະນະທີ່ທ່ານອົດອາຫານ ແລະ ອະທິຖານເພື່ອພວກເຂົາ! ດຣ.ແຊນ ຂໍເຊີນນໍາພວກເຮົາໃນການອະທິຖານແດ່.


1.   ຈົ່ງເຮັດໃຫ້ການອົດອາຫານເປັນຄວາມລັບ(ເທົ່າທີ່ຈະເປັນໄປໄດ້),ຢ່າໄປໆ ມາໆບອກຜູ້ຄົນວ່າເຮົາກໍາລັງອົດອາຫານຢູ່.

2.   ຈົ່ງໃຊ້ເວລາອ່ານພຣະຄໍາພີ,ອ່ານບາງສ່ວນຂອງໜັງສືກິດຈະການ(ດີແທ້ ແມ່ນບົດທໍາອິດ).

3.   ທ່ອງຈໍາ ອິດສະຢາ 58:6 ໃນຊ່ວງການອົດອາຫານໃນມື້ວັນເສົາ.

4.   ອະທິຖານຂໍພຣະເຈົ້າໃຫ້ມີຄົນໃຫມ່ສິບຄົນຫຼືຫຼາຍກວ່ານັ້ນທີ່ຈະຢູ່ກັບເຮົາ.

5.   ອະທິຖານເພື່ອການສໍານຶກຂອງຄົນໜຸ່ມທີ່ບໍ່ເຊື່ອ, ອະທິຖານຂໍໃຫ້ພຣະເຈົ້າ ເຮັດກັບເຂົາໃນສິ່ງທີ່ພຣະອົງກ່າວໄວ້ໃນອິດສະຢາ 58:6.

6.   ອະທິຖານເພື່ອໃຫ້ຜູ້ມາຢ້ຽມຄັ້ງທໍາອິດໃນມື້ນີ້(ວັນອາທິດ)ທີ່ຈະຖືກຊັກນໍາ ໃຫ້ມາອີກໃນອາທິດໜ້າ,ອະທິຖານລະບຸຊື່ຖ້າເປັນໄປໄດ້.

7.   ຈົ່ງອະທິຖານເພື່ອຂໍໃຫ້ພຣະເຈົ້າສໍາແດງໃຫ້ຂ້າພະເຈົ້າເຫັນວ່າຈະເທດສະ ໜາແນວໃດແດ່ອາທິດໜ້ານີ້-ທັງຕອນເຊົ້າແລະຕອນແລງ.

8.   ຈົ່ງດື່ມນໍ້າຫຼາຍໆ,ປະມານຈອກໜື່ງທຸກໆຊົ່ວໂມງ,ທ່ານສາມາດດື່ມກາແຟ ຈອກໃຫຍ່ໆໄດ້ໃນຕອນຕົ້ນຖ້າຫາກທ່ານລື້ງກິນມັນທຸກມື້,ຢ່າດື່ມນໍ້າຫວານ ນໍ້າຊູກໍາລັງແລະນໍ້າອື່ນໆ.

9.   ຈົ່ງໄປຫາໝໍກ່ອນອົດອາຫານຖ້າຫາກທ່ານມີຄໍາຖາມອັນໃດກ່ຽວກັບສຸຂະ ພາບ(ໃຫ້ໄປຫາດຣ.ໄຄຣ້ທັນແຊນຫຼື ດຣ.ຈູດິດເຄແກນຢູ່ຄຣິສຕະຈັກຂອງ ເຮົາ) ຢ່າອົດອາຫານຖ້າທ່ານຫາກມີພະຍາດຮ້າຍແຮງເຊັ່ນເບົາຫວານ ຫຼື ຄວາມດັນເລືອດສູງ,ຈົ່ງໃຊ້ວັນເສົາເພື່ອອະທິຖານຕາມຂໍ້ພວກນີ້ກໍພໍ.

10. ເລີ່ມຕົ້ນການອົດອາຫານຂອງທ່ານຫຼັງຈາກອາຫານແລງໃນມື້ວັນສຸກ,ຢ່າ ກິນຫຍັງອີກຫຼັງຈາກອາຫານແລງວັນສຸກຈົນກວ່າທີ່ພວກເຮົາຈະກິນເຂົ້າ ນໍາກັນຢູ່ໂບດເວລາ 5:30 ໃນຕອນແລງວັນເສົາ.

11. ຈົ່ງຈື່ໄວ້ວ່າສິ່ງທີ່ສໍາຄັນທີ່ສຸດທີ່ຈະອະທິຖານເພື່ອຄືຄົນໜຸ່ມທີ່ຍັງບໍ່ເຊື່ອຢູ່ ໃນໂບດຂອງເຮົາໃຫ້ຮັບເຊື່ອ-ແລະເຊັ່ນກັນເພື່ອຄົນໜຸ່ມໃໝ່ທີ່ກໍາລັງມາໃນ ຊ່ວງເວລານີ້ໃຫ້ຢູ່ກັບພວກເຮົາຕະຫຼອດໄປ.


ຖ້າວ່າບົດເທດນີ້ເປັນພຣະພອນແກ່ທ່ານກະລຸນາສົ່ງອີເມວໄປບອກ ດຣ.ໄຮເມີ ກະລຸນາບອກເພີ່ນນຳວ່າເຮົາຂຽນມາຈາກປະເທດໃດ,ອີເມວຂອງດຣ. ໄຮເມີແມ່ນ rlhymersjr@sbcglobal.net (ກົດທີ່ນີ້), ທ່ານສາມາດຂຽນໄປຫາ ດຣ. ໄຮເມີ ເປັນພາສາໃດກໍໄດ້, ແຕ່ຖ້າເປັນໄປໄດ້ຈົ່ງຂຽນເປັນພາສາອັງກິດ.

(ຈົບຄຳເທດສະໜາ)
ທ່ານສາມາດອ່ານບົດເທດສະໜາຂອງ ດຣ. ໄຮເມີ ໄດ້ທຸກອາທິດເທິງອິນເຕີເນັດ
ທີ່ www.realconversion.com. ກົດໄປທີ່ “ບົດເທດສະໜາ ພາສາລາວ”

ທ່ານອາດຈະອີເມລຫາ ດຣ. ໄຮເມີ ທີ່ rlhymersjr@sbcglobal.net ຫຼືຈະຂຽນ
ຈົດໝາຍໄປຫາ ທ່ານທີ່ P.O. Box 15308, Los Angeles, CA 90015. ຫຼຶໂທ
ຫາເພີ່ນທີ່ເບີ (818)352-0452.

ຄໍາເທດສະໜາເຫຼົ່ານີ້ບໍ່ມີລິຂະສິດ, ທ່ານອາດຈະເອົາໄປໃຊ້ໂດຍບໍ່ຕ້ອງຂໍອະນຸຍາດຈາກດຣ.ໄຮເມີ
ເຖິງຢ່າງໃດກໍດີ ທຸກໆວິດີໂອຄໍາເທດສະໜາຂອງດຣ.ໄຮເມີແມ່ນມີລິຂະສິດແລະສາມາດເອົາໄປໃຊ້
ໄດ້ເມື່ອໄດ້ຮັບອະນຸຍາດເທົ່ານັ້ນ.

ອ່ານພຣະຄໍາພີກ່ອນເທດສະໜາໂດຍ ທ້າວ ອາເບວພຣຸດໂຮມ: ລູກາ 18:1-8.
ບັນເລງເພງກ່ອນເທດສະໜາໂດຍ ທ້າວເບັນຈາມິນຄິນເຄດກຣິຟຟິດ:
“Teach Me To Pray” (Albert S. Reitz, 1879-1966).